“ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ”
ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຈະປະທານສັນຕິສຸກໃຫ້ແກ່ສານຸສິດຂອງພຣະອົງ ໃນຂະນະທີ່ພຣະອົງຈະຈາກເຂົາເຈົ້າໄປ. ພຣະອົງໄດ້ສັນຍາຢ່າງດຽວກັນນັ້ນກັບເຮົາ.
ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພວກເຮົາໄດ້ຮັບພອນຫລາຍໃນຄ່ຳຄືນນີ້ ໂດຍພຣະວິນຍານຂອງພຣະເຈົ້າ. ຂ່າວສານທີ່ມີພະລັງຂອງເອື້ອຍນ້ອງຜູ້ນຳສະຕີ ແລະ ເພງ ກໍໄດ້ເສີມສັດທາ ແລະ ເພີ່ມຄວາມປາດຖະໜາຂອງເຮົາ ທີ່ຈະຮັກສາພັນທະສັນຍາອັນສັກສິດ ທີ່ເຮົາໄດ້ເຮັດໄວ້ກັບພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ. ພວກເຮົາໄດ້ຮູ້ສຶກເຖິງ ຄວາມຮັກທີ່ພວກເຮົາມີຫລາຍຂຶ້ນຕໍ່ອົງພຣະເຢຊູຄຣິດເຈົ້າ ແລະ ຄວາມຮູ້ບຸນຄຸນສຳລັບຂອງປະທານທີ່ປະເສີດລ້ຳ ແຫ່ງການເສຍສະລະຊົດໃຊ້ຂອງພຣະອົງ.
ຂ່າວສານຂອງຂ້າພະເຈົ້າໃນຄ່ຳຄືນນີ້ ແມ່ນລຽບງ່າຍ. ເຮົາທຸກຄົນຮູ້ສຶກເຖິງສັນຕິສຸກໃນຄ່ຳຄືນນີ້. ເຮົາທຸກຄົນຢາກຮູ້ສຶກເຖິງສັນຕິສຸກດັ່ງກ່າວເລື້ອຍໆພາຍໃນຕົວເຮົາເອງ, ໃນຄອບຄົວ, ແລະ ກັບຜູ້ຄົນທີ່ຢູ່ອ້ອມຮອບເຮົາ. ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຈະປະທານສັນຕິສຸກໃຫ້ແກ່ສານຸສິດຂອງພຣະອົງ ໃນຂະນະທີ່ພຣະອົງຈະຈາກເຂົາເຈົ້າໄປ. ພຣະອົງໄດ້ສັນຍາຢ່າງດຽວກັນນັ້ນກັບເຮົາ. ແຕ່ພຣະອົງໄດ້ກ່າວວ່າ ພຣະອົງຈະປະທານສັນຕິສຸກ ໃນວິທີຂອງພຣະອົງເອງ, ບໍ່ແມ່ນໃນວິທີຂອງໂລກ. ພຣະອົງໄດ້ບັນຍາຍເຖິງວິທີທີ່ພຣະອົງຈະສົ່ງສັນຕິສຸກມາໃຫ້ ດັ່ງນີ້:
“ແຕ່ພຣະຜູ້ປອບໂຍນຄື ພຣະວິນຍານບໍລິສຸດຍັງຢູ່ກັບພວກເຈົ້າ, ຜູ້ທີ່ພຣະບິດາຈະໃຊ້ມາໃນນາມຂອງເຮົາ, ອົງນັ້ນແຫລະ ຈະສິດສອນພວກເຈົ້າທຸກສິ່ງ ແລະ ຈະເຕືອນໃຫ້ພວກເຈົ້າລະນຶກເຖິງທຸກສິ່ງ, ຊຶ່ງເຮົາໄດ້ບອກພວກເຈົ້າແລ້ວນັ້ນ.
“ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ, ເປັນສັນຕິສຸກຂອງເຮົາ ທີ່ເຮົາມອບໃຫ້ພວກເຈົ້າ, ສັນຕິສຸກທີ່ເຮົາໃຫ້ນັ້ນ ບໍ່ເໝືອນສັນຕິສຸກທີ່ໂລກໃຫ້, ຢ່າວຸ້ຍວາຍເປັນທຸກໃຈ ແລະ ຢ່າສູ່ຢ້ານ” (ໂຢຮັນ 14:26–27).
ພວກລູກຊາຍຂອງໂມໄຊຢາ ຕ້ອງການຂອງປະທານແຫ່ງສັນຕິສຸກນັ້ນ ເມື່ອເຂົາເຈົ້າກຳລັງຈະອອກໄປສອນສາດສະໜາໃຫ້ແກ່ຊາວເລມັນ. ໂດຍທີ່ມີຄວາມກັງວົນຫລາຍສົມຄວນ ແລະ ຮູ້ສຶກເຖິງຄວາມໜັກໜ່ວງຂອງພາລະກິດຂອງເຂົາເຈົ້າ, ເຂົາເຈົ້າຈຶ່ງໄດ້ອະທິຖານຂໍຄວາມໝັ້ນໃຈ. ແລະ “ພຣະຜູ້ເປັນເຈົ້າໄດ້ສະເດັດມາຢ້ຽມຢາມເຂົາເຈົ້າດ້ວຍພຣະວິນຍານຂອງພຣະອົງ, ແລະ ໄດ້ກ່າວກັບເຂົາເຈົ້າດັ່ງນີ້: ຈົ່ງສະບາຍໃຈເຖີດ ແລະ ເຂົາເຈົ້າກໍສະບາຍໃຈ” (ແອວມາ 17:10; ເບິ່ງ ແອວມາ 26:27 ນຳອີກ).
ບາງເທື່ອ, ທ່ານກໍຢາກມີສັນຕິສຸກ ໃນເວລາທີ່ທ່ານປະເຊີນກັບສິ່ງທີ່ບໍ່ແນ່ນອນ ແລະ ເບິ່ງຄືວ່າ ທ່ານກຳລັງປະເຊີນກັບການທ້າທາຍ. ພວກລູກຊາຍຂອງໂມໄຊຢາ ໄດ້ຮຽນຮູ້ບົດຮຽນທີ່ພຣະຜູ້ເປັນເຈົ້າໄດ້ສອນໂມໂຣໄນ. ມັນເປັນຄຳແນະນຳສຳລັບເຮົາທຸກຄົນ. “ຖ້າຫາກມະນຸດມາຫາເຮົາ, ເຮົາຈະສະແດງໃຫ້ເຂົາເຫັນຄວາມອ່ອນແອຂອງເຂົາ. ເຮົາຈະມອບຄວາມອ່ອນແອໃຫ້ມະນຸດ ເພື່ອເຂົາຈະໄດ້ຖ່ອມຕົວ; ແລະ ພຣະຄຸນຂອງເຮົາມີພຽງພໍສຳລັບຄົນທັງປວງທີ່ຖ່ອມຕົວຕໍ່ໜ້າເຮົາ; ເພາະຖ້າຫາກເຂົາຖ່ອມຕົວຕໍ່ໜ້າເຮົາ, ແລະ ມີສັດທາໃນເຮົາ, ເວລານັ້ນເຮົາຈະເຮັດໃຫ້ສິ່ງທີ່ອ່ອນແອນັ້ນກັບມາເຂັ້ມແຂງສຳລັບເຂົາ” (ອີເທີ 12:27).
ໂມໂຣໄນໄດ້ກ່າວວ່າ ເມື່ອເພິ່ນ “ໄດ້ຍິນຂໍ້ຄວາມເຫລົ່ານີ້ແລ້ວ,” ເພິ່ນ “ກໍສະບາຍໃຈຂຶ້ນ” (ອີເທີ 12:29). ຄຳນີ້ຈະຊ່ວຍໃຫ້ເຮົາທຸກຄົນສະບາຍໃຈຂຶ້ນ. ຜູ້ຄົນທີ່ບໍ່ສາມາດເຫັນຄວາມອ່ອນແອຂອງຕົນ ຈະບໍ່ສາມາດກ້າວໜ້າ. ຄວາມຮັບຮູ້ຂອງທ່ານເຖິງຄວາມອ່ອນແອຂອງທ່ານກໍເປັນພອນຢ່າງໜຶ່ງ, ເມື່ອມັນຊ່ວຍທ່ານໃຫ້ຖ່ອມຕົວຕໍ່ໄປ ແລະ ຊ່ວຍທ່ານຫັນມາຫາພຣະຜູ້ຊ່ວຍໃຫ້ລອດ. ພຣະວິນຍານບໍ່ພຽງແຕ່ປອບໂຍນທ່ານເທົ່ານັ້ນ ແຕ່ຍັງເປັນຕົວແທນນຳອີກ ຊຶ່ງໂດຍທາງພຣະອົງການຊົດໃຊ້ຈະສາມາດປ່ຽນແປງທຳມະຊາດຂອງທ່ານໄດ້. ແລ້ວສິ່ງທີ່ອ່ອນແອ ຈະກັບເຂັ້ມແຂງ.
ບາງເທື່ອສັດທາຂອງທ່ານຈະຖືກທ້າທາຍ ໂດຍຊາຕານ; ມັນເກີດຂຶ້ນກັບສານຸສິດຂອງພຣະເຢຊູຄຣິດທຸກຄົນ. ສິ່ງທີ່ທ່ານໃຊ້ປ້ອງກັນການໂຈມຕີເຫລົ່ານີ້ ແມ່ນການຮັກສາພຣະວິນຍານບໍລິສຸດ ໃຫ້ເປັນເພື່ອນຂອງທ່ານ. ພຣະວິນຍານຈະກ່າວຄວາມສະຫງົບຕໍ່ຈິດວິນຍານຂອງທ່ານ. ພຣະອົງຈະຊັກຊວນທ່ານໃຫ້ກ້າວເດີນໄປໜ້າດ້ວຍສັດທາ. ແລະ ພຣະອົງຈະເຮັດໃຫ້ທ່ານຈື່ຈຳເຖິງເວລາເຫລົ່ານັ້ນ ເມື່ອທ່ານໄດ້ຮູ້ສຶກເຖິງຄວາມສະຫວ່າງ ແລະ ຄວາມຮັກຂອງພຣະເຢຊູຄຣິດ.
ການຈື່ຈຳອາດເປັນຂອງປະທານຢ່າງໜຶ່ງທີ່ມີຄ່າທີ່ສຸດ ທີ່ພຣະວິນຍານສາມາດປະທານໃຫ້ທ່ານໄດ້. ພຣະອົງຈະ “ເຕືອນໃຫ້ທ່ານລະນຶກເຖິງທຸກສິ່ງ, ບໍ່ວ່າອັນໃດກໍຕາມທີ່ [ພຣະຜູ້ເປັນເຈົ້າໄດ້] ກ່າວກັບທ່ານ” (ໂຢຮັນ 14:26). ຄຳຕອບຕໍ່ຄຳອະທິຖານອາດເປັນຄວາມຊົງຈຳ, ອາດເປັນການໄດ້ຮັບພິທີການຂອງຖານະປະໂລຫິດ, ອາດເປັນການຢືນຢັນແກ່ປະຈັກພະຍານຂອງທ່ານ, ຫລື ອາດເປັນເວລາທີ່ທ່ານເຫັນພຣະຫັດທີ່ນຳພາຂອງພຣະເຈົ້າຢູ່ໃນຊີວິດຂອງທ່ານ. ບາງທີ ໃນອະນາຄົດ ຕອນທ່ານຕ້ອງການຄວາມເຂັ້ມແຂງ, ພຣະວິນຍານອາດນຳຄວາມຊົງຈຳກັບຄືນມາສູ່ທ່ານ ຊຶ່ງເປັນຄວາມຮູ້ສຶກທີ່ທ່ານມີ ໃນກອງປະຊຸມນີ້. ຂ້າພະເຈົ້າອະທິຖານວ່າ ມັນຈະເປັນແນວນັ້ນ.
ຄວາມຊົງຈຳໜຶ່ງທີ່ພຣະວິນຍານມັກນຳມາສູ່ຄວາມຄິດຂອງຂ້າພະເຈົ້າແມ່ນ ກອງປະຊຸມສິນລະລຶກໃນຄ່ຳຄືນໜຶ່ງ ເມື່ອຫລາຍປີກ່ອນ ຕອນໄດ້ຖືກຈັດຂຶ້ນຢູ່ໃນສາງເຫລັກ ຫລັງນ້ອຍໆ ໃນເມືອງອິນສະບຣຸກ, ປະເທດ ອໍສະເຕຣຍ. ສາງນັ້ນຕັ້ງຢູ່ກ້ອງເສັ້ນທາງລົດໄຟ. ມີຜູ້ຄົນປະມານສິບປາຍຄົນເທົ່ານັ້ນ ທີ່ນັ່ງຢູ່ຕັ່ງໄມ້. ສ່ວນຫລາຍແລ້ວແມ່ນຜູ້ຍິງ, ບາງຄົນກໍໜຸ່ມ ແລະ ບາງຄົນກໍເຖົ້າ. ຂ້າພະເຈົ້າໄດ້ເຫັນນ້ຳຕາແຫ່ງຄວາມກະຕັນຍູ ລະຫວ່າງການຢາຍສິນລະລຶກ ໃຫ້ຜູ້ມາຮ່ວມ ກຸ່ມນ້ອຍໆນັ້ນ. ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດສຳລັບໄພ່ພົນຂອງພຣະເຈົ້າ, ແລະ ເຂົາເຈົ້າກໍຮູ້ສຶກຄືກັນ. ແຕ່ການມະຫັດສະຈັນທີ່ຂ້າພະເຈົ້າຈື່ໄດ້ຢ່າງແຈ່ມແຈ້ງແມ່ນ ຄວາມສະຫວ່າງທີ່ເບິ່ງຄືວ່າ ເຕັມຢູ່ໃນສາງເຫລັກບ່ອນນັ້ນ ແລະ ຜູ້ຄົນເຕັມໄປດ້ວຍສັນຕິສຸກ. ມັນເປັນເວລາກາງຄືນ ແລະ ບໍ່ມີປ່ອງຢ້ຽມ, ແຕ່ຫ້ອງແຈ້ງສະຫວ່າງ ຄືກັນກັບຄວາມແຈ້ງຂອງທ່ຽງວັນ.
ຄວາມສະຫວ່າງຂອງພຣະວິນຍານສັກສິດໄດ້ຮຸ່ງເຫລື້ອມ ແລະ ເຕັມໄປທົ່ວ ໃນຄ່ຳຄືນນັ້ນ. ແລະ ປ່ອງຢ້ຽມທີ່ເປີດຮັບຄວາມສະຫວ່າງ ແມ່ນໃຈທີ່ຖ່ອມຕົວຂອງໄພ່ພົນຂອງພຣະເຈົ້າເຫລົ່ານັ້ນ, ຜູ້ໄດ້ມາຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ເພື່ອສະແຫວງຫາການໃຫ້ອະໄພບາບຂອງເຂົາເຈົ້າ ແລະ ສັນຍາທີ່ຈະລະນຶກເຖິງພຣະອົງຕະຫລອດເວລາ. ມັນບໍ່ຍາກທີ່ຈະລະນຶກເຖິງພຣະອົງ ໃນຕອນນັ້ນ, ແລະ ຄວາມຊົງຈຳຂອງຂ້າພະເຈົ້າເຖິງປະສົບການທີ່ສັກສິດນັ້ນ ໄດ້ເຮັດໃຫ້ມັນງ່າຍຂຶ້ນສຳລັບຂ້າພະເຈົ້າ ທີ່ຈະລະນຶກເຖິງພຣະອົງ ແລະ ການຊົດໃຊ້ຂອງພຣະອົງ ໃນຫລາຍປີຕໍ່ມາ. ໃນມື້ນັ້ນ ຄຳສັນຍາໃນຄຳອະທິຖານສຳລັບສິນລະລຶກວ່າ ພຣະວິນຍານຈະສະຖິດຢູ່ກັບເຮົາ ໄດ້ເຕັມໄປທົ່ວ ແລະ ນຳຄວາມຮູ້ສຶກເຖິງຄວາມສະຫວ່າງ ແລະ ສັນຕິສຸກ ມາໃຫ້ພວກເຮົາ.
ຄືກັບທ່ານ, ຂ້າພະເຈົ້າໄດ້ຂອບພຣະໄທ ສຳລັບຫລາຍວິທີທາງທີ່ພຣະຜູ້ເປັນເຈົ້າ ໄດ້ມາຢ້ຽມຢາມຂ້າພະເຈົ້າ ເວລາຂ້າພະເຈົ້າຕ້ອງການສັນຕິສຸກ. ແຕ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ມີຄວາມເປັນຫ່ວງເປັນໃຍ ບໍ່ພຽງແຕ່ ກ່ຽວກັບຄວາມສະບາຍໃຈຂອງເຮົາເທົ່ານັ້ນ ແຕ່ຫລາຍກວ່ານັ້ນ ເພື່ອຄວາມກ້າວໜ້າຂອງເຮົາ. “ພຣະຜູ້ປອບໂຍນ” ເປັນພຽງພຣະນາມໜຶ່ງໃນຫລາຍໆພຣະນາມ ທີ່ພຣະວິນຍານບໍລິສຸດ ໄດ້ຖືກບັນຍາຍໄວ້ ຢູ່ໃນພຣະຄຳພີ. ນີ້ແມ່ນອີກອັນໜຶ່ງ: ພຣະວິນຍານບໍລິສຸດ ໄດ້ຖືກບັນຍາຍອີກວ່າເປັນພຣະວິນຍານ ທີ່ພາໃຫ້ເຮັດຄວາມດີ (ເບິ່ງ D&C 11:12). ສ່ວນຫລາຍແລ້ວ, ຄວາມດີທີ່ພຣະອົງ ຈະພາທ່ານໄປເຮັດ ແມ່ນກ່ຽວກັບການຊ່ວຍເຫລືອບາງຄົນ ໃຫ້ໄດ້ຮັບການປອບໂຍນຈາກພຣະເຈົ້າ.
ໃນຄວາມສະຫລຽວສະຫລາດຂອງພຣະອົງ, ພຣະຜູ້ເປັນເຈົ້າໄດ້ພາທ່ານມາຢູ່ໃນອົງການ ແລະ ໃນຫ້ອງຮຽນ ຢູ່ໃນສາດສະໜາຈັກຂອງພຣະອົງ. ພຣະອົງໄດ້ເຮັດເຊັ່ນນີ້ ເພື່ອເພີ່ມຄວາມສາມາດຂອງທ່ານໃຫ້ເຮັດຄວາມດີ. ໃນອົງການເຫລົ່ານີ້, ທ່ານມີໜ້າທີ່ສະເພາະ ທີ່ຈະຮັບໃຊ້ຄົນອື່ນແທນພຣະອົງ. ຍົກຕົວຢ່າງ, ຖ້າເຈົ້າເປັນຍິງໜຸ່ມ, ອະທິການ ຫລື ຜູ້ນຳກຸ່ມຍິງໜຸ່ມ ອາດຂໍໃຫ້ເຈົ້າ ເອື້ອມອອກໄປຫາ ຍິງໜຸ່ມໃນຊັ້ນກຸນລະສະຕີ ຜູ້ກາຍເປັນຄົນທີ່ ບາງເທື່ອເຮົາເອີ້ນວ່າ “ບໍ່ເຂັ້ມແຂງ.” ເຈົ້າອາດຮູ້ຈັກນາງດີກວ່າອະທິການ ຫລື ຜູ້ນຳກຸ່ມຍິງໜຸ່ມຂອງເຈົ້າ. ເຈົ້າອາດຮູ້ວ່າ ນາງມີບັນຫາແນວໃດຢູ່ບ້ານ ຫລື ຢູ່ໂຮງຮຽນ ຫລື ບາງທີ ຢູ່ໃນທັງສອງບ່ອນ. ຜູ້ນຳຂອງເຈົ້າ ອາດບໍ່ຮູ້ວ່າ ເປັນຫຍັງເຂົາເຈົ້າຈຶ່ງຮູ້ສຶກຂໍໃຫ້ເຈົ້າ ເອື້ອມອອກໄປຫາຍິງໜຸ່ມຄົນນັ້ນ, ແຕ່ພຣະຜູ້ເປັນເຈົ້າຮູ້ຈັກ, ແລະ ພຣະອົງນຳພາວຽກງານນີ້ ຜ່ານທາງການດົນໃຈຂອງພຣະວິນຍານຂອງພຣະອົງ.
ຄວາມສຳເລັດໃນຄວາມພະຍາຍາມຂອງເຈົ້າ ຈະເປັນການມະຫັດສະຈັນ ທີ່ປ່ຽນໃຈຂອງເຈົ້າ ແລະ ໃຈຂອງຍິງໜຸ່ມຜູ້ທີ່ເຈົ້າຖືກສົ່ງໄປກູ້—ແລະ ສິ່ງນັ້ນຮຽກຮ້ອງການເປັນເພື່ອນຂອງພຣະວິນຍານບໍລິສຸດ. ພຣະວິນຍານສາມາດເຮັດໃຫ້ເຈົ້າເຫັນ ກຸນລະສະຕີ ຜູ້ບໍ່ເຂັ້ມແຂງ ດັ່ງທີ່ພຣະຜູ້ເປັນເຈົ້າເຫັນນາງ. ພຣະຜູ້ເປັນເຈົ້າຮູ້ຈັກໃຈຂອງນາງ ແລະ ໃຈຂອງເຈົ້າ, ແລະ ພຣະອົງຮູ້ເຖິງຄວາມເປັນໄປໄດ້ຂອງໃຈທີ່ຈະປ່ຽນ. ພຣະອົງສາມາດມາຢ້ຽມຢາມພວກເຈົ້າທັງສອງ ດ້ວຍພຣະວິນຍານຂອງພຣະອົງ ເພື່ອດົນໃຈໃຫ້ມີຄວາມຖ່ອມຕົວ, ໃຫ້ອະໄພ, ແລະ ມີຄວາມຮັກ.
ພຣະວິນຍານນັ້ນ ສາມາດດົນໃຈໃຫ້ກ່າວຖ້ອຍຄຳ, ປະຕິບັດ, ແລະ ມີຄວາມອົດທົນ ຊຶ່ງຈຳເປັນຕໍ່ເຈົ້າ ເພື່ອຊັກຊວນແກະໃຫ້ກັບຄືນມາສູ່ຝູງ. ແລະ ພຣະອົງສາມາດສຳພັດໃຈຂອງຝູງ ໃນຫ້ອງຮຽນກຸນລະສະຕີ ໃຫ້ຮັກ ແລະ ຕ້ອນຮັບແກະທີ່ໄດ້ເສຍໄປ, ເພື່ອວ່າ ເມື່ອນາງກັບຄືນມາ, ນາງຈະຮູ້ສຶກວ່າ ນາງໄດ້ກັບຄືນບ້ານ.
ຄວາມສາມາດຂອງທ່ານທີ່ຈະເຮັດຄວາມດີໃນລະດັບທີ່ສູງສົ່ງ ໃນຖານະເປັນກຸ່ມຂອງທິດາຂອງພຣະເຈົ້າ ແມ່ນຂຶ້ນກັບຄວາມເປັນອັນໜຶ່ງດຽວກັນ ແລະ ຄວາມຮັກ ທີ່ມີຢູ່ໃນກຸ່ມຂອງທ່ານ. ນີ້ແມ່ນຂອງປະທານອີກຢ່າງໜຶ່ງ ທີ່ມາເຖິງຜ່ານທາງພຣະວິນຍານບໍລິສຸດ.
ແອວມາ ໄດ້ເຂົ້າໃຈເລື່ອງນີ້. ສະນັ້ນ ເພິ່ນຈຶ່ງໄດ້ຂໍຮ້ອງຜູ້ຄົນຂອງເພິ່ນວ່າ “ບໍ່ຄວນມີການຂັດແຍ້ງກັນ ແຕ່ຄວນມຸ້ງຫາດ້ວຍຕາດຽວກັນ ໂດຍມີສັດທາ ແລະ ບັບຕິສະມາດຽວ, ໂດຍໃຫ້ໃຈຂອງພວກເຂົາຜູກພັນກັນໄວ້ໃນຄວາມເປັນອັນໜຶ່ງດຽວກັນ ແລະ ໃນຄວາມຮັກທີ່ມີຕໍ່ກັນ” (ໂມໄຊຢາ 18:21).
ຄວາມເປັນອັນໜຶ່ງດຽວກັນ ແມ່ນຈຳເປັນສຳລັບເຮົາ ທີ່ຈະມີພຣະວິນຍານຢູ່ໃນຫ້ອງຮຽນ ແລະ ຢູ່ໃນຄອບຄົວຂອງເຮົາ. ແຕ່ທ່ານຮູ້ຈາກປະສົບການ, ດັ່ງທີ່ຂ້າພະເຈົ້າຮູ້, ວ່າຄວາມຮັກທີ່ເປັນອັນໜຶ່ງດຽວກັນເຊັ່ນນັ້ນ ແມ່ນຍາກທີ່ຈະຮັກສາໄວ້. ຕ້ອງມີພຣະວິນຍານບໍລິສຸດເປັນເພື່ອນ ເພື່ອເປີດຕາ ແລະ ກະຕຸ້ນໃຈເຮົາ.
ຂ້າພະເຈົ້າຈື່ໄດ້ວ່າ ເທື່ອໜຶ່ງ ລູກຊາຍ ຜູ້ອາຍຸ ເຈັດ ຫລື ແປດປີ ຂອງພວກເຮົາໄດ້ເຕັ້ນຢູ່ເທິງຕຽງນອນຂອງລາວຢ່າງແຮງ ຈົນຂ້າພະເຈົ້າຄິດວ່າ ຕຽງຊິເພ. ຂ້າພະເຈົ້າຮູ້ສຶກງຸດງິດໃຈ ແລະ ໄດ້ເລີ່ມຈັດບ້ານເຮືອນຂອງຂ້າພະເຈົ້າໃຫ້ເປັນລະບຽບທັນທີ. ຂ້າພະເຈົ້າໄດ້ຈັບບ່າໄຫລ່ນ້ອຍໆຂອງລູກຊາຍ ແລະ ຍົກລາວຂຶ້ນ ແລ້ວຈ້ອງຕາລາວ.
ພຣະວິນຍານໄດ້ເອົາຖ້ອຍຄຳໃສ່ໃນຄວາມນຶກຄິດຂອງຂ້າພະເຈົ້າ. ເບິ່ງຄືວ່າ ເປັນສຽງແຜ່ວເບົາ ແຕ່ໄດ້ສຽບແທງເຂົ້າໄປໃນໃຈຂອງຂ້າພະເຈົ້າ. “ເຈົ້າກຳລັງຍົກຄົນດີຂຶ້ນ.” ຂ້າພະເຈົ້າໄດ້ຄ່ອຍໆວາງລາວລົງ ແລະ ຂໍໂທດ.
ບັດນີ້ ລາວໄດ້ກາຍເປັນຊາຍທີ່ດີເລີດ ຜູ້ທີ່ພຣະວິນຍານບໍລິສຸດ ໄດ້ເຮັດໃຫ້ຂ້າພະເຈົ້າເຫັນ ເມື່ອ 40 ປີ ກ່ອນ. ຂ້າພະເຈົ້າມີຄວາມກະຕັນຍູອັນເປັນນິດ ທີ່ພຣະຜູ້ເປັນເຈົ້າ ໄດ້ຊ່ວຍກູ້ຂ້າພະເຈົ້າ ຈາກຄວາມຮູ້ສຶກທີ່ບໍ່ດີ ໂດຍການສົ່ງພຣະວິນຍານບໍລິສຸດມາ ເພື່ອໃຫ້ຂ້າພະເຈົ້າເຫັນ ລູກຄົນໜຶ່ງຂອງພຣະເຈົ້າ ດັ່ງທີ່ພຣະອົງເຫັນລາວ.
ຄວາມເປັນອັນໜຶ່ງດຽວກັນທີ່ເຮົາສະແຫວງຫາ ໃນຄອບຄົວຂອງເຮົາ ແລະ ໃນສາດສະໜາຈັກ ຈະມາເຖິງ ເມື່ອເຮົາອະນຸຍາດໃຫ້ພຣະວິນຍານບໍລິສຸດ ມີຜົນກະທົບຕໍ່ສິ່ງທີ່ເຮົາເຫັນ ເມື່ອເຮົາເບິ່ງກັນແລະກັນ—ແລະ ແມ່ນແຕ່ຕອນເຮົາຄິດເຖິງກັນແລະກັນ ພຣະວິນຍານເຫັນດ້ວຍຄວາມຮັກອັນບໍລິສຸດຂອງພຣະຄຣິດ. ຈົ່ງຟັງຖ້ອຍຄຳຂອງມໍມອນ ທີ່ໃຊ້ບັນຍາຍກ່ຽວກັບຄວາມໃຈບຸນ. ໃຫ້ຄິດເຖິງເວລາທີ່ທ່ານໄດ້ຮູ້ສຶກເຖິງພຣະວິນຍານ:
“ຄວາມໃຈບຸນອົດທົນໄດ້ດົນນານ, ແລະ ມີຄວາມເມດຕາ, ແລະ ບໍ່ອິດສາບັງບຽດ, ແລະ ບໍ່ອວດອົ່ງ, ແລະ ບໍ່ສະແຫວງຫາເພື່ອຕົນເອງ, ບໍ່ຄຽດງ່າຍ, ບໍ່ຄິດຊົ່ວ, ແລະ ບໍ່ປິຕິຍິນດີໃນຄວາມຊົ່ວຮ້າຍ ແຕ່ປິຕິຍິນດີໃນຄວາມຈິງ, ທົນແບກຫາບທຸກສິ່ງ, ເຊື່ອທຸກສິ່ງ, ຫວັງທຸກສິ່ງ, ອົດທົນທຸກສິ່ງ.
“ດັ່ງນັ້ນ, ອ້າຍນ້ອງ [ແລະ ຂ້າພະເຈົ້າຕື່ມ ເອື້ອຍນ້ອງໃສ່ນຳ] ທີ່ຮັກແພງຂອງຂ້າພະເຈົ້າ, ຖ້າຫາກທ່ານບໍ່ມີຄວາມໃຈບຸນ, ທ່ານກໍບໍ່ເປັນອັນໃດເລີຍ, ເພາະຄວາມໃຈບຸນດຳລົງຢູ່ຕະຫລອດໄປ. ດັ່ງນັ້ນ ຈົ່ງຍຶດໝັ້ນຢູ່ກັບຄວາມໃຈບຸນ, ຊຶ່ງເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນທຸກສິ່ງ, ເພາະວ່າທຸກສິ່ງຕ້ອງໝົດສິ້ນໄປ—
“ແຕ່ຄວາມໃຈບຸນຄືຄວາມຮັກອັນບໍລິສຸດຂອງພຣະຄຣິດ, ແລະ ມັນອົດທົນຕະຫລອດການ; ແລະ ຜູ້ໃດຖືກພົບວ່າມີມັນໃນວັນສຸດທ້າຍ, ຍ່ອມຈະເປັນການດີກັບຜູ້ນັ້ນ.
“ດັ່ງນັ້ນ, ອ້າຍນ້ອງ [ແລະ ເອື້ອຍນ້ອງ] ທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນ ຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ; ເພື່ອທ່ານຈະໄດ້ກາຍເປັນ [ທິດາ] ຂອງພຣະເຈົ້າ; ເພື່ອວ່າເມື່ອພຣະອົງສະເດັດມາ ເຮົາຈະເປັນເໝືອນດັ່ງພຣະອົງ, ເພາະວ່າເຮົາຈະເຫັນພຣະອົງຢ່າງທີ່ພຣະອົງເປັນຢູ່ນັ້ນ, ເພື່ອເຮົາຈະມີຄວາມຫວັງນີ້; ເພື່ອເຮົາຈະຖືກເຮັດໃຫ້ບໍລິສຸດຄືກັນກັບພຣະອົງທີ່ບໍລິສຸດ” (ໂມໂຣໄນ 7:45–48).
ນີ້ຄືເປົ້າໝາຍທີ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງທ່ານ ມີໄວ້ສຳລັບທ່ານ, ທີ່ເປັນທິດາຜູ້ປະເສີດຂອງພຣະອົງ. ມັນອາດເບິ່ງຄືວ່າ ເປົ້າໝາຍນັ້ນຢູ່ໄກຈາກທ່ານ, ແຕ່ຈາກມຸມມອງຂອງພຣະອົງແລ້ວ, ທ່ານບໍ່ໄດ້ຢູ່ໄກເລີຍ. ສະນັ້ນ ພຣະອົງຈຶ່ງມາຢ້ຽມຢາມທ່ານດ້ວຍພຣະວິນຍານຂອງພຣະອົງ ເພື່ອປອບໃຈທ່ານ, ໃຫ້ກຳລັງໃຈທ່ານ, ແລະ ດົນໃຈທ່ານ ໃຫ້ກ້າວເດີນຕໍ່ໄປ.
ຂ້າພະເຈົ້າຂໍມອບພະຍານທີ່ແນ່ນອນໃຈໄວ້ກັບທ່ານວ່າ ພຣະບິດາຮູ້ຈັກທ່ານ, ຮູ້ຈັກຄວາມຕ້ອງການຂອງທ່ານ ແລະ ຊື່ຂອງທ່ານ, ຮັກທ່ານ, ແລະ ໄດ້ຍິນຄຳອະທິຖານຂອງທ່ານ. ພຣະບຸດທີ່ຮັກຂອງພຣະອົງ ເຊື້ອເຊີນທ່ານໃຫ້ມາຫາພຣະອົງ. ແລະ ພວກພຣະອົງໄດ້ສົ່ງພຣະວິນຍານບໍລິສຸດມາສະຖິດຢູ່ກັບທ່ານ ໃນຄວາມພະຍາຍາມຂອງທ່ານທີ່ຈະຮັບໃຊ້ຄົນອື່ນແທນພວກພຣະອົງ.
ເປັນເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ການເປັນເພື່ອນໃກ້ຊິດຂອງພຣະວິນຍານບໍລິສຸດ ຈະມີຜົນໃນການຊຳລະລ້າງ ແລະ ເຮັດໃຫ້ວິນຍານຂອງທ່ານບໍລິສຸດ. ແລ້ວທ່ານຈະຮູ້ສຶກມີສັນຕິສຸກ ທີ່ພຣະຜູ້ຊ່ວຍໃຫ້ລອດ ໄດ້ສັນຍາວ່າຈະປະໄວ້ໃຫ້ສານຸສິດຂອງພຣະອົງ. ດ້ວຍສັນຕິສຸກນັ້ນ ຄວາມຫວັງທີ່ຮຸ່ງແຈ້ງຈະມີມາ ແລະ ຄວາມຮູ້ສຶກເຖິງຄວາມສະຫວ່າງ ແລະ ຄວາມຮັກຈາກພຣະບິດາ ແລະ ພຣະບຸດທີ່ຮັກຂອງພຣະອົງ ຈະມີມາ, ອົງທີ່ນຳພາອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກ ຜ່ານການເປີດເຜີຍຕໍ່ສາດສະດາທີ່ມີຊີວິດຢູ່ຂອງພຣະອົງ. ຂ້າພະເຈົ້າເປັນພະຍານໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.