ເພິ່ນບອກພວກເຈົ້າເຮັດອັນໃດ, ຈົ່ງເຮັດຕາມເດີ້
ເມື່ອເຮົາຕັດສິນໃຈເຮັດ “ສິ່ງໃດກໍຕາມທີ່ພຣະເຈົ້າໄດ້ກ່າວກັບ” ເຮົາ, ເຮົາໄດ້ສັນຍາທີ່ຈະປະພຶດຕົວໃນທຸກວັນ ໃຫ້ສອດຄ່ອງກັບພຣະປະສົງຂອງພຣະເຈົ້າ.
ພຣະຜູ້ຊ່ວຍໃຫ້ລອດ ໄດ້ເຮັດການມະຫັດສະຈັນເທື່ອທຳອິດຂອງພຣະອົງ ຊຶ່ງຖືກບັນທຶກໄວ້ ແມ່ນຢູ່ໃນງານສົມຣົດທີ່ບ້ານການາແຫ່ງຄາລີເລ. ນາງມາຣີ, ມານດາຂອງພຣະອົງ, ແລະ ສານຸສິດຂອງພຣະອົງ ກໍຢູ່ທີ່ນັ້ນເໝືອນກັນ. ນາງມາຣີໄດ້ຮູ້ສຶກວ່າ ມັນເປັນໜ້າທີ່ຮັບຜິດຊອບຂອງນາງ ທີ່ຈະເຮັດໃຫ້ງານສົມຣົດ ປະສົບຄວາມສຳເລັດ. ລະຫວ່າງພິທີສົມຣົດ, ບັນຫາໄດ້ເກີດຂຶ້ນ—ເຫລົ້າຂອງເຈົ້າພາບໄດ້ໝົດໄປ. ນາງມາຣີເກີດເປັນຫ່ວງ ກໍເລີຍໄດ້ໄປຫາພຣະເຢຊູ. ທັງສອງໄດ້ລົມກັນບຶດໜຶ່ງ, ແລ້ວ ນາງມາຣີ ໄດ້ບອກພວກຄົນໃຊ້ວ່າ:
“ເພິ່ນບອກພວກເຈົ້າເຮັດອັນໃດ, ຈົ່ງເຮັດຕາມເດີ້.
“ໃນບ່ອນນັ້ນມີອ່າງຕັ້ງໄວ້ຢູ່ຫົກໜ່ວຍ … [ອ່າງເຫລົ່ານັ້ນ ບໍ່ໄດ້ຖືກໃຊ້ເກັບນ້ຳໄວ້ກິນ ແຕ່ໃຊ້ສຳລັບພິທີຊຳລະລ້າງ ຕາມກົດຂອງໂມເຊ.]
“ພຣະເຢຊູໄດ້ກ່າວກັບ [ພວກຄົນໃຊ້] ວ່າ, ຈົ່ງຕັກນ້ຳໃສ່ອ່າງເຫລົ່ານັ້ນໃຫ້ເຕັມ. ແລ້ວພວກເຂົາກໍຕັກນ້ຳໃສ່ອ່າງເຫລົ່ານັ້ນເຕັມພຽງປາກ.
“ແລະ ພຣະອົງໄດ້ບອກພວກເຂົາວ່າ, ບັດນີ້ ຈົ່ງຕັກເອົາໄປໃຫ້ເຈົ້າພະນັກງານຜູ້ທີ່ກຳກັບງານກິນລ້ຽງ. ພວກເຂົາກໍຕັກໄປໃຫ້.
“ເມື່ອເຈົ້າພະນັກງານ … ຊີມນ້ຳທີ່ກາຍເປັນເຫລົ້າ” ແລະ ມີທ່າທີແປກໃຈ ທີ່ເຂົາເຈົ້າໄດ້ເອົາເຫລົ້າຊະນິດດີທີ່ສຸດມາໃຫ້ແຂກດື່ມ ໃນທ້າຍງານ.1
ຕາມປົກກະຕິແລ້ວ ເຮົາຈື່ເຫດການນີ້ໄດ້ ເພາະເປັນເລື່ອງທີ່ປ່ຽນນ້ຳເປັນເຫລົ້າອະງຸ່ນ ຊຶ່ງເປັນການສາທິດຂອງພຣະເຈົ້າ—ມັນເປັນການມະຫັດສະຈັນ. ນັ້ນເປັນຂ່າວສານທີ່ສຳຄັນ, ແຕ່ມີຂ່າວສານທີ່ສຳຄັນຢ່າງໜຶ່ງອີກ ໃນເລື່ອງລາວຂອງໂຢຮັນ. ນາງມາຣີເປັນ “ພາຊະນະທີ່ປະເສີດ ແລະ ຖືກເລືອກໄວ້ແລ້ວ,”2 ໄດ້ຖືກເອີ້ນໂດຍພຣະເຈົ້າໃຫ້ມີລູກ, ບຳລຸງ, ແລະ ລ້ຽງດູ ພຣະບຸດຂອງພຣະເຈົ້າ. ນາງຮູ້ຈັກພຣະອົງ ຫລາຍກວ່າຄົນໃດຢູ່ໃນໂລກນີ້. ນາງຮູ້ຄວາມຈິງກ່ຽວກັບການກຳເນີດຂອງພຣະອົງທີ່ໜ້າອັດສະຈັນໃຈ. ນາງຮູ້ວ່າ ພຣະອົງບໍ່ມີບາບ ແລະ ວ່າພຣະອົງ “ບໍ່ໄດ້ກ່າວດັ່ງມະນຸດຄົນອື່ນໆ, ທັງພຣະອົງບໍ່ສາມາດຮັບການສິດສອນໄດ້; ເພາະພຣະອົງບໍ່ຈຳເປັນໃຫ້ມະນຸດຄົນໃດມາສອນພຣະອົງ.”3 ນາງມາຣີຮູ້ເຖິງຄວາມສາມາດທີ່ພິເສດຂອງພຣະອົງ ໃນການແກ້ບັນຫາ, ຮ່ວມທັງແມ່ນແຕ່ ເລື່ອງເຫລົ້າອະງຸ່ນຢູ່ໃນງານສົມຣົດ. ນາງໄດ້ມີຄວາມໝັ້ນໃຈທີ່ບໍ່ຫວັ່ນໄຫວ ໃນພຣະອົງ ແລະ ໃນອຳນາດແຫ່ງສະຫວັນຂອງພຣະອົງ. ຄຳແນະນຳອັນລຽບງ່າຍຂອງນາງ ຕໍ່ພວກຄົນໃຊ້ ເປັນແບບບໍ່ມີຄຳເຕືອນ, ບໍ່ມີເງື່ອນໄຂ, ບໍ່ມີຂໍ້ກຳນົດ ນັ້ນຄື: “ເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ, ຈົ່ງເຮັດຕາມເດີ້.”
ນາງມາຣີເປັນຍິງໜຸ່ມ ຕອນທູດຄັບຣີເອນ ໄດ້ມາປະກົດຕໍ່ນາງ. ທຳອິດນາງກໍ “ຕົກໃຈ” ໂດຍທີ່ຖືກເອີ້ນວ່າ “ເປັນຜູ້ຖືກໂປດປານ” ແລະ “ໄດ້ຮັບພອນ … ຢ່າງຫລວງຫລາຍ … ແລະ ນາງຈຶ່ງໄດ້ຄິດພິຈາລະນາ ຄຳທັກທາຍຂອງເພິ່ນນັ້ນ ໝາຍຄວາມວ່າຢ່າງໃດ.” ຄັບຣີເອນ ໄດ້ເຮັດໃຫ້ນາງສະບາຍໃຈໄດ້ວ່າ ນາງບໍ່ຕ້ອງຢ້ານ—ຂ່າວທີ່ເພິ່ນນຳມາໃຫ້ນາງນັ້ນ ເປັນຂ່າວດີ. ນາງຈະ “ຕັ້ງທ້ອງ … ພຣະບຸດຂອງພຣະເຈົ້າອົງສູງສຸດ … ແລະ ເກີດລູກຊາຍຜູ້ໜຶ່ງ … ຜູ້ທີ່ຈະປົກຄອງເຊື້ອສາຍຂອງຢາໂຄບຕະຫລອດໄປ.”
ນາງມາຣີ ໄດ້ເວົ້າອອກມາວ່າ, “ຂ້ານ້ອຍຍັງບໍ່ທັນໄດ້ຮ່ວມເພດສຳພັນກັບຜູ້ຊາຍຈັກເທື່ອ ເຫດການນີ້ຈະເປັນໄປໄດ້ຢ່າງໃດ?”
ທູດໄດ້ອະທິບາຍບຶດໜຶ່ງ, ຢືນຢັນແກ່ນາງວ່າ “ດ້ວຍວ່າ, ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້.”
ນາງມາຣີໄດ້ຕອບຮັບຢ່າງຖ່ອມຕົວ ວ່ານາງຈະເຮັດຕາມທີ່ພຣະເຈົ້າຂໍຮ້ອງ, ໂດຍທີ່ບໍ່ໄດ້ຖາມເຈາະຈົງ ແລະ ບອກຄຳສົງໄສ ເຖິງແມ່ນນາງມີຄຳຖາມຢ່າງຫລວງຫລາຍ ກ່ຽວກັບຜົນສະທ້ອນທີ່ຈະເກີດກັບຊີວິດຂອງນາງ. ນາງໄດ້ຍອມເຮັດໂດຍທີ່ບໍ່ເຂົ້າໃຈຄັກວ່າເປັນຫຍັງພຣະອົງຈຶ່ງຂໍຮ້ອງໃຫ້ນາງເຮັດສິ່ງນັ້ນ ຫລື ຜົນຂອງມັນຈະເປັນແນວໃດ. ນາງໄດ້ຮັບເອົາພຣະຄຳຂອງພຣະເຈົ້າຢ່າງບໍ່ມີເງື່ອນໄຂ ແລະ ເຮັດລ່ວງໜ້າ,4 ໂດຍທີ່ຮູ້ຈັກໜ້ອຍດຽວ ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ດ້ວຍຄວາມໄວ້ວາງໃຈໃນພຣະເຈົ້າ, ນາງມາຣີ ຈຶ່ງໄດ້ເວົ້າວ່າ, “ຂ້ານ້ອຍເປັນທາດຍິງຂອງພຣະຜູ້ເປັນເຈົ້າ; ຂໍໃຫ້ເຫດການນີ້ເກີດກັບຂ້ານ້ອຍ ຕາມທີ່ທ່ານໄດ້ກ່າວນັ້ນເທີ້ນ.”5
ເມື່ອເຮົາຕັດສິນໃຈເຮັດ “ສິ່ງໃດກໍຕາມທີ່ [ພຣະເຈົ້າ] ໄດ້ກ່າວກັບ” ເຮົາ, ເຮົາໄດ້ສັນຍາທີ່ຈະປະພຶດຕົວໃນທຸກວັນ ໃຫ້ສອດຄ່ອງກັບພຣະປະສົງຂອງພຣະເຈົ້າ. ການກະທຳທີ່ລຽບງ່າຍແຫ່ງສັດທານັ້ນ ດັ່ງເຊັ່ນ ການສຶກສາພຣະຄຳພີທຸກວັນ, ການຖືສິນອົດເຂົ້າເປັນປະຈຳ, ແລະ ການອະທິຖານດ້ວຍໃຈຈິງ ຈະເຮັດໃຫ້ຄວາມສາມາດທາງວິນຍານຂອງເຮົາເລິກຊຶ້ງຫລາຍຂຶ້ນ ເພື່ອປະເຊີນກັບຄວາມຮຽກຮ້ອງຂອງຊ່ວງຊີວິດມະຕະ. ເມື່ອເວລາຜ່ານໄປ, ນິໄສທີ່ລຽບງ່າຍແຫ່ງຄວາມເຊື່ອ ຈະກໍ່ໃຫ້ເກີດການມະຫັດສະຈັນ. ມັນປ່ຽນສັດທາຂອງເຮົາ ຈາກສິ່ງເລັກນ້ອຍ ແລ້ວກາຍເປັນສິ່ງທີ່ມີພະລັງອັນຍິ່ງໃຫຍ່ ສຳລັບຄວາມດີໃນຊີວິດຂອງເຮົາ. ແລ້ວ, ເມື່ອການທ້າທາຍມາເຖິງ, ຮາກຖານຂອງເຮົາໃນພຣະຄຣິດ ຈະເຮັດໃຫ້ຈິດວິນຍານຂອງເຮົາໝັ້ນຄົງ. ພຣະເຈົ້າຈະຄ້ຳຢັນຄວາມອ່ອນແອຂອງເຮົາ, ເພີ່ມຄວາມສຸກໃຫ້ເຮົາ, ແລະ “ເຮັດໃຫ້ເກີດຜົນດີໃນທຸກສິ່ງສຳລັບ [ເຮົາ].”6
ເມື່ອສອງສາມປີກ່ອນ, ຂ້າພະເຈົ້າໄດ້ເວົ້າລົມກັບອະທິການໜຸ່ມຄົນໜຶ່ງ ຜູ້ໄດ້ໃຊ້ເວລາຫລາຍຊົ່ວໂມງ ໃນແຕ່ລະອາທິດ ເພື່ອໃຫ້ຄຳແນະນຳສະມາຊິກໃນຫວອດ. ເພິ່ນໄດ້ໃຫ້ຂໍ້ສັງເກດທີ່ດີເລີດ. ກ່ຽວກັບບັນຫາທີ່ສະມາຊິກໃນຫວອດຂອງເພິ່ນກຳລັງປະເຊີນ, ເພິ່ນໄດ້ເວົ້າວ່າ, ມັນກໍເໝືອນກັນກັບສະມາຊິກຂອງສາດສະໜາຈັກ ຢູ່ທຸກແຫ່ງຫົນ—ບັນຫາກ່ຽວກັບວິທີທີ່ຈະເຮັດໃຫ້ການແຕ່ງງານມີຄວາມສຸກ; ຊອກຫາທາງທີ່ຈະໃຫ້ວຽກງານ, ຄອບຄົວ, ແລະ ໜ້າທີ່ໃນໂບດ ສົມດູນກັນ; ບັນຫາເລື່ອງພຣະວາຈາແຫ່ງປັນຍາ, ຫລື ເລື່ອງການເບິ່ງຮູບພາບລາມົກ; ຫລື ບັນຫາເລື່ອງຢາກມີຄວາມສະຫງົບໃຈກ່ຽວກັບນະໂຍບາຍ ຫລື ຄຳຖາມກ່ຽວກັບປະຫວັດສາດຂອງສາດສະໜາຈັກ ທີ່ເຂົາເຈົ້າບໍ່ເຂົ້າໃຈ.
ຄຳແນະນຳຂອງເພິ່ນຕໍ່ສະມາຊິກຫວອດ ສ່ວນຫລາຍແມ່ນແນະນຳເຂົາເຈົ້າໃຫ້ກັບຄືນສູ່ການເຝິກສັດທາ ດັ່ງເຊັ່ນ: ການສຶກສາພຣະຄຳພີມໍມອນ—ດັ່ງທີ່ເຮົາໄດ້ຖືກແນະນຳໂດຍປະທານທອມມັສ ແອັສ ມອນສັນ ໃຫ້ເຮັດ—ການຈ່າຍສ່ວນສິບ, ແລະ ການຮັບໃຊ້ສາດສະໜາຈັກດ້ວຍຄວາມອຸທິດຕົນ. ເຖິງຢ່າງໃດກໍຕາມ, ສ່ວນຫລາຍແລ້ວ ຄຳຕອບຂອງເຂົາເຈົ້າ ຈະເປັນຄວາມສົງໄສດັ່ງເຊັ່ນ: “ອະທິການ, ຂ້ານ້ອຍບໍ່ເຫັນດ້ວຍກັບທ່ານ. ພວກເຮົາ ທຸກຄົນ ຮູ້ວ່າ ທຸກສິ່ງເຫລົ່ານັ້ນດີຫລາຍ. ພວກເຮົາເວົ້າລົມກັນກ່ຽວກັບສິ່ງເຫລົ່ານັ້ນ ຕະຫລອດເວລາ ຢູ່ໃນໂບດ. ແຕ່ພວກເຮົາບໍ່ແນ່ໃຈວ່າ ທ່ານເຂົ້າໃຈພວກເຮົາ. ການເຮັດສິ່ງ ເຫລົ່ານັ້ນ ມີສ່ວນກ່ຽວຂ້ອງກັບ ບັນຫາທີ່ ຂ້ານ້ອຍ ປະເຊີນຢູ່ແນວໃດ?”
ມັນເປັນຄຳຖາມທີ່ດີ. ເມື່ອເວລາຜ່ານໄປ, ອະທິການໜຸ່ມຄົນນັ້ນ ແລະ ຂ້າພະເຈົ້າໄດ້ສັງເກດເຫັນວ່າ ຜູ້ຄົນທີ່ຕັ້ງໃຈເຮັດສິ່ງ ທີ່ເປັນ “ເລື່ອງເລັກນ້ອຍ ແລະ ງ່າຍໆ”7—ເຊື່ອຟັງໃນສິ່ງທີ່ເບິ່ງຄືວ່າ ເລັກນ້ອຍ—ໄດ້ຮັບພອນດ້ວຍການມີສັດທາ ແລະ ມີຄວາມເຂັ້ມແຂງ ທີ່ເກີນກວ່າການສະແດງອອກເຖິງຄວາມເຊື່ອຟັງໃນຕົວ ແລະ ຕາມຈິງແລ້ວ, ອາດເບິ່ງຄືວ່າ ບໍ່ກ່ຽວພັນກັນເລີຍ. ອາດເບິ່ງຄືວ່າ ມັນເປັນສິ່ງຍາກທີ່ຈະຮັບຮູ້ເຖິງຄວາມຜູກພັນລະຫວ່າງການກະທຳແບບງ່າຍໆໃນທຸກວັນ ສາມາດແກ້ໄຂບັນຫາອັນໃຫຍ່ໂຕ ທີ່ເຮົາທຸກຄົນປະເຊີນໄດ້. ແຕ່ມັນ ກ່ຽວຂ້ອງກັນ. ໃນປະສົບການຂອງຂ້າພະເຈົ້າ, ການເຮັດນິໄສແຫ່ງສັດທາໃຫ້ຖືກຕ້ອງໃນທຸກວັນ, ມັນເປັນວິທີດຽວ ທີ່ດີທີ່ສຸດ ໃນການປົກປ້ອງຕົວເອງ ຈາກບັນຫາຂອງຊີວິດ, ບໍ່ວ່າມັນຈະເປັນອັນໃດກໍຕາມ. ການເຮັດສິ່ງເລັກນ້ອຍດ້ວຍສັດທາ, ເຖິງແມ່ນເບິ່ງຄືວ່າ ບໍ່ສຳຄັນ ຫລື ບໍ່ກ່ຽວຂ້ອງກັນເລີຍ ຈາກບັນຫາໃດໜຶ່ງໂດຍສະເພາະ ທີ່ລົບກວນເຮົາ, ມັນຈະເປັນພອນໃນ ທຸກສິ່ງ ທີ່ເຮົາເຮັດ.
ໃຫ້ເຮົາມາຄິດໄຕ່ຕອງກ່ຽວກັບນາອາມານ, ທີ່ເປັນ “ຜູ້ບັນຊາການກອງທັບຊີເຣຍ, ເປັນຜູ້ໜຶ່ງ ທີ່ຜູ້ຄົນນັບຖືຢ່າງສູງ ແລະ ຍ້ອງຍໍຊົມເຊີຍ,” ແລະ ເປັນໂຣກຂີ້ທູດ. ສາວໃຊ້ຄົນໜຶ່ງ ໄດ້ບອກເພິ່ນວ່າ ມີສາດສະດາຄົນໜຶ່ງຢູ່ປະເທດອິດສະຣາເອນ ສາມາດປິ່ນປົວນາອາມານໄດ້, ສະນັ້ນ ເພິ່ນຈຶ່ງອອກເດີນທາງ ກັບພວກຄົນໃຊ້, ກຸ່ມທະຫານ, ພ້ອມທັງຂອງຂວັນ ໄປປະເທດອິດສະຣາເອນ, ແລ້ວກໍໄປຮອດເຮືອນຂອງເອລີຊາ. ຄົນໃຊ້ຂອງເອລີຊາ, ບໍ່ແມ່ນເອລີຊາເອງ, ໄດ້ບອກນາອາມານວ່າ ພຣະຜູ້ເປັນເຈົ້າ ມີຄຳສັ່ງແບບງ່າຍໆວ່າ “ໃຫ້ເພິ່ນໄປອາບນ້ຳໃນ [ແມ່ນ້ຳ] ຈໍແດນເຈັດເທື່ອ.” ສິ່ງງ່າຍໆ. ບາງທີຢາປິ່ນປົວແບບງ່າຍໆນີ້ ເຮັດໃຫ້ນັກຮົບຜູ້ຍິ່ງໃຫຍ່ຄິດວ່າ ເປັນສິ່ງທີ່ ບໍ່ມີເຫດຜົນ, ງ່າຍເກີນໄປ, ຫລື ຕ່ຳຕ້ອຍກວ່າກຽດຕິຍົດຂອງເພິ່ນ ຈົນວ່າເພິ່ນຮູ້ສຶກຜິດໃຈ. ພ້ອມນີ້, ຄຳແນະນຳຂອງເອລີຊາ ກໍບໍ່ສົມເຫດສົມຜົນ ຕໍ່ນາອາມານເລີຍ, ສະນັ້ນ ເພິ່ນຈຶ່ງ “ໄດ້ໜີໄປ ພ້ອມທັງໃຈຮ້າຍໃຫຍ່.”
ແຕ່ພວກຄົນໃຊ້ຂອງນາອາມານໄດ້ເຂົ້າຫາເພິ່ນແບບອ່ອນໂຍນ ແລະ ຮູ້ວ່າເພິ່ນຈະເຮັດ “ບາງສິ່ງທີ່ຍາກ” ກວ່ານັ້ນ ຖ້າຫາກເອລີຊາໄດ້ຂໍໃຫ້ເພິ່ນເຮັດ. ເຂົາເຈົ້າໄດ້ອະທິບາຍວ່າ ໃນເມື່ອເພິ່ນຖືກຂໍໃຫ້ເຮັດສິ່ງເລັກນ້ອຍ, ເພິ່ນບໍ່ຄວນເຮັດບໍ, ເຖິງແມ່ນເພິ່ນບໍ່ເຂົ້າໃຈກໍຕາມ? ນາອາມານ ໄດ້ຄິດໄຕ່ຕອງກ່ຽວກັບການປະພຶດຂອງເພິ່ນ ແລະ ບາງທີ ກ່ຽວກັບຄວາມສົງໄສຂອງເພິ່ນ, ແຕ່ກໍໄດ້ເຊື່ອຟັງ, “ຈຶ່ງລົງ … ໄປໃນນ້ຳ, ແລະ ຈຸ່ມຕົວລົງໄປທີ່ແມ່ນ້ຳຈໍແດນເຈັດເທື່ອ” ແລະ ກໍໄດ້ຫາຍດີຢ່າງມະຫັດສະຈັນ.8
ລາງວັນບາງຢ່າງຈະມີມາຢ່າງໄວ; ບາງຢ່າງກໍມີມາ ຫລັງຈາກເຮົາໄດ້ຖືກທົດສອບແລ້ວ. ໃນພຣະຄຳພີ ໄຂ່ມຸກອັນລ້ຳຄ້າ, ເຮົາອ່ານກ່ຽວກັບຄວາມພາກພຽນຢ່າງບໍ່ເມື່ອຍລ້າຂອງອາດາມ ໃນການຮັກສາພຣະບັນຍັດ ທີ່ຈະຖວາຍເຄື່ອງບູຊາ. ເມື່ອທູດຖາມວ່າເປັນຫຍັງອາດາມຈຶ່ງຖວາຍເຄື່ອງບູຊາ, ເພິ່ນຕອບວ່າ, ເພິ່ນບໍ່ຮູ້, ເພິ່ນພຽງເຮັດຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າ. ທູດໄດ້ອະທິບາຍວ່າ ການຖວາຍເຄື່ອງບູຊາ ເປັນລັກສະນະດຽວກັນກັບການເສຍສະລະຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະບິດາ. ແຕ່ຄຳຕອບນັ້ນ ໄດ້ມີມາ ຫລັງຈາກອາດາມໄດ້ສະແດງໃຫ້ເຫັນເຖິງການເຊື່ອຟັງຕໍ່ພຣະຜູ້ເປັນເຈົ້າ ເປັນເວລານານ ໂດຍທີ່ບໍ່ຮູ້ວ່າ ເປັນຫຍັງ ເພິ່ນຈຶ່ງຄວນຖະຫວາຍເຄື່ອງບູຊາ.9
ພຣະເຈົ້າຈະປະທານພອນໃຫ້ເຮົາສະເໝີ ສຳລັບການເຊື່ອຟັງທີ່ໝັ້ນຄົງຂອງເຮົາ ຕໍ່ພຣະກິດຕິຄຸນຂອງພຣະອົງ ແລະ ຈົງຮັກພັກດີຕໍ່ສາດສະໜາຈັກຂອງພຣະອົງ, ແຕ່ສ່ວນຫລາຍແລ້ວ ພຣະອົງຈະບໍ່ສະແດງໃຫ້ເຮົາເຫັນເວລາຂອງພຣະອົງ ໃນສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ພຣະອົງບໍ່ສະແດງໃຫ້ເຮົາເຫັນ ຮູບພາບທັງໝົດ ເລີ່ມຈາກຕອນຕົ້ນ. ສະນັ້ນເຮົາຈຶ່ງຕ້ອງມີສັດທາ, ມີຄວາມຫວັງ, ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ.
ພຣະເຈົ້າຂໍໃຫ້ເຮົາອົດທົນຢູ່ກັບພຣະອົງ—ໄວ້ວາງໃຈໃນພຣະອົງ ແລະ ຕິດຕາມພຣະອົງ. ພຣະອົງຂໍຮ້ອງເຮົາວ່າ “ຢ່າໂຕ້ຖຽງກັນເລີຍ ເພາະເຈົ້າບໍ່ເຫັນ.” ພຣະອົງເຕືອນເຮົາວ່າ ເຮົາບໍ່ຄວນຄາດຫວັງທີ່ຈະໄດ້ຮັບຄຳຕອບແບບງ່າຍໆ ຫລື ແກ້ໄຂໄດ້ໄວ ຈາກສະຫວັນ. ທຸກສິ່ງຈະເປັນໄປດ້ວຍດີ ເມື່ອເຮົາຢືນຢູ່ຢ່າງໝັ້ນຄົງ ໃນ “ການທົດລອງສັດທາ [ຂອງເຮົາ],” ບໍ່ວ່າການທົດລອງນັ້ນ ອາດຕ້ອງໄດ້ອົດທົນກັບມັນດົນປານໃດ ຫລື ຄຳຕອບມີມາ ຊ້າຫລາຍປານໃດກໍຕາມ.10 ຂ້າພະເຈົ້າບໍ່ໄດ້ກ່າວເຖິງ “ການເຊື່ອຟັງແບບຕາບອດ”11 ແຕ່ກ່າວເຖິງການເຊື່ອຟັງແບບຮູ້ຈັກ ໃນຄວາມຮັກອັນບໍລິບູນ ແລະ ໃນເວລາອັນບໍລິບູນ ຂອງພຣະຜູ້ເປັນເຈົ້າ.
ການທົດລອງສັດທາຂອງເຮົາຈະຕ້ອງຮ່ວມດ້ວຍ ການເຝິກຝົນສັດທາ ທີ່ລຽບງ່າຍໃນແຕ່ລະວັນ ດ້ວຍຄວາມຈິງໃຈ ສະເໝີ. ເມື່ອນັ້ນ, ແລະ ພຽງແຕ່ເມື່ອນັ້ນ, ພຣະອົງຈຶ່ງສັນຍາວ່າ ເຮົາຈະໄດ້ຮັບຄຳຕອບຈາກສະຫວັນ ທີ່ເຮົາລໍຄອຍ. ພຽງແຕ່ເມື່ອເຮົາໄດ້ພິສູດວ່າ ເຮົາເຕັມໃຈທີ່ຈະເຮັດສິ່ງທີ່ພຣະອົງຂໍຮ້ອງ ໂດຍບໍ່ຂ້ຽວຂອດເພື່ອຢາກຮູ້ເມື່ອໃດ, ດ້ວຍວິທີໃດ, ແລະ ເຮົາຈະສາມາດ “ເກັບກ່ຽວລາງວັນແຫ່ງສັດທາ [ຂອງເຮົາ], ແລະ ຄວາມພາກພຽນ, ແລະ ຄວາມອົດທົນ, ແລະ ຄວາມອົດກັ້ນ [ຂອງເຮົາ] ດ້ວຍວິທີໃດ.”12 ການເຊື່ອຟັງທີ່ແທ້ຈິງ ຄືການຮັບເອົາພຣະບັນຍັດຂອງພຣະເຈົ້າ ຢ່າງບໍ່ມີເງື່ອນໄຂ ແລະ ຮັບເອົາລ່ວງໜ້າ.13
ທຸກວັນ, ໂດຍທີ່ຮູ້ຕົວ ຫລື ບໍ່ຮູ້ຕົວ, ເຮົາທຸກຄົນ ຈະເລືອກ “ຜູ້ທີ່ [ເຮົາ] ຈະຮັບໃຊ້.”14 ເຮົາຈະສະແດງຄວາມຕັ້ງໃຈຂອງເຮົາ ທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າ ໂດຍການອຸທິດຕົນ ແລະ ມີສ່ວນຮ່ວມຢ່າງຊື່ສັດ ໃນທຸກວັນ. ພຣະຜູ້ເປັນເຈົ້າສັນຍາວ່າ ຈະເດີນອອກໜ້າເຮົາ,15 ແຕ່ກ່ອນພຣະອົງຈະເຮັດເຊັ່ນນັ້ນ, ເຮົາຕ້ອງເດີນໄປ, ໄວ້ວາງໃຈວ່າ ພຣະອົງຮູ້ທາງ ເພາະພຣະອົງ ເປັນ “ທາງນັ້ນ.”16 ເຮົາຕ້ອງຕັກນ້ຳໃສ່ອ່າງຂອງເຮົາໃຫ້ເຕັມ. ເມື່ອເຮົາໄວ້ວາງໃຈໃນພຣະອົງ, ຊີວິດຂອງເຮົາ, ເຊັ່ນດຽວກັບເຫລົ້າອະງຸ່ນ, ໄດ້ຖືກປ່ຽນແປງ. ເຮົາກາຍເປັນບາງສິ່ງ ທີ່ມີຄວາມໝາຍຫລາຍກວ່າ ແລະ ດີກວ່າທີ່ເຮົາເຄີຍເປັນມາ. ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າ, ແລະ “ພຣະອົງບອກທ່ານເຮັດອັນໃດ, ຈົ່ງເຮັດຕາມເດີ້.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.