ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ
ເມື່ອເຮົາເລືອກທີ່ຈະເຊື່ອ, ໃຊ້ສັດທາສູ່ການກັບໃຈ, ແລະ ຕິດຕາມພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ເຮົາເປີດຕາແຫ່ງວິນຍານຂອງເຮົາ ໃຫ້ເຫັນຄວາມງົດງາມທີ່ເຮົາເກືອບວາດພາບບໍ່ເຖິງ.
ບາບີໂລນ ແລະ ດານີເອນ
ເມື່ອສອງພັນຫົກຮ້ອຍປີກ່ອນ, ບາບີໂລນໄດ້ມີອຳນາດມະຫາສານໃນໂລກ. ນັກປະຫວັດສາດໂບຮານໄດ້ບັນຍາຍ ເຖິງກຳແພງຂອງບາບີໂລນທີ່ອ້ອມຮອບນະຄອນວ່າສູງກວ່າ 300 ສອກ ( 90 ແມັດ) ແລະ ໜາແໜ້ນ 80 ສອກ (25 ແມັດ). ເພິ່ນໄດ້ຂຽນວ່າ, “ໃນຄວາມສະຫງ່າງາມ, ບໍ່ມີນະຄອນໃດມາເທົ່າທຽມໄດ້ … .”1
ໃນເວລານັ້ນ, ບາບີໂລນໄດ້ເປັນສູນກາງຂອງການຮຽນຮູ້, ກົດໝາຍ, ແລະ ປັດຊະຍາ. ພະລັງກອງທັບກໍບໍ່ມີສິ່ງເທົ່າທຽມ. ມັນໄດ້ທຳລາຍອຳນາດຂອງເອຢິບ. ມັນໄດ້ບຸກລຸກ, ເຜົາຜານ, ແລະ ໄດ້ປຸ້ນນິເນເວ, ເມືອງຫລວງຂອງອັດຊີເຣຍ. ມັນໄດ້ເອົາຊະນະເຢຣູຊາເລັມຢ່າງງ່າຍດາຍ ແລະ ໄດ້ນຳເອົາເດັກນ້ອຍທີ່ດີເດັ່ນ ແລະ ສະຫລາດທີ່ສຸດຂອງອິດສະຣາເອນ ກັບໄປບາບີໂລນ ເພື່ອຮັບໃຊ້ກະສັດເນບູກາດເນັດຊາ.
ໃນບັນດາຊະເລີຍເຫລົ່ານີ້ແມ່ນຊາຍໜຸ່ມຄົນໜຶ່ງຊື່ ດານີເອນ. ນັກປາດຫລາຍຄົນເຊື່ອວ່າ ດານີເອນໄດ້ມີອາຍຸລະຫວ່າງ 12 ແລະ 17 ປີ ໃນເວລານັ້ນ. ຂໍໃຫ້ຄິດເບິ່ງດູ, ນ້ອງໆຜູ້ດຳລົງຖານະປະໂລຫິດໜຸ່ມທີ່ຮັກແພງ: ດານີເອນ ໄດ້ມີອາຍຸລຸ້ນລາວຄາວດຽວກັບພວກທ່ານ ເມື່ອລາວໄດ້ຖືກພາໄປທີ່ວັງຂອງກະສັດ ເພື່ອໄດ້ຮັກການສຶກສາໃນພາສາ, ກົດໝາຍ, ສາດສະໜາ, ແລະ ວິທະຍາສາດຂອງບາບີໂລນທີ່ເປັນຝ່າຍໂລກ.
ທ່ານສາມາດວາດພາບໄດ້ບໍວ່າ ຈະມີຄວາມຮູ້ສຶກແບບໃດ ທີ່ໄດ້ຖືກບັງຄັບໃຫ້ຈາກບ້ານຂອງທ່ານໄປ, ຍ່າງໄປເປັນທາງໄກ 500 ໄມ (800 ກິໂລແມັດ) ໄປສູ່ເມືອງຕາງດິນແດນ, ແລະ ຖືກສອນຄຳສອນໃນເລື່ອງສາດສະໜາຂອງສັດຕູຂອງທ່ານ?
ດານີເອນ ໄດ້ຮັບການລ້ຽງດູມາເປັນຜູ້ຕິດຕາມພຣະເຢໂຮວາ. ລາວໄດ້ເຊື່ອ ແລະ ໄດ້ນະມັດສະການພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ. ລາວໄດ້ສຶກສາຖ້ອຍຄຳຂອງສາດສະດາ, ແລະ ລາວໄດ້ຮູ້ເຖິງການປະຕິບັດຕໍ່ກັນລະຫວ່າງພຣະເຈົ້າກັບມະນຸດ.
ແຕ່ບັດນີ້, ໃນໄວໜຸ່ມ, ລາວໄດ້ເປັນນັກໂທດ-ນັກສຶກສາໃນບາບີໂລນ. ຄວາມກົດດັນທີ່ລາວໄດ້ຮັບ ຕ້ອງແມ່ນໜັກໜ່ວງຂະໜາດ ທີ່ຕ້ອງໄດ້ປະຖິ້ມຄວາມເຊື່ອຖືເກົ່າຂອງລາວ ແລະ ຮັບເອົາຄວາມເຊື່ອຖືຂອງບາບີໂລນ. ແຕ່ລາວໄດ້ຊື່ສັດຕໍ່ຄວາມເຊື່ອຖືຂອງລາວ—ໃນຄຳວາຈາ ແລະ ການກະທຳ.
ທ່ານຫລາຍຄົນກໍຮູ້ວ່າ ມັນຮູ້ສຶກແນວໃດທີ່ຈະປົກປ້ອງຄວາມຈິງທີ່ບໍ່ເປັນທີ່ນິຍົມຊົມຊອບ. ໃນພາສາຕະຫລາດຂອງອິນເຕີແນັດໃນວັນເວລານີ້, ເຮົາສົນທະນາກ່ຽວກັບການ “ຖືກເຜົາໄໝ້” ໂດຍຜູ້ຄົນທີ່ບໍ່ເຫັນພ້ອມກັບເຮົາ. ແຕ່ດານີເອນ ບໍ່ໄດ້ພຽງແຕ່ສ່ຽງໃນການເຍາະເຍີ້ຍຈາກສັງຄົມເທົ່ານັ້ນ. ໃນບາບີໂລນ, ຜູ້ຄົນທີ່ທ້າທາຍເຈົ້າໜ້າທີ່ທາງສາດສະໜາໄດ້ເຂົ້າໃຈວ່າ ສິ່ງນັ້ນມີຄວາມໝາຍແນວໃດ—ທັງທາງການປຽບທຽບ ແລະ ຕາມຄວາມໝາຍຈິງ—ທີ່ຈະ “ຖືກເຜົາໄໝ້.” ຂໍໃຫ້ຖາມ ຊັດລາກ, ເມຊາກ ແລະ ອາເບັດເນໂກ, ທີ່ເປັນເພື່ອນໆຂອງດານີເອນ.2
ຂ້າພະເຈົ້າບໍ່ຮູ້ຖ້າຫາກວ່າມັນເປັນເລື່ອງງ່າຍສຳລັບດານີເອນ ຢູ່ໃນສະພາບແວດລ້ອມແບບນັ້ນ. ບາງຄົນໄດ້ຮັບພອນດ້ວຍຫົວໃຈທີ່ເຊື່ອຖື—ສຳລັບເຂົາເຈົ້າ, ສັດທາເບິ່ງຄືວ່າມີມາດັ່ງຂອງປະທານຈາກສະຫວັນ. ແຕ່ຂ້າພະເຈົ້າວາດພາບເຫັນວ່າ ດານີເອນກໍຄືເຮົາທັງຫລາຍ ຜູ້ທີ່ຕ້ອງພັດທະນາປະຈັກພະຍານຂອງເຮົາ. ຂ້າພະເຈົ້າໝັ້ນໃຈວ່າ ດານີເອນ ໄດ້ໃຊ້ເວລາຫລາຍໆຊົ່ວໂມງຄຸເຂົ່າອະທິຖານ, ວາງຄຳຖາມ ແລະ ຄວາມຢ້ານກົວຂອງລາວລົງໄດ້ ດ້ວຍສັດທາວ່າຈະໄດ້ຮັບຄຳຕອບ, ແລະ ລໍຖ້າພຣະຜູ້ເປັນເຈົ້າສຳລັບຄວາມເຂົ້າໃຈ ແລະ ປັນຍາ.
ແລະ ພຣະຜູ້ເປັນເຈົ້າກໍໄດ້ອວຍພອນໃຫ້ແກ່ ດານີເອນ. ເຖິງແມ່ນວ່າສັດທາຂອງລາວຖືກທ້າທາຍ ແລະ ເຍາະເຍີ້ຍ, ລາວຍັງຊື່ສັດຕໍ່ສິ່ງທີ່ລາວໄດ້ຮູ້ໂດຍປະສົບການຂອງລາວເອງວ່າຖືກຕ້ອງ.
ດານີເອນ ໄດ້ເຊື່ອ. ດານີເອນ ບໍ່ໄດ້ສົງໄສເລີຍ.
ແລະ ແລ້ວຄືນໜຶ່ງ, ກະສັດເນບູກາດເນັດຊາ ໄດ້ມີຄວາມຝັນທີ່ເຮັດໃຫ້ເພິ່ນໜັກໃຈ. ເພິ່ນໄດ້ເຕົ້າໂຮມທີມຂອງນັກປາດ ແລະ ຜູ້ປຶກສາຂອງເພິ່ນ ແລະ ໄດ້ສັ່ງໃຫ້ເຂົາເຈົ້າບັນຍາຍຄວາມຝັນນັ້ນໃຫ້ເພິ່ນ ແລະ ເປີດເຜີຍຄວາມໝາຍຂອງມັນ.
ແນ່ນອນວ່າ ເຂົາເຈົ້າເຮັດບໍ່ໄດ້. “ບໍ່ມີຜູ້ໃດດອກ ທີ່ສາມາດບອກສິ່ງທີ່ພະລາຊາຢາກຮູ້ນັ້ນ,” ເຂົາເຈົ້າໄດ້ອ້ອນວອນ. ແຕ່ສິ່ງນີ້ແຮ່ງໄດ້ເຮັດໃຫ້ ເນບູກາດເນັດຊາ ໂມໂຫຮ້າຍໃຫຍ່, ແລະ ເພິ່ນໄດ້ສັ່ງວ່າໃຫ້ປະຫານຊາຍທີ່ມີປັນຍາ, ໝໍມໍ, ໝໍມົນ, ແລະ ພວກທີ່ປຶກສາ—ພ້ອມທັງ ດານີເອນ ແລະ ນັກຮຽນໜຸ່ມຄົນອື່ນໆຈາກອິດສະຣາເອນ.
ທ່ານຜູ້ທີ່ຄຸ້ນເຄີຍກັບໜັງສືຂອງດານີເອນ ກໍຮູ້ວ່າມີຫຍັງເກີດຂຶ້ນຕໍ່ຈາກນັ້ນ. ດານີເອນໄດ້ຂໍເວລາຈາກ ເນບູກາດເນັດຊາ ຕື່ມອີກນ້ອຍໜຶ່ງ, ແລະ ລາວ ແລະ ໝູ່ເພື່ອນທີ່ຊື່ສັດຂອງລາວໄດ້ໄປຫາແຫລ່ງແຫ່ງຄວາມເຊື່ອ ແລະ ພະລັງທາງສິນທຳ ຂອງເຂົາເຈົ້າ. ເຂົາເຈົ້າໄດ້ອະທິຖານຫາພຣະເຈົ້າ ທູນຂໍຄວາມຊ່ອຍເຫລືອຈາກສະຫວັນໃນເວລາມີເລື່ອງຄໍຂາດບາດຕາຍນີ້. ແລະ “ແລ້ວໃນຄືນນັ້ນພຣະເຈົ້າກໍໄດ້ເຜີຍເລື່ອງລຶກລັບໃຫ້ດານີເອນຮູ້ທາງນິມິດ.”3
ດານີເອນ, ຊາຍໜຸ່ມຈາກປະເທດທີ່ຖືກເອົາຊະນະ—ຜູ້ທີ່ຖືກທຳຮ້າຍ ແລະ ຂົ່ມເຫັງເພາະລາວເຊື່ອໃນສາດສະໜາທີ່ແປກປະຫລາດຂອງລາວ—ໄດ້ໄປເຝົ້າກະສັດ ແລະ ໄດ້ເປີດເຜີຍຄວາມຝັນ ແລະ ການແປຄວາມຝັນນັ້ນໃຫ້ແກ່ເພິ່ນ.
ຈາກວັນນັ້ນເປັນຕົ້ນໄປ, ເພາະຜົນທີ່ຕາມມາຈາກຄວາມຊື່ສັດຂອງລາວຕໍ່ພຣະເຈົ້າ, ດານີເອນໄດ້ກາຍເປັນທີ່ປຶກສາທີ່ໄວ້ວາງໃຈຂອງກະສັດ, ຖືກຮັບຮູ້ກັນໄປທົ່ວເພາະສະຕິປັນຍາຂອງລາວຕະຫລອດທົ່ວບາບີໂລນ.
ຊາຍໜຸ່ມທີ່ໄດ້ເຊື່ອ ແລະ ໄດ້ດຳລົງຊີວິດຕາມຄວາມເຊື່ອຂອງລາວໄດ້ກາຍເປັນບຸລຸດຂອງພຣະເຈົ້າ. ເປັນສາດສະດາ. ເປັນເຈົ້າຊາຍແຫ່ງຄວາມຊອບທຳ.4
ເຮົາເປັນເໝືອນດັ່ງດານີເອນບໍ?
ຕໍ່ເຮົາທຸກຄົນ ຜູ້ດຳລົງຖານະປະໂລຫິດທີ່ສັກສິດຂອງພຣະເຈົ້າ ຂ້າພະເຈົ້າຂໍຖາມວ່າ, ເຮົາເປັນເໝືອນດັ່ງດານີເອນບໍ?
ເຮົາຢືນຢູ່ຢ່າງຈົງຮັກພັກດີຕໍ່ພຣະເຈົ້າບໍ?
ເຮົາປະຕິບັດຕາມສິ່ງທີ່ເຮົາສັ່ງສອນຄົນອື່ນບໍ, ຫລືວ່າ ເຮົາເປັນຄົນຄຣິດສະຕຽນພຽງແຕ່ໃນວັນອາທິດເທົ່ານັ້ນ?
ການກະທຳປະຈຳວັນຂອງເຮົາສະທ້ອນຢ່າງແຈ່ມແຈ້ງເຖິງສິ່ງທີ່ເຮົາປະກາດວ່າເຮົາເຊື່ອບໍ?
ເຮົາຊ່ອຍເຫລືອຄົນຍາກຈົນ ແລະ ຄົນຂັດສົນ, ຄົນເຈັບປ່ວຍ ແລະ ຄົນທີ່ເປັນທຸກບໍ?5
ເຮົາພຽງແຕ່ເວົ້າຊື່ໆ, ຫລືວ່າເຮົາເຮັດສິ່ງທີ່ຖືກຕ້ອງຢ່າງຕື່ນເຕັ້ນບໍ?
ອ້າຍນ້ອງທັງຫລາຍ, ເຮົາໄດ້ຮັບພອນຫລາຍ. ເຮົາໄດ້ຮັບການສອນເລື່ອງຄວາມຈິງແຫ່ງສະຫວັນຂອງພຣະກິດຕິຄຸນທີ່ໄດ້ຟື້ນຟູຂອງພຣະເຢຊູຄຣິດ. ເຮົາໄດ້ຮັບການມອບໝາຍດ້ວຍສິດອຳນາດຂອງຖານະປະໂລຫິດ ເພື່ອຊ່ອຍເພື່ອນມະນຸດຂອງເຮົາ ແລະ ເພື່ອສ້າງສາອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກ. ເຮົາມີຊີວິດຢູ່ໃນວັນເວລາແຫ່ງການຖອກເທພະລັງທາງວິນຍານລົງມາຢ່າງຫລວງຫລາຍ. ເຮົາມີຄວາມຈິງທີ່ສົມບູນ. ເຮົາມີຂໍກະແຈຂອງຖານະປະໂລຫິດ ເພື່ອຜະນຶກຢູ່ເທິງແຜ່ນດິນໂລກ ແລະ ໃນສະຫວັນ. ພຣະຄຳພີສັກສິດ ແລະ ຄຳສອນຂອງສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່ ກໍມີໄວ້ໃຫ້ເຮົາຫລາຍກວ່າແຕ່ກ່ອນ.
ເພື່ອນຝູງທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ເຮົາບໍ່ລະເລີຍກັບສິ່ງເຫລົ່ານີ້. ພ້ອມດ້ວຍພອນ ແລະ ສິດທິພິເສດເຫລົ່ານີ້ ໜ້າທີ່ຮັບຜິດຊອບ ແລະ ພັນທະທີ່ສຳຄັນກໍມີມາ. ຂໍໃຫ້ເຮົາລຸກຢືນຂຶ້ນເພື່ອບັນລຸມັນໃຫ້ສຳເລັດ.
ນະຄອນບູຮານຂອງບາບີໂລນຕົກຢູ່ໃນການທຳລາຍ. ຄວາມສະຫງ່າງາມຂອງມັນໄດ້ສິ້ນສຸດໄປດົນນານແລ້ວ. ແຕ່ເລື່ອງທາງຝ່າຍໂລກ ແລະ ຄວາມຊົ່ວຮ້າຍຂອງບາບີໂລນນັ້ນຍັງຄົງຢູ່. ບັດນີ້ເປັນໜ້າທີ່ຂອງເຮົາທີ່ຈະດຳລົງຊີວິດເປັນຄົນທີ່ເຊື່ອຖືໃນໂລກທີ່ບໍ່ເຊື່ອຖື. ການທ້າທາຍເປັນຂອງເຮົາ ທີ່ຈະປະຕິບັດຕາມຫລັກທຳຂອງພຣະກິດຕິຄຸນທີ່ໄດ້ຟື້ນຟູຂອງພຣະເຢຊູຄຣິດ ແລະ ດຳລົງຊີວິດທີ່ຈິງຈັງຕໍ່ພຣະບັນຍັດຂອງພຣະເຈົ້າ. ເຮົາຈະຕ້ອງຢູ່ຢ່າງສະຫງົບໃຕ້ ການກົດດັນຂອງໝູ່ເພື່ອນ, ບໍ່ປະທັບໃຈໂດຍແນວໂນ້ມທີ່ຄົນນິຍົມ, ບໍ່ເອົາໃຈໃສ່ການເຍາະເຍີ້ຍຂອງຄົນທີ່ຂາດສິນທຳ, ຕໍ່ຕ້ານການລໍ້ລວງຂອງມານ, ແລະ ເອົາຊະນະຄວາມກຽດຄ້ານຂອງເຮົາເອງ.
ຂໍໃຫ້ຄິດເບິ່ງເລື່ອງນີ້ດູ. ມັນອາດຈະງ່າຍຫລາຍພຽງໃດສຳລັບ ດານີເອນ ທີ່ຈະເຮັດໄປຕາມວິທີທາງຂອງບາບີໂລນ? ລາວສາມາດປະຖິ້ມກົດຂອງການປະຕິບັດທີ່ເຄັ່ງຄັດ ທີ່ພຣະເຈົ້າໄດ້ປະທານໃຫ້ລູກຫລານຊາດອິດສະຣາເອນ. ລາວສາມາດໄດ້ຊື່ນຊົມຢູ່ກັບອາຫານທີ່ແຊບຊ້ອຍ ທີ່ກະສັດໄດ້ຈັດໄວ້ໃຫ້ ແລະ ອີ່ມໜຳສຳລານຢູ່ໃນຄວາມພໍໃຈທາງໂລກຂອງມະນຸດທີ່ມີຈິດໃຈທຳມະດາ. ລາວຈະໄດ້ຫລີກເວັ້ນຈາກການເຍາະເຍີ້ຍ.
ລາວຈະເປັນຄົນທີ່ຖືກນິຍົມຊົມຊອບ.
ລາວຈະເຂົ້າກັບໝູ່ໄດ້ຫລາຍ.
ເສັ້ນທາງຂອງລາວອາດຫຍຸ້ງຍາກໜ້ອຍລົງ.
ແນ່ນອນວ່າຈະເປັນດັ່ງນັ້ນ, ຈົນກວ່າວັນທີ່ກະສັດໄດ້ສັ່ງໃຫ້ມີການແປຄວາມຝັນຂອງເພິ່ນ. ແລ້ວ ດານີເອນຈະໄດ້ເຫັນວ່າລາວ, ເໝືອນດັ່ງ “ບຸລຸດທີ່ສະຫລາດ” ຂອງບາບີໂລນຄົນອື່ນໆ, ກໍໄດ້ສູນເສຍການເຊື່ອມໂຍງຂອງລາວກັບແຫລ່ງທີ່ແທ້ຈິງຂອງຄວາມສະຫວ່າງ ແລະ ປັນຍາ.
ດານີເອນໄດ້ຜ່ານການທົດສອບຂອງລາວ. ການທົດສອບຂອງເຮົາຍັງມີຢູ່ຕໍ່ໄປ.
ຄວາມກ້າຫານທີ່ຈະເຊື່ອ
ຊາຕານ, ຜູ້ປໍລະປັກຂອງເຮົາ, ຢາກໃຫ້ເຮົາລົ້ມເຫລວ. ມັນເຮັດໃຫ້ຄວາມຂີ້ຕົວະລາມອອກໄປ ທີ່ເປັນພາກສ່ວນຂອງຄວາມພະຍາຍາມຂອງມັນ ທີ່ຈະທຳລາຍຄວາມເຊື່ອຂອງເຮົາ. ມັນແນະນຳຢ່າງລັບໆວ່າ ຜູ້ທີ່ສົງໄສ, ຄົນທີ່ບໍ່ເຊື່ອງ່າຍ, ຜູ້ເຍາະເຍີ້ຍຖາກຖາງ ວ່າຊ່ຽວຊານຊຳນານ ແລະ ສະຫລາດ, ຂະນະທີ່ຜູ້ທີ່ມີສັດທາໃນພຣະເຈົ້າ ແລະ ການມະຫັດສະຈັນຂອງພຣະອົງວ່າ ໂງ່ຈ້າ, ຕາບອດ, ຫລື ຖືກເກ້ຍກ່ອມໄປແລ້ວ. ມັນຈະວິງວອນວ່າ ມັນເປັນສິ່ງທີ່ຄັດຫລາຍ ທີ່ຈະສົງໄສຂອງປະທານທາງວິນຍານ ແລະ ຄຳສອນຂອງສາດສະດາ.
ຂ້າພະເຈົ້າຫວັງຢາກຊ່ອຍໃຫ້ທຸກຄົນເຂົ້າໃຈຄວາມເທັດຈິງທີ່ລຽບງ່າຍນີ້ວ່າ: ເຮົາ ເຊື່ອ ໃນພຣະເຈົ້າເພາະສິ່ງທີ່ເຮົາ ຮູ້ ດ້ວຍຫົວໃຈ ແລະ ຈິດໃຈ, ບໍ່ແມ່ນເພາະສິ່ງທີ່ເຮົາ ບໍ່ເຫັນ. ປະສົບການຂອງເຮົາທາງຝ່າຍວິນຍານ ບາງເທື່ອກໍຢ້ານກົວເກີນໄປທີ່ຈະອະທິບາຍຕາມທາງຝ່າຍໂລກ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າມັນບໍ່ເປັນຈິງ.
ພຣະບິດາເທິງສະຫວັນໄດ້ຈັດຕຽມງານກິນລ້ຽງທາງວິນຍານໄວ້ໃຫ້ລູກໆຂອງພຣະອົງ, ສະເໜີອາຫານດີພິເສດເທົ່າທີ່ຈະເປັນໄປໄດ້—ແຕ່, ແທນທີ່ຈະມີຄວາມສຸກກັບຂອງປະທານທາງວິນຍານເຫລົ່ານີ້, ຜູ້ທີ່ບໍ່ເຊື່ອງ່າຍມີຄວາມສຸກຢູ່ກັບການສັງເກດການຈາກທາງໄກ, ດື່ມຈາກຈອກແຫ່ງການເຍາະເຍີ້ຍຖາກຖາງ, ຄວາມສົງໄສ, ແລະ ບໍ່ນັບຖື.
ເປັນຫຍັງຄົນໃດຄົນໜຶ່ງທີ່ດຳລົງຊີວິດໄປຢ່າງພໍໃຈ ດ້ວຍຄວາມສະຫວ່າງຈາກແສງທຽນຂອງຄວາມເຂົ້າໃຈຂອງເຂົາເຈົ້າເອງເມື່ອ, ໂດຍການເອື້ອມອອກໄປຫາພຣະບິດາເທິງສະຫວັນຂອງເຮົາ, ເຂົາເຈົ້າສາມາດພົບກັບພະອາທິດທີ່ແຈ້ງສະຫວ່າງແຫ່ງຄວາມຮູ້ທາງວິນຍານ ທີ່ຈະຂະຫຍາຍຈິດໃຈຂອງເຂົາເຈົ້າດ້ວຍສະຕິປັນຍາ ແລະ ເຮັດໃຫ້ຈິດວິນຍານຂອງເຂົາເຈົ້າເຕັມປ່ຽມດ້ວຍຄວາມສຸກ.
ເມື່ອທ່ານ ແລະ ຂ້າພະເຈົ້າເວົ້າລົມນຳຜູ້ຄົນກ່ຽວກັບສັດທາ ແລະ ຄວາມເຊື່ອຖື, ເຮົາບໍ່ໄດ້ຍິນເລື້ອຍໆບໍວ່າ, “ເຮົາຢາກຈະເຊື່ອດັ່ງທີ່ເຈົ້າເຊື່ອ”?
ຄວາມໝາຍທີ່ຊ້ອນຢູ່ຂອງຂໍ້ຄວາມຕໍ່ໄປນີ້ ແມ່ນການຫລອກລວງຂອງຊາຕານອີກຢ່າງໜຶ່ງ: ວ່າຄວາມເຊື່ອມີໄວ້ໃຫ້ບາງຄົນ ແຕ່ບໍ່ມີໄວ້ໃຫ້ຄົນອື່ນ. ບໍ່ມີເວດມົນຄາຖາໃນຄວາມເຊື່ອ. ແຕ່ການທີ່ ຢາກ ຈະເຊື່ອ ເປັນ ຂັ້ນຕອນທີ່ຈຳເປັນຂັ້ນທຳອິດ! ພຣະເຈົ້າເຮັດກັບທຸກຄົນໂດຍບໍ່ເລືອກໜ້າຜູ້ໃດ.6 ພຣະອົງເປັນພຣະບິດາຂອງທ່ານ. ພຣະອົງປະສົງຈະກ່າວກັບທ່ານ. ເຖິງຢ່າງໃດກໍຕາມ, ມັນຈະຮຽກຮ້ອງຄວາມຢາກຮູ້ຢາກເຫັນເລັກນ້ອຍທາງຝ່າຍວິທະຍາສາດ—ຈົນມາຫາການທົດລອງພຣະຄຳຂອງພຣະເຈົ້າ—ແລະ ໃຊ້ສັດທາຈັກໜ້ອຍໜຶ່ງ.7 ມັນຍັງຮຽກຮ້ອງຄວາມຖ່ອມຕົວໜ້ອຍໜຶ່ງ. ແລະ ມັນຮຽກຮ້ອງຫົວໃຈ ແລະ ຈິດໃຈທີ່ເປີດອອກເພື່ອຍອມຮັບເອົາຄວາມຄິດໃໝ່. ມັນຮຽກຮ້ອງ ການສະແຫວງຫາ, ໃນຄວາມໝາຍທີ່ຄົບຖ້ວນນັ້ນ. ແລະ ບາງທີເປັນສິ່ງທີ່ຍາກທີ່ສຸດຂອງສິ່ງທັງປວງ, ມັນຮຽກຮ້ອງຄວາມອົດທົນ ແລະ ການລໍຖ້າພຣະຜູ້ເປັນເຈົ້າ.
ຖ້າຫາກເຮົາບໍ່ພະຍາຍາມຈະເຊື່ອ, ເຮົາກໍເປັນເໝືອນຜູ້ຊາຍຄົນໜຶ່ງ ຜູ້ທີ່ຖອດສາຍໄຟໃນເວທີ ແລະ ແລ້ວໂທດສາຍໄຟ ທີ່ບໍ່ໃຫ້ຄວາມສະຫວ່າງຫຍັງເລີຍ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າຕົກໃຈ ແລະ ເສົ້າເສຍໃຈທີ່ໄດ້ຍິນວ່າ ຜູ້ດຳລົງຖານະປະໂລຫິດ ຜູ້ເບິ່ງຄືວ່າມີຄວາມພາກພູມໃຈໃນຄວາມຈິງ ແຕ່ລາວໄດ້ແຍກຕົວເອງອອກໄປໃຫ້ໄກຈາກພຣະເຈົ້າ. ລາວໄດ້ເວົ້າວ່າ, “ຖ້າວ່າພຣະເຈົ້າເປີດເຜີຍຕົວພຣະອົງເອງຕໍ່ຂ້ານ້ອຍ, ແລ້ວຂ້ານ້ອຍຈະເຊື່ອ. ຈົນເຖິງເວລານັ້ນ, ຂ້ານ້ອຍຈະພົບເຫັນຄວາມຈິງ ໂດຍເພິ່ງພາອາໄສຄວາມເຂົ້າໃຈ ແລະ ສະຕິປັນຍາຂອງຂ້ານ້ອຍເອງ ທີ່ຈະເປັນແສງສະຫວ່າງຕໍ່ໜ້າຂ້ານ້ອຍ.”
ຂ້າພະເຈົ້າບໍ່ຮູ້ຈັກຫົວໃຈຂອງຊາຍໜຸ່ມຄົນນີ້, ແຕ່ຂ້າພະເຈົ້າອົດຈະຮູ້ສຶກເສົ້າເສຍໃຈເພື່ອລາວບໍ່ໄດ້. ລາວໄດ້ປະຕິເສດຂອງປະທານຂອງພຣະຜູ້ເປັນເຈົ້າທີ່ມີໃຫ້ລາວຢ່າງງ່າຍດາຍແທ້. ຊາຍໜຸ່ມຄົນນີ້ໄດ້ຖອດສາຍໄຟທີ່ເວທີ ແລະ ແລ້ວໄດ້ເບິ່ງຄືວ່າເພິ່ງພໍໃຈຕົວເອງ ໃນການສັງເກດການທີ່ສະຫລາດຂອງລາວວ່າບໍ່ມີແສງສະຫວ່າງ.
ໜ້າເສຍດາຍ, ນີ້ເບິ່ງຄືວ່າເປັນຄວາມຄິດທີ່ຄົນນິຍົມຊົມຊອບຫລາຍໃນວັນເວລານີ້. ຖ້າເຮົາສາມາດເຮັດໃຫ້ມັນເປັນໜ້າທີ່ຮັບຜິດຊອບຂອງພຣະເຈົ້າ, ເຮົາຄິດວ່າເຮົາສາມາດໃຫ້ຂໍ້ແກ້ຕົວໃຫ້ຕົນເອງ ຈາກການບໍ່ເອົາຈິງເອົາຈັງກັບພຣະບັນຍັດຂອງພຣະເຈົ້າບໍ ແລະ ຈາກການຮັບເອົາຄວາມຮັບຜິດຊອບສຳລັບຄວາມສຳພັນຂອງເຮົາກັບພຣະບິດາເທິງສະຫວັນຂອງເຮົາ.
ອ້າຍນ້ອງທັງຫລາຍ, ຂ້າພະເຈົ້າຈະກ່າວໃຫ້ແຈ້ງຊັດວ່າ: ບໍ່ມີຫຍັງສູງສົ່ງ ຫລື ໜ້າປະທັບໃຈຫຍັງກ່ຽວກັບການເປັນຄົນທີ່ບໍ່ເຊື່ອງ່າຍ. ຄວາມບໍ່ຄ່ອຍເຊື່ອງ່າຍ ແມ່ນເຮັດໄດ້ງ່າຍ—ໃຜໆກໍເຮັດໄດ້. ແຕ່ຊີວິດທີ່ຊື່ສັດນັ້ນເອງ ທີ່ຮຽກຮ້ອງຄວາມເຂັ້ມແຂງທາງສິນທຳ, ການອຸທິດຕົນ, ແລະ ຄວາມກ້າຫານ. ຜູ້ຄົນທີ່ຍຶດໝັ້ນຕໍ່ສັດທານັ້ນເປັນຄົນທີ່ໜ້າປະທັບໃຈຫລາຍກວ່າຜູ້ຄົນທີ່ຍອມຕໍ່ຄວາມສົງໄສ ເມື່ອມີຄຳຖາມທີ່ລຶກລັບ ແລະ ຄວາມກັງວົນເກີດຂຶ້ນ.
ແຕ່ມັນກໍບໍ່ຄວນເຮັດໃຫ້ເຮົາຕົກໃຈ ທີ່ສັດທາບໍ່ໄດ້ເປັນສິ່ງທີ່ມີຄຸນຄ່າຫລາຍໃນສັງຄົມຂອງຝ່າຍໂລກ. ໂລກນີ້ມີປະຫວັດທີ່ຍາວນານເຖິງການປະຕິເສດສິ່ງທີ່ມັນບໍ່ເຂົ້າໃຈ. ແລະ ໂດຍສະເພາະ ມັນມີບັນຫາທີ່ຈະເຂົ້າໃຈສິ່ງທີ່ມັນບໍ່ສາມາດຫລຽວເຫັນ. ການທີ່ບໍ່ສາມາດເຫັນສິ່ງໃດສິ່ງໜຶ່ງດ້ວຍຕາທາງຮ່າງກາຍຂອງເຮົາ ກໍບໍ່ໄດ້ໝາຍຄວາມວ່າ ມັນບໍ່ໄດ້ເປັນຕົວຕົນແທ້ໆ. ແທ້ຈິງແລ້ວ, “ມີຫລາຍສິ່ງຫລາຍຢ່າງໃນຟ້າສະຫວັນ ແລະ ແຜ່ນດິນໂລກ ... ທີ່ຫລາຍເກີນກວ່າທີ່ຈະຝັນເຖິງ” ໃນປຶ້ມຮຽນ, ວາລະສານວິທະຍາສາດຂອງເຮົາ, ແລະ ໃນປັດຊະຍາຂອງໂລກ.8 ຈັກກະວານນີ້ກໍເຕັມປ່ຽມດ້ວຍສິ່ງມະຫັດສະຈັນທີ່ເລິກຊຶ້ງ ແລະ ໜ້າປະຫລາດໃຈ—ສິ່ງທີ່ສາມາດເຂົ້າໃຈໄດ້ພຽງແຕ່່ຜ່ານຕາທາງຝ່າຍວິນຍານຂອງເຮົາເທົ່ານັ້ນ.
ຄຳສັນຍາຂອງຄວາມເຊື່ອ
ເມື່ອເຮົາເລືອກທີ່ຈະເຊື່ອ, ໃຊ້ສັດທາສູ່ການກັບໃຈ, ແລະ ຕິດຕາມພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ເຮົາເປີດຕາແຫ່ງວິນຍານຂອງເຮົາ ໃຫ້ເຫັນຄວາມງົດງາມທີ່ເຮົາເກືອບວາດພາບບໍ່ເຖິງ. ດັ່ງນັ້ນ ຄວາມເຊື່ອ ແລະ ສັດທາຂອງເຮົາຈະເຂັ້ມແຂງຂຶ້ນ, ແລະ ເຮົາຈະເຫັນໄດ້ກວ້າງໄກກວ່າເກົ່າ.9
ອ້າຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າ ແມ່ນແຕ່ໃນເວລາທີ່ຍາກລຳບາກຫລາຍທີ່ສຸດກໍຕາມ, ພຣະຜູ້ຊ່ອຍໃຫ້ລອດຈະກ່າວຕໍ່ທ່ານ ດັ່ງທີ່ພຣະອົງໄດ້ກ່າວຕໍ່ພໍ່ທີ່ກັງວົນຄົນໜຶ່ງ ຢູ່ໃນຖະໜົນທີ່ເຕັມໄປດ້້ວຍຄົນວ່າ, “ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ.”10
ເຮົາສາມາດເລືອກໄດ້ທີ່ຈະເຊື່ອ.
ເພາະໃນຄວາມເຊື່ອນັ້ນ, ເຮົາຈະພົບເຫັນຄວາມສະຫວ່າງ.
ເຮົາຈະພົບເຫັນຄວາມຈິງ.11
ເຮົາຈະພົບຄວາມສະຫງົບສຸກ.12
ເປັນເພາະຄວາມເຊື່ອຂອງເຮົາ, ເຮົາຈະບໍ່ຫິວໂຫຍ, ຈະບໍ່ກະຫາຍຈັກເທື່ອ.13 ຂອງປະທານແຫ່ງພຣະຄຸນຂອງພຣະເຈົ້າຈະຊ່ອຍໃຫ້ເຮົາສາມາດເປັນຄົນຈິງຈັງຕໍ່ສັດທາຂອງເຮົາ ແລະ ຈະເຮັດໃຫ້ຈິດວິນຍານຂອງເຮົາເຕັມປ່ຽມດັ່ງ “ນ້ຳພຸທີ່ນຳໄປສູ່ຊີວິດນິລັນດອນ.”14 ເຮົາຈະປະສົບຄວາມສຸກທີ່ແທ້ຈິງ ແລະ ເປັນນິດ.15
ສະນັ້ນ, ເພື່ອນຝູງທີ່ຮັກ, ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າໃນຖານະປະໂລຫິດຂອງພຣະເຈົ້າ:
ຈົ່ງມີຄວາມກ້າຫານທີ່ຈະເຊື່ອ.
ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ.
ຈົ່ງຢືນຢູ່ກັບ ດານີເອນ.
ຂ້າພະເຈົ້າອະທິຖານວ່າເຮົາທຸກຄົນ—ທັງໜຸ່ມ ແລະ ແກ່—ຈະພົບເຫັນພະລັງ, ຄວາມກ້າຫານ, ແລະ ຄວາມປາດຖະໜາໃໝ່ ທີ່ຈະເຊື່ອ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.