ມັນເປັນຜົນດີແທ້ໆ!
ຂ້າພະເຈົ້າອະທິຖານວ່າ ເຮົາຈະເອົາໃຈໃສ່ຕໍ່ “ຄວາມລຽບງ່າຍທີ່ມີໃນພຣະຄຣິດ” ແລະ ອະນຸຍາດໃຫ້ພຣະຄຸນຂອງພຣະອົງ ຊຸກຍູ້ ແລະ ເຊີດຊູເຮົາ.
ອ້າຍເອື້ອຍນ້ອງ ແລະ ໝູ່ເພື່ອນທີ່ຮັກແພງ, ຂ້າພະເຈົ້າດີໃຈຫລາຍທີ່ໄດ້ມາຮ່ວມກັບທ່ານ. ພວກເຮົາໂສກເສົ້າ ທີ່ເຫັນຕັ່ງວ່າງເປົ່າຢູ່ສາມໜ່ວຍ ຢູ່ເທິງເວທີນີ້. ພວກເຮົາຄິດຮອດປະທານແພ໊ກເກີ, ແອວເດີ ແພຣີ, ແລະ ແອວເດີ ສະກາດ. ພວກເຮົາຮັກພວກເພິ່ນ, ແລະ ພວກເຮົາອະທິຖານເພື່ອຄອບຄົວຂອງພວກເພິ່ນ.
ລະຫວ່າງກອງປະຊຸມໃຫຍ່ສອງມື້ນີ້, ເຮົາຈະມີໂອກາດສະໜັບສະໜູນສາມທ່ານ ຜູ້ພຣະຜູ້ເປັນເຈົ້າໄດ້ເອີ້ນໃຫ້ມາຮັບຕຳແໜ່ງໃນບັນດາກຸ່ມອັກຄະສາວົກສິບສອງ.
ຄຳອະທິຖານຂອງເຮົາເພື່ອພວກເພິ່ນ ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ພວກເພິ່ນ ເມື່ອພວກເພິ່ນຮັບເອົາການເອີ້ນທີ່ສັກສິດນີ້ ຂອງການເປັນອັກຄະສາວົກ.
ພຣະກິດຕິຄຸນເປັນຜົນດີແກ່ທ່ານບໍ?
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ເຫັນຂໍ້ຄວາມໜຶ່ງ ທີ່ເຮັດໃຫ້ຂ້າພະເຈົ້າຢຸດຄິດ. ຂໍ້ຄວາມນັ້ນແມ່ນ: “ຖ້າບອກຄົນວ່າ ມີດວງດາວເປັນໂກດເປັນກືໃນຈັກກະວານ, ແລ້ວເຂົາຈະເຊື່ອ. ຖ້າບອກເຂົາວ່າ ຝາເຮືອນຍັງປຽກນ້ຳສີຢູ່, ແລ້ວເຂົາຈະເອົານິ້ວມືໄປແຕະເບິ່ງ ເພື່ອໃຫ້ແນ່ໃຈ.”
ເຮົາບໍ່ໄດ້ເປັນແບບນີ້ບໍ? ຫລັງຈາກໄດ້ຮັບການປິ່ນປົວ, ທ່ານໝໍທີ່ຊຳນານຂອງຂ້າພະເຈົ້າໄດ້ອະທິບາຍ ເຖິງວິທີທີ່ຂ້າພະເຈົ້າຄວນເຮັດ ເພື່ອຈະໄດ້ຫາຍດີ. ແຕ່ກ່ອນອື່ນໝົດ ຂ້າພະເຈົ້າຕ້ອງໄດ້ກັບມາຮຽນບາງສິ່ງກ່ຽວກັບຕົນເອງກ່ອນ ຊຶ່ງຂ້າພະເຈົ້າຄວນຮູ້ເປັນເວລາດົນນານ ທີ່ວ່າ: ເຮົາເປັນຄົນໄຂ້, ເຮົາຕ້ອງຮູ້ຈັກອົດທົນ.
ເພາະດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈ ຫາຊ່ອງທາງ ເພື່ອໃຫ້ຕົນເອງຫາຍດີໄວໆ ໂດຍການຄົ້ນຄວ້າໃນອິນເຕີແນັດ. ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຈະໄດ້ພົບເຫັນຄວາມຈິງ ທີ່ນາຍໝໍຂອງຂ້າພະເຈົ້າ ບໍ່ຮູ້ ຫລື ປົກປິດຈາກຂ້າພະເຈົ້າ.
ຂ້າພະເຈົ້າໄດ້ຊອກຫາດົນເຕີບ ຈຶ່ງຮູ້ເຖິງສິ່ງກົງກັນຂ້າມກັບສິ່ງທີ່ຂ້າພະເຈົ້າກຳລັງໄດ້ເຮັດຢູ່. ແນ່ນອນ, ການຄົ້ນຄວ້າຫາບາງສິ່ງເພື່ອຕົວເອງບໍ່ໄດ້ເປັນແນວຄິດທີ່ບໍ່ດີ. ແຕ່ຂ້າພະເຈົ້າບໍ່ຍອມຮັບຄວາມຈິງ ທີ່ຂ້າພະເຈົ້າສາມາດເພິ່ງ ແຕ່ໄດ້ພົບເຫັນຕົນເອງສົນໃຈກັບຄຳບອກກ່າວໃນອິນເຕີແນັດ ທີ່ສ່ວນຫລາຍບໍ່ໄດ້ເປັນຄວາມຈິງ.
ບາງເທື່ອ, ຄວາມຈິງອາດເບິ່ງຄືວ່າກົງໄປກົງມາໂພດ, ແຈ່ມແຈ້ງໂພດ, ແລະ ງ່າຍໂພດ ສຳລັບເຮົາ ທີ່ຈະນັບຖືຄຸນຄ່າຂອງມັນ. ສະນັ້ນເຮົາຈຶ່ງບໍ່ເອົາໃຈໃສ່ກັບສິ່ງທີ່ເຮົາເຄີຍປະສົບການ ແລະ ຮູ້ວ່າເປັນຄວາມຈິງ ແລ້ວຫັນໄປຊອກຫາຂໍ້ມູນທີ່ລຶກລັບ ຫລື ຫຍຸ້ງຍາກ. ຫວັງວ່າ ເຮົາຈະຮຽນຮູ້ ເມື່ອເຮົາໄລ່ຕາມເງົາໄປ, ເຮົາພຽງແຕ່ຊອກຫາສິ່ງທີ່ບໍ່ມີຕົນໂຕ ຫລື ບໍ່ມີຄ່າແນວໃດ.
ກ່ຽວກັບຄວາມຈິງທາງວິນຍານແລ້ວ, ເຮົາຈະຮູ້ໄດ້ແນວໃດວ່າ ເຮົາຢູ່ໃນເສັ້ນທາງທີ່ຖືກຕ້ອງ?
ວິທີໜຶ່ງແມ່ນໂດຍການຖາມຄຳຖາມທີ່ຖືກຕ້ອງ—ຄຳຖາມທີ່ຊ່ອຍເຮົາໄຕ່ຕອງຄວາມກ້າວໜ້າຂອງເຮົາ ແລະ ປະເມີນວ່າສິ່ງໃດເປັນຜົນດີຕໍ່ເຮົາ. ຄຳຖາມເຊັ່ນ:
“ຊີວິດຂອງເຮົາມີຄວາມໝາຍບໍ?”
“ເຮົາເຊື່ອໃນພຣະເຈົ້າບໍ?”
“ເຮົາເຊື່ອວ່າ ພຣະເຈົ້າຮູ້ຈັກ ແລະ ຮັກເຮົາບໍ?”
“ເຮົາເຊື່ອວ່າ ພຣະເຈົ້າໄດ້ຍິນ ແລະ ຕອບຄຳອະທິຖານຂອງເຮົາບໍ?”
“ເຮົາມີຄວາມສຸກແທ້ໆບໍ?”
“ຄວາມພະຍາຍາມຂອງເຮົາ ພາເຮົາໄປຫາເປົ້າໝາຍທາງວິນຍານທີ່ສູງສຸດ ແລະ ຄຸນຄ່າໃນຊີວິດບໍ?”
ຄຳຖາມທີ່ເລິກຊຶ້ງກ່ຽວກັບຈຸດປະສົງຂອງຊີວິດ ໄດ້ພາຫລາຍຄົນ ແລະ ຫລາຍຄອບຄົວຕະຫລອດທົ່ວໂລກ ໃຫ້ສະແຫວງຫາຄວາມຈິງ. ສ່ວນຫລາຍແລ້ວ ການສະແຫວງຫານັ້ນ ໄດ້ພາເຂົາເຈົ້າມາຫາ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ມາຫາພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່.
ຂ້າພະເຈົ້າສົງໄສຖ້າຫາກວ່າເຮົາ, ຜູ້ທີ່ເປັນສະມາຊິກຂອງສາດສະໜາຈັກ, ກໍໄດ້ຮັບຜົນປະໂຫຍດຈາກການຖາມຕົນເອງຄືກັນ ເປັນບາງຄັ້ງບາງຄາວ. “ປະສົບການຂອງເຮົາຢູ່ໃນສາດສະໜາຈັກ ເປັນຜົນດີຕໍ່ເຮົາບໍ? ສິ່ງນີ້ຊ່ອຍເຮົາໃຫ້ເຂົ້າໃກ້ພຣະຄຣິດຫລາຍຂຶ້ນບໍ? ມັນໄດ້ນຳຄວາມສະຫງົບ ແລະ ຄວາມສຸກທີ່ສັນຍາໄວ້ໃນພຣະກິດຕິຄຸນມາໃຫ້ເຮົາ ແລະ ຄອບຄົວຂອງເຮົາບໍ?”
ແອວມາກໍໄດ້ຖາມຄຳຖາມທີ່ຄ້າຍຄືກັນນີ້ ກັບສະມາຊິກຂອງສາດສະໜາຈັກ ໃນເມືອງເຊຣາເຮັມລາ ເມື່ອເພິ່ນຖາມວ່າ: “ພວກທ່ານເຄີຍປະສົບການປ່ຽນແປງອັນຍິ່ງໃຫຍ່ນີ້ ໃນໃຈຂອງພວກທ່ານແລ້ວບໍ? … [ແລະ] ພວກທ່ານຮູ້ສຶກ [ມັນ] ບໍໃນຂະນະນີ້?”1 ການໄຕ່ຕອງກ່ຽວກັບຄຳຖາມເຊັ່ນນີ້ ອາດຊ່ອຍເຮົາໃຫ້ເອົາໃຈໃສ່ ຫລື ຈັດລຳດັບການກະທຳຂອງເຮົາໃນແຕ່ລະວັນ ໃຫ້ເຂົ້າກັບແຜນແຫ່ງຄວາມລອດ.
ສະມາຊິກຫລາຍຄົນຈະຕອບດ້ວຍຄວາມດີໃຈວ່າ ປະສົບການຂອງເຂົາເຈົ້າ ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກ ໄດ້ເປັນຜົນດີຫລາຍຕໍ່ເຂົາເຈົ້າ. ເຂົາເຈົ້າຈະເປັນພະຍານວ່າ ບໍ່ວ່າໃນເວລາທີ່ຍາກຈົນ ຫລື ຈະເລີນກ້າວໜ້າ, ບໍ່ວ່າໃນເວລາທີ່ສຸກສະບາຍ ຫລື ເຈັບປວດ, ເຂົາເຈົ້າຈະພົບຄວາມໝາຍ, ຄວາມສະຫງົບ, ແລະ ຄວາມສຸກ ເພາະຄຳໝັ້ນສັນຍາທີ່ມີຕໍ່ພຣະຜູ້ເປັນເຈົ້າ ແລະ ເພາະການຮັບໃຊ້ທີ່ອຸທິດຕົນໃນສາດສະໜາຈັກ. ທຸກວັນຂ້າພະເຈົ້າໄດ້ພົບກັບສະມາຊິກຂອງສາດສະໜາຈັກ ຜູ້ເຕັມໄປດ້ວຍຄວາມສຸກທີ່ແຈ່ມໃສ ແລະ ຜູ້ທີ່ສະແດງອອກໃນຄຳເວົ້າ ແລະ ການກະທຳ ວ່າຊີວິດຂອງເຂົາເຈົ້າ ໄດ້ຮັບພອນຫລາຍ ເກີນກວ່າຈະວັດແທກໄດ້ ໂດຍພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ຖືກຟື້ນຟູຄືນມາໃໝ່.
ແຕ່ຂ້າພະເຈົ້າຮູ້ວ່າ ມີຫລາຍຄົນທີ່ບໍ່ມີປະສົບການແບບໜ້າເພິ່ງພໍໃຈ—ຜູ້ຮູ້ສຶກວ່າ ບາງເທື່ອການເປັນສະມາຊິກຂອງເຂົາເຈົ້າ ໃນສາດສະໜາຈັກ ບໍ່ໄດ້ເປັນດັ່ງທີ່ເຂົາເຈົ້າໄດ້ຫວັງໄວ້.
ສິ່ງນີ້ເຮັດໃຫ້ຂ້າພະເຈົ້າໂສກເສົ້າ, ເພາະຂ້າພະເຈົ້າຮູ້ດ້ວຍຕົວເອງ ວ່າພຣະກິດຕິຄຸນສາມາດເພີ່ມຄວາມເຂັ້ມແຂງ ແລະ ເຊີດຊູຈິດວິນຍານຂອງບຸກຄົນໄດ້ແນວໃດ—ວ່າມັນຈະເຮັດໃຫ້ໃຈຂອງເຮົາເຕັມໄປດ້ວຍຄວາມຫວັງ ແລະ ຈິດໃຈຂອງເຮົາເຕັມໄປດ້ວຍຄວາມສະຫວ່າງແນວໃດ. ຂ້າພະເຈົ້າຮູ້ດ້ວຍຕົວເອງວ່າ ຜົນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ສາມາດປ່ຽນແປງຊີວິດຈາກລະດັບທຳມະດາ ແລະ ເສົ້າໝອງ ໄປສູ່ຄວາມດີເລີດ ແລະ ສະຫງ່າງາມ.
ແຕ່ເປັນຫຍັງເບິ່ງຄືວ່າ ມັນເປັນຜົນດີຕໍ່ບາງຄົນ ແຕ່ບໍ່ແມ່ນສຳລັບອີກບາງຄົນ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງຜູ້ທີ່ມີປະສົບການໃນສາດສະໜາຈັກ ຜູ້ຊຶ່ງຈິດວິນຍານຂອງເຂົາເຈົ້າເຕັມໄປດ້ວຍເພງສັນລະເສີນຄວາມຮັກທີ່ໄຖ່2 ກັບຄົນທີ່ຮູ້ສຶກວ່າ ຕົນເອງຂາດບາງສິ່ງບາງຢ່າງ?
ເມື່ອຂ້າພະເຈົ້າໄດ້ໄຕ່ຕອງກ່ຽວກັບຄຳຖາມເຫລົ່ານີ້, ຂ້າພະເຈົ້າໄດ້ຄິດກ່ຽວກັບຫລາຍສິ່ງຫລາຍຢ່າງ. ມື້ນີ້, ຂ້າພະເຈົ້າຢາກກ່າວເຖິງສອງຢ່າງ.
ການເຮັດໃຫ້ງ່າຍຂຶ້ນ
ທຳອິດ: ເຮົາໄດ້ເຮັດໃຫ້ການເປັນສານຸສິດຂອງເຮົາຫຍຸ້ງຍາກເກີນໄປບໍ?
ພຣະກິດຕິຄຸນທີ່ສວຍງາມນີ້ ແມ່ນລຽບງ່າຍແທ້ໆ ແມ່ນແຕ່ເດັກນ້ອຍກໍເຂົ້າໃຈໄດ້, ແຕ່ມັນເລິກຊຶ້ງ ແລະ ຊັບຊ້ອນ ຈົນຕ້ອງໃຊ້ຕະຫລອດຊີວິດ—ແມ່ນແຕ່ຕະຫລອດນິລັນດອນ—ໃນການສຶກສາ ແລະ ຄົ້ນຄວ້າ ເພື່ອຈະໄດ້ເຂົ້າໃຈມັນ.
ແຕ່ບາງເທື່ອ ເຮົາໄດ້ເອົາແນວຄິດທີ່ດີ, ໂຄງການ, ແລະ ຄວາມຄາດຫວັງຂອງມະນຸດ ມາໂອບຫໍ່ຄວາມສວຍງາມແຫ່ງຄວາມຈິງຂອງພຣະເຈົ້າໄວ້ເປັນຊັ້ນໆ. ແຕ່ລະຢ່າງອາດຊ່ອຍໄດ້ດີ ແລະ ເໝາະສົມສຳລັບບາງເວລາ ແລະ ບາງສະພາບການ, ແຕ່ເມື່ອຖ້າຫາກເຮົາເອົາມັນມາໂອບຫໍ່ຄວາມຈິງໄວ້ເປັນຊັ້ນໆ, ມັນຈະກາຍເປັນກອງຝຸ່ນທີ່ສູງໃຫຍ່ໄດ້ ທີ່ແໜ້ນໜາ ແລະ ໜັກໜ່ວງ ຈົນວ່າເຮົາບໍ່ເຫັນຄວາມສວຍງາມນັ້ນອີກຕໍ່ໄປ ຊຶ່ງແຕ່ກ່ອນເຮົາເຄີຍຮັກຫລາຍທີ່ສຸດ.
ສະນັ້ນ, ໃນຖານະທີ່ເປັນຜູ້ນຳ ເຮົາຕ້ອງປົກປ້ອງສາດສະໜາຈັກ ແລະ ພຣະກິດຕິຄຸນໄວ້ຢ່າງເຄັ່ງຄັດ ເລື່ອງຄວາມບໍລິສຸດ ແລະ ຄວາມລຽບງ່າຍຂອງມັນ ແລະ ຫລີກເວັ້ນຈາກການສ້າງຄວາມໜັກໜ່ວງໃຫ້ແກ່ສະມາຊິກຂອງເຮົາ.
ແລະ ເຮົາທຸກຄົນ ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກ, ເຮົາ ຕ້ອງໃຊ້ຄວາມພະຍາຍາມດ້ວຍຄວາມສຳນຶກ ເພື່ອອຸທິດພະລັງ ແລະ ເວລາຂອງເຮົາ ໃນສິ່ງທີ່ສຳຄັນແທ້ໆ, ເມື່ອຊ່ອຍເຫລືອເພື່ອນມະນຸດດ້ວຍກັນ ແລະ ສ້າງສາອານາຈັກຂອງພຣະເຈົ້າ.
ເອື້ອຍນ້ອງຄົນໜຶ່ງ, ຄູສອນໃນສະມາຄົມສະຕີສົງເຄາະ, ໄດ້ເປັນທີ່ຮູ້ຈັກກັນດີ ສຳລັບການຕຽມບົດຮຽນ ຢ່າງລະອຽດ. ເທື່ອໜຶ່ງ, ນາງໄດ້ຕັດສິນໃຈເຮັດຜ້າຫົ່ມຜືນໜຶ່ງທີ່ສວຍງາມ ເພື່ອເອົາມາສະແດງຮ່ວມກັບບົດຮຽນຂອງນາງ. ແຕ່ຊີວິດຂອງນາງຫຍຸ້ງຍາກຫລາຍ—ຕ້ອງໄດ້ໄປຮັບເອົາລູກຈາກໂຮງຮຽນ, ເພື່ອນບ້ານຕ້ອງການຊ່ອຍຍ້າຍເຮືອນ, ສາມີເປັນໄຂ້, ແລະ ເພື່ອນອີກຄົນໜຶ່ງກໍເປົ່າປ່ຽວ. ມື້ສອນບົດຮຽນເລື່ອນເຂົ້າມາໃກ້, ຜ້າຫົ່ມກໍຍັງບໍ່ແລ້ວ. ໃນທີ່ສຸດ, ຄືນໜຶ່ງກ່ອນໄປສອນບົດຮຽນ, ນາງບໍ່ໄດ້ນອນເລີຍ ເພາະພະຍາຍາມຫຍິບຜ້າຫົ່ມໃຫ້ແລ້ວ.
ມື້ຕໍ່ມາ ນາງເມື່ອຍຫລາຍ ຈົນຄິດກ່ຽວກັບບົດຮຽນບໍ່ຢາກອອກ, ແຕ່ນາງໄດ້ອົດຢືນສອນບົດຮຽນ ຈົນຈົບ.
ຜ້າຫົ່ມກໍສວຍງາມຫລາຍ—ຮອຍຫຍິບກໍຮຽບຮ້ອຍດີ, ສີຜ້າຫົ່ມກໍຈາດຈ້າ, ແລະ ການອອກແບບກໍສະຫລັບຊັບຊ້ອນ. ແລະ ຈຸດສຳຄັນຂອງບົດຮຽນຂອງນາງ ແມ່ນ: “ການເຮັດໃຫ້ງ່າຍຂຶ້ນ.”
ອ້າຍເອື້ອຍນ້ອງທັງຫລາຍ, ການດຳລົງຊີວິດຕາມພຣະກິດຕິຄຸນ ບໍ່ຈຳເປັນຕ້ອງໃຫ້ຫຍຸ້ງຍາກຫລາຍ.
ມັນກົງໄປກົງມາແທ້ໆ. ເຮົາບັນຍາຍມັນໄດ້ແບບນີ້:
-
ການໄດ້ຍິນພຣະຄຳຂອງພຣະເຈົ້າ ດ້ວຍຄວາມຕັ້ງໃຈ ພາເຮົາໄປສູ່ຄວາມເຊື່ອໃນພຣະເຈົ້າ ແລະ ໄວ້ວາງໃຈໃນຄຳສັນຍາຂອງພຣະອົງ.3
-
ເມື່ອເຮົາໄວ້ວາງໃຈພຣະເຈົ້າ ຫລາຍຂຶ້ນເທົ່າໃດ, ໃຈຂອງເຮົາຈະເຕັມໄປດ້ວຍຄວາມຮັກຕໍ່ພຣະອົງ ແລະ ຕໍ່ກັນແລະກັນ ຫລາຍຂຶ້ນເທົ່ານັ້ນ.
-
ເພາະຄວາມຮັກຂອງເຮົາທີ່ມີຕໍ່ພຣະເຈົ້າ, ເຮົາຈຶ່ງປາດຖະໜາທີ່ຈະຕິດຕາມພຣະອົງ ແລະ ເຮັດໃຫ້ການກະທຳຂອງເຮົາ ສອດຄ່ອງກັບພຣະຄຳຂອງພຣະອົງ.
-
ເພາະເຮົາຮັກພຣະເຈົ້າ, ເຮົາຈຶ່ງຢາກຮັບໃຊ້ພຣະອົງ; ເຮົາຢາກເປັນພອນໃຫ້ແກ່ຊີວິດຂອງຄົນອື່ນ ແລະ ຊ່ອຍເຫລືອຄົນຍາກຈົນ ແລະ ຄົນຂັດສົນ.
-
ເມື່ອເຮົາເດີນໄປໃນເສັ້ນທາງແຫ່ງການເປັນສານຸສິດໄກຫລາຍຂຶ້ນເທົ່າໃດ, ເຮົາຈະມີຄວາມປາດຖະໜາ ທີ່ຈະຮຽນຮູ້ກ່ຽວກັບພຣະຄຳຂອງພຣະເຈົ້າ ຫລາຍຂຶ້ນເທົ່ານັ້ນ.
ສະນັ້ນຕ້ອງກ້າວເດີນຕໍ່ໄປ, ເທື່ອລະບາດກ້າວ ເຕັມໄປດ້ວຍສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ ທີ່ເພີ່ມພູນຂຶ້ນເລື້ອຍໆ.
ມັນລຽບງ່າຍແທ້ໆ, ແລະ ມັນເປັນຜົນທີ່ດີງາມແທ້ໆ.
ອ້າຍເອື້ອຍນ້ອງທັງຫລາຍ, ຖ້າຫາກທ່ານເຄີຍຄິດວ່າ ພຣະກິດຕິຄຸນບໍ່ເປັນຜົນດີແນວໃດຕໍ່ທ່ານ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຢຸດໄຕ່ຕອງ, ສຳຫລວດເບິ່ງຊີວິດຂອງທ່ານ, ແລະ ດັດແປງການກ້າວເດີນຂອງທ່ານ ໄປສູ່ຄວາມເປັນສານຸສິດ. ຈົ່ງເອົາໃຈໃສ່ກັບຄຳສອນ, ຫລັກທຳ, ແລະ ການນຳໃຊ້ພຣະກິດຕິຄຸນຂັ້ນພື້ນຖານ. ຂ້າພະເຈົ້າສັນຍາວ່າ ພຣະເຈົ້າຈະນຳພາທ່ານ ແລະ ອວຍພອນທ່ານ ໃຫ້ຢູ່ໃນເສັ້ນທາງ ເພື່ອທ່ານຈະບັນລຸ, ແລະ ພຣະກິດຕິຄຸນຈະເປັນຜົນດີແກ່ທ່ານຫລາຍກວ່າເກົ່າ.
ໃຫ້ເລີ່ມຕົ້ນໃນຈຸດຂອງທ່ານເອງ
ຄຳແນະນຳຢ່າງທີສອງຂອງຂ້າພະເຈົ້າແມ່ນ: ໃຫ້ເລີ່ມຕົ້ນໃນຈຸດຂອງທ່ານເອງ.
ບາງເທື່ອ ເຮົາຈະຮູ້ສຶກທໍ້ຖອຍໃຈ ເພາະເຮົາບໍ່ມີຫຍັງ “ຫລາຍພໍ.” ບໍ່ມີທາງວິນຍານຫລາຍພໍ, ບໍ່ໄດ້ຮັບການນັບຖືຫລາຍພໍ, ບໍ່ສະຫລາດຫລາຍພໍ, ບໍ່ມີສຸຂະພາບດີຫລາຍພໍ, ບໍ່ຮັ່ງມີຫລາຍພໍ, ບໍ່ເປັນມິດຫລາຍພໍ, ຫລື ບໍ່ມີຄວາມສາມາດຫລາຍພໍ. ຕາມປົກກະຕິແລ້ວ, ການຢາກພັດທະນາຕົນ ບໍ່ໄດ້ເປັນເລື່ອງບໍ່ດີ. ພຣະເຈົ້າໄດ້ສ້າງເຮົາມາ ເພື່ອໃຫ້ເຕີບໂຕ ແລະ ກ້າວໜ້າ. ໃຫ້ຈື່ຈຳໄວ້ວ່າ, ຄວາມອ່ອນແອຂອງເຮົາ ສາມາດຊ່ອຍເຮົາໃຫ້ຖ່ອມຕົວລົງ ແລະ ຫັນເຮົາມາຫາພຣະຄຣິດ, ຜູ້ຈະ “ເຮັດໃຫ້ສິ່ງທີ່ອ່ອນແອກັບມາເຂັ້ມແຂງ.”4 ກົງກັນຂ້າມ, ຊາຕານຈະໃຊ້ຄວາມອ່ອນແອຂອງເຮົາ ຈົນເຖິງຂັ້ນທີ່ເຮົາທໍ້ຖອຍໃຈ ແລະ ບໍ່ຢາກພະຍາຍາມອີກຕໍ່ໄປ.
ຂ້າພະເຈົ້າໄດ້ຮຽນຮູ້ຈາກຊີວິດວ່າ ເຮົາບໍ່ຈຳເປັນຕ້ອງມີ “ຫລາຍ” ໃນສິ່ງໃດກໍຕາມ ກ່ອນຈະກາຍເປັນບຸກຄົນທີ່ພຣະເຈົ້າປະສົງໃຫ້ເຮົາກາຍເປັນ.
ພຣະເຈົ້າຈະຮັບເອົາທ່ານ ຕາມທີ່ທ່ານເປັນຢູ່ໃນເວລານີ້ ແລະ ເລີ່ມຕົ້ນເຝິກຝົນທ່ານ. ສິ່ງທີ່ທ່ານຕ້ອງມີ ແມ່ນໃຈທີ່ພ້ອມແລ້ວ, ຄວາມປາດຖະໜາທີ່ຈະເຊື່ອ, ແລະ ຄວາມໄວ້ວາງໃຈໃນພຣະຜູ້ເປັນເຈົ້າ.
ກິດຽນ ໄດ້ເຫັນຕົວເອງວ່າເປັນຊາວນາທີ່ຍາກຈົນ, ເປັນຄົນຕ່ຳຕ້ອຍທີ່ສຸດໃນຄອບຄົວຂອງພໍ່ລາວ. ແຕ່ພຣະເຈົ້າໄດ້ເຫັນລາວວ່າເປັນຊາຍທີ່ຍິ່ງໃຫຍ່ ແລະ ກ້າຫານ.5
ເມື່ອ ຊາມູເອນ ໄດ້ເລືອກ ຊາອູນ ໃຫ້ເປັນກະສັດ, ຊາອູນໄດ້ພະຍາຍາມຂໍໃຫ້ເພິ່ນເລືອກເອົາຄົນໃໝ່. ຊາອູນມາຈາກເຜົ່າໜຶ່ງທີ່ນ້ອຍທີ່ສຸດ ໃນເຜົ່າຂອງອິດສະຣາເອນ. ເພິ່ນຈະເປັນກະສັດໄດ້ແນວໃດ?6 ແຕ່ພຣະເຈົ້າໄດ້ເຫັນເພິ່ນວ່າເປັນ “ຊາຍໜຸ່ມແໜ້ນ ແລະ ສະຫງ່າງາມ.”7
ແມ່ນແຕ່ສາດສະດາໂມເຊ ທີ່ຍິ່ງໃຫຍ່ ກໍໄດ້ຮູ້ສຶກໜັກໃຈ ແລະ ທໍ້ຖອຍໃຈຫລາຍໃນຄັ້ງໜຶ່ງ ຈົນວ່າເພິ່ນຢາກຍອມແພ້ ແລະ ຕາຍເສຍ.8 ແຕ່ພຣະເຈົ້າບໍ່ໄດ້ໃຫ້ໂມເຊຍອມແພ້.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຖ້າຫາກເຮົາຫລຽວເບິ່ງຕົນເອງຜ່ານຕາແຫ່ງຄວາມເປັນມະຕະເທົ່ານັ້ນ, ເຮົາຈະບໍ່ເຫັນຕົນເອງດີພໍ. ແຕ່ພຣະບິດາເທິງສະຫວັນຂອງເຮົາ ເຫັນເຮົາ ດັ່ງທີ່ເຮົາເປັນຢູ່ ແລະ ສາມາດກາຍເປັນ. ພຣະອົງເຫັນເຮົາວ່າ ເຮົາເປັນບຸດ ແລະ ທິດາຂອງພຣະອົງ, ວ່າເປັນຄົນທີ່ມີຄວາມສະຫວ່າງນິລັນດອນ ພ້ອມດ້ວຍຄວາມສາມາດອັນເປັນນິດ ແລະ ດ້ວຍຈຸດໝາຍປາຍທາງອັນສູງສົ່ງ.9
ການເສຍສະລະຂອງພຣະຜູ້ຊ່ອຍໃຫ້ລອດ ໄດ້ເປີດປະຕູແຫ່ງຄວາມລອດໃຫ້ແກ່ທຸກຄົນ ເພື່ອກັບມາຫາພຣະເຈົ້າ. “ພຣະຄຸນຂອງພຣະອົງມີພຽງພໍສຳລັບຄົນທັງປວງທີ່ຖ່ອມຕົວຕໍ່ພຣະພັກ [ຂອງພຣະເຈົ້າ]”10 ພຣະຄຸນຂອງພຣະອົງ ເປັນອຳນາດທີ່ຊ່ອຍເຮົາໃຫ້ສາມາດເຂົ້າໄປໃນອານາຈັກແຫ່ງຄວາມລອດຂອງພຣະເຈົ້າໄດ້. ເພາະພຣະຄຸນຂອງພຣະອົງ, ເຮົາທຸກຄົນຈຶ່ງຈະສາມາດຟື້ນຄືນຊີວິດ ແລະ ລອດໄດ້ໃນອານາຈັກແຫ່ງລັດສະໝີພາບ.
ແມ່ນແຕ່ອານາຈັກແຫ່ງລັດສະໝີພາບທີ່ຕ່ຳສຸດ—ອານາຈັກຊັ້ນຕ່ຳ, ກໍຍັງ “ເກີນກວ່າຄວາມເຂົ້າໃຈທັງໝົດ,”11 ແລະ ຜູ້ຄົນຈົນນັບບໍ່ຖ້ວນ ຈະໄດ້ຮັບຄວາມລອດ.12
ແຕ່ພຣະຄຸນຂອງພຣະຜູ້ຊ່ອຍໃຫ້ລອດ ສາມາດເຮັດເພື່ອເຮົາໄດ້ຫລາຍກວ່ານັ້ນ. ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາສະແຫວງຫາບາງສິ່ງທີ່ຍິ່ງໃຫຍ່ກວ່າຈົນຄາດບໍ່ເຖິງ. ນັ້ນຄື ຄວາມສູງສົ່ງໃນອານາຈັກຊັ້ນສູງ. ມັນເປັນຊີວິດນິລັນດອນ ໃນທີ່ປະທັບຂອງພຣະບິດາເທິງສະຫວັນຂອງເຮົາ. ມັນເປັນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ.13 ໃນອານາຈັກຊັ້ນສູງ, ເຮົາຈະໄດ້ຮັບຄວາມບໍລິບູນ ແລະ ລັດສະໝີພາບຂອງພຣະອົງ.”14 ແທ້ຈິງແລ້ວ, ທຸກສິ່ງທີ່ພຣະບິດາມີ ຈະຖືກມອບໃຫ້ແກ່ເຮົາ.15
ຄວາມສູງສົ່ງ ຄືຈຸດເປົ້າໝາຍຂອງເຮົາ; ການເປັນສານຸສິດ ຄືການເດີນທາງຂອງເຮົາ.
ເມື່ອທ່ານໃຊ້ສັດທາໜ້ອຍໜຶ່ງ ແລະ ເລີ່ມຕົ້ນເດີນທາງ ໃນຖານະທີ່ເປັນຜູ້ຕິດຕາມຂອງອົງພຣະເຢຊູຄຣິດເຈົ້າ, ແລ້ວໃຈຂອງທ່ານຈະປ່ຽນ.16 ທ່ານຈະເຕັມໄປດ້ວຍຄວາມສະຫວ່າງໝົດທັງຕົວ.17
ພຣະເຈົ້າຈະຊ່ອຍເຫລືອທ່ານ ໃຫ້ກາຍເປັນບາງສິ່ງທີ່ຍິ່ງໃຫຍ່ ຫລາຍກວ່າທີ່ທ່ານຄິດວ່າເປັນໄປໄດ້. ແລະ ທ່ານຈະພົບເຫັນວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນຜົນດີຕໍ່ທ່ານແທ້ໆ.
ມັນເປັນຜົນດີ!
ອ້າຍເອື້ອຍນ້ອງ ແລະ ໝູ່ເພື່ອນທີ່ຮັກແພງ, ຂ້າພະເຈົ້າອະທິຖານວ່າ ເຮົາຈະເອົາໃຈໃສ່ຕໍ່ “ຄວາມລຽບງ່າຍທີ່ມີໃນພຣະຄຣິດ”18 ແລະ ອະນຸຍາດໃຫ້ພຣະຄຸນຂອງພຣະອົງ ຊຸກຍູ້ ແລະ ເຊີດຊູເຮົາ ໃນການເດີນທາງຂອງເຮົາ ຈາກບ່ອນເລີ່ມຕົ້ນ ໃນເວລານີ້ ຈົນໄປເຖິງຈຸດໝາຍປາຍທາງອັນຮຸ່ງເຫລື້ອມຂອງເຮົາ ໃນທີ່ປະທັບຂອງພຣະບິດາຂອງເຮົາ.
ເມື່ອເຮົາເຮັດເຊັ່ນນັ້ນ, ແລະ ຖ້າບາງຄົນຖາມເຮົາວ່າ, “ການເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນຜົນດີຕໍ່ທ່ານແນວໃດ?” ເຮົາຈະສາມາດຕອບດ້ວຍຄວາມພູມໃຈ ແລະ ດ້ວຍຄວາມສຸກວ່າ, “ມັນເປັນຜົນດີແທ້ໆ. ຂອບໃຈຫລາຍໆທີ່ຖາມ. ທ່ານຢາກຮູ້ຕື່ມບໍ?”
ນີ້ຄືຄວາມຫວັງ, ຄຳອະທິຖານ, ປະຈັກພະຍານ, ແລະ ພອນຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.