ເລືອກຄວາມສະຫວ່າງ
ເຮົາຕ້ອງເລືອກທີ່ຈະເຊື່ອຟັງຄຳແນະນຳຈາກສາດສະດາ, ຮັບຮູ້, ແລະ ເຮັດຕາມການດົນໃຈທາງວິນຍານ, ຕ້ອງເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ແລະ ສະແຫວງຫາການເປີດເຜີຍສ່ວນຕົວ.
ບໍ່ດົນມານີ້ ຂ້າພະເຈົ້າພ້ອມກັບພັນລະຍາໄດ້ຕັດສິນໃຈວ່າ ຄວນໄປຊົມກັບຄວາມສວຍງາມຂອງບ່ອນໃກ້ໆ ບ້ານພວກເຮົາຢູ່ພາກຕາເວັນຕົກສຽງເໜືອຂອງລັດມອນແທນາ. ພວກເຮົາໄດ້ວາງແຜນການ ວ່າຈະເອົາລົດຖີບ ໄປຂີ່ຢູ່ທາງ ເຮຍວາທາ ຊຶ່ງເຄີຍເປັນອະດີດທາງລົດໄຟທີ່ຂ້າມພູເຂົາ ຣໍຄີ ລະຫວ່າງລັດ ມອນແທນາ ແລະ ລັດໄອດາໂຮ. ພວກເຮົາໄດ້ຄາດວ່າຈະເປັນມື້ດີມື້ມ່ວນຢູ່ນຳໝູ່ເພື່ອນສະນິດ ແລະ ທີ່ຈະຊື່ນຊົມກັບຄວາມງາມທຳມະຊາດຢູ່ບ່ອນນັ້ນ.
ພວກເຮົາໄດ້ຮູ້ວ່າ ການຂີ່ຕາມທາງທີ່ຍາວ 24 ກີໂລແມັດນັ້ນ ຈະມີຂົວລົດໄຟທີ່ຂ້າມຮ່ອມພູເລິກ ແລະ ອຸໂມງ ຍາວໆ ທີ່ເຈາະເຂົ້າພູເຂົາໃຫຍ່. ດັ່ງນັ້ນພວກເຮົາຈຶ່ງໄດ້ຕຽມຕົວເອົາໄຟສາຍຕິດໄວ້ນຳໝວກ ແລະ ຕິດໄວ້ນຳລົດຖີບອີກ.
ຄົນທີ່ເຄີຍໄປທາງນີ້ ໄດ້ເຕືອນພວກເຮົາວ່າ ອຸໂມງນັ້ນມືດຂະໜາດ ແລະ ເຮົາຈະຕ້ອງມີໄຟສາຍທີ່ແຈ້ງໆ. ເມື່ອພວກເຮົາໄດ້ຮ່ວມກັນຢູ່ປະຕູໃຫຍ່ໆ ຂອງອຸໂມງແທັບ ຜູ້ຮັກສາການຄົນໜຶ່ງໄດ້ອະທິບາຍເຖິງ ຄວາມອັນຕະລາຍຂອງທາງນັ້ນ ຊຶ່ງມີຄູເລິກຕາມຂອບທາງ ມີຝາຂຸຂະ ແລະ ມີຄວາມມືດສຸດຂີດ. ພວກເຮົາໄດ້ເຂົ້າໄປໃນອຸໂມງ. ຫລັງຈາກໄດ້ເຂົ້າໄປບໍ່ຫລາຍນາທີ ຄວາມມືດດັ່ງກ່າວກໍອ້ອມຮອບພວກເຮົາໄວ້. ໄຟສາຍທີ່ຂ້າພະເຈົ້າໄດ້ເອົາມານຳບໍ່ແຈ້ງພໍ ແລະ ຄວາມມືດໄດ້ເອົາຊະນະຄວາມແຈ້ງ. ທັນທີທີ່ຂ້າພະເຈົ້າກໍເລີ່ມຮູ້ສຶກຮ້ອນໃຈ, ສັບສົນ, ແລະ ບໍ່ຮູ້ທາງ.
ຂ້າພະເຈົ້າອາຍທີ່ຈະສາລະພາບຄວາມຮ້ອນໃຈຂອງຕົນຕໍ່ເພື່ອນ ແລະ ຄອບຄົວ. ເຖິງແມ່ນຂ້າພະເຈົ້າຂີ່ລົດຖີບໄດ້ເກັ່ງຢູ່ ຕອນນັ້ນຂ້າພະເຈົ້າຮູ້ສຶກເໝືອນຄົນບໍ່ເຄີຍຂີ່ຈັກເທື່ອ. ຂ້າພະເຈົ້າໄດ້ພະຍາຍາມບໍ່ໃຫ້ຕົນເອງລົ້ມ ເພາະໄດ້ສັບສົນຫລາຍຂຶ້ນ. ໃນທີ່ສຸດເມື່ອຂ້າພະເຈົ້າໄດ້ບອກຄົນຢູ່ນຳກ່ຽວກັບຄວາມຮ້ອນໃຈຂອງຕົນ ຂ້າພະເຈົ້າໄດ້ຫຍັບເຂົ້າໄປໃກ້ໆໄຟສາຍທີ່ຮຸ່ງແຈ້ງຂອງເພື່ອນຄົນໜຶ່ງ. ຕາມຈິງແລ້ວ ທຸກຄົນໃນກຸ່ມພວກເຮົາໄດ້ເຮັດວົງອ້ອມຄົນນັ້ນ. ໂດຍທີ່ຢູ່ໃກ້ໆກັນ ແລະ ໄດ້ອາໄສໄຟສາຍຂອງລາວພ້ອມກັບໄຟສາຍຂອງທຸກຄົນໃນກຸ່ມ, ພວກເຮົາໄດ້ມຸ້ງໜ້າໄປຕໍ່ ໃນຄວາມມືດຂອງອຸໂມງນັ້ນ.
ຫລັງຈາກເວລາທີ່ຮູ້ສຶກຄືຫລາຍຊົ່ວໂມງ ຂ້າພະເຈົ້າໄດ້ເຫັນຈຸດແສງນ້ອຍໆ. ທັນທີທີ່ຂ້າພະເຈົ້າເລີ່ມຮູ້ສຶກ ວ່າ ທຸກຢ່າງຈະດີຂຶ້ນ, ຂ້າພະເຈົ້າໄດ້ມຸ້ງໜ້າຕໍ່ໄປໂດຍອາໄສໄຟສາຍຂອງເພື່ອນ ແລະ ຈຸດແສງນັ້ນທີ່ກຳລັງຂະຫຍາຍ. ຄວາມໝັ້ນໃຈຕົນໄດ້ກັບມາຂະນະທີ່ຄວາມແຈ້ງນັ້ນຮຸ່ງແຈ້ງຫລາຍຂຶ້ນ. ກ່ອນທີ່ຮອດປາກຂອງອຸໂມງ ຂ້າພະເຈົ້າບໍ່ຕ້ອງການຄວາມຊ່ອຍເຫລືອຂອງເພື່ອນ. ຄວາມຮ້ອນໃຈທັງໝົດໄດ້ຫາຍໄປ ຂະນະທີ່ພວກເຮົາໄດ້ຖີບໄວໆ ໄປຫາແສງສະຫວ່າງ. ຂ້າພະເຈົ້າຮູ້ສຶກສະບາຍໃຈ ກ່ອນພວກເຮົາໄດ້ຂີ່ເຂົ້າໄປໃນແສງອາລຸນ ທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ສະຫງ່າງາມ.
ເຮົາຢູ່ໃນໂລກຊຶ່ງໃນນີ້ເຮົາຈະປະສົບການທ້າທາຍຕໍ່ສັດທາຂອງເຮົາ. ເຮົາອາດຈະຮູ້ສຶກໝັ້ນໃຈວ່າ ຕົວເອງພ້ອມທີ່ຈະປະເຊີນກັບການທ້າທາຍດັ່ງກ່າວ—ແຕ່ແລ້ວເຫັນວ່າ ການຕຽມຕົວຂອງເຮົາບໍ່ພໍ. ແລະ ເຊັ່ນດຽວກັບເພື່ອນຂອງຂ້າພະເຈົ້າໄດ້ເຕືອນຂ້າພະເຈົ້າກ່ຽວກັບຄວາມມືດ, ພວກເຮົາໄດ້ຖືກເຕືອນໄວ້ໃນເວລານີ້. ສຽງຂອງບັນດາອັກຄະສາວົກຊຸກຍູ້ພວກເຮົາໃຫ້ຕຽມຕົວໂດຍໄຟສາຍທີ່ຮຸ່ງແຈ້ງຂອງກຳລັງທາງວິນຍານ.
ເຊັ່ນດຽວກັນ ເຮົາອາດຈະຮູ້ສຶກອາຍ, ບໍ່ສະບາຍໃຈ, ຫລື ສັບສົນທາງວິນຍານ ເມື່ອເຮົາມີການທ້າທາຍຕໍ່ສັດທາຂອງເຮົາ. ຕາມທຳມະດາແລ້ວ, ຄວາມແຮງ ແລະ ຄວາມຍາວນານຂອງຄວາມຮູ້ສຶກດັ່ງກ່າວຈະຂຶ້ນຢູ່ກັບການຕອບໂຕ້ຂອງເຮົາເອງ. ຖ້າຫາກເຮົາບໍ່ເຮັດຫຍັງເລີຍ, ຄວາມສົງໄສ, ຄວາມທະນົງຕົວ, ແລະ ໃນທີ່ສຸດການປະຖິ້ມຄວາມເຊື່ອ ຈະນຳເຮົາໄປຈາກຄວາມສະຫວ່າງ.
ຂ້າພະເຈົ້າໄດ້ຮູ້ຈັກບົດຮຽນສຳຄັນຈາກປະສົບການຢູ່ໃນອຸໂມງນັ້ນ. ຂ້າພະເຈົ້າຂໍແບ່ງປັນບາງຢ່າງ.
ທຳອິດ ບໍ່ວ່າຄວາມມືດແຫ່ງຄວາມສົງໄສຈະມືດຫລາຍພຽງໃດກໍຕາມ, ແຕ່ເຮົາກໍເລືອກໄດ້ວ່າ ຈະຍອມໃຫ້ມັນເກີດມີຜົນສະທ້ອນກັບເຮົາດົນປານໃດ ແລະ ຫລາຍເທົ່າໃດ. ເຮົາຕ້ອງຈື່ຈຳວ່າ ພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງຮັກເຮົາຫລາຍພຽງໃດ. ພວກພຣະອົງຈະບໍ່ປະຖິ້ມເຮົາເລີຍ ແລະ ພວກພຣະອົງຈະບໍ່ຍອມໃຫ້ເຮົາຜ່າຍແພ້ ຖ້າຫາກເຮົາຊອກຫາຄວາມຊ່ອຍເຫລືອຈາກພວກພຣະອົງ. ຈົ່ງຈື່ຈຳປະສົບການຂອງເປໂຕ ຢູ່ເທິງທະເລສາບຄາລີເລ. ຂະນະທີ່ເປໂຕຮູ້ສຶກຄວາມມືດໜາວອ້ອມຕົວເພິ່ນໄວ້ ທັນໃດນັ້ນ ເພິ່ນເຂົ້າໃຈບັນຫາຂອງຕົນ ແລະ ໃນວິນາທີນັ້ນໄດ້ເລືອກຂໍຄວາມຊ່ອຍເຫລືອ. ເພິ່ນບໍ່ໄດ້ຖາມວ່າ ພຣະຜູ້ຊ່ອຍໃຫ້ລອດມີອຳນາດທີ່ຈະຮັກສາເພິ່ນ; ເພິ່ນມີແຕ່ຂໍຮ້ອງວ່າ, “ນາຍເຈົ້າຂ້າ ຊ່ອຍຜູ້ຂ້າແດ່ທ້ອນ.”1
ໃນຊີວິດຂອງເຮົາ ພຣະຫັດທີ່ຍື່ນອອກມາຂອງພຣະຜູ້ຊ່ອຍໃຫ້ລອດ ອາດຈະມາໃນລັກສະນະຄື ຄວາມຊ່ອຍເຫລືອຈາກເພື່ອນສະນິດ, ຜູ້ນຳ, ຫລື ພໍ່ແມ່ທີ່ຮັກກັນ. ເມື່ອໃດທີ່ເຮົາດີ້ນລົນໃນຄວາມມືດ ມັນບໍ່ຜິດທີ່ເຮົາຈະເພິ່ງອາໄສຊົ່ວຄາວ ໃຊ້ຄວາມສະຫວ່າງຂອງຄົນທີ່ຮັກເຮົາ ແລະ ຢາກຊ່ອຍເຮົາ ຢ່າງເອົາຈິງເອົາຈັງ.
ຖ້າຫາກເຮົາພິຈາລະນາຢ່າງຮອບຄອບ ເປັນຫຍັງເຮົາຈຶ່ງມັກຟັງສຽງເຍາະເຍີ້ຍຂອງຄົນທັງໂລກໃນສະໄໝຂອງເຮົາ ແລະ ບໍ່ຟັງຄຳຂໍຮ້ອງຂອງຄົນທີ່ຮັກເຮົາແທ້ໆ? ກໍມີຄົນທີ່ມັກເຍາະເຍີ້ຍທີ່ມັກມ້າງທຳລາຍ ແທນທີ່ຈະສົ່ງເສີມ ແລະ ມັກຫົວຂວັນແທນທີ່ຈະຍົກຍ້ອງ. ຄຳເວົ້າແບບເຍາະເຍີ້ຍຂອງເຂົາສາມາດແຊກຊຶມເຂົ້າໄປໃນຊີວິດຂອງເຮົາ ຫລາຍເທື່ອມັນເປັນການຕົວະໃນທາງເຄື່ອງເອເລັກໂທຣນິກ ຊຶ່ງໄດ້ສ້າງໂດຍສະເພາະເພື່ອທຳລາຍສັດທາຂອງເຮົາ. ເປັນສິ່ງສະຫລາດບໍ ທີ່ຈະເອົາຄວາມລອດອັນນິລັນດອນຂອງເຮົາໄປໄວ້ໃນມືຂອງຄົນທີ່ບໍ່ຮູ້ຈັກກັນ? ເປັນສິ່ງສະຫລາດບໍ ທີ່ຈະອ້າງວ່າຕົນໄດ້ຮັບຄວາມຮູ້ຈາກຄົນທີ່ບໍ່ມີຄວາມສະຫວ່າງທີ່ຈະມອບໃຫ້ ແລະ ເປັນຄົນທີ່ມີຈຸດປະສົງທີ່ເຊື່ອງຊ້ອນໄວ້ຈາກເຮົາ? ຖ້າຫາກເຮົາໄດ້ເຫັນຄົນບຽດບຽນລັບໆ ດັ່ງກ່າວນີ້ຢ່າງເປີດເຜີຍ ເຮົາຈະບໍ່ໃຫ້ພຽງແຕ່ວິນາທີດຽວແກ່ເຂົາ ແຕ່ເພາະເຂົາໃຊ້ສື່ສານສັງຄົມ ແລະ ລີ້ຈາກການພິຈາລະນາ ເຂົາກໍເລີຍໄດ້ຮັບການເຊື່ອຟັງທີ່ບໍ່ຄວນມີເລີຍ.
ຊ່ອຍໃຫ້ລອດທີ່ກູ້ຊີວິດ ແລະ ໃຫ້ຊີວິດໄດ້. ໂຢຮັນໄດ້ຂຽນວ່າ, “ພຣະເຢຊູໄດ້ກ່າວຕໍ່ພວກເຂົາອີກວ່າ ເຮົານີ້ແຫລະເປັນຄວາມສະຫວ່າງຂອງໂລກ ຜູ້ໃດກໍຕາມທີ່ມານຳເຮົາ ຈະມີຄວາມສະຫວ່າງແຫ່ງຊີວິດ ແລະຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ.”2 ຈົ່ງຈື່ຈຳວ່າ ຄົນທີ່ຮັກເຮົາແທ້ໆ ສາມາດຊ່ອຍເຮົາເສີມສ້າງ ສັດທາຂອງເຮົາ.
ເໝືອນດັ່ງຂ້າພະເຈົ້າໄດ້ອາຍຕອນຢູ່ໃນອຸໂມງນັ້ນ ເຮົາອາດຈະຮູ້ສຶກອາຍໂພດທີ່ຈະຂໍຄວາມຊ່ອຍເຫລືອ ຕອນເຮົາສົງໄສ. ບາງທີເຮົາເປັນຜູ້ນັ້ນທີ່ຄົນອື່ນມອງຫາເພື່ອກຳລັງ ແລະ ບັດນີ້ເຮົາຕ້ອງການຄວາມຊ່ອຍເຫລືອ. ເມື່ອເຮົາເຂົ້າໃຈວ່າ ຄວາມສະຫວ່າງ ແລະ ຄວາມສະບາຍໃຈ ທີ່ພຣະຜູ້ຊ່ອຍໃຫ້ລອດ ສາມາດມອບໃຫ້ເຮົາ ນັ້ນມີຄຸນຄ່າຫລາຍຊຶ່ງບໍ່ຢາກໃຫ້ເສຍເພາະຄວາມທະນົງໃຈ ແລ້ວຜູ້ນຳສາດສະໜາ ທີ່ຮັບການດົນໃຈ ພໍ່ແມ່ ແລະ ໝູ່ເພື່ອນສະໜິດສາມາດຊ່ອຍໄດ້. ຄົນດັ່ງກ່າວນີ້ກໍພ້ອມແລ້ວທີ່ຈະຊ່ອຍເຮົາໃຫ້ປັບປຸງຕົວທາງວິນຍານ ເພື່ອເສີມສ້າງຕຽມເຮົາໃຫ້ສາມາດຕໍ່ຕ້ານກັບການທ້າທາຍສັດທາຂອງເຮົາ.
ທີສອງ ເຮົາຕ້ອງໄວ້ວາງໃຈໃນພຣະຜູ້ເປັນເຈົ້າເພື່ອພັດທະນາກຳລັງທາງວິນຍານຂອງເຮົາເອງ. ເຮົາບໍ່ສາມາດອາໄສຄວາມສະຫວ່າງຂອງຄົນອື່ນຕະຫລອດໄປ. ຂ້າພະເຈົ້າໄດ້ຮູ້ວ່າ ຄວາມມືດໃນອຸໂມງນັ້ນ ຈະໝົດໄປຖ້າຫາກຂ້າພະເຈົ້າຍັງຖີບໄປກ່ອນໝູ່ພ້ອມກັບກຸ່ມພວກເຮົານັ້ນ. ແຕ່ຂ້າພະເຈົ້າຄິດວ່າ ຈະສາມາດໄປດ້ວຍຕົນເອງ ທັນທີທີ່ຂ້າພະເຈົ້າສາມາດເຫັນແສງອີກ. ພຣະຜູ້ເປັນເຈົ້າໄດ້ສອນເຮົາວ່າ, ຖ້າເຮົາເຂົ້າໃກ້ພຣະອົງ, ພຣະອົງຈະເຂົ້າໃກ້ເຮົາ. ຖ້າເຮົາຊອກຫາພຣະອົງຢ່າງຂະຫຍັນໝັ່ນພຽນ ເຮົາຈະພົບພຣະອົງ. ຖ້າເຮົາຂໍ ເຮົາຈະໄດ້ຮັບ, ຖ້າເຮົາເຄາະ ຈະມີຄົນມາເປີດໃຫ້ເຮົາ.3 ເຮົາຕ້ອງເຮັດໂດຍຄາດວ່າ ພຣະຜູ້ເປັນເຈົ້າຈະຮັກສາຄຳສັນຍາຂອງພຣະອົງທີ່ຈະຊ່ອຍເຮົາອອກຈາກຄວາມມືດ ຖ້າຫາກເຮົາເຂົ້າໄປໃກ້ພຣະອົງ. ແຕ່ຊາຕານຈະພະຍາຍາມສອນເຮົາວ່າ ເຮົາບໍ່ເຄີຍຮູ້ສຶກເຖິງອິດທິພົນຂອງພຣະວິນຍານເລີຍ ແລະ ຈະງ່າຍກວ່າຖ້າເຮົາຢຸດພະຍາຍາມ.
ປະທານດີເດີ ແອັຟ ອຸກດອບ ກໍແນະນຳເຮົາໃຫ້ “ສົງໄສຄວາມສົງໄສຂອງທ່ານ ກ່ອນທ່ານຈະສົງໄສສັດທາຂອງທ່ານ.”4 ໃນຫວອດຂອງຂ້າພະເຈົ້າເອງ ມີຊາຍໜຸ່ມທີ່ເວົ້າວ່າ, “ມີສິ່ງທີ່ຂ້ອຍເຄີຍຮູ້ສຶກທີ່ບໍ່ສາມາດອະທິບາຍ ນອກຈາກວ່າມັນມາຈາກພຣະເຈົ້າ.” ອັນນີ້ແມ່ນຄວາມຊື່ສັດທາງວິນຍານ.
ເມື່ອໃດທີ່ຜະເຊີນກັບຄຳຖາມ ຫລື ຄິດສົງໄສ, ເຮົາຄວນນຶກເຖິງພອນ ແລະ ຄວາມຮູ້ສຶກທາງວິນຍານ ທີ່ເຄີຍເຂົ້າມາໃນຊີວິດຂອງເຮົາ ແລະ ວາງສັດທາຂອງເຮົາໄວ້ນຳພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ ພຣະເຢຊູຄຣິດ. ຂ້າພະເຈົ້າຄິດເຖິງຄຳແນະນຳໃນເພງສວດທີ່ຮູ້ຈັກກັນດີ ທີ່ວ່າ, “ບໍ່ສົງໄສພຣະຄຸນ ແລະ ພຣະເຈົ້າ ເຮົາໄດ້ພິສູດພຣະອົງ ໃນວັນທີ່ຜ່ານມາ.”5 ການເມີນເສີຍ ແລະ ການລາຈາກປະສົບການທາງວິນຍານທີ່ເຄີຍມີ ຈະແຍກເຮົາອອກຈາກພຣະເຈົ້າ.
ການຊອກຫາຄວາມສະຫວ່າງຂອງເຮົາ ຈະເພີ່ມພູນຂຶ້ນ ໂດຍຄວາມເຕັມໃຈຂອງເຮົາທີ່ຈະຮັບຮູ້ຄວາມສະຫວ່າງໃນຊີວິດຂອງເຮົາ. ຂໍ້ພຣະຄຳພີໃນສະໄໝນີ້ໄດ້ໃຫ້ຄວາມໝາຍ ແລະ ຄວາມສະຫວ່າງ ແລະ ໃຫ້ຄຳສັນຍາແກ່ຄົນທີ່ຍອມຮັບມັນວ່າ: ສິ່ງທີ່ເປັນຂອງພຣະເຈົ້າເປັນຄວາມສະຫວ່າງ ແລະ ຄົນທີ່ຮັບເອົາຄວາມສະຫວ່າງ ແລະ ດຳເນີນຢູ່ກັບພຣະເຈົ້າຕໍ່ໄປ ຮັບຄວາມສະຫວ່າງຫລາຍຂຶ້ນ. ຄວາມສະຫວ່າງນັ້ນເຈີດຈ້າຍິ່ງຂຶ້ນ ຈົນເຖິງວັນສົມບູນ.”6 ເຊັ່ນດຽວກັບຕອນທີ່ຖີບໄປຮອດປາກອຸໂມງນັ້ນ ອິດທິພົນຂອງພຣະອົງຈະນຳຄວາມໝັ້ນໃຈ, ຄວາມພາກພຽນ, ຄວາມປອບໂຍນ ແລະ—ສຳຄັນທີ່ສຸດ—ພະລັງທີ່ຮູ້ວ່າ ພຣະອົງຊົງພຣະຊົນຢູ່.
ທີສາມ ບໍ່ມີຄວາມມືດໃດທີ່ຕຶບໜາ, ທີ່ເປັນຕາຢ້ານ, ຫລື ຍາກເກີນໄປ ຈົນວ່າ ບໍ່ສາມາດເອົາຊະນະມັນ ໂດຍຄວາມສະຫວ່າງ. ແອວເດີ ນຽວ ແອວ ແອນເດີເສັນ ເມື່ອບໍ່ດົນມານີ້ ໄດ້ສອນວ່າ: “ໃນຂະນະທີ່ຄວາມຊົ່ວຮ້າຍທະວີຂຶ້ນໃນໂລກ ກໍມີອຳນາດທາງວິນຍານເທົ່າທຽມກັນສຳລັບຄົນຊອບທຳ. ໃນຂະນະທີ່ໂລກເຄື່ອນອອກໄປຈາກຮາກຖານທາງວິນຍານຂອງມັນ ພຣະຜູ້ເປັນເຈົ້າໄດ້ຕຽມທາງສຳລັບຄົນທີ່ຊອກຫາພຣະອົງ, ໃຫ້ຄວາມເຊື່ອໝັ້ນ, ໃຫ້ການຢືນຢັນ, ແລະ ຄວາມໝັ້ນໃຈຫລາຍຂຶ້ນ ໃນເສັ້ນທາງວິນຍານທີ່ເຂົາກຳລັງເດີນໄປ. ຂອງປະທານແຫ່ງພຣະວິນຍານບໍລິສຸດກາຍເປັນຄວາມສະຫວ່າງທີ່ຮຸ່ງແຈ້ງຫລາຍຂຶ້ນ ໃນໂລກທີ່ກຳລັງມືດລົງ.”7
ອ້າຍເອື້ອຍນ້ອງທັງຫລາຍ ເຮົາບໍ່ໄດ້ຖືກຖິ້ມໃຫ້ຢູ່ໂດດດ່ຽວ ເພື່ອຖືກພາໄປຕາມການປ່ຽນແປງທັງຫລາຍຂອງໂລກ, ແຕ່ເຮົາມີພະລັງທີ່ຈະເລືອກເຊື່ອ ແທນຄວາມສົງໄສ. ກ່ອນຈະຮັບອຳນາດເທົ່າທຽມທີ່ສັນຍາໄວ້ດັ່ງກ່າວນີ້ໄດ້ ເຮົາຕ້ອງເລືອກທີ່ຈະເຊື່ອຟັງຄຳແນະນຳຈາກສາດສະດາ, ຮັບຮູ້, ແລະ ເຮັດຕາມການດົນໃຈທາງວິນຍານ, ຕ້ອງເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ແລະ ສະແຫວງຫາການເປີດເຜີຍສ່ວນຕົວ. ເຮົາຕ້ອງເລືອກ. ຂໍໃຫ້ເຮົາເລືອກຄວາມສະຫວ່າງຂອງພຣະຜູ້ຊ່ອຍໃຫ້ລອດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.