​2010–2019
ທ່ານ​ບໍ່​ໄດ້​​ເຮັດ​ວຽກ​ງານ​​ຄົນ​ດຽວ
ຕຸລາ 2015


15:48

ທ່ານ​ບໍ່​ໄດ້​​ເຮັດ​ວຽກ​ງານ​​ຄົນ​ດຽວ

ເມື່ອ​ທ່ານ​ເຄື່ອນ​ຍ້າຍ​ຈາກ​ກາ​ນຮັບໃຊ້​ໃນ​ຖານະ​ປະ​ໂລຫິດ​ຢ່າງໜຶ່ງ​ ໄປ​ຫາ​ອີກ​ຢ່າງ​ໜຶ່ງ, ທ່ານ​ຈະ​ເຫັນ​ພຣະຜູ້​ເປັນ​ເຈົ້າ ​ໃນ​ວຽກ​ງານ​ນຳ​ທ່ານ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາມີ​ຄວາມ​ກະຕັນຍູ​ຫລາຍ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ ແອວເດີ​ຣອນໂນ ເອ ແຣັສ໌ແບນ, ແອວເດີ ແກຣີ ອີ ສະຕີບເວັນສັນ, ແລະ ແອວເດີ ແດວ ຈີ ເຣັນລັນ ໃຫ້​ມາ​ເປັນ​ອັກຄະ​ສາວົກ ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ. ພວກ​ເຮົາ​ສະໜັບ​ສະໜູນ​ພວກ​ເພິ່ນດ້ວຍ​ສຸດ​ໃ​ຈ, ດ້ວຍ​ຄຳ​ອະທິຖານ, ​ແລະ ດ້ວຍ​ສັດທາ.

ພວກ​ເຮົາ​ຮູ້​ເຖິງ​ຄວາມ​ສາມາດ​ຂອງ​ພວກ​ເພິ່ນ. ​ແຕ່​ພວກ​ເພິ່ນ​ຈະ​ຕ້ອງການ​ຄວາມ​ແນ່ນອນ​ໃຈ ​ໃນ​ການ​ເອີ້ນ​ຂອງ​ພວກ​ເພິ່ນ, ​ເຊັ່ນ​ດຽວ​ກັບ​ພວກ​ເຮົາ, ວ່າ​ພຣະຜູ້​ເປັນ​ເຈົ້າສະຖິດ​ຢູ່​ກັບ​ພວກ​ເພິ່ນ ​ໃນ​ວຽກ​ງານ​ຂອງ​ພຣະອົງ. ມັກຄະ​ນາຍົກ​ຄົນ​ໜຶ່ງ​ກໍ​ຕ້ອງການ​ຄວາມ​ໝັ້ນ​ໃຈ​ເຊັ່ນດຽວ​ກັນນັ້ນ, ຕະຫລອດ​ທັງ​ມະຫາ​ປະ​ໂລຫິດ ຜູ້​ມີ​ປະສົບ​ການ​ຫລາຍ​ແລ້ວ ​ເມື່ອ​ໄດ້​ຮັບ​ການ​ເອີ້ນ​ໃໝ່.

ທ່ານ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ ​ເມື່ອ​ທ່ານ​ເຫັນ​ວ່າ ພຣະອົງ​ໄດ້​ເອີ້ນ​ທ່ານ ຜ່ານ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ. ຂ້າພະ​ເຈົ້າຢາກ​ຊ່ອຍ​ທ່ານ​ໃຫ້​ຮູ້ສຶກ​ວ່າ ​ເມື່ອ​ທ່ານ​​ເຮັດ​ພາກສ່ວນ​ຂອງ​ທ່ານ, ພຣະຜູ້​ເປັນ​ເຈົ້າຈະ​ຕື່ມ​ພະ​ລັງຂອງ​ພຣະອົງ​ໃຫ້​ຄວາມ​ພະຍາຍາມ​ຂອງ​ທ່ານ.

ການ​​ເອີ້ນ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ຮັບ​ໃນ​ອານາຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ຮຽກຮ້ອງ​ຫລາຍ​ກວ່າ​ການ​ຕັດສິນ​ຂອງ​ມະນຸດ ​ແລະ ພະລັງ​ສ່ວນ​ຕົວ. ການ​ເອີ້ນ​ເຫລົ່ານັ້ນ​ຮຽກຮ້ອງ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະຜູ້​ເປັນ​ເຈົ້າ, ຊຶ່ງ​ຈະ​ມາ​ເຖິງ. ​​ແມ່ນ​​ແຕ່ມັກຄະ​ນາຍົກ​​ໃໝ່​ກໍຈະ​ຮັບ​ຮູ້​ວ່າ​ມັນ​ເປັນຄວາມ​ຈິງ, ​ແລະ ລາວ​ຈະ​ຮຽນ​ຮູ້ຕື່ມ​ອີກ ​ເມື່ອ​ເວລາ​ຜ່ານ​ໄປ.

ຫລານ​ຊາຍ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າກໍ​ໄດ້​ມາ​ຮ່ວມ​ປະຊຸມ​ໃນ​ຄ່ຳ​ຄືນ​ນີ້, ເປັນ​ເທື່ອ​ທຳ​ອິດທີ່​ລາວ​ໄດ້​ມາ​ຮ່ວມ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ. ລາວ​ໄດ້​ຮັບ​ການ​ແຕ່ງຕັ້ງຫົກ​ມື້​ຜ່ານ​ມາ​ນີ້. ລາວ​ອາດ​ຄາດ​ຫວັງ​ວ່າ ໜ້າ​ທີ່​ທຳອິດ​ຂອງ​ລາວ​ໃນ​ຖານະ​ປະ​ໂລຫິດ ຈະ​ເປັນ​ການ​ຢາຍ​ສິນ​ລະ​ລຶກ​ໃນ​ວັນ​ອາທິດ​ໜ້າ. ຂ້າພະ​ເຈົ້າ​ອະທິຖານ​ວ່າ ລາວ​ຈະ​ເຫັນ​ເວລາ​ນັ້ນ ວ່າ​ມັນ​ເປັນ​ຈິງ.

ລາວ​ອາດ​ຄິດ​ວ່າ ວຽກ​ງານ​ຂອງ​ລາວ​ສຳລັບ​ພຣະຜູ້​ເປັນ​ເຈົ້າ ​ແມ່ນ​ການ​ຢາຍ​ສິນ​ລະ​ລຶກ​ໃຫ້​ຜູ້​ຄົນ​ທີ່​ນັ່ງ​ຢູ່​ໃນ​ກອງ​ປະຊຸມ. ​ແຕ່​ຈຸດປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ​ ບໍ່​ແມ່ນ​ໃຫ້​ຜູ້​ຄົນ​ຮັບ​ສ່ວນ​ສິນ​ລະ​ລຶກ​ເທົ່າ​ນັ້ນ. ​ແຕ່​ໃຫ້​ເຂົາ​ເຈົ້າຮັກສາ​ພັນທະ​ສັນຍາ​ທີ່​ຈະ​ພາ​ເຂົາ​ເຈົ້າ​ເດີນ​ໄປ​ໃນ​ເສັ້ນທາງ ​ເຖິງ​ຊີວິດ​ນິລັນດອນ. ​ແລະ ​ເພື່ອ​ຈະ​ໃຫ້​ສິ່ງ​ນັ້ນ​ເກີດ​ຂຶ້ນ, ພຣະຜູ້​ເປັນ​ເຈົ້າຈຶ່ງ​ໄດ້​ມອບ​ປະສົບ​ການ​ທາງ​ວິນ​ຍານ​ໃຫ້​ບຸກຄົນ ທີ່​ມັກຄະ​ນາຍົກ​ຍື່ນ​ຖາດ​ສິນ​ລະ​ລຶກ​ໃຫ້.

ຂ້າພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ເກີດ​ຂຶ້ນ ຢູ່​ຫໍ​ພັກ​ຄົນ​ເຖົ້າ ບ່ອນ​ທີ່​ມັກຄະ​ນາຍົກ​ຄົນ​ໜຶ່ງ ​ໄດ້​​ເນີ້ງ​ຕົວຍື່ນຖາດ​​ໃຫ້​ແມ່ຕູ້​ຄົນ​ໜຶ່ງ. ​ແມ່ຕູ້​ໄດ້​ຫລຽວ​ເບິ່ງ​ເຂົ້າຈີ່ ຄື​ກັບ​ວ່າ​ມັນ​ມີຄ່າ​ຫລາຍ​ທີ່​ສຸດ. ຂ້າພະ​ເຈົ້າບໍ່​ເຄີຍ​ລືມ​ຮອຍ​ຍິ້ມ​ຂອງ​ລາວ ຂະນະ​ທີ່​ລາວ​ຮັບ​ສ່ວນ ​ແລ້ວ​ໄດ້​ເດ່​ມື​ໄປ​ລູບ​ຫົວ​ຂອງ​ມັກຄະ​ນາຍົກ, ​ເວົ້າຂຶ້ນ​ວ່າ, “ຂອບ​ໃຈ​ຫລາຍໆ​ເດີ້!”

ມັກຄະ​ນາຍົກ​ຄົນ​ນັ້ນພຽງ​ແຕ່​ເຮັດ​ໜ້າ​ທີ່​​ໃນ​ຖານະປະ​ໂລຫິດ​ຂອງ​ລາວ. ​ແຕ່ພຣະຜູ້​ເປັນ​ເຈົ້າ​ໄດ້​ຂະຫຍາຍ​ການ​ກະທຳ​ຂອງ​ມັກຄະ​ນາຍົກ.​ ​ເຫັນ​ໄດ້​ວ່າ ຜູ້ຍິງ​ຄົນ​ໜຶ່ງ​ ລະນຶກ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເມື່ອ​ລາວ​ສະ​ແດງ​ຄວາມ​ກະຕັນຍູ​ຢ່າງ​ຈິງ​ໃຈ​ຕໍ່​ການ​ຮັບ​ໃຊ້​ຂອງ​ມັກຄະ​ນາຍົກ. ລາວໄດ້​ຮັບ​ຄຳ​ສັນຍາ ​ເມື່ອ​ມັກຄະ​ນາຍົກ​ຢາຍ​ສິນ​ລະ​ລຶກ​ໃຫ້​ລາວ ​ເພື່ອລາວ​ຈະ​ມີ​ພຣະວິນ​ຍານ​ສະຖິດ​ຢູ່​ກັບ​ລາວ. ລາວບໍ່​ໄດ້​ຢູ່​​ຄົນ​ດຽວໃນ​ຫໍ​ພັກ​ຄົນ​ເຖົ້າ ​​ມື້ນັ້ນ. ທັງ​ມັກຄະ​ນາຍົກ​ກໍ​ບໍ່​ໄດ້​ຢູ່​ຄົນ​ດຽວ ​ໃນ​ການ​ຮັບ​ໃຊ້​ຂອງ​ລາວ.

ຄູ​ສອນໜຸ່ມ​​ຄົນ​ໜຶ່ງໃນ​ຖານະ​ປະ​ໂລຫິດ​ແຫ່ງອາ​ໂຣນ ອາດບໍ່​ຮູ້ສຶກ ຕອນ​ລາວ​ໄປ​ສອນ​ຄອບຄົວ ວ່າ​ລາວ​ເປັນຫຸ້ນ​ສ່ວນ​ນຳພຣະຜູ້​ເປັນ​ເຈົ້າ ​ໃນ​ວຽກ​ງານ​ຂອງ​ພຣະອົງ. ຂ້າພະ​ເຈົ້າຍັງ​ຈື່​ປະຈັກ​ພະຍານ​ອັນ​ລຽບງ່າຍ​ຂອງ​ຄູ​ສອນ​ປະຈຳ​ບ້ານ​ຄົນ​ໜຸ່ມ ທີ່​ໄດ້​ມາ​ບ້ານ​ຂອງ​ພວກ​ຂ້າພະ​ເຈົ້າ​. ພຣະວິນ​ຍານ​ໄດ້​ຢືນຢັນ​ຖ້ອຍ​ຄຳ​ຂອງ​ລາວ. ລາວ​ອາດ​ບໍ່​ຈື່ມື້ນັ້ນ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ຈື່​ມັນ​ຢູ່.

ພຣະຜູ້​ເປັນ​ເຈົ້າອາດ​ຂະຫຍາຍ​ຄວາມ​ພະຍາ​ຍາມ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ອີກ ​ເມື່ອ​ລາວ​ຖືກ​ເອີ້ນ​ໃຫ້ກາຍ​ເປັນ​ປະ​ໂລຫິດ. ພິທີ​ບັບຕິ​ສະມາ​ທີ່​ລາ​ວປະຕິບັດ ອາດ​ເປັນ​ເດັກນ້ອຍ​ທີ່​ລາວ​ບໍ່​ຮູ້ຈັກ. ລາວ​ອາດ​ເປັນ​ຫ່ວງ​ວ່າ ລາວ​ຈະ​ເວົ້າຖືກ​ຫລື​ບໍ່ ຫລື ກະທຳ​ພິທີ​ການຢ່າງ​ຖືກຕ້ອງ​ຫລື​ບໍ່.

ແຕ່​ພຣະຜູ້​ເປັນ​ເຈົ້າ ທີ່​ລາວ​ຮັບ​ໃຊ້, ຈະ​ຂະຫຍາຍ​ສິ່ງ​ທີ່​ລາວ​​ໄດ້ມອບ​ໃຫ້. ຄົນ​ທີ່​ລາວ​​ໃຫ້​ບັບຕິ​ສະມາ ​ໄດ້​ເລືອກ​ທີ່​ຈະ​ເດີນ​ໄປ​ໃນ​ເສັ້ນທາງ​ຊີວິດ​ນິລັນດອນ. ພຣະຜູ້​ເປັນ​ເຈົ້າຈະ​ກະທຳ​ພາກສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະອົງ. ພຣະອົງ​ໄດ້​ກະທຳ​ກັບ​ຂ້າພະ​ເຈົ້າ ຕອນ​ທີ່​ຂ້າພະ​ເຈົ້າ​ໃຫ້​ບັບຕິ​ສະມາ​ແກ່​ເດັກນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ ​ໃນ​ຂະນະ​ທີ່​ລາວ​ນ້ຳຕາ​ໄຫລ​ອາບ​ແກ້ມ, ​ເວົ້າ​ໃສ່​ຫູ​ຂອງ​ຂ້າພະ​ເຈົ້າວ່າ, “ຂ້ານ້ອຍ​ສະອາດ​ແລ້ວ. ຂ້ານ້ອຍ​ສະອາດ​ແລ້ວ.”

​ເມື່ອ​ທ່ານ​ເຄື່ອນ​ຍ້າຍ​ຈາກ​ກາ​ນຮັບໃຊ້​ໃນ​ຖານະ​ປະ​ໂລຫິດ​ຢ່າງໜຶ່ງ​ໄປ​ຫາ​ອີກ​ຢ່າງ​ໜຶ່ງ, ທ່ານ​ຈະ​ເຫັນ​ພຣະຜູ້​ເປັນ​ເຈົ້າ ​ໃນ​ວຽກ​ງານ​ນຳ​ທ່ານ. ຂ້າພະ​ເຈົ້າ​ໄດ້​ຮຽນຮູ້ສິ່ງ​ນີ້ ຕອນ​ຂ້າພະ​ເຈົ້າພົບ​ກັບ​ປະທານ​ຂອງກຸ່ມ​ແອວ​ເດີ ຢູ່​ໃນ​ກອງ​ປະຊຸມ​ສະ​ເຕກ ​ເມື່ອ​ຫລາຍ​ປີ​ກ່ອນ. ​ໃນ​ກອງ​ປະຊຸມ​ນັ້ນ ມີລາຍ​ຊື່​ຂອງ​ຜູ້​ທີ່​ຈະ​ໄດ້​ຮັບ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ຫລາຍ​ກວ່າ 40 ຄົນ.

ປະທານ​ສະ​ເຕກ​ໄດ້​ເນີ້ງ​ຕົວ​ມາ​ຫາ​ຂ້າພະ​ເຈົ້າ ​​ແລ້ວ​ເວົ້າຄ່ອຍໆ​ວ່າ, “​ທັງ​ໝົດ​​ເຄີຍເປັນ​ແອວ​ເດີ​ທີ່​ບໍ່​ເຂັ້ມ​ແຂງ.” ​ດ້ວຍ​ຄວາມ​ປະຫລາດ​ໃຈ, ຂ້າພະ​ເຈົ້າ​ໄດ້​ຖາມ​ປະທານ​ສະ​ເຕກ​ເຖິງ​ໂຄງການ​ທີ່​​ໄດ້ຊ່ອຍ​ກູ້​ຜູ້​ຊາຍ​ເຫລົ່ານັ້ນ.

​ເພິ່ນ​ໄດ້​ຊີ້​ໄປ​ຫາ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ຜູ້​ນັ່ງ​ຢູ່​​ທ້າຍ​ ຫ້ອງ. ​ເພິ່ນ​ໄດ້ເວົ້າວ່າ, “ລາວ​ຢູ່​ຫັ້ນ​ເດ. ຊາຍ​ເຫລົ່າ​ນີ້​ໄດ້​ຖືກ​ນຳ​ກັບ​ມາ ​​ເພາະ​ປະທານ​ກຸ່ມ​ແອວ​ເດີ​ຄົນ​ນັ້ນ.” ລາ​ວນັ່ງ​ຢູ່​ແຖວ​ສຸດ, ນຸ່ງ​ຖື​ແບບ​ທຳ​ມະ​ດາ, ​​ເດ່​ຂາ​ໄປ​ທາງ​ໜ້າ ​ໃສ່​ເກີບ​ຄູ່​ເກົ່າໆ ​​ເອົາ​ຂາກ່າຍ​ກັນຢູ່.

ຂ້າພະ​ເຈົ້າ​ໄດ້​ຂໍ​ໃຫ້​ປະທານ​ສະ​ເຕກ ​ແນະນຳ​ຂ້າພະ​ເຈົ້າກັບ​ຊາຍ​ຄົນ​ນັ້ນ ຫລັງ​ຈາກ​ກອງ​ປະຊຸມ. ຕອນ​ພວກ​ເຮົາ​ໄດ້​ທັກ​ທາຍ​ກັນ, ຂ້າພະ​ເຈົ້າ​ໄດ້​ບອກ​ຊາຍ​ໜຸ່ມ​ຄົນ​ນັ້ນວ່າ ຂ້າພະ​ເຈົ້າມີ​ຄວາມ​ປະຫລາດ​ໃຈຫລາຍ ກັບ​ສິ່ງ​ທີ່​ລາວ​ໄດ້​ເຮັດ ​ແລະ ​ໄດ້​ຖາມ​ວ່າ ລາວ​ເຮັດ​ວິທີ​ໃດ. ລາວ​​ໄດ້​ຍິກ​ບ່າ​ໄຫລ່. ​ເຫັນ​ໄດ້​ວ່າ ລາວ​ບໍ່​ຢາກ​ຮັບ​ເອົາ​ຄຳ​ຊົມ.

​ແລ້ວ​ລາວ​ໄດ້​ເວົ້າຄ່ອຍໆ​ວ່າ, “ຂ້ານ້ອຍ​ຮູ້ຈັກ​ຜູ້​ຊາຍ​ທຸກ​ຄົນ​ທີ່​ບໍ່​ເຂັ້ມ​ແຂງ​ຢູ່​ໃນ​ໝູ່​ບ້ານ​ນີ້. ​​ເຂົາ​ເຈົ້າເກືອບ​ທຸກ​ຄົນ​ ມີ​ລົດ​ກະບະ. ຂ້ານ້ອຍ​ກໍ​ມີ​ລົດ​ກະບະ​ຄື​ກັນ. ຂ້ານ້ອຍ​ໄດ້​​ໄປລ້າງ​ລົດ ຢູ່​ບ່ອນ​ທີ່ເຂົາ​ເຈົ້າ​ໄປລ້າງ​ລົດ. ​ເມື່ອ​ເວລາ​ຜ່ານ​ໄປ, ພວກ​ເຮົາ​ໄດ້​ກາຍ​ເປັນ​​ເພື່ອນ​ກັນ.

“ແລ້ວ​ຂ້ານ້ອຍ​ໄດ້​ລໍຖ້າ​ຕອນ​ທີ່​ຊີວິດ​ຂອງ​ເຂົາ​ເຈົ້າມີ​ບັນຫາ. ສ່ວນ​ຫລາຍ​ຈະ​ເປັນ​ແນວ​ນັ້ນ. ​ເຂົາ​ເຈົ້າຈະ​ເລົ່າ​ໃຫ້​ຂ້ານ້ອຍຟັງ. ຂ້ານ້ອຍໄດ້​ຮັບ​ຟັງ ​ແລະ ບໍ່​ເວົ້າວິຈານ. ​ແລ້ວ​ເມື່ອ​ເຂົາ​ເຈົ້າ​ເວົ້າວ່າ, ‘ມີ​ສິ່ງ​ທີ່ບໍ່​ດີ​ເກີດ​ກັບ​ຂ້ອຍ. ຄົງ ມີ ​ສິ່ງ​ທີ່ດີກ​ວ່າ​ນີ້ນໍ.’ ຂ້ານ້ອຍ​ໄດ້​ບອກ​ເຂົາ​ເຈົ້າວ່າ ​ເຂົາ​ເຈົ້າຂາດ​ຫຍັງ ​ແລະ ​ເຂົາ​ເຈົ້າ​ໄປ​ຊອກ​ຫາ​ມັນ​ໄດ້​ຢູ່​ໃສ. ບາງ​ເທື່ອ​ເຂົາ​ເຈົ້າ​ເຊື່ອ​ຂ້ານ້ອຍ, ​ແລະ ​ເມື່ອ​ເຂົາ​ເຈົ້າ​ເຊື່ອ, ຂ້ານ້ອຍ​ກໍ​ພາ​ເຂົາ​ເຈົ້າ​ໄປ​ກັບ​ຂ້ານ້ອຍ.”

ທ່ານ​ເຫັນ​ໄດ້​ວ່າ ​ເປັນ​ຫຍັງ​ລາວ​ຈຶ່ງບໍ່​ອວດອົ່ງ. ​ເພາະ​ລາວ​ຮູ້​ວ່າ ລາວ​ໄດ້​ເຮັດ​ພາກສ່ວນອັນ​ເລັກ​ນ້ອຍຂອງ​ລາວ ​ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ກະທຳ​ສ່ວນ​ທີ່​ເຫລືອ​ຢູ່. ​ແມ່ນ​ພຣະຜູ້​ເປັນ​ເຈົ້າທີ່​ໄດ້​ສຳ​ພັດ​ໃຈ​ຂອງ​ຊາຍ​ເຫລົ່ານັ້ນ ​ໃນ​ເວລາ​ທີ່​ເຂົາ​ເຈົ້າປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ແມ່ນ​ພຣະຜູ້​ເປັນ​ເຈົ້າທີ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າຮູ້ສຶກ ມີ​ບາງ​ສິ່ງ​ທີ່​ດີກ​ວ່າ​ສຳລັບ​ເຂົາ​ເຈົ້າ ​ແລະ ຫວັງ​ວ່າ​ເຂົາ​ເຈົ້າຈະ​ຊອກ​​ເຫັນ.

ຊາຍ​ໜຸ່ມ​ທີ່​—ຄື​ກັນ​ກັບ​ທ່ານ—​ໄດ້​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ, ພຽງ​ແຕ່​ເຊື່ອ​ວ່າ ລາວ​ໄດ້​ເຮັດ​ພາກສ່ວນ​ອັນ​ເລັກ​ນ້ອຍ​ຂອງ​ລາວ, ພຣະຜູ້​ເປັນ​ເຈົ້າຈະ​ຊ່ອຍ​ຜູ້​ຊາຍ​ເຫລົ່ານັ້ນ ​ໄປ​ໃນ​ເສັ້ນທາງ​ກັບ​ບ້ານ ​ແລະ ມີ​ຄວາມສຸກ ພຽງ​ແຕ່​ພຣະອົງ​ເທົ່າ​ນັ້ນ ທີ່​ສາມາດ​ປະທານ​ໃຫ້​ເຂົາ​ເຈົ້າ. ຊາຍ​ຄົນ​ນີ້​ກໍ​ຍັງ​ຮູ້​ວ່າ ພຣະຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ລາວ ​ໃຫ້​ເປັນ​ປະທານ​ຂອງ​ກຸ່ມ​ແອວ​ເດີ ​ເພາະວ່າ​ລາວ​ຈະ​ເຮັດ​ພາກສ່ວນ​ຂອງ​ລາວ.

ຈະ​ມີ​ເວລາ​ໃນ​ການ​ຮັບ​ໃຊ້​ຂອງ​ທ່ານ ຕອນ​ທີ່​ທ່ານ​ບໍ່​​ບັນລຸ​ຜົນສຳ​ເລັດທີ່​ໜ້າ​ອັດສະຈັນ​ໃຈ ​ແລະ ​ຕາ​ເຫັນ​ໄດ້ ຄື​ກັນ​ກັບ​ປະທານໜຸ່ມ​ຂອງ​ກຸ່ມ​ແອວ​ເດີ​ຄົນ​ນັ້ນ. ນັ້ນ​ເປັນ​ເວລາ​ທີ່​ທ່ານ​ຕ້ອງ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ພຣະຜູ້​ເປັນ​ເຈົ້າ, ​ໂດຍ​ທີ່​ຮູ້ຈັກ​ວ່າ​ທ່ານ​ຈະ​ເຮັດ​ພາກສ່ວນ​ຂອງ​ທ່ານ​ໃນ​ວຽກ​ງານ, ​ໄດ້​ເອີ້ນ​ທ່ານ​ຜ່ານ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳນາດ​ຂອງ​ພຣະອົງ. ​ການ​ມີ​ສັດທາ​ໃນ​ການ​ເອີ້ນ​ຈາກຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ​ ​ເປັນ​ສິ່ງ​ຈຳ​ເປັນ​ໃນ​ການ​ຮັບ​ໃຊ້​ເຜີຍ​ແຜ່ ຂອງ​ພໍ່​ຕູ້​ທວດ​​ເຮັນຣີ ​ໄອຣິງ ຂອງ​ຂ້າພະ​ເຈົ້າ.

ເພິ່ນ​ໄດ້​ຮັບ​ບັບຕິ​ສະມາ ​ໃນ​ວັນ​ທີ 11 ​ເດືອນ​ມິນາ, ປີ 1855, ຢູ່​ເມືອງເຊັ້ນຫລຸຍ, ລັດມີເຊີຣີ. ທ່ານ ອີຣັສຕັສ ສະໂນ ​ໄດ້​​ແຕ່ງຕັ້ງ​ເພິ່ນ​ສູ່​ຕຳ​ແໜ່ງປະ​ໂລຫິດ ບໍ່​ດົນ​ຫລັງ​ຈາກ​ນັ້ນ. ປະທານ​ສະ​ເຕກ​ເຊັ້ນ​ຫລຸຍ, ຈອນ ເອັຈ໌ ຮາທ໌, ໄດ້​ເອີ້ນ​ເພິ່ນ​ໃຫ້​ໄປຮັບ​ໃຊ້​ເຜີຍແຜ່​ແກ່​ຊາວ​ອິນ​ເດຍ​ແດງ ​ເຜົ່າເຈໂຣກີ ​ໃນ​ວັນ​ທີ 6 ​ເດືອນ​ຕຸລາ. ​ເພິ່ນ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ແອວເດີ ​ໃນ​ວັນ​ທີ 11 ​ເດືອນ​ຕຸລາ. ​ເພິ່ນ​ໄດ້​ຂີ່​ມ້າ​ໄປ​ຫາ​ເຂດ​ເຜີຍ​ແຜ່​ເຈໂຣກີ ​ໃນ​ວັນ​ທີ 24 ​ເດືອນ​ຕຸລາ. ​ເພິ່ນ​ມີ​ອາຍຸ​ໄດ້ 20 ປີ ​ແລະ ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫາ​ກໍ​ໄດ້​ເຈັດ​ເດືອນ.

ຖ້າ​ຫາກ​ມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຄົນ​ໃດ ທີ່​ຮູ້ສຶກ​ວ່າ​ຕົນ​ບໍ່​ພຽບພ້ອມ ​ແລະ ບໍ່​ຕຽມ​ພ້ອມ, ກໍ​ແມ່ນ ເຮັນຣີ ໄອຣິງ. ກ່ອນ​ໜ້ານັ້ນ. ມີ​ເຫດຜົນ​ດຽວ​ທີ່​ເພິ່ນ​ມີ​ຄວາມ​ກ້າຫານ ທີ່​ຈະ​ໄປ ​ເພາະ​ເພິ່ນຮູ້​ໃນ​ໃຈ​ຂອງ​ເພິ່ນ​ວ່າ ພຣະ​ເຈົ້າ​ໄດ້​ເອີ້ນ​ເພິ່ນ ຜ່ານ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳນາດ​ຂອງ​ພຣະອົງ. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ກ້າຫານ. ນັ້ນຄົງ​ເປັນ​​ແຫລ່ງຂອງ​ຄວາມ​ກ້າຫານ​ຂອງ​ທ່ານທີ່​ຈະພາກ​ພຽນ, ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ຕຳ​ແໜ່ງ​ໃດ ​ໃນ​ຖານະ​ປະ​ໂລຫິດ.

ຫລັງ​ຈາກ​ ແອວເດີ ໄອຣິງ ​ໄດ້​ຮັບ​ໃຊ້​ດ້ວຍ​ຄວາມ​ຍາກ​ລຳບາກ ​ເປັນ​ເວລາ​ສາມ​ປີ ​ແລະ ຕອນ ປະທານ​ເຜີຍ​ແຜ່​ໄດ້​ເສຍ​ຊີວິດ​ໄປ, ເຮັນຣີ ​ໄດ້​ຖືກ​ສະໜັບ​ສະໜູນ​ເປັນ​ເອກະສັນ ​ໃຫ້​ເປັນ​ປະທານ​ເຜີຍ​ແຜ່ ຢູ່​​ໃນ​ກອງ​ປະຊຸມ ​ເມື່ອ​ວັນ​ທີ 6 ​ເດືອນ​ຕຸລາ ປີ 1858. ​ເພິ່ນ​ປະຫລາດ​ໃຈ​ຫລາຍ ​ແລະ ຕື່ນ​ຕົກ​ໃຈ ​ເທົ່າ​ກັບ​ມັກຄະ​ນາຍົກ​ໃໝ່ ຮູ້ສຶກ. ​ເພິ່ນ​ໄດ້​ຂຽນ​ວ່າ, “ມັນ​ເປັນ​ສິ່ງ​ທີ່​ບໍ່​ຄາດ​ຄິດ ທີ່​ຂ້າພະ​ເຈົ້າໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໜ້າ​ທີ່ ​ແຕ່​ມັນ​ເປັນຄວາມ​ປະສົງ​ຂອງ​ບັນດາ​ອ້າຍ​ນ້ອງ ຂ້າພະ​ເຈົ້າຈຶ່ງ​ໄດ້​ຮັບ​ເອົາ​ມັນດ້ວຍ​ຄວາມ​ຍິນ​ດີ,​ ແລະ ກໍຮູ້ສຶກ​ເຖິງ​ຄວາມ​ອ່ອນ​ແອ ​ແລະ ຂາດ​ປະສົບ​ການ ​ໃນ​ເວລາ​ດຽວ​ກັນ.”1

​ແລ້ວ​ປະທານໄອຣິງ ​ໄດ້​ເດີນທາງ​ໄປ​ທົ່ວ​ເຂດ​ຂອງ​ເຜົ່າເຈໂຣກີ, ເຜົ່າຄຣີກ, ​ແລະ ​ເຜົ່າຈ໊ອກ​ທາວ ​ໃນ​ປີ 1859. ຈາກ​ຄວາມ​ພະຍາຍາມ ​ຂອງເພິ່ນ, ພຣະຜູ້​ເປັນ​ເຈົ້າ​ໄດ້​ຕື່ມ​ເຕີມ​ໃສ່, ດັ່ງ​ທີ່, ເຮັນຣີ ​ໄດ້​ບັນທຶກ​ໄວ້ວ່າ, “ພຣະອົງ​ໄດ້​ຕື່ມ​ເຕີມ​ຈຳນວນ​ໃຫ້​ສາດສະໜາ​ຈັກ.” ​ເພິ່ນ​ໄດ້​ຈັດຕັ້ງ​ສາຂາ​ສອງ​ແຫ່ງ​ຂຶ້ນ ​ແຕ່​ໜ້າ​ເສຍ​ໃຈ​ທີ່ “ບໍ່​ເທົ່າ​ໃດ​ທີ່​ຕື່ນ​ເຕັ້ນກ່ຽວ​ກັບ​ວຽກ​ງານ​ນີ້.”2

ປີ​ໜຶ່ງ​ຈາກ​ນັ້ນ, ເຮັນ​ຣີ ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ ທີ່​ເຈົ້າໜ້າ​ທີ່​ບ້ານ​ເມືອງ ​ໃນ​ບັນດາ​ຜູ້​ຄົນ​ທີ່​ເພິ່ນ​ຮັບ​ໃຊ້ ບໍ່​ໄດ້​ອະນຸຍາດ​ໃຫ້​ຜູ້​ສອນ​ສາດສະໜາ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ ​ໄປ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ. ​ເມື່ອ​ເພິ່ນ​ໄດ້​ໄຕ່ຕອງ​ສິ່ງ​ທີ່​ເພິ່ນ​ຄວນ​ເຮັດ, ​ເພິ່ນ​​ໄດ້​ນຶກ​ເຫັນ​ຄຳ​ແນະນຳຂອງ​ປະທານ​ເຜີຍ​ແຜ່​ຄົນ​ກ່ອນຂອງ​ເພິ່ນ ບອກ​ວ່າ​ເພິ່ນ​ຄວນ “ຍືດການເຜີຍ​ແຜ່​ຂອງ​ເພິ່ນ​ອອກ​ໄປ ຈົນ​ເຖິງ​ປີ 1859.”3

ໃນ​ເດືອນ​ຕຸລາຂອງ​ປີນັ້ນ, ເຮັນ​ຣີ ​ໄດ້​ຂຽນ​ເຖິງ​ປະທານບຣິກຳ ຢັງ ​ເພື່ອ​ຂໍການ​ຊີ້​ນຳ, ​ແຕ່​ເພິ່ນ​ບໍ່​ໄດ້​ຮັບ​ຄຳ​ຕອບ ຕໍ່​ຄຳ​ຖາມ​ຂອງ​ເພິ່ນ. ເຮັນຣີ ​ໄດ້​ບັນທຶກ​ໄວ້ວ່າ, “ໂດຍ​ທີ່​ບໍ່​ໄດ້​ຍິນ​ຫຍັງ​ຈາກ​ປະທານ​ຂອງ​ສາດສະໜາ​ຈັກ, ຂ້າພະ​ເຈົ້າຈຶ່ງ​ໄດ້​ເອີ້ນ​ຫາ​ພຣະຜູ້​ເປັນ​ເຈົ້າ​ໃນ​ຄຳ​ອະທິຖານ, ທູນ​ຂໍ​ໃຫ້​ພຣະອົງ​ເປີດ​ເຜີຍ​​ແກ່​ຂ້າພະ​ເຈົ້າ ​ເຖິງ​ຄວາມ​ຄິດ ​ແລະ ຄວາມ​ປະສົງ​ຂອງ​ພຣະອົງ ​ກ່ຽວ​ກັບ​ວ່າ ຂ້າພະ​ເຈົ້າຄວນ​ຢູ່​ຕໍ່ ຫລື ຄວນ​ຂຶ້ນ​ໄປ​ຍັງ​ສີໂອນ.

ເພິ່ນ​ໄດ້​ກ່າວ​ຕໍ່​ວ່າ “​ຕໍ່​ໄປ​ນີ້ ​ເປັນຄວາມ​ຝັນ​ທີ່ຂ້າພະ​ເຈົ້າ​ໄດ້​ຝັນ ຊຶ່ງ​ເປັນ​ຄຳ​ຕອບ​ໃຫ້​ແກ່​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ຝັນ​ວ່າ ຂ້າພະ​ເຈົ້າ​ໄດ້​ໄປ​ເຖິງ​ເມືອງ [ເຊົາເລັກ] ​ແລະ ​ໄດ້​​ໄປ​ຫາ​ຫ້ອງການ​ຂອງ​ [ປະທານບ​ຣິ​ກຳ] ຢັງ ທັນທີ, ​ແລະ ​ເຂົ້າພົບ​ເພິ່ນ. ຂ້າພະ​ເຈົ້າ​ໄດ້​ເວົ້າກັບ​ເພິ່ນ​ວ່າ: ‘[ປະທານ] ຢັງ, ຂ້ານ້ອຍ​ໄດ້​ໜີ​ຈາກ​ເຂດ​ເຜີຍ​ແຜ່​ມາ, ຕາມ​ຄວາມ​ປະສົງ​ຂອງ​ຂ້ານ້ອຍ, ​ແຕ່​ຖ້າ​ຫາກ​ມີ​ສິ່ງ​ຜິດພາດ​ໃນ​ເລື່ອງ​ນີ້, ຂ້ານ້ອຍ​ເຕັມ​ໃຈ​ທີ່​ຈະ​ກັບ​ຄືນ​ໄປ ​ແລະ ຮັບ​ໃຊ້ຕໍ່​ຈົນ​ສຳ​ເລັດ.’ ​ເພິ່ນ​ໄດ້​ຕອບ​ວ່າ: ‘​ເຈົ້າ​ໄດ້​ຢູ່​ບ່ອນ​ນັ້ນດົນ​ແລ້ວ, ບໍ່​ເປັນ​ຫຍັງ.’

ເຮັນຣີ ​ໄດ້​ຂຽນ​ໃນ​ປຶ້ມບັນທຶກ​ສ່ວນ​ຕົວ​ຂອງ​ເພິ່ນ​ວ່າ, “ໂດຍ​ທີ່​​ເຄີຍ​ໄດ້​ຝັນ​ມາ​ກ່ອນ ​ຊຶ່ງ​ໄດ້​ເກີດ​ເປັນ​ຈິງ, ສະນັ້ນ​ຂ້າພະ​ເຈົ້າຈຶ່ງ​ມີ​ສັດທາ ທີ່​ຈະ​ເຊື່ອ​ວ່າ ມັນ​ຈະ​ເປັນ​ແນວ​ນັ້ນ​ແທ້ ​ແລະ ຄວນ​ຕຽມ​ຕົວ​ອອກ​ເດີນທາງ​ໄດ້.”

ເພິ່ນ​ໄດ້​ມາ​ເຖິງ​ເມືອງເຊົາເລັກ ​ໃນ​ວັນທີ 29 ​ເດືອນ​ສິງຫາ ປີ 1860, ​ຊຶ່ງ​ໄດ້​ຍ່າງ​ເກືອບ​ສຸດ​ທາງ. ມື້​ຕໍ່​ມາ, ​ເພິ່ນ​ໄດ້​ໄປ​ເຂົ້າພົບ​ປະທານບຣິກຳ ຢັງ ຢູ່​ຫ້ອງການ.

ເຮັນ​ຣີ ​ໄດ້​ບັນຍາຍ​ປະສົບ​ການ​ໃນ​ຖ້ອຍ​ຄຳ​ເຫລົ່າ​ນີ້: “[ຂ້າພະ​ເຈົ້າ] ​ໄດ້​ຂໍ​ເຂົ້າພົບ [ປະທານ] ຢັງ, ຊຶ່ງ​ເພິ່ນ​ໄດ້​ຕ້ອນຮັບ [ຂ້າພະເຈົ້າ] ​ເປັນ​ຢ່າງ​ດີ. ຂ້າພະ​ເຈົ້າ​ໄດ້​ເວົ້າກັບ​ເພິ່ນ​ວ່າ, ’[ປະທານ] ຢັງ ຂ້ານ້ອຍ​ໄດ້​ມາ​ໂດຍ​ທີ່​ບໍ່​ໄດ້​ຖືກ​ສົ່ງ​ມາ, ຖ້າ​ຫາກ​ຂ້ານ້ອຍ​ເຮັດ​ສິ່ງ​ທີ່​ຜິດພາດ, ຂ້ານ້ອຍ​​ເຕັມ​ໃຈ​ທີ່​ຈະ​ກັບ​ໄປ ​ແລະ ​​ຮັບ​ໃຊ້​ຕໍ່​ຈົນສຳ​ເລັດ.’ [​ທ່ານບຣິກຳ ຢັງ] ​ໄດ້​ຕອບ​ວ່າ: ‘ບໍ່​ເປັນ​ຫຍັງ, ພວກ​ເຮົາ​​ໄດ້​ຊອກ​ຫາ​​ເຈົ້າຢູ່.”

ເຮັນຣີ ​ໄດ້​ບັນຍາຍ​ເຖິງ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອງ​ເພິ່ນ, ​ເວົ້າວ່າ, “ດັ່ງນັ້ນ ຄວາມ​ຝັນ​ຂອງ​ຂ້າພະ​ເຈົ້າ ​ໄດ້​ເກີດ​ເປັນ​ຈິງ.”4

ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອງ​ເພິ່ນ ມາ​ຈາກ​ການ​ຢືນຢັນ​ວ່າ ພຣະຜູ້​ເປັນ​ເຈົ້າ​ໄດ້​ທຳ​ງານ​ຢູ່​ກັບ​ເພິ່ນ ​ແລະ ດູ​ແລ​ເພິ່ນ. ​ເພິ່ນຮຽນ​ຮູ້​ສິ່ງ​ທີ່​ເປັນຄວາມ​ຈິງ ສຳລັບ​ເຮົາ​ທຸກ​ຄົນ—ວ່າ​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ຮັບ​ການ​ດົນ​ໃຈ ​ເພື່ອ​ໃຫ້​ຮູ້ຈັກ​ພຣະປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ແລະ ເຮັນຣີ ໄອຣິງ ​ໄດ້​ຮັບ​ການ​ຢືນຢັນ, ຊຶ່ງ​ຂ້າພະ​ເຈົ້າກໍ​ຮູ້​ດີ​ຄື​ກັນ​, ວ່າ​ສາດສະດາ, ​ໃນ​ຖານະ​ປະທານ​ຂອງ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ, ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ ​ເພື່ອ​ໃຫ້​ດູ​ແລ ​ແລະ ​ເປັນ​ຫ່ວງ​ເປັນ​​ໃຍຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ.

ບໍ່​ວ່າ​ທ່ານ​​ໄດ້​ຮັບ​ໜ້າ​ທີ່​ໃດ​ໃນ​ຖານະ​ປະ​ໂລຫິດ, ຈະ​ມີ​ເວລາ​ໜຶ່ງ ທີ່​ທ່ານ​​ໄດ້​ຮູ້ສຶກ​ວ່າ ພຣະຜູ້​ເປັນ​ເຈົ້າບໍ່​ຮູ້​ສະພາບ​ການ​ຂອງ​ທ່ານ. ທ່ານ​ສາມາດ​ອະທິຖານ ​ເພື່ອ​ຈະ​ໄດ້​ຮູ້​ເຖິງ​ພຣະປະສົງ​ຂອງ​ພຣະອົງ, ​ແລະ ດ້ວຍ​ຄວາມ​ປາດ​ຖະໜາ​ທີ່​ຊື່ສັດ ທີ່​ຈະ​ເຮັດ ສິ່ງ​ໃດ​ກໍ​ຕາມ ທີ່​ພຣະອົງ​ຂໍ​ໃຫ້​ທ່ານ​​ເຮັດ, ​ແລ້ວ​ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ.

ພຣະບິດາ​ເທິງສະຫວັນ ຈະ​ເຮັດໃຫ້​ທ່ານ​ຮູ້ສຶກ​ວ່າ ພຣະອົງ​ຮູ້ຈັກ​ທ່ານ, ວ່າ​ພຣະອົງ​ພໍ​ພຣະ​ໄທ​ກັບ​ການ​ຮັບ​ໃຊ້​ຂອງ​ທ່ານ, ​ແລະ ວ່າ​ທ່ານ​ມີຄ່າ​ຄວນ​ພໍ ທີ່​ຈະ​ໄດ້​ຍິນ​ຄຳ​ທັກ​ທາຍຈາກ​ພຣະຜູ້​ເປັນ​ເຈົ້າ ທີ່​ທ່ານ​ຢາກ​ໄດ້​ຍິນ​ຫລາຍ ທີ່​ວ່າ: “ດີ​ແລ້ວ​ຄົນ​ຮັບ​ໃຊ້​ທີ່​ຊື່ສັດ​ເອີຍ, ​ເຈົ້າ​ເປັນ​ຜູ້​ສັດ​ຊື່​ໃນ​ຂອງ​ອັນ​ເລັກ​ນ້ອຍ, ​ເຮົາ​ຈະ​ໃຫ້​ເຈົ້າ​ຮັບ​ຜິດ​ຊອບ​ດູ​ແລ​ສິ່ງ​ຂອງ​ຫລາຍ​ຢ່າງ: ຈົ່ງ​ມາ​ຮ່ວມ​ຊົມ​ຊື່ນ​ຍິນ​ດີ​ກັບ​ເຮົາ​ເຖີດ.”5

ມັນ​ເປັນ​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ວ່າ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຕ່ລະຄົນ ຈະ​ເອື້ອມ​ອອກ​ໄປ​ດ້ວຍ​ສັດທາ ​ເພື່ອ​ຊ່ອຍ​ກູ້​ຈິດ​ວິນ​ຍານ​ທີ່​ລາວ​ຮັບຜິດຊອບ. ພຣະ​ເຈົ້າຈະ​ຕື່ມ​ພະລັງ​ຂອງ​ພຣະອົງ​​ໃຫ້​ຄວາມ​ພະຍາຍາມ​ຂອງ​ທ່ານ. ​ຫົວ​ໃຈ​ຂອງ​ຜູ້​ຄົນຈະ​ຖືກ​ສຳ​ພັດ​ເພື່ອ​ໃຫ້​ເຮັດ​ການ​ເລືອກ ທີ່​ຈະ​ພາ​ໄປ​ຕາມ​ເສັ້ນທາງ​ແຫ່ງ​ພຣະກິດ​ຕິ​ຄຸນ​ທີ່​ນຳ​ໄປ​ສູ່ຄວາມສຸກ ​ແລະ ​ໜີຈາກ​ຄວາມ​ໂສກ​ເສົ້າ.

ມັນ​ເປັນ​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ​ອີກ​ດ້ວຍ ວ່າ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​​ແຕ່ລະຄົນ ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ ​ແລະ ການ​ດູ​ແລ​ຂອງ​ພຣະບິດາ​ເທິງ​ສະຫວັນ, ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ແລະ ຂອງ​ສາດສະດາ​ຂອງ​ພຣະ​ເຈົ້າ ​ໃນ​ການ​ເອີ້ນ​ຂອງ​ລາວ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ພິ​ເສດ​ຕໍ່​ທ່ານ ວ່າ​ເຮົາ​ຢູ່​ໃນ​ການ​ຮັບ​ໃຊ້​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າທີ່​ໄດ້​ຟື້ນ​ຄືນ​ພຣະຊົນ​ແລ້ວ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະອົງ​​ໄດ້​ເອີ້ນ​ທ່ານ ​ແລະ ຂ້າພະ​ເຈົ້າ ​ສູ່​ການ​ຮັບ​ໃຊ້​ຂອງ​ພຣະອົງ ​ໂດຍ​ທີ່​ຮູ້​ເຖິງ​ຄວາມ​ສາມາດຂອງ​ເຮົາ ​ແລະ ຄວາມ​ຊ່ອຍ​ເຫລືອທີ່​ເຮົາ​ຈະ​ຕ້ອງການ. ພຣະອົງ​ຈະ​ອວຍພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ ​ເກີນ​ກວ່າ​ເຮົາ​ຄາດ​ຫວັງ, ​ເມື່ອ​ເຮົາ​ຮັບ​ໃຊ້​ພຣະອົງ​ຈົນ​ສຸດ​ຄວາມ​ສາມາດ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ສາດສະດາ​ຂອງ​ພຣະ​ເຈົ້າ, ຜູ້​ຊຶ່ງ​ເປັນ​ປະທານ​ຂອງ​ຜູ້​ດຳລົງຖານະ​ປະ​ໂລຫິດ​ທັງ​ໝົດ ຢູ່​ໃນ​ໂລກ​ນີ້, ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ສຳລັບ​ຕົວຢ່າງ ​ແລະ ຄວາມ​ຊື່ສັດ​ຂອງ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ ຢູ່​ທຸກ​ແຫ່ງ​ຫົນ. ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ ພໍພຣະ​ໄທ​ຫລາຍທີ່​ທ່ານ​ເຮັດ​ພາກສ່ວນ​ຂອງ​ທ່ານ. ພວກ​ພຣະອົງ​ຮູ້ຈັກ​ທ່ານ ​ແລະ ຮັກ​ທ່ານ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ຈົດ​ໝາຍ​ຂອງ​ເຮັນຣີ ໄອຣິງ ເຖິງ​ທ່ານບຣິກຳ ຢັງ, ວັນທີ 7 ເດືອນ​ຕຸລາ, 1858, ແຟມ​ໃນ​ຫ້ອງ​ການ​ຂອງ​ທ່ານບຣິກຳ ຢັງ, ຫໍ​ສະ​ໝຸດ​ປະ​ຫວັດ​ສາດຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາເລັກ.

  2. ເຮັນຣີ ໄອຣິງ ລາຍ​ງານ​ຕໍ່​ຫ້ອງ​ການ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເດືອນ​ສິງຫາ 1860, ໃບລາຍ​ງານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ, ​ຫໍ​ສະ​ໝຸດ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາເລັກ.

  3. ​ເບິ່ງ ຈົດ​ໝາຍ​ຂອງ​ເຮັນຣີ ໄອຣິງ ເຖິງ​ທ່ານບຣິກຳ ຢັງ, ວັນ​ທີ 9 ເດືອນ​ຕຸລາ, 1859, ແຟມ​ໃນ​ຫ້ອງ​ການ​ຂອງ​ທ່ານບຣິກຳ ຢັງ, ຫໍ​ສະ​ໝຸດ​ປະ​ຫວັດ​ສາດຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາເລັກ.

  4. ​ບັນ​ທຶກ​ຄວາມ​ຊົງ​ຈຳຂອງເຮັນຣີ ໄອຣິງ, 1896, ເອ​ກະ​ສານ​ທີ່​ພິມ​ດ້ວຍ​ພິມ​ດີດ, 27–28, ​ຫໍ​ສະ​ໝຸດ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາເລັກ.

  5. ມັດ​ທາຍ 25:23.