​2010–2019
ຈົ່ງຮັກຊຶ່ງກັນແລະກັນ ເໝືອນດັ່ງພຣະອົງຮັກ​ພວກເຮົາ
ເດືອນ​ຕຸລາ 2017


2:3

ຈົ່ງຮັກຊຶ່ງກັນແລະກັນ ເໝືອນດັ່ງພຣະອົງຮັກ​ພວກເຮົາ

ໂດຍການຮັບໃຊ້ ແລະ ການໃຫ້ອະໄພຄົນອື່ນ​ດ້ວຍຄວາມຮັກຈິງໃຈ, ເຮົາສາ​ມາດ​ໄດ້​ຮັບ​ພະ​ລັງ​ທີ່​ຈະ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ຂອງ​ເຮົາ​ໄດ້.

ໃນລະຫວ່າງເຂົ້າ​ແລງ​ຄາບສຸດທ້າຍ, ພຣະຜູ້ຊ່ວຍໃຫ້ລອດໄດ້ ມອບພຣະບັນຍັດ​ຂໍ້ໃໝ່​ໃຫ້ແກ່ສານຸສິດ​ຂອງພຣະອົງ ວ່າ:

“ເຮົາ​ມອບ​ກົດ​ບັນ​ຍັດ​ຂໍ້​ໃໝ່​ໃຫ້​ພວກ​ເຈົ້າ​ຄື ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ; ເຮົາ​ຮັກ​ພວກ​ເຈົ້າ​ຢ່າງ​ໃດ, ພວກ​ເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ນັ້ນ.

“ຖ້າ​ພວກ​ເຈົ້າ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ສາ​ວົກ​ຂອງ​ເຮົາ.”1

ບັນດາສານຸສິດ​ຂອງພຣະຜູ້​ຊ່ວຍໃຫ້ລອດ ໄດ້ຮັບພຣະບັນຍັດໃໝ່​ເພື່ອຈະໄດ້ເຮັດ​ຫລາຍຢ່າງທີ່ດີໆ ແລະ ເຮັດສິ່ງທາງ​ສັກສິດເພີ່ມຂຶ້ນ. ພຣະບັນຍັດໃໝ່ ແລະ ການເຊື້ອເຊີນນີ້ ແມ່ນການສະຫລຸບ​ເປັນໃຈຄວາມ​ທີ່ສຳຄັນວ່າ “ເໝືອນດັ່ງທີ່ເຮົາ​ຮັກເຈົ້າ.”

ຄວາມຮັກຄື​ການກະທຳ; ຄວາມຮັກຄື​ການຮັບໃຊ້

“ຄວາມຮັກຄື​ຄວາມຮູ້ສຶກແຫ່ງ ຄວາມຈົງຮັກພັກດີ, ຄວາມຫ່ວງໃຍ, ແລະ ຄວາມຮັກແພງ. ເຮົາຈະເຫັນຄວາມຮັກ​ທີ່ຍິ່ງໃຫຍ່ຂອງພຣະເຈົ້າ​ສຳລັບລູກໆຂອງພຣະອົງໄດ້ ໃນການຊົດໃຊ້ອັນ​ເປັນ​ນິດຂອງ​ພຣະເຢຊູຄຣິດ.”2 “ເພາະວ່າ ພຣະເຈົ້າຊົງຮັກໂລກ​ຫລາຍທີ່ສຸດ ຈົນໄດ້ປະທານ​ພຣະບຸດອົງດຽວ​ຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອ​ໃນພຣະບຸດນັ້ນ​ຈະບໍ່ຈິບຫາຍ ແຕ່ມິຊີວິດອັນຕະຫລອດ​ໄປເປັນນິດ.”3 “ຄວາມຮັກ​ຕໍ່ພຣະເຈົ້າ ແລະ ຕໍ່ມະນຸດທັງປວງ ເປັນລັກສະນະຂອງ​ສານຸສິດຂອງ​ພຣະເຢຊູຄຣິດ.”4

ຫລາຍປີຜ່ານມາແລ້ວ, ຕອນທີ່ຫລານຊາຍກົກ​ຂອງພວກເຮົາ ຊື່ວ່າໂຮເຊ ມີອາຍຸໄດ້ສີ່ປີ ລາວກຳລັງ​ຫລິ້ນກັບພັນລະຍາ​ຂອງຂ້າພະເຈົ້າ. ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງຫົວ ແລະ ຫລິ້ນ​ຢູ່​ນຳ​ກັນຢ່າງມ່ວນຊື່ນຢູ່ນັ້ນ, ຫລານຖາມວ່າ “ແມ່ຕູ້ ຮັກຫລານບໍ່?”

ແມ່ຕູ້ຕອບວ່າ, “ໂຮເຊເອີຍ ແມ່ຕູ້ຮັກຫລານແທ້ໆ.”

ແລ້ວຫລານໄດ້ຖາມ​ແມ່ຕູ້ອີກວ່າ: “ແມ່ຕູ້ຮູ້ໄດ້ແນວໃດວ່າ ແມ່ຕູ້ຮັກຫລານ?”

ແມ່ຕູ້ໄດ້ອະທິບາຍ​ຄວາມຮູ້ສຶກຕົນເອງ ແລະ ບອກຫລານວ່າ ແມ່ຕູ້ໄດ້ເຮັດທຸກຢ່າງ ແລະ ເຕັມໃຈທີ່ຈະເຮັດ​ທຸກຢ່າງເພື່ອຫລານ.

ຕໍ່ມາພັນລະຍາຂອງຂ້າພະເຈົ້າ​ໄດ້ຖາມທ້າວໂຮເຊ​ຄຳຖາມດຽວກັນ ແລະ ຮ່ວມທັງຄຳຖາມສໍ້ວ່າ: “ຫລານຮູ້ແນວໃດວ່າ ຫລານຮັກແມ່ຕູ້?”

ຫລານໄດ້ຕອບດ້ວຍ​ຄວາມໄຮ້ດຽງສາ ແຕ່ຈິງໃຈວ່າ “ຫລານຮັກແມ່ຕູ້ ເພາະຫລານຮູ້ສຶກມັນ​ຢູ່ໃນຫົວໃຈຂອງຫລານ.” ຄວາມປະພຶດອັນໜ້າ​ຮັກຂອງໂຮເຊ ຕໍ່ແມ່ຕູ້ຂອງລາວ​ໃນມື້ນັ້ນ ໄດ້ເຮັດໃຫ້ເຮົາ​ເຫັນສະເໝີວ່າ ຄວາມຮັກນັ້ນແມ່ນການ​ກະທຳປະກອບເຂົ້າກັນກັບ​ຄວາມຮູ້ສຶກອັນເລິກຊຶ້ງ.

ກະສັດເບັນຢາມິນ ໄດ້ສອນວ່າ, “ຈົ່ງເບິ່ງ, ຂ້າພະເຈົ້າບອກ​ພວກທ່ານ​ເຖິງເລື່ອງເຫລົ່ານີ້​ເພື່ອ​​ພວກທ່ານຈະຮຽນຮູ້​ກ່ຽວກັບປັນຍາ ເພື່ອພວກທ່ານ​ຈະຮຽນຮູ້ວ່າ ເມື່ອພວກທ່ານຮັບໃຊ້​ເພື່ອນມະນຸດດ້ວຍກັນ ພວກທ່ານກໍຮັບໃຊ້​ພຣະເຈົ້າຂອງພວກທ່ານ​ນັ້ນເອງ.”5

ໃນໂລກປະຈຸບັນ​ອັນເຕັມໄປດ້ວຍ​ຄວາມທຸກທໍລະມານຕ່າງໆ ເພາະ ສະ​ພາບ​ການ​ທີ່​ແຕກ​ຕ່າງ​ກັນ, ການສົ່ງຂໍ້ຄວາມທີ່ມີ​ຮູບຕະຫລົກ ຫລື ສົ່ງຮູບທີ່ມີຄຳເວົ້າທີ່ວ່າ “ຂ້ອຍຮັກເຈົ້າ” ເປັນສິ່ງທີ່ດີ ແລະ ມີຄ່າຫລາຍ. ແຕ່ສິ່ງທີ່ເຮົາຫລາຍຄົນ​ຄວນເຮັດຄື ປະ​ມືຖືໄວ້ ແລ້ວ ລົງໄມ້ ລົງມື ຊ່ວຍເຫລືອຄົນ​ຂັດສົນທັງຫລາຍ. ຖ້າຮັກຊື່ໆ ແຕ່ບໍ່ຊ່ວຍເຫລືອກັນ ກໍປານກັນກັບວ່າ​ມີສັດທາຊື່ໆ ໂດຍບໍ່ເຮັດຫຍັງ ມັນຍ່ອມບໍ່ເກີດ​ຜົນຫຍັງເລີຍ.

ຄວາມຮັກຄືການໃຫ້ອະໄພ

ຄວາມຮັກອັນບໍລິສຸດ​ຂອງພຣະຄຣິດ ຊຶ່ງເປັນຄວາມໃຈບຸນນັ້ນ,6 ບໍ່ພຽງແຕ່ດົນ​ໃຈເຮົາໃຫ້ຮັບໃຊ້ ເທົ່ານັ້ນ ແຕ່ຍັງເຮັດໃຫ້ເຮົາ​ກ້າທີ່ຈະໃຫ້ອະໄພໄດ້ ບໍ່ວ່າຈະຢູ່ໃນ​ສະພາບໃດກໍຕາມ. ຂ້າພະເຈົ້າຂໍເລົ່າ​ປະສົບການທີ່​ເປັນຜົນສະທ້ອນ ແລະ ມີການປ່ຽນແປງ​ຕໍ່ຊີວິດ ຂອງຂ້າພະເຈົ້າ ໃຫ້ທ່ານຟັງ. ທ້າວເທດ ແລະ ນາງແຊຣອນ ຊຶ່ງເປັນພໍ່ແມ່ຂອງ​ທ້າວຄູບເປີ້ ໄດ້ອະນຸຍາດ​ໃຫ້ຂ້າພະເຈົ້າ ເລົ່າເລື່ອງ ຊຶ່ງກາຍມາເກົ້າປີແລ້ວ​ໃນຄອບຄົວ​ຂອງເຂົາເຈົ້າ ໃຫ້ທ່ານຟັງ. ຂ້າພະເຈົ້າຈະເລົ່າ​ປະສົບການນັ້ນ​ຈາກມຸມມອງ​ຂອງທ້າວເທດ ທີ່ເປັນພໍ່ຂອງ​ທ້າວຄູບເປີ້ ວ່າ:

ໃນວັນທີ 21 ເດືອນ​ສິງຫາ, 2008, ແມ່ນມື້ເປີດຮຽນທຳອິດ ແລະ ອ້າຍສາມຄົນຂອງ​ທ້າວຄູບເປີ້ ຄື ທ້າວ ໄອແວນ, ແກເຣັດ, ແລະ ໂລແກນ ໄດ້ໄປຖ້າຢູ່ປ້າຍ​ລົດເມ. ທ້າວຄູບເປີ້ມີ ອາຍຸສີ່ປີ, ມື້ນັ້ນລາວ​ຂີ່ລົດຖີບ ແລະ ພັນລະຍາຂອງ​ຂ້າພະເຈົ້າຍ່າງ.

ພັນລະຍາຂອງ​ຂ້າພະເຈົ້າ​ຢູ່ຟາກຫົນທາງ ແລະ ໄດ້ບອກໃຫ້ທ້າວຄູບເປີ້ ຂ້າມຫົນທາງມາ​ຫາ. ໃນເວລາດຽວກັນ ລົດຄັນໜຶ່ງທີ່ລ້ຽວຊ້າຍ ມາຊ້າໆໄດ້ຕຳທ້າວຄູບເປີ້.

ເພື່ອນບ້ານໂທມາ​ບອກຂ້າພະເຈົ້າວ່າ​ທ້າວຄູບເປີ້ຖືກລົດຕຳ. ຂ້າພະເຈົ້າຈຶ່ງຟ້າວ​ຂັບລົດໄປເບິ່ງ​ລູກຢູ່ປ້າຍລົດເມ. ທ້າວຄູບເປີ້ກຳລັງ​ນອນຢູ່ເທິງຫຍ້າ ຫັນໃຈຫອບໆຢູ່ ແຕ່ບໍ່ເຫັນວ່າ​ມີ​ຮອຍ​ບາດ​ແຜ​ຈັກ​ບ່ອນ.

ຂ້າພະເຈົ້າໄດ້​ຄຸເຂົ່າລົງຂ້າງລູກ ແລ້ວປອບໃຈລູກວ່າ “ລູກຈະບໍ່ເປັນຫຍັງດອກ. ສູ້ໆເດີ ລູກ.” ແລ້ວ ຜູ້ນຳຝ່າຍມະຫາ​ປະໂລຫິດ ທີ່ຊື່ນາທານ ແລະ ພັນລະຍາຂອງລາວ​ໄດ້ມາຫາພວກເຮົາ. ນາງແນະນຳ​ພວກເຮົາວ່າ ຄວນໃຫ້ພອນ​ແກ່ທ້າວຄູບເປີ້. ພວກເຮົາໄດ້ວາງມື​ເທິງຫົວຂອງ​ທ້າວຄູບເປີ້. ຂ້າພະເຈົ້າບໍ່ຈື່ວ່າ​ເວົ້າຫຍັງແດ່​ໃນຕອນໃຫ້ພອນນັ້ນ, ແຕ່ຈື່ຄັກແນ່ວ່າ​ມີອົງວິນຍານຫລາຍອົງ​ສະຖິດອ້ອມຮອບພວກເຮົາ ແລະ ຕອນນັ້ນຂ້າພະເຈົ້າ​ຮູ້ໄດ້ວ່າທ້າວຄູບເປີ້​ຈະບໍ່ລອດແລ້ວ.

ມີຍົນເຮລີຄອບເຕີ້​ມາຮັບທ້າວຄູບເປີ້​ໄປໂຮງໝໍ ແຕ່ທ້າວຄູບເປີ້​ກໍບໍ່ລອດອີ່ຫລີ. ຂ້າພະເຈົ້າໄດ້ຮູ້ສຶກ​ພຣະບິດາເທິງສະຫວັນ​ບອກຂ້າພະເຈົ້າວ່າ ໜ້າທີ່ເບິ່ງແຍງລູກ​ຂອງເຈົ້າທາງໂລກ​ໄດ້ສິ້ນສຸດແລ້ວ ດຽວນີ້ທ້າວຄູບເປີ້​ໄດ້ຢູ່ໃນຄວາມ​ເບິ່ງແຍງຂອງເຮົາ.

ພວກເຮົາມີໂອກາດ​ຢູ່ກັບທ້າວຄູບເປີ້​ຢູ່ໂຮງໝໍ. ພະນັກງານໄດ້​ຕຽມລູກຂອງພວກເຮົາ ເພື່ອພວກເຮົາ​ຈະໄດ້ອູ້ມ, ໄດ້ສັ່ງລາ, ແລະ ອະນຸຍາດໃຫ້ຢູ່ກັບ​ລູກດົນເທົ່າໃດກໍໄດ້.

ຕອນກັບບ້ານ ພັນລະຍາຂອງ​ຂ້າພະເຈົ້າໂສກເສົ້າ ແລະ ພວກເຮົາໄດ້ເບິ່ງ​ໜ້າກັນ ແລະ ລົມກັນເລື່ອງຊາຍໜຸ່ມ​ທີ່ຂັບລົດຕຳລູກ. ເຖິງແມ່ນວ່າລາວ​ຢູ່ອີກຟາກທາງໜຶ່ງ ແລະ ຢູ່ໃນເຂດຫວອດ​ຂອງພວກເຮົາ ແຕ່ພວກເຮົາ​ບໍ່ຮູ້ຈັກລາວເລີຍ.

ມື້ຕໍ່ມາ ແມ່ນມື້ທີ່​ລຳບາກຫລາຍ ເພາະພວກເຮົາ​ໂສກເສົ້າໜັກໜ່ວງ. ຂ້າພະເຈົ້າຈຶ່ງໄດ້ນັ່ງຄຸເຂົ່າ​ອະທິຖານ ແບບ​ສຸດ​ໃຈ​ແທ້ໆ ແບບບໍ່ເຄີຍມີມາກ່ອນ. ຂ້າພະເຈົ້າອ້ອນວອນ​ພຣະບິດາເທິງສະຫວັນ ໃນພຣະນາມ​ຂອງພຣະຜູ້ຊ່ວຍໃຫ້ລອດ​ຂອງຂ້າພະເຈົ້າ ໃຫ້ພຣະອົງ​ກຳຈັດຄວາມໂສກເສົ້າ​ໜັກໜ່ວງນີ້ອອກໄປ. ພຣະ​ອົງ​ກໍໄດ້ເຮັດ.

ຕໍ່ມາໃນມື້ນັ້ນເອງ ໜຶ່ງໃນຜູ້ປຶກສາໃນ​ຝ່າຍປະທານສະເຕກ ໄດ້ຈັດແຈງ​ໃຫ້ມີການພົບກັນ​ລະຫວ່າງພວກເຮົາ ກັບຊາຍໜຸ່ມ—ຄົນຂັບລົດ—ແລະ ພໍ່ແມ່ຂອງລາວ​ຢູ່ບ້ານຜູ້ປຶກສາ. ແຊຣັນ ແລະ ຂ້າພະເຈົ້າໄດ້​ນັ່ງຖ້າລາວ ແລະ ພໍ່ແມ່ຂອງລາວ. ພວກເຮົາໄດ້ພົບເຂົາເຈົ້າ​ເປັນເທື່ອທຳອິດ ເມື່ອປະຕູເປີດອອກ. ອະທິການຂອງຂ້າພະເຈົ້າ​ໄດ້ຊຶ່ມໃສ່ຫູ​ຂ້າພະເຈົ້າວ່າ “ໄປຫາລາວ ແມ້.” ແຊຣັນ ແລະ ຂ້າພະເຈົ້າໄດ້​ໂອບກອດລາວເປັນກຸ່ມ. ພວກເຮົາກໍໄຫ້ໃສ່ກັນ ຮູ້ສຶກວ່າໄຫ້ດົນເຕີບ. ພວກເຮົາໄດ້ບອກ​ລາວວ່າ ພວກເຮົາຮູ້ວ່າ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນນັ້ນ​ເປັນມີອຸບັດເຫດ.

ມັນເປັນສິ່ງມະຫັດ​ສະຈັນສຳລັບ​ແຊຣັນ ແລະ ຂ້າພະເຈົ້າເອງ ທີ່ວ່າເປັນຫຍັງ​ພວກເຮົາທັງສອງ ຈຶ່ງຮູ້ສຶກແບບນັ້ນ​ໃນຕອນນັ້ນ ແລະ ຍັງຮູ້ສຶກແບບນັ້ນຢູ່. ໂດຍພຣະຄຸນຂອງພຣະເຈົ້າ, ພວກເຮົາສາມາດ​ເດີນໄປຕາມທາງ ອັນກວ້າງໄກ ແນ່ວແນ່ໄດ້ ຊຶ່ງເປັນທາງດຽວ ແລະ ນັ້ນຄືຮັກຊາຍໜຸ່ມ​ທີ່ດີຄົນນີ້.

ພວກເຮົາໃກ້ຊິດ​ກັບລາວ ແລະ ຄອບຄົວຂອງລາວ​ໄດ້ຫລາຍປີແລ້ວ. ພວກເຮົາໄດ້ໄປຮ່ວມ​ຂັ້ນຕອນສຳຄັນຕ່າງໆ​ໃນຊີວິດຂອງລາວ. ພວກເຮົາຍັງໄດ້ໄປ​ພຣະວິຫານກັບລາວອີກ ຕອນທີ່ລາວຕຽມໄປເປັນ ຜູ້ສອນສາດສະໜາ.7

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທ້າວເທດ ຮູ້ໂດຍບໍ່ຕ້ອງສົງໄສເລີຍວ່າ ພຣະບິດາເທິງ​ສະຫວັນຮັກພວກເຮົາ. ລາວຮູ້ວ່າການ​ທີ່ໃຫ້ອະໄພໄດ້ ແລະ ສາມາດປ່ອຍວາງແນວນັ້ນ ກໍລ້ຳເລີດເທົ່າກັນ​ກັບການທີ່ມີຄົນອະໄພໂທດ​ໃຫ້ເຮົາ. ຄວາມລ້ຳເລີດນີ້ ແມ່ນມາຈາກການເຮັດ​ຕາມຕົວຢ່າງຂອງຜູ້ທີ່​ເປັນຕົວຢ່າງທີ່ດີ​ຂອງພວກເຮົາ. ໃນພຣະຄຳພີມໍມອນ, ແອວມາ ໄດ້ກ່າວເຖິງພຣະຜູ້ຊ່ວຍ​ໃຫ້ລອດວ່າ, ”ແລະ ພຣະອົງຈະສະເດັດອອກໄປ, ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ການລໍ້ລວງທຸກຢ່າງ; ແລະ ນີ້ກໍເພື່ອຄຳເວົ້າຈະ​ໄດ້ສຳເລັດຊຶ່ງໄດ້ກ່າວໄວ້ວ່າ ພຣະອົງຈະຮັບເອົາ​ຄວາມເຈັບປວດ ແລະ ຄວາມປ່ວຍໄຂ້​ຂອງຜູ້ຄົນ ຂອງພຣະອົງ.”8

ອ້າຍເອື້ອຍນ້ອງທັງຫລາຍ, ເລື່ອງນີ້ ຊ່າງເປັນເລື່ອງ​ທີ່ມະຫັດສະຈັນ​ແຫ່ງຄວາມຮັກ ແລະ ການໃຫ້ອະໄພແທ້ໆ. ເຮົາກໍສາມາດ​ມີຄວາມຊື່ນຊົມ ແລະ ຄວາມສຸກໄດ້ຄືກັນ ເມື່ອເຮົາຮັບໃຊ້ ແລະ ໃຫ້ອະໄພຄົນອື່ນ. ຫລານຊາຍຄົນໜຶ່ງ ຊື່ຈໍຈີ ມັກຖາມວ່າ, “ຄອບຄົວເຮົາເປັນຄອບຄົວແນວໃດ?” ແລະ ລາວຕອບວ່າ, “ພວກເຮົາເປັນຄອບຄົວທີ່ມີຄວາມສຸກ!

ປະທານທອມມັສ ແອັສ ມອນສັນ ໄດ້ສອນ​ພວກເຮົາວ່າ, “ຂໍໃຫ້ພວກເຮົາໄຕ່ຕອງ ຊີວິດຂອງພວກເຮົາ ແລະ ໃຫ້ຕັ້ງໃຈເຮັດຕາມຕົວຢ່າງ ຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການມີ ຄວາມເມດຕາ, ຮັກແພງ, ແລະ ໃຈບຸນ.”9

ຂ້າພະເຈົ້າຮູ້ວ່າ ພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຮັກເຮົາ ແລະ ເຕັມໃຈທີ່ຈະຊ່ວຍ ເຫລືອເຮົາ ເມື່ອເຮົາເຮັດຕາມ ການມີຄວາມຮັກຕໍ່​ກັນແລະກັນ ຕາມທີ່ພວກ​ພຣະອົງຮັກເຮົາ. ແລະ ຂ້າພະເຈົ້າຮູ້ວ່າ ໂດຍການຮັບໃຊ້ ແລະ ການໃຫ້ອະໄພ​ຄົນອື່ນດ້ວຍຄວາມ​ຮັກຈິງໃຈ, ເຮົາສາ​ມາດ​ໄດ້​ຮັບ​ພະ​ລັງ​ທີ່​ຈະ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ຂອງ​ເຮົາ​ໄດ້. ແລະ ຂ້າພະເຈົ້າກ່າວມາ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.