​2010–2019
ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຈົ້າ
ເດືອນ​ເມສາ 2017


20:5

ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຈົ້າ

ພຣະ​ເຈົ້າຈະ​ປະທານ​ລາງ​ວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ໃຫ້​ແກ່​ຜູ້​​ຮັບ​ໃຊ້ ​ໂດຍ​ບໍ່​ຫວັງ​ສິ່ງ​ໃດຕອບ​ແທນ.

ອ້າຍ​ນ້ອງ​, ໝູ່​ເພື່ອນ, ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຊ່າງ​ເປັນຄວາມ​ກະຕັນຍູ​ແທ້ໆ ທີ່​ຂ້າພະ​ເຈົ້າ​ໄດ້​ມາ​ຢູ່​ກັບ​ທ່ານ ​ໃນ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ​ທົ່ວ​ໂລກ​ທີ່​ດົນ​ໃຈ​ນີ້. ​ປະທານ​ມອນ​ສັນ, ຂອບ​ໃຈ​ຫລາຍໆ ສຳລັບ​ຂ່າວສານ ​ແລະ ພອນ​ຂອງ​ທ່ານ. ພວກ​ເຮົາ​ຈະ​ຮັບ​ເອົາ​ຖ້ອຍ​ຄຳ, ການ​ຊີ້​ນຳ, ຄຳ​ແນະນຳ, ​ແລະ ປັນຍາ​ຂອງ​ທ່ານ ​ໃສ່​ໄວ້​ໃນ​ໃຈ. ພວກ​ເຮົາ​ຮັກ ​ແລະ ສະ​ໜັບ​ສະ​ໜູນ​ທ່ານ, ​ແລະ ຈະ​ອະທິຖານ​ເພື່ອ​ທ່ານ​ສະ​ເໝີ. ທ່ານ​ເປັນ​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າ​ແທ້ໆ. ທ່ານ​ເປັນ​ປະທານ​ຂອງ​ພວກ​ເຮົາ, ພວກ​ເຮົາ​ສະໜັບ​ສະໜູນ​ທ່ານ, ພວກ​ເຮົາ​ຮັກ​ທ່ານ.

ເກືອບ​ເຖິງ​ຊາວ​ປີ​ຜ່ານມາ​ແລ້ວ, ພຣະວິຫານ ​ມາເດຼດ ສະເປນ ​ໄດ້​ຖືກ​ອຸທິດ ​ແລະ ​ເລີ່ມ​ຕົ້ນ ການ​ບໍລິ​ການ ​ເປັນ​ບ້ານ​ທີ່​ສັກສິດຂອງ​ພຣະຜູ້​ເປັນ​ເຈົ້າ. ​ແຮຣີ​ແອດ ​ແລະ ຂ້າພະ​ເຈົ້າ ຍັງ​ຈື່ໄດ້​ດີ ​ເພາະ​ເວລາ​ນັ້ນ ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້ ຢູ່​ໃນ​ຝ່າຍ​ປະທານ​ເຂດ​ເອີຣົບ. ພ້ອມ​ດ້ວຍ​ຫລາຍ​ຄົນ, ພວກ​ເຮົາ​ໄດ້​​ໃຊ້​ເວລາຫລາຍ​ຊົ່ວ​ໂມງ ມອບ​ໝາຍ, ວາງ​ແຜນ ​ແລະ ຈັດ​ໂຄງການ​ສະ​ແດງ ກ່ອນ​ການ​ອຸທິດ.

ເມື່ອ​ວັນ​ອຸທິດ​ເລື່ອນ​ເຂົ້າມາ​ໃກ້, ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ຂ້າພະ​ເຈົ້າຍັງ​ບໍ່​ໄດ້​ຮັບ​ບັດ​ເຊີນ​ໃຫ້​ໄປ​ຮ່ວມ​ເທື່ອ. ຂ້າພະ​ເຈົ້າບໍ່​ຄິດ​ວ່າ​ ມັນຈະ​ເປັນ​ແບບ​ນັ້ນ. ​ເພາະ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຂ້າພະ​ເຈົ້າ​ໃນ​ຖານະ​ເປັນ​ປະທານ​ເຂດ, ຂ້າພະ​ເຈົ້າກໍ​ໄດ້​ມີ​ສ່ວນ​ຮ່ວມ​ຫລາຍ​ສົມຄວນ ​ໃນ​ໂຄງການ​ສ້າງ​ພຣະວິຫານ​ແຫ່ງ​ນີ້ ​ແລະ ຮູ້ສຶກ​ວ່າ​ຕົນ​ເອງ​ມີ​ສ່ວນ​ຮັບຜິດ​ຊອບ​ນຳ​ດ້ວຍ.

ຂ້າພະ​ເຈົ້າ​ໄດ້​ຖາມ ​ແຮຣີ​ແອດ ວ່າ​ນາງ​ໄດ້​ເຫັນ​ບັດ​ເຊີນ​ບໍ. ນາງ​ກໍ​ຕອບ​ວ່າ ບໍ່​ເຫັນ.

ຫລາຍ​ມື້​ຜ່ານ​ໄປ ​ແລະ ຂ້າພະ​ເຈົ້າກໍ​ເລີ່ມ​ກະວົນກະວາຍ. ຂ້າພະ​ເຈົ້າສົງ​ໄສ​ວ່າ ບາງທີ​ບັດ​ເຊີນ​ໄດ້​ຕົກ​ເຫ່ຍ​—ບາງທີ​ມັນ​ຕົກ​ຢູ່​ ຫລືບ​ສະລົ້ງ ຂອງ​ພວກ​ເຮົາ. ບາງ​ທີມັນ​ປົນ​ຢູ່​ກັບ​ຈົດໝາຍ​ໂຄສະນາ ​ແລະ ຖືກ​ໂຍນ​ຖິ້ມ​ແລ້ວ. ຄົນ​ຂ້າງ​ບ້ານ​ກໍ​ມີ​ແມວທີ່ມັກ​ຈອບ​ມັກ​ມອງ, ​ແລະ ຂ້າພະ​ເຈົ້າກໍ​ຄິດ​ສົງ​ໄສ​ມັນ​ອີກ.

ໃນ​ທີ່​ສຸດ ຂ້າພະ​ເຈົ້າກໍ​ໄດ້​ຍອມຮັບ​ວ່າ ຂ້າພະ​ເຈົ້າບໍ່​ໄດ້​ຖືກ​ຮັບເຊີນ.

ແຕ່ ມັນ​ເປັນ​ໄປ​ໄດ້​ແນວ​ໃດ? ຂ້າພະ​ເຈົ້າ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ໃດ​ຜິດ​ໃຈ​ບໍ? ​ເຂົາ​ເຈົ້າຄິດ​ວ່າ ຂ້າພະ​ເຈົ້າອາ​ໄສ​ຢູ່​ໄກ​ເກີນ​ໄປ​ບໍ? ຂ້າພະ​ເຈົ້າ​ໄດ້​ຖືກ​ລືມ​ແລ້ວ​ບໍ?

ໃນ​ທີ່​ສຸດ, ຂ້າພະ​ເຈົ້າ​ໄດ້​ຮັບ​ຮູ້​ວ່າ ການ​ຄິດ​ແບບ​ນີ້ ຈະ​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ອັກ​ຄະຕິ ຢ່າງ​ທີ່​ຂ້າພະ​ເຈົ້າບໍ່​ຢາກ​ມີ.

ແຮຣີ​ແອດ ​ແລະ ຂ້າພະ​ເຈົ້າ​ໄດ້​ເຕືອນ​ຕົວ​ເອງ​ວ່າ ການ​ອຸທິດ​ພຣະວິຫານ ບໍ່​ແມ່ນ​ກ່ຽວ​ກັບ​ ພວກ​ເຮົາ. ມັນບໍ່​ໄດ້ກ່ຽວ​ກັບວ່າ ​ຜູ້​ໃດ​ສົມຄວນ​ຖືກ​ຮັບເຊີນ ຫລື ຜູ້​ໃດ​ບໍ່​ຄວນ​ຖືກ​ຮັບເຊີນ. ​ແລະ ​ມັນ​ບໍ່​ໄດ້​ກ່ຽວ​ກັບຄວາມ​ຮູ້ສຶກ​ຂອງ​ພວກເຮົາ ຫລື ກ່ຽວ​ກັບ​ການ​ມີ​ສິດ​ຈະ​ໄດ້​ຮັບ​ຂອງ​ພວກ​ເຮົາ.

ມັນ​ກ່ຽວ​ກັບ​ການ​ອຸທິດ​ພຣະວິຫານ​ທີ່​ສັກສິດ ຂອງ​ພຣະ​ເຈົ້າສູງ​ສຸດ. ມັນ​ເປັນ​ມື້​ທີ່​ປິ​ຕິ​ຍິນ​ດີ​ສຳລັບ​ສະມາຊິກ​ຂອງ​ສາດສະໜາ​ຈັກ ຢູ່​ປະ​ເທດ ສະເປນ.

ຖ້າ​ຫາກ​ຂ້າພະ​ເຈົ້າ​ໄດ້​ຖືກ​ຮັບເຊີນ​ໃຫ້​ໄປ​ຮ່ວມ, ຂ້າພະ​ເຈົ້າກໍ​ຄົງ​ປິຕິ​ຍິນ​ດີ​ຫລາຍ​ທີ່​ສຸດ. ​ແຕ່​ຖ້າ​ຫາກ​ຂ້າພະ​ເຈົ້າບໍ່​ໄດ້​ຖືກຮັບ​ເຊີນ​ໃຫ້​ໄປ​ຮ່ວມ, ຂ້າພະ​ເຈົ້າກໍປິ​ຕິ​ຍິນ​ດີ​ບໍ່​ໜ້ອຍ​ກວ່າ. ​ແຮຣີ​ແອດ ​ແລະ ຂ້າພະ​ເຈົ້າຄົງ​ປິ​ຕິ​ຍິນ​ດີ ຮ່ວມ​ກັບໝູ່​ເພື່ອນ​ຂອງ​ພວກ​ເຮົາ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຮົາ, ຈາກ​ແດນ​ໄກ. ພວກ​ເຮົາ​ຄົງ​ສັນລະ​ເສີນ​ພຣະ​ເຈົ້າ ສຳລັບ​ພອນ​ທີ່​ປະ​ເສີດ​ນີ້ ​ເທົ່າໆ​ກັບ​ຄວາມ​ຕື່ນ​ເຕັ້ນທີ່​ພວກ​ເຮົາ​ຮູ້ສຶກ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຮົາ ຢູ່​ເມືອງ ​ແຟຼງເຝີດ ​ເທົ່າ​ກັບ​ຢູ່​ເມືອງ ມາເດຼດ.

ລູກ​ຟ້າຮ້ອງ

ໃນ​ບັນດາ​ອັກຄະ​ສາວົກ​ສິບ​ສອງ ຜູ້​ທີ່​ພຣະ​ເຢຊູ​ໄດ້​ເອີ້ນ ​ແລະ ​ໄດ້​ແຕ່ງຕັ້ງ​ ມີ​ອ້າຍ​ນ້ອງ​ສອງ​ຄົນ​ຊື່ ຢາ​ໂກ​​ໂບ ​ແລະ ​ໂຢຮັນ. ທ່ານ​ຈື່​ຊື່​ຫລິ້ນ​ຂອງ​ເຂົາ​ເຈົ້າ​ໄດ້​ບໍ?

ລູກ​ຟ້າຮ້ອງ (ໂບອະ​ເນ​ເຄ).1

ທ່ານ​ຄົງ​ຊິ​ບໍ່​ມີ​ຊື່​ຫລິ້ນ​ແບບ​ນັ້ນ ຍົກ​ເວັ້ນ​ແຕ່​ຕ້ອງ​ມີ​ເຫດຜົນ. ໜ້າ​ເສຍ​ໃຈ​ທີ່​ພຣະຄຳ​ພີ​ບໍ່​ໄດ້​ໃຫ້​ຄຳ​ອະທິບາຍ​ເພີ່ມ​ເຕີມ​ກ່ຽວ​ກັບ​ທີ່​ມາ​ຂອງ​ຊື່​ຫລິ້ນ​ນັ້ນ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ເຮົາ​ໄດ້​ເຫັນ​ເລັກ​ນ້ອຍ​ກ່ຽວ​ກັບ​ບຸກຄະ​ລິກລັກສະນະ​ຂອງ​ຢາ​ໂກ​ໂບ ​ແລະ ​ໂຢຮັນ. ​ເຂົາ​ເຈົ້າແມ່ນ​ອ້າຍ​ນ້ອງ​ສອງຄົນ​ດຽວ​ກັນ​ກັບ ຜູ້​ທີ່​ແນະນຳ​ໃຫ້​ສັ່ງ​ໄຟ​ລົງ​ມາ​ຈາກ​ຟ້າ​ສະຫວັນ ​ເພື່ອ​ເຜົາ​ຜານ​ໝູ່​ບ້ານ ​ໃນ​ຊາ​ມາ​ເຣຍ ​ເພາະ​​ເຂົາ​ເຈົ້າບໍ່​ໄດ້​ຖືກ​ຮັບ​ເຊີນ​ໃຫ້​​ເຂົ້າ​ໄປ​ໃນ​ໝູ່​ບ້ານ.2

ຢາ​ໂກ​ໂບ ​ແລະ ​ໂຢຮັນ ​ເປັນ​ຊາວ​ປະ​ມຸງ—ບາງທີ​ເປັນ​ຄົນ​ແຂງ​ກະດ້າງ​ເລັກ​ນ້ອຍ—​ແຕ່​ຂ້າພະ​ເຈົ້າຄິດວ່າ ເຂົາ​ເຈົ້າຮູ້ຈັກ​ຫລາຍ ກ່ຽວ​ກັບສະພາບ​ຂອງ​ທຳ​ມະ​ຊາດ. ​ແນ່ນອນ​ທີ່​ວ່າ ​ເຂົາ​ເຈົ້າ​ເປັນ​ຄົນ​ເອົາ​ຈິງ​ເອົາ​ຈັງ.

ມີ​ເທື່ອ​ໜຶ່ງ, ​ໃນ​ຂະນະ​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ກຳລັງ​ຕຽມ​ເດີນທາງ​ໄປ​ກຸງ​ເຢຣູຊາ​ເລັມ ​ເປັນ​ເທື່ອ​ສຸດ​ທ້າຍ, ຢາ​ໂກ​ໂບ ​ແລະ ​ໂຢຮັນ ​ໄດ້​ຂໍ​ບາງ​ສິ່ງ​ພິ​ເສດ​ຈາກ​ພຣະອົງ—​ຄົງ​ເປັນສິ່ງ​ທີ່ ​ເໝາະ​ສົມ​ກັບ​ຊື່​ຫລິ້ນ​ຂອງ​ເຂົາ​ເຈົ້າ.

ເຂົາ​ເຈົ້າ​ໄດ້​ເວົ້າວ່າ, “ພວກ​ຂ້ານ້ອຍ​ທັງ​ສອງ ປາດ​ຖະໜາ​ຈະ​ໃຫ້​ທ່ານ​ເຮັດ​ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ພວກ​ຂ້ານ້ອຍ.”

ຂ້າພະ​ເຈົ້າຄິດ​ວ່າ ພຣະ​ເຢຊູ​ຄົງ​ຍິ້ມ​ໃສ່​ເຂົາ​ເຈົ້າ ​ແລ້ວ​ຕອບ​ວ່າ, “ເຈົ້າທັງ​ສອງ​ຕ້ອງການ​ອັນ​ໃດ?”

“ເມື່ອ​ທ່ານ​ຢູ່​ໃນ​ສະຫງ່າ​ລາສີ​ແລ້ວ ຂໍ​ໃຫ້​ພວກ​ຂ້ານ້ອຍ​ທັງ​ສອງ​ນັ່ງ​ທີ່​ເບື້ອງ​ຂວາ​ຂອງ​ທ່ານ​ຄົນ​ໜຶ່ງ ​ແລະ ທີ່​ເບື້ອງ​ຊ້າຍ​ຄົນ​ໜຶ່ງ.”

ບັດ​ນີ້ ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ຂໍ​ໃຫ້​ເຂົາ​ເຈົ້າຄິດ​ຢູ່​ບຶດໜຶ່ງ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຂໍ ​ແລ້ວ​ໄດ້​ກ່າວ​ວ່າ, “ຜູ້​ໃດ​ທີ່​ຈະ​ນັ່ງ​ທີ່ ​ເບື້ອງ​ຂວາ ຫລື ທີ່​ເບື້ອງ​ຊ້າຍ​ຂອງ​ເຮົາ​ນັ້ນ ບໍ່​ແມ່ນ​ໜ້າ​ທີ່​ເຮົາ​ຈະ​ຈັດ​ໃຫ້; ​ແຕ່ມັນ​ຈະ​ຖືກ​ມອບ​ໃຫ້​ສຳລັບ​ຜູ້​ທີ່​ໄດ້​ຖືກ​ຕຽມ​ໄວ້​ແລ້ວ.”3

ໃນ​ອີກ​ຄຳ​ໜຶ່ງ, ທ່ານ​ບໍ່​ສາມາດ​ໄດ້​ຮັບ​ກຽດຕິ​ຍົດ​ຢູ່​ໃນ​ອານາຈັກ​ສະຫວັນ ​ໂດຍ​ການ​ໂຄສະນາ​ຫາ​ສຽງ ​ເພື່ອ​ໃຫ້​ໄດ້ຮັບ​ກຽດຕິ​ຍົດ. ຫລື ທ່ານ​ບໍ່​ສາມາດ “ໃຊ້​ເສັ້ນ​ໃຊ້​ສາຍ” ​ເພື່ອ​ໃຫ້ໄດ້​ຮັບ​ລັດສະໝີ​ພາບ​ແຫ່ງ​ນິລັນດອນ.

ເມື່ອ​ອັກຄະ​ສາວົກ​ອື່ນໆອີກ​ສິບ​ຄົນ ​ໄດ້​ຍິນ​ຈາກ ລູກຟ້າຮ້ອງ, ​ເຂົາ​ເຈົ້າກໍ​ເຄືອງ​ໃຈ. ພຣະ​ເຢຊູ​ຮູ້​ວ່າ ​ເວລາ​ຂອງ​ພຣະອົງ​ມີ​ໜ້ອຍ, ​ແລະ ​ເມື່ອ​ພຣະອົງ​ໄດ້ເຫັນ​ການ​ຂັດ​ແຍ້​ງຢູ່​ໃນ​ບັນດາ​ຜູ້​ທີ່​ຈະ​ນຳພາ​ວຽກ​ງານ​ຂອງ​ພຣະອົງ, ພຣະອົງ​ຄົງ​ຄ້ອຍ​ພຣະ​ໄທນຳ.

ພຣະອົງ​ໄດ້ກ່າວ​ກັບ​ອັກຄະ​ສາວົກ​ສິບ​ສອງ ກ່ຽວ​ກັບ​ແກ່ນສານ​ຂອງ​ອຳນາດ ​ແລະ ​ເຖິງ​ຜົນ​ສະທ້ອນ​ຂອງ​ມັນ​ ຕໍ່​ຜູ້​ທີ່​ສະ​ແຫວງຫາມັນ ​ແລະ ດຳລົງ​ມັນ. “ຜູ້​ປົກຄອງ​ປະຊາຊົນ​ຢູ່​ໃນ​ໂລກ​ນີ້,” ​ພຣະອົງ​ໄດ້​ກ່າວ, “ກໍ​ມີ​ອຳນາດ​ເໜືອ​ປະຊາຊົນ​ທີ່​ເຂົາ​ປົກຄອງ.”

ຂ້າພະ​ເຈົ້າສາມາດ​ວາດ​ພາບ​ເຫັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ຫລຽວ​ເບິ່ງ​ສານຸສິດ​ທີ່​ຊື່ສັດ ​ແລະ ​ເຊື່ອຟັງ​ເຫລົ່ານັ້ນ ດ້ວຍຄວາມ​ຮັກ​ອັນ​ເປັນນິດ. ຂ້າພະ​ເຈົ້າສາມາດ​ວາດ​ພາບ​ເຫັນ​ພຣະອົງ​ກ່າວ​ດ້ວຍ​ສຽງ​ອ້ອນວອນວ່າ, “ໃນ​ທ່າມກາງ​ພວກ​ເຈົ້າບໍ່​ເປັນ​ດັ່ງນັ້ນ​ເລີຍ. ຖ້າ​ຜູ້​ໜຶ່ງ​ໃນ​ພວກ​ເຈົ້າຢາກ​ເປັນ​ໃຫຍ່ ​ເຂົາ​ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ເຈົ້າທັງຫລາຍ: ​ແລະ ຖ້າ​ຜູ້​ໜຶ່ງ​ໃນ​ພວກ​ເຈົ້າຢາກ​ເປັນ​ເອກ ​ເຂົາ​ກໍ​ຕ້ອງ​ເປັນ​ຂ້ອຍ​ໃຊ້​ຂອງ​ທຸກ​ຄົນ.”4

ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ, ການ​ເປັນ​ໃຫຍ່ທີ່​ສຸດ ​ແລະ ການ​ເປັນ​ຜູ້ນຳ ໝາຍ​ເຖິງ ການ​ເຂົ້າ​ໃຈ​ຄົນ​ອື່ນ ດັ່ງ​ທີ່​ເຂົາ​ເປັນ—ດັ່ງ​ທີ່​ພຣະ​ເຈົ້າ​ເຂົ້າ​ໃຈ​ເຂົາ​—​ແລະ ​ແລ້ວ​​ເອື້ອມ​ອອກ​ໄປ ​ແລະ ປະຕິບັດ​ຕໍ່​ເຂົາ​. ນັ້ນໝາຍ​ເຖິງ​ການ​ປິ​ຕິ​ຍິນ​ດີ​ກັບ​ຄົນ​ທີ່​ມີ​ຄວາມສຸກ, ຮ້ອງ​ໄຫ້​ກັບ​ຄົນ​ທີ່​ເປັນ​ທຸກ, ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ໂສກ​ເສົ້າ, ​ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ ດັ່ງ​ທີ່​ພຣະຄຣິດຮັກ​ເຮົາ. ພຣະຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ລູກໆ​ຂອງ​ພຣະ​ເຈົ້າທຸກ​ຄົນ ບໍ່ວ່າ​ສະຖາ​ນະ​ການ​ເສດຖະກິດ, ​ເຊື້ອ​ຊາດ, ສາດສະໜາ, ພາສາ, ຄວາມ​ເຊື່ອ​ທາງ​ດ້ານ​ການ​ເມືອງ, ຊົນ​ຊາດ, ຫລື ຜູ້​ຄົນ​ກຸ່ມ​ໃດ​ໜຶ່ງ ຂອງ​ເຂົາ​ເຈົ້າຈະ​ເປັນ​ແນວ​ໃດ​ກໍ​ຕາມ. ​ແລະ ​ເຮົາ​ກໍ​ຄວນ​ເປັນ​ຢ່າງ​ນັ້ນຄື​ກັນ!

ພຣະ​ເຈົ້າຈະ​ປະທານ​ລາງ​ວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ໃຫ້​ແກ່​ຜູ້​ຮັບ​ໃຊ້ ​ໂດຍ​ບໍ່​ຫວັງ​ສິ່ງ​​ໃດຕອບ​ແທນ. ລາງວັນ​ຈະ​ມາສູ່​ຜູ້​ທີ່​ຮັບ​ໃຊ້ ​ໂດຍ​ບໍ່​ຫວັງ​ຄຳ​ຍ້ອງຍໍ; ມັນ​ຈະ​ມາສູ່​ຜູ້​ທີ່​ຊອກ​ຫາ​ທາງ​ຊ່ວຍ​ເຫລືອ​ຄົນ​ອື່ນ​ຢ່າງ​ງຽບໆ; ມັນ​ຈະ​ມາສູ່​ຜູ້​ທີ່​ປະຕິບັດ​ຕໍ່​ຄົນ​ອື່ນ ພຽງ​ແຕ່​ເປັນ​ເພາະ​ເຂົາ​ເຈົ້າຮັກ​ພຣະ​ເຈົ້າ ​ແລະ ຮັກ​ລູກໆ​ຂອງ​ພຣະ​ເຈົ້າ.5

ຢ່າພອງ​ຕົວ

ບໍ່​ດົນ​ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່, ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ເດີນທາງ​ໄປ​ກັບ ປະທານ​ເຈມສ໌ ອີ ຟາວ ​ເພື່ອ​ຈັດຕັ້ງສະ​ເຕກ​ແຫ່ງ​ໜຶ່ງ. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກຳລັງ​ຂັບ​ລົດ​ໄປ​ຫາ​ສະຖານ​ທີ່ ​ຢູ່​ພາກ​ໃຕ້​ທີ່​ສວຍ​ງາມ​ຂອງ​ລັດ​ຢູທາ, ປະທານ​ຟາວສ໌ ​ກໍ​ໃຈດີ​ພໍ​ ທີ່​ໄດ້​ໃຊ້​ໂອກາດ​ນັ້ນ ​​ໃຫ້​ຄຳ​ແນະນຳ ​ແລະ ສິດສອນ​ຂ້າພະ​ເຈົ້າ. ມັນ​ເປັນບົດຮຽນ​ໜຶ່ງ​ທີ່​ຂ້າພະ​ເຈົ້າ​ບໍ່​ເຄີຍ​ລືມ. ​ເພິ່ນ​ໄດ້​​ເວົ້າວ່າ, “ສະມາຊິກ​ຂອງ​ສາດສະໜາ​ຈັກ​ ສຸພາບ​ອ່ອນ​ນ້ອມ​ກັບ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່. ​ເຂົາ​ເຈົ້າຈະ​ປະຕິບັດ​ຕໍ່​ທ່ານ​ດ້ວຍ​ຄວາມ​ອ່ອນ​ໂຍນ ​ແລະ ​ເວົ້າສິ່ງ​ທີ່​ດີ​ກ່ຽວ​ກັບ​ທ່ານ.” ​ແລ້ວ ​ເພິ່ນ​ໄດ້​ຢຸດ​ເວົ້າບຶດໜຶ່ງ ​ແລ້ວ​ເວົ້າຕໍ່​ວ່າ, “ດີເດີ, ​ໃຫ້​ທ່ານ​ມີ​ຄວາມ​ກະຕັນຍູ​ສຳລັບ​ສິ່ງ​ນີ້ ສະ​ເໝີ, ​ແຕ່​ຢ່າ​ພອງ​ຕົວຈັກ​ເທື່ອ.”

ບົດຮຽນ​ທີ່​ສຳຄັນ​ນີ້​ກ່ຽວ​ກັບ​ການ​ຮັບ​ໃຊ້​ໃນ​ສາດສະໜາ​ຈັກ ສາມາດ​ເອົາ​ມາ​ນຳ​ໃຊ້​ໄດ້​ກັບ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທຸກ​ຄົນ ຢູ່​ໃນ​ທຸກ​ກຸ່ມ​ຂອງ​ສາດສະໜາ​ຈັກ. ​ສາມາດ​ເອົາ​ມາ​ໃຊ້​ໄດ້​ກັບ​ເຮົາ​ທຸກ​ຄົນ​ໃນ​ສາດສະໜາ​ຈັກ.

ເມື່ອ​ປະທານ​ເຈ ຣູເບັນ ຄະລາກ ຜູ້​ລູກ ​ໄດ້​ແນະນຳ​ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ມາ​ຮັບ​ເອົາ​ຕຳ​ແໜ່ງ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່ ຢູ່​ໃນ​ສາດ​ສະໜາ​ຈັກ, ​ເພິ່ນ​ໄດ້​ບອກ​ພວກ​ເພິ່ນ​ວ່າ ຢ່າລືມ​ກົດ​ຂໍ້​ທີ​ຫົກ.

ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້, ​ພວກ​ເພິ່ນຊິ​ຖາມ​ວ່າ, “ກົດ​ຂໍ້​ທີ​ຫົກ​ນັ້ນ​ແມ່ນ​ຫຍັງ?”

“ຢ່າ​ເອົາ​ຈິງ​ເອົາ​ຈັງ​ຫລາຍ​ເກີນ​ໄປ,” ​ເພິ່ນ​ຕອບ.

​ແນ່ນອນ​ທີ່ ​ພວກ​ເພິ່ນ​ຕ້ອງ​ຖາມ​ຕໍ່​ໄປ​ວ່າ: “ແລ້ວ ກົດ​ຫ້າ​ຂໍ້​ທຳ​ອິດ ມີ​ຫຍັງ​ແດ່?”

ດ້ວຍ​ໃບ​ໜ້າ​ແບບຕະຫລົກ, ປະທານ​ຄະລາກ ​ໄດ້​ເວົ້າວ່າ, “ບໍ່​ມີ​ຫຍັງ.”6

ໃນ​ການ​ເປັນ​ຜູ້ນຳ​ຂອງ​ສາດສະໜາ​ຈັກ​ທີ່​ມີ​ປະສິດທິພາບ, ​ເຮົາ​ຕ້ອງ​ຮຽນ​ຮູ້ບົດຮຽນ​ທີ່​ສຳຄັນ​ນີ້​ ນັ້ນຄື: ການ​ເປັນ​ຜູ້ນຳ​ໃນ​ສາດສະໜາ​ຈັກ ບໍ່​ແມ່ນ​ກ່ຽວ​ກັບ​ການ​ຊີ້​ນຳ​ຄົນ​ອື່ນ ​ແຕ່​ມັນ​ກ່ຽວ​ກັບ​ຄວາມ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ການ​ຊີ້​ນຳ​ຈາກ​ພຣະ​ເຈົ້າ.

ການ​ເອີ້ນ​ເປັນ​ໂອກາດ​ໃຫ້​ຮັບ​ໃຊ້

ໃນ​ຖານະ​ທີ່​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າສູງ​ສຸດ, ​ເຮົາ​ຕ້ອງ​ຈື່​ຈຳ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ, ຄົນ​ເຈັບ​ປ່ວຍ ​ແລະ ຄົນ​ທີ່​ເປັນ​ທຸກ, ​ເພາະ​ຄົນ​ໃດ​ທີ່​ບໍ່​ເຮັດ​ສິ່ງ​ເຫລົ່າ​ນີ້, ຄົນໆ​ນັ້ນບໍ່​ໄດ້​ເປັນ​ສາ​ນຸສິດ​ຂອງ​ພຣະອົງ.”7 ​ໂອກາດ​ທີ່​ຈະ​ອອກ​ໄປ​ເຮັດ​ຄຸນງາມ​ຄວາມດີ ​ແລະ ຮັບ​ໃຊ້​ຄົນ​ອື່ນ​ແມ່ນ​ບໍ່​ມີ​ຂອບ​ເຂດ. ​ເຮົາ​ສາມາດ​ຊອກ​ຫາ​ເຂົາ​ເຈົ້າ​ໄດ້ ​ຢູ່​ໃນ​ຊຸມ​ຊົນ​ຂອງ​ເຮົາ, ຢູ່​ໃນ​ຫວອດ ​ແລະ ​ສາຂາ​ຂອງ​ເຮົາ, ​ແລະ ​ແນ່ນອນ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ.

ນອກ​ເໜືອ​ຈາກ​ນັ້ນ, ສະມາຊິກ​ທຸກ​ຄົນ​ຂອງ​ສາດສະໜາ​ຈັກ ​ຈະ​ໄດ້​ຮັບ​ໂອກາດ​ພິ​ເສດ​ເພື່ອ​ຮັບ​ໃຊ້. ​ເຮົາ​ກ່າວ​ເຖິງ​ໂອກາດ​ນັ້ນວ່າ “ການ​ເອີ້ນ”—ຄຳ​ນີ້ ​ຄວນ​ເຕືອນ​ເຮົາ​ເຖິງ​ຜູ້​ທີ່​ເອີ້ນ​ເຮົາ​ໃຫ້​ຮັບ​ໃຊ້. ຖ້າ​ຫາກ​ເຮົາຄິດ​ວ່າ ການ​ເອີ້ນ​ເປັນ​ໂອກາດ​ໃຫ້​ເຮົາ​ຮັບ​ໃຊ້​ພຣະ​ເຈົ້າ ​ແລະ ປະຕິບັດ​ຕໍ່​ຄົນ​ອື່ນ ດ້ວຍ​ສັດທາ ​ແລະ ດ້ວຍ​ຄວາມ​ຖ່ອມຕົວ, ​ແລ້ວ​ການຮັບ​ໃຊ້​ທັງ​ໝົດຈະ​ເປັນ​ບາດກ້າວ​ໃນ​ເສັ້ນທາງ​ແຫ່ງ​ການ​ເປັນ​ສານຸສິດ. ​ໃນ​ທາງ​ນີ້, ພຣະ​ເຈົ້າບໍ່​ພຽງ​ແຕ່​ສ້າງສາ​ອານາຈັກ​ຂອງ​ພຣະອົງ​ເທົ່າ​ນັ້ນ, ​​ແຕ່​ຍັງ​ສ້າງສັນ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ​ນຳ​ອີກ. ສາດສະໜາ​ຈັກ​ໄດ້​ຖືກອອກ​ແບບ​ໃຫ້​ຊ່ວຍ​ເຫລືອ​ເຮົາ ​ໃຫ້​ກາຍ​ເປັນ​ສານຸສິດ​ທີ່​ແທ້​ຈິງ ​ແລະ ຊື່ສັດ​ຂອງ​ພຣະຄຣິດ, ​ເປັນ​ບຸດ ​ແລະ ທິດາ​ທີ່ດີ ​ແລະ ມີ​ກຽດ​ຕິ​ຍົດຂອງ​ພຣະ​ເຈົ້າ. ສິ່ງ​ນີ້​ບໍ່​ໄດ້​ເກີດ​ຂຶ້ນພຽງ​ແຕ່​ຕອນ​ເຮົາ​ໄປ​ປະຊຸມ ​ແລະ ຟັງ​ຄຳ​ປາ​ໄສ​ເທົ່າ​ນັ້ນ, ​ແຕ່​ເກີດ​ຂຶ້ນຕອນ​ເຮົາຄິດ​ກ່ຽວ​ກັບ​ຄົນ​ອື່ນ ​ແລະ ຮັບ​ໃຊ້​ເຂົາ​ເຈົ້ານຳ​ອີກ. ນີ້​ຄື​ວິທີ​ທີ່​ເຮົາ​ກາຍ​ເປັນ​ໃຫຍ່ ຢູ່​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ.

ເຮົາ​ຮັບ​ເອົາ​ການ​ເອີ້ນ​ດ້ວຍ​ພຣະຄຸນ, ດ້ວຍ​ຄວາມຖ່ອມຕົວ, ​ແລະ ດ້ວຍ​ຄວາມ​ກະຕັນຍູ. ​ເມື່ອ​ເຮົາ​ຖືກ​ປົດ​ອອກ​ຈາກ​ການ​ເອີ້ນ​ເຫລົ່າ​ນີ້, ​ເຮົາ​ກໍ​ຍອມຮັບ​ເອົາ​ການ​ປ່ຽນ​ແປງ​ດ້ວຍພຣະຄຸນ, ດ້ວຍ​ຄວາມ​ຖ່ອມຕົວ, ​ແລະ ດ້ວຍ​ຄວາມ​ກະຕັນຍູ ​ເຊັ່ນ​ດຽວກັນ.

ສຳລັບ​ພຣະ​ເຈົ້າ​ແລ້ວ ບໍ່​ມີ​ການ​ເອີ້ນ​ໃດ​ຢູ່​ໃນ​ອານາຈັກ ທີ່​ສຳຄັນ​ຫລາຍ​ກວ່າ​ກັນ. ການ​ຮັບ​ໃຊ້​ຂອງ​ເຮົາ—ບໍ່​ວ່າ ຈະ​ໃຫຍ່ ຫລື ນ້ອຍ—ຈະ​ຫລໍ່​ຫລອມ​ວິນ​ຍານ​ຂອງ​ເຮົາ, ຈະ​ເປີດ​ປະຕູ​ສະຫວັນ, ​ແລະ ຖອກ​ເທພຣະພອນ​ຂອງ​ພຣະ​ເຈົ້າລົງ​ມາ ບໍ່​ແມ່ນ​ມາເທິງ​ຜູ້​ທີ່​ເຮົາຮັບ​​ໃຊ້​ເທົ່າ​ນັ້ນ ​ແຕ່​ມາເທິງ​ເຮົາ​ດ້ວຍ. ​​ເມື່ອ​ເຮົາ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ, ​ເຮົາ​ສາມາດ​ຮູ້​​ຢ່າງ​ໝັ້ນໃຈ​ທີ່​ຖ່ອມຕົວໄດ້​ວ່າ ພຣະ​ເຈົ້າຮັບ​ຮູ້​ການ​ຮັບ​ໃຊ້​ຂອງ​ເຮົາ ດ້ວຍ​ຄວາມ​ເຫັນ​ພ້ອມ ​ແລະ ການ​ອະນຸມັດ. ພຣະອົງ​ຊື່ນ​ຊົມ​ກັບ​ເຮົາ ​ເມື່ອ​ເຮົາ​ເຮັດ​ການ​ຮັບ​ໃຊ້​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ໂດຍ​ສະ​ເພາະ ຕອນ​ເຮົາ​​ເຮັດ​ການ​ຮັບ​ໃຊ້​​ແບບງຽບໆ ​ແລະ ບໍ່​ມີ​ຜູ້​ໃດ​ຮູ້​ເຫັນ.8

 ທຸກ​ເທື່ອ​ທີ່​ເຮົາ​ຊ່ວຍ​ເຫລືອ​ຄົນ​ອື່ນ, ​ເຮົາ​ໄດ້​ເລື່ອນ​ເຂົ້າ​ໃກ້​ການ​ເປັນ​ສານຸສິດ​ທີ່​ດີ ​ແລະ ຈິງ​ໃຈ​ຫລາຍ​ຂຶ້ນ ຂອງ​ພຣະອົງ ຜູ້​ທີ່​ໄດ້​ປະທານ​ທັງ​ໝົດ​ທີ່​ພຣະອົງ​ມີ ​​ເພື່ອ​ເຮົາ: ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ຈາກ​ການ​ເປັນ​ປະທານ ສູ່​ການສວນສະໜາມ

ໃນ​ລະຫວ່າງ​ ວັນ​ຄົບ​ຮອບ 150 ປີ ຂອງ​ການ​ມາ​ເຖິງ​ຫ່ອມພູ​ເຊົາ​ເລັກ ຂອງ​ຜູ້​ບຸກ​ເບີກ, ບຣາ​ເດີ ມາຍ​ຣອນ ຣິດຈິນສ໌ ​ໄດ້​ຮັບ​ໃຊ້​ເປັນ​ປະທານ​ສະ​ເຕກ​ແຫ່ງ​ໜຶ່ງ​ໃນ​ເມືອງ ​ເຮັນ​ນີ​ເຟີ, ລັດ​ຢູທາ. ການສະ​ເຫລີມ​ສະຫລອງ​ແມ່ນ​ຮ່ວມ​ດ້ວຍ ການ​ສະ​ແດງ​ຢ້ອນ​ຫລັງ ​ເຖິງ​ຕອນ​ຜູ້​ບຸກ​ເບີກ​​ເດີນຜ່ານ​ກາຍ​ມາ​ທາງ​ໝູ່​ບ້ານ​ຂອງ​ເພິ່ນ.

ປະທານຣິດຈິນສ໌ ​ໄດ້​ມີ​ສ່ວນ​ຮ່ວມ​ຫລາຍ​ສົມຄວນ ໃນ​ການວາງ​ແຜນ​ສຳລັບ​ການສະ​ເຫລີມ​ສະຫລອງ, ​ແລະ ​ເພິ່ນ​ກໍ​ໄດ້​ໄປ​ຮ່ວມ​ການ​ປະຊຸມ​ຫລາຍ​ເທື່ອ ກັບ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່ ​ແລະ ບຸກຄົນ​ອື່ນໆ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການສະ​ເຫລີມ​ສະຫລອງ. ​ເພິ່ນ​ໄດ້​ມີ​ສ່ວນ​ຮ່ວມ​ທັງ​ໝົດ.

ບໍ່​ດົນ ກ່ອນ​ວັນ​ສະ​ເຫລີມ​ສະຫລອງ​ໄດ້​ມາ​ເຖິງ, ສະ​ເຕກຂອງ ປະທານ​ຣິດຈິນສ໌ ​ໄດ້​ຖືກ​ຈັດຕັ້ງ​ໃໝ່, ​ແລະ ​ເພິ່ນກໍ​ໄດ້​ຖືກ​ປົດ​ຈາກ​ຕຳ​ແໜ່ງຂອງ​ການ​ເປັນ​ປະທານ. ​ໃນ​ວັນ​ອາທິດ​ຕໍ່​ມາ, ​ເພິ່ນ​ໄດ້​ໄປ​ຮ່ວມ​ການ​ປະຊຸມ​ຖານະ​ປະ​ໂລຫິດ​ຢູ່​ໃນ​ຫວອດ​ຂອງ​ເພິ່ນ ຊຶ່ງ​ໃນ​ມື້ນັ້ນ ຜູ້ນຳ​ໄດ້​ຂໍ​ໃຫ້​ສະມາຊິກ​ອາສາ​ສະໝັກ ​ເພື່ອ​ຊ່ວຍ​ໃນ​ການສະ​ເຫລີມ​ສະຫລອງ. ປະທານຣິດຈິນສ໌ ພ້ອມ​ດ້ວຍ​ຫລາຍ​ຄົນ ​ໄດ້​ຍົກ​ມື​ຂຶ້ນ ​ແລະ ​ໄດ້​ຖືກ​ແນະນຳ​ໃຫ້​ນຸ່ງ​ເຄື່ອງ​ອອກ​ແຮງ​ງານ ​ແລະ ​ໃຫ້​ຂັບ​ລົດ​ກະບະ ​ແລະ ​ເອົາ​ຊ້ວນ​ໄປ​ນຳ.

ໃນ​ທີ່​ສຸດ, ​ເຊົ້າຂອງ​ວັນ​ສະ​ເຫລີມ​ສະຫລອງ​ທີ່​ຍິ່ງ​ໃຫຍ່​ໄດ້ມາ​ເຖິງ, ​ແລະ ປະທານ​ຣິດຈິນສ໌ ​ໄດ້​ໄປ​ເຮັດ​ວຽກ​ອາສາ​ສະໝັກ​ຂອງ​ເພິ່ນ.

ພຽງ​ແຕ່​ສອງ​ສາມ​ອາທິດ​ກ່ອນ​ໜ້ານັ້ນ, ​ເພິ່ນ​ໄດ້​ເປັນ​ຜູ້​ໜຶ່ງ​ທີ່​ມີອິດ​ທິພົນ​ຫລາຍ ​ໃນ​ການວາງ​ແຜນ ​ແລະ ​ຄວບ​ຄຸມ ການ​ສະ​​ເຫລີມສະຫລອງ​ທີ່​ອາ​ລັງການ. ​ແຕ່​ໃນ​ມື້​ສະ​ເຫລີມ​ສະ​ຫລອງ, ໜ້າ​ທີ່​ຂອງ​ເພິ່ນ ​ແມ່ນ​ຍ່າງ​ຕາມ​ກົ້ນ​ຝູງມ້າ ຢູ່​ໃນ​ການ​ເດີນ​ສວນສະໜາມ ​ແລະ ຊ້ວນ​ຂີ້​ມ້າ.

ປະທານຣິດຈິນສ໌ ກໍ​ໄດ້​ເຮັດ​ໜ້າ​ທີ່​ດ້ວຍ​ຄວາມ​ເຕັມ​ໃຈ ​ແລະ ດ້ວຍ​ຄວາມ​ເບີກບານ.

ເພິ່ນ​ເຂົ້າ​ໃຈ​ວ່າ ບໍ່​ມີ​ການ​ຮັບ​ໃຊ້​ໃດ ທີ່​ສູງ​ກວ່າ​ກັນ.

ເພິ່ນ​ຮູ້ ​ແລະ ​ໄດ້​ນຳ​ໃຊ້​ພຣະຄຳ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ ທີ່​ວ່າ “ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຈົ້ານັ້ນ ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ພວກ​ເຈົ້າ.”9

ການ​ປະຕິບັດ​ໜ້າ​ທີ່​ຢ່າງ​ຖືກຕ້ອງຂອງການ​ເປັນ​ສານຸສິດ

ບາງ​ເທື່ອ, ​ຄື​ກັນ​ກັບ​ ລູກ​ຟ້າຮ້ອງ, ​ເຮົາ​ຢາກ​ໄດ້​ຕຳ​ແໜ່ງທີ່​ມີ​ຊື່​ສຽງ. ​ເຮົາ​ສະ​ແຫວງຫາ​ການ​ຍ້ອງຍໍ. ​ເຮົາ​ຢາກ​ເປັນ​ຜູ້ນຳ ​ແລະ ​ເຮັດ​ສິ່ງ​ທີ່​ຄົນ​ອື່ນ​ຈະ​ຈື່​ຈຳ​ເຮົາ​ໄປ​ຕະຫລອດ.

ການ​ຢາກ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ ບໍ່ມີ​ຫຍັງ​ຜິດ, ​ແຕ່​ເມື່ອ​ເຮົາ​ສະ​ແຫວງຫາ​ການ​ຢາກ​ມີ​ອິດ​ທິພົນ ​ໃນ​ສາດສະໜາ​ຈັກ​​ເພື່ອ​ເຫັນ​ແກ່​ຕົວ​ເອງ—​ເພື່ອ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ ​ແລະ ຮັບຄຳ​ຊົມ​ເຊີຍ​ຈາກ​ຜູ້​ຄົນ—​ແລ້ວ​ເຮົາ​ກໍ​ໄດ້​ຮັບ​ລາງວັນ​ຂອງ​ເຮົາ​ແລ້ວ. ​ເມື່ອ​ເຮົາ “ພອງ​ຕົວ” ​​ເພາະ​ຄຳ​ຍ້ອງຍໍ​ຂອງ​ຄົນ​ອື່ນ, ​ແລ້ວ​ຄຳ​ຍ້ອງຍໍ​ນັ້ນ​ແຫລະ ຈະ​ເປັນ​ການ​ຊົດ​ເຊີຍ​ຂອງ​ເຮົາ.

ການ​ເອີ້ນ​ທີ່​ສຳຄັນ​ທີ່​ສຸດ ​ຢູ່​ໃນ​ສາດສະໜາ​ຈັກ ​ແມ່ນ​ອັນ​ໃດ? ​ແມ່ນ​ການ​ເອີ້ນ​ທີ່​ທ່ານ​ມີ​ຢູ່​ໃນ​ເວລາ​ນີ້. ບໍ່​ວ່າ​ຈະ​ເປັນ​ການ​ເອີ້ນ​ແບບ​ທຳ​ມະ​ດາ ຫລື ການ​ເອີ້ນ​ແບບ​ມີ​ຊື່​ສຽງ, ​ແຕ່​ການ​ເອີ້ນ​ທີ່​ທ່ານ​ມີ​ຢູ່​ໃນ​ເວລາ​ນີ້ ​ເປັນ​ການ​ເອີ້ນທີ່​ບໍ່​ພຽງ​ແຕ່ ຊ່ວຍ​ເຫລືອ​ຄົນ​ອື່ນ​ເທົ່າ​ນັ້ນ, ​ແຕ່​ເປັນການ​ເອີ້ນ​ທີ່​ເຮັດ​ໃຫ້​ທ່ານ​ກາຍ​ເປັນ​ຄົນ​ຂອງ​ພຣະ​ເຈົ້າ ທີ່​ທ່ານ​ໄດ້​ຖືກ​ສ້າງມາ ​ເພື່ອ​ໃຫ້​ເປັນ.

ໝູ່​ເພື່ອນ ​ແລະ ອ້າຍ​ນ້ອງ​ທີ່​ຮັກ​ແພງ​ ​ໃນ​ຖານະ​ປະ​ໂລຫິດ ຂອງ​ຂ້າພະ​ເຈົ້າ, ຈົ່ງ​ຂະຫຍາຍ​ການ​ເອີ້ນ​ຂອງ​ທ່ານ!

ໂປ​ໂລ​ໄດ້​ສອນ​ຊາວ​ຟີ​ລິບ​ປອຍ​ວ່າ, “ຢ່າ​ເຮັດ​ສິ່ງ​ໃດ​ໃນ​ທາງ​ຊີງ​ດີຊີງ​ເດັ່ນ ​ແຕ່​ຈົ່ງ​ຖ່ອມ​ໃຈ​ລົງ ຖື​ວ່າ​ຄົນ​ອື່ນ​ດີກ​ວ່າ​ຕົນ.”10

ການ​ຮັບ​ໃຊ້​ດ້ວຍ​ກຽດຕິ​ຍົດ

ການສະ​ແຫວງຫາ​ກຽດຕິ​ຍົດ ​ແລະ ຊື່​ສຽງ​ໃນ​ສາດສະໜາ​ຈັກ ​ແທນ​ທີ່​ຈະ​ຮັບ​ໃຊ້​ຄົນ​ອື່ນ​ດ້ວຍ​ຄວາມ​ຖ່ອມຕົວ ​ແລະ ດ້ວຍຄວາມ​ຈິງ​ໃຈ ​ຈະ​ເປັນ​ການ​ປະພຶດ​ຕົວ​ແບບ​ເອຊາວ.11 ​ເຮົາ​ອາດ​ໄດ້​ຮັບ​ລາງວັນ​ຈາກ​ໂລກ, ​ແຕ່​ຈະ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໄປ—ນັ້ນຄື ການ​ເຫັນ​ພ້ອມ​ຈາກ​ສະຫວັນ.

ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ອ່ອນ​ນ້ອມ ​ແລະ ອ່ອນ​ໂຍນ, ຜູ້​ບໍ່​ໄດ້​ສະ​ແຫວງ​ຫາ​ຄຳສັນລະ​ເສີນ​ຈາກ​ມະນຸດ, ​ແຕ່​ໄດ້​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະບິດາ​ຂອງ​ພຣະອົງ.12

ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ໃຊ້​ຄົນ​ອື່ນ​ຢ່າງ​ຖ່ອມຕົວ—ດ້ວຍ​ພະລັງ, ດ້ວຍ​ຄວາມ​ກະຕັນຍູ, ​ແລະ ດ້ວຍ​ກຽດຕິຍົດ. ​ເຖິງ​ແມ່ນ​ວ່າການ​ຮັບ​ໃຊ້​ຂອງ​ເຮົາ ອາດ​ເບິ່ງ​ວ່າ ຕ່ຳ​ຕ້ອຍ, ​ທຳ​ມະ​ດາ, ຫລື ມີຄ່າ​ພຽງ​ເລັກ​ນ້ອຍ ກໍ​ຕາມ, ​ແຕ່​ຜູ້​ທີ່​ເອື້ອມ​ອອກ​ໄປ ດ້ວຍ​ຄວາມ​ເມດ​ຕາ ​ແລະ ​ເຫັນ​ອົກ​ເຫັນ​ໃຈ​ ຕໍ່​ຄົນ​ອື່ນ ຈະ​ຮູ້​ໃນ​ມື້ໜຶ່ງ ​ເຖິງ​ຄຸນຄ່າ​ຂອງ​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ ​ໂດຍ​ພຣະຄຸນ​ທີ່​ເປັນ​ພອນ ​ແລະ ນິລັນດອນ​ຂອງ​ພຣະ​ເຈົ້າສູງ​ສຸດ.13

ອ້າຍ​ນ້ອງ, ໝູ່​ເພື່ອນທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ໄຕ່ຕອງ, ​ເຂົ້າ​ໃຈ, ​ແລະ ດຳລົງ​ຊີວິດ ຕາມ​ບົດຮຽນ​ທີ່ສຳຄັນ​ນີ້ ຂອງ​ການ​ເປັນ​ຜູ້ນຳ​ໃນ​ສາດສະໜາ​ຈັກ ​ແລະ ວິທີ​ທີ່​ຖານະ​ປະ​ໂລຫິດ​ປົກຄອງ ນັ້ນຄື: “ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ທ່ານນັ້ນ ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ພວກ​ທ່ານ.” ນີ້​ຄື​ຄຳ​ອະທິຖານ ​ແລະ ພອນ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະອາຈານ​ຂອງ​ເຮົາ, ພຣະຜູ້​ໄຖ່​ຂອງ​ເຮົາ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.