ການຈື່ວ່າເຮົາໄວ້ວາງໃຈຜູ້ໃດມາ
ຄວາມຫວັງຂອງເຮົາທີ່ຈະຢູ່ນຳພຣະບິດາອີກ ແມ່ນຂຶ້ນຢູ່ກັບການຊົດໃຊ້ຂອງພຣະເຢຊູຄຣິດ.
ເມື່ອຂ້າພະເຈົ້າມີອາຍຸໄດ້ເກົ້າປີ ແມ່ຕູ້ຂອງຂ້າພະເຈົ້າຜູ້ມີຜົມສີຂາວ ແລະ ສູງແຕ່ 1 ແມັດເຄິ່ງ ເທົ່ານັ້ນ ໄດ້ມາຢູ່ບ້ານຂອງພວກເຮົາສອງສາມອາທິດ. ໃນບ່າຍມື້ໜຶ່ງ ຕອນທີ່ແມ່ຕູ້ຢູ່ ອ້າຍສອງຄົນພ້ອມກັບຂ້າພະເຈົ້າໄດ້ຕັດສິນໃຈ ໄປຂຸດຫລຸມຢູ່ທົ່ງທີ່ຂ້າມຟາກຈາກເຮືອນພວກເຮົາ. ຂ້າພະເຈົ້າບໍ່ຮູ້ວ່າ ເປັນຫຍັງພວກເຮົາຈຶ່ງເຮັດ. ບາງຄັ້ງບາງຄາວ ເດັກນ້ອຍຜູ້ຊາຍກໍມັກຂຸດຫລຸມຫລິ້ນ. ພວກເຮົາໄດ້ເປື້ອນໜ້ອຍໜຶ່ງ ແຕ່ບໍ່ພໍທີ່ພວກເຮົາຈະມີບັນຫາຫລາຍ. ເດັກນ້ອຍຜູ້ຊາຍຄົນອື່ນຢູ່ເຂດນັ້ນກໍເຫັນວ່າມັນມ່ວນເທົ່າໃດ ທີ່ຂຸດຫລຸມຫລິ້ນ ແລະ ກໍມາຊ່ອຍກັນ. ແລ້ວພວກເຮົາໄດ້ ເປື້ອນກວ່ານຳກັນ. ດິນກໍແຂງ ພວກເຮົາກໍເລີຍລາກສາຍທໍ່ນ້ຳມາ ແລະ ປ່ອຍນ້ຳໜ້ອຍໜຶ່ງໃສ່ໃນຫລຸມ ເພື່ອໃຫ້ດິນອ່ອນກວ່າ. ພວກເຮົາໄດ້ເປື້ອນຂີ້ຕົມຂະນະທີ່ຂຸດ ແຕ່ຫລຸມນັ້ນກໍໄດ້ເລິກລົງ.
ມີຜູ້ໜຶ່ງໃນໝູ່ພວກເຮົາໄດ້ຕັດສິນໃຈວ່າ ຄວນປ່ຽນຫລຸມໃຫ້ເປັນອ່າງລອຍນ້ຳ ດັ່ງນັ້ນພວກເຮົາຈຶ່ງໄດ້ເປັ່ງນ້ຳໃສ່ໃຫ້ມັນເຕັມ. ໂດຍທີ່ນ້ອຍກວ່າໝູ່ ແລະ ຢາກເຮັດນຳໝູ່ ຂ້າພະເຈົ້າຈຶ່ງໄດ້ຖືກຊັກຊວນໃຫ້ໂດດລົງນ້ຳລອງເບິ່ງ. ບັດນັ້ນຂ້າພະເຈົ້າເປື້ອນອີ່ຫລີ. ຂ້າພະເຈົ້າບໍ່ໄດ້ວາງແຜນໃນຕອນເລີ່ມຕົ້ນວ່າ ຈະໃຫ້ເປື້ອນຕົມໝົດທັງຕົວ, ແຕ່ໃນທີ່ສຸດກໍໄດ້ເປັນຈັ່ງຊັ້ນແຫລະ.
ເມື່ອໄດ້ເລີ່ມໜາວ ຂ້າພະເຈົ້າໄດ້ຂ້າມຖະໜົນໂດຍຄິດຈະຍ່າງເຂົ້າໃນເຮືອນ. ແມ່ຕູ້ໄດ້ພົບຂ້າພະເຈົ້າຕົງ ປະຕູໜ້າບ້ານ ແລະ ບໍ່ຍອມໃຫ້ຂ້າພະເຈົ້າເຂົ້າເລີຍ. ແມ່ຕູ້ບອກຂ້າພະເຈົ້າວ່າ ຖ້າໃຫ້ເຂົ້າ ຂ້າພະເຈົ້າຈະ ເອົາຂີ້ຕົມຢາຍໄປທົ່ວເຮືອນທີ່ແມ່ຕູ້ຫາກໍໄດ້ທຳຄວາມສະອາດ. ສະນັ້ນຂ້າພະເຈົ້າຈຶ່ງໄດ້ເຮັດຕາມເດັກອາຍຸເກົ້າປີ ທີ່ທຸກຄົນໃນກໍລະນີນັ້ນຈະເຮັດ ແລະ ໄດ້ແລ່ນໄປຫາປະຕູຫລັງບ້ານ ແຕ່ແມ່ຕູ້ໄດ້ໄວກວ່າຂ້າພະເຈົ້າຄິດ. ຂ້າພະເຈົ້າຈຶ່ງໃຈຮ້າຍ ໄດ້ກະທືບຕີນ ແລະ ອ້ອນວອນຂໍເຂົ້າເຮືອນ ແຕ່ປະຕູນັ້ນກໍບໍ່ເປີດ.
ຂ້າພະເຈົ້າກໍປຽກ, ເປື້ອນ, ໜາວ, ແລະ ຄິດແບບເດັກໄດ້ຄິດວ່າ ຂ້າພະເຈົ້າອາດຈະຕາຍຢູ່ຫລັງບ້ານຂອງຂ້າພະເຈົ້າເອງ. ໃນທີ່ສຸດຂ້າພະເຈົ້າໄດ້ຖາມແມ່ຕູ້ວ່າ ຂ້າພະເຈົ້າຕ້ອງເຮັດຈັ່ງໃດ ເພື່ອຈະເຂົ້າເຮືອນໄດ້. ແລ້ວຂ້າພະເຈົ້າກໍຢືນຢູ່ຫລັງບ້ານ ໃນຂະນະທີ່ແມ່ຕູ້ສີດນ້ຳໃສ່ຂ້າພະເຈົ້າ. ຫລັງຈາກເວລາທີ່ຮູ້ສຶກເໝືອນນິດນິລັນແລ້ວ ແມ່ຕູ້ໄດ້ປະກາດວ່າ ຂ້າພະເຈົ້າສະອາດ ແລະ ຍອມໃຫ້ຂ້າພະເຈົ້າເຂົ້າເຮືອນໄດ້. ມັນກໍອຸ່ນຢູ່ໃນເຮືອນ, ແລະ ຂ້າພະເຈົ້າໄດ້ປ່ຽນເຄື່ອງນຸ່ງ, ໃສ່ເສື້ອຜ້າທີ່ສະອາດ.
ໂດຍທີ່ຄິດກ່ຽວກັບຄຳອຸປະມາຈາກຊີວິດເປັນຈິງນັ້ນ ຂໍໃຫ້ພິຈາລະນາຄຳກ່າວນີ້ຂອງພຣະເຢຊູຄຣິດ: “ແລະ ສິ່ງທີ່ບໍ່ສະອາດຈະບໍ່ສາມາດເຂົ້າໄປໃນອານາຈັກຂອງພຣະອົງໄດ້; ດັ່ງນັ້ນ ຈະບໍ່ມີສິ່ງໃດສາມາດເຂົ້າໄປໃນທີ່ພັກຂອງພຣະອົງໄດ້ ນອກຈາກຜູ້ທີ່ໄດ້ຊຳລະລ້າງອາພອນຂອງເຂົາໃຫ້ຂາວສະອາດແລ້ວ ດ້ວຍໂລຫິດຂອງເຮົາ, ເພາະສັດທາ ແລະ ການກັບໃຈຈາກບາບທັງໝົດ ແລະ ຄວາມຊື່ສັດຈົນເຖິງທີ່ສຸດຂອງເຂົາ.”1
ການຢືນຢູ່ນອກເຮືອນຂອງຂ້າພະເຈົ້າໂດຍມີແມ່ຕູ້ສີດນ້ຳໃສ່ ກໍບໍ່ມ່ວນ ແລະ ບໍ່ສະດວກ. ທີ່ຈະຖືກປະຕິເສດ ບໍ່ໃຫ້ມີໂອກາດກັບໄປຢູ່ນຳພຣະບິດາເທິງສະຫວັນຂອງເຮົາ ຍ້ອນວ່າເຮົາໄດ້ເລືອກທີ່ຈະຢູ່ໃນຄວາມເປື້ອນ ຫລື ເຮັດໃຫ້ເປື້ອນໂດຍຫລຸມຂີ້ຕົມແຫ່ງບາບ ນັ້ນຈະເປັນເລື່ອງໂສກເສົ້າຊົ່ວນິລັນດອນ. ເຮົາບໍ່ຄວນຫລອກຕົວເອງ ກ່ຽວກັບສິ່ງທີ່ຕ້ອງເຮັດເພື່ອຈະໄດ້ກັບໄປ ແລະ ຢູ່ໃນທີ່ປະທັບຂອງພຣະບິດາເທິງສະຫວັນຂອງເຮົາ. ເຮົາຕ້ອງສະອາດ.
ກ່ອນເຮົາມາສູ່ໂລກນີ້ ເຮົາໄດ້ຢູ່ນຳກັນໃນສະພາມະຫາສານ ໃນຖານະບຸດ ແລະ ທິດາຂອງພຣະເຈົ້າ.2 ເຮົາທຸກຄົນໄດ້ ຕັ້ງໃຈຟັງ ແລະ ບໍ່ມີຜູ້ໃດເຊືອບຫລັບໄປ. ໃນກອງປະຊຸມດັ່ງກ່າວນັ້ນ ພຣະບິດາເທິງສະຫວັນຂອງເຮົາໄດ້ແນະນຳແຜນ. ເພາະແຜນນັ້ນໄດ້ຮັກສາອຳເພີໃຈຂອງເຮົາ ແລະ ຕ້ອງການໃຫ້ເຮົາຮຽນຮູ້ ໂດຍປະສົບການຂອງເຮົາເອງ ແລະ ບໍ່ຮຽນຈາກປະສົບການຂອງພຣະອົງ. ພຣະອົງຮູ້ວ່າ ເຮົາຈະເຮັດບາບ. ພຣະອົງຮູ້ອີກດ້ວຍວ່າ ບາບຈະເຮັດໃຫ້ເຮົາບໍ່ສະອາດ ແລະ ບໍ່ສາມາດກັບໄປຫາທີ່ປະທັບຂອງພຣະອົງ ເພາະທີ່ປະທັບຂອງພຣະອົງ ສະອາດກວ່າເຮືອນທີ່ແມ່ຕູ້ຂອງຂ້າພະເຈົ້າໄດ້ທຳຄວາມສະອາດແລ້ວນັ້ນ.
ຍ້ອນວ່າ ພຣະບິດາເທິງສະຫວັນຂອງເຮົາຮັກເຮົາ ແລະ ພຣະອົງມີຈຸດປະສົງທີ່ຈະໃຫ້ເກີດຄວາມເປັນ ອະມະຕະ ແລະ ຊີວິດນິລັນດອນຂອງເຮົາ,3 ແຜນຂອງພຣະອົງແມ່ນຮ່ວມດ້ວຍບົດບາດຂອງພຣະຜູ້ຊ່ອຍໃຫ້ລອດ—ເປັນອົງໜຶ່ງທີ່ສາມາດຊ່ອຍເຮົາໃຫ້ຊຳລະສະອາດ ເຖິງແມ່ນວ່າເຮົາຈະເປື້ອນຫລາຍເທົ່າໃດກໍຕາມ. ເມື່ອພຣະບິດາເທິງສະຫວັນໄດ້ປະກາດເຖິງຄວາມຈຳເປັນຕ້ອງມີພຣະຜູ້ຊ່ອຍໃຫ້ລອດ ຂ້າພະເຈົ້າເຊື່ອວ່າ ເຮົາທຸກຄົນໄດ້ຫັນໄປເບິ່ງພຣະເຢຊູຄຣິດ ຜູ້ກຳເນີດອົງທຳອິດຕາມວິນຍານ ເປັນຜູ້ທີ່ໄດ້ກ້າວໜ້າຈົນພຣະອົງກໍເໝືອນດັ່ງ ພຣະບິດາ.4 ຂ້າພະເຈົ້າເຊື່ອວ່າ ເຮົາທຸກຄົນຮູ້ວ່າ ຈະຕ້ອງເປັນພຣະອົງ ບໍ່ມີຜູ້ໃດອີກໃນພວກເຮົາ ທີ່ສາມາດເຮັດໄດ້ ແຕ່ພຣະອົງສາມາດເຮັດໄດ້ ແລະ ພຣະອົງຈະເຮັດແທ້ໆ.
ຢູ່ໃນສວນເຄັດເຊມາເນ ແລະ ທີ່ໄມ້ກາງແຂນຢູ່ໂຄລະໂຄທາ ພຣະເຢຊູຄຣິດໄດ້ທົນທຸກທໍລະມານທັງຮ່າງກາຍ ແລະ ວິນຍານ ສັ່ນເພາະຄວາມເຈັບປວດ ເລືອດໄຫລຈາກທຸກຂຸມຂົນ ຂໍຮ້ອງໃຫ້ພຣະບິດາຂອງພຣະອົງ ເອົາຈອກອັນຂົມຂື່ນອອກໄປຈາກພຣະອົງ,5 ແລະ ພຣະອົງຍັງໄດ້ຮັບເອົາໄວ້.6 ເປັນຫຍັງພຣະອົງຈຶ່ງເຮັດ? ພຣະອົງກ່າວວ່າ ພຣະອົງຢາກມອບລັດສະໝີພາບໃຫ້ແກ່ພຣະບິດາຂອງພຣະອົງ ແລະ ເຮັດໃຫ້ການຕຽມຂອງພຣະອົງສຳເລັດເພື່ອລູກຫລານມະນຸດ.”7 ພຣະອົງຢາກຮັກສາພັນທະສັນຍາຂອງພຣະອົງ ແລະ ເຮັດໃຫ້ການກັບເມືອບ້ານຂອງເຮົາເປັນໄປໄດ້. ແລ້ວພຣະອົງຂໍໃຫ້ເຮົາຕອບສະໜອງຢ່າງໃດແດ່? ພຣະອົງຂໍຮ້ອງໃຫ້ເຮົາສາລະພາບບາບຂອງເຮົາ ແລະ ກັບໃຈເພື່ອເຮົາຈະບໍ່ຕ້ອງທົນທຸກທໍລະມານເໝືອນດັ່ງພຣະອົງ.8 ພຣະອົງເຊື້ອເຊີນເຮົາໃຫ້ກາຍເປັນຄົນສະອາດ ເພື່ອເຮົາຈະບໍ່ຖືກປະຖິ້ມໄວ້ຢູ່ນອກເຮືອນຂອງພຣະບິດາເທິງສະຫວັນຂອງເຮົາ.
ເຖິງແມ່ນວ່າ ການຫລີກເວັ້ນຈາກບາບກໍແມ່ນແບບຢ່າງດີກວ່າໃນຊີວິດ ຕາມຜົນສະທ້ອນຂອງການຊົດໃຊ້ຂອງພຣະເຢຊູຄຣິດ ບໍ່ວ່າເຮົາ ໄດ້ເຮັດບາບແບບໃດກໍຕາມ ຫລື ເຮົາ ໄດ້ເຮັດບາບຫລາຍປານໃດກໍຕາມ. ບໍ່ວ່າເຮົາ ອາດຈະອາຍກໍຕາມ ເພາະບາບທີ່ເໝືອນດັ່ງສາດສະດານີໄຟ ເຄີຍວ່າ “ກີດກັນເຮົາໄວ້ຢ່າງງ່າຍດາຍ.”9 ບໍ່ວ່າທ່ານເຄີຍ ຂາຍສິດທິຂອງທ່ານມາແລ້ວກໍຕາມ ເພື່ອແລກປ່ຽນກັບແກງໝາກຖົ່ວ.10
ສິ່ງທີ່ສຳຄັນຄື ພຣະເຢຊູຄຣິດ ພຣະບຸດຂອງພຣະເຈົ້າ ໄດ້ທົນຕໍ່ “ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ການລໍ້ລວງທຸກຢ່າງ” ເພື່ອ “ພຣະອົງຈະຮູ້ຈັກຕາມທາງຂອງເນື້ອໜັງວ່າ ຈະຊ່ອຍເຫລືອ ຜູ້ຄົນຂອງພຣະອົງໄດ້ແນວໃດ.”11 ສິ່ງທີ່ສຳຄັນຄື ພຣະອົງເມດຕາກະລຸນາ,12 ສະເດັດລົງມາໃນໂລກນີ້ ຕ່ຳກວ່າທຸກສິ່ງທັງປວງ”13 ແລະ ທົນກັບການທ້າທາຍອັນຮ້າຍແຮງຫລາຍກວ່າຄົນໃດທີ່ເຄີຍທົນໄດ້.14 ສິ່ງທີ່ສຳຄັນຄື ພຣະຄຣິດກຳລັງຂໍຮ້ອງນຳພຣະບິດາເພື່ອເຮົາ ໂດຍຂໍໃຫ້ພຣະບິດາພິຈາລະນາຄວາມທຸກເວດທະນາ ແລະ ຄວາມຕາຍຂອງພຣະເຢຊູ ຜູ້ທີ່ບໍ່ເຄີຍເຮັດບາບ ແລະ ເປັນຜູ້ພຣະເຈົ້າພໍພຣະໄທຫລາຍ; … ພຣະເຢຊູຂໍໃຫ້ພຣະບິດາ ລະເວັ້ນພີ່ນ້ອງຂອງພຣະອົງທີ່ເຊື່ອໃນພຣະນາມຂອງພຣະອົງ ເພື່ອເຂົາເຈົ້າຈະໄປຫາພຣະອົງ ແລະ ມີຊີວິດອັນເປັນນິດ.”15 ສິ່ງດັ່ງກ່າວແມ່ນສິ່ງທີ່ສຳຄັນຫລາຍ ແລະ ຄວນຈະໃຫ້ເຮົາທຸກຄົນມີຄວາມຫວັງໃໝ່ ແລະ ຕັ້ງໃຈທີ່ຈະລອງເຮັດອີກ ເພາະພຣະອົງບໍ່ເຄີຍລືມເຮົາເລີຍ.16
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ອຍໃຫ້ລອດຈະບໍ່ຫັນໄປຈາກເຮົາເລີຍ ຂະນະທີ່ເຮົາຖ່ອມຕົວລົງຊອກຫາພຣະອົງ ເພື່ອຈະກັບໃຈ; ພຣະອົງບໍ່ເຄີຍ ຖືເຮົາວ່າເປັນຄົນຫລົງທາງ; ພຣະອົງບໍ່ເຄີຍ ກ່າວວ່າ, “ອ້າວ, ແມ່ນເຈົ້າອີກແລ້ວ”; ພຣະອົງບໍ່ເຄີຍ ປະຕິເສດເຮົາ ເພາະເຮົາບໍ່ເຂົ້າໃຈວ່າ ມັນຍາກເທົ່າໃດທີ່ຈະຫລີກເວັ້ນຈາກບາບ. ພຣະອົງເຂົ້າໃຈທຸກສິ່ງຢ່າງດີພ້ອມ ແມ່ນແຕ່ຄວາມອັບອາຍ ແລະ ຄວາມເຫລືອໃຈ ທີ່ເປັນຜົນສະທ້ອນ ອັນແນ່ນອນຈາກບາບ.
ການກັບໃຈເປັນສິ່ງທີ່ແທ້ຈິງ ແລະ ມັນມີຜົນ. ມັນບໍ່ແມ່ນເລື່ອງປອມ ຫລື ບໍ່ແມ່ນຜົນການ “ຄວາມຄິດ ບ້າໆ.”17 ມັນມີອຳນາດທີ່ຈະຍົກພາລະໜັກອອກ ແລະ ເອົາຄວາມຫວັງມາແທນ. ມັນສາມາດນຳການປ່ຽນແປງທາງຈິດໃຈອັນໃຫຍ່ຍິ່ງມາ ທີ່ຈະເຮັດໃຫ້ເຮົາ “ບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ ແຕ່ປາດຖະໜາທີ່ຈະເຮັດແຕ່ຄວາມດີ ໂດຍຕະຫລອດ.”18 ການກັບໃຈບໍ່ໄດ້ເປັນສິ່ງງ່າຍທີ່ຈະເຮັດ. ສິ່ງທີ່ມີຄວາມໝາຍທາງນິລັນດອນ ສ່ວນຫລາຍກໍເປັນຈັ່ງຊີ້. ແຕ່ຜົນທີ່ໄດ້ຮັບ ແມ່ນກຸ້ມຄ່າ. ປະທານບອຍ ເຄ ແພ໊ກເກີ ໄດ້ປະກາດເມື່ອເພິ່ນກ່າວກັບພວກສາວົກເຈັດສິບເປັນເທື່ອສຸດທ້າຍວ່າ: “ຄວາມຄິດເປັນຢ່າງນີ້: ການຊົດໃຊ້ບໍ່ມີຮອຍ ບໍ່ມີຮ່ອງເລີຍ. ສິ່ງທີ່ໄດ້ຖືກດັດແປງ ກໍດີຄືນແລ້ວ. … ການຊົດໃຊ້ບໍ່ມີຮອຍ ບໍ່ມີຮ່ອງເລີຍ. ມັນມີແຕ່ປິ່ນປົວ ແລະ ສິ່ງທີ່ມັນປິ່ນປົວ ກໍຫາຍດີແລ້ວ.”19
ຄວາມຫວັງຂອງເຮົາທີ່ຈະໄດ້ຢູ່ນຳພຣະບິດາອີກ ແມ່ນຂຶ້ນຢູ່ກັບການຊົດໃຊ້ຂອງພຣະເຢຊູຄຣິດ, ຂຶ້ນຢູ່ກັບຄວາມເຕັມໃຈຂອງຄົນ ຄົນດຽວທີ່ບໍ່ເຄີຍເຮັດບາບເລີຍ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄວາມຍຸດຕິທຳ ພຣະອົງຈຶ່ງໄດ້ຮັບເອົາຄວາມຜິດບາບທັງປວງຂອງມະນຸດ, ຮ່ວມທັງບາບທີ່ລູກໆບາງຄົນຂອງພຣະເຈົ້າ ໄດ້ເລືອກທີ່ຈະອົດທົນກັບມັນດ້ວຍຕົວເອງ.
ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພພົນຍຸກສຸດທ້າຍ, ເຮົາໃຫ້ເຫດຜົນຫລາຍກວ່າຄົນອື່ນໆວ່າ ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດມີອຳນາດຫລາຍທີ່ສຸດ ເພາະເຮົາຮູ້ວ່າ ຖ້າຫາກເຮົາເຮັດພັນທະສັນຍາ, ກັບໃຈເລື້ອຍໆ, ແລະ ອົດທົນຈົນເຖິງທີ່ສຸດ, ແລ້ວພຣະອົງຈະໃຫ້ເຮົາຮັບມູນມໍລະດົກຮ່ວມກັບພຣະອົງ20 ແລະ ເໝືອນດັ່ງພຣະອົງ ເຮົາຈະໄດ້ຮັບທຸກສິ່ງທີ່ພຣະບິດາມີຢູ່.21 ນັ້ນເປັນຄຳສອນອັນສຳຄັນຍິ່ງ, ແຕ່ມັນເປັນຈິງ. ການຊົດໃຊ້ຂອງພຣະເຢຊູຄຣິດ ໄດ້ເຮັດໃຫ້ການເຊື້ອເຊີນຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ວ່າ “ຈົ່ງເປັນຄົນດີຄົບຖ້ວນ ຢ່າງພຣະບິດາຂອງພວກທ່ານໃນສະຫວັນດີຄົບຖ້ວນທຸກປະການ”22 ເປັນໄປໄດ້ ແທນທີ່ເປັນສິ່ງທີ່ບໍ່ສາມາດຮັບເອົາໄດ້.
ພຣະຄຳພີສອນວ່າ ທຸກຄົນທັງປວງຕ້ອງ “ຖືກພິພາກສາຕາມການພິພາກສາອັນສັກສິດຂອງພຣະເຈົ້າ.”23 ໃນວັນນັ້ນຈະບໍ່ມີໂອກາດທີ່ບັງຕົວໄວ້ໃນກຸ່ມໃຫຍ່, ບໍ່ສາມາດກ່າວຫາຄົນອື່ນວ່າເປັນສາເຫດທີ່ເຮັດໃຫ້ເຮົາບໍ່ສະອາດ. ພຣະຄຳພີສອນອີກວ່າ ພຣະເຢຊູຄຣິດ ຜູ້ທີ່ໄດ້ທົນເພື່ອບາບຂອງເຮົາ ຜູ້ທີ່ວິງວອນພຣະບິດາແທນເຮົາ ຜູ້ທີ່ເອີ້ນເຮົາວ່າເປັນໝູ່ເພື່ອນ ຜູ້ທີ່ຮັກເຮົາຈົນເຖິງທີ່ສິ້ນສຸດ ໃນທີ່ສຸດແມ່ນພຣະອົງ ທີ່ຈະເປັນຜູ້ພິພາກສາເຮົາ. ພອນອັນໜຶ່ງແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດທີ່ຫລາຍຄົນມັກລືມ ຄື “ພຣະບິດາ … ໄດ້ມອບອຳນາດທັງໝົດໃຫ້ແກ່ພຣະບຸດທີ່ຈະຕັດສິນ.”24
ອ້າຍເອື້ອຍນ້ອງທັງຫລາຍ, ຖ້າທ່ານຮູ້ສຶກທໍ້ຖອຍໃຈ ຫລື ສົງໄສວ່າທ່ານສາມາດໄດ້ຮັບການອະໄພບາບທັງຫລາຍທີ່ທ່ານເຄີຍເຮັດຫລືບໍ່, ຂໍໃຫ້ທ່ານຈື່ຜູ້ທີ່ຢືນ “ລະຫວ່າງ [ເຮົາ] ແລະ ຄວາມຍຸດຕິທຳ,” ຜູ້ທີ່ “ເຕັມໄປດ້ວຍຄວາມກະລຸນາ ຮັກຫອມລູກຫລານມະນຸດ,” ແລະ ຜູ້ທີ່ໄດ້ຮັບເອົາຄວາມຊົ່ວຮ້າຍ ແລະ ການລ່ວງລະເມີດຂອງເຮົາໄວ້ນຳພຣະອົງເອງ ແລະ ໄດ້ “ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄວາມຍຸດຕິທຳ.”25 ໃນອີກຄຳໜຶ່ງ ຕາມທີ່ນີໄຟ ໄດ້ເຮັດເມື່ອເພິ່ນມີຄວາມສົງໄສ, ກໍໃຫ້ທ່ານຈື່ວ່າ “[ທ່ານ] ໄດ້ໄວ້ວາງໃຈຜູ້ໃດມາ,”26 ກໍແມ່ນພຣະເຢຊູຄຣິດ, ແລ້ວກັບໃຈໂລດ ແລະ ປະສົບກັບ “ຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ”27 ອີກ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.