ເຮົາມານີ້ເພື່ອຮັບໃຊ້ໃນອຸດົມການທີ່ຊອບທຳ
ຂໍໃຫ້ເຮົາຈົ່ງເລືອກທີ່ຈະຮັບໃຊ້ໃນອຸດົມການທີ່ຊອບທຳ ໃນຖານະຕົວແທນທີ່ກ້າຫານຂອງອົງພຣະເຢຊູຄຣິດເຈົ້າ.
ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ທີ່ເຮົາໄດ້ມາເຕົ້າໂຮມກັນ ຮ່ວມກັບສະຕີທີ່ຊື່ສັດ, ຄືກັນກັບນາງ ລີຊາ, ຜູ້ມີໃຈບໍລິສຸດ, ຜູ້ຮັກພຣະຜູ້ເປັນເຈົ້າ ແລະ ຮັບໃຊ້ພຣະອົງ, ເຖິງແມ່ນຢູ່ໃນທ່າມກາງການທົດລອງຂອງເຂົາເຈົ້າ. ເລື່ອງລາວຂອງນາງ ລີຊາ ເຕືອນເຮົາວ່າ ເຮົາຕ້ອງຮັກຊຶ່ງກັນແລະກັນ ແລະ ເຫັນຄວາມສວຍງາມຂອງຈິດວິນຍານຂອງກັນແລະກັນ. ພຣະຜູ້ຊ່ອຍໃຫ້ລອດໄດ້ສອນວ່າ ຄຸນຄ່າຂອງຈິດວິນຍານແມ່ນຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ.1 ບໍ່ວ່າເຮົາຈະມີອາຍຸ 8 ປີ ຫລື 108 ປີ ກໍຕາມ, ເຮົາແຕ່ລະຄົນ “ມີຄ່າໃນສາຍພຣະເນດຂອງພຣະອົງ.”2 ພຣະອົງຮັກເຮົາ. ເຮົາເປັນທິດາຂອງພຣະເຈົ້າ. ເຮົາເປັນເອື້ອຍນ້ອງໃນສີໂອນ. ເຮົາມີທຳມະຊາດແຫ່ງສະຫວັນ, ແລະ ເຮົາແຕ່ລະຄົນມີວຽກງານທີ່ປະເສີດ ທີ່ຈະເຮັດ.
ໃນຊ່ວງລະດູຮ້ອນນີ້ ຂ້າພະເຈົ້າໄດ້ໄປຢ້ຽມຢາມແມ່ໜຸ່ມຄົນໜຶ່ງ ທີ່ມີລູກສາວຫລາຍຄົນ. ນາງໄດ້ເລົ່າເຖິງຄວາມຮູ້ສຶກຂອງນາງໃຫ້ຂ້າພະເຈົ້າຟັງວ່າ ຍິງໜຸ່ມຂອງເຮົາຕ້ອງການອຸດົມການ, ຕ້ອງການບາງສິ່ງທີ່ຈະຊ່ອຍເຂົາເຈົ້າໃຫ້ຮູ້ສຶກເຖິງຄຸນຄ່າ. ນາງຮູ້ວ່າ ເຮົາຈະຄົ້ນພົບຄຸນຄ່ານິລັນດອນສ່ວນຕົວຂອງເຮົາ ໂດຍການກະທຳໃຫ້ສອດຄ່ອງກັບຈຸດປະສົງອັນສູງສົ່ງຂອງເຮົາ ໃນຄວາມເປັນມະຕະ. ກຸ່ມນັກຮ້ອງທີ່ດີເດັ່ນນີ້ ຫາກໍໄດ້ຮ້ອງເພງ ທີ່ສອນເຖິງຈຸດປະສົງຂອງເຮົາ. ຜ່ານການທົດສອບ ແລະ ທົດລອງ, ແມ່ນແຕ່ຜ່ານຄວາມຢ້ານກົວ ແລະ ຢູ່ໃນທ່າມກາງຄວາມໝົດຫວັງ, ແຕ່ເຮົາມີໃຈທີ່ກ້າຫານ. ເຮົາໄດ້ຕັດສິນໃຈທີ່ຈະເຮັດພາກສ່ວນຂອງເຮົາ. ເຮົາມາຢູ່ນີ້ເພື່ອຮັບໃຊ້ໃນອຸດົມການທີ່ຊອບທຳ.3 ເອື້ອຍນ້ອງທັງຫລາຍ, ໃນອຸດົມການນີ້ ເຮົາມີຄວາມສຳຄັນ. ຜູ້ຄົນຕ້ອງການເຮົາ.
ອຸດົມການທີ່ເຮົາຮັບໃຊ້ ເປັນອຸດົມການຂອງພຣະຄຣິດ. ມັນເປັນວຽກງານແຫ່ງຄວາມລອດ.4 ພຣະຜູ້ເປັນເຈົ້າໄດ້ສອນວ່ານີ້ ຄືວຽກງານຂອງພຣະອົງ ແລະ ລັດສະໝີພາບຂອງພຣະອົງ—ຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.5 ເຮົາເປັນສາເຫດໃຫ້ພຣະເຢຊູຄຣິດ ຕ້ອງຮັບທຸກທໍລະມານ, ໂລຫິດໄດ້ໄຫລອອກມາຈາກທຸກຂຸມຂົນ, ແລະ ໃນຄວາມຮັກອັນບໍລິບູນ ໄດ້ສະລະຊີວິດຂອງພຣະອົງ. ອຸດົມການຂອງພຣະອົງ ເປັນຂ່າວດີ, ເປັນຂ່າວອັນໜ້າຊື່ນຊົມ, … ວ່າພຣະອົງໄດ້ມາສູ່ໂລກ, ແມ່ນແຕ່ພຣະເຢຊູ, ເພື່ອຖືກຄຶງເພື່ອໂລກ, ແລະ ເພື່ອຮັບເອົາບາບຂອງໂລກ, ແລະ ເພື່ອເຮັດໃຫ້ໂລກບໍລິສຸດ, ແລະ ເພື່ອຊຳລະລ້າງມັນຈາກຄວາມບໍ່ຊອບທຳທັງໝົດ.6 ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ໄດ້ “ໝາຍເສັ້ນທາງ ແລະ ນຳພາ.”7 ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເຮັດຕາມຕົວຢ່າງຂອງພຣະອົງ, ຮັກພຣະເຈົ້າ, ແລະ ຮັບໃຊ້ຊຶ່ງກັນແລະກັນ ດ້ວຍຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈ, ແລ້ວເຮົາຈະຢືນຢູ່ໃນຄວາມບໍລິສຸດ, ປາດສະຈາກຂໍ້ຕຳນິຢູ່ຕໍ່ພຣະພັກຂອງພຣະເຈົ້າໃນວັນສຸດທ້າຍ.8 ເຮົາເລືອກທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າ ໃນອຸດົມການທີ່ຊອບທຳຂອງພຣະອົງ ເພື່ອວ່າເຮົາຈະກາຍເປັນຄົນໜຶ່ງດຽວກັນ ກັບພຣະບິດາ ແລະ ພຣະບຸດ.9
ສາດສະດາມໍມອນໄດ້ປະກາດຢ່າງກ້າຫານວ່າ, “ເພາະພວກເຮົາມີວຽກງານທີ່ຈະເຮັດ ເວລາພວກເຮົາຢູ່ໃນຮ່າງກາຍທີ່ເຮັດດ້ວຍດິນໜຽວນີ້, ເພື່ອພວກເຮົາຈະເອົາຊະນະສັດຕູຂອງຄວາມຊອບທຳທັງມວນ, ແລະ ພັກຜ່ອນຈິດວິນຍານຂອງພວກເຮົາໃນອານາຈັກຂອງພຣະເຈົ້າ.”10 ຜູ້ນຳຂອງສາດສະໜາຈັກ ແລະ ຜູ້ບຸກເບີກ ໃນສະໄໝກ່ອນ ໄດ້ກ້າວເດີນໄປໜ້າດ້ວຍຄວາມກ້າຫານຂອງວິລະຊົນ ແລະ ຕັ້ງໃຈດ້ວຍຄວາມຊື່ສັດ ແລະ ທີ່ຈະສະຖາປະນາ ພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ ແລະ ສ້າງພຣະວິຫານ ບ່ອນທີ່ຈະໄດ້ປະກອບພິທີການແຫ່ງຄວາມສູງສົ່ງ. ຜູ້ບຸກເບີກໃນສະໄໝນີ້, ໝາຍເຖິງທ່ານ ແລະ ຂ້າພະເຈົ້າ, ເຮົາກໍຕ້ອງກ້າວເດີນໄປໜ້າດ້ວຍສັດທາ, ເພື່ອເຮັດວຽກງານໃນສວນອະງຸ່ນຂອງພຣະເຈົ້າ ເພື່ອຄວາມລອດຂອງຈິດວິນຍານຂອງມະນຸດ.”11 ແລະ ດັ່ງທີ່ປະທານກໍດອນ ບີ ຮິງລີ ໄດ້ສອນວ່າ, “ອະນາຄົດຈະສະຫງ່າງາມຫລາຍຂະໜາດໃດ ເມື່ອພຣະຜູ້ສູງສຸດດຳເນີນວຽກງານອັນປະເສີດຂອງພຣະອົງ .... ຜ່ານການຮັບໃຊ້ທີ່ບໍ່ເຫັນແກ່ຕົວຂອງຜູ້ທີ່ໃຈເຕັມໄປດ້ວຍຄວາມຮັກຕໍ່ພຣະຜູ້ໄຖ່ຂອງໂລກ.”12 ເຮົາໄດ້ເຂົ້າຮ່ວມກັບບັນດາເອື້ອຍນ້ອງທີ່ຊື່ສັດແຫ່ງອະດີດ, ປະຈຸບັນ, ແລະ ຄົນລຸ້ນໃໝ່ ໃນການເຮັດວຽກງານແຫ່ງຄວາມລອດ!
ກ່ອນເຮົາໄດ້ມາເກີດ, ເຮົາໄດ້ຮັບເອົາແຜນຂອງພຣະບິດາເທິງສະຫວັນ “ຊຶ່ງໃນແຜນນັ້ນ, [ເຮົາ] ຈະໄດ້ຮັບຮ່າງກາຍ ແລະ ມີປະສົບການຕ່າງໆຢູ່ໃນໂລກ ເພື່ອຈະໄດ້ພັດທະນາຕົນ ຈົນເຖິງຂັ້ນດີພ້ອມທຸກຢ່າງ ແລະ ຮັບເອົາມໍລະດົກຂອງຕົນທີ່ເປັນຊີວິດນິລັນດອນ.”13 ກ່ຽວກັບພັນທະສັນຍາກ່ອນມາສູ່ໂລກມະຕະນີ້, ແອວເດີ ຈອນ ເອ ວິດໂຊ ໄດ້ອະທິບາຍວ່າ: “ເຮົາໄດ້ຕົກລົງ, ໃນຕອນນັ້ນທັນທີ, ທີ່ບໍ່ພຽງແຕ່ ຈະເປັນຜູ້ຊ່ອຍໃຫ້ລອດຂອງຕົນເອງ ແຕ່ ... ຈະເປັນຜູ້ຊ່ອຍໃຫ້ລອດຂອງຄອບຄົວມະນຸດທັງປວງນຳອີກ. ເຮົາໄດ້ເຂົ້າເປັນຫຸ້ນສ່ວນນຳພຣະຜູ້ເປັນເຈົ້າ. ໃນແຜນນັ້ນ ບໍ່ໄດ້ເປັນວຽກງານຂອງພຣະບິດາ, ແລະ ວຽກງານຂອງພຣະຜູ້ຊ່ອຍໃຫ້ລອດແຕ່ຝ່າຍດຽວ, ແຕ່ເປັນວຽກງານຂອງເຮົາຄືກັນ. ເຮົາຜູ້ຖ່ອມຕົວທີ່ສຸດ, ໄດ້ເປັນຫຸ້ນສ່ວນນຳພຣະຜູ້ສູງສຸດ ໃນການບັນລຸຈຸດປະສົງຂອງແຜນແຫ່ງຄວາມລອດນິລັນດອນນີ້.”14
ຢູ່ໃນຄວາມເປັນມະຕະນີ້ ເຮົາກໍໄດ້ເຮັດພັນທະສັນຍາອີກ ທີ່ຈະຮັບໃຊ້ພຣະຜູ້ຊ່ອຍໃຫ້ລອດ ໃນວຽກງານແຫ່ງຄວາມລອດ. ໂດຍການມີສ່ວນຮ່ວມໃນພິທີການທີ່ສັກສິດຂອງຖານະປະໂລຫິດ, ເຮົາໄດ້ປະຕິຍານວ່າ ເຮົາຈະເລີ່ມຕົ້ນໃນການຮັບໃຊ້ພຣະເຈົ້າ ດ້ວຍສຸດໃຈ, ດ້ວຍສຸດພະລັງ, ສຸດຄວາມຄິດ, ແລະ ສຸດກຳລັງ.15 ເຮົາໄດ້ຮັບພຣະວິນຍານບໍລິສຸດ ແລະ ສະແຫວງຫາທີ່ຈະໄດ້ຮັບການກະຕຸ້ນຈາກພຣະອົງ ເພື່ອນຳພາເຮົາໃນວຽກງານນີ້. ຄວາມຊອບທຳຈະແຜ່ຂະຫຍາຍອອກໄປທົ່ວໂລກ ເມື່ອເຮົາເຂົ້າໃຈສິ່ງທີ່ພຣະເຈົ້າປະສົງໃຫ້ເຮົາເຮັດ ແລ້ວເຮົາກະທຳຕາມ.
ຂ້າພະເຈົ້າຮູ້ຈັກເດັກຄົນໜຶ່ງ ໃນຊັ້ນປະຖົມໄວ ຜູ້ໄດ້ເວົ້າກັບໝູ່ຄົນໜຶ່ງ ໃນຂະນະທີ່ຢືນຢູ່ປ້າຍລົດເມວ່າ, “ເຈົ້າຄວນໄປໂບດກັບຂ້ອຍ ແລະ ໄປຮຽນກ່ຽວກັບພຣະເຢຊູ!”
ຂ້າພະເຈົ້າໄດ້ເຫັນກຸ່ມຍິງໜຸ່ມ ເກາະແຂນກັນຢູ່ໃນຫ້ອງຮຽນ ແລະ ສັນຍາທີ່ຈະຊ່ອຍເຫລືອກັນແລະກັນ ແລະ ແລ້ວໄດ້ວາງແຜນອັນເໝາະສົມ ທີ່ຈະຊ່ອຍເຫລືອຍິງໜຸ່ມຄົນໜຶ່ງ ຜູ້ກຳລັງມີບັນຫາກັບການຕິດແສດຢູ່.
ຂ້າພະເຈົ້າໄດ້ເຫັນແມ່ໜຸ່ມຫລາຍຄົນ ຜູ້ໄດ້ສະລະເວລາ, ພອນສະຫວັນ, ແລະ ພະລັງ ໃຫ້ກັບການສອນ ແລະ ເປັນຕົວຢ່າງເຖິງຫລັກທຳຂອງພຣະກິດຕິຄຸນ ເພື່ອວ່າລູກໆຂອງເຂົາເຈົ້າ, ເຊັ່ນດຽວກັບພວກລູກຊາຍຂອງຮີລາມັນ, ຈະມີຄວາມກ້າຫານ ແລະ ຊື່ສັດ ເມື່ອປະເຊີນກັບການທົດລອງ, ການລໍ້ລວງ, ແລະ ຄວາມຍາກລຳບາກ.
ບາງທີ ສິ່ງທີ່ຖ່ອມຕົນທີ່ສຸດຕໍ່ຂ້າພະເຈົ້າ ແມ່ນການໄດ້ຍິນເອື້ອຍນ້ອງຜູ້ໃຫຍ່ໂສດ ສະແດງປະຈັກພະຍານອັນບໍລິສຸດດ້ວຍຄວາມກະຕືລືລົ້ນ ວ່າວຽກງານທີ່ສຳຄັນທີ່ສຸດ ທີ່ເຮົາສາມາດເຮັດໄດ້ ແມ່ນທີ່ຈະຕຽມພ້ອມສຳລັບການແຕ່ງງານ ແລະ ຄອບຄົວ. ເຖິງແມ່ນວ່າສິ່ງນີ້ບໍ່ໄດ້ເກີດກັບນາງ, ແຕ່ນາງຮູ້ວ່າ ຄອບຄົວເປັນຈຸດໃຫຍ່ໃຈກາງຂອງວຽກງານແຫ່ງຄວາມລອດ. “ແຜນແຫ່ງຄວາມສຸກທີ່ສູງສົ່ງ ເຮັດໃຫ້ຄວາມສຳພັນຂອງຄອບຄົວດຳເນີນຕໍ່ຫລັງຈາກທີ່ຕາຍໄປ.”16 ເຮົາໃຫ້ກຽດແກ່ແຜນຂອງພຣະບິດາ ແລະ ສັນລະເສີນພຣະເຈົ້າ ເມື່ອເຮົາເພີ່ມຄວາມເຂັ້ມແຂງ ແລະ ຍົກລະດັບຄວາມສຳພັນນັ້ນໃຫ້ສູງຂຶ້ນ ໃນພັນທະສັນຍາໃໝ່ ແລະ ເປັນນິດຂອງການແຕ່ງງານ. ເຮົາເລືອກທີ່ຈະດຳລົງຊີວິດໃນທາງທີ່ບໍລິສຸດ ແລະ ມີຄຸນນະທຳ ເພື່ອວ່າເມື່ອໂອກາດມາເຖິງ, ເຮົາຈະຕຽມພ້ອມທີ່ຈະເຮັດ ແລະ ຮັກສາພັນທະສັນຍາ ໃນບ້ານຂອງພຣະຜູ້ເປັນເຈົ້າ.
ເຮົາທຸກຄົນຈະມີເວລາ ແລະ ປະສົບການ ໃນຊີວິດຂອງເຮົາ. ແຕ່ບໍ່ວ່າເຮົາຈະຢູ່ທີ່ໂຮງຮຽນ, ຢູ່ບ່ອນທຳງານ, ຢູ່ໃນຊຸມຊົນ, ແລະ ໂດຍສະເພາະຢູ່ໃນບ້ານ, ເຮົາເປັນຜູ້ແທນຂອງພຣະຜູ້ເປັນເຈົ້າ ແລະ ເຮົາເປັນຜູ້ແລ່ນວຽກໃຫ້ພຣະອົງ.
ໃນວຽກງານແຫ່ງຄວາມລອດ, ເຮົາບໍ່ຄວນປຽບທຽບ, ວິຈານ, ຫລື ກ່າວໂທດ. ມັນບໍ່ໄດ້ກ່ຽວກັບອາຍຸ, ປະສົບການ, ຫລື ຊື່ສຽງໃນສັງຄົມ. ວຽກງານທີ່ສັກສິດນີ້ ແມ່ນກ່ຽວກັບການພັດທະນາໃຈທີ່ຊອກຊ້ຳ, ວິນຍານທີ່ສຳນຶກຜິດ, ແລະ ຄວາມເຕັມໃຈ ທີ່ຈະໃຊ້ຂອງປະທານອັນສູງສົ່ງ ແລະ ພອນສະຫວັນທີ່ດີເດັ່ນ ເພື່ອເຮັດວຽກງານຂອງພຣະຜູ້ເປັນເຈົ້າ ໃນວິທີທາງຂອງພຣະອົງ. ມັນເປັນການຖ່ອມຕົນ ທີ່ຈະຄຸເຂົ່າລົງ ແລະ ກ່າວວ່າ, “ພຣະບິດາເອີຍ, … ຂໍຢ່າໃຫ້ເປັນໄປຕາມໃຈປາດຖະໜາຂອງລູກ, ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”17
ດ້ວຍພະລັງຂອງພຣະຜູ້ເປັນເຈົ້າ ເຮົາ “ສາມາດເຮັດທຸກສິ່ງ.”18 ເຮົາຈະສະແຫວງຫາທີ່ຈະໄດ້ຮັບການນຳພາຂອງພຣະອົງຕໍ່ໄປ ໃນການອະທິຖານ, ໃນພຣະຄຳພີ, ແລະ ໃນສຽງຊື່ມຂອງພຣະວິນຍານບໍລິສຸດ. ເອື້ອຍນ້ອງຄົນໜຶ່ງ ຜູ້ໄດ້ປະເຊີນກັບການມອບໝາຍທີ່ໜັກໜ່ວງ ໄດ້ຂຽນວ່າ, “ບາງເທື່ອຂ້ານ້ອຍກໍສົງໄສວ່າ ເອື້ອຍນ້ອງໃນສະໄໝກ່ອນຂອງສາດສະໜາຈັກບໍ່ໄດ້ທູນຂໍ, ດັ່ງທີ່ເຮົາເຮັດ, ກ່ອນເຂົ້ານອນວ່າ, ‘ບໍ່ວ່າມື້ອື່ນນີ້ຈະມີຫຍັງເກີດຂຶ້ນ, ຂໍໃຫ້ພຣະອົງຈົ່ງຊ່ອຍຂ້ານ້ອຍ ໃຫ້ຜ່ານຜ່າມັນໄປດ້ວຍເທີ້ນ.’” ແລ້ວນາງໄດ້ຂຽນວ່າ, “ພອນຢ່າງໜຶ່ງແມ່ນວ່າ ເຮົາມີກັນແລະກັນ ແລະ ເຮົາຈະຊ່ອຍກັນເຮັດວຽກງານນີ້!”19 ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ, ບໍ່ວ່າເຮົາຈະຢູ່ຈຸດໃດໃນເສັ້ນທາງຂອງແຜນແຫ່ງຄວາມລອດ, ເຮົາຈະເປັນນ້ຳໜຶ່ງໃຈດຽວກັນ ໃນຄຳໝັ້ນສັນຍາຂອງເຮົາ ຕໍ່ພຣະຜູ້ຊ່ອຍໃຫ້ລອດ. ເຮົາຊ່ອຍຊູກັນແລະກັນ ໃນການຮັບໃຊ້ພຣະອົງ.
ເມື່ອບໍ່ດົນມານີ້, ທ່ານອາດໄດ້ອ່ານກ່ຽວກັບຊິດສະເຕີ ແອນລາ ໂຮສະກິນສ໌, ຜູ້ມີອາຍຸໄດ້ 100 ປີ ໄດ້ຖືກເອີ້ນໃຫ້ຊ່ອຍພວກຍິງໜຸ່ມ ຢູ່ໃນຫວອດຂອງລາວ ເລື່ອງຄວາມກ້າວໜ້າສ່ວນຕົວ.20 ປະມານສອງປີກ່ອນ ຕອນລາວມີອາຍຸໄດ້ 102 ປີ, ຊິດສະເຕີ ໂຮສະກິນສ໌ ໄດ້ຮັບໃບຍ້ອງຍໍການເປັນຍິງໜຸ່ມຂອງລາວ. ກຸ່ມຍິງໜຸ່ມ, ຝ່າຍປະທານອົງການຍິງໜຸ່ມ ແລະ ສະມາຄົມສະຕີສົງເຄາະຂອງຫວອດ ແລະ ສະເຕກ, ພ້ອມດ້ວຍຄອບຄົວຂອງລາວ ໄດ້ມາເຕົ້າໂຮມກັນ ເພື່ອສະຫລອງຄວາມສຳເລັດຜົນຂອງລາວ. ອາຍຸໄຂ, ອົງການ, ແລະ ສະຖານະພາບໂສດ ຫລື ແຕ່ງງານ ແມ່ນບໍ່ສຳຄັນ ໃນການຮັບໃຊ້ທີ່ຊື່ສັດ. ກຸ່ມຍິງໜຸ່ມໄດ້ສະແດງຄວາມກະຕັນຍູຕໍ່ຊິດສະເຕີ ໂຮສະກິນສ໌, ສຳລັບການສິດສອນ, ແລະ ສຳລັບຕົວຢ່າງທີ່ຊອບທຳຂອງລາວ. ເຂົາເຈົ້າຢາກເປັນຄືກັນກັບລາວ. ຫລັງຈາກນັ້ນ, ຂ້າພະເຈົ້າໄດ້ຖາມຊິດສະເຕີ ໂຮສະກິນສ໌ ວ່າ, “ເຈົ້າເຮັດແນວໃດ?”
ລາວພຽງແຕ່ຕອບວ່າ, “ຂ້ອຍກັບໃຈທຸກມື້.”
ຈາກສະຕີທີ່ອ່ອນຫວານ, ເຕັມໄປດ້ວຍພຣະວິນຍານຂອງພຣະຜູ້ເປັນເຈົ້າ ທີ່ສ່ອງແສງດ້ວຍຄວາມສະຫວ່າງອັນບໍລິສຸດ, ຂ້າພະເຈົ້າໄດ້ຖືກເຕືອນວ່າ ກ່ອນຈະສາມາດສ່ອງແສງດ້ວຍຄວາມງາມບໍລິສຸດ, ເພື່ອຢືນຢູ່ກັບພຣະຜູ້ຊ່ອຍໃຫ້ລອດ ແລະ ເປັນພອນໃຫ້ແກ່ຄົນອື່ນ, ເຮົາຕ້ອງເປັນຄົນສະອາດ. ເຮົາສາມາດມີຄວາມບໍລິສຸດຜ່ານພຣະຄຸນຂອງພຣະຄຣິດ ເມື່ອເຮົາປະຕິເສດສິ່ງທີ່ບໍ່ເປັນຂອງພຣະເຈົ້າ ແລະ ເລືອກທີ່ຈະຮັກພຣະເຈົ້າ ດ້ວຍສຸດກຳລັງ, ຄວາມນຶກຄິດ ແລະ ພະລັງ.21 ອັກຄະສາວົກໂປໂລ ໄດ້ສອນວ່າ, “ຈົ່ງຫລີກໜີ … ຈາກລາຄະຕັນຫາຂອງຄົນໜຸ່ມ: … ຈົ່ງຕິດຕາມຄວາມຊອບທຳ, ສັດທາ, ຄວາມໃຈບຸນ, ຄວາມສັນຕິສຸກ, ຮ່ວມກັບຄົນທັງປວງທີ່ຮ້ອງອອກພຣະນາມຂອງພຣະຜູ້ເປັນເຈົ້າດ້ວຍໃຈບໍລິສຸດ.”22 ບໍ່ມີຄົນໃດໃນພວກເຮົາທີ່ດີພ້ອມທຸກຢ່າງ. ເຮົາເຄີຍເຮັດຄວາມຜິດພາດ. ແຕ່ເຮົາກັບໃຈ ເພື່ອວ່າເຮົາຈະເປັນຄົນດີກວ່າເກົ່າ ແລະ “ຈົດຈຳພຣະນາມ [ຂອງພຣະຄຣິດ] ຈາລຶກມັນໄວ້ໃນໃຈຂອງ [ເຮົາ] ສະເໝີໄປ.”23 ເມື່ອເຮົາຮັບໃຊ້ໃນພຣະນາມຂອງພຣະຜູ້ເປັນເຈົ້າ, ດ້ວຍໃຈບໍລິສຸດ, ເຮົາຈະສະແດງເຖິງຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ເຮັດໃຫ້ຄົນອື່ນຮູ້ຈັກສະຫວັນຈັກໜ້ອຍໜຶ່ງ.
ຂໍໃຫ້ເຮົາຈົ່ງເລືອກທີ່ຈະຮັບໃຊ້ໃນອຸດົມການທີ່ຊອບທຳ ໃນຖານະຕົວແທນທີ່ກ້າຫານຂອງອົງພຣະເຢຊູຄຣິດເຈົ້າ. ຂໍໃຫ້ເຮົາຈົ່ງຢືນຢູ່ນຳກັນ ແລະ “ດ້ວຍເພງໃນໃຈຂອງເຮົາ, ກ້າວເດີນໄປຂ້າງໜ້າ, ດຳລົງຊີວິດຕາມພຣະກິດຕິຄຸນ, ຮັກພຣະຜູ້ເປັນເຈົ້າ, ແລະ ສ້າງສາອານາຈັກຂອງພຣະອົງ.”24 ຂ້າພະເຈົ້າເປັນພະຍານວ່າ ໃນວຽກງານທີ່ປະເສີດນີ້, ເຮົາຮູ້ເຖິງຄວາມຮັກອັນບໍລິສຸດຂອງພຣະເຈົ້າ. ເຮົາຈະໄດ້ຮັບຄວາມສຸກທີ່ແທ້ຈິງ ແລະ ໄດ້ຮັບລັດສະໜີພາບທັງໝົດແຫ່ງນິລັນດອນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.