ຜູ້ຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າຈະໄດ້ຮັບພອນ ແລະ ມີຄວາມສຸກ
ເຄື່ອງກີດກັ້ນທີ່ພຣະຜູ້ເປັນເຈົ້າໄດ້ຈັດຂຶ້ນມາ ຈະໃຫ້ການປົກປ້ອງແກ່ເຮົາຈາກອິດທິພົນຊົ່ວຮ້າຍ.
ເມື່ອດົນນານມາແລ້ວ, ຕອນໄປຢ້ຽມຢາມປະເທດອົດສະຕາລີ, ຂ້າພະເຈົ້າໄດ້ເດີນທາງໄປອ່າວໂຄ້ງແຫ່ງໜຶ່ງ ທີ່ມີຊື່ສຽງດັງເພາະການຂີ່ຄື້ນທະເລຢູ່ທີ່ນັ້ນ. ຂະນະທີ່ຂ້າພະເຈົ້າໄດ້ຍ່າງໄປຕາມຫາດຊາຍ, ຂ້າພະເຈົ້າໄດ້ປະທັບໃຈຫລາຍກັບຄວາມສະຫງ່າງາມຂອງຄື້ນທະເລໃຫຍ່ໆທີ່ຢຸດຜ່ອນລົງຢູ່ນອກອ່າວ ແລະ ຄື້ນນ້ອຍໆໄດ້ໄຫລເຂົ້າມາໃກ້ຝັ່ງ.
ຂະນະທີ່ຂ້າພະເຈົ້າຍ່າງຫລິ້ນຕໍ່ໄປ, ຂ້າພະເຈົ້າໄດ້ພົບກຸ່ມນັກຂີ່ຄື້ນທະເລຊາວອາເມຣິກັນ. ກໍເຫັນໄດ້ຢ່າງແຈ້ງຊັດວ່າ ເຂົາເຈົ້າໃຈຮ້າຍກ່ຽວກັບອັນໃດບາງຢ່າງ, ເວົ້າກັນດັງສະນັ່ນ ແລະ ຊີ້ໄປທາງທະເລ. ເມື່ອຂ້າພະເຈົ້າໄດ້ຖາມເຂົາເຈົ້າວ່າເປັນຫຍັງ, ເຂົາເຈົ້າໄດ້ຊີ້ອອກໄປທາງອ່າວ ບ່ອນທີ່ຄື້ນທະເລຢຸດຜ່ອນລົງ.
ຄົນໜຶ່ງໄດ້ບອກຂ້າພະເຈົ້າຢ່າງໃຈຮ້າຍວ່າ, “ເບິ່ງໄປທາງນັ້ນດູ.” “ເຈົ້າເຫັນສິ່ງກີດກັ້ນນັ້ນບໍ?” ໂດຍທີ່ໄດ້ເບິ່ງໃຫ້ຄັກໆເທື່ອນີ້, ແນ່ນອນວ່າ ຂ້າພະເຈົ້າໄດ້ເຫັນສິ່ງກີດກັ້ນນັ້ນທົ່ວໄປເຖິງປາກອ່າວທະເລ, ຢູ່ໃນບ່ອນທີ່ຄື້ນທະເລທີ່ໜ້າຂີ່ຢຸດໄຫລເຂົ້າມາ. ເບິ່ງຄືວ່າສິ່ງກີດກັ້ນນັ້ນແມ່ນເຮັດດ້ວຍວັດຖຸທີ່ສານເຂົ້າກັນ ແລະ ຕິດຢູ່ກັບເຄື່ອງທີ່ຢູ່ເທິງໜ້ານ້ຳ. ອີງຕາມນັກຂີ່ຄື້ນທະເລ, ສິ່ງກີດກັ້ນເຫລົ່ານັ້ນຖືກຢ່ອນລົງໄປທາງຫລຸ່ມເຖິງພື້ນຂອງທະເລ.
ນັກຂີ່ຄື້ນທະເລຊາວອາເມຣິກັນຄົນນັ້ນໄດ້ກ່າວຕໍ່ໄປວ່າ: “ພວກເຮົາມາທີ່ນີ້ໃນການເດີນທາງທີ່ເປັນໂອກາດດຽວໃນຊີວິດເທົ່ານັ້ນ ເພື່ອມາຂີ່ຄື້ນທະເລໃຫຍ່ເຫລົ່ານີ້. ພວກເຮົາສາມາດຂີ່ຄື້ນນ້ອຍໆ ພາຍໃນອ່າວນັ້ນເອງ, ແຕ່ສິ່ງກີດກັ້ນນັ້ນເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ພວກເຮົາຈະຂີ່ຄື້ນໃຫຍ່ໆນັ້ນ. ພວກເຮົາບໍ່ຮູ້ວ່າເປັນຫຍັງຈຶ່ງຕ້ອງມີສິ່ງກີດກັ້ນຢູ່ທີ່ນັ້ນ. ສິ່ງທີ່ພວກເຮົາຮູ້ກໍແມ່ນວ່າ ມັນເຮັດໃຫ້ການເດີນທາງຂອງພວກເຮົາລົ້ມເຫລວ.”
ຂະນະທີ່ນັກຂີ່ຄື້ນທະເລຊາວອາເມຣິກັນຄົນນັ້ນໄດ້ໃຈຮ້າຍແຮງຫລາຍຂືຶ້ນ, ຄວາມສົນໃຈຂອງຂ້າພະເຈົ້າໄດ້ຫັນໄປຫານັກຂີ່ຄື້ນທະເລທີ່ຢູ່ໃກ້ໆທີ່ ເປັນຊາຍສູງອາຍຸ ແລະ ເຫັນໄດ້ວ່າເປັນຄົນໃນທ້ອງຖິ່ນນັ້ນ. ເບິ່ງຄືວ່າລາວຈະອົດທົນບໍ່ໄຫວຂະນະທີ່ລາວໄດ້ຟັງຄຳວ່າຈົ່ມທີ່ຮ້າຍແຮງຂຶ້ນກ່ຽວກັບສິ່ງກີດກັ້ນນັ້ນ.
ໃນທີ່ສຸດ, ລາວໄດ້ລຸກຂຶ້ນ ແລະ ໄດ້ຍ່າງໄປຫາກຸ່ມນັ້ນ. ໂດຍບໍ່ໄດ້ເວົ້າຫຍັງເລີຍ, ລາວໄດ້ດຶງເອົາກ້ອງຊ່ອງອອກຈາກຖົງເປ້ຂອງລາວ ແລະ ໄດ້ຍື່ນມັນໃຫ້ນັກຂີ່ຄື້ນທະເລຄົນໜຶ່ງ, ໂດຍຊີ້ໄປທາງເຄື່ອງກີດກັ້ນ. ນັກຂີ່ຄື້ນແຕ່ລະຄົນໄດ້ຊ່ອງເບິ່ງ. ແລ້ວໄດ້ເປັນທີຂອງຂ້າພະເຈົ້າທີ່ໄດ້ຊ່ອງເບິ່ງ. ດ້ວຍຄວາມຊ່ອຍເຫລືອຂອງເຄື່ອງຂະຫຍາຍ, ຂ້າພະເຈົ້າໄດ້ເຫັນສິ່ງທີ່ຂ້າພະເຈົ້າບໍ່ໄດ້ເຫັນ ກ່ອນໜ້ານັ້ນ: ໄດ້ເຫັນຄີປາສະຫລາມໃຫຍ່ທີ່ກຳລັງພາກັນກິນຢູ່, ຢູ່ໃກ້ເຄື່ອງກີດກັ້ນນັ້ນ.
ກຸ່ມນັ້ນກໍອາລົມອ່ອນລົງ. ນັກຂີ່ຄື້ນສູງອາຍຸໄດ້ເອົາກ້ອງຊ່ອງຂອງລາວຄືນ ແລະ ໄດ້ຫັນໜ້າຈະຍ່າງໜີໄປ. ຂະນະທີ່ລາວໄດ້ຍ່າງໄປ ລາວໄດ້ກ່າວຄຳທີ່ຂ້າພະເຈົ້າຈະບໍ່ເຄີຍລືມຈັກເທື່ອເລີຍວ່າ: “ຢ່າຈົ່ມໃຫ້ເຄື່ອງກີດກັ້ນນັ້ນແຮງຫລາຍ. ມັນເປັນສິ່ງດຽວເທົ່ານັ້ນທີ່ປ້ອງກັນພວກເຈົ້າບໍ່ໃຫ້ຖືກກືນກິນ.”
ພວກເຮົາໄດ້ຢືນຢູ່ ຫາດຊາຍທີ່ສວຍງາມແຫ່ງນັ້ນ. ທັດສະນະຂອງພວກເຮົາໄດ້ປ່ຽນໄປຢ່າງທັນທີ. ເຄື່ອງກີດກັ້ນທີ່ໄດ້ເບິ່ງຄືວ່າເຄັ່ງຄັດ ແລະ ຈຳກັດ—ທີ່ໄດ້ເບິ່ງຄືວ່າຈຳກັດຄວາມມ່ວນຊື່ນ ແລະ ຄວາມຕື່ນເຕັ້ນຂອງການຂີ່ຄື້ນທະເລໃຫຍ່ໆນັ້ນ—ບັດນີ້ກໍໄດ້ກາຍເປັນສິ່ງທີ່ແຕກຕ່າງຫລາຍ. ດ້ວຍຄວາມເຂົ້າໃຈໃໝ່ຂອງພວກເຮົາເຖິງອັນຕະລາຍທີ່ລໍຖ້າຢ່າງລັບໆຢູ່ພື້ນໜ້ານ້ຳນັ້ນ, ບັດນີ້ເຄື່ອງກີດກັ້ນໄດ້ໃຫ້ການປົກປ້ອງ, ຄວາມປອດໄພ, ແລະ ຄວາມສະຫງົບ.
ຂະນະທີ່ທ່ານ ແລະ ຂ້າພະເຈົ້າພາກັນເດີນຕໍ່ໄປໃນເສັ້ນທາງຂອງຊີວິດ ແລະ ພະຍາຍາມຈະບັນລຸຄວາມຝັນຂອງເຮົາ, ພຣະບັນຍັດ ແລະ ມາດຕະຖານຂອງພຣະເຈົ້າ—ດັ່ງເຊັ່ນເຄື່ອງກີດກັ້ນ—ບາງເທື່ອກໍຈະເຂົ້າໃຈຍາກ. ມັນອາດປະກົດວ່າເຄັ່ງຄັດ ແລະ ບໍ່ອ່ອນຂໍ້, ກີດຂວາງເສັ້ນທາງທີ່ເບິ່ງຄືວ່າມ່ວນ ແລະ ຕື່ນເຕັ້ນ ແລະ ທີ່ຄົນສ່ວນຫລາຍມັກຕິດຕາມໄປ. ດັ່ງທີ່ອັກຄະສາວົກໂປໂລໄດ້ບັນຍາຍວ່າ, “ເຮົາທັງຫລາຍເຫັນພໍມົວໆເໝືອນເບິ່ງໃນແວ່ນ,”1 ແລະ ດ້ວຍທັດສະນະທີ່ຈຳກັດເຊັ່ນນີ້, ທີ່ສ່ວນຫລາຍເຮົາຈະບໍ່ເຂົ້າໃຈອັນຕະລາຍຢ່າງຫລວງຫລາຍ ທີ່ລີ້ຊ້ອນຢູ່ນອກມຸມມອງຂອງເຮົາ.
ແຕ່ພຣະອົງຜູ້ທີ່ “ເຂົ້າໃຈທຸກສິ່ງທັງປວງ”2 ຮູ້ຢ່າງແນ່ນອນວ່າມີອັນຕະລາຍເຫລົ່ານັ້ນຊ້ອນຢູ່ໃສ. ພຣະອົງປະທານຄຳແນະນຳແຫ່ງສະຫວັນໃຫ້ແກ່ເຮົາ, ຜ່ານພຣະບັນຍັດຂອງພຣະອົງ ແລະ ການຊີ້ນຳດ້ວຍຄວາມຮັກ, ເພື່ອວ່າເຮົາຈະຫລີກລ້ຽງອັນຕະລາຍເຫລົ່ານີ້—ເພື່ອວ່າເຮົາຈະດຳລົງຊີວິດຂອງເຮົາ ທີ່ຈະຖືກປົກປ້ອງຈາກສັດຕູທາງວິນຍານ ແລະ ອັນຕະລາຍທາງວິນຍານທີ່ລໍຖ້າເຮົາຢູ່.3
ເຮົາສະແດງຄວາມຮັກຂອງເຮົາທີ່ມີຕໍ່ພຣະເຈົ້າ—ແລະ ສັດທາຂອງເຮົາໃນພຣະອົງ—ໂດຍການຕິດຕາມເສັ້ນທາງທີ່ພຣະອົງຈັດວາງໄວ້ໃຫ້ເຮົາໃຫ້ໄດ້ດີທີ່ສຸດທຸກໆມື້ ແລະ ໂດຍການຮັກສາພຣະບັນຍັດທີ່ພຣະອົງໄດ້ປະທານໃຫ້ເຮົາ. ໂດຍສະເພາະ ເຮົາສະແດງໃຫ້ເຫັນສັດທາ ແລະ ຄວາມຮັກນັ້ນ ສະພາບການທີ່ເຮົາບໍ່ເຂົ້າໃຈຢ່າງຄົບຖ້ວນ ເຖິງເຫດຜົນສຳລັບພຣະບັນຍັດ ຫລື ເສັ້ນທາງຂອງພຣະເຈົ້າໂດຍສະເພາະ ທີ່ພຣະອົງກຳລັງບອກໃຫ້ເຮົາເດີນໄປ. ມັນເປັນເລື່ອງງ່າຍທີ່ຈະຕິດຕາມເສັ້ນທາງທີ່ຢູ່ພາຍໃນເຄື່ອງກີດກັ້ນເມື່ອເຮົາຮູ້ວ່າມີສັດລ່າເຫຍື່ອແຂ້ວແຫລມໆລອຍໄປລອຍມາຢູ່ໃກ້ໆເຂດນັ້ນຢູ່. ມັນເປັນເລື່ອງຍາກທີ່ຈະກ້າວໄປໜ້າພາຍໃນເຄື່ອງກີດກັ້ນ ເມື່ອສິ່ງທີ່ເຮົາຕັ້ງໃຈໃສ່ນັ້ນແມ່ນເປັນຄື້ນທະເລທີ່ໜ້າຕື່ນເຕັ້ນທີ່ຢູ່ຂ້າງນອກຂອງເຄື່ອງກີດກັ້ນນັ້ນ. ແລະ ແລ້ວ, ໃນຊ່ວງເວລາເຫລົ່ານັ້ນ—ເວລາເມື່ອເຮົາໃຊ້ສັດທາຂອງເຮົາ, ໄວ້ວາງໃຈໃນພຣະເຈົ້າ, ແລະ ສະແດງຄວາມຮັກທີ່ເຮົາມີຕໍ່ພຣະອົງ—ທີ່ເຮົາຈະເຕີບໂຕທາງວິນຍານ ແລະ ໄດ້ຮັບຜົນປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດ.
ໃນພຣະຄຳພີໃໝ່, ອານານີອາ ບໍ່ສາມາດເຂົ້າໃຈພຣະບັນຊາຂອງພຣະຜູ້ເປັນເຈົ້າ ທີ່ຈະຊອກຫາ ແລະ ໃຫ້ພອນໂຊໂລ—ຜູ້ຊາຍທີ່ມີສິດອຳນາດແທ້ໆ ທີ່ຈະເອົາຄົນທີ່ເຊື່ອໃນພຣະເຈົ້າເຂົ້າຄຸກ. ແຕ່, ເພາະເພິ່ນໄດ້ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ອານານີອາ ກໍໄດ້ເປັນເຄື່ອງມືໃນການເກີດໃໝ່ທາງວິນຍານຂອງອັກຄະສາວົກໂປໂລ.4
ເມື່ອເຮົາໄວ້ວາງໃຈໃນພຣະຜູ້ເປັນເຈົ້າ, ນຳໃຊ້ສັດທາຂອງເຮົາ, ເຊື່ອຟັງພຣະບັນຍັດຂອງພຣະອົງ, ແລະ ຕິດຕາມເສັ້ນທາງທີ່ພຣະອົງໄດ້ຈັດໄວ້ໃຫ້ເຮົາ—ເມື່ອເຮົາຍອມຕົນຕໍ່ພຣະປະສົງຂອງພຣະອົງ—ເຮົາຈະກາຍເປັນຜູ້ຄົນທີ່ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາກາຍເປັນ. ມັນກໍຄື “ການກາຍເປັນ” ນີ້ຫລະ—ການປ່ຽນໃຈເຫລື້ອມໃສສຸດຫົວໃຈແບບນີ້ແຫລະ—ທີ່ສຳຄັນຫລາຍທີ່ສຸດ. ດັ່ງທີແອວເດີ ດາລິນ ເອັຈ ໂອກສ໌ ໄດ້ສອນເຮົາວ່າ: “ການຕັດສິນຄັ້ງສຸດທ້າຍ ບໍ່ເປັນພຽງແຕ່ການປະເມີນຈຳນວນທັງໝົດຂອງການກະທຳຄວາມດີ ແລະ ຄວາມຊົ່ວ—ສິ່ງທີ່ເຮົາໄດ້ເຮັດໄປ. ມັນເປັນການຍອມຮັບຜົນສະທ້ອນສຸດທ້າຍຂອງການກະທຳ ແລະ ຄວາມນຶກຄິດຂອງເຮົາ—ສິ່ງທີ່ເຮົາໄດ້ກາຍເປັນ. ມັນບໍ່ພຽງພໍສຳລັບຄົນໃດເລີຍ ທີ່ຈະເຮັດໄປຕາມອັດຕະໂນມັດໂດຍບໍ່ມີຄວາມຮູ້ສຶກ. ພຣະບັນຍັດ, ພິທີການ, ແລະ ພັນທະສັນຍາຂອງພຣະກິດຕິຄຸນນັ້ນ ບໍ່ໄດ້ເປັນດັ່ງເງິນທີ່ຈຳເປັນຕ້ອງເອົາໄປຝາກໄວ້ໃນບັນຊີແຫ່ງສະຫວັນ. ພຣະກິດຕິຄຸນຂອງພຣະເຢຊູຄຣິດແມ່ນແຜນທີ່ສະແດງໃຫ້ເຮົາເຫັນວິທີທີ່ຈະກາຍເປັນຄົນທີ່ພຣະບິດາເທິງສະຫວັນປະສົງໃຫ້ເຮົາກາຍເປັນ.”5
ສະນັ້ນ, ການເຊື່ອຟັງທີ່ແທ້ຈິງ, ຄືການຖະຫວາຍຕົວເຮົາເອງທັງໝົດແດ່ພຣະອົງ ແລະ ໃຫ້ພຣະອົງຈັດເສັ້ນທາງຂອງເຮົາ ທັງໃນເວລາທີ່ມີຄວາມສະຫງົບ ແລະ ໃນຊ່ວງເວລາທີ່ວຸ້ນວາຍ, ໂດຍເຂົ້າໃຈວ່າ ພຣະອົງສາມາດຊ່ອຍໃຫ້ເຮົາກາຍເປັນຄົນທີ່ເຮົາຈະສາມາດກາຍເປັນໄດ້ດ້ວຍຕົວເຮົາເອງ.
ເມື່ອເຮົາຍອມຕໍ່ພຣະປະສົງຂອງພຣະອົງ, ເຮົາຈະມີຄວາມສະຫງົບ ແລະ ຄວາມສຸກຫລາຍຂຶ້ນ. ກະສັດເບັນຢາມິນ ໄດ້ສອນວ່າ ຜູ້ຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າ ຜູ້ທີ່ຕິດຕາມໄປໃນເສັ້ນທາງທີ່ພຣະອົງຊົງນຳກໍ “ໄດ້ຮັບພອນ ແລະ ມີຄວາມສຸກ” ໃນ “ທຸກຢ່າງ ທັງຝ່າຍໂລກ ແລະ ຝ່າຍວິນຍານ.”6 ພຣະເຈົ້າປະສົງໃຫ້ເຮົາມີຄວາມສຸກ. ພຣະອົງປະສົງໃຫ້ເຮົາມີຄວາມສະຫງົບ. ພຣະອົງປະສົງໃຫ້ເຮົາມີຄວາມສຳເລັດຜົນ. ພຣະອົງປະສົງໃຫ້ເຮົາມີຄວາມປອດໄພ ແລະ ຖືກປົກປ້ອງຈາກອິດທິພົນທາງໂລກທີ່ຢູ່ອ້ອມຮອບເຮົາ.
ກ່າວອີກໃນຄຳໜຶ່ງກໍຄື, ພຣະບັນຊາຂອງພຣະຜູ້ເປັນເຈົ້າບໍ່ແມ່ນຂໍ້ຈຳກັດຍາກໆທີ່ຕິດຕາມກັນ ທີ່ເຮົາຕ້ອງຮຽນຮູ້ທີ່ຈະອົດທົນຕໍ່ຢ່າງບໍ່ພໍໃຈໃນຊີວິດນີ້ ເພື່ອວ່າເຮົາອາດຈະຖືກເຮັດໃຫ້ສູງສົ່ງໃນຊີວິດທີ່ຈະມາເຖິງ. ກົງກັນຂ້າມ, ເຄື່ອງກີດກັ້ນທີ່ພຣະຜູ້ເປັນເຈົ້າໄດ້ຈັດຂຶ້ນມາ ຈະໃຫ້ການປົກປ້ອງແກ່ເຮົາຈາກອິດທິພົນຊົ່ວຮ້າຍ ອັນທີ່ຈະທຳລາຍ ທີ່ຈະດຶງເຮົາລົງໄປເຖິງຄວາມເລິກໆຂອງຄວາມສິ້ນຫວັງ. ພຣະບັນຍັດຂອງພຣະຜູ້ເປັນເຈົ້າຖືກປະທານໃຫ້ຈາກຄວາມຮັກ ແລະ ຄວາມຫ່ວງໃຍ; ມັນມີເຈດຕະນາໃຫ້ເຮົາມີຄວາມສຸກໃນຊີວິດນີ້7 ດັ່ງທີ່ມັນຖືກເຈດຕະນາໃຫ້ເຮົາມີຄວາມສຸກ ແລະ ຄວາມສູງສົ່ງໃນຊີວິດໜ້າ. ມັນໄດ້ໝາຍວິທີທີ່ເຮົາຄວນລົງມືປະຕິບັດ—ແລະ ສຳຄັນໄປກວ່ານັ້ນຄື ມັນຊ່ອຍໃຫ້ເຮົາເຂົ້າໃຈວ່າເຮົາຄວນກາຍເປັນຄົນແບບໃດ.
ດັ່ງທີ່ໃນທຸກສິ່ງດີໆ ແລະ ເປັນຄວາມຈິງ, ພຣະເຢຊູຄຣິດເປັນຕົວຢ່າງທີ່ດີທີ່ສຸດ. ການກະທຳແຫ່ງການເຊື່ອຟັງທີ່ຍິ່ງໃຫຍ່ທີ່ສຸດຕະຫລອດຊົ່ວນິລັນດອນໄດ້ເກີດຂຶ້ນເມື່ອພຣະບຸດໄດ້ຍອມຕົວພຣະອົງເອງຕໍ່ພຣະປະສົງຂອງພຣະບິດາ. ໃນການທູນຂໍດ້ວຍຄວາມຖ່ອມຕົວທີ່ສຸດ ວ່າໃຫ້ຈອກແຫ່ງຄວາມທົນທຸກທໍລະມານເລື່ອນໄປ—ເພື່ອວ່າພຣະອົງອາດຈະເດີນທາງຕາມເສັ້ນທາງອື່ນ ແທນເສັ້ນທາງທີ່ໄດ້ຖືກໝາຍໄວ້ສຳລັບພຣະອົງ—ພຣະຄຣິດໄດ້ຍອມເດີນຕາມເສັ້ນທາງທີ່ພຣະບິດາຂອງພຣະອົງໄດ້ປະສົງໃຫ້ພຣະອົງເດີນ. ມັນໄດ້ເປັນເສັ້ນທາງທີ່ນຳໄປຫາເຄັດເຊມາເນ ແລະ ໂຄລະໂຄທາ, ບ່ອນທີ່ພຣະອົງໄດ້ທົນທຸກທໍລະມານຕໍ່ຄວາມເຈັບປວດ ແລະ ຄວາມທໍລະມານທີ່ແສນສາຫັດ, ແລະ ບ່ອນທີ່ພຣະອົງຖືກປະຖິ້ມໄປເມື່ອພຣະວິນຍານຂອງພຣະບິດາຂອງພຣະອົງໄດ້ໜີໄປຈາກພຣະອົງ. ແຕ່ເສັ້ນທາງອັນດຽວກັນນັ້ນສິ້ນສຸດລົງໃນອຸບມຸງທີ່ວ່າງເປົ່າໃນມື້ທີສາມ, ດ້ວຍສຽງຮ້ອງໂຮທີ່ວ່າ “ພຣະອົງເປັນຄືນມາຈາກຕາຍແລ້ວ!”8 ດັງກ້ອງສະນັ່ນໄປເຖິງຫູ ແລະ ໃຈຂອງຜູ້ຄົນທີ່ຮັກພຣະອົງ. ມັນໄດ້ຮ່ວມດ້ວຍຄວາມປິຕິຍິນດີ ແລະ ການປອບໂຍນທີ່ຄາດບໍ່ເຖິງ ທີ່ເຈາະຈົງຢູ່ໃນການຊົດໃຊ້ຂອງພຣະອົງສຳລັບລູກໆຂອງພຣະເຈົ້າ ຕະຫລອດຊົ່ວນິລັນດອນ. ໂດຍການປ່ອຍໃຫ້ພຣະປະສົງຂອງພຣະບຸດຖືກກືນລົງໄປໃນພຣະປະສົງຂອງພຣະບິດາ—ໂດຍການຕິດຕາມພຣະບັນຊາຂອງພຣະບິດາ—ພຣະຄຣິດໄດ້ປະທານໂອກາດແຫ່ງຄວາມສະຫງົບນິລັນດອນ, ຄວາມສຸກນິລັນດອນ, ແລະ ຊີວິດນິລັນດອນໃຫ້ແກ່ເຮົາ.
ຂ້າພະເຈົ້າເປັນພະຍານວ່າເຮົາເປັນລູກຂອງພຣະເຈົ້າທີ່ຊົງຮັກ. ຂ້າພະເຈົ້າເປັນພະຍານວ່າພຣະອົງປະສົງໃຫ້ເຮົາມີຄວາມສຸກ ແລະ ປອດໄພ ແລະ ໄດ້ຮັບພອນ. ເພາະຈຸດປະສົງນີ້, ພຣະອົງຈຶ່ງໄດ້ວາງແຜນເສັ້ນທາງໃຫ້ເຮົາ ເພື່ອກັບຄືນໄປຫາພຣະອົງ ແລະ ພຣະອົງໄດ້ວາງສິ່ງກີດກັ້ນນັ້ນໄວ້ ເພື່ອປົກປ້ອງເຮົາຕະຫລອດການເດີນທາງ. ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເຮັດໃຫ້ໄດ້ດີທີ່ສຸດ ທີ່ຈະຕິດຕາມເສັ້ນທາງນັ້ນ, ເຮົາຈະພົບຄວາມປອດໄພ, ຄວາມສຸກ, ແລະ ຄວາມສະຫງົບສຸກທີ່ແທ້ຈິງ. ແລະ ເມື່ອເຮົາຍອມຕົວຕໍ່ພຣະປະສົງຂອງພຣະອົງ, ເຮົາຈະກາຍເປັນຜູ້ຄົນທີ່ພຣະອົງປະສົງໃຫ້ເຮົາກາຍເປັນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.