ໄດ້ຮັບຄວາມເຂັ້ມແຂງໂດຍການຊົດໃຊ້ຂອງພຣະເຢຊູຄຣິດ
ເພາະການຊົດໃຊ້ຂອງພຣະອົງ, ພຣະຜູ້ຊ່ອຍໃຫ້ລອດຈຶ່ງມີອຳນາດທີ່ຈະຊ່ອຍເຫລືອ—ບັນເທົາ—ຄວາມເຈັບປວດ ແລະ ຄວາມຍາກລຳບາກທັງໝົດໃນຄວາມເປັນມະຕະ.
ໃນຊ່ວງມະຕະນີ້, ເຮົາຈະຕ້ອງຕາຍ ແລະ ມີຄວາມໜັກໜ່ວງຂອງບາບ ຢ່າງແນ່ນອນ. ການຊົດໃຊ້ຂອງພຣະເຢຊູຄຣິດ ຈະລົບລ້າງຄວາມແນ່ນອນຂອງຊີວິດມະຕະນີ້ໄດ້. ແຕ່ນອກຈາກຄວາມຕາຍ ແລະ ບາບ, ເຮົາຍັງມີການທ້າທາຍຢ່າງອື່ນອີກ ໃນຂະນະທີ່ເຮົາດີ້ນລົນຜ່ານຜ່າຊີວິດມະຕະນີ້. ເພາະການຊົດໃຊ້ອັນດຽວກັນນີ້, ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ສາມາດຈັດຫາຄວາມເຂັ້ມແຂງທີ່ເຮົາຕ້ອງການ ເພື່ອເອົາຊະນະການທ້າທາຍຄວາມເປັນມະຕະເຫລົ່ານີ້. ນີ້ຄືຫົວຂໍ້ຄຳປາໄສຂອງຂ້າພະເຈົ້າ ໃນມື້ນີ້.
I.
ເລື່ອງລາວສ່ວນຫລາຍໃນພຣະຄຳພີ ເຖິງການຊົດໃຊ້ ແມ່ນກ່ຽວກັບການທີ່ພຣະຜູ້ຊ່ອຍໃຫ້ລອດຕັດສາຍຫັດແຫ່ງຄວາມຕາຍໃຫ້ຂາດອອກ ແລະ ກ່ຽວກັບການທົນທຸກທໍລະມານສຳລັບຄວາມຜິດບາບຂອງເຮົາ. ໃນຄຳເທດສະໜາຂອງພຣະອົງ ຊຶ່ງມີບັນທຶກຢູ່ໃນພຣະຄຳພີມໍມອນ, ແອວມາໄດ້ສອນຫລັກທຳເຫລົ່ານີ້. ແຕ່ເພິ່ນຍັງໄດ້ໃຫ້ການຮັບປະກັນໃນຂໍ້ພຣະຄຳພີ ທີ່ແຈ່ມແຈ້ງທີ່ສຸດນຳອີກວ່າ ພຣະຜູ້ຊ່ອຍໃຫ້ລອດຍັງໄດ້ປະສົບກັບຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ ແລະ ຄວາມບົກພ່ອງຂອງຜູ້ຄົນຂອງພຣະອົງນຳອີກ.
ແອວມາໄດ້ບັນຍາຍເຖິງການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ດັ່ງນີ້: “ແລະ ພຣະອົງຈະສະເດັດອອກໄປ, ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກ ແລະ ການລໍ້ລວງທຸກຢ່າງ; ແລະ ນີ້ກໍເພື່ອຄຳເວົ້າຈະໄດ້ສຳເລັດ ຊຶ່ງໄດ້ກ່າວໄວ້ວ່າ ພຣະອົງຈະຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ” (ແອວມາ 7:11; ເບິ່ງ 2 ນີໄຟ 9:21) ນຳອີກ.
ໃຫ້ເຮົາມາຄິດເບິ່ງ! ໃນການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ, ພຣະອົງໄດ້ທົນຕໍ່ “ຄວາມເຈັບປວດ ແລະ ຄວາມທຸກ ແລະ ການລໍ້ລວງທຸກຢ່າງ.” ດັ່ງທີ່ປະທານບອຍ ເຄ ແພ໊ກເກີ ໄດ້ອະທິບາຍວ່າ: “ພຣະອົງບໍ່ມີໜີ້ສິນ. ພຣະອົງບໍ່ເຄີຍເຮັດຜິດ. ເຖິງຢ່າງໃດກໍຕາມ, ຄວາມຜິດທັງໝົດ, ຄວາມໂສກເສົ້າ ແລະ ຄວາມເສຍໃຈ, ຄວາມເຈັບປວດ ແລະ ຄວາມເສຍກຽດ, ຝ່າຍຈິດໃຈ, ຄວາມຮູ້ສຶກ, ຝ່າຍຮ່າງກາຍທັງໝົດ ທີ່ມະນຸດເຄີຍຮູ້ມາ—ພຣະອົງໄດ້ປະສົບກັບມັນທັງໝົດ.”1
ເປັນຫຍັງພຣະອົງຈຶ່ງທົນກັບການທ້າທາຍ “ທັງໝົດ” ຂອງຄວາມເປັນມະຕະນີ້? ແອວມາໄດ້ອະທິບາຍວ່າ: “ແລະ ພຣະອົງຈະຮັບເອົາຄວາມບົກພ່ອງຂອງພວກເຂົາ, ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາ, ຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະຮູ້ຈັກທາງຂອງເນື້ອໜັງວ່າ ຈະຊ່ອຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ” (ແອວມາ 7:12).
ຍົກຕົວຢ່າງ, ອັກຄະສາວົກໂປໂລ ໄດ້ປະກາດວ່າ ເພາະພຣະຜູ້ຊ່ອຍໃຫ້ລອດ “ໄດ້ຖືກທົດລອງ ແລະ ໄດ້ທົນທຸກທໍລະມານມາກ່ອນ, ພຣະອົງຈຶ່ງສາມາດຊ່ອຍຜູ້ທີ່ຖືກທົດລອງນັ້ນໄດ້” (ເຮັບເຣີ 2:18). ຄ້າຍຄືກັນ, ປະທານເຈມສ໌ ອີ ຟາວ ໄດ້ສອນວ່າ: “ນັບແຕ່ພຣະຜູ້ຊ່ອຍໃຫ້ລອດໄດ້ທົນທຸກທໍລະມານກັບທຸກສິ່ງທຸກຢ່າງ ທີ່ເຮົາເຄີຍຮູ້ສຶກ ຫລື ປະສົບການມາກ່ອນ, ພຣະອົງຈຶ່ງສາມາດຊ່ອຍຄົນທີ່ອ່ອນແອ ໃຫ້ກັບມາເຂັ້ມແຂງໄດ້.”2
ພຣະຜູ້ຊ່ອຍໃຫ້ລອດຂອງເຮົາໄດ້ມີປະສົບການ ແລະ ໄດ້ທົນທຸກທໍລະມານກັບການທ້າທາຍທັງໝົດ ຂອງຄວາມເປັນມະຕະ “ຕາມທາງຂອງເນື້ອໜັງ” ເພື່ອວ່າ ພຣະອົງຈະໄດ້ຮູ້ “ຕາມທາງຂອງເນື້ອໜັງ” ເຖິງວິທີທີ່ຈະ “ຊ່ອຍເຫລືອ [ໝາຍເຖິງການຊ່ອຍບັນເທົາ ຫລື ຊ່ອຍກູ້] ຜູ້ຄົນຂອງພຣະອົງ ຕາມຄວາມບົກພ່ອງຂອງພວກເຮົາໄດ້ແນວໃດ.” ສະນັ້ນ ພຣະອົງຈຶ່ງຮູ້ເຖິງຄວາມດີ້ນລົນ, ຄວາມເຈັບປວດໃຈ, ການລໍ້ລວງ, ຄວາມທຸກທໍມານຂອງເຮົາ, ເພາະພຣະອົງໄດ້ປະສົບກັບທັງໝົດດ້ວຍຄວາມສະໝັກໃຈ ຊຶ່ງເປັນພາກສ່ວນໜຶ່ງ ທີ່ຈຳເປັນໃນການຊົດໃຊ້ຂອງພຣະອົງ. ແລະ ເພາະດ້ວຍສິ່ງນີ້, ການຊົດໃຊ້ຂອງພຣະອົງ ຊຶ່ງເປັນພະລັງໃຫ້ພຣະອົງ ທີ່ຈະຊ່ອຍເຫລືອເຮົາ—ທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ ເພື່ອຈະອົດທົນກັບມັນໄດ້.
II.
ເຖິງແມ່ນວ່າຄຳສອນຂອງແອວມາ ຢູ່ໃນ ບົດທີເຈັດ ໄດ້ບອກຢ່າງແຈ່ມແຈ້ງທີ່ສຸດ ໃນພຣະຄຳພີທຸກຂໍ້ ເຖິງອຳນາດອັນຈຳເປັນຂອງການຊົດໃຊ້, ແຕ່ມັນຍັງໄດ້ສອນໃນພຣະຄຳພີທັງໝົດ.
ໃນຕອນຕົ້ນຂອງການປະຕິບັດສາດສະໜາກິດຂອງພຣະອົງ, ພຣະເຢຊູໄດ້ອະທິບາຍວ່າ ພຣະອົງໄດ້ຖືກສົ່ງມາ “ເພື່ອປິ່ນປົວຫົວໃຈທີ່ຊອກຊ້ຳ” (ລູກາ 4:18). ພຣະຄຳພີມັກບອກເຮົາເຖິງການປິ່ນປົວຜູ້ຄົນຂອງພຣະອົງ “ໃນຄວາມບົກພ່ອງຂອງພວກເຂົາ” (ລູກາ 5:15; 7:21). ພຣະຄຳພີມໍມອນ ບັນທຶກການປິ່ນປົວຂອງພຣະອົງ ຕໍ່ຄົນ “ທັງໝົດທີ່ເປັນທຸກໃດໆ” (3 ນີໄຟ 17:9). ພຣະທຳມັດທາຍ ອະທິບາຍວ່າ ພຣະເຢຊູໄດ້ປິ່ນປົວຜູ້ຄົນ “ເພື່ອໃຫ້ສຳເລັດຕາມທີ່ສາດສະດາເອຊາຢາໄດ້ກ່າວໄວ້ວ່າ, ພຣະອົງໄດ້ຮັບເອົາຄວາມເຈັບໄຂ້ ແລະ ແບກພະຍາດໂລຄາຂອງພວກເຮົາໄປ” (ມັດທາຍ 8:17).
ເອຊາຢາໄດ້ສອນວ່າ ພຣະເມຊີອາ ຈະທົນກັບ “ຄວາມໂສກເສົ້າ” ແລະ “ເສຍໃຈ” (ເອຊາຢາ 53:4). ເອຊາຢາຍັງໄດ້ສອນອີກເຖິງການທີ່ ພຣະອົງໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ ທີ່ວ່າ: “ເຮົາຢູ່ກັບພວກເຈົ້າ ສະນັ້ນ ຢ່າສູ່ຢ້ານກົວ; ຢ່າສູ່ຢ້ານສິ່ງໃດໆ ເຮົາຄືພຣະເຈົ້າຂອງພວກເຈົ້າ ເຮົາຈະຊ່ອຍຊູໃຫ້ພວກເຈົ້າໄດ້ເຂັ້ມແຂງ” (ເອຊາຢາ 41:10).
ດັ່ງນັ້ນ, ເຮົາຈຶ່ງຮ້ອງ:
ຢ່າຢ້ານອັນໃດເລີຍ ເພາະເຮົາຈະຢູ່ກັບເຈົ້າ,
ເພາະເຮົາເປັນພຣະເຈົ້າຂອງເຈົ້າ ເຮົາຈະຄ້ຳຊູ.
ຈະຊ່ອຍໜູນກຳລັງຈະຊ່ອຍຕັ້ງເຈົ້າໃຫ້ໝັ້ນ, ...
ຈະຊູເຈົ້າດ້ວຍຫລັກການທີ່ຖືກຕ້ອງ ແລະ ຊອບທຳ.3
ເມື່ອກ່າວເຖິງການທ້າທາຍໃນຄວາມເປັນມະຕະຂອງເພິ່ນເອງ, ອັກຄະສາວົກໂປໂລ ໄດ້ຂຽນວ່າ, “ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊູກຳລັງເຮົາ” (ຟີລິບປອຍ 4:13).
ແລະ ເຮົາເຫັນວ່າ ເພາະການຊົດໃຊ້ຂອງພຣະອົງ, ພຣະອົງຈຶ່ງມີອຳນາດທີ່ຈະຊ່ອຍເຫລືອ—ບັນເທົາ—ຄວາມເຈັບປວດ ແລະ ຄວາມຍາກລຳບາກທັງໝົດໃນຄວາມເປັນມະຕະ. ບາງເທື່ອອຳນາດຂອງພຣະອົງປິ່ນປົວຄວາມບົກພ່ອງ, ແຕ່ພຣະຄຳພີ ແລະ ປະສົບການຂອງເຮົາສອນວ່າ ບາງເທື່ອພຣະອົງຊ່ອຍເຫລືອ ຫລື ບັນເທົາ ໂດຍການມອບຄວາມເຂັ້ມແຂງໃຫ້ແກ່ເຮົາ ຫລື ມອບຄວາມອົດກັ້ນ ເພື່ອໃຫ້ອົດທົນກັບຄວາມບົກພ່ອງຂອງເຮົາ.4
III.
ມີຄວາມເຈັບປວດ ແລະ ຄວາມຍາກລຳບາກ ແລະ ຄວາມບົກພ່ອງອັນໃດແດ່ ທີ່ພຣະຜູ້ຊ່ອຍໃຫ້ລອດ ໄດ້ມີປະສົບການ ແລະ ໄດ້ທົນທຸກທໍລະມານ?
ເຮົາທຸກຄົນຈະມີຄວາມເຈັບປວດ ແລະ ຄວາມຍາກລຳບາກ ແລະ ມີຄວາມບົກພ່ອງ ໃນເວລາໃດ ເວລາໜຶ່ງ. ນອກຈາກເຮົາໄດ້ປະສົບການຍ້ອນຄວາມຜິດບາບຂອງເຮົາແລ້ວ, ຄວາມເປັນມະຕະຍັງເຕັມໄປດ້ວຍການດີ້ນລົນ, ຄວາມໂສກເສົ້າ, ແລະ ຄວາມທຸກທໍລະມານນຳອີກ.
ເຮົາ ແລະ ຄົນທີ່ເຮົາຮັກ ໄດ້ທົນກັບຄວາມເຈັບໄຂ້. ບາງເວລາ ເຮົາແຕ່ລະຄົນອາດປະສົບກັບຄວາມເຈັບປວດ ຈາກການໄດ້ຮັບບາດເຈັບທີ່ສາຫັດ ຫລື ຈາກຄວາມຫຍຸ້ງຍາກທາງສຸຂະພາບ ຫລື ທາງຈິດໃຈ. ເຮົາທຸກຄົນຈະໄດ້ທົນກັບຄວາມໂສກເສົ້າ ທີ່ກ່ຽວຂ້ອງກັບການຕາຍຂອງຄົນທີ່ເຮົາຮັກ. ເຮົາທຸກຄົນຈະປະສົບກັບຄວາມລົ້ມເຫລວ ໃນໜ້າທີ່ຮັບຜິດຊອບສ່ວນຕົວຂອງເຮົາ, ຄວາມສຳພັນໃນຄອບຄົວຂອງເຮົາ, ຫລື ໃນອາຊີບຂອງເຮົາ.
ເມື່ອຄູ່ຄອງ ຫລື ລູກ ປະຕິເສດ ສິ່ງທີ່ເຮົາຮູ້ວ່າເປັນຄວາມຈິງ ແລະ ເດີນໜີໄປຈາກເສັ້ນທາງແຫ່ງຄວາມຊອບທຳ, ເຮົາຈະປະສົບກັບຄວາມເຈັບປວດຈິດໃຈ, ເຊັ່ນດຽວກັບພໍ່ຢູ່ໃນຄຳອຸປະມາເລື່ອງ ລູກທີ່ເສຍ (ເບິ່ງ ລູກາ 15:11–32).
ເຊັ່ນດຽວກັບ ຜູ້ຂຽນເພງສັນລະເສີນ ໄດ້ປະກາດວ່າ: “ຄົນຊອບທຳທົນທຸກຕໍ່ຄວາມລຳບາກນາໆຊະນິດ: ແຕ່ພຣະຜູ້ເປັນເຈົ້າຊ່ອຍໃຫ້ລາວໄດ້ພົ້ນ” (ເພງສັນລະເສີນ 34:19).
ດັ່ງນັ້ນ, ເພງສວດຂອງເຮົາຈຶ່ງມີຄຳຮັບປະກັນທີ່ແນ່ນອນນີ້ວ່າ: “ແຜ່ນດິນໂລກບໍ່ມີຄວາມໂສກເສົ້າໃດ ທີ່ສະຫວັນບໍ່ສາມາດປິ່ນປົວ.”5 ສິ່ງທີ່ປິ່ນປົວເຮົາ ແມ່ນພຣະຜູ້ຊ່ອຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງ.
ໂດຍສະເພາະແລ້ວ ສິ່ງທີ່ສະເທືອນໃຈຫລາຍສຳລັບຄົນໄວລຸ້ນແມ່ນ ການຮູ້ສຶກຖືກປະຕິເສດ, ເມື່ອໝູ່ເພື່ອນເບິ່ງຄືຮ່ວມກຸ່ມ ແລະ ເຮັດກິດຈະກຳນຳກັນດ້ວຍຄວາມມ່ວນຊື່ນ ແຕ່ຈົງໃຈບໍ່ໃຫ້ເຂົາເຈົ້າເຂົ້າຮ່ວມນຳ. ການແຍກເຊື້ອຊາດ ແລະ ຊົນເຜ່ົາ ຈະສ້າງຄວາມເຈັບປວດທີ່ຖືກປະຕິເສດ, ສຳລັບຄົນໄວລຸ້ນ ແລະ ຜູ້ໃຫຍ່ດ້ວຍ. ຊີວິດນີ້ມີການທ້າທາຍອື່ນໆອີກ, ດັ່ງເຊັ່ນ ການຕົກງານ ຫລື ບັນຫາຕ່າງໆໃນແຜນການຂອງເຮົາ.
ຂ້າພະເຈົ້າຍັງກ່າວກ່ຽວກັບຄວາມບົກພ່ອງໃນຄວາມເປັນມະຕະ ທີ່ບໍ່ແມ່ນມາຈາກບາບຂອງເຮົາ. ບາງຄົນໄດ້ເກີດມາພ້ອມດ້ວຍຄວາມພິການທາງຮ່າງກາຍ ຫລື ຈິດໃຈ ທີ່ເຮັດໃຫ້ເຂົາເຈົ້າຕ້ອງທົນທຸກທໍລະມານກັບມັນ ແລະ ສ້າງຄວາມດີ້ນລົນໃຫ້ຄົນທີ່ເຂົາເຈົ້າຮັກ ແລະ ເປັນຫ່ວງເປັນໃຍເຂົາເຈົ້າ. ສຳລັບຫລາຍຄົນ, ຄວາມບົກພ່ອງເລື່ອງຄວາມເສົ້າໃຈ ເປັນສິ່ງທີ່ເຈັບປວດຫລາຍ ຫລື ອ່ອນແອຕະຫລອດໄປ. ຄວາມເຈັບປວດຢ່າງໜຶ່ງອີກ ແມ່ນສະພາບທີ່ເປັນໂສດ. ຄົນທີ່ທົນກັບສະພາບນີ້ ຄວນຈື່ຈຳໄວ້ວ່າ ພຣະຜູ້ຊ່ອຍໃຫ້ລອດກໍເຄີຍປະສົບກັບຄວາມເຈັບປວດນີ້ເໝືອນກັນ ແລະ ຜ່ານການຊົດໃຊ້ຂອງພຣະອົງ, ພຣະອົງໄດ້ປະທານຄວາມເຂັ້ມແຂງໃຫ້ ເພື່ອຈະທົນກັບມັນໄດ້.
ກໍມີຄວາມພິການບາງຈຳນວນ ທີ່ສ້າງຄວາມເສຍຫາຍໃຫ້ແກ່ທາງດ້ານຮ່າງກາຍ ແລະ ວິນຍານ ຫລາຍກວ່າການຕິດແສດ. ການຕິດແສດບາງຢ່າງເຊັ່ນ ການເບິ່ງຮູບພາບລາມົກ ຫລື ໃຊ້ຢາເສບຕິດ ສ່ວນຫລາຍແລ້ວ ແມ່ນເກີດຈາກການປະພຶດທີ່ເປັນບາບ. ເຖິງແມ່ນຕອນທີ່ໄດ້ກັບໃຈແລ້ວ, ການຕິດແສດນັ້ນ ອາດຍັງບໍ່ເຫືອດຫາຍໄດ້. ການພິການດັ່ງກ່າວ ສາມາດໄດ້ຮັບການປິ່ນປົວ ໂດຍພະລັງອັນເດັດຂາດ ຊຶ່ງມາຈາກພຣະຜູ້ຊ່ອຍໃຫ້ລອດ. ການທ້າທາຍທີ່ໜັກໜ່ວງເຊັ່ນນັ້ນ ກໍພົບເຫັນຢູ່ໃນກຸ່ມຄົນທີ່ຖືກຕິດຄຸກດ້ວຍໂທດອາຊະຍາກຳ ເໝືອນກັນ. ເມື່ອບໍ່ດົນມານີ້ ຈົດໝາຍສະບັບໜຶ່ງ ໄດ້ເປັນພະຍານເຖິງຄວາມເຂັ້ມແຂງທີ່ມາສູ່ ບຸກຄົນໜຶ່ງທີ່ຢູ່ໃນສະພາບນັ້ນ ບອກວ່າ: “ຂ້ານ້ອຍຮູ້ວ່າ ພຣະຜູ້ຊ່ອຍໃຫ້ລອດເດີນໄປເດີນມາຢູ່ໃນນີ້, ແລະ ຂ້ານ້ອຍໄດ້ຮູ້ສຶກເຖິງຄວາມຮັກຂອງພຣະຄຣິດເລື້ອຍໆ ຢູ່ໃນຄຸກນີ້.”6
ຂ້າພະເຈົ້າມັກປະຈັກພະຍານຂອງນັກກະວີຄົນໜຶ່ງ ທີ່ເປັນເພື່ອນຂອງພວກເຮົາ ຊື່ ເອມມາ ລູ ເທນ. ນາງໄດ້ແຕ່ງເພງສວດເພງໜຶ່ງວ່າ:
ເຮົາຈະຫັນໄປຫາຄວາມສະຫງົບໄດ້ຢູ່ໃສ?
ສິ່ງປອບໃຈເຮົາຢູ່ໃສ
ເມື່ອແຫລ່ງອື່ນໆຂາດໄປ ເພື່ອເຮັດໃຫ້ເຮົາສົມບູນ?
ເມື່ອເຮົາເຈັບປວດໃຈ, ເຄືອງແຄ້ນ, ຫລື ຄິດຮ້າຍ,
ເຮົາປີກຕົວຈາກຄົນອື່ນ,
ເພື່ອປະເມີນຕົນເອງບໍ?
ໄປໃສ, ເມື່ອເຈັບປວດຫລາຍ,
ໄປໃສ, ເມື່ອເຮົາອ່ອນກຳລັງ,
ໄປໃສ, ເມື່ອເຮົາຕ້ອງການຢາກຮູ້, ເຮົາຈະແລ່ນໄປໃສ?
ມືທີ່ນຸ້ມນວນຢູ່ໃສ ເພື່ອປອບໂຍນເຮົາໃນຍາມທຸກທໍລະມານ?
ໃຜ, ໃຜສາມາດເຂົ້າໃຈ?
ພຣະອົງ, ຜູ້ດຽວເທົ່ານັ້ນ. 7
IV.
ໃຜສາມາດໄດ້ຮັບຄວາມຊ່ອຍເຫລືອ ແລະ ຖືກຊູແຮງ ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ? ແອວມາໄດ້ສອນວ່າ ພຣະຜູ້ຊ່ອຍໃຫ້ລອດຈະຮັບເອົາ “ຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງ ຜູ້ຄົນຂອງພຣະອົງ ” ແລະ “ຊ່ອຍເຫລືອ ຜູ້ຄົນຂອງພຣະອົງ ” (ແອວມາ 7:11, 12; ເນັ້ນຄຳເນີ້ງ). ໃຜຄື “ຜູ້ຄົນຂອງພຣະອົງ” ໃນຄຳສັນຍານີ້? ແມ່ນ ມະນຸດທີ່ເປັນມະຕະບໍ—ແມ່ນຄົນທີ່ຊື່ນຊົນກັບຄວາມຈິງເລື່ອງການຟື້ນຄືນຊີວິດ ຜ່ານການຊົດໃຊ້ບໍ? ຫລື ແມ່ນພຽງແຕ່ຜູ້ຮັບໃຊ້ທີ່ເໝາະສົມ ຜ່ານພິທີການ ແລະ ພັນທະສັນຍາເທົ່ານັ້ນ? ຂ້າພະເຈົ້າເຊື່ອວ່າ ແມ່ນໜ້ອຍກວ່າມະນຸດທີ່ເປັນຕະມະທັງໝົດ ແຕ່ຫລາຍກວ່າກຸ່ມນ້ອຍ, ຜູ້ໄດ້ຮັບພອນຫລາຍທີ່ສຸດ.
ຄຳວ່າ, ຜູ້ຄົນ ມີຫລາຍຄວາມໝາຍ ຢູ່ໃນພຣະຄຳພີ. ຄວາມໝາຍທີ່ເໝາະສົມທີ່ສຸດສຳລັບຄຳສອນທີ່ວ່າ ພຣະຜູ້ຊ່ອຍໃຫ້ລອດຈະຊ່ອຍເຫລືອ “ຜູ້ຄົນຂອງພຣະອົງ” ແມ່ນ ແອວມາໄດ້ໃຊ້ຄຳນີ້ ເມື່ອຕໍ່ມາເພິ່ນໄດ້ສອນວ່າ “ພຣະເຈົ້າເປັນຫ່ວງນຳທຸກຄົນ, ບໍ່ວ່າພວກເຂົາຈະຢູ່ໃນແຜ່ນດິນໃດກໍຕາມ” (ແອວມາ 26:37). ເຊັ່ນດຽວກັບທີ່ເຫລົ່າທູດໝາຍເຖິງ ເມື່ອພວກເພິ່ນໄດ້ປະກາດ ການກຳເນີດຂອງພຣະຄຣິດວ່າ: “ເປັນຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່ ມາສູ່ປະຊາຊົນທັງໝົດ” (ລູກາ 2:10).
ເພາະປະສົບການແຫ່ງການຊົດໃຊ້ຂອງພຣະອົງໃນຄວາມເປັນມະຕະ, ພຣະຜູ້ຊ່ອຍໃຫ້ລອດຂອງເຮົາຈຶ່ງສາມາດປອບໂຍນ, ປິ່ນປົວ, ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຊາຍ ແລະ ຍິງທຸກຄົນ ໃນທຸກແຫ່ງຫົນ, ແຕ່ຂ້າພະເຈົ້າເຊື່ອວ່າ ພຣະອົງຈະເຮັດຕໍ່ຜູ້ທີ່ສະແຫວງຫາພຣະອົງເທົ່ານັ້ນ ແລະ ທູນຂໍໃຫ້ພຣະອົງຊ່ອຍເຫລືອ. ອັກຄະສາວົກຢາໂກໂບ ໄດ້ສອນວ່າ: “ຈົ່ງຖ່ອມຕົວລົງຊ້ອງພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ພຣະອົງຈະຍົກພວກເຈົ້າຂຶ້ນ” (ຢາໂກໂບ 4:10). ເຮົາມີຄ່າຄວນສຳລັບພອນນັ້ນ ເມື່ອເຮົາເຊື່ອໃນພຣະອົງ ແລະ ອະທິຖານຂໍໃຫ້ພຣະອົງຊ່ອຍເຫລືອ.
ມີຜູ້ຄົນຫລາຍລ້ານຄົນທີ່ຢຳເກງພຣະເຈົ້າ ຜູ້ອະທິຖານຫາພຣະເຈົ້າ ທູນຂໍໃຫ້ພຣະອົງຊ່ອຍຍົກຄວາມທຸກທໍລະມານອອກຈາກພວກເຂົາ. ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ໄດ້ເປີດເຜີຍວ່າ ພຣະອົງໄດ້ສະເດັດລົງຕ່ຳກວ່າທຸກສິ່ງ (ເບິ່ງ D&C 88:6). ດັ່ງທີ່ ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ສອນວ່າ, “‘ການໄດ້ສະເດັດລົງຕ່ຳກວ່າທຸກສິ່ງ,’ ພຣະອົງຈຶ່ງເຂົ້າໃຈຄັກ ແລະ ດ້ວຍຕົນເອງ ເຖິງຄວາມທຸກທໍລະມານຂອງມະນຸດໃນທຸກແບບ.”8 ເຮົາກ່າວໄດ້ວ່າ ເພາະການໄດ້ສະເດັດລົງຕ່ຳກວ່າທຸກສິ່ງ, ພຣະອົງຈຶ່ງສາມາດຍົກເຮົາຂຶ້ນ ແລະ ມອບຄວາມເຂັ້ມແຂງທີ່ເຮົາຕ້ອງການໃຫ້ເຮົາ ເພື່ອຈະໄດ້ອົດທົນກັບຄວາມທຸກທໍລະມານຂອງເຮົາ. ເຮົາພຽງແຕ່ທູນຂໍເທົ່ານັ້ນ.
ຫລາຍເທື່ອໃນການເປີດເຜີຍຂອງຍຸກໃໝ່, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, ຖ້າເຮົາທູນຂໍ ເຮົາຈະໄດ້ຮັບ; ຖ້າເຮົາເຄາະ ຈະມີຄົນເປີດປະຕູໃຫ້ເຮົາ (ຍົກຕົວຢ່າງ, ເບິ່ງ D&C 6:5; 11:5; ເບິ່ງ ມັດທາຍ 7:7) ນຳອີກ). ແນ່ນອນ, ເພາະຄວາມຮັກໂດຍທົ່ວໄປຂອງພວກພຣະອົງ, ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ຈຶ່ງໄດ້ຍິນ ແລະ ຕອບຄຳອະທິຖານທີ່ເໝາະສົມຂອງທຸກຄົນ ທີ່ສະແຫວງຫາພວກພຣະອົງ ດ້ວຍສັດທາ. ດັ່ງທີ່ອັກຄະສາວົກໂປໂລ ໄດ້ຂຽນໄວ້ວ່າ, “ພວກເຮົາໄດ້ໄວ້ວາງໃຈໃນພຣະເຈົ້າ ຜູ້ຊົງພຣະຊົນຢູ່ ຜູ້ເປັນພຣະຜູ້ຊ່ອຍໃຫ້ລອດຂອງມະນຸດທັງປວງ, ໂດຍສະເພາະຄົນທີ່ເຊື່ອໃນພຣະອົງ” (1 ຕີໂມທຽວ 4:10).
ຂ້າພະເຈົ້າຮູ້ວ່າ ສິ່ງເຫລົ່ານີ້ເປັນຄວາມຈິງ. ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ແມ່ນເກີນກວ່າພຽງແຕ່ ໃຫ້ຄວາມແນ່ນອນໃຈແກ່ເຮົາເຖິງຄວາມເປັນອະມະຕະ ໂດຍການຟື້ນຄືນຊີວິດຂອງທຸກຄົນ ແລະ ໃຫ້ ໂອກາດເຮົາທີ່ຈະສະອາດຈາກບາບຂອງເຮົາ ໂດຍການກັບໃຈ ແລະ ຮັບບັບຕິສະມາ ເທົ່ານັ້ນ. ແຕ່ການຊົດໃຊ້ຂອງພຣະອົງຍັງໃຫ້ ໂອກາດເຮົາ ທີ່ຈະເອີ້ນຫາພຣະອົງ ຜູ້ເຄີຍປະສົບກັບຄວາມບົກພ່ອງຂອງຄວາມເປັນມະຕະທັງໝົດ ເພື່ອຈະໄດ້ປິ່ນປົວເຮົາ ແລະ ມອບຄວາມເຂັ້ມແຂງໃຫ້ແກ່ເຮົາ ເພື່ອທົນກັບຄວາມໜັກໜ່ວງຂອງຄວາມເປັນມະຕະນີ້ນຳອີກ. ພຣະອົງຮູ້ເຖິງຄວາມເຈັບປວດຂອງເຮົາ, ແລະ ພຣະອົງຄອຍດູແລເຮົາ. ເຊັ່ນດຽວກັບໄທຊາມາເຣຍຜູ້ໃຈດີ, ເມື່ອພຣະອົງພົບເຫັນເຮົາໄດ້ຮັບຄວາມເຈັບປວດຢູ່ກາງທາງ, ພຣະອົງຈະພັນບາດແຜໃຫ້ເຮົາ ແລະ ດູແລເຮົາ (ເບິ່ງ ລູກາ 10:34). ການປິ່ນປົວ ແລະ ອຳນາດທີ່ໃຫ້ຄວາມເຂັ້ມແຂງຂອງການຊົດໃຊ້ຂອງພຣະເຢຊູຄຣິດ ແມ່ນສຳລັບເຮົາທຸກຄົນ ຜູ້ສະແຫວງຫາພຣະອົງ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ແລະ ເປັນພະຍານເຖິງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ຜູ້ເຮັດໃຫ້ທຸກສິ່ງເປັນໄປໄດ້.
ໃນມື້ໜຶ່ງ ຄວາມໜັກໜ່ວງແຫ່ງຄວາມເປັນມະຕະນີ້ ຈະຖືກຍົກອອກໄປ ແລະ ຈະບໍ່ມີຄວາມເຈັບປວດອີກຕໍ່ໄປ (ເບິ່ງ ພຣະນິມິດ 21:4). ຂ້າພະເຈົ້າອະທິຖານວ່າ ເຮົາຈະເຂົ້າໃຈເຖິງຄວາມຫວັງ ແລະ ພະລັງຂອງການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ນັ້ນຄື: ຄວາມໝັ້ນໃຈເລື່ອງຄວາມເປັນອະມະຕະ, ໂອກາດສຳລັບຊີວິດນິລັນດອນ, ແລະ ພະລັງຄ້ຳຊູ ທີ່ເຮົາສາມາດໄດ້ຮັບ ຖ້າຫາກເຮົາພຽງແຕ່ທູນຂໍ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.