ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ?
ພຣະວິນຍານບໍລິສຸດເຕືອນ, ພຣະວິນຍານບໍລິສຸດປອບໂຍນ, ແລະ ພຣະວິນຍານບໍສຸດເປັນພະຍານ.
ໃນແລງຄືນວັນຈັນ ເມື່ອບໍ່ດົນມານີ້, ລີຊ້າ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄດ້ແວ່ຢາມເພື່ອນບ້ານ ທີ່ເປັນຄອບຄົວໜຸ່ມ. ໃນຂະນະທີ່ພວກເຮົາຢ້ຽມຢາມເຂົາເຈົ້າ, ເຂົາເຈົ້າໄດ້ຂໍໃຫ້ພວກເຮົາ ຢູ່ຮ່ວມການສັງສັນໃນຄອບຄົວ ຊຶ່ງລູກຊາຍຜູ້ອາຍຸ ເກົ້າ ປີ ໄດ້ຕຽມບົດຮຽນ. ແນ່ນອນ, ພວກເຮົາກໍໄດ້ຢູ່!
ຫລັງຈາກໄດ້ຮ້ອງເພງເປີດ, ອະທິຖານ, ແລະ ແຈ້ງບອກກ່ຽວກັບວຽກງານຂອງຄອບຄົວແລ້ວ, ລູກຜູ້ອາຍຸເກົ້າປີ ກໍເລີ່ມຕົ້ນອ່ານ ຄຳຖາມທີ່ໃຫ້ຄວາມຮູ້ ຈາກບົດຮຽນທີ່ລາວໄດ້ຂຽນໄວ້ ວ່າ: “ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ?” ການຖາມຄຳຖາມແບບນີ້ ຈະກໍ່ໃຫ້ເກີດການສົນທະນາທີ່ດີໃນຄອບຄົວ ເມື່ອທຸກຄົນແບ່ງປັນແນວຄິດ ແລະ ຄວາມຮູ້. ຂ້າພະເຈົ້າປະທັບໃຈຫລາຍ ກັບການຕຽມບົດຮຽນຂອງຜູ້ສອນ ແລະ ຄຳຖາມທີ່ດີຂອງລາວ, ຊຶ່ງເຮັດໃຫ້ຂ້າພະເຈົ້າຄຸ້ນຄິດ ຫລັງຈາກການໄປຢ້ຽມຢາມເທື່ອນັ້ນ.
ນັບແຕ່ນັ້ນມາ, ຂ້າພະເຈົ້າໄດ້ຖາມຕົວເອງເລື້ອຍໆວ່າ, “ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ?”—ເປັນຄຳຖາມທີ່ກ່ຽວຂ້ອງກັບເດັກນ້ອຍຊັ້ນປະຖົມໄວໂດຍສະເພາະ ຜູ້ຈະເຖິງອາຍຸແປດປີ ແລະ ຕຽມຮັບບັບຕິສະມາ ແລະ ສຳລັບເດັກນ້ອຍຜູ້ຫາກໍໄດ້ຮັບບັບຕິສະມາ ແລະ ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ມັນກໍຍັງກ່ຽວຂ້ອງກັບຜູ້ຫາກໍປ່ຽນໃຈເຫລື້ອມໃສ ຫລາຍພັນຄົນນຳອີກ.
ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນ, ໂດຍສະເພາະເດັກນ້ອຍໃນຊັ້ນປະຖົມໄວ, ໃຫ້ຄິດໄຕ່ຕອງ ຄຳວ່າ “ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ?” ເມື່ອຂ້າພະເຈົ້າຄິດໄຕ່ຕອງຄຳຖາມນີ້, ທັນໃດນັ້ນ ຂ້າພະເຈົ້າກໍຫວນຄິດເຖິງປະສົບການ ຕອນຂ້າພະເຈົ້າຍັງນ້ອຍ. ເລື່ອງນີ້ ຂ້າພະເຈົ້າໄດ້ເລົ່າສູ່ແອວເດີ ຣໍເບີດ ດີ ແຮວສ໌ ຟັງ ບໍ່ດົນຫລັງຈາກຂ້າພະເຈົ້າໄດ້ຖືກເອີ້ນ ເປັນອັກຄະສາວົກສິບສອງ ຊຶ່ງເພິ່ນໄດ້ບັນຈຸມັນໄວ້ ເປັນເລື່ອງສັ້ນ ໃນວາລະສານຂອງສາດສະໜາຈັກ ກ່ຽວກັບຊີວິດຂອງຂ້າພະເຈົ້າ.1 ບາງຄົນໃນພວກທ່ານອາດໄດ້ຍິນກ່ຽວກັບເລື່ອງນີ້, ບາງຄົນກໍບໍ່ເຄີຍໄດ້ຍິນ.
ຕອນຂ້າພະເຈົ້າມີອາຍຸໄດ້ 11 ປີ, ພໍ່ຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄດ້ໄປເດີນປ່າ ໃນມື້ທີ່ຮ້ອນອົບເອົ້າມື້ໜຶ່ງຂອງລະດູແລ້ງ ຢູ່ແຖວພູໃກ້ບ້ານຂອງພວກເຮົາ. ໃນຂະນະທີ່ພໍ່ກຳລັງຍ່າງຂຶ້ນພູ, ຂ້າພະເຈົ້າໄດ້ກະໂດດຈາກໂງ່ນຫີນກ້ອນໜຶ່ງ ຫາອີກກ້ອນໜຶ່ງ, ທີ່ຢູ່ແຄມເສັ້ນທາງ. ໂດຍທີ່ຄິດຢາກປີນຂຶ້ນໂງ່ນຫີນກ້ອນໃຫຍ່, ຂ້າພະເຈົ້າຈຶ່ງເລີ່ມປີນຂຶ້ນໄປຫາຈອມ. ທັນໃດນັ້ນ ຂ້າພະເຈົ້າກໍຕົກໃຈ ເມື່ອພໍ່ຂອງຂ້າພະເຈົ້າໄດ້ຈັບສາຍແອວຂອງຂ້າພະເຈົ້າ ແລະ ດຶງຂ້າພະເຈົ້າລົງ, ເວົ້າວ່າ, “ຢ່າປີນຂຶ້ນໂງ່ນຫີນກ້ອນນັ້ນ. ໃຫ້ຍ່າງຢູ່ໃນເສັ້ນທາງ.”
ສອງສາມນາທີຈາກນັ້ນ, ເມື່ອຂ້າພະເຈົ້າຫລຽວລົງເບິ່ງ ຈາກເສັ້ນທາງບ່ອນສູງ, ພວກເຮົາໄດ້ຫລຽວເຫັນງູຫາງກະດິ່ງ ນອນຝີງແດດຢູ່ເທິງໂງ່ນຫີນກ້ອນນັ້ນ ບ່ອນທີ່ຂ້າພະເຈົ້າຊິປີນຂຶ້ນໄປ.
ແລ້ວໃນຂະນະທີ່ພວກເຮົາກຳລັງຂັບລົດກັບບ້ານ, ຂ້າພະເຈົ້າຮູ້ວ່າ ພໍ່ກຳລັງລໍຖ້າໃຫ້ຂ້າພະເຈົ້າຖາມວ່າ, “ພໍ່ຮູ້ໄດ້ແນວໃດວ່າ ງູຢູ່ເທິງບ່ອນນັ້ນ? ແລ້ວຂ້າພະເຈົ້າໄດ້ຖາມ, ແລະ ຄຳຕອບໄດ້ພາໃຫ້ພວກເຮົາສົນທະນາກັນເລື່ອງພຣະວິນຍານບໍລິສຸດ ແລະ ວິທີທີ່ພຣະວິນຍານບໍລິສຸດສາມາດຊ່ວຍເຫລືອເຮົາ. ຂ້າພະເຈົ້າບໍ່ເຄີຍລືມສິ່ງທີ່ຂ້າພະເຈົ້າໄດ້ຮຽນໃນມື້ນັ້ນ.
ທ່ານເຫັນໄດ້ບໍວ່າ ພຣະວິນຍານບໍລິສຸດໄດ້ຊ່ວຍເຫລືອຂ້າພະເຈົ້າແນວໃດ? ຂ້າພະເຈົ້າມີຄວາມກະຕັນຍູຕະຫລອດໄປ ທີ່ພໍ່ໄດ້ເຊື່ອຟັງສຽງແຜ່ວເບົານັ້ນ ຂອງພຣະວິນຍານບໍລິສຸດ, ຊຶ່ງໄດ້ຊ່ວຍຊີວິດຂ້າພະເຈົ້າໄວ້.
ສິ່ງທີ່ເຮົາຮູ້ຈັກກ່ຽວກັບພຣະວິນຍານບໍລິສຸດ
ກ່ອນເຮົາຈະຄິດກ່ຽວກັບຄຳຖາມທີ່ວ່າ “ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ? ໃຫ້ເຮົາມາທົບທວນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍ ກ່ຽວກັບພຣະວິນຍານບໍລິສຸດ. ມີຄວາມຈິງນິລັນດອນຫລາຍຢ່າງ ທີ່ເຮົາສາມາດເອົາມາສົນທະນາ, ແຕ່ມື້ນີ້ ຂ້າພະເຈົ້າຈະກ່າວເຖິງສາມຢ່າງ.
ໜຶ່ງ, ພຣະວິນຍານບໍລິສຸດ ເປັນສະມາຊິກອົງທີສາມຢູ່ໃນຝ່າຍພຣະເຈົ້າ. ເຮົາຮຽນຮູ້ເຖິງຄວາມຈິງນີ້ ໃນຫລັກແຫ່ງຄວາມເຊື່ອຂໍ້ທຳອິດ ວ່າ: “ພວກເຮົາເຊື່ອໃນພຣະເຈົ້າ, ພຣະບິດານິລັນດອນ, ແລະ ເຊື່ອໃນພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ແລະ ພຣະວິນຍານບໍລິສຸດ.”2
ສອງ, ພຣະວິນຍານບໍລິສຸດ ມີຮູບຮ່າງລັກສະນະທີ່ເປັນພຣະວິນຍານ, ດັ່ງທີ່ມີບັນຍາຍໄວ້ ຢູ່ໃນພຣະຄຳພີສະໄໝໃໝ່ ວ່າພຣະບິດາມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ ທີ່ສຳພັດໄດ້ດັ່ງຂອງມະນຸດ; ພຣະບຸດກໍຄືກັນ; ແຕ່ພຣະວິນຍານບໍລິສຸດບໍ່ມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ, ແຕ່ເປັນພຣະກາຍທີ່ເປັນພຣະວິນຍານ. ຖ້າຫາກບໍ່ເປັນເຊັ່ນນັ້ນ, ພຣະວິນຍານບໍລິສຸດຈະສະຖິດຢູ່ໃນເຮົາບໍ່ໄດ້.3 ນີ້ໝາຍຄວາມວ່າພຣະວິນຍານບໍລິສຸດ ມີພຣະກາຍທີ່ເປັນວິນຍານ, ບໍ່ຄືກັນກັບພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດ, ຜູ້ມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ. ຄວາມຈິງນີ້ໃຫ້ຄວາມແຈ່ມແຈ້ງກ່ຽວກັບພຣະນາມອື່ນອີກ ທີ່ມອບໃຫ້ແກ່ພຣະວິນຍານບໍລິສຸດ ແລະ ເຮົາກໍຄຸ້ນເຄີຍກັບພຣະນາມຂອງພຣະອົງ, ຮ່ວມທັງ ພຣະວິນຍານສັກສິດ, ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານຂອງພຣະຜູ້ເປັນເຈົ້າ, ພຣະວິນຍານສັກສິດແຫ່ງຄຳສັນຍາ, ແລະ ພຣະຜູ້ປອບໂຍນ.4
ສາມ, ຂອງປະທານແຫ່ງພຣະວິນຍານບໍລິສຸດ ມາເຖິງໂດຍການວາງມື. ພິທີການນີ້, ຊຶ່ງຕິດຕາມການຮັບບັບຕິສະມາ, ເຮັດໃຫ້ເຮົາເໝາະສົມສຳລັບການມີພຣະວິນຍານບໍລິສຸດເປັນເພື່ອນຕະຫລອດເວລາ.5 ໃນການກະທຳພິທີການນີ້, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທີ່ມີຄ່າຄວນ ຈະວາງມືໃສ່ເທິງຫົວຂອງບຸກຄົນ,6 ເອີ້ນຊື່ເຂົາເຈົ້າ, ກ່າວເຖິງສິດອຳນາດຂອງຖານະປະໂລຫິດທີ່ເພິ່ນມີ, ແລະ ໃນພຣະນາມຂອງພຣະເຢຊູຄຣິດ, ຢືນຢັນເຂົາເຈົ້າເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ແລະ ກ່າວຂໍ້ຄວາມທີ່ສຳຄັນວ່າ: “ຈົ່ງຮັບເອົາພຣະວິນຍານບໍລິສຸດ.”
ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ?
ໂດຍການທົບທວນຄວາມຈິງທີ່ສຳຄັນສາມຢ່າງນັ້ນ ກ່ຽວກັບພຣະວິນຍານບໍລິສຸດ, ເຮົາຫັນກັບຄືນໄປຫາຄຳຖາມຂໍ້ທຳອິດທີ່ວ່າ: “ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ?”
ພຣະວິນຍານບໍລິສຸດເຕືອນ
ດັ່ງທີ່ຂ້າພະເຈົ້າໄດ້ບັນຍາຍປະສົບການຕອນຂ້າພະເຈົ້າຍັງນ້ອຍ, ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານໄດ້ ໂດຍການເຕືອນທ່ານລ່ວງໜ້າ ເຖິງສິ່ງອັນຕະລາຍຕໍ່ທາງຮ່າງກາຍ ແລະ ທາງວິນຍານ. ຂ້າພະເຈົ້າໄດ້ຮຽນຮູ້ອີກ ເຖິງຄວາມສຳຄັນຂອງບົດບາດການເຕືອນຂອງພຣະວິນຍານບໍລິສຸດ ຕອນຂ້າພະເຈົ້າໄດ້ໄປຮັບໃຊ້ ຢູ່ໃນຝ່າຍປະທານເຂດ ຢູ່ປະເທດຍີ່ປຸ່ນ.
ໃນໄລຍະນັ້ນ, ຂ້າພະເຈົ້າໄດ້ທຳງານຢ່າງໃກ້ຊິດກັບປະທານ ຣີດ ຕາເຕໂອກະ, ຂອງເຂດເຜີຍແຜ່ ຍີ່ປຸ່ນ ເຊັນໄດ. ພາກສ່ວນໜຶ່ງໃນວຽກງານປະຈຳຂອງເພິ່ນ, ປະທານຕາເຕໂອກະ ໄດ້ວາງແຜນຈັດການປະຊຸມສຳລັບກຸ່ມຫົວໜ້າຂອງຜູ້ສອນສາດສະໜາ ຢູ່ໃນພາກໃຕ້ຂອງເຂດເຜີຍແຜ່ຂອງເພິ່ນ. ສອງສາມມື້ກ່ອນການປະຊຸມ, ປະທານຕາເຕໂອກະ ໄດ້ຮັບການດົນໃຈ, ເປັນຄວາມຮູ້ສຶກໃນໃຈຂອງເພິ່ນ, ໃຫ້ເຊື້ອເຊີນຜູ້ສອນສາດສະໜາ ທຸກຄົນ ຢູ່ໃນອະນາເຂດນັ້ນໃຫ້ໄປຮ່ວມກອງປະຊຸມຜູ້ນຳ, ແທນທີ່ຈະເປັນພຽງກຸ່ມແອວເດີ ແລະ ຊິດສະເຕີ ຈຳນວນນ້ອຍໜຶ່ງ ທີ່ເປັນຫົວໜ້າເທົ່ານັ້ນ.
ເມື່ອເພິ່ນໄດ້ປະກາດຄວາມປະສົງຂອງເພິ່ນ, ເພິ່ນໄດ້ຖືກເຕືອນວ່າ ການປະຊຸມນັ້ນ ບໍ່ແມ່ນສຳລັບຜູ້ສອນສາດສະໜາທຸກຄົນ ແຕ່ແມ່ນສຳລັບຜູ້ເປັນຫົວໜ້າເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ເພິ່ນໄດ້ປ່ຽນການປະຊຸມທີ່ເຄີຍວາງແຜນໄວ້ ແລະ ໄດ້ເຊື້ອເຊີນຜູ້ສອນສາດສະໜາທຸກຄົນ ຜູ້ຮັບໃຊ້ຢູ່ໃນເມືອງຕ່າງໆ ໃນເຂດໃກ້ທະເລໃຫ້ມາຮ່ວມການປະຊຸມ ຕາມທີ່ເພິ່ນໄດ້ຮັບການກະຕຸ້ນ, ຊຶ່ງຮ່ວມດ້ວຍເມືອງຟູກູຊິມະ. ໃນມື້ປະຊຸມ, ເປັນວັນທີ 11 ເດືອນມິນາ, 2011, ຜູ້ສອນສາດສະໜາໄດ້ເຕົ້າໂຮມກັນ ຢູ່ໃນບ່ອນປະຊຸມ ໄກຈາກທະເລ, ຢູ່ເມືອງໂກຣິຢາມະ.
ລະຫວ່າງກອງປະຊຸມດັ່ງກ່າວ, ແຜ່ນດິນໄຫວ ແຮງເຖິງ 9.0 ແລະ ລົມພະຍຸສຸນາມິ ໄດ້ເກີດຂຶ້ນ ຢູ່ທີ່ປະເທດຍີ່ປຸ່ນ ບ່ອນທີ່ເຂດເຜີຍແຜ່ ເຊັນໄດ ຕັ້ງຢູ່. ໜ້າເສຍໃຈ ທີ່ຫລາຍເມືອງຢູ່ແຖວແຄມທະເລ—ຮ່ວມທັງເມືອງຕ່າງໆທີ່ຜູ້ສອນສາດສະໜາໄດ້ມາຮ່ວມການປະຊຸມ—ກໍຖືກທຳລາຍ ແລະ ຫລາຍຄົນໄດ້ເສຍຊີວິດໄປ. ແລະ ເມືອງຟູກູຊິມະ ກໍຖືກທຳລາຍ ແລະ ມີບັນຫາເກີດຂຶ້ນ ກັບໂຮງງານປະລະມະນູ ນຳອີກ.
ເຖິງແມ່ນວ່າ ຕຶກທີ່ຜູ້ສອນສາດສະໜາໄດ້ຈັດການປະຊຸມເພພັງເລັກນ້ອຍ ເນື່ອງດ້ວຍແຜ່ນດິນໄຫວໃນມື້ນັ້ນ, ແຕ່ໂດຍທີ່ໄດ້ເຮັດຕາມການກະຕຸ້ນຈາກພຣະວິນຍານ, ປະທານ ແລະ ຊິດສະເຕີ ຕາເຕໂອກະ ແລະ ຜູ້ສອນສາດສະໜາທັງໝົດ ປອດໄພຢູ່ນຳກັນ. ເຂົາເຈົ້າໄດ້ອອກຈາກບ່ອນທີ່ອັນຕະລາຍ ແລະ ໄກຈາກພະຍຸສຸນາມິ ທັງບໍ່ວິຕົກເລື່ອງອາຍພິດປະລະມະນູ ນຳອີກ.
ເມື່ອທ່ານເຮັດຕາມການກະຕຸ້ນຈາກພຣະວິນຍານບໍລິສຸດ—ການກະຕຸ້ນທີ່ສ່ວນຫລາຍງຽບໆ ແລະ ແຜ່ວເບົາ—ໂດຍທີ່ບໍ່ຮູ້ລ່ວງໜ້າ, ທ່ານອາດຖືກພາໜີຈາກສິ່ງອັນຕະລາຍຕໍ່ທາງວິນຍານ ແລະ ທາງຮ່າງກາຍໄດ້.
ອ້າຍເອື້ອຍນ້ອງທັງຫລາຍ, ພຣະວິນຍານບໍລິສຸດຈະຊ່ວຍເຫລືອທ່ານ ໂດຍການເຕືອນທ່ານ, ດັ່ງທີ່ພຣະອົງໄດ້ເຕືອນພໍ່ຂອງຂ້າພະເຈົ້າ ແລະ ປະທານຕາເຕໂອກະ.
ພຣະວິນຍານບໍລິສຸດປອບໂຍນ
ໃນການຕອບຄຳຖາມຕໍ່ໄປ “ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ? ບັດນີ້ໃຫ້ເຮົາມາຄົ້ນຄວ້າເລື່ອງບົດບາດຂອງພຣະອົງ ໃນຖານະທີ່ເປັນພຣະຜູ້ປອບໂຍນ. ເຫດການທີ່ບໍ່ຄາດຄິດໃນຊີວິດຂອງເຮົາທຸກຄົນ ກໍ່ໃຫ້ເກີດຄວາມໂສກເສົ້າ, ຄວາມເຈັບປວດ, ແລະ ຄວາມຜິດຫວັງ. ແຕ່, ໃນທ່າມກາງການທົດລອງເຫລົ່ານີ້, ພຣະວິນຍານບໍລິສຸດ ຊ່ວຍເຫລືອເຮົາໃນບົດບາດຢ່າງໜຶ່ງທີ່ສຳຄັນຂອງພຣະອົງ—ເປັນ ພຣະຜູ້ປອບໂຍນ, ຊຶ່ງຕາມຈິງແລ້ວ ເປັນພຣະນາມໜຶ່ງອີກຂອງພຣະອົງ. ຖ້ອຍຄຳທີ່ໃຫ້ຄວາມສະຫງົບ, ແລະ ຄວາມແນ່ນອນໃຈຈາກພຣະເຢຊູຄຣິດ ບັນຍາຍເຖິງບົດບາດທີ່ສັກສິດນີ້ ທີ່ວ່າ, “ຝ່າຍເຮົາຈະທູນຂໍພຣະບິດາ ແລະ ພຣະອົງຈະປະທານຜູ້ຊ່ວຍອີກອົງໜຶ່ງແກ່ພວກເຈົ້າ ເພື່ອຈະຢູ່ກັບພວກເຈົ້າຕະຫລອດໄປເປັນນິດ.”7
ໃນການອະທິບາຍກ່ຽວກັບເລື່ອງນີ້ຕື່ມອີກ, ຂ້າພະເຈົ້າຂໍເລົ່າເລື່ອງຈິງ ກ່ຽວກັບຄອບຄົວໜຶ່ງ ທີ່ມີລູກຊາຍຫ້າຄົນ ຜູ້ໄດ້ຍ້າຍຈາກເມືອງລອສ໌ ແອງໂຈເລສ໌, ລັດຄາລິຟໍເນຍ, ສະຫະລັດອາເມຣິກາ, ໄປຢູ່ເມືອງນ້ອຍແຫ່ງໜຶ່ງ ເມື່ອຫລາຍປີກ່ອນ. ລູກຊາຍໃຫຍ່ສອງຄົນ ເລີ່ມຫລິ້ນກິລາຢູ່ໂຮງຮຽນ ແລະ ກໍມີຄວາມສຳພັນດີກັບໝູ່ເພື່ອນ, ຜູ້ນຳ, ແລະ ຫົວໜ້າທີມ—ຫລາຍຄົນກໍເປັນສະມາຊິກທີ່ຊື່ສັດ ຂອງສາດສະໜາຈັກ. ຄວາມສຳພັນນີ້ໄດ້ພາໃຫ້ທ້າວເຟີນານໂດ ຜູ້ເປັນ ອ້າຍກົກ ແລະ ນ້ອງຊາຍຜູ້ຖັດໄປຂອງລາວ ໄປສູ່ການຮັບບັບຕິສະມາ.
ຕໍ່ມາທ້າວເຟີນານໂດ ໄດ້ຍ້າຍອອກຈາກເຮືອນພໍ່ແມ່ ໄປຮຽນຕໍ່ ແລະ ຫລິ້ນຟຸດບອນຢູ່ວິທະຍາໄລ. ລາວໄດ້ແຕ່ງງານກັບນາງເບລີຢູ່ໃນພຣະວິຫານ, ຄົນຮັກຂອງລາວແຕ່ຕອນຮຽນຢູ່ຊັ້ນມັດທະຍົມ. ເມື່ອທ້າວເຟີນານໂດ ແລະ ນາງເບລີ ຈົບຈາກການຮຽນ, ນາງເບລີກໍຖືພາ ແລະ ທັງສອງກໍຕື່ນເຕັ້ນລໍຖ້າລູກຄົນທຳອິດ—ເປັນຜູ້ຍິງ. ແຕ່ໃນລະຫວ່າງການຍ້າຍຄອບຄົວຂອງທ້າວເຟີນານໂດ ແລະ ນາງເບລີ ກັບບ້ານ, ນາງເບລີ ແລະ ນ້ອງສາວຂອງນາງໄດ້ຂັບລົດໄປຕາມທາງດ່ວນ ແລະ ໄດ້ເກີດອຸປະຕິເຫດລົດຫລາຍຄັນຊົນກັນ. ນາງເບລີ ກັບລູກໃນທ້ອງ ໄດ້ເສຍຊີວິດໄປ.
ເຖິງແມ່ນທ້າວເຟີນານໂດມີຄວາມເຈັບປວດຫລາຍທີ່ສຸດ, ແລະ ພໍ່ແມ່ ແລະ ອ້າຍເອື້ອຍນ້ອງຂອງນາງເບລີ ກໍຄືກັນ, ແຕ່ເຂົາເຈົ້າກໍຮູ້ສຶກເຖິງຄວາມສະຫງົບ ແລະ ໄດ້ຮັບການປອບໂຍນ ເກືອບທັນທີ. ພຣະວິນຍານບໍລິສຸດ ໃນບົດບາດຂອງພຣະອົງ ໃນຖານະທີ່ເປັນພຣະຜູ້ປອບໂຍນ ໄດ້ຄ້ຳຊູທ້າວເຟີນານໂດແທ້ໆ ໃຫ້ຜ່ານຜ່າຄວາມທຸກທໍລະມານ ທີ່ເກີນກວ່າຈະເຂົ້າໃຈໄດ້ນັ້ນ. ພຣະວິນຍານໄດ້ມອບຄວາມສະຫງົບ ທີ່ພາໃຫ້ທ້າວເຟີນານໂດສາມາດໃຫ້ອະໄພ ແລະ ມີຄວາມຮັກຕໍ່ທຸກຄົນ ທີ່ມີສ່ວນຢູ່ໃນອຸປະຕິເຫດດັ່ງກ່າວ.
ພໍ່ແມ່ຂອງນາງເບລີ ໄດ້ໂທຫານ້ອງຊາຍຂອງນາງ ຜູ້ກຳລັງຮັບໃຊ້ເຜີຍແຜ່ ເພື່ອບອກໃຫ້ຮູ້ເລື່ອງອຸປະຕິເຫດ. ລາວໄດ້ບັນຍາຍເຖິງຄວາມຮູ້ສຶກຂອງລາວ ຢູ່ໃນຈົດໝາຍ ກ່ຽວກັບຂ່າວທີ່ໂສກເສົ້າ ກ່ຽວກັບເອື້ອຍທີ່ຮັກຂອງລາວວ່າ: “ລູກດີໃຈຫລາຍທີ່ໄດ້ຍິນສຽງຂອງພໍ່ແມ່ຢ່າງສະຫງົບ ໃນລະຫວ່າງຄວາມໂສກເສົ້າ. ລູກບໍ່ຮູ້ວ່າ ຈະເວົ້າຫຍັງແດ່. … ສິ່ງດຽວທີ່ລູກຄິດໄດ້ແມ່ນ ເອື້ອຍຂອງລູກຈະບໍ່ຢູ່ທີ່ນັ້ນອີກແລ້ວ ຕອນລູກກັບບ້ານ. … ລູກໄດ້ຮັບການປອບໂຍນ ໂດຍປະຈັກພະຍານທີ່ໜັກແໜ້ນຂອງພໍ່ແມ່ເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ແຜນຂອງພຣະອົງ. ພຣະວິນຍານອົງດຽວກັນນັ້ນ ທີ່ເຮັດໃຫ້ລູກນ້ຳຕາໄຫລ ຕອນສຶກສາ ແລະ ສິດສອນ ໄດ້ເຕັມຢູ່ໃນໃຈຂອງລູກ. ລູກໄດ້ຮັບການປອບໂຍນ ແລະ ໄດ້ຖືກເຕືອນໃຈເຖິງສິ່ງທີ່ລູກຮູ້.”8
ພຣະວິນຍານບໍລິສຸດ ຈະຊ່ວຍເຫລືອເຮົາ ໂດຍການປອບໂຍນເຮົາ, ດັ່ງທີ່ພຣະອົງໄດ້ເຮັດແກ່ຄອບຄົວຂອງທ້າວເຟີນານໂດ ແລະ ນາງເບລີ.
ພຣະວິນຍານບໍລິສຸດເປັນພະຍານ
ພຣະວິນຍານບໍລິສຸດກໍໃຫ້ຖ້ອຍຄຳ ແລະ ເປັນພະຍານເຖິງພຣະບິດາ ແລະ ພຣະບຸດ ແລະ ເຖິງຄວາມຈິງທຸກຢ່າງ.9 ພຣະຜູ້ເປັນເຈົ້າ ໄດ້ກ່າວກັບອັກຄະສາວົກຂອງພຣະອົງວ່າ: “ແຕ່ເມື່ອພຣະຜູ້ປອບໂຍນມາຫາ, ຊຶ່ງເຮົາຈະສົ່ງມາຫາເຈົ້າທັງຫລາຍຈາກພຣະບິດາ, … ພຣະອົງຈະເປັນພະຍານໃຫ້ແກ່ເຮົາ.”10
ໃນການບັນຍາຍເຖິງບົດບາດທີ່ສຳຄັນຂອງພຣະວິນຍານບໍລິສຸດ ໃນຖານະທີ່ເປັນພະຍານ, ຂ້າພະເຈົ້າຈະເລົ່າເລື່ອງຂອງທ້າວເຟີນານໂດ ແລະ ນາງເບລີ ຕໍ່. ຖ້າທ່ານຈື່ໄດ້, ຂ້າພະເຈົ້າໄດ້ບອກທ່ານວ່າ ທ້າວເຟີນານໂດ ແລະ ນ້ອງຊາຍຄົນໜຶ່ງຂອງລາວ ໄດ້ຮັບບັບຕິສະມາ, ແຕ່ພໍ່ແມ່ ແລະ ນ້ອງຊາຍສາມຄົນ ບໍ່ໄດ້ຮັບ. ເຖິງແມ່ນເຂົາເຈົ້າໄດ້ຮັບການເຊື້ອເຊີນຫລາຍເທື່ອ ເພື່ອໃຫ້ພົບກັບຜູ້ສອນສາດສະໜາ, ແຕ່ຄອບຄົວໄດ້ປະຕິເສດທຸກເທື່ອ.
ໃນການຈາກໄປທີ່ເຈັບປວດຂອງນາງເບລີ ແລະ ລູກຂອງນາງ, ຄອບຄົວຂອງທ້າວເຟີນານໂດ ກໍເປັນທຸກຢ່າງໜັກ. ບໍ່ເໝືອນທ້າວເຟີນານໂດ ແລະ ຄອບຄົວຂອງນາງເບລີ, ຄອບຄົວຂອງທ້າວເຟີນານໂດ ບໍ່ໄດ້ຮັບການປອບໂຍນ ແລະ ບໍ່ມີຄວາມສະຫງົບເລີຍ. ເຂົາເຈົ້າບໍ່ສາມາດເຂົ້າໃຈວ່າ ເປັນຫຍັງລູກຊາຍ ແລະ ຄອບຄົວຂອງນາງເບລີ ຈຶ່ງສາມາດຮັບເອົາຄວາມເຈັບປວດນັ້ນໄດ້.
ໃນທີ່ສຸດ ເຂົາເຈົ້າໄດ້ສະຫລຸບວ່າ ສິ່ງທີ່ລູກຊາຍມີ ແລະ ເຂົາເຈົ້າບໍ່ມີ ແມ່ນພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ, ແລະ ນີ້ຄົງເປັນແຫລ່ງທີ່ນຳຄວາມສະຫງົບ ແລະ ການປອບໂຍນມາໃຫ້. ຫລັງຈາກສຳນຶກໄດ້ແລ້ວ, ເຂົາເຈົ້າໄດ້ເຊື້ອເຊີນຜູ້ສອນສາດສະໜາໃຫ້ມາສອນເຂົາເຈົ້າ. ຜົນທີ່ຕາມມາກໍຄື, ເຂົາເຈົ້າໄດ້ຮັບພະຍານ ແລະ ປະຈັກພະຍານດ້ວຍຕົວເອງ ກ່ຽວກັບແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່, ຊຶ່ງໄດ້ນຳຄວາມສະຫງົບອັນຫວານຊື່ນ ແລະ ການປອບໂຍນທີ່ໃຫ້ຄວາມສະຫງົບ ມາໃຫ້ເຂົາເຈົ້າ ທີ່ກຳລັງຢາກມີຫລາຍທີ່ສຸດ.
ສອງເດືອນຫລັງຈາກໄດ້ສູນເສຍນາງເບລີ ແລະ ຫລານທີ່ຍັງບໍ່ໄດ້ເກີດ, ພໍ່ແມ່ຂອງທ້າວເຟີນານໂດ ແລະ ນ້ອງຊາຍສອງຄົນ ໄດ້ຮັບບັບຕິສະມາ ແລະ ໄດ້ຮັບການຢືນຢັນ ແລະ ໄດ້ຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ. ຕອນນີ້ນ້ອງຊາຍຫລ້າຂອງທ້າວເຟີນານໂດ ກໍຄອຍຖ້າວັນຮັບບັບຕິສະມາຂອງລາວ ເມື່ອລາວເຖິງອາຍຸແປດປີ. ແຕ່ລະຄົນກໍໄດ້ເປັນພະຍານເຖິງພຣະວິນຍານ, ພຣະວິນຍານບໍລິສຸດ, ແລະ ໄດ້ສະແດງປະຈັກພະຍານເຖິງຄວາມສົມບູນແຫ່ງພຣະກິດຕິຄຸນ, ຊຶ່ງຊົງນຳເຂົາເຈົ້າ ໄປສູ່ການຮັບບັບຕິສະມາ ແລະ ຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ.
ອ້າຍເອື້ອຍນ້ອງທັງຫລາຍ, ພຣະວິນຍານບໍລິສຸດ ຈະຊ່ວຍເຫລືອທ່ານໂດຍການເປັນພະຍານຕໍ່ທ່ານ ເຊັ່ນດຽວກັນກັບທີ່ພຣະອົງໄດ້ເປັນພະຍານຕໍ່ຄອບຄົວຂອງທ້າວເຟີນານໂດ.
ການທົບທວນ
ຂ້າພະເຈົ້າຂໍສະຫລຸບ. ເຮົາຮູ້ຈັກຄວາມຈິງທີ່ຖືກເປີດເຜີຍສາມຢ່າງ ທີ່ຊ່ວຍເຮົາໃຫ້ມີຄວາມຮູ້ເລື່ອງພຣະວິນຍານບໍລິສຸດ. ນັ້ນຄືພຣະວິນຍານບໍລິສຸດ ເປັນສະມາຊິກອົງທີສາມໃນຝ່າຍພຣະເຈົ້າ, ພຣະວິນຍານບໍລິສຸດ ມີຮູບຮ່າງລັກສະນະທີ່ເປັນພຣະວິນຍານ, ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ ມີມາໂດຍການວາງມື. ເຮົາຍັງຮູ້ຈັກຄຳຕອບສາມຢ່າງນຳອີກ ຕໍ່ຄຳຖາມທີ່ວ່າ “ພຣະວິນຍານບໍລິສຸດຊ່ວຍເຫລືອທ່ານແນວໃດ?” ພຣະວິນຍານບໍລິສຸດເຕືອນ, ພຣະວິນຍານບໍລິສຸດປອບໂຍນ, ແລະ ພຣະວິນຍານບໍສຸດເປັນພະຍານ.
ການມີຄ່າຄວນທີ່ຈະຮັກສາຂອງປະທານ
ສຳລັບທ່ານຜູ້ທີ່ຕຽມຮັບບັບຕິສະມາ ແລະ ຮັບການຢືນຢັນ, ຜູ້ທີ່ຫາກໍໄດ້ຮັບ ຫລື ແມ່ນແຕ່ຜູ້ທີ່ໄດ້ຮັບດົນນານມາແລ້ວ, ມັນສຳຄັນຫລາຍຕໍ່ຄວາມປອດໄພທາງຮ່າງກາຍ ແລະ ວິນຍານຂອງເຮົາ ທີ່ເຮົາຕ້ອງຮັກສາຂອງປະທານແຫ່ງພຣະວິນຍານບໍລິສຸດໄວ້. ເຮົາເລີ່ມຕົ້ນເຮັດສິ່ງນີ້ ໂດຍການພະຍາຍາມຮັກສາພຣະບັນຍັດ, ໂດຍການອະທິຖານເປັນສ່ວນຕົວ ແລະ ເປັນຄອບຄົວ, ອ່ານພຣະຄຳພີ, ແລະ ມີຄວາມສຳພັນທີ່ມີຄວາມຮັກ ແລະ ມີການໃຫ້ອະໄພກັບຄອບຄົວ ແລະ ຄົນທີ່ເຮົາຮັກ. ເຮົາຄວນຮັກສາຄວາມນຶກຄິດ, ການກະທຳ, ແລະ ການປາກເວົ້າ ໃຫ້ມີຄຸນນະທຳ. ເຮົາຄວນນະມັດສະການພຣະບິດາເທິງສະຫວັນຂອງເຮົາ ຢູ່ໃນບ້ານເຮືອນ, ຢູ່ທີ່ໂບດ, ແລະ ເມື່ອໃດກໍຕາມ ທີ່ເປັນໄປໄດ້, ໃນພຣະວິຫານທີ່ສັກສິດ. ຈົ່ງຢູ່ໃກ້ພຣະວິນຍານ, ແລະ ພຣະວິນຍານຈະຢູ່ໃກ້ທ່ານ.
ປະຈັກພະຍານ
ຂ້າພະເຈົ້າຂໍຈົບດ້ວຍການເຊື້ອເຊີນ ແລະ ດ້ວຍປະຈັກພະຍານທີ່ແນ່ນອນໃຈຂອງຂ້າພະເຈົ້າ. ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ດຳລົງຊີວິດຢ່າງສົມບູນ ຕາມຖ້ອຍຄຳຢູ່ໃນເພງ ທີ່ເດັກນ້ອຍໃນຊັ້ນປະຖົມໄວ ຮ້ອງເລື້ອຍໆ ຊຶ່ງພວກເຂົາຈື່ມັນໄດ້ດີ ທີ່ວ່າ: “ຈົ່ງຟັງ, ຈົ່ງຟັງ. ພຣະວິນຍານບໍລິສຸດຈະກະຊິບ. ຈົ່ງຟັງ, ຈົ່ງຟັງສຽງແຜ່ວເບົາ.”11
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ທັງແກ່ ແລະ ໜຸ່ມ, ຂ້າພະເຈົ້າຂໍເປັນພະຍານເຖິງຄວາມຈິງແທ້ ທີ່ມີລັດສະໝີພາບແຫ່ງສະຫວັນ ຊຶ່ງປະກອບດ້ວຍຝ່າຍພຣະເຈົ້າ—ນັ້ນຄື ພຣະເຈົ້າອົງເປັນພຣະບິດາ, ພຣະເຢຊູຄຣິດ, ແລະ ພຣະວິນຍານບໍລິສຸດ. ຂ້າພະເຈົ້າເປັນພະຍານວ່າ ສິດທິພິເສດຢ່າງໜຶ່ງ ທີ່ເຮົາຊື່ນຊົມໃນຖານະທີ່ເປັນໄພ່ພົນຍຸກສຸດທ້າຍ ໃນການມີຊີວິດຢູ່ໃນຄວາມສົມບູນແຫ່ງເວລາ ແມ່ນຂອງປະທານແຫ່ງພຣະວິນຍານບໍລິສຸດ. ຂ້າພະເຈົ້າຮູ້ວ່າ ພຣະວິນຍານບໍລິສຸດ ຊ່ວຍເຫລືອ ແລະ ຈະ ຊ່ວຍເຫລືອທ່ານ. ຂ້າພະເຈົ້າຂໍຕື່ມພະຍານຂອງຂ້າພະເຈົ້າ ເຖິງພຣະເຢຊູຄຣິດ ແລະ ເຖິງບົດບາດຂອງພຣະອົງ ໃນຖານະທີ່ເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ ແລະ ເຖິງພຣະເຈົ້າ ຜູ້ທີ່ເປັນພຣະບິດາເທິງສະຫວັນຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.