ຖືກທົດສອບ ແລະ ລໍ້ລວງ—ແຕ່ໄດ້ຮັບຄວາມຊ່ອຍເຫລືອ
ເຮົາສາມາດຊ່ອຍເຫລືອກັນແລະກັນ ໃນຖານະລູກໆຂອງພຣະບິດາເທິງສະຫວັນຂອງເຮົາ ໃນການທົດລອງ ແລະ ການລໍ້ລວງຂອງເຮົາ.
ໃນຊ່ວງເວລາຂອງຊີວິດ, ເຮົາຈະຖືກທົດສອບ ແລະ ລໍ້ລວງ. ເຮົາຍັງມີໂອກາດນຳອີກທີ່ຈະນຳໃຊ້ອຳເພີໃຈຂອງເຮົາ ແລະ ຊ່ອຍເຫລືອກັນແລະກັນ. ຄວາມຈິງເຫລົ່ານີ້ກໍເປັນພາກສ່ວນຂອງແຜນອັນປະເສີດ ແລະ ດີພ້ອມຂອງພຣະບິດາເທິງສະຫວັນຂອງເຮົາ.
ປະທານຈອນ ເທເລີ ໄດ້ສອນວ່າ: “ຂ້າພະເຈົ້າໄດ້ຍິນສາດສະດາ ໂຈເຊັບ ກ່າວ, ເມື່ອກ່າວຕໍ່ອັກຄະສາວົກສິບສອງໃນໂອກາດໜຶ່ງວ່າ: ‘ທ່ານຈະມີການທົດສອບຫລາຍໆຢ່າງທີ່ຈະຜ່ານຜ່າ. ແລະ ມັນກໍຈຳເປັນສຳລັບທ່ານ ທີ່ຈະຖືກທົດລອງ ດັ່ງທີ່ມັນໄດ້ເປັນໄປສຳລັບ ອັບຣາຮາມ ແລະ ບຸລຸດຄົນອື່ນຂອງພຣະເຈົ້າ, ແລະ (ເພິ່ນໄດ້ກ່າວ) ພຣະເຈົ້າຈະທົດສອບທ່ານ, ແລະ ພຣະອົງຈະຮັບເອົາທ່ານ ແລະ ທົດສອບທ່ານຈົນເຖິງຂີດຈຳກັດຂອງທ່ານ.’”1
ເມື່ອເຮົາເຖິງອາຍຸທີ່ຮູ້ຈັກຮັບຜິດຊອບແລ້ວ, ການທົດລອງ ແລະ ການລໍ້ລວງເປັນເລື່ອງທຳມະດາ. ບາງເທື່ອມັນຈະກາຍເປັນພາລະໜັກໄດ້, ແຕ່ມັນຍັງໃຫ້ພະລັງ ແລະ ຄວາມກ້າວໜ້າແກ່ເຮົາ ເມື່ອເຮົາເອົາຊະນະມັນໄດ້ຢ່າງສຳເລັດຜົນ.
ໂຊກດີແທ້ໆ ທີ່ພາລະເຫລົ່ານີ້ບໍ່ຄວນຕ້ອງຖືກແບກຫາບຄົນດຽວ. ແອວມາໄດ້ສອນວ່າ, “ຍ້ອນວ່າພວກທ່ານປາດຖະໜາຈະເຂົ້າມາຫາຝູງຊົນຂອງພຣະເຈົ້າ, ແລະ ມີຊື່ວ່າຜູ້ຄົນຂອງພຣະອົງ, ແລະ ເຕັມໃຈຈະແບກຫາບພາລະຂອງກັນແລະກັນ, ເພື່ອຈະໄດ້ແບ່ງເບົາ.”2 ຖ້ອຍຄຳເຫລົ່ານີ້ສະແດງໃຫ້ເຫັນວ່າເຮົາມີໜ້າທີ່ຮັບຜິດຊອບທີ່ຈະຊ່ອຍເຫລືອກັນແລະກັນ. ໜ້າທີ່ຮັບຜິດຊອບນັ້ນສາມາດມາຈາກການເອີ້ນໃນສາດສະໜາຈັກ, ໜ້າທີ່ມອບໝາຍ, ມິດຕະພາບ, ຫລື ເປັນພາກສ່ວນຂອງໜ້າທີ່ມອບໝາຍຂອງການເປັນພໍ່ແມ່, ຄູ່ສາມີພັນລະຍາ, ຫລື ສະມາຊິກຂອງຄອບຄົວ—ຫລື ແມ່ນແຕ່ຈາກພາກສ່ວນໃນຄອບຄົວຂອງພຣະເຈົ້າ.
ຂ້າພະເຈົ້າຈະໃຫ້ຕົວຢ່າງສີ່ຢ່າງ ວ່າພາລະຂອງເຮົາຈະຖືກແບ່ງເບົາແນວໃດ ຂະນະທີ່ເຮົາຊ່ອຍເຫລືອກັນແລະກັນ.
1. ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ, “ຖ້າຜູ້ໃດຈະເກນເຈົ້າໃຫ້ແບກໄປໜຶ່ງຫລັກ ຈົ່ງແບກໄປເຖິງສອງຫລັກ.”3 ຕົວຢ່າງນີ້ກໍຄືວ່າ, ເຮົາຖືກຮຽກຮ້ອງໃຫ້ໄປພຣະວິຫານຢ່າງສະໝ່ຳສະເໝີ, ຕາມທີ່ສະຖານະການ ສ່ວນຕົວຂອງເຮົາຈະອຳນວຍ. ການໄປຮ່ວມພິທີໃນພຣະວິຫານ ຮຽກຮ້ອງການເສຍສະລະຂອງເວລາ ແລະ ຊັບສິນ, ໂດຍສະເພາະ ສຳລັບຜູ້ທີ່ຕ້ອງເດີນທາງໄກແສນໄກ. ເຖິງຢ່າງໃດກໍຕາມ, ການເສຍສະລະນີ້ກໍຖືໄດ້ວ່າເປັນຫລັກທຳອິດທີ່ຕ້ອງເດີນ.
ເຮົາເລີ່ມເດີນໄປເຖິງຫລັກທີສອງເມື່ອເຮົາເຂົ້າໃຈຖ້ອຍຄຳທີ່ວ່າ, “ຄົ້ນພົບ, ນຳໄປ ແລະ ສິດສອນ,”4 ເມື່ອເຮົາຄົ້ນຫາ ແລະ ຈັດຕຽມຊື່ຂອງບັນພະບຸລຸດຂອງເຮົາສຳລັບພິທີການໃນພຣະວິຫານ, ເມື່ອເຮົາຊ່ອຍໃນການຈັດດັດສະນີຊື່, ເມື່ອເຮົາຮັບໃຊ້ເປັນຜູ້ຊ່ອຍ ໃນພຣະວິຫານ, ແລະ ເມື່ອເຮົາຊອກຫາວິທີທາງທີ່ຈະຊ່ອຍຄົນອື່ນ ໃຫ້ມີປະສົບການໃນພຣະວິຫານທີ່ມີຄວາມໝາຍ.
ຕອນຂ້າພະເຈົ້າຮັບໃຊ້ໃນຖານະສາວົກເຈັດສິບປະຈຳເຂດ, ສະເຕກແຫ່ງໜຶ່ງທີ່ຢູ່ໃນສະພາປະສານງານຂອງຂ້າພະເຈົ້າໄດ້ມີສ່ວນຮ່ວມໃນການເດີນທາງໄປພຣະວິຫານເປັນກຸ່ມໃຫຍ່. ພຣະວິຫານທີ່ສະມາຊິກ ໄດ້ໄປຮ່ວມກໍນ້ອຍ, ແລະ ໜ້າເສຍໃຈທີ່ສະມາຊິກຫລາຍຄົນ ບໍ່ໄດ້ເຂົ້າຮ່ວມໃນພິທີ, ເຖິງແມ່ນໄດ້ເດີນທາງດົນນານເປັນເວລາ 12 ຊົ່ວໂມງ, ເພາະວ່າໄດ້ມີຜູ້ໄປຮ່ວມຫລາຍເກີນກຳນົດຂອງວັນນັ້ນ.
ສາມສີ່ມື້ຫລັງຈາກການເດີນທາງນີ້, ຂ້າພະເຈົ້າໄດ້ໄປຢ້ຽມສະເຕກນີ້ ແລະ ໄດ້ຖາມປະທານ ຖ້າຫາກວ່າຂ້າພະເຈົ້າຈະເວົ້າລົມກັບສະມາຊິກບາງຄົນ ຜູ້ທີ່ບໍ່ໄດ້ເຂົ້າຮ່ວມພິທີໃນພຣະວິຫານໃນວັນນັ້ນຊິໄດ້ບໍ່. ອ້າຍນ້ອງ ຄົນໜຶ່ງທີ່ຂ້າພະເຈົ້າໄດ້ຢ້ຽມຢາມໄດ້ບອກຂ້າພະເຈົ້າວ່າ: “ແອວເດີເອີຍ, ບໍ່ຕ້ອງກັງວົນດອກ. ຂ້ານ້ອຍໄດ້ໄປຍັງວິຫານຂອງອົງພຣະຜູ້ເປັນເຈົ້າ. ຂ້ານ້ອຍໄດ້ນັ່ງຢູ່ທີ່ແປ້ນນັ່ງຢູ່ໃນສວນ ແລະ ໄດ້ໄຕ່ຕອງໃນໃຈເຖິງພິທີການເຫລົ່ານັ້ນ. ແລ້ວຂ້ານ້ອຍກໍໄດ້ຮັບໂອກາດໃຫ້ເຂົ້າໄປ, ແຕ່ຂ້ານ້ອຍໄດ້ໃຫ້ອ້າຍນ້ອງອີກຄົນໜຶ່ງເຂົ້າໄປແທນຂ້ານ້ອຍ, ຜູ້ທີ່ໄດ້ໄປພຣະວິຫານເປັນເທື່ອທຳອິດ ເພື່ອໄປຜະນຶກເຂົ້າກັບພັນລະຍາຂອງ ລາວ. ແລ້ວເຂົາເຈົ້າໄດ້ມີໂອກາດເຂົ້າຮ່ວມອີກທັງສອງພາກໃນມື້ນັ້ນ. ພຣະຜູ້ເປັນເຈົ້າຮູ້ຈັກຂ້ານ້ອຍ, ແລະ ພຣະອົງໄດ້ໃຫ້ພອນແກ່ຂ້ານ້ອຍແລ້ວ, ແລະ ພວກຂ້ານ້ອຍກໍສະບາຍດີ.”
2. ຍິ້ມແຍ້ມ. ການກະທຳນ້ອຍໆນີ້ສາມາດຊ່ອຍຄົນອື່ນຜູ້ທີ່ຮູ້ສຶກ ອຸກອັ່ງ ແລະ ໜັກໜ່ວງໃຈ. ໃນພາກຖານະປະໂລຫິດຂອງກອງປະຊຸມໃຫຍ່ສາມັນເມື່ອເດືອນເມສາທີ່ຜ່ານມານີ້, ຂ້າພະເຈົ້າໄດ້ນັ່ງຢູ່ເທິງເວທີ ນຳເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຫ້າຄົນທີ່ຫາກໍຖືກເອີ້ນໃໝ່ໆ. ພວກເຮົາໄດ້ນັ່ງຢູ່ ບ່ອນທີ່ບັນດາເອື້ອຍນ້ອງແຫ່ງຝ່າຍປະທານອົງການຊ່ອຍເຫລືອນັ່ງຢູ່ໃນເວລານີ້. ຂ້າພະເຈົ້າໄດ້ຮູ້ສຶກກັງວົນ ແລະ ໜັກໃຈຫລາຍກັບການເອີ້ນ ໃໝ່ໆຂອງຂ້າພະເຈົ້າ.
ເມື່ອເຮົາໄດ້ຮ້ອງເພງສວດເຄິ່ງກອງປະຊຸມ, ຂ້າພະເຈົ້າໄດ້ມີຄວາມປະທັບໃຈຢ່າງແຮງກ້າວ່າມີຄົນກຳລັງຈ້ອງມອງເບິ່ງຂ້າພະເຈົ້າຢູ່. ຂ້າພະເຈົ້າໄດ້ຄິດໃນໃຈວ່າ: “ມີຄົນຫລາຍກວ່າ 20,000 ຄົນ ໃນອາຄານນີ້, ແລະ ຄົນສ່ວນຫລາຍກໍພາກັນປິ່ນໜ້າມາທາງນີ້. ແນ່ນອນວ່າຕ້ອງມີຄົນຈ້ອງມອງເບິ່ງເຮົາ.”
ຂະນະທີ່ຂ້າພະເຈົ້າຮ້ອງເພງຕໍ່ໄປ, ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມປະທັບໃຈນັ້ນອີກ. ຂ້າພະເຈົ້າໄດ້ຫລຽວໄປຫາແຖວທີ່ອັກຄະສາວົກສິບສອງນັ່ງຢູ່ ແລະ ໄດ້ເຫັນວ່າ ປະທານຣະໂຊ ເອັມ ແນວສັນ ໄດ້ຫລຽວໄປທາງຫລັງ ບ່ອນນັ່ງຂອງເພິ່ນ, ຫລຽວໄປບ່ອນທີ່ພວກເຮົາໄດ້ນັ່ງຢູ່. ພວກເຮົາໄດ້ສົບຕາກັນ, ແລະ ເພິ່ນໄດ້ຍິ້ມໃຫຍ່ໆໃຫ້ຂ້າພະເຈົ້າ. ຮອຍຍິ້ມນັ້ນໄດ້ນຳຄວາມສະຫງົບມາສູ່ຫົວໃຈທີ່ໜັກໜ່ວງຂອງຂ້າພະເຈົ້າ.
ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ, ພຣະເຢຊູຄຣິດໄດ້ໄປຢ້ຽມຢາມຝູງແກະອື່ນຂອງພຣະອົງ. ພຣະອົງໄດ້ເອີ້ນ ແລະ ແຕ່ງຕັ້ງສານຸສິດສິບສອງຄົນ, ແລະ ດ້ວຍສິດອຳນາດນັ້ນ, ເຂົາເຈົ້າໄດ້ປະຕິບັດສາດສະໜາກິດຕໍ່ຜູ້ຄົນ. ອົງພຣະເຢຊູຄຣິດເອງກໍໄດ້ຢືນຢູ່ໃນທ່າມກາງເຂົາເຈົ້າ. ພຣະຜູ້ເປັນເຈົ້າໄດ້ບອກໃຫ້ເຂົາເຈົ້າຄຸເຂົ່າ ແລະ ອະທິຖານ. ຂ້າພະເຈົ້າບໍ່ແນ່ໃຈ ຖ້າຫາກວ່າສານຸສິດທີ່ຫາກໍຖືກເອີ້ນ ແລະ ແຕ່ງຕັ້ງໄດ້ຮູ້ສຶກໜັກໜ່ວງໃຈກ່ຽວກັບການເອີ້ນຂອງເຂົາເຈົ້າ, ແຕ່ຂໍ້ພຣະຄຳພີກ່າວວ່າ, “ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະເຢຊູໄດ້ປະທານພອນໃຫ້ແກ່ພວກເພິ່ນໃນຂະນະທີ່ພວກເພິ່ນກຳລັງອະທິຖານຫາພຣະອົງຢູ່ນັ້ນ, ແລະ ພຣະອົງໄດ້ ຍິ້ມໃສ່ ພວກເພິ່ນ, ແລະ ຄວາມສະຫວ່າງໃນໃບໜ້າຂອງພຣະອົງໄດ້ສ່ອງໃສ່ພວກເພິ່ນ.”5 ໃນກອງປະຊຸມໃຫຍ່ສາມັນທີ່ຜ່ານມານີ້, ຮອຍຍິ້ມໄດ້ເຮັດໃຫ້ພາລະໜັກຂອງຂ້າພະເຈົ້າເບົາລົງທັນທີ ແລະ ໃນວິທີທາງທີ່ປະເສີດ.
3. ສະແດງຄວາມຮູ້ສຶກເຖິງຄວາມເມດຕາທີ່ມີຕໍ່ຄົນອື່ນ. ຖ້າວ່າທ່ານເປັນຜູ້ດຳລົງຖານະປະໂລຫິດ, ຂໍໃຫ້ທ່ານໃຊ້ອຳນາດຂອງທ່ານ ເພື່ອຊ່ອຍເຫລືອລູກໆຂອງພຣະເຈົ້າ, ໃຫ້ພອນແກ່ເຂົາເຈົ້າ. ໃຫ້ສະແດງຄຳ ວາຈາທີ່ໃຫ້ກຳລັງໃຈ ແລະ ປອບໂຍນຜູ້ຄົນທີ່ທໍລະມານ ຫລື ທົນທຸກຢູ່ດ້ວຍປະສົບການທີ່ຍາກລຳບາກ.
4. ພື້ນຖານຂອງແຜນຂອງພຣະເຈົ້າຄືການຊົດໃຊ້ຂອງອົງພຣະເຢຊູຄຣິດເຈົ້າ. ຢ່າງນ້ອຍໜຶ່ງເທື່ອ ແຕ່ລະທິດ, ເຮົາຄວນຄິດສຳມະທິດັ່ງທີ່ ປະທານ ໂຈເຊັບ ແອັຟ ສະມິດ ໄດ້ເຮັດໃນ “ຄວາມຮັກທີ່ຍິ່ງໃຫຍ່ ແລະ ປະເສີດທີ່ຖືກເຮັດໃຫ້ປະຈັກ ໂດຍພຣະບິດາ ແລະ ພຣະບຸດ ໃນການສະເດັດມາສູ່ໂລກຂອງພຣະຜູ້ໄຖ່.”6 ການເຊື້ອເຊີນຄົນອື່ນ ໃຫ້ມາໂບດ ແລະ ຮັບສ່ວນສິນລະລຶກຢ່າງມີຄ່າຄວນ ຈະອະນຸຍາດ ໃຫ້ລູກໆຂອງພຣະເຈົ້າຫລາຍກວ່ານັ້ນໃຫ້ສະທ້ອນຄິດເຖິງ ການຊົດໃຊ້. ແລະ ຖ້າຫາກເຮົາບໍ່ມີຄ່າຄວນ, ເຮົາກໍສາມາດກັບໃຈໄດ້. ຂໍໃຫ້ຈຳໄວ້ວ່າ ພຣະບຸດຂອງອົງທີ່ສູງສຸດໄດ້ສະເດັດລົງຕ່ຳກວ່າທຸກຄົນ ແລະ ໄດ້ຮັບເອົາຄວາມຜິດພາດ, ການບາບ, ການລ່ວງລະເມີດ, ຄວາມເຈັບໄຂ້, ຄວາມເຈັບປວດ, ຄວາມຍາກລຳບາກ, ແລະ ຄວາມໂດດດ່່ຽວດຽວດາຍ. ຂໍ້ພຣະຄຳພີສອນວ່າ, “ພຣະອົງຜູ້ໄດ້ສະເດັດຂຶ້ນເບື້ອງບົນ, ດັ່ງທີ່ພຣະອົງໄດ້ສະເດັດລົງຕ່ຳກວ່າທຸກສິ່ງ, ໃນການນັ້ນ ພຣະອົງຈຶ່ງໄດ້ເຂົ້າໃຈທຸກສິ່ງທັງປວງ.”7
ມັນບໍ່ສຳຄັນວ່າການດີ້ນລົນສ່ວນຕົວຂອງເຮົາຈະເປັນຫຍັງກໍຕາມ—ບໍ່ວ່າມັນຈະເປັນພະຍາດໂລຄາ ຫລື ຄວາມໂດດດ່ຽວດຽວດາຍທີ່ເປັນມາຢ່າງຍາວນານ ຫລື ການທົນທຸກຢູ່ກັບການລໍ້ລວງ ແລະ ການທົດສອບຂອງຜູ້ປໍລະປັກ—ຜູ້ລ້ຽງແກະທີ່ດີ ກໍຢູ່ໃນນັ້ນ. ພຣະອົງເອີ້ນເຮົາຕາມຊື່ ແລະ ກ່າວວ່າ, “ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກຫາບພາລະໜັກ, ຈົ່ງມາຫາເຮົາ, ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.”8
ຂ້າພະເຈົ້າຂໍສະຫລຸບທັງສີ່ຈຸດວ່າ:
ທີໜຶ່ງ—ເດີນໄປຕໍ່ອີກເຖິງຫລັກທີສອງ.
ທີສອງ—ຂໍໃຫ້ຍິ້ມແຍ້ມ. ຮອຍຍິ້ມຂອງທ່ານຈະຊ່ອຍຄົນອື່ນ.
ທີສາມ—ສະແດງຄວາມເມດຕາ.
ທີສີ່—ເຊື້ອເຊີນຄົນອື່ນໃຫ້ມາໂບດ.
ຂ້າພະເຈົ້າກ່າວປະຈັກພະຍານຂອງຂ້າພະເຈົ້າເຖິງພຣະຜູ້ຊ່ອຍໃຫ້ລອດ. ພຣະເຢຊູຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່, ແລະ ພຣະອົງຊົງພຣະຊົນຢູ່ແທ້ໆ. ຂ້າພະເຈົ້າຮູ້ວ່າພຣະອົງສະໜັບສະໜູນ ແຜນຂອງພຣະບິດາ, ດ້ວຍສຸດພະລັງ ແລະ ອຳນາດຂອງພຣະອົງ. ຂ້າພະເຈົ້າຮູ້ວ່າ ປະທານທອມມັສ ແອັສ ມອນສັນ ເປັນສາດສະດາ ທີ່ມີຊີວິດຢູ່. ເພິ່ນດຳລົງຂໍກະແຈທັງໝົດທີ່ຈະບັນລຸວຽກງານຂອງ ພຣະເຈົ້າຢູ່ເທິງໂລກນີ້ຢ່າງສຳເລັດຜົນ. ຂ້າພະເຈົ້າຮູ້ວ່າເຮົາສາມາດຊ່ອຍເຫລືອກັນແລະກັນ ໃນຖານະລູກໆຂອງພຣະບິດາເທິງສະຫວັນຂອງເຮົາ ໃນການທົດລອງ ແລະ ການລໍ້ລວງຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.