​2010–2019
ພື້ນ​ຖານ​ແຫ່ງສັດທາ
ເດືອນ​ເມສາ 2017


16:21

ພື້ນ​ຖານ​ແຫ່ງສັດ​ທາ

ຂ້າພະ​ເຈົ້າຫວັງ​ວ່າ ​ເຮົາ​ຈະ​ເສຍ​ສະລະ ​ແລະ ຖ່ອມຕົວ ຊຶ່ງ​ຈຳ​ເປັນ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພື້ນ​ຖານ​ແຫ່ງ​ສັດທາ​ຂອງ​ເຮົາ ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

ນີ້​ເປັນ​ກອງ​ປະຊຸມ​ໃຫຍ່​ສາມັນ​ທີ່​ດີ​ເລີດ. ​ເຮົາ​ກໍ​ໄດ້​ຮັບ​ຄວາມ​ຮູ້​ຫລາຍ. ຖ້າ​ຫາກ​ມີ​ຈຸດປະສົງ​ໜຶ່ງ​ ທີ່​ສຳຄັນ​ທີ່​ສຸດ, ມັນ​ຈະ​ແມ່ນ​ການ​ສ້າງ​ສັດທາ​ໃນ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​ແລະ ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

ຄຳ​ປາ​ໄສ​ຂອງ​ຂ້າພະ​ເຈົ້າ ​ແມ່ນ​ກ່ຽວ​ກັບ​ພື້ນ​ຖານ​ແຫ່ງສັດທານັ້ນ.

ພື້ນຖານ​ສ່ວນ​ຕົວ, ​ເຊັ່ນ​ດຽວ​ກັບ​ການສະ​ແຫວງຫາ​ຫລາຍ​ສິ່ງ​ທາງ​ໂລກ, ​ຕາມ​ປົກກະຕິ​ແລ້ວ ຈະຄ່ອຍໆ​ເປັນ​ໄປ ​ເທື່ອ​ລະຂັ້ນ​ຕອນໃນ ປະສົບ​ການ, ​ການທ້າ​ທາຍ, ​ການລ້າ​ຊ້າ, ​ແລະ ​ຄວາມ​ສຳ​ເລັດຜົນ. ປະສົບ​ການ​ທາງ​ຮ່າງກາຍ​ທີ່​ໜ້າ​ຊົງ​ຈຳ ​ແມ່ນ​ຕອນ​ເຫັນ​ລູກນ້ອຍ​ເລີ່ມຕົ້ນຍ່າງ ​ເປັນ​ເທື່ອ​ທຳ​ອິດ. ມັນ​ເປັນ​ພາບ​ທີ່​ໜ້າ​ຕື່ນ​ເຕັ້ນຫລາຍ. ​ລັກສະນະ​ຂອງ​ໃບ​ໜ້າ​ຂອງ​ລູກ—ພ້ອມ​ກັບ​ຄວາມ​ຕັ້ງ​ໃຈ, ຄວາມສຸກ, ຄວາມ​ປະຫລາດໃຈ, ​ແລະ ຄວາມສຳ​ເລັດ​ຜົນ—​ເປັນ​ເຫດການ​ທີ່​ສຳຄັນ​ຫລາຍ​ແທ້ໆ.

ໃນ​ຄອບຄົວ​ຂອງ​ພວກ​ຂ້າພະ​ເຈົ້າ, ມີ​ເຫດການ​ໜຶ່ງ​ທີ່​ດີເດັ່ນ​ຄ້າຍຄື​ກັນ​ນີ້. ຕອນ​ລູກ​ຊາຍ​ຫລ້າ​ຂອງ​ພວກ​ຂ້າພະ​ເຈົ້າ ມີ​ອາຍຸ​ປະມານສີ່​ປີ, ລາວ​ໄດ້​ເຂົ້າມາ​ໃນ​ເຮືອນ ​ແລະ ​ໄດ້​ປະກາດ​ໃຫ້​ຄອບຄົວ​ຮູ້​ ດ້ວຍ​ຄວາມ​ພູມ​ໃຈ​ວ່າ: “ດຽວ​ນີ້ ຂ້ານ້ອຍ​ສາມາດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ. ຂ້ານ້ອຍ​ສາມາດ​ຜູກ, ​ສາມາດ​ຂີ່ ​ແລະ ຮູດຊິບ.” ພວກ​ຂ້າພະ​ເຈົ້າກໍ​ເຂົ້າ​ໃຈ​ວ່າ ລາວ​ເວົ້າວ່າ ລາວ​ສາມາດ​ຜູກ​ສາຍ​ເກີບ, ສາມາດຂີ່​ລົດຖີບ​ສາມ​ກົງ​ລໍ້, ​ແລະ ສາມາດ​ຮູດ​ຊິບ​ເສື້ອ​ໄດ້. ພວກ​ຂ້າພະ​ເຈົ້າກໍ​ພາກັນ​ຫົວ ​ແຕ່​ຮັບ​ຮູ້​ວ່າ ສຳລັບ​ລາວ​ແລ້ວ ມັນ​ເປັນ​ຄວາມ​ສຳ​ເລັດ​ອັນ​ໃຫຍ່​ໂຕ. ລາວ​ຄິດ​ວ່າ ລາວ​ເກັ່ງ​ຂະໜາດ ​ແລະ ​ເຕີບ​ໃຫຍ່​ແລ້ວ.

ການ​ພັດທະນາ​ທາງ​ດ້ານຮ່າງກາຍ, ຈິດ​ໃຈ, ​ແລະ ທາງ​ວິນ​ຍານ ມີ​ຫລາຍ​ສິ່ງ​ທີ່​ຄ້າຍຄື​ກັນ. ​ການ​ພັດທະນາ​ທາງ​ດ້ານ​ຮ່າງກາຍ​ແມ່ນ​ເຫັນ​ໄດ້​ງ່າຍ. ເຮົາ​ເລີ່ມຕົ້ນ​ດ້ວຍ​ບາດກ້າວ​ຕອນ​ເປັນ​ເດັກ ​ແລະ ຈະ​ເລີນ​ເຕີບ​ໂຕ​ຂຶ້ນ​ໄປ​ແຕ່​ລະ​ວັນ, ​ແຕ່ລະ​ປີ, ​ເຕີບ​ໂຕ ​ແລະ ພັດທະນາ ​ເພື່ອບັນລຸ​ລະດັບ​ສູງ​ສຸດ​ທາງ​ຮ່າງກາຍ. ການ​ພັດທະນາ​ແມ່ນ​ແຕກ​ຕ່າງ​ສຳລັບ​ແຕ່ລະຄົນ.

ເມື່ອ​ເຮົາ​ເບິ່ງ​ການຫລິ້ນ​ກິລາ ຫລື ການຫລິ້ນ​ດົນຕີ, ​ເຮົາ​ມັກ​ຈະ​ເວົ້າວ່າ ​ເຂົາ​ເຈົ້າຫລິ້ນ​ເກັ່ງ​ຫລາຍນໍ, ຊຶ່ງ​ເປັນຄວາມ​ຈິງ. ​ແຕ່​ຄວາມ​ເກັ່ງ​ກ້າ​ຂອງ​ເຂົາ​ເຈົ້າ ​ແມ່ນ​ມາ​ຈາກການ​ຕຽມ ​ແລະ ການ​​ເຝິກຊ້ອມ​ມາ​ເປັນ​ເວລາ​ຫລາຍ​ປີ. ນັກ​ຂຽນ​ທີ່​ມີ​ຊື່​ສຽງ​ຄົນ​ໜຶ່ງ ຊື່ ມາວ​ກຳ ​ແກຣດ​ແວວ, ​ໄດ້​ເອີ້ນ​ສິ່ງ​ນີ້​ວ່າ ກົດ 10,000 ​ຊົ່ວ​ໂມງ. ນັກຄົ້ນຄວ້າ​ໄດ້​ພິຈາລະນາ​ເບິ່ງ ຈຳນວນ​ເວລາ​ເຝິກຊ້ອມ​ທີ່​ຈຳ​ເປັນ ​ໃນ​ການ​ຫລິ້ນ​ກິລາ, ດົນຕີ, ສຶກສາ, ຄວາມ​ຊຳນານ​ພິ​ເສດ, ການ​ແພດ ຫລື ກົດໝາຍ, ​ແລະ ອື່ນໆ. ນັກຄົ້ນຄວ້າ​ຄົນ​ໜຶ່ງ​ໄດ້​ຢືນຢັນ​ວ່າ ຕ້ອງ​ໃຊ້​ເວລາ​ເຖິງ ສິບ​ພັນຊົ່ວ​ໂມງ ​ໃນ​ການ​ເຝິກຊ້ອມ ກ່ອນ​ຈະ​ບັນລຸ ລະດັບ​ຄວາມ​ຊຳນານ ​ໃນ​ລະດັບຜູ້​ຊ່ຽວຊານ​ຂອງ​ໂລກ—​ໃນ​ທຸກ​ສິ່ງ.”1

ຫລາຍ​ຄົນ​ກໍ​ຮັບ​ຮູ້​ວ່າ ກ່ອນ​ຈະບັນລຸ​ຄວາມ​ຊຳນານ​ສູງ​ສຸດທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈນັ້ນ, ການ​ຕຽມ ​ແລະ ການ​ເຝິກຊ້ອມ​ແມ່ນ​ສຳຄັນ​ຫລາຍ.

ໜ້າ​ເສຍດາຍ​ທີ່ໃນ​ໂລກນີ້ ຊຶ່ງ​ມີເພີ່ມທະວີ​ຂຶ້ນ​ເລື້ອຍໆ, ​ມີການ​ເນັ້ນ​ໜັກໜ້ອຍ​ທີ່​ສຸດ ເລື່ອງ​ເວລາ​ຈຳ​ເປັນ ທີ່​ຕ້ອງ​ໃຊ້ ສຳລັບ​ຄວາມ​ເຕີບ​ໂຕ​ທາງວິນ​ຍານ ​ເພື່ອ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຄຣິດ ​ແລະ ຈັດຕັ້ງ​ພື້ນຖານ​ທີ່​ພາ​ໄປ​ສູ່​ສັດທາ​ອັນ​ໝັ້ນຄົງ. ​ເຮົາ​ມັກ​ຈະ​ເນັ້ນ​​ໜັກເວລາ​ທີ່​ເຂົ້າ​ໃຈຄວາມ​ດີ​ເລີດ​ທາງ​ວິນ​ຍານ. ມັນ​ແມ່ນ​ຕອນ​ທີ່​ມີຄ່າ​ເຊັ່ນ ຕອນ​ເຮົາ​ຮູ້​ວ່າ ພຣະວິນ​ຍານ​ບໍລິສຸດ ​ໄດ້​ເປັນ​ພະຍານ​ພິ​ເສດ​​ເລື່ອງ​ຄວາມ​ຮູ້ທາງ​ວິນ​ຍານ​ ​ໃນ​ຈິດ​ໃຈ ​ແລະ ​ໃນ​ຄວາມ​ນຶກ​ຄິດ​ຂອງ​ເຮົາ. ​ເຮົາ​ປິ​ຕິ​ຍິນ​ດີ​ກັບ​ເຫດການ​ເຫລົ່າ​ນີ້; ມັນ​ບໍ່​ຄວນ​ໝົດໄປ​ ບໍ່​ວ່າ​ຈະ​ເປັນ​ໃນ​ທາງ​ໃດ​ກໍ​ຕາມ. ​ແຕ່​ສຳລັບ​ສັດທາ​ອັນ​ໝັ້ນຄົງ ​ແລະ ການ​ມີ​ພຣະວິນ​ຍານ​ເປັນ​ເພື່ອນ​ໃກ້ຊິດ​ນັ້ນ, ບໍ່​ມີ​ສິ່ງ​ໃດ​ທີ່ສາມາດ​ ມາ​ທົດ​ແທນ​ການ​ເອົາ​ຈິງ​ເອົາ​ຈັງ​ເລື່ອງ​ສາດສະໜາ​ຂອງ​ບຸກຄົນ ​ເມື່ອ​ປຽບທຽບ​ໃສ່​ກັບ​ການ​ພັດທະນາ​ຕົນ​ ທາງ​ດ້ານຮ່າງກາຍ ​ແລະ ຈິດ​ໃຈ. ​ເຮົາ​ຄວນ​ສ້າງ​ປະສົບ​ການ ຊຶ່ງ​ບາງ​ເທື່ອ ​ຕ້ອງເລີ່ມ​ຕົ້ນດ້ວຍ​ບາດກ້າວ​ທຳ​ອິດ ​ແບບ​​ເດັກນ້ອຍ. ​ເຮົາ​ເຮັດ​ສິ່ງ​ນີ້ ​ໂດຍ​ໃຫ້​ຄຳໝັ້ນ​ສັນຍາທີ່​ຈະ​ອຸທິດ​ຕົນ​ ຕໍ່​ກອງ​ປະຊຸມ​ສິນ​ລະ​ລຶກທີ່​ສັກສິດ, ​ໂດຍ​ການສຶກສາ​ພຣະຄຳ​ພີ, ການ​ອະທິຖານ, ​ແລະ ການ​ຮັບ​ໃຊ້​​ເມື່ອ​ຖືກ​ເອີ້ນ. ​ຢູ່​ໃນ​ຂ່າວ​ມໍລະນະ​ກຳ ​ເມື່ອ​ບໍ່​ດົນ​ມາ​ນີ້ ​​ເພື່ອ​ສະ​ແດງ​ຄວາມເ​ຄົາລົບ​ຕໍ່ພໍ່​ຄົນ​ໜຶ່ງ ຜູ້​ມີ​ລູກ 13 ຄົນ, ​ໄດ້ບອກ​ເຖິງ “ການ​ອະທິຖານ ​ແລະ ການ​ສຶກສາ​ທຸກວັນ ຊຶ່ງ​ມີ​ອິດ​ທິພົນ​ຫລາຍທີ່​ສຸດ​ໃນ​ຊີວິດ​ຂອງ​ລູກໆ, ​ໄດ້​ສ້າງພື້ນ​ຖານ​ທີ່​​ໝັ້ນຄົງ ​ໃຫ້​ແກ່​ລູກໆ​ຂອງ​ລາວ ​ໃຫ້​ມີສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.”2

ປະສົບ​ການ​ໜຶ່ງ ທີ່​ຂ້າພະ​ເຈົ້າມີ ​ຕອນ​ຂ້າພະ​ເຈົ້າອາຍຸ​ໄດ້ 15 ປີ ​ແມ່ນ​ສຳຄັນ​ຫລາຍ​ສຳລັບ​ຂ້າພະ​ເຈົ້າ. ​ແມ່​ທີ່​ຊື່ສັດ​ຂອງ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຢ່າງ​ກ້າຫານ ​ເພື່ອ​ຊ່ວຍ​ຂ້າພະ​ເຈົ້າສ້າງ​ພື້ນ​ຖານ​ແຫ່ງ​ສັດທາ ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ສິນ​ລະ​ລຶກ, ຊັ້ນປະ​ຖົມ​ໄວ, ​ແລ້ວ ຫ້ອງ​ກຸ່ມ​ຊາຍ​ໜຸ່ມ. ຂ້າພະ​ເຈົ້າ​ໄດ້​ອ່ານ​ພຣະຄຳ​ພີ​ມໍມອນ ​ແລະ ​ໄດ້​ອະທິຖານ​ເປັນ​ສ່ວນ​ຕົວ​ເລື້ອຍໆ. ​ໃນ​ເວລາ​ນັ້ນ ​ເຫດການ​ສຳຄັນ​ໜຶ່ງ​ໄດ້​ເກີດ​ຂຶ້ນ ​ໃນ​ຄອບຄົວ​ຂອງ​ພວກ​ຂ້າພະ​ເຈົ້າ ​ເມື່ອ​ອ້າຍ​ຂອງ​ຂ້າພະ​ເຈົ້າ ອາດ​ຖືກ​ເອີ້ນ​ໃຫ້​ໄປ​ສອນ​ສາດສະໜາ. ພໍ່​ທີ່​ດີ​ຂອງ​ຂ້າພະ​ເຈົ້າ, ​ເປັນ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ, ຢາກ​ໃຫ້​ລາວ​ຮຽນ​ຕໍ່ ​ແລະ ບໍ່​ໄປ​ສອນ​ສາດສະໜາ. ສິ່ງ​ນີ້​ໄດ້​ກໍ່​ໃຫ້​ເກີດ​ການ​ຜິດ​ຖຽງ​ກັນ.

ໃນ​ການສົນທະນາ​ທີ່​ພິ​ເສດ​ກັບ​ອ້າຍ​ຂອງ​ຂ້າພະ​ເຈົ້າ, ຜູ້​ມີ​ອາຍຸ​ລື່ນ​ຂ້າພະ​ເຈົ້າຫ້າ​ປີ ​ແລະ ລາວ​ເປັນ​ຄົນ​ເວົ້າ, ພວກ​ເຮົາ​ໄດ້​ສະຫລຸບ​ວ່າ ການ​ຕັດສິນ​ໃຈ​ໄປ​ສອນ​ສາດສະໜາ​ຂອງ​ລາວ ​ແມ່ນ​ຂຶ້ນຢູ່​ກັບ ຄຳ​ຖາມ​ສາມ​ຂໍ້ນີ້: (1) ພຣະ​ເຢຊູຄຣິດ​ເປັນ​ພຣະ​ເຈົ້າ​ແທ້ໆ​ບໍ? (2) ພຣະຄຳ​ພີ​ມໍ​ມອນ​ເປັນຄວາມ​ຈິງ​ບໍ? (3) ໂຈ​ເຊັບ ສະ​ມິດ ​ເປັນ​ສາດສະດາ​ແຫ່ງການ​ຟື້ນ​ຟູ​ບໍ?

ເມື່ອ​ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຢ່າງ​ຈິງ​ໃຈ​ໃນ​ຄ່ຳ​ຄືນ​ນັ້ນ, ພຣະວິນ​ຍານ​ໄດ້​ຢືນຢັນ​ຕໍ່​ຂ້າພະ​ເຈົ້າ ​ກ່ຽວ​ກັບ​ຄຳ​ຖາມ​ສາມ​ຂໍ້​ນີ້. ຂ້າພະ​ເຈົ້າຍັງ​ເຂົ້າ​ໃຈ​ວ່າ ການ​ຕັດສິນ​ໃຈ​ເກືອບ​ທຸກ​ຢ່າງ ຊຶ່ງ​ຂ້າພະ​ເຈົ້າຈະ​ເຮັດ ​ໃນ​ຕະຫລອດ​ຊີວິດ​ຂອງ​ຂ້າພະ​ເຈົ້າ ຈະ​ຕ້ອງ​ຂຶ້ນກັບ​ຄຳ​ຕອບ ​ຕໍ່​ຄຳ​ຖາມສາມ​ຂໍ້​ນີ້. ​ໂດຍ​ສະ​ເພາະ​ແລ້ວ ຂ້າພະ​ເຈົ້າ​ໄດ້​ຮັບ​ຮູ້​ວ່າ ຈຳ​ເປັນ​ຕ້ອງ​ມີສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​. ​ເມື່ອ​ຫວນ​ຄິດ​ຄືນ​ຫລັງ​ແລ້ວ, ຂ້າພະ​ເຈົ້າຮັບ​ຮູ້​ວ່າ ເປັນ​ເພາະ​ແມ່​ຂອງ​ຂ້າພະ​ເຈົ້າ, ພື້ນ​ຖານຈຶ່ງ​ຖືກ​ສ້າງ​ຂຶ້ນ​ໃຫ້​ແກ່​ຂ້າພະ​ເຈົ້າ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ຢືນຢັນ​ທາງ​ວິນ​ຍານ ​ໃນ​ຄ່ຳ​ຄືນ​ນັ້ນ. ອ້າຍ​ຂອງ​ຂ້າພະ​ເຈົ້າ ຜູ້​ມີ​ປະຈັກ​ພະຍານ​ແລ້ວ ​ໄດ້​ຕັດສິນ​ໃຈ​ໄປ​ເຜີຍ​ແຜ່​ສາດສະໜາ ​ແລະ ​ໃນ​ທີ່​ສຸດ ກໍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພໍ່.

ການ​ນຳ​ພາ​ທາງ​ວິນ​ຍານຈະ​ມີ​ມາ ​​ໃນ​ຍາມ​ຕ້ອງການ, ຕາມ​ເວລາ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ຕາມ​ພຣະປະສົງ​ຂອງ​ພຣະອົງ.3 ພຣະຄຳ​ພີ​ມໍ​ມອນ ຊຶ່ງ​ເປັນ​ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ ​ເຖິງ​ພຣະ​ເຢຊູ​ຄຣິດ ກໍ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ. ​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​​ເຫັນ​ປຶ້ມພຣະຄຳ​ພີ​ມໍ​ມອນ ສະບັບ​ຊຸດ​ທຳ​ອິດ. ​ໂຈ​ເຊັບ ສະ​ມິດ ​ໄດ້​ສຳ​ເລັດ​ການ​ແປ ຕອນ​ເພິ່ນ​ມີ​ອາຍຸ​ໄດ້ 23 ປີ. ​ເຮົາ​ຮູ້​ບາງ​ສິ່ງ​ກ່ຽວ​ກັບ​ຂັ້ນຕອນ ​ແລະ ສິ່ງ​ຊ່ວຍ​ເຫລືອ​ທີ່​ເພິ່ນ​ໄດ້​ໃຊ້ ​ໃນ​ການ​ແປນັ້ນ. ​ໃນ​ການ​ພິມ​ເທື່ອ​ທຳ​ອິດ ​ໃນ​ປີ 1830, ​ໂຈ​ເຊັບ ​ໄດ້​​ເອົາ​ຄຳ​ນຳ​ສັ້ນໆ, ງ່າຍ​ທີ່​ຈະ​ເຂົ້າ​ໃຈ ​ແລະ ​ແຈ່ມ​ແຈ້ງ​ໃສ່​ນຳ ​ພ້ອມ​ທັງປະກາດ​ວ່າ ມັນ​ໄດ້​ຖືກ​​ແປ ​“ໂດຍ​ຂອງ​ປະທານ ​ແລະ ​ອຳນາດ​ຂອງ​ພຣະ​ເຈົ້າ.”4 ສ່ວນ​ສິ່ງ​ຊ່ວຍ​ແປ—ອຸລີມ ​ແລະ ທຸມ​ມີມ ນັ້ນ​ເດ ​ແມ່ນ​ຫຍັງ? ມັນ​ຈຳ​ເປັນ​ສຳລັບ​ການ​ແປ​ບໍ ຫລື ມັນ​ຄື​ກັນ​ກັບ​ກົງ​ລໍ້​ຊ່ວຍ​ຮຽນ​ຂີ່​ລົດ​ບໍ ຈົນກວ່າໂຈ​ເຊັບ ສາມາດ ​ໃຊ້​ສັດທາອັນ​ຈຳ​ເປັນ​ຕໍ່​ການ​ໄດ້​ຮັບ ການ​ເປີດ​ເຜີຍ​ໂດຍ​ກົງ?5

ໜ້າ​ປົກ​ຂອງ​ພຣະຄຳ​ພີ​ມໍ​ມອນ ສະບັບ​ປີ 1830
ຄຳ​ນຳ​ຂອງ​ພຣະຄຳ​ພີ​ມໍ​ມອນ ສະບັບ​ປີ 1830

ເຊັ່ນ​ດຽວ​ກັບ​ການ​ເຝິກຊ້ອມ ​ແລະ ການ​ໃຊ້ຄວາມ​ພະຍາຍາມ​ຕະຫລອດ​ເວລາ ​ໃນ​ການ​ພັດທະນາ​ຕົນ​ທາງ​ດ້ານ​ຮ່າງກາຍ ​ແລະ ທາງ​ຈິດ​ໃຈ, ການ​ເຝິກ​ຊ້ອມທາງ​ວິນ​ຍານ​ກໍ​ເໝືອນ​ກັນນັ້ນ. ທ່ານ​ຈື່​ໄດ້​ບໍ​ວ່າ ​ໂມ​ໂຣ​ໄນ ​ໄດ້​ມາ​ຢ້ຽມຢາມ​ສາດສະດາ​ໂຈ​ເຊັບ ສະ​ມິດ ​ສີ່​ເທື່ອ ​ເພື່ອ​ບອກ​ເລື່ອງ​ລາວ​ອັນ​ດຽວ​ກັນ ​ໃນ​ການ​ຕຽມ​ເພິ່ນ​ສຳລັບ​ແຜ່ນ​ຈາລຶກ. ຂ້າພະ​ເຈົ້າ​ເຊື່ອ​ວ່າ ການ​ໄປ​ຮ່ວມ​ກອງ​ປະຊຸມ​ສິນລະ​ລຶກ​ໃນ​ແຕ່​ລະອາ​ທິດ ມີ​ຄວາມ​ໝາຍ​ສຳລັບ​ທາງ​ວິນ​ຍານ ຊຶ່ງ​ເຮົາ​ບໍ່​ເຂົ້າ​ໃຈ​ທັງ​ໝົດ. ​ການ​ຄິດ​ໄຕ່ຕອງ​ຂໍ້​ພຣະຄຳ​ພີ​ເປັນ​ປະຈຳ—​ແທນ​ທີ່​ພຽງ​ແຕ່​ອ່ານ​ເປັນ​ບາງ​ຄັ້ງ—ສາມາດ​ນຳ​ຄວາມ​ເຂົ້າ​ໃຈ​ອັນ​ເລິກ​ຊຶ້ງ ທີ່​ສົ່ງ​ເສີມ​ສັດທາ​ ມາສູ່​ເຮົາ​ໄດ້.

ສັດທາ​ເປັນ​ຫລັກ​ທຳ​ແຫ່ງ​ພະລັງ. ຂ້າພະ​ເຈົ້າຂໍ​ຍົກ​ຕົວຢ່າງ: ຕອນຂ້າພະ​ເຈົ້າ​ເປັນ​ຜູ້​ສອນ​ສາດສະໜາ​ໜຸ່ມ, ປະທານ​ເຜີຍ​ແຜ່​ທີ່​ດີ6 ​ໄດ້​ແນະນຳ​ຂ້າພະ​ເຈົ້າ​​ໃຫ້​ຮູ້ຈັກ ​ເລື່ອງ​ໜຶ່ງ​ໃນພຣະຄຳ​ພີ​ ​ທີ່​ໜ້າ​ປະ​ທັບ​ໃຈ ຢູ່​ໃນລູກາ 8 ກ່ຽວ​ກັບ​ຍິງຜູ້​ເປັນ​ພະຍາດ​ເລືອດ​ຕົກ ​ເປັນ​ເວລາ 12 ປີ ​ແລະ ​ໄດ້​ໃຊ້​ຊັບ​ສິນ​ທັງ​ໝົດທີ່​ຕົນ​ມີ​ໃຫ້​ພວກ​ໝໍ ​ແຕ່​ບໍ່​ມີ​ໝໍ​ຄົນ​ໃດ​ສາມາດ​ຮັກສາ​ນາງ​ໃຫ້ຫາ​ຍດີ​ໄດ້. ຈົນ​ເຖິງ​ມື້​ນີ້ ພຣະຄຳ​ພີ​ຂໍ້​ນັ້ນ ຍັງ​ເປັນ​ຂໍ້ພຣະຄຳ​ພີ​ທີ່​ຂ້າພະ​ເຈົ້າມັກ ຫລາຍທີ່​ສຸດ​.

ທ່ານ​ຄົງ​ຈື່​ໄດ້​ວ່າ ນາງ​ມີ​ສັດທາ ຖ້າ​ຫາກ​ວ່າ​ນາງ​ໄດ້​ບາຍ​ແຄມ​ເສື້ອ​ຄຸມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ​ແລ້ວ​ນາງ​ຈະ​ຫາຍ​ດີ. ​ເມື່ອ​ນາງ​ໄດ້​ເຮັດ, ນາງ​ກໍ​ຫາຍ​ດີ​ໃນ​ທັນ​ໃດ. ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່​ກຳລັງ​ຍ່າງ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ, ​ໄດ້​ຖາມ​ວ່າ, “ຜູ້​ໃດ​ບາຍ​ເຮົາ?”

ເປ​ໂຕ​ໄດ້​ຕອບ​ວ່າ ກໍ​ແມ່ນ​ປະຊາຊົນ​ທີ່​ແໜ້ນໜາ ກຳລັງ​ບຸບຽດ​ພຣະອົງ.

“ແລະ ພຣະ​ເຢ​ຊູ​ໄດ້​ກ່າວວ່າ, ຜູ້​ໜຶ່ງ​ໄດ້​ບາຍ​ເຮົາ: ດ້ວຍ​ວ່າ ເຮົາ​ຮູ້​ສຶກ​ວ່າ ລິດເດດ​ໄດ້​ຊວ່ານ​ອອກ​ຈາກ​ເຮົາ​ໄປ.”

ຮາກ​ຄຳ​ສຳລັບ ລິດ​ເດດ ອາດ​ຖືກ​ແປ​ງ່າຍໆ​ວ່າ “ພະລັງ.” ​ໃນ​ພາສາ​ສະ​ເປນ ​ແລະ ປອກຕູ​ການ, ມັນ​ຖືກ​ແປ​ວ່າ “ພະລັງ.” ​ເຖິງ​ແມ່ນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ບໍ່​ໄດ້​ເຫັນ​ນາງ, ​ແລະ ກໍ​ບໍ່​ໄດ້​ເອົາ​ໃຈ​ໃສ່​ກັບ​ຄວາມ​ຕ້ອງການ​ຂອງ​ນາງ, ​ແຕ່​ນາງ​ມີ​ສັດທາ​ເຫລືອ​ລົ້ນ ຈົນ​ວ່າ ພຽງ​ແຕ່​ໄດ້​ບາຍ​ແຄມ​ເສື້ອ​ຄຸມ​ເທົ່າ​ນັ້ນ ກໍ​ໄດ້​ຮັບ​ພະລັງ​ແຫ່ງ​ການ​ປິ່ນປົວ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າ​ແລ້ວ.

ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ກ່າວ​ກັບ​ນາງ​ວ່າ, “ລູກ​ຍິງ​ເອີຍ, ສັດ​ທາ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ: ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ.”7

ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ກ່ຽວ​ກັບ​ເລື່ອງ​ນີ້ ​ໃນ​ຕະຫລອດຊີວິດ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຮັບ​ຮູ້​ວ່າ ການ​ອະທິຖານ​ ​ແລະ ການ​ອ້ອນວອນ​ສ່ວນ​ຕົວຂອງ​ເຮົາ ຕໍ່​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ທີ່​ຊົງ​ຮັກ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ ສາມາດ​ນຳ​ພອນ​ມາສູ່​ຊີວິດ​ຂອງ​ເຮົາ ​ເກີນ​ກວ່າ​ເຮົາ​ສາມາດ​ເຂົ້າ​ໃຈ​ໄດ້. ພື້ນ​ຖານ​ແຫ່ງ​ສັດທາ, ສັດທາ​ຢ່າງ​ທີ່​ຍິງ​ຄົນ​ນີ້ ໄດ້​ສາທິດ​, ຄວນ​ເປັນຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າ​ໃນ​ໃຈ​ຂອງ​ເຮົາ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ພື້ນຖານ​ທຳ​ອິດ​ແຫ່ງ​ສັດທາ, ​ແມ່ນ​ແຕ່​ໄດ້​ຮັບ​ການ​ຢືນຢັນ​ທາງ​ວິນ​ຍານ ກໍ​ບໍ່​ໝາຍ​ຄວາມ​ວ່າ ​ເຮົາ​ຈະ​ບໍ່​ປະ​ເຊີນ​ກັບ​ການ​ທ້າ​ທາຍ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່ພຣະກິດ​ຕິ​ຄຸນ ກໍ​ບໍ່​ໝາຍ​ຄວາມ​ວ່າ ບັນຫາ​ທັງ​ໝົດ​ຈະ​ຖືກ​ແກ້​ໄຂ.

ປະຫວັດສາດ​ໃນ​ຕອນ​ເລີ່ມຕົ້ນ​ຂອງ​ສາດສະໜາ​ຈັກ ​ແລະ ການ​ເປີດ​ເຜີຍ​ທີ່​ຖືກ​ບັນທຶກ​ໄວ້ ​ໃນ​ Doctrine and Covenants ມີ​ຕົວຢ່າງ​ທີ່​ດີ​ເລີດ ​ເຖິງ​ການວາງ​ພື້ນ​ຖານ​ແຫ່ງ​ສັດທາ ​ແລະ ​ເຖິງ​ການ​ຈັດການ​ກັບ​ການ​ປ່ຽນ​ແປງ​ຊີວິດ ​ແລະ ການ​ທ້າ​ທາຍ ທີ່​ທຸກ​ຄົນ​ປະ​ເຊີນ.

ການ​ສຳ​ເລັດພຣະວິຫານ​ເຄີດ​ແລນ ​ເປັນ​ພື້ນ​ຖານ​ໃຫ້​ແກ່​ທັງ​ສາດສະໜາຈັກ​. ມັນ​ຕິດຕາມ​ດ້ວຍ ພຣະວິນ​ຍານ​ທີ່​ຖືກ​ຖອກ​ເທ​ລົງ​ມາ, ການ​ເປີດ​ເຜີຍ​ຄຳ​ສອນ, ​ແລະ ການ​ຟື້ນ​ຟູ​ຂໍ​ກະ​ແຈ​ທີ່​ສຳຄັນ ສຳລັບການ​ກໍ່ຕັ້ງ​ສາດສະໜາ​ຈັກ. ​ເຊັ່ນ​ດຽວ​ກັນກັບ​ກຸ່ມ​ອັກຄະ​ສາວົກ​ໃນ​ສະ​ໄໝ​ບູຮານ ​ໃນ​ວັນ​ເພັນ​ເຕ​ຄໍ​ສະ​ເຕ, ສະມາຊິກ​ຫລາຍ​ຄົນ​ໄດ້​ຮັບ​ປະສົບ​ການ​ທາງ​ວິນ​ຍານ​ທີ່​ໜ້າ​ອັດສະຈັນ​ໃຈ ຕອນ​ອຸທິດ​ພຣະວິຫານ​ເຄີດ​ແລນ.8 ​ແຕ່ ​ໃນ​ຊີວິດ​ຂອງ​ເຮົາ​ເອງ, ສິ່ງ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ ​ເຮົາ​ຈະ​ບໍ່​ປະ​ເຊີນ​ກັບ​ການ​ທ້າ​ທາຍ ຫລື ຄວາມ​ຫຍຸ້ງຍາກ ​ໃນ​ອະນາຄົດ. ສະມາຊິກ​ລຸ້ນທຳ​ອິດ​ກໍ​ບໍ່​ຮູ້​ເລີຍ​ວ່າ ​ເຂົາ​ເຈົ້າຈະ​ຕ້ອງ​ປະ​ເຊີນ​ກັບ​ວິກິດ ທາງດ້ານ​ການ​ເງິນ ​ໃນ​ສະຫະລັດ—ຄວາມ​ຕື່ນຕົກ​ໃຈ ​ໃນ​ປີ 1837—ໄດ້​ທົດ​ສອບ​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ.9

ຕົວຢ່າງ​ໜຶ່ງ​ຂອງ​ການ​ທ້າ​ທາຍ ທີ່​ກ່ຽວ​ພັນ​ກັບ​ວິ​ກິດ​ ທາງ​ດ້ານ​ການ​ເງິນ ​ແມ່ນ​ເກີດ​ຂຶ້ນກັບ​ແອວເດີ ພາລີ ພີ ​ພະແຣດ, ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຄົນ​ໜຶ່ງ​ຂອງ​ການ​ຟື້ນ​ຟູ. ​ເພິ່ນ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມທຳ​ອິດ​ຂອງ​ອັກຄະ​ສາວົກ​ສິບ​ສອງ. ​ໃນຕົ້ນປີ 1837, ພັນ​ລະ​ຍາ​ທີ່​ຮັກ​ຂອງ​ເພິ່ນ, ນາງແຕ້ງຟູລ໌, ​ໄດ້​ເສຍ​ຊີວິດ​ໄປ ຫລັງ​ຈາກ​ການ​ຄອດ​ລູກ​ຄົນ​ທຳ​ອິດ​ຂອງ​ພວກ​ເພິ່ນ. ພາ​ລີ ​ແລະ ນາງ​ແຕ້ງຟູລ໌ ​ໄດ້​ແຕ່ງງານ​ກັນ​​ເກືອບ​ເຖິງ 10 ປີ, ​ແລະ ການ​ຕາຍ​ຂອງ​ນາງ ​ໄດ້​ເຮັດ​ໃຫ້​ເພິ່ນໂສກ​ເສົ້າ​ຫລາຍ.

ສອງ​ສາມ​ເດືອນ​ຈາກ​ນັ້ນ, ​ແອວເດີ ພະແຣດ ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ທີ່​ສຸດ ​ໃນ​ສາດສະໜາ​ຈັກ. ​ໃນ​ລະຫວ່າງ​ທີ່​ປະ​ເທດ​ຊາດ​ເກີດ​ວິກິດ, ມີ​ບັນຫາ​ເລື່ອງ​ເສດຖະກິດ​​ໃນ​ທ້ອງ​ຖິ່ນ—ຮ່ວມ​ທັງ​ການ​ຂາຍ​ທີ່​ດິນ​ ​ແລະ ການ​ດີ້ນ​ລົນ​ຂອງ​ສະ​ຖາ​ບັນ​ການ​ເງິນ​ ຊຶ່ງ​ຕັ້ງຂຶ້ນ​ໂດຍ​ໂຈ​ເຊັບ ສະ​ມິດ ​ແລະ ຄົນ​ອື່ນໆ​ຂອງ​ສາດສະໜາ​ຈັກ—​ໄດ້​ສ້າງ​ຄວາມ​ບໍ່​ປອງ​ດອງ ​ແລະ ການ​ຂັດ​ແຍ້ງກັນ​ຂຶ້ນ ​ໃນ​ເມືອງ​ເຄີດ​ແລນ. ຜູ້ນຳ​ຂອງ​ສາດສະໜາ​ຈັກ​ກໍ​ບໍ່​ໄດ້​ຕັດສິນ​ໃຈ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະ​ເໝີ ​ໃນ​ເລື່ອງ​ທາງ​ໂລກ ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ພາ​ລີ ກໍ​ໄດ້​ສູນ​ເສຍ​ເງິນ​ຫລາຍ​ສົມຄວນ ​ແລະ ​ໃນ​ໄລຍະ​ໜຶ່ງ ​ເພິ່ນ​ໄດ້​ຜິດ​ໃຈ​ກັບ​ສາດສະດາ​ໂຈເຊັບ.10 ​ເພິ່ນ​ໄດ້​ຂຽນ​ບົດ​ຄວາມ​ກ່າວວິຈານ​ໂຈ​ເຊັບຢ່າງ​ໜັກ ​ແລະ ​ໄດ້​ກ່າວ​ຕ້ານ​ເພິ່ນຈາກ​ແທ່ນ​ປາ​ໄສ. ​ໃນ​ເວລາ​ດຽວ​ກັນ, ພາ​ລີ ​ໄດ້​ກ່າວ​ວ່າ ​ເພິ່ນ​ຍັງ​ເຊື່ອ​ໃນ​ພຣະຄຳ​ພີ​ມໍ​ມອນ ​ແລະ Doctrine and Covenants ຢູ່.11

ແອວເດີ ​ພະແຣດ ​ໄດ້​ສູນ​ເສຍ​ພັນ​ລະ​ຍາ​, ທີ່​ດິນ, ​ແລະ ບ້ານ​ເຮືອນ​ຂອງ​ເພິ່ນ. ພາລີ, ​ໂດຍ​ທີ່​ບໍ່​ໄດ້​ບອກ​ກ່າວ​ໂຈເຊັບ, ​ໄດ້​ໜີ​ໄປ​ລັດ ມີ​ເຊີຣີ. ​ໃນ​ລະຫວ່າງ​ທາງ, ​ເພິ່ນ​ໄດ້​ພົບ​ກັບ​ອັກຄະ​ສາວົກ​ສອງ​ຄົນ ທອມມັສ ບີ ມາສ໌ ​ແລະ ​ເດວິດ ​ແພດເຕັນ ໂດຍບໍ່​ຄາດ​ຄິດ, ຜູ້​ທີ່​ກຳລັງ​ເດີນທາງກັບ​ໄປ​ເມືອງ​ເຄີດ​ແລນ. ​ພວກ​ເພິ່ນຮູ້ສຶກ​ເຖິງ​ຄວາມ​ຈຳ​ເປັນ ທີ່​ຕ້ອງ​ນຳ​ຄວາມ​ປອງ​ດອງ​ຄືນ​ມາສູ່​ກຸ່ມ​ອັກຄະ​ສາວົກ ​ແລະ ​ໄດ້​ຊັກຊວນ ພາລີ ​ໃຫ້​ກັບຄືນ​ໄປ​ກັບ​ພວກ​​ເພິ່ນ. ​ພາລີ ​ຮັບ​ຮູ້​ວ່າ ບໍ່​ມີ​ຄົນ​ໃດ​ທີ່​ສູນ​ເສຍ​ຫລາຍ​ກວ່າ​ໂຈເຊັບ ສະ​ມິດ ​ແລະ ຄອບຄົວ​ຂອງ​ເພິ່ນ.

ພາລີ​ໄດ້​ໄປ​ຫາ​ສາດສະ​ດາ, ຮ້ອງ​ໄຫ້, ​ແລະ ສາລະພາບ​ວ່າ ​ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່ຜິດ. ຫລາຍ​ເດືອນ​ຫລັງ​ຈາກ​ນາງແຕ້ງຟູລ໌ ພັນ​ລະ​ຍາ​ຂອງ​ເພິ່ນ​ໄດ້​ເສຍ​ຊີວິດ​ໄປ, ພາລາ​ໄດ້​ຕົກ​ “ຢູ່​ໃນ​ຄວາມ​ມືດ” ​ແລະ ​ໄດ້​ຖືກ​ຄອບ​ງຳ​ໂດຍຄວາມ​ຢ້ານ​ກົວ ​ແລະ ຄວາມ​ຜິດ​ຫວັງ.12 ໂຈ​ເຊັບ, ​ໂດຍ​ທີ່​ຮູ້​ວ່າ ການ​ປະ​ເຊີນ​ກັບການ​ກົງກັນ​ຂ້າມ ​ແລະ ການ​ລໍ້​ລວງ ​ເປັນ​ຈັ່ງ​ໃດ “ຈຶ່ງ​ໄດ້​ອະ​ໄພ​ໃຫ້” ພາລີ, ​ໄດ້​ອະທິຖານ​ເພື່ອ​ເພິ່ນ ​ແລະ ອວຍ​ພອນ​ເພິ່ນ.13 ພາລີ ​ແລະ ຄົນ​ອື່ນໆ ຜູ້​ທີ່​ຊື່ສັດ​ຕໍ່​ໄປ ​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ການ​ທ້າ​ທາຍ​ຢູ່​ໃນ​ເມືອງ​ເຄີດ​ແລນ. ​ພວກ​ເພິ່ນ​ໄດ້​ຮັບ​ປັນຍາ​ຫລາຍ​ຂຶ້ນ ​ແລະ ກາຍ​ເປັນ​ຜູ້​ມີກຽດ ​ແລະ ມີ​ຄຸນ​ນະ​ທຳ. ປະສົບ​ການ​ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ພື້ນຖານ​ແຫ່ງ​ສັດທາ​ຂອງ​ພວກ​ເພິ່ນ.

ຄວາມ​ຍາກ​ລຳບາກ ບໍ່​ຄວນ​ຖືກ​ເບິ່ງ​ວ່າ ​ເປັນ​ສິ່ງ​ທີ່​ບໍ່​ໂປດ​ປານ​ຈາກ​ພຣະຜູ້​ເປັນ​ເຈົ້າ ຫລື ​ເປັນ​ການຖອນ​ພອນ​ຂອງ​ພຣະອົງ. ການກົງ​ກັນຂ້າມ​ໃນ​ທຸກ​ສິ່ງ ​ເປັນ​ພາກສ່ວນ​ໃນ​ການ​ຫລໍ່​ຫລອມ​ເຮົາ ​ເພື່ອ​ຕຽມ​ສຳລັບ​ຈຸດໝາຍ​ປາຍທາງ​ຊັ້ນສູງ​ແຫ່ງນິ​ລັນດອນ.14 ​ຕອນ​ສາດສະດາ​ໂຈ​ເຊັບ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ, ພຣະຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ທີ່​ກ່າວ​ກັບ​ເພິ່ນ ​ໄດ້​ບັນຍາຍ​ເຖິງ​ການ​ທ້າ​ທາຍ​ໃນ​ທຸກ​ຮູບ​ແບບ—ຮ່ວມ​ທັງ​ຄວາມທຸກ​ຍາກ​ລຳບາກ, ການ​ຖືກ​ກ່າວ​ຫາ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ—​ແລະ ສະຫລຸບ​ດ້ວຍ ຄຳ​ວ່າ:

ຖ້າ​ຫາກ​ປາກ​ນະ​ລົກ​ຈະ​ເປີດ​ກວ້າງ​ງັບ​ເອົາ​​ເພິ່ນ ຂໍ​ໃຫ້​ເພິ່ນ​ຮູ້​ໄວ້​ວ່າ ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້​ ຈະ​ເປັນ​ປະ​ສົບ​ການ​ໃຫ້​ແກ່​ເພິ່ນ, ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເພິ່ນ.

ບຸດ​ມະ​ນຸດ​ໄດ້​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດ. ​ເພິ່ນຍິ່ງ​ໃຫຍ່​ກວ່າ​ພຣະ​ອົງ​ບໍ?15

ພຣະຜູ້​ເປັນ​ເຈົ້າ, ​ໃນ​ຄຳ​ແນະນຳ​ຕໍ່​ໂຈເຊັບ ສະມິດ, ​ຍັງ​ບອກ​ຢ່າງ​ແຈ່ມ​ແຈ້ງວ່າ ວັນ​ເວລາ​ຂອງ​ເພິ່ນ ​ໄດ້​ຖືກ​ຮັບ​ຮູ້ ​ແລະ ຈະ​ບໍ່​ຖືກ​ນັບ​ໃຫ້​ໜ້ອຍ​ລົງ. ສຸດ​ທ້າຍພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ບໍ່​ໃຫ້​ຢ້ານ​ກົວ​ສິ່ງ​ທີ່​ມະ​ນຸດ​ສາ​ມາດ​ເຮັດ​ໄດ້, ເພາະ​ພຣະ​ເຈົ້າ​ຈະ​ຢູ່​ກັບ​ເພິ່ນຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.16

ແລ້ວ​ແມ່ນ​ຫຍັງ​ຄືພອນ​ແຫ່ງ​ສັດທາ? ສັດທາ​ບັນລຸ​ຫຍັງ​ແດ່? ຄຳ​ຕອບ​ແມ່ນ​ເກືອບ​ບໍ່​ມີ​ທີ່​ສຸດ:

ບາບ​ຂອງ​ເຮົາສາ​ມາດ​ຖືກ​ອະ​ໄພ​ໃຫ້​ໄດ້ ເພາະ​ສັດ​ທາ​ໃນ​ພຣະ​ຄຣິດ.17

ເມື່ອ​ຫລາຍ​ຄົນ​ມີ​ສັດ​ທາ ກໍຍ່ອມ​ມີ​ການ​ພົວ​ພັນ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.18

ຄວາມ​ລອດ​ຂອງ​ເຮົາ​ມີ​ມາ ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ.19

ເຮົາ​ໄດ້​ຮັບ​ກຳ​ລັງ​ອີງ​ຕາມ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຣິດ.20

ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ນອກ​ຈາກ​ຜູ້​ທີ່​ໄດ້​ຊຳ​ລະ​ລ້າງ​ອາ​ພອນ​ຂອງ​ເຂົາ​ໃຫ້​ສະ​ອາດ​ແລ້ວ​ ດ້ວຍ​ໂລ​ຫິດ​ຂອງ​ພຣະ​ຄຣິດ ເພາະ​ສັດ​ທາ​ຂອງ​ເຂົາ.21

ຄຳ​ອະ​ທິ​ຖານ​ໄດ້​ຮັບ​ຄຳ​ຕອບ ອີງ​ຕາມ​ສັດ​ທາ.22

ຖ້າ​ຫາກ​ບໍ່​ມີ​ສັດ​ທາ​ໃນ​ບັນ​ດາ​ມະ​ນຸດ, ພຣະ​ເຈົ້າ​ຈະ​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ບັນ​ດາ​ພວກ​ເຂົາ​ບໍ່​ໄດ້.23

ໃນ​ທີ່​ສຸດ, ສັດທາ​ຂອງ​ເຮົາ​ໃນ​ພຣະ​ເຢຊູ​ຄຣິດ ຈະ​ເປັນ​ພື້ນ​ຖານ​ອັນ​ຈຳ​ເປັນ​ສຳລັບ​ຄວາມ​ລອດ​ນິລັນດອນ ​ແລະ ຄວາມ​ສູງ​ສົ່ງ​ຂອງ​ເຮົາ. ດັ່ງ​ທີ່​ຮີ​ລາມັນ​ໄດ້​ສອນ ພວກ​ລູກ​ຊາຍ​ຂອງ​ເພິ່ນ​ວ່າ, “ຈົ່ງ​ຈື່​ຈຳ​ໄວ້​ວ່າ ລູກ​ຕ້ອງ​ສ້າງ​ພື້ນ​ຖານ​ຂອງ​ລູກ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ … , ຊຶ່ງ​ເປັນ​ພື້ນ​ຖານ​ທີ່​ແໜ້ນ​ໜາ, ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້.”24

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ສຳລັບ​ສິ່ງ​ຄຸ້ມ​ກັນ​ພື້ນ​ຖານ​ແຫ່ງ​ສັດທາ ທີ່​ມາ​ຈາກ​ກອງ​ປະຊຸມ​ນີ້. ຂ້າພະ​ເຈົ້າຫວັງ​ວ່າ ​ເຮົາ​ຈະ​ເສຍ​ສະລະ ​ແລະ ຖ່ອມຕົວ ຊຶ່ງ​ຈຳ​ເປັນ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພື້ນ​ຖານ​ແຫ່ງ​ສັດທາ​ຂອງ​ເຮົາ ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ພຣະອົງ ດ້ວຍ​ຄວາມ​ແນ່ນອນ​ໃຈ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ເບິ່ງ Malcolm Gladwell, Outliers: The Story of Success (2008), 40. He is quoting neurologist Daniel Levitin.

  2. ຂ່າວ​ມໍລະນະ​ກຳ​ຂອງ of Bryant Hinckley Wadsworth, Deseret News, Jan. 15, 2017, legacy.com/obituaries/deseretnews.

  3. ເບິ່ງ 2 ນີ​ໄຟ 28:30. ​ເຮົາ​ບໍ່​ໄດ້​ຮັບ​ຄວາມ​ຮູ້​ທັງ​ໝົດກ່ຽວ​ກັບ​ສິ່ງນີ້ ຫລື ຮູ້​ຫລັກ​ທຳ​ທັງ​ໝົດ​ກ່ຽວ​ກັບ​ສິ່ງ​ນີ້. ມັນ​ຈະ​ມາ​ເຖິງ​ຕອນ​ເຮົາ​ຕ້ອງການ: ​ເປັນ​ບັນທັດ ​ແລະ ​ເປັນ​ຂໍ້​ເລັກໆ​ໜ້ອຍໆ.

  4. ໃນ​ສະບັບ​ຊຸດທຳ​ອິດ​ຂອງ​ພຣະຄຳ​ພີ​ມໍ​ມອນ, ພິມ​ໃນ​ປີ 1830, ສາດສະດາ​ໂຈເຊັບ ສະມິດ ​ໄດ້​ຂຽນ​ວ່າ, “ຂ້າພະ​ເຈົ້າຂໍ​ແຈ້ງ​ໃຫ້​ທ່ານ​ຊາບ​ວ່າ ຂ້າພະ​ເຈົ້າ​ໄດ້​ແປ, ​ໂດຍ​ຜ່ານຂອງ​ປະທານ​ ​ແລະ ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ” (ເບິ່ງ ຄຳ​ນຳ​ຂອງ​ພຣະຄຳ​ພີ​ມໍ​ມອນ [1830]). ສະບັບ​ຊຸດ​ຕໍ່ໆ​ມາ​ຂອງ​ພຣະຄຳ​ພີ​ມໍ​ມອນ ກໍ​ມີ​ຂໍ້ຄວາມ​ທີ່​ຄ້າຍຄື​ກັນນັ້ນ ທີ່​ວ່າ: “​ແຜ່ນ​ຈາລຶກ​ໄດ້​ຖືກ​ມອບ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ​ເປັນ​ຜູ້​ແປ​ໂດຍ​ຜ່ານ​ຂອງ​ປະທານ ​ແລະ ອຳນາດ​ຂອງ​ພຣະ​ເຈົ້າ” (ເບິ່ງ ຄຳ​ນຳຂອງ​ພຣະຄຳ​ພີ​ມໍ​ມອນ [2013]).

  5. ອໍສັນ ພະແຣັດ ຈື່​ໄດ້​ວ່າ ​ເພິ່ນ​ໄດ້​ຢູ່​ຫລາຍ​ເທື່ອ​ຕອນ​ໂຈ​ເຊັບ ສະ​ມິດ ​ແປ​ພຣະຄຳ​ພີ​ໃໝ່ ​ແລະ ​ປະຫລາດ​ໃຈ​ວ່າ ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ບໍ່​ໄດ້​ໃຊ້​ເຄື່ອງມື ​ໃນ​ການ​ແປ​​ນັ້ນ. “​ໂຈ​ເຊັບ, ຄື​ກັບ​ວ່າ ​ເພິ່ນ​ອ່ານ​ຄວາມ​ຄິດ​ຂອງ​ອໍ​ສັນ​ໄດ້, ຈຶ່ງ​ໄດ້​ຫລຽວ​ຂຶ້ນ ​ແລະ ​ໄດ້​ອະທິບາຍ​ວ່າ ພຣະຜູ້​ເປັນ​ເຈົ້າ​ໄດ້​ມອບ​ອູລີມ ​ແລະ ທຸມ​ມີມ ​ໃຫ້​ເພິ່ນ ຕອນ​ທີ່​ເພິ່ນ​ບໍ່​ມີ​ປະສົບ​ການ​ ​ໃນ​ພຣະວິນ​ຍານ​ແຫ່ງ​ການ​ດົນ​ໃຈ. ​ແຕ່​ບັດ​ນີ້ ​ເພິ່ນ​ຮູ້ຈັກ​ຫລາຍ​ແລ້ວ ​ເຖິງ​ຂັ້ນທີ່​ເພິ່ນ​ເຂົ້າ​ໃຈ​ການ​ທຳ​ງານ​ຂອງ​ພຣະວິນ​ຍານ​ນັ້ນ, ​ແລະ ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ສິ່ງ​ຊ່ວຍ​ແປ” (“Two Days’ Meeting at Brigham City, June 27 and 28, 1874,” Millennial Star, Aug. 11, 1874, 499; ​ເບິ່ງ Richard E. Turley Jr., Robin S. Jensen, and Mark Ashurst-McGee, “Joseph the Seer,” Liahona, Oct. 2015, 10–17) ນຳ​ອີກ.

  6. ປະທານ​ເຜີຍ​ແຜ່ ​ແມ່ນ​ແອວ​ເດີ ​ແມຣີອອນ ດີ ​ແຮ້ງສ໌, ຜູ້​ໄດ້​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຄື​ກັນ.

  7. ເບິ່ງ ລູກາ 8:43–48.

  8. ເບິ່ງ ກິດຈະການ 2.

  9. ເບິ່ງ ໂມ​ໄຊ​ຢາ 2:36–37; ເບິ່ງ Henry B. Eyring, “Spiritual Preparedness: Start Early and Be Steady,” Liahona, Nov. 2005, 38 ນຳ​ອີກ ທີ່​ວ່າ: “ດັ່ງນັ້ນ, ການ​ທົດ​ສອບ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ຊີວິດ ​ແມ່ນ​ເພື່ອ​ຈະ​ໄດ້​ເຫັນ​ວ່າ ​ເຮົາ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າຫລື​ບໍ່ ​ໃນ​ທ່າມກາງມໍ​ລະ​ສຸມ​ແຫ່ງ​ຊີວິດ. ມັນ​ບໍ່​ແມ່ນ​ການ​ອົດທົນ​ກັບ​ມໍ​ລະ​ສຸມ, ​ແຕ່​ແມ່ນ​ການ​ເລືອກ ທີ່​ຖືກຕ້ອງ​ຂະນະ​ທີ່​ປະ​ເຊີນ​ກັບ​ມໍ​ລະ​ສຸມ. ​ແລະ ຄວາມ​ເສົ້າ​ສະຫລົດ​ໃຈ​ຂອງ​ຊີວິດ​ຈະ​ມາ​ເຖິງ ຖ້າ​ຫາກທົດ​ສອບ​ບໍ່​ຜ່ານ ​ແລະ ການສອບ​ຕົກ​ນັ້ນ ຈະ​ເຮັດ​ໃຫ້​ເຮົາ​ບໍ່​ສາມາດ​ກັບ​ຄືນ​ໄປ​ບ້ານ​ແຫ່ງ​ສະຫວັນ​ຂອງ​ເຮົາ.”

  10. ເບິ່ງ Terryl L. Givens and Matthew J. Grow, Parley P. Pratt: The Apostle Paul of Mormonism (2011), 91–98; volume introduction and introduction to part 5, The Joseph Smith Papers, Documents, Volume 5: October 1835–January 1838, ed. Brent M. Rogers and others (2017), xxviii–xxxi, 285–93.

  11. ເບິ່ງ “Letter from Parley P. Pratt, 23 May 1837,” in The Joseph Smith Papers, Documents, Volume 5: October 1835–January 1838, 386–91.

  12. ເບິ່ງ “History of John Taylor by Himself,” 15, in Histories of the Twelve, 1856–1858, 1861, Church History Library; Givens and Grow, Parley P. Pratt, 101–2.

  13. ເບິ່ງ The Autobiography of Parley P. Pratt, ed. Parley P. Pratt Jr. (1874), 183–84.

  14. ເບິ່ງ 2 ນີ​ໄຟ 2:11.

  15. ເບິ່ງ Doctrine and Covenants 122:7–8.

  16. ເບິ່ງ Doctrine and Covenants 122:9.

  17. ເບິ່ງ ເອໂນດ 1:5–8.

  18. ເບິ່ງ ເຈຣອມ 1:4.

  19. ເບິ່ງ ໂມ​ໂຣ​ໄນ 7:26, 38.

  20. ເບິ່ງ ແອວ​ມາ 14:26.

  21. ເບິ່ງ 3 ນີ​ໄຟ 27:19.

  22. ເບິ່ງ ໂມ​ໂຣ​ໄນ 7:26.

  23. ເບິ່ງ ອີ​ເທີ 12:12.

  24. ຮີລາມັນ 5:12.