ນາງຄືແມ່ຂອງເຈົ້າ
ບໍ່ມີຄວາມຮັກໃດຢູ່ໃນໂລກມະຕະນີ້ ທີ່ໃກ້ຄຽງກັບຄວາມຮັກອັນບໍລິສຸດຂອງພຣະເຢຊູຄຣິດ ຫລາຍເທົ່າກັບຄວາມຮັກທີ່ບໍ່ເຫັນແກ່ຕົວ ແລະ ການອຸທິດຕົນຂອງແມ່ ທີ່ມີຕໍ່ລູກຂອງນາງ.
ຂ້າພະເຈົ້າຂໍເຂົ້າຮ່ວມກັບທ່ານ ເພື່ອຕ້ອນຮັບແອວເດີ ຣອນໂນ ເອ ແຣສ໌ແບນ, ແອວເດີ ແກຣີ ອີ ສະຕີບເວັນສັນ, ແລະ ແອວເດີ ແດວ ຈີ ເຣັນລັນ ພ້ອມດ້ວຍພັນລະຍາຂອງພວກເພິ່ນ ສູ່ວົງລ້ອມແຫ່ງຄວາມສຳພັນທີ່ຫວານຊື່ນ ເກີນກວ່າພວກເພິ່ນຈະວາດພາບໄດ້.
ເອຊາຢາໄດ້ຂຽນຄຳທຳນາຍເຖິງການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ໄວ້ດັ່ງນີ້, “ທ່ານທົນຕໍ່ຄວາມທຸກທີ່ເປັນຂອງພວກເຮົາ, ແລະ ທົນຄວາມເຈັບປວດທີ່ພວກເຮົາສົມຄວນໄດ້ຮັບ.”1 ພຣະຄຳພີຂອງໄພ່ພົນຍຸກສຸດທ້າຍໄດ້ເນັ້ນໜັກວ່າ ພຣະເຢຊູໄດ້ມາສູ່ໂລກ … ເພື່ອຮັບເອົາບາບຂອງໂລກ.2 ພຣະຄຳພີຂອງສະໄໝບູຮານ ແລະ ພຣະຄຳພີຂອງສະໄໝໃໝ່ ເປັນພະຍານວ່າ ພຣະອົງໄດ້ໄຖ່ພວກເຂົາ, ແລະ ໄດ້ແບກພວກເຂົາ, ແລະ ອູ້ມພວກເຂົາຕະຫລອດທຸກຍຸກທຸກສະໄໝເກົ່າກ່ອນ.3 ເພງສວດທີ່ຂ້າພະເຈົ້າມັກ ໄດ້ຂໍຮ້ອງພວກເຮົາໃຫ້ “ຟັງສຸລະສຽງຂອງພຣະຜູ້ປົດປ່ອຍ!”4
ສູ້ທົນ, ແບກຫາບ, ປະຄອງ, ສົ່ງ. ມັນເປັນຖ້ອຍຄຳທີ່ມີພະລັງ ແລະ ປະທັບໃຈຫລາຍ. ມັນສະແດງໃຫ້ເຫັນເຖິງຄວາມຊ່ອຍເຫລືອ ແລະ ຄວາມຫວັງ ສຳລັບຄວາມປອດໄພຈາກບ່ອນທີ່ເຮົາຢູ່ ໄປເຖິງບ່ອນທີ່ເຮົາຈະໄປຫາ—ແຕ່ໄປບໍ່ເຖິງ ຖ້າປາດສະຈາກຄວາມຊ່ອຍເຫລືອ. ຖ້ອຍຄຳເຫລົ່ານີ້ ກໍຍັງມີຄວາມໝາຍວ່າ ຄວາມໜັກໜ່ວງ, ການດີ້ນລົນ, ແລະ ການອ່ອນເພຍ ໃນເວລາດຽວກັນ—ຖ້ອຍຄຳທີ່ເໝາະສົມສຳລັບພາລະກິດຂອງພຣະອົງ, ບໍ່ວ່າຈະມີຫຍັງເກີດຂຶ້ນ, ແມ່ນວ່າ ພຣະອົງດຶງເຮົາຂຶ້ນ ເມື່ອເຮົາລົ້ມລົງ, ຈະປະຄອງເຮົາໄປ ເມື່ອເຮົາໝົດແຮງ, ຈະສົ່ງເຮົາໄປເຖິງບ້ານຢ່າງປອດໄພ ເມື່ອເບິ່ງຄືວ່າ ຄວາມປອດໄພນັ້ນແມ່ນເກີນກວ່າເຮົາຈະເອື້ອມເຖິງ. ພຣະອົງໄດ້ກ່າວວ່າ, “ພຣະບິດາຂອງເຮົາໄດ້ສົ່ງເຮົາມາ ເພື່ອວ່າເຮົາຈະໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ; ... ດັ່ງທີ່ເຮົາໄດ້ຖືກຍົກຂຶ້ນ ... ມະນຸດກໍຈະຖືກຍົກຂຶ້ນ ... ມາຢູ່ ... ຕໍ່ໜ້າເຮົາ.”5
ທ່ານກໍເຂົ້າໃຈດີຢູ່ແລ້ວກ່ຽວກັບຄວາມອົດທົນຂອງມະນຸດ ຢູ່ໃນກໍລະນີໜຶ່ງອີກ ຊຶ່ງເຮົາໃຊ້ຄຳວ່າ ສູ້ທົນ ແລະ ແບກຫາບ,ປະຄອງ ແລະ ຄ້ຳຈູນ,ເຈັບທ້ອງອອກລູກ ແລະ ສົ່ງ (ຄອດ). ດັ່ງທີ່ພຣະເຢຊູໄດ້ກ່າວກັບໂຢຮັນ ໃນຂະນະທີ່ພຣະອົງກຳລັງຊົດໃຊ້ຢູ່, ພຣະອົງກໍໄດ້ກ່າວກັບເຮົາທຸກຄົນເໝືອນກັນ ທີ່ວ່າ, “ນາງຄືແມ່ຂອງເຈົ້າ!”6
ມື້ນີ້ ຂ້າພະເຈົ້າຂໍປະກາດຈາກແທ່ນປາໄສນີ້ ຊຶ່ງເຄີຍຖືກກ່າວມາກ່ອນແລ້ວ ນັ້ນຄື: ບໍ່ມີຄວາມຮັກໃດຢູ່ໃນໂລກມະຕະນີ້ ທີ່ໃກ້ຄຽງກັບຄວາມຮັກອັນບໍລິສຸດຂອງພຣະເຢຊູຄຣິດ ຫລາຍເທົ່າກັບຄວາມຮັກທີ່ບໍ່ເຫັນແກ່ຕົວ ແລະ ການອຸທິດຕົນຂອງແມ່ ທີ່ມີຕໍ່ລູກຂອງນາງ. ເມື່ອເອຊາຢາກ່າວເຖິງພຣະຜູ້ຊ່ອຍໃຫ້ລອດ ແລະ ຢາກບັນຍາຍເຖິງຄວາມຮັກຂອງພຣະເຢໂຮວາ, ເພິ່ນໄດ້ອ້າງເຖິງການອຸທິດຕົນຂອງແມ່. “ຜູ້ຍິງຄົນໜຶ່ງລືມໄລລູກທີ່ຕົນຄອດໄດ້ຫລືບໍ່?” ເພິ່ນຖາມ. ບໍ່ເປັນຕາເຊື່ອ, ເພິ່ນເວົ້າ, ການທີ່ຄິດວ່າພຣະຄຣິດຈະລືມໄລເຮົາ ກໍບໍ່ເປັນຕາເຊື່ອຄືກັນ.7
ຄວາມຮັກອັນແນວແນ່ແມ່ນ “ອົດທົນໄດ້ນານ, ແລະ ມີຄວາມເມດຕາ, … ບໍ່ສະແຫວງຫາເພື່ອຕົນເອງ, … ແຕ່ … ທົນແບກຫາບທຸກສິ່ງ, ເຊື່ອທຸກສິ່ງ, ຫວັງທຸກສິ່ງ, ອົດທົນທຸກສິ່ງ.”8 ຄຳທີ່ໃຫ້ກຳລັງໃຈຫລາຍທີ່ສຸດ, ທີ່ຈົງຮັກພັກດີແທ້ໆ ແມ່ນ “ດຳລົງຢູ່ຕະຫລອດໄປ.”9 ພຣະເຢໂຮວາ ໄດ້ກ່າວວ່າ, “ພູໃຫຍ່ພູນ້ອຍອາດພັງທະລາຍລົງ, ແຕ່ຄວາມຮັກຂອງເຮົາໝັ້ນຄົງບໍ່ສິ້ນສຸດໄດ້.”10 ແມ່ເຮົາກໍເວົ້າແນວນີ້ຄືກັນ.
ທ່ານເຫັນໄດ້ວ່າ, ບໍ່ແມ່ນພຽງແຕ່ເພິ່ນໄດ້ສູ້ທົນເພື່ອເຮົາເທົ່ານັ້ນ, ແຕ່ເພິ່ນຍັງສູ້ທົນຕໍ່ໄປ ກັບເຮົາ ຢູ່. ບໍ່ແມ່ນພຽງແຕ່ເປັນການປະຄອງກ່ອນເກີດ ແຕ່ຍັງປະຄອງຕໍ່ໄປຕະຫລອດຊີວິດ ຊຶ່ງເຮັດໃຫ້ຄຸນງາມຄວາມດີຂອງແມ່ ຫາທີ່ປຽບບໍ່ໄດ້. ແນ່ນອນ, ກໍມີການຍົກເວັ້ນທີ່ເຈັບປວດ, ແຕ່ແມ່ສ່ວນຫລາຍຈະຮູ້ສຶກເອງວ່າ ນີ້ຄືຄວາມໄວ້ວາງໃຈທີ່ສັກສິດຈາກສະຫວັນ. ເມື່ອຮູ້ເຖິງຄວາມຈິງນີ້ ຜູ້ເປັນແມ່ໜຸ່ມໂດຍສະເພາະ ຈະຮູ້ສຶກມີຄວາມຢ້ານກົວຫລາຍ.
ເມື່ອບໍ່ດົນມານີ້, ແມ່ໜຸ່ມທີ່ດີຄົນໜຶ່ງ ໄດ້ຂຽນຈົດໝາຍມາຫາຂ້າພະເຈົ້າ ບອກວ່າ: “ເປັນໄປໄດ້ແນວໃດ ທີ່ມະນຸດຈະຮັກລູກຂອງຕົນ ເຖິງຂັ້ນທີ່ຍອມສະລະອິດສະລະພາບສ່ວນໃຫຍ່ຂອງຕົນ? ເປັນໄປໄດ້ແນວໃດ ທີ່ຄວາມຮັກຂອງມະນຸດມະຕະ ຈະເລິກຊຶ້ງ ເຖິງຂັ້ນທີ່ອາສາສະໝັກຮັບເອົາໜ້າທີ່ຮັບຜິດຊອບ, ຮັບເອົາຄວາມບໍ່ໝັ້ນຄົງ, ຮັບເອົາຄວາມກັງວົນ, ແລະ ຮັບເອົາຄວາມໂສກເສົ້າ ແລະ ເຮັດສິ່ງເກົ່ານັ້ນ ເທື່ອແລ້ວເທື່ອອີກ? ຄວາມຮັກມະຕະຊະນິດໃດທີ່ເຮັດໃຫ້ທ່ານຮູ້ສຶກ, ເມື່ອທ່ານມີລູກ, ວ່າຊີວິດຂອງທ່ານຈະບໍ່ເປັນຂອງທ່ານອີກຕໍ່ໄປ? ຄວາມຮັກຂອງແມ່ ຄົງ ສູງສົ່ງທີ່ສຸດ. ບໍ່ມີຄຳໃດອະທິບາຍໄດ້. ສິ່ງທີ່ແມ່ເຮັດ ເປັນຮາກຖານທີ່ສຳຄັນຂອງວຽກງານຂອງພຣະຄຣິດ. ການທີ່ຮູ້ຈັກແນວນັ້ນ ຄວນພຽງພໍທີ່ຈະບອກເຮົາເຖິງຜົນກະທົບຂອງຄວາມຮັກເຊັ່ນນັ້ນ ຈະເປັນປະມານລະຫວ່າງ ເຫລືອທົນ ກັບ ຍອດຢ້ຽມ, ເທື່ອແລ້ວເທື່ອອີກ, ຈົນເຖິງຄວາມປອດໄພ ແລະ ເຖິງຄວາມລອດ ຂອງລູກຄົນສຸດທ້າຍຢູ່ໃນໂລກ, ເຮົາກໍສາມາດກ່າວກັບພຣະເຢຊູໄດ້ວ່າ, ‘[ພຣະບິດາເອີຍ!] ຂ້ານ້ອຍໄດ້ເຮັດພາລະກິດທີ່ພຣະອົງມອບໝາຍໃຫ້ຂ້ານ້ອຍເຮັດນັ້ນສຳເລັດແລ້ວ.’11 ”
ດ້ວຍຄວາມສະຫງ່າງາມຂອງຈົດໝາຍນັ້ນ ດັງກ້ອງຢູ່ໃນຈິດໃຈຂອງເຮົາ, ຂ້າພະເຈົ້າຂໍແບ່ງປັນປະສົບການສາມຢ່າງ ທີ່ສະທ້ອນເຖິງອິດທິພົນອັນສະຫງ່າຜ່າເຜີຍຂອງແມ່ ຊຶ່ງຂ້າພະເຈົ້າເຫັນໃນການປະຕິບັດສາດສະໜາກິດຂອງຂ້າພະເຈົ້າ ໃນລະຫວ່າງສອງສາມອາທິດຜ່ານມານີ້:
ເລື່ອງລາວທຳອິດ ເປັນການຕັກເຕືອນ, ເຕືອນໃຈເຮົາວ່າ ບໍ່ມີຄວາມພະຍາຍາມໃດຂອງແມ່ ທີ່ສິ້ນສຸດລົງດັ່ງປຶ້ມນິຍາຍ, ຢ່າງໜ້ອຍບໍ່ໄດ້ເກີດຂຶ້ນທັນທີທັນໃດ. ການເຕືອນນັ້ນມາຈາກ ການສົນທະນານຳເພື່ອນທີ່ດີຄົນໜຶ່ງຂອງຂ້າພະເຈົ້າ ທີ່ຮູ້ຈັກກັນມາເປັນເວລາ 50 ປີ ຜູ້ກຳລັງຈະຕາຍໄປຈາກສາດສະໜາຈັກທີ່ລາວເຄີຍຮູ້ໃນໃຈວ່າ ແທ້ຈິງ. ເຖິງແມ່ນວ່າ ຂ້າພະເຈົ້າໄດ້ພະຍາຍາມປອບໃຈລາວ, ແຕ່ບໍ່ສາມາດນຳຄວາມສະຫງົບມາໃຫ້ລາວ. ໃນທີ່ສຸດ ລາວໄດ້ເວົ້າກົງໄປກົງມາກັບຂ້າພະເຈົ້າວ່າ “ແຈັຟ ເອີຍ, ເຖິງແມ່ນວ່າ ຄວາມເຈັບປວດໃນຂະນະທີ່ຂ້ອຍຢູ່ຕໍ່ພຣະພັກຂອງພຣະເຈົ້າອາດສາຫັດທີ່ສຸດ, ແຕ່ຂ້ອຍບໍ່ກ້າທີ່ຈະສູ້ໜ້າແມ່ໄດ້ເລີຍ. ພຣະກິດຕິຄຸນ ແລະ ລູກໆຂອງເພິ່ນ ເປັນທຸກສິ່ງທຸກຢ່າງສຳລັບເພິ່ນ. ຂ້ອຍຮູ້ວ່າ ຂ້ອຍໄດ້ເຮັດໃຫ້ເພິ່ນໂສກເສົ້າ, ແລະ ສິ່ງນີ້ກໍເຮັດໃຫ້ຂ້ອຍໂສກເສົ້າຄືກັນ.”
ຂ້າພະເຈົ້າແນ່ໃຈວ່າ ໃນເວລາທີ່ລາວຕາຍໄປ, ແມ່ຂອງລາວໄດ້ຮັບເອົາເພື່ອນຂອງຂ້າພະເຈົ້າດ້ວຍອ້ອມແຂນທີ່ເຕັມໄປດ້ວຍຄວາມຮັກ; ນັ້ນຄືຄວາມຮັກຂອງພໍ່ແມ່. ແຕ່ການຕັກເຕືອນໃນເລື່ອງນີ້ ແມ່ນວ່າລູກ ສາມາດ ເຮັດໃຫ້ແມ່ຂອງຕົນໂສກເສົ້າ. ໃນເລື່ອງນີ້ກໍເໝືອນກັນ, ເຮົາເຫັນການປຽບທຽບໃສ່ກັບຄວາມສູງສົ່ງ. ຂ້າພະເຈົ້າບໍ່ຈຳເປັນຕ້ອງເຕືອນໃຈທ່ານວ່າ ພຣະເຢຊູໄດ້ສິ້ນພຣະຊົນດ້ວຍໃຈທີ່ຊອກຊ້ຳ, ໄດ້ອ່ອນເພຍ ແລະ ເມື່ອຍລ້າ ຈາກການສູ້ທົນກັບບາບຂອງໂລກ. ສະນັ້ນ ໃນເວລາທີ່ເຮົາຖືກທົດສອບ, ຂໍໃຫ້ເຮົາຈົ່ງຈື່ຄຳວ່າ “ນາງຄືແມ່ [ຂອງເຮົາ]” ແລະ ຈື່ຈຳພຣະຜູ້ຊ່ອຍໃຫ້ລອດຂອງເຮົາດ້ວຍ ແລະ ບໍ່ໃຫ້ທັງສອງມີຄວາມໂສກເສົ້າຫລາຍກັບຄວາມຜິດບາບຂອງເຮົາ.
ເລື່ອງລາວທີສອງ, ຂ້າພະເຈົ້າກ່າວເຖິງຊາຍໜຸ່ມຄົນໜຶ່ງ ຜູ້ໄດ້ເຂົ້າໄປສະໜາມເຜີຍແຜ່ ຢ່າງມີຄ່າຄວນ, ແຕ່ດ້ວຍການເລືອກຂອງຕົນເອງ ລາວໄດ້ກັບເມືອບ້ານກ່ອນກຳນົດ ເພາະການຄິດມັກຄົນເພດດຽວກັນ ແລະ ເພາະປະສົບການທີ່ເຈັບປວດບາງຢ່າງ. ລາວຍັງມີຄ່າຄວນຢູ່, ແຕ່ສັດທາຂອງລາວໄດ້ຢູ່ໃນລະດັບຄັບຂັນ, ຄວາມຮູ້ສຶກຂອງລາວກໍນັບມື້ນັບໜັກໜ່ວງຂຶ້ນເລື້ອຍໆ, ແລະ ຄວາມເຈັບປວດທາງວິນຍານ ກໍແສນສາຫັດ. ລາວມີຄວາມເຈັບປວດ, ສັບສົນ, ໃຈຮ້າຍ, ແລະ ເສົ້າໃຈ.
ປະທານເຜີຍແຜ່, ປະທານສະເຕກ, ແລະ ອະທິການຂອງລາວ ໄດ້ໃຊ້ເວລາຈົນນັບບໍ່ຖ້ວນ ໃນການຊອກຫາ ແລະ ຮ້ອງໄຫ້ ແລະ ອວຍພອນລາວ ໃນຂະນະທີ່ພວກເພິ່ນຫາວິທີຊ່ອຍເຫລືອລາວ, ແຕ່ບາດແຜຂອງລາວນັ້ນ ເປັນເລື່ອງສ່ວນຕົວ ທີ່ລາວໄດ້ເກັບໄວ້ເປັນຄວາມລັບ ຊຶ່ງບາງພາກສ່ວນແມ່ນເກີນກວ່າ ພວກເພິ່ນຈະເອື້ອມເຖິງໄດ້. ພໍ່ທີ່ດີຂອງລາວ ກໍໄດ້ພະຍາຍາມຈົນສຸດຄວາມສາມາດ ເພື່ອຊ່ອຍເຫລືອລູກຊາຍຂອງຕົນ, ແຕ່ໜ້າທີ່ວຽກງານຂອງລາວໄດ້ເຮັດໃຫ້ລາວຕ້ອງທຳງານຈົນຄ່ຳ ແລະ ໄດ້ປະໃຫ້ລູກຊາຍ ກັບແມ່ ປະເຊີນກັບຄວາມມືດມົວຕາມລຳພັງ. ມື້ໄດ້ກາຍເປັນເດືອນ, ເດືອນໄດ້ກາຍເປັນປີ, ສອງແມ່ລູກໄດ້ຊອກຫາການປິ່ນປົວນຳກັນ. ຜ່ານໄລຍະເວລາທີ່ຂົມຂື່ນນັ້ນ (ສ່ວນຫລາຍແມ່ນລູກຊາຍ ແຕ່ບາງເທື່ອແມ່ນແມ່) ແລະ ຄວາມຢ້ານກົວທີ່ບໍ່ເຄີຍໝົດສິ້ນ (ສ່ວນຫລາຍແມ່ນແມ່ ແຕ່ບາງເທື່ອແມ່ນລູກຊາຍ), ນາງໄດ້ສະແດງປະຈັກພະຍານ—ທີ່ສວຍງາມ ແລະ ໜັກແໜ້ນ—ຕໍ່ລູກຊາຍຂອງນາງ ເຖິງອຳນາດຂອງພຣະເຈົ້າ, ເຖິງສາດສະໜາຈັກຂອງພຣະອົງ, ໂດຍສະເພາະ ເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ຊາຍໜຸ່ມຄົນນີ້. ພ້ອມນີ້ ນາງໄດ້ເປັນພະຍານເຖິງຄວາມຮັກທີ່ເດັດດ່ຽວຂອງນາງ ຕໍ່ລາວເໝືອນກັນ. ໃນການນຳສອງພາກສ່ວນທີ່ສຳຄັນເຂົ້າມາຫາກັນ—ນັ້ນຄື ພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ຄອບຄົວຂອງນາງ—ນາງໄດ້ອະທິຖານຢ່າງບໍ່ລົດລະ. ນາງໄດ້ຖືສິນອົດເຂົ້າ ແລະ ໄດ້ຮ້ອງໄຫ, ໄດ້ຮ້ອງໄຫ້ ແລະ ໄດ້ຖືສິນອົດເຂົ້າ, ແລ້ວໄດ້ຮັບຟັງສິ່ງທີ່ລູກຊາຍໄດ້ບອກນາງ ເຖິງຄວາມເຈັບປວດໃຈຂອງລາວ. ດັ່ງນັ້ນ ນາງຈຶ່ງໄດ້ປະຄອງລາວ—ອີກ—ບໍ່ແມ່ນພຽງແຕ່ເກົ້າເດືອນເທົ່ານັ້ນ. ເທື່ອນີ້ ນາງຄິດວ່າ ການອອກແຮງຊ່ອຍປົວແຜໃນໃຈຂອງລາວ ອາດໃຊ້ເວລາຍາວນານ.
ແຕ່ດ້ວຍພຣະຄຸນຂອງພຣະເຈົ້າ, ດ້ວຍຄວາມເດັດດ່ຽວຂອງນາງເອງ, ແລະ ດ້ວຍຄວາມຊ່ອຍເຫລືອຢ່າງຫລວງຫລາຍຂອງຜູ້ນຳໃນສາດສະໜາຈັກ, ດ້ວຍໝູ່ເພື່ອນ, ດ້ວຍສະມາຊິກໃນຄອບຄົວ, ແລະ ດ້ວຍຝ່າຍຜູ້ຊ່ຽວຊານ, ແມ່ທີ່ບໍ່ທໍ້ຖອຍຄົນນີ້ ໄດ້ເຫັນລູກຊາຍຂອງນາງກັບມາສູ່ແຜ່ນດິນແຫ່ງຄຳສັນຍາ. ໜ້າເສຍໃຈທີ່ພອນເຊັ່ນນັ້ນ ບໍ່ໄດ້ມາເຖິງພໍ່ແມ່ທຸກຄົນ ຜູ້ເຈັບປວດໃຈກັບສະພາບການຂອງລູກໆຂອງເຂົາເຈົ້າ, ແລະ ບັນຫາເລື່ອງເພດຂອງລູກຊາຍຄົນນີ້ ບໍ່ໄດ້ປ່ຽນໄປແບບປະຕິຫານ—ບໍ່ມີຄົນໃດຄິດວ່າ ຈະເປັນປະຕິຫານ. ແຕ່ເທື່ອລະເລັກເທື່ອລະໜ້ອຍ ໃຈຂອງລາວໄດ້ປ່ຽນໄປ.
ລາວໄດ້ເລີ່ມກັບຄືນມາໂບດ. ລາວໄດ້ເລືອກຮັບສິນລະລຶກ ດ້ວຍຄວາມເຕັມໃຈ ແລະ ມີຄ່າຄວນ. ລາວໄດ້ຮັບໃບຮັບຮອງເຂົ້າພຣະວິຫານ ແລະ ໄດ້ຮັບເອົາການເອີ້ນເປັນຄູສອນຫ້ອງຮຽນສາດສະໜາ ໃນຕອນເຊົ້າມືດ, ບ່ອນທີ່ລາວປະສົບຄວາມສຳເລັດຫລາຍ. ແລະ ເວລານີ້, ຫລັງຈາກ ຫ້າປີ, ດ້ວຍຄວາມສະໝັກໃຈຂອງລາວເອງ ແລະ ດ້ວຍການພິຈາລະນາຂອງສາດສະໜາຈັກ, ລາວໄດ້ຂໍກັບຄືນໄປສະໜາມເຜີຍແຜ່ ເພື່ອຮັບໃຊ້ພຣະຜູ້ເປັນເຈົ້າ ໃຫ້ສຳເລັດ. ຂ້າພະເຈົ້າໄດ້ນ້ຳຕາໄຫລນຳຄວາມກ້າຫານ, ກຽດສັກສີ, ແລະ ຄວາມຕັ້ງໃຈຂອງຊາຍໜຸ່ມຄົນນີ້ ທີ່ໄດ້ແກ້ໄຂບັນຫາ ແລະ ຮັກສາສັດທາຂອງລາວໄດ້. ລາວຮູ້ວ່າ ລາວເປັນໜີ້ບຸນຄຸນຫລາຍຄົນ, ແຕ່ລາວຮູ້ວ່າ ລາວເປັນໜີ້ບຸນຄຸນສອງຄົນຫລາຍທີ່ສຸດ—ນັ້ນຄື ພຣະຜູ້ຊ່ອຍໃຫ້ລອດຂອງລາວ, ອົງພຣະເຢຊູຄຣິດເຈົ້າ, ແລະ ແມ່ຂອງລາວ ຜູ້ທີ່ຕັ້ງໃຈ, ຜູ້ໄຖ່, ແລະ ຜູ້ເປັນນັກບຸນແທ້ໆ.
ເລື່ອງສຸດທ້າຍ, ເລື່ອງນີ້ແມ່ນຈາກການອຸທິດພຣະວິຫານເມືອງແມັກຊິໂກ ຄືນໃໝ່ ເມື່ອສາມອາທິດກ່ອນ. ຢູ່ທີ່ນັ້ນ ພ້ອມກັບປະທານເຮັນຣີ ບີ ໄອຣິງ, ຂ້າພະເຈົ້າໄດ້ເຫັນເພື່ອນທີ່ຮັກແພງຄົນໜຶ່ງຊື່ ລີຊາ ທັດໂທ ໄພເພີ ຢືນຢູ່ໃນພິທີອຸທິດ ທີ່ປະທັບໃຈນັ້ນ. ແຕ່ນາງໄດ້ຢືນຢູ່ດ້ວຍຄວາມຫຍຸ້ງຍາກ ເພາະດ້ວຍແຂນຂ້າງໜຶ່ງ ນາງໄດ້ຍົກນາງ ດໍຣາ, ລູກສາວຜູ້ພິການຂຶ້ນ ແລະ ດ້ວຍມືອີກຂ້າງໜຶ່ງ ນາງໄດ້ພະຍາຍາມຊ່ອຍຈັບມືລູກສາວທີ່ສວຍງາມຂອງນາງ ທິດາຂອງພຣະເຈົ້າ ຍົກຜ້າແພມົນສີຂາວຂຶ້ນ ແລະ ດ້ວຍສຽງທີ່ພໍເຂົ້າໃຈໄດ້, ນາງໄດ້ຮ້ອງອອກມາວ່າ, “ໂຮຊັນນາ, ໂຮຊັນນາ, ໂຮຊັນນາ, ແດ່ພຣະເຈົ້າ ແລະ ລູກແກະ.”12
ຕໍ່ແມ່ທຸກຄົນຂອງເຮົາ ໃນທຸກແຫ່ງຫົນ, ໃນອະດີດ, ໃນປະຈຸບັນ, ຫລື ໃນອະນາຄົດ, ຂ້າພະເຈົ້າກ່າວວ່າ, “ຂອບໃຈ ສຳລັບການໃຫ້ກຳເນີດ, ສຳລັບການຫລໍ່ຫລອມຈິດວິນຍານ, ສຳລັບການດັດແປງບຸກຄະລິກ, ແລະ ສຳລັບການສະແດງໃຫ້ເຫັນເຖິງຄວາມຮັກອັນບໍລິສຸດຂອງພຣະຄຣິດ.” ຕໍ່ແມ່ເອວາ, ຕໍ່ນາງຊາຣາ, ເຣເບກາ, ແລະ ຣາເຊັນ, ຕໍ່ ມາຣີແຫ່ງນາຊາເຣັດ, ແລະ ຕໍ່ພຣະມານດາໃນສະຫວັນ, ຂ້າພະເຈົ້າກ່າວວ່າ, “ຂອບໃຈສຳລັບບົດບາດທີ່ສຳຄັນຂອງພວກທ່ານ ໃນການບັນລຸຈຸດເປົ້າໝາຍນິລັນດອນ.” ຕໍ່ແມ່ທຸກຄົນ ໃນທຸກສະພາບການ, ຮ່ວມທັງຜູ້ທີ່ກຳລັງດີ້ນລົນຢູ່, ຂ້າພະເຈົ້າກ່າວວ່າ, “ຈົ່ງສະຫງົບ. ຈົ່ງເຊື່ອພຣະເຈົ້າ ແລະ ເຊື່ອຕົວເອງ. ທ່ານເຮັດໄດ້ດີຫລາຍກວ່າທີ່ທ່ານຄິດ. ທ່ານເປັນຜູ້ຊ່ອຍໃຫ້ລອດ ຢູ່ເທິງພູສີໂອນ,13 ແລະ ເໝືອນດັ່ງພຣະອາຈານ ທ່ານຕິດຕາມ, ຄວາມຮັກຂອງທ່ານຈະ ‘ດຳລົງຢູ່ຕະຫລອດໄປ.’14 ” ຂ້າພະເຈົ້າບໍ່ສາມາດສະແດງຄວາມເຄົາລົບຕໍ່ຄົນອື່ນທີ່ສູງກວ່ານີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.