ເພາະເຫດໃດຈຶ່ງຕ້ອງມີສາດສະໜາຈັກ
ມັນກໍກຸ້ມຄ່າທີ່ຈະຢຸດບຶດໜຶ່ງເພື່ອໄຕ່ຕອງວ່າ ເປັນຫຍັງພຣະເຢຊູຄຣິດຈຶ່ງເລືອກທີ່ຈະໃຊ້ສາດສະໜາຈັກ, ສາດສະໜາຈັກຂອງພຣະອົງ, ເພື່ອບັນລຸວຽກງານຂອງພຣະອົງ.
ຕະຫລອດຊີວິດຂອງຂ້າພະເຈົ້າ, ກອງປະຊຸມໃຫຍ່ສາມັນໄດ້ເປັນເຫດການທີ່ໜ້າຕື່ນເຕັ້ນທາງວິນຍານ, ແລະ ສາດສະໜາຈັກນັ້ນເອງກໍໄດ້ເປັນແຫລ່ງຂອງປະຈັກພະຍານເຖິງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າກໍຮູ້ດີວ່າມີບາງຄົນທີ່ຖືວ່າຕົວເຂົາເຈົ້າເອງກໍເປັນຄົນທີ່ຖືສາດສະໜາ ແຕ່ປະຕິເສດການມີສ່ວນຮ່ວມໃນສາດສະໜາໃດໜຶ່ງ ຫລື ແມ່ນແຕ່ຄວາມຕ້ອງການອົງການໃດໜຶ່ງ. ພາກປະຕິບັດທາງສາດສະໜາສຳລັບເຂົາເຈົ້າເປັນເລື່ອງສ່ວນຕົວ. ແຕ່ສາດສະໜາຈັກເປັນການສ້າງຕັ້ງຂອງພຣະອົງ—ອົງພຣະເຢຊູຄຣິດເປັນຈຸດໃຈກາງຂອງຝ່າຍວິນຍານຂອງເຮົາ. ມັນກໍກຸ້ມຄ່າທີ່ຈະຢຸດບຶດໜຶ່ງເພື່ອໄຕ່ຕອງວ່າເປັນຫຍັງພຣະອົງຈຶ່ງເລືອກທີ່ຈະໃຊ້ສາດສະໜາຈັກ, ສາດສະໜາຈັກຂອງພຣະອົງ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເພື່ອບັນລຸວຽກງານຂອງພຣະອົງ ແລະ ຂອງພຣະບິດາຂອງພຣະອົງ ທີ່ຈະກໍ່ໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.1
ເລີ່ມຕົ້ນຈາກອາດາມ, ພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຖືກສັ່ງສອນ, ແລະ ພິທີການແຫ່ງຄວາມລອດທີ່ຈຳເປັນ, ດັ່ງເຊັ່ນການບັບຕິສະມາ, ກໍຖືກປະຕິບັດຜ່ານລຳດັບຂອງຖານະປະໂລຫິດຂອງປິຕຸ.2 ຂະນະທີ່ສັງຄົມນັບມື້ນັບສັບຊ້ອນໄປກວ່າທີ່ຈະມີພຽງແຕ່ຄອບຄົວທີ່ເປັນຍາດຕິພີ່ນ້ອງ, ພຣະເຈົ້າຍັງໄດ້ເອີ້ນສາດສະດາ, ທູດ, ແລະ ຄູສອນນຳອີກ. ໃນວັນເວລາຂອງໂມເຊ ເຮົາໄດ້ອ່ານເຖິງລຳດັບທີ່ເປັນທາງການຫລາຍກວ່າ ທີ່ຮ່ວມທັງແອວເດີ, ປະໂລຫິດ, ແລະ ຜູ້ຕັດສິນ. ໃນປະຫວັດສາດຂອງພຣະຄຳພີມໍມອນ, ແອວມາໄດ້ຈັດຕັ້ງສາດສະໜາຈັກທີ່ມີປະໂລຫິດ ແລະ ຄູສອນ.
ແລ້ວ, ໃນວັນເວລາອັນຮຸ່ງໂລດ, ພຣະເຢຊູໄດ້ຈັດຕັ້ງວຽກງານຂອງພຣະອົງໃນວິທີທາງທີ່ພຣະກິດຕິຄຸນໄດ້ສາມາດຖືກສະຖາປະນາຂຶ້ນພ້ອມໆກັນໃນຫລາຍໆປະເທດຊາດ ແລະ ໃນບັນດາຜູ້ຄົນທີ່ແຕກຕ່າງກັນ. ສາດສະໜາຈັກຂອງພຣະເຢຊູຄຣິດ, ຖືກຈັດຕັ້ງຂຶ້ນຜ່ານພື້ື້ນຖານຂອງ ອັກຄະສາວົກ ແລະ ສາດສະດາ, ໂດຍທີ່ມີອົງພຣະເຢຊູຄຣິດເອງເປັນຫີນເສົາເອກ.3 ມັນໄດ້ຮ່ວມທັງເຈົ້າໜ້າທີ່ອື່ນໆ ດັ່ງເຊັ່ນສາວົກເຈັດສິບ, ແອວເດີ, ອະທິການ, ປະໂລຫິດ, ຄູສອນ, ແລະ ມັກຄະນາຍົກ. ພຣະເຢຊູກໍໄດ້ສະຖາປະນາສາດສະໜາຈັກທີ່ຄ້າຍຄືກັນນີ້ໃນທະວີບອາເມຣິກາ ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງແລ້ວ.
ຫລັງຈາກສາດສະໜາຈັກໄດ້ປະຖິ້ມຄວາມເຊື່ອ ແລະ ແຕກແຍກກັນໄປ ຂອງສາດສະໜາຈັກ ທີ່ພຣະອົງໄດ້ຈັດຕັ້ງຂຶ້ນ ໃນຕອນຢູ່ໃນໂລກ, ພຣະຜູ້ເປັນເຈົ້າໄດ້ສະຖາປະນາສາດສະໜາຈັກຂອງພຣະເຢຊູຄຣິດຄືນໃໝ່ອີກເທື່ອໜຶ່ງ ຜ່ານສາດສະດາ ໂຈເຊັບ ສະມິດ. ຈຸດປະສົງໃນສະໄໝບູຮານກໍຍັງເໝືອນເດີມ; ນັ້ນຄື, ທີ່ຈະສັ່ງສອນຂ່າວປະເສີດຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ປະຕິບັດພິທີການແຫ່ງຄວາມລອດ—ອີກຄວາມໝາຍໜຶ່ງກໍແມ່ນ, ທີ່ຈະນຳຜູ້ຄົນມາສູ່ພຣະຄຣິດ.4 ແລະ ບັດນີ້ຜ່ານການນຳໃຊ້ສາດສະໜາຈັກທີ່ໄດ້ຟື້ນຟູແລ້ວນີ້, ຄຳສັນຍາແຫ່ງການໄຖ່ກໍເປັນໄປໄດ້ ແມ່ນແຕ່ສຳລັບວິນຍານຂອງຄົນຕາຍ ຜູ້ທີ່ໃນຊີວິດມະຕະຂອງເຂົາເຈົ້າ ໄດ້ຮູ້ຈັກໜ້ອຍໜຶ່ງ ຫລື ບໍ່ໄດ້ຮູ້ຈັກຫຍັງເລີຍກ່ຽວກັບພຣະຄຸນຂອງພຣະຜູ້ຊ່ອຍໃຫ້ລອດ.
ສາດສະໜາຈັກນີ້ຈະສຳເລັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າແນວໃດ? ມັນສຳຄັນທີ່ຈະຮັບຮູ້ວ່າພຣະປະສົງທີ່ຍິ່ງໃຫຍ່ຂອງພຣະເຈົ້າແມ່ນຄວາມກ້າວໜ້າຂອງເຮົາ. ຄວາມປາດຖະໜາຂອງພຣະອົງກໍແມ່ນໃຫ້ເຮົາດຳເນີນຕໍ່ໄປ ຈາກພຣະຄຸນໜຶ່ງຫາອີກພຣະຄຸນໜຶ່ງ, ຈົນກວ່າ [ເຮົາໄດ້ຮັບ] ຄວາມສົມບູນທັງໝົດ5 ທີ່ພຣະອົງສາມາດປະທານໃຫ້. ສິ່ງນັ້ນຮຽກຮ້ອງຫລາຍກວ່າການເປັນຄົນໃຈດີ ຫລື ຄວາມຮູ້ສຶກທາງວິນຍານເທົ່ານັ້ນ. ມັນຮຽກຮ້ອງສັດທາໃນພຣະເຢຊູຄຣິດ, ການກັບໃຈ, ການບັບຕິສະມາດ້ວຍນ້ຳ ແລະ ດ້ວຍພຣະວິນຍານ, ແລະ ການອົດທົນດ້ວຍສັດທາຈົນເຖິງທີ່ສຸດ.6 ບຸກຄົນບໍ່ສາມາດບັນລຸສິ່ງນັ້ນໄດ້ດ້ວຍຕົວຄົນດຽວ, ສະນັ້ນຈຶ່ງເປັນເຫດຜົນອັນສຳຄັນທີ່ພຣະຜູ້ເປັນເຈົ້າໄດ້ຈັດຕັ້ງສາດສະໜາຈັກຂຶ້ນ ເພື່ອສ້າງຊຸມຊົນຂອງໄພ່ພົນ ທີ່ຈະສະໜັບສະໜູນກັນແລະກັນ “ໃນທາງຄັບ ແລະ ແຄບນີ້ ຊຶ່ງນຳໄປຫາຊີວິດນິລັນດອນ.”7
“ແລະ [ພຣະຄຣິດ] ໃຫ້ບາງຄົນເປັນອັກຄະສາວົກ, ບາງຄົນເປັນຜູ້ປະກາດພຣະທຳ, ບາງຄົນເປັນຜູ້ປະກາດຂ່າວປະເສີດ, ບາງຄົນເປັນສິດຍາພິບານ ແລະ ອາຈານ;
“… ເພື່ອເສີມສ້າງພຣະກາຍຂອງພຣະຄຣິດໃຫ້ຈະເລີນຂຶ້ນ:
“ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນໃນຄວາມເຊື່ອ, ແລະ ໃນຄວາມຮູ້ເຖິງເລື່ອງຂອງພຣະບຸດຂອງພຣະເຈົ້າ, ຈົນກວ່າເຮົາຈະເປັນຄົນໃໝ່ເຕັມສ່ວນ ຄືເຕັມເຖິງຂະໜາດຄວາມສົມບູນຂອງພຣະຄຣິດ.”8
ພຣະເຢຊູຄຣິດເປັນ “ຜູ້ສ້າງ ແລະ ເປັນຜູ້ເຮັດໃຫ້ສັດທາ [ຂອງເຂົາ] ສົມບູນ.”9 ການເປັນນ້ຳໜຶ່ງໃຈດຽວກັນກັບພຣະກາຍຂອງພຣະຄຣິດ—ຄືສາດສະໜາຈັກ—ກໍເປັນພາກສ່ວນໜຶ່ງທີ່ສຳຄັນຂອງການຮັບພຣະນາມຂອງພຣະອົງ.10 ເຮົາຖືກບອກວ່າສາດສະໜາຈັກໃນສະໄໝບູຮານ “ໄດ້ຊຸມນຸມກັນຢູ່ເລື້ອຍໆ, ເພື່ອຖືສິນອົດເຂົ້າ ແລະ ເພື່ອອະທິຖານ ແລະ ເພື່ອສົນທະນາກັນກ່ຽວກັບຄວາມຜາສຸກຂອງຈິດວິນຍານຂອງພວກເຂົາ,”11 “ແລະ ເພື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າ.”12 ມັນກໍເປັນດັ່ງນີ້ໃນສາດສະໜາຈັກໃນວັນເວລານີ້. ມາຊຸມນຸມກັນໃນສັດທາ, ເຮົາສອນ ແລະ ເສີມສ້າງກັນແລະກັນ ແລະ ພະຍາຍາມດຳລົງຊີວິດຕາມມາດຕະຖານທີ່ສູງສຸດຂອງການເປັນສານຸສິດ, “ເຕັມເຖິງຂະໜາດຄວາມສົມບູນຂອງພຣະຄຣິດ,”13 ເຮົາພະຍາຍາມຊ່ອຍເຫລືອກັນແລະກັນ ໃຫ້ມາຮູ້ຈັກພຣະຜູ້ເປັນເຈົ້າ, ຈົນກວ່າເຖິງວັນນັ້ນ ເມື່ອ “ຈະບໍ່ມີຜູ້ໃດໃນພວກເຂົາ ສັ່ງສອນເພື່ອນຮ່ວມຊາດຂອງຕົນ ໃຫ້ຮູ້ຈັກພຣະຜູ້ເປັນເຈົ້າ ເພາະທຸກຄົນຈະຮູ້ຈັກເຮົາ ແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ, ພຣະຜູ້ເປັນເຈົ້າໄດ້ກ່າວ.”14
ໃນສາດສະໜາຈັກເຮົາບໍ່ພຽງແຕ່ຮຽນຮູ້ຄຳສອນແຫ່ງສະຫວັນເທົ່ານັ້ນ; ເຮົາມີປະສົບການໃນການນຳໃຊ້ຄຳສອນນັ້ນ. ໃນຖານະພຣະກາຍຂອງພຣະຄຣິດ, ສະມາຊິກຂອງສາດສະໜາຈັກປະຕິບັດຕໍ່ກັນແລະກັນໃນຄວາມເປັນຈິງ ຂອງຊີວິດປະຈຳວັນ. ເຮົາທຸກຄົນບໍ່ດີພ້ອມ; ເຮົາເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ເຮົາກໍບໍ່ພໍໃຈ. ເຮົາມັກຈະທົດສອບກັນດ້ວຍພຶດຕິກຳແປກໆຂອງເຮົາ. ໃນພຣະກາຍຂອງພຣະຄຣິດ, ເຮົາຕ້ອງຮຽນຮູ້ຫລາຍກວ່າແຕ່ຄວາມຄິດ ແລະ ຖ້ອຍຄຳທີ່ເຊີດຊູເທົ່ານັ້ນ ແລະ ມີສ່ວນຮ່ວມໂດຍກົງ ຂະນະທີ່ເຮົາຮຽນຮູ້ທີ່ຈະຢູ່ນຳກັນໃນຄວາມຮັກ.15
ສາດສະໜານີ້ບໍ່ໄດ້ເປັນຫ່ວງພຽງແຕ່ຕົວເອງ; ກົງກັນຂ້າມ ເຮົາທຸກຄົນຖືກເອີ້ນໃຫ້ຮັບໃຊ້. ເຮົາເປັນພຣະເນດ, ເປັນພຣະຫັດ, ເປັນເກສາ, ເປັນພຣະບາດ, ແລະ ອະໄວຍະວະອື່ນໆຂອງພຣະກາຍຂອງພຣະຄຣິດ, ແລະ ແມ່ນແຕ່ “ອະໄວຍະວະ ... ສ່ວນທີ່ເຫັນວ່າອ່ອນແອ, ເຮົາກໍຂາດເສຍບໍ່ໄດ້.”16 ເຮົາຕ້ອງການ ການເອີ້ນເຫລົ່ານັ້ນ, ແລະ ເຮົາຕ້ອງຮັບໃຊ້.
ຊາຍຄົນໜຶ່ງໃນຫວອດທີ່ຂ້າພະເຈົ້າໄດ້ເຕີບໂຕຂຶ້ນມາ ບໍ່ພຽງແຕ່ຂາດຄວາມສະໜັບສະໜູນຂອງພໍ່ແມ່ເທົ່ານັ້ນ ແຕ່ໄດ້ມີການຕໍ່ຕ້ານຕໍ່ຄວາມເຂັ້ມແຂງຂອງລາວໃນສາດສະໜາຈັກນຳອີກ. ລາວໄດ້ສັງເກດເບິ່ງໃນກອງປະຊຸມສິນລະລຶກວ່າ: “ພໍ່ຂອງຂ້າພະເຈົ້າບໍ່ສາມາດເຂົ້າໃຈວ່າ ເປັນຫຍັງຄົນຈຶ່ງໄປໂບດໃນເມື່ອເຂົາສາມາດໄປຂີ່ສະກີ້ຫລິ້ນ, ແຕ່ຂ້າພະເຈົ້າມັກໄປໂບດຫລາຍ. ໃນສາດສະໜາຈັກ, ເຮົາທຸກຄົນກໍຢູ່ໃນການເດີນທາງອັນດຽວກັນນັ້ນ, ແລະ ຂ້າພະເຈົ້າໄດ້ຮັບການດົນໃຈໃນການເດີນທາງນັ້ນ ໂດຍຊາວໜຸ່ມທີ່ເຂັ້ມແຂງ, ເດັກນ້ອຍທີ່ບໍລິສຸດ, ແລະ ສິ່ງທີ່ຂ້າພະເຈົ້າເຫັນ ແລະ ຮຽນຮູ້ຈາກຜູ້ໃຫຍ່ຄົນອື່ນໆ. ຂ້າພະເຈົ້າກໍເຂັ້ມແຂງຂຶ້ນໂດຍມິດຕະພາບ ແລະ ຕື່ນເຕັ້ນດ້ວຍຄວາມປິຕິຍິນດີຂອງການດຳລົງຊີວິດຕາມພຣະກິດຕິຄຸນ.”
ໃນເວລາດຽວກັນນັ້ນ, ຫວອດ ແລະ ສາຂາຂອງສາດສະໜາຈັກຈັດໃຫ້ມີການເຕົ້າໂຮມທຸກໆທິດທີ່ເປັນການພັກຜ່ອນ ແລະ ການຕໍ່ອາຍຸ, ທີ່ເປັນເວລາ ແລະ ສະຖານທີ່ທີ່ຈະປ່ອຍປະຄວາມກັງວົນ ແລະ ກິດຈະກຳອື່ນໆໄວ້ຢູ່ຂ້າງນອກ—ເປັນວັນຊະບາໂຕ. ມັນເປັນວັນທີ່ຈະ “ຊົມຊື່ນຍິນດີ,”17 ທີ່ຈະໄດ້ປະສົບກັບການປິ່ນປົວທາງວິນຍານ ທີ່ຈະມາເຖິງດ້ວຍສິນລະລຶກ, ແລະ ໄດ້ຮັບຄຳສັນຍາທີ່ຖືກຕໍ່ອາຍຸໃໝ່ ທີ່ຈະມີພຣະວິນຍານຂອງພຣະອົງສະຖິດຢູ່ກັບເຮົາ.18
ພອນທີ່ຍິ່ງໃຫຍ່ຢ່າງໜຶ່ງຂອງການເປັນພາກສ່ວນຂອງພຣະກາຍຂອງພຣະຄຣິດ, ເຖິງແມ່ນວ່າມັນອາດເບິ່ງຄືວ່າ ບໍ່ເປັນພອນເລີຍໃນເວລານັ້ນ, ຄືການຖືກຕິຕຽນຈາກບາບ ແລະ ຄວາມຜິດພາດ. ເຮົາມັກຈະຫາທາງແກ້ຕົວ ຫລື ອ້າງເຫດຜົນສຳລັບຄວາມຜິດຂອງເຮົາ, ແລະ ບາງເທື່ອແທ້ໆແລ້ວ ເຮົາບໍ່ຮູ້ຊ້ຳວ່າເຮົາຈະພັດທະນາໄປໜ້າ ຫລື ວ່າຕ້ອງເຮັດແນວໃດ. ປາດສະຈາກຄົນທີ່ສາມາດຕິຕຽນເຮົາ “ໃຫ້ທັນການດ້ວຍຄວາມສຽບຂາດ, ເມື່ອໄດ້ຮັບການກະຕຸ້ນໂດຍພຣະວິນຍານບໍລິສຸດ,”19 ແລ້ວເຮົາອາດຈະຂາດຄວາມກ້າຫານທີ່ຈະປ່ຽນແປງ ແລະ ຕິດຕາມພຣະອາຈານຢ່າງດີພ້ອມຫລາຍຂຶ້ນ. ການກັບໃຈເປັນເລື່ອງຂອງສ່ວນບຸກຄົນ, ແຕ່ມິດຕະພາບໃນເສັ້ນທາງ ທີ່ບາງເທື່ອເບິ່ງຄືວ່າເຈັບປວດນັ້ນ ກໍມີຢູ່ໃນສາດສະໜາຈັກ.20
ໃນການສົນທະນານີ້ເຖິງສາດສະໜາຈັກ ໃນຖານະພຣະກາຍຂອງພຣະຄຣິດ, ເຮົາຕ້ອງຈົດຈຳສອງຢ່າງໄວ້ສະເໝີ. ໜຶ່ງ, ເຮົາບໍ່ໄດ້ພະຍາຍາມປ່ຽນໃຈເຫລື້ອມໃສຕໍ່ສາດສະໜາຈັກ ແຕ່ຕໍ່ພຣະຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເປັນການປ່ຽນໃຈເຫລື້ອມໃສທີ່ສາດສະໜາຈັກຊ່ອຍອຳນວຍໃຫ້.21 ພຣະຄຳພີມໍມອນສະແດງໃຫ້ເຫັນຢ່າງແຈ່ມແຈ້ງເມື່ອກ່າວວ່າຜູ້ຄົນ “ໄດ້ ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ, ແລະ ໄດ້ ເຂົ້າໃນສາດສະໜາຈັກຂອງພຣະຄຣິດ. ”22 ສອງ, ເຮົາຕ້ອງຈົດຈຳວ່າໃນຕອນຕົ້ນ, ສາດສະໜາຈັກໄດ້ເປັນຄອບຄົວ, ແລະ ແມ່ນແຕ່ໃນວັນເວລານີ້ໃນຖານະສະຖາບັນ ທີ່ແຍກອອກ, ຄອບຄົວ ແລະ ສາດສະໜາຈັກຮັບໃຊ້ ແລະ ເສີມຄວາມເຂັ້ມແຂງໃຫ້ກັນແລະກັນ. ທັງສອງບໍ່ໄດ້ມາແທນທີ່ຂອງກັນແລະກັນ, ແລະ ແນ່ນອນວ່າ ສາດສະໜາຈັກ, ແມ່ນແຕ່ໃນຄວາມດີທີ່ສຸດ, ບໍ່ສາມາດມາແທນພໍ່ແມ່ໄດ້. ຈຸດປະສົງຂອງຄຳສອນຂອງພຣະກິດຕິຄຸນ ແລະ ພິທີການຂອງຖານະປະໂລຫິດຕ່າງໆ ທີ່ສາດສະໜາຈັກນຳປະຕິບັດ ກໍເພື່ອວ່າຄອບຄົວອາດມີຄ່າຄວນພໍສຳລັບຊີວິດນິລັນດອນ.
ຍັງມີເຫດຜົນໃຫຍ່ທີ່ສຳຄັນຂໍ້ທີສອງ ທີ່ພຣະຜູ້ຊ່ອຍໃຫ້ລອດດຳເນີນວຽກງານຜ່ານສາດສະໜາຈັກ, ສາດສະໜາຈັກຂອງພຣະອົງ, ແລະ ນັ້ນກໍເພື່ອຈະບັນລຸສິ່ງທີ່ຈຳເປັນ ຊຶ່ງຄົນໜຶ່ງຄົນດຽວ ຫລື ກຸ່ມນ້ອຍໆບໍ່ສາມາດບັນລຸໄດ້. ຕົວຢ່າງທີ່ແຈ່ມແຈ້ງຢ່າງໜຶ່ງກໍຄືການຈັດການກັບຄວາມຍາກຈົນ. ມັນກໍຈິງທີ່ໃນຖານະສ່ວນບຸກຄົນ ແລະ ຄອບຄົວ ເຮົາຊ່ອຍສະໜອງຄວາມຕ້ອງການທາງຮ່າງກາຍຂອງຄົນອື່ນ, “ໂດຍແຈກຢາຍໃຫ້ກັນຕາມຄວາມຈຳເປັນ ແລະ ຄວາມຕ້ອງການຂອງເຂົາທາງໂລກ ແລະ ທາງວິນຍານ.”23 ແຕ່ພ້ອມກັນໃນສາດສະໜາຈັກ, ຄວາມສາມາດທີ່ຈະດູແລຄົນຍາກຈົນ ແລະ ຄົນຂັດສົນຈະເພີ່ມທະວີຂຶ້ນເພື່ອຈະສະໜອງຄວາມຈຳເປັນທີ່ມີຢູ່ຢ່າງກວ້າງໄກ ແລະ ຫວັງວ່າ ຫລາຍຄົນຈະກຸ້ມຕົນເອງ.24 ນອກເໜືອໄປຈາກນີ້, ສາດສະໜາຈັກ, ສະມາຄົມສະຕີສົງເຄາະ, ແລະ ກຸ່ມຖານະປະໂລຫິດມີຄວາມສາມາດ ທີ່ຈະຈັດຫາການບັນເທົາທຸກໃຫ້ແກ່ຄົນທັງຫລາຍ ໃນຫລາຍໆແຫ່ງທີ່ຖືກກະທົບກະເທືອນໂດຍໄພທຳມະຊາດ, ສົງຄາມ, ແລະ ການຂົ່ມເຫັງ.
ປາດສະຈາກຄວາມສາມາດຂອງສາດສະໜາຈັກທີ່ມີໄວ້, ໜ້າທີ່ມອບໝາຍຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ຈະນຳເອົາພຣະກິດຕິຄຸນໄປສູ່ຕະຫລອດທົ່ວໂລກຈະບໍ່ສຳເລັດຜົນ.25 ຈະບໍ່ມີຂໍກະແຈຂອງອັກຄະສາວົກ, ໂຄງຮ່າງ, ແຫລ່ງເທັກໂນໂລຈີ, ທຶນຊ່ອຍເຫລືອ, ແລະ ຄວາມອຸທິດຕົນ ແລະ ການເສຍສະລະຂອງຜູ້ສອນສາດສະໜາຫລາຍໆພັນຄົນ ເພື່ອເຮັດວຽກງານ. ຈົ່ງຈຳໄວ້ວ່າ, ພຣະກິດຕິຄຸນຂອງອານາຈັກ [ຕ້ອງ] ຖືກສັ່ງສອນໄປທົ່ວໂລກ, ເພື່ອເປັນພະຍານຕໍ່ປະຊາຊາດທັງປວງ, ແລະ ເມື່ອນັ້ນທີ່ສຸດຈະມາເຖິງ.”26
ສາດສະໜາຈັກສາມາດກໍ່ສ້າງ ແລະ ເປີດບໍລິຫານພຣະວິຫານ, ບ້ານຂອງພຣະຜູ້ເປັນເຈົ້າ, ບ່ອນທີ່ພິທີການ ແລະ ພັນທະສັນຍາທີ່ຈຳເປັນຖືກປະຕິບັດການ. ໂຈເຊັບ ສະມິດ ໄດ້ກ່າວວ່າ ພຣະປະສົງຂອງພຣະເຈົ້າ ໃນການເຕົ້າໂຮມຜູ້ຄົນຂອງພຣະອົງໃນທຸກຍຸກທຸກສະໄໝແມ່ນ “ເພື່ອກໍ່ສ້າງບ້ານແດ່ພຣະຜູ້ເປັນເຈົ້າບ່ອນທີ່ພຣະອົງ [ຈະສາມາດ] ເປີດເຜີຍພິທີການຂອງບ້ານຂອງພຣະອົງ ແລະ ລັດສະໝີພາບຂອງອານາຈັກຂອງພຣະອົງ ໃຫ້ແກ່ຜູ້ຄົນຂອງພຣະອົງ, ແລະ ເພື່ອສັ່ງສອນວິທີທາງແຫ່ງຄວາມລອດໃຫ້ແກ່ຜູ້ຄົນ; ເພາະມີພິທີການ ແລະ ຫລັກທຳ ໂດຍສະເພາະ, ເມື່ອຖືກສັ່ງສອນ ແລະ ເຝິກປະຕິບັດຕາມ, ຕ້ອງເກີດຂຶ້ນໃນສະຖານທີ່ໃດໜຶ່ງ ຫລື ບ້ານທີ່ຖືກສ້າງຂຶ້ນມາ ເພື່ອຈຸດປະສົງນັ້ນໂດຍສະເພາະ.”27
ຖ້າຫາຄົນໃດເຊື່ອວ່າເສັ້ນທາງທຸກເສັ້ນນຳໄປສູ່ສະຫວັນ ຫລື ວ່າບໍ່ມີຂໍ້ຮຽກຮ້ອງໃດສຳລັບຄວາມລອດ, ເຂົາຈະບໍ່ເຫັນຄວາມຈຳເປັນທີ່ຈະປະກາດພຣະກິດຕິຄຸນ ຫລື ສຳລັບພິທີການ ແລະ ພັນທະສັນຍາຕ່າງໆໃນການໄຖ່ຄົນເປັນ ຫລື ຄົນຕາຍ. ແຕ່ພວກເຮົາບໍ່ພຽງແຕ່ກ່າວກ່ຽວກັບຄວາມເປັນອະມະຕະເທົ່ານັ້ນ ແຕ່ກ່ຽວກັບຊີວິດນິລັນດອນນຳອີກ, ແລະ ເພາະຈຸດປະສົງນັ້ນແຫລະ ເສັ້ນທາງແຫ່ງພຣະກິດຕິຄຸນ ແລະ ພັນທະສັນຍາແຫ່ງພຣະກິດຕິຄຸນຈຶ່ງຈຳເປັນ. ແລະ ພຣະຜູ້ຊ່ອຍໃຫ້ລອດຕ້ອງການສາດສະໜາຈັກທີ່ຈະເຮັດໃຫ້ສິ່ງເຫລົ່ານີ້ມີໃຫ້ແກ່ລູກໆທຸກໆຄົນຂອງພຣະເຈົ້າ—ທັງຄົນເປັນ ແລະ ຄົນຕາຍ.
ເຫດຜົນສຸດທ້າຍທີ່ຂ້າພະເຈົ້າຈະກ່າວເຖິງວ່າເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງໄດ້ສະຖາປະນາສາດສະໜາຈັກຂອງພຣະອົງແມ່ນພິເສດທີ່ສຸດ—ແທ້ຈິງແລ້ວ, ສາດສະໜາຈັກນີ້ແມ່ນອານາຈັກຂອງພຣະເຈົ້າຢູ່ເທິງໂລກ.
ເມື່ອສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍກຳລັງຖືກສະຖາປະນາໃນໄລຍະປີ 1830, ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ ສາດສະດາໂຈເຊັບ ສະມິດ ວ່າ, ຈົ່ງລື້ນເລີງ ແລະ ຊື່ນຊົມເຖີດ, ເພາະພວກເຈົ້າໄດ້ຮັບອານາຈັກແລ້ວ, ຫລື ອີກປະການໜຶ່ງ, ຂໍກະແຈຂອງສາດສະໜາຈັກໄດ້ຖືກມອບໃຫ້ແລ້ວ.28 ໃນສິດອຳນາດຂອງຂໍກະແຈເຫລົ່ານີ້, ເຈົ້າໜ້າທີ່ແຫ່ງຖານະປະໂລຫິດຂອງສາດສະໜາຈັກຮັກສາຄວາມບໍລິສຸດຂອງຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຄວາມຊື່ສັດຂອງພິທີການຊ່ອຍໃຫ້ລອດເຫລົ່ານີ້ຂອງພຣະອົງເອົາໄວ້.29 ພວກເພິ່ນຊ່ອຍຕຽມຜູ້ທີ່ປາດຖະໜາຈະໄດ້ຮັບພິທີການເຫລົ່ານີ້, ຕັດສິນຄວາມເໝາະສົມ ແລະ ຄ່າຄວນຂອງຜູ້ຄົນເຫລົ່ານັ້ນ ຜູ້ທີ່ໄດ້ສະໝັກຂໍ ແລະ ແລ້ວດຳເນີນພິທີການເຫລົ່ານັ້ນ.
ດ້ວຍຂໍກະແຈແຫ່ງອານາຈັກ, ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າສາມາດບອກໄດ້ເຖິງຄວາມຈິງ ແລະ ຄວາມເທັດ, ແລະ ອີກເທື່ອໜຶ່ງກ່າວຢ່າງມີສິດອຳນາດວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້.” ໜ້າເສຍດາຍທີ່, ບາງຄົນຄຽດແຄ້ນໃຫ້ສາດສະໜາຈັກ ເພາະວ່າເຂົາເຈົ້າຢາກໃຫ້ຄວາມໝາຍຂອງຕົນເຖິງຄວາມຈິງ, ແຕ່ຕາມຄວາມເປັນຈິງແລ້ວມັນເປັນພອນອັນປະເສີດທີ່ຈະໄດ້ຮັບ “ຄວາມຈິງຄືຄວາມຮູ້ເຖິງສິ່ງທີ່ເປັນຢູ່ແທ້ໆ, ແລະ ດັ່ງທີ່ໄດ້ເປັນມາ, ແລະ ດັ່ງທີ່ຈະເປັນ”30 ເຖິງລະດັບທີ່ພຣະຜູ້ເປັນເຈົ້າຈະເປີດເຜີຍມັນ. ສາດສະໜາຈັກຄຸ້ມຄອງ ແລະ ປະກາດການເປີດເຜີຍຂອງພຣະເຈົ້າ—ກົດຂອງພຣະຄຳພີ.
ຕອນທີ່ ດານີເອນ ໄດ້ແປຄວາມຝັນຂອງເນບູກາດເນັດຊາ ກະສັດແຫ່ງບາບີໂລນ, ທີ່ເຮັດໃຫ້ກະສັດຮັບຮູ້ “ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ,”31 ເພິ່ນຈຶ່ງໄດ້ປະກາດວ່າ “ພຣະເຈົ້າແຫ່ງຟ້າສະຫວັນ [ຈະ] ຕັ້ງອານາຈັກໜຶ່ງຂຶ້ນ, ຊຶ່ງຈະບໍ່ສູນຫາຍໄປຈັກເທື່ອ: ອານາຈັກນີ້ຈະບໍ່ຖືກຕີໃຫ້ຜ່າຍແພ້ຈັກເທື່ອ, ແຕ່ຈະທຳລາຍອານາຈັກ [ອື່ນໆ] ໃຫ້ໝົດສິ້ນໄປ, ແລ້ວກໍຈະຕັ້ງໝັ້ນຢູ່ຕະຫລອດໄປເປັນນິດ.”32 ສາດສະໜາຈັກນີ້ຄືອານາຈັກຍຸກສຸດທ້າຍທີ່ຖືກພະຍາກອນໄວ້ ທີ່ມະນຸດບໍ່ໄດ້ສ້າງຂຶ້ນມາ, ແຕ່ຖືກຈັດຕັ້ງຂຶ້ນມາໂດຍພຣະເຈົ້າແຫ່ງສະຫວັນ ແລະ ຈະກິ້ງອອກໄປດັ່ງກ້ອນຫີນທີ່ແຕກອອກມາຈາກໜ້າຜາໂດຍບໍ່ມີຜູ້ໃດເຮັດ ຈົນເຕັມແຜ່ນດິນໂລກ.33
ຈຸດໝາຍປາຍທາງຂອງສາດສະໜາຈັກແມ່ນທີ່ຈະສະຖາປະນາສີໂອນ ໃນການຈັດຕຽມສຳລັບການສະເດັດຄືນມາ ແລະ ການປົກຄອງຂອງພຣະເຢຊູຄຣິດເປັນເວລາພັນປີ. ກ່ອນວັນນັ້ນ, ມັນຈະບໍ່ເປັນອານາຈັກໃນເລື່ອງການເມືອງ—ດັ່ງທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ, “ອານາຈັກຂອງເຮົາບໍ່ໄດ້ ເປັນທີ່ ໂລກນີ້.”34 ກົງກັນຂ້າມ, ມັນເປັນແຫລ່ງຂອງສິດອຳນາດຂອງພຣະອົງຢູ່ເທິງໂລກ, ຜູ້ບໍລິຫານພັນທະສັນຍາສັກສິດຂອງພຣະອົງ, ຜູ້ພິທັກຮັກສາພຣະວິຫານຂອງພຣະອົງ, ຜູ້ປົກປ້ອງ ແລະ ຜູ້ປະກາດຄວາມຈິງຂອງພຣະອົງ, ເປັນສະຖານທີ່ເຕົ້າໂຮມກັນຂອງຊາດອິດສະຣາເອນທີ່ໄດ້ກະຈັດກະຈາຍໄປ, ແລະ “ເພື່ອການປົກປ້ອງ, ແລະ ... ເພື່ອເປັນບ່ອນຫລົບໄພຈາກພະຍຸ, ແລະ ຈາກພຣະພິໂລດ ເມື່ອມັນຈະຖອກເທລົງມາໂດຍສຸດພະລັງເທິງທັງແຜ່ນດິນໂລກ.”35
ຂ້າພະເຈົ້າຈະຈົບດ້ວຍຄຳອ້ອນວອນ ແລະ ຄຳອະທິຖານຂອງສາດສະດາວ່າ:
ຈົ່ງເອີ້ນຫາພຣະຜູ້ເປັນເຈົ້າ, ເພື່ອວ່າອານາຈັກຂອງພຣະອົງຈະຂະຫຍາຍອອກໄປເທິງແຜ່ນດິນໂລກ, ເພື່ອວ່າຜູ້ອາໄສໃນນັ້ນຈະໄດ້ຮັບມັນ, ແລະ ຕຽມພ້ອມສຳລັບວັນເວລາທີ່ຈະມາເຖິງ, ຊຶ່ງໃນເວລານັ້ນບຸດມະນຸດຈະລົງມາຈາກຟ້າສະຫວັນ, ຫຸ້ມຫໍ່ດ້ວຍຄວາມຮຸ່ງເຫລື້ອມແຫ່ງລັດສະໝີພາບຂອງພຣະອົງ, ເພື່ອພົບກັບອານາຈັກຂອງພຣະເຈົ້າ ຊຶ່ງຕັ້ງຢູ່ເທິງແຜ່ນດິນໂລກ.
ດັ່ງນັ້ນ, ຂໍໃຫ້ອານາຈັກຂອງພຣະເຈົ້າຈົ່ງຂະຫຍາຍອອກໄປ, ເພື່ອວ່າອານາຈັກສະຫວັນຈະມາ, ເພື່ອວ່າ ພຣະອົງ, ໂອ້ ພຣະອົງເຈົ້າ, ຈະໄດ້ຮັບການສັນລະເສີນໃນສະຫວັນ ເຊັ່ນດຽວກັບຢູ່ເທິງແຜ່ນດິນໂລກ, ເພື່ອວ່າສັດຕູຂອງພຣະອົງຈະຖືກປາບ; ເພາະກຽດຕິຍົດ, ອຳນາດ, ແລະ ລັດສະໝີພາບເປັນຂອງພຣະອົງ, ຕະຫລອດການ ແລະ ຕະຫລອດໄປ.36
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.