ຕໍ່ເພື່ອນ ແລະ ຜູ້ສົນໃຈສາດສະໜາຈັກ
ຖ້າທ່ານເຮັດສິ່ງທີ່ຈຳເປັນເພື່ອຮັບເອົາການເປີດເຜີຍ, ຖ່ອມຕົວ, ອ່ານ, ອະທິຖານ, ແລະ ກັບໃຈ, ແລ້ວຟ້າສະຫວັນຈະເປີດ ແລະ ທ່ານຈະຮູ້ດັ່ງທີ່ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄື ພຣະຄຣິດ.
ໃນບ່າຍວັນສຸກມື້ໜຶ່ງ ວັນທີ 16 ເດືອນກັນຍາ, 1988, ຢູ່ໃນຫວອດ ວິເຊັນເຕ ໂລເປສ໌ ໃນເມືອງບວຍໂນສ໌ ໄອເຣສ໌, ປະເທດອາກຊັງຕິນ, ຂ້າພະເຈົ້າໄດ້ຮັບບັບຕິສະມາເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ເພື່ອນສະນິດຊື່ ອະລິນ ສະແປັນນອສ໌ ໄດ້ບັບຕິສະມາໃຫ້ຂ້າພະເຈົ້າມື້ນັ້ນ, ແລະ ຂ້າພະເຈົ້າໄດ້ຮູ້ສຶກດີໃຈ, ເບົາຂຶ້ນ, ແລະ ຢາກຮຽນຕໍ່ໄປ.
ມື້ນີ້ຂ້າພະເຈົ້າຢາກແບ່ງປັນບົດຮຽນບາງເລື່ອງ ທີ່ຂ້າພະເຈົ້າໄດ້ຮຽນໃນເສັ້ນທາງທີ່ພາໄປສູ່ການຮັບບັບຕິສະມາຂອງຂ້າພະເຈົ້າ—ຊຶ່ງເປັນບົດຮຽນທີ່ຂ້າພະເຈົ້າຫວັງວ່າ ຈະຊ່ວຍທ່ານຜູ້ທີ່ຮັບຊົມຮັບຟັງ ທີ່ບໍ່ແມ່ນສະມາຊິກຂອງສາດສະໜາຈັກເທື່ອ. ຂ້າພະເຈົ້າອ້ອນວອນຂໍໃຫ້ພຣະວິນຍານປະທັບຢູ່ໃນໃຈຂອງທ່ານ ເໝືອນດັ່ງທີ່ເຄີຍປະທັບຢູ່ໃນໃຈຂອງຂ້າພະເຈົ້າ.
ທຳອິດ, ການພົບກັບຜູ້ສອນສາດສະໜາ
ເປັນຫຍັງຄົນທີ່ບໍ່ໄດ້ຮັບການທ້າທາຍຫລາຍ, ບໍ່ມີຄວາມຕ້ອງການ, ຫລື ບໍ່ມີຄຳຖາມ ຈະສົນໃຈພົບກັບຜູ້ສອນສາດສະໜາ ແລະ ຟັງບົດຮຽນຂອງເຂົາເຈົ້າ? ສຳລັບຂ້າພະເຈົ້າແລ້ວ ກໍແມ່ນຍ້ອນຄວາມຮັກ—ຄວາມຮັກໃຫ້ຜູ້ສາວ, ຊື່ ຣະເນ. ຂ້າພະເຈົ້າຫລົງຮັກນາງ ແລະ ຢາກແຕ່ງງານກັບນາງ. ນາງບໍ່ຄືຄົນອື່ນ ແລະ ມີມາດຕະຖານທີ່ແຕກຕ່າງຈາກຜູ້ສາວສ່ວນຫລາຍທີ່ຂ້າພະເຈົ້າຮູ້ຈັກ. ແຕ່ຂ້າພະເຈົ້າຫລົງຮັກແຮງ ແລະ ຂໍໃຫ້ນາງແຕ່ງງານກັບຂ້າພະເຈົ້າ—ແລະ ນາງບອກວ່າ ບໍ່ໄດ້!
ຂ້າພະເຈົ້າເກີດສັບສົນ. ຂ້າພະເຈົ້າຄິດວ່າ ຕົວເອງກໍດີພໍ! ຂ້າພະເຈົ້າກໍເຈົ້າຊູ້, ອາຍຸ 24 ປີ, ໄດ້ຈົບປະລິນຍາແລ້ວ ແລະ ເຮັດການດີ. ນາງໄດ້ເວົ້າເຖິງເປົ້າໝາຍຂອງຕົນ—ທີ່ຈະແຕ່ງງານ ພຽງແຕ່ກັບຄົນທີ່ສາມາດພານາງໄປພຣະວິຫານ ທີ່ຈະມີຄອບຄົວນິລັນດອນເທົ່ານັ້ນ—ແລ້ວນາງໄດ້ປະຕິເສດການຂໍຂອງຂ້າພະເຈົ້າ. ຂ້າພະເຈົ້າຢາກມີຄວາມສຳພັນກັບນາງຕໍ່ໄປ ສະນັ້ນ ຈຶ່ງໄດ້ຕົກລົງທີ່ຈະຟັງຜູ້ສອນສາດສະໜາ. ນີ້ແມ່ນເຫດຜົນດີທີ່ພົບກັບຜູ້ສອນສາດສະໜາບໍ? ແມ່ນແລ້ວ, ສຳລັບຂ້າພະເຈົ້າກໍແມ່ນເຫດຜົນດີ.
ເມື່ອຂ້າພະເຈົ້າໄດ້ພົບກັບຜູ້ສອນສາດສະໜາ, ທຳອິດ ຂ້າພະເຈົ້າບໍ່ໄດ້ເຂົ້າໃຈຫລາຍ ໃນສິ່ງທີ່ເຂົາເຈົ້າເວົ້າ, ຕາມຈິງແລ້ວ, ບາງທີຂ້າພະເຈົ້າບໍ່ໄດ້ເອົາໃຈໃສ່ກັບເຂົາເຈົ້າຫລາຍປານໃດ. ຫົວໃຈຂອງຂ້າພະເຈົ້າໄດ້ຖືກປິດຕໍ່ສາດສະໜາໃໝ່. ຂ້າພະເຈົ້າມີແຕ່ຢາກພິສູດວ່າ ເຂົາເຈົ້າເວົ້າຜິດ ແລະ ຢາກໄດ້ເວລາເພີ່ມເຕີມ ເພື່ອຊຸກຍູ້ນາງຣະເນ ໃຫ້ແຕ່ງງານກັບຂ້າພະເຈົ້າ.
ປະຈຸບັນນີ້ລູກໆຂອງຂ້າພະເຈົ້າໄດ້ຮັບໃຊ້ ແລະ ກຳລັງຮັບໃຊ້ເປັນຜູ້ສອນສາດສະໜາ, ແລະ ຂ້າພະເຈົ້າເຂົ້າໃຈສິ່ງທີ່ຊາຍໜຸ່ມ ແລະ ຍິງໜຸ່ມເຫລົ່ານີ້ເສຍສະລະ ເພື່ອສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຂ້າພະເຈົ້າເສຍໃຈທີ່ບໍ່ໄດ້ເອົາໃຈໃສ່ດີກວ່ານີ້ນຳແອວເດີ ຣິເຈີດສັນ, ແອວເດີ ຟາເຣັລ໌, ແລະ ແອວເດີ ໄຮແລນ, ຜູ້ສອນສາດສະໜາທີ່ດີເລີດ ຜູ້ທີ່ໄດ້ສອນຂ້າພະເຈົ້າ.
ດັ່ງນັ້ນຈາກບົດຮຽນທຳອິດ: ຂ້າພະເຈົ້າກ່າວຕໍ່ທ່ານຜູ້ທີ່ເປັນເພື່ອນ ແລະ ຜູ້ສົນໃຈສາດສະໜາຈັກ: ເມື່ອທ່ານພົບກັບຜູ້ສອນສາດສະໜາ ຂໍໃຫ້ທ່ານຈົ່ງເອົາຈິງເອົາຈັງນຳເຂົາເຈົ້າ; ເຂົາເຈົ້າກຳລັງເສຍສະລະເວລາທີ່ສຳຄັນເພື່ອທ່ານ.
ທີສອງ, ການໄປໂບດ
ເທື່ອທຳອິດທີ່ຂ້າພະເຈົ້າໄດ້ໄປປະຊຸມຂອງສາດສະໜາຈັກ, ຂ້າພະເຈົ້າບໍ່ໄດ້ເຂົ້າໃຈຫລາຍຄຳທີ່ໄດ້ຟັງ. ພວກດາລຸນີ ແມ່ນໃຜແດ່? ຖານະປະໂລຫິດແຫ່ງອາໂຣນຄືຫຍັງ? ແລ້ວສະມາຄົມສະຕິສົງເຄາະເດ້?
ຖ້ານີ້ແມ່ນເທື່ອທຳອິດທີ່ທ່ານໄປປະຊຸມຂອງສາດສະໜາຈັກ ແລະ ທ່ານກຳລັງຮູ້ສຶກສັບສົນ ຍ້ອນບໍ່ເຂົ້າໃຈ, ບໍ່ຕ້ອງກັງວົນ! ຂ້າພະເຈົ້າກໍບໍ່ເຂົ້າໃຈຄືກັນ. ແຕ່ຂ້າພະເຈົ້າຍັງຈື່ໄດ້ຢູ່ ເຖິງການປະທັບໃຈ, ຄວາມຮູ້ສຶກໃໝ່ເຖິງຄວາມສະຫງົບ ແລະ ຄວາມປິຕິຍິນດີ. ຕອນນັ້ນຂ້າພະເຈົ້າບໍ່ໄດ້ຮູ້, ແຕ່ພຣະວິນຍານບໍລິສຸດໄດ້ຊື່ມໃສ່ຫູ ແລະ ຫົວໃຈຂອງຂ້າພະເຈົ້າວ່າ, “ອັນນີ້ເປັນຄວາມຈິງ.”
ຂ້າພະເຈົ້າຂໍກ່າວເຖິງບົດຮຽນນີ້ເປັນປະໂຫຍກດຽວ ກໍຄື: ຖ້າຫາກທ່ານສັບສົນ ບໍ່ຕ້ອງກັງວົນ—ໃຫ້ຈື່ຈຳຄວາມຮູ້ສຶກຂອງທ່ານ; ມັນມາຈາກພຣະເຈົ້າ.
ທີສາມ, ອ່ານພຣະຄຳພີມໍມອນ
ຫລັງຈາກໄດ້ພົບກັບຜູ້ສອນສາດສະໜາຫລາຍເທື່ອ, ຂ້າພະເຈົ້າບໍ່ໄດ້ກ້າວໜ້າເທົ່າໃດ. ຂ້າພະເຈົ້າຮູ້ສຶກຄື ຍັງບໍ່ໄດ້ຮັບການຢືນຢັນ ເຖິງຄວາມເປັນຈິງຂອງພຣະກິດຕິຄຸນ.
ມີວັນໜຶ່ງນາງຣະເນ ຖາມວ່າ, “ອ້າຍອ່ານພຣະຄຳພີມໍມອນຢູ່ບໍ?”
ຂ້າພະເຈົ້າຕອບວ່າ, “ບໍ່ໄດ້ອ່ານ.” ຂ້າພະເຈົ້າໄດ້ຟັງຜູ້ສອນສາດສະໜາ—ນັ້ນຍັງບໍ່ພຽງພໍບໍ?
ໂດຍທີ່ມີນ້ຳຕາໄຫລ, ນາງຣະເນໄດ້ກ່າວຢ່າງໜັກແໜ້ນກັບຂ້າພະເຈົ້າວ່າ ນາງຮູ້ວ່າພຣະຄຳພີມໍມອນເປັນຄວາມຈິງ ແລ້ວໄດ້ອະທິບາຍວ່າ ຖ້າຫາກຂ້າພະເຈົ້າຢາກຮູ້ວ່າມັນເປັນຄວາມຈິງຫລືບໍ່, ມີທາງດຽວ—ນັ້ນຄື—ຕ້ອງອ່ານມັນ! ແລ້ວຕ້ອງຖາມ!
ຈົ່ງອ່ານ, ໄຕຕ່ອງຢູ່ໃນໃຈຂອງທ່ານ, ແລ້ວ “ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ໃນພຣະນາມຂອງພຣະຄຣິດ, ... ດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ” (ໂມໂຣໄນ 10:4) ຖ້າຫາກວ່າພຣະຄຳພີມໍມອນເປັນຄວາມຈິງຫລືບໍ່, ຖ້າຫາກວ່ານີ້ແມ່ນສາດສະໜາຈັກທີ່ແທ້ຈິງຫລືບໍ່.
ດັ່ງນັ້ນບົດຮຽນທີສາມ, ໃນປະໂຫຍກດຽວ ກໍຄື: ເມື່ອທ່ານໄດ້ຮັບສິ່ງເຫລົ່ານີ້—ພຣະຄຳພີມໍມອນ—ແລະ ທ່ານໄດ້ຖືກແນະນຳໃຫ້ອ່ານ ແລະ ທູນຖາມພຣະເຈົ້າວ່າມັນເປັນຄວາມຈິງຫລືບໍ່, ໃຫ້ເຮັດໂລດ!
ສຸດທ້າຍ, ການກັບໃຈ
ປະສົບການສຸດທ້າຍທີ່ຂ້າພະເຈົ້າຢາກແບ່ງປັນກໍກ່ຽວກັບການກັບໃຈ. ຫລັງຈາກຂ້າພະເຈົ້າໄດ້ຈົບບົດຮຽນຂອງຜູ້ສອນສາດສະໜາແລ້ວ, ຂ້າພະເຈົ້າຍັງບໍ່ຮູ້ສຶກທີ່ຈະຕ້ອງປ່ຽນຊີວິດຂອງຂ້າພະເຈົ້າ. ແມ່ນແອວເດີ ຄັດເລີ ຜູ້ສອນສາດສະໜາຄົນໜຸ່ມແຕ່ໝັ້ນໃຈ ທີ່ເວົ້າພາສາສະເປນບໍ່ເກັ່ງປານໃດ ຊຶ່ງມື້ໜຶ່ງເວົ້າວ່າ “ອ້າຍວາຄີນ, ໃຫ້ພວກເຮົາອ່ານ ແອວມາ ບົດທີ 42 ນຳກັນ, ແລະ ພວກເຮົາຊິໃຊ້ຊື່ຂອງອ້າຍ ຂະນະທີ່ພວກເຮົາອ່ານ.”
ຂ້າພະເຈົ້າຄິດວ່າມັນບ້າໜ້ອຍໜຶ່ງ, ແຕ່ໄດ້ເຮັດຕາມທີ່ແອວເດີ ຄັດເລີ ໄດ້ຂໍ ແລະ ໄດ້ອ່ານ ຂໍ້ທີ 1 ວ່າ: “ແລະ ບັດນີ້ [ວາຄີນ] ລູກຂອງພໍ່, ພໍ່ເຫັນວ່າມັນຍັງມີສິ່ງທີ່ເຮັດໃຫ້ຈິດໃຈຂອງລູກກັງວົນຢູ່, ຊຶ່ງລູກບໍ່ອາດເຂົ້າໃຈໄດ້.” ໂອ້! ປື້ມກຳລັງເວົ້ານຳຂ້າພະເຈົ້າ.
ແລະ ພວກເຮົາໄດ້ອ່ານ ຂໍ້ທີ 2 ວ່າ: “ບັດນີ້ຈົ່ງເບິ່ງ [ວາຄີນ] ລູກຂອງພໍ່, ພໍ່ຈະອະທິບາຍເລື່ອງນີ້ແກ່ລູກ,” ແລະ ແລ້ວໄດ້ອະທິບາຍເລື່ອງການຕົກຂອງອາດາມ.
ແລະ ອີກໃນ ຂໍ້ທີ 4 ວ່າ: “ແລະ ພວກເຮົາຈຶ່ງເຫັນວ່າ ມັນມີເວລາທີ່ປະທານໃຫ້ [ວາຄີນ] ເພື່ອກັບໃຈ.”
ພວກເຮົາໄດ້ອ່ານຊ້າໆ ຂໍ້ແລ້ວຂໍ້ເລົ່າ ຈົນຮອດສາມຂໍ້ສຸດທ້າຍ. ຕອນນັ້ນຂ້າພະເຈົ້າຮູ້ສຶກເຖິງອິດທິພົນອັນແຮງກ້າ. ປື້ມໄດ້ເວົ້າກັບຂ້າພະເຈົ້າ ໂດຍກົງ ແລະ ຂ້າພະເຈົ້າເລີ່ມຮ້ອງໄຫ້ ເມື່ອຂ້າພະເຈົ້າໄດ້ອ່ານວ່າ “ແລະ ບັດນີ້ [ວາຄີນ] ລູກຂອງພໍ່, ພໍ່ບໍ່ຢາກໃຫ້ສິ່ງເຫລົ່ານີ້ເປັນທີ່ກັງວົນໃຈຕໍ່ລູກອີກຕໍ່ໄປ ແລະ ຂໍໃຫ້ບາບຂອງລູກເທົ່ານັ້ນເປັນສິ່ງທີ່ກັງວົນໃຈລູກ, ດ້ວຍຄວາມກັງວົນໃຈນັ້ນ ມັນຈະນຳລູກ ... ໄປສູ່ການກັບໃຈ” (ຂໍ້ທີ 29).
ຂ້າພະເຈົ້າຮັບຮູ້ໃນທັນໃດວ່າ ຂ້າພະເຈົ້າຄິດຢາກໄດ້ຮັບການເປີດເຜີຍ ແຕ່ບໍ່ຢາກເຮັດສິ່ງທີ່ຈຳເປັນ. ຈົນເຖິງບັດນັ້ນ ຂ້າພະເຈົ້າບໍ່ເຄີຍໄດ້ເວົ້ານຳພຣະເຈົ້າຢ່າງຈິງຈັງ, ແລະ ຄວາມຄິດທີ່ຈະເວົ້ານຳຜູ້ທີ່ບໍ່ຢູ່ທີ່ນັ້ນ ກໍເບິ່ງຄືບ້າ. ຂ້າພະເຈົ້າຕ້ອງຖ່ອມຕົວລົງ ແລະ ເຮັດສິ່ງທີ່ຖືກຂໍໃຫ້ເຮັດ ເຖິງແມ່ນໃນຄວາມຄິດແບບມະນຸດຂອງຂ້າພະເຈົ້າ, ມັນຟັງຄືບ້າ.
ໃນວັນນັ້ນ ຂ້າພະເຈົ້າໄດ້ເປີດໃຈຕໍ່ພຣະວິນຍານ, ໄດ້ປາດຖະໜາທີ່ຈະກັບໃຈ, ແລະ ຢາກຮັບບັບຕິສະມາ! ກ່ອນໜ້ານັ້ນ ຂ້າພະເຈົ້າໄດ້ຄິດເຖິງການກັບໃຈ ວ່າເປັນເລື່ອງທາງລົບ, ທີ່ກ່ຽວຂ້ອງກັບບາບ ແລະ ການເຮັດຜິດເທົ່ານັ້ນ, ແຕ່ທັນໃດນັ້ນ ຂ້າພະເຈົ້າເຫັນອີກແງ່ໜຶ່ງ—ເປັນເລື່ອງທາງບວກ, ທີ່ນຳໄປສູ່ການເຕີບໂຕ ແລະ ມີຄວາມສຸກ.
ແອວເດີ ຄັດເລີ ຢູ່ທີ່ນີ້ໃນມື້ນີ້ ແລະ ຂ້າພະເຈົ້າຢາກຂໍຂອບໃຈນຳເພິ່ນ ທີ່ໄດ້ເປີດຕາຂ້າພະເຈົ້າ. ການເລືອກທຸກຢ່າງໃນຊີວິດຂອງຂ້າພະເຈົ້າຕັ້ງແຕ່ນັ້ນມາ ໄດ້ຮັບອິດທິພົນຈາກຕອນນັ້ນ ທີ່ຂ້າພະເຈົ້າໄດ້ຖ່ອມຕົວລົງ, ໄດ້ອະທິຖານເພື່ອການໃຫ້ອະໄພ, ແລະ ການຊົດໃຊ້ຂອງພຣະເຢຊູຄຣິດ ເພື່ອຂ້າພະເຈົ້າ ໄດ້ເປັນພາກສ່ວນໜຶ່ງໃນຊີວິດຂອງຂ້າພະເຈົ້າ.
ດັ່ງນັ້ນ ບົດຮຽນສຸດທ້າຍໃນປະໂຫຍກດຽວ ກໍຄື: ປະສົບກັບການກັບໃຈ; ບໍ່ມີຫຍັງອີກທີ່ສາມາດພາທ່ານໃຫ້ເຂົ້າໃກ້ອົງພຣະເຢຊູຄຣິດເຈົ້າ ຫລາຍໄປກວ່າຄວາມປາດຖະໜາທີ່ຈະປ່ຽນ.
ຜູ້ສົນໃຈ, ໝູ່ເພື່ອນຂອງສາດສະໜາຈັກ, ຖ້າຫາກທ່ານກຳລັງຟັງຢູ່ມື້ນີ້, ທ່ານກໍໃກ້ທີ່ຈະໄດ້ຮັບຄວາມສຸກອັນຍິ່ງໃຫຍ່ທີ່ສຸດແລ້ວ. ທ່ານຢູ່ໃກ້ໆ!
ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໂດຍສຸດຈິດສຸດໃຈຂອງຂ້າພະເຈົ້າ, ແລະ ຈາກສ່ວນເລິກຂອງຈິດວິນຍານຂອງຂ້າພະເຈົ້າວ່າ: ຈົ່ງໄປ ແລະ ຮັບບັບຕິສະມາ! ມັນເປັນສິ່ງທີ່ດີທີ່ສຸດສຳລັບທ່ານ. ມັນຈະບໍ່ປ່ຽນແຕ່ຊີວິດຂອງທ່ານເທົ່ານັ້ນ, ແຕ່ຈະປ່ຽນຊີວິດຂອງລູກຫລານຂອງທ່ານນຳອີກ.
ພຣະຜູ້ເປັນເຈົ້າໄດ້ໃຫ້ພອນແກ່ຂ້າພະເຈົ້າຄື ມີຄອບຄົວ. ຂ້າພະເຈົ້າໄດ້ແຕ່ງງານນຳນາງຣະເນ ແລະ ພວກເຮົາມີລູກຈົບງາມ ສີ່ຄົນ. ແລະ ເປັນຍ້ອນການຮັບບັບຕິສະມາຂອງຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງສາມາດເຮັດໄດ້ ເໝືອນດັ່ງ ລີໄຮ ສາດສະດາໃນສະໄໝບູຮານ, ແລະ ເຊື້ອເຊີນລູກຫລານໃຫ້ມາຮັບສ່ວນໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ ຊຶ່ງແມ່ນຄວາມຮັກຂອງພຣະເຈົ້າ (ເບິ່ງ 1 ນີໄຟ 8:15; 11:25). ຂ້າພະເຈົ້າສາມາດຊ່ວຍເຂົາເຈົ້າມາສູ່ພຣະຄຣິດ.
ດັ່ງນັ້ນ ຂໍໃຫ້ພິຈາລະນາປະສົບການຂອງຂ້າພະເຈົ້າ, ແລະ (1) ເອົາຈິງເອົາຈັງນຳຜູ້ສອນສາດສະໜາ (2) ໄປໂບດ ແລະ ຈື່ຈຳຄວາມຮູ້ສຶກທາງວິນຍານ, (3) ອ່ານພຣະຄຳພີມໍມອນ ແລະ ທູນຖາມພຣະຜູ້ເປັນເຈົ້າວ່າ ມັນເປັນຄວາມຈິງຫລືບໍ່, ແລະ (4) ປະສົບກັບການກັບໃຈ ແລະ ຮັບບັບຕິສະມາ.
ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ເມື່ອທ່ານເຮັດສິ່ງທີ່ຈຳເປັນເພື່ອຮັບເອົາການເປີດເຜີຍ, ຖ່ອມຕົວ, ອ່ານ, ອະທິຖານ, ແລະ ກັບໃຈ, ແລ້ວຟ້າສະຫວັນຈະເປີດ ແລະ ທ່ານຈະຮູ້ດັ່ງທີ່ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄື ພຣະຄຣິດ, ວ່າພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ ແລະ ຂອງທ່ານດ້ວຍ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.