ພາສາແຫ່ງພຣະກິດຕິຄຸນ
ການສອນອັນມີພະລັງນັ້ນສຳຄັນຍິ່ງ ເພື່ອຮັກສາພຣະກິດຕິຄຸນໄວ້ໃນຄອບຄົວຂອງເຮົາ, ແລະ ເຮົາຕ້ອງມີຄວາມພາກພຽນ ແລະ ຄວາມພະຍາຍາມອີກດ້ວຍ.
ເມື່ອຂ້າພະເຈົ້າຖືກເອີ້ນໃຫ້ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ຂ້າພະເຈົ້າໄດ້ພາຄອບຄົວຍ້າຍຈາກປະເທດ ຄົດສະຕາ ຣິກ້າ ໄປເມືອງເຊົາເລັກ ເພື່ອເຮັດງານມອບໝາຍທຳອິດຂອງຂ້າພະເຈົ້າໃນປະເທດສະຫະລັດ. ຂ້າພະເຈົ້າໂຊກດີ ທີ່ໄດ້ໄປຢ້ຽມຢາມຫລາຍຄົນທີ່ດີ ທີ່ມາຈາກຫລາຍປະເທດ ແລະ ມີວັດທະນະທຳທີ່ຫລາກຫລາຍ. ມີຫລາຍຄົນກໍຄືກັນກັບຂ້າພະເຈົ້າ ທີ່ເຂົາເຈົ້າເກີດໃນກຸ່ມປະເທດລາຕິນອາເມຣິກາ.
ຂ້າພະເຈົ້າໄດ້ສັງເກດວ່າ ຄົນລາຕິນອາເມຣິກາລຸ້ນທຳອິດຢູ່ນີ້ ເວົ້າພາສາສະເປນ ເປັນພາສາຫລັກ ແລະ ຮູ້ພາສາອັງກິດພໍຊ່ຳໜຶ່ງ ພໍແຕ່ສື່ສານກັບຄົນອື່ນໄດ້. ຄົນລຸ້ນທີສອງ ອາດຈະເກີດຢູ່ໃນສະຫະລັດ ຫລື ມາຢູ່ນີ້ຕັ້ງແຕ່ນ້ອຍ ແລະ ມາເຂົ້າໂຮງຮຽນຢູ່ນີ້. ເຂົາເຈົ້າເວົ້າພາສາອັງກິດເກັ່ງຫລາຍ ແລະ ບາງທີເວົ້າພາສາສະເປນ ບໍ່ຄ່ອງປານໃດ. ແລະ ເມື່ອມາຮອດລຸ້ນທີສາມ ພາສາສະເປນຂອງເຂົາເຈົ້າ ຊຶ່ງເປັນພາສາແມ່ ຂອງປູ່ຍ່າຕາຍາຍຂອງຕົນນັ້ນ ໄດ້ສູນເສຍໄປ.1
ເມື່ອເວົ້າໃນດ້ານພາສາສາດແລ້ວ ສິ່ງນີ້ຈະເອີ້ນວ່າ “ການສູນເສຍພາສາ.” ຊຶ່ງອາດເກີດຂຶ້ນໄດ້ ເມື່ອຄອບຄົວຍ້າຍໄປຢູ່ຕ່າງແດນ ຊຶ່ງພາສາແມ່ຂອງຕົນບໍ່ຖືກໃຊ້ເປັນສ່ວນໃຫຍ່. ສິ່ງນີ້ບໍ່ແມ່ນເປັນແຕ່ຄົນລາຕິນອາເມຣິກາເທົ່ານັ້ນ ແຕ່ປະຊາກອນໃນທົ່ວໂລກກໍເປັນຄືກັນ ຖ້າເຂົາເຈົ້າມັກໃຊ້ພາສາໃໝ່ ແທນພາສາແມ່.2 ແມ່ນແຕ່ນີໄຟ ຊຶ່ງເປັນສາດສະດາໃນພຣະຄຳພີມໍມອນ ກໍຍັງເປັນຫ່ວງໃນການສູນເສຍພາສາແມ່ ເມື່ອເພິ່ນກຳລັງຕຽມຍ້າຍໄປຫາແຜ່ນດິນແຫ່ງຄຳສັນຍາ. ນີໄຟຂຽນວ່າ, “ຈົ່ງເບິ່ງ ມັນເປັນຄວາມສະຫລຽວສະຫລາດຂອງພຣະເຈົ້າວ່າ ພວກເຮົາຈະໄດ້ບັນທຶກເຫລົ່ານີ້, ເພື່ອຈະໄດ້ຮັກສາພາສາຂອງບັນພະບຸລຸດຂອງພວກເຮົາໄວ້ໃຫ້ແກ່ລູກຫລານຂອງພວກເຮົາ.”3
ແຕ່ນີໄຟຍັງເປັນຫ່ວງກ່ຽວກັບການສູນເສຍພາສາຢ່າງອື່ນນຳອີກ. ໃນຂໍ້ຕໍ່ໄປ ເພິ່ນໄດ້ກ່າວວ່າ, “ແລະ ເພື່ອພວກເຮົາຈະຮັກສາຖ້ອຍຄຳຊຶ່ງເວົ້າດ້ວຍປາກຂອງສາດສະດາຜູ້ບໍລິສຸດທັງຫລາຍໄວ້ໃຫ້ພວກເຂົາເໝືອນກັນ, ຊຶ່ງພຣະວິນຍານ ແລະ ອຳນາດຂອງພຣະຜູ້ເປັນເຈົ້າໄດ້ມອບໄວ້ກັບພວກເພິ່ນ ນັບແຕ່ການເລີ່ມຕົ້ນຂອງໂລກລົງມາຈົນເຖິງປະຈຸບັນນີ້.”4
ຂ້າພະເຈົ້າສັງເກດວ່າ ການຮັກສາພາສາແມ່ ແລະ ການຮັກສາພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃນຊີວິດຂອງເຮົາ ແມ່ນມີຄວາມຄ້າຍຄືກັນ.
ໃນການປຽບທຽບຂອງຂ້າພະເຈົ້າໃນມື້ນີ້, ຂ້າພະເຈົ້າບໍ່ໄດ້ເນັ້ນໜັກໃສ່ພາສາສະເພາະໃດໜຶ່ງ ຂອງພາສາທາງໂລກ ແຕ່ເນັ້ນໃສ່ພາສານິລັນດອນ ທີ່ພວກເຮົາຕ້ອງຮັກສາໄວ້ໃນຄອບຄົວ ແລະ ຢ່າສູນເສຍພາສານັ້ນໄປເລີຍ. ຂ້າພະເຈົ້າໝາຍເຖິງພາສາ5 ແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ. “ພາສາແຫ່ງພຣະກິດຕິຄຸນ,” ຂ້າພະເຈົ້າໝາຍເຖິງຄຳສອນທັງໝົດຂອງສາດສະດາຂອງເຮົາ, ການທີ່ເຮົາເຊື່ອຟັງຄຳສັ່ງສອນເຫລົ່ານັ້ນ, ແລະ ການເຮັດຕາມຮີດຄອງປະເພນີອັນທ່ຽງທຳຕ່າງໆ.
ຂ້າພະເຈົ້າຈະເວົ້າເຖິງສາມວິທີ ທີ່ເຮົາສາມາດຮັກສາພາສານີ້ໄດ້.
ໜຶ່ງ: ການພາກພຽນ ແລະ ເປັນຫ່ວງເປັນໃຍກັບບ້ານເຮືອນຫລາຍຂຶ້ນ
ໃນ Doctrine and Covenants, ພຣະຜູ້ເປັນເຈົ້າໄດ້ເຊື້ອເຊີນສະມາຊິກດີເດັ່ນຂອງສາດສະໜາຈັກ ທີ່ຮ່ວມທັງ ນິວເອັນ ເຄ ວິດນີ ໃຫ້ຈັດແຈງບ້ານເຮືອນໃຫ້ເປັນລະບຽບ. ພຣະຜູ້ເປັນເຈົ້າໄດ້ຕິຕຽນຜູ້ຮັບໃຊ້ຂອງພຣະອົງ ທີ່ຊື່ ນິວເອັນ ເຄ ວິດນີ. ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ເພິ່ນວ່າ ເພິ່ນຕ້ອງຈັດຄອບຄົວຂອງເພິ່ນໃຫ້ເປັນລະບຽບ, ແລະ ເບິ່ງວ່າ ເຂົາເຈົ້າພາກພຽນ ແລະ ເປັນຫ່ວງເປັນໃຍກັບບ້ານເຮືອນຫລາຍຂຶ້ນ, ແລະ ອະທິຖານສະເໝີ, ຖ້າບໍ່ດັ່ງນັ້ນ ເຂົາເຈົ້າຈະຖືກຍ້າຍອອກຈາກບ່ອນຂອງເຂົາເຈົ້າ.”6
ສິ່ງໜຶ່ງທີ່ເປັນເຫດໃຫ້ມີການສູນເສຍພາສາ ຄືພໍ່ແມ່ບໍ່ໃຊ້ເວລາສອນພາສາແມ່ ໃຫ້ລູກຂອງຕົນ. ມັນບໍ່ພຽງພໍທີ່ພຽງແຕ່ຈະ ເວົ້າ ພາສາຢູ່ໃນບ້ານເທົ່ານັ້ນ ຖ້າພໍ່ແມ່ຢາກຮັກສາພາສາເຂົາເຈົ້າໄວ້ ເຂົາເຈົ້າຕ້ອງ ສອນ ພາສາໃຫ້ລູກ. ມີການພົບເຫັນຈາກການຄົ້ນຄວ້າວ່າ ພໍ່ແມ່ທີ່ຕັ້ງໃຈຮັກສາພາສາແມ່ ຂອງເຂົາເຈົ້າໄວ້ ມີແນວໂນ້ມທີ່ຈະໄດ້ຮັບຄວາມສຳເລັດຕາມຄວາມຕັ້ງໃຈ.7 ດັ່ງນັ້ນ ຄວາມພະຍາຍາມທີ່ຈະຮັກສາພາສາແຫ່ງພຣະກິດຕິຄຸນມີຫຍັງແດ່?
ແອວເດີ ເດວິດ ເອ ແບ໊ດນາ ແຫ່ງກຸ່ມອັກຄະສາວົກສິບສອງໄດ້ເຕືອນວ່າ “ການສິດສອນ ແລະ ການເປັນແບບຢ່າງທີ່ອ່ອນແອໃນບ້ານເຮືອນ” ອາດຈະເປັນເຫດຕັດຂາດຄົນຫລາຍລຸ້ນ ທີ່ເປັນສະມາຊິກໃນຄອບຄົວອອກ.8
ດັ່ງນັ້ນພວກເຮົາສາມາດສະຫລຸບໄດ້ວ່າ ການສອນອັນມີພະລັງນັ້ນສຳຄັນຍິ່ງ ເພື່ອຮັກສາພຣະກິດຕິຄຸນໄວ້ໃນຄອບຄົວຂອງເຮົາ, ແລະ ເຮົາຕ້ອງມີຄວາມພາກພຽນ ແລະ ຄວາມພະຍາຍາມອີກດ້ວຍ.
ມີຫລາຍເທື່ອ ທີ່ພວກເຮົາໄດ້ຖືກເຊື້ອເຊີນໃຫ້ສຶກສາພຣະຄຳພີເປັນຄອບຄົວ ແລະ ເປັນສ່ວນຕົວ ໃນທຸກໆວັນໃຫ້ເປັນນິໄສ.9 ຫລາຍຄອບຄົວທີ່ເຮັດເຊັ່ນນີ້ ກໍໄດ້ຮັບພອນແຫ່ງຄວາມເປັນອັນໜຶ່ງດຽວກັນ ແລະ ມີຄວາມສຳພັນໃກ້ຊິດ ກັບພຣະຜູ້ເປັນເຈົ້າໄດ້ດີຍິ່ງຂຶ້ນ.
ເຮົາຈະສຶກສາພຣະຄຳພີປະຈຳວັນຍາມໃດ? ມັນເກີດຂຶ້ນ ເມື່ອພໍ່ແມ່ຖືພຣະຄຳພີມາ ແລ້ວຊັກຊວນຄົນໃນຄອບຄົວດ້ວຍຄວາມຮັກໃຫ້ທຸກຄົນມາສຶກສານຳກັນ. ມັນຍາກທີ່ຈະເຮັດໃຫ້ມີການສຶກສາແບບນີ້ເກີດຂຶ້ນໄດ້ໃນທາງອື່ນ.
ພໍ່ ແລະ ແມ່ທັງຫລາຍ, ຢ່າພາດໂອກາດໃນພອນທີ່ລ້ຳເລີດນີ້. ຢ່າລໍຖ້າຈົນສາຍເກີນໄປ!
ສອງ: ເປັນແບບຢ່າງທີ່ເຂັ້ມແຂງ ໃນບ້ານເຮືອນ
ນັກຊ່ຽວຊານພາສາສາດໄດ້ຂຽນໄວ້ວ່າ ການທີ່ເຮົາຈະຮັກສາພາສາແມ່ໄວ້ໄດ້ນັ້ນແມ່ນ “ທ່ານຕ້ອງເຮັດໃຫ້ພາສານັ້ນມີຊີວິດຊີວາຂຶ້ນ ສຳລັບລູກໆຂອງທ່ານ.”10 ເຮົາ “ເຮັດໃຫ້ພາສານັ້ນມີຊີວິດຊີວາຂຶ້ນໄດ້” ເມື່ອເຮົາສອນ ແລະ ເປັນແບບຢ່າງຄຽງຄູ່ກັນໄປ.
ເມື່ອຂ້າພະເຈົ້າຍັງໜຸ່ມ, ຕອນຢຸດພັກ ຂ້າພະເຈົ້າໄດ້ເຮັດວຽກໃນໂຮງງານພໍ່ຂອງຂ້າພະເຈົ້າ. ຄຳຖາມທຳອິດທີ່ພໍ່ຂ້າພະເຈົ້າມັກຖາມຄື: “ລູກຈະເອົາເງິນໄປໃຊ້ແນວໃດ?”
ຂ້າພະເຈົ້າຮູ້ຄຳຕອບ ແລ້ວຕອບພໍ່ວ່າ: “ຈ່າຍສ່ວນສິບ ແລະ ທ້ອນໄວ້ສຳລັບວຽກງານເຜີຍແຜ່ສາດສະໜາຂອງລູກ.”
ຫລັງຈາກໄດ້ເຮັດວຽກປະມານແປດປີກັບເພິ່ນ, ແລະ ໄດ້ຕອບຄຳຖາມແບບດຽວເລື້ອຍໆ, ພໍ່ຂອງຂ້າພະເຈົ້າຄິດວ່າ ເພິ່ນໄດ້ສອນເລື່ອງການຈ່າຍສ່ວນສິບໃຫ້ຂ້າພະເຈົ້າແລ້ວ. ແຕ່ເພິ່ນບໍ່ຮູ້ດອກວ່າ ຂ້າພະເຈົ້າໄດ້ຮຽນຫລັກທຳສຳຄັນນີ້ ໃນພຽງທ້າຍອາທິດດຽວເທົ່ານັ້ນ. ຂ້າພະເຈົ້າຈະເລົ່າໃຫ້ທ່ານຟັງ ກ່ຽວກັບວິທີທີ່ຂ້າພະເຈົ້າໄດ້ຮຽນຫລັກທຳຂໍ້ນັ້ນ.
ຫລັງຈາກເຫດການທີ່ກ່ຽວຂ້ອງກັບສົງຄາມກາງເມືອງໃນອາເມຣິກາກາງ, ທຸລະກິດຂອງພໍ່ກໍເຈັ້ງ. ຄົນງານເຕັມເວລາຂອງເພິ່ນເມື່ອກ່ອນມີ 200 ຄົນ ກໍເຫລືອພຽງແຕ່ຄົນຫຍິບຈັກ ໜ້ອຍກວ່າ ຫ້າ ຄົນ ທີ່ເຮັດວຽກຈຳເປັນເທົ່ານັ້ນ ຢູ່ກະລ້າລົດຢູ່ບ້ານຂອງພວກເຮົາ. ມື້ໜຶ່ງໃນຍາມລຳບາກນັ້ນ ຂ້າພະເຈົ້າໄດ້ຍິນພໍ່ກັບແມ່ລົມກັນວ່າ ພວກເພິ່ນຄວນຈະຈ່າຍສ່ວນສິບ ຫລື ເອົາເງິນໄປຊື້ອາຫານໃຫ້ລູກ.
ວັນອາທິດນັ້ນ ຂ້າພະເຈົ້າໄດ້ຍ່າງຕາມຫລັງພໍ່ເພື່ອເບິ່ງວ່າ ເພິ່ນຈະເຮັດແນວໃດ. ຫລັງຈາກການປະຊຸມ ຂ້າພະເຈົ້າໄດ້ເຫັນພໍ່ຢິບຊອງມາ ແລ້ວຍັດເງິນສ່ວນສິບໃສ່ໃນຊອງນັ້ນ. ນັ້ນແມ່ນສ່ວນໜຶ່ງຂອງບົດຮຽນ. ແຕ່ຕົນເອງຍັງບໍ່ຮູ້ວ່າ ພວກເຮົາຈະກິນຫຍັງ.
ໃນຕອນເຊົ້າວັນຈັນ ມີຄົນມາເຄາະປະຕູພວກເຮົາ. ເມື່ອຂ້າພະເຈົ້າເປີດປະຕູ, ເຂົາເຈົ້າຖາມຫາພໍ່ຂອງຂ້າພະເຈົ້າ. ຂ້າພະເຈົ້າຈຶ່ງເອີ້ນພໍ່ມາ, ເມື່ອພໍ່ມາ ເຂົາເຈົ້າໄດ້ບອກພໍ່ວ່າ ມີວຽກຫຍິບເຄື່ອງດ່ວນ ແລະ ຕ້ອງການດ່ວນ. ເຂົາເຈົ້າບອກວ່າວຽກນັ້ນດ່ວນຫລາຍ ຈົນເຂົາເຈົ້າຈະຈ່າຍເງິນລ່ວງໜ້າ. ນັ້ນແມ່ນມື້ທີ່ຂ້າພະເຈົ້າໄດ້ຮຽນຫລັກທຳແຫ່ງກົດສ່ວນສິບ ແລະ ພອນຕ່າງໆທີ່ຕາມມາ.
ໃນພຣະຄຳພີໃໝ່, ພຣະຜູ້ເປັນເຈົ້າໄດ້ກ່າວເຖິງການເປັນແບບຢ່າງ, ພຣະອົງກ່າວວ່າ: “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພຣະບຸດຈະເຮັດສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້ ນອກຈາກໄດ້ເຫັນພຣະບິດາເຮັດ: ສິ່ງທີ່ພຣະບິດາເຮັດ ພຣະບຸດກໍເຮັດເໝືອນກັນ.”11
ມັນບໍ່ພຽງພໍທີ່ຈະ ລົມ ກັບລູກໆຂອງເຮົາກ່ຽວກັບຄວາມສຳຄັນຂອງພຣະວິຫານ, ການແຕ່ງງານ, ການຖືສິນອົດເຂົ້າ, ແລະ ການຮັກສາວັນຊະບາໂຕໃຫ້ສັກສິດເທົ່ານັ້ນ, ແຕ່ລູກໆຕ້ອງເຫັນເຮົາຫາເວລາໄປພຣະວິຫານເລື້ອຍໆເທົ່າທີ່ຈະເຮັດໄດ້. ເຂົາເຈົ້າຕ້ອງເຫັນເຮົາມຸ່ງໝັ້ນໃນການຖືສິນອົດເຂົ້າເປັນປະຈຳ12 ແລະ ຮັກສາວັນຊະບາໂຕໃຫ້ສັກສິດທັງວັນ. ຖ້າລູກຜູ້ໄວລຸ້ນຂອງເຮົາຖືສິນອົດເຂົ້າສອງຄາບບໍ່ໄດ້, ສຶກສາພຣະຄຳພີເປັນປະຈຳບໍ່ໄດ້, ແລະ ປິດໂທລະພາບໃນລະຫວ່າງເກມເຕະບານໃນວັນອາທິດບໍ່ໄດ້, ແລ້ວເຂົາຈະສາມາດຢັບຢັ້ງໃຈຕົນເອງຈາກການຫລອກລວງອັນມີພະລັງຂອງໂລກທີ່ທ້າທາຍ ແລະ ຈາກການລໍ້ລວງທາງລາມົກໄດ້ບໍ?
ສາມ: ຮີດຄອງປະເພນີ
ທາງອື່ນທີ່ພາສາຈະຖືກດັດແປງ ຫລື ສູນເສຍໄປ ແມ່ນຍ້ອນພາສາອື່ນໆ ແລະ ຮີດຄອງປະເພນີຕ່າງໆ ເຂົ້າມາປົນເປກັບພາສາແມ່.13
ໃນໄລຍະຕອນຕົ້ນຂອງສາດສະໜາຈັກທີ່ຖືກຟື້ນຟູ, ພຣະຜູ້ເປັນເຈົ້າໄດ້ເຊື້ອເຊີນສະມາຊິກທີ່ດີເດັ່ນຂອງສາດສະໜາຈັກໃຫ້ຈັດບ້ານຂອງເຂົາເຈົ້າໃຫ້ເປັນລະບຽບ. ພຣະອົງໄດ້ກ່າວເຖິງສອງທາງທີ່ເຮົາອາດເສຍຄວາມສະຫວ່າງ ແລະ ຄວາມຈິງຈາກບ້ານຂອງເຮົາໄປ ຄືຄົນຊົ່ວຄົນນັ້ນໄດ້ມາ ແລະ ເອົາຄວາມສະຫວ່າງ ແລະ ຄວາມຈິງໄປ,ຜ່ານການບໍ່ເຊື່ອຟັງ, ຈາກລູກຫລານມະນຸດ, ແລະ ເປັນເພາະຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ.14
ໃນຄອບຄົວເຮົາ, ເຮົາຕ້ອງຫລີກເວັ້ນຈາກຮີດຄອງປະເພນີ ທີ່ຈະກີດກັນເຮົາຈາກການຮັກສາວັນຊະບາໂຕໃຫ້ສັກສິດ ຫລື ຈາກການສຶກສາພຣະຄຳພີທຸກວັນ ແລະ ຈາກການອະທິຖານຢູ່ບ້ານອີກ. ເຮົາຕ້ອງປິດເຄື່ອງດິຈິຕອນຕ່າງໆ ທີ່ເປີດເບິ່ງຮູບລາມົກ ແລະ ປິດປະຕູກັນອິດທິພົນທີ່ຊົ່ວຮ້າຍຕ່າງໆ. ເພື່ອຮັບມືກັບຮີດຄອງປະເພນີທາງໂລກໃນສະໄໝຂອງເຮົາ, ເຮົາຕ້ອງອາໄສພຣະຄຳພີ ແລະ ສຽງຂອງສາດສະດາສະໄໝໃໝ່ຂອງເຮົາ ເພື່ອສິດສອນລູກໆຂອງເຮົາກ່ຽວກັບເອກກະລັກແຫ່ງສະຫວັນຂອງເຂົາ, ເປົ້າໝາຍໃນຊີວິດຂອງເຂົາ, ແລະ ພາລະກິດແຫ່ງສະຫວັນຂອງພຣະເຢຊູຄຣິດ.
ສະຫລຸບ
ໃນພຣະຄຳພີ, ເຮົາເຫັນຫລາຍຕົວຢ່າງຂອງການ “ສູນເສຍພາສາ.”15 ຍົກຕົວຢ່າງ:
“ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ມີຄົນລຸ້ນໃໝ່ເປັນຈຳນວນຫລວງຫລາຍທີ່ ບໍ່ເຂົ້າໃຈຄຳເວົ້າ ຂອງກະສັດເບັນຢາມິນ, ໂດຍທີ່ຍັງເປັນເດັກນ້ອຍຢູ່ໃນເວລາທີ່ເພິ່ນກ່າວກັບຜູ້ຄົນຂອງເພິ່ນ; ແລະ ພວກເຂົາບໍ່ເຊື່ອຖືຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ. …
“ແລະ ບັດນີ້ເປັນຍ້ອນຄວາມເຊື່ອຖືຂອງພວກເຂົາ, ພວກເຂົາຈຶ່ງບໍ່ເຂົ້າໃຈພຣະຄຳຂອງພຣະເຈົ້າ; ແລະ ໃຈຂອງພວກເຂົາແຂງກະດ້າງ.”16
ສຳລັບຄົນລຸ້ນໃໝ່ແລ້ວ, ພຣະກິດຕິຄຸນໄດ້ກາຍເປັນພາສາແປກໆ. ແລະ ເຖິງແມ່ນບາງເທື່ອ ຈະມີການໂຕ້ຖຽງກັນເລື່ອງການຮັກສາພາສາແມ່ຂອງຕົນໄວ້ໃຫ້ເປັນເປັນປະໂຫຍດ, ແຕ່ໃນກໍລະນີຂອງແຜນແຫ່ງຄວາມລອດແລ້ວ, ຈະ ໂຕ້ຖຽງກັນ ບໍ່ໄດ້ ເລີຍ ກ່ຽວກັບຜົນສະທ້ອນນິລັນດອນ ເລື່ອງການສູນເສຍພາສາແຫ່ງພຣະກິດຕິຄຸນໃນບ້ານເຮືອນຂອງເຮົາ.
ໃນຖານະທີ່ເປັນລູກຂອງພຣະເຈົ້າ, ເຮົາຍັງຂາດຕົກບົກພ່ອງໃນຄວາມພະຍາຍາມຮຽນພາສາທີ່ສົມບູນ.17 ເໝືອນດັ່ງແມ່ທີ່ມີຄວາມເຫັນອົກເຫັນໃຈລູກ, ພຣະບິດາເທິງສະຫວັນກໍມີຄວາມອົດທົນກັບຄວາມບໍ່ສົມບູນແບບ ແລະ ຄວາມຜິດພາດຂອງເຮົາ. ເຖິງແມ່ນວ່າ ເຮົາຈະອະທິຖານແບບມຸບໆມັບໆ, ເວົ້າພຶມພຳດ້ວຍຄວາມຈິງໃຈ, ປານວ່າມັນເປັນບົດກະວີລ້ຳເລີດ; ແຕ່ພຣະອົງຍັງຮັກ ແລະ ເຂົ້າໃຈເຮົາຢູ່; ພຣະອົງປິຕິຍິນດີ ເມື່ອໄດ້ຍິນຄຳເວົ້າພຣະກິດຕິຄຸນເທື່ອທຳອິດຂອງເຮົາ; ພຣະອົງສິດສອນເຮົາດ້ວຍຄວາມຮັກອັນບໍລິບູນ.
ບໍ່ມີຄວາມສຳເລັດໃດໃນຊີວິດນີ້, ເຖິງແມ່ນມັນສຳຄັນ, ກໍຈະບໍ່ສຳຄັນເລີຍ ຖ້າຫາກເຮົາສູນເສຍພຣະກິດຕິຄຸນໃນຄອບຄົວຂອງເຮົາໄປ.18 ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຈະປະທານພອນໃຫ້ແກ່ເຮົາ ເມື່ອເຮົາພະຍາຍາມທີ່ຈະຮຽນຮູ້ພາສາຂອງພຣະອົງ, ຈົນວ່າເຮົາເກັ່ງພາສາສື່ສານ ໃນລະດັບທີ່ສູງກວ່າ ຊຶ່ງນັ້ນຄືພາສາແມ່ຂອງເຮົາສະເໝີ. ໃນພຣະນາມພຣະເຢຊູຄຣິດ, ອາແມນ.