ຫັນໄປຫາພຣະອົງ ແລະ ຄຳຕອບຈະມີມາ
ຈົ່ງເຊື່ອຟັງ, ຈົ່ງຈື່ຈຳເວລາທີ່ທ່ານໄດ້ຮູ້ສຶກເຖິງພຣະວິນຍານໃນອະດີດ, ແລະ ທູນຂໍດ້ວຍສັດທາ. ຄຳຕອບຂອງທ່ານຈະມີມາ.
ຕອນຂ້າພະເຈົ້າເປັນຊາຍໜຸ່ມ, ພໍ່ແມ່ຂອງຂ້າພະເຈົ້າໄດ້ເຂົ້າຮ່ວມສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ພວກເຮົາໄດ້ຮູ້ວ່າຜູ້ສອນສາດສະໜາໄດ້ສອນພວກເພິ່ນ, ແຕ່ພໍ່ແມ່ຂອງຂ້າພະເຈົ້າໄດ້ຮັບຮຽນບົດຮຽນເຫລົ່ານັ້ນພຽງແຕ່ສອງຄົນເພິ່ນເອງ.
ຫລັງຈາກການປະກາດທີ່ຕື່ນເຕັ້ນນີ້, ອ້າຍນ້ອງ ແລະ ຂ້າພະເຈົ້າໄດ້ເລີ່ມຟັງຜູ້ສອນສາດສະໜາຄືກັນ, ແລະ ເຂົາເຈົ້າແຕ່ລະຄົນກໍໄດ້ຍອມຮັບຂ່າວສານແຫ່ງການຟື້ນຟູດ້ວຍຄວາມຍິນດີ. ເຖິງແມ່ນວ່າຂ້າພະເຈົ້າກໍສົນໃຈຢາກຮູ້ຢາກເຫັນ, ຫົວໃຈຂອງຂ້າພະເຈົ້າບໍ່ຢາກປ່ຽນແປງຊີວິດຂອງຂ້າພະເຈົ້າເລີຍ. ແຕ່, ຂ້າພະເຈົ້າໄດ້ຍອມຮັບການທ້າທາຍໃຫ້ອະທິຖານກ່ຽວກັບພຣະຄຳພີມໍມອນ ວ່າມັນເປັນພຣະຄຳຂອງພຣະເຈົ້າຫລືບໍ່, ແຕ່ຂ້າພະເຈົ້າບໍ່ໄດ້ຮັບຄຳຕອບ.
ທ່ານອາດຖາມວ່າເປັນຫຍັງພຣະບິດາເທິງສະຫວັນຈຶ່ງບໍ່ໄດ້ຕອບຄຳອະທິຖານນັ້ນ; ແນ່ນອນວ່າຂ້າພະເຈົ້າກໍໄດ້ຄິດຄືກັນ. ນັບແຕ່ເວລານັ້ນມາ ຂ້າພະເຈົ້າໄດ້ຮຽນຮູ້ວ່າຄຳສັນຍາທີ່ໂມໂຣໄນໄດ້ໃຫ້ໄວ້ນັ້ນຖືກຕ້ອງ. ພຣະເຈົ້າຕອບຄຳອະທິຖານຂອງເຮົາກ່ຽວກັບຄວາມຈິງຂອງພຣະກິດຕິຄຸນ, ແຕ່ພຣະອົງຕອບມັນເມື່ອເຮົາມີ “ໃຈຈິງ” ແລະ “ມີເຈດຕະນາທີ່ແທ້ຈິງ.”1 ພຣະອົງຈະບໍ່ຕອບເພື່ອພຽງແຕ່ຈະໃຫ້ຄຳຕອບຕໍ່ຄວາມຢາກຮູ້ຢາກເຫັນຂອງເຮົາເທົ່ານັ້ນ.
ບາງເທື່ອອາດມີສິ່ງໃດສິ່ງໜຶ່ງໃນຊີວິດຂອງທ່ານທີ່ທ່ານມີຄຳຖາມ. ບາງເທື່ອອາດມີບັນຫານທີ່ທ່ານບໍ່ຮູ້ວ່າຈະຕອບແນວໃດ. ບ່າຍມື້ນີ້ ຂ້າພະເຈົ້າຢາກແບ່ງປັນຄວາມຄິດເຫັນບາງຢ່າງທີ່ອາດຊ່ອຍໃຫ້ທ່ານໄດ້ຮັບຄຳຕອບ ຫລື ຄວາມຊ່ອຍເຫລືອທີ່ທ່ານກຳລັງຄົ້ນຫາຢູ່. ມັນຈະເລີ່ມຕົ້ນດ້ວຍການປ່ຽນໃຈເຫລື້ອມໃສຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ສະພາບການ ແລະ ເຈດຕະນາຂອງໃຈເຮົາຈະໃຫ້ໄດ້ຮັບວິນຍານແຫ່ງການເປີດເຜີຍ
ຂ້າພະເຈົ້າໄດ້ຄິດກ່ຽວກັບເລື່ອງລາວໃນພຣະຄຳພີຫລາຍຂໍ້. ຍົກຕົວຢ່າງ, ເລມັນ ແລະ ເລມູເອນ, ເຂົາເຈົ້າໄດ້ “ເກີດຈາກບິດາມານດາຜູ້ປະເສີດ” ແລະ ໄດ້ຮັບການສິດສອນ “ໃນສິ່ງທີ່ຮຽນຮູ້ທັງໝົດຂອງບິດາຂອງ [ເຂົາເຈົ້າ].”2 ແຕ່ເຂົາເຈົ້າຍັງໄດ້ຈົ່ມ ເພາະບິດາຂອງເຂົາເຈົ້າໄດ້ເປັນຄົນເຫັນພາບນິມິດ. ຈາກມຸມມອງຂອງເຂົາເຈົ້າ, ການຕັດສິນໃຈຂອງເພິ່ນບໍ່ມີເຫດຜົນ, ເພາະເຂົາເຈົ້າບໍ່ໄດ້ຮູ້ເລື່ອງລາວຂອງພຣະເຈົ້າ, ແລະ ສະນັ້ນເຂົາເຈົ້າຈຶ່ງບໍ່ເຊື່ອ.3
ໜ້າສົນໃຈທີ່ຈະເຫັນໄດ້ວ່າທາງເລືອກຂອງເຂົາເຈົ້າໄດ້ອະນຸຍາດໃຫ້ເຂົາເຈົ້າມີໂອກາດທີ່ຈະໄດ້ມີປະສົບການທີ່ເສີມສ້າງສັດທາ. ເຂົາເຈົ້າໄດ້ປະຖິ້ມບ້ານເຮືອນ ແລະ ຄວາມລ້ຳລວຍຂອງເຂົາເຈົ້າ. ເຂົາເຈົ້າໄດ້ທົນທຸກໃນການຊັດເຊພະເນຈອນໄປໃນຖິ່ນແຫ້ງແລ້ງກັນດານ. ໃນທີ່ສຸດເຂົາເຈົ້າໄດ້ຊ່ອຍສ້າງເຮືອ, ແລະ ເຂົາເຈົ້າໄດ້ຍອມເດີນທາງໄປສູ່ແຜ່ນດິນທີ່ບໍ່ເປັນທີ່ຮູ້ຈັກ.
ນີໄຟກໍໄດ້ຜ່ານຜ່າປະສົບການດຽວກັນນີ້. ແຕ່ການກະທຳເຫລົ່ານີ້ໄດ້ເສີມສ້າງສັດທາຂອງເຂົາເຈົ້າບໍ? ສັດທາຂອງນີໄຟໄດ້ເຂັ້ມແຂງຂຶ້ນ, ແຕ່ເລມັນ ແລະ ເລມູເອນໄດ້ເຍາະເຍີ້ຍ ແລະ ໃຈຮ້າຍຫລາຍຂຶ້ນ. ພວກອ້າຍເຫລົ່ານີ້ຍັງໄດ້ເຫັນ ແລະ ໄດ້ຍິນທູດອົງໜຶ່ງນຳອີກ, ແຕ່ເຂົາເຈົ້າຍັງໄດ້ສົງໄສອີກຕໍ່ໄປ.4
ຊີວິດມະຕະບໍ່ເປັນເລື່ອງງ່າຍສຳລັບເຮົາຈັກຄົນ. ເຮົາຖືກວາງໄວ້ຢູ່ເທິງໂລກ ເພື່ອຖືກທົດລອງ ແລະ ທົດສອບ. ການໂຕ້ຕອບຂອງເຮົາຕໍ່ປະສົບການແຫ່ງຊີວິດ ສ່ວນຫລາຍແລ້ວມັກຈະມີອິດທິພົນຫລາຍຕໍ່ປະຈັກພະຍານຂອງເຮົາ. ໃຫ້ພິຈາລະນາເຖິງປະຕິກິລິຍາຂອງເລມັນ ແລະ ເລມູເອນ: ເຂົາເຈົ້າໄດ້ຈົ່ມເມື່ອບິດາຂອງເຂົາເຈົ້າໄດ້ຂໍໃຫ້ເຂົາເຈົ້າເຮັດສິ່ງທີ່ຍາກ.5 ເຂົາເຈົ້າໄດ້ພະຍາຍາມໄປເອົາແຜ່ນຈາລຶກທອງເຫລືອງ, ແຕ່ເມື່ອບໍ່ໄດ້ຮັບຜົນສຳເລັດ, ເຂົາເຈົ້າກໍໄດ້ທໍ້ຖອຍ. ທ່າທີຂອງເຂົາເຈົ້າກໍຄືວ່າ “ພວກເຮົາໄດ້ພະຍາຍາມແລ້ວ; ເຮົາຈະເຮັດຫຍັງໄດ້ຫລາຍໄປກວ່ານີ້?”6
ໄດ້ມີເວລາຕອນທີ່ເຂົາເຈົ້າໄດ້ເສົ້າສະຫລົດໃຈສຳລັບສິ່ງທີ່ເຂົາເຈົ້າໄດ້ເຮັດຜິດ ແລະ ໄດ້ຂໍການໃຫ້ອະໄພ.7 ເຂົາເຈົ້າໄດ້ອະທິຖານ ແລະ ໄດ້ຮັບການໃຫ້ອະໄພ. ແຕ່ຕໍ່ໄປພຣະຄຳພີໄດ້ບັນທຶກໄວ້ວ່າເຂົາເຈົ້າໄດ້ຫັນກັບມາຈົ່ມອີກ ແລະ ບໍ່ຍອມອະທິຖານ. ເຂົາເຈົ້າໄດ້ມາຫານີໄຟ ແລະ ໄດ້ກ່າວວ່າເຂົາເຈົ້າບໍ່ “ເຂົ້າໃຈຄຳເວົ້າທີ່ບິດາ [ຂອງເຂົາເຈົ້າໄດ້] ເວົ້າ.”8 ນີໄຟໄດ້ຖາມຖ້າຫາກເຂົາເຈົ້າໄດ້ “ທູນຖາມພຣະຜູ້ເປັນເຈົ້າແລ້ວບໍ.”9 ຂໍໃຫ້ສັງເກດຟັງຄຳຕອບຂອງເຂົາເຈົ້າວ່າ: “ພວກເຮົາຍັງບໍ່ທັນໄດ້ຖາມເທື່ອ; ເພາະພຣະຜູ້ເປັນເຈົ້າບໍ່ໄດ້ເຮັດເລື່ອງແນວນີ້ໃຫ້ພວກເຮົາຮູ້.”10
ການສືບຕໍ່ການເຊື່ອຟັງອະນຸຍາດໃຫ້ເຮົາໄດ້ຮັບຄຳຕອບ
ຄຳຕອບຂອງນີໄຟຕໍ່ພວກອ້າຍຂອງລາວເປັນຈຸດສຳຄັນສຳລັບເຮົາ ທີ່ຈະໄດ້ຮັບຄຳຕອບອັນຕໍ່ເນື່ອງຕໍ່ຄຳອະທິຖານວ່າ:
“ເປັນຫຍັງພວກເຈົ້າຈຶ່ງບໍ່ຮັກສາພຣະບັນຍັດຂອງພຣະເຈົ້າ? ເປັນຫຍັງພວກເຈົ້າຈຶ່ງຍອມຕາຍເພາະຄວາມແຂງກະດ້າງຂອງໃຈຂອງພວກເຈົ້າ?
“ພວກເຈົ້າຈື່ສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວຫລືບໍ່?—ວ່າຖ້າຫາກເຈົ້າບໍ່ເຮັດໃຈແຂງກະດ້າງ ແລະ ທູນຖາມເຮົາດ້ວຍສັດທາໂດຍເຊື່ອວ່າເຈົ້າຈະໄດ້ຮັບດ້ວຍຄວາມພາກພຽນໃນການຮັກສາບັນຍັດຂອງເຮົາ ແນ່ນອນສິ່ງເຫລົ່ານີ້ [ຈະ] ເປັນທີ່ຮູ້ຈັກແກ່ເຈົ້າ.”11
ຂ້າພະເຈົ້າຮູ້ອະດີດຜູ້ສອນສາດສະໜາຫລາຍຄົນ ຜູ້ທີ່ເຄີຍໄດ້ມີປະສົບການທາງວິນຍານທີ່ປະຕິເສດບໍ່ໄດ້, ແຕ່ເປັນເພາະການຂາດອຸປະນິໄສທາງວິນຍານບາງຢ່າງໂດຍສະເພາະ ເບິ່ງຄືວ່າໄດ້ເຮັດໃຫ້ເຂົາເຈົ້າລືມຊ່ວງເວລາຕອນທີ່ພຣະເຈົ້າໄດ້ກ່າວກັບເຂົາເຈົ້າ. ຕໍ່ອະດີດຜູ້ສອນສາດສະໜາເຫລົ່ານັ້ນ ແລະ ຕໍ່ເຮົາທຸກຄົນ, ຖ້າຫາກທ່ານ “ຮູ້ສຶກຢາກຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່, ຂ້າພະເຈົ້າຈະຖາມວ່າ ພວກທ່ານຮູ້ສຶກເຊັ່ນນັ້ນບໍ່ໃນຂະນະນີ້?”12 ຖ້າຫາກທ່ານບໍ່ຮູ້ສຶກເຊັ່ນນັ້ນໃນຂະນະນີ້, ທ່ານສາມາດຮູ້ສຶກເຊັ່ນນັ້ນໄດ້ອີກ, ແຕ່ຂໍໃຫ້ພິຈາລະນາຄຳແນະນຳຂອງນີໄຟ. ຈົ່ງເຊື່ອຟັງ, ຈົ່ງຈື່ຈຳເວລາທີ່ທ່ານໄດ້ຮູ້ສຶກເຖິງພຣະວິນຍານໃນອະດີດ, ແລະ ໃຫ້ທູນຂໍດ້ວຍສັດທາ. ຄຳຕອບຂອງທ່ານຈະມີມາ, ແລະ ທ່ານຈະຮູ້ສຶຶກເຖິງຄວາມຮັກ ແລະ ຄວາມສະຫງົບຂອງພຣະຜູ້ຊ່ອຍໃຫ້ລອດ. ມັນອາດຈະບໍ່ມີມາຢ່າງວ່ອງໄວ ຫລື ໃນວິທີທາງທີ່ທ່ານປາດຖະໜາ, ແຕ່ຄຳຕອບຈະມີມາ. ຢ່າທໍ້ຖອຍ! ຢ່າທໍ້ຖອຍຈັກເທື່ອເລີຍ!
ໃຫ້ເຮົາມາປຽບທຽບເລມັນ ແລະ ເລມູເອນກັບພວກບຸດຂອງໂມໄຊຢາ. ຊາຍທັງສອງກຸ່ມໄດ້ຮັບການລ້ຽງດູຂື້ນມາໃນຄອບຄົວທີ່ຊອບທຳ, ແຕ່ທັງສອງໄດ້ຫລົງທາງໄປ. ທູດສະຫວັນໄດ້ເອີ້ນທັງສອງກຸ່ມໃຫ້ກັບໃຈ, ແຕ່ແມ່ນຫຍັງແຕກຕ່າງກ່ຽວກັບປະສົບການຂອງພວກບຸດຂອງໂມໄຊຢາ?
ການທົດລອງຈະເສີມສ້າງສັດທາຂອງເຮົາ
ຄວາມສຳເລັດຜົນໃນການເຜີຍແຜ່ຂອງເຂົາເຈົ້າເປັນສິ່ງທີ່ຈະບໍ່ມີວັນລືມ. ຄົນເປັນຈຳນວນຫລາຍໆພັນຄົນໄດ້ປ່ຽນໃຈເຫລື້ອມໃສຕໍ່ວິທີທາງຂອງພຣະຜູ້ເປັນເຈົ້າ. ເຖິງຢ່າງໃດກໍຕາມ, ເຮົາມັກຈະລືມໄປວ່າ ເມື່ອເຂົາເຈົ້າໄດ້ເລີ່ມການເຜີຍແຜ່ຂອງເຂົາເຈົ້າ, “ໃຈຂອງ [ເຂົາເຈົ້າ] ທໍ້ຖອຍ ແລະ [ເຂົາເຈົ້າ] ເກືອບຈະກັບຄືນໄປ, [ແຕ່] ພຣະຜູ້ເປັນເຈົ້າ ໄດ້ປອບໃຈຂອງ [ເຂົາເຈົ້າ].” ພຣະຜູ້ເປັນເຈົ້າໄດ້ແນະນຳເຂົາເຈົ້າໃຫ້ “ຮັບເອົາຄວາມທຸກ [ຂອງເຂົາເຈົ້າ] ດ້ວຍຄວາມອົດທົນ.”13
ການສຶກສາພຣະຄຳພີບອກເຮົາເຖິງພຣະປະສົງຂອງພຣະເຈົ້າ
ເປັນຫຍັງການທົດລອງຂອງພວກບຸດເຫລົ່ານັ້ນຂອງໂມໄຊຢາ ໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາ ແລະ ຄຳໝັ້ນສັນຍາຂອງເຂົາເຈົ້າ ແທນທີ່ຈະເຮັດໃຫ້ເຂົາເຈົ້າຈົ່ມ ຫລື ສົງໄສ? ຈຸດສຳຄັນກໍຄື “ເຂົາເຈົ້າໄດ້ໝັ້ນຄົງໃນຄວາມຮູ້ເລື່ອງຄວາມຈິງ; ເພາະເຂົາເຈົ້າເປັນຄົນມີຄວາມເຂົ້າໃຈຢ່າງເລິກຊຶ້ງ ແລະ ເຂົາເຈົ້າໄດ້ຄົ້ນຄວ້າພຣະຄຳພີຢ່າງພາກພຽນ, ເພື່ອເຂົາເຈົ້າຈະໄດ້ຮູ້ຈັກພຣະຄຳຂອງພຣະເຈົ້າ.”14 ເຮົາຈະປະເຊີນໜ້າກັບການທົດລອງ ແລະ ມີຄຳຖາມ, ແຕ່ຂໍໃຫ້ຈຳໄວ້ວ່າ ເຮົາຕ້ອງ “ຈັບຮາວເຫລັກໄວ້ໃຫ້ແໜ້ນຢູ່ຕະຫລອດເວລາ.”15 “ພຣະຄຳຂອງພຣະຄຣິດຈະບອກ [ເຮົາ] ທຸກຢ່າງທີ່ [ເຮົາ] ຄວນເຮັດ.”16 ເຮົາຕ້ອງເຮັດໃຫ້ການສຶກສາພຣະຄຳພີເປັນພາກສ່ວນໃນຊີວິດປະຈຳວັນຂອງເຮົາ, ເພາະສິ່ງນີ້ຈະເປີດປະຕູສູ່ການເປີດເຜີຍ.
ການອະທິຖານ, ຮ່ວມດ້ວຍການຖືສິນອົດເຂົ້າ, ຈະເປີດ ການເປີດເຜີຍ
ສຳລັບພວກບຸດຂອງໂມໄຊຢາ, “ນີ້ຍັງບໍ່ໝົດ; ເຂົາເຈົ້າຍອມຕົນໃນການອະທິຖານ, ແລະ ການຖືສິນອົດເຂົ້າຫລາຍທີ່ສຸດ; ດັ່ງນັ້ນ ເຂົາເຈົ້າຈຶ່ງມີວິນຍານແຫ່ງການທຳນາຍ, ແລະ ວິນຍານແຫ່ງການເປີດເຜີຍຢູ່ນຳ.”17 ການອະທິຖານ ແລະ ການຖືສິນອົດເຂົ້າ ອະນຸຍາດໃຫ້ເຮົາໄດ້ຮັບການກະຕຸ້ນທາງວິນຍານງ່າຍຂຶ້ນ. ການສື່ສານກັບພຣະບິດາເທິງສະຫວັນ ຂະນະທີ່ອົດກິນ ແລະ ອົດດື່ມຢ່າງມີຈຸດປະສົງ ຈະອະນຸຍາດໃຫ້ເຮົາ “ປົດແອກແຫ່ງຄວາມບໍ່ຍຸດຕິທຳ [ແລະ] ປົດປ່ອຍຄົນທີ່ຖືກກົດຂີ່ໃຫ້ເປັນອິດສະລະ.”18 ການອະທິຖານ, ຮ່ວມດ້ວຍການຖືສິນອົດເຂົ້າ, ຈະຈັດຫາໃຫ້ ເພື່ອວ່າເມື່ອເຮົາ “ເອີ້ນຫາ, ... ພຣະຜູ້ເປັນເຈົ້າຈະຂານຕອບ; ... [ແລະ ເມື່ອເຮົາ] ພາວັນນາ, ... ພຣະອົງຈະຕອບວ່າ, ເຮົາຢູ່ນີ້.”19
ຫັນໄປຫາພຣະອົງ
ອຸປະນິໄສສ່ວນຕົວເລື່ອງສາດສະໜາເຫລົ່ານີ້—ການເຊື່ອຟັງ, ການສຶກສາພຣະຄຳພີ, ການອະທິຖານ, ແລະ ການຖືສິນອົດເຂົ້າ—ໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ພວກບຸດຂອງໂມໄຊຢາ. ການຂາດອຸປະນິໄສສ່ວນຕົວເລື່ອງສາດສະໜາດຽວກັນນີ້ ກໍໄດ້ເປັນເຫດຜົນທີ່ສຳຄັນ ທີ່ໄດ້ປ່ອຍໃຫ້ເລມັນ ແລະ ເລມູເອນຕົກຢູ່ໃນການລໍ້ລວງໃຫ້ຈົ່ມ ແລະ ສົງໄສ.
ຖ້າຫາກທ່ານຖືກລໍ້ລວງໃຫ້ຈົ່ມ, ຖ້າຫາກທ່ານໄດ້ມີຄວາມສົງໄສ ທີ່ນຳໄປສູ່ການບໍ່ເຊື່ອຖື, ຖ້າຫາກການທົດລອງເບິ່ງຄືວ່າເກີນກວ່າທີ່ທ່ານຈະທົນໄຫວ, ຂໍໃຫ້ຫັນໄປຫາພຣະອົງ. ຖ້າຫາກທ່ານເປັນຄົນໜຶ່ງທີ່ໄດ້ຫັນອອກໄປ, ຫລື ໄດ້ໃຫ້ຂໍ້ແກ້ຕົວສຳລັບພຶດຕິກຳຂອງທ່ານ, ຂໍໃຫ້ຫັນໄປຫາພຣະອົງ. ທ່ານຈຳໄດ້ບໍເມື່ອພຣະອົງໄດ້ “ກ່າວໃຫ້ຄວາມສະຫງົບແກ່ຈິດໃຈຂອງທ່ານ … ? ທ່ານຈະມີພະຍານໃດທີ່ຍິ່ງໃຫຍ່ໄປກວ່າພະຍານຈາກພຣະເຈົ້າ?”20 ໃຫ້ຖາມຕົວທ່ານເອງວ່າ, “ເຮົາດຳລົງຊີວິດເກືອບເໝືອນພຣະຄຣິດໃນເວລານີ້ດັ່ງທີ່ເຮົາເຄີຍເຮັດມາແຕ່ກ່ອນບໍ?” ຈົ່ງໂປດເຖີດ, ຂໍໃຫ້ຫັນໄປຫາພຣະອົງ.
ຂ້າພະເຈົ້າຂໍກັບຄືນໄປຫາເລື່ອງສ່ວນຕົວຂອງຂ້າພະເຈົ້າອີກ. ໃນທີ່ສຸດຂ້າພະເຈົ້າກໍໄດ້ເລີ່ມຈິງໃຈ. ຂ້າພະເຈົ້າຈຳໄດ້ເມື່ອຜູ້ສອນສາດສະໜາທີ່ກຳລັງສອນຢູ່ໄດ້ຖາມຂ້າພະເຈົ້າ ຖ້າຫາກວ່າຂ້າພະເຈົ້າພ້ອມແລ້ວທີ່ຈະຮັບບັບຕິສະມາ. ຂ້າພະເຈົ້າໄດ້ຕອບວ່າຂ້າພະເຈົ້າຍັງມີຄຳຖາມຢູ່ບາງຢ່າງ. ຜູ້ສອນສາດສະໜາທີ່ສະຫລາດຄົນນີ້ໄດ້ບອກຂ້າພະເຈົ້າວ່າລາວສາມາດຕອບຄຳຖາມເຫລົ່ານັ້ນໄດ້ ແຕ່ວ່າຂ້າພະເຈົ້າຕ້ອງຕອບຄຳຖາມຂອງລາວກ່ອນ. ລາວໄດ້ຖາມຂ້າພະເຈົ້າ ຖ້າຫາກວ່າພຣະຄຳພີມໍມອນຈິງ ແລະ ຖ້າຫາກວ່າ ໂຈເຊັບ ສະມິດ ໄດ້ເປັນສາດສະດາ. ຂ້າພະເຈົ້າໄດ້ບອກລາວວ່າຂ້າພະເຈົ້າບໍ່ຮູ້, ແຕ່ວ່າຂ້າພະເຈົ້າຢາກຮູ້.
ຄຳຖາມຂອງຂ້າພະເຈົ້າໄດ້ນຳໄປສູ່ສັດທາທີ່ມີຫລາຍຂຶ້ນ. ສຳລັບຂ້າພະເຈົ້າ, ຄຳຕອບໄດ້ມີມາ ແຕ່ບໍ່ແມ່ນເປັນເຫດການໃດໜຶ່ງ ແຕ່ເປັນຂັ້ນຕອນ. ຂ້າພະເຈົ້າໄດ້ສັງເກດເຫັນ ຂະນະທີ່ຂ້າພະເຈົ້າໄດ້ “ທົດລອງຄຳເວົ້າ [ຂອງພຣະເຈົ້າ]” ແລະ ໄດ້ເລີ່ມ “ໃຊ້ສັດທາຈັກໜ້ອຍໜຶ່ງ,” ພຣະຄຳພີມໍມອນໄດ້ “ມີລົດແຊບສຳລັບ [ຂ້າພະເຈົ້າ].” ແລະ ມັນໄດ້ “ເຮັດໃຫ້ຄວາມເຂົ້າໃຈຂອງຂ້າພະເຈົ້າແຈ້ງອອກ” ແລະ ມັນໄດ້ “ເຮັດໃຫ້ຈິດວິນຍານຂອງຂ້າພະເຈົ້າຂະຫຍາຍອອກ” ແທ້ໆ. ໃນທີ່ສຸດ ຂ້າພະເຈົ້າໄດ້ມີປະສົບການນັ້ນ ທີ່ພຣະຄຳພີໄດ້ອະທິບາຍວ່າ ເປັນການພອງຢູ່ພາຍໃນເອິກຂອງທ່ານ.21 ໃນເວລານີ້ແຫລະ ທີ່ຂ້າພະເຈົ້າໄດ້ປາດຖະໜາຮັບບັບຕິສະມາ ແລະ ອຸທິດຊີວິດຂອງຂ້າພະເຈົ້າແດ່ພຣະເຢຊູຄຣິດ.
ຂ້າພະເຈົ້າຮູ້ແທ້ໆວ່າ ພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າ. ຂ້າພະເຈົ້າຮູ້ວ່າ ໂຈເຊັບ ສະມິດ ເປັນສາດສະດາ. ແນ່ນອນວ່າ, ຂ້າພະເຈົ້າຍັງໄດ້ມີບາງສິ່ງທີ່ຂ້າພະເຈົ້າບໍ່ເຂົ້າໃຈ, ແຕ່ປະຈັກພະຍານຂອງຂ້າພະເຈົ້າເຖິງຄວາມຈິງໄດ້ນຳຂ້າພະເຈົ້າໃຫ້ເຂົ້າໃກ້ພຣະຜູ້ຊ່ອຍໃຫ້ລອດຫລາຍຂຶ້ນ ແລະ ເສີມສ້າງສັດທາຂອງຂ້າພະເຈົ້າ.
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ຈື່ຈຳນີໄຟ ແລະ ພວກບຸດຂອງໂມໄຊຢາ, ຜູ້ທີ່ໄດ້ມີປະສົບການທາງວິນຍານ ແລະ ແລ້ວໄດ້ລົງມືປະຕິບັດດ້ວຍສັດທາ ເພື່ອວ່າຄຳຕອບຈະມີມາ ແລະ ຄວາມຊື່ສັດຂອງເຂົາເຈົ້າກໍໄດ້ເຕີບໂຕຂຶ້ນ. ປຽບທຽບສິ່ງນີ້ກັບເລມັນ ແລະ ເລມູເອນ, ຜູ້ທີ່ໄດ້ສົງໄສ ແລະ ໄດ້ຈົ່ມ. ເຖິງແມ່ນວ່າບາງເທື່ອເຂົາເຈົ້າໄດ້ປະຕິບັດໃນທາງທີ່ມີຄຸນຄ່າ, ແຕ່ການປະຕິບັດປາດສະຈາກສັດທານັ້ນກໍໄຮ້ຜົນ. ເຮົາຕ້ອງມີສັດທາ ພ້ອມດ້ວຍການປະຕິບັດເພື່ອຈະໄດ້ຮັບຄຳຕອບ.
ຂ້າພະເຈົ້າຫວັງວ່າ ຂະນະທີ່ທ່ານໄດ້ຮັບຟັງໃນເຊົ້າມື້ນີ້ ພຣະວິນຍານໄດ້ປະທັບໄວ້ໃນຄວາມນຶກຄິດ ແລະ ຫົວໃຈຂອງທ່ານເຖິງບາງສິ່ງບາງຢ່າງທີ່ທ່ານອາດເຮັດ ເພື່ອຄຳຖາມຂອງທ່ານຈະໄດ້ຮັບຄຳຕອບ ແລະ ພົບເຫັນທາງແກ້ໄຂທີ່ດົນໃຈຕໍ່ບັນຫາທີ່ທ່ານປະເຊີນຢູ່. ຂ້າພະເຈົ້າເປັນພະຍານສັກສິດວ່າ ພຣະເຢຊູຄື ພຣະຄຣິດ. ຂໍໃຫ້ຫັນໄປຫາພຣະອົງ ແລະ ຄຳອະທິຖານຂອງທ່ານຈະໄດ້ຮັບຄຳຕອບ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.