ຂ້າພະເຈົ້າຄຳນຶງເຖິງຂໍ້ຄວາມເຫລົ່ານັ້ນຕະຫລອດເວລາ
ຂ້າພະເຈົ້າອະທິຖານດ້ວຍຄວາມຈິງໃຈວ່າ ທ່ານຈະເລືອກໄຕ່ຕອງພຣະຄຳຂອງພຣະເຈົ້າ ໃນແບບທີ່ຕໍ່ເຕີມ ແລະ ເລິກຊຶ້ງ.
ໃນຝ່າຍວິຊາອາຊີບ, ຂ້າພະເຈົ້າເປັນນັກລົງທຶນ. ໃນຝ່າຍຄວາມເຊື່ອ, ຂ້າພະເຈົ້າເປັນສານຸສິດຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ.1 ໃນໜ້າທີ່ວຽກງານຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຮັດຕາມຫລັກການເລື່ອງການເງິນຢ່າງເອົາຈິງເອົາຈັງ. ເມື່ອຂ້າພະເຈົ້າເຮັດຕາມຄວາມເຊື່ອຂອງຂ້າພະເຈົ້າ, ຂ້າພະເຈົ້າກໍພະຍາຍາມຕິດຕາມຫລັກທຳທາງວິນຍານ ທີ່ຊ່ອຍຂ້າພະເຈົ້າໃຫ້ກາຍເປັນເໝືອນດັ່ງພຣະຜູ້ຊ່ອຍໃຫ້ລອດ.
ຄຳເຊື້ອເຊີນນຳພອນມາໃຫ້
ລາງວັນສ່ວນຕົວຫລາຍຢ່າງທີ່ຂ້າພະເຈົ້າໄດ້ຮັບໃນຊີວິດນີ້ ມາຈາກບາງຄົນທີ່ເຊື້ອເຊີນຂ້າພະເຈົ້າໃຫ້ເຮັດສິ່ງທີ່ຫຍຸ້ງຍາກ. ໃນຈຸດປະສົງດຽວກັນນັ້ນ, ຂ້າພະເຈົ້າຈຶ່ງຂໍມອບຄຳເຊື້ອເຊີນສອງຢ່າງນີ້ໃຫ້ທ່ານ. ຢ່າງທຳອິດແມ່ນກ່ຽວພັນກັບຝ່າຍການເງິນ. ຄຳເຊື້ອເຊີນຢ່າງທີສອງມີສ່ວນກ່ຽວພັນກັບຝ່າຍວິນຍານ. ຄຳເຊື້ອເຊີນທັງສອງຢ່າງ, ຖ້າຮັບເອົາ, ຈະຮຽກຮ້ອງຄວາມພະຍາຍາມທີ່ຕ້ອງມີລະບຽບວິໄນອັນຍາວນານ ກ່ອນຈະໄດ້ຮັບພອນທີ່ເພິ່ງປາດຖະໜາ.
ຄຳເຊື້ອເຊີນຢ່າງທີໜຶ່ງ
ຄຳເຊື້ອເຊີນຢ່າງທີໜຶ່ງແມ່ນລຽບງ່າຍ: ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ທ້ອນເງິນແຕ່ລະອາທິດ. ຈຳນວນເງິນທີ່ທ່ານທ້ອນນັ້ນແມ່ນບໍ່ສຳຄັນຫລາຍ; ມັນຂຶ້ນກັບທ່ານເອງ. ເມື່ອທ່ານພັດທະນານິໄສເລື່ອງການທ້ອນເງິນ, ທ່ານຈະໄດ້ຮັບຜົນປະໂຫຍດເປັນສ່ວນຕົວ. ແລະ ທ່ານອາດມີໂອກາດທີ່ຈະຊ່ອຍເຫລືອຄົນອື່ນທາງຝ່າຍການເງິນ ເພາະຄວາມພາກພຽນຂອງທ່ານ. ໃຫ້ຄິດເບິ່ງຜົນປະໂຫຍດຂອງການທ້ອນເງິນທຸກອາທິດ ເປັນເວລາ 6 ເດືອນ, ໜຶ່ງປີ, 10 ປີ, ແລະ ອື່ນໆ. ເມື່ອເວລາຜ່ານໄປ ຄວາມພະຍາຍາມອັນເລັກນ້ອຍນັ້ນ ຈະໄດ້ຮັບຜົນປະໂຫຍດຢ່າງຫລວງຫລາຍ.2
ຄຳເຊື້ອເຊີນຢ່າງທີສອງ
ຄຳເຊື້ອເຊີນຢ່າງທີສອງແມ່ນແຕກຕ່າງຈາກ ແລະ ສຳຄັນຫລາຍກວ່າຢ່າງທີໜຶ່ງ. ນັ້ນຄື: ຂ້າພະເຈົ້າຢາກເຊື້ອເຊີນທ່ານ ໃຫ້ “ໄຕ່ຕອງທ່ອງຈຳ”3 ພຣະຄຳພີໜຶ່ງຂໍ້ຕໍ່ອາທິດ. ຄຳວ່າ ໄຕ່ຕອງທ່ອງຈຳ ບໍ່ມີຢູ່ໃນປຶ້ມວັດຈະນະນຸກົມ, ແຕ່ຂ້າພະເຈົ້າມັກຄຳນີ້. ສະນັ້ນ ການໄຕ່ຕອງທ່ອງຈຳ ໝາຍຄວາມວ່າແນວໃດ? ຂ້າພະເຈົ້າໝາຍເຖິງການເອົາ 80 ເປີເຊັນ ຂອງຄຳວ່າ ໄຕ່ຕອງ ກັບ 20 ເປີເຊັນ ຂອງຄຳວ່າ ທ່ອງຈຳມາປະສົມເຂົ້າກັນ.
ມີຂັ້ນຕອນທີ່ງ່າຍໆຢູ່ສອງຢ່າງ ດັ່ງນີ້:
ທຳອິດ, ເລືອກເອົາພຣະຄຳພີຂໍ້ໜຶ່ງ ແຕ່ລະອາທິດ ແລະ ວາງມັນໄວ້ບ່ອນທີ່ສາມາດຫລຽວເຫັນໄດ້ທຸກມື້.
ທີສອງ, ອ່ານ ຫລື ຄິດກ່ຽວກັບຄວາມໝາຍຂອງມັນ ແລະ ສຳນວນທີ່ສຳຄັນຫລາຍເທື່ອແຕ່ລະມື້ ຕະຫລອດອາທິດ.
ໃຫ້ຄິດເຖິງຜົນດີທີ່ຈະໄດ້ຮັບຈາກການເຮັດສິ່ງນີ້ທຸກໆອາທິດ ປະມານ ຫົກເດືອນ, ໜຶ່ງປີ, 10 ປີ, ຫລື ຫລາຍກວ່ານັ້ນ.
ເມື່ອທ່ານພະຍາຍາມເຮັດສິ່ງນີ້, ທ່ານຈະຮູ້ສຶກເຖິງວ່າ ຝ່າຍທາງວິນຍານຂອງທ່ານເຂັ້ມແຂງຂຶ້ນ. ທ່ານຈະສາມາດສອນ ແລະ ຊ່ອຍເຫລືອຄົນທີ່ທ່ານຮັກ ໃນວິທີທີ່ມີຄວາມໝາຍຫລາຍກວ່ານຳອີກ.
ຖ້າທ່ານເລືອກທີ່ຈະໄຕ່ຕອງທ່ອງຈຳທຸກອາທິດ, ທ່ານອາດຮູ້ສຶກຄືກັບຄົນທີ່ເຄີຍໃຊ້ສາຍທໍ່ຫັນໃຈໃນນ້ຳ ແຕ່ຕອນນີ້ທ່ານຢາກໃຊ້ເຄື່ອງຫັນໃຈໃນນ້ຳ. ເມື່ອທ່ານຕັດສິນໃຈເຮັດແນວນັ້ນ, ຄວາມເຂົ້າໃຈເລິກຊຶ້ງກວ່າ ເຖິງຫລັກທຳພຣະກິດຕິຄຸນ ຈະເປັນຂອງທ່ານ ແລະ ມຸມມອງໃໝ່ທາງວິນຍານ ຈະເປັນພອນແກ່ຊີວິດຂອງທ່ານ.
ເມື່ອທ່ານຄິດເຖິງຂໍ້ພຣະຄຳພີທີ່ທ່ານເລືອກແຕ່ລະອາທິດ, ຖ້ອຍຄຳ ແລະ ສຳນວນ ຈະຖືກຂຽນໄວ້ຢູ່ໃນໃຈຂອງທ່ານ.4 ຖ້ອຍຄຳ ແລະ ສຳນວນເຫລົ່ານັ້ນ ຈະມີຄວາມສຳຄັນຫລາຍສຳລັບທ່ານ. ໃນອີກຄຳໜຶ່ງ, ການທ່ອງຈຳຈະງ່າຍຂຶ້ນ ແລະ ເປັນແບບທຳມະຊາດ. ແຕ່ຈຸດເປົ້າໝາຍຕົ້ນຕໍ ຂອງການໄຕ່ຕອງທ່ອງຈຳນັ້ນ ແມ່ນເພື່ອໃຫ້ທ່ານມີສິ່ງທີ່ຕ້ອງຄິດ—ເພື່ອຮັກສາທ່ານໃຫ້ຢູ່ໃກ້ພຣະວິນຍານຂອງພຣະຜູ້ເປັນເຈົ້າ.
ພຣະຜູ້ຊ່ອຍໃຫ້ລອດໄດ້ບອກເຮົາ ໃຫ້ສະສົມຖ້ອຍຄຳແຫ່ງຊີວິດໄວ້ໃນຈິດໃຈຂອງເຮົາ ເລື້ອຍໄປ.5 ການໄຕ່ຕອງທ່ອງຈຳ ເປັນວິທີທີ່ລຽບງ່າຍ ແລະ ໃຫ້ຄວາມຮູ້.
ຂ້າພະເຈົ້າເຊື່ອວ່າ ນີໄຟ ກໍເປັນຄົນໜຶ່ງທີ່ມັກໄຕ່ຕອງທ່ອງຈຳ. ເພິ່ນໄດ້ກ່າວວ່າ, “ຈິດວິນຍານຂອງຂ້າພະເຈົ້າເບີກບານໃນພຣະຄຳພີ ແລະ ໃຈຂອງຂ້າພະເຈົ້າຄຳນຶງເຖິງຂໍ້ຄວາມເຫລົ່ານັ້ນ [ຕະຫລອດເວລາ], ແລະ ໄດ້ບັນທຶກມັນໄວ້ເພື່ອການຮຽນຮູ້ ແລະ ເພື່ອຜົນປະໂຫຍດຂອງລູກຫລານຂອງຂ້າພະເຈົ້າ.”6 ເພິ່ນໄດ້ຄິດກ່ຽວກັບລູກຫລານຂອງເພິ່ນ ໃນຂະນະທີ່ເພິ່ນໄຕ່ຕອງ ແລະ ຂຽນພຣະຄຳພີ. ຄອບຄົວຂອງທ່ານຈະໄດ້ຮັບຜົນປະໂຫຍດແນວໃດແດ່ ເມື່ອທ່ານພະຍາຍາມ ຕະຫລອດເວລາ ທີ່ຈະເຮັດໃຫ້ຈິດໃຈຂອງທ່ານເຕັມໄປດ້ວຍພຣະຄຳຂອງພຣະເຈົ້າ?
ຂໍ້ພຣະຄຳພີຂອງຂ້າພະເຈົ້າ
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ໄຕ່ຕອງທ່ອງຈຳ ແອວມາ ບົດທີ 5 ຂໍ້ທີ 16. ມັນກ່າວວ່າ, “ຂ້າພະເຈົ້າກ່າວກັບພວກທ່ານວ່າ, ພວກທ່ານຄິດເອງໄດ້ບໍ່ວ່າ ພວກທ່ານໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າກ່າວກັບພວກທ່ານໃນມື້ນັ້ນວ່າ: ຈົ່ງມາຫາເຮົາເຖີດ ເຈົ້າເປັນສຸກແລ້ວ, ເພາະຈົ່ງເບິ່ງ, ວຽກງານຂອງເຈົ້າເປັນວຽກງານທີ່ຊອບທຳໃນຜືນແຜ່ນດິນໂລກ?”
ໃນທ້າຍອາທິດ, ນີ້ຄືສິ່ງທີ່ຂ້າພະເຈົ້າຈຳຢູ່ໃນຈິດໃຈ. ຂ້າພະເຈົ້າໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ ກ່າວວ່າ, “ຈົ່ງມາຫາເຮົາເຖີດ ເຈົ້າເປັນສຸກແລ້ວ, ເພາະຈົ່ງເບິ່ງ, ວຽກງານຂອງເຈົ້າເປັນວຽກງານທີ່ຊອບທຳ” (ແອວມາ 5:16).
ດັ່ງທີ່ທ່ານສາມາດເຫັນໄດ້, ຂ້າພະເຈົ້າບໍ່ໄດ້ທ່ອງຈຳທຸກຄຳຢູ່ໃນຂໍ້ນັ້ນ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າໄດ້ໄຕ່ຕອງຈຸດສຳຄັນຢູ່ໃນຂໍ້ນັ້ນຄືນແລ້ວຄືນອີກ ແລະ ຮູ້ວ່າມັນຢູ່ບ່ອນໃດ. ແຕ່ສ່ວນທີ່ສຳຄັນຂອງຂັ້ນຕອນແມ່ນ ຂ້າພະເຈົ້າມີສິ່ງທີ່ດີກວ່າ ທີ່ຈະຄິດໄຕ່ຕອງ. ໃນລະຫວ່າງອາທິດນັ້ນ ຂ້າພະເຈົ້າໄດ້ວາດພາບເຫັນພຣະຜູ້ຊ່ອຍໃຫ້ລອດ ກ່າວຄຳຊຸກຍູ້ຂ້າພະເຈົ້າ. ພາບນັ້ນໄດ້ປະທັບໃຈຂອງຂ້າພະເຈົ້າ ແລະ ໄດ້ດົນໃຈຂ້າພະເຈົ້າ ໃຫ້ມີຄວາມປາດຖະໜາ ທີ່ຈະ “ເຮັດວຽກງານແຫ່ງຄວາມຊອບທຳ.” ນັ້ນແຫລະ ຄືສິ່ງທີ່ຈະເກີດຂຶ້ນ ເມື່ອເຮົາ “ເບິ່ງທີ່ [ພຣະຄຣິດ] ໃນຄວາມນຶກຄິດທຸກຢ່າງ.”7
ເຮົາຕ້ອງຕໍ່ຕ້ານ
ທ່ານອາດຖາມວ່າ, “ເປັນຫຍັງເຮົາຕ້ອງເຮັດສິ່ງນີ້?” ຂ້າພະເຈົ້າຕອບວ່າ ເຮົາດຳລົງຊີວິດຢູ່ໃນວັນເວລາທີ່ມີຄວາມຊົ່ວຮ້າຍຫລາຍ. ຊິໃຫ້ເຮົາມາຮັບຮູ້ທຸກສິ່ງທີ່ເປັນຢູ່ ແລະ ຟັງຖ້ອຍຄຳຫຍາບຄາຍ ແລະ ເບິ່ງພາບທີ່ເປັນບາບຢູ່ຊື່ໆ ຊຶ່ງຂະຫຍາຍໄປທົ່ວທຸກບ່ອນ ໂດຍທີ່ບໍ່ເຮັດຫຍັງເລີຍ ບໍ່ໄດ້. ເຮົາຕ້ອງຕໍ່ຕ້ານ. ເມື່ອຈິດໃຈຂອງເຮົາເຕັມໄປດ້ວຍຄວາມຄິດ ແລະ ພາບທີ່ດີ, ເມື່ອເຮົາ “ລະນຶກເຖິງພຣະອົງຕະຫລອດເວລາ,”8 ມັນຈະບໍ່ມີສ່ວນທີ່ເຫລືອຢູ່ ສຳລັບສິ່ງສົກກະປົກ ແລະ ບໍ່ມີຄ່າຄວນເລີຍ.
ໃນພຣະຄຳພີມໍມອນ, ພຣະເຢຊູຄຣິດໄດ້ເຊື້ອເຊີນທຸກຄົນ ໃຫ້ “ໄຕ່ຕອງເຖິງເລື່ອງທີ່ [ພຣະອົງໄດ້] ກ່າວໄປນັ້ນ.”9 ໃຫ້ຄິດວ່າ ການໄຕ່ຕອງທ່ອງຈຳ ເປັນສິ່ງໜຶ່ງທີ່ທ່ານເອົາໄປຕື່ມໃສ່ ໃນການສຶກສາພຣະຄຳພີເປັນສ່ວນຕົວ ແລະ ເປັນຄອບຄົວກໍໄດ້, ແຕ່ຢ່າໃຫ້ມັນກາຍເປັນສິ່ງທົດແທນ. ການໄຕ່ຕອງທ່ອງຈຳ ປຽບເໝືອນການກິນຢາ ວິດຕາມິນ ເພີ່ມໃສ່ກັບອາຫານທາງວິນຍານຂອງທ່ານ.
ມັນຍາກເກີນໄປ
ທ່ານອາດເວົ້າວ່າ, “ການໄຕ່ຕອງທ່ອງຈຳ ຟັງແລ້ວແມ່ນຍາກເກີນໄປສຳລັບຂ້າພະເຈົ້າ.” ຢ່າສະກັດກັ້ນ. ສິ່ງທີ່ຍາກອາດເປັນສິ່ງດີ. ພຣະຄຣິດເຊື້ອເຊີນເຮົາໃຫ້ເຮັດຫລາຍສິ່ງທີ່ຍາກ ເພາະພຣະອົງຮູ້ວ່າ ເຮົາຈະໄດ້ຮັບພອນຈາກການກະທຳນັ້ນ.10
ເພື່ອນບ້ານໜຸ່ມຄົນໜຶ່ງຂອງພວກຂ້າພະເຈົ້າ ໄດ້ພົບເຫັນວິທີໜຶ່ງທີ່ງ່າຍໆ ສຳລັບການໄຕ່ຕອງທ່ອງຈຳ. ລາວໄດ້ເອົາຂໍ້ພຣະຄຳພີສະເພາະແຕ່ລະອາທິດ ຕິດໃສ່ຈໍມືຖືຂອງລາວ. ແນວຄິດໜຶ່ງອີກ ທີ່ທ່ານລອງເຮັດໄດ້ ແມ່ນການບອກຂໍ້ດຽວກັນ ໃຫ້ອ້າຍເອື້ອຍນ້ອງ, ໃຫ້ລູກ, ຫລື ໃຫ້ເພື່ອນຮູ້ນຳ. ພັນລະຍາຂອງຂ້າພະເຈົ້າ, ຈູລີ, ແລະ ຂ້າພະເຈົ້າ ໄດ້ຊ່ອຍກັນ. ພວກເຮົາເລືອກເອົາຂໍ້ດຽວກັນແຕ່ລະອາທິດ. ນາງໄດ້ຕິດຂໍ້ນັ້ນ ໄວ້ປະຕູຕູ້ເຢັນ. ຂ້າພະເຈົ້າໄດ້ຕິດຂໍ້ນັ້ນໄວ້ໃນລົດ. ແລ້ວພວກເຮົາໄດ້ສົນທະນາກັນກ່ຽວກັບຂໍ້ນັ້ນ ລະຫວ່າງອາທິດ. ພວກເຮົາມັກສົນທະນາກ່ຽວກັບມັນ ນຳລູກໆ. ເມື່ອພວກເຮົາເຮັດແນວນັ້ນ, ເບິ່ງຄືວ່າ ເຂົາເຈົ້າບໍ່ອຶດອັດໃຈ ທີ່ຈະບອກເຖິງຄວາມຄິດຄວາມເຫັນຂອງເຂົາເຈົ້າ ກ່ຽວກັບພຣະຄຳຂອງພຣະເຈົ້າ.
ຈູລີ ແລະ ຂ້າພະເຈົ້າກໍເປັນສະມາຊິກໃນກຸ່ມໜຶ່ງໃນອິນເຕີແນັດ ບ່ອນທີ່ສະມາຊິກໃນຄອບຄົວ, ໝູ່ເພື່ອນ, ແລະ ຜູ້ສອນສາດສະໜາ ສາມາດແບ່ງປັນຂໍ້ພຣະຄຳພີ ແຕ່ລະອາທິດ ແລະ ບາງເທື່ອຮ່ວມທັງຄວາມຄິດຄວາມເຫັນ ຫລື ປະຈັກພະຍານ. ລູກສາວຄົນໜຶ່ງຂອງຂ້າພະເຈົ້າທີ່ຮຽນຢູ່ຊັ້ນມັດທະຍົມ ແລະ ໝູ່ເພື່ອນກຸ່ມໜຶ່ງຂອງນາງ ໄດ້ໃຊ້ສື່ສານມວນຊົນ ແລະ ຂ່າວສານຈາກມືຖື ເພື່ອແບ່ງປັນຂໍ້ພຣະຄຳພີໃຫ້ກັນແລະກັນ.
ຢ່າລັງເລໃຈ ທີ່ຈະໃຫ້ຄົນຕ່າງສາດສະໜາກັບທ່ານ ມາເຂົ້າຮ່ວມກຸ່ມຂອງທ່ານ. ເຂົາເຈົ້າກໍຊອກຫາວິທີທາງທີ່ຈະສົ່ງເສີມຄວາມຄິດຂອງເຂົາເຈົ້າ ແລະ ຢາກເຂົ້າໃກ້ພຣະເຈົ້າຄືກັນ.
ຜົນປະໂຫຍດມີອັນໃດແດ່?
ດັ່ງນັ້ນ, ຜົນປະໂຫຍດມີອັນໃດແດ່? ຈູລີ ແລະ ຂ້າພະເຈົ້າໄດ້ໄຕ່ຕອງທ່ອງຈຳ ພຣະຄຳພີໜຶ່ງຂໍ້ ໃນແຕ່ລະອາທິດ ເປັນເວລາສາມປີແລ້ວ. ທຳອິດ, ພວກເຮົາໄດ້ຕັ້ງເປົ້າໝາຍວ່າ 20 ປີ. ນາງໄດ້ບອກຂ້າພະເຈົ້າ ເມື່ອບໍ່ດົນມານີ້ວ່າ, “ຕອນອ້າຍຊວນນ້ອງໃຫ້ໄຕ່ຕອງທ່ອງຈຳພຣະຄຳພີໜຶ່ງຂໍ້ທຸກອາທິດ ເປັນເວລາ 20 ປີ, ນ້ອງບໍ່ຮູ້ວ່າ ນ້ອງຈະເຮັດໄດ້ເຖິງໜຶ່ງເດືອນຫລືບໍ່. ນ້ອງບໍ່ມີຄວາມສົງໄສອີກແລ້ວ. ບັດນີ້ ນ້ອງເຊື່ອວ່າ ການຕິດຂໍ້ພຣະຄຳພີໄວ້ເທິງຝາຕູ້ເຢັນ ເປັນສິ່ງທີ່ຊື່ນໃຈຫລາຍ ແລະ ການໄດ້ໄຕ່ຕອງທ່ອງຈຳມັນ ແຕ່ລະເທື່ອ ທີ່ນ້ອງຫລຽວເຫັນມັນ, ມັນກໍເຮັດໃຫ້ນ້ອງໄດ້ຮັບການດົນໃຈຫລາຍ.”
ຫລັງຈາກທີ່ໄດ້ໄຕ່ຕອງທ່ອງຈຳເປັນເວລາຫົກອາທິດ, ເອື້ອຍຜູ້ຢູ່ລັດເທັກຊັສ ໄດ້ເວົ້າວ່າ: “ປະຈັກພະຍານຂອງຂ້າພະເຈົ້າເຂັ້ມແຂງຫລາຍກວ່າເກົ່າ, … ແລະ ຂ້າພະເຈົ້າຮູ້ສຶກໄດ້ເຂົ້າໃກ້ພຣະບິດາເທິງສະຫວັນຫລາຍກວ່າເກົ່າ. … ຂ້າພະເຈົ້າມັກວິທີທີ່ພຣະຄຳຂອງພຣະເຈົ້າ ປ່ຽນແປງຂ້າພະເຈົ້າ ໃຫ້ເປັນຄົນດີກວ່າເກົ່າ.”
ເພື່ອນໜຸ່ມຄົນໜຶ່ງໄດ້ຂຽນວ່າ: “ຂ້ານ້ອຍດີໃຈທີ່ສາມາດ [ໄຕ່ຕອງທ່ອງຈຳ] ເພາະມັນໄດ້ຊ່ອຍຂ້ານ້ອຍ ເອົາໃຈໃສ່ຕໍ່ສິ່ງທີ່ສຳຄັນແທ້ໆ.”
ຜູ້ສອນສາດສະໜາຄົນໜຶ່ງຂອງເຮົາ ໄດ້ເວົ້າວ່າ: “ຂ້າພະເຈົ້າໄດ້ໄຕ່ຕອງທ່ອງຈຳ ພຣະຄຳພີໜຶ່ງຂໍ້ ໃນແຕ່ລະອາທິດ ນັບຕັ້ງແຕ່ເດືອນມິຖຸນາ ປີ 2014, ແລະ ຂ້າພະເຈົ້າກໍມັກຫລາຍ. … ຂໍ້ພຣະຄຳພີເຫລົ່ານີ້ ໄດ້ກາຍເປັນເພື່ອນ ທີ່ຂ້າພະເຈົ້າເພິ່ງພາອາໄສໄດ້ ໃນເວລາທີ່ຕ້ອງການ.”
ໃນປະສົບການຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ສຶກເຖິງພຣະວິນຍານຫລາຍກວ່າເກົ່າ ເມື່ອຂ້າພະເຈົ້າໄຕ່ຕອງທ່ອງຈຳ ທຸກອາທິດ. ຂ້າພະເຈົ້າມີຄວາມຮັກຕໍ່ພຣະຄຳພີຫລາຍຂຶ້ນ ຈາກຄວາມພະຍາຍາມທີ່ຈະໃຫ້ ຄຸນນະທຳປະດັບຄວາມນຶກຄິດຂອງຂ້າພະເຈົ້າ ຢ່າງບໍ່ເສື່ອມຄາຍ. ”11
ໃຫ້ເຮົາມາພິຈາລະນາຄຳເຊື້ອເຊີນ ແລະ ພອນທີ່ຍິ່ງໃຫຍ່ນີ້ ຈາກນີໄຟ ທີ່ວ່າ: “ຖ້າຫາກພວກທ່ານຈະມຸ້ງໜ້າ ຊື່ນຊົມ ດ້ວຍພຣະຄຳຂອງພຣະຄຣິດ ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ, ພຣະບິດາໄດ້ກ່າວໄວ້ດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ.”12 ເມື່ອຄິດກ່ຽວກັບ “ການຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ,” ການໄຕ່ຕອງທ່ອງຈຳ ກໍຄືກັນກັບການກິນອາຫານທີ່ແຊບຊ້ອຍ ແລະ ຫຍ້ຳມັນຢ່າງຊ້າໆ ເພື່ອຈະໄດ້ຊື່ນຊົມກັບລົດຊາດຂອງມັນໄດ້ຢ່າງເຕັມສ່ວນ.
ອັນໃດແມ່ນຂໍ້ພຣະຄຳພີຂອງທ່ານ?
ທ່ານຈະໄຕ່ຕອງທ່ອງຈຳພຣະຄຳພີໜຶ່ງຂໍ້ໃນແຕ່ລະອາທິດ ເດືອນນີ້ ໄດ້ບໍ? ເປັນເວລາໜຶ່ງປີ ໄດ້ບໍ? ດົນກວ່ານັ້ນໄດ້ບໍ? ຈູລີ ແລະ ຂ້າພະເຈົ້າໄດ້ເຊື້ອເຊີນຜູ້ສອນສາດສະໜາທີ່ກ້າຫານ ຢູ່ ເທັກຊັສ ດາລັສ ໃຫ້ໄຕ່ຕອງທ່ອງຈຳຮ່ວມກັບພວກເຮົາ ເປັນເວລາ 20 ປີ. ພວກເຮົາຈະໄປເຖິງເສັ້ນໄຊພ້ອມກັນ ໃນໄລຍະ 17 ປີ ສັ້ນໆນີ້. ແລ້ວພວກເຮົາຈະຕັ້ງເປົ້າໝາຍໃໝ່ ເພື່ອຍົກລະດັບຄວາມຄິດຂອງພວກເຮົາ ແລະ ນຳພວກເຮົາໃຫ້ເຂົ້າໃກ້ພຣະຄຣິດຫລາຍຂຶ້ນ.
ທ່ານສາມາດຖາມພວກເຮົາໄດ້ ໂດຍຖາມວ່າ, “ອັນໃດແມ່ນຂໍ້ພຣະຄຳພີຂອງທ່ານ?” ແຕ່ຖ້າຫາກທ່ານຖາມ, ທ່ານຕ້ອງຕຽມຂໍ້ພຣະຄຳພີຂອງທ່ານ ເພື່ອແບ່ງປັນກັບໝູ່ນຳເດີ້. ເຮົາແຕ່ລະຄົນຈະໄດ້ຮັບການສົ່ງເສີມ ຈາກການແລກປ່ຽນຂໍ້ພຣະຄຳພີນີ້.
ທ່ານຄິດວ່າ ຊີວິດຂອງທ່ານ ແລະ ຂອງຄອບຄົວທ່ານ ຈະເປັນແນວໃດ ຖ້າຫາກທ່ານຂຽນຂໍ້ພຣະຄຳພີຂໍ້ໃໝ່ ໄວ້ໃນຈິດໃຈຂອງທ່ານແຕ່ລະອາທິດ ໃນໄລຍະໜຶ່ງເດືອນຂ້າງໜ້າ ຫລື ສອງສາມປີ ຫລື ດົນກວ່ານັ້ນ?
ພຣະເຢຊູຄຣິດເປັນແບບຢ່າງຂອງເຮົາ
ພຣະເຢຊູຄຣິດຄົງໄດ້ພັດທະນາຄວາມຮັກຕໍ່ພຣະຄຳພີ ຕອນພຣະອົງຢູ່ໃນໄວເດັກ. ພຣະອົງຄົງໄດ້ອ່ານ ແລະ ໄດ້ໄຕ່ຕອງຂໍ້ພຣະຄຳພີ ຕອນຢູ່ໃນໄວເດັກ ຈຶ່ງສາມາດສົນທະນາກັບພວກອາຈານສອນຢູ່ໃນພຣະວິຫານ ຕອນພຣະອົງມີອາຍຸໄດ້ 12 ປີ.13 ພຣະອົງໄດ້ເລີ່ມຕົ້ນພາລະກິດຂອງພຣະອົງ ຕອນມີອາຍຸໄດ້ 30 ປີ,14 ແລະ ພຣະອົງໄດ້ກ່າວເຖິງຂໍ້ພຣະຄຳພີມາກ່ອນ ແລະ ເລື້ອຍໆ ຕະຫລອດເວລາທີ່ພຣະອົງປະຕິບັດສາດສະໜາກິດ.15 ເຮົາສາມາດເວົ້າໄດ້ບໍວ່າ ພຣະເຢຊູໄດ້ໃຊ້ເວລາ 20 ປີ ເພື່ອສຶກສາ ແລະ ໄຕ່ຕອງຂໍ້ພຣະຄຳພີ ຊຶ່ງເປັນພາກສ່ວນໜຶ່ງໃນການຕຽມສຳລັບພາລະກິດຂອງພຣະອົງ? ມີສິ່ງໃດບໍ ທີ່ທ່ານຕ້ອງເຮັດໃນເວລານີ້ ເພື່ອຕຽມຕົວທາງວິນຍານ ສຳລັບໂອກາດໃນອະນາຄົດ ທີ່ຈະສອນ ແລະ ເປັນພອນໃຫ້ແກ່ຄອບຄົວ ແລະ ຄົນອື່ນໆ?
ເຝິກສັດທາຂອງທ່ານ ແລະ ລົງມືປະຕິບັດ
ສະຫລຸບແລ້ວ, ຂ້າພະເຈົ້າຫວັງວ່າ ທ່ານຈະຕັດສິນໃຈທີ່ຈະທ້ອນເງິນແຕ່ລະອາທິດ. ໃຫ້ເຝິກສັດທາຂອງທ່ານ, ໃສ່ວິໄນຕົນເອງ, ແລະ ລົງມືປະຕິບັດ. ຂ້າພະເຈົ້າອະທິຖານດ້ວຍຄວາມຈິງໃຈວ່າ ທ່ານຈະເລືອກໄຕ່ຕອງພຣະຄຳຂອງພຣະເຈົ້າ ໃນແບບທີ່ຕໍ່ເຕີມ ແລະ ເລິກຊຶ້ງ ໃນແຕ່ລະອາທິດ. ໃຫ້ເຝິກສັດທາຂອງທ່ານ, ໃສ່ວິໄນຕົນເອງ, ແລະ ລົງມືປະຕິບັດ.
ບໍ່ເໝືອນຄຳເຊື້ອເຊີນຢ່າງທຳອິດຂອງຂ້າພະເຈົ້າ ເລື່ອງ ການທ້ອນເງິນ, ຜົນປະໂຫຍດທັງໝົດຂອງຄຳເຊື້ອເຊີນຢ່າງທີສອງ ການຊ່ອຍກູ້ຈິດວິນຍານ ຈະເປັນຂອງທ່ານຕະຫລອດການ—ຊຶ່ງມອດ ແລະ ຂີ້ໝ້ຽງຂອງໂລກນີ້ ກັດກິນບໍ່ໄດ້.16
ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ໃຫ້ຄຳແນະນຳທີ່ແຈ່ມແຈ້ງ ແລະ ສັນຍາວ່າ: “ຈົ່ງສຶກສາພຣະຄຳພີຢ່າງລະມັດລະວັງ, ແລະ ດ້ວຍການພິຈາລະນາ. ຈົ່ງໄຕ່ຕອງ ແລະ ອະທິຖານກ່ຽວກັບມັນ. ພຣະຄຳພີເປັນການເປີດເຜີຍ, ແລະ ມັນຈະນຳການເປີດເຜີຍມາໃຫ້ຕື່ມອີກ.”17
ສະຫລຸບ
ຂ້າພະເຈົ້າສັນຍາວ່າ ທ່ານຈະບໍ່ເສຍໃຈທີ່ໄດ້ຂຽນຂໍ້ພຣະຄຳພີໄວ້ໃນຈິດໃຈຂອງທ່ານ ໃນແຕ່ລະອາທິດ. ທ່ານຈະຮູ້ສຶກເຖິງຈຸດປະສົງທາງວິນຍານທີ່ຕໍ່ເນື່ອງ, ໄດ້ຮັບການປົກປ້ອງ, ແລະ ພະລັງ.
ທ່ານຈື່ຈຳພຣະຄຳຂອງພຣະເຢຊູຄຣິດໄດ້ບໍ ທີ່ວ່າ, “ຈົ່ງເຮັດສິ່ງທີ່ເຈົ້າເຫັນເຮົາເຮັດ.”18 ຂໍໃຫ້ເຮົາຈົ່ງນຳໃຊ້ພຣະຄຳຂອງພຣະອົງ ໃນຊີວິດຂອງເຮົາໃຫ້ ເຕັມສ່ວນ, ຂ້າພະເຈົ້າອະທິຖານມາໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.