ແຜນທີ່ປະເສີດເລີດລ້ຳຂອງພຣະບິດາຂອງເຮົາ
ເພາະແຜນທີ່ສັກສິດຂອງພຣະເຈົ້າ, ເຮົາຈຶ່ງຮູ້ວ່າ ການເກີດ ແລະ ການຕາຍ ບໍ່ໄດ້ພຽງແຕ່ເປັນເຫດການພິເສດເທົ່ານັ້ນ ໃນການເດີນທາງໄປສູ່ຊີວິດນິລັນດອນ ເພື່ອຢູ່ນຳພຣະບິດາເທິງສະຫວັນ.
ໃນຕອນຕົ້ນຂອງການເຝິກເປັນໝໍຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ມີໂອກາດໄປຊ່ວຍແມ່ໜຸ່ມຄົນໜຶ່ງຄອດລູກຄົນທຳອິດຂອງນາງ. ນາງກໍສະຫງົບ, ຕັ້ງໃຈ, ແລະ ມີຄວາມສຸກ. ເມື່ອຄອດລູກແລ້ວ, ຂ້າພະເຈົ້າກໍໄດ້ອູ້ມແອນ້ອຍໄປໃຫ້ນາງ. ດ້ວຍນ້ຳຕາທີ່ມີຄວາມສຸກໄຫລອາບແກ້ມ, ນາງໄດ້ອູ້ມເອົາແອນ້ອຍໄວ້ໃນອ້ອມແຂນ ແລະ ສຳຫລວດເບິ່ງລາວຈາກຫົວເຖິງຕີນ. ນາງໄດ້ກອດລາວໄວ້ໃກ້ຕົວ ແລະ ຮັກລາວຢ່າງທີ່ແມ່ເທົ່ານັ້ນທີ່ເຮັດໄດ້. ຂ້າພະເຈົ້າໄດ້ຮັບສິດທິພິເສດ ທີ່ໄດ້ຢູ່ໃນຫ້ອງນັ້ນກັບນາງ.
ນັ້ນຄືການເລີ່ມຕົ້ນຊີວິດຂອງເຮົາແຕ່ລະຄົນ. ແຕ່ການເກີດຂອງເຮົານັ້ນ ເປັນການເລີ່ມຕົ້ນແທ້ໆບໍ? ຊາວໂລກເຫັນການເກີດ ແລະ ການຕາຍ ວ່າເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ແຕ່ເພາະແຜນທີ່ສັກສິດຂອງພຣະເຈົ້າ, ເຮົາຈຶ່ງຮູ້ວ່າ ການເກີດ ແລະ ການຕາຍ ບໍ່ໄດ້ພຽງແຕ່ເປັນເຫດການພິເສດເທົ່ານັ້ນ ໃນການເດີນທາງໄປສູ່ຊີວິດນິລັນດອນ ເພື່ອຢູ່ນຳພຣະບິດາເທິງສະຫວັນ.1 ມັນເປັນພາກສ່ວນທີ່ຈຳເປັນໃນແຜນຂອງພຣະບິດາ—ຊ່ວງເວລາສັກສິດ ຕອນທີ່ຄວາມເປັນມະຕະ ແລະ ສະຫວັນ ມາເຈິກັນ. ມື້ນີ້, ເມື່ອຫວນຄິດເຖິງສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກການສັງເກດເບິ່ງການເກີດ ແລະ ການຕາຍ ຕະຫລອດຫລາຍປີໃນການຮັບໃຊ້ເປັນໝໍ ແລະ ໃນສາດສະໜາຈັກ, ຂ້າພະເຈົ້າຢາກເປັນພະຍານໃຫ້ແຜນທີ່ປະເສີດເລີດລ້ຳຂອງພຣະບິດາຂອງເຮົາ.
ກ່ອນເຮົາມາເກີດ, ເຮົາໄດ້ອາໄສຢູ່ນຳພຣະເຈົ້າ, ພຣະບິດາທາງວິນຍານຂອງເຮົາ. ເຮົາ [ທຸກຄົນ] ທີ່ຢູ່ໃນໂລກນີ້ ເປັນອ້າຍເອື້ອຍນ້ອງກັນແທ້ໆ ໃນຄອບຄົວຂອງພຣະອົງ,2 ແລະ ເຮົາແຕ່ລະຄົນ ກໍມີຄ່າປະເສີດລ້ຳຕໍ່ພຣະອົງ. ເຮົາໄດ້ຢູ່ກັບພຣະອົງເປັນເວລາດົນນານ ກ່ອນເຮົາມາເກີດໃນຊ່ວງມະຕະ—ເພື່ອຮຽນ, ເລືອກ, ແລະ ຕຽມ.
ເພາະພຣະບິດາເທິງສະຫວັນຮັກເຮົາ, ພຣະອົງຈຶ່ງຢາກໃຫ້ເຮົາໄດ້ຮັບຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ທີ່ພຣະອົງສາມາດມອບໃຫ້, ນັ້ນຄືຂອງປະທານແຫ່ງຊີວິດນິລັນດອນ.3 ພຣະອົງບໍ່ສາມາດມອບມັນໃຫ້ເຮົາ ແບບບໍ່ມີເງື່ອນໄຂ; ເຮົາຕ້ອງຮັບມັນໂດຍການເລືອກພຣະອົງ ແລະ ເລືອກທາງຂອງພຣະອົງ. ສິ່ງນີ້ມີເງື່ອນໄຂວ່າ ເຮົາຕ້ອງໜີຈາກທີ່ປະທັບຂອງພຣະອົງ ແລະ ເລີ່ມຕົ້ນການເດີນທາງແຫ່ງສັດທາ, ການເຕີບໂຕ, ແລະ ການກາຍເປັນ ທີ່ດີເລີດ ແລະ ທ້າທາຍຂອງເຮົາ. ສິ່ງທີ່ພຣະບິດາຂອງເຮົາໄດ້ຕຽມໄວ້ໃຫ້ເຮົາ ເອີ້ນວ່າແຜນແຫ່ງຄວາມລອດ ຫລື ແຜນແຫ່ງຄວາມສຸກ.4
ໃນສະພາມະຫາສານກ່ອນເກີດ ພຣະບິດາເທິງສະຫວັນຂອງເຮົາ ໄດ້ບອກເຮົາກ່ຽວກັບແຜນຂອງພຣະອົງ.5 ເມື່ອເຮົາເຂົ້າໃຈມັນ, ເຮົາກໍດີໃຈຫລາຍ ຈົນວ່າເຮົາໄດ້ໂຮ່ຮ້ອງດ້ວຍຄວາມຊື່ນຊົມ ແລະ ໝູ່ດາວແຫ່ງອາລຸນ ໄດ້ຮ້ອງເພງນຳກັນ.”6
ແຜນນັ້ນໄດ້ຖືກສ້າງຂຶ້ນເທິງຄຳສອນທີ່ຍິ່ງໃຫຍ່ສາມຂໍ້: ຄຳສອນແຫ່ງນິລັນດອນ.7
ຄຳສອນຂໍ້ທຳອິດແມ່ນການສ້າງໂລກ, ສະຖານທີ່ສຳລັບການເດີນທາງໃນຊ່ວງມະຕະຂອງເຮົາ.8
ຄຳສອນຂໍ້ທີສອງແມ່ນການຕົກຂອງອາດາມ ແລະ ເອວາ ພໍ່ແມ່ໃນໂລກ ຜູ້ທຳອິດຂອງເຮົາ. ເປັນເພາະການຕົກ, ຫລາຍສິ່ງທີ່ອັດສະຈັນໃຈ ໄດ້ຖືກມອບໃຫ້ແກ່ເຮົາ. ເຮົາສາມາດມາເກີດ ແລະ ຮັບເອົາຮ່າງກາຍທີ່ເປັນເນື້ອໜັງ.9 ຂ້າພະເຈົ້າມີຄວາມກະຕັນຍູຫລາຍຕໍ່ແມ່ ສຳລັບການນຳພວກອ້າຍນ້ອງ ແລະ ຂ້າພະເຈົ້າມາສູ່ໂລກນີ້ ແລະ ສິດສອນພວກເຮົາກ່ຽວກັບພຣະເຈົ້າ.
ພຣະເຈົ້າກໍຍັງໄດ້ມອບອຳເພີໃຈໃຫ້ເຮົານຳອີກ—ຄວາມສາມາດ ແລະ ສິດທິພິເສດທີ່ຈະເລືອກ ແລະ ເຮັດເພື່ອຕົວເອງ.10 ເພື່ອຊ່ວຍເຮົາໃຫ້ເລືອກໄດ້ດີ, ພຣະບິດາເທິງສະຫວັນໄດ້ປະທານພຣະບັນຍັດໃຫ້ແກ່ເຮົາ. ແຕ່ລະມື້, ເມື່ອເຮົາຮັກສາພຣະບັນຍັດຂອງພຣະອົງ, ເຮົາໄດ້ສະແດງໃຫ້ພຣະເຈົ້າເຫັນວ່າ ເຮົາຮັກພຣະອົງ ແລະ ພຣະອົງກໍອວຍພອນຊີວິດເຮົາ.11
ການຮູ້ວ່າເຮົາຈະບໍ່ເລືອກໄດ້ດີຕະຫລອດໄປ, ຫລື ໃນອີກຄຳໜຶ່ງ ເຮັດບາບ, ພຣະບິດາຈຶ່ງໄດ້ມອບຄຳສອນຂໍ້ທີສາມໃຫ້ເຮົາ—ນັ້ນຄື ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ. ຜ່ານການຮັບທຸກທໍລະມານຂອງພຣະອົງ, ພຣະຄຣິດຈຶ່ງໄດ້ຈ່າຍຄ່າສຳລັບການຕາຍທາງຮ່າງກາຍ ແລະ ການບາບຂອງເຮົາ.12 ພຣະອົງໄດ້ສອນວ່າ: “ເພາະພຣະເຈົ້າຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນ ຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.”13
ພຣະເຢຊູໄດ້ມີຊີວິດທີ່ປາດສະຈາກບາບ, ໄດ້ຮັກສາພຣະບັນຍັດຂອງພຣະບິດາຂອງພຣະອົງສະເໝີ. ພຣະອົງໄດ້ເດີນໃນເສັ້ນທາງໄປຟີລິດສະຕິນ, ສອນຄວາມຈິງແຫ່ງນິລັນດອນ, ປິ່ນປົວຄົນເຈັບປ່ວຍ, ໂຜດຄົນຕາບອດໃຫ້ເຫັ່ນຮຸ່ງ, ແລະ ນຳຄົນທີ່ຕາຍແລ້ວໃຫ້ຄືນມີຊີວິດ.14 ພຣະອົງ “ໄດ້ໄປທຸກຫົນທຸກແຫ່ງ ເພື່ອເຮັດຄຸນງາມຄວາມດີ”15 ແລະ ໄດ້ເຊື້ອເຊີນທຸກຄົນໃຫ້ເຮັດຕາມຕົວຢ່າງຂອງພຣະອົງ.16
ໃນທ້າຍຊີວິດຊ່ວງມະຕະຂອງພຣະອົງ, ພຣະອົງໄດ້ຄຸເຂົ່າ ແລະ ອະທິຖານ, ກ່າວວ່າ:
“ພຣະບິດາເຈົ້າເອີຍ, ຖ້າເປັນຄວາມປະສົງຂອງພຣະອົງແລ້ວ, ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນໄປຈາກລູກທ້ອນ: ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມຄວາມປາດຖະໜາຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເທີ້ນ. …
“ແລະ ເມື່ອເກີດເປັນທຸກວຸ້ນວາຍຫລາຍຂຶ້ນ ພຣະອົງກໍໄດ້ຕັ້ງໃຈອະທິຖານ: ເຫື່ອຂອງພຣະອົງເກີດເປັນເໝືອນເລືອດໄຫລຢາດລົງດິນເປັນເມັດໃຫຍ່.”17
ພຣະຄຣິດໄດ້ຊ່ວຍເຮົາໃຫ້ເຂົ້າໃຈຫລາຍຂຶ້ນ ເຖິງຄວາມຍິ່ງໃຫຍ່ຂອງການຮັບທຸກທໍລະມານຂອງພຣະອົງ ເມື່ອພຣະອົງໄດ້ບອກສາດສະດາໂຈເຊັບ ສະມິດ ວ່າ:
ພຣະເຈົ້າໄດ້ທົນທຸກທໍລະມານກັບສິ່ງເຫລົ່ານີ້ແທນທຸກຄົນ, ເພື່ອວ່າພວກເຂົາຈະບໍ່ໄດ້ທົນທຸກທໍລະມານຖ້າຫາກພວກເຂົາຈະກັບໃຈ;
ແຕ່ຖ້າຫາກພວກເຂົາບໍ່ກັບໃຈ ພວກເຂົາຈະຕ້ອງທົນທຸກທໍລະມານແມ່ນແຕ່ເໝືອນດັ່ງພຣະອົງ;
ຊຶ່ງຄວາມທຸກທໍລະມານເຮັດໃຫ້ຕົວພຣະອົງເອງ ແມ່ນແຕ່ພຣະເຈົ້າ ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ໂລຫິດໄຫລອອກຈາກທຸກຂຸມຂົນ, ແລະ ທົນທຸກທໍລະມານທັງພຣະກາຍ ແລະ ພຣະວິນຍານ.18
ຢູ່ໃນສວນເຄັດເຊມາເນນັ້ນ, ພຣະອົງໄດ້ຈ່າຍຄ່າສຳລັບບາບ ແລະ ຄວາມປ່ວຍໄຂ້, ຄວາມເຈັບປວດ ແລະ ຄວາມອ່ອນແອຂອງເຮົາ.19 ເພາະພຣະອົງໄດ້ເຮັດດັ່ງນັ້ນ, ເຮົາຈຶ່ງຈະບໍ່ເຄີຍຢູ່ໃນຄວາມອ່ອນແອເຫລົ່ານັ້ນຄົນດຽວ ຖ້າຫາກເຮົາເລືອກທີ່ຈະເດີນໄປກັບພຣະອົງ. ພຣະອົງໄດ້ຖືກຈັບ ແລະ ຖືກກ່າວຫາ ໃນຄະດີທີ່ບໍ່ມີມູນຄວາມຈິງ, ຖືກຈຳຄຸກເພື່ອສະໜອງຄວາມຕ້ອງການຂອງຝູງຊົນ, ແລະ ຖືກສົ່ງໄປຕາຍຢູ່ເທິງໄມ້ກາງແຂນທີ່ຄາວາຣີ. ຢູ່ເທິງໄມ້ກາງແຂນ ພຣະອົງໄດ້ມອບຊີວິດຂອງພຣະອົງ ເພື່ອຊົດໃຊ້ແທນບາບຂອງມວນມະນຸດ, ເປັນການເຮັດແທນຄົນອື່ນທີ່ຍິ່ງໃຫຍ່ທີ່ສຸດ ໃນບັນດາຜູ້ຄົນທີ່ເຄີຍມີຊີວິດຢູ່ໃນໂລກນີ້.20
ພຣະອົງໄດ້ປະກາດວ່າ:
“ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ, ຜູ້ທີ່ສາດສະດາໄດ້ໃຫ້ຖ້ອຍຄຳວ່າຈະມາຍັງໂລກນີ້.
“ແລະ ຈົ່ງເບິ່ງ, ເຮົາເປັນຄວາມສະຫວ່າງ ແລະ ຊີວິດຂອງໂລກ; ແລະ ເຮົາໄດ້ດື່ມຈາກຈອກອັນຂົມຂື່ນ ຊຶ່ງພຣະບິດາໄດ້ປະທານໃຫ້ເຮົາແລ້ວ, ແລະ ຖວາຍບາລະມີພຣະບິດາໂດຍຮັບເອົາບາບຂອງໂລກມາໄວ້ກັບເຮົາ.”21
ແລ້ວ ໃນມື້ທຳອິດຂອງອາທິດ,22 ພຣະອົງໄດ້ລຸກຂຶ້ນຈາກອຸບມຸງ ດ້ວຍຮ່າງກາຍທີ່ສົມບູນແບບ ຊຶ່ງຟື້ນຄືນພຣະຊົນແລ້ວ, ຈະບໍ່ຕາຍອີກ. ແລະ ເປັນເພາະພຣະອົງໄດ້ຟື້ນຄືນພຣະຊົນ, ເຮົາກໍຈະຟື້ນຄືນຊີວິດຄືກັນ.
ຂ້າພະເຈົ້າເປັນພະຍານວ່າ ພຣະຄຣິດໄດ້ລຸກຂຶ້ນຈາກອຸບມຸງແທ້ໆ. ແຕ່ກ່ອນຈະໄດ້ລຸກຂຶ້ນຈາກອຸບມຸງ, ພຣະອົງຕ້ອງໄດ້ສິ້ນພຣະຊົນກ່ອນ. ແລະ ສະນັ້ນ ເຮົາກໍຄືກັນ.
ພອນອັນຍິ່ງໃຫຍ່ອີກຢ່າງໜຶ່ງ ໃນຊີວິດຂອງຂ້າພະເຈົ້າ ຄືການຮູ້ສຶກໃກ້ຊິດກັບສະຫວັນ ໃນລະຫວ່າງທີ່ຂ້າພະເຈົ້າໄດ້ນັ່ງຢູ່ຂ້າງຕຽງຂອງຜູ້ທີ່ກຳລັງຈະຈາກໂລກໄປ. ໃນເຊົ້າມື້ໜຶ່ງ ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ເຂົ້າໄປຫ້ອງຜູ້ປ່ວຍຢູ່ໂຮງໝໍ ຂອງແມ່ໝ້າຍ ທີ່ເປັນໄພ່ພົນຍຸກທ້າຍທີ່ຊື່ສັດຄົນໜຶ່ງ ຜູ້ເປັນໂຣກມະເລັງ. ລູກສາວສອງຄົນຂອງນາງ ກໍນັ່ງຢູ່ຂ້າງຕຽງ. ເມື່ອຂ້າພະເຈົ້າເຂົ້າໄປໃກ້ຕຽງ, ຂ້າພະເຈົ້າເຫັນວ່າ ນາງບໍ່ທຸກທໍລະມານຕໍ່ໄປອີກແລ້ວ, ເພາະນາງຫາກໍຈາກໄປ.
ໃນນາທີຂອງການຕາຍນັ້ນ, ຫ້ອງກໍເຕັມໄປດ້ວຍຄວາມສະຫງົບ. ລູກສາວຂອງນາງມີຄວາມໂສກເສົ້າແຕ່ເຂົ້າໃຈ, ເພາະໃຈຂອງພວກນາງເຕັມໄປດ້ວຍສັດທາ. ພວກນາງຮູ້ວ່າ ແມ່ຂອງພວກນາງບໍ່ໄດ້ສູນຫາຍໄປ, ແຕ່ໄດ້ກັບຄືນບ້ານ.23 ເຖິງແມ່ນໃນເວລາທີ່ມີຄວາມໂສກເສົ້າຫລາຍທີ່ສຸດ, ໃນຕອນທີ່ຄິດວ່າຄົງບໍ່ມີວັນຫາຍໂສກເສົ້າ ແລະ ເບິ່ງຄືວ່າ ຊີວິດນີ້ບໍ່ຍຸດຕິທຳເລີຍ, ແຕ່ເຮົາສາມາດພົບການປອບໂຍນໃນພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ ເພາະວ່າພຣະອົງໄດ້ຮັບທຸກທໍລະມານຄືກັນ.24 ມັນເປັນສິດທິພິເສດສຳລັບຂ້າພະເຈົ້າ ທີ່ໄດ້ຢູ່ໃນຫ້ອງນັ້ນ.
ເມື່ອເຮົາຕາຍໄປ, ວິນຍານຂອງເຮົາຈະອອກຈາກຮ່າງກາຍ ແລະ ເຮົາຈະໄປສູ່ສະພາວະຕໍ່ໄປ ໃນການເດີນທາງຂອງເຮົາ, ນັ້ນຄື ໂລກວິນຍານ. ມັນເປັນບ່ອນແຫ່ງການຮຽນຮູ້, ການກັບໃຈ, ການໃຫ້ອະໄພ, ແລະ ການກາຍເປັນ25 ບ່ອນທີ່ເຮົາລໍຖ້າການຟື້ນຄືນຊີວິດ.26
ໃນມື້ທີ່ຍິ່ງໃຫຍ່ ໃນອະນາຄົດ, ທຸກຄົນຜູ້ໄດ້ມາເກີດ ຈະລຸກຂຶ້ນຈາກອຸບມຸງ. ວິນຍານຂອງເຮົາ ແລະ ຮ່າງກາຍຂອງເຮົາ ຈະກັບຄືນເຂົ້າຫາກັນ ເປັນຮ່າງກາຍທີ່ສົມບູນແບບ. ທຸກຄົນຈະຟື້ນຄືນຊີວິດ, ທັງຄົນແກ່ ແລະ ຄົນໜຸ່ມ, … ທັງຊາຍ ແລະ ຍິງ, ທັງຄົນຊົ່ວ ແລະ ຄົນຊອບທຳ; ແລະ “ທຸກຢ່າງຈະກັບຄືນສູ່ໂຄງຮ່າງອັນສົມບູນຂອງມັນ.”27
ຫລັງຈາກການຟື້ນຄືນຊີວິດ ເຮົາຈະໄດ້ຮັບພອນອັນສູງສົ່ງ ຂອງການຮັບການພິພາກສາໂດຍພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ຜູ້ໄດ້ກ່າວວ່າ:
“ເຮົາຈະຊັກນຳຄົນທັງຫລາຍມາຫາເຮົາ, ເພື່ອພວກເຂົາຈະໄດ້ຮັບການພິພາກສາຕາມວຽກງານຂອງພວກເຂົາ.
“ແລະ ເຫດການຈະບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ກັບໃຈ ແລະ ຮັບບັບຕິສະມາໃນນາມຂອງເຮົາ ຜູ້ນັ້ນຈະເຕັມປ່ຽມ; ແລະ ຖ້າຫາກເຂົາອົດທົນຈົນເຖິງທີ່ສຸດ, ຈົ່ງເບິ່ງ, ເຮົາຈະຖືວ່າເຂົາບໍ່ມີຄວາມຜິດຕໍ່ພຣະພັກຂອງພຣະບິດາຂອງເຂົາໃນມື້ນັ້ນ ທີ່ເຮົາຈະຢືນຂຶ້ນເພື່ອພິພາກສາໂລກ.”28
ແລະ ແລ້ວ, ຜ່ານທາງພຣະຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ທຸກຄົນທີ່ເລືອກຕິດຕາມພຣະອົງ ດ້ວຍສັດທາ, ການກັບໃຈ, ການບັບຕິສະມາ, ແລະ ຮັບເອົາພຣະວິນຍານບໍລິສຸດ, ແລະ ອົດທົນຈົນເຖິງທີ່ສຸດ29 ຈະພົບວ່າ ເສັ້ນໄຊຂອງການເດີນທາງຂອງເຂົາເຈົ້າ ຄືການໄດ້ຮັບຈຸດໝາຍປາຍທາງແຫ່ງສະຫວັນ ເປັນຜູ້ຮັບມູນມໍລະດົກແຫ່ງຊີວິດນິລັນດອນ.30 ເຂົາເຈົ້າຈະກັບຄືນໄປຫາທີ່ປະທັບຂອງພຣະບິດາ ເພື່ອຢູ່ນຳພຣະອົງຕະຫລອດການ. ຂໍໃຫ້ເຮົາຈົ່ງເລືອກໄດ້ດີ.
ມີຫລາຍສິ່ງທີ່ສຳຄັນຕໍ່ຊີວິດຂອງເຮົາ ເກີນກວ່າສິ່ງທີ່ເກີດຂຶ້ນລະຫວ່າງການເກີດ ແລະ ການຕາຍ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ມາ ແລະ ຕິດຕາມພຣະຄຣິດ.31
ຂ້າພະເຈົ້າຂໍເຊື້ອເຊີນສະມາຊິກທຸກຄົນ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໃຫ້, “ມາຫາພຣະຄຣິດທຸກວັນ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ, ແລະ ປະຕິເສດຕົນຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ, … [ເພື່ອວ່າ] ໂດຍທາງການຫລັ່ງໂລຫິດຂອງພຣະຄຣິດ, ... ທ່ານ [ອາດ] ກາຍມາເປັນຜູ້ບໍລິສຸດ, ປາດສະຈາກມົນທິນ.”32
ຂ້າພະເຈົ້າຂໍເຊື້ອເຊີນຜູ້ທີ່ຍັງບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກນີ້ເທື່ອ ໃຫ້ມາ ແລະ ອ່ານພຣະຄຳພີມໍມອນ ແລະ ຟັງຜູ້ສອນສາດສະໜາ. ຈົ່ງມາ ແລະ ມີສັດທາ ແລະ ກັບໃຈຈາກບາບຂອງທ່ານ. ຈົ່ງມາ ແລະ ຮັບບັບຕິສະມາ ແລະ ຮັບເອົາພຣະວິນຍານບໍລິສຸດ. ຈົ່ງມາ ແລະ ດຳລົງຊີວິດຢ່າງມີຄວາມສຸກ, ຊີວິດທີ່ເຕັມໄປດ້ວຍພຣະເຢຊູ. ເມື່ອທ່ານມາຫາພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ, ຂ້າພະເຈົ້າສັນຍາວ່າ ທ່ານຈະພົບສັນຕິສຸກ ແລະ ຈຸດປະສົງ ໃນປະສົບການຂອງຊ່ວງມະຕະທີ່ຫຍຸ້ງຍາກຕະຫລອດນີ້ ແລະ ພົບຊີວິດນິລັນດອນ ໃນໂລກທີ່ຈະມາເຖິງ.33
ສຳລັບຜູ້ທີ່ມີປະສົບການກ່ຽວກັບຄວາມຈິງເຫລົ່ານີ້ແລ້ວ ແລະ ດ້ວຍເຫດຜົນໃດກໍຕາມ ທີ່ໄດ້ອອກໄປຈາກເສັ້ນທາງ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ກັບຄືນມາ. ໃຫ້ກັບຄືນມາໃນມື້ນີ້. ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະຜູ້ຊ່ວຍໃຫ້ລອດ ຮັກທ່ານ. ຂ້າພະເຈົ້າເປັນພະຍານວ່າ ພຣະຄຣິດມີພະລັງທີ່ຈະຕອບຄຳຖາມຂອງທ່ານ, ປິ່ນປົວຄວາມເຈັບປວດ ແລະ ຄວາມໂສກເສົ້າຂອງທ່ານ, ແລະ ໃຫ້ອະໄພຄວາມຜິດບາບຂອງທ່ານ. ຂ້າພະເຈົ້າຮູ້ວ່າ ສິ່ງນີ້ຈິງ. ຂ້າພະເຈົ້າຮູ້ວ່າ ທຸກສິ່ງເຫລົ່ານີ້ເປັນຄວາມຈິງ. ພຣະຄຣິດຊົງພຣະຊົນຢູ່! ນີ້ແມ່ນສາດສະໜາຈັກຂອງພຣະອົງ! ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.