ວ່າເຂົາເຈົ້າຈະລະນຶກເຖິງພຣະອົງຕະຫລອດເວລາ
ຂ້າພະເຈົ້າມັກສຶກສາ ແລະ ໄຕ່ຕອງກ່ຽວກັບຊີວິດຂອງພຣະອົງ ຊຶ່ງພຣະອົງໄດ້ປະທານທຸກຢ່າງໃຫ້ຂ້າພະເຈົ້າ ແລະ ໃຫ້ເຮົາທຸກຄົນ.
ຂ້າພະເຈົ້າມັກເພງຊັ້ນປະຖົມໄວທີ່ມີຂໍ້ຄວາມວ່າ:
ຂ້ານ້ອຍຢາກໄດ້ຍິນ ເລື່ອງລາວຂອງພຣະເຢຊູ,
ສິ່ງທີ່ຂ້ານ້ອຍຈະຖາມພຣະອົງ ເພື່ອຢາກຮູ້ວ່າພຣະອົງໄດ້ມານີ້ບໍ່.
ຖາມກ່ຽວກັບເລື່ອງລາວທີ່ເກີດຂຶ້ນແຄມທາງ ກ່ຽວກັບເລື່ອງທີ່ຢູ່ທະເລ,
ຈົ່ງບອກຂ້ານ້ອຍກ່ຽວກັບເລື່ອງລາວຂອງພຣະເຢຊູ.1
ຂ້າພະເຈົ້າເຊື່ອວ່າ ການສ້າງຮີດຄອງຂອງການເລົ່າເລື່ອງພຣະເຢຊູຄຣິດໃຫ້ລູກ ແລະ ຄອບຄົວຂອງເຮົາຟັງ ເປັນວິທີພິເສດທີ່ຈະຊ່ອຍເຮົາໃຫ້ຮັກສາວັນຊະບາໂຕໃຫ້ສັກສິດໃນບ້ານຂອງເຮົາໄດ້.
ສິ່ງນີ້ຈະເປັນການນຳວິນຍານພິເສດມາສູ່ບ້ານຂອງເຮົາ ແລະ ເຮັດໃຫ້ຄອບຄົວຂອງເຮົາເຫັນຕົວຢ່າງຈາກພຣະຜູ້ຊ່ອຍໃຫ້ລອດເອງ.
ຂ້າພະເຈົ້າມັກສຶກສາ ແລະ ໄຕ່ຕອງກ່ຽວກັບຊີວິດຂອງພຣະອົງ ຊຶ່ງພຣະອົງໄດ້ປະທານທຸກຢ່າງໃຫ້ຂ້າພະເຈົ້າ ແລະ ໃຫ້ເຮົາທຸກຄົນ.
ຂ້າພະເຈົ້າມັກອ່ານຂໍ້ຄວາມໃນພຣະຄຳພີ ທີ່ກ່ຽວກັບຊີວິດອັນປາດສະຈາກບາບຂອງພຣະອົງ. ແລະ ຫລັງຈາກທີ່ໄດ້ອ່ານພຣະຄຳພີທີ່ໄດ້ເລົ່າເຖິງປະສົບການຂອງພຣະອົງແລ້ວ ຂ້າພະເຈົ້າໄດ້ຫລັບຕາວາດພາບເຫັນຊ່ວງເວລາສັກສິດເຫລົ່ານັ້ນ ທີ່ໄດ້ສອນຂ້າພະເຈົ້າ ແລະ ເພີ່ມພະລັງທາງວິນຍານໃຫ້ແກ່ຂ້າພະເຈົ້າ.
ດັ່ງຊ່ວງເວລາ:
-
ເມື່ອພຣະອົງໄດ້ຖົ່ມນ້ຳລາຍໃສ່ຂີ້ດິນ ເຮັດໃຫ້ກາຍເປັນດິນໜຽວ ແລ້ວເອົາມາແປະໃສ່ຕາຂອງຊາຍຕາບອດ ທັງບອກລາວວ່າ “ໃຫ້ເຈົ້າໄປລ້າງໜ້າທີ່ສະນ້ຳຊີໂລອາມ.” ດັ່ງນັ້ນ ຊາຍຄົນນີ້ຈຶ່ງໄປ “ລ້າງໜ້າ ແລະ ກັບຄືນມາເຫັນຮຸ່ງ.”2
-
ເມື່ອພຣະອົງໄດ້ໂຜດຜູ້ຍິງ ທີ່ເປັນພະຍາດເລືອດຕົກ ແລະ ນາງໄດ້ບາຍແຄມເສື້ອຄຸມຂອງພຣະອົງ ໂດຍເຊື່ອວ່ານາງຈະຫາຍດີ.3
-
ເມື່ອສາວົກເຫັນພຣະອົງ ພວມຍ່າງເທິງໜ້ານ້ຳ.4
-
ເມື່ອພຣະອົງສະເດັດໄປເມືອງ ເອມມາອຸດ ກັບສາວົກຂອງພຣະອົງ ແລະ ໄດ້ເຮັດໃຫ້ເຂົາເຈົ້າເຂົ້າໃຈພະຄຳພີ.5
-
ເມື່ອພຣະອົງມາປະກົດແກ່ຄົນທີ່ຢູ່ທະວີບອາເມຣິກາ ແລະ ໄດ້ບອກເຂົາເຈົ້າໃຫ້ມາຫາພຣະອົງແລະ ແຍ່ມືເຂົ້າມາໃນຂ້າງຂອງພຣະອົງ ແລະ ຄຳຮອຍຕະປູທີ່ພຣະຫັດ ແລະ ພຣະບາດຂອງພຣະອົງ ເພື່ອເຂົາເຈົ້າຈະໄດ້ຮູ້ວ່າພຣະອົງຄື “ພຣະຜູ້ເປັນເຈົ້າຂອງອິດສະຣາເອນ ແລະ ພຣະຜູ້ເປັນເຈົ້າທັງໝົດຂອງແຜ່ນດິນໂລກ ແລະ ຖືກປະຫານເພື່ອໂລກ.”6
ຂ້າພະເຈົ້າດີໃຈ ທີ່ຮູ້ວ່າ ມີພໍ່ແມ່ທີ່ເລົ່າເລື່ອງລາວຂອງພຣະຄຣິດໃຫ້ລູກເຂົາເຈົ້າຟັງ. ຂ້າພະເຈົ້າສັງເກດເຫັນສິ່ງນີ້ ເມື່ອຂ້າພະເຈົ້າເບິ່ງເດັກນ້ອຍໃນໂບດ, ໃນຫ້ອງປະຖົມໄວ ແລະ ໃນໂອກາດອື່ນໆ.
ຂ້າພະເຈົ້າມີຄວາມກະຕັນຍູ ຕໍ່ພໍ່ແມ່ຂອງຂ້າພະເຈົ້າທີ່ໄດ້ສອນຂ້າພະເຈົ້າກ່ຽວກັບພຣະຄຣິດ. ຂ້າພະເຈົ້າໄດ້ເຫັນວ່າ ຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດໄດ້ຊ່ອຍພັນລະຍາທີ່ຮັກ ແລະ ຂ້າພະເຈົ້າເອງໃນການສອນລູກຂອງພວກເຮົາແນວໃດ.
ຂ້າພະເຈົ້າມີຄວາມສຸກຫລາຍ ເມື່ອໄດ້ເຫັນລູກໆຂອງຂ້າພະເຈົ້າ ເລົ່າເລື່ອງພຣະຄຣິດໃຫ້ພວກຫລານຂອງຂ້າພະເຈົ້າຟັງ. ມັນເຕືອນຂ້າພະເຈົ້າເຖິງຂໍ້ພຣະຄຳພີຂໍ້ໜຶ່ງ ໃນ 3 ໂຢຮັນ ບົດທີ 1, ຂໍ້ທີ 4, ກ່າວວ່າ, “ຂ້າພະເຈົ້າບໍ່ມີຄວາມຊື່ນຊົມໄປກວ່ານີ້ອີກ ນອກຈາກທີ່ໄດ້ຍິນວ່າລູກໆຂອງຂ້າພະເຈົ້າໄດ້ດຳລົງຊີວິດໃນຄວາມຈິງ.” ແລະ ທັງຫລານຂອງຂ້າພະເຈົ້າອີກດ້ວຍ.
ຂ້າພະເຈົ້າມີຄວາມກະຕັນຍູສຳລັບຜູ້ນຳຂອງເຮົາ ຜູ້ຊຶ່ງສອນພວກເຮົາຕະຫລອດກ່ຽວກັບພຣະຄຣິດ ກ່ຽວກັບການຮັກສາວັນຊະບາໂຕໃຫ້ສັກສິດ ແລະ ກ່ຽວກັບການຮັບພິທີສິນລະລຶກທຸກວັນອາທິດ ເພື່ອໃຫ້ກຽດແກ່ພຣະຜູ້ຊ່ອຍໃຫ້ລອດ.
ວັນຊະບາໂຕ ແລະ ພິທີສິນລະລຶກກາຍເປັນສິ່ງທີ່ເຮົາມັກຫລາຍຂຶ້ນ ເມື່ອເຮົາສຶກສາເລື່ອງລາວຂອງພຣະຄຣິດ. ໃນການເຮັດເຊັ່ນນັ້ນ ເຮົາໄດ້ສ້າງຮີດຄອງທີ່ຈະເສີມສ້າງສັດທາ ແລະ ປະຈັກພະຍານ ແລະ ປົກປ້ອງຄອບຄົວຂອງພວກເຮົາ.
ສອງສາມອາທິດຜ່ານມານີ້ ເມື່ອຂ້າພະເຈົ້າກຳລັງຮຽນຂ່າວສານຂອງປະທານ ຣະໂຊ ເອັມ ແນວສັນ ຈາກກອງປະຊຸມໃຫຍ່ສາມາດເທື່ອແລ້ວນີ້ ແລະ ເມື່ອໄຕ່ຕອງເຖິງວັນຊະບາໂຕຢູ່ນັ້ນ ຂ້າພະເຈົ້າຮູ້ສຶກຂອບຄຸນຢ່າງເລິກຊຶ້ງສຳລັບພອນ ແລະ ສິດທິພິເສດ ທີ່ມີໂອກາດໄດ້ຮັບພິທີສິນລະລຶກ. ສຳລັບຂ້າພະເຈົ້າແລ້ວ ມັນແມ່ນພິທີທີ່ຈິງຈັງ, ສັກສິດ, ແລະ ຊ່ວງເວລາແຫ່ງຈິດວິນຍານ. ຂ້າພະເຈົ້າມັກການປະຊຸມສິນລະລຶກຫລາຍ.
ເມື່ອເວລາໄຕ່ຕອງ ຂ້າພະເຈົ້າສຶກສາຄຳສວດໃຫ້ພອນເຂົ້າຈີ່ ແລະ ນ້ຳຢ່າງຄັກແນ່. ຂ້າພະເຈົ້າອ່ານ ແລະ ໄຕ່ຕອງຖີ່ຖ້ວນກ່ຽວກັບຄຳອະທິຖານ ແລະ ພິທີສິນລະລຶກ. ຂ້າພະເຈົ້າເລີ່ມທົບທວນເຫດການໃນໃຈ ແລະ ໄດ້ເສື່ອມໂຍງເຫດການໃສ່ພິທີນັ້ນ.
ໃນຊ່ວງເວລາໄຕ່ຕອງນັ້ນ ຂ້າພະເຈົ້າໄດ້ທົບທວນກ່ຽວກັບວັນນັ້ນ ຊຶ່ງເປັນມື້ທຳອິດຂອງການກິນເຂົ້າຈີ່ທີ່ບໍ່ໃສ່ຜົງຟູ ເມື່ອພຣະອົງຕອບຄຳຖາມຂອງສາວົກຂອງພຣະອົງວ່າ ຈະໄປຈັດແຈ່ງອາຫານປັດສະຄາຢູ່ໃສ ພຣະອົງຕອບພວກເພິ່ນວ່າ “ຈົ່ງເຂົ້າໄປຫາຄົນໜຶ່ງໃນເມືອງ ແລະ ບອກລາວວ່າ ອາຈານບອກວ່າ, ເວລາຂອງເຮົາໃກ້ເຂົ້າມາແລ້ວ; ພວກສາວົກຂອງເຮົາກັບເຮົາຈະສະຫລອງປັດສະຄາທີ່ບ້ານຂອງເຈົ້າ.”7
ຂ້າພະເຈົ້າວາດພາບໃນໃຈ ກ່ຽວກັບສາວົກໄປຊື້ອາຫານ ແລະ ຈັດໂຕະຢ່າງຄັກແນ່ໃນການກິນອາຫານຮ່ວມກັບພຣະອົງ ໃນວັນພິເສດນັ້ນ: ໂຕະນັ້ນແມ່ນຈັດສຳລັບ 13 ຄົນ, ພຣະອົງ ແລະ ສາວົກ 12 ຄົນ ທີ່ພຣະອົງຊົງຮັກ.
ຂ້າພະເຈົ້າໄຫ້ ເມື່ອນຶກພາບພຣະຄຣິດ ແລະ ສາວົກຮ່ວມພາເຂົ້ານຳກັນ ເມື່ອພຣະອົງປະກາດວ່າ, “ເຮົາບອກທ່ານຕາມຄວາມຈິງວ່າ ຜູ້ໜຶ່ງໃນພວກທ່ານຈະທໍລະຍົດເຮົາ.”8
ຂ້າພະເຈົ້າຄິດເຖິງສາວົກທີ່ໂສກເສົ້າຄົນໜຶ່ງ ທີ່ຖາມວ່າ, “ນາຍເຈົ້າຂ້າ ທ່ານຄົງບໍ່ໝາຍຄວາມວ່າຜູ້ຂ້າ! ແມ່ນບໍ່?”9
ແລະ ເມື່ອຢູດາຖາມຄຳຖາມດຽວກັນ ພຣະອົງຕອບຢ່າງໃຈເຢັນວ່າ, “ເຈົ້າເວົ້າເອງ.”10
ຂ້າພະເຈົ້ານຶກພາບ ເຖິງມືທີ່ປິ່ນປົວ ປອບໂຍນ ສັ່ງສອນ ແລະ ໃຫ້ພອນ, ຫັກເຂົ້າຈີ່, ເໝືອນດັ່ງພຣະເຢຊູກ່າວວ່າ, “ຈົ່ງກິນເຖີດ ນີ້ແຫລະແມ່ນກາຍຂອງເຮົາ.”11
ແລ້ວພຣະອົງກໍຈັບເອົາຈອກຂຶ້ນມາ ຂອບຄຸນພຣະເຈົ້າ ແລະ ຍື່ນໃຫ້ພວກເຂົາ, ພຣະອົງກ່າວວ່າ “ພວກທ່ານທຸກຄົນຈົ່ງດື່ມເຖີດ ນີ້ແຫລະແມ່ນເລືອດຂອງເຮົາ ຊຶ່ງຫລັ່ງອອກສຳລັບຄົນຢ່າງຫລວງຫລາຍ ເພື່ອການເຮັດບາບຈະໄດ້ຮັບການອະໄພ.”12
ໃນການນຶກພາບໃນໃຈ ຂ້າພະເຈົ້າໄດ້ເບິ່ງສາວົກເທື່ອລະຄົນ ແລະ ສາຍຕາຂອງພວກເພິ່ນບົ່ງບອກວ່າ ພວກເພິ່ນເປັນຫ່ວງພຣະອາຈານທີ່ພວກເພິ່ນຮັກ. ມັນຄືກັນກັບວ່າ ຂ້າພະເຈົ້າໄດ້ນັ່ງຢູ່ບ່ອນນັ້ນກັບພວກເພິ່ນ ແລະ ໄດ້ແນມເຫັນທຸກຢ່າງ. ຂ້າພະເຈົ້າຮູ້ສຶກເຈັບໃຈແຮງ ໂສກເສົ້າແຮງ ຍ້ອນສິ່ງທີ່ພຣະອົງຈະຜ່ານຜ່າເພື່ອຂ້າພະເຈົ້າ.
ຂ້າພະເຈົ້າມີຄວາມກະຕືລືລົ້ນທີ່ຢາກເປັນຄົນດີກວ່າເກົ່າ. ໃນການກັບໃຈ ແລະ ຄວາມໂສກເສົ້າ ຂ້າພະເຈົ້າປາດຖະໜາຢ່າງແຮງກ້າວ່າ ຕົນເອງຈະສາມາດເຮັດໃຫ້ຢົດເລືອດແຫ້ງ ແລະ ຫລີກເວັ້ນການເສຍເລືອດສອງສາມຢົດໃນສວນເຄັດເຊມາເນນັ້ນ.
ແລ້ວຂ້າພະເຈົ້າໄດ້ໄຕ່ຕອງກ່ຽວກັບສິນລະລຶກທີ່ເຮົາຮັບສ່ວນທຸກໆອາທິດເພື່ອລະນຶກເຖິງພຣະອົງ. ເມື່ອເຮັດເຊັ່ນນັ້ນຂ້າພະເຈົ້າໄດ້ໄຕ່ຕອງທຸກຖ້ອຍຄຳຂອງການອວຍພອນເຂົ້າຈີ່ ແລະ ນ້ຳ. ຂ້າພະເຈົ້າຄິດເຖິງ ຄຳເວົ້າທີ່ວ່າ “ແລະ ລະນຶກເຖິງພຣະອົງຕະຫລອດເວລາ” ນັ້ນແມ່ນຄຳອວຍພອນເຂົ້າຈີ່ ແລະ ຄຳອວຍພອນນ້ຳມີຄວາມວ່າ ວ່າເຂົາລະນຶກເຖິງພຣະອົງຕະຫລອດເວລາ.13
ຂ້າພະເຈົ້າໄຕ່ຕອງຄວາມໝາຍຂອງຄຳວ່າ “ລະນຶກເຖິງພຣະອົງຕະຫລອດເວລາ.”
ຕໍ່ຂ້າພະເຈົ້າ ມັນໝາຍຄວາມວ່າ:
-
ເພື່ອລະນຶກເຖິງຊີວິດກ່ອນເກີດຂອງພຣະອົງ, ເມື່ອໂລກທີ່ສວຍງາມນີ້ໄດ້ຖືກສ້າງໂດຍພຣະອົງ.14
-
ເພື່ອລະນຶກເຖິງການປະສູດອັນຖ່ອມຕົນຂອງພຣະອົງໃນຄອກສັດ, ທີ່ເມືອງເບັດເລເຮັມ ແຂວງຢູເດຍ.15
-
ເພື່ອລະນຶກເຖິງຕອນທີ່ພຣະອົງມີອາຍຸ 12 ປີ ພຣະອົງໄດ້ສອນພວກອາຈານໃນພຣະວິຫານ.16
-
ເພື່ອລະນຶກເຖິງພຣະອົງ ເມື່ອພຣະອົງໄປໃນເຂດທະເລຊາຍຄົນດຽວ ເພື່ອຕຽມພາລະກິດມະຕະຂອງພຣະອົງ.17
-
ເພື່ອລະນຶກເຖິງຕອນທີ່ພຣະອົງປ່ຽນສະພາບຕໍ່ໜ້າສານຸສິດຂອງພຣະອົງ.18
-
ເພື່ອລະນຶກເຖິງຕອນທີ່ພຣະອົງລິເລີ່ມສິນລະລຶກຢູ່ບ່ອນກິນເຂົ້າແລງຄາບສຸດທ້າຍກັບສາວົກ.19
-
ເພື່ອລະນຶກເຖິງຕອນທີ່ພຣະອົງໄປສວນເຄັດເຊມາເນ ແລະ ທົນທຸກທໍລະມານສາຫັດເພື່ອຄວາມຜິດບາບ, ຄວາມເຈັບປວດ, ຄວາມຜິດຫວັງ, ຄວາມເຈັບປ່ວຍຂອງພວກເຮົາ ຈົນມີເລືອດອອກຈາກທຸກຂຸມຂົນຂອງພຣະອົງ.20
-
ເພື່ອລະນຶກເຖິງຕອນທີ່ພຣະອົງທົນທຸກທໍລະມານຢ່າງແສນສາຫັດ ແລະ ເຈັບປວດ ແລະ ຍັງຖືກສາວົກຄົນໜຶ່ງທີ່ພຣະອົງເອີ້ນວ່າ ເພື່ອນ ທໍລະຍົດພຣະອົງ ໂດຍການຈູບພຣະອົງ.21
-
ເພື່ອລະນຶກເຖິງຕອນທີ່ພຣະອົງຖືກຄຸມຕົວໄປຫາປີລາດ ແລະ ເຮໂຣດ ເພື່ອການພິຈາລະນາຄະດີ.22
-
ເພື່ອລະນຶກເຖິງຕອນທີ່ພຣະອົງຖືກເຍາະເຍີ້ຍ, ຖືກທຸບຕີ, ຖືກຖົ່ມນ້ຳລາຍໃສ່, ຖືກຟາດ, ແລະ ຖືກຂ້ຽນຕີດ້ວຍແສ້ ຈົນເປັນແຜ.23
-
ເພື່ອລະນຶກເຖິງຕອນທີ່ມົງກຸດໜາມຖືກສວມໃສ່ເທິງພຣະຫັດຂອງພຣະອົງຢ່າງທາລຸນ.24
-
ເພື່ອລະນຶກເຖິງຕອນທີ່ພຣະອົງຕ້ອງແບກໄມ້ກາງແຂນຂອງພຣະອົງເອງໄປພູກະໂຫລກຫົວ ແລ້ວຖືກຕອກຕະປູ ຄຶງໄວ້ທີ່ໄມ້ກາງແຂນບ່ອນນັ້ນ ແສນທໍລະມານທັງຮ່າງກາຍ ແລະ ວິນຍານ.25
-
ເພື່ອລະນຶກເຖິງຕອນທີ່ຢູ່ເທິງໄມ້ກາງແຂນນັ້ນ ພຣະອົງຍັງມີຄວາມໃຈບຸນ ພຣະອົງໄດ້ຫລຽວເບິ່ງຄົນທີ່ຄຶງພຣະອົງ ແລະ ໄດ້ຫລຽວຂຶ້ນສະຫວັນ ວິ້ງວອນຕໍ່ພຣະບິດາວ່າ “ພຣະບິດາເອີຍ ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ ເພາະພວກເຂົາບໍ່ຮູ້ຫຍັງ.”26
-
ເພື່ອລະນຶກເຖິງຕອນທີ່ພຣະອົງຮູ້ວ່າ ພຣະອົງໄດ້ເຮັດພາລະກິດສຳເລັດ ໂດຍການຊ່ອຍມະນຸດໃຫ້ລອດພົ້ນແລ້ວ ພຣະອົງກໍສິ້ນລົມຫັນໃຈ ກັບໄປຫາພຣະບິດາ ຜູ້ເປັນພຣະບິດາຂອງເຮົາ.27
-
ເພື່ອລະນຶກເຖິງການຟື້ນຄືນພຣະຊົນຂອງພຣະອົງ ເພື່ອເປັນການຮັບປະກັນວ່າເຮົາຈະຟື້ນຄືນຊີວິດ ແລະ ມີໂອກາດໄດ້ໄປຢູ່ກັບພຣະອົງໃນນິລັນດອນ ນັ້ນແມ່ນຂຶ້ນຢູ່ກັບການເລືອກຂອງເຮົາ.28
ນອກຈາກນີ້ ການໄຕ່ຕອງກ່ຽວກັບຄຳສວດພິທີສິນລະລຶກ ແລະ ຄວາມໝາຍພິເສດຂອງຄຳສວດ ຊ່າງເປັນສິ່ງທີ່ເລີດລ້ຳ ທີ່ເຮົາໄດ້ຮັບສັນຍາຕາມຄຳອວຍພອນຂອງສິນລະລຶກ ວ່າເຮົາຈະລະນຶກເຖິງພຣະອົງຕະຫລອດເວລາ ແລະ ຈະມີພຣະວິນຍານຂອງພຣະອົງສະຖິດຢູ່ກັບເຮົາຕະຫລອດເວລາ.29
ຂ້າພະເຈົ້າເຊື່ອວ່າ ພຣະຜູ້ເປັນເຈົ້າມີເວລາຂອງພຣະອົງເອງ ວ່າພຣະອົງຈະໃຫ້ການເປີດເຜີຍແກ່ເຮົາຍາມໃດ. ຂ້າພະເຈົ້າເຂົ້າໃຈແຈ່ມແຈ້ງເມື່ອສຶກສາ ພຣະທຳປັນຍາຈານ ບົດທີ 3 ຂໍ້ທີ 1 ແລະ ທີ 6, ຊຶ່ງມີຂໍ້ຄວາມວ່າ:
“ທຸກສິ່ງທີ່ເກີດຂຶ້ນຢູ່ໃນໂລກນີ້ ເປັນໄປຕາມເວລາທີ່ພຣະເຈົ້າກຳນົດໄວ້: …
“ເວລາສຳລັບການເອົາມາ ແລະ ເວລາສຳລັບເສຍ ເວລາສຳລັບການເກັບໄວ້ ແລະ ເວລາສຳລັບການຖິ້ມ.”
ສິນລະລຶກຍັງເປັນເວລາສຳລັບພຣະບິດາເທິງສະຫວັນ ທີ່ຈະສອນເຮົາກ່ຽວກັບການຊົດໃຊ້ຂອງພຣະບຸດທີ່ຮັກຂອງພຣະອົງ—ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດອີກດ້ວຍ—ແລະ ມັນແມ່ນສຳລັບເວລາທີ່ເຮົາຈະໄດ້ຮັບການເປີດເຜີຍກ່ຽວກັບສິ່ງນັ້ນອີກ. ມັນແມ່ນເວລາທີ່ຈະເຄາະ ແລະ ຈະມີຄົນມາເປີດໃຫ້ທ່ານ,”30 ເພື່ອການຂໍ ແລະ ການຮັບຄວາມຮູ້ນີ້. ມັນແມ່ນເວລາທີ່ເຮົາຈະທູນຂໍພຣະເຈົ້າດ້ວຍຄວາມຄາລະວະ ສຳລັບຄວາມຮູ້ນີ້. ຖ້າເຮົາເຮັດເຊັ່ນນັ້ນ, ຂ້າພະເຈົ້າເຊື່ອວ່າ ເຮົາຈະໄດ້ຮັບຄວາມຮູ້ນັ້ນແນ່ນອນ ຊຶ່ງຈະເປັນພອນຕໍ່ຊີວິດຂອງເຮົາຢ່າງລົ້ນເຫລືອ.
ຂ້າພະເຈົ້າມັກວັນຊະບາໂຕ ພິທີສິນລະລຶກ ແລະ ຮູ້ວ່າມັນມີຄວາມໝາຍແນວໃດ. ຂ້າພະເຈົ້າຮັກພຣະຜູ້ຊ່ອຍໃຫ້ລອດສຸດຈິດໃຈ. ໃນພຣະນາມຂອງພຣະເຢຊູຄຣິດ, ອາເມນ.