​2010–2019
ໃຫ້​ພຣະວິນ​ຍານ​ຊົງ​ນຳ
ເດືອນ​ເມສາ 2017


15:43

ໃຫ້​ພຣະວິນ​ຍານ​ຊົງ​ນຳ

ໂດຍ​ທາງ​ການ​ມອບ​ໝາຍ​​ແຫ່ງ​ສະຫວັນ, ພຣະວິນ​ຍານ​ບໍລິສຸດ​ດົນ​ໃຈ, ​ເປັນ​ພະຍານ, ​ເປັນຄູ​ສອນ, ​ແລະ ​ກະ​ຕຸ້ນເຮົາ ​ໃຫ້​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​ເຊັ່ນ​ດຽວ​ກັບ​ທ່ານ, ຂ້າພະ​ເຈົ້າກໍ​ຮັບ​ຮູ້​ວ່າ ​ເຮົາ​ເຫັນ​ການ​ເລັ່ງວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໂດຍ​ທາງ​ປະທານ​ທອມ​ມັສ ແອັສ ມອນ​ສັນ ​ແລະ ຂ່າວສານ​ຂອງ​ເພິ່ນ ມື້​ເຊົ້ານີ້. ປະທານ​ມອນ​ສັນ, ເຮົາ​ຮັກ​ທ່ານ, ສະໜັບສະ​ໜູນທ່ານ, ​ແລະ ອະທິຖານ​ເພື່ອ​ທ່ານ​ສະ​ເໝີ, “ສາດສະດາ​ທີ່​ຮັກ​ແພງ​ຂອງ​ເຮົາ.”1

ເຮົາ​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ຫລາຍ​ແທ້ໆ ​ໃນ​ທ້າຍ​ອາທິດ​ນີ້. ບໍ່​ວ່າ​ທ່ານ​ຈະ​ຢູ່​ໃນ​ສູນ​ກາງ​ໃຫຍ່​ນີ້ ຫລື ຮັບ​ຊົມ​ຮັບ​ຟັງ​ຢູ່​ບ້ານ​ເຮືອນ​ຂອງ​ທ່ານ ຫລື ​ເຕົ້າ​ໂຮມ​ກັນ​ຢູ່​ຕຶກ​ໂບດ ​ໃນ​ບ່ອນ​ຫ່າງ​ໄກ​ຂອງ​ໂລກ​ ກໍ​ຕາມ, ທ່ານ​ກໍ​ມີ​ໂອກາດ​ທີ່​ຈະ​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ. ພຣະວິນ​ຍານ​ນັ້ນຢືນຢັນ​ຕໍ່​ໃຈ​ຂອງ​ທ່ານ ​ແລະ ​ເຕືອນ​ທ່ານ​ເຖິງ​ຄວາມ​ຈິງ ທີ່​ຖືກ​ສິດສອນ​ຢູ່​ໃນ​ກອງ​ປະຊຸມ​ນີ້.

ໃຫ້​ເຮົາ​ມາໄຕ່ຕອງ​ກ່ຽວກັບ​ເນື້ອ​ເພງ​ນີ້:

ໃຫ້​ພຣະວິນ​ຍານ​ຊົງ​ນຳ;

ສອນ​ທຸກ​ຢ່າງ​ສິ່ງ​ໃດ​ຖືກ​ຜິດ.

ພຣະອົງ​ເປັນ​ພະຍານ​ເຖິງ​ພຣະຄຣິດ,

ໃຫ້​ດວງ​ຈິດ​ເຮົາ​ເຫັນ​ສະຫວັນ.2

ຈາກ​ການ​ເປີດ​ເຜີຍ​ຂອງ​ຍຸກ​ສຸດ​ທ້າຍ ​ເຮົາ​ຮູ້​ວ່າ ຝ່າຍ​ພຣະ​ເຈົ້າປະກອບ​ດ້ວຍ​ສາມ​ພຣະອົງ​ທີ່​ແຕກ​ຕ່າງ​ກັນ: ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ; ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ; ​ແລະ ພຣະວິນ​ຍານ​ບໍລິສຸດ. ​ເຮົາ​ຮູ້​ວ່າ ພຣະບິດາ​ມີ​ພຣະກາຍ​ທີ່​ເປັນ​ເນື້ອ​ໜັງ ​ແລະ ກະດູກ ທີ່​ສຳ​ພັດ​ໄດ້​ດັ່ງ​ຂອງ​ມະນຸດ; ພຣະບຸດ​ກໍ​ຄື​ກັນ; ​ແຕ່​ພຣະວິນ​ຍານ​ບໍລິສຸດ​ບໍ່​ມີ​ພຣະກາຍ​ທີ່​ເປັນ​ເນື້ອ​ໜັງ ​ແລະ ກະດູກ, ​ແຕ່​ເປັນ​ພຣະກາຍ​ທີ່​ເປັນ​ພຣະວິນ​ຍານ. ຖ້າ​ຫາກ​ບໍ່​ເປັນ​ເຊັ່ນ​ນັ້ນ, ພຣະວິນ​ຍານ​ບໍລິສຸດ​ຈະ​ສະຖິດ​ຢູ່​ໃນ​ເຮົາ​ບໍ່​ໄດ້.3

ຂ່າວສານ​ຂອງ​ຂ້າພະ​ເຈົ້າ​ໃນ​ມື້​ນີ້ ​ແມ່ນ​ເຈາະ​ຈົງ​ໃສ່​ຄວາມ​ສຳຄັນ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ໃນ​ຊີວິດ​ຂອງ​ເຮົາ. ພຣະບິດາ​ຜູ້​ສະຖິດ​ໃນ​ສະຫວັນ​ຂອງ​ເຮົາ ຮູ້​ວ່າ ຢູ່​ໃນ​ຊ່ວງ​ມະຕະ​ນີ້ ​ເຮົາ​ຈະ​ປະ​ເຊີນ​ກັບ​ການ​ທ້າ​ທາຍ, ຄວາມທຸກ​ຍາກ​ລຳບາກ, ​ແລະ ຄວາມ​ສັບສົນ; ພຣະອົງ​ຮູ້​ວ່າ ​ເຮົາ​ຈະ​ດີ້ນ​ລົນ​ກັບ​ຄຳ​ຖາມ, ຄວາມ​ຜິດ​ຫວັງ, ການ​ລໍ້​ລວງ, ​ແລະ ຄວາມ​ອ່ອນ​ແອ. ​ເພື່ອ​​ໃຫ້​ເຮົາ​ມີ​ກຳລັງ​ທາງ​ຮ່າງກາຍ ​ແລະ ​ໄດ້​ຮັບ​ການ​ຊົງ​ນຳ​ຈາກ​ສະຫວັນ, ພຣະອົງ​ຈຶ່ງ​ໄດ້​ປະທານ​ພຣະວິນ​ຍານ​ສັກສິດ​ໃຫ້​ເຮົາ, ພຣະນາມ​ໜຶ່ງ​ອີກ​ເອີ້ນ​ວ່າ ພຣະວິນ​ຍານ​ບໍລິສຸດ.

ພຣະວິນ​ຍານ​ບໍລິສຸດ​ຜູກ​ມັດ​ເຮົາ​ໄວ້​ກັບ​ພຣະຜູ້​ເປັນ​ເຈົ້າ. ​ໂດຍ​ທາງ​ການ​ມອບ​ໝາຍ​ແຫ່ງ​ສະຫວັນ, ພຣະອົງ​ດົນ​ໃຈ, ​ເປັນ​ພະຍານ, ​ເປັນຄູ​ສອນ, ​ແລະ ​ກະ​ຕຸ້ນ​ເຮົາ ​ໃຫ້​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ສັກສິດ ​ເພື່ອ​ຮຽນຮູ້​ທີ່​ຈະ​ຮູ້ຈັກ​ອິດ​ທິພົນ​ຂອງ​ພຣະອົງ ​ໃນ​ຊີວິດ​ຂອງ​ເຮົາ ​ແລະ ​ເຮັດ​ຕາມ.

ທ່ານ​ຈື່​ຈຳ​ຄຳ​ສັນຍາ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບໍ​ວ່າ ພຣະອົງ​ຈະ​ປະທານ​ວິນ​ຍານ​ສ່ວນ​ໜຶ່ງ​ໃຫ້​ແກ່​ເຮົາ ຊຶ່ງ​ຈະ​ໃຫ້​ຄວາມ​ສະຫວ່າງ​ແກ່​ຄວາມ​ຄິດ​ຂອງ​ເຮົາ, ຊຶ່ງ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມສຸກ.4 ຂ້າພະ​ເຈົ້າມັກ​ຄຳ​ຮັບຮອງ​ນີ້. ຄວາມສຸກ​ທີ່​ເຕັມ​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ ​ໄດ້ນຳ​ມຸມ​ມອງ​ນິລັນ​ດອນມາ​ກັບ​ມັນ ​ຊຶ່ງ​ແຕກ​ຕ່າງ​ກັບ​ການ​ດຳ​ລົງ​ຊີວິດໃນ​ແຕ່​ລະ​ວັນ. ຄວາມສຸກ​ນັ້ນ​ໄດ້​ມາ​ເຖິງ ​ເປັນ​ສັນຕິ​ສຸກ​ໃນ​ທ່າມກາງ​ບັນຫາ​ຫຍຸ້ງຍາກ ຫລື ຄວາມ​ເຈັບ​ປວດ​ໃຈ. ມັນ​ໃຫ້​ການ​ປອບ​ໂຍນ ​ແລະ ຄວາມ​ກ້າຫານ, ​ເປີດ​ເຜີຍ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ, ​ແລະ ຂະຫຍາຍ​ຄວາມ​ຮັກ​ຂອງ​ເຮົາ​ສຳລັບ​ພຣະຜູ້​ເປັນ​ເຈົ້າ ​ແລະ ລູກໆ​ທັງ​ໝົດ​ຂອງ​ພຣະ​ເຈົ້າ. ​ເຖິງ​ແມ່ນ​ວ່າ ຈຳ​ເປັນ​ທີ່ຕ້ອງ​ມີພອນ​ເຊັ່ນ​ນັ້ນຫລາຍ​ປານ​ໃດ​ກໍ​ຕາມ, ​ແຕ່​ໃນ​ຫລາຍ​ວິທີ​ທາງ ​ໂລກ​ຍັງລືມ​ໄລ ​ແລະ ປະ​ຖິ້ມ​ມັນ​ໄປ.

ແຕ່​ລະອາ​ທິດ ​ເມື່ອ​ເຮົາ​ຮັບ​ເອົາ​ສິນ​ລະ​ລຶກທີ່​ສັກສິດ, ​ເຮົາ​ໄດ້​ເຮັດ​ພັນທະ​ສັນຍາ​ທີ່​ຈະ “ລະນຶກ​ເຖິງ​ພຣະອົງ​ຕະຫລອດ​ເວລາ,” ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ​ແລະ ການ​ເສຍ​ສະລະ​ຊົດ​ໃຊ້ຂອງ​ພຣະອົງ. ​ເມື່ອ​ເຮົາ​ຮັກສາ​ພັນທະ​ສັນຍາ​ທີ່​ສັກສິດ​ນີ້, ຄຳ​ສັນຍາ​ໄດ້​ຖືກ​ມອບໃຫ້​ແກ່​ເຮົາ ເພື່ອເຮົາຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ.5

ເຮົາ​ຈະ​ເຮັດ​ໄດ້​ແນວ​ໃດ?

ທຳ​ອິດ, ​ເຮົາ​ພະຍາຍາມ​ດຳລົງ​ຊີວິດ​ໃຫ້​ມີຄ່າ​ຄວນ ຕໍ່​ພຣະວິ​ນຍານ.

ພຣະວິນ​ຍານ​ບໍລິສຸດ​ສະຖິດ​ຢູ່ກັບ​ບຸກຄົນ​ທີ່ “ນັບ​ມື້​ນັບ​ວັນ ພວກ​ເຂົາ​ຍິ່ງໝັ້ນຢູ່​ໃນ​ການ​ລະນຶກ​ເຖິງ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຂົາ.”6 ດັ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ແນະນຳ, ​ເຮົາ​ຕ້ອງປະ​ວາງ​ສິ່ງ​ທີ່​ເປັນ​ຂອງ​ໂລກ​ນີ້, ​ແລະ ສະ​ແຫວງຫາ​ສິ່ງ​ທີ່​ດີກວ່າ,7 ​ເພາະ “ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າຈະ​ບໍ່​ປະ​ທັບ​ຢູ່​ໃນ​ວິຫານ​ທີ່​ບໍ່​ບໍລິສຸດ.”8 ເຮົາ​ຕ້ອງ​ພະຍາຍ​າມສະ​ເໝີ​ທີ່​ຈະ​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ, ສຶກສາ​ພຣະຄຳ​ພີ, ອະທິຖານ, ​ໄປ​ພຣະວິຫານ, ​ແລະ ດຳລົງ​ຊີວິດ​ຢ່າງ​ຊື່​ຕົງ​ຕໍ່​ ຂໍ້​ທີສິບ​ສາມ ຂອງຫລັກ​ແຫ່ງ​ຄວາມ​ເຊື່ອ, “​​ໃນ​ການ​ເປັນ​ຄົນ​ຊື່ສັດ, ຈິງ​ໃຈ, ບໍລິສຸດ, ມີ​ເມດ​ຕາ, ມີ​ຄຸນ​ນະ​ທຳ, ​ແລະ ... ​ໃນ​ການ​ເຮັດ​ຄວາມ​ດີ​ຕໍ່​ມະນຸດ​ທັງ​ປວງ.”

ສອງ, ເຮົາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະວິນ​ຍານ.

ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ວ່າ, ພຣະອົງ​ຈະ​ບອກ​ເຮົາ​ໃນ​ຈິດ​ໃຈ ​ແລະ ​ໃນ​ຫົວໃຈ​ຂອງ​ເຮົາ, ​ໂດຍ​ພຣະວິນ​ຍານ​ບໍລິສຸດ, ຊຶ່ງ​ຈະ​ມາສູ່​ເຮົາ ​ແລະ ຈະ​ມາສະ​ຖິດ​ຢູ່​ໃນຫົວ​​ໃຈ​ຂອງ​ເຮົາ.9 ຂ້າພະ​ເຈົ້າ​ໄດ້​ເລີ່ມຕົ້ນ​ເຂົ້າ​ໃຈ​ສິ່ງ​ນີ້ ຕອນ​ຂ້າພະ​ເຈົ້າ​ເປັນ​ຜູ້​ສອນ​ສາດສະໜາ​ໜຸ່ມ ຢູ່​ເມືອງສະກາດ​ ພະ​ເລນ, ລັດ ນິວ​ເຈີ​ຊີ. ມື້ໜຶ່ງ ​ໃນ​ເດືອນ​ກໍລະກົດ​ທີ່​ຮ້ອນ​ອົບ​ເອົ້າ, ຄູ່​ສອນ ​ແລະ ຂ້າພະ​ເຈົ້າ ຮູ້ສຶກ​ວ່າ ​ໄດ້​ຖືກ​ກະ​ຕຸ້ນໃຫ້​ໄປ​ສອນ​ຕາມ​ບັດ​ແນະນຳ​ຜູ້​ສົນ​ໃຈ ທີ່​ມາຈາກບໍລິ​ເວນ​ພຣະວິຫານ​ເຊົາ​ເລັກ. ພວກ​ເຮົາ​ໄດ້​ໄປ​ເຄາະ​ປະຕູ​ຂອງ​ບ້ານ ​ແອວ​ວູດ ຊາບ​ເຟີ. ​ແມ່​ບ້ານຊາບ​ເຟີ ກໍ​ໄດ້​ບອກ​ດ້ວຍ​ຄວາມ​ສຸພາບ​ວ່າ ​ລາວບໍ່​ສົນ​ໃຈ.

ໃນ​ຂະນະ​ທີ່​ນາງ​ກຳລັງ​ປິດ​ປະຕູ, ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ວ່າ​ຕ້ອງ​ເຮັດ​ບາງ​ສິ່ງ ທີ່​ຂ້າພະ​ເຈົ້າບໍ່​ເຄີຍ​ເຮັດ​ມາ​ກ່ອນ ​ແລະ ກໍ​ບໍ່​ເຄີຍ​ເຮັດ​​ແບບ​ນັ້ນອີກ ນັບ​​ແຕ່​ນັ້ນມາ! ຂ້າພະ​ເຈົ້າ​ໄດ້​ເດ່​ຕີນ​ເຂົ້າ​ໄປ​ຫວ່າງ​ປະຕູ ​ແລະ ຖາມ​ວ່າ, “ມີ​ຄົນ​ອື່ນ​ບໍ​ ທີ່ສົນ​ໃຈຟັງ​ຂ່າວສານ​ຂອງ​ພວກ​ເຮົາ?” ລູກ​ສາວ​ຂອງ​ນາງ​ອາຍຸ 16 ປີ ຊື່ ມາ​ທີ ສົນ​ໃຈ​ຟັງ, ​ແລະ ​ໄດ້​ອະທິຖານ​ຢ່າງ​ຕັ້ງ​ໃຈ ຂໍ​ການ​ຊົງ​ນຳ ​ໃນ​ມື້​ທີ່​ຜ່ານ​ມານັ້ນ. ນາງ​ມາ​ທີ ​ໄດ້​ພົບ​ກັບ​ພວກ​ເຮົາ, ​ແລະ ​ບໍ່​ດົນ​ຈາກ​ນັ້ນ, ​ແມ່​ຂອງ​ນາງ​ກໍ​ໄດ້​ມາຟັງ​ນຳ. ທັງ​ສອງ​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ.

ແອວ​ເດີ ​ແຣັສ໌​ແບນ ຕອນ​ເປັນ​ຜູ້​ສອນ​ສາດສະໜາ

ຈາກ​ການ​ຮັບ​ບັບຕິ​ສະມາ​ຂອງ​ນາງ​ມາ​ທີ, ມີ​ຜູ້​ຄົນ​ອີກ​ຈຳນວນ 136 ຄົນ ມາ​ເຂົ້າຮ່ວມ, ​ຫລາຍຄົນ​ມາ​ຈາກ​ຄອບຄົວ​ຂອງ​ນາງ​ເອງ, ​ແລະ ​ໄດ້​ຮັບ​ບັບຕິ​ສະມາ ​ແລະ ເຮັດ​ພັນ​ທະ​ສັນຍາ​ແຫ່ງ​ພຣະກິດ​ຕິ​ຄຸນ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ທີ່​ໄດ້​ເຊື່ອ​ຟັງ​ພຣະວິນ​ຍານ​ບໍລິສຸດ ​ແລະ ​ໄດ້ເດ່​ຕີນ​ເຂົ້າ​ໄປ​ໃນ​ຫວ່າງ​ປະຕູ ​ໃນ​ມື້​ທີ່​ອົບ​ເອົ້າຂອງ​ເດືອນ​ກໍລະກົດ​ນັ້ນ. ນາງ​ມາ​ທີ ພ້ອມ​ດ້ວຍ​ຫລາຍ​ຄົນ​ໃນ​ຄອບຄົວທີ່​ຮັກ​ຂອງ​ນາງ ກໍ​ຢູ່​ນີ້ ​ໃນ​ມື້​ນີ້​ຄື​ກັນ.

ສາມ, ເຮົາ​ຕ້ອງ​ຮູ້ຈັກ​ພຣະວິນ​ຍານ​ເມື່ອ​ພຣະອົງ​ສະ​ເດັດມາ.

ປະສົບ​ການ​ຂອງ​ຂ້າພະ​ເຈົ້າ​ແມ່ນ ສ່ວນ​ຫລາຍ​ແລ້ວ​ພຣະວິນ​ຍານ​ຈະ​ສື່ສານ​ກັບ​ຂ້າພະ​ເຈົ້າທາງ​ຄວາມ​ຮູ້ສຶກ. ທ່ານ​ຈະ​ຮູ້ສຶກ​ໃນ​ຖ້ອຍ​ຄຳ ທີ່​ທ່ານ​ເຄີຍ​ໄດ້​ຍິນ, ທີ່​ທ່ານ​ເຂົ້າ​ໃຈ, ທີ່ກະ​ຕຸ້ນ​ທ່ານ. ​ໃຫ້​ເຮົາ​ມາ​ໄຕ່ຕອງ​ກ່ຽວ​ກັບ​ຄຳ​ຕອບ​ຂອງ​ນີ​ໄຟ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຟັງ​ພຣະຜູ້​ເປັນ​ເຈົ້າ​ອະທິຖານ​ເພື່ອ​ເຂົາ​ເຈົ້າ ທີ່​ວ່າ: “ແລະ ຝູງ​ຊົນ​ໄດ້​ຍິນ ​ແລະ ​ໄດ້​ເປັນ​ພະຍານ; ​ແລະ ​ໃຈ​ຂອງ​ພວກ​ເຂົາ​ເປີດ​ອອກ ​ແລະ ພວກ​ເຂົາ​ເຂົ້າ​ໃຈ​ສິ່ງ​ທີ່​ພຣະອົງ​ໄດ້​ອະທິຖານ​ໃນ​ໃຈ​ຂອງ​ພວກ​ເຂົາ.”10 ​ເຂົາ​ເຈົ້າຮູ້ສຶກ​ໃນ​ໃຈ ​ເຖິງ​ຄຳ​ອະທິຖານ​ຂອງ​ພຣະອົງ. ສຸລະສຽງ​ຂອງ​ພຣະວິນ​ຍານ​ສັກສິດ​ແມ່ນ​ແຜ່ວ​ເບົາ.

ໃນ​ພຣະຄຳ​ພີ​ເດີມ, ​ເອລີ​ຢາ ​ໄດ້​ປະ​ເຊີນ​ໜ້າ​ກັບ​ພວກ​ປະ​ໂລຫິດ​ຂອງ​ພຣະບາ​ອານ. ພວກ​ປະ​ໂລຫິດ​ໄດ້​ຂໍ​ໃຫ້ “ສຸລະສຽງ” ຂອງ​ພຣະບາ​ອານ ລົງ​ມາ ​ແບບ​ຟ້າຮ້ອງ ​ແລະ ຈຸດ​ໄຟ​ເພື່ອ​​ເຜົາ​ເຄື່ອງ​ຖວາຍ. ​ແຕ່​ກໍ​ບໍ່​ມີ​ສຽງ, ​ແລະ ກໍ​ບໍ່​ມີ​ໄຟ​ລົງ​ມາ.11

ຫລັງ​ຈາກ​ນັ້ນ, ​ເອລີ​ຢາ​ໄດ້​ອະທິຖານ. “ແລະ ຈົ່ງ​ເບິ່ງ, ກ່ອນ​ໜ້າ​ພຣະຜູ້​ເປັນ​ເຈົ້າສະ​ເດັດ​ໄປ ກໍ​ເກີດ​ມີ​ລົມ​ພະຍຸ​ຮ້າຍ​ຈົນ​ເຮັດ​ໃຫ້​ພູ​ເຂົາ​ຍະ​ອອກ, ​ແລະ ​ເຮັດ​​ໃຫ້​ກ້ອນ​ຫີນ​ແຕກ​ເປັນ​ກ້ອນໆ; ​ແຕ່​ພຣະຜູ້​ເປັນ​ເຈົ້າບໍ່​ໄດ້​ຢູ່​ໃນ​ລົມ​ນັ້ນ: ຫລັງ​ຈາກ​ນັ້ນກໍ​ເກີດ​ແຜ່ນດິນ​ໄຫວ; ​ແຕ່​ພຣະຜູ້​ເປັນ​ເຈົ້າບໍ່​ໄດ້​ຢູ່​ໃນ​ແຜ່ນດິນ​ໄຫວ​ນັ້ນ:

“ຫລັງ​ຈາກ​ແຜ່ນດິນ​ໄຫວ​ກໍ​ມີ​ໄຟ, ​ແຕ່​ພຣະຜູ້​ເປັນ​ເຈົ້າບໍ່​ໄດ້​ຢູ່​ໃນ​ໄຟ​ນີ້: ​ແລະ ຫລັງ​ຈາກ​ໄຟ​ກໍ​ມີ​ສຽງ​ກະຊິບ​ເບົາໆ ດັງ​ແວ່​ວມາ.”12

ທ່ານ​ຮູ້ຈັກ​ສຽງ​ນັ້ນບໍ?

ປະທານ​ມອນ​ສັນ​ໄດ້​ສອນ​ວ່າ, “ເມື່ອ​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​ຂອງ​ຊີວິດ, ຂໍ​ໃຫ້​ເຮົາ​ຮຽນ​ຮູ້​ພາສາ​ຂອງ​ພຣະວິນ​ຍານ.”13 ພຣະວິນ​ຍານ​ກ່າວ​ພຣະຄຳ ທີ່​ເຮົາ “ຮູ້ສຶກ.” ຄວາມ​ຮູ້ສຶກ​ດັ່ງກ່າວ​ແມ່ນ​ນິ້ມ​ນວນ, ຊັກ​ຊວນ​ໃຫ້​ກະທຳ, ​ໃຫ້​ເຮັດ​ບາງ​ສິ່ງ, ​ໃຫ້​ກ່າວ​ບາງ​ຢ່າງ, ​ໃຫ້​ຕອບ​ຮັບ​ບາງ​ວິທີ​. ຖ້າ​ຫາກ​ເຮົາ​ເມີນ​ເສີຍ ຫລື ພໍ​ໃຈ​ແລ້ວ​ກັບ​ການ​ນະມັດ​ສະການ​ຂອງ​ເຮົາ, ສົນ​ໃຈກັບ​ການສະ​ແຫວງຫາ​ທາງ​ໂລກ ​ແລະ ຊ້າ​ຕໍ່​ຄວາມ​ຮູ້ສຶກ, ​ແລ້ວ​ເຮົາ​ຈະ​ພົບ​ວ່າ ​ເຮົາ​ບໍ່​ສາມາດ​ຮູ້ສຶກ​ໄດ້​ອີກ. ນີ​ໄຟ​ໄດ້​ກ່າວ​ກັບ​ເລ​ມັນ ​ແລະ ​ເລ​ມູ​ເອນ​ວ່າ, “ພວກ​ເຈົ້າ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະອົງ​ເປັນ​ບາງ​ຄັ້ງ; ​ແລະ ພຣະອົງ​ໄດ້​ຮັບ​ສັ່ງ​ກັບ​ພວກ​ເຈົ້າດ້ວຍ​ສຽງ​ອັນ​ເບົາໆ, ​ແຕ່​ພວກ​ເຈົ້າມີ​ໃຈ​ແຂງ​ເກີນ​ກວ່າ​ທີ່​ຈະ​ຮູ້ສຶກ, ພວກ​ເຈົ້າຈຶ່ງ​ຮູ້ສຶກ​ໃນ​ຄຳ​ຂອງ​ພຣະອົງ​ບໍ່​ໄດ້.”14

ເດືອນ​ມິຖຸນາ​ປີ​ແລ້ວ​ນີ້ ຂ້າພະ​ເຈົ້າ​ໄດ້​ໄປ​ເຮັດ​ໜ້າ​ທີ່​ມອບ​ໝາຍ​ຢູ່​ອາ​ເມຣິກາ​​ໃຕ້. ພວກ​ເຮົາ​ມີ​ຫລາຍສິ່ງ ​ທີ່​ຕ້ອງ​ຟ້າວ​ເຮັດ​ໃຫ້​ສຳ​ເລັດ ​ໃນ 10 ມື້ນັ້ນ ຂະນະ​ທີ່ໄປ​ຢາມ ​ໂຄ​ລຳ​ເບຍ, ​ເປຣູ, ​ແລະ ​ເອກວາ​ດໍ. ​ແຜ່ນດິນ​ໄຫວ​​ທີ່​ຮ້າຍ​ແຮງ ​ໄດ້​ຂ້າ​ຫລາຍ​ຮ້ອຍ​ຄົນ, ​ໄດ້​ເຮັດ​ໃຫ້​ຫລາຍ​ສິບ​ພັນ​ຄົນ​ບາດ​ເຈັບ, ​ໄດ້​ທຳລາຍ​ເຮືອນ​ຊານ ​ແລະ ຊຸມ​ຊົນ​ໃນ​ເມືອງ​ພໍ​ໂຕ​ເວຍ​ໂຫ ​ແລະ ມານ​ຕາ ຂອງ​​ເອກວາ​ດໍ. ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ກະ​ຕຸ້ນ ​​ໃຫ້​ເພີ່ມ​ການໄປ​ຢ້ຽມຢາມ​ສະມາຊິກ​ຢູ່​ໃນ​ເມືອງ​ດັ່ງກ່າວ ​ໃສ່​ໃນ​ລາຍການ​ໄປ​ຢ້ຽມຢາມຂອງ​ພວກ​ເຮົາ​. ​ໂດຍ​ທີ່​ຫົນທາງ​ຖືກ​ທຳລາຍ, ພວກ​ເຮົາ​ຈຶ່ງບໍ່​ແນ່​ໃຈ​ວ່າ ຈະ​ສາມາດ​ໄປ​ເຖິງ​ຫລື​ບໍ່. ຕາມ​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ຖືກ​ບອກ​ວ່າ ພວກ​ເຮົາ​ບໍ່​ສາມາດ​ໄປ​ເຖິງ, ​ແຕ່​ການ​ກະ​ຕຸ້ນ​ນັ້ນ ບໍ່​ໄດ້​ຈາກ​ໄປ—​ໃນ​ທີ່​ສຸດ, ພວກ​ເຮົາກໍ​ໄດ້​ຮັບ​ພອນ ​ແລະ ສາມາດ​ໄປ​ຢ້ຽມຢາມ​ທັງ​ສອງ​ເມືອງ.

ໂດຍ​ທີ່​ໄດ້​ບອກ​ກ່າວ​ໃຫ້​ສະມາຊິກ​ຮູ້ຈັກ​ໃນ​ເວລາ​ສັ້ນໆ, ຂ້າພະ​ເຈົ້າຄິດ​ວ່າ ຈະ​ມີ​ຜູ້ນຳ​ຖານະ​ປະ​ໂລຫິດ​ໃນທ້ອງ​ຖິ່ນ​ພຽງ​ສອງ​ສາມ​ຄົນ​ມາຮ່ວມ ການ​ເຕົ້າ​ໂຮມ​ທີ່​​ເລັ່ງດ່ວນ​ນັ້ນ. ​ແຕ່​ພວກ​ເຮົາ​ໄດ້​ໄປ​ເຖິງ​ຕຶກ​ສະ​​ເຕກ​ແຕ່ລະ​ແຫ່ງ ​ແລະ ພົບ​ເຫັນ​ຕຶກ​ສະ​ເຕກ ເຕັມ​ໄປ​ດ້ວຍ​ສະມາຊິກ. ບາງ​ຄົນ​ທີ່​ໄປ​ຮ່ວມ ກໍ​ເຂັ້ມ​ແຂງ​ຫລາຍ​ທີ່​ສຸດ​ໃນ​ຂົງ​ເຂດ, ​​ເປັນ​ຜູ້​ບຸກ​ເບີກ​ທີ່​ໝັ້ນຄົງ​ໃນ​ສາດສະໜາ​ຈັກ, ຊຸກ​ຍູ້​ຄົນ​ອື່ນ​ໃຫ້​ມາ​ຮ່ວມ​ກັບເຂົາ​ເຈົ້າ ​ໃນ​ການ​ນະມັດສະການ ​ແລະ ຮູ້ສຶກ​ເຖິງ​ພຣະວິນ​ຍານ ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ນັ່ງ​ຢູ່​ແຖວ​ໜ້າ ​ແມ່ນ​ສະມາຊິກ​ຜູ້​ທີ່​ໄດ້​ສູນ​ເສຍ​ຄົນ​ທີ່​ເຂົາ​ເຈົ້າຮັກ​ ​ແລະ ​ເພື່ອນ​ບ້ານໄປ ​ໃນ​ແຜ່ນດິນ​ໄຫວ. ຂ້າພະ​ເຈົ້າ​ໄດ້​ຖືກ​ກະ​ຕຸ້ນໃຫ້​ມອບຄຳ​ອວຍພອນ​ຂອງ​ອັກຄະ​ສາວົກ ​ໃຫ້​ແກ່​ຜູ້​ທີ່​ມາ​ຮ່ວມ​ທຸກ​ຄົນ, ຊຶ່ງ​ເປັນ​ເທື່ອ​ທຳ​ອິດ ທີ່​ຂ້າພະ​ເຈົ້າ​ໄດ້​ເຮັດ. ​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າຢືນ​ຢູ່​ໜ້າ​ຫ້ອງນັ້ນ, ​ແຕ່​ເບິ່ງ​ຄື​ກັບ​ວ່າ ມື​ຂອງ​ຂ້າພະ​ເຈົ້າ​ໄດ້​ວາງ​ລົງ​ໃສ່​ເທິງ​ຫົວ​ຂອງ​ທຸກ​ຄົນ ​ແລະ ຮູ້​ສຶກວ່າ ພຣະຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ຫລັ່ງ​ໄຫລ​ອອກ​ມາ.

ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ແຣັສ໌​ແບນ ​ໃນ​ອາ​ເມຣິກາ​ໃຕ້

ມັນ​ບໍ່​ໄດ້​ຈົບ​ລົງ​​ແຕ່​ທໍ່ນັ້ນ. ຂ້າພະ​ເຈົ້າ​ໄດ້ຮັບ​ການ​ກະ​ຕຸ້ນ ​ໃຫ້​ກ່າວ​ກັບ​ເຂົາ​ເຈົ້າ ຄື​ກັນ​ກັບ​ຕອນພຣະ​ເຢຊູ​ຄຣິດ ​ໄດ້​ໄປ​ຢ້ຽມຢາມຜູ້​ຄົນ​ໃນ​ອາ​ເມຣິກາ. “ພຣະອົງ​ໄດ້​ເອົາ​ເດັກນ້ອຍໆ​ຂອງ​ພວກ​ເຂົາ​ມາ​ເທື່ອ​ລະ​ຄົນ, ​ແລະ ອວຍພອນ​ພວ​ກ​ເຂົາ, ​ແລະ ອະທິຖານ​ຕໍ່​ພຣະບິດາ​ເພື່ອ​ພວກ​ເຂົາ.”15 ພວກ​ເຮົາ​ໄດ້​ໄປປະ​ເທດ ​ເອກວາ​ດໍ, ​ໄດ້​ໄປ​​ເຮັດ​ພາລະກິດ​ໃຫ້​ພຣະບິດາ​ຂອງ​ພວກ​ເຮົາ, ​ແລະ ຜູ້​ຄົນ​ເຫລົ່າ​ນີ້ ​ແມ່ນ​ລູກໆ​ຂອງ​ພຣະອົງ.

ສີ່, ເຮົາ​ຕ້ອງ​ເຮັດ​ຕາມ​ການ​ກະ​ຕຸ້ນ​ເທື່ອ ທຳ​ອິດ.

ທ່ານ​ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ນີ​ໄຟໄດ້​ບໍ​ ທີ່ວ່າ: “ພຣະວິນ​ຍານ​ໄດ້​ນຳ​ຂ້າພະ​ເຈົ້າ​ໄປ, ​ໂດຍ​ບໍ່​ຮູ້ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່​ຂ້າພະ​ເຈົ້າຄວນ​ຈະ​ເຮັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ,” ​ເພິ່ນ​ກ່າວ, “ຂ້າພະ​ເຈົ້າກໍ​ເຂົ້າ​ໄປ.”16

ເຮົາ​ກໍ​ຄວນ​ເຮັດ​ເຊັ່ນ​ນັ້ນຄື​ກັນ. ​ເຮົາ​ຕ້ອງ​ໝັ້ນ​ໃຈ​ໃນ​ການ​ກະ​ຕຸ້ນ​ເທື່ອ​ທຳ​ອິດ. ບາງ​ເທື່ອ​ເຮົາ​ຫາ​ເຫດຜົນ, ​ເຮົາ​ສົງ​ໄສ ຖ້າ​ຫາກ​ວ່າ ​ເຮົາ​ຮູ້ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ ຫລື ວ່າ​ມັນ​ເປັນຄວາມ​ຄິດ​ຂອງ​ເຮົາ​ເອງ. ​ເມື່ອ​ເຮົາ​ເລີ່ມຕົ້ນສົງ​ໄສ​ ເປັນເທື່ອ​ທີ​ສອງ, ຫລື ​ທີສາມ ກ່ຽວ​ກັບ​ຄວາມ​ຮູ້ສຶກ​ຂອງ​ເຮົາ—​ແລະ ​ເຮົາ​ທຸກ​ຄົນ​ກໍ​ເຄີຍ​ສົງ​ໄສ—​ເຮົາ​ຈະປ່ອຍ​ພຣະວິນ​ຍານ​ໄປ; ​ເຮົາ​ໄດ້​ສົງ​ໄສ​ຄຳ​ແນະນຳ​ແຫ່ງ​ສະຫວັນ. ສາດສະດາ​ໂຈ​ເຊັບ ສະ​ມິດ “ໄດ້​ສອນ​ວ່າ ຖ້າ​ຫາກ​ທ່ານ​ເຮັດ​ຕາມການ​ກະ​ຕຸ້ນເທື່ອ​ທຳ​ອິດ, ທ່ານ​ຈະ​ເຮັດ​ຖືກຕ້ອງ ​ເກົ້າ​ສິບ​ເປີ​ເຊັນ.17

ມີ​ຄຳ​ເຕືອນ​ວ່າ: ຢ່າຫວັງ​ຢາກ​ໄດ້ລາງວັນ​ຢ່າງ​ຫລວງຫລາຍ ​ເພາະ​ທ່ານ​ໄດ້​​ເຮັດ​ຕາມ​ການ​ດົນ​ໃຈ​ຂອງ​ພຣະວິນ​ຍານ​ບໍ​ລິ​ສຸດ. ຈົ່ງ​ຈື່​ຈຳ​ວ່າ, ທ່ານ​ເຮັດ​ວຽກ​ງານ​ຂອງສຽງ​ອັນເບົາໆ.

ຕອນ​ໄດ້​ຮັບ​ໃຊ້​ເປັນ​ປະທານ​ເຜີຍ​ແຜ່ ຢູ່​ເມືອງ​ນິວຢອກ, ຂ້າພະ​ເຈົ້າ​ໄດ້​ຢູ່​ກັບ​ກຸ່ມ​ຜູ້​ສອນ​ສາດສະໜາ ຢູ່​ຮ້ານ​ອາຫານ ​ໃນ​ເມືອງ ບຣ້ອງ. ຄອບຄົວ​ໜຶ່ງ​ທີ່​ຍັງ​ໜຸ່ມໄດ້​ເຂົ້າມາ ​ແລະ ນັ່ງ​ຢູ່​ໃກ້​ໂຕະ​ຂອງ​ພວກ​ເຮົາ. ​​ເບິ່ງ​ຄື​ວ່າ ​ເຂົາ​ເຈົ້າພ້ອມ​​ແລ້ວທີ່​ຈະ​ຮັບ​ເອົາ​ພຣະກິດ​ຕິ​ຄຸນ. ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ກຸ່ມ​ຜູ້​ສອນ​ສາດສະໜາ​ ​ໃນ​ຂະນະ​ທີ່​​ເຂົາ​ເຈົ້າ​ເວົ້າລົມ​ກັບ​ຂ້າພະ​ເຈົ້າ, ​ແລະ ​ໄດ້​ສັງ​ເກດ​ເຫັນ​ວ່າ ຄອບຄົວ​ນັ້ນ​ໄດ້​ຮັບ​ປະທານ​ອາຫານ​ແລ້ວ ​ແລະ ​ໄດ້ອອກ​ໄປ. ​ແລ້ວ​ຂ້າພະ​ເຈົ້າ​ໄດ້​ເວົ້າວ່າ, “ແອວ​ເດີ, ມີ​ບົດຮຽນ​ໜຶ່ງ​ໃນ​ມື້​ນີ້. ພວກ​ເຈົ້າ​ໄດ້​ເຫັນ​ຄອບຄົວ​ທີ່​ໜ້າ​ຮັກ​ຄອບຄົວ​ໜຶ່ງ ​ເຂົ້າມາ​ໃນ​ຮ້ານ​ອາຫານ​ນີ້. ພວກ​ເຮົາ​ຄວນ​ເຮັດ​ສິ່ງ​ໃດ?”

ແອວ​ເດີ​ຜູ້​ໜຶ່ງ​ໄດ້​ຕອບ​ຢ່າງ​ໄວ ວ່າ: “ຂ້ານ້ອຍ​ກໍ​ຄິດ​ຢາກ​ລຸກຂຶ້ນ ​ແລະ ຍ່າງ​ໄປ​ເວົ້າລົມ​ກັບ​ເຂົາ​ເຈົ້າ. ຂ້ານ້ອຍ​ຮູ້ສຶກ​ໄດ້​ຮັບ​ການ​ກະ​ຕຸ້ນ, ​ແຕ່​ຂ້ານ້ອຍ​ບໍ່​ໄດ້​ເຮັດ​ຕາມ.”

ຂ້າພະ​ເຈົ້າ​ໄດ້​ເວົ້າວ່າ, “ແອວ​ເດີ, ພວກ​ເຮົາ​ຕ້ອງ​ເຮັດ​ຕາມ​ການກະ​ຕຸ້ນເທື່ອ​ທຳ​ອິດສະ​ເໝີ. ການ​ກະ​ຕຸ້ນ​ທີ່​ເຈົ້າຮູ້ສຶກ ​ແມ່ນ​ພຣະວິນ​ຍານ​ບໍລິສຸດ!”

ການ​ກະ​ຕຸ້ນ​ເທື່ອ​ທຳ​ອິດ ​ແມ່ນ​ການ​ດົນ​ໃຈ​ທີ່​ບໍລິສຸດ​ຈາກ​ສະຫວັນ. ​ເມື່ອ​ມັນ​ຢືນຢັນ ຫລື ​ເປັນ​ພະຍານ​ຕໍ່​ເຮົາ, ​ເຮົາ​ຕ້ອງ​ຮັບ​ຮູ້​ຄວາມ​ຈິງ​​ແທ້ ​ແລະ ຢ່າ​ປ່ອຍ​ມັນ​ໃຫ້​ຜ່ານ​ໄປ​ລ້າໆ. ສ່ວນ​ຫລາຍ ນັ້ນຄື​ພຣະວິນ​ຍານ​ທີ່​ດົນ​ໃຈ​ເຮົາ ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ບາງ​ຄົນ​​ໃນ​ຄວາມ​ຂັດ​ສົນ, ​ໄປ​ຫາ​ຄອບຄົວ ​ແລະ ໝູ່​ເພື່ອນ​ໂດຍ​ສະ​ເພາະ. ສຽງ​ອັນ​ເບົາໆ … ຊຶ່ງ​ໄດ້​ຊື່ມ ​ແລະ ສຽບ​ແທງ​ທຸກ​ສິ່ງ​ທັງ​ປວງ,18 ຊີ້​ໃຫ້​ເຮົາ​ເຫັນ​ໂອກາດ​ທີ່​ຈະ​ສິດສອນ​ພຣະກິດ​ຕິ​ຄຸນ, ທີ່​ຈະ​ເປັນ​ພະຍານ​ເຖິງ​ການ​ຟື້ນ​ຟູ​ ​ແລະ ​ເຖິງ​ພຣະ​ເຢຊູ​ຄຣິດ, ທີ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫລືອ ​ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໃຍ, ​ແລະ ທີ່​ຈະ​ຊ່ວຍ​ກູ້​ລູກ​ຄົນ​ໜຶ່ງ​ທີ່​ປະ​ເສີດ​ຂອງ​ພຣະ​ເຈົ້າ.

ໃຫ້​ຄິດ​ວ່າ ມັນ​ເປັນ​ສິ່ງ​ທີ່​ຖືກ​ເອີ້ນ​ວ່າ “ຜູ້​ຕອບ​ຮັບຄົນ​ທຳ​ອິດ.” ​ໃນ​ຊຸມ​ຊົນ​ສ່ວນ​ໃຫຍ່, ຜູ້​ຕອບ​ຮັບ​ຄົນທຳ​ອິດ ​ໃນຍາມ​ສຸກ​ເສີນ, ​ໄພ​ທຳ​ມະ​ຊາດ, ຫລື ​ໄພພິບັດ ​ແມ່ນ​ຜູ້ດັບ​ເພີງ, ຕຳຫລວດ, ​ແພດ. ​ເຂົາ​ເຈົ້າມາ​ດ້ວຍ​ແສງ​ໄຟ​ແມບໆ, ​ແລະ ຂ້າພະ​ເຈົ້າຂໍ​ເວົ້າຕື່ມວ່າ, ພວກ​ເຮົາ​ກໍ​ດີ​ໃຈຫລາຍທີ່​ເຫັນ​ເຂົາ​ເຈົ້າ. ວິທີ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແມ່ນ​ມິດ​ງຽບ​ກວ່າ​ນັ້ນ ​ແຕ່​ຮຽກຮ້ອງ​ໃຫ້​ເຮັດ​ຕາມ​ທັນທີ. ພຣະຜູ້​ເປັນ​ເຈົ້າຮູ້​ຈັກ​ເຖິງ​ຄວາມ​ຕ້ອງການ ຂອງ​ລູກ​ທຸກ​ຄົນ​ຂອງ​ພຣະອົງ—​ແລະ ພຣະອົງ​ຮູ້​ວ່າ ຜູ້​ໃດ​ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫລືອ. ຖ້າ​ຫາກ​ເຮົາ​ໃຫ້​ພຣະຜູ້​ຊ່ວຍ​ໃຫ້​ລອດ ຮູ້ຈັກ​ໃນ​ຄຳ​ອະທິຖານ​ຕອນ​ເຊົ້າຂອງ​ເຮົາ ວ່າ​ເຮົາ​ພ້ອມ​ແລ້ວ, ​ແລ້ວ​ພຣະອົງ​ຈະຂໍ​ໃຫ້​ເຮົາ​​ເຮັດ​ຕາມ. ຖ້າ​ຫາກ​ເຮົາ​ເຮັດ​ຕາມ, ພຣະອົງ​ຈະຂໍ​ໃຫ້​ເຮົາ​ເຮັດ​ຕື່ມ​ອີກ​ຫລາຍ​ເທື່ອ ​ແລະ ​ເຮົາ​ຈະ​ພົບ​ເຫັນ​ຕົວ​ເອງ ​ເປັນ​ຄົນ​ທີ່ປະທານ​ມອນ​ສັນ ​ເອີ້ນ​ວ່າ “ຜູ້​ແລ່ນ​ວຽກ​ໃຫ້​ພຣະຜູ້​ເປັນ​ເຈົ້າ.”19 ​ເຮົາ​ຈະ​ກາຍເປັນ​ຜູ້​ຕອບ​ຮັບຄົນ​ທຳ​ອິດ​ທາງ​ວິນ​ຍານ ​ໃນ​ການ​ນຳ​ຄວາມ​ຊ່ວຍ​ເຫລືອ​ມາ​ຈາກ​ເບື້ອງບົນ.

ຖ້າ​ຫາກ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ການ​ກະ​ຕຸ້ນ​ທີ່​ມາສູ່​ເຮົາ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ທາງ​ວິນ​ຍານ​ຫລາຍ​ຂຶ້ນ ​ແລະ ​ໄດ້​ຮັບ​ຄວາມ​ຮູ້ ​ແລະ ການ​ຊົງ​ນຳທາງ​ວິນ​ຍານ​ຫລາຍ​ຂຶ້ນ​ເລື້ອຍໆ. ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຮົາ​ວ່າ ​ໃຫ້ໄວ້​ວາງ​ໃຈ​ໃນ​ພຣະວິນ​ຍານ​ນັ້ນ ຊຶ່ງ​ພາ​ໃຫ້​ເຮັດ​ຄວາມ​ດີ.20

ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ການ​ເອີ້ນ​ຂອງ​ພຣະຜູ້​ເປັນ​ເຈົ້າ ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ​ເບີກບານ ​ເພາະ​ພຣະອົງ​ຈະ​ນຳພາ​ເຮົາ​ໄປ.21 ພຣະອົງ​ຈະ​ນຳພາ​ເຮົາໂດຍ​ພຣະວິນ​ຍານ​ບໍລິສຸດ. ຂໍ​ໃຫ້​ເຮົາ​ຈົ່ງ​ດຳລົງ​ຊີວິດຢ່າງ​ໃກ້ຊິດ​ກັບ​ພຣະວິນ​ຍານ, ​ເຮັດ​ຕາມ​ການ​ກະ​ຕຸ້ນ​​ເທື່ອ​ທຳ​ອິດຢ່າງ​ໄວ, ຮູ້​ວ່າ​ມັນ​ມາ​ຈາກ​ພຣະ​ເຈົ້າ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ ທີ່ຊົງ​ນຳ​ເຮົາ, ປົກ​ປ້ອງ​ເຮົາ, ​ແລະ ສະຖິດ​ຢູ່​ກັບ​ເຮົາ​ເລື້ອຍ​ໄປ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.