ຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ
ເຖິງແມ່ນເມື່ອຕົກຢູ່ໃນເວລາທີ່ຍາກລຳບາກ ແລະ ມືດມົວທີ່ສຸດ, ມັນກໍຍັງມີຄວາມສະຫວ່າງ ແລະ ຄວາມດີງາມຢູ່ອ້ອມຂ້າງເຮົາຢູ່.
ໂປໂລໄດ້ແບ່ງປັນຂ່າວສານທີ່ປະເສີດ ເຖິງຄວາມຫວັງກັບຊາວໂກຣິນໂທ ວ່າ:
“ພວກເຮົາຖືກຄວາມທຸກລຳບາກຮອບດ້ານ ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ ແຕ່ຍັງບໍ່ໝົດທາງອອກ.
“ຖືກຂົ່ມເຫັງ ແຕ່ບໍ່ຖືກປະຖິ້ມ; ຖືກຕີລົ້ມລົງ ແຕ່ຍັງບໍ່ເຖິງຂັ້ນເສຍຊີວິດ.”1
ແມ່ນຫຍັງຄືແຫລ່ງແຫ່ງຄວາມຫວັງຂອງໂປໂລ? ຂໍໃຫ້ຟັງຄຳອະທິບາຍຂອງເພິ່ນວ່າ: “ເພາະພຣະເຈົ້າອົງທີ່ໄດ້ກ່າວວ່າ ໃຫ້ແສງແຈ້ງສ່ອງອອກຈາກຄວາມມືດ, ເປັນພຣະເຈົ້າອົງທີ່ສ່ອງແສງເຂົ້າມາໃນຈິດໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກເຖິງສະຫງ່າລາສີຂອງພຣະເຈົ້າ ຊຶ່ງສ່ອງແສງສະຫວ່າງໃນພຣະພັກຂອງພຣະເຢຊູຄຣິດເຈົ້າ.”2
ເຖິງແມ່ນເມື່ອຕົກຢູ່ໃນເວລາທີ່ຍາກລຳບາກ ແລະ ມືດມົວທີ່ສຸດ, ມັນກໍຍັງມີຄວາມສະຫວ່າງ ແລະ ຄວາມດີງາມຢູ່ອ້ອມຂ້າງເຮົາຢູ່. ໃນເດືອນຕຸລາທີ່ຜ່ານມານີ້, ປະທານດີເດີ ແອັຟ ອຸກດອບ ໄດ້ເຕືອນໃຈເຮົາວ່າ, “ເຮົາຖືກອ້ອມຮອບໄປດ້ວຍຄວາມສະຫວ່າງ ແລະ ຄວາມຈິງທີ່ໜ້າອັດສະຈັນໃຈທີ່ສຸດ ຈົນຂ້າພະເຈົ້າສົງໄສວ່າ ເຮົາມີຄວາມກະຕັນຍູຕໍ່ສິ່ງທີ່ເຮົາມີ ຢູ່ບໍ.”3
ເຖິງຢ່າງໃດກໍຕາມ, ຜູ້ປໍລະປັກຢາກໃຫ້ເຮົາເອົາໃຈໃສ່ “ໝອກແຫ່ງຄວາມມືດ ... ທີ່ເຮັດໃຫ້ຕາບອດ, ... ເຮັດໃຫ້ ... ໃຈແຂງກະດ້າງ … , ແລະ... ນຳພາໄປ.”4
ເຖິງຢ່າງໃດກໍຕາມ, ດ້ວຍຄວາມເຂົ້າໃຈທີ່ສົມບູນ ເຖິງການທ້າທາຍຂອງວັນເວລາຂອງເຮົາ, ພຣະຜູ້ເປັນເຈົ້າສັນຍາວ່າ ສິ່ງທີ່ມາຈາກພຣະເຈົ້າເປັນຄວາມສະຫວ່າງ, ແລະ ຄົນທີ່ໄດ້ຮັບຄວາມສະຫວ່າງ, ແລະ ດຳເນີນຢູ່ກັບພຣະເຈົ້າ, ຈະໄດ້ຮັບຄວາມສະຫວ່າງຫລາຍຂຶ້ນ; ແລະ ຄວາມສະຫວ່າງນັ້ນຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.”5
ເຮົາເປັນລູກໆຂອງພຣະເຈົ້າ. ການໄດ້ຮັບຄວາມສະຫວ່າງ, ການດຳເນີນຢູ່ກັບພຣະເຈົ້າ, ແລະ ການໄດ້ຮັບຄວາມສະຫວ່າງຫລາຍຂຶ້ນ ເປັນສິ່ງທີ່ເຮົາຖືກສ້າງຂຶ້ນມາໃຫ້ເຮັດ. ນັບຕັ້ງແຕ່ຕອນເລີ່ມຕົ້ນ, ເຮົາໄດ້ຕິດຕາມຄວາມສະຫວ່າງ; ເຮົາໄດ້ຕິດຕາມພຣະບິດາເທິງສະຫວັນ ແລະ ແຜນຂອງພຣະອົງ. ການສະແຫວງຫາຄວາມສະຫວ່າງກໍເປັນພາກສ່ວນຂອງຄົນທີ່ເຮົາເປັນຢູ່ທາງວິນຍານ.
ຂ້າພະເຈົ້າໄດ້ຍິນຄວາມຈິງນິລັນດອນນີ້ ຖືກສອນຢ່າງສວຍງາມຢູ່ໃນສະຖານທີ່ ທີ່ບໍ່ໄດ້ຄາດຄິດ. ຕອນຂ້າພະເຈົ້າທຳງານໃຫ້ແກ່ທະນາຄານໃຫຍ່ແຫ່ງໜຶ່ງ, ຂ້າພະເຈົ້າຖືກເຊື້ອເຊີນໃຫ້ໄປຮ່ວມໃນໂຄງການຜູ້ບໍລິຫານ ຢູ່ທີ່ມະຫາວິທະຍາໄລຂອງລັດມີຊິກັນ. ລະຫວ່າງໂຄງການນັ້ນ, ອາຈານ ຄິມ ແຄມເມີຣັນ ໄດ້ສອນຄວາມຄິດຂອງການເປັນຜູ້ນຳທີ່ມອງໂລກໃນທາງບວກ ແລະ ຄວາມເອົາໃຈໃສ່ຕາມທຳມະຊາດທີ່ຜູ້ຄົນມີຕໍ່ຜູ້ນຳຂອງເຂົາເຈົ້າ. ເພິ່ນໄດ້ອະທິບາຍວ່າ: “ສິ່ງນີ້ໝາຍເຖິງແນວໂນ້ມໃນທຸກໆລະບົບຂອງສິ່ງທີ່ມີຊີວິດ ທີ່ຫັນໄປຫາພະລັງບວກ [ຄວາມສະຫວ່າງ] ແລະ ໄປຈາກພະລັງລົບ [ຄວາມມືດ]. ຈາກສິ່ງທີ່ມີຊີວິດດ້ວຍຈຸລັງເມັດດຽວ ຈົນໄປເຖິງລະບົບທີ່ສັບຊ້ອນຂອງມະນຸດ, ທຸກໆສິ່ງທີ່ມີຊີວິດ ມີແນວໂນ້ມຕາມທຳມະຊາດ ທີ່ຈະຫັນໄປຫາສິ່ງທີ່ເປັນທາງບວກ ແລະ ໄປຈາກສິ່ງທີ່ເປັນທາງລົບ.”6
ສະໜັບສະໜູນໂດຍການຄົ້ນຄວ້າຢ່າງຫລວງຫລາຍ, ເພິ່ນໄດ້ເອົາໃຈໃສ່ສ່ວນປະກອບສາມຢ່າງທີ່ຈຳເປັນ ເຖິງວັດທະນະທຳໃນສະຖານທີ່ທຳງານທີ່ມີຜົນສຳເລັດ ດັ່ງເຊັ່ນ: ຄວາມເຫັນອົກເຫັນໃຈ, ການໃຫ້ອະໄພ, ແລະ ຄວາມກະຕັນຍູ.7 ມັນກໍຖືກຕ້ອງດີທີ່ ເມື່ອຜູ້ຄົນຫັນໜ້າໄປຫາສິ່ງທີ່ເປັນທາງບວກ [ຄວາມສະຫວ່າງ], ຊຶ່ງເປັນຄຸນສົມບັດທີ່ຄວາມສະຫວ່າງຂອງໂລກ, ພຣະເຢຊູຄຣິດ ໄດ້ສະແດງເປັນຕົວຢ່າງທີ່ສົມບູນແບບໃຫ້ເຮົາເຫັນ.
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ທ່ານອຸ່ນໃຈໄດ້ເລີຍວ່າ ຄວາມສະຫວ່າງນັ້ນຍັງມີໄວ້ໃຫ້ເຮົາຢູ່. ຂ້າພະເຈົ້າຂໍແນະນຳສາມຂອບເຂດ ບ່ອນທີ່ເຮົາຈະພົບເຫັນຄວາມສະຫວ່າງນັ້ນ ຢູ່ສະເໝີ:
1. ຄວາມສະຫວ່າງຂອງສາດສະໜາຈັກ
ສາດສະໜາຈັກເປັນແຫລ່ງຂອງຄວາມຈິງ ແລະ ການຊີ້ນຳສຳລັບໂລກທີ່ນັບມື້ນັບຊົ່ວຮ້າຍຂຶ້ນເລື້ອຍໆ. ວັນເວລານີ້ເປັນຊ່ວງເວລາທີ່ດີເລີດ ທີ່ຈະເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ! ສາດສະໜາຈັກກໍເຂັ້ມແຂງຫລາຍກວ່າແຕ່ກ່ອນ8 ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆແຕ່ລະວັນ ຂະນະທີ່ສະມາຊິກຄົນໃໝ່ເຂົ້າມາຮ່ວມກັບເຮົາ, ສະຖານທີ່ນະມັດສະການແຫ່ງອື່ນກໍຖືກສ້າງຂຶ້ນ, ຜູ້ສອນສາດສະໜາກໍຖືກເອີ້ນ, ແລະ ເຂດແດນໃໝ່ກໍຖືກເປີດເພື່ອຮັບເອົາພຣະກິດຕິຄຸນ. ເຮົາເຫັນຜູ້ຄົນທີ່ໄດ້ເຊົາມາໂບດເປັນຊ່ວງເວລາໜຶ່ງ ພາກັນກັບຄືນມາຂະນະທີ່ການຊ່ວຍກູ້ ທີ່ປະທານທອມມັສ ແອັສ ມອນສັນ ໄດ້ຄາດເອົາໄດ້ກໍນຳສິ່ງມະຫັດສະຈັນມາສູ່ເຮົາທຸກໆວັນ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ເວົ້າລົມກັບຊາວໜຸ່ມໃນປະເທດ ປາຣາກວາຍ, ອູຣາກວາຍ, ຈີເລ, ແລະ ອາກຊັງຕິນ ລະຫວ່າງກອງປະຊຸມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ. ຊາຍ ແລະ ຍິງໜຸ່ມຫລາຍໆພັນຄົນໄດ້ໄປເຕົ້າໂຮມກັນເປັນເວລາໜຶ່ງອາທິດ ເພື່ອເສີມສ້າງຄວາມຮັກຂອງເຂົາເຈົ້າທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ, ແລະ ແລ້ວໄດ້ພາກັນກັບບ້ານຫາຄອບຄົວ ແລະ ໝູ່ເພື່ອນຂອງເຂົາເຈົ້າ ສ່ອງແສງຄວາມສະຫວ່າງ ແລະ ຄວາມຮັກຂອງພຣະຄຣິດ.
ມັນກໍຈິງແທ້ ທີ່ສາດສະໜາຈັກຈະມີຜູ້ຄົນວິຈານຢູ່ຕະຫລອດ. ມັນກໍໄດ້ເປັນແບບນີ້ມາຕັ້ງແຕ່ຕົ້ນ ແລະ ຈະເປັນແບບນີ້ຕໍ່ໄປຈົນເຖິງທີ່ສຸດ. ແຕ່ເຮົາຈະປ່ອຍໃຫ້ຄວາມວິຈານດັ່ງກ່າວ ຫລຸດຄວາມຮູ້ສຶກໄວຂອງເຮົາຕໍ່ຄວາມສະຫວ່າງທີ່ມີໄວ້ໃຫ້ເຮົາບໍ່ໄດ້ເດີ. ການຮັບຮູ້ຄວາມສະຫວ່າງ ແລະ ການສະແຫວງຫາມັນຈະເຮັດໃຫ້ເຮົາເໝາະສົມສຳລັບຄວາມສະຫວ່າງນັ້ນຫລາຍຂຶ້ນ.
ໃນໂລກທີ່ມືດມົວ, ຄວາມສະຫວ່າງຂອງ ສາດສະໜາຈັກຈະຮຸ່ງແຈ້ງ ຫລາຍຂຶ້ນໄປເລື້ອຍໆ ຈົນເຖິງວັນທີ່ສົມບູນ.
2. ຄວາມສະຫວ່າງຂອງພຣະກິດຕິຄຸນ
ຄວາມສະຫວ່າງຂອງພຣະກິດຕິຄຸນຄືເສັ້ນທາງທີ່ຈະ “ສ່ອງແສງເຫລື້ອມໃສຂຶ້ນໄປຈົນກວ່າກາງເວັນມາຮອດ,”9 ແລະ ມັນຈະຮຸ່ງແຈ້ງຫລາຍທີ່ສຸດຢູ່ໃນຄອບຄົວຂອງເຮົາ ແລະ ໃນພຣະວິຫານຕະຫລອດທົ່ວໂລກ.
ປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ກ່າວວ່າ: “ຜ່ານຄວາມສະຫວ່າງຂອງພຣະກິດຕິຄຸນ, ຄອບຄົວຈະສາມາດແກ້ໄຂບັນຫາການເຂົ້າໃຈຜິດ, ການໂຕ້ຖຽງ, ແລະ ການທ້າທາຍ. ຄອບຄົວທີ່ໄດ້ຖືກແບ່ງແຍກຍ້ອນການບໍ່ລົງເອີ່ຍກັນ ກໍສາມາດຄືນດີໄດ້ຜ່ານການກັບໃຈ, ການໃຫ້ອະໄພ, ແລະ ການມີສັດທາໃນອຳນາດຂອງການຊົດໃຊ້ຂອງພຣະເຢຊູຄຣິດ.”10 ໃນເວລານີ້ຫລາຍກວ່າໃນເວລາອື່ນໃດ, ຄອບຄົວຂອງເຮົາຕ້ອງເປັນແຫລ່ງຂອງອິດທິພົນທີ່ສຳຄັນຕໍ່ທຸກໆຄົນທີ່ຢູ່ອ້ອມຂ້າງເຮົາ. ຄອບຄົວຈະມີຄວາມສະຫວ່າງນັ້ນຫລາຍຂຶ້ນ ຂະນະທີ່ເຂົາເຈົ້າມີຄວາມຮັກ ແລະ ຄວາມເມດຕາຫລາຍຂຶ້ນ. ເມື່ອເຮົາສ້າງຄອບຄົວທີ່ມີ “ສັດທາ, ... ການກັບໃຈ, ການໃຫ້ອະໄພ, ຄວາມນັບຖື, ຄວາມຮັກ, [ແລະ] ຄວາມເຫັນອົກເຫັນໃຈ,”11 ເຮົາຈະຮູ້ສຶກເຖິງຄວາມຮັກທີ່ມີຫລາຍຂຶ້ນຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ຕໍ່ກັນແລະກັນ. ຄອບຄົວຈະເຂັ້ມແຂງຂຶ້ນ, ແລະ ຄວາມສະຫວ່າງທີ່ຢູ່ໃນຕົວເຮົາແຕ່ລະຄົນກໍຈະຮຸ່ງແຈ້ງຂຶ້ນຫລາຍ.
ເຮົາອ່ານໃນວັດຈະນານຸກົມພຣະຄຣິສຕະທຳຄຳພີວ່າ, “ມີພຽງແຕ່ບ້ານເທົ່ານັ້ນທີ່ຈະເທົ່າທຽບພຣະວິຫານໄດ້ໃນຄວາມສັກສິດ.”12 ບັດນີ້ເຮົາກໍມີພຣະວິຫານ 155 ແຫ່ງທີ່ເປີດບໍລິການ ແລະ ຍັງມີຫລາຍແຫ່ງທີ່ຈະຖືກສ້າງຂື້ນໃນບໍ່ດົນນີ້. ຫລາຍໆຄອບຄົວກໍໄດ້ຜະນຶກເຂົ້າກັນສຳລັບການເວລາ ແລະ ຊົ່ວນິລັນດອນ. ສະມາຊິກກໍພາກັນສົ່ງລາຍຊື່ຂອງບັນພະບຸລຸດເຂົ້າໄປທີ່ພຣະວິຫານ ເພື່ອດຳເນີນພິທີການທີ່ຊ່ວຍໃຫ້ລອດຕ່າງໆ. ເຮົາໄດ້ເຫັນແທ້ໆເຖິງຄວາມປິຕິຍິນດີ ແລະ ການສະຫລອງຢ່າງໃຫຍ່ຫລວງ ທັງໃນໂລກນີ້ ແລະ ໃນໂລກວິນຍານດ້ວຍ!
ໃນໂລກທີ່ມືດມົວ, ຄວາມສະຫວ່າງຂອງພຣະກິດຕິຄຸນ ຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.
3. ຄວາມສະຫວ່າງຂອງພຣະຄຣິດ
ເຮົາບໍ່ສາມາດກ່າວເຖິງຄວາມສະຫວ່າງ ໃນ ໂລກໄດ້ປາດສະຈາກການກ່າວເຖິງ ຄວາມສະຫວ່າງ ຂອງ ໂລກ, ນັ້ນຄືພຣະເຢຊູຄຣິດ. ການສະແດງໃຫ້ປະຈັກເຖິງພຣະບິດາເທິງສະຫວັນທີ່ຊົງຮັກ ກໍຄືວ່າ ທຸກໆຄົນທີ່ໄດ້ລົງມາສູ່ໂລກນີ້ ກໍໄດ້ຮັບພອນດ້ວຍຄວາມສະຫວ່າງຂອງພຣະຄຣິດ ເພື່ອຊ່ວຍເຂົາເຈົ້າໃຫ້ກັບບ້ານ. ປະທານບອຍ ເຄ ແພ໊ກເກີ ໄດ້ສອນວ່າ: “ພຣະວິນຍານຂອງພຣະຄຣິດກໍມີຢູ່ສະເໝີ. ... ຄວາມສະຫວ່າງຂອງພຣະຄຣິດນັ້ນມີຢູ່ທົ່ວໄປເໝືອນດັ່ງແສງແດດນັ້ນເອງ. ບ່ອນໃດກໍຕາມທີ່ມີມະນຸດ, ບ່ອນນັ້ນກໍຈະມີພຣະວິນຍານຂອງພຣະຄຣິດ.”13 ຄວາມສະຫວ່າງຂອງພຣະຄຣິດ “ເຊື້ອເຊີນ ແລະ ຊັກຈູງໃຫ້ມະນຸດເຮັດຄວາມດີຢູ່ຕະຫລອດເວລາ”14 ແລະ ຕຽມທຸກຄົນທີ່ສະແຫວງຫາຄວາມດີງາມ ແລະ ຄວາມຈິງໃຫ້ໄດ້ຮັບພຣະວິນຍານບໍລິສຸດ.
ພຣະຜູ້ຊ່ວຍໃຫ້ລອດສອນວ່າ ພຣະອົງຄືຄວາມສະຫວ່າງທີ່ ເຮັດໃຫ້ດວງຕາຂອງເຮົາແຈ້ງສະຫວ່າງ, ໃຫ້ຊີວິດຊີວາແກ່ຄວາມເຂົ້າໃຈຂອງເຮົາ, ແລະ ໃຫ້ຊີວິດແກ່ທຸກສິ່ງທັງປວງ.15 ຄວາມສະຫວ່າງຂອງພຣະຄຣິດຈະຊ່ວຍເຮົາໃຫ້ມອງເຫັນຄົນອື່ນເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດເຫັນເຂົາເຈົ້າ. ເຮົາຈະເປັນຄົນທີ່ມີຄວາມຮັກ ແລະ ຄວາມເຂົ້າໃຈຫລາຍຂຶ້ນເຖິງຄວາມດິ້ນລົນຂອງເຂົາເຈົ້າ. ມັນຈະຊ່ວຍເຮົາໃຫ້ອົດທົນຫລາຍຂຶ້ນກັບຜູ້ຄົນທີ່ອາດບໍ່ນະມັດສະການ ຫລື ຮັບໃຊ້ດັ່ງທີ່ເຮົາເຮັດ. ມັນຈະຊ່ວຍເຮົາໃຫ້ເຂົ້າໃຈແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ນັ້ນຢ່າງສົມບູນ ແລະ ເຫັນວ່າເຮົາມີພາກສ່ວນແນວໃດໃນແຜນທີ່ຊົງຮັກນັ້ນອັນຍິ່ງໃຫຍ່ນັ້ນ. ມັນຈະໃຫ້ຊີວິດ, ຄວາມໝາຍ, ແລະ ຈຸດປະສົງຕໍ່ທຸກໆສິ່ງທີ່ເຮົາເຮັດ. ບັດນີ້, ພ້ອມດ້ວຍຄວາມສຸກທັງໝົດທີ່ຈະເຂົ້າມາສູ່ຊີວິດເຮົາ ຂະນະທີ່ເຮົາເຂົ້າໃຈຄວາມສະຫວ່າງຂອງພຣະຄຣິດຢ່າງເຕັມທີ່, ມັນຍັງຈະບໍ່ເທົ່າທຽບກັບຄວາມປິຕິຍິນດີທີ່ເຮົາຈະຮູ້ສຶກ ເມື່ອເຮົາເຫັນຄວາມສະຫວ່າງຂອງພຣະຄຣິດເກີດຜົນດີໃນຊີວິດຂອງຄົນອື່ນ—ດັ່ງເຊັ່ນ ຄົນໃນຄອບຄົວ, ໝູ່ເພື່ອນ, ແລະ ແມ່ນແຕ່ຄົນແປກໜ້າກໍຕາມ.
ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມປິຕິຍິນດີນັ້ນຕອນຂ້າພະເຈົ້າໄດ້ຍິນ ເລື່ອງລາວກ່ຽວກັບຄວາມພະຍາຍາມຂອງກຸ່ມຄົນດັບເພີງທີ່ກ້າຫານ ທີ່ໄດ້ສູ້ກັບໄຟ ເພື່ອຊ່ວຍດັບໄຟທີ່ໄໝ້ຕຶກສະເຕກແຫ່ງໜຶ່ງຢູ່ ລັດຄາລີຟໍເນຍສຽງໃຕ້ ເມື່ອປີ 2015. ຂະນະທີ່ໄຟລາມໄໝ້ເຂົ້າໄປ ຜູ້ບັນຊາການຂອງກຸ່ມໄດ້ໂທຫາເພື່ອນໄພ່ພົນຍຸກສຸດທ້າຍ ເພື່ອຖາມວ່າສິ່ງຂອງສັກສິດ ແລະ ຈອກນ້ຳສິນລະລຶກນັ້ນຖືກເກັບໄວ້ຢູ່ບ່ອນໃດ ເພື່ອວ່າເຂົາເຈົ້າຈະໄປເກັບມັນໄວ້. ເພື່ອນຂອງລາວໄດ້ໃຫ້ລາວແນ່ໃຈວ່າ ບໍ່ມີສິ່ງຂອງສັກສິດໃດໆ ແລະ ວ່າຈອກນ້ຳສິນລະລຶກນັ້ນກໍຫາເອົາໃໝ່ໄດ້. ແຕ່ຜູ້ບັນຊາການໄດ້ຮູ້ສຶກວ່າລາວຄວນຊ່ວຍໃຫ້ໄດ້ຫລາຍກວ່ານັ້ນ, ສະນັ້ນລາວຈຶ່ງໄດ້ສົ່ງຜູ້ດັບເພີງກັບເຂົ້າໄປທີ່ຕຶກນັ້ນອີກ ແລະ ດຶງເອົາຮູບຂອງພຣະຄຣິດທີ່ຢູ່ເທິງຝາລົງມາ ເພື່ອວ່າຈະເກັບຮັກວາມັນໄວ້. ເຂົາເຈົ້າໄດ້ເອົາແຜ່ນໜຶ່ງໃສ່ລົດດັບເພີງໄວ້ ເພື່ອວ່າຜູ້ດັບເພີງທຸກຄົນຈະໄດ້ຮັບການຄຸ້ມຄອງ. ຄວາມເມດຕາ, ຄວາມດີງາມ, ແລະ ຄວາມຮູ້ສຶກໄວຂອງຜູ້ບັນຊາການຄົນນັ້ນຕໍ່ຄວາມສະຫວ່າງ (ພຣະຄຣິດ) ໄດ້ເຮັດໃຫ້ຂ້າພະເຈົ້າຊາບຊຶ້ງໃຈຫລາຍ, ໃນຊ່ວງເວລາທີ່ເປັນອັນຕະລາຍ ແລະ ຍາກລຳບາກ.
ໃນໂລກທີ່ມືດມົວ, ຄວາມສະຫວ່າງຂອງພຣະຄຣິດ ຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.
ຂ້າພະເຈົ້າຈະກ່າວຊ້ຳຖ້ອຍຄຳຂອງໂປໂລ ອີກທີ່ວ່າ: “ຈົ່ງປະກອບຕົວດ້ວຍອາວຸດແຫ່ງຄວາມສະຫວ່າງ.”16 ຂ້າພະເຈົ້າເປັນພະຍານເຖິງພຣະຄຣິດ. ພຣະອົງຄືຄວາມສະຫວ່າງຂອງໂລກ. ຂ້າພະເຈົ້າຫວັງວ່າເຮົາຈະໄດ້ຮັບຄວາມເຂັ້ມແຂງໂດຍຄວາມສະຫວ່າງທີ່ມີໄວ້ໃຫ້ເຮົາ ຜ່ານການມີພາກສ່ວນຫລາຍຂຶ້ນໃນສາດສະໜາຈັກ ແລະ ການນຳໃຊ້ຫລັກທຳພຣະກິດຕິຄຸນຫລາຍຂຶ້ນໃນຄອບຄົວຂອງເຮົາ. ຂໍໃຫ້ເຮົາຈົ່ງໄດ້ເຫັນຄວາມສະຫວ່າງຂອງພຣະຄຣິດໃນຕົວຄົນອື່ນຢູ່ສະເໝີ ແລະ ຊ່ວຍເຂົາເຈົ້າໃຫ້ເຫັນມັນຢູ່ໃນຕົວເຂົາເຈົ້າເອງ. ເມື່ອເຮົາໄດ້ຮັບຄວາມສະຫວ່າງນັ້ນ, ເຮົາຈະໄດ້ຮັບພອນເພີ່ມອີກ ດ້ວຍຄວາມສະຫວ່າງທີ່ມີຫລາຍຂຶ້ນ, ແມ່ນແຕ່ຈົນເຖິງວັນທີ່ສົມບູນ ເມື່ອເຮົາຈະເຫັນ “ພຣະບິດາແຫ່ງຄວາມສະຫວ່າງ,”17 ອີກ, ພຣະບິດາເທິງສະຫວັນຂອງເຮົາ. ຂ້າພະເຈົ້າເປັນພະຍານໃນພຣະນາມອັນສັກສິດຂອງຄວາມສະຫວ່າງຂອງໂລກ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.