ພຣະວິນຍານບໍລິສຸດຈະເປັນເພື່ອນຂອງທ່ານສະເໝີ
ເຮົາສາມາດ, ຖ້າຫາກເຮົາດຳລົງຊີວິດໃຫ້ມີຄ່າຄວນສຳລັບມັນ, ມີພອນແຫ່ງພຣະວິນຍານສະຖິດຢູ່ກັບເຮົາ, ບໍ່ພຽງແຕ່ໃນບາງເວລາເທົ່ານັ້ນ, ແຕ່ຕະຫລອດເວລາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມກະຕັນຍູຫລາຍທີ່ໄດ້ມາຮ່ວມກັບທ່ານ ໃນວັນຊະບາໂຕນີ້ ໃນກອງປະຊຸມໃຫຍ່ສາມັນຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າກໍຮູ້ສຶກ, ເຊັ່ນດຽວກັບທ່ານ, ເຖິງພຣະວິນຍານ ເປັນພະຍານເຖິງຄວາມຈິງຂອງຖ້ອຍຄຳ ແລະ ສຽງເພງ ທີ່ເຮົາໄດ້ຍິນຜ່ານມານັ້ນ.
ຈຸດປະສົງຂອງຂ້າພະເຈົ້າໃນມື້ນີ້ ແມ່ນທີ່ຈະເພີ່ມຄວາມປາດຖະໜາ ແລະ ຄວາມຕັ້ງໃຈຂອງທ່ານ ໃຫ້ທວງເອົາຂອງປະທານທີ່ໄດ້ສັນຍາໄວ້ ວ່າເຮົາຈະໄດ້ຮັບ ຫລັງຈາກເຮົາຮັບບັບຕິສະມາ. ໃນລະຫວ່າງເຮົາໄດ້ຮັບການຢືນຢັນ ເຮົາໄດ້ຍິນຖ້ອຍຄຳເຫລົ່ານີ້: “ຈົ່ງຮັບເອົາພຣະວິນຍານບໍລິສຸດ.”1 ຈາກເວລານັ້ນມາ, ຊີວິດຂອງເຮົາໄດ້ປ່ຽນໄປຕະຫລອດການ.
ເຮົາສາມາດ, ຖ້າຫາກເຮົາດຳລົງຊີວິດໃຫ້ມີຄ່າຄວນສຳລັບມັນ, ມີພອນແຫ່ງພຣະວິນຍານສະຖິດຢູ່ກັບເຮົາ, ບໍ່ພຽງແຕ່ໃນບາງເວລາເທົ່ານັ້ນ, ເໝືອນດັ່ງໃນປະສົບການອັນລ້ຳເລີດ ຄືເຮົາມີໃນມື້ນີ້, ແຕ່ຕະຫລອດເວລາ. ທ່ານຮູ້ຈາກຖ້ອຍຄຳຂອງຄຳອະທິຖານສຳລັບສິນລະລຶກວ່າ ຄຳສັນຍານັ້ນ ເປັນຈິງແລ້ວໃດ ທີ່ວ່າ, “ໂອ້ ພຣະຜູ້ເປັນເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ພວກຂ້າພຣະອົງທູນຂໍພຣະອົງໃນພຣະນາມຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ; ໂປດປະທານພອນ ແລະ ເຮັດໃຫ້ເຂົ້າຈີ່ນີ້ສັກສິດແກ່ຈິດວິນຍານຂອງເຂົາທັງຫລາຍຜູ້ທີ່ຮັບສ່ວນ ເພື່ອເຂົາຈະໄດ້ຮັບປະທານດ້ວຍຄວາມລະນຶກເຖິງກາຍຂອງພຣະບຸດຂອງພຣະອົງ, ແລະ ເປັນສັກຂີພະຍານຕໍ່ພຣະອົງ, ໂອ້ ພຣະຜູ້ເປັນເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ວ່າເຂົາເຕັມໃຈຮັບພຣະນາມຂອງພຣະບຸດຂອງພຣະອົງ, ແລະ ລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ ຊຶ່ງປະທານໃຫ້ເຂົາ.”
ແລະ ຕໍ່ໄປນີ້ແມ່ນຄຳສັນຍາທີ່ຮຸ່ງໂລດວ່າ: “ເພື່ອເຂົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍ ຕະຫລອດເວລາ ” (ເບິ່ງ D&C 20:77; ເນັ້ນຄຳເນີ້ງ).
ການມີພຣະວິນຍານຢູ່ກັບເຮົາຕະຫລອດເວລາ ຄືການໄດ້ຮັບການຊີ້ນຳ ແລະ ການນຳພາ ຈາກພຣະວິນຍານບໍລິສຸດ ໃນຊີວິດປະຈຳວັນຂອງເຮົາ. ຍົກຕົວຢ່າງ, ເຮົາສາມາດໄດ້ຮັບການເຕືອນຈາກພຣະວິນຍານ ໃຫ້ຫລີກເວັ້ນຈາກການລໍ້ລວງ ທີ່ຈະໃຫ້ເຮົາເຮັດສິ່ງຊົ່ວຮ້າຍ.
ເພາະເຫດຜົນນັ້ນ, ມັນຈຶ່ງງ່າຍທີ່ຈະເຫັນວ່າ ດ້ວຍເຫດໃດຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ຈຶ່ງໄດ້ພະຍາຍາມເພີ່ມຄວາມປາດຖະໜາຂອງເຮົາ ທີ່ຈະນະມັດສະການພຣະເຈົ້າ ຢູ່ໃນກອງປະຊຸມສິນລະລຶກຂອງເຮົາ. ຖ້າຫາກເຮົາຮັບສ່ວນສິນລະລຶກດ້ວຍສັດທາ, ແລ້ວພຣະວິນຍານບໍລິສຸດຈະສາມາດປົກປ້ອງເຮົາ ພ້ອມດ້ວຍຄົນທີ່ເຮົາຮັກ ຈາກການລໍ້ລວງ ຊຶ່ງຮ້າຍແຮງ ແລະ ມີຫລາຍຂຶ້ນເລື້ອຍໆ.
ການເປັນເພື່ອນຂອງພຣະວິນຍານບໍລິສຸດ ເຮັດໃຫ້ສິ່ງທີ່ດີປະກົດວ່າ ໜ້າເພິ່ງພໍໃຈ ແລະ ການລໍ້ລວງບໍ່ເປັນທີ່ໜ້າສົນໃຈ. ສິ່ງນີ້ຄວນເປັນເຫດຜົນພຽງພໍທີ່ເຮັດໃຫ້ເຮົາ ຕັ້ງໃຈເຮັດໃຫ້ຕົນເໝາະສົມ ທີ່ຈະໄດ້ມີພຣະວິນຍານ ເປັນເພື່ອນຕະຫລອດເວລາ.
ດັ່ງທີ່ພຣະວິນຍານເພີ່ມຄວາມເຂັ້ມແຂງໃຫ້ເຮົາ ເພື່ອຕ້ານທານກັບຄວາມຊົ່ວຮ້າຍ, ພຣະອົງກໍຍັງປະທານອຳນາດໃຫ້ເຮົາ ເພື່ອຈະໄດ້ຮູ້ຈັກລະຫວ່າງຄວາມຈິງ ແລະ ຄວາມບໍ່ຈິງ ນຳອີກ. ຄວາມຈິງທີ່ສຳຄັນກວ່າໝູ່ໝົດ ແມ່ນໄດ້ຮັບການຢືນຢັນໂດຍການເປີດເຜີຍຂອງພຣະເຈົ້າເທົ່ານັ້ນ. ການຄຳນຶງຂອງມະນຸດ ແລະ ການໃຊ້ຄວາມຮູ້ສຶກທາງຮ່າງກາຍ ຈະບໍ່ພຽງພໍ. ເຮົາມີຊີວິດຢູ່ໃນວັນເວລາ ຕອນທີ່ຄົນສະຫລາດທີ່ສຸດ ຈະມີບັນຫາໃນການໃຈ້ແຍກຄວາມຈິງຈາກການຫລອກລວງທີ່ສະຫລາດແກມໂກງ.
ພຣະຜູ້ເປັນເຈົ້າໄດ້ສອນອັກຄະສາວົກຂອງພຣະອົງຊື່ ໂທມາ, ຜູ້ຢາກເຫັນຫລັກຖານຂອງການຟື້ນຄືນພຣະຊົນຂອງພຣະຜູ້ຊ່ອຍໃຫ້ລອດ ໂດຍການແຕະຕ້ອງຮອຍບາດແຜຂອງພຣະອົງ, ວ່າການເປີດເຜີຍ ເປັນຫລັກຖານທີ່ດີກວ່າ ທີ່ວ່າ: “ພຣະເຢຊູໄດ້ກ່າວຕໍ່ລາວວ່າ, ໂທມາເອີຍ, ເພາະເຈົ້າໄດ້ເຫັນເຮົາ, ເຈົ້າຈຶ່ງເຊື່ອບໍ? ຜູ້ທີ່ບໍ່ເຫັນເຮົາ ແຕ່ໄດ້ເຊື່ອ ກໍເປັນສຸກ” (ໂຢຮັນ 20:29).
ຄວາມຈິງທີ່ສະແດງເສັ້ນທາງກັບບ້ານ ໄປຫາພຣະເຈົ້າ ແມ່ນຖືກພິສູດໂດຍພຣະວິນຍານບໍລິສຸດ. ເຮົາບໍ່ສາມາດໄປຫາປ່າສັກສິດ ແລະ ເຫັນພຣະບິດາ ແລະ ພຣະບຸດ ກ່າວກັບຊາຍໜຸ່ມໂຈເຊັບ ສະມິດ. ບໍ່ມີຫລັກຖານໃດ ຫລື ການໂຕ້ຕອບໃດ ທີ່ສາມາດຢືນຢັນວ່າ ເອລີຢາໄດ້ມາ ດັ່ງທີ່ໄດ້ສັນຍາໄວ້ ແລະ ມອບຂໍກະແຈຂອງຖານະປະໂລຫິດໃຫ້ ຊຶ່ງສາດສະດາທີ່ມີຊີວິດ, ປະທານທອມມັສ ແອັສ ມອນສັນ, ໃຊ້ມັນຢູ່ໃນເວລານີ້.
ການຢືນຢັນເຖິງຄວາມຈິງ ມາເຖິງບຸດ ຫລື ທິດາຂອງພຣະເຈົ້າ ຜູ້ໄດ້ທວງເອົາສິດທິ ທີ່ຈະຮັບເອົາພຣະວິນຍານບໍລິສຸດ. ເພາະຄວາມບໍ່ຈິງ ແລະ ຄວາມຕົວະ ອາດມາເຖິງເຮົາໄດ້ທຸກຍາມ, ສະນັ້ນເຮົາຈຶ່ງຕ້ອງມີອິດທິພົນທີ່ສະມ່ຳສະເໝີຂອງພຣະວິນຍານແຫ່ງຄວາມຈິງຢູ່ກັບເຮົາ ເພື່ອວ່າເຮົາຈະບໍ່ເກີດຄວາມສົງໄສ.
ເມື່ອເພິ່ນເປັນສະມາຊິກຄົນໜຶ່ງໃນກຸ່ມອັກຄະສາວົກສິບສອງ, ຈອດ ຄິວ ແຄນນັນ ໄດ້ຂໍຮ້ອງເຮົາໃຫ້ພະຍາຍາມສະແຫວງຫາຢ່າງສະມ່ຳສະເໝີ ທີ່ຈະມີພຣະວິນຍານສະຖິດຢູ່ນຳເຮົາ. ເພິ່ນໄດ້ສັນຍາ, ແລະ ຂ້າພະເຈົ້າຂໍສັນຍາຄືກັນ, ວ່າຖ້າຫາກເຮົາພະຍາຍາມສະແຫວງຫາພຣະວິນຍານ, ເຮົາ “ຈະບໍ່ເຄີຍຂາດຄວາມຮູ້” ເລື່ອງຄວາມຈິງຈັກເທື່ອ, “ຈະບໍ່ເຄີຍສົງໄສ ຫລື ຢູ່ໃນຄວາມມືດ” ຈັກເທື່ອ, ແລະ “ສັດທາຂອງເຮົາຈະເຂັ້ມແຂງ, ຄວາມສຸກຂອງເຮົາຈະເຕັມປ່ຽມ … .”2
ເຮົາຕ້ອງການຄວາມຊ່ອຍເຫລືອຢ່າງສະມ່ຳສະເໝີນັ້ນ ຈາກເພື່ອນທີ່ເປັນພຣະວິນຍານບໍລິສຸດ ສຳລັບເຫດຜົນໜຶ່ງອີກ. ການຕາຍຂອງຄົນທີ່ເຮົາຮັກ ອາດມາເຖິງຢ່າງບໍ່ຄາດຄິດ. ມັນເປັນພະຍານຈາກພຣະວິນຍານບໍລິສຸດ ເຖິງຄວາມເປັນຈິງຂອງພຣະບິດາເທິງສະຫວັນ ທີ່ຊົງພຣະຊົນຢູ່ ແລະ ເຖິງພຣະຜູ້ຊ່ອຍໃຫ້ລອດ ທີ່ໄດ້ຟື້ນຄືນພຣະຊົນແລ້ວ ທີ່ມອບຄວາມຫວັງ ແລະ ການປອບໂຍນໃຫ້ເຮົາ ໃນເວລາທີ່ເຮົາສູນເສຍ ຄົນທີ່ເຮົາຮັກໄປ. ເຮົາຈະຕ້ອງມີປະຈັກພະຍານນັ້ນ ໃນເວລາທີ່ມີການຕາຍເກີດຂຶ້ນ.
ດັ່ງນັ້ນ, ສຳລັບເຫດຜົນຫລາຍຢ່າງ, ເຮົາຕ້ອງການພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນຢ່າງບໍ່ລົດລະ. ເຮົາປາດຖະໜາຢາກມີພຣະອົງ, ແຕ່ເຮົາຮູ້ໂດຍປະສົບການວ່າ ມັນບໍ່ໄດ້ເປັນສິ່ງງ່າຍ ທີ່ຈະຍຶດພຣະອົງໄວ້. ເຮົາທຸກຄົນ ຈະຄິດ, ຈະເວົ້າ, ແລະ ຈະເຮັດສິ່ງໃດສິ່ງໜຶ່ງ ໃນຊີວິດປະຈຳວັນຂອງເຮົາ ທີ່ສາມາດເຮັດໃຫ້ພຣະວິນຍານບໍ່ພໍພຣະໄທໄດ້. ພຣະຜູ້ເປັນເຈົ້າໄດ້ສອນເຮົາວ່າ ພຣະວິນຍານບໍລິສຸດ ຈະເປັນເພື່ອນຢ່າງສະມ່ຳສະເໝີຂອງເຮົາ ເມື່ອໃຈຂອງເຮົາເຕັມໄປດ້ວຍຄວາມໃຈບຸນ ແລະ ເມື່ອຄຸນນະທຳຂອງເຮົາ ປະດັບຄວາມນຶກຄິດຂອງເຮົາຢ່າງບໍ່ເສື່ອມຄາຍ (ເບິ່ງ D&C 121:45).
ສຳລັບຄົນທີ່ກຳລັງມີບັນຫານຳມາດຕະຖານສູງ ເພື່ອໃຫ້ຕົນເໝາະສົມສຳລັບການເປັນເພື່ອນຂອງພຣະວິນຍານ, ຂ້າພະເຈົ້າຂໍມອບການຊຸກຍູ້ນີ້ໃຫ້ທ່ານ. ຈະມີບາງເວລາ ທີ່ທ່ານໄດ້ຮູ້ສຶກເຖິງອິດທິພົນຂອງພຣະວິນຍານບໍລິສຸດ. ມັນອາດເກີດຂຶ້ນສຳລັບທ່ານໃນມື້ນີ້.
ທ່ານສາມາດພິຈາລະນາເວລາແຫ່ງການດົນໃຈນັ້ນ ເປັນເໝືອນເມັດພືດຂອງສັດທາ ທີ່ແອວມາໄດ້ບັນຍາຍໄວ້ (ເບິ່ງ ແອວມາ 32:28). ໃຫ້ກ້າທຸກເມັດ. ທ່ານສາມາດເຮັດໄດ້ ໂດຍການເຮັດຕາມການກະຕຸ້ນທີ່ທ່ານໄດ້ຮູ້ສຶກ. ການດົນໃຈທີ່ມີຄຸນຄ່າຫລາຍທີ່ສຸດ ແມ່ນໃຫ້ທ່ານຮູ້ສິ່ງທີ່ພຣະເຈົ້າປະສົງໃຫ້ທ່ານເຮັດ. ຖ້າເປັນວ່າ ທ່ານຕ້ອງຈ່າຍສ່ວນສິບ ຫລື ຕ້ອງໄປຢ້ຽມຢາມເພື່ອນທີ່ເປັນທຸກ, ໃຫ້ເຮັດໂລດ. ບໍ່ວ່າຈະເປັນເລື່ອງໃດກໍຕາມ, ໃຫ້ເຮັດໂລດ. ແລະ ເຮັດໄປເລື້ອຍໆ. ເມື່ອທ່ານສະແດງ ໃຫ້ເຫັນເຖິງຄວາມເຕັມໃຈຂອງທ່ານທີ່ຈະເຊື່ອຟັງ, ພຣະວິນຍານຈະສົ່ງຄວາມປະທັບໃຈ ມາໃຫ້ທ່ານຕື່ມອີກ ເຖິງສິ່ງທີ່ພຣະເຈົ້າປະສົງໃຫ້ທ່ານເຮັດ.
ເມື່ອທ່ານເຊື່ອຟັງ, ຄວາມປະທັບໃຈຈາກພຣະວິນຍານ ຈະມາສູ່ທ່ານເລື້ອຍໆ, ໃກ້ຂຶ້ນເລື້ອຍໆ ຈົນເປັນເພື່ອນຕະຫລອດເວລາ. ພະລັງຂອງທ່ານທີ່ຈະເລືອກສິ່ງທີ່ຖືກຕ້ອງ ຈະເພີ່ມທີວີຂຶ້ນ.
ທ່ານຈະສາມາດຮູ້ໄດ້ເມື່ອຄວາມປະທັບໃຈເຫລົ່ານັ້ນບອກໃຫ້ເຮັດແທນພຣະອົງ ວ່າມັນມາຈາກພຣະວິນຍານ ຫລື ມາຈາກຄວາມປາດຖະໜາຂອງຕົນເອງ. ເມື່ອຄວາມປະທັບໃຈນັ້ນສອດຄ່ອງກັບສິ່ງທີ່ພຣະຜູ້ຊ່ອຍໃຫ້ລອດ ແລະ ສາດສະດາທີ່ມີຊີວິດຢູ່ຂອງພຣະອົງ ແລະ ອັກຄະສາວົກ ໄດ້ກ່າວ, ທ່ານສາມາດເລືອກໄດ້ ທີ່ຈະເຊື່ອຟັງດ້ວຍຄວາມໝັ້ນໃຈ. ແລ້ວພຣະຜູ້ເປັນເຈົ້າ ຈະສົ່ງພຣະວິນຍານຂອງພຣະອົງມາດູແລທ່ານ.
ຍົກຕົວຢ່າງ, ຖ້າຫາກທ່ານໄດ້ຮັບຄວາມປະທັບໃຈທາງວິນຍານ ໃຫ້ຮັກສາວັນຊະບາໂຕໃຫ້ສັກສິດ, ໂດຍສະເພາະຕອນທີ່ຍາກທີ່ຈະເຮັດ, ແລ້ວພຣະເຈົ້າຈະສົ່ງພຣະວິນຍານຂອງພຣະອົງມາຊ່ອຍ.
ຄວາມຊ່ອຍເຫລືອນັ້ນ ໄດ້ມາເຖິງພໍ່ຂອງຂ້າພະເຈົ້າເມື່ອຫລາຍປີກ່ອນ ຕອນເພິ່ນໄດ້ໄປທຳງານຢູ່ປະເທດ ອົດສະຕາລີ. ເພິ່ນໄດ້ຢູ່ຄົນດຽວໃນວັນອາທິດ, ແລະ ເພິ່ນຢາກຮັບສ່ວນສິນລະລຶກ. ເພິ່ນຊອກບໍ່ພົບຂໍ້ມູນໃດ ກ່ຽວກັບສະຖານທີ່ ບ່ອນໄພ່ພົນຍຸກສຸດທ້າຍຮ່ວມປະຊຸມ. ສະນັ້ນ ເພິ່ນຈຶ່ງເລີ່ມຕົ້ນຍ່າງໄປ. ເພິ່ນໄດ້ອະທິຖານເມື່ອໄປເຖິງສີ່ແຍກໄຟແດງ ໃນແຕ່ລະບ່ອນ ເພື່ອຈະໄດ້ຮູ້ວ່າ ເພິ່ນຄວນຍ່າງໄປທາງໃດ. ຫລັງຈາກໄດ້ຍ່າງໄປເປັນເວລາໜຶ່ງຊົ່ວໂມງ, ເພິ່ນໄດ້ຢຸດອະທິຖານອີກ. ເພິ່ນໄດ້ຮັບຄວາມປະທັບໃຈວ່າ ເພິ່ນຄວນຍ່າງໄປຕາມຖະໜົນເສັ້ນໜຶ່ງ. ບໍ່ດົນເພິ່ນໄດ້ຍິນສຽງຄົນຮ້ອງເພງ ອອກມາຈາກຫ້ອງຊັ້ນລ່າງຂອງຕຶກຫ້ອງແຖວ ທີ່ຢູ່ໃກ້ໆນັ້ນ. ເພິ່ນໄດ້ສ່ອງເຂົ້າໄປທາງປ່ອງຢ້ຽມ ແລະ ເຫັນຜູ້ຄົນຈຳນວນໜ້ອຍໜຶ່ງ ນັ່ງຢູ່ໃກ້ໂຕະ ທີ່ມີຜ້າຂາວປົກຖາດສິນລະລຶກຢູ່.
ບັດນີ້, ອາດບໍ່ມີຫຍັງຫລາຍສຳລັບທ່ານ, ແຕ່ສຳລັບເພິ່ນແລ້ວ ມັນເປັນສິ່ງທີ່ປະເສີດຫລາຍ. ເພິ່ນຮູ້ວ່າຄຳສັນຍາຂອງຄຳອະທິຖານສຳລັບສິນລະລຶກ ໄດ້ເກີດເປັນຈິງທີ່ວ່າ: “ລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ ຊຶ່ງປະທານໃຫ້ເຂົາ; ເພື່ອເຂົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ” (ເບິ່ງ D&C 20:77).
ນັ້ນຄືຕົວຢ່າງໜຶ່ງ ເຖິງຕອນທີ່ເພິ່ນໄດ້ອະທິຖານ ແລ້ວໄດ້ເຮັດຕາມທີ່ພຣະວິນຍານໄດ້ບອກເພິ່ນ ເຖິງສິ່ງທີ່ພຣະເຈົ້າປະສົງໃຫ້ເພິ່ນເຮັດ. ເພິ່ນໄດ້ເຮັດແນວນັ້ນເປັນເວລາຫລາຍປີ, ຄືກັບທ່ານ ແລະ ຂ້າພະເຈົ້າຈະເຮັດ. ເພິ່ນບໍ່ເຄີຍເວົ້າກ່ຽວກັບເລື່ອງທາງວິນຍານຂອງເພິ່ນ. ເພິ່ນມີແຕ່ເຮັດສິ່ງເລັກນ້ອຍໃຫ້ແກ່ພຣະຜູ້ເປັນເຈົ້າ ຕາມທີ່ເພິ່ນໄດ້ຮັບການປະທັບໃຈໃຫ້ເຮັດ.
ເມື່ອໃດກໍຕາມ ທີ່ກຸ່ມໄພ່ພົນຍຸກສຸດທ້າຍ ໄດ້ຂໍໃຫ້ເພິ່ນກ່າວກັບເຂົາເຈົ້າ, ເພິ່ນກໍໄດ້ເຮັດ. ບໍ່ວ່າຈະເປັນພຽງແຕ່ 10 ຄົນ ຫລື 50 ຄົນ ຫລື ບໍ່ວ່າເພິ່ນເມື່ອຍປານໃດກໍຕາມ. ເພິ່ນໄດ້ສະແດງປະຈັກພະຍານເຖິງພຣະບິດາ, ເຖິງພຣະບຸດ, ແລະ ເຖິງພຣະວິນຍານບໍລິສຸດ, ແລະ ເຖິງສາດສະດາ ເມື່ອໃດກໍຕາມ ທີ່ເພິ່ນໄດ້ຮັບການກະຕຸ້ນໃຫ້ເຮັດ.
ຕຳແໜ່ງສູງສຸດຂອງເພິ່ນໃນສາດສະໜາຈັກ ຄືການໄດ້ເປັນສະມາຊິກໃນສະພາສູງຂອງສະເຕກ ບອນນີວິວ, ບ່ອນທີ່ເພິ່ນໄດ້ໄປເສຍຫຍ້າຢູ່ໃນສວນຂອງສະເຕກ, ແລະ ໄດ້ສອນໂຮງຮຽນວັນອາທິດ. ໃນໄລຍະຫລາຍປີ, ເມື່ອເພິ່ນຕ້ອງການພຣະວິນຍານບໍລິສຸດ, ພຣະອົງກໍໄດ້ສະຖິດຢູ່ກັບເພິ່ນສະເໝີ.
ຂ້າພະເຈົ້າໄດ້ຢືນຢູ່ທາງຂ້າງຂອງພໍ່ ຕອນເພິ່ນຢູ່ໂຮງໝໍ. ແມ່ຂອງຂ້າພະເຈົ້າ, ພັນລະຍາຂອງເພິ່ນ ເປັນເວລາ 41 ປີ, ໄດ້ນອນປ່ວຍຢູ່ໂຮງໝໍ. ພວກເຮົາໄດ້ເບິ່ງແມ່ເປັນເວລາຫລາຍຊົ່ວໂມງ. ພວກເຮົາໄດ້ເລີ່ມຕົ້ນ ເຫັນຄວາມເຈັບປວດໄດ້ຫລຸດໜ້ອຍລົງຈາກໃບໜ້າຂອງແມ່. ນິ້ວມືທີ່ໄດ້ກຳແໜ້ນຢູ່ ເລີ່ມມາຍອອກ. ແຂນຂອງແມ່ໄດ້ວາງພັກຜ່ອນຢູ່ທາງຂ້າງ.
ຄວາມເຈັບປວດດ້ວຍໂຣກມະເລັງເປັນເວລາຫລາຍສິບປີ ໄດ້ສິ້ນສຸດລົງ. ຂ້າພະເຈົ້າໄດ້ເຫັນໃບໜ້າຂອງແມ່ ຢູ່ໃນຄວາມສະຫງົບ. ແມ່ໄດ້ຫັນໃຈສັ້ນໆສອງສາມເທື່ອ, ແລ້ວຫັນໃຈຫອບເທື່ອໜຶ່ງ, ແລະ ແລ້ວນອນງຽບຢູ່. ພວກເຮົາໄດ້ຢືນລໍຖ້າ ເບິ່ງວ່າແມ່ຊິຫັນໃຈອີກບໍ່.
ໃນທີ່ສຸດ, ພໍ່ໄດ້ເວົ້າຄ່ອຍໆວ່າ, “ນາງນ້ອຍໄດ້ກັບເມືອບ້ານແລ້ວ.”
ເພິ່ນບໍ່ໄດ້ຮ້ອງໄຫ້. ນັ້ນກໍເພາະວ່າພຣະວິນຍານບໍລິສຸດໄດ້ບອກເພິ່ນກ່ອນແລ້ວວ່າ ແມ່ເປັນໃຜ, ແມ່ມາຈາກໃສ, ແລະ ແມ່ໄດ້ກາຍເປັນຄົນແນວໃດ, ແລະ ແມ່ຈະໄປໃສ. ພຣະວິນຍານໄດ້ເປັນພະຍານຕໍ່ເພິ່ນຫລາຍເທື່ອ ເຖິງພຣະບິດາເທິງສະຫວັນທີ່ຊົງຮັກ, ເຖິງພຣະຜູ້ຊ່ອຍໃຫ້ລອດທີ່ໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ, ແລະ ເຖິງຄວາມເປັນຈິງຂອງການຜະນຶກໃນພຣະວິຫານ ທີ່ເພິ່ນໄດ້ເຮັດນຳພັນລະຍາ ແລະ ຄອບຄົວຂອງເພິ່ນ.
ພຣະວິນຍານໄດ້ເຮັດໃຫ້ເພິ່ນແນ່ນອນໃຈກ່ອນແລ້ວ ວ່າຄວາມດີ ແລະ ສັດທາຂອງແມ່ ເຮັດໃຫ້ແມ່ເໝາະສົມທີ່ຈະກັບໄປບ້ານໃນສະຫວັນຂອງເພິ່ນ ບ່ອນທີ່ເພິ່ນຈະຖືກຈື່ຈຳ ວ່າເປັນລູກທີ່ປະເສີດແຫ່ງຄຳສັນຍາ ແລະ ໄດ້ຮັບການຕ້ອນຮັບກັບບ້ານ ດ້ວຍກຽດຕິຍົດ.
ສຳລັບພໍ່ຂອງຂ້າພະເຈົ້າ, ມັນແມ່ນເກີນກວ່າຄວາມຫວັງ. ພຣະວິນຍານບໍລິສຸດໄດ້ເຮັດໃຫ້ມັນເປັນຈິງສຳລັບເພິ່ນ.
ບັດນີ້, ບາງຄົນອາດເວົ້າວ່າ ຖ້ອຍຄຳຂອງເພິ່ນ ແລະ ການວາດພາບຢູ່ໃນຈິດໃຈຂອງເພິ່ນ ກ່ຽວກັບບ້ານໃນສະຫວັນ ເປັນພຽງຄວາມເພີ້ຝັນ, ເປັນການຕັດສິນທີ່ບໍ່ແຈ່ມແຈ້ງ ຂອງສາມີໃນຍາມທີ່ສູນເສຍພັນລະຍາ. ແຕ່ເພິ່ນຮູ້ເຖິງຄວາມຈິງນິລັນດອນ ໃນວິທີດຽວທີ່ທ່ານສາມາດທີ່ຈະຮູ້ໄດ້.
ເພິ່ນເປັນນັກວິທະຍາສາດ ຜູ້ຄົ້ນຄວ້າຫາຄວາມຈິງ ກ່ຽວກັບໂລກທຳມະຊາດ ຕະຫລອດຊີວິດຂອງການເປັນຜູ້ໃຫຍ່ຂອງເພິ່ນ. ເພິ່ນໄດ້ໃຊ້ເຄື່ອງມືທາງວິທະຍາສາດຫລາຍພໍ ທີ່ຈະໄດ້ຮັບການຍ້ອງຍໍຈາກເພື່ອນຝູງ ຕະຫລອດທົ່ວໂລກ. ສິ່ງຕ່າງໆທີ່ເພິ່ນໄດ້ເຮັດໃນວິຊາເຄມີ ມາຈາກການມະໂນພາບຂອງເພິ່ນເອງ ເຫັນ ກ້ອນເມັດອະນູ ເຄື່ອນຍ້າຍໄປມາ ແລ້ວເພິ່ນໄດ້ເຮັດການທົດລອງຢູ່ຫ້ອງຄົ້ນຄວ້າ.
ແຕ່ເພິ່ນໄດ້ເດີນໄປໃນເສັ້ນທາງໜຶ່ງອີກ ເພື່ອຊອກຫາຄວາມຈິງທີ່ສຳຄັນກວ່າໝູ່ໝົດ ຕໍ່ເພິ່ນ ແລະ ຕໍ່ເຮົາແຕ່ລະຄົນ. ພຽງແຕ່ຜ່ານພຣະວິນຍານບໍລິສຸດເທົ່ານັ້ນ ທີ່ເຮົາຈະສາມາດເຫັນຜູ້ຄົນ ແລະ ເຫັນເຫດການທີ່ເກີດຂຶ້ນ ດັ່ງທີ່ພຣະເຈົ້າເຫັນ.
ຂອງປະທານນັ້ນ ໄດ້ມີຕໍ່ຢູ່ໃນໂຮງໝໍ ຫລັງຈາກພັນລະຍາຂອງເພິ່ນໄດ້ເສຍຊີວິດໄປ. ພວກເຮົາໄດ້ເກັບທ້ອນເອົາສິ່ງຂອງ ທີ່ເປັນຂອງແມ່ ເພື່ອເອົາກັບບ້ານ. ພໍ່ຂອງຂ້າພະເຈົ້າໄດ້ແວ່ຂອບໃຈພວກນາຍແພດ ແລະ ທ່ານໝໍທຸກຄົນທີ່ໄດ້ເຫັນ ຕອນພວກເຮົາອອກໄປຫາລົດ. ຂ້າພະເຈົ້າຈື່ໄດ້ວ່າ ພວກເຮົາຄວນເມືອ ເພື່ອຢູ່ຕາມລຳພັງກັບຄວາມໂສກເສົ້າຂອງພວກເຮົາ.
ບັດນີ້ ຂ້າພະເຈົ້າຮັບຮູ້ວ່າ ເພິ່ນໄດ້ເຫັນສິ່ງທີ່ ພຽງແຕ່ພຣະວິນຍານບໍລິສຸດຈະສະແດງໃຫ້ເພິ່ນເຫັນເທົ່ານັ້ນ. ເພິ່ນໄດ້ເຫັນຜູ້ຄົນເຫລົ່ານັ້ນ ວ່າເປັນເຫລົ່າທູດທີ່ພຣະເຈົ້າໄດ້ສົ່ງມາດູແລສຸດທີ່ຮັກຂອງເພິ່ນ. ເຂົາເຈົ້າອາດຄິດວ່າຕົນເອງເປັນພຽງພະນັກງານແພດ, ແຕ່ພໍ່ຂອງຂ້າພະເຈົ້າໄດ້ຂອບໃຈເຂົາເຈົ້າ ແທນພຣະຜູ້ຊ່ອຍໃຫ້ລອດ.
ອິດທິພົນຂອງພຣະວິນຍານບໍລິສຸດ ໄດ້ສະຖິດຢູ່ຕໍ່ໄປກັບເພິ່ນ ຕອນພວກເຮົາໄປເຖິງບ້ານພໍ່ແມ່ຂອງຂ້າພະເຈົ້າ. ພວກເຮົາໄດ້ເວົ້າລົມກັນບຶດໜຶ່ງຢູ່ໃນຫ້ອງຮັບແຂກ. ພໍ່ຂອງຂ້າພະເຈົ້າໄດ້ຂໍອະນຸຍາດເຂົ້າໄປໃນຫ້ອງນອນທາງຂ້າງ.
ຫລັງຈາກສອງສາມນາທີ, ເພິ່ນໄດ້ຍ່າງກັບຄືນມາຫາຫ້ອງຮັບແຂກ. ເພິ່ນໄດ້ກັບມາດ້ວຍຮອຍຍິ້ມ. ເມື່ອເພິ່ນຍ່າງມາເຖິງພວກເຮົາ, ເພິ່ນໄດ້ເວົ້າຄ່ອຍໆວ່າ, “ພໍ່ເປັນຫ່ວງວ່າ ມຽວເດຣດ ໄດ້ໄປເຖິງໂລກວິນຍານດ້ວຍຕົວຄົນດຽວ. ພໍ່ຢ້ານວ່າ ລາວຊິຫລົງທິດຫລົງທາງ.”
ແລ້ວເພິ່ນໄດ້ເວົ້າຢ່າງແຈ່ມໃສວ່າ, “ພໍ່ຫາກໍອະທິຖານແລ້ວ. ພໍ່ຮູ້ວ່າ ມຽວເດຣດ ໄປຮອດປອດໄພ. ແມ່ຂອງພໍ່ຢູ່ທີ່ນັ້ນ ເພື່ອຕ້ອນຮັບລາວ.”
ຂ້າພະເຈົ້າຈື່ໄດ້ ໃນຂະນະທີ່ເພິ່ນເວົ້າ, ຂ້າພະເຈົ້າໄດ້ວາດພາບເຫັນແມ່ຕູ້ຍ່າ ຂາສັ້ນໆ ຟ້າວຍ່າງມາ, ຊີງຕົວໄປຢູ່ແຖວໜ້າ ເພື່ອຈະໄດ້ຕ້ອນຮັບລູກສະໄພ້ຂອງເພິ່ນ ຕອນລູກສະໄພ້ມາເຖິງ.
ບັດນີ້, ເຫດຜົນຢ່າງໜຶ່ງທີ່ພໍ່ຂອງຂ້າພະເຈົ້າໄດ້ທູນຂໍ ແລະ ໄດ້ຮັບການປອບໂຍນນັ້ນ ເປັນເພາະວ່າ ເພິ່ນໄດ້ອະທິຖານດ້ວຍສັດທາສະເໝີ ນັບຕັ້ງແຕ່ຕອນເພິ່ນຍັງນ້ອຍ. ເພິ່ນເຄີຍໄດ້ຮັບຄຳຕອບ ທີ່ເຂົ້າມາສູ່ໃຈຂອງເພິ່ນ ທີ່ໃຫ້ຄວາມປອບໂຍນ ແລະ ການນຳພາ. ນອກເໜືອຈາກການມັກອະທິຖານແລ້ວ, ເພິ່ນຍັງຮູ້ຈັກພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດານຳອີກ. ສະນັ້ນ ເພິ່ນຈຶ່ງຮູ້ຈັກສຽງຊື່ມທີ່ຄຸ້ນເຄີຍຂອງພຣະວິນຍານ, ຊຶ່ງທ່ານອາດໄດ້ຮູ້ສຶກໃນມື້ນີ້.
ການເປັນເພື່ອນຂອງພຣະວິນຍານ ແມ່ນເກີນກວ່າການໃຫ້ຄວາມປອບໂຍນ ແລະ ການຊີ້ນຳເພິ່ນ. ພຣະອົງໄດ້ປ່ຽນເພິ່ນຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ. ເມື່ອເຮົາຮັບເອົາຄຳສັນຍາທີ່ໄດ້ສັນຍາໄວ້ ເຖິງການມີພຣະວິນຍານສະຖິດຢູ່ກັບເຮົາຕະຫລອດເວລາ, ພຣະຜູ້ຊ່ອຍໃຫ້ລອດສາມາດເຮັດໃຫ້ເຮົາສະອາດບໍລິສຸດ ຕາມການຮຽກຮ້ອງສຳລັບຊີວິດນິລັນດອນ, ນັ້ນຄືຂອງປະທານທີ່ຍິ່ງໃຫຍ່ສຸດເໜືອກວ່າຂອງປະທານອື່ນໃດທັງສິ້ນ (ເບິ່ງ D&C 14:7).
ຂ້າພະເຈົ້າຈື່ພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ວ່າ: “ບັດນີ້ ນີ້ຄືພຣະບັນຍັດ: ຈົ່ງກັບໃຈ, ເຈົ້າທັງຫລາຍເຖິງທີ່ສຸດຂອງແຜ່ນດິນໂລກ, ແລະ ຈົ່ງມາຫາເຮົາ ແລະ ຮັບບັບຕິສະມາໃນນາມຂອງເຮົາ, ເພື່ອເຈົ້າຈະໄດ້ຖືກຊຳລະລ້າງໃຫ້ບໍລິສຸດ ໂດຍການຮັບພຣະວິນຍານບໍລິສຸດ, ເພື່ອເຈົ້າຈະຢືນຢູ່ໂດຍບໍ່ມີມົນທິນຕໍ່ໜ້າເຮົາໃນວັນສຸດທ້າຍ” (3 ນີໄຟ 27:20).
ພຣະບັນຍັດເຫລົ່ານັ້ນໄດ້ມາເຖິງ ດ້ວຍຄຳສັນຍານີ້ ຈາກພຣະຜູ້ເປັນເຈົ້າ:
ວ່າເຮົາຕ້ອງໄວ້ວາງໃຈໃນພຣະວິນຍານນັ້ນ ຊຶ່ງພາໃຫ້ເຮັດຄວາມດີ, ໃຫ້ເຮັດຢ່າງຖືກຕ້ອງ, ໃຫ້ເດີນໄປດ້ວຍຄວາມຖ່ອມຕົນ, ໃຫ້ຕັດສິນຢ່າງຊອບທຳ; ແລະ ນີ້ຄືພຣະວິນຍານຂອງພຣະອົງ.
ພຣະອົງກ່າວກັບເຮົາວ່າ ພຣະອົງຈະມອບພຣະວິນຍານຂອງພຣະອົງໃຫ້ແກ່ເຮົາ, ຊຶ່ງຈະເຮັດໃຫ້ຈິດໃຈຂອງເຮົາສະຫວ່າງ, ຊຶ່ງຈະເຮັດໃຫ້ຈິດວິນຍານຂອງເຮົາເຕັມໄປດ້ວຍຄວາມສຸກ (ເບິ່ງ D&C 11:12–13).
ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ພຣະເຈົ້າອົງເປັນພຣະບິດາ ຊົງພຣະຊົນຢູ່, ວ່າພຣະເຢຊູຄຣິດທີ່ຟື້ນຄືນພຣະຊົນແລ້ວ ນຳພາສາດສະໜາຈັກຂອງພຣະອົງ, ວ່າປະທານທອມມັສ ແອັສ ມອນສັນ ມີຂໍກະແຈທັງໝົດຂອງຖານະປະໂລຫິດ, ແລະ ວ່າການເປີດເຜີຍຜ່ານພຣະວິນຍານບໍລິສຸດ ນຳພາ ແລະ ຄ້ຳຊູສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ແລະ ສະມາຊິກທີ່ຖ່ອມຕົວຂອງສາດສະໜາຈັກ.
ຂ້າພະເຈົ້າຂໍເປັນພະຍານຕື່ມອີກວ່າ ຊາຍທີ່ດີເລີດເຫລົ່ານັ້ນ ຜູ້ໄດ້ກ່າວກັບເຮົາໃນມື້ນີ້ ໃນຖານະທີ່ເປັນພະຍານຂອງອົງພຣະເຢຊູຄຣິດເຈົ້າ, ໃນຖານະສະມາຊິກໃນກຸ່ມອັກຄະສາວົກສິບສອງ, ໄດ້ຖືກເອີ້ນຈາກພຣະເຈົ້າ. ຂ້າພະເຈົ້າຮູ້ວ່າ ພຣະວິນຍານໄດ້ອະນຸຍາດໃຫ້ປະທານມອນສັນ ເອີ້ນພວກເພິ່ນ. ແລະ ເມື່ອທ່ານຟັງພວກເພິ່ນ ແລະ ຟັງປະຈັກພະຍານຂອງພວກເພິ່ນ, ພຣະວິນຍານບໍລິສຸດ ໄດ້ຢືນຢັນຕໍ່ທ່ານເຖິງສິ່ງທີ່ຂ້າພະເຈົ້າກຳລັງກ່າວກັບທ່ານຢູ່ໃນເວລານີ້. ພວກເພິ່ນໄດ້ຖືກເອີ້ນຈາກພຣະເຈົ້າ. ຂ້າພະເຈົ້າສະໜັບສະໜູນພວກເພິ່ນ ແລະ ຮູ້ວ່າ ພຣະຜູ້ເປັນເຈົ້າຮັກພວກເພິ່ນ ແລະ ຈະສະໜັບສະໜູນພວກເພິ່ນ ໃນການຮັບໃຊ້ຂອງພວກເພິ່ນ. ແລະ ຂ້າພະເຈົ້າກ່າວມາ ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.