ຢ່າເບິ່ງອ້ອມໆ, ໃຫ້ເງີຍໜ້າເບິ່ງ!
ການເຊື້ອເຊີນຄົນອື່ນໆໃຫ້ມາສູ່ພຣະຄຣິດ ແມ່ນເປົ້າໝາຍຂອງເຮົາ, ແລະ ເຮົາສາມາດເຮັດໃຫ້ເປົ້າໝາຍນີ້ສຳເລັດໄດ້ ໂດຍການຫລຽວຂຶ້ນຫາພຣະເຢຊູຄຣິດ.
ເປົ້າໝາຍຂອງຂ້າພະເຈົ້າຄື “ເຊື້ອເຊີນຄົນອື່ນໆໃຫ້ມາສູ່ພຣະຄຣິດ.”1 ນີ້ແມ່ນເປົ້າໝາຍຂອງທ່ານເໝືອນກັນ. ເຮົາສາມາດເຮັດໃຫ້ເປົ້າໝາຍນີ້ສຳເລັດໄດ້ ໂດຍການຫລຽວຂຶ້ນຫາພຣະເຢຊູຄຣິດ.
ຂ້າພະເຈົ້າໄດ້ຮັບບັບຕິສະມາກັບຄອບຄົວຂອງຂ້າພະເຈົ້າ ເມື່ອຂ້າພະເຈົ້າມີອາຍຸ 16 ປີ. ນ້ອງຊາຍຂອງຂ້າພະເຈົ້າທີ່ຊື່ວ່າ ຄະຢັງ ວັນ, ຊຶ່ງມີອາຍຸ 14 ປີ ໄດ້ເຂົ້າເປັນສະມາຊິກໂບດໂດຍທາງພີ່ນ້ອງຂອງແມ່ ທີ່ຊື່ ຢັງ ຈິກ ລີ, ເພິ່ນໄດ້ເຊື້ອເຊີນພວກເຮົາໃຫ້ໄປໂບດຂອງເພິ່ນ. ສະມາຊິກທັງ 10 ຄົນ ແຕ່ລະຄົນໃນຄອບຄົວ ແມ່ນເປັນສະມາຊິກໂບດຕ່າງນິກາຍ, ດັ່ງນັ້ນພວກເຮົາຈຶ່ງດີໃຈ ທີ່ພວກເຮົາໄດ້ພົບຄວາມຈິງ ແລະ ພວກເຮົາຢາກແບ່ງປັນຄວາມສຸກທີ່ພວກເຮົາພົບໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ ຫລັງຈາກພວກເຮົາໄດ້ຮັບບັບຕິສະມາແລ້ວ.
ພໍ່ຂອງຂ້າພະເຈົ້າເປັນຄົນທີ່ຕື່ນເຕັ້ນໃນການຮຽນ ແລະ ການແບ່ງປັນຄວາມຈິງຫລາຍກວ່າທຸກຄົນໃນຄອບຄົວ. ເພິ່ນເຄີຍຕື່ນແຕ່ເຊົ້າມາຮຽນພຣະຄຳພີຫລາຍກວ່າສອງຊົ່ວໂມງທຸກມື້. ຫລັງຈາກເລີກວຽກ ເພິ່ນໄດ້ອອກໄປກັບຜູ້ສອນສາດສະໜາເພື່ອໄປຢ້ຽມຢາມຄອບຄົວ, ໝູ່ເພື່ອນ, ແລະ ເພື່ອນບ້ານຂອງພວກເຮົາເກືອບທຸກມື້. ເຈັດເດືອນຫລັງຈາກພວກເຮົາໄດ້ຮັບບັບຕິສະມາ, 23 ຄົນໃນຄອບຄົວ ແລະ ພີ່ນ້ອງຂອງພວກເຮົາໄດ້ເຂົ້າເປັນສະມາຊິກໂບດ. ຫລັງຈາກນັ້ນມີການມະຫັດສະຈັນຕາມມາ ຄືພວກເຮົາໄດ້ເຫັນ 130 ຄົນຮັບບັບຕິສະມາໃນປີຕໍ່ມາ ນັ້ນແມ່ນຍ້ອນການເຮັດວຽກງານເຜີຍແຜ່ສາດສະໜາຂອງພໍ່ຂ້າພະເຈົ້າ.
ການສືບປະຫວັດຄອບຄົວກໍເປັນວຽກງານສຳຄັນສຳລັບເພິ່ນຄືກັນ, ເພິ່ນໄດ້ສຳເລັດວຽກງານນັ້ນເຖິງແປດລຸ້ນຄົນ ຂອງບັນພະບຸລຸດຂອງພວກເຮົາ. ຈາກໝາກຜົນຂອງການກັບໃຈຂອງພວກເຮົາ ທີ່ເລີ່ມຈາກນ້ອງຊາຍອາຍຸ 14 ປີ ຂອງຂ້າພະເຈົ້າ ໝາກຜົນນັ້ນໄດ້ທະວີຂຶ້ນຢ່າງນັບບໍ່ຖ້ວນ ໃນຫລາຍທາງ ບໍ່ພຽງແຕ່ໃນທາງຜູ້ຍັງມີຊີວິດຢູ່ເທົ່ານັ້ນ ແຕ່ໃນທາງຜູ້ທີ່ລ່ວງລັບໄປແລ້ວດ້ວຍ. ເມື່ອພວກເຮົາບວກວຽກງານຂອງພໍ່ຂ້າພະເຈົ້າ ແລະ ຂອງຄົນອື່ນໆເຂົ້າກັນ ວຽກງານສືບປະຫວັດຄອບຄົວໄດ້ຂະຫຍາຍອອກເປັນ 32 ລຸ້ນຄົນແລ້ວ ແລະ ດຽວນີ້ພວກເຮົາກໍເຮັດວຽກງານຂອງພຣະວິຫານສຳເລັດໃນຫລາຍໆເຊື້ອສາຍ. ມື້ນີ້ ຂ້າພະເຈົ້າປາດຫລາດໃຈ ແລະ ດີໃຈຢ່າງສຸດຊຶ້ງ ໃນການເຊື່ອມໂຍງບັນພະບຸລຸດ ແລະ ເຊື້ອສາຍຂອງພວກເຮົາ.
ປະທານ ກໍດອນ ບີ ຮິງລີ ໄດ້ບັນທຶກປະສົບການທີ່ຄ້າຍຄືກັນນີ້ ໃນພຣະວິຫານ ໂຄລຳບັສ ໂອໄຮໂອ ວ່າ:
“ເມື່ອຫວນຄິດເຖິງຊີວິດຂອງ [ພໍ່ຕູ້ທວດ, ພໍ່ຕູ້, ແລະ ພໍ່ຂອງຂ້າພະເຈົ້າ] ເມື່ອຂ້າພະເຈົ້ານັ່ງຢູ່ໃນພຣະວິຫານ, ຂ້າພະເຈົ້າໄດ້ຫລຽວເບິ່ງລູກສາວຂອງຂ້າພະເຈົ້າ, ແລ້ວລູກສາວຂອງນາງ, ... ແລະ ລູກຂອງຫລານສາວ, ທີ່ເປັນເຫລນຂອງຂ້າພະເຈົ້າເອງ ຂ້າພະເຈົ້າສຳນຶກໄດ້ວ່າ ຂ້າພະເຈົ້າເປັນຜູ້ຢູ່ເຄິ່ງກາງຂອງຄົນເຈັດລຸ້ນເຫລົ່ານີ້—ຄືສາມລຸ້ນກ່ອນຂ້າພະເຈົ້າ ແລະ ສາມລຸ້ນ ຫລັງຈາກຂ້າພະເຈົ້າ.
“ໃນບ້ານສັກສິດແຫ່ງນັ້ນ ຂ້າພະເຈົ້າໄດ້ຫວນຄິດເຖິງພາລະອັນຍິ່ງໃຫຍ່ຂອງຂ້າພະເຈົ້າ ຊຶ່ງເປັນມູນມໍລະດົກທີ່ຂ້າພະເຈົ້າໄດ້ຮັບຈາກປູ່ຍ່າຕາຍາຍ ແລະ ຂ້າພະເຈົ້າຕ້ອງສືບທອດຕໍ່ໄປໃຫ້ຄົນລຸ້ນຫລັງ.”2
ເຮົາທຸກຄົນ ເປັນພາກສ່ວນໃນຄອບຄົວນິລັນດອນ. ບົດບາດຂອງເຮົາສາມາດເປັນຈຸດລ້ຽວທີ່ສາມາດນຳໄປສູ່ການປ່ຽນແປງຢ່າງຫລວງຫລາຍໃນທາງບວກ ຫລື ໃນທາງລົບກໍໄດ້. ປະທານຮິງລີ ໄດ້ກ່າວຕໍ່ໄປວ່າ, “ຢ່າ ປ່ອຍໃຫ້ຕົນ ເປັນສ່ວນທີ່ອ່ອນແອໃນລຸ້ນຂອງທ່ານ.”3 ການມີສັດທາທ່ຽງໝັ້ນໃນພຣະກິດຕິຄຸນ ຈະເຮັດໃຫ້ຄອບຄົວຂອງທ່ານເຂັ້ມແຂງຂຶ້ນ. ເຮົາຈະແນ່ໃຈໄດ້ແນວໃດວ່າ ເຮົາຈະເປັນພາກສ່ວນທີ່ເຂັ້ມແຂງໃນຄອບຄົວນິລັນດອນຂອງເຮົາໄດ້?
ມື້ໜຶ່ງ ຫລັງຈາກສອງສາມເດືອນທີ່ຂ້າພະເຈົ້າໄດ້ຮັບບັບຕິສະມາ, ຂ້າພະເຈົ້າໄດ້ຍິນສະມາຊິກບາງຄົນໄດ້ເວົ້າໃຫ້ກັນຢູ່ໃນໂບດ. ຂ້າພະເຈົ້າຈຶ່ງຮູ້ສຶກຜິດຫວັງ. ຂ້າພະເຈົ້າໄດ້ເມືອບ້ານ ແລ້ວບອກພໍ່ວ່າ ບາງທີລູກບໍ່ຄວນໄປໂບດອີກ. ລູກບໍ່ສະບາຍໃຈເມື່ອເຫັນສະມາຊິກເວົ້າໃຫ້ກັນແນວນັ້ນ. ຫລັງຈາກພໍ່ຂອງຂ້າພະເຈົ້າຟັງແລ້ວ ເພິ່ນໄດ້ສອນຂ້າພະເຈົ້າວ່າ ພຣະກິດຕິຄຸນໄດ້ຖືກຟື້ນຟູຄືນມາຢ່າງສົມບູນແລ້ວ ແຕ່ສະມາຊິກຫລາຍຄົນຍັງບໍ່ທັນສົມບູນເທື່ອ, ເພິ່ນ ແລະ ຂ້າພະເຈົ້າເອງກໍຄືກັນ. ເພິ່ນໄດ້ເວົ້າຢ່າງໜັກແໜ້ນວ່າ, “ຢ່າເສຍສັດທາຍ້ອນຄົນທີ່ຢູ່ອ້ອມຮອບລູກ, ແຕ່ຈົ່ງສ້າງຄວາມສຳພັນອັນໝັ້ນແກ່ນກັບພຣະເຢຊູຄຣິດ. ຢ່າເບິ່ງອ້ອມໆ, ໃຫ້ເງີຍໜ້າເບິ່ງ!”
ຈົ່ງຫລຽວຂຶ້ນຫາພຣະເຢຊູ—ຄຳແນະນຳທີ່ສະຫລາດຂອງພໍ່ຂ້າພະເຈົ້ານັ້ນ—ໄດ້ເຮັດໃຫ້ສັດທາຂອງຂ້າພະເຈົ້າເຂັ້ມແຂງຂຶ້ນ ເມື່ອຂ້າພະເຈົ້າປະເຊີນກັບການທ້າທາຍໃນຊີວິດ. ເພິ່ນໄດ້ສອນໃຫ້ຂ້າພະເຈົ້າຮູ້ຈັກການນຳໃຊ້ຄຳສອນຂອງພຣະຄຣິດ. ພຣະອົງໄດ້ບອກເຮົາ ໃຫ້ເບິ່ງທີ່ພຣະອົງໃນຄວາມນຶກຄິດທຸກຢ່າງຂອງເຮົາ, ບໍ່ໃຫ້ສົງໄສ, ບໍ່ໃຫ້ຢ້ານ.4
ຕອນຂ້າພະເຈົ້າໄດ້ເປັນປະທານເຜີຍແຜ່ຢູ່ເຂດວໍຊິງຕັນ ຊີ່ອາດໂທ້, ໃນປີໜຶ່ງຝົນຕົກເປັນຫລາຍໆເທື່ອ. ແຕ່ຜູ້ສອນສາດສະໜາທັງຫລາຍຖືກສອນວ່າ ໃຫ້ອອກໄປເຮັດວຽກງານເຜີຍແຜ່ທ່າມກາງສາຍຝົນ. ຂ້າພະເຈົ້າເຄີຍບອກເຂົາເຈົ້າວ່າ “ຈົ່ງອອກໄປກາງສາຍຝົນ, ເງີຍໜ້າຂຶ້ນສະຫວັນ, ແລ້ວອ້າປາກ, ດື່ມນ້ຳຝົນນັ້ນ! ເມື່ອທ່ານເງີຍໜ້າຂຶ້ນ, ທ່ານຈະກ້າເວົ້າກັບທຸກຄົນໂດຍບໍ່ຢ້ານເລີຍ.” ນີ້ເປັນບົດຮຽນທີ່ມີສັນຍາລັກໃຫ້ເຂົາເຈົ້າ ທີ່ຈະເງີຍໜ້າຂຶ້ນໄດ້ເມື່ອເຂົາເຈົ້າປະເຊີນກັບການທ້າທາຍ ແມ່ນແຕ່ຫລັງຈາກການຮັບໃຊ້ສອນສາດສະໜາ. ແຕ່ຢ່າເຮັດແບບນີ້ເດີ້ ຢູ່ໃນບ່ອນທີ່ອາກາດເປິເປື້ອນ.
ຂະນະທີ່ຮັບໃຊ້ໃນສະໜາມເຜີຍແຜ່ຊີ່ອາດໂທ້, ຂ້າພະເຈົ້າໄດ້ຮັບໂທລະສັບຈາກລູກຊາຍກົກຂອງຂ້າພະເຈົ້າ ທ້າວຊັນບີມ, ລາວເປັນນັກຫລິ້ນເປຍອາໂນ. ລາວເວົ້າວ່າ ລາວໄດ້ຮັບກຽດໃຫ້ໄປສະແດງຢູ່ ຕຶກຄານີຈີ ໃນເມືອງນິວຢ໊ອກ ເພາະລາວຊະນະການແຂ່ງຂັນນາໆຊາດ. ພວກເຮົາດີໃຈນຳລູກ ແລະ ຕື່ນເຕັ້ນຫລາຍ. ແຕ່ໃນແລງວັນນັ້ນ ເມື່ອພວກເຮົາອະທິຖານຂອບຄຸນຢູ່ ພັນລະຍາຂອງຂ້າພະເຈົ້າສຳນຶກໄດ້ວ່າ ພວກເຮົາບໍ່ສາມາດໄປງານສະແດງຂອງລູກໄດ້ ແລະ ນາງໄດ້ທູນຕໍ່ພຣະບິດາເທິງສະຫວັນວ່າ: “ພຣະບິດາເທິງສະຫວັນເອີຍ ຂ້ານ້ອຍຂໍຂອບຄຸນສຳລັບພອນທີ່ພຣະອົງໄດ້ປະທານໃຫ້ແກ່ທ້າວຊັນບີມ. ແຕ່ຂ້ານ້ອຍເສຍໃຈທີ່ໄປບໍ່ໄດ້. ຂ້ານ້ອຍຄົງໄປໄດ້ ຖ້າພຣະອົງປະທານພອນນີ້ ໃຫ້ກ່ອນ ຫລື ຫລັງຈາກການຮັບໃຊ້ເຜີຍແຜ່. ຂ້ານ້ອຍບໍ່ໄດ້ຈົ່ມເລີຍ ແຕ່ຂ້ານ້ອຍຮູ້ສຶກເສຍໃຈໜ້ອຍໜຶ່ງ.”
ທັນທີທີ່ນາງອະທິຖານຈົບ, ນາງໄດ້ຍິນສຽງຢ່າງແຈ່ມແຈ້ງ ບອກວ່າ “ເພາະເຈົ້າບໍ່ສາມາດໄປ, ລູກຊາຍຂອງເຈົ້າ ຈຶ່ງໄດ້ຮັບໂອກາດພິເສດນີ້. ເຈົ້າຢາກປ່ຽນມັນບໍ?”
ພັນລະຍາຂອງຂ້າພະເຈົ້າປະຫລາດໃຈ. ນາງຮູ້ວ່າ ລູກໆຈະໄດ້ຮັບພອນຜ່ານທາງພໍ່ແມ່ຂອງພວກເຂົາ ເມື່ອພໍ່ແມ່ຮັບໃຊ້ຢ່າງດຸໝັ່ນໃນອານາຈັກຂອງພຣະຜູ້ເປັນເຈົ້າ, ແຕ່ເປັນເທື່ອທຳອິດທີ່ນາງເຂົ້າໃຈບົດບາດຂອງນາງຢ່າງແຈ່ມແຈ້ງ. ນາງໄດ້ຕອບພຣະອົງທັນທີວ່າ. “ບໍ່, ບໍ່, ບໍ່ເປັນຫຍັງ ຖ້າຂ້ານ້ອຍບໍ່ໄປ. ຂໍໃຫ້ລູກຊາຍໄດ້ຮັບກຽດນັ້ນສາ.”
ອ້າຍເອື້ອຍນ້ອງທີ່ຮັກແພງ, ມັນບໍ່ງ່າຍສຳລັບພວກເຮົາເລີຍ ທີ່ຈະສຳນຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນໄດ້ ເມື່ອພວກເຮົາເບິ່ງອ້ອມຮອບດ້ວຍສາຍຕາທາງໂລກຂອງພວກເຮົາ ຍ້ອນເຮົາມອງເຫັນແຕ່ຄວາມບໍ່ສະດວກ, ຄວາມສູນເສຍ, ພາລະ, ຫລື ຄວາມເປົ່າປ່ຽວກ່ອນ. ກົງກັນຂ້າມ, ເຮົາສາມາດເຫັນພອນຫລາຍກວ່ານັ້ນ ເມື່ອເຮົາຫລຽວຂຶ້ນ. ພຣະຜູ້ເປັນເຈົ້າໄດ້ເປີດເຜີຍວ່າ ເມື່ອເຮົາໄດ້ຮັບພອນປະການໃດຈາກພຣະເຈົ້າ, ຍ່ອມເປັນໄປເພາະການເຊື່ອຟັງຕໍ່ກົດນັ້ນ ຊຶ່ງມັນໄດ້ຖືກກຳນົດໄວ້ແລ້ວ.5 ຕໍ່ທຸກຄົນທີ່ເຮັດວຽກງານການຮັບໃຊ້ ໃດໆ ຂອງພຣະເຈົ້າ, ຈົ່ງຮູ້ວ່າ ທ່ານເປັນບ້ວງຕໍ່ທີ່ໝັ້ນຄົງ ທີ່ຈະນຳພອນອັນຍິ່ງໃຫຍ່ມາສູ່ລຸ້ນກ່ອນທ່ານ ແລະ ສູ່ລຸ້ນຫລັງຈາກທ່ານ.
ມື້ນີ້, ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ທີ່ໄດ້ເຫັນຫລາຍຄົນໃນຄອບຄົວຂອງຂ້າພະເຈົ້າມີສັດທາອັນເຕັມປ່ຽມ ໃນພັນທະສັນຍາ ແຕ່ຂ້າພະເຈົ້າຈະເສົ້າໃຈ ຖ້າມີຕັ່ງນັ່ງເປົ່າວ່າງຢູ່ຂ້າງພວກເຮົາ. ແອວເດີ ເອັມ ຣະໂຊ ບາເລີດ ໄດ້ກ່າວວ່າ: “ຖ້າທ່ານເລືອກທີ່ຈະເຊົາມາໂບດ ຫລື ໜີຈາກສາດສະໜາຈັກຂອງພຣະເຢຊູຄຣິດທີ່ຖືກຟື້ນຟູຄືນມາໃໝ່ ແລ້ວທ່ານຈະໄປໃສ? ທ່ານຈະເຮັດຫຍັງ? ການຕັດສິນໃຈທີ່ຈະບໍ່ພົວພັນກັບສະມາຊິກໂບດ ແລະ ຜູ້ນຳຂອງພຣະຜູ້ເປັນເຈົ້າທີ່ຖືກເລືອກໄວ້ ຈະມີຜົນກະທົບໄລຍະຍາວ ທີ່ເຮົາບໍ່ສາມາດມອງເຫັນໄດ້ໃນປະຈຸບັນ.”6 ປະທານ ທອມມັສ ແອັສ ມອນສັນ ໄດ້ຊຸກຍູ້ເຮົາວ່າ, “ຂໍໃຫ້ເຮົາຈົ່ງເລືອກສິ່ງທີ່ຖືກຕ້ອງ ເຖິງແມ່ນຈະຍາກກວ່າ, ແທນການເລືອກສິ່ງທີ່ຜິດ ເຖິງແມ່ນຈະງ່າຍກວ່າ.”7
ມັນບໍ່ຊ້າເກີນໄປທີ່ຈະຫລຽວຂຶ້ນຫາພຣະເຢຊູຄຣິດ. ແຂນຂອງພຣະອົງໄດ້ເດ່ອອກມາຫາທ່ານຢູ່ສະເໝີ. ຄົນລຸ້ນກ່ອນ ແລະ ຄົນລຸ້ນຫລັງ ອາໄສພວກເຮົາໃນການເດີນທາງຕາມພຣະຄຣິດ ເພື່ອວ່າພວກເຮົາຈະສາມາດເປັນຄອບຄົວນິລັນດອນຂອງພຣະເຈົ້າໄດ້.
ເມື່ອຂ້າພະເຈົ້າຖືກປົດຈາກໜ້າທີ່ການເປັນປະທານສະເຕກແລ້ວ, ພວກລູກຊາຍຂອງຂ້າພະເຈົ້າກໍຕື່ນເຕັ້ນທີ່ຈະມີເວລາກັບຂ້າພະເຈົ້າ. ແຕ່ຫລັງຈາກນັ້ນສາມອາທິດ ຂ້າພະເຈົ້າກໍໄດ້ຖືກເອີ້ນໃຫ້ເປັນສາວົກເຈັດສິບ. ທຳອິດຂ້າພະເຈົ້າຄິດວ່າ ເຂົາເຈົ້າຈະຜິດຫວັງ ແຕ່ລູກຊາຍຫລ້າໄດ້ເວົ້າຢ່າງຖ່ອມຕົວວ່າ, “ພໍ່ເອີຍ, ບໍ່ຕ້ອງຫ່ວງດອກ. ພວກເຮົາເປັນຄອບຄົວນິລັນດອນ.” ນັ້ນແມ່ນຄວາມຈິງ ແລະ ແຈ່ມແຈ້ງແທ້ໆ! ຂ້າພະເຈົ້າເປັນຫ່ວງໜ້ອຍໜຶ່ງ ເພາະວ່າຂ້າພະເຈົ້າເບິ່ງອ້ອມຮອບແຕ່ໃນຊີວິດມະຕະນີ້ກ່ອນ, ແຕ່ລູກຊາຍຂອງຂ້າພະເຈົ້າດີໃຈ ເພາະວ່າລາວບໍ່ໄດ້ເບິ່ງອ້ອມຮອບ ແຕ່ລາວໄດ້ເງີຍໜ້າຂຶ້ນສູ່ນິລັນດອນ ແລະ ຈຸດປະສົງຂອງພຣະຜູ້ເປັນເຈົ້າ.
ມັນບໍ່ງ່າຍສະເໝີໄປທີ່ຈະເງີຍໜ້າຂຶ້ນໄດ້ ເມື່ອພໍ່ແມ່ຂອງທ່ານຕໍ່ຕ້ານພຣະກິດຕິຄຸນ, ເມື່ອທ່ານເປັນສະມາຊິກຂອງໜ່ວຍໂບດນ້ອຍໆ, ເມື່ອຄູ່ຄອງຂອງທ່ານບໍ່ເປັນສະມາຊິກ, ເມື່ອທ່ານເປັນໂສດ ເຖິງວ່າທ່ານເຮັດດີທີ່ສຸດໃນການຫາຄູ່ຄອງ, ເມື່ອທ່ານມີບັນຫາທາງຮ່າງກາຍ ແລະ ຈິດໃຈ, ຫລື ເມື່ອທ່ານເປັນຜູ້ຮັບເຄາະໃນໄພພິບັດ, ແລະ ອື່ນໆ. ຈົ່ງຢຶດໝັ້ນໃນສັດທາ ໃນເວລາລຳບາກ. ຈົ່ງຫລຽວຂຶ້ນຫາພຣະຄຣິດເພື່ອຄວາມເຂັ້ມແຂງ, ເພື່ອການສົມດຸນ, ແລະ ເພື່ອການປິ່ນປົວ. ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ, ທຸກສິ່ງທັງປວງຈະທຳງານນຳກັນໄປ ເພື່ອຄວາມດີຂອງທ່ານ.8
ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ, ວ່າພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ເມື່ອເຮົາເຮັດຕາມສາດສະດາທີ່ມີຊີວິດຢູ່ ຄືປະທານທອມມັສ ແອັສ ມອນສັນ, ເຮົາຫລຽວຂຶ້ນຫາພຣະເຢຊູຄຣິດ. ເມື່ອເຮົາອະທິຖານ ແລະ ສຶກສາພຣະຄຳພີທຸກໆມື້ ແລະ ຮັບສ່ວນສິນລະລຶກ ດ້ວຍໃຈບໍລິສຸດທຸກອາທິດ, ແລ້ວເຮົາຈະມີຄວາມເຂັ້ມແຂງຂຶ້ນ ເມື່ອເຮົາຫລຽວຂຶ້ນຫາພຣະອົງ ສະເໝີ. ຂ້າພະເຈົ້າດີໃຈ ທີ່ໄດ້ເປັນສະມາຊິກຂອງສາດສະໜາຈັກນີ້ ແລະ ເປັນພາກສ່ວນໃນຄອບຄົວນິລັນດອນ. ຂ້າພະເຈົ້າມັກແບ່ງປັນພຣະກິດຕິຄຸນທີ່ຍິ່ງໃຫຍ່ນີ້ກັບຄົນອື່ນ. ການເຊື້ອເຊີນຄົນອື່ນໆໃຫ້ມາສູ່ພຣະຄຣິດ ແມ່ນເປົ້າໝາຍຂອງເຮົາ, ແລະ ເຮົາສາມາດເຮັດໃຫ້ເປົ້າໝາຍນີ້ສຳເລັດໄດ້ ໂດຍການຫລຽວຂຶ້ນຫາພຣະເຢຊູຄຣິດ, ຂ້າພະເຈົ້າເປັນພະຍານຕໍ່ສິ່ງເຫລົ່ານີ້ ດ້ວຍຄວາມຖ່ອມຕົວ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.