​2010–2019
ສຽງ​ຕັກເຕືອນ
ເດືອນ​ເມສາ 2017


15:15

ສຽງ​ຕັກ​ເຕືອນ

ເຖິງ​ແມ່ນ​ວ່າ​ສາດ​ສະ​ດາ​ຈະ​ຮູ້​ສຶກ​ວ່າ ມັນ​ເປັນ​ໜ້າ​ທີ່​ຂອງ​ເພິ່ນທີ່​ຈະ​ຕັກ​ເຕືອນ, ​ແຕ່ມັນ​ກໍ​ເປັນ​ໜ້າ​ທີ່​ຂອງ​ຄົນ​ອື່ນ​ຄື​ກັນ.

ສາດ​ສະ​ດາ​ເອ​ເຊ​ກຽນ ໄດ້​ເກີດ​ປະ​ມານ​ຊາວ​ປີ ​ກ່ອນ ລີ​ໄຮ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ອອກ​ຈາກ​ເຢ​ຣູ​ຊາ​ເລັມ​ໄປ. ໃນ 597 ປີ ກ່ອນ​ຄຣິສ​ຕະ​ສັກ​ກະ​ລາດ, ຕອນ​ອາ​ຍຸ 25 ປີ, ເອ​ເຊ​ກຽນ​ໄດ້​ເປັນ​ຄົນ​ໜຶ່ງ​ໃນ​ຈຳ​ນວນ​ຫລາຍໆ​ຄົນ ​ທີ່​ເນ​ບູ​ກາ​ເນັດ​ຊາ​ໄດ້​ຈັບ​ໄປ​ເປັນ​ຊະ​ເລີຍ​ທີ່​ບາ​ບີ​ໂລນ, ແລະ ຕາມ​ທີ່​ເຮົາ​ຮູ້​ຈັກ, ເພິ່ນ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ​ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ.1 ເພິ່ນ​ໄດ້​ມາ​ຈາກ​​ເຊື້ອ​ສາຍຂອງ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ແລະ ເມື່ອ​ເພິ່ນ​ມີ​ອາ​ຍຸ 30 ປີ, ເພິ່ນ​ກໍ​ໄດ້​ກາຍ​ເປັນ​ສາດ​ສະ​ດາ.2

ໃນ​ການ​ມອບ​ໝາຍ​ເອ​ເຊ​ກຽນ, ພຣະ​ເຢ​ໂຮ​ວາ ໄດ້​ໃຊ້​ການ​ປຽບ​ທຽບ​ຂອງ​ຄົນ​ເຝົ້າ​ຍາມ.

“ເມື່ອ [ຄົນ​ເຝົ້າ​ຍາມ] ເຫັນ​ສັດ​ຕູ​ມາ​ໃກ້ ລາວ​ຈະ​ເປົ່າ​ແກ​ປຸກ​ເຕືອນ​ທຸກໆ​ຄົນ;

“ຖ້າ​ຄົນ​ໜຶ່ງ​ໄດ້​ຍິນ​ສຽງ​ແກ ແຕ່​ບໍ່​ເອົາ​ໃຈ​ໃສ່​ຕໍ່​ສຽງ​ປຸກ​ເຕືອນ ສັດ​ຕູ​ກໍ​ຈະ​ມາ​ຂ້າ​ຄົນ​ນັ້ນ​ເສຍ ແລ້ວ​ລາວ​ກໍ​ຈະ​ຖືກ​ປະ​ນາມ​ເພາະ​ການ​ຕາຍ​ນັ້ນ.”3

ແຕ່​ກົງ​ກັນ​ຂ້າມ, “ແຕ່​ຖ້າ​ຄົນ​ເຝົ້າ​ຍາມ​ເຫັນ​ສັດ​ຕູ​ພວມ​ມາ ແລະ ບໍ່​ເປົ່າ​ແກ​ປຸກ​ເຕືອນ ສັດ​ຕູ​ກໍ​ຈະ​ມາ​ຂ້າ​ຄົນ​ທັງ​ຫລາຍ​ຖິ້ມ, ... ເຮົາ​ກໍ​ຈະ​ຖື​ວ່າ​ການ​ຕາຍ​ນັ້ນ​ເປັນ​ຄວາມ​ຜິດ​ຂອງ​ຜູ້​ເຝົ້າ​ຍາມ.”4

ແລ້ວ ໂດຍ​ກ່າວ​ຕົງໆ​ຕໍ່​ເອ​ເຊ​ກຽນ, ພຣະ​ເຢ​ໂຮ​ວາ​ໄດ້​ປະ​ກາດ​ວ່າ, “ບັດ​ນີ້​ມະ​ນຸດ​ເອີຍ, ເຮົາ​ແຕ່ງ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເຝົ້າ​ຍາມ​ຊົນ​ຊາດ​ອິດ​ສະ​ຣາ​ເອນ; ເຈົ້າ​ຕ້ອງ​ນຳ​ຄຳ​ຕັກ​ເຕືອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ໄປ​ບອກ​ພວກ​ເຂົາ.”5 ຄຳ​ຕັກ​ເຕືອນ​ນັ້ນ​ກໍ​ແມ່ນ ໃຫ້​ຫັນ​ໜ້າ​ໜີ​ຈາກ​ບາບ.

“ຖ້າ​ເຮົາ​ປະ​ກາດ​ວ່າ​ຄົນ​ຊົ່ວ​ຜູ້​ໜຶ່ງ​ພວມ​ຈະ​ຕາຍ, ແຕ່​ເຈົ້າ​ບໍ່​ໄດ້​ຕັກ​ເຕືອນ​ລາວ​ໃຫ້​ປ່ຽນ​ທິດ​ທາງ​ເພື່ອ​ຊ່ວຍ​ຊີ​ວິດ​ຂອງ​ຕົນ​ໄວ້; ແລ້ວ​ລາວ​ກໍ​ຈະ​ຕາຍ​ເສຍ​ທັງໆ​ທີ່​ຍັງ​ເປັນ​ຄົນ​ບາບ​ຢູ່; ເຮົາ​ຈະ​ຖື​ວ່າ​ການ​ຕາຍ​ຂອງ​ຄົນ​ນັ້ນ ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຈົ້າ.

“ຖ້າ​ເຈົ້າ​ຕັກ​ເຕືອນ​ຄົນ​ຊົ່ວ​ຜູ້​ໜຶ່ງ ແລະ ລາວ​ບໍ່​ເຊົາ​ເຮັດ​ບາບ, ລາວ​ກໍ​ຈະ​ຕາຍ​ທັງໆ​ທີ່​ຍັງ​ເປັນ​ຄົນ​ບາບ​ຢູ່; ແຕ່​ເຈົ້າ​ເອງ​ຈະ​ລອດ​ຊີ​ວິດ. ...

“ເຮົາ​ອາດ​ຈະ​ຕັກ​ເຕືອນ​ຄົນ​ຊົ່ວ​ຜູ້​ໜຶ່ງ​ວ່າ​ລາວ​ຈະ​ຕ້ອງ​ຕາຍ; ແຕ່​ຖ້າ​ລາວ​ເຊົາ​ເຮັດ​ບາບ ແລະ ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ດີ​ງາມ; …

“ເຮົາ​ຈະ​ອະ​ໄພ​ການ​ບາບ​ທີ່​ລາວ​ໄດ້​ເຮັດ​ນັ້ນ ແລະ ລາວ​ຈະ​ມີ​ຊີ​ວິດ ເພາະ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ດີ​ງາມ.”6

ເປັນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ ທີ່​ການ​ຕັກ​ເຕືອນ​ນີ້​ກໍ​ກ່ຽວ​ພັນ​ກັບ​ຄົນ​ຊອບ​ທຳ​ນຳ​ອີກ. “ເຮົາ​ອາດ​ສັນ​ຍາ​ວ່າ​ຈະ​ໃຫ້​ຊີ​ວິດ​ແກ່​ຄົນ​ດີ​ຜູ້​ໜຶ່ງ, ແຕ່​ຖ້າ​ລາວ​ເລີ່ມ​ຄິດ​ວ່າ ການ​ກະ​ທຳ​ດີ​ຂອງ​ລາວ​ທີ່​ຜ່ານ​ມາ​ນັ້ນ​ພຽງ​ພໍ​ແລ້ວ ແລະ ເລີ່ມ​ເຮັດ​ບາບ​ເຮົາ​ຈະ​ບໍ່​ລະ​ນຶກ​ເຖິງ​ການ​ດີ​ໃດໆ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ; ລາວ​ຈະ​ຕ້ອງ​ຕາຍ​ເພາະ​ການ​ບາບ​ຂອງ​ລາວ.”7

ໂດຍ​ການ​ອ້ອນ​ວອນ​ກັບ​ລູກໆ​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ບອກ​ເອ​ເຊ​ກຽນ​ວ່າ, “ຈົ່ງ​ບອກ​ເຂົາ​ວ່າ, ອົງ​ພຣະ​ຜູ້​ເປັນເຈົ້າ​ ​ກ່າວ​ວ່າ, ເຮົາ​ມີ​ຊີ​ວິດ​ຢູ່​ຢ່າງ​ແນ່​ແທ້ ເຮົາ​ຈະ​ບໍ່​ດີ​ໃຈ​ເມື່ອ​ເຫັນ​ຄົນ​ບາບ​ຜູ້​ໜຶ່ງ​ຕາຍ​ໄປ; ເຮົາ​ຈະ​ດີ​ໃຈ​ຫລາຍ​ກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ ແລະ ມີ​ຊີ​ວິດ​ຢູ່. ຊາດ​ອິດ​ສະ​ຣາ​ເອນ​ເອີຍ, ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢາກ​ຕາຍ?”8

ແທນ​ທີ່​ຈະ​ຕື່ນ​ເຕັ້ນ​ທີ່​ຈະ​ກ່າວ​ໂທດ​ເຮົາ, ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ສະ​ແຫວງ​ຫາ​ຄວາມ​ສຸກ​ຂອງ​ເຮົາ ແລະ ອ້ອນ​ວອນ​ໃຫ້​ເຮົາ​ກັບ​ໃຈ, ໂດຍ​ທີ່​ຮູ້​ເປັນ​ຢ່າງ​ດີ​ວ່າ “ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນ [ແລະ ຈະ​ບໍ່​ເປັນ] ຄວາມ​ສຸກ​ເລີຍ.”9 ສະ​ນັ້ນ​ເອ​ເຊ​ກຽນ ແລະ ສາດ​ສະ​ດາ​ທຸກໆ​ທ່ານ​ແຕ່​ກ່ອນ​ໜ້າ​ນັ້ນ ແລະ ຕໍ່​ຈາກ​ນັ້ນ, ຈຶ່ງ​ໄດ້​ກ່າວ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ອອກ​ມາ​ຈາກ​ຄວາມ​ຮູ້​ສຶກຈາກ​ສ່ວນ​ເລິກ​ຂອງ​ໃຈ, ໄດ້​ຕັກ​ເຕືອນ​ທຸກໆ​ຄົນ​ໃຫ້​ຫັນ​ໜີ​ໄປ​ຈາກ​ຊາ​ຕານ, ສັດ​ຕູ​ຂອງ​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ, ແລະ “ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ​ທີ່​ຍິ່ງ​ໃຫຍ່​ຂອງ​ມະ​ນຸດ​ທັງ​ປວງ.”10

ເຖິງ​ແມ່ນ​ວ່າ​ສາດ​ສະ​ດາ​ຈະ​ຮູ້​ສຶກ​ວ່າ ມັນ​ເປັນ​ໜ້າ​ທີ່​ຂອງ​ເພິ່ນທີ່​ຈະ​ຕັກ​ເຕືອນ, ​ແຕ່ມັນ​ກໍ​ເປັນ​ໜ້າ​ທີ່​ຂອງ​ຄົນ​ອື່ນ​ຄື​ກັນ. ແທ້​ຈິງ​ແລ້ວ, ມັນ​ເປັນ​ໜ້າ​ທີ່​ຂອງ​ທຸກໆ​ຄົນ​ຜູ້​ໄດ້​ຖືກ​ເຕືອນ ທີ່​ຈະ​ເຕືອນ​ເພື່ອນ​ບ້ານ​ຂອງ​ຕົນ.11 ເຮົາ ຜູ້​ທີ່​ໄດ້​ຮັບ​ຄວາມ​ຮູ້​ເຖິງ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່—ແລະ ພຣະ​ບັນ​ຍັດ​ທີ່​ກ່ຽວ​ພັນ​ຂອງ​ມັນ—ຄວນ​ຮູ້​ສຶກ​ເຖິງ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຮູ້​ນັ້ນ ເພາະ​ມັນ​ເຮັດ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ຫລາຍ​ໃນ​ຊີ​ວິດ, ທັງ​ໃນ​ຊີ​ວິດ​ມະ​ຕະ​ນີ້ ແລະ ໃນ​ຊີ​ວິດ​ນິ​ລັນ​ດອນ. ແລະ ຖ້າ​ເຮົາ​ຈະ​ຖາມ​ວ່າ, “ໃຜ​ເປັນ​ເພື່ອນ​ບ້ານ​ທີ່​ເຮົາ​ຄວນ​ຕັກ​ເຕືອນ?” ແນ່​ນອນ​ວ່າ​ຈະ​ພົບ​ເຫັນ​ຄຳ​ຕອບ​ຢູ່​ໃນ​ຄຳ​ອຸ​ປະ​ມາ​ທີ່​ເລີ່ມ​ດ້ວຍ​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ ລົງ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ໄປ​ຍັງ​ເມືອງ​ເຢຣິໂກ ແລະ ຕົກ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ນັກ​ປຸ້ນ, [ແລະ ອື່ນໆ​ຕໍ່ໆ​ໄປ].”12

ເມື່ອ​ພິ​ຈາ​ລະ​ນາ​ຄຳ​ອຸ​ປະ​ມາ​ເລື່ອງ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ໃນ​ສະ​ພາບ​ນີ້ ມັນ​ກໍ​ເຕືອນ​ໃຈ​ເຮົາ​ວ່າ​ຄຳ​ຖາມ​ທີ່​ວ່າ “ໃຜ​ເປັນ​ເພື່ອນ​ບ້ານ​ຂອງ​ເຮົາ?” ແມ່ນ​ກ່ຽວ​ພັນ​ກັບ​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ສອງ​ຂໍ້​ທີ່​ວ່າ: “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຈິດ, ດ້ວຍ​ສຸດ​ກຳ​ລັງ ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ; ແລະ ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອ​ນຮັກ​ຕົນ​ເອງ.”13 ປັດ​ໃຈ​ທີ່​ຊຸກ​ຍູ້​ໃຫ້​ປະ​ກາດ​ສຽງ​ຕັກ​ເຕືອນ​ນັ້ນ​ຄື​ຄວາມ​ຮັກ—ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ເພື່ອນ​ມະ​ນຸດ. ການ​ຕັກ​ເຕືອນ​ຄື​ການ​ດູ​ແລ. ພຣະ​ຜູ້​ເປັນ​ເຈົ້າ​​ສອນ​ວ່າ​ ມັນ​ຄວນ​ຖືກ​ປະ​ຕິ​ບັດ ດ້ວຍ​ຄວາມ​ນິ້ມ​ນວນ ແລະ ດ້ວຍ​ຄວາມ​ອ່ອນ​ໂຍນ14 ແລະ ໂດຍ​ການ​ຊັກ​ຊວນ, ໂດຍ​ຄວາມ​ອົດ​ກັ້ນ, ໂດຍ​ຄວາມ​ອ່ອນ​ໂຍນ … , ແລະ ໂດຍ​ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ.15 ມັນ​ອາດ​ເປັນ​ເລື່ອງ​ທີ່​ຮີບ​ຮ້ອນ, ດັ່ງ​ເຊັ່ນ​ເມື່ອ​ເຮົາ​ເຕືອນ​ລູກໆ​ວ່າ​ບໍ່​ໃຫ້​ເອົາ​ມື​ວາງ​ໃສ່​ໄຟ. ມັນ​ຕ້ອງ​ແຈ່ມ​ແຈ່ງ ແລະ ບາງ​ເທື່ອ​ແບບ​ເດັດ​ດ່ຽວ. ເປັນ​ບາງ​ໂອ​ກາດ, ການ​ຕັກ​ເຕືອນ​ອາດ​ມາ​ໃນ​ຮູບ​ແບບ​ຂອງ​ການ​ຕິ​ຕຽນ ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ,”16 ແຕ່​ມັນ​ຕ້ອງ​ຖືກ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ.

ແນ່​ນອນ​ວ່າ​ຄວາມ​ຮັກ​ຈະ​ບັງ​ຄັບ​ພໍ່​ແມ່​ໃຫ້​ຕັກ​ເຕືອນ “ເພື່ອນ​ບ້ານ” ທີ່​ໃກ້​ຄຽງ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ, ນັ້ນ​ຄື ລູກໆ​ຂອງ​ເຂົາ​ເຈົ້າ​ເອງ. ນີ້​ໝາຍ​ເຖິງ​ການ​ສັ່ງ​ສອນ ແລະ ການ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ. ມັນ​ໝາຍ​ເຖິງ​ການ​ສອນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃຫ້​ແກ່​ລູກໆ ດັ່ງ​ເຊັ່ນ: ສັດ​ທາ, ການ​ກັບ​ໃຈ, ບັບ​ຕິ​ສະ​ມາ, ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນຍານບໍ​ລິ​ສຸດ.17 ພຣະຜູ້​ເປັນ​ເຈົ້າ​ເຕືອນ​ພໍ່​ແມ່​ວ່າ, ພຣະ​ອົງ​​ໄດ້​ບັນ​ຊາ​ພໍ່​ແມ່​ໃຫ້​ລ້ຽງ​ດູ​ລູກໆ​ຂອງ​ເຂົາ​ເຈົ້າ​ໃນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ.18

ສ່ວນ​ປະ​ກອບ​ທີ່​ຈຳ​ເປັນ​ຂອງ​ໜ້າ​ທີ່​ການ​ເປັນ​ພໍ່​ແມ່​ທີ່​ຈະ​ເຕືອນ ບໍ່​ພຽງ​ແຕ່​ຈະ​ບັນ​ຍາຍ​ເຖິງ​ຜົນ​ສະ​ທ້ອນ​ທີ່​ໂສກ​ເສົ້າ​ຂອງ​ບາບ​ເທົ່າ​ນັ້ນ ແຕ່​ເຖິງ​ຄວາມ​ສຸກ​ທີ່​ມາ​ຈາກ​ການ​ດຳ​ເນີນ​ໄປ​ໃນ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ. ຂໍ​ໃຫ້​ລະ​ນຶກ​ເຖິງ​ຖ້ອຍ​ຄຳ​ຂອງ​ເອໂນດ ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ນຳ​ເພິ່ນ​ໃຫ້​ສະ​ແຫວງ​ຫາ​ພຣະ​ເຈົ້າ, ຮັບ​ເອົາ​ການ​ປົດ​ບາບ, ແລະ ​ປ່ຽນ​ໃຈ​ເຫລື້ອມ​ໃສ​ວ່າ:

“ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ລ່າ​ສັດ​ຢູ່​ໃນ​ປ່າ; ແລະ ຄຳ​ເວົ້າ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ບິ​ດາ​ເລື້ອຍໆ​ກ່ຽວ​ກັບ​ຊີ​ວິດ​ນິ​ລັນ​ດອນ, ແລະ ຄວາມ​ສຸກ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ໄດ້​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ.

“ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຫິວ​ໂຫຍ; ແລະ ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ສ້າງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ ແລະ ອ້ອນ​ວອນ​ຕໍ່​ພຣະ​ອົງ​ຢ່າງ​ສຸດ​ກຳ​ລັງ.”19

ເປັນ​ເພາະ​ຄວາມ​ຮັກ​ທີ່​ດີ​ພ້ອມ ແລະ ຄວາມ​ຫ່ວງ​ໃຍ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ຄົນ​ອື່ນ ແລະ ຄວາມ​ສຸກ​ຂອງ​ເຂົາ​ເຈົ້າ, ພຣະ​ເຢ​ຊູ​ຈຶ່ງ​ບໍ່​ໄດ້​ລັ່ງ​ເລ​ທີ່​ຈະ​ຕັກ​ເຕືອນ. ໃນ​ຕອນ​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, “ພຣະ​ເຢ​ຊູ​ກໍ​ເລີ່ມ​ຕົ້ນ​ປ່າວ​ປະ​ກາດ​ວ່າ, ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່ ເພາະ​ວ່າ​ລາ​ຊາ​ອາ​ນາ​ຈັກ​ສະ​ຫວັນ​ມາ​ໃກ້​ແລ້ວ.”20 ເພາະ​ພຣະ​ອົງ​ຮູ້​ວ່າ ບໍ່​ແມ່ນ​ເສັ້ນ​ທາງ​ໃດໆ ​ກໍ​ຈະ​ນຳ​ໄປ​ສູ່​ສະ​ຫວັນ, ພຣະ​ອົງ​ຈຶ່ງ​ໄດ້​ບັນ​ຊາ​ວ່າ:

“ຈົ່ງ​ເຂົ້າ​ໄປ​ທາງ​ປະ​ຕູ​ຄັບ​: ເພາະ​ປະ​ຕູ​ເຂົ້າ​ໄປ​ນະ​ລົກ​ກໍ​ກວ້າງ ແລະ ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ງ່າຍ ແລະ ຄົນ​ທີ່​ເດີນ​ໄປ​ຕາມ​ທາງ​ນັ້ນ​ກໍ​ມີ​ຫລວງ​ຫລາຍ:

“ແຕ່​ປະ​ຕູ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ກໍ​ຄັບ ແລະ ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ແຄບ ແລະ ຄົນ​ທີ່​ພົບ​ທາງ​ນັ້ນ​ກໍ​ມີ​ໜ້ອຍ.”21

ພຣະ​ອົງ​ໄດ້​ອຸ​ທິດ​ເວ​ລາ​ໃຫ້​ແກ່​ຄົນ​ບາບ ໂດຍ​ກ່າວ​ວ່າ, “ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນ​ທຳ ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ນອກ​ສິນ​ທຳ​ໃຫ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່.”22

ກ່ຽວ​ກັບ​ບັນ​ດາ​ທຳ​ມະ​ຈານ, ຟາ​ຣີ​ຊາຍ, ແລະ ຊາ​ດູ​ກາຍ, ພຣະ​ເຢ​ຊູ​ກໍ​ແນວ​ແນ່​ໃນ​ການ​ປະ​ນາມ​ຄວາມ​ໜ້າ​ຊື່​ໃຈ​ຄົດ​ຂອງ​ພວກ​ເຂົາ. ພຣະ​ຄຳ​ຕັກ​ເຕືອນ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ກໍ​ກົງ​ໄປ​ກົງ​ມາ​ວ່າ: “ວິ​ບັດ​ແກ່​ເຈົ້າ ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍ, ຄົນ​ໜ້າ​ຊື່​ໃຈ​ຄົດ! ດ້ວຍ​ວ່າ, ພວກ​ເຈົ້າ​ແບ່ງ​ຜັກ​ຫອມ​ລາບ, ຜັກ​ຊີ, ແລະ ຂີ້​ໝິ້ນ​ເປັນ​ສິບ​ສ່ວນ, ເອົາ​ສ່ວນ​ໜຶ່ງ​ເປັນ​ຂອງ​ຖວາຍ. ແຕ່​ສ່ວນ​ຂໍ້​ສຳ​ຄັນ​ຂອງ​ກົດ​ບັນ​ຍັດ ຄື​ຄວາມ​ຍຸດ​ຕິ​ທຳ, ຄວາມ​ເມດ​ຕາ, ຄວາມ​ສັດ​ຊື່​ນັ້ນ​ໄດ້​ປະ​ເສຍ ແມ່ນ​ສິ່ງ​ເຫລົ່າ​ນີ້​ແຫລະ ທີ່​ພວກ​ເຈົ້າ​ຄວນ​ປະ​ຕິ​ບັດ​ຢູ່​ໂດຍ​ບໍ່​ຕ້ອງ​ປະ​ຖິ້ມ​ສິ່ງ​ອື່ນ​ນັ້ນ.”23 ແນ່​ນອນ​ວ່າ​ບໍ່​ມີ​ຄົນ​ໃດ​ຈະ​ກ່າວ​ຫາ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ຮັກ​ພວກ​ທຳ​ມະ​ຈານ ແລະ ພວກຟາ​ຣີ​ຊາຍ​ເຫລົ່າ​ນີ້—ໃນ​ທີ່​ສຸດ​ພຣະ​ອົງ​ກໍ​ໄດ້​ທົນ​ທຸກ​ທໍ​ລະ​ມານ ແລະ ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ລອດ​ຄື​ກັນ. ແຕ່​ເພາະ​ພຣະ​ອົງ​ຮັກ​ພວກ​ເຂົາ, ພຣະ​ອົງ​ຈຶ່ງ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ພວກ​ເຂົາ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຂົາ​ຕໍ່​ໄປ​ໃນ​ບາບ ໂດຍ​ທີ່​ບໍ່​ຕັກ​ເຕືອນພວກ​ເຂົາ​ຢ່າງ​ແຈ້ງ​ຊັດ. ຜູ້​ສັງ​ເກດ​ການ​ຄົນ​ໜຶ່ງ​ໄດ້​ບັນ​ທຶກ​ໄວ້​ວ່າ, “ພຣະ​ເຢ​ຊູ​ໄດ້​ສອນ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ໃຫ້​ກະ​ທຳ​ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ: ທີ່​ຈະ​ຕ້ອນ​ຮັບ​ທຸກ​ຄົນ ແລະ ຈະ​ສອນ​ກ່ຽວ​ກັບ​ບາບ​ນຳ​ອີກ, ເພາະ​ຄວາມ​ຮັກ​ຮຽກ​ຮ້ອງ​ການ​ຕັກ​ເຕືອນ​ຜູ້​ຄົນ​ກ່ຽວ​ກັບ​ສິ່ງ​ທີ່​ສາ​ມາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ປວດ.”24

ບາງ​ເທື່ອ​ຜູ້​ຄົນ​ກໍ​ບໍ່​ເອົາ​ໃຈ​ໃສ່​ຄົນ​ທີ່​ເປັ່ງ​ສຽງ​ກ່າວ​ຕັກ​ເຕືອນ ເພາະ​ເຂົາ​ຖື​ວ່າ​ຄົນ​ເຫລົ່າ​ນັ້ນ​ເປັນ​ຄົນ​ມັກ​ຕັດ​ສິນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກົງ​ກັນ​ຂ້າມ, ຜູ້​ທີ່​ອ້າງ​ວ່າ​ຄວາມ​ຈິງ​ນັ້ນ​ຂຶ້ນ​ຢູ່​ກັບ​ທັດ​ສະ​ນະ​ຂອງ​ຄົນ ແລະ ມາດ​ຕະ​ຖານ​ທາງ​ສິນ​ທຳ​ເປັນ​ເລື່ອງ​ຂອງ​ຄວາມ​ເລືອກ​ມັກ ສ່ວນ​ຫລາຍ​ແລ້ວ​ຈະ​ເປັນ​ຄົນ​ກຸ່ມ​ດຽວ​ທີ່​ວິ​ຈານ​ຜູ້​ຄົນ​ທີ່​ບໍ່​ຍອມ​ຮັບ​ສິ່ງ​ທີ່​ສັງ​ຄົມ​ໃນ​ປະ​ຈຸ​ບັນ​ພິ​ຈາ​ລະ​ນາ​ວ່າ​ເປັນ “ຄວາມ​ຄິດ​ທີ່​ຖືກ​ຕ້ອງ.” ນັກ​ປະ​ພັນ​ຄົນ​ໜຶ່ງ​ໄດ້​ກ່າວ​ເຖິງ​ເລື່ອງ​ນີ້​ວ່າ​ເປັນ “ວັດ​ທະ​ນະ​ທຳ​ຄວາມ​ອັບ​ອາຍ”:

“ໃນ​ວັດ​ທະ​ນະທຳ​ຄວາມ​ຮູ້​ສຶກ​ຜິດ ທ່ານ​ຮູ້​ວ່າ​ທ່ານ​ດີ ຫລື ຊົ່ວ ໂດຍ​ສິ່ງ​ທີ່​ຄວາມ​ຮູ້​ສຶກ​ຜິດ​ຊອບ​ຊົ່ວ​ດີ​ຂອງ​ທ່ານ​ຮູ້​ສຶກ. ໃນ​ວັດ​ທະ​ນະທຳ​ຄວາມ​ອັບ​ອາຍ ທ່ານ​ຮູ້​ວ່າ​ທ່ານ​ດີ ຫລື ຊົ່ວ​ໂດຍ​ສິ່ງ​ທີ່​ຊຸມ​ຊົນ​ຂອງ​ທ່ານ​ກ່າວ​ກ່ຽວ​ກັບ​ທ່ານ, ໂດຍ​ວ່າ ມັນ​ໃຫ້​ກຽດ​ທ່ານ ຫລື ວ່າ​ກີດ​ກັນ​ທ່ານ. ... [ຢູ່​ໃນ​ວັດ​ທະ​ນະ​ທຳ​ຄວາມ​ອັບ​ອາຍ,] ຊີ​ວິດ​ທີ່​ຊອບ​ທຳ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຫລັກ​ທຳ​ຂອງ​ຄວາມ​ຖືກ ແລະ ຄວາມ​ຜິດ; ມັນ​ຂຶ້ນ​ຢູ່​ກັບ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຜູ້​ຄົນ ຫລື ສິ່ງ​ທີ່​ຄວນ ຫລື ບໍ່​ຄວນ​ຖືກ​ກີດ​ກັນ. ...

“… ທຸກໆ​ຄົນ​ກໍ​ບໍ່​ໝັ້ນ​ໃຈ​ເລື້ອຍ​ໄປ ໃນ​ລະ​ບົບ​ສິນ​ທຳ ທີ່​ຂຶ້ນ​ຢູ່​ກັບ​ການ​ເຂົ້າ​ຮ່ວມ ແລະ ການ​ກີດ​ກັນ. ບໍ່​ມີ​ມາດ​ຕະ​ຖານ​ທີ່​ຖາ​ວອນ​ໃດໆ, ມີ​ພຽງ​ແຕ່​ການ​ຕັດ​ສິນ​ທີ່​ປ່ຽນ​ໄປ​ມາ​ຂອງ​ຄົນ​ທົ່ວໆ​ໄປ​ເທົ່າ​ນັ້ນ. ມັນ​ເປັນ​ວັດ​ທະ​ນະ​ທຳ​ແບບ​ລັກ​ສະ​ນະ ຄວາມ​ນ້ອຍ​ໃຈ​ໄວ​ເກີນ​ໄປ, ສະ​ແດງ​ອາ​ການ​ໂຕ້​ຕອບ​ເກີນ​ໄປ ແລະ ກັງ​ວົນ​ທາງ​ເລື່ອງ​ສິນ​ທຳ​ເກີນ​ໄປ, ໃນ​ໄລ​ຍະ​ທີ່​ທຸກໆ​ຄົນ​ຮູ້​ສຶກ​ວ່າ​ຖືກ​ບັງ​ຄັບ​ໃຫ້​ຍອມ​ຮັບ​ຄວາມ​ຄິດ​ທີ່​ຄົນ​ນິ​ຍົມ​ຊົມ​ຊອບ. … 

“ວັດ​ທະ​ນະທຳ​ຄວາມ​ຮູ້​ສຶກ​ຜິດ ອາດ​ຈະ​ຍອມ​ຮັບ​ໄດ້​ຍາກ, ແຕ່​ວ່າ​ຢ່າງ​ນ້ອຍ​ທ່ານ​ກໍ​ສາ​ມາດ​ກຽດ​ຊັງ​ການ​ບາບ ແລະ ຍັງ​ຮັກ​ຜູ້​ເຮັດ​ບາບ​ໄດ້​ຢູ່. ວັດ​ທະ​ນະ​ທຳ​ຄວາມ​ອັບ​ອາຍ​ໃນ​ປະ​ຈຸ​ບັນ​ຖືກ​ກ່າວ​ຫາ​ວ່າ ເຫັນ​ຄຸນ​ຄ່າ​ຂອງ​ການ​ຍອມ​ຮັບ​ໃຫ້​ເຂົ້າ​ຮ່ວມ ແລະ ການ​ໂຍະ​ຍານ, ແຕ່​ມັນ​ອາດ​ເປັນ​ຄວາມ​ບໍ່​ມີ​ເມດ​ຕາ​ປາ​ນີ​ຕໍ່​ຜູ້​ຄົນ​ທີ່​ບໍ່​ເຫັນ​ພ້ອມ ແລະ ຕໍ່​ຜູ້​ທີ່​ແຕກ​ຕ່າງ​ຈາກ​ຄົນ​ສ່ວນ​ໃຫຍ່​ກໍ​ໄດ້.”25

ກົງ​ກັນ​ຂ້າມ​ກັບ​ສິ່ງ​ນີ້​ກໍ​ຄື “ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ,”26 ທີ່​ເປັນ​ພື້ນ​ຖານ​ທີ່​ໝັ້ນ​ຄົງ ແລະ ຖາ​ວອນ​ຂອງ​ຄວາມ​ຍຸດ​ຕິ​ທຳ ແລະ ຄຸນ​ນະ​ທຳ. ມັນ​ຈະ​ດີກ​ວ່າຫລາຍ​ ​ທີ່​ຈະ​ມີ​ກົດ​ທີ່​ບໍ່​ປ່ຽນ​ແປງ​ຂອງ​ພຣະ​ເຈົ້າ ໂດຍ​ທາງ​ນັ້ນ​ທີ່​ເຮົາ​ຈະ​ເລືອກ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ ແທນ​ທີ່​ຈະ​ຖືກ​ເປັນ​ຕົວ​ປະ​ກັນ​ທີ່​ບໍ່​ແນ່​ນອນ ແລະ ຄວາມ​ໂມ​ໂຫ​ຮ້າຍ​ຂອງ​ກຸ່ມ​ອັນ​ຕະ​ພານ​ຂອງ​ສື່​ສານ​ມວນ​ຊົນ. ມັນ​ຈະ​ດີກ​ວ່າ​ຫລາຍ ທີ່​ຈະ​ຮູ້​ຄວາມ​ຈິງ ແທນ​ທີ່​ຈະ​ຖືກ “ພັດ​ໄປ​ມາ ແລະ ຫັນ​ເຫ​ໄປ​ມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳ​ສັ່ງ​ສອນ​ທຸກ​ຢ່າງ​ຂອງ​ຄົນ​ທີ່​ຫລອກ​ລວງ.”27 ມັນ​ຈະ​ດີກ​ວ່າ​ຫລາຍ​ ທີ່​ຈະ​ກັບ​ໃຈ ແລະ ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ ແທນ​ທີ່​ຈະ​ທຳ​ທ່າ​ວ່າ​ບໍ່​ມີ​ຄວາມ​ຖືກ ຫລື ຄວາມ​ຜິດ ແລະ ຕົກ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ບາບ ແລະ ຄວາມ​ກິນ​ແໜງ​ແຄງ​ໃຈ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ ສຽງ​ເຕືອນ​ຈະ​ມາ​ເຖິງ​ທຸກ​ຜູ້​ຄົນ, ໂດຍ​ປາກ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ຜູ້​ຊຶ່ງ​ພຣະ​ອົງ​ເລືອກ​ໄວ້​ໃນ​ຍຸກ​ສຸດ​ທ້າຍ​ນີ້.”28 ໃນ​ຖາ​ນະ​ທີ່​ເປັນ​ຜູ້​ເຝົ້າ​ຍາມ ແລະ ສາ​ນຸ​ສິດ, ເຮົາ​ບໍ່​ສາ​ມາດ​ຈະ​ຢືນ​ຢູ່​ທາງ​ກາງ​ກ່ຽວ​ກັບ “ພຣະ​ຣາ​ຊະ​ທານ​ອັນ​ສຳ​ຄັນ​ກວ່າ​ນັ້ນ.”29 ເໝືອນ​ດັ່ງ​ເອ​ເຊ​ກຽນ, ເຮົາ​ຈະ​ຫລຽວ​ເບິ່ງ​ຊື່ໆ​ບໍ່​ໄດ້ ​ເມື່ອ​ເຫັນ​ສັດ​ຕູ​ມາ​ໃກ້ ແລະ “ບໍ່​ເປົ່າ​ແກ​ປຸກ​ເຕືອນ.”30 ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ຄວນ​ເຄາະ​ປະ​ຕູ​ເພື່ອນ​ບ້ານ​ຂອງ​ເຮົາ​ດັງໆ ຫລື ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ ແລະ ຮ້ອງ​ຂຶ້ນ​ດັງໆ​ວ່າ, “ຈົ່ງ​ກັບ​ໃຈ​ເຖີດ!” ຕາມ​ຈິງ​ແລ້ວ, ເມື່ອ​ທ່ານ​ຄິດ​ຄັກໆ​ແລ້ວ, ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ແລ້ວ ເຮົາ​ມີ​ບາງ​ສິ່ງ​ທີ່​ຜູ້​ຄົນ​ຕ້ອງ​ການ​ແທ້ໆ. ສະ​ນັ້ນ​ໂດຍ​ທົ່ວ​ໄປ​ແລ້ວ ສຽງ​ຂອງ​ການ​ຕັກ​ເຕືອນ​ຈະ​ບໍ່​ພຽງ​ແຕ່ ​ເປັນ​ດັ່ງ​ທີ່​ສຳ​ນວນ​ຂ​ອງ​ຜູ້​ຂຽນ​ເພງ​ສັນ​ລະ​ເສີນ ວ່າ​ມັນ​ເປັນ “ສຽງ​ທີ່​ໜ້າ​ຊື່ນ​ຊົມ.”31

ທ່ານ ຮາວ ໂບຍ ຜູ້​ບັນ​ນາ​ທິ​ການ​ຄວາມ​ຄິດ​ເຫັນ​ຂອງ​ໜັງ​ສື​ພິມ Deseret News ໄດ້​ອ້າງ​ເຖິງ​ຕົວ​ຢ່າງ​ຂອງ​ຄວາມ​ເສຍ​ຫາຍ​ຂອງ​ການ​ຄົງ​ຢູ່​ຢ່າງ​ງຽບໆ​ ທີ່ມີ​ຕໍ່​ຄົນ​ອື່ນ. ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ ເຖິງ​ແມ່ນ​ວ່າ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ແຕ່ງ​ງານ​ຍັງ​ເປັນ​ເລື່ອງ​ຂອງ “ການ​ໂຕ້​ວາ​ທີ​ທາງ​ສະ​ຕິ​ປັນ​ຍາ” ຢູ່ ລະ​ຫວ່າງ​ຜູ້​ຄົນ​ທີ່​ມີ​ຖາ​ນະ​ສູງ ໃນ​ສັງ​ຄົມ​ອາ​ເມຣິ​ກາ, ແຕ່​ການ​ແຕ່ງ​ງານ​ນັ້ນ​ເອງ​ບໍ່​ໄດ້​ເປັນ​ເລື່ອງ​ຂອງ​ການ​ໂຕ້​ວາ​ທີ​ໃນ​ການ​ປະ​ຕິ​ບັດ​ສຳ​ລັບ​ເຂົາ​ເຈົ້າ. “ຜູ້​ຄົນ​ທີ່​ມີ​ຖາ​ນະ​ສູງ​ແຕ່ງ​ງານ​ກັນ ແລະ ຄົງ​ຢູ່​ໃນ​ການ​ແຕ່ງ​ງານ​ນັ້ນ ແລະ ເຮັດ​ໃຫ້​ແນ່​ໃຈ​ວ່າ​ລູກໆ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ແຕ່ງ​ງານ​ທີ່​ທົນ​ທານ. ... ແຕ່ ບັນ​ຫາ​ກໍ​ຄື​ວ່າ [ເຂົາ​ເຈົ້າ] ບໍ່​ມັກ​ຈະ​ສັ່ງ​ສອນ​ສິ່ງ​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ.” ເຂົາ​ເຈົ້າ​ບໍ່​ຢາກ “ລົບ​ກວນ” ຜູ້​ຄົນ​ທີ່​ອາດ​ຕ້ອງ​ການ​ການ​ນຳ​ພາ​ທາງ​ດ້ານ​ສິນ​ທຳ​ຂອງ​ເຂົາ​ເຈົ້າ​ແທ້ໆ, ແຕ່ “ບາງ​ທີ​ມັນ​ເຖິງ ... ເວ​ລາ​ແລ້ວ​ສຳ​ລັບ​ຜູ້​ທີ່​ມີ​ການ​ສຶກ​ສາ ແລະ ຄອບ​ຄົວ​ທີ່​ເຂັ້ມ​ແຂງ ໃຫ້​ເຊົາ​ທຳ​ທ່າ​ເປັນ​ຄົນ​ກາງ ແລະ ເລີ່ມ​ສັ່ງ​ສອນ​ສິ່ງ​ທີ່​ເຂົາ​ເຈົ້າ​ປະ​ຕິບັດ​ຕາມ ທີ່​ກ່ຽວ​ພັນ​ກັບ​ການ​ແຕ່ງ​ງານ ແລະ ການ​ເປັນ​ພໍ່​ແມ່ ... [ແລະ] ຊ່ວຍ​ໝູ່​ເພື່ອນ​ຊາວ​ອາ​ເມຣິ​ກັນ​ໃຫ້​ເປີດ​ໃຈ​ຍອມ​ຮັບຄວາມ​ຄິດ​ນັ້ນ​ດ້ວຍ.”32

ພວກ​ເຮົາ​ໄວ້​ໃຈ​ວ່າ​ ພວກ​ເຈົ້າ​ຄົນ​ລຸ້ນ​ໃໝ່​ໂດຍ​ສະ​ເພາະ, ຊາວ​ໜຸ່ມ ແລະ ພວກ​ໜຸ່ມ​ສາວ ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ເພິ່ງ​ອາ​ໄສ​ສຳ​ລັບ​ຄວາມ​ສຳ​ເລັດ​ຜົນ​ຂອງ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ອະ​ນາ​ຄົດ​ທີ່​ຈະ​ມາ​ເຖິງ, ທີ່​ຈະ​ສະ​ໜັບ​ສະ​ໜູນ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ມາດ​ຕະ​ຖານ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ ແລະ ສະ​ຖານ​ທີ່​ສ່ວນ​ຕົວ​ນຳ​ອີກ. ຢ່າ​ປະ​ຖິ້ມ​ຜູ້​ຄົນ​ທີ່​ຈະ​ຍອມ​ຮັບ​ເອົາ​ຄວາມ​ຈິງ ໃຫ້​ດີ້ນ​ລົນ ແລະ ລົ້ມ​ເຫລວ​ຢູ່​ໃນ​ຄວາມ​ໂງ່​ຈ້າ. ຢ່າ​ຍິນຍອມ​ຕໍ່​ຄວາມ​ຄິດ​ຜິດໆ​ຂອງ​ການ​ຍອມ​ຮັບ ຫລື ຄວາມ​ຢ້ານ​ກົວ—ຢ້ານ​ກົວ​ຄວາມ​ລຳ​ບາກ, ຄວາມ​ບໍ່​ເຫັນ​ພ້ອມ, ຫລື ແມ່ນ​ແຕ່​ຄວາມ​ທຸກ​ທໍ​ລະ​ມານ. ຂໍ​ໃຫ້​ຈື່​ຈຳ​ພຣະ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ ທີ່ວ່າ:

“ເມື່ອ​ຄົນ​ກ່າວ​ນິນ​ທາ ແລະ ຂົ່ມ​ເຫັງ​ເຈົ້າ​ທັງ​ຫລາຍ ແລະ ເວົ້າ​ຄວາມ​ຊົ່ວ​ອັນ​ບໍ່​ຈິງ​ທຸກ​ຢ່າງ​ຕໍ່​ສູ້​ເຈົ້າ​ທັງ​ຫລາຍ ເພາະ​ເຫັນ​ແກ່​ເຮົາ ພວກ​ເຈົ້າ​ກໍ​ເປັນ​ສຸກ.

“ຈົ່ງ​ເປັນ​ສຸກ ແລະ ຊົມ​ຊື່ນ​ຍິນ​ດີ​ເຖີດ: ເພາະ​ພວກ​ເຈົ້າ​ມີ​ບຳ​ເໜັດ​ອັນ​ຍິ່ງ​ໃຫຍ່​ໃນ​ສະ​ຫວັນ​ແລ້ວ: ບັນ​ດາສາດ​ສະດາ​ໃນ​ສະ​ໄໝ​ກ່ອນ​ກໍ​ຖືກ​ຂົ່ມ​ເຫັງ​ຢ່າງ​ດຽວ​ກັນ​ນີ້​ແຫລະ.”33

ໃນ​ທີ່​ສຸດ, ເຮົາ​ທຸກໆ​ຄົນ​ຈະ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ​ສຳ​ລັບ​ທາງ​ເລືອກ​ຂອງ​ເຮົາ ແລະ ຊີ​ວິດ​ທີ່​ເຮົາ​ດຳ​ລົງ​ຢູ່. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ວ່າ: “ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ; ແລະ ຫລັງ​ຈາກ​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊັກ​ນຳ​ຄົນ​ທັງ​ຫລາຍ​ມາ​ຫາ​ເຮົາ, ດັ່ງ​ທີ່​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ມະ​ນຸດ​ສັນ​ໃດ ມະ​ນຸດ​ກໍ​ຈະ​ຖືກ​ຍົກ​ຂຶ້ນ​ໂດຍ​ພຣະ​ບິ​ດາ​ສັນ​ນັ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ເຮົາ ເພື່ອ​ຮັບ​ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ດີ ຫລື ວຽກ​ງານ​ຊົ່ວ.”34

ໂດຍ​ການ​ຮັບ​ຮູ້​ເຖິງ​ສິ່ງ​ນີ້, ຄວາມ​ສູງ​ສົ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ສະຫລຸບ​ດ້ວຍ​ຖ້ອຍ​ຄຳ​ຂອງ ແອວ​ມາ, ຊຶ່ງຂ້າ​ພະ​ເຈົ້າ​ເອົາ​ມາ​ເປັນ​ຖ້ອຍ​ຄຳ​ຂອງ​ຂ້າພະ​ເຈົ້າ​ເອງ​ວ່າ:

“ແລະ ບັດ​ນີ້, [ອ້າຍ​ເອື້ອຍ​ນ້ອງ] ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຈາກ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ແທ້​ຈິງ​ແລ້ວ, ດ້ວຍ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່​ຫລວງ​ຈົນ​ເຖິງ​ຄວາມ​ເຈັບ​ປວດ, ໃຫ້​ພວກ​ທ່ານ … ປະ​ຖິ້ມ​ບາບ​ຂອງ​ພວກ​ທ່ານ​ເຖີດ, ແລະ ຢ່າ​ເລື່ອນ​ວັນ​ແຫ່ງ​ການ​ກັບ​ໃຈ​ຂອງ​ພວກ​ທ່ານ​ເລີຍ;

“ແຕ່​ໃຫ້​ພວກ​ທ່ານ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເອີ້ນ​ຫາ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ແລະ ເຝົ້າ​ເບິ່ງ ແລະ ອະ​ທິ​ຖານ​ສະ​ເໝີ, ເພື່ອ​ພວກ​ທ່ານ​ຈະ​ບໍ່​ຖືກ​ລໍ້​ລວງ​ຈົນ​ເກີນ​ກວ່າ​ທີ່​ພວກ​ທ່ານ​ຈະ​ອົດ​ທົນ​ໄດ້, ແລະ ຖືກ​ພຣະ​ວິນ​ຍານ​ສັກ​ສິດ​ນຳ​ພາ​ໄປ ... ;

“ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ມີ​ຄວາມ​ຫວັງ​ວ່າ ພວກ​ທ່ານ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ; ມີ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໃຈ​ຂອງ​ພວກ​ທ່ານ​ສະ​ເໝີ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ ແລະ ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ອົງ.”35

ຂໍ​ໃຫ້​ເຮົາ​ແຕ່ລະຄົນ​ສາມາດ​ກ່າວ​ກັບ​ພຣະຜູ້​ເປັນ​ເຈົ້າ ຄື​ກັນ​ກັບ​ດາ​ວິດ ທີ່​ວ່າ: “ຂ້ານ້ອຍ​ບໍ່​ໄດ້​ເກັບ​ເລື່ອງ​ຄວາມ​ລອດ​ໄວ້​ສຳລັບ​ຕົວ​ເອງ; ຂ້ານ້ອຍ​ກ່າວ​ວ່າ​ພຣະອົງ​ສັດ​ຊື່ ​ແລະ ຊ່ວຍ​ຊູ​ຢູ່​ເລື້ອຍ: ​ໃນ​ຊຸມນຸມ​ຊົນນັ້ນ ຂ້ານ້ອຍ​ບໍ່​ໄດ້​ປິດ​ບັງ​ຄວາມ​ສັດ​ຊື່ ​ແລະ ຄວາມ​ຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຈັກ​ເທື່ອ.”36 ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.