ພວກຜູ້ຍິງບາງຄົນ
ພວກຜູ້ຍິງບາງຄົນເຫລົ່ານີ້ ເປັນສານຸສິດຜູ້ຈົດຈໍ່ຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ແລະ ມີຄວາມຫວັງ ຜ່ານຄຳສັນຍາຂອງການເສຍສະລະຊົດໃຊ້ຂອງພຣະອົງ.
ເອື້ອຍນ້ອງທີ່ຮັກແພງ, ພວກເຮົາຮັກທ່ານ ແລະ ຂອບໃຈທ່ານ ສຳລັບການຕອບຮັບຄຳເຊື້ອເຊີນຂອງຝ່າຍປະທານສູງສຸດ ດ້ວຍຄວາມເມດຕາ ແລະ ກະຕືລືລົ້ນ ແລະ ໃນໂຄງການ ເຮົາເປັນຄົນແປກໜ້າ. ຂໍໃຫ້ທ່ານອະທິຖານ, ຟັງການຊື່ມຂອງພຣະວິນຍານ, ແລະ ເຮັດຕາມການດົນໃຈທີ່ທ່ານໄດ້ຮັບ ຕໍ່ໄປ.
ບໍ່ວ່າຂ້າພະເຈົ້າຈະເດີນທາງໃກ້ ຫລື ໄກ ຕະຫລອດທົ່ວໂລກ, ມັນບໍ່ເປັນສິ່ງແປກໃຈ ສຳລັບບາງຄົນທີ່ຈະຖາມວ່າ, “ທ່ານຈື່ຂ້ານ້ອຍໄດ້ບໍ?” ເປັນເພາະວ່າ ຂ້າພະເຈົ້າບໍ່ດີພ້ອມທຸກຢ່າງ, ຂ້າພະເຈົ້າຈຶ່ງຂໍຍອມຮັບວ່າ ສ່ວນຫລາຍແລ້ວ ຂ້າພະເຈົ້າຈື່ຊື່ຂອງເຂົາເຈົ້າບໍ່ໄດ້. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຍັງຈື່ຈຳຄວາມຮັກອັນແທ້ຈິງຂອງພຣະບິດາເທິງສະຫວັນ ທີ່ໃຫ້ຂ້າພະເຈົ້າຮູ້ສຶກ ໃນຂະນະທີ່ຂ້າພະເຈົ້າພົບເຫັນທິດາ ແລະ ບຸດຜູ້ປະເສີດຂອງພຣະອົງ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມຢາມກຸ່ມຜູ້ຍິງທີ່ໜ້າຮັກຈຳນວນໜຶ່ງ ຢູ່ໃນຄຸກ. ໃນຂະນະທີ່ຂ້າພະເຈົ້າໄດ້ສັ່ງລາເຂົາເຈົ້າດ້ວຍຄວາມຈິງໃຈຢູ່ນັ້ນ, ຜູ້ຍິງຄົນໜຶ່ງໄດ້ອ້ອນວອນວ່າ, “ຊິດສະເຕີ ເບີຕັນ, ຢ່າລືມພວກຂ້ານ້ອຍເດີ້.” ຂ້າພະເຈົ້າຫວັງວ່າ ນາງ ແລະ ຄົນອື່ນໆ ທີ່ຢາກໃຫ້ຖືກຈື່ຈຳ ຈະຮູ້ສຶກວ່າ ຂ້າພະເຈົ້າບໍ່ໄດ້ລືມເຂົາເຈົ້າ ໃນຂະນະທີ່ຂ້າພະເຈົ້າແບ່ງປັນຄວາມຄິດບາງຢ່າງກັບທ່ານ.
ຜູ້ຍິງບາງຄົນ ຢູ່ໃນວັນເວລາຂອງພຣະຜູ້ຊ່ວຍໃຫ້ລອດ: ຈົດຈໍ່ຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ
ເອື້ອຍນ້ອງຂອງເຮົາໃນທຸກໄວ ໄດ້ສະແດງໃຫ້ເຫັນເຖິງແບບແຜນແຫ່ງຄວາມຊື່ສັດ ຂອງການເປັນສານຸສິດ ທີ່ເຮົາກໍພະຍາຍາມເຮັດຄືກັນ. “ພຣະຄຳພີໃໝ່ ໄດ້ຮ່ວມເລື່ອງລາວ ຂອງພວກຜູ້ຍິງ [ບາງຄົນ], ທີ່ຖືກບອກຊື່ ບາງຄົນກໍບໍ່ຖືກບອກຊື່, ຜູ້ໄດ້ໃຊ້ສັດທາໃນພຣະເຢຊູຄຣິດ [ແລະ ໃນການຊົດໃຊ້ຂອງພຣະອົງ], ໄດ້ຮຽນຮູ້ ແລະ ດຳລົງຊີວິດຕາມຄຳສອນຂອງພຣະອົງ, ແລະ ໄດ້ເປັນພະຍານເຖິງການປະຕິບັດ, ການມະຫັດສະຈັນ, ແລະ ກຽດຕິຍົດຂອງພຣະອົງ. ຜູ້ຍິງເຫລົ່ານັ້ນ ໄດ້ກາຍເປັນສານຸສິດທີ່ດີເລີດ ແລະ ເປັນພະຍານທີ່ສຳຄັນ ໃນວຽກງານແຫ່ງຄວາມລອດ.”1
ໃຫ້ເຮົາມາພິຈາລະນາເລື່ອງລາວເຫລົ່ານີ້ ຢູ່ໃນພຣະທຳລູກາ. ທຳອິດ, ລະຫວ່າງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດ:
“ແລະ ເຫດການໄດ້ບັງເກີດຂຶ້ນຄື … [ພຣະເຢຊູ] ໄດ້ເດີນທາງໄປຕາມເມືອງ ແລະ ຕາມບ້ານຕ່າງໆ, ເພື່ອປະກາດຂ່າວປະເສີດ ເລື່ອງອານາຈັກຂອງພຣະເຈົ້າ: ແລະ ອັກຄະສາວົກສິບສອງ ກໍໄປກັບພຣະອົງ,
“ແລະ ກໍມີ ພວກຜູ້ຍິງບາງຄົນ, … ນາງມາຣີ ຜູ້ທີ່ຄົນເອີ້ນກັນວ່າ ໄທມັກດາລາ, … ແລະ ໂຢຮັນນາ … , ແລະ ຊູຊັນນາ, ກັບຜູ້ຍິງຄົນອື່ນໆ, ທີ່ເຄີຍບົວລະບັດພຣະອົງ.”2
ຕໍ່ໄປ, ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ:
“ແລະ ພວກຜູ້ຍິງບາງຄົນ … ໄດ້ໄປອຸບມຸງແຕ່ເຊົ້າໆ;
“… ເມື່ອພວກນາງບໍ່ພົບພຣະສົບຂອງພຣະອົງ, ພວກນາງໄດ້ກັບມາບອກວ່າ ພວກນາງໄດ້ເຫັນທູດປະກົດ … ຊຶ່ງໄດ້ບອກວ່າ ພຣະອົງເປັນຄືນມາສູ່ຊີວິດແລ້ວ.”3
ຂ້າພະເຈົ້າເຄີຍໄດ້ອ່ານ ແລະ ໄດ້ຜ່ານກາຍຖ້ອຍຄຳ ທີ່ເບິ່ງຄືວ່າ ບໍ່ສຳຄັນ ນັ້ນຄື “ພວກຜູ້ຍິງບາງຄົນ,” ຫລາຍເທື່ອແລ້ວ, ແຕ່ເມື່ອບໍ່ດົນມານີ້ ໃນຂະນະທີ່ຂ້າພະເຈົ້າໄຕ່ຕອງກ່ຽວກັບມັນຢ່າງຖີ່ຖ້ວນ, ຖ້ອຍຄຳນັ້ນ ເບິ່ງຄືວ່າ ມີຄວາມສຳຄັນຫລາຍ. ໃຫ້ເຮົາມາພິຈາລະນາ ຄຳສັບທີ່ມີຄວາມໝາຍຄືກັນເຫລົ່ານີ້ ຂອງຄຳທີ່ວ່າ ບາງຄົນ ຊຶ່ງກ່ຽວພັນກັບ ພວກຜູ້ຍິງບາງຄົນທີ່ຊື່ສັດ ນັ້ນຄື: “ເຮັດໃຫ້ເຊື່ອ,” “ຄິດໃນທາງບວກ,” “ໝັ້ນໃຈ,” “ໝັ້ນຄົງ,” “ແນ່ນອນ,” “ຮັບຮອງໄດ້,” ແລະ “ເພິ່ງພາໄດ້.”4
ເມື່ອຂ້າພະເຈົ້າໄຕ່ຕອງຄຳອະທິບາຍທີ່ມີພະລັງເຫລົ່ານັ້ນ, ຂ້າພະເຈົ້າຈື່ຜູ້ຍິງສອງຄົນຢູ່ໃນພຣະຄຳພີໃໝ່ ຊຶ່ງເປັນ ພວກຜູ້ຍິງບາງຄົນ ທີ່ໄດ້ສະແດງປະຈັກພະຍານໃນທາງບວກ, ໝັ້ນໃຈ, ໝັ້ນຄົງ, ແລະ ຮັບຮອງໄດ້ ເຖິງພຣະຜູ້ຊ່ວຍໃຫ້ລອດ. ເຖິງແມ່ນວ່າພວກນາງ, ຄືກັນກັບເຮົາ, ບໍ່ດີພ້ອມທຸກຢ່າງ, ແຕ່ການເປັນພະຍານຂອງພວກນາງ ເປັນສິ່ງດົນໃຈ.
ທ່ານຈື່ຜູ້ຍິງຢູ່ນ້ຳສ້າງໄດ້ບໍ ຜູ້ບໍ່ຖືກບອກຊື່ ທີ່ໄດ້ຊັກຊວນຄົນອື່ນໆໃຫ້ມາເບິ່ງ ສິ່ງທີ່ນາງໄດ້ຮຽນຮູ້ຈາກພຣະຜູ້ຊ່ວຍໃຫ້ລອດ? ນາງໄດ້ກ່າວພະຍານ ບາງຢ່າງ ເປັນແບບຄຳຖາມວ່າ: “ຜູ້ນີ້ບໍ່ແມ່ນພຣະຄຣິດບໍ?”5 ປະຈັກພະຍານ ແລະ ການເຊື້ອເຊີນຂອງນາງ ມີພະລັງຫລາຍ ຈົນວ່າ “ຫລາຍຄົນ … ໄດ້ເຊື່ອໃນພຣະອົງ.”6
ຫລັງຈາກ ລາຊາໂຣ ນ້ອງຊາຍຂອງນາງມາທາ ໄດ້ຕາຍໄປ, ສານຸສິດທີ່ຮັກແພງ ແລະ ຜູ້ເປັນເພື່ອນຂອງພຣະຜູ້ເປັນເຈົ້າ ໄດ້ປະກາດດ້ວຍຄວາມຮູ້ສຶກທີ່ເລິກຊຶ້ງວ່າ, “ພຣະອົງເຈົ້າເອີຍ, ຖ້າທ່ານຢູ່ທີ່ນີ້ ນ້ອງຊາຍຂອງຂ້ານ້ອຍຄົງບໍ່ຕາຍ.” ໃຫ້ເຮົາມາພິຈາລະນາ ຄວາມແນ່ນອນໃຈຂອງນາງ ທີ່ວ່າ, “ແຕ່ຂ້ານ້ອຍຮູ້ວ່າ, ພຣະເຈົ້າຈະໂຜດໃຫ້ແກ່ທ່ານ ໃນສິ່ງທີ່ທ່ານທູນຂໍຈາກພຣະອົງ.” ນາງໄດ້ເປັນພະຍານຕື່ມວ່າ, “ຂ້ານ້ອຍເຊື່ອແລ້ວວ່າ ທ່ານເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າ, ຜູ້ທີ່ຕ້ອງເຂົ້າມາໃນໂລກ.”7
ເຮົາຮຽນຮູ້ຈາກເອື້ອຍນ້ອງເຫລົ່ານີ້ ວ່າ ພວກຜູ້ຍິງບາງຄົນ ເປັນສານຸສິດຜູ້ຈົດຈໍ່ຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ແລະ ມີຄວາມຫວັງ ຜ່ານຄຳສັນຍາຂອງການເສຍສະລະຊົດໃຊ້ຂອງພຣະອົງ.
ພວກຜູ້ຍິງບາງຄົນແຫ່ງການຟື້ນຟູ ທີ່ຮັກສາພັນທະສັນຍາ: ເຕັມໃຈທີ່ຈະເສຍສະລະ
ໃນສະໄໝບູຮານ, ພວກຜູ້ຍິງບາງຄົນ ໄດ້ເສຍສະລະ ເມື່ອພວກນາງໄດ້ເປັນພະຍານ ແລະ ໄດ້ດຳລົງຊີວິດຕາມຄຳສອນຂອງພຣະເຢຊູ. ພວກຜູ້ຍິງບາງຄົນ ໃນລຸ້ນທຳອິດຂອງການຟື້ນຟູ ກໍໄດ້ເຮັດຄືກັນ. ນາງດຣູຊິລາ ເຮັນດຣິກສ໌ ແລະ ຄອບຄົວຂອງນາງ ກໍເປັນຜູ້ໜຶ່ງ ໃນບັນດາຜູ້ປ່ຽນໃຈເຫລື້ອມໃສໃໝ່, ທີ່ໄດ້ຮັບທຸກທໍລະມານໃນໄລຍະໄພ່ພົນຂອງພຣະເຈົ້າຖືກຂົ່ມເຫັງ ຢູ່ໃນເຂດຄະເລ, ລັດມີເຊີຣີ. ສາມີຂອງນາງໄດ້ກາຍເປັນຄົນເສຍອົງຄະ ຕອນສູ້ຮົບຢູ່ແມ່ນ້ຳຄຣຸກ. ນາງໄດ້ຖືກປະໃຫ້ດູແລສາມີ ແລະ ຫາລ້ຽງຄອບຄົວນຳອີກ.
“ມີເທື່ອໜຶ່ງ ຕອນລຳບາກຫລາຍທີ່ສຸດ, ທີ່ຄອບຄົວຂອງນາງບໍ່ມີອາຫານ, ນາງຈື່ໄດ້ວ່າ ສຽງໄດ້ບອກນາງວ່າ ‘ຈົ່ງອົດທົນ, ເພາະພຣະຜູ້ເປັນເຈົ້າຈະຈັດຫາໃຫ້.’”
ເມື່ອລູກຊາຍຂອງນາງຈຳເປັນຕ້ອງສະໝັກເຂົ້າຮ່ວມກອງທັບມໍມອນ, ທຳອິດນາງດຣູຊິລາ ບໍ່ຍອມໃຫ້ໄປ ແລະ ໄດ້ອະທິຖານຫາພຣະບິດາເທິງສະຫວັນດ້ວຍຄວາມກັງວົນໃຈ ຈົນກະທັ້ງ “ຄືກັບວ່າ ນາງໄດ້ຍິນສຽງບອກວ່າ, ‘ເຈົ້າບໍ່ຢາກຮັບລັດສະໝີພາບທີ່ສູງສຸດບໍ?’ ນາງໄດ້ຕອບວ່າ ໂດຍ, ‘ຢາກຮັບ’ ແລະ ສຽງນັ້ນໄດ້ກ່າວຕື່ມວ່າ, ‘ເຈົ້າຈະຮັບມັນໄດ້ແນວໃດ ຍົກເວັ້ນແຕ່ເຈົ້າຕ້ອງເຮັດການເສຍສະລະ ອັນໃຫຍ່ຫລວງທີ່ສຸດ?’”8
ເຮົາຮຽນຮູ້ຈາກ ຜູ້ຍິງບາງຄົນ ຄົນນີ້ ວ່າການເປັນສານຸສິດທີ່ຮັກສາພັນທະສັນຍາ ຮຽກຮ້ອງຄວາມເຕັມໃຈຂອງເຮົາທີ່ຈະເສຍສະລະ.
ພວກຜູ້ຍິງບາງຄົນໃນປະຈຸບັນ: ການຈື່ຈຳ ແລະ ການຕຽມ ສຳລັບການສະເຫລີມສະຫລອງ ການສະເດັດກັບມາຂອງພຣະອົງ
ຂ້າພະເຈົ້າໄດ້ກ່າວເຖິງ ພວກຜູ້ຍິງບາງຄົນ ໃນວັນເວລາຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ໃນລຸ້ນທຳອິດຂອງການຟື້ນຟູພຣະກິດຕິຄຸນ, ແຕ່ຕົວຢ່າງຂອງການເປັນສານຸສິດ ແລະ ປະຈັກພະຍານຂອງ ພວກຜູ້ຍິງບາງຄົນ ໃນວັນເວລາຂອງເຮົາເດ ເປັນຈັ່ງໃດ?
ໃນໜ້າທີ່ມອບໝາຍຂອງຂ້າພະເຈົ້າຢູ່ທີ່ອາຊີ, ອີກເທື່ອໜຶ່ງ ຂ້າພະເຈົ້າໄດ້ຮັບການດົນໃຈຈາກ ພວກຜູ້ຍິງບາງຄົນ ທີ່ຂ້າພະເຈົ້າໄດ້ພົບເຫັນ. ຂ້າພະເຈົ້າມີຄວາມປະທັບໃຈຫລາຍກັບ ສະມາຊິກລຸ້ນທຳອິດ ຢູ່ປະເທດອິນເດຍ, ມາເລເຊຍ, ແລະ ອິນໂດເນເຊຍ, ຜູ້ພະຍາຍາມດຳລົງຊີວິດຕາມພຣະກິດຕິຄຸນ ໃນບ້ານເຮືອນຂອງເຂົາເຈົ້າ, ບາງເທື່ອ ເຂົາເຈົ້າຕ້ອງໄດ້ເສຍສະລະຫລາຍທີ່ສຸດ ເພາະສ່ວນຫລາຍແລ້ວ ການດຳລົງຊີວິດຕາມພຣະກິດຕິຄຸນ ມັກຈະຂັດກັບວັດທະນະທຳຂອງຄອບຄົວ ແລະ ປະເທດ. ພວກຜູ້ຍິງບາງຄົນ ທີ່ຄອບຄົວໄດ້ເປັນສະມາຊິກມາຫລາຍລຸ້ນແລ້ວ ທີ່ຂ້າພະເຈົ້າໄດ້ພົບເຫັນຢູ່ຮົງກົງ ແລະ ໄຕ້ຫວັນ ກໍສືບຕໍ່ເປັນພອນໃຫ້ແກ່ຊີວິດຄອບຄົວຂອງເຂົາເຈົ້າ, ໃຫ້ແກ່ສາດສະໜາຈັກ, ແລະ ຊຸມຊົນ ໂດຍການຈົດຈໍ່ຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດ ແລະ ເຕັມໃຈທີ່ຈະເສຍສະລະ ເພື່ອຈະໄດ້ຮັກສາພັນທະສັນຍາ. ພວກຜູ້ຍິງບາງຄົນ ທີ່ຄ້າຍຄືກັນນີ້ ກໍມີຢູ່ໃນຫລາຍບ່ອນ ຕະຫລອດທົ່ວສາດສະໜາຈັກ.
ຜູ້ຍິງບາງຄົນ ທີ່ໄດ້ເປັນພອນໃຫ້ແກ່ຊີວິດຂອງຂ້າພະເຈົ້າ ເປັນເວລາຫລາຍສິບປີ ໄດ້ປະເຊີນກັບພະຍາດທີ່ເອີ້ນວ່າ ກ້າມເນື້ອໄຂ່ພອງເປັນເວລາ 15 ປີ ດ້ວຍຄວາມອ່ອນເພຍ, ຍາກລຳບາກ, ແລະ ໜັກຂຶ້ນເລື້ອຍໆ ເຖິງແມ່ນວ່າ ນາງຕ້ອງນັ່ງລໍ້ເຂັນ, ແຕ່ນາງໄດ້ພະຍາຍາມມີຄວາມກະຕັນຍູ ແລະ ເຮັດຕາມລາຍການ ທີ່ນາງ “ສາມາດເຮັດໄດ້”—ເປັນລາຍການກ່ຽວກັບບາງສິ່ງທີ່ນາງ ສາມາດ ເຮັດໄດ້ ດັ່ງເຊັ່ນ ເຮົາສາມາດຫາຍໃຈ, ເຮົາສາມາດກືນນ້ຳລາຍ, ເຮົາສາມາດອະທິຖານ, ແລະ ເຮົາສາມາດຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ. ນາງໄດ້ເປັນພະຍານ ບາງຄົນ ເຖິງການຈົດຈໍ່ຢູ່ທີ່ພຣະຄຣິດ ເກືອບທຸກວັນ ຕໍ່ຄອບຄົວ ແລະ ໝູ່ເພື່ອນ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຍິນ ເລື່ອງລາວກ່ຽວກັບນາງເຈັນນີ. ນາງເຄີຍໄປສອນສາດສະໜາ ຜູ້ທີ່ພໍ່ແມ່ໄດ້ປະຮ້າງກັນ ຕອນນາງຢູ່ໃນສະໜາມເຜີຍແຜ່. ນາງໄດ້ບອກວ່າ ການຄິດທີ່ຈະກັບບ້ານ ເຮັດໃຫ້ນາງມີ “ຄວາມຢ້ານກົວຫລາຍທີ່ສຸດ.” ແຕ່ໃນທ້າຍການສອນສາດສະໜາຂອງນາງ ຢູ່ປະເທດອີຕາລີ, ເມື່ອນາງເຂົ້າໄປໃນຫ້ອງການເຜີຍແຜ່ ຕຽມເດີນທາງກັບ ສະຫະລັດອາເມຣິກາ, ມີ ຜູ້ຍິງບາງຄົນ, ເພິ່ນເປັນພັນລະຍາຂອງປະທານເຜີຍແຜ່, ໄດ້ປະຕິບັດຕໍ່ນາງດ້ວຍຄວາມຮັກໃຄ່ ພຽງແຕ່ໂດຍການຫວີຜົມໃຫ້ນາງ.
ຫລາຍປີຈາກນັ້ນ, ມີ ຜູ້ຍິງບາງຄົນ ອີກຄົນໜຶ່ງ, ຊື່ ແທຣີ—ປະທານສະມາຄົມສະຕີສົງເຄາະປະຈຳສະເຕກ ແລະ ເປັນສານຸສິດຂອງພຣະເຢຊູຄຣິດ—ໄດ້ເປັນພອນໃຫ້ແກ່ນາງເຈັນນີ ຕອນນາງເຈັນນີ ໄດ້ຖືກເອີ້ນໃຫ້ເປັນປະທານສະມາຄົມສະຕີສົງເຄາະປະຈຳຫວອດ. ໃນເວລານັ້ນ, ນາງເຈັນນີ ກຳລັງຂຽນເລື່ອງການຄົ້ນຄວ້າ ເພື່ອໃຫ້ຈົບປະລິນຍາເອກຂອງນາງ. ບໍ່ພຽງແຕ່ນາງແທຣີ ໄດ້ຊ່ວຍເປັນຄູສອນຂອງນາງເຈັນນີ ເລື່ອງການເປັນຜູ້ນຳເທົ່ານັ້ນ, ແຕ່ນາງຍັງໄດ້ນັ່ງເຝົ້ານາງເຈັນນີ ຢູ່ໂຮງໝໍເປັນເວລາສິບຊົ່ວໂມງນຳອີກ ຕອນນາງເຈັນນີ ຖືກກວດພົບວ່າ ເປັນພະຍາດ ລູຄີເມຍ. ນາງແທຣີ ໄດ້ໄປຢາມນາງຢູ່ໂຮງໝໍ ແລະ ໄດ້ຂັບລົດພານາງໄປຫາໝໍ. ນາງເຈັນນີໄດ້ສາລະພາບວ່າ, “ຂ້ານ້ອຍຄິດວ່າ ຂ້ານ້ອຍໄດ້ຮາກໃສ່ລົດເພິ່ນຫລາຍເທື່ອ.”
ເຖິງແມ່ນນາງເຈັບປ່ວຍ, ແຕ່ນາງເຈັນນີ ຍັງສືບຕໍ່ການເປັນປະທານສະມາຄົມສະຕີສົງເຄາະປະຈຳຫວອດ ຢ່າງກ້າຫານ. ເຖິງແມ່ນໃນຕອນທີ່ເຈັບໜັກ, ນາງໄດ້ໂທລະສັບ ແລະ ສົ່ງຂໍ້ຄວາມທາງມືຖື, ແລະ ສົ່ງອີເມວ ຈາກຕຽງນອນຂອງນາງ, ແລະ ນາງໄດ້ເຊື້ອເຊີນເອື້ອຍນ້ອງ ໃຫ້ມາຢ້ຽມຢາມນາງອີກ. ນາງໄດ້ສົ່ງບັດ ແລະ ຈົດໝາຍໄປໃຫ້ຜູ້ຄົນ, ໄປໃຫ້ເອື້ອຍນ້ອງທີ່ຮັກນາງ ຜູ້ທີ່ຢູ່ຫ່າງໄກ. ເມື່ອຫວອດຂອງນາງ ໄດ້ຂໍຮູບຂອງຝ່າຍປະທານສະມາຄົມ ສຳລັບປະຫວັດຂອງຫວອດ, ນີ້ຄືສິ່ງທີ່ເຂົາເຈົ້າໄດ້ຮັບ. ເພາະວ່ານາງເຈັນນີ ເປັນ ຜູ້ຍິງບາງຄົນ ຢູ່ແລ້ວ, ນາງຈຶ່ງໄດ້ເຊື້ອເຊີນທຸກຄົນ ໃຫ້ມາຊ່ວຍກັນແບ່ງເບົາພາລະຂອງຄົນອື່ນ, ຮ່ວມທັງຂອງນາງດ້ວຍ.
ໃນຖານະທີ່ເປັນ ຜູ້ຍິງບາງຄົນ, ນາງເຈັນນີໄດ້ເປັນພະຍານວ່າ: “ບໍ່ພຽງແຕ່ເຮົາໄດ້ມາຢູ່ນີ້ ເພື່ອຊ່ວຍເຫລືອຄົນອື່ນເທົ່ານັ້ນ ແຕ່ຍັງເພື່ອຊ່ວຍເຫລືອຕົວເຮົາເອງນຳອີກ. ແລະ ຄວາມລອດນັ້ນ ມາຈາກການມີສ່ວນຮ່ວມກັບພຣະເຢຊູຄຣິດ; ຈາກຄວາມເຂົ້າໃຈເຖິງພຣະຄຸນ ແລະ ການຊົດໃຊ້ຂອງພຣະອົງ ແລະ ຈາກຄວາມຮັກຂອງພຣະອົງທີ່ມີຕໍ່ຜູ້ຍິງຂອງສາດສະໜາຈັກ. ສິ່ງນັ້ນເກີດຂຶ້ນຜ່ານທາງການກະທຳຕ່າງໆ ແມ່ນແຕ່ການຫວີຜົມໃຫ້ບາງຄົນ, ການສົ່ງບັດດ້ວຍຂ່າວສານທີ່ດົນໃຈ, ແຈ່ມແຈ້ງ, ແລະ ເປີດເຜີຍ ແຫ່ງຄວາມຮັກ ແລະ ພຣະຄຸນ, ຫລື ການອະນຸຍາດໃຫ້ພວກຜູ້ຍິງມາຮັບໃຊ້ເຮົາ.”9
ເອື້ອຍນ້ອງທັງຫລາຍ, ເມື່ອເຮົາກາຍເປັນຄົນສັບສົນ, ສົງໄສ, ທໍ້ຖອຍໃຈ, ເຮັດບາບ, ໂສກເສົ້າ, ຫລື ມີຈິດວິນຍານຕຶງຄຽດ, ຂໍໃຫ້ເຮົາຈົ່ງຮັບເອົາຄຳເຊື້ອເຊີນຂອງພຣະຜູ້ເປັນເຈົ້າ ໃຫ້ມາດື່ມນ້ຳທີ່ປະກອບດ້ວຍຊີວິດ ຄືກັນກັບຜູ້ຍິງ ບາງຄົນ ຢູ່ນ້ຳສ້າງ, ໂດຍການເຊື້ອເຊີນຄົນອື່ນໃຫ້ເຮັດຄືກັນ ເມື່ອເຮົາເປັນພະຍານ ບາງຄົນ ດ້ວຍຕົວເອງ ທີ່ວ່າ: “ຜູ້ນີ້ບໍ່ແມ່ນພຣະຄຣິດບໍ?”
ເມື່ອຊີວິດເບິ່ງຄືວ່າ ບໍ່ຍຸດຕິທຳ, ດັ່ງທີ່ເກີດກັບນາງມາທາ ຕອນນ້ອງຊາຍຂອງນາງໄດ້ຕາຍໄປ—ເມື່ອເຮົາປະເຊີນກັບຄວາມເຈັບປວດໃຈ ຂອງການຢູ່ໂດດດ່ຽວ, ການເປັນໝັນ, ການສູນເສຍຄົນຮັກໄປ, ການສູນເສຍໂອກາດທີ່ຈະໄດ້ແຕ່ງງານ ແລະ ມີຄອບຄົວ, ບ້ານເຮືອນທີ່ແຕກສະຫລາຍ, ຄວາມເສົ້າໃຈທີ່ບໍ່ອາດທົນກັບມັນໄດ້, ຄວາມເຈັບປວດທາງຮ່າງກາຍ ຫລື ທາງຈິດໃຈ, ຄວາມກົດດັນຈົນຫາຍໃຈບໍ່ອອກ, ຄວາມກະວົນກະວາຍ, ການຕິດແສດ, ບັນຫາດ້ານການເງິນ, ຫລື ໜ້າທີ່ຮັບຜິດຊອບຢ່າງຫລວງຫລາຍ—ຂໍໃຫ້ເຮົາຈື່ຈຳນາງມາທາ ແລະ ປະກາດພະຍານທີ່ແນ່ນອນ ບາງຢ່າງ ຂອງເຮົາວ່າ: “ແຕ່ຂ້ານ້ອຍຮູ້ … [ແລະ] ຂ້ານ້ອຍເຊື່ອ ແລ້ວວ່າ ທ່ານເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າ.”
ຂໍໃຫ້ເຮົາຈົ່ງຈື່ຈຳ ພວກຜູ້ຍິງບາງຄົນ ຜູ້ບໍ່ຍອມປະຖິ້ມພຣະຜູ້ຊ່ວຍໃຫ້ລອດທີ່ປະເສີດຂອງເຮົາ ໃນຕອນທີ່ພຣະອົງຖືກຄຶງຢູ່ເທິງໄມ້ກາງແຂນ ແລະ ໃນຫລາຍຊົ່ວໂມງຕໍ່ມາ ເຂົາເຈົ້າໄດ້ຮັບສິດທິພິເສດ ໃຫ້ເປັນພະຍານໃນບັນດາພະຍານ ບາງຄົນ ເຖິງການຟື້ນຄືນພຣະຊົນຢ່າງສະຫງ່າລາສີຂອງພຣະອົງ. ຂໍໃຫ້ເຮົາຖືກພົບເຫັນວ່າ ຢືນຢູ່ໃກ້ພຣະອົງ ໃນການອະທິຖານ ແລະ ໃນການສຶກສາພຣະຄຳພີ. ຂໍໃຫ້ເຮົາເອົາຕົວເຂົ້າໃກ້ພຣະອົງ ໂດຍການຕຽມ ແລະ ຮັບສ່ວນສັນຍາລັກທີ່ສັກສິດ ແຫ່ງການເສຍສະລະຊົດໃຊ້ຂອງພຣະອົງ ແຕ່ລະອາທິດ ໃນລະຫວ່າງພິທີສິນລະລຶກ ແລະ ເມື່ອເຮົາຮັກສາພັນທະສັນຍາ ໂດຍການຮັບໃຊ້ຄົນອື່ນ ໃນເວລາທີ່ເຂົາເຈົ້າຂັດສົນ. ບາງທີໃນເວລານັ້ນ ເຮົາຈະໄດ້ເປັນພາກສ່ວນໃນບັນດາ ພວກຜູ້ຍິງບາງຄົນ, ທີ່ເປັນສານຸສິດຂອງພຣະເຢຊູຄຣິດ, ຜູ້ຈະສະເຫລີມສະຫລອງ ການສະເດັດກັບມາອັນສະຫງ່າລາສີຂອງພຣະອົງ ເມື່ອພຣະອົງສະເດັດມາອີກ.
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານເຖິງພຣະບິດາມານດາ ທີ່ຊົງຮັກຂອງເຮົາ; ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ; ແລະ ເຖິງການຊົດໃຊ້ອັນເປັນນິດຂອງພຣະອົງ ແທນເຮົາ. ຂ້າພະເຈົ້າຮູ້ວ່າ ສາດສະດາໂຈເຊັບ ສະມິດ ໄດ້ຖືກແຕ່ງຕັ້ງລ່ວງໜ້າ ໃຫ້ເປັນສາດສະດາແຫ່ງການຟື້ນຟູ. ຂ້າພະເຈົ້າຮູ້ວ່າ ພຣະຄຳພີມໍມອນເປັນຄວາມຈິງ ແລະ ໄດ້ຖືກແປໂດຍອຳນາດຂອງພຣະເຈົ້າ. ເຮົາໄດ້ຮັບພອນ ໂດຍມີສາດສະດາທີ່ມີຊີວິດຢູ່ ໃນວັນເວລາຂອງເຮົາ, ນັ້ນຄື ປະທານທອມມັສ ແອັສ ມອນສັນ. ຂ້າພະເຈົ້າ ແນ່ໃຈກັບຄວາມຈິງເຫລົ່ານີ້! ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.
ໝາຍເຫດ: ໃນວັນທີ 1 ເດືອນເມສາ, 2017, ຊິດສະເຕີ ເບີຕັນ ໄດ້ຖືກປົດຈາກຕຳແໜ່ງປະທານສະມາຄົມສະຕີສົງເຄາະສາມັນ.