ເພື່ອວ່າຄວາມຊົມຊື່ມຍິນດີຂອງທ່ານຈະເຕັມບໍລິບູນ
ພຣະເຢຊູເປັນແຫລ່ງແຫ່ງການປິ່ນປົວ, ຄວາມສະຫງົບ, ແລະ ຄວາມກ້າວໜ້ານິລັນດອນທັງໝົດ.
ອ້າຍເອື້ອຍນ້ອງທັງຫລາຍ, ຊ່າງເປັນຄວາມຊົມຊື່ນຍິນດີແທ້ໆທີ່ໄດ້ມາຮ່ວມກັບທ່ານ. ແລະ ນັ້ນຄືສິ່ງທີ່ຂ້າພະເຈົ້າຢາກກ່າວກັບທ່ານ ໃນເຊົ້າມື້ນີ້—ຄືການມີຄວາມຊົມຊື່ນຍິນດີຈົນເຕັມບໍລິບູນ.
ຂ່າວເມື່ອບໍ່ດົນມານີ້ ອ່ານວ່າ, “ໄພພິບັດຮ້າຍແຮງສັ່ນສະເທືອນທົ່ວປະເທດ [ແລະ] ທົ່ວໂລກ.”1 ຈາກລົມພະຍຸ ແລະ ນ້ຳຖ້ວມ ເຖິງອາກາດຮ້ອນ ແລະ ຄວາມແຫ້ງແລ້ງ, ຈາກໄຟເຜົາລາມປ່າ ແລະ ແຜ່ນດິນໄຫວ ເຖິງສົງຄາມ ແລະ ພະຍາດຮ້າຍແຮງ, ເບິ່ງຄືວ່າ “ໂລກທັງໂລກ [ກຳລັງ] ວຸ້ນວາຍຢ່າງໃຫຍ່.”2
ຜູ້ຄົນຫລາຍລ້ານຄົນ ໄດ້ຖືກຍົກຍ້າຍ, ແລະ ຫລາຍຊີວິດໄດ້ຖືກລົບກວນ ໂດຍການທ້າທາຍນີ້. ການຂັດແຍ້ງໃນຄອບຄົວ ແລະ ຊຸມຊົນ ຕະຫລອດທັງການດີ້ນລົນດ້ວຍຄວາມຢ້ານກົວ, ຄວາມສົງໄສ, ແລະ ຄວາມຄາດໝາຍທີ່ບໍ່ແນ່ນອນ ໄດ້ເຮັດໃຫ້ເຮົາວຸ້ນວາຍຄືກັນ. ອາດຍາກທີ່ຈະຮູ້ສຶກເຖິງຄວາມຊົມຊື່ນຍິນດີ ດັ່ງ ທີ່ລີໄຮໄດ້ສອນວ່າ ມັນເປັນຈຸດປະສົງຂອງຊີວິດ.3 ໃນເວລາເຊັ່ນນັ້ນ ເຮົາທຸກຄົນຈະຖາມວ່າ: “ເຮົາຈະຫັນໄປຫາຄວາມສະຫງົບໄດ້ຢູ່ໃສ? ຄວາມປອບໂຍນຂອງເຮົາຢູ່ໃສ … ?”4 ເຮົາສົງໄສວ່າ, ເຮົາຈະຊອກຫາຄວາມຊົມຊື່ນຍິນດີໄດ້ແນວໃດ ໃນຊີວິດມະຕະທີ່ຫຍຸ້ງຍາກນີ້?
ຄຳຕອບອາດເບິ່ງວ່າລຽບງ່າຍ, ແຕ່ມັນພິສູດໄດ້ວ່າຈິງ ນັບແຕ່ວັນເວລາຂອງອາດາມເປັນຕົ້ນມາ. ຄວາມຊົມຊື່ນຍິນດີທີ່ຍືນຍົງ ແມ່ນການເອົາໃຈໃສ່ຕໍ່ ພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ແລະ ການດຳລົງຊີວິດຕາມພຣະກິດຕິຄຸນ ດັ່ງທີ່ພຣະອົງໄດ້ສະແດງໃຫ້ເຫັນ ແລະ ສິດສອນ. ເມື່ອເຮົາ ຮຽນຮູ້ກ່ຽວກັບ, ມີສັດທາໃນ, ແລະ ເຮັດຕາມຕົວຢ່າງຂອງ ພຣະເຢຊູຄຣິດ, ເຮົາຈະເຂົ້າໃຈຫລາຍຂຶ້ນ ວ່າພຣະອົງເປັນແຫລ່ງແຫ່ງການປິ່ນປົວ, ຄວາມສະຫງົບ, ແລະ ຄວາມກ້າວໜ້ານິລັນດອນທັງໝົດ. ພຣະອົງເຊື້ອເຊີນເຮົາແຕ່ລະຄົນໃຫ້ມາຫາພຣະອົງ,5 ຊຶ່ງເປັນການເຊື້ອເຊີນທີ່ປະທານເຮັນຣີ ບີ ໄອຣິງ ໄດ້ອະທິບາຍວ່າເປັນ “ການເຊື້ອເຊີນທີ່ສຳຄັນທີ່ສຸດ ທີ່ບຸກຄົນສາມາດໄດ້ຮັບ.”6
ຮຽນຮູ້ກ່ຽວກັບພຣະເຢຊູຄຣິດ
ເຮົາຈະມາຫາພຣະອົງໄດ້ແນວໃດ? ເດືອນເມສາຜ່ານມານີ້, ປະທານຣະໂຊ ເອັມ ແນວສັນ ແລະ ແອວເດີ ເອັມ ຣະໂຊ ບາເລີດ ໄດ້ຊຸກຍູ້ເຮົາໃຫ້ສຶກສາເອກະສານ “The Living Christ”7 ເປັນພາກສ່ວນໜຶ່ງທີ່ຮຽນຮູ້ກ່ຽວກັບ ພຣະຜູ້ຊ່ວຍໃຫ້ລອດ. ຫລາຍຄົນກໍໄດ້ເຮັດຕາມ ແລະ ໄດ້ຮັບພອນ. ເມື່ອບໍ່ດົນມານີ້ ເພື່ອນທີ່ດີຄົນໜຶ່ງໄດ້ມອບເອກະສານທີ່ມີຮູບພຣະກິດຕິຄຸນ ຊຶ່ງອະທິບາຍແຕ່ລະສຳນວນ ໃຫ້ລູກຜູ້ໃຫຍ່ຂອງນາງແຕ່ລະຄົນ. ນາງໄດ້ຊຸກຍູ້ເຂົາເຈົ້າ ໃຫ້ຊ່ວຍພວກຫລານຂອງນາງ ໃຫ້ເຂົ້າໃຈ ແລະ ທ່ອງຈຳ. ບໍ່ດົນຈາກນັ້ນ ເພື່ອນຂອງຂ້າພະເຈົ້າໄດ້ເອົາວິດີໂອມາໃຫ້ຂ້າພະເຈົ້າເບິ່ງ ກ່ຽວກັບຫລານສາວຂອງນາງ ອາຍຸ ຫົກປີ, ນາງເລນີ, ກ່າວທ່ອງຂຶ້ນໃຈ ດ້ວຍຄວາມກະຕືລືລົ້ນ ແລະ ດ້ວຍຄວາມໝັ້ນໃຈ. ຂ້າພະເຈົ້າຮັບຮູ້ວ່າ ຖ້າຫາກເດັກອາຍຸຫົກປີສາມາດເຮັດໄດ້, ຂ້າພະເຈົ້າກໍສາມາດເຮັດໄດ້ຄືກັນ!
ເມື່ອຂ້າພະເຈົ້າສຶກສາຊີວິດ ແລະ ຄຳສອນຂອງພຣະເຢຊູຄຣິດ ດ້ວຍຄວາມເອົາໃຈໃສ່ ແລະ ດ້ວຍຄວາມຕັ້ງໃຈ ຈາກເອກະສານ “The Living Christ” ຫລາຍຂຶ້ນເທົ່າໃດ, ແລ້ວຂ້າພະເຈົ້າກໍມີຄວາມກະຕັນຍູ ແລະ ມີຄວາມຮັກ ຕໍ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຫລາຍຂຶ້ນເທົ່ານັ້ນ. ແຕ່ລະປະໂຫຍກຂອງເອກະສານທີ່ດົນໃຈນັ້ນ ມີຄຳເທດສະໜາ ແລະ ໄດ້ຊ່ວຍຂ້າພະເຈົ້າໃຫ້ເຂົ້າໃຈຫລາຍຂຶ້ນ ເຖິງບົດບາດແຫ່ງສະຫວັນ ແລະ ພາລະກິດຢູ່ເທິງແຜ່ນດິນໂລກຂອງພຣະອົງ. ສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ ແລະ ຮູ້ສຶກ ຜ່ານການສຶກສາ ແລະ ໄຕ່ຕອງໃນລະຫວ່າງນີ້ ແມ່ນການຢືນຢັນວ່າ ພຣະເຢຊູ “ເປັນຄວາມສະຫວ່າງ, ເປັນຊີວິດ, ແລະ ເປັນຄວາມຫວັງແທ້ໆຂອງໂລກ.”8 ພຣະຄຳພີຂອງສະໄໝບູຮານ ແລະ ຖ້ອຍຄຳຂອງສາດສະດາໃນຍຸກສຸດທ້າຍ ໄດ້ຖືກຂຽນຂຶ້ນ ຫລື ກ່າວເຖິງພຣະອົງດ້ວຍຄຳສັນລະເສີນ ເປັນພະຍານວ່າ “ວິທີຂອງພຣະອົງ ເປັນເສັ້ນທາງທີ່ນຳໄປສູ່ຄວາມສຸກ ໃນຊີວິດນີ້ ແລະ ຊີວິດນິລັນດອນ ໃນໂລກທີ່ຈະມາເຖິງ.”9
ການມີສັດທາໃນ ພຣະເຢຊູຄຣິດ
ເມື່ອທ່ານສຶກສາກ່ຽວກັບພຣະຊົນຊີບ ແລະ ຄຳສອນຂອງພຣະຄຣິດ ໃນຫລາຍວິທີທາງ, ແລ້ວທ່ານຈະມີສັດທາຫລາຍຂຶ້ນໃນພຣະອົງ. ທ່ານຈະຮູ້ຈັກວ່າ ພຣະອົງຮັກທ່ານເປັນສ່ວນຕົວ ແລະ ເຂົ້າໃຈທ່ານເປັນຢ່າງດີ. ໃນໄລຍະ 33 ພັນສາ ແຫ່ງຄວາມເປັນມະຕະຂອງພຣະອົງ, ພຣະອົງໄດ້ທົນກັບການປະຕິເສດ; ການຂົ່ມເຫັງ; ຄວາມຫິວໂຫຍ, ຄວາມກະຫາຍນ້ຳ, ແລະ ຄວາມອ່ອນເພຍ;10 ຄວາມເປົ່າປ່ຽວ; ການຂົ່ມເຫັງທາງຄຳເວົ້າ ແລະ ທາງຮ່າງກາຍ; ແລະ ໃນທີ່ສຸດ, ການຖືກປະຫານ ໂດຍມືຂອງຄົນບາບ.11 ໃນສວນເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນແຫ່ງຄາວາຣີ, ພຣະອົງໄດ້ຮູ້ສຶກເຖິງຄວາມເຈັບປວດ, ຄວາມຍາກລຳບາກ, ການລໍ້ລວງ, ຄວາມເຈັບປ່ວຍ, ແລະ ຄວາມອ່ອນແອ ຂອງເຮົາ.12
ບໍ່ວ່າເຮົາຈະໄດ້ທົນທຸກທໍລະມານກັບສິ່ງໃດ, ແຕ່ພຣະອົງກໍເປັນແຫລ່ງແຫ່ງການ ປິ່ນປົວ. ຜູ້ທີ່ເຄີຍປະສົບກັບການຖືກຂົ່ມເຫັງ, ການສູນເສຍຈົນໝົດສິ້ນ, ການປ່ວຍໂຊຢ່າງໜັກ ຫລື ຄວາມພິການ, ການຖືກກ່າວຫາ, ການຂົ່ມເຫັງທີ່ຮ້າຍແຮງ, ຫລື ການຖືກທຳຮ້າຍທາງວິນຍານຈາກບາບ ຫລື ການເຂົ້າໃຈຜິດ, ບໍ່ວ່າຈະເປັນໃນຮູບແບບໃດກໍຕາມ, ທຸກສິ່ງຈະຖືກເຮັດໃຫ້ດີຂຶ້ນ ໂດຍພຣະຜູ້ໄຖ່ຂອງໂລກ. ແຕ່ພຣະອົງຈະບໍ່ເຂົ້າມາຊ່ວຍປາດສະຈາກການເຊື້ອເຊີນ. ເຮົາຕ້ອງມາຫາພຣະອົງ ແລະ ອະນຸຍາດໃຫ້ພຣະອົງຊ່ວຍເຫລືອດ້ວຍການມະຫັດສະຈັນຂອງພຣະອົງ.
ໃນມື້ທີ່ສວຍງາມຂອງລະດູໃບໄມ້ປົ່ງມື້ໜຶ່ງ, ຂ້າພະເຈົ້າໄດ້ເປີດປະຕູຮັບເອົາອາກາດສົດ. ນົກນ້ອຍໂຕໜຶ່ງໄດ້ບິນເຂົ້າມາ ແລະ ຮູ້ວ່າມັນຢູ່ຜິດບ່ອນ. ມັນໄດ້ບິນຢ່າງສົນລະວົນຢູ່ໃນຫ້ອງ, ທຽວໄປຕຳແຜ່ນແກ້ວທີ່ປ່ອງຢ້ຽມ ເພື່ອອອກໜີ. ຂ້າພະເຈົ້າກໍໄດ້ພະຍາຍາມຊ່ວຍມັນໄປຫາປະຕູ, ແຕ່ມັນພັດຢ້ານ ແລະ ໄດ້ບິນໄປທາງອື່ນ. ໃນທີ່ສຸດມັນໄດ້ໄປຈັບຢູ່ຜ້າກັ້ງປ່ອງຢ້ຽມ ດ້ວຍຄວາມອິດເມື່ອຍ. ຂ້າພະເຈົ້າໄດ້ເອົາຟອຍຍື່ນຂຶ້ນໄປຊ້າໆ ຫາບ່ອນທີ່ນົກຈັບຢູ່. ເມື່ອຂ້າພະເຈົ້າຄ່ອຍຊຸກປາຍຟອຍຂຶ້ນເຖິງໂຕນົກ, ມັນກໍອອກມາຢຽບຢູ່ປາຍຟອຍ. ແລ້ວຂ້າພະເຈົ້າໄດ້ຄ່ອຍຍ່າງ ພາມັນໄປຫາປະຕູທີ່ເປີດຢູ່, ໂດຍທີ່ໄດ້ຈັບກ້ານຟອຍໄວ້ໃຫ້ແໜ້ນ. ທັນທີທີ່ພວກເຮົາໄດ້ໄປເຖິງປະຕູ, ນົກກໍໄດ້ບິນໄປຢ່າງມີອິດສະລະ.
ຄືກັນກັບນົກໂຕນັ້ນ, ບາງເທື່ອເຮົາກໍຢ້ານທີ່ຈະໄວ້ວາງໃຈ ເພາະເຮົາບໍ່ເຂົ້າໃຈເຖິງຄວາມຮັກ ແລະ ຄວາມປາດຖະໜາຢາກຊ່ວຍເຫລືອ ທີ່ແທ້ຈິງຂອງພຣະເຈົ້າ. ແຕ່ເມື່ອເຮົາສຶກສາແຜນຂອງພຣະບິດາເທິງສະຫວັນ ແລະ ພາລະກິດຂອງພຣະເຢຊູຄຣິດ, ເຮົາຈະເຂົ້າໃຈວ່າ ຈຸດປະສົງຕົ້ນຕໍຂອງພວກພຣະອົງ ແມ່ນເພື່ອໃຫ້ເຮົາມີຄວາມສຸກ ແລະ ກ້າວໜ້າ.13 ພວກພຣະອົງພ້ອມທີ່ຈະຊ່ວຍເຫລືອເຮົາ ເມື່ອເຮົາໝັ່ນຂໍ, ໝັ່ນຊອກ, ແລະ ໝັ່ນເຄາະ.14 ເມື່ອເຮົາໃຊ້ສັດທາ ແລະ ຖ່ອມຕົວ ເປີດຕົວເອງຮັບເອົາຄຳຕອບຈາກພວກພຣະອົງ, ແລ້ວເຮົາຈະເປັນອິດສະລະ ຈາກຄວາມເຂົ້າໃຈຜິດ ແລະ ຄວາມສັນນິຖານ, ແລະ ເຮົາຈະສາມາດເຫັນທາງທີ່ຈະກ້າວເດີນໄປໜ້າ.
ພຣະເຢຊູຄຣິດ ກໍເປັນແຫລ່ງໃຫ້ ຄວາມສະຫງົບ. ພຣະອົງເຊື້ອເຊີນເຮົາໃຫ້ “ເພິ່ງພາຄວາມຊ່ວຍເຫລືອທີ່ພຽງພໍຂອງ [ພຣະອົງ]”15 ແລະ ສັນຍາທີ່ຈະປະທານ “ຄວາມສະຫງົບ … ຊຶ່ງເກີນກວ່າຄວາມເຂົ້າໃຈທັງໝົດ,”16 ໃຫ້ເຮົາ ຊຶ່ງເປັນຄວາມຮູ້ສຶກທີ່ມີມາ ເມື່ອພຣະວິນຍານຂອງພຣະອົງ “ກ່າວຄວາມສະຫງົບແກ່ຈິດວິນຍານຂອງເຮົາ”17 ບໍ່ວ່າການທ້າທາຍທີ່ອ້ອມຮອບເຮົາຢູ່ ຈະເປັນສິ່ງໃດກໍຕາມ. ບໍ່ວ່າຈະເປັນການດີ້ນລົນເປັນສ່ວນຕົວ, ເປັນຄອບຄົວ, ຫລື ເປັນວິກິດການຂອງຊຸມຊົນກໍຕາມ, ຄວາມສະຫງົບຈະມີມາ ເມື່ອເຮົາໄວ້ວາງໃຈວ່າ ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ ເທົ່ານັ້ນທີ່ມີອຳນາດທີ່ຈະບັນເທົາຈິດວິນຍານທີ່ເຈັບປວດຂອງເຮົາໄດ້.
ສະເຈສະໜາ ໂພວິນສກີ, ເປັນຄົນໜຶ່ງໃນໄພ່ພົນກຸ່ມນ້ອຍໜຶ່ງໃນເມືອງ ຄາໂລແວັກ, ປະເທດ ໂຄຣເອເຊຍ, ໄດ້ເພິ່ງພາພຣະຜູ້ຊ່ວຍໃຫ້ລອດ ຕອນສາມີຂອງນາງ ແລະ ພໍ່ແມ່ຂອງນາງ ໄດ້ເສຍຊີວິດໄປປີກາຍນີ້ ຫ່າງກັນພຽງຫົກເດືອນເທົ່ານັ້ນ. ດ້ວຍຄວາມໂສກເສົ້າຫລາຍ, ແຕ່ຍັງມີປະຈັກພະຍານວ່າຄອບຄົວຈະຢູ່ນຳກັນຕະຫລອດການ, ນາງຈຶ່ງໄດ້ໃຊ້ເງິນທີ່ທ້ອນໄວ້ ເພື່ອເດີນທາງໄປພຣະວິຫານ, ບ່ອນທີ່ນາງໄດ້ຜະນຶກເຂົ້າກັບສາມີ ແລະ ພໍ່ແມ່. ນາງໄດ້ບອກວ່າ ໃນມື້ເຫລົ່ານັ້ນ ທີ່ພຣະວິຫານ ເປັນມື້ທີ່ສຳຄັນທີ່ສຸດ ໃນຊີວິດຂອງນາງ. ເປັນເພາະປະຈັກພະຍານທີ່ໝັ້ນຄົງຂອງນາງເຖິງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ນາງຈຶ່ງຮູ້ສຶກສະຫງົບໃຈ ແລະ ໄດ້ຮັບການປິ່ນປົວ ແລະ ກໍຍັງໄດ້ເປັນພະລັງໃຫ້ແກ່ຜູ້ຄົນທີ່ຢູ່ອ້ອມຮອບນາງນຳອີກ.
ສັດທາໃນພຣະເຢຊູຄຣິດ ໄດ້ນຳຂອງປະທານທີ່ເກີນກວ່າການປິ່ນປົວ ແລະ ຄວາມສະຫງົບ ມາໃຫ້ນຳອີກ. ດັ່ງທີ່ປະທານ ເຮັນຣີ ບີ ໄອຣິງ ໄດ້ບອກ ທີ່ວ່າ: “ຂ້າພະເຈົ້າໄດ້ຂອບພຣະໄທ ສຳລັບຫລາຍວິທີທາງທີ່ພຣະຜູ້ເປັນເຈົ້າ ໄດ້ມາຢ້ຽມຢາມຂ້າພະເຈົ້າ ເວລາຂ້າພະເຈົ້າຕ້ອງການຄວາມສະຫງົບ. ແຕ່ພຣະບິດາໃນສະຫວັນຂອງເຮົາ ບໍ່ໄດ້ເປັນຫ່ວງພຽງແຕ່ກັບຄວາມສຸກສະບາຍຂອງເຮົາເທົ່ານັ້ນ ແຕ່ກັບຄວາມກ້າວໜ້າຂອງເຮົາອີກດ້ວຍ.”18
ເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ຊຶ່ງຮ່ວມດ້ວຍຂອງປະທານແຫ່ງການໄຖ່ ແລະ ການຟື້ນຄືນຊີວິດ, ເຮົາຈຶ່ງສາມາດກັບໃຈ, ປ່ຽນແປງ, ແລະ ກ້າວໜ້າຊົ່ວນິລັນດອນ. ເພາະພະລັງທີ່ພຣະອົງໄດ້ປະທານໃຫ້ເຮົາ, ເມື່ອເຮົາເຊື່ອຟັງ, ເຮົາຈະສາມາດກາຍເປັນຫລາຍກວ່າທີ່ເຮົາສາມາດ ດ້ວຍຕົວເອງ. ເຮົາອາດບໍ່ເຂົ້າໃຈຄັກ ວ່າດ້ວຍວິທີໃດ, ແຕ່ເຮົາທຸກຄົນໄດ້ຮູ້ສຶກມີສັດທາຫລາຍຂຶ້ນໃນພຣະຄຣິດ ແລະ ກໍໄດ້ຮັບຄວາມເຂົ້າໃຈຫລາຍຂຶ້ນ ເຖິງຈຸດໝາຍປາຍທາງແຫ່ງສະຫວັນ ແລະ ຈຸດປະສົງຂອງເຮົາ, ຊຶ່ງນຳພາເຮົາໃຫ້ເລືອກສິ່ງທີ່ສອດຄ່ອງກັບຄວາມຮູ້ນັ້ນ.
ເຖິງແມ່ນໂລກຈະພະຍາຍາມໂຄ່ນລົ້ມເຮົາລົງ ໄປຫາລະດັບຂອງການ “ພຽງແຕ່ເປັນສັດ,”19 ໂດຍທີ່ຮູ້ວ່າ ພຣະເຈົ້າເປັນພຣະບິດາຂອງເຮົາ ຈຶ່ງເຮັດໃຫ້ເຮົາແນ່ໃຈວ່າ ເຮົາມີສັກກະຍະພາບທີ່ສູງສົ່ງ ແລະ ມີຄຳສັນຍາທີ່ຍິ່ງໃຫຍ່. ເຖິງແມ່ນໂລກບອກເຮົາວ່າ ເມື່ອຕາຍໄປ ຊີວິດກໍສິ້ນສຸດລົງ, ໂດຍທີ່ຮູ້ວ່າ ພຽງແຕ່ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ ເທົ່ານັ້ນ ທີ່ສາມາດຊ່ວຍເຮົາໃຫ້ໄດ້ຮັບການໄຖ່ ແລະ ຟື້ນຄືນຊີວິດ ກໍໃຫ້ຄວາມຫວັງສຳລັບຄວາມກ້າວໜ້ານິລັນດອນແກ່ເຮົາແລ້ວ.
ເຮັດຕາມຕົວຢ່າງຂອງພຣະເຢຊູຄຣິດ
ເມື່ອເຮົາຮຽນຮູ້ກ່ຽວກັບພຣະເຢຊູຄຣິດຫລາຍຂຶ້ນເທົ່າໃດ, ເຮົາຈະພັດທະນາສັດທາຂອງເຮົາໃນພຣະອົງຫລາຍຂຶ້ນເທົ່ານັ້ນ ແລະ ເຮົາກໍຢາກເຮັດຕາມຕົວຢ່າງຂອງພຣະອົງ. ເຮົາກໍຢາກຮັກສາພຣະບັນຍັດຂອງພຣະອົງຫລາຍກວ່າເກົ່າ. ເຮົາກໍຢາກຊ່ວຍບັນເທົາຄົນອື່ນຈາກຄວາມທຸກທໍລະມານ, ດັ່ງທີ່ພຣະອົງໄດ້ກະທຳ, ແລະ ເຮົາກໍຢາກໃຫ້ເຂົາເຈົ້າມີຄວາມສະຫງົບ ແລະ ມີຄວາມສຸກ ດັ່ງທີ່ເຮົາມີ.
ເປັນຫຍັງການພະຍາຍາມເຮັດຕາມພຣະອົງ ຈຶ່ງມີພະລັງຫລາຍແທ້? ເພາະວ່າເມື່ອເຮົາມີສັດທາໃນການກະທຳ, ພຣະວິນຍານບໍລິສຸດ ຈະເປັນພະຍານເຖິງຄວາມຈິງແທ້ຂອງນິລັນດອນ.20 ພຣະເຢຊູແນະນຳສານຸສິດຂອງພຣະອົງໃຫ້ຮັກສາພຣະບັນຍັດຂອງພຣະອົງ ເພາະວ່າ ເມື່ອເຮົາເຮັດຕາມຕົວຢ່າງຂອງພຣະອົງ, ເຮົາຈະເລີ່ມປະສົບກັບຄວາມຊົມຊື່ນຍິນດີ, ແລະ ເມື່ອເຮົາເດີນຕໍ່ໄປໃນເສັ້ນທາງຂອງພຣະອົງ, ເຮົາຈະມີຄວາມຊົມຊື່ນຍິນດີຄົບເຕັມບໍລິບູນ. ພຣະອົງໄດ້ອະທິບາຍວ່າ, “ເຮົາໄດ້ບອກຂໍ້ຄວາມເຫລົ່ານີ້ແກ່ພວກເຈົ້າ, ເພື່ອຄວາມຊົມຊື່ນຍິນດີຂອງພວກເຈົ້າຈະຄົບເຕັມບໍລິບູນ.”21
ປະຈັກພະຍານຂອງເຮົາ ຖືກສ້າງຂຶ້ນເທິງດານຫີນຂອງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງບໍ? ເມື່ອມໍລະສຸມຊີວິດມາເຖິງ, ເຮົາຈະຟ້າວຟັ່ງຊອກຫາປຶ້ມແນະນຳ ຫລື ຕິດຂໍ້ຄວາມໃນອິນເຕີເນັດ ຂໍຄວາມຊ່ວຍເຫລືອບໍ? ການໃຊ້ເວລາສ້າງສັນ ແລະ ເພີ່ມຄວາມຮູ້ ແລະ ເພີ່ມພະລັງໃຫ້ແກ່ປະຈັກພະຍານຂອງເຮົາ ເຖິງພຣະເຢຊູຄຣິດ ຈະມີປະໂຫຍດຫລາຍກວ່າ ໃນເວລາມີການທົດລອງ ແລະ ໃນຄວາມຍາກລຳບາກ. ການອ່ານພຣະຄຳພີ ແລະ ໄຕ່ຕອງຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ທຸກວັນ, ການມີພາກສ່ວນໃນການອະທິຖານຢ່າງມີຄວາມໝາຍ, ການເອົາໃຈໃສ່ຕໍ່ການຮັບສ່ວນສິນລະລຶກທຸກອາທິດ, ການຮັບໃຊ້ຢ່າງທີ່ພຣະຜູ້ຊ່ວຍໃຫ້ລອດ ຈະກະທຳ—ກິດຈະກຳທີ່ງ່າຍໆເຫລົ່ານີ້ ຈະກາຍເປັນສິ່ງສ້າງຊີວິດທີ່ມີຄວາມສຸກໃຫ້ເຮົາໄດ້.
ແມ່ນຫຍັງນຳຄວາມຊົມຊື່ນຍິນດີມາໃຫ້ທ່ານ? ເມື່ອເຫັນຄົນທີ່ທ່ານຮັກຫລັງກັບຈາກທຳງານ? ຄວາມພໍໃຈກັບວຽກງານທີ່ສຳເລັດໄປດ້ວຍດີ? ແວວຕາທີ່ສົດໃສຂອງບາງຄົນ ເມື່ອທ່ານຊ່ວຍແບ່ງເບົາພາລາຂອງເຂົາເຈົ້າ? ເນື້ອເພງສວດ ທີ່ປະທັບໃຈ? ມິດຕະພາບຂອງເພື່ອນໃກ້ຊິດ? ຈົ່ງໃຊ້ເວລາງຽບໆ ເພື່ອຄິດເຖິງພອນຂອງທ່ານ, ແລະ ແລ້ວໃຫ້ຫາວິທີແບ່ງປັນມັນໃຫ້ກັບຄົນອື່ນ. ເມື່ອທ່ານເອື້ອມອອກໄປຮັບໃຊ້ ແລະ ເຊີດຊູອ້າຍເອື້ອຍນ້ອງຢູ່ໃນໝູ່ບ້ານ ຫລື ຕະຫລອດທົ່ວໂລກ ຊຶ່ງກຳລັງຢູ່ໃນຄວາມວຸ້ນວາຍ, ແລ້ວທ່ານຈະຮູ້ສຶກໄດ້ຮັບຄວາມສະຫງົບ ແລະ ການປິ່ນປົວ ແລະ ແມ່ນແຕ່ມີຄວາມກ້າວໜ້າ ຫລາຍກວ່າເກົ່າ.
ຈົ່ງມາຫາພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ເມື່ອທ່ານໃຫ້ພຣະເຢຊູຄຣິດເປັນຈຸດໃຈກາງໃນຊີວິດຂອງທ່ານ, ແລ້ວທ່ານຈະພົບຄວາມຊົມຊື່ນຍິນດີ ໃນສະພາບການຂອງທ່ານ, ບໍ່ວ່າຈະເປັນສິ່ງໃດກໍຕາມ. ແນ່ນອນ “ພຣະອົງ, ເທົ່ານັ້ນ,”22 ທີ່ເປັນຄຳຕອບ. ໃຫ້ຫາເວລາ ແລະ ໃຊ້ເວລາທີ່ຈະຮູ້ຈັກພຣະເຢຊູຄຣິດ ຜ່ານການສຶກສາຢ່າງພາກພຽນ, ພັດທະນາສັດທາໃນພຣະອົງ, ແລະ ພະຍາຍາມກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະເວົ້າອອກມາໄດ້, ກັບນາງນ້ອຍເລນາວ່າ “ຂໍຂອບພຣະໄທພຣະອົງເຈົ້າ ສຳລັບຂອງປະທານ ທີ່ເປັນພຣະບຸດແຫ່ງສະຫວັນຂອງພຣະອົງ.”23 ໃນພຣະນາມອັນສັກສິດ ແລະ ເປັນພອນຂອງພຣະເຢຊູຄຣິດ, ອາແມນ.