​2010–2019
ພຣະ​ຄຳ​ທີ່​ໜ້າ​ພໍ​ໃຈຂອງ​ພຣະ​ເຈົ້າ
ຕຸລາ 2015


11:18

ພຣະ​ຄຳ​ທີ່​ໜ້າ​ພໍ​ໃຈຂອງ​ພຣະ​ເຈົ້າ

ພຣະ​ຄຳ​ທີ່​ໜ້າ​ພໍໃຈ​ຂອງ​ພຣະ​ເຈົ້າ​ທີ່​ເຮົາ​ໄດ້​ແບ່ງປັນ​ວັນ​ນີ້ ໄດ້​ສະແດງ​ໃຫ້​ເຮົາ​ເຫັນ​ວ່າ ເຮົາ​ຕ້ອງ​ມີ​ການ​ກັບ​ໃຈ​ອັນ​ຕໍ່​ເນື່ອງ​ໃນ​ຊີວິດ​ຂອງ​ເຮົາ ເພື່ອ​ເຮົາ​ຈະ​ມີ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ​ສະຖິດ​ຢູ່ນຳ​ເຮົາ.

ຫລາຍ​ຄົນ​ທີ່​ມາ​ຮ່ວມ​ໃນ​ກອງ​ປະຊຸມ​ໃຫຍ່​ນີ້ ແມ່ນ​ມາ “ເພື່ອ​ຟັງ​ພຣະ​ຄຳ​ທີ່​ໜ້າ​ພໍໃຈ​ຂອງ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຊຶ່ງ​ປິ່ນປົວ​ຈິດ​ວິນ​ຍານ​ທີ່​ຖືກ​ບາດເຈັບ” (ຢາ​ໂຄບ 2:8). ຄຳ​ເວົ້າ​ນັ້ນ​ແມ່ນ​ມາ​ຈາກ​ພ​ຣະ​ຄຳ​ພີ ແລະ ຂ່າວສານ​ຈາກ​ບັນດາ​ຜູ້ນຳ​ຂອງ​ເຮົາ ຊຶ່ງ​ພວກ​ເພິ່ນ​ໄດ້​ນຳ​ຄວາມ​ຫວັງ​ ແລະ ​ຄວາມ​ປອບ​ໃຈ​ມາສູ່​ເຮົາ​ໃນ​ເວລາ​ທີ່​ເຮົາ​ເດືອດ​ຮ້ອນ.

ຈາກ​ປະສົບ​ການ​ໃນ​ຊີວິດ ເຮົາ​ຮຽນ​ຮູ້​ວ່າຄວາມ​ຊື່ນ​ຊົມ​ໃນ​ໂລກ​ນີ້​ແມ່ນ​ບໍ່​ເຕັມ​ປ່ຽມ ແຕ່​ໂດຍ​ທາງ​ພຣະ​ເຢ​ຊູຄຣິດ ຄວາມ​ຊື່ນ​ຊົມ​ຂອງ​ເຮົາ​ຈະ​ເຕັມ​ປ່ຽມ (ເບິ່ງ D&C 101:36). ພຣະ​ອົງ​ຈະ​ປະທານ​ພະລັງ​ໃຫ້​ເຮົາ ເພື່ອ​ເຮົາ​ຈະ​ບໍ່​ໄດ້​ຮັບ​ທຸກທໍລະມານ​ອັນ​ໃດ​ເລີຍ ນອກຈາກ​ຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມສຸກ​ຂອງ​ພຣະ​ອົງ (ເບິ່ງ ​ແອວ​ມາ 31:38).

ເຮົາ​ອາດ​ຈະ​ມີ​ຄວາມ​ໃຈ​ຮ້າຍ ເມື່ອ​ເຮົາ​ເຫັນ​ວ່າ​ຄົນ​ທີ່​ເຮົາ​ຮັກ​ທົນທຸກ​ທໍລະມານ​ດ້ວຍ​ພະຍາດ​ທີ່​ຮ້າຍ​ແຮງ.

ຄວາມ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ ຈະ​ເຮັດ​ໃຫ້​ຈິດວິນ​ຍາ​ນ​ຂອງ​ເຮົາ​ເກີດ​ຄວາມ​ອ້າງ​ວ້າງ.

ເມື່ອ​ລູກ​ເຮົາ​ຄົນ​ໃດ​ຄົນ​ໜຶ່ງ​ບໍ່​ຮັກສາ​ກົດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ເຮົາ​ອາດ​ຮູ້ສຶກ​ມີ​ຄວາມ​ຜິດ ແລະ ບໍ່​ມີ​ຄວາມ​ແນ່​ນອນໃຈ​ກ່ຽວ​ກັບຈຸດໝາຍ​ປາຍທາງນິລັນດອນ​ຂອງ​ເຂົາ​ເຈົ້າ.

ຄວາມ​ຫວັງ​ໃນ​ການ​ທີ່​ຈະ​ມີ​ການ​ແຕ່ງງານ​ນິລັນດອນ ແລະ​ ການ​ສ້າງ​ຄອບຄົວ​ໃນ​ຊີວິດ​ນີ້​ ສາມາດ​ເລື່ອນ​ຫາຍ​ໄປ ເມື່ອ​ເວລາ​ຜ່ານ​ໄປ.

ການ​ທີ່​ຕົນ​ເອງ​ຖືກ​ຄົນ​ທີ່​ຄວນ​ຈະ​ຮັກ​ເຮົາ​ ເຮັດ​ຄວາມ​ທາລຸນ​ກັບ​ເຮົາ ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ເຈັບ​ປວດ.

ການ​ນອກໃຈ​ຂອງ​ຄູ່​ຜົວ​ເມຍ ຈະ​ເປັນ​ການ​ທຳລາຍ​ຄວາມ​ສຳພັນ​ທີ່​ເຮົາ​ຫວັງ​ວ່າ ຈະ​ເປັນ​ສິ່ງ​ນິລັນດອນ.

ສິ່ງ​ເຫລົ່າ​ນີ້​ ແລະ​ ຄວາມ​ທົນ​ທຸກນາໆ ແມ່ນ​ເປັນ​ພາກສ່ວນ​ໃນ​ຊີວິດ​ມະຕະ​ນີ້ ບາງເທື່ອ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ຖາມ​ຕົນ​ເອງ ຄື​ກັນ​ກັບ​ສາດສະດາ​ໂຈ​ເຊັບ ສະ​ມິດ ໄດ້​ຖາມ​ວ່າ: ໂອ້ ພຣະອົງເຈົ້າ​ຂ້າ ພຣະ​ອົງ​ຢູ່​ໃສ​ນໍ? (ເບິ່ງ D&C 121:1).

ໃນ​ເວລາ​ທີ່​ລຳບາກ​ໃນ​ຊີວິດ​ຂອງ​ເຮົາ​ນັ້ນ ເຮົາ​ຢາກ​ໄດ້​ຍິນ​ພຣະ​ຄຳ​ທີ່​ໜ້າ​ພໍໃຈ​ຂອງ​ພຣະ​ເຈົ້າ​ ທີ່​ຈະ​ສາມາດ​ປິ່ນປົວ​ຈິດ​ວິນ​ຍານ​ທີ່​ເຈັບ​ປວດ ຊຶ່ງ​ເປັນ​ຂ່າວສານ​ທີ່​ຈະ​ມາ​ປອບ​ໂຍນ​ຈິດໃຈ​ຂອງ​ເຮົາ ດ້ວຍ​ຄຳ​ວ່າ:

ຂໍ​ໃຫ້​ຈິດວິນ​ຍານຂອງ​ເຈົ້າ​ມີ​ສັນຕິ ຄວາມ​ຍາກ​ລຳບາກ​ ແລະ​ ຄວາມທຸກ​ທໍລະມານ​ຂອງ​ເຈົ້າ ຈະ​ເປັນ​ພຽງ​ຊົ່ວຄາວ;

ແລະ ​ຖ້າ​ເຈົ້າ​ທົນ​ໄດ້​ດີ ພຣະ​ເຈົ້າ​ຈະ​​ເທີດທູນ​​ເຈົ້າ (ເບິ່ງ D&C 121:7–8).

ພຣະ​ຄຳ​ທີ່​ໜ້າ​ພໍໃຈ​ຂອງ​ພຣະ​ເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ ຄົນ​ໃດ​ທີ່​ຍຶດ​ຖື​ສັດທາ​ໃນ​ເວລາ​ທີ່​ເດືອດຮ້ອນ​ນັ້ນ ເຂົາເຈົ້າ​ຈະ​ໄດ້​ຮັບ​ພອນ​ຍິ່ງ​ໃຫຍ່​ໃນ​ອານາຈັກ​ສະຫວັນ ແລະ​ ຫລັງ​ຈາກ​ຄວາມ​ເດືອດຮ້ອນ ເຂົາ​ເຈົ້າ​ກໍຈະ​ໄດ້​ຮັບ​ພອນ​ຕ່າງໆ (ເບິ່ງ D&C 58:3–4).

ພຣະ​ຄຳ​ທີ່​ໜ້າ​ພໍໃຈ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ຖືກ​ກ່າວ​ອອກ​ໄປ​ຜ່ານ​ທາງ​ສາດສະດາ​ທັງຫລາຍ​ນັ້ນ ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ເຮົາວ່າ ການ​ຜະ​ນຶກ​ນິລັນດອນ​ທີ່​ໄດ້​ຖືກ​ປະທານ​ໃຫ້​ເຮົາ ຕາມ​ສັນຍາ​ແຫ່ງ​ສະຫວັນ​ທີ່​ເຮົາ​ຮັບ​ໃຊ້​ຢ່າງ​ຫ້າວຫັນ​ເພື່ອ​ຄວາມ​ຈິງ​ນັ້ນ ຈະ​ນຳ​ພອນ​ມາ​ໃຫ້​ເຮົາ​ ແລະ​ ລູກ​ຫລານ​ຂອງ​ເຮົາ (ເບິ່ງ Orson F. Whitney, in Conference Report, Apr. 1929, 110).

ສິ່ງ​ເຫລົ່ານັ້ນ​ຍັງ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ເຮົາ​ວ່າ ຫລັງ​ຈາກ​ທີ່​ເຮົາ​ໃຊ້​ຊີວິດ​ໂດຍ​ການ​ຮັກສາ​ສັດທາ​ແລ້ວ ເຮົາ​ຈະ​ບໍ່​ສູນ​ເສຍ​ພອນ​ໃດໆ ຖ້າວ່າ​ເຮົາ​ບໍ່​ໄດ້​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ເຮົາ​ພາດ​ໂອກາດ​ໄປ. ຖ້າ​ເຮົາ​ຮັກສາ​ສັດທາ​ຈົນ​ເຖິງ​ນາທີ​ສຸດ​ທ້າຍ​ໃນ​ຊີວິດ ເຮົາ “​ຈະ​ມີ​ພອນ​ທັງ​ໝົດ ມີ​ຄວາມ​ສູງ​ສົ່ງ ແລະ ລັດສະໝີ​ພາບ ຕາມ​ທີ່​ຜູ້​ຊາຍ ຜູ້ຍິງ​ໃດໆ​ທີ່​ມີ​ໂອກາດ ​ຄວນ​ໄດ້​ມີ.” (ເບິ່ງ The Teachings of Lorenzo Snow, ed. Clyde J. Williams [1984], 138.)

ບັດ​ນີ້ ທ່ານ​ຈົ່ງ​ເຂົ້າໃຈ​ວ່າ ເຮົາ​ຈະ​ມີ​ຄວາມ​ທໍລະມານ ແລະ ຄວາມ​ເດືອດຮ້ອນ​ໄດ້ ຖ້າ​ເຮົາ​ບໍ່​ກັບ​ໃຈ​ເດັດຂາດ​ຈາກ​ບາບ. ປະທານ ແມ​ຣຽນ ຈີ ຣອມ​ນີ ໄດ້​ສອນ​ເຮົາ​ວ່າ: “ຄວາມ​ທໍລະມານ ແລະ ຄວາມ​ອຸກ​ໃຈ​ສ່ວນ​ຫລາຍ ທີ່​ຄົນ​ໃນ​ໂລກ​ມີ​ຢູ່ ຄື​ການ​ບໍ່​ກັບ​ໃຈ ແລະ ການ​ບໍ່​ຫລີກເວັ້ນຈາກ​ບາບ. … ເໝືອນ​ດັ່ງ​ຄວາມ​ທໍລະມານ ແລະ​ ຄວາມ​ເສົ້າ​ໃຈ ຈະ​ຕາມ​ມາ​ຫລັງ​ຈາກ​ເຮັດ​ບາບ, ດັ່ງນັ້ນ ຄວາມສຸກ ແລະ ຄວາມ​ຊື່ນ​ຊົມ ຈະ​ຕາມ​ມາ​ຫລັງ​ຈາກ​ໄດ້​ຮັບ​ການ​ອະໄພ​ບາບ” (in Conference Report, Apr. 1959, 11).

ເປັນ​ຫຍັງ​ການ​ບໍ່​ກັບ​ໃຈ ຈຶ່ງ​ເປັນ​ເຫດ​ໃຫ້​ເຮົາ​ມີ​ຄວາມ​ທໍລະມານ​ ແລະ ​ເຈັບ​ປວດ?

ໜຶ່ງ​ໃນ​ຄຳ​ຕອບ​ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ​ຄື “ມີ​ການ​ລົງໂທດ​ ແລະ ​ມີ​ກົດ​ທີ່​ທ່ຽງ​ທຳ​ຕັ້ງ​ໄວ້​ແລ້ວ ຊຶ່ງ​ນຳ​ຄວາມ​ສຳນຶກ​ຜິດ​ຂອງ​ຈິດ​ວິນ​ຍານ​ມາສູ່​ມວນ​ມະນຸດ” (ແອວ​ມາ 42:18; ​ເບິ່ງ ຂໍ້​ທີ 16 ນຳ​ອີກ). ສາດສະດາ ໂຈ​ເຊັບ ສະ​ມິດ ໄດ້​ສອນ​ວ່າ ເຮົາ​ເອງ​ເປັນ​ຜູ້​ກ່າວ​ໂທດຕົນ​ເອງ ແລະ ​ຄວາມ​ທໍລະມານ​ໃຈ​ຈາກ​ຄວາມ​ຜິດ​ຫວັງ ໄດ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ປານ​ວ່າ​ຖືກ​ເຜົາ​ໄໝ້​ໃນ​ໄຟ​ຮ້ອນ​ຂອງ​ທະເລ​ ແລະ​ ກຳ​ມະ​ຖັນ (ເບິ່ງ Teachings of Presidents of the Church: Joseph Smith [2007], 224).

ຖ້າ​ເຮົາ​ພະຍາຍາມ​ທີ່​ຈະ​ປອບ​ໂຍນ​ຄວາມ​ສຳນຶກ​ຂອງ​ຕົນ​ເອງ “ໂດຍ​ການ​ແກ້​ຕົວ​ໃນ​ການ​ເຮັດ​ບາບ” (ແອວ​ມາ 42:30) ຫລື ​ປົກ​ປິດ​ຄວາມຜິດບາບ​ຂອງ​ເຮົາ​ແລ້ວ ສິ່ງ​ດຽວ​ທີ່​ເຮົາ​ຈະ​ໄດ້​ມາ​ກໍ​ຄື​ການ​ເຮັດ​ໃຫ້​ພຣະ​ວິນ​ຍານ​ໂສກເສົ້າ (ເບິ່ງ D&C 121:37) ແລະ ມີ​ຄວາມ​ຊັກ​ຊ້າ​ໃນ​ການ​ກັບ​ໃຈ. ການ​ບັນເທົາ​ເຫລົ່າ​ນີ້ ນອກຈາກ​ຈະ​ເປັນ​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນແລ້ວ ທ້າຍ​ສຸດ​ມັນ​ຍັງ​ເຮັດ​ໃຫ້​ເຮົາ​ເຈັບ​ປວດ​ ແລະ​ ໂສກເສົ້າ​ໃນ​ຊີວິດ​ເພີ່ມ​ຂຶ້ນ​ອີກ ແລະ​ ໂອກາດ​ທີ່​ຈະ​ໄດ້​ຮັບ​ການ​ອະໄພໂທດ​ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ ກໍ​ມີ​ນ້ອຍ​ລົງ.

ຖ້າ​ເຮົາ​ທໍລະມານ​ແບບ​ນີ້ ພຣະ​ຄຳ​ທີ່​ໜ້າພໍ​ໃຈ​ຂອງ​ພຣະ​ເຈົ້າ ຈະ​ເປັນ​ສິ່ງ​ທີ່​ນຳ​ຄວາມ​ບັນເທົາ​ ແລະ ​ຄວາມ​ຫວັງ​ມາສູ່​ເຮົາ ພຣະ​ຄຳ​ນັ້ນ​ບົ່ງ​ບອກ​ເຮົາ​ວ່າ ມີ​ການ​ບັນເທົາ​ຈາກ​ຄວາມເຈັບ​ປວດ​ຍ້ອນ​ການ​ເຮັດ​ບາບ. ການ​ບັນເທົາ​ນີ້ ແມ່ນ​ມາ​ຈາກ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ​ ຈະ​ມີ​ຜົນ​ໄດ້​ຖ້າ​ເຮົາ​ມີ​ສັດທາ​ໃນ​ພຣະ​ອົງ ໂດຍ​ການ​ກັບ​ໃຈ ແລະ ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ອົງ.

ມັນ​ສຳຄັນ​ທີ່​ເຮົາ​ຕ້ອງ​ສຳນຶກ​ວ່າ ຄື​ກັນ​ກັບ​ການ​​ໃຫ້​ອະ​ໄພບາບ ການ​ກັບ​ໃຈ​ນັ້ນ​ແມ່ນ​ເປັນ​ຂັ້ນ​ຕອນ ບໍ່​ແມ່ນ​ເຮັດ​ເທື່ອ​ດຽວ​ແລ້ວ​ໂລດ. ເຮົາ​ຕ້ອງ​ມີ​ຄວາມ​ຍຶດ​ໝັ້ນ​ໃນ​ແຕ່​ລະ​ຂັ້ນ​ຕອນ.

ຕົວຢ່າງ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ ເຮົາ​ສະແດງ​ໃຫ້​ພຣະຜູ້​ເປັນ​ເຈົ້າ​ເຫັນ​ວ່າ ເຮົາ​ຈະ​ລະ​ນຶກ ແລະ​ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ​ສະ​ເໝີ. ນັ້ນ​ແມ່ນ​ການສະແດງ​ອອກ​ຂອງ​ຄວາມ​ຕັ້ງໃຈ​ອັນ​ແນ່​ແທ້​ຂອງ​ເຮົາ.

ນັບ​ແຕ່​ເວລາ​ທີ່​ເຮົາ​ເລີ່ມ​ນຶກ​ເຖິງ​ພຣະ​ອົງ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ​ທຸກໆ​ວັນ​—​ແລະ​ ບໍ່​ພຽງ​ແຕ່​ວັນ​ຊະບາ​ໂຕ​ເທົ່າ​ນັ້ນ​—ນັ້ນ​ແຫລະ​ ແມ່ນ​ການ​ຍົກໂທດ​ບາບ​ເລີ່ມ​ມີ​ຜົນ ແລະ​ ສັນຍາ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ສະຖິດ​ຢູ່​ກັບ​ເຮົາ ​ກໍ​ເລີ່ມ​ມີ​ຜົນ​ຂຶ້ນ​ມາ.

ຖ້າ​ເຮົາ​ບໍ່​ເຊື່ອ​ຟັງ ຫລັງ​ຈາກ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້​ແລ້ວ ຜົນ​ຂອງ​ການ​ຍົກໂທດ​ບາບ​ຈະ​ຫາຍ​ໄປ​ພາຍ​ໃນ​ເວລາ​ສັ້ນໆ ແລະ​ ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ນັ້ນ​ກໍ​ຈະ​ເລີ່ມ​ເສື່ອມ​ສະ​ຫລາຍ. ເຮົາ​ຈະ​ສ່ຽງ​ຕໍ່​ການ​ໃຫ້​ກຽດ​ພຣະ​ອົງ ເມື່ອ​ເຮົາ​ເວົ້າ​ແຕ່​ປາກ ແລະ ໃຈ​ຂອງ​ເຮົາ​ນັ້ນ​ຫ່າງ​ໄກ​ຈາກ​ພຣະ​ອົງ (ເບິ່ງ 2 ນີ​ໄຟ 27:25).

ນອກຈາກ​ຄວາມ​ປອບ​ໃຈ​ແລ້ວ ພຣະ​ຄຳ​ທີ່​ໜ້າ​ພໍໃຈ​ຂອງ​ພຣະ​ເຈົ້າ ຍັງ​ເຕືອນ​ເຮົາ​ກ່ຽວ​ກັບ​ຂັ້ນ​ຕອນ​ຂອງ​ການ​ໄດ້​ຮັບ​ການ​ຍົກໂທດ​ບາບ​ຂອງ​ເຮົາ​ອີກ​ວ່າ ຂັ້ນ​ຕອນ​ນັ້ນ​ຈະ​ຢຸດຕິ​ລົງ​ຖ້າ​ເຮົາ​ເຮັດ​ສິ່ງ​ໄຮ້​ສາລະ​ທາງ​ໂລກ​ອີກ ແລະ ​ຂັ້ນ​ຕອນ​ນັ້ນ​ກໍ​ຈະ​​ເລີ່​ມຕໍ່​ອີກ ຖ້າ​ເຮົາ​ກັບ​ມາ​ມີ​ສັດທາ​ ແລະ ​ກັບ​ໃຈ​ໂດຍ​ແທ້​ຈິງ​ ແລະ​ ມີ​ຄວາມ​ຖ່ອມ​ຕົວ (ເບິ່ງ D&C 20:5–6).

ແມ່ນ​ສິ່ງ​ໃດ​ແດ່​ທີ່​ອາດ​ເປັນ​ສິ່ງ​ທີ່​ໄຮ້​ສາລະ ທີ່​ຈະ​ກີດ​ກັນ​ເຮົາ​ຈາກ​ຂັ້ນ​ຕອນ​ຂອງ​ການ​ໄດ້​ຮັບ​ການ​ຍົກໂທດ​ບາບ​ຂອງ​ເຮົາ ແລະ ​ກີດ​ກັນ​ເຮົາ​ໃນ​ການ​ຮັກສາ​ວັນ​ຊະບາ​ໂຕ​ໃຫ້​ສັກສິດ?

ຕົວຢ່າງ​ບາງ​ອັນ ແມ່ນ​ຮວມ​ທັງ​ການ​ມາກອງ​ປະຊຸມ​ສິນ​ລະ​ລຶກ​ຊ້າ​ໂດຍ​ຂາດ​ເຫດຜົນ ການ​ຂາດ​ຄວາມ​ພິຈາລະນາ​ຕົນ​ເອງ​ກ່ອນ​ ເມື່ອ​ມາ​ເຖິງ​ໂບດ ວ່າ​ຕົນ​ເອງ​ໄດ້​ກິນ​ເຂົ້າຈີ່ ແລະ ​ດື່ມນ້ຳ​ ດ້ວຍ​ການ​ມີຄ່າ​ຄວນ​ຫລື​ບໍ່ (ເບິ່ງ 1 ​ໂກຣິນ​ໂທ 11:28); ​ແລະ ການມາ​ໂບດ​ໂດຍ​ທີ່ບໍ່​ໄດ້​ສາລະພາບ​ບາບ​ຂອງ​ເຮົາ ​ແລະ ບໍ່​ໄດ້​ຂໍ​ການ​ອະໄພໂທດ​ຈາກ​ພຣະ​ເຈົ້າ​ກ່ອນ.

ຕົວຢ່າງ​ອື່ນໆ​ແມ່ນ: ບໍ່​ມີ​ຄວາມ​ເຄົາລົບ ໂດຍ​ການ​ສົ່ງ​ຂໍ້ຄວາມ​ຫາ​ກັນ​ທາງ​ໂທລະສັບ​ມື​ຖື, ອອກ​ຈາກ​ໂບດ​ຫລັງ​ຈາກ​ຮັບ​ສິນ​ລະລຶກ​ແລ້ວ, ແລະ ​ມີ​ການ​ເຮັດ​ສິ່ງ​ຕ່າງໆ​ທີ່​ບໍ່​ເໝາະ​ສົມ​ໃນ​ວັນ​ຊະບາ​ໂຕ ໃນ​ບ້ານ​ເຮືອນ​ຂອງ​ເຮົາ.

ເຖິງ​ແມ່ນ​ວ່າ​ເຮົາ​ຮູ້​ກົດ​ເຫລົ່າ​ນີ້​ດີ​ກໍ​ຕາມ ເປັນ​ຍ້ອນ​ຫຍັງ ເຮົາ​ຈຶ່ງ​ບໍ່​ຮັກສາ​​ວັນ​ຊະບາ​ໂຕ​ໃຫ້​ສັກສິດ?

ເຮົາ​ຈະ​ພົບ​ຄຳ​ຕອບ​ໃນ​ພຣະ​ທຳ​ເອ​ຊາ​ຢາ ທີ່​ກ່ຽວຂ້ອງ​ກັບ​ວັນ​ຊະບາ​ໂຕ ແລະ ພຣະ​ບັນຍັດ​ທີ່​ເຮົາ​ຕ້ອງ​ຮັກສາ ວ່າ “ຖ້າ​ເຈົ້າ​ນັບຖື​ ແລະ​ ໃຫ້​ກຽດ​ມື້​ນັ້ນ​ໂດຍ​ບໍ່​ທ່ອງ​ທ່ຽວ​ໄປ​ມາ ບໍ່​ເຮັດ​ຕາມໃຈ​ຂອງ​ເຈົ້າ​ໃນ​ວັນ​ສັກສິດ​ຂອງ​ເຮົາ” (ເອຊາ​ຢາ 58:13).

ຄຳ​ເວົ້າ​ສຳຄັນ​ໃນ​ນີ້​ແມ່ນ “ໃຫ້​ຫັນ​ໜີ ... ຈາກ​ການເຮັດ​ຕາມໃຈ​ຂອງ​ເຈົ້າ,” ຫລື ອີກ​ຄຳ​ໜຶ່ງ​ແມ່ນ, ​ໃຫ້ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ. ມີ​ຫລາຍ​ເທື່ອ ການ​ເຮັດ​ຕາມໃຈ​ຂອງ​ເຮົາ ຈະ​ຊີ້​ຂາດ ຄວາມ​ຕ້ອງການ ຄວາມ​ຢາກ ແລະ​ ຄວາມ​ຫລົງໄຫລ​ຂອງ​ທຳ​ມະ​ຊາດ​ມະນຸດ—ຊຶ່ງ​ມັນ​ເປັນ​ສິ່ງ​ທີ່​ຂັດ​ກັບ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ. ສາດສະດາ ບຣິ​ກຳ ຢັງ​ ໄດ້​ສອນ​ວ່າ “ເມື່ອ​ຄວາມ​ປະສົງ, ຄວາມ​ຫລົງໄຫລ, ແລະ​ ຄວາມ​ຮູ້ສຶກ​ຂອງ​ຄົນ ຄົນໜຶ່ງ​ສອດ​ຄ່ອງ​ຕໍ່​ພຣະ​ເຈົ້າ​ ແລະ ​ການ​ກຳນົດ​ຂອງ​ພຣະ​ອົງ​ແລ້ວ ຄົນ​ຜູ້​ນັ້ນ​ກໍ​ຖືກ​ເຮັດ​ໃຫ້​ບໍລິສຸດ. ມັນ​ແມ່ນ​ຄວາມ​ປະສົງ​ຂອງ​ຂ້າພະເຈົ້າ ທີ່​ຈະ​ຢູ່​ພາຍ​ໃຕ້​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ ຊຶ່ງ​ຈະ​ນຳ​ຂ້າພະເຈົ້າ​ໄປ​ໃນ​ທາງ​ທີ່​ດີ​ທັງ​ໝົດ ແລະ​ ທ້າຍ​ສຸດ​ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຄວາມ​ອະມະຕະ​ ແລະ​ ຊິວິດ​ນິລັນດອນ” (Deseret News, Sept. 7, 1854, 1).

ພຣະ​ຄຳ​ທີ່​ໜ້າ​ພໍໃຈ​ຂອງ​ພຣະ​ເຈົ້າ ໄດ້​ເຊື້ອ​ເຊີນ​ເຮົາ ໃຫ້​ໃຊ້​ອຳນາດ​ແຫ່ງ​ການ​ຊົດ​ໃຊ້​ສຳລັບ​ຕົວ​ເຮົາ​ເອງ ແລະ ປະຕິບັດ​ຕົນ​ໃຫ້​ເຂົ້າ​ກັບ​ພຣະ​ປະສົງ​ຂອງ​ພຣະ​ອົງ—ບໍ່​ແມ່ນ​ໃຫ້​ເຂົ້າ​ກັບ​ຄວາມ​ປະສົງ​ຂອງ​ມານ ​ແລະ​ ເນື້ອ​ໜັງ​—ດັ່ງນັ້ນ ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ເຮົາ​ຈະ​ລອດ​ໄດ້ (ເບິ່ງ 2 ນີ​ໄຟ 10:24–25).

ພຣະ​ຄຳ​ທີ່​ໜ້າ​ພໍໃຈ​ຂອງ​ພຣະ​ເຈົ້າ​ທີ່​ເຮົາ​ໄດ້​ແບ່ງປັນ​ວັນ​ນີ້ ໄດ້​ສະແດງ​ໃຫ້​ເຮົາ​ເຫັນ​ວ່າ ເຮົາ​ຕ້ອງ​ມີ​ການ​ກັບ​ໃຈ​ອັນ​ຕໍ່​ເນື່ອງ​ໃນ​ຊີວິດ​ຂອງ​ເຮົາ ເພື່ອ​ເຮົາ​ຈະ​ມີ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ​ສະຖິດ​ຢູ່ນຳ​ເຮົາ ນານ​ເທົ່າ​ທີ່​ຈະ​ນານ​ໄດ້.

ການ​ມີ​ພຣະ​ວິນ​ຍານ​ເປັນ​ເພື່ອນ ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ດີ​ກ່​ວາ​ເກົ່າ. ພຣະ​ວິນ​ຍານ​ນັ້ນ​ຈະ​ນຳ​ສັນຕິ​ ແລະ​ ຄວາມ​ຊື່ນ​ຊົມ​ມາສູ່​ຈິດໃຈ​ເຮົາ, ຄວາມ​ປອງ​ຮ້າຍ, ຊິງ​ຊັງ, ຫຶງ​ຫວງ, ຜິດ​ຖຽງ​ກັນ, ແລະ ຄວາມ​ຊົ່ວ​ຮ້າຍ ຈະ​ຖືກ​ກຳຈັດ​ຈາກ​ໃຈ​ຂອງ​ເຮົາ ແລະ ​ເຮົາ​ມີ​ແຕ່​ຢາກ​ເຮັດ​ຄວາມ​ດີ ທີ່​ຈະ​ນຳ​ຄວາມ​ມີ​ສິນ​ທຳ ແລະ​ ມຸ່ງ​ໜ້າ​ສ້າງ​ອານາຈັກ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ (ເບິ່ງ Teachings: Joseph Smith, 98).

ຖ້າ​ເຮົາ​ມີ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ ເຮົາ​ຈະ​ບໍ່​ມີ​ຄວາມ​ເຄືອງ​ແຄ້ນ ແລະ​ ຄົນ​ອື່ນ​ກໍ​ຈະ​ບໍ່​ມີ​ຄວາມ​ເຄືອງ​ແຄ້ນ​ຄື​ກັນ. ເຮົາ​ຈະ​ຮູ້ສຶກ​ວ່າ​ ມີ​ຄວາມສຸກ​ຫລາຍ​ຂຶ້ນ ແລະ​ ນຶກ​ຄິດ​ກໍ​ບໍລິສຸດ​ຂຶ້ນ. ເຮົາ​ຈະ​ຮັກ​ຄົນ​ອື່ນ​ຫລາຍ​ຂຶ້ນ. ເຮົາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ ແລະ​ ແຜ່ຜາຍ​ຄວາມສຸກ​​ໃຫ້ແກ່​ຄົນ​ຢູ່​ອ້ອມ​ຂ້າງ​ເຮົາ​ຫລາຍ​ຂຶ້ນ.

ເຮົາ​ຈະ​ຮູ້ສຶກ​ມີ​ຄວາມ​ຂອບຄຸນ ເມື່ອ​ເຮົາ​ເຫັນ​ວ່າ​ຄົນ​ອື່ນ​ກ້າວໜ້າ​ໄກ​ຊ່ຳໃດ ແລະ ​ເຮົາ​ຈະ​ມອງ​ຫາ​ຄວາມ​ດີ​ໃນ​ຜູ້​ອື່ນ.

ຂ້າພະເຈົ້າ​ຫວັງ​ວ່າ ທ່ານ​ຈະ​ພົບ​ຄວາມ​ຊື່ນ​ຊົມ​ໃນ​ການ​ຮັກສາ​ສິນ​ທຳ ແລະ ມີ​ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ​ໃນ​ຊີວິດ​ຂອງ​ເຮົາ ໂດຍ​ການ​ກັບ​ໃຈ​ແທ້​ຈິງ​ ແລະ ​ຕໍ່​ເນື່ອງ. ເຮົາ​ຈະ​ກາຍເປັນ​ຄົນ​ດີ​ຂຶ້ນ ແລະ​ ຄອບຄົວ​ຂອງ​ເຮົາ​ກໍ​ຈະ​ໄດ້​ຮັບ​ພອນ. ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ເຫລົ່ານີ້ ໃນ​ພຣະ​ນາມ​ອັນສັກສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.