ກັບຄືນ ແລະ ຮັບເອົາ
ການກັບຄືນສູ່ທີ່ປະທັບຂອງພຣະເຈົ້າ ແລະ ຮັບເອົາພອນນິລັນດອນທີ່ມາຈາກການເຮັດ ແລະ ການຮັກສາພັນທະສັນຍາ ຄືເປົ້າໝາຍທີ່ສຳຄັນທີ່ສຸດທີ່ເຮົາສາມາດຈັດຕັ້ງໄດ້.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ມັນເປັນໜ້າທີ່ມອບໝາຍຂອງຂ້າພະເຈົ້າທີ່ຈະກ່າວຕໍ່ທ່ານ ແລະ ໜ້າທີ່ມອບໝາຍຂອງທ່ານກໍແມ່ນ ທີ່ຈະຮັບຟັງ. ຂ້າພະເຈົ້າຫວັງວ່າຈະສຳເລັດເປົ້າໝາຍຂອງຂ້າພະເຈົ້າກ່ອນທີ່ທ່ານຈະສຳເລັດເປົ້າໝາຍຂອງທ່ານ. ຂ້າພະເຈົ້າຈະເຮັດໃຫ້ດີ ຈົນສຸດຄວາມສາມາດ.
ຕະຫລອດຫລາຍປີທີ່ຜ່ານມາ, ຂ້າພະເຈົ້າໄດ້ສັງເກດເຫັນວ່າ ຄົນທີ່ມີຜົນສຳເລັດຫລາຍທີ່ສຸດໃນໂລກນີ້ ຄືຜູ້ທີ່ມີວິໄສທັດສຳລັບຊີວິດຂອງຕົນ, ພ້ອມດ້ວຍເປົ້າໝາຍທີ່ຈະຊ່ວຍໃຫ້ເຂົາເຈົ້າເອົາໃຈໃສ່ວິໄສທັດຂອງຕົນ ແລະ ມີຍຸດທະວິທີ ທີ່ຈະຊ່ວຍໃຫ້ເຂົາເຈົ້າບັນລຸຜົນສຳເລັດ. ການທີ່ຮູ້ວ່າທ່ານຈະໄປໄສ ແລະ ວິທີທີ່ທ່ານຄາດຈະໄປເຖິງທີ່ນັ້ນ ສາມາດນຳຄວາມໝາຍ, ຈຸດປະສົງ, ແລະ ຄວາມສຳເລັດຜົນມາສູ່ຊີວິດໄດ້.
ບາງຄົນມີບັນຫາໃນການຈຳແນກລະຫວ່າງເປົ້າໝາຍ ແລະ ແຜນການຈົນກວ່າເຂົາເຈົ້າຮຽນຮູ້ວ່າ ເປົ້າໝາຍຄືຈຸດໝາຍປາຍທາງ ຫລື ບ່ອນສຸດ, ໃນເມື່ອ ແຜນການຄືເສັ້ນທາງ ຊຶ່ງຈະພາໃຫ້ໄປເຖິງທີ່ນັ້ນ. ຍົກຕົວຢ່າງ, ເຮົາສາມາດມີເປົ້າໝາຍທີ່ຈະຂັບລົດໄປໃຫ້ເຖິງສະຖານທີ່ ທີ່ເຮົາບໍ່ຄຸ້ນເຄີຍ, ແລະ ດັ່ງທີ່ພວກເອື້ອຍນ້ອງທີ່ຮັກຮູ້ຈັກດີ, ພວກເຮົາຜູ້ຊາຍມັກຈະຄິດວ່າເຮົາຮູ້ວ່າຈະໄປເຖິງທີ່ນັ້ນແນວໃດ—ທີ່ສ່ວນຫລາຍເຮົາມັກຈະກ່າວວ່າ, “ອ້າຍຮູ້—ມັນຕ້ອງຢູ່ແຖວນີ້ແຫລະ.” ພັນລະຍາຂອງຂ້າພະເຈົ້າຄົງຍິ້ມຢູ່. ເປົ້າໝາຍນັ້ນແຈ່ມແຈ້ງດີ, ແຕ່ບໍ່ມີແຜນການດີທີ່ຈະນຳໄປສູ່ຈຸດໝາຍປາຍທາງ.
ການຈັດຕັ້ງເປົ້າໝາຍຄື “ການເລີ່ມຕົ້ນໂດຍຮູ້ວ່າ ເຮົາຢາກໃຫ້ຈຸດຈົບລົງເອີ່ຍແນວໃດ.” ແລະ ການວາງແຜນຄືການຈັດຕັ້ງວິທີທາງທີ່ຈະສຳເລັດເປົ້າໝາຍນັ້ນ. ປັດໃຈສຳຄັນໃນການບັນລຸຄວາມສຸກນັ້ນ ມາຈາກການເຂົ້າໃຈຈຸດໝາຍປາຍທາງທີ່ສຳຄັນແທ້ໆ—ແລະ ແລ້ວໃຊ້ເວລາ, ຄວາມພະຍາຍາມ, ແລະ ຄວາມຕັ້ງໃຈຂອງເຮົາ ໄວ້ກັບສິ່ງທີ່ຈະປະກອບເປັນເສັ້ນທາງທີ່ແນ່ນອນ ທີ່ຈະບັນລຸຜົນສຳເລັດນັ້ນ.
ພຣະເຈົ້າ, ພຣະບິດາເທິງສະຫວັນຂອງເຮົາ, ໄດ້ປະທານຕົວຢ່າງຂອງການຈັດຕັ້ງເປົ້າໝາຍ ແລະ ການວາງແຜນທີ່ດີພ້ອມໃຫ້ເຮົາແລ້ວ. ເປົ້າໝາຍຂອງພຣະອົງກໍຄື ທີ່ຈະກໍ່ໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງຊາຍ [ແລະ ຍິງ],”1 ແລະ ວິທີທີ່ພຣະອົງຈະສຳເລັດສິ່ງນີ້ໄດ້ກໍແມ່ນ ຜ່ານແຜນແຫ່ງຄວາມລອດ.
ແຜນຂອງພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ ແມ່ນຮ່ວມດ້ວຍ ການປະທານໃຫ້ເຮົາມີຮ່າງກາຍທີ່ຈະເຕີບໂຕ, ຂະຫຍາຍຕົວ, ຮຽນຮູ້ໃນຊີວິດມະຕະ ຊຶ່ງໂດຍທາງນັ້ນ ທີ່ເຮົາຈະສາມາດກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ການຫຸ້ມຫໍ່ວິນຍານຂອງເຮົາໃນຮ່າງກາຍມະຕະ, ດຳລົງຊີວິດຕາມຄຳສອນ ແລະ ພຣະບັນຍັດຂອງພຣະບຸດຂອງພຣະອົງ, ອົງພຣະເຢຊູຄຣິດເຈົ້າ; ແລະ ການສ້າງຄອບຄົວນິລັນດອນ ອະນຸຍາດໃຫ້ເຮົາ, ຜ່ານການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ເພື່ອບັນລຸເປົ້າໝາຍຂອງພຣະເຈົ້າ ເຖິງຄວາມເປັນອະມະຕະ ແລະ ຊີວິດນິລັນດອນສຳລັບລູກໆຂອງພຣະອົງ ໄປຢູ່ກັບພຣະອົງໃນອານາຈັກຊັ້ນສູງ.
ການຈັດຕັ້ງເປົ້າໝາຍທີ່ສະຫລາດ ຮ່ວມດ້ວຍການເຂົ້າໃຈວ່າ ເປົ້າໝາຍໄລຍະສັ້ນກໍຈະໃຊ້ການໄດ້ ຖ້າວ່າມັນນຳໄປສູ່ຄວາມເຂົ້າໃຈເປົ້າໝາຍໄລຍະຍາວນານຢ່າງແຈ່ມແຈ້ງ. ຂ້າພະເຈົ້າເຊື່ອປັດໃຈສຳຄັນທີ່ນຳໄປສູ່ຄວາມສຸກນັ້ນຄື ທີ່ຈະຮຽນຮູ້ວິທີທີ່ຈະຈັດເປົ້າໝາຍຂອງເຮົາເອງ ແລະ ຈັດຕັ້ງແຜນການຂອງເຮົາເອງ ພາຍໃນໂຄງຮ່າງຂອງແຜນນິລັນດອນຂອງພຣະບິດາເທິງສະຫວັນແນວໃດ. ຖ້າເຮົາເອົາໃຈໃສ່ເສັ້ນທາງນິລັນດອນເສັ້ນນີ້, ເຮົາຈະເໝາະສົມ ທີ່ຈະກັບຄືນໄປສູ່ທີ່ປະທັບຂອງພຣະອົງແນ່ນອນ.
ມັນເປັນສິ່ງດີທີ່ຈະມີເປົ້າໝາຍ ແລະ ແຜນການສຳລັບອາຊີບຂອງເຮົາ, ສຳລັບການສຶກສາ, ແມ່ນແຕ່ສຳລັບກິລາທີ່ເຮົາຈະຫລິ້ນດ້ວຍ. ມັນກໍສຳຄັນນຳອີກ ທີ່ຈະມີເປົ້າໝາຍສຳລັບການແຕ່ງງານ, ສຳລັບຄອບຄົວ, ແລະ ສະພາຂອງສາດສະໜາຈັກ ແລະ ການເອີ້ນຂອງເຮົາ; ສິ່ງນີ້ຍິ່ງເປັນຄວາມຈິງສຳລັບຜູ້ສອນສາດສະໜາ. ແຕ່ເປົ້າໝາຍທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນອັນດັບສູງສຸດຄວນສອດຄ່ອງກັບແຜນນິລັນດອນຂອງພຣະບິດາເທິງສະຫວັນ. ພຣະເຢຊູໄດ້ກ່າວວ່າ, “ຈົ່ງສະແຫວງຫາລາຊາອານາຈັກຂອງພຣະເຈົ້າ ແລະ ຄວາມຊອບທຳຂອງພຣະອົງເສຍກ່ອນ, ແລ້ວພຣະອົງຈະເພີ່ມສິ່ງເຫລົ່ານີ້ໃຫ້ແກ່ເຈົ້າ.”2
ຜູ້ຊ່ຽວຊານໃນການຈັດຕັ້ງເປົ້າໝາຍບອກເຮົາວ່າ ເປົ້າໝາຍນັ້ນລຽບງ່າຍ ແລະ ແຈ່ມແຈ້ງຫລາຍສັນໃດ, ມັນຍິ່ງຈະມີປະສິດທິພາບຫລາຍສັນນັ້ນ. ເມື່ອເຮົາສາມາດສະຫລຸບເປົ້າໝາຍນັ້ນໂດຍການນຳໃຊ້ຮູບພາບທີ່ແຈ້ງຊັດ, ຄຳໜຶ່ງ ຫລື ສອງຄຳທີ່ມີພະລັງ ແລະ ເຄື່ອງໝາຍ, ແລ້ວເປົ້າໝາຍນັ້ນກໍຈະກາຍເປັນພາກສ່ວນໜຶ່ງໃນຕົວເຮົາ ແລະ ຈະຊີ້ນຳເກືອບທຸກໆສິ່ງທີ່ເຮົາຄິດ ແລະ ກະທຳໄປ. ຂ້າພະເຈົ້າເຊື່ອວ່າມີສອງຄຳ ທີ່ໃນຄວາມໝາຍນີ້ ທີ່ເປັນສັນຍາລັກຂອງເປົ້າໝາຍຂອງພຣະເຈົ້າສຳລັບເຮົາ ແລະ ເປົ້າໝາຍທີ່ສຳຄັນທີ່ສຸດສຳລັບຕົວເຮົາເອງ. ຄຳເຫລົ່ານັ້ນກໍຄື ກັບຄືນ ແລະ ຮັບເອົາ.
ການ ກັບຄືນ ສູ່ທີ່ປະທັບຂອງພຣະອົງ ແລະ ຮັບເອົາ ພອນນິລັນດອນທີ່ມາຈາກການເຮັດ ແລະ ການຮັກສາພັນທະສັນຍາ ຄືເປົ້າໝາຍທີ່ສຳຄັນທີ່ສຸດທີ່ເຮົາສາມາດຈັດຕັ້ງໄດ້.
ເຮົາ ກັບຄືນ ແລະ ຮັບເອົາ ໂດຍການມີ “ສັດທາອັນບໍ່ສັ່ນສະເທືອນໃນ [ອົງພຣະເຢຊູຄຣິດ], ໂດຍໄວ້ວາງໃຈຢ່າງເຕັມທີ່ໃນ” ພຣະຄຸນຄວາມດີຂອງພຣະອົງ, “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງ ຊາຍ [ແລະ ຍິງ ທັງປວງ] … , ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ແລະ ອົດທົນຈົນເຖິງທີ່ສຸດ.”3
ລູຊິເຟີບໍ່ໄດ້ຍອມຮັບແຜນຂອງພຣະບິດາ ທີ່ໄດ້ອະນຸຍາດໃຫ້ເຮົາ ກັບຄືນ ໄປສູ່ທີ່ປະທັບຂອງພຣະອົງ ແລະ ຮັບເອົາ ພຣະພອນຂອງພຣະອົງ. ແທ້ຈິງແລ້ວ, ລູຊິເຟີໄດ້ກະບົດ ແລະ ໄດ້ພະຍາຍາມທີ່ຈະປ່ຽນແປງແຜນຂອງພຣະບິດາຂອງເຮົາ, ຢາກເອົາລັດສະໝີພາບ, ກຽດຕິຍົດ, ແລະ ອຳນາດຂອງພຣະເຈົ້າໄປເປັນຂອງມັນເອງ. ຜົນທີ່ຕາມມາກໍຄື, ມັນຖືກໄລ່ອອກໄປຈາກທີ່ປະທັບຂອງພຣະເຈົ້າ ພ້ອມດ້ວຍບໍລິວານຂອງມັນ ແລະ ໄດ້ກາຍເປັນຊາຕານ, ແມ່ນແຕ່ເປັນມານ, ບິດາຂອງຄວາມຂີ້ຕົວະທັງປວງ, ທີ່ຈະຫລອກລວງ ແລະ ເຮັດໃຫ້ຊາຍ [ແລະ ຍິງ] ຕາບອດ, ແລະ ທີ່ຈະນຳພາພວກເຂົາໄປເປັນທາດຕາມຄວາມປະສົງຂອງມັນ, ແມ່ນແຕ່ຫລາຍຕໍ່ຫລາຍຄົນທີ່ບໍ່ເຊື່ອຟັງສຸລະສຽງຂອງພຣະຜູ້ເປັນເຈົ້າ.4
ເປັນເພາະການເລືອກໃນຊີວິດກ່ອນມະຕະ, ຊາຕານຈຶ່ງບໍ່ສາມາດ ກັບຄືນ ຫລື ຮັບເອົາ. ສິ່ງດຽວທີ່ມັນຍັງເຮັດໄດ້ກໍຄື ທີ່ຈະຕໍ່ຕ້ານແຜນຂອງພຣະບິດາ ໂດຍການໃຊ້ທຸກໆການລໍ້ໃຈ ແລະ ການລໍ້ລວງທີ່ເປັນໄປໄດ້ ທີ່ຈະດຶງເຮົາລົງໄປ ແລະ ເຮັດໃຫ້ເຮົາເສົ້າສະຫລົດໃຈເໝືອນດັ່ງຕົວມັນເອງ.5 ແຜນຂອງຊາຕານ ທີ່ຈະສຳເລັດເປົ້າໝາຍທີ່ຊົ່ວຮ້າຍຂອງມັນນັ້ນກ່ຽວພັນກັບທຸກໆຄົນ, ທຸກໆລຸ້ນ, ທຸກໆວັດທະນະທຳ, ແລະ ທຸກໆສັງຄົມ. ມັນໃຊ້ສຽງດັງສະໜັ່ນ—ສຽງທີ່ສະແຫວງຫາທີ່ຈະເຮັດໃຫ້ສຽງເບົາໆຂອງພຣະວິນຍານສັກສິດມິດງຽບໄປເລີຍ ທີ່ຈະສະແດງໃຫ້ເຮົາເຫັນ “ທຸກສິ່ງ” ທີ່ເຮົາຄວນເຮັດ ເພື່ອຈະ ກັບຄືນ ແລະ ຮັບເອົາ.6
ສຽງເຫລົ່ານີ້ເປັນຂອງຜູ້ຄົນທີ່ບໍ່ສົນໃຈຄວາມຈິງຂອງພຣະກິດຕິຄຸນ ແລະ ຜູ້ທີ່ໃຊ້ອິນເຕີເນັດ, ສື່ສານມວນຊົນທັງການພິມ, ວິທະຍຸ, ໂທລະທັດ, ແລະ ພາບພະຍົນທີ່ຈະສະເໜີໃນທາງທີ່ລໍ້ລວງໃຈທາງອະທຳ, ຄວາມຮຸນແຮງ, ຄຳທີ່ຫຍາບຄາຍ, ສົກກະປົກ, ໃນທາງທີ່ດຶງເຮົາໄປຈາກເປົ້າໝາຍຂອງເຮົາ ແລະ ຈາກແຜນທີ່ເຮົາມີໄວ້ສຳລັບຊົ່ວນິລັນດອນ.
ສຽງເຫລົ່ານີ້ອາດຮ່ວມດ້ວຍບຸກຄົນທີ່ມີເຈດຕະນາດີ ຜູ້ທີ່ຖືກເຮັດໃຫ້ຕາບອດໂດຍທິດສະດີທາງໂລກຂອງຊາຍ ແລະ ຍິງ ແລະ ຜູ້ທີ່ສະແຫວງຫາທີ່ຈະທຳລາຍສັດທາ ແລະ ບິດເບືອນຈຸດເປົ້າໝາຍນິລັນດອນຂອງຜູ້ທີ່ພະຍາຍາມຈະ ກັບຄືນ ໄປສູ່ທີ່ປະທັບຂອງພຣະເຈົ້າ ແລະ ຮັບເອົາ ທຸກສິ່ງທີ່ພຣະບິດາ [ຂອງເຮົາ] ມີ.7
ຂ້າພະເຈົ້າໄດ້ພົບເຫັນວ່າ ເພື່ອຈະເອົາໃຈໃສ່ກັບ ການກັບຄືນ ແລະ ການຮັບເອົາ ພອນທີ່ຖືກສັນຍາໄວ້, ເຮົາຕ້ອງໃຊ້ເວລາຖາມຕົວເອງເປັນປະຈຳວ່າ, “ເຮົາເປັນຈັ່ງໃດ?”
ມັນກໍເປັນເໝືອນກັບການສຳພາດຢ່າງເປັນສ່ວນຕົວກັບຕົວເອງ. ແລະ ຖ້າວ່ານັ້ນຟັງແລ້ວເປັນແບບແປກໆ, ຂໍໃຫ້ຄິດເບິ່ງວ່າ: ມີໃຜໃນໂລກນີ້ທີ່ຮູ້ຈັກທ່ານດີກວ່າຕົວທ່ານເອງ? ທ່ານຮູ້ຄວາມນຶກຄິດຂອງທ່ານ, ການກະທຳສ່ວນຕົວ, ຄວາມປາດຖະໜາ ແລະ ຄວາມຝັນ, ເປົ້າໝາຍ ແລະ ແຜນການຂອງທ່ານ. ແລະ ທ່ານກໍຮູ້ດີກວ່າທຸກຄົນວ່າ ທ່ານກ້າວໄປໜ້າຕາມເສັ້ນທາງທີ່ຈະ ກັບຄືນ ແລະ ຮັບເອົາ ແນວໃດ.
ເພື່ອຈະໃຫ້ມີການຊີ້ນຳສຳລັບຕົວຂ້າພະເຈົ້າລະຫວ່າງການສຳພາດສ່ວນຕົວນີ້, ຂ້າພະເຈົ້າມັກອ່ານ ແລະ ໄຕ່ຕອງຖ້ອຍຄຳທີ່ກໍ່ໃຫ້ເກີດການທົບທວນເຖິງຊີວິດຂອງຕົນ ທີ່ພົບເຫັນຢູ່ໃນ ບົດທີຫ້າຂອງໜັງສືແອວມາ, ບ່ອນທີ່ແອວມາຖາມວ່າ: “ພວກທ່ານໄດ້ເກີດຈາກພຣະເຈົ້າທາງວິນຍານແລ້ວບໍ? ພວກທ່ານໄດ້ຮັບເອົາເງົາຂອງພຣະອົງໄວ້ໃນໃບໜ້າຂອງພວກທ່ານແລ້ວບໍ? ພວກທ່ານເຄີຍປະສົບການປ່ຽນແປງອັນຍິ່ງໃຫຍ່ນີ້ໃນໃຈຂອງພວກທ່ານແລ້ວບໍ?”8 ຄຳຖາມຂອງແອວມາເປັນສິ່ງເຕືອນໃຈວ່າ ເປົ້າໝາຍ ແລະ ແຜນການຂອງເຮົາ ຄວນຮ່ວມດ້ວຍສິ່ງໃດ ເພື່ອຈະ ກັບຄືນ ແລະ ຮັບເອົາ.
ຂໍໃຫ້ຈື່ຈຳຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ “ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ, ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.
“ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ; ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.”9
ເມື່ອເຮົາມີສັດທາຫລາຍຂຶ້ນໃນອຳນາດຂອງອົງພຣະເຢຊູຄຣິດເຈົ້າ ທີ່ຈະໃຫ້ຈິດວິນຍານຂອງເຮົາພັກຜ່ອນ ໂດຍການໃຫ້ອະໄພ, ການໄຖ່ຄວາມສຳພັນທີ່ບໍ່ສົມບູນ, ການປິ່ນປົວບາດແຜທາງວິນຍານ ທີ່ກີດກັນຄວາມກ້າວໜ້າ, ເພີ່ມຄວາມເຂັ້ມແຂງ ແລະ ເຮັດໃຫ້ເຮົາສາມາດພັດທະນາຄຸນສົມບັດຂອງພຣະຄຣິດ, ເຮົາກໍຈະຮູ້ຈັກບຸນຄຸນຂອງຄວາມຍິ່ງໃຫຍ່ຂອງການຊົດໃຊ້ຂອງອົງພຣະເຢຊູຄຣິດເຈົ້າ.10
ໃນລະຫວ່າງອາທິດຈະມາເຖິງນີ້, ຂໍໃຫ້ຊອກຫາເວລາທີ່ຈະທົບທວນເປົ້າໝາຍ ແລະ ແຜນການໃນຊີວິດຂອງທ່ານ ແລະ ຕ້ອງເຮັດໃຫ້ມັນສອດຄ່ອງກັບແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນຂອງເຮົາ. ຖ້າທ່ານຕ້ອງກັບໃຈ ແລະ ປ່ຽນແປງ, ແລ້ວກໍຂໍໃຫ້ພິຈາລະນາ ຈະເຮັດໃຫ້ມັນສອດຄ່ອງໃນເວລານີ້. ຂໍໃຫ້ໃຊ້ເວລານຶກຄິດດ້ວຍການອະທິຖານເຖິງການປ່ຽນແປງທີ່ຈຳເປັນ ເພື່ອຊ່ວຍໃຫ້ເຮົາ “ເຫັນແກ່ລັດສະໝີພາບຂອງພຣະເຈົ້າແຕ່ຢ່າງດຽວ.”11
ເຮົາຕ້ອງຮັກສາຄຳສອນ ແລະ ພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ຢູ່ໃນຈຸດໃຈກາງຂອງເປົ້າໝາຍ ແລະ ແຜນການຂອງເຮົາ. ປາດສະຈາກພຣະອົງ, ບໍ່ມີເປົ້າໝາຍນິລັນດອນໃດໆຈະເປັນໄປໄດ້, ແລະ ແຜນການຂອງເຮົາທີ່ຈະສຳເລັດເປົ້າໝາຍນິລັນດອນຈະລົ້ມເຫລວແນ່ນອນ.
ຄວາມຊ່ວຍເຫລືອເພີ່ມເຕີມອີກຢ່າງໜຶ່ງ ຄືເອກະສານ “ພຣະຄຣິດທີ່ຊົງພຣະຊົນ: ປະຈັກພະຍານຂອງອັກຄະສາວົກ,”12 ຊຶ່ງຖືກນຳສະເໜີຕໍ່ສາດສະໜາຈັກ ເມື່ອວັນທີ 1 ເດືອນມັງກອນ, 2000. ໃຫ້ວາງເອກະສານໃບນີ້ໄວ້ ຢູ່ໃນບ່ອນທີ່ທ່ານຈະສາມາດເຫັນມັນໄດ້, ແລະ ໃຫ້ໃຊ້ເວລາເພື່ອທົບທວນຄຳຖະແຫລງແຕ່ລະຂໍ້ ທີ່ມີຢູ່ໃນປະຈັກພະຍານທີ່ດົນໃຈເຖິງພຣະຄຣິດ ໂດຍພະຍານພິເສດຂອງພຣະອົງ ຜູ້ທີ່ໄດ້ລົງລາຍຊື່ໃນເອກະສານນີ້.
ຂ້າພະເຈົ້າຂໍຊຸກຍູ້ທ່ານໃຫ້ສຶກສາຄຳຖະແຫລງນີ້ຄຽງຄູ່ກັນໄປກັບເອກະສານ “ຄອບຄົວ: ການປະກາດຕໍ່ໂລກ.” ເຮົາກ່າວເລື້ອຍໆເຖິງການປະກາດກ່ຽວກັບຄອບຄົວ, ແຕ່ຂໍໃຫ້ອ່ານມັນໃນສະພາບການຂອງອຳນາດທີ່ຊ່ວຍໃຫ້ລອດຂອງພຣະຄຣິດທີ່ຊົງພຣະຊົນ. ຖ້າປາດສະຈາກພຣະຄຣິດທີ່ຊົງພຣະຊົນ, ຄວາມຄາດຫວັງທີ່ເຮົາຮັກທີ່ສຸດ ຈະບັນລຸຜົນສຳເລັດບໍ່ໄດ້. ດັ່ງທີ່ການປະກາດກ່ຽວກັບຄອບຄົວ ກ່າວວ່າ, “ແຜນແຫ່ງຄວາມສຸກຂອງພຣະເຈົ້າ ເຮັດໃຫ້ຄວາມສຳພັນຂອງຄອບຄົວຍືນຍົງຕໍ່ໄປຫລັງຈາກຄວາມຕາຍ. ພິທີການ ແລະ ພັນທະສັນຍາສັກສິດຕ່າງໆທີ່ມີໄວ້ໃນພຣະວິຫານ ໄດ້ເປີດໂອກາດໃຫ້ຄອບຄົວຢູ່ນຳກັນຊົ່ວນິລັນດອນໄດ້.”13
ສິ່ງນີ້ຈະເກີດຂຶ້ນໄດ້ເພາະພຣະຄຣິດທີ່ຊົງພຣະຊົນ ເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ທີ່ຊົດໃຊ້ຂອງໂລກເທົ່ານັ້ນ.
ໃນເລື່ອງນີ້, ທ່ານອາດພິຈາລະນາທີ່ຈະຄົ້ນຄວ້າພຣະຄຳພີນຳອີກ ເພື່ອຂະຫຍາຍຄວາມເຂົ້າໃຈຂອງທ່ານເຖິງຄວາມຈິງໂດຍສະເພາະ ທີ່ພົບເຫັນຢູ່ໃນເອກະສານ “ພຣະຄຣິດທີ່ຊົງພຣະຊົນ.”
ການອ່ານ “ພຣະຄຣິດທີ່ຊົງພຣະຊົນ” ກໍເໝືອນກັບການອ່ານປະຈັກພະຍານຂອງ ມັດທາຍ, ມາຣະໂກ, ລູກາ, ໂຢຮັນ, ແລະ ສາດສະດາຫລາຍໆທ່ານ ຈາກພຣະຄຳພີມໍມອນ. ມັນຈະເຮັດໃຫ້ສັດທາຂອງທ່ານທີ່ມີໃນພຣະຜູ້ຊ່ວຍໃຫ້ລອດເພີ່ມທະວີຂຶ້ນ ແລະ ຊ່ວຍທ່ານໃຫ້ເອົາໃຈໃສ່ພຣະອົງ ຂະນະທີ່ທ່ານເຮັດຕາມແຜນການຂອງທ່ານ ເພື່ອຈະເອື້ອມເຖິງເປົ້າໝາຍນິລັນດອນຂອງທ່ານ.
ເຖິງແມ່ນວ່າເຮົາຈະມີຄວາມຜິດພາດ, ຄວາມບົກພ່ອງ, ເດີນໄປຜິດທາງ, ແລະ ມີບາບກໍຕາມ, ການຊົດໃຊ້ຂອງພຣະຄຣິດອະນຸຍາດໃຫ້ເຮົາກັບໃຈ, ຕຽມພ້ອມທີ່ຈະ ກັບຄືນ ແລະ ຮັບເອົາ ພອນທີ່ບໍ່ມີຫຍັງທຽບເທົ່າ ທີ່ພຣະເຈົ້າໄດ້ສັນຍາໄວ້ໃຫ້—ທີ່ຈະໄດ້ຢູ່ກັບພຣະບິດາ ແລະ ພຣະບຸດ ໃນລະດັບຄວາມສູງສຸດຂອງອານາຈັກຊັ້ນສູງ.14
ບັດນີ້ຕາມທີ່ທ່ານທຸກຄົນກໍຮູ້, ບໍ່ມີໃຜຈະຫລີກລ້ຽງຄວາມຕາຍໄດ້; ສະນັ້ນ, ເປົ້າໝາຍ ແລະ ແຜນການອັນຍາວນານຂອງເຮົາ ຄວນເປັນທີ່ວ່າ ເມື່ອເຮົາ ກັບຄືນ ໄປຫາພຣະບິດາເທິງສະຫວັນຂອງເຮົາ, ເຮົາຈະ ຮັບເອົາ “ທຸກສິ່ງທີ່ພຣະອົງມີ” ທີ່ຖືກວາງແຜນໄວ້ວ່າ ຈະປະທານໃຫ້ເຮົາແຕ່ລະຄົນ.15
ຂ້າພະເຈົ້າເປັນພະຍານວ່າ ບໍ່ມີເປົ້າໝາຍໃດຢູ່ເທິງໂລກມະຕະນີ້ ຍິ່ງໃຫຍ່ໄປກວ່າທີ່ຈະໄດ້ມີຊີວິດນິລັນດອນ ຢູ່ນຳພຣະບິດາມານດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງເຮົາ, ອົງພຣະເຢຊູຄຣິດ. ແຕ່ມັນບໍ່ພຽງແຕ່ເປັນເປົ້າໝາຍ ຂອງເຮົາ ເທົ່ານັ້ນ—ມັນກໍເປັນເປົ້າໝາຍຂອງ ພວກພຣະອົງ ນຳອີກ. ພວກພຣະອົງມີຄວາມຮັກອັນຄົບບໍລິບູນໃຫ້ແກ່ເຮົາ, ມີພະລັງຫລາຍເກີນກວ່າທີ່ເຮົາຈະສາມາດເຂົ້າໃຈໄດ້. ພວກພຣະອົງຮ່ວມຢູ່ກັບເຮົາຢ່າງສົມບູນຄົບຖ້ວນ ແລະ ຕະຫລອດຊົ່ວນິລັນດອນແທ້ໆ. ເຮົາຄືວຽກງານຂອງພວກພຣະອົງ. ລັດສະໝີພາບຂອງເຮົາກໍເປັນລັດສະໝີພາບຂອງພວກພຣະອົງ. ຍິ່ງໄປກວ່າທຸກສິ່ງທັງປວງ, ພວກພຣະອົງປະສົງໃຫ້ເຮົາກັບບ້ານ—ກັບຄືນ ແລະ ຮັບເອົາ ຄວາມສຸກນິລັນດອນຢູ່ໃນທີ່ປະທັບຂອງພວກພຣະອົງ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ອີກໜຶ່ງອາທິດ ເຮົາກໍຈະສະຫລອງວັນອາທິດຕົ້ນຕານແລ້ວ—ສະຫລອງການເຂົ້າກຸງເຢຣູຊາເລັມຂອງພຣະຄຣິດຢ່າງມີໄຊ. ອີກສອງອາທິດ, ເຮົາກໍຈະສະຫລອງວັນອາທິດອິດສະເຕີ—ສະຫລອງການເອົາຊະນະຄວາມຕາຍຢ່າງມີໄຊຂອງພຣະຜູ້ຊ່ວຍໃຫ້ລອດ.
ເມື່ອເຮົາເອົາໃຈໃສ່ຕໍ່ພຣະຜູ້ຊ່ວຍໃຫ້ລອດລະຫວ່າງສອງວັນອາທິດທີ່ພິເສດເຫລົ່ານີ້, ຂໍໃຫ້ເຮົາລະນຶກເຖິງພຣະອົງ ແລະ ຕໍ່ຄຳໝັ້ນສັນຍາຊົ່ວຊີວິດຂອງເຮົາ ທີ່ຈະຮັກສາພຣະບັນຍັດຂອງພຣະອົງ. ຂໍໃຫ້ເຮົາຈົ່ງທົບທວນຊີວິດຂອງເຮົາເອງຢ່າງເລິກຊຶ້ງ, ຈັດຕັ້ງເປົ້າໝາຍຂອງເຮົາ ແລະ ເຈາະຈົງແຜນການຂອງເຮົາໃຫ້ເຂົ້າຮ່ວມກັນກັບແຜນຂອງພຣະເຈົ້າ ໃນວິທີທາງທີ່ໃນທີ່ສຸດ ຈະນຳໄປສູ່ສິດທິພິເສດທີ່ລ້ຳຄ່າຂອງເຮົາ ທີ່ຈະ ກັບຄືນ ແລະ ຮັບເອົາ—ຊຶ່ງນີ້ເປັນຄຳອະທິຖານທີ່ຖ່ອມຕົວຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.