ຢືນຢູ່ທາງໃນ ແລະ ເຮັດຢ່າງເຕັມທີ່
ຂໍໃຫ້ເຮົາຈົ່ງທົບທວນທິດທາງຂອງເຮົາຖ້າຈຳເປັນ ແລະ ມີຄວາມມຸ່ງຫວັງ ແລະ ມີສັດທາອັນຍິ່ງໃຫຍ່. ຂໍໃຫ້ເຮົາ “ຈົ່ງຢືນຢູ່ທາງໃນ” ໂດຍການມີຄວາມກ້າຫານ ແລະ “ເຮັດເຕັມທີ່.”
ຫລາຍປີມາແລ້ວ ຫລານສາວນ້ອຍຂອງພວກເຮົາໄດ້ແລ່ນມາຫາຂ້າພະເຈົ້າ ແລ້ວຮ້ອງອອກມາຢ່າງຕື່ນເຕັ້ນວ່າ, “ພໍ່ຕູ້, ພໍ່ຕູ້, ຂ້ານ້ອຍໄດ້ເຕະບານເຂົ້າໂກນທັງສາມເທື່ອຢູ່ເກມເຕະບານມື້ນີ້!”
ຂ້າພະເຈົ້າເລີຍຕອບແບບຕື່ນເຕັ້ນວ່າ, “ແຊຣາ ເກັ່ງຫລາຍ!”
ແມ່ຂອງລາວຫົວຍຸ້ມໆໃສ່ຂ້າພະເຈົ້າ ແລ້ວເວົ້າວ່າ, “ຄະແນນນັ້ນແມ່ນ ສອງຕໍ່ໜຶ່ງ.”
ຂ້າພະເຈົ້າເລີຍບໍ່ກ້າຖາມວ່າ ທີມໃດຊະນະ!
ກອງປະຊຸມໃຫຍ່ເປັນເວລາແຫ່ງການໄຕ່ຕອງ, ການເປີດເຜີຍ, ແລະ ບາງເທື່ອ ແມ່ນ ການປ່ຽນທິດທາງ.
ມີບໍລິສັດເຊົ່າລົດບ່ອນໜຶ່ງທີ່ມີລະບົບ GPS ນຳທາງທີ່ຊື່ວ່າ NeverLost (ແປວ່າ ບໍ່ເຄີຍຫລົງທາງ). ຖ້າທ່ານລ້ຽວຜິດບ່ອນເທື່ອໜຶ່ງ ເມື່ອຕີຈຸດໝາຍໃສ່ແລ້ວ, ສຽງທີ່ບອກທາງ ຈະບໍ່ເວົ້າວ່າ “ເຫງີກຫງາກແທ້!” ແຕ່ຈະເວົ້າເປັນສຽງນຸ້ມນວນວ່າ “ປ່ຽນຫົນທາງໃໝ່ —ຖ້າລ້ຽວໄດ້ ໃຫ້ລ້ຽວກັບ.”
ໃນພຣະທຳເອເຊກຽນ ມີຄຳສັນຍາທີ່ດີ ວ່າ:
“ຖ້າຄົນຊົ່ວຜູ້ໜຶ່ງເຊົາເຮັດບາບ ແລະ ຖ້າລາວຍຶດຖືບັນດາຂໍ້ບັນຍັດຂອງເຮົາ ຄືເຮັດໃນສິ່ງທີ່ດີ ແລະ ຖືກຕ້ອງ ລາວກໍຈະບໍ່ຕາຍ; ແຕ່ລາວຈະມີຊີວິດຢູ່ຢ່າງແນ່ນອນ.
“ບາບທັງໝົດຂອງລາວຈະໄດ້ຮັບການອະໄພ, ມັນຈະບໍ່ຖືກນຳມາກ່າວຕໍ່ລາວອີກ.”1
ມັນຊ່າງເປັນຄຳສັນຍາທີ່ດີເລີດແທ້ໆ, ແຕ່ເຮົາຕ້ອງເຮັດສອງຢ່າງ ເຕັມທີ່ ເພື່ອຈະໄດ້ຮັບຄຳສັນຍາອັນທີສາມ. ຫລີກເວັ້ນຈາກທຸກອັນ; ຮັກສາທຸກອັນໄວ້; ແລ້ວຈະໄດ້ຮັບການອະໄພໃນທຸກປະການ. ແຕ່ມີເງື່ອນໄຂວ່າເຮົາ “ຕ້ອງເຮັດໃຫ້ເຕັມທີ່!”
ເຮົາບໍ່ຄວນເປັນດັ່ງຊາຍຄົນໜຶ່ງ ທີ່ Wall Street Journal ໄດ້ລາຍງານວ່າ, ລາວໄດ້ສົ່ງເງິນ ແລະ ຈົດໝາຍໃສ່ຊອງໄປຫາ ກົມພາສີອາກອນສະຫະລັດ ໂດຍມີຂໍ້ຄວາມວ່າ, “ຮຽນມາຍັງ ກົມພາສີອາກອນ, ໃນຊອງນີ້ມີເງິນທີ່ຂ້າພະເຈົ້າເປັນໜີ້ພາສີສຳລັບຫລາຍປີຜ່ານມາ. ປ.ລ. ຖ້າຂ້າພະເຈົ້າ ຍັງຄາໃຈຢູ່ຫລັງຈາກສົ່ງເງິນນີ້ແລ້ວ, ຂ້າພະເຈົ້າຈະສົ່ງເງິນສ່ວນທີ່ເຫລືອມາໃຫ້ທ່ານ.”2
ເຮົາບໍ່ໄດ້ເຮັດແບບນັ້ນເດີ້! ຢ່າລອງເບິ່ງວ່າ ຈຳນວນທີ່ໃຫ້ໜ້ອຍດຽວ ຈະຊ່ວຍໃຫ້ເຮົາພົ້ນໂທດໄດ້ຫລືບໍ່. ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາມີຄວາມຊື່ສັດ ແລະ ຈິງໃຈ.3 ດ້ວຍຄວາມສຸດໃຈ! ເມື່ອເຮົາຮັບບັບຕິສະມາ, ເຮົາໄດ້ເອົາທັງຕົວລົງນ້ຳ ໃນການເປັນສັນຍາລັກ ທີ່ສັນຍາວ່າເຮົາຈະຕິດຕາມພຣະຜູ້ຊ່ວຍໃຫ້ລອດຢ່າງຈິງໃຈ, ບໍ່ແມ່ນເຮັດພໍສ່ຳໜຶ່ງ. ເມື່ອເຮົາທຸ້ມເທ “ຢ່າງເຕັມທີ່” ພອນຈະຫລັ່ງໄຫລມາ.4 ແຕ່ຖ້າເຮົາເຮັດແບບພໍກະເທີນ ຫລື ທຸ້ມເທແຕ່ບາງສ່ວນ, ເຮົາຈະຂາດພອນວິເສດຕ່າງໆໄປ.5
ຫລາຍປີມາແລ້ວ, ຂ້າພະເຈົ້າໄດ້ພາພວກລູກເສືອໄປນອນໃນທະເລຊາຍ. ພວກເດັກນ້ອຍຜູ້ຊາຍໄດ້ນອນໃກ້ກອງໄຟ ທີ່ພວກເຂົາສຸມ, ແລະ ຄືກັນກັບຫົວໜ້າລູກເສືອທີ່ດີ ຂ້າພະເຈົ້າໄດ້ໄປນອນຢູ່ກົ້ນລົດກະບະ. ຕອນເຊົ້າມາ ເມື່ອຂ້າພະເຈົ້າລຸກນັ່ງ ແລ້ວຫລຽວໄປເບິ່ງບ່ອນພວກລູກເສືອນອນ, ຂ້າພະເຈົ້າເຫັນລູກເສືອຄົນໜຶ່ງ, ຊຶ່ງຂ້າພະເຈົ້າຈະເອີ້ນລາວວ່າ ພອນ, ເບິ່ງຊົງຄືລາວອຶດນອນແທ້ໆ. ຂ້າພະເຈົ້າຖາມລາວວ່າ ນອນດີຢູ່ບໍ, ແລະ ລາວຕອບວ່າ, “ບໍ່ດີປານໃດ.”
ແລ້ວຂ້າພະເຈົ້າຖາມລາວວ່າ ເປັນຫຍັງ, ລາວຕອບວ່າ, “ເຮົາໜາວ; ແລ້ວໄຟກໍດັບ.”
ແລ້ວຂ້າພະເຈົ້າເວົ້າວ່າ, “ໄຟກໍເປັນແນວນັ້ນລະ. ຖົງນອນບໍ່ອຸ່ນພໍບໍ?”
ລາວບໍ່ຕອບ.
ແລ້ວມີລູກເສືອຄົນໜຶ່ງເວົ້າສອດອອກມາດັງໆວ່າ, “ລາວບໍ່ໄດ້ນອນໃນຖົງນອນຂອງລາວ.”
ຂ້າພະເຈົ້າເລີຍຖາມແບບງົງໆວ່າ, “ເປັນຫຍັງ, ພອນ?”
ລາວບໍ່ຕອບ—ແລ້ວຕອບແບບເຂີນອາຍວ່າ: “ເຮົາຄຶດວ່າ ຖ້າບໍ່ໃຊ້ຖົງນອນ, ເຮົາກໍບໍ່ຕ້ອງມ້ວນມັນ.”
ນີ້ແມ່ນເລື່ອງແທ້: ລາວນອນໜາວເຢັນເປັນຫລາຍຊົ່ວໂມງ ຍ້ອນບໍ່ຢາກອອກແຮງພຽງຫ້ານາທີເທົ່ານັ້ນ. ພວກເຮົາອາດຈະຄິດວ່າ: ຄືໂງ່ແທ້! ແມ່ນໃຜຈະເຮັດແນວນັ້ນ? ເຮົາທຸກຄົນເຮັດແນວນັ້ນຕະຫລອດໃນທາງທີ່ເປັນອັນຕະລາຍກວ່ານີ້. ແທ້ຈິງແລ້ວ, ເຮົາປະຕິເສດທີ່ຈະຜື່ຖົງນອນແຫ່ງທາງວິນຍານອອກ ເມື່ອເຮົາບໍ່ໃຊ້ເວລາອະທິຖານດ້ວຍຄວາມຈິງໃຈ, ບໍ່ສຶກສາ, ແລະ ບໍ່ໃຊ້ຊີວິດຕາມຫລັກທຳພຣະກິດຕິຄຸນໃນທຸກວັນ, ບໍ່ພຽງແຕ່ໄຟຈະດັບເທົ່ານັ້ນ, ເຮົາຍັງຈະຂາດສິ່ງຄຸ້ມກັນ ແລະ ເຢັນຊາຕໍ່ທາງວິນຍານອີກດ້ວຍ.
ເມື່ອເຮົາພໍໃຈກັບພັນທະສັນຍາຂອງເຮົາ, ເຮົາຈະຮັບຜິດຊອບຕໍ່ຜົນທີ່ຕາມມາ. ພຣະຜູ້ເປັນເຈົ້າໄດ້ປະທານພຣະບັນຍັດໃຫ້ແກ່ເຮົາ ວ່າ “ໃຫ້ລະວັງກ່ຽວກັບຕົວເຈົ້າ ທີ່ຈະເອົາໃຈໃສ່ຢ່າງພາກພຽນຕໍ່ຄຳແຫ່ງຊີວິດນິລັນດອນ.”6 ແລະ ພຣະອົງໄດ້ກ່າວຕໍ່ໄປອີກວ່າ, “ໂລຫິດຂອງເຮົາ ຈະບໍ່ຊຳລະເຂົາ ຫາກເຂົາບໍ່ຟັງເຮົາ.”7
ຕາມຄວາມເປັນຈິງແລ້ວ, ມັນງ່າຍທີ່ຈະ “ເຮັດເຕັມທີ່” ຫລາຍກວ່າເຮັດພໍກະເທີນ. ເມື່ອເຮົາເຮັດພໍກະເທີນ ຫລື ບໍ່ເຮັດເລີຍ, ມີຄຳເວົ້າໜຶ່ງໃນ Star Wars ເອີ້ນວ່າ “ມີການລົບກວນພະລັງ.” ເຮົາບໍ່ເຮັດຕາມພຣະປະສົງຂອງພຣະເຈົ້າ ສະນັ້ນ ເຮົາກໍຢູ່ນອກເຂດຂອງຄວາມສຸກ.8 ເອຊາຢາ ໄດ້ກ່າວວ່າ:
“ຄົນຊົ່ວຮ້າຍກໍເປັນດັ່ງທະເລທີ່ປັ່ນປ່ວນ ຊຶ່ງຄື້ນຂອງມັນບໍ່ເຊົາພັດຕີຕະຝັ່ງຈັກເທື່ອ ທັງນຳເອົາຂອງເປິເປື້ອນ ແລະ ຂີ້ຕົມມາດ້ວຍ.
“ພຣະເຈົ້າກ່າວວ່າ ຄົນຊົ່ວຮ້າຍຈະບໍ່ໄດ້ຮັບສັນຕິສຸກ.”9
ໂຊກດີ, ທີ່ບໍ່ວ່າເຮົາຢູ່ແຫ່ງໃດ ຫລື ເຄີຍໄປບ່ອນໃດ, ເຮົາບໍ່ຢູ່ໄກເກີນຄວາມເອື້ອມຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະອົງກ່າວວ່າ “ດັ່ງນັ້ນ, ຜູ້ໃດກໍຕາມທີ່ກັບໃຈ ແລະ ມາຫາເຮົາຄືກັນກັບເດັກນ້ອຍ, ເຮົາຈະຮັບຜູ້ນັ້ນໄວ້ ເພາະອານາຈັກຂອງພຣະເຈົ້າປະກອບດ້ວຍຄົນເຊັ່ນນັ້ນ. ຈົ່ງເບິ່ງ, ເພາະຄົນເຊັ່ນນັ້ນໄດ້ສະລະຊີວິດຂອງເຂົາແທນ, ແລະ ຮັບເອົາຊີວິດນັ້ນຄືນອີກ.”10
ເມື່ອເຮົາກັບໃຈ ແລະ ເພິ່ງພາພຣະເຈົ້າຕະຫລອດ, ເຮົາຈະໄດ້ຮັບພະລັງ ເມື່ອເຮົາກັບມາມີຄວາມຖ່ອມຕົນ ແລະ ມີສັດທາດັ່ງເດັກນ້ອຍ,11 ເພີ່ມພູນປັນຍາຈາກປະສົບການໃນຊີວິດ. ໂຢບໄດ້ກ່າວວ່າ, “ຄົນຊອບທຳນັ້ນຈະມີຄວາມອົດທົນດົນນານ, ແລະ ຜູ້ທີ່ມີມືປາດສະຈາກມົນທິນ ຈະເຂັ້ມແຂງຂຶ້ນເລື້ອຍໆ.”12 ທ່ານເທັນນິຊັນ ໄດ້ຂຽນໄວ້ວ່າ, “ແຮງຂອງຂ້າພະເຈົ້າເທົ່າແຮງສິບຄົນ, ເພາະຫົວໃຈຂອງຂ້າພະເຈົ້າບໍລິສຸດ.”13 ພຣະຜູ້ເປັນເຈົ້າໄດ້ສອນວ່າ, “ຈົ່ງຢືນຢູ່ໃນບ່ອນສັກສິດ, ແລະ ຢ່າຫວັ່ນໄຫວ.”14
ຫລັງຈາກລູກຊາຍຂອງພວກເຮົາບໍ່ສະບາຍຍ້ອນພະຍາດປະຈຳຕົວຕະຫລອດຊີວິດ, ລາວໄດ້ເສຍຊີວິດໄປ ເມື່ອມີອາຍຸ 19 ປີ. ໃນການປາໄສຂອງລາວໃນພິທີສິນລະລຶກ ບໍ່ດົນກ່ອນທີ່ລາວຈະຈາກໄປ, ລາວໄດ້ເວົ້າເຖິງສິ່ງທີ່ມີຄວາມໝາຍຕໍ່ລາວ ກ່ຽວກັບພໍ່ ແລະ ລູກຊາຍນ້ອຍທີ່ໄປຮ້ານຂາຍເຄື່ອງຫລິ້ນ ບ່ອນທີ່ມີຖົງລົມຊົກມວຍທີ່ເປັນຮູບຊົງຄົນ. ທ້າວນ້ອຍນັ້ນຊົກຖົງມວຍທີ່ເປັນຄົນນັ້ນ ມັນກໍງ່ຽງແລ້ວລຸກຂຶ້ນໃໝ່ຢ່າງປຸບປັບ ຫລັງຈາກຊົກແຕ່ລະເທື່ອ. ຜູ້ເປັນພໍ່ໄດ້ຖາມລູກຊາຍວ່າ ເປັນຫຍັງຖົງຊົກມວຍອັນນັ້ນ ຈຶ່ງລຸກຂຶ້ນມາໄດ້ອີກທຸກເທື່ອ. ທ້າວນ້ອຍໄດ້ຄິດບຶດໜຶ່ງ ແລ້ວຕອບວ່າ, “ລູກບໍ່ຮູ້. ລູກຄິດວ່າ ຍ້ອນຜູ້ຊາຍຄົນນັ້ນຢືນຢູ່ທາງໃນ.” ເພື່ອໃຫ້ເຮົາ “ເຮັດຢ່າງເຕັມທີ່ໄດ້” ເຮົາຕ້ອງ “ຢືນຢູ່ທາງໃນ,” “ບໍ່ວ່າຈະຢູ່ໃນສະຖານະການໃດໆກໍຕາມ.”15
ເຮົາອາດຢືນຢູ່ທາງໃນ ເມື່ອເຮົາລໍຖ້າພຣະຜູ້ເປັນເຈົ້າດ້ວຍຄວາມອົດທົນ ເພື່ອໃຫ້ພຣະອົງບົ່ງໜາມແຫ່ງຊີວິດອອກ ຫລື ໃຫ້ຄວາມບັນເທົາແກ່ເຮົາ.16 ໜາມຕ່າງໆນັ້ນອາດຈະແມ່ນພະຍາດ, ຄວາມພິການ, ໂຣກຈິດ, ການສູນເສຍຄົນທີ່ເຮົາຮັກ, ແລະ ບັນຫາຕ່າງໆ.
ເຮົາຢືນຢູ່ທາງໃນ ເມື່ອເຮົາຊ່ວຍຍົກມືທີ່ອ່ອນລ້າ. ເຮົາຢືນຢູ່ທາງໃນເມື່ອເຮົາປົກປ້ອງຄວາມຈິງຈາກຄວາມຊົ່ວຮ້າຍ ແລະ ທາງໂລກ ທີ່ມັນນັບມື້ເຮັດໃຫ້ທົນຕໍ່ຄວາມສະຫວ່າງໄດ້ຍາກ, ຄວາມຊົ່ວຈະຖືກເອີ້ນວ່າ ຄວາມດີ ແລະ ຄວາມດີ ຖືກເອີ້ນວ່າຄວາມຊົ່ວ17 ແລະ “ຄົນຊອບທຳຈະຖືກປະນາມ ເພາະຄວາມຊອບທຳຂອງເຂົາເຈົ້າ.”18
ໃນການຢືນຢູ່ທາງໃນໄດ້ ເຖິງແມ່ນວ່າຈະມີຄວາມລຳບາກ ແມ່ນຍ້ອນການມີຈິດສຳນຶກທີ່ແຈ່ມແຈ້ງ, ການເພີ່ມພະລັງ ແລະ ການປອບໂຍນຈາກພຣະວິນຍານບໍລິສຸດ, ແລະ ມີແນວຄິດອັນນິລັນດອນ ທີ່ເຂົ້າໃຈເກີນຊີວິດມະຕະນີ້.19 ໃນໂລກກ່ອນເກີດຂອງເຮົາ, ເຮົາໂຮ່ຮ້ອງດີໃຈ ທີ່ຈະໄດ້ມີໂອກາດມາສູ່ໂລກ.20 ເຮົາ “ພໍໃຈເຕັມທີ່” ເມື່ອເຮົາໄດ້ຕັດສິນໃຈດ້ວຍຄວາມຕື່ນເຕັ້ນ ທີ່ຈະເປັນຜູ້ປົກປ້ອງຢ່າງອາດຫານໃນແຜນຂອງພຣະບິດາ. ມັນເຖິງເວລາ ທີ່ຈະຢືນຂຶ້ນຕໍ່ສູ້ໃຫ້ແຜນຂອງພຣະອົງອີກ!
ພໍ່ຂອງຂ້າພະເຈົ້າມີອາຍຸ 97 ປີ ແລະ ເພິ່ນຫາກໍເສຍ. ເມື່ອມີຄົນຖາມເພິ່ນວ່າ ສະບາຍດີບໍ່, ເພິ່ນມັກຈະຕອບວ່າ, “ຈາກ 1 ເຖິງ 10, ຂ້ອຍແມ່ນ 25! ເຖິງແມ່ນວ່າ ເພິ່ນເກືອບຢືນ ຫລື ນັ່ງບໍ່ໄດ້, ແລະ ເວົ້າເກືອບບໍ່ອອກ, ເພິ່ນກໍຍັງຕອບຄືເກົ່າ. ເພິ່ນຈະຢືນຢູ່ທາງໃນສະເໝີ.
ເມື່ອພວກເຮົາໄປສະໜາມບິນຕອນພໍ່ຂອງຂ້າພະເຈົ້າມີອາຍຸຮອດ 90 ປີ, ຂ້າພະເຈົ້າໄດ້ຖາມເພິ່ນວ່າ ເພິ່ນຢາກໄດ້ລໍ້ນັ່ງບໍ່ ເພິ່ນຕອບວ່າ, “ບໍ່ເອົາດອກ, ແກຣີ—ບາງທີ ເມື່ອພໍ່ເຖົ້າກ່ອນເດີ້.” ແລ້ວເພິ່ນເວົ້າວ່າ, “ອີກຢ່າງໜຶ່ງ, ຖ້າພໍ່ເມື່ອຍຍ່າງ, ພໍ່ກໍຈະແລ່ນໄປ.” ຖ້າເຮົາບໍ່ສາມາດເຮັດ “ຢ່າງເຕັມທີ່” ແບບທີ່ຍ່າງໄດ້ດຽວນີ້, ແລ້ວບາງທີ ເຮົາຕ້ອງແລ່ນ; ບາງທີ ເຮົາຕ້ອງປ່ຽນທິດທາງໃໝ່. ເຮົາອາດຕ້ອງໄດ້ລ້ຽວກັບ. ເຮົາອາດຕ້ອງໄດ້ສຶກສາຢ່າງຕັ້ງໃຈ, ອະທິຖານຢ່າງຕັ້ງໃຈ, ຫລື ປ່ອຍໃຫ້ມັນເປັນໄປ ເພື່ອເຮົາຈະຢຶດຖື ສິ່ງທີ່ສຳຄັນກວ່າໄດ້. ເຮົາອາດຕ້ອງໄດ້ປ່ອຍວາງສິ່ງຂອງທາງໂລກ ເພື່ອເຮົາຈະສາມາດຢຶດຖືທາງນິລັນດອນ. ພໍ່ຂອງຂ້າພະເຈົ້າເຂົ້າໃຈສິ່ງນີ້.
ເມື່ອຄາວເພິ່ນເປັນທະຫານເຮືອໃນສົງຄາມໂລກຄັ້ງທີສອງ, ຍັງມີຄົນທີ່ຢູ່ໃນຕຶກກວ້າງໃຫຍ່21 ທີ່ເຍາະເຍີ້ຍຫລັກທຳຂອງເພິ່ນ; ແຕ່ເພິ່ນມີໝູ່ທະຫານເຮືອສອງຄົນທີ່ສັງເກດເພິ່ນ ແລະ ບໍ່ໄດ້ເຍາະເຍີ້ຍເພິ່ນ, ຜູ້ໜຶ່ງຊື່ວ່າ ແດວ ແມດດ໊ອກສ໌ ແລະ ອີກຜູ້ໜຶ່ງຊື່ ດອນ ເດວິດສັນ. ເຂົາເຈົ້າຖາມວ່າ, “ເຊບິນ, ເປັນຫຍັງເຈົ້າຄືຕ່າງຈາກຄົນອື່ນແທ້? ເຈົ້າມີສິນທຳດີ ແລະ ບໍ່ກິນເຫລົ້າ, ສູບຢາ, ຫລື ດ່າ, ແຕ່ເຈົ້າຄືສະຫງົບ ແລະ ມີຄວາມສຸກແທ້.”
ຄວາມນຶກຄິດທາງບວກຂອງເຂົາເຈົ້າກ່ຽວກັບພໍ່ຂອງຂ້າພະເຈົ້າ ຕ່າງຈາກການຖືກສອນມາກ່ຽວກັບຄົນມໍມອນ, ແລະ ພໍ່ຂອງຂ້າພະເຈົ້າໄດ້ສອນ ແລະ ໃຫ້ບັບຕິສະມາແກ່ໝູ່ທະຫານເຮືອສອງຄົນນັ້ນ. ພໍ່ແມ່ຂອງແດວ ກໍໃຈຮ້າຍ ແລະ ໄດ້ເຕືອນລາວວ່າ ຖ້າຫາກລາວເຂົ້າຮ່ວມສາດສະໜາຈັກ, ລາວຈະສູນເສຍນາງແມຣີ ໂອລີບ ຄົນຮັກຂອງລາວໄປ, ແຕ່ນາງໄດ້ພົບກັບຜູ້ສອນສາດສະໜາ ຕາມຄຳຂໍຮ້ອງຂອງລາວ ແລະ ນາງກໍໄດ້ຮັບບັບຕິສະມາຄືກັນ.
ໃກ້ ສົງຄາມສິ້ນສຸດລົງ, ປະທານຮີເບີ ເຈ ແກຣນ ໄດ້ຫາຄົນໄປເປັນຜູ້ສອນສາດສະໜາ, ຮ່ວມທັງຜູ້ຊາຍບາງຈຳນວນທີ່ແຕ່ງງານແລ້ວ. ໃນປີ 1946, ແດວ ແລະ ນາງແມຣີ ໂອລີບ, ພັນລະຍາຂອງລາວ, ໄດ້ຕັດສິນໃຈວ່າ ແດວຄວນໄປຮັບໃຊ້ ເຖິງແມ່ນວ່າເຂົາເຈົ້າກຳລັງຈະໄດ້ລູກຜູ້ທຳອິດກໍຕາມ. ພາຍຫລັງມາ ເຂົາເຈົ້າມີລູກເກົ້າຄົນ, ລູກຊາຍສາມຄົນ, ລູກຍິງຫົກຄົນ. ທັງໝົດເກົ້າຄົນໄດ້ໄປສອນສາດສະໜາ, ແລ້ວ ແດວ ແລະ ແມຣີ ໂອລີບ ກໍໄດ້ໄປສອນສາດສະໜາ ສາມເທື່ອ. ດຽວນີ້ລູກຊາຍສອງຄົນ ທີ່ຊື່ ຈອນ ແລະ ແມດທິວ ແມດດ໊ອກສ໌ ໄດ້ເປັນສະມາຊິກໃນກຸ່ມຮ້ອງເພງ ແທໂບແນໂກ, ລູກເຂີຍຂອງແມດທິວ ທີ່ຊື່ ຣາຍແອນ ກໍຢູ່ໃນກຸ່ມນັ້ນຄືກັນ. ປະຈຸບັນນີ້ ຄອບຄົວແມດດ໊ອກສ໌ ມີ 144 ຄົນ ແລະ ເປັນຕົວຢ່າງທີ່ດີເລີດ ໃນການ “ເຮັດເຕັມທີ່.”
ເມື່ອພວກເຮົາຄົ້ນເບິ່ງ ໜັງສືຕ່າງໆຂອງພໍ່ຂ້າພະເຈົ້າ, ພວກເຮົາໄດ້ພໍ້ຈົດໝາຍຈາກນາງເຈັນນິເຟີ ຣິເຈີດສ໌, ລູກສາວຄົນໜຶ່ງໃນຈຳນວນລູກສາວຫ້າຄົນ ຂອງໝູ່ທະຫານເຮືອອີກຄົນໜຶ່ງ ທີ່ຊື່ ດອນ ດາວິດສັນ. ນາງໄດ້ຂຽນວ່າ: “ຄວາມຊອບທຳຂອງທ່ານ ໄດ້ປ່ຽນແປງຊີວິດຂອງພວກເຮົາ. ມັນຍາກທີ່ຈະເຂົ້າໃຈວ່າຊີວິດຂອງພວກເຮົາຈະເປັນແນວໃດ ຖ້າບໍ່ມີສາດສະໜາ. ພໍ່ຂອງຂ້ານ້ອຍຮັກພຣະກິດຕິຄຸນ ແລະ ພະຍາຍາມດຳລົງຊີວິດຕາມນັ້ນ ຈົນເຖິງນາທີສຸດທ້າຍຂອງເພິ່ນ.”22
ມັນຍາກທີ່ຈະວັດແທກວ່າ ແຕ່ລະຄົນທີ່ດີຄົນໜຶ່ງ ຈະມີຜົນສະທ້ອນແນວໃດໃນການຢືນຢູ່ທາງໃນໄດ້. ພໍ່ຂອງຂ້າພະເຈົ້າ ແລະ ໝູ່ທະຫານເຮືອຂອງເພິ່ນ ໄດ້ປະຕິເສດຟັງຄຳເຍາະເຍີ້ຍຂອງຫລາຍຄົນທີ່ຢູ່ໃນຕຶກກວ້າງໃຫຍ່ນັ້ນ.23 ພວກເພິ່ນຮູ້ວ່າ ມັນດີກວ່າທີ່ຈະຕິດຕາມພຣະຜູ້ສ້າງ ແທນທີ່ຈະເຫີ່ຕາມສັງຄົມ.
ອັກຄະສາວົກໂປໂລ ຄືຈະແມ່ນເວົ້າເຖິງສະໄໝຂອງພວກເຮົາ ເມື່ອເພິ່ນບອກຕີໂມທຽວວ່າ “ມີບາງຄົນໄດ້ຫັນໜີຈາກສິ່ງເຫລົ່ານີ້, ແລະ ໄປມົ້ວສຸມກັບສິ່ງທີ່ໄຮ້ສາລະ.”24 ໃນສະໄໝນີ້ມີສິ່ງທີ່ “ໄຮ້ສາລະຫລາຍ”. ມັນແມ່ນເລື່ອງທີ່ຄົນໃນຕຶກກວ້າງໃຫຍ່ເວົ້າກັນ.25 ຫລາຍເທື່ອເຂົາເຈົ້າຈະໃຊ້ສິ່ງນີ້ເປັນເຫດຜົນແກ້ຕົວ ເມື່ອເຂົາເຈົ້າຫັນໜີໄວວາຈາກພຣະກິດຕິຄຸນ. ບາງເທື່ອມັນແມ່ນພວກທີ່ຍັງບໍ່ທັນໄດ້ພະຍາຍາມ “ເຮັດເຕັມທີ່” ແລະ ເຂົາເຈົ້າຢາກເຫີ່ຕາມທາງມະນຸດ ຫລາຍກວ່າຕາມທາງສາດສະດາ.
ໂຊກດີ, ທີ່ພວກເຮົາຮູ້ວ່າມັນລົງເອີ່ຍແນວໃດກັບຄົນທີ່ມີສັດທາ. ເມື່ອເຮົາ “ເຮັດເຕັມທີ່,” ເຮົາຮັບຮອງໄດ້ວ່າ “ທຸກຢ່າງຈະເປັນໄປດ້ວຍດີ ເພື່ອຜົນປະໂຫຍດຂອງເຂົາເຈົ້າທີ່ຮັກພຣະເຈົ້າ.”26 ດັ່ງທີ່ ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ກ່າວວ່າ, “ຢ່າສູ່ຢ້ານ, ພຽງແຕ່ດຳລົງຊີວິດຢ່າງຖືກຕ້ອງ.”27
ພໍ່ເຖົ້າຂອງຂ້າພະເຈົ້າສອນຢູ່ມະຫາວິທະຍາໄລ ບຣິກຳ ຢັງ ແລະ ມັກ ກຸ່ມຟຸດບອນຂອງມະຫາວິທະຍາໄລ ບຣິກຳ ຢັງ ຫລາຍ. ແຕ່ເພິ່ນບໍ່ກ້າເບິ່ງເກມຕອນເຂົາເຈົ້າຫລິ້ນ ເພາະຢ້ານທີມເສຍ. ແລ້ວມີສິ່ງພິເສດເກີດຂຶ້ນ; ນັ້ນຄື ການປະດິດ ເຄື່ອງອັດວິດີໂອ ເພິ່ນຈຶ່ງອັດວິດີໂອຂອງເກມໄວ້. ເມື່ອທີມມະຫາວິທະຍາໄລ ບຣິກຳ ຢັງ ຊະນະ ເພິ່ນຈຶ່ງຈະເບິ່ງວິດີໂອທີ່ອັດໄວ້ດ້ວຍຄວາມໝັ້ນໃຈ, ເພາະແນ່ໃຈວ່າຜົນມັນເປັນແນວໃດ! ຖ້າທີມນັ້ນຖືກໂທດຢ່າງບໍ່ເປັນທຳ, ຫລື ບາດເຈັບ, ຫລື ເກືອບຈະເສຍໃນຕອນໃກ້ຈະຈົບເກມ, ເພິ່ນກໍບໍ່ຫ່ວງ ເພາະຮູ້ວ່າເຂົາເຈົ້າຈະຊະນະຢູ່ແລ້ວ! ທ່ານອາດເວົ້າໄດ້ວ່າ ເພິ່ນມີ “ຄວາມຫວັງອັນດີເລີດ”!28
ກັບເຮົາກໍເຊັ່ນກັນ. ເມື່ອເຮົາມີສັດທາ, ເຮົາຈະແນ່ໃຈໄດ້ວ່າທຸກຢ່າງຈະລົງເອີ່ຍດ້ວຍດີສຳລັບເຮົາ. ຄຳສັນຍາຂອງພຣະຜູ້ເປັນເຈົ້າແນ່ແທ້. ນີ້ບໍ່ໝາຍຄວາມວ່າ ມະຫາວິທະຍາໄລແຫ່ງມະຕະນີ້ ຈະງ່າຍ ຫລື ປາດສະຈາກການເສຍນ້ຳຕາຫລາຍ, ເໝືອນດັ່ງ ໂປໂລ ໄດ້ຂຽນວ່າ, “ສິ່ງທີ່ມະນຸດບໍ່ເຄີຍຍິນ, ບໍ່ເຄີຍເຫັນ, ສິ່ງທີ່ມະນຸດບໍ່ເຄີຍຄິດວ່າເປັນໄປໄດ້ ແມ່ນສິ່ງນັ້ນແຫລະ ທີ່ພຣະເຈົ້າໄດ້ຕຽມໄວ້ໃຫ້.”29
ອ້າຍເອື້ອຍນ້ອງທັງຫລາຍ, ບໍ່ມີໃຜເຮັດຄວາມບາບໃນມື້ອື່ນ. ຂໍໃຫ້ເຮົາຈົ່ງທົບທວນທິດທາງຂອງເຮົາຖ້າຈຳເປັນ ແລະ ມີຄວາມມຸ່ງຫວັງ ແລະ ມີສັດທາອັນຍິ່ງໃຫຍ່. ຂໍໃຫ້ເຮົາ “ຈົ່ງຢືນຢູ່ທາງໃນ” ໂດຍການມີຄວາມກ້າຫານ ແລະ “ເຮັດເຕັມທີ່.” ຂໍໃຫ້ເຮົາມີຄວາມບໍລິສຸດ ແລະ ກ້າຫານໃນການປົກປ້ອງແຜນຂອງພຣະບິດາເທິງສະຫວັນ ແລະ ພາລະກິດຂອງພຣະບຸດຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ພຣະບິດາເທິງສະຫວັນຊົງພຣະຊົນຢູ່, ວ່າພຣະເຢຊູຄື ພຣະຄຣິດ, ແລະ ເຖິງຄວາມເປັນຈິງຂອງແຜນແຫ່ງຄວາມສຸກ. ຂ້າພະເຈົ້າອະທິຖານວ່າ ພອນທີ່ດີທີ່ສຸດຂອງພຣະຜູ້ເປັນເຈົ້າ ຈະເປັນຂອງທ່ານ, ແລະ ຂ້າພະເຈົ້າກ່າວມາໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.