ຜ່ານສາຍພຣະເນດຂອງພຣະເຈົ້າ
ໃນການຮັບໃຊ້ຄົນອື່ນຢ່າງມີປະສິດທິພາບ, ເຮົາຕ້ອງເບິ່ງເຂົາເຈົ້າຜ່ານແວວຕາຂອງພໍ່ແມ່, ຜ່ານສາຍພຣະເນດຂອງພຣະບິດາເທິງສະຫວັນ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂອບໃຈຫລາຍໆສຳລັບການສະໜັບສະໜູນຂ້າພະເຈົ້າ ໃນມື້ວານນີ້ ໃຫ້ເປັນສະມາຊິກຂອງກຸ່ມອັກຄະສາວົກສິບສອງ. ການສະໜັບສະໜູນຂອງທ່ານມີຄວາມໝາຍຕໍ່ຂ້າພະເຈົ້າຫລາຍທີ່ສຸດ. ໂດຍສະເພາະຢ່າງຍິ່ງ, ຂ້າພະເຈົ້າມີຄວາມກະຕັນຍູຕໍ່ຜູ້ຍິງສອງຄົນ ໃນຊີວິດຂອງຂ້າພະເຈົ້າ: ພັນລະຍາຂອງຂ້າພະເຈົ້າ, ຣຸດ, ແລະ ລູກສາວຂອງພວກຂ້າພະເຈົ້າ, ແອັສ໌ລີ.
ການເອີ້ນທີ່ຂ້າພະເຈົ້າໄດ້ຮັບ ເປັນຫລັກຖານເຖິງພຣະຄຳຂອງພຣະຜູ້ເປັນເຈົ້າ ທີ່ໄດ້ກ່າວໃນຍຸກໃໝ່ນີ້ ທີ່ວ່າ: ຄວາມສົມບູນຂອງພຣະກິດຕິຄຸນຂອງພຣະອົງຈະຖືກປ່າວປະກາດໂດຍຄົນທີ່ອ່ອນແອ ແລະ ຄົນທີ່ຕ່ຳຕ້ອຍຈົນເຖິງທີ່ສຸດຂອງໂລກ.”1 ຂ້າພະເຈົ້າກໍເປັນຄົນໜຶ່ງ ທີ່ອ່ອນແອ ແລະ ຕ່ຳຕ້ອຍນັ້ນ. ຕອນຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນອະທິການຢູ່ໃນຫວອດແຫ່ງໜຶ່ງໃນພາກຕາເວັນອອກ ຂອງສະຫະລັດ, ອ້າຍຜູ້ມີອາຍຸສູງກວ່າຂ້າພະເຈົ້າໜ້ອຍໜຶ່ງ ແລະ ສະຫລາດກວ່າ ໄດ້ໂທຫາຂ້າພະເຈົ້າ. ລາວໄດ້ເວົ້າວ່າ, “ພຣະຜູ້ເປັນເຈົ້າໄດ້ເອີ້ນເຈົ້າ ບໍ່ແມ່ນເພາະສິ່ງທີ່ເຈົ້າເຄີຍໄດ້ເຮັດ. ໃນກໍລະນີຂອງເຈົ້າ, ອາດເປັນວ່າ ພຣະອົງໄດ້ເອີ້ນເຈົ້າ ເຖິງແມ່ນວ່າເຈົ້າເຄີຍໄດ້ເຮັດ. ພຣະຜູ້ເປັນເຈົ້າໄດ້ເອີ້ນເຈົ້າ ເພື່ອໃຫ້ເຈົ້າຊ່ອຍເຮັດສິ່ງທີ່ພຣະອົງປະສົງ ຜ່ານທາງເຈົ້າ, ແລະ ມັນຈະເກີດຂຶ້ນ ຖ້າຫາກເຈົ້າເຮັດຕາມວິທີທາງຂອງພຣະອົງ.” ຂ້າພະເຈົ້າໄດ້ຮັບເອົາຄຳສັ່ງສອນຈາກອ້າຍ ແລະ ນຳໃຊ້ມັນຫລາຍຂຶ້ນໃນທຸກວັນນີ້.
ມີບາງສິ່ງທີ່ປະເສີດໄດ້ເກີດຂຶ້ນ ໃນການຮັບໃຊ້ເຜີຍແຜ່ ຕອນບຸກຄົນຮູ້ສຶກວ່າ ການເອີ້ນນັ້ນ ບໍ່ແມ່ນກ່ຽວກັບຕົວເອງ, ແຕ່ແມ່ນກ່ຽວກັບພຣະຜູ້ເປັນເຈົ້າ, ກ່ຽວກັບວຽກງານຂອງພຣະອົງ, ແລະ ກ່ຽວກັບລູກໆຂອງພຣະບິດາເທິງສະຫວັນ. ຂ້າພະເຈົ້າຮູ້ສຶກວ່າ ມັນເປັນຄວາມຈິງ ສຳລັບອັກຄະສາວົກ. ບໍ່ວ່າການມອບໝາຍ ຫລື ການເອີ້ນຢູ່ໃນສາດສະໜາຈັກ ຈະເປັນອັນໃດກໍຕາມ, ເພື່ອໃຫ້ຮັບໃຊ້, ບຸກຄົນຕ້ອງຮັບໃຊ້ ໂດຍທີ່ຮູ້ວ່າ ທຸກຄົນທີ່ຕົນຮັບໃຊ້ “ເປັນບຸດ ແລະ ທິດາ ທາງວິນຍານຂອງພຣະບິດາມານດາໃນສະຫວັນ, ແລະ ເຂົາເຈົ້າ ... ມີທຳມະຊາດແຫ່ງສະຫວັນ ແລະ ຈຸດໝາຍປາຍທາງ.”2
ໃນອາຊີບເກົ່າຂອງຂ້າພະເຈົ້າ, ຂ້າພະເຈົ້າເຄີຍເປັນໝໍຊ່ຽວຊານກ່ຽວກັບພະຍາດຫົວໃຈ ແລະ ຊ່ຽວຊານເລື່ອງການປ່ຽນຫົວໃຈ. ນັບແຕ່ຄົນໄຂ້ຫລາຍຄົນ ມີອາການເຈັບໜັກທີ່ສຸດ, ຂ້າພະເຈົ້າຈຶ່ງໄດ້ເຫັນຫລາຍຄົນໄດ້ເສຍຊີວິດໄປ. ພັນລະຍາຂອງຂ້າພະເຈົ້າໄດ້ເວົ້າຢອກວ່າ ການເປັນຄົນໄຂ້ຂອງຂ້າພະເຈົ້າ ແມ່ນສ່ຽງຫລາຍ. ເພາະປະສົບການຂອງຂ້າພະເຈົ້າກັບຄົນໄຂ້ເຫລົ່ານັ້ນ, ຂ້າພະເຈົ້າຈຶ່ງໄດ້ຫັກຫ້າມໃຈ ບໍ່ໃຫ້ຕົນເອງ ໂສກເສົ້າຫລາຍ ກັບເຫດການທີ່ເກີດຂຶ້ນ. ໃນທາງນີ້, ຄວາມຮູ້ສຶກໂສກເສົ້າ ແລະ ຄວາມຜິດຫວັງ ຈຶ່ງມີໜ້ອຍລົງ.
ໃນປີ 1986, ຊາຍໜຸ່ມຄົນໜຶ່ງຊື່ ແຈດ ໄດ້ເກີດຫົວໃຈວາຍ ແລະ ໄດ້ຮັບການຜ່າຕັດປ່ຽນຫົວໃຈ. ຫລັງຈາກນັ້ນ ລາວກໍມີສຸຂະພາບດີ ປະມານສິບຫ້າປີ. ແຈດ ກໍໄດ້ເຮັດທຸກສິ່ງທຸກຢ່າງ ເພື່ອຮັກສາສຸຂະພາບ ແລະ ໃຊ້ຊີວິດແບບຄົນທົ່ວໄປ ເທົ່າທີ່ຈະສາມາດເຮັດໄດ້. ລາວໄດ້ໄປສອນສາດສະໜາ, ໄດ້ທຳງານ, ແລະ ໄດ້ເປັນລູກຊາຍທີ່ອຸທິດຕົນຕໍ່ພໍ່ແມ່ຂອງລາວ. ໄລຍະສອງສາມປີສຸດທ້າຍຂອງລາວ, ແມ່ນມີການທ້າທາຍຫລາຍ, ລາວໄດ້ທຽວເຂົ້າໂຮງໝໍຢູ່ເລື້ອຍໆ.
ແລງຄືນໜຶ່ງ, ລາວໄດ້ຖືກພາໄປຫ້ອງສຸກເສີນ ເພາະຫົວໃຈເຊົາທຳງານ. ຂ້າພະເຈົ້າກັບໝໍຄົນອື່ນໆ ກໍໄດ້ພະຍາຍາມຊົ່ວໄລຍະໜຶ່ງ ເພື່ອປັ້ມຫົວໃຈຂອງລາວ. ໃນທີ່ສຸດ, ເຫັນໄດ້ວ່າ ແຈດ ຈະບໍ່ຟື້ນ. ພວກເຮົາໄດ້ຢຸດການຊ່ອຍຟື້ນ, ແລະ ຂ້າພະເຈົ້າໄດ້ປະກາດການຕາຍຂອງລາວ. ເຖິງແມ່ນໂສກເສົ້າ ແລະ ສິ້ນຫວັງ, ຂ້າພະເຈົ້າໄດ້ຄິດໃນໃຈວ່າ, “ແຈດ ໄດ້ມີຊີວິດທີ່ດີ. ລາວໄດ້ມີຊີວິດຢູ່ຫລາຍປີ, ຫລາຍກວ່າທີ່ລາວຄວນມີ.” ຄວາມຮູ້ສຶກທີ່ຫ່າງໄກນັ້ນ ໄດ້ສະຫລາຍໄປ ເມື່ອພໍ່ແມ່ຂອງລາວໄດ້ເຂົ້າມາໃນຫ້ອງສຸກເສີນ ແລະ ເຫັນຮ່າງກາຍທີ່ປາດສະຈາກວິນຍານຂອງລູກ ນອນຢູ່ເທິງຕຽງ. ເປັນເທື່ອທຳອິດ, ຂ້າພະເຈົ້າໄດ້ເຫັນ ແຈດ ຜ່ານແວວຕາຂອງພໍ່ແມ່ຂອງລາວ. ຂ້າພະເຈົ້າໄດ້ເຫັນຄວາມຫວັງ ແລະ ຄວາມຄາດຫວັງ ທີ່ເຂົາເຈົ້າມີສຳລັບລາວ, ໄດ້ເຫັນເຖິງຄວາມປາດຖະໜາຂອງເຂົາເຈົ້າ ທີ່ຢາກໃຫ້ລາວມີຊີວິດຢູ່ຕື່ມອີກຈັກໜ້ອຍໜຶ່ງ, ແລະ ມີຊີວິດທີ່ດີກວ່ານັ້ນອີກ. ເມື່ອຮູ້ເຖິງສິ່ງນັ້ນ, ຂ້າພະເຈົ້າໄດ້ນ້ຳຕາໄຫລ. ຂ້າພະເຈົ້າຈື່ບໍ່ລືມ, ແທນທີ່ຂ້າພະເຈົ້າຈະເປັນຜູ້ປອບໃຈພໍ່ແມ່ຂອງທ້າວ ແຈດ, ແຕ່ເຂົາເຈົ້າໄດ້ເປັນຜູ້ປອບໃຈຂ້າພະເຈົ້າ.
ບັດນີ້ ຂ້າພະເຈົ້າຮູ້ເຖິງຜົນສະທ້ອນຂອງການຮັບໃຊ້ຄົນອື່ນ, ເຮົາຕ້ອງເຫັນເຂົາເຈົ້າຜ່ານແວວຕາຂອງພໍ່ແມ່ຂອງເຂົາເຈົ້າ, ຜ່ານສາຍພຣະເນດຂອງພຣະບິດາເທິງສະຫວັນ. ແລ້ວເຮົາຈະເລີ່ມຕົ້ນເຂົ້າໃຈຄຸນຄ່າຂອງຈິດວິນຍານແທ້ໆ. ແລ້ວເຮົາຈະຮູ້ເຖິງຄວາມຮັກ ທີ່ພຣະບິດາເທິງສະຫວັນມີຕໍ່ລູກໆຂອງພຣະອົງ. ແລ້ວເຮົາຈະຮູ້ສຶກເຖິງຄວາມເປັນຫ່ວງເປັນໄຍຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ມີຕໍ່ເຮົາ. ເຮົາບໍ່ສາມາດບັນລຸພັນທະສັນຍາຂອງເຮົາ ທີ່ຈະເປັນທຸກ ກັບຄົນທີ່ເປັນທຸກ ຜູ້ຕ້ອງການ ການປອບໂຍນ ຍົກເວັ້ນແຕ່ເຮົາຈະເຫັນເຂົາເຈົ້າຜ່ານສາຍພຣະເນດຂອງພຣະເຈົ້າ.3 ມຸມມອງອັນກວ້າງຂວາງນີ້ ຈະເປີດໃຈເຮົາ ໃຫ້ເຫັນຄວາມຜິດຫວັງ, ຄວາມຢ້ານກົວ, ແລະ ຄວາມໂສກເສົ້າ. ແຕ່ພຣະບິດາເທິງສະຫວັນຈະຊ່ອຍເຫລືອ ແລະ ປອບໂຍນເຮົາ, ເຊັ່ນດຽວກັບພໍ່ແມ່ຂອງທ້າວ ແຈດ ໄດ້ປອບໂຍນຂ້າພະເຈົ້າ ຢູ່ໃນຫ້ອງສຸກເສີນ ເມື່ອຫລາຍປີກ່ອນ. ເຮົາຕ້ອງມີຕາທີ່ສາມາດເຫັນ, ມີຫູທີ່ສາມາດໄດ້ຍິນ, ແລະ ມີໃຈທີ່ສາມາດຮູ້ຈັກ ແລະ ຮູ້ສຶກ ຖ້າຫາກເຮົາຢາກບັນລຸການຊ່ອຍກູ້ ຊຶ່ງປະທານທອມມັສ ແອັສ ມອນສັນ ໄດ້ຊຸກຍູ້ເລື້ອຍໆ.4
ພຽງແຕ່ເມື່ອເຮົາເຫັນຜ່ານທາງສາຍພຣະເນດຂອງພຣະບິດາເທິງສະຫວັນເທົ່ານັ້ນ, ເຮົາຈຶ່ງຈະສາມາດເຕັມໄປດ້ວຍ “ຄວາມຮັກອັນບໍລິສຸດຂອງພຣະຄຣິດ.”5 ທຸກມື້ ເຮົາຄວນອ້ອນວອນກັບພຣະບິດາ ສຳລັບຄວາມໃຈບຸນນີ້. ມໍມອນໄດ້ແນະນຳວ່າ: “ດັ່ງນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຈົ່ງອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນ ຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ.”6
ດ້ວຍສຸດໃຈຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ.7 ຂ້າພະເຈົ້າຮັກພຣະອົງ. ຂ້າພະເຈົ້າທະນຸຖະໜອມພຣະອົງ. ຂ້າພະເຈົ້າເປັນພະຍານເຖິງຄວາມເປັນຈິງຂອງພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງເປັນຜູ້ທີ່ຖືກເຈີມໄວ້, ເປັນພຣະເມຊີອາ. ຂ້າພະເຈົ້າເປັນພະຍານເຖິງຄວາມເມດຕາອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ, ເຖິງຄວາມເຫັນອົກເຫັນໃຈ, ແລະ ເຖິງຄວາມຮັກຂອງພຣະອົງ. ຂ້າພະເຈົ້າຂໍຕື່ມປະຈັກພະຍານຂອງຂ້າພະເຈົ້າ ໃສ່ກັບຂອງອັກຄະສາວົກ, ຊຶ່ງໄດ້ກ່າວໃນປີ 2000, “ວ່າ ພຣະເຢຊູ ເປັນພຣະຄຣິດທີ່ຊົງພຣະຊົນຢູ່, ເປັນພຣະບຸດອະມະຕະຂອງພຣະເຈົ້າ. ... ພຣະອົງເປັນຄວາມສະຫວ່າງ, ເປັນຊີວິດ, ແລະ ເປັນຄວາມຫວັງຂອງໂລກ.”8
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄືນພຣະຊົນແລ້ວ ໄດ້ມາປະກົດ ພ້ອມດ້ວຍພຣະເຈົ້າ ພຣະບິດາເທິງສະຫວັນຂອງເຮົາ, ໃນປີ 1820 ຢູ່ໃນປ່າແຫ່ງໜຶ່ງ ໃນລັດນິວຢອກ, ຕາມທີ່ ໂຈເຊັບ ສະມິດ ໄດ້ກ່າວ. ຂໍກະແຈຂອງຖານະປະໂລຫິດມີຢູ່ໃນໂລກທຸກວັນນີ້ ເພື່ອເຮັດພິທີການຊ່ອຍໃຫ້ລອດ ແລະ ແຫ່ງຄວາມສູງສົ່ງ. ຂ້າພະເຈົ້າຮູ້ສິ່ງນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.