ການກາຍເປັນສານຸສິດຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາ
ບຸກຄະລິກລັກສະນະເກີດຈາກ ການມີສັດທາໃນພຣະຄຣິດ ແມ່ນຈຳເປັນຫລາຍ ຕໍ່ການຢືນຢູ່ຢ່າງເຂັ້ມແຂງຂອງເຮົາ ໃນຍຸກສຸດທ້າຍນີ້.
ການເປັນສານຸສິດຂອງອົງພຣະເຢຊູຄຣິດເຈົ້າໝາຍຄວາມວ່າແນວໃດ? ສານຸສິດຄືຜູ້ທີ່ໄດ້ຮັບບັບຕິສະມາ ແລະ ເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຕິດຕາມພຣະອົງ. ສານຸສິດຈະພະຍາຍາມທີ່ຈະກາຍເປັນເໝືອນດັ່ງພຣະອົງ ໂດຍການຮັກສາພຣະບັນຍັດຂອງພຣະອົງ ໃນຊ່ວງມະຕະ, ຄືກັນກັບຜູ້ເຝິກງານ ທີ່ຢາກກາຍເປັນເໝືອນດັ່ງເຈົ້ານາຍຂອງຕົນ.
ຫລາຍຄົນໄດ້ຍິນຄຳວ່າ ສານຸສິດ ແລະ ຄິດວ່າມັນໝາຍເຖິງ “ຜູ້ຕິດຕາມ.” ແຕ່ການເປັນສານຸສິດທີ່ແທ້ຈິງ ແມ່ນສະພາບຂອງການເປັນຢູ່. ສິ່ງນີ້ແນະນຳເຖິງ ການເຮັດຫລາຍກວ່າ ພຽງແຕ່ສຶກສາ ແລະ ນຳໃຊ້ຄຸນສົມບັດບາງຢ່າງເທົ່ານັ້ນ. ສານຸສິດຈະໃຊ້ຊີວິດໃນທາງທີ່ໃຫ້ ບຸກຄະລິກລັກສະນະຂອງພຣະຄຣິດ ກ້ຽວພັນເຂົ້າກັບຊີວິດຂອງຕົນ, ຄືກັນກັບການຫຍິບທັກປັກແສ່ວທາງວິນຍານ.
ໃຫ້ເຮົາມາຟັງຄຳເຊື້ອເຊີນຂອງອັກຄະສາວົກ ເປໂຕ ໃນການກາຍເປັນສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ:
“ຈົ່ງອົດສາພະຍາຍາມ, ເພື່ອຈະເອົາຄຸນນະທຳເພີ່ມສັດທາ; ແລະ ເອົາຄວາມຮູ້ເພີ່ມຄຸນນະທຳ;
“ແລະ ເອົາຄວາມຮູ້ຈັກບັງຄັບຕົນເພີ່ມຄວາມຮູ້; ແລະ ເອົາຄວາມອົດທົນເພີ່ມຄວາມຮູ້ຈັກບັງຄັບຕົນ; ແລະ ເອົາຄວາມເຫລື້ອມໃສໃນພຣະເຈົ້າເພີ່ມຄວາມອົດທົນ;
“ແລະ ເອົາຄວາມຮັກພີ່ນ້ອງເພີ່ມຄວາມເຫລື້ອມໃສໃນພຣະເຈົ້າ; ແລະ ເອົາຄວາມໃຈບຸນເພີ່ມຄວາມຮັກພີ່ນ້ອງ.”1
ດັ່ງທີ່ທ່ານສາມາດເຫັນ, ການຫຍິບທັກປັກແສ່ວທາງວິນຍານ ຂອງການເປັນສານຸສິດ ຮຽກຮ້ອງຫລາຍກວ່າດ້າຍເສັ້ນດຽວ. ໃນວັນເວລາຂອງພຣະຜູ້ຊ່ວຍໃຫ້ລອດ ມີຫລາຍຄົນທີ່ອ້າງວ່າຕົນເປັນຄົນຊອບທຳ ໃນ ດ້ານໃດດ້ານໜຶ່ງຂອງຊີວິດຂອງຕົນ. ເຂົາເຈົ້າໄດ້ເຝິກສິ່ງທີ່ເອີ້ນວ່າ ການເຊື່ອຟັງບາງຂໍ້. ຍົກຕົວຢ່າງ, ເຂົາເຈົ້າຮັກສາພຣະບັນຍັດທີ່ຈະຫລີກເວັ້ນຈາກການທຳງານໃນວັນຊະບາໂຕ ແຕ່ໄດ້ວິຈານພຣະຜູ້ຊ່ວຍໃຫ້ລອດ ທີ່ໄດ້ປິ່ນປົວຄົນໃນວັນສັກສິດນັ້ນ.2 ເຂົາເຈົ້າໃຫ້ທານແກ່ຄົນຍາກຈົນ ແຕ່ມອບສິ່ງທີ່ເຫລືອກິນເຫລືອໃຊ້ໃຫ້—ສິ່ງທີ່ເຂົາເຈົ້າບໍ່ຕ້ອງການສຳລັບຕົນເອງ.3 ເຂົາເຈົ້າໄດ້ຖືສິນອົດເຂົ້າ ແຕ່ເຮັດໜ້າໂສກເສົ້າ.4 ເຂົາເຈົ້າໄດ້ອະທິຖານ ແຕ່ເພື່ອຢາກໃຫ້ຄົນເຫັນເທົ່ານັ້ນ.5 ພຣະເຢຊູໄດ້ກ່າວວ່າ, “ພວກເຂົາເຂົ້າໃກ້ເຮົາແຕ່ປາກ, ສ່ວນໃຈຂອງພວກເຂົາຢູ່ຫ່າງໄກຈາກເຮົາ.”6 ຊາຍ ແລະ ຍິງເຊັ່ນນັ້ນ ເອົາໃຈໃສ່ກັບການບັນລຸ ຄຸນສົມບັດບາງຢ່າງ ຫລື ການກະທຳບາງຢ່າງເທົ່ານັ້ນ, ແຕ່ບໍ່ກາຍເປັນດັ່ງທີ່ພຣະອົງເປັນ ຢູ່ໃນໃຈຂອງເຂົາເຈົ້າ.
ກ່ຽວກັບເລື່ອງນີ້, ພຣະເຢຊູໄດ້ປະກາດວ່າ:
“ຫລາຍຄົນຈະເວົ້າກັບເຮົາໃນວັນນັ້ນວ່າ, ພຣະອົງເຈົ້າ, ພຣະອົງເຈົ້າ, ພວກຂ້ານ້ອຍໄດ້ປະກາດຖ້ອຍຄຳຂອງພຣະເຈົ້າໃນພຣະນາມຂອງພຣະອົງ. ພວກຂ້ານ້ອຍໄດ້ຂັບໄລ່ຜີມານຮ້າຍອອກ ແລະ ໄດ້ເຮັດການອັດສະຈັນຫລາຍປະການໃນພຣະນາມຂອງພຣະອົງ ບໍ່ແມ່ນບໍ?
“ແລະ ເມື່ອນັ້ນ ເຮົາກໍຈະປະກາດຕໍ່ພວກເຂົາວ່າ ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງຖອຍໜີໄປຈາກເຮົາເສຍ, ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍເອີຍ.”7
ຄຸນສົມບັດຂອງພຣະຜູ້ຊ່ວຍໃຫ້ລອດ, ດັ່ງທີ່ເຮົາເຫັນ, ບໍ່ໄດ້ຖືກຂຽນໄວ້ເພື່ອໃຫ້ເຮົາເຮັດຕາມ ຫລື ເປັນລາຍການທີ່ເຮົາໃຊ້ ເພື່ອຈະໄດ້ໝາຍໄວ້ຫລັງຈາກເຮັດສຳເລັດ. ມັນເປັນບຸກຄະລິກລັກສະນະທີ່ກ້ຽວພັນເຂົ້າກັນ, ຕື່ມແຕ່ລະຢ່າງເຂົ້າກັນ, ຊຶ່ງພັດທະນາໃນຕົວເຮົາ ໃນທາງທີ່ມີປະຕິກິລິຍາຕໍ່ກັນ. ໃນອີກຄຳໜຶ່ງ, ເຮົາບໍ່ສາມາດມີບຸກຄະລິກລັກສະນະຢ່າງໜຶ່ງຂອງພຣະຄຣິດໄດ້ ປາດສະຈາກການມີ ແລະ ການເປັນອິດທິພົນຕໍ່ ບຸກຄະລິກລັກສະນະຢ່າງອື່ນໆ. ເມື່ອບຸກຄະລິກລັກສະນະຢ່າງໜຶ່ງເຂັ້ມແຂງຂຶ້ນ, ຫລາຍຢ່າງກໍເຂັ້ມແຂງຂຶ້ນຄືກັນ.
ໃນ 2 ເປໂຕ ແລະ ໃນ Doctrine and Covenants ພາກທີ 4, ເຮົາໄດ້ຮຽນຮູ້ວ່າ ສັດທາໃນອົງພຣະເຢຊູຄຣິດເຈົ້າ ເປັນຮາກຖານ. ເຮົາວັດແທກສັດທາຂອງເຮົາ ໂດຍສິ່ງທີ່ພາເຮົາລົງມືປະຕິບັດ—ໂດຍຄວາມເຊື່ອຟັງຂອງເຮົາ. “ຖ້າຫາກເຈົ້າມີສັດທາໃນເຮົາ,” ພຣະຜູ້ເປັນເຈົ້າໄດ້ສັນຍາ, “ເຈົ້າຈະມີອຳນາດເຮັດສິ່ງໃດກໍໄດ້ ຕາມທີ່ເຮົາເຫັນວ່າສົມຄວນ.”8 ສັດທາເປັນສິ່ງກໍ່ໃຫ້ເກີດ. ປາດສະຈາກຜົນງານ, ປາດສະຈາກການດຳລົງຊີວິດໃນຄຸນນະທຳ, ສັດທາຂອງເຮົາກໍປາດສະຈາກພະລັງ ທີ່ຈະກະຕຸ້ນການເປັນສານຸສິດ. ຕາມຈິງແລ້ວ, ສັດທານັ້ນກໍຕາຍແລ້ວ.9
ແລະ ສະນັ້ນ, ເປໂຕຈຶ່ງອະທິບາຍວ່າ, “ຈົ່ງເອົາຄຸນນະທຳເພີ່ມສັດທາ.” ຄຸນນະທຳນີ້ ແມ່ນເກີນກວ່າ ຄວາມບໍລິສຸດທາງເພດ. ມັນແມ່ນຄວາມສະອາດ ແລະ ຄວາມສັກສິດ ໃນຄວາມນຶກຄິດ ແລະ ໃນຮ່າງກາຍ. ຄຸນນະທຳກໍເປັນພະລັງນຳອີກ. ເມື່ອເຮົາດຳລົງຊີວິດຕາມພຣະກິດຕິຄຸນ ຢ່າງຊື່ສັດ, ເຮົາຈະມີພະລັງທີ່ຈະມີຄຸນນະທຳໃນທຸກຄວາມຄິດ, ທຸກຄວາມຮູ້ສຶກ, ແລະ ທຸກການກະທຳ. ຄວາມນຶກຄິດຂອງເຮົາ ຈະສາມາດຮັບເອົາການດົນໃຈຂອງພຣະວິນຍານບໍລິສຸດ ແລະ ຄວາມສະຫວ່າງຂອງພຣະຄຣິດ ຫລາຍຂຶ້ນ.10 ເຮົາຮ່ວມພຣະຄຣິດຢູ່ດ້ວຍ ບໍ່ພຽງແຕ່ໃນສິ່ງທີ່ເຮົາເວົ້າ ແລະ ເຮັດເທົ່ານັ້ນ, ແຕ່ໃນຜູ້ທີ່ເຮົາເປັນນຳອີກ.
ເປໂຕກ່າວຕື່ມວ່າ, “ຈົ່ງເອົາຄວາມຮູ້ເພີ່ມຄຸນນະທຳ [ຂອງທ່ານ].” ເມື່ອເຮົາດຳລົງຊີວິດໃນຄຸນນະທຳ, ເຮົາມາຮູ້ຈັກພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດຂອງພຣະອົງ ໃນທາງທີ່ພິເສດ. “ຜູ້ໃດທີ່ເຕັມໃຈປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ຜູ້ນັ້ນກໍຈະຮູ້ວ່າສິ່ງທີ່ເຮົາສັ່ງສອນນັ້ນ ມາຈາກ [ພຣະບິດາ] ຫລື ເຮົາກ່າວຕາມໃຈຂອງເຮົາເອງ.”11 ຄວາມຮູ້ນີ້ ເປັນປະຈັກພະຍານສ່ວນຕົວ, ກ່າວຈາກປະສົບການສ່ວນຕົວ. ມັນແມ່ນຄວາມຮູ້ທີ່ປ່ຽນແປງເຮົາ, ເພື່ອວ່າຄວາມສະຫວ່າງຂອງເຮົາ ຈະແນບສະນິດຢູ່ກັບຄວາມສະຫວ່າງ [ຂອງພຣະອົງ] ແລະ ຄຸນນະທຳຂອງເຮົາ ຈະຮັກຄຸນນະທຳ [ຂອງພຣະອົງ].”12 ໂດຍການດຳລົງຊີວິດໃນຄຸນນະທຳ, ເຮົາຈະເຮັດໃຫ້ການເດີນທາງຈາກ “ເຮົາເຊື່ອ” ໄປສູ່ຈຸດໝາຍປາຍທາງທີ່ຮຸ່ງເຫລື້ອມທີ່ວ່າ “ເຮົາຮູ້.”
ເປໂຕ ແນະນຳເຮົາໃຫ້ “ເອົາຄວາມຮູ້ຈັກບັງຄັບຕົນເພີ່ມຄວາມຮູ້; ແລະ ເອົາຄວາມອົດທົນເພີ່ມຄວາມຮູ້ຈັກບັງຄັບຕົນ.” ໂດຍທີ່ເປັນສານຸສິດທີ່ຮູ້ຈັກບັງຄັບຕົນ, ເຮົາດຳລົງຊີວິດໃນທາງທີ່ສົມດູນ ແລະ ໝັ້ນຄົງ. ເຮົາບໍ່ແລ່ນໄວກວ່າກຳລັງທີ່ [ເຮົາມີ].”13 ເຮົາຈະກ້າວໄປຂ້າງໜ້າໃນແຕ່ລະວັນ, ຜ່ານຂ້າມການທ້າທາຍທີ່ຫລໍ່ຫລອມແຫ່ງຄວາມເປັນມະຕະ.
ການເປັນຄົນຮູ້ຈັກບັງຄັບຕົນ ໃນທາງນີ້, ເຮົາພັດທະນາຄວາມອົດທົນ ແລະ ຄວາມໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ເຮົາສາມາດເພິ່ງອາໄສການອອກແບບຂອງພຣະອົງສຳລັບຊີວິດຂອງເຮົາ, ເຖິງແມ່ນວ່າ ເຮົາບໍ່ສາມາດເຫັນມັນດ້ວຍຕາທຳມະຊາດຂອງເຮົາເອງ.14 ສະນັ້ນ, ເຮົາຈຶ່ງສາມາດສະຫງົບ ແລະ ຮູ້ວ່າພຣະອົງເປັນພຣະເຈົ້າ.15 ເມື່ອເຮົາປະເຊີນກັບມໍລະສຸມແຫ່ງຄວາມລຳບາກຍາກແຄ້ນ, ເຮົາຖາມວ່າ, “ພຣະອົງມີສິ່ງໃດ ໃຫ້ຂ້ານ້ອຍຮຽນຈາກປະສົບການນີ້?” ດ້ວຍແຜນ ແລະ ຈຸດປະສົງຂອງພຣະອົງ ຢູ່ໃນໃຈເຮົາ, ເຮົາຈະກ້າວໄປຂ້າງໜ້າ ບໍ່ພຽງແຕ່ອົດທົນກັບທຸກສິ່ງທັງປວງເທົ່ານັ້ນ ແຕ່ອົດທົນກັບມັນໄດ້ຍາວນານ ແລະ ເຮັດໄດ້ດີນຳອີກ.16
ຄວາມອົດທົນນີ້, ເປໂຕສອນວ່າ ມັນພາເຮົາໄປສູ່ຄວາມເຫລື້ອມໃສໃນພຣະເຈົ້າ. ເຊັ່ນດຽວກັບທີ່ພຣະບິດາມີຄວາມອົດທົນກັບເຮົາ, ລູກໆຂອງພຣະອົງ, ເຮົາກໍກາຍເປັນຄົນທີ່ມີຄວາມອົດທົນຕໍ່ກັນແລະກັນ ແລະ ກັບຕົວເອງ. ເຮົາຍິນດີກັບອຳເພີໃຈຂອງຄົນອື່ນ ແລະ ໂອກາດທີ່ຊ່ວຍເຂົາເຈົ້າໃຫ້ເຕີບໂຕຂຶ້ນ ເທື່ອລະບັນທັດ,17 ຄວາມສະຫວ່າງນັ້ນ ຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆ ຈົນເຖິງວັນທີ່ສົມບູນ.18
ຈາກຄວາມຮູ້ຈັກບັງຄັບຕົນ ໄປສູ່ຄວາມອົດທົນ ແລະ ຈາກຄວາມອົດທົນ ໄປສູ່ຄວາມເຫລື້ອມໃສໃນພຣະເຈົ້າ, ທຳມະຊາດຂອງເຮົາຈະປ່ຽນແປງ. ເຮົາມີຄວາມຮັກພີ່ນ້ອງ ຊຶ່ງນັ້ນຄືບຸກຄະລິກລັກສະນະຂອງສານຸສິດທີ່ແທ້ຈິງທັງໝົດ. ເຊັ່ນດຽວກັນກັບ ໄທຊາມາເຣຍຜູ້ໃຈດີ, ເຮົາຍ່າງຂ້າມທາງໄປປະຕິບັດຕໍ່ໃຜກໍຕາມ ທີ່ຂັດສົນ, ເຖິງແມ່ນເຂົາເຈົ້າບໍ່ໄດ້ເປັນໝູ່ເພື່ອນຂອງເຮົາກໍຕາມ.19 ເຮົາໃຫ້ພອນຄົນທີ່ສາບແຊ່ງເຮົາ. ເຮົາເຮັດຄວາມດີກັບຄົນທີ່ກຽດຊັງເຮົາ.20 ມີຄຸນສົມບັດອື່ນໃດອີກບໍ ທີ່ເປັນຢ່າງພຣະເຈົ້າ ຫລື ເປັນຢ່າງພຣະຄຣິດ ຫລາຍໄປກວ່ານີ້?
ຂ້າພະເຈົ້າເປັນພະຍານວ່າ ຄວາມພະຍາຍາມຂອງເຮົາ ທີ່ຈະກາຍເປັນສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດ ໄດ້ຖືກເອົາມາຕື່ມໃສ່ ຈົນກວ່າເຮົາຈະ “ໄດ້ຮັບ” ຄວາມຮັກຂອງພຣະອົງ.21 ຄວາມຮັກນີ້ ຄືບຸກຄະລິກລັກສະນະ ອັນແທ້ຈິງຂອງສານຸສິດຂອງພຣະຄຣິດ ທີ່ວ່າ:
“ເຖິງແມ່ນເຮົາເວົ້າພາສາແປກໆໄດ້ ຈະເປັນພາສາມະນຸດ ຫລື ພາສາຂອງທູດກໍຕາມ, ແຕ່ບໍ່ມີຄວາມໃຈບຸນ, ການເວົ້າຂອງເຮົາ ກໍເປັນເໝືອນສຽງຄ້ອງ ແລະ ສຽງແຊ່ງ ທີ່ດັງອຶກກະທຶກ.
“ແລະ ເຖິງແມ່ນເຮົາຈະປະກາດພຣະທຳໄດ້, ແລະ ເຂົ້າໃຈໃນຂໍ້ລັບເລິກທັງປວງ ແລະ ມີຄວາມຮູ້ທັງສິ້ນ ແລະ ມີສັດທາຢ່າງຄົບຖ້ວນ ພໍຈະບອກໃຫ້ພູເຄື່ອນທີ່ໄປໄດ້, ແຕ່ບໍ່ມີຄວາມໃຈບຸນ ເຮົາກໍບໍ່ມີຄ່າອັນໃດ.”22
ມັນແມ່ນສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ ທີ່ເຮັດໃຫ້ເຮົາເໝາະສົມຕໍ່ວຽກງານຂອງພຣະເຈົ້າ.23 “ແລະ ຍັງຕັ້ງຢູ່ … ສາມສິ່ງ; ແຕ່ສິ່ງທີ່ໃຫຍ່ກວ່າແມ່ນຄວາມໃຈບຸນ.”24
ອ້າຍເອື້ອຍນ້ອງທັງຫລາຍ, ຍິ່ງກວ່າຜ່ານມາ, ເຮົາຈະເປັນ “ສານຸສິດພຽງເຄິ່ງດຽວ” ບໍ່ໄດ້! ເຮົາຈະເປັນສານຸສິດພຽງຂໍ້ໃດຂໍ້ໜຶ່ງຂອງຄຳສອນບໍ່ໄດ້. ບຸກຄະລິກລັກສະນະເກີດຈາກ ການມີສັດທາໃນພຣະຄຣິດ—ແມ່ນຮ່ວມທັງ ສິ່ງທີ່ຂ້າພະເຈົ້າໄດ້ກ່າວເຖິງໃນມື້ນີ້—ມັນຈຳເປັນຫລາຍ ຕໍ່ການຢືນຢູ່ຢ່າງເຂັ້ມແຂງຂອງເຮົາ ໃນຍຸກສຸດທ້າຍນີ້.
ເມື່ອເຮົາພະຍາຍາມເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ, ບຸກຄະລິກລັກສະນະເຫລົ່ານີ້ ຈະກ້ຽວພັນເຂົ້າກັນ, ຕື່ມໃສ່ກັນ, ແລະ ໃຫ້ຄວາມໝັ້ນຄົງໃນຕົວເຮົາ. ມັນຈະບໍ່ມີຄວາມແຕກຕ່າງລະຫວ່າງຄວາມກະລຸນາ ທີ່ເຮົາສະແດງຕໍ່ສັດຕູຂອງເຮົາ ແລະ ຄວາມກະລຸນາທີ່ເຮົາສະແດງຕໍ່ໝູ່ເພື່ອນຂອງເຮົາ. ເຮົາຈະຊື່ສັດໃນເວລາທີ່ຜູ້ອື່ນບໍ່ສັງເກດ ແລະ ຊື່ສັດໃນເວລາທີ່ຜູ້ຄົນຫລຽວເບິ່ງ. ເຮົາຈະອຸທິດຕົນຕໍ່ພຣະເຈົ້າ ຢູ່ໃນສະຖານທີ່ສາທາລະນະ ແລະ ຢູ່ໃນສະຖານທີ່ສ່ວນຕົວຂອງເຮົາ.
ຂ້າພະເຈົ້າເປັນພະຍານວ່າ ທຸກຄົນສາມາດເປັນສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດ. ການເປັນສານຸສິດບໍ່ຈຳກັດອາຍຸ, ຊົນຊາດຊົນເຜົ່າ, ຫລື ການເອີ້ນ. ໂດຍຜ່ານການເປັນສານຸສິດຂອງເຮົາ, ເຮົາ, ຜູ້ທີ່ເປັນໄພ່ພົນຍຸກສຸດທ້າຍ, ໄດ້ຮ່ວມພະລັງ ເພື່ອເປັນພອນໃຫ້ແກ່ອ້າຍເອື້ອຍນ້ອງຂອງເຮົາ ຕະຫລອດທົ່ວໂລກ. ນີ້ແມ່ນເວລາທີ່ຈະໃຫ້ສັນຍາກັບຕົວເອງຄືນໃໝ່ ທີ່ຈະເປັນສານຸສິດຂອງພຣະອົງ ດ້ວຍຄວາມພາກພຽນທັງໝົດ.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາທຸກຄົນໄດ້ຖືກເອີ້ນໃຫ້ເປັນສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດ. ຂໍໃຫ້ກອງປະຊຸມເທື່ອນີ້ເປັນໂອກາດຂອງທ່ານ ທີ່ຈະ “ເລີ່ມຕົ້ນຄືກັນກັບໃນຄາວກ່ອນ, ແລະ ມາຫາ [ພຣະອົງ] ດ້ວຍສຸດໃຈ.”25 ນີ້ຄືສາດສະໜາຈັກຂອງພຣະອົງ. ຂ້າພະເຈົ້າຂໍເປັນພະຍານພິເສດວ່າ ພຣະອົງຊົງພຣະຊົນຢູ່. ຂໍໃຫ້ພຣະອົງປະທານພອນໃຫ້ເຮົາ ໃນການສະແຫວງຫາ ເພື່ອຈະໄດ້ກາຍເປັນສານຸສິດທີ່ອຸທິດຕົນ ແລະ ກ້າຫານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.