ຄວາມສຸກຂອງການດຳລົງຊີວິດທີ່ມີພຣະຄຣິດເປັນຈຸດໃຈກາງ
ຊີວິດຂອງເຮົາກໍຕ້ອງຖືກຕັ້ງຢູ່ດ້ວຍຄວາມແນ່ນອນໃນພຣະຄຣິດ ຖ້າຫາກເຮົາຢາກຈະພົບເຫັນຄວາມສຸກ ແລະ ຄວາມສະຫງົບທີ່ແທ້ຈິງໃນຊີວິດນີ້.
ໂລກທີ່ເຮົາອາໄສຢູ່ກຳລັງສ້າງຄວາມກົດດັນຫລາຍໃຫ້ແກ່ຜູ້ຄົນທີ່ດີຢູ່ທົ່ວທຸກແຫ່ງຫົນ ໃຫ້ຫລຸດ ຫລື ແມ່ນແຕ່ໃຫ້ປະຖິ້ມມາດຕະຖານແຫ່ງການດຳລົງຊີວິດທີ່ຊອບທຳ. ແຕ່, ເຖິງແມ່ນວ່າຄວາມຊົ່ວຮ້າຍ ແລະ ການລໍ້ລວງຈະຢູ່ອ້ອມຮອບຕົວເຮົາແຕ່ລະວັນກໍຕາມ, ເຮົາສາມາດພົບເຫັນ ແລະ ຈະພົບເຫັນຄວາມສຸກທີ່ແທ້ຈິງໂດຍການດຳລົງຊີວິດທີ່ມີພຣະຄຣິດເປັນຈຸດໃຈກາງ.
ການເຮັດໃຫ້ພຣະຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງເປັນຈຸດໃຈກາງໃນຊີວິດຂອງເຮົາ ຈະນຳຄວາມໝັ້ນຄົງ ແລະ ຄວາມສຸກມາສູ່ຊີວິດຂອງເຮົາ ດັ່ງທີ່ຕົວຢ່າງຕໍ່ໄປນີ້ສະແດງໃຫ້ເຫັນ.
ແອວເດີ ໄທອີຈີ ອາໂອບາ ແຫ່ງສາວົກເຈັດສິບ, ຜູ້ທີ່ອາໄສຢູ່ໃນໝູ່ບ້ານນ້ອຍໆຢູ່ເທິງພູ ໃນເມືອງຊີໂກກູ ປະເທດຍີ່ປຸ່ນ, ໄດ້ຖືກຂໍໃຫ້ສອນຫ້ອງຮຽນໃນກອງປະຊຸມຂອງຊາວໜຸ່ມ. “ຢືນຢູ່ໃນສະຖານທີ່ທີ່ສັກສິດ” ໄດ້ຖືກເລືອກໃຫ້ເປັນຫົວຂໍ້ຂອງກອງປະຊຸມນັ້ນ. ຫລັງຈາກໄດ້ໄຕ່ຕອງຫົວຂໍ້ ແລະ ສິ່ງທີ່ຈະສອນແລ້ວ, ແອວເດີ ອາໂອບາ ໄດ້ຕັດສິນໃຈທີ່ຈະນຳໃຊ້ວິຊາຊີບຂອງເພິ່ນ ເພື່ອເປັນເຄື່ອງມືໃນການສອນ. ວິຊາຊີບຂອງເພິ່ນຄືຊ່າງປັ້ນໝໍ້.
ແອວເດີ ອາໂອບາ ໄດ້ເລົ່າວ່າ ຊາວໜຸ່ມໃນຫ້ອງຮຽນຂອງເພິ່ນມີຄວາມຕື່ນເຕັ້ນ ແລະ ສົນໃຈຫລາຍເມື່ອພວກເຂົາໄດ້ເຫັນວິທີທີ່ເພິ່ນສາມາດປ່ຽນແປງຮູບຮ່າງຂອງດິນໜຽວຢູ່ໃນມືຂອງເພິ່ນໃຫ້ກາຍເປັນຖ້ວຍ, ເປັນຊາມ, ແລະ ຈອກ. ຫລັງຈາກການສາທິດຂອງເພິ່ນ, ເພິ່ນໄດ້ຖາມພວກເຂົາ ຖ້າຫາກວ່າຄົນໃດຄົນໜຶ່ງຢາກລອງປັ້ນອັນໃດບາງຢ່າງ. ທຸກຄົນໄດ້ຍົກມືຂຶ້ນ.
ແອວເດີ ອາໂອບາ ໄດ້ໃຫ້ຊາວໜຸ່ມຫລາຍຄົນອອກໄປລອງເຮັດຕາມຄວາມສົນໃຈໃໝ່ຂອງພວກເຂົາ. ພວກເຂົາໄດ້ຄິດ, ຫລັງຈາກໄດ້ເບິ່ງເພິ່ນ, ວ່າມັນຈະເປັນເລື່ອງງ່າຍ. ແຕ່, ບໍ່ມີໃຜຈັກຄົນເຮັດໄດ້ສຳເລັດ ໃນຄວາມພະຍາຍາມຂອງພວກເຂົາ ແມ່ນແຕ່ຈະປັ້ນຖ້ວຍທີ່ງ່າຍໆກໍເຮັດບໍ່ໄດ້. ພວກເຂົາໄດ້ປະກາດວ່າ: “ຂ້ານ້ອຍເຮັດບໍ່ໄດ້!” “ເປັນຫຍັງຄືມາຍາກແທ້?” “ນີ້ຍາກໂພດ.” ພວກເຂົາໄດ້ກ່າວຂໍ້ຄວາມເຫລົ່ານີ້ ຂະນະທີ່ກ້ອນດິນໜຽວໄດ້ຟົ້ງອອກໄປທົ່ວຫ້ອງ.
ເພິ່ນໄດ້ຖາມຊາວໜຸ່ມວ່າເປັນຫຍັງພວກເຂົາຈຶ່ງມີບັນຫາໃນການປັ້ນຖ້ວຍ. ພວກເຂົາໄດ້ຕອບດ້ວຍຄຳຕອບທີ່ແຕກຕ່າງກັນວ່າ: “ຂ້ານ້ອຍບໍ່ມີປະສົບການ.” “ຂ້ານ້ອຍບໍ່ເຄີຍໄດ້ຮັບການເຝິກຝົນ.” “ຂ້ານ້ອຍບໍ່ມີພອນສະຫວັນ.” ອີງຕາມຜົນງານ, ສິ່ງທີ່ພວກເຂົາໄດ້ກ່າວອອກມາແມ່ນຈິງທັງໝົດ; ເຖິງຢ່າງໃດກໍຕາມ, ເຫດຜົນທີ່ສຳຄັນທີ່ສຸດສຳລັບຄວາມລົ້ມເຫລວຂອງພວກເຂົານັ້ນ ກໍເພາະຍ້ອນວ່າ ກ້ອນດິນໜຽວບໍ່ໄດ້ຖືກວາງໄວ້ຢູ່ໃນເຄິ່ງກາງຂອງລໍ້ປັ້ນ. ຊາວໜຸ່ມໄດ້ຄິດວ່າພວກເຂົາໄດ້ວາງດິນໜຽວນັ້ນຢູ່ໃນເຄິ່ງກາງ, ແຕ່ຈາກມຸມມອງຂອງຜູ້ເປັນມືອາຊີບ, ມັນບໍ່ໄດ້ຢູ່ໃນເຄິ່ງກາງຢ່າງແນ່ນອນ. ແລ້ວເພິ່ນໄດ້ບອກພວກເຂົາວ່າ, “ຂໍໃຫ້ເຮົາພາກັນລອງເຮັດອີກເທື່ອໜຶ່ງ.”
ເທື່ອນີ້ ແອວເດີ ອາໂອບາ ໄດ້ວາງກ້ອນດິນໜຽວໄວ້ຢູ່ໃນເຄິ່ງກາງຂອງລໍ້ ແລະ ແລ້ວໄດ້ເລີ່ມປິ່ນລໍ້, ເຮັດຮູຢູ່ໃນເຄິ່ງກາງຂອງກ້ອນດິນໜຽວນັ້ັນ. ຊາວໜຸ່ມຫລາຍຄົນໄດ້ລອງເຮັດອີກ. ເທື່ອນີ້ທຸກຄົນພາກັນຕົບມືເມື່ອພວກເຂົາໄດ້ເວົ້າວ່າ: “ວ້າວ! ມັນບໍ່ສັ່ນ,” “ຂ້ານ້ອຍເຮັດໄດ້,” ຫລື “ຂ້ານ້ອຍເຮັດໄດ້ແລ້ວ!” ແນ່ນອນວ່າ, ຮູບຮ່າງນັ້ນບໍ່ສົມບູນແບບ, ແຕ່ຜົນງານເທື່ອນີ້ແມ່ນແຕກຕ່າງຫລາຍຈາກຜົນງານຂອງເທື່ອທຳອິດ. ເຫດຜົນສຳລັບຄວາມສຳເລັດຂອງພວກເຂົາແມ່ນເປັນເພາະດິນໜຽວນັ້ນໄດ້ຖືກວາງໄວ້ຢູ່ໃນເຄິ່ງກາງຂອງລໍ້ປິ່ນ.
ໂລກທີ່ເຮົາອາໄສຢູ່ກໍຄ້າຍຄືກັນກັບລໍ້ປິ່ນຂອງຊ່າງປັ້ນ, ແລະ ຄວາມໄວຂອງລໍ້ນັ້ນກໍກຳລັງເພີ່ມທະວີຂຶ້ນ. ເໝືອນດັ່ງດິນໜຽວທີ່ຢູ່ໃນລໍ້ປິ່ນຂອງຊ່າງປັ້ນ, ເຮົາກໍຕ້ອງຢູ່ໃນເຄິ່ງກາງຄືກັນ. ໃຈກາງຂອງເຮົາ, ຈຸດໃຈກາງຂອງຊີວິດເຮົາ, ຕ້ອງເປັນພຣະຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ການດຳລົງຊີວິດທີ່ມີພຣະຄຣິດເປັນຈຸດໃຈກາງ ໝາຍຄວາມວ່າ ເຮົາຮຽນຮູ້ກ່ຽວກັບພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ ແລະ ແລ້ວເຮົາຕິດຕາມຕົວຢ່າງຂອງພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງຢ່າງເຄັ່ງຄັດ.
ເອຊາຢາ ສາດສະດາບູຮານໄດ້ກ່າວວ່າ, “ແຕ່ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ; ພວກຂ້ານ້ອຍເປັນດິນໜຽວ ແລະ ພຣະອົງເປັນຊ່າງປັ້ນ; ພຣະອົງໄດ້ສ້າງພວກຂ້ານ້ອຍມາ.”1
ຖ້າຫາກຊີວິດຂອງເຮົາເຈາະຈົງຢູ່ທີ່ພຣະເຢຊູຄຣິດ, ພຣະອົງສາມາດຫລໍ່ຫລອມເຮົາໃຫ້ເປັນຄົນທີ່ເຮົາຕ້ອງເປັນ ເພື່ອຈະໄດ້ກັບຄືນໄປຫາທີ່ປະທັບຂອງພຣະອົງ ແລະ ພຣະບິດາເທິງສະຫວັນ ໃນອານາຈັກຊັ້ນສູງ. ຄວາມສຸກທີ່ເຮົາປະສົບຢູ່ໃນຊີວິດນີ້ ຈະກ່ຽວພັນຢ່າງໂດຍກົງວ່າ ຊີວິດຂອງເຮົາເຈາະຈົງຢູ່ໃນຄຳສອນ, ຕົວຢ່າງ, ແລະ ການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດໄດ້ດີເທົ່າໃດ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າໄດ້ເກີດມາໃນຄອບຄົວທີ່ໄດ້ເປັນໄພ່ພົນຍຸກສຸດທ້າຍມາຫລາຍໆລຸ້ນຄົນ, ສະນັ້ນ ພອນ ແລະ ຄວາມສຸກຂອງການມີພຣະກິດຕິຄຸນຂອງພຣະເຢຊູຄຣິດ ຊຶ່ງເປັນພື້ນຖານຂອງຄອບຄົວເຮົາ ກໍໄດ້ຖືກສານຕໍ່ເຂົ້າກັບຊີວິດປະຈຳວັນຂອງເຮົາໃນທຸກໆດ້ານ. ຕອນໄປເຜີຍແຜ່ເຕັມເວລາຂອງຂ້າພະເຈົ້າ ຕອນຂ້າພະເຈົ້າເປັນຊາຍໜຸ່ມ ຂ້າພະເຈົ້າກໍໄດ້ຮັບຮູ້ຜົນກະທົບດີໆ ຂອງຄວາມສົມບູນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ໄດ້ມີຕໍ່ຜູ້ຄົນທີ່ບໍ່ເຄີຍໄດ້ປະສົບກັບພອນຂອງມັນໃນຊີວິດຂອງເຂົາເຈົ້າມາກ່ອນ. ພຣະຄຳພີຂໍ້ນີ້ໃນພຣະທຳມັດທາຍ ກໍເປັນຕົວຢ່າງຂອງຂັ້ນຕອນທີ່ຜູ້ທີ່ໄດ້ປ່ຽນໃຈເຫລື້ອມໃສຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ ປະສົບວ່າ: “ອານາຈັກສະຫວັນປຽບເໝືອນຊັບທີ່ເຊື່ອງໄວ້ໃນທົ່ງນາ, ຊາຍຄົນໜຶ່ງພົບແລ້ວຈຶ່ງເຊື່ອງໄວ້ອີກ; ລາວດີໃຈທີ່ສຸດຈຶ່ງໄປຂາຍທຸກສິ່ງທີ່ຕົນມີຢູ ແລ້ວໄປຊື້ເອົານາທົ່ງນັ້ນ.”2
ຂ້າພະເຈົ້າຂໍແບ່ງປັນຕົວຢ່າງໜຶ່ງກັບທ່ານ ຈາກພຣະຄຳພີມໍມອນ ທີ່ອະທິບາຍເຖິງສິ່ງທີ່ຜູ້ປ່ຽນໃຈເຫລື້ອມໃສຄົນໜຶ່ງໄດ້ເຕັມໃຈທີ່ຈະຈ່າຍຄ່າ ເພື່ອວ່າຈະໄດ້ຮັບຄວາມສຸກ ທີ່ກ່ຽວພັນກັບການພົບເຫັນຊັບທີ່ພຣະຄຣິດໄດ້ກ່າວເຖິງໃນຄຳອຸປະມາເລື່ອງ ຊັບທີ່ເຊື່ອງໄວ້ໃນທົ່ງນາ.
ຈົ່ງຈຳໄວ້ ໃນພຣະຄຳພີມໍມອນ ໃນ ແອວມາ ບົດທີ 20, ອຳໂມນ ແລະ ລາໂມໄນ ໄດ້ພາກັນເດີນທາງໄປສູ່ເມືອງ ມິດໂດໄນ ເພື່ອຈຸດປະສົງຂອງການຊອກຫາ ແລະ ການປົດປ່ອຍ ອາໂຣນ, ນ້ອງຊາຍຂອງເພິ່ນອອກຈາກຄຸກ. ໃນການເດີນທາງຂອງພວກເພິ່ນ, ພວກເພິ່ນໄດ້ພົບບິດາຂອງ ລາໂມໄນ, ຜູ້ທີ່ເປັນກະສັດຊາວເລມັນຕະຫລອດທົ່ວແຜ່ນດິນທັງໝົດ.
ກະສັດໃຈຮ້າຍຫລາຍເພາະບຸດຂອງເພິ່ນກຳລັງເດີນທາງໄປກັບອຳໂມນ, ຜູ້ສອນສາດສະໜາຊາວນີໄຟ, ຜູ້ທີ່ເພິ່ນໄດ້ຖືວ່າເປັນສັດຕູ. ເພິ່ນໄດ້ຮູ້ສຶກວ່າບຸດຂອງເພິ່ນຄວນໄດ້ໄປຮ່ວມໃນງານລ້ຽງສະຫລອງທີ່ໃຫຍ່ໂຕ ທີ່ເພິ່ນໄດ້ຈັດຂຶ້ນສຳລັບບັນດາບຸດຂອງເພິ່ນ ແລະ ຜູ້ຄົນຂອງເພິ່ນ. ກະສັດຊາວເລມັນໄດ້ໃຈຮ້າຍຫລາຍຈົນວ່າເພິ່ນໄດ້ບັນຊາໃຫ້ ລາໂມໄນ ບຸດຂອງເພິ່ນຂ້າອຳໂມນດ້ວຍດາບຂອງເພິ່ນ. ເມື່ອລາໂມໄນບໍ່ຍອມເຮັດຕາມ, ກະສັດໄດ້ຈົກດາບຂອງເພິ່ນເອງອອກມາ ເພື່ອຈະຂ້າບຸດຂອງເພິ່ນເພາະຄວາມບໍ່ເຊື່ອຟັງ; ແຕ່, ອຳໂມນ ໄດ້ໄກ່ເກ່ຍເພື່ອຊ່ອຍຊີວິດຂອງ ລາໂມໄນ ເອົາໄວ້. ໃນທີ່ສຸດ ເພິ່ນກໍໄດ້ມີອຳນາດເໜືອກະສັດ ແລະ ເກືອບຂ້າເພິ່ນ.
ຕໍ່ໄປນີ້ຄືຄຳທີ່ກະສັດໄດ້ກ່າວກັບ ອຳໂມນ ເມື່ອພົບເຫັນຕົນເອງຕົກຢູ່ໃນສະພາບທີ່ຄໍຂາດບາດຕາຍວ່າ: “ຖ້າຫາກເຈົ້າໄວ້ຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າຈະອະນຸຍາດໃຫ້ເຈົ້າ ບໍ່ວ່າອັນໃດກໍຕາມທີ່ເຈົ້າຕ້ອງການຈົນກະທັ້ງເຄິ່ງໜຶ່ງຂອງອານາຈັກຂອງຂ້າພະເຈົ້າ.”3
ສະນັ້ນ ກະສັດໄດ້ເຕັມໃຈຈະສະລະແມ່ນແຕ່ເຄິ່ງໜຶ່ງຂອງອານາຈັກຂອງເພິ່ນ ເພື່ອຈະເອົາຊີວິດຂອງຕົນໃຫ້ລອດ. ກະສັດຕ້ອງໄດ້ຕົກໃຈແທ້ໆ ເມື່ອອຳໂມນໄດ້ຮຽກຮ້ອງພຽງແຕ່ວ່າໃຫ້ເພິ່ນປົດປ່ອຍ ອາໂຣນ ນ້ອງຊາຍຂອງເພິ່ນ ແລະ ໝູ່ເພື່ອນຂອງລາວຈາກຄຸກ ແລະ ວ່າໃຫ້ ລາໂມໄນ ບຸດຂອງເພິ່ນປົກຄອງອານາຈັກຂອງເພິ່ນເອງ.
ຕໍ່ຈາກນັ້ນ, ເປັນເພາະການປະທະຕອນນີ້, ອາໂຣນ ນ້ອງຊາຍຂອງອຳໂມນ ກໍໄດ້ຖືກປົດປ່ອຍອອກຈາກຄຸກ ມິດໂດໄນ. ຫລັງຈາກການປົດປ່ອຍຂອງລາວ ລາວກໍຖືກດົນໃຈໃຫ້ເດີນທາງໄປບ່ອນທີ່ກະສັດຊາວເລມັນຄົນນັ້ນໄດ້ປົກຄອງແຜ່ນດິນຢູ່. ອາໂຣນ ຖືກແນະນຳຕົວຕໍ່ກະສັດ ແລະ ໄດ້ມີສິດທິພິເສດໃນການສັ່ງສອນຫລັກທຳພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ແກ່ເພິ່ນ, ຮ່ວມເຖິງແຜນແຫ່ງການໄຖ່ທີ່ຍິ່ງໃຫຍ່. ຄຳສອນຂອງອາໂຣນ ໄດ້ດົນໃຈກະສັດຫລາຍ.
ຄຳຕອບຂອງກະສັດຕໍ່ຄຳສອນຂອງອາໂຣນ ກໍພົບເຫັນຢູ່ໃນ ຂໍ້ທີ 15 ຂອງແອວມາ ບົດທີ 22 ມີຄວາມວ່າ: “ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກອາໂຣນໄດ້ອະທິບາຍເລື່ອງເຫລົ່ານີ້ຕໍ່ເພິ່ນແລ້ວ, ກະສັດໄດ້ເວົ້າວ່າ: ຂ້າພະເຈົ້າຈະເຮັດແນວໃດເພື່ອຂ້າພະເຈົ້າຈະມີຊີວິດນິລັນດອນ ຊຶ່ງເຈົ້າໄດ້ເວົ້າມານັ້ນ? ແທ້ຈິງແລ້ວ, ຂ້າພະເຈົ້າຈະເຮັດແນວໃດເພື່ອຈະໄດ້ເກີດຈາກພຣະເຈົ້າ, ໂດຍຂຸດເອົາຮາກຂອງວິນຍານຊົ່ວນີ້ອອກຈາກໜ້າເອິກຂອງຂ້າພະເຈົ້າ, ແລະ ຮັບເອົາພຣະວິນຍານຂອງພຣະອົງ, ເພື່ອຂ້າພະເຈົ້າຈະເຕັມໄປດ້ວຍຄວາມປິຕິຍິນດີ, ເພື່ອວ່າຂ້າພະເຈົ້າຈະບໍ່ໄດ້ຖືກປະຖິ້ມໃນວັນສຸດທ້າຍ? ຈົ່ງເບິ່ງ, ກະສັດໄດ້ເວົ້າວ່າ ຂ້າພະເຈົ້າຈະສະລະທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າເປັນເຈົ້າຂອງ, ແທ້ຈິງແລ້ວ, ຂ້າພະເຈົ້າຈະປະຖິ້ມອານາຈັກຂອງຂ້າພະເຈົ້າ, ເພື່ອຈະໄດ້ຮັບຄວາມຜາສຸກອັນຍິ່ງໃຫຍ່ນີ້.”
ຊ່າງປະຫລາດໃຈແທ້ໆ, ກົງກັນຂ້າມກັບການຈະສະລະອານາຈັກຂອງເພິ່ນເຄິ່ງໜຶ່ງ ເພື່ອຈະຮັກສາຊີວິດຂອງເພິ່ນເອົາໄວ້, ບັດນີ້ ກະສັດຊາວເລມັນກໍເຕັມໃຈທີ່ຈະສະລະອານາຈັກຂອງເພິ່ນທັງໝົດ ເພື່ອວ່າເພິ່ນຈະໄດ້ຮັບຄວາມສຸກທີ່ມາຈາກຄວາມເຂົ້າໃຈ, ການຍອມຮັບ, ແລະ ການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ແນນຊີ, ພັນລະຍາຂອງຂ້າພະເຈົ້າກໍເປັນຜູ້ປ່ຽນໃຈເຫລື້ອມໃສໃນສາດສະໜາຈັກຄືກັນ. ນາງໄດ້ບອກຂ້າພະເຈົ້າຫລາຍເທື່ອຕະຫລອດຫລາຍປີຜ່ານມາ ເຖິງຄວາມສຸກທີ່ນາງໄດ້ຮູ້ສຶກໃນຊີວິດຂອງນາງ ນັບຕັ້ງແຕ່ໄດ້ພົບພໍ້, ໄດ້ຍອມຮັບເອົາ, ແລະ ໄດ້ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຕໍ່ໄປນີ້ຄືຄວາມຄິດເຫັນຂອງ ຊິດສະເຕີ ເມນສ໌ ກ່ຽວກັບປະສົບການຂອງນາງ:
“ຕອນຂ້າພະເຈົ້າເປັນສາວໃນໄວຕົ້ນ 20 ປີ, ມັນເປັນຈຸດໜຶ່ງໃນຊີວິດຂອງຂ້າພະເຈົ້າ ເມື່ອຂ້າພະເຈົ້າໄດ້ຮູ້ວ່າຂ້າພະເຈົ້າຈຳເປັນຕ້ອງປ່ຽນແປງອັນໃດບາງຢ່າງ ເພື່ອວ່າຈະເປັນຄົນທີ່ມີຄວາມສຸກຫລາຍຂຶ້ນ. ຂ້າພະເຈົ້າໄດ້ຮູ້ສຶກວ່າ ຊີວິດບໍ່ໄດ້ມີຈຸດປະສົງ ແລະ ທິດທາງທີ່ແທ້ຈິງ, ແລະ ຂ້າພະເຈົ້າບໍ່ໄດ້ຮູ້ວ່າຈະໄປຊອກຫາມັນຢູ່ໃສ. ຂ້າພະເຈົ້າໄດ້ຮູ້ສະເໝີວ່າ ພຣະບິດາເທິງສະຫວັນມີຈິງ ແລະ ເປັນບາງຄັ້ງບາງຄາວຕະຫລອດຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ອະທິຖານ, ໂດຍຮູ້ສຶກວ່າພຣະອົງໄດ້ຮັບຟັງ.
“ຂະນະທີ່ຂ້າພະເຈົ້າໄດ້ເລີ່ມຄົ້ນຄວ້າຫາ, ຂ້າພະເຈົ້າໄດ້ໄປໂບດຫລາຍໆແຫ່ງ ແຕ່ໃນທີ່ສຸດກໍກັບຄືນມາຫາຄວາມຮູ້ສຶກແບບເກົ່າ ແລະ ການທໍ້ຖອຍໃຈ. ຂ້າພະເຈົ້າຮູ້ວ່າໄດ້ຮັບພອນຫລາຍເພາະການອະທິຖານຂອງຂ້າພະເຈົ້າ ສຳລັບການຊີ້ນຳ ແລະ ຈຸດປະສົງໃນຊີວິດກໍໄດ້ຮັບຄຳຕອບໃນທີ່ສຸດ, ແລະ ຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດກໍຖືກນຳເຂົ້າມາສູ່ຊີວິດຂອງຂ້າພະເຈົ້າ. ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຮູ້ສຶກວ່າຂ້າພະເຈົ້າມີຈຸດປະສົງ, ແລະ ແຜນແຫ່ງຄວາມສຸກໄດ້ນຳເອົາຄວາມສຸກທີ່ແທ້ຈິງມາສູ່ຊີວິດຂອງຂ້າພະເຈົ້າ.”
ອີກປະສົບການໜຶ່ງແມ່ນພົບເຫັນຈາກ ພຣະຄຳພີມໍມອນ ກໍສະແດງໃຫ້ເຫັນຢ່າງແຈ່ມແຈ້ງ ວ່າການດຳລົງຊີວິດທີ່ມີພຣະຄຣິດເປັນຈຸດໃຈກາງຂອງຊີວິດ ສາມາດເຮັດໃຫ້ເຮົາເຕັມໄປດ້ວຍຄວາມສຸກທີ່ຍິ່ງໃຫຍ່ ແມ່ນແຕ່ເມື່ອຖືກອ້ອມຮອບຢູ່ ດ້ວຍບັນຫາທີ່ຍາກລຳບາກຫລາຍແທ້ໆ.
ຫລັງຈາກສາດສະດາລີໄຮ ແລະ ຄອບຄົວຂອງເພິ່ນໄດ້ໜີໄປຈາກເຢຣູຊາເລັມ 600 ປີ ກ່ອນ ຄ.ສ.,ເຂົາເຈົ້າໄດ້ຊັດເຊພະເນຈອນໄປເກືອບແປດປີໃນຖິ່ນແຫ້ງແລ້ງກັນດານ ຈົນກວ່າເຂົາເຈົ້າໄດ້ມາເຖິງແຜ່ນດິນທີ່ເຂົາເຈົ້າເອີ້ນວ່າ ເມືອງອຸດົມສົມບູນ, ຊຶ່ງຕັ້ງຢູ່ໃກ້ຝັ່ງທະເລ. ນີໄຟໄດ້ບັນຍາຍເຖິງຊີວິດທີ່ມີຄວາມຍາກລຳບາກໃນຖິ່ນແຫ້ງແລ້ງກັນດານວ່າ: “ພວກເຮົາໄດ້ອົດທົນຮັບຄວາມທຸກ ແລະ ຄວາມຫຍຸ້ງຍາກມາຫລາຍແລ້ວ, ແທ້ຈິງແລ້ວ, ເຖິງຂະໜາດຂ້າພະເຈົ້າຂຽນໄວ້ໝົດບໍ່ໄດ້.”4
ຕອນອາໄສຢູ່ທີ່ເມື່ອງອຸດົມສົມບູນ, ນີໄຟຖືກບັນຊາຈາກພຣະຜູ້ເປັນເຈົ້າໃຫ້ສ້າງເຮືອໃຫຍ່ທີ່ຈະພາເຂົາເຈົ້າຂ້າມທະເລໄປສູ່ແຜ່ນດິນແຫ່ງຄຳສັນຍາ. ຫລັງຈາກໄດ້ໄປເຖິງແຜ່ນດິນແຫ່ງຄຳສັນຍາແລ້ວ, ການຕໍ່ຕ້ານທີ່ຮ້າຍແຮງກໍໄດ້ເກີດຂຶ້ນຢູ່ຕໍ່ໄປລະຫວ່າງຜູ້ຄົນທີ່ຕັ້ງຊີວິດຂອງເຂົາເຈົ້າຢູ່ໃນພຣະຄຣິດ ແລະ ຜູ້ທີ່ບໍ່ເຊື່ອຖື ຜູ້້ທີ່ໄດ້ຕິດຕາມຕົວຢ່າງຂອງເລມັນ ແລະ ເລມູເອນ. ໃນທີ່ສຸດ, ການສ່ຽງໄພລະຫວ່າງສອງກຸ່ມນີ້ແມ່ນໃຫຍ່ຫລວງຫລາຍ ຈົນກວ່ານີໄຟ ແລະ ຜູ້ຄົນທີ່ໄດ້ຕິດຕາມຄຳສອນຂອງພຣະຜູ້ເປັນເຈົ້າ ໄດ້ແຍກຕົວເອງອອກໄປ ແລະ ໄດ້ປົບໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອຄວາມປອດໄພ. ໃນເວລານີ້, ປະມານ 30 ປີຫລັງຈາກ ລີໄຮ ແລະ ຄອບຄົວຂອງເພິ່ນໄດ້ໜີໄປຈາກເຢຣູຊາເລັມ, ນີໄຟ ໄດ້ກ່າວຄຳຢືນຢັນທີ່ບັນທຶກໄວ້ດີ ແລະ ທີ່ປະຫລາດໃຈຢ່າງໜຶ່ງ, ໂດຍສະເພາະຫລັງຈາກໄດ້ບັນທຶກໃນຂໍ້ພຣະຄຳພີເຖິງຄວາມຍາກລຳບາກ ແລະ ຄວາມທຸກທໍລະມານທັງຫລາຍທີ່ເຂົາເຈົ້າໄດ້ປະເຊີນເປັນເວລາດົນນານ. ຕໍ່ໄປນີ້ຄືຖ້ອຍຄຳຂອງເພິ່ນວ່າ: “ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາ (ໄດ້ມີຊີວິດຢູ່) ຕາມທາງແຫ່ງຄວາມສຸກ.”5 ເຖິງແມ່ນວ່າເຂົາເຈົ້າໄດ້ມີຄວາມຍາກລຳບາກ, ເຂົາເຈົ້າຍັງສາມາດດຳລົງຊີວິດ ຕາມທາງແຫ່ງຄວາມສຸກ ເພາະວ່າເຂົາເຈົ້າຖືກຕັ້ງຢູ່ໃນພຣະຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ.
ອ້າຍເອື້ອຍນ້ອງທັງຫລາຍ, ເໝືອນດັ່ງດິນໜຽວຢູ່ເທິງລໍ້ປິ່ນຂອງຊ່າງປັ້ນໝໍ້, ຊີວິດຂອງເຮົາກໍຕ້ອງຖືກຕັ້ງຢູ່ດ້ວຍຄວາມແນ່ນອນໃນພຣະຄຣິດ ຖ້າຫາກເຮົາຢາກຈະພົບເຫັນຄວາມສຸກ ແລະ ຄວາມສະຫງົບທີ່ແທ້ຈິງໃນຊີວິດນີ້. ຕົວຢ່າງດັ່ງກະສັດຊາວເລມັນ; ແນນຊີ, ພັນລະຍາຂອງຂ້າພະເຈົ້າ; ແລະ ຜູ້ຄົນຊາວນີໄພ ທັງໝົດ ກໍສົ່ງເສີມຫລັກທຳນີ້.
ຂ້າພະເຈົ້າເປັນພະຍານຕໍ່ທ່ານໃນມື້ນີ້ວ່າ ເຮົາກໍສາມາດພົບເຫັນຄວາມສະຫງົບນັ້ນ, ຄວາມສຸກນັ້ນ, ຄວາມປິຕິຍິນດີທີ່ແທ້ຈິງນັ້ນຄືກັນ ຖ້າເຮົາເລືອກທີ່ຈະດຳລົງຊີວິດທີ່ມີພຣະຄຣິດເປັນຈຸດໃຈກາງ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.