ຕຽມທາງ
ເຖິງແມ່ນວ່າ ແຕ່ລະຖານະຈະມີພາລະກິດ ແລະ ສິດອຳນາດທີ່ແຕກຕ່າງກັນ, ແຕ່ຖານະປະໂລຫິດແຫ່ງອາໂຣນ ແລະ ເມນຄີເສເດັກ ເປັນຫຸ້ນສ່ວນທີ່ແຍກອອກຈາກກັນບໍ່ໄດ້ ໃນວຽກງານແຫ່ງຄວາມລອດ.
ຕອນຂ້າພະເຈົ້າມີອາຍຸໄດ້ 30 ປີ, ຂ້າພະເຈົ້າໄດ້ເລີ່ມທຳງານນຳບໍລິສັດຂາຍຍ່ອຍ ຢູ່ປະເທດຝະຣັ່ງ. ມື້ໜຶ່ງ ປະທານບໍລິສັດ, ເປັນຊາຍທີ່ດີ ຜູ້ນັບຖືສາດສະໜາໜຶ່ງອີກ, ໄດ້ເອີ້ນຂ້າພະເຈົ້າເຂົ້າໄປຫ້ອງການຂອງເພິ່ນ. ເພິ່ນໄດ້ເລີ່ມຕົ້ນຖາມຂ້າພະເຈົ້າວ່າ: “ຂ້ອຍຫາກໍໄດ້ຍິນມາວ່າ ເຈົ້າເປັນປະໂລຫິດໃນສາດສະໜາຈັກຂອງເຈົ້າ. ນັ້ນເປັນຄວາມຈິງບໍ?”
ຂ້າພະເຈົ້າຕອບວ່າ, “ໂດຍ, ແມ່ນແລ້ວ. ຂ້ານ້ອຍດຳລົງຖານະປະໂລຫິດ.”
ໂດຍທີ່ປະທັບໃຈກັບຄຳຕອບຂອງຂ້າພະເຈົ້າ, ເພິ່ນໄດ້ຖາມຕື່ມວ່າ, “ແຕ່ເຈົ້າໄດ້ສຶກສາພຣະຄຳພີຢູ່ໂຮງຮຽນຫວະ?”
“ແມ່ນແລ້ວ,” ຂ້າພະເຈົ້າໄດ້ຕອບໄປ, “ລະຫວ່າງອາຍຸ 14 ປີ ເຖິງ 18 ປີ, ແລະ ຂ້ານ້ອຍໄດ້ສຶກສາພຣະຄຳພີເກືອບທຸກວັນ!” ເພິ່ນເກືອບຕົກຕັ່ງ.
ຂ້າພະເຈົ້າປະຫລາດໃຈຫລາຍ ເມື່ອສອງສາມອາທິດຈາກນັ້ນ ເພິ່ນໄດ້ເອີ້ນຂ້າພະເຈົ້າເຂົ້າໄປຫາເພິ່ນອີກ ແລະ ໄດ້ສະເໜີໃຫ້ຂ້າພະເຈົ້າເປັນຜູ້ອຳນວຍການຄວບຄຸມ ໃນສາຂາໜຶ່ງອີກ ຂອງບໍລິສັດເພິ່ນ. ຂ້າພະເຈົ້າກໍແປກໃຈຫລາຍ ແລະ ໄດ້ບອກເຖິງຄວາມກັງວົນ ທີ່ຂ້າພະເຈົ້າຍັງໜຸ່ມ ແລະ ບໍ່ມີປະສົບການພໍ ສຳລັບຕຳແໜ່ງທີ່ສຳຄັນເຊັ່ນນັ້ນ. ດ້ວຍຮອຍຍິ້ມທີ່ອ່ອນຫວານ, ເພິ່ນໄດ້ເວົ້າວ່າ, “ອາດເປັນຄວາມຈິງ, ແຕ່ກໍບໍ່ສຳຄັນ. ຂ້ອຍຮູ້ຈັກຫລັກທຳຂອງເຈົ້າ, ແລະ ຂ້ອຍຮູ້ວ່າ ເຈົ້າໄດ້ຮ່ຳຮຽນມັນຢູ່ໃນສາດສະໜາຈັກຂອງເຈົ້າ. ຂ້ອຍຕ້ອງການເຈົ້າ.”
ເພິ່ນເວົ້າຖືກກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຢູ່ໃນສາດສະໜາຈັກ. ປີຕໍ່ໆໄປຈາກນັ້ນ ເປັນປີທີ່ທ້າທາຍຫລາຍ. ແລະ ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຄົງບໍ່ສາມາດປະສົບຄວາມສຳເລັດໄດ້ ປາດສະຈາກປະສົບການທີ່ຂ້າພະເຈົ້າມີ ໂດຍການຮັບໃຊ້ໃນສາດສະໜາຈັກ ຈາກຕອນທີ່ຂ້າພະເຈົ້າຍັງນ້ອຍ.
ຂ້າພະເຈົ້າໄດ້ຮັບພອນຫລາຍທີ່ໄດ້ອາໄສຢູ່ໃນສາຂານ້ອຍ. ເພາະຈຳນວນສະມາຊິກມີໜ້ອຍ, ຊາວໜຸ່ມໄດ້ຖືກຂໍໃຫ້ຮ່ວມເຮັດກິດຈະກຳຕ່າງໆຂອງສາດສະໜາຈັກ. ຂ້າພະເຈົ້າກໍຫຍຸ້ງຫລາຍ ແລະ ຮູ້ສຶກດີໃຈ ທີ່ໄດ້ຊ່ວຍເຫລືອ. ໃນວັນອາທິດ ຂ້າພະເຈົ້າໄດ້ຕຽມໂຕະສິນລະລຶກ, ໄດ້ຮັບໃຊ້ໃນກຸ່ມຖານະປະໂລຫິດ, ແລະ ກໍໄດ້ຊ່ວຍໃນການເອີ້ນອື່ນໆ. ລະຫວ່າງອາທິດ ຂ້າພະເຈົ້າມັກໄປກັບພໍ່ ແລະ ຜູ້ດຳລົງຖານະປະໂລຫິດ ຄົນອື່ນໆ ເພື່ອຢ້ຽມຢາມສະມາຊິກ, ປະຕິບັດແກ່ຄົນເຈັບປ່ວຍ ແລະ ຄົນຍາກຈົນ, ແລະ ຊ່ວຍຄົນຂັດສົນນຳອີກ. ບໍ່ມີໃຜຄິດວ່າ ຂ້າພະເຈົ້າອາຍຸນ້ອຍເກີນໄປ ທີ່ຈະຮັບໃຊ້ ຫລື ເປັນຜູ້ນຳ. ສຳລັບຂ້າພະເຈົ້າແລ້ວ, ມັນເປັນເລື່ອງທຳມະດາສາມັນ.
ການຮັບໃຊ້ທີ່ຂ້າພະເຈົ້າໄດ້ເຮັດໄປ ຕອນເປັນໄວລຸ້ນ ໄດ້ຊ່ວຍຂ້າພະເຈົ້າ ເສີມສ້າງປະຈັກພະຍານ ແລະ ເປັນຫລັກໝັ້ນໃຫ້ແກ່ຊີວິດຂອງຂ້າພະເຈົ້າ ໃນພຣະກິດຕິຄຸນ. ຂ້າພະເຈົ້າອ້ອມຮອບໄປດ້ວຍຜູ້ຊາຍທີ່ດີ ແລະ ມີຄວາມເຫັນອົກເຫັນໃຈ ຜູ້ເອົາໃຈໃສ່ໃນການໃຊ້ຖານະປະໂລຫິດຂອງຕົນ ເພື່ອເປັນພອນໃຫ້ແກ່ຊີວິດຂອງຄົນອື່ນ. ຂ້າພະເຈົ້າຢາກເປັນຄືກັນກັບພວກເພິ່ນ. ເພາະການຮັບໃຊ້ຮ່ວມກັບພວກເພິ່ນ, ຊຶ່ງເກີນກວ່າທີ່ຂ້າພະເຈົ້າຄິດໃນເວລານັ້ນ, ຂ້າພະເຈົ້າຈຶ່ງໄດ້ຮຽນຮູ້ທີ່ຈະເປັນຜູ້ນຳໃນສາດສະໜາຈັກ ແລະ ໃນໂລກ.
ພວກເຮົາມີຊາວໜຸ່ມຈຳນວນຫລວງຫລາຍ ທີ່ໄດ້ມາຮ່ວມກອງປະຊຸມໃນຄ່ຳຄືນນີ້ ຊຶ່ງເປັນຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ. ເມື່ອຂ້າພະເຈົ້າຫລຽວເບິ່ງຜູ້ມາຮ່ວມ, ຂ້າພະເຈົ້າເຫັນຫລາຍຄົນໃນພວກເຈົ້າ ນັ່ງຢູ່ກັບຜູ້ສູງອາຍຸກວ່າ, ບາງທີອາດເປັນພໍ່, ພໍ່ຕູ້, ອ້າຍ, ຫລື ຜູ້ນຳຖານະປະໂລຫິດຂອງພວກເຈົ້າ—ທຸກຄົນກໍດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ. ທຸກຄົນກໍຮັກພວກເຈົ້າ, ແລະ ສິ່ງສຳຄັນ, ພວກເພິ່ນມາທີ່ນີ້ ເພື່ອຢູ່ກັບພວກເຈົ້າ.
ການເຕົ້າໂຮມຂອງຫລາຍລຸ້ນຄົນນີ້ ເປັນພາບທີ່ໜ້າອັດສະຈັນໃຈ ແຫ່ງຄວາມເປັນອັນໜຶ່ງດຽວກັນ ແລະ ເຖິງການເປັນອ້າຍນ້ອງກັນ ທີ່ມີຢູ່ໃນຖານະປະໂລຫິດທັງສອງຂອງພຣະເຈົ້າ. ເຖິງແມ່ນວ່າ ແຕ່ລະຖານະຈະມີພາລະກິດ ແລະ ສິດອຳນາດທີ່ແຕກຕ່າງກັນ, ແຕ່ຖານະປະໂລຫິດແຫ່ງອາໂຣນ ແລະ ເມນຄີເສເດັກ ເປັນຫຸ້ນສ່ວນທີ່ແຍກອອກຈາກກັນບໍ່ໄດ້ ໃນວຽກງານແຫ່ງຄວາມລອດ. ທັງສອງຄຽງຄູ່ກັນໄປ ແລະ ຕ້ອງການຊຶ່ງກັນແລະກັນ.
ຕົວຢ່າງທີ່ບໍລິບູນ ເຖິງຄວາມສຳພັນອັນໃກ້ຊິດ ລະຫວ່າງຖານະປະໂລຫິດທັງສອງນີ້ ແມ່ນພົບເຫັນຢູ່ໃນການປະຕິບັດຕໍ່ກັນ ລະຫວ່າງພຣະເຢຊູ ກັບໂຢຮັນບັບຕິສະໂຕ. ມີໃຜແດ່ທີ່ສາມາດວາດພາບເຫັນ ໂຢຮັນບັບຕິສະໂຕ ແຕ່ບໍ່ມີພຣະເຢຊູຢູ່ນຳ? ພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດຈະເປັນຢ່າງໃດ ຖ້າໂຢຮັນບໍ່ໄດ້ຕຽມທາງໄວ້ກ່ອນ?
ໂຢຮັນບັບຕິສະໂຕ ໄດ້ຮັບພາລະກິດທີ່ເປັນກຽດທີ່ສຸດ ທີ່ເຄີຍມີມາ ນັ້ນຄື: “ເພື່ອຕຽມທາງຂອງພຣະຜູ້ເປັນເຈົ້າ,”1 ເພື່ອໃຫ້ບັບຕິສະມາແກ່ພຣະອົງດ້ວຍນ້ຳ, ແລະ ເພື່ອຕຽມຜູ້ຄົນໃຫ້ຕ້ອນຮັບພຣະອົງ. ຊາຍທີ່ທ່ຽງທຳ ແລະ ບໍລິສຸດຄົນນີ້,2 ຜູ້ໄດ້ຖືກແຕ່ງຕັ້ງຕໍ່ຖານະປະໂລຫິດທີ່ຕ່ຳກວ່າ, ໄດ້ຮູ້ຈັກດີ ເຖິງຄວາມສຳຄັນ ແລະ ຂອບເຂດຂອງພາລະກິດ ແລະ ສິດອຳນາດຂອງເພິ່ນ.
ຜູ້ຄົນໄດ້ໄປຫາໂຢຮັນ ເພື່ອຟັງເພິ່ນ ແລະ ເພື່ອຮັບບັບຕິສະມາຈາກເພິ່ນ. ເພິ່ນໄດ້ຮັບກຽດ ແລະ ຖືກນັບຖືວ່າ ເປັນຄົນຂອງພຣະເຈົ້າ. ແຕ່ເມື່ອພຣະເຢຊູມາປະກົດ, ໂຢຮັນໄດ້ຖ່ອມຕົວລົງ ຍອມຮັບຮູ້ອົງທີ່ຍິ່ງໃຫຍ່ກວ່າເພິ່ນ ແລະ ໄດ້ປະກາດວ່າ, “ເຮົາໄດ້ໃຫ້ບັບຕິສະມາດ້ວຍນ້ຳ: ແຕ່ມີຜູ້ໜຶ່ງຢືນຢູ່ທ່າມກາງພວກທ່ານ, … ຜູ້ນັ້ນແຫລະ ມາພາຍຫລັງເຮົາ, ເຮົາບໍ່ສົມຄວນຈະແກ້ແມ່ນແຕ່ສາຍຮັດເກີບຂອງເພິ່ນ.”3
ສ່ວນພຣະອົງ, ພຣະເຢຊູຄຣິດ, ພຣະອົງດຽວທີ່ຖືກຳເນີດຂອງພຣະບິດາ, ຜູ້ດຳລົງຖານະປະໂລຫິດທີ່ສູງກວ່າ, ພຣະອົງກໍໄດ້ຖ່ອມຕົວລົງ ຮັບຮູ້ສິດອຳນາດຂອງໂຢຮັນ. ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວເຖິງເພິ່ນວ່າ, “ໃນບັນຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນບັບຕິສະໂຕ.”4
ໃຫ້ເຮົາມາຄິດວ່າ ຈະມີຫຍັງເກີດຂຶ້ນຢູ່ໃນກຸ່ມຖານະປະໂລຫິດຂອງເຮົາ ລະຫວ່າງຜູ້ດຳລົງຖານະປະໂລຫິດຂອງສອງຢ່າງ ເມື່ອໄດ້ຮັບການດົນໃຈຈາກແບບແຜນ ທີ່ຖືກຕັ້ງໄວ້ໂດຍພຣະເຢຊູ ແລະ ໂຢຮັນບັບຕິສະໂຕ. ເພື່ອນໜຸ່ມທັງຫລາຍຂອງຖານະປະໂລຫິດແຫ່ງອາໂຣນ ຂອງຂ້າພະເຈົ້າ, ເຊັ່ນດຽວກັບໂຢຮັນ, ບົດບາດຂອງພວກເຈົ້າ ແມ່ນທີ່ຈະຕຽມທາງ5 ສຳລັບວຽກງານຂອງຖານະປະໂລຫິດແຫ່ງເມນຄີເສເດັກ. ພວກເຈົ້າເຮັດສິ່ງນີ້ ໃນຫລາຍວິທີທາງ. ພວກເຈົ້າປະຕິບັດພິທີການແຫ່ງການບັບຕິສະມາ ແລະ ສິນລະລຶກ. ພວກເຈົ້າຕຽມຜູ້ຄົນສຳລັບພຣະຜູ້ເປັນເຈົ້າ ໂດຍການສັ່ງສອນພຣະກິດຕິຄຸນ, ໂດຍການໄປຢ້ຽມຢາມບ້ານເຮືອນຂອງສະມາຊິກແຕ່ລະຄົນ,6 ແລະ ໂດຍການດູແລສາດສະໜາຈັກ.7 ພວກເຈົ້າໃຫ້ຄວາມຊ່ວຍເຫລືອຄົນຍາກຈົນ ແລະ ຄົນຂັດສົນ ໂດຍການໄປເກັບເງິນບໍລິຈາກ, ແລະ ພວກເຈົ້າມີສ່ວນຮ່ວມ ໃນການດູແລຕຶກໂບດ ແລະ ແຫລ່ງຊ່ວຍເຫລືອຕ່າງໆທາງໂລກ. ບົດບາດຂອງພວກເຈົ້າແມ່ນສຳຄັນ, ຈຳເປັນຫລາຍ, ແລະ ສັກສິດ.
ອ້າຍນ້ອງຜູ້ໃຫຍ່ຂອງຂ້າພະເຈົ້າ, ບໍ່ວ່າທ່ານເປັນພໍ່, ເປັນອະທິການ, ຜູ້ໃຫ້ຄຳແນະນຳຂອງກຸ່ມຊາຍໜຸ່ມ, ຫລື ພຽງແຕ່ເປັນຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ, ທ່ານສາມາດເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດໄດ້ ໂດຍການຫັນໄປຫາພວກນ້ອງຊາຍຂອງທ່ານ ຜູ້ດຳລົງຖານະປະໂລຫິດທີ່ຕ່ຳກວ່າ ແລະ ເຊື້ອເຊີນເຂົາເຈົ້າໃຫ້ອອກແຮງຮ່ວມກັບທ່ານ. ໃນຄວາມເປັນຈິງແລ້ວ, ການເຊື້ອເຊີນນີ້ ມາຈາກພຣະຜູ້ເປັນເຈົ້າເອງ. ພຣະອົງໄດ້ກ່າວວ່າ ໃຫ້ເອົາຄົນເຫລົ່ານັ້ນທີ່ໄດ້ຮັບການແຕ່ງຕັ້ງສູ່ຖານະປະໂລຫິດທີ່ຕ່ຳກວ່າໄປກັບທ່ານ, ແລະ ສົ່ງເຂົາເຈົ້າໄປກ່ອນທ່ານເພື່ອນັດໝາຍ, ແລະ ເພື່ອຕຽມທາງ, ແລະ ເພື່ອໄປຕາມນັດໝາຍທີ່ຕົວທ່ານເອງບໍ່ສາມາດໄປ.”8
ເມື່ອທ່ານເຊື້ອເຊີນພວກນ້ອງຊາຍຂອງທ່ານໃຫ້ຕຽມທາງ, ທ່ານກໍຊ່ວຍເຂົາເຈົ້າໃຫ້ຮັບຮູ້ ແລະ ໃຫ້ກຽດແກ່ສິດອຳນາດທີ່ສັກສິດ ທີ່ເຂົາເຈົ້າດຳລົງຢູ່. ໂດຍການເຮັດສິ່ງນີ້, ທ່ານໄດ້ຊ່ວຍເຂົາເຈົ້າໃຫ້ຕຽມທາງຂອງຕົນ ໃນຂະນະທີ່ເຂົາເຈົ້າຕຽມສຳລັບວັນທີ່ເຂົາເຈົ້າຈະໄດ້ຮັບ ແລະ ໃຊ້ຖານະປະໂລຫິດທີ່ສູງກວ່າ.
ຂ້າພະເຈົ້າຂໍເລົ່າເລື່ອງໜຶ່ງທີ່ເປັນຄວາມຈິງ ກ່ຽວກັບທ້າວອາເລັກສ໌, ຊຶ່ງເປັນປະໂລຫິດໜຸ່ມ ທີ່ງຽບໆ, ຮູ້ຈັກຄວາມ, ແລະ ສະຫລາດ ຄົນໜຶ່ງ. ວັນອາທິດມື້ໜຶ່ງ ອະທິການຂອງທ້າວອາເລັກສ໌ ໄດ້ເຫັນລາວຢູ່ໃນຫ້ອງຮຽນຄົນດຽວ ໃນສະພາບທີ່ໂສກເສົ້າ. ຊາຍໜຸ່ມຄົນນີ້ ໄດ້ບອກວ່າ ມັນຍາກສຳລັບລາວຫລາຍທີ່ສຸດ ທີ່ຈະມາໂບດ ໂດຍບໍ່ມີພໍ່ມານຳ, ເພາະພໍ່ບໍ່ໄດ້ເປັນສະມາຊິກ. ແລ້ວລາວໄດ້ເວົ້າດ້ວຍນ້ຳຕາວ່າ ມັນອາດດີກວ່າ ຖ້າຫາກລາວເຊົາມາໂບດ.
ດ້ວຍຄວາມເປັນຫ່ວງທີ່ຈິງໃຈສຳລັບຊາຍໜຸ່ມຄົນນີ້, ອະທິການຈຶ່ງໄດ້ເອີ້ນປະຊຸມສະພາຫວອດທັນທີ ເພື່ອຊ່ວຍທ້າວອາເລັກສ໌. ແຜນຂອງເພິ່ນແມ່ນງ່າຍໆ: ໃນການທີ່ຈະຊ່ວຍໃຫ້ທ້າວອາເລັກສ໌ ເຂັ້ມແຂງ ແລະ ພັດທະນາປະຈັກພະຍານຂອງລາວເຖິງພຣະກິດຕິຄຸນ, ພວກເພິ່ນໄດ້ “ໃຫ້ລາວມີໝູ່ເພື່ອນທີ່ດີ ແລະ ຫາສິ່ງທີ່ສຳຄັນໃຫ້ລາວເຮັດ.”
ບໍ່ດົນ ອ້າຍນ້ອງໃນຖານະປະໂລຫິດ ແລະ ສະມາຊິກໂບດ ກໍໄດ້ເອົາໃຈໃສ່ຫລາຍຂຶ້ນກັບທ້າວອາເລັກສ໌ ແລະ ສະແດງຄວາມຮັກ ແລະ ໃຫ້ກຳລັງໃຈ. ຜູ້ນຳກຸ່ມມະຫາປະໂລຫິດ, ຊຶ່ງເປັນຊາຍທີ່ມີສັດທາອັນເຂັ້ມແຂງ ແລະ ມີຄວາມຮັກຫລາຍ, ຖືກເລືອກໃຫ້ເປັນຄູ່ສອນປະຈຳບ້ານກັບລາວ. ຝ່າຍອະທິການກໍເອົາໃຈໃສ່ກັບລາວເປັນພິເສດ ແລະ ໃຫ້ລາວເປັນບຸກຄົນໃກ້ຊິດກັບພວກເພິ່ນ.
ອະທິການໄດ້ເວົ້າວ່າ: “ພວກເຮົາໄດ້ຫາສິ່ງໃຫ້ທ້າວອາເລັກສ໌ ເຮັດ. ລາວໄດ້ຊ່ວຍໃນງານດອງ, ໃນງານສົ່ງສະການ, ໃນສະຖານທີ່ອຸທິດຫລຸມຝັງສົບ, ໃຫ້ບັບຕິສະມາແກ່ສະມາຊິກໃໝ່ຫລາຍຄົນ, ແຕ່ງຕັ້ງຊາຍໜຸ່ມຫລາຍຄົນສູ່ຖານະປະໂລຫິດແຫ່ງອາໂຣນ, ສອນບົດຮຽນໃນຫ້ອງຊາວໜຸ່ມ, ໄປສອນກັບຜູ້ສອນສາດສະໜາ, ເປີດຕຶກໂບດສຳລັບກອງປະຊຸມໃຫຍ່, ແລະ ປິດຕຶກໂບດໃນຕອນແລງ ຫລັງຈາກກອງປະຊຸມ. ລາວໄດ້ຮັບໃຊ້ໃນຫລາຍໂຄງການ, ໄປກັບຂ້າພະເຈົ້າ ເພື່ອຢ້ຽມຢາມຜູ້ອາວຸໂສ ຢູ່ໂຮງໝໍສຳລັບຄົນເຈັບໜັກ, ກ່າວຄຳປາໄສຢູ່ກອງປະຊຸມສິນລະລຶກ, ເອົາສິນລະລຶກໄປໃຫ້ຄົນປ່ວຍຢູ່ໂຮງໝໍ ຫລື ຢູ່ເຮືອນຂອງເຂົາເຈົ້າ, ແລະ ກາຍເປັນຜູ້ໜຶ່ງໃນຈຳນວນ ສອງສາມຄົນທີ່ຂ້າພະເຈົ້າເພິ່ງອາໄສໄດ້ຫລາຍທີ່ສຸດ ໃນຖານະທີ່ຂ້າພະເຈົ້າເປັນອະທິການ.”
ເທື່ອລະເລັກ ເທື່ອລະໜ້ອຍ, ທ້າວອາເລັກສ໌ ໄດ້ປ່ຽນໄປ. ສັດທາຂອງລາວໃນພຣະຜູ້ເປັນເຈົ້າ ກໍເຂັ້ມແຂງຫລາຍຂຶ້ນ. ລາວມີຄວາມໝັ້ນໃຈໃນຕົວເອງ ແລະ ໃນອຳນາດຂອງຖານະປະໂລຫິດທີ່ລາວດຳລົງຢູ່. ອະທິການໄດ້ສະຫລຸບວ່າ: “ທ້າວອາເລັກສ໌ ເຄີຍໄດ້ເປັນ ແລະ ຈະເປັນພອນອັນຍິ່ງໃຫຍ່ຢ່າງໜຶ່ງ ໃນຊ່ວງເວລາທີ່ຂ້າພະເຈົ້າເປັນອະທິການ. ຊ່າງເປັນສິດທິພິເສດແທ້ໆ ທີ່ໄດ້ຜູກພັນກັບລາວ. ຂ້າພະເຈົ້າເຊື່ອແທ້ໆວ່າ ຄົງບໍ່ມີຊາຍໜຸ່ມຄົນໃດ ທີ່ເຂົ້າໄປໃນສະໜາມເຜີຍແຜ່ ຕຽມພ້ອມຫລາຍກວ່ານີ້ ໂດຍການຮັບໃຊ້ໃນຖານະປະໂລຫິດຂອງລາວ.”9
ອະທິການທີ່ຮັກແພງຂອງຂ້າພະເຈົ້າ, ຢູ່ໃນພິທີການແຕ່ງຕັ້ງທ່ານເປັນທາງການ ໃຫ້ເປັນອະທິການຂອງຫວອດທ່ານ, ທ່ານໄດ້ຮັບການເອີ້ນທີ່ສັກສິດ ໃຫ້ຮັບໃຊ້ ໃນຖານະເປັນປະທານຂອງກຸ່ມຖານະປະໂລຫິດແຫ່ງອາໂຣນ ແລະ ຂອງກຸ່ມປະໂລຫິດ. ຂ້າພະເຈົ້າຮູ້ວ່າ ມັນເປັນພາລະອັນໜັກໜ່ວງທີ່ທ່ານຕ້ອງແບກຫາບ, ແຕ່ທ່ານຄວນເຮັດໃຫ້ໜ້າທີ່ດູແລກຸ່ມຊາຍໜຸ່ມ ຢູ່ໃນອັນດັບສູງສຸດ. ທ່ານຈະລະເລີຍຈາກໜ້າທີ່ນີ້ ຫລື ມອບໝາຍບົດບາດຂອງທ່ານໃຫ້ກັບຄົນອື່ນບໍ່ໄດ້.
ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ໄຕ່ຕອງກ່ຽວກັບຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນທຸກຄົນ ຢູ່ໃນຫວອດຂອງທ່ານ. ຢ່າໃຫ້ຄົນໃດຄົນໜຶ່ງຮູ້ສຶກຖືກເມີນເສີຍ ຫລື ໃຊ້ການບໍ່ໄດ້. ມີຊາຍໜຸ່ມຄົນໃດບໍ ທີ່ທ່ານ ແລະ ອ້າຍນ້ອງໃນຖານະປະໂລຫິດ ສາມາດຊ່ວຍເຫລືອ? ໃຫ້ເຊື້ອເຊີນລາວມາຮັບໃຊ້ຮ່ວມກັບທ່ານ. ສ່ວນຫລາຍເຮົາມັກຈະຫາຄວາມສຳລານໃຫ້ແກ່ກຸ່ມຊາຍໜຸ່ມ ແລະ ໃຫ້ເຂົາເຈົ້າເປັນແຂກນັ່ງຊົມ ໃນເວລາທີ່ສັດທາ ແລະ ຄວາມຮັກຕໍ່ພຣະກິດຕິຄຸນ ສາມາດພັດທະນາໄດ້ດີທີ່ສຸດ ໂດຍການຂະຫຍາຍການເອີ້ນໃນຖານະປະໂລຫິດຂອງເຂົາເຈົ້າ. ໂດຍການມີສ່ວນຮ່ວມຢ່າງແຂງຂັນໃນວຽກງານແຫ່ງຄວາມລອດ, ເຂົາເຈົ້າຈະຜູກພັນກັບສະຫວັນ ແລະ ເຂົາເຈົ້າຈະຮູ້ເຖິງສັກກະຍະພາບແຫ່ງສະຫວັນຂອງເຂົາເຈົ້າ.
ຖານະປະໂລຫິດແຫ່ງອາໂຣນ ແມ່ນເກີນກວ່າພຽງແຕ່ເປັນກຸ່ມໆຕາມໄວຂອງອາຍຸເທົ່ານັ້ນ, ຫລື ແມ່ນແຕ່ເປັນໂຄງການສິດສອນ ຫລື ການເຮັດກິດຈະກຳ, ຫລື ເປັນຄຳທີ່ໃຊ້ກຳນົດກຸ່ມຜູ້ຊາຍຂອງສາດສະໜາຈັກເທົ່ານັ້ນ. ແຕ່ມັນຄືອຳນາດ ແລະ ສິດອຳນາດ ທີ່ຈະມີສ່ວນຮ່ວມໃນວຽກງານອັນຍິ່ງໃຫຍ່ ແຫ່ງການຊ່ວຍກູ້ຈິດວິນຍານ—ທັງຈິດວິນຍານຂອງຊາຍໜຸ່ມຜູ້ດຳລົງຖານະປະໂລຫິດ ແລະ ຈິດວິນຍານຂອງຜູ້ທີ່ເຂົາເຈົ້າຮັບໃຊ້. ຂໍໃຫ້ເຮົາຈັດຖານະປະໂລຫິດແຫ່ງອາໂຣນໄວ້ໃນບ່ອນທີ່ເໝາະສົມຂອງມັນ, ເປັນບ່ອນພິເສດ—ເປັນບ່ອນຮັບໃຊ້, ເປັນບ່ອນຕຽມ, ແລະ ເປັນບ່ອນບັນລຸຄວາມສຳເລັດ ຂອງຊາຍໜຸ່ມທຸກຄົນ ຂອງສາດສະໜາຈັກ.
ອ້າຍນ້ອງທີ່ຮັກແພງໃນຖານະປະໂລຫິດແຫ່ງເມນຄີເສເດັກຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຂໍ້ຕໍ່ທີ່ຈຳເປັນ ໃນການເຮັດໃຫ້ຖານະປະໂລຫິດທັງສອງຂອງພຣະເຈົ້າ ເປັນອັນໜຶ່ງດຽວກັນ. ຈົ່ງຂະຫຍາຍພະລັງຊາຍໜຸ່ມຂອງຖານະປະໂລຫິດແຫ່ງອາໂຣນຂອງທ່ານ ເພື່ອໃຫ້ຕຽມທາງໄວ້ກ່ອນທ່ານ. ຈົ່ງບອກເຂົາເຈົ້າດ້ວຍຄວາມໝັ້ນໃຈວ່າ ທ່ານຕ້ອງການເຂົາເຈົ້າ. ສ່ວນພວກເຈົ້າ ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ, ຂ້າພະເຈົ້າຫວັງວ່າ ໃນຂະນະທີ່ພວກເຈົ້າຮັບໃຊ້ ອ້າຍນ້ອງຜູ້ອາຍຸສູງກວ່າ, ພວກເຈົ້າຈະໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ ບອກພວກເຈົ້າວ່າ ພວກເຈົ້າເປັນສຸກແລ້ວ ເພາະພວກເຈົ້າຈະເຮັດສິ່ງອັນຍິ່ງໃຫຍ່. ພວກເຈົ້າໄດ້ຖືກສົ່ງອອກໄປ, ແມ່ນແຕ່ເໝືອນດັ່ງໂຢຮັນ, ເພື່ອຕຽມທາງໄວ້ກ່ອນພຣະອົງ.”10 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.