ຝ່າຍພຣະເຈົ້າ ແລະ ແຜນແຫ່ງຄວາມລອດ
ເພາະເຮົາມີຄວາມຈິງກ່ຽວກັບຝ່າຍພຣະເຈົ້າ ແລະ ກ່ຽວກັບຄວາມສຳພັນຂອງເຮົາຕໍ່ພວກພຣະອົງ, ເຮົາຈຶ່ງມີແຜນທີ່ບອກທາງ ທີ່ດີທີ່ສຸດ ສຳລັບການເດີນທາງຂອງເຮົາ ຜ່ານກາຍຊ່ວງມະຕະນີ້ໄປ.
I.
ຫລັກແຫ່ງຄວາມເຊື່ອຂໍ້ທຳອິດ ຂອງເຮົາ ປະກາດວ່າ, “ພວກເຮົາເຊື່ອໃນພຣະເຈົ້າ, ພຣະບິດານິລັນດອນ, ແລະ ເຊື່ອໃນພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ແລະ ໃນພຣະວິນຍານບໍລິສຸດ.” ເຮົາຮ່ວມໃຈກັບຊາວຄຣິດກຸ່ມອື່ນໆ ໃນຄວາມເຊື່ອນີ້ ເລື່ອງພຣະບິດາ ແລະ ພຣະບຸດ ແລະ ພຣະວິນຍານບໍລິສຸດ, ແຕ່ຄວາມເຊື່ອຂອງເຮົາກ່ຽວກັບ ພວກພຣະອົງ ແມ່ນແຕກຕ່າງຈາກຄວາມເຊື່ອຂອງຄົນອື່ນໆ. ເຮົາບໍ່ເຊື່ອໃນສິ່ງທີ່ຊາວຄຣິດທົ່ວໂລກ ເອີ້ນວ່າ ຄຳສອນຂອງຄະນະສາມອົງ. ໃນພາບທີ່ມາໃຫ້ເຫັນຄັ້ງທຳອິດ, ໂຈເຊັບ ສະມິດ ໄດ້ເຫັນສອງພຣະອົງ, ສອງຮູບຮ່າງ, ຊຶ່ງໃຫ້ຄວາມແຈ່ມແຈ້ງວ່າ ຄວາມເຊື່ອກ່ຽວກັບພຣະເຈົ້າ ແລະ ຝ່າຍພຣະເຈົ້າ ໃນເວລານັ້ນ ບໍ່ເປັນຄວາມຈິງ.
ກົງກັນຂ້າມກັບຄວາມເຊື່ອທີ່ວ່າ ພຣະເຈົ້າເປັນສິ່ງລຶກລັບທີ່ບໍ່ສາມາດເຂົ້າໃຈໄດ້ ແລະ ບໍ່ຮູ້ຈັກວ່າເປັນອັນໃດແທ້, ຄວາມຈິງແລ້ວ ຄຸນສົມບັດຂອງພຣະເຈົ້າ ແລະ ຄວາມສຳພັນຂອງເຮົາຕໍ່ພຣະອົງ ເປັນທີ່ຮູ້ຈັກໄດ້ ແລະ ເປັນຂໍກະແຈເປີດໃຫ້ເຫັນທຸກສິ່ງ ໃນຄຳສອນຂອງເຮົາ. ພຣະຄຳພີໄດ້ບັນທຶກ “ຄຳອະທິຖານທີ່ປະທັບໃຈ ເພື່ອສານຸສິດ” ຂອງພຣະເຢຊູ ເມື່ອພຣະອົງໄດ້ປະກາດວ່າ “ນີ້ແມ່ນຊີວິດນິລັນດອນ ຄືໃຫ້ພວກເຂົາຮູ້ຈັກພຣະອົງ ຜູ້ເປັນພຣະເຈົ້າທ່ຽງແທ້ແຕ່ອົງດຽວ ແລະ ຮູ້ຈັກພຣະເຢຊູຄຣິດຜູ້ທີ່ພຣະອົງໃຊ້ມາ” (ໂຢຮັນ 17:3).
ຄວາມພະຍາຍາມເພື່ອໃຫ້ຮູ້ຈັກພຣະເຈົ້າ ແລະ ວຽກງານຂອງພຣະອົງ ເລີ່ມຕົ້ນຈາກກ່ອນຊ່ວງມະຕະ ແລະ ຈະບໍ່ສິ້ນສຸດລົງຢູ່ນີ້. ສາດສະດາໂຈເຊັບ ສະມິດ ໄດ້ສອນວ່າ, “ແຕ່ກ່ອນທ່ານຈະຮຽນຮູ້ ... ຫລັກທຳແຫ່ງຄວາມລອດທັງໝົດ ຕ້ອງໃຊ້ເວລາອີກນານ ຫລັງຈາກທ່ານຜ່ານມ່ານໄປ.”1 ຄວາມຮູ້ທີ່ເຮົາໄດ້ຮັບໃນເວລານີ້ ຈະເພີ່ມໃສ່ກັບຄວາມຮູ້ທີ່ເຮົາໄດ້ຮັບ ຢູ່ໃນໂລກວິນຍານກ່ອນຊ່ວງມະຕະ. ດັ່ງນັ້ນ, ໃນຄວາມພະຍາຍາມທີ່ຈະສິດສອນຊາວອິດສະຣາເອນ ກ່ຽວກັບຄຸນສົມບັດຂອງພຣະເຈົ້າ ແລະ ຄວາມສຳພັນຂອງພຣະອົງຕໍ່ລູກໆຂອງພຣະອົງ, ສາດສະດາເອຊາຢາ ຈຶ່ງໄດ້ປະກາດ ດັ່ງທີ່ມີບັນທຶກໄວ້ ຢູ່ໃນພຣະຄຣິສຕະທຳຄຳພີ ວ່າ:
“ພຣະເຈົ້າຖືກປຽບທຽບໃສ່ກັບສິ່ງໃດ? ທ່ານພັນລະນາໄດ້ບໍວ່າ ພຣະອົງເປັນອັນໃດແທ້? …
“ທ່ານບໍ່ເຄີຍຮູ້ບໍ? ທ່ານບໍ່ເຄີຍໄດ້ຍິນບໍ? ບໍ່ມີໃຜບອກທ່ານຕັ້ງແຕ່ຕົ້ນບໍ? ທ່ານບໍ່ເຂົ້າໃຈຕັ້ງແຕ່ຮາກຖານຂອງແຜ່ນດິນໂລກບໍ?” (ເອຊາຢາ 40:18, 21).
ເຮົາຮູ້ວ່າ ສະມາຊິກສາມພຣະອົງຢູ່ໃນຝ່າຍພຣະເຈົ້າ ມີພຣະກາຍຂອງໃຜລາວ ແລະ ມີລັກສະນະທີ່ແຕກຕ່າງກັນ. ເຮົາຮູ້ສິ່ງນີ້ຈາກຄຳແນະນຳທີ່ສາດສະດາໂຈເຊັບ ສະມິດ ໄດ້ຮັບ ວ່າພຣະບິດາມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ ທີ່ສຳພັດໄດ້ດັ່ງຂອງມະນຸດ; ພຣະບຸດກໍຄືກັນ; ແຕ່ພຣະວິນຍານບໍລິສຸດບໍ່ມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ, ແຕ່ເປັນພຣະກາຍທີ່ເປັນພຣະວິນຍານ. ຖ້າຫາກບໍ່ເປັນເຊັ່ນນັ້ນ, ພຣະວິນຍານບໍລິສຸດຈະສະຖິດຢູ່ໃນເຮົາບໍ່ໄດ້ (ເບິ່ງ D&C 130:22).
ກ່ຽວກັບຕຳແໜ່ງສູງສຸດຂອງພຣະເຈົ້າອົງເປັນພຣະບິດາ ໃນຝ່າຍພຣະເຈົ້າ, ຕະຫລອດທັງບົດບາດຂອງແຕ່ລະພຣະອົງ ທີ່ຈະກະທຳ, ສາດສະດາໂຈເຊັບ ສະມິດ ໄດ້ອະທິບາຍວ່າ:
“ບຸກຄົນໃດທີ່ເຄີຍເຫັນທ້ອງຟ້າເປີດ ຈະຮູ້ວ່າມີສາມພຣະອົງໃນສະຫວັນ ທີ່ດຳລົງຂໍກະແຈແຫ່ງອຳນາດ, ແລະ ຄວບຄຸມທັງໝົດ. …
“… ທັງສາມພຣະອົງ … ຖືກເອີ້ນວ່າ ພຣະເຈົ້າອົງທຳອິດ, ພຣະຜູ້ສ້າງ; ພຣະເຈົ້າອົງທີສອງ, ພຣະຜູ້ໄຖ່; ແລະ ພຣະເຈົ້າອົງທີສາມ, ພະຍານ ຫລື ຜູ້ກ່າວຄຳພະຍານ.
“[ນັ້ນຄື] ສິດໂດຍຊອບທຳຂອງພຣະບິດາທີ່ຈະຄວບຄຸມໃນຖານະຫົວໜ້າ ຫລື ປະທານ, ພຣະເຢຊູເປັນຜູ້ໄກ່ເກ່ຍ, ແລະ ພຣະວິນຍານບໍລິສຸດ ເປັນຜູ້ກ່າວຄຳພະຍານ ຫລື ເປັນພະຍານ.”2
II. ແຜນ
ເຮົາເຂົ້າໃຈຄວາມສຳພັນຂອງເຮົາຕໍ່ສະມາຊິກໃນຝ່າຍພຣະເຈົ້າ ຈາກສິ່ງທີ່ໄດ້ຖືກເປີດເຜີຍ ກ່ຽວກັບແຜນແຫ່ງຄວາມລອດ.
ຄຳຖາມເຊັ່ນ “ເຮົາມາຈາກໃສ?” “ເປັນຫຍັງເຮົາຈຶ່ງມາຢູ່ນີ້?” ແລະ “ເຮົາຈະໄປໃສ?” ໄດ້ຖືກຕອບ ຢູ່ໃນບ່ອນທີ່ ພຣະຄຳພີ ເອີ້ນວ່າ “ແຜນແຫ່ງຄວາມລອດ,” “ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່,” ຫລື “ແຜນແຫ່ງການໄຖ່” (ແອວມາ 42:5, 8, 11). ພຣະກິດຕິຄຸນຂອງພຣະເຢຊູຄຣິດ ເປັນຈຸດໃຈກາງຂອງແຜນນີ້.
ໂດຍທີ່ເຮົາເປັນລູກທາງວິນຍານຂອງພຣະເຈົ້າ, ໃນຕອນທີ່ເຮົາມີຊີວິດຢູ່ກ່ອນຊ່ວງມະຕະ, ເຮົາຢາກມີຊີວິດນິລັນດອນ ແລະ ກ້າວໜ້າ ແຕ່ກໍເຮັດໄດ້ພຽງບາງຢ່າງ ເພາະບໍ່ມີປະສົບການຂອງຊ່ວງມະຕະ ແລະ ບໍ່ມີຮ່າງກາຍທີ່ມີເນື້ອໜັງ ແລະ ກະດູກ. ເພື່ອໃຫ້ໂອກາດເຊັ່ນນັ້ນ, ພຣະບິດາເທິງສະຫວັນຂອງເຮົາ ຈຶ່ງໄດ້ສ້າງໂລກນີ້ຂຶ້ນມາ, ບ່ອນທີ່ຈະລຶບຄວາມຊົງຈຳເຖິງສິ່ງທີ່ໄດ້ເກີດຂຶ້ນກ່ອນການມາເກີດໃນຊ່ວງມະຕະ, ບ່ອນທີ່ເຮົາຕ້ອງພິສູດຄວາມເຕັມໃຈຂອງເຮົາ ທີ່ຈະຮັກສາພຣະບັນຍັດຂອງພຣະອົງ ແລະ ມີປະສົບການ ແລະ ເຕີບໂຕ ຜ່ານການທ້າທາຍຕ່າງໆ ຂອງຊີວິດມະຕະ. ແຕ່ໃນລະຫວ່າງປະສົບການ ໃນຊ່ວງມະຕະນີ້, ແລະ ຈາກຜົນຂອງການຕົກ ຂອງບິດາມານດາຜູ້ທຳອິດຂອງເຮົາ, ເຮົາຈະຮັບທຸກທໍລະມານກັບການຕາຍທາງວິນຍານ ໂດຍທີ່ຖືກຕັດອອກຈາກທີ່ປະທັບຂອງພຣະເຈົ້າ, ຖືກເປິເປື້ອນດ້ວຍບາບ, ແລະ ຕ້ອງຕາຍ. ແຜນຂອງພຣະບິດາໄດ້ຖືກສ້າງຂຶ້ນ ແລະ ມີວິທີທາງ ທີ່ຈະຜ່ານຂ້າມອຸປະສັກເຫລົ່ານີ້ໄດ້.
III. ຝ່າຍພຣະເຈົ້າ
ໂດຍທີ່ຮູ້ເຖິງຈຸດປະສົງຂອງແຜນອັນຍິ່ງໃຫຍ່ຂອງພຣະເຈົ້າ, ບັດນີ້ ເຮົາຈຶ່ງຄຳນຶງເຖິງບົດບາດຂອງແຕ່ລະພຣະອົງ ສະມາຊິກຂອງຝ່າຍພຣະເຈົ້າ ຢູ່ໃນແຜນນັ້ນ.
ເຮົາເລີ່ມຕົ້ນດ້ວຍການສິດສອນຈາກພຣະຄຳພີ. ໃນຈົດໝາຍສະບັບທີສອງ ເຖິງຊາວໂກຣິນໂທ, ອັກຄະສາວົກ ໂປໂລ ໄດ້ກ່າວເຖິງຝ່າຍພຣະເຈົ້າ ເຖິງພຣະບິດາ, ພຣະບຸດ, ແລະ ພຣະວິນຍານບໍລິສຸດ ແບບຢ່າງບໍ່ໄດ້ກຽມ ວ່າ: “ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ, ແລະ ຄວາມຮັກຂອງພຣະເຈົ້າ, ແລະ ຄວາມສາມັກຄີທຳ [ຫລື ການເປັນເພື່ອນ3] ກັບພຣະວິນຍານບໍລິສຸດ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ (2 ໂກຣິນໂທ 13:14).
ພຣະຄຳພີໄດ້ບອກເຖິງຝ່າຍພຣະເຈົ້າ ແລະ ອ້າງເຖິງຄວາມຮັກທີ່ຖືກອະທິບາຍທັງໝົດ ແລະ ຄວາມຈູງໃຈຂອງພຣະເຈົ້າອົງເປັນພຣະບິດາ, ອ້າງເຖິງພຣະເມດຕາ ແລະ ພາລະກິດຊ່ວຍໃຫ້ລອດຂອງພຣະເຢຊູຄຣິດ, ແລະ ການເປັນເພື່ອນ ຂອງພຣະວິນຍານບໍລິສຸດ.
ພຣະເຈົ້າອົງເປັນພຣະບິດາ
ມັນເລີ່ມຕົ້ນກັບພຣະເຈົ້າອົງເປັນພຣະບິດາ. ໂດຍທີ່ເຮົາຮູ້ພຽງເລັກນ້ອຍກ່ຽວກັບພຣະອົງ, ສະນັ້ນ ສິ່ງທີ່ເຮົາຮູ້ຈັກຈຶ່ງສຳຄັນຫລາຍຕໍ່ຄວາມເຂົ້າໃຈຂອງເຮົາ ໃນຕຳແໜ່ງອັນສູງສຸດຂອງພຣະອົງ, ຄວາມສຳພັນຂອງເຮົາກັບພຣະອົງ, ແລະ ບົດບາດຜູ້ບໍລິຫານໃນແຜນແຫ່ງຄວາມລອດ, ການສ້າງ, ແລະ ທຸກສິ່ງຫລັງຈາກນັ້ນ.
ແອວເດີ ບຣູສ໌ ອາ ມັກຄອງກີ ໄດ້ຂຽນ ຖ້ອຍຄຳດັ່ງຕໍ່ໄປນີ້ ກ່ອນເພິ່ນເສຍຊີວິດ ວ່າ: “ໃນຄວາມໝາຍສູງສຸດ ແລະ ສຳຄັນທີ່ສຸດຂອງຖ້ອຍຄຳ, ແມ່ນ ມີພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ຊົງພຣະຊົນຢູ່. ພຣະອົງເປັນພຣະບິດາ, ເປັນເອໂລຮິມທີ່ຍິ່ງໃຫຍ່ສຸດ, ເປັນອົງສູງສຸດ, ເປັນພຣະຜູ້ສ້າງ ແລະ ມະຫາກະສັດຂອງຈັກກະວານ.”4 ພຣະອົງເປັນພຣະເຈົ້າອົງເປັນພຣະບິດາຂອງພຣະເຢຊູຄຣິດ, ແລະ ກໍເປັນພຣະບິດາຂອງເຮົາຄືກັນ. ປະທານເດວິດ ໂອ ມິກເຄ ໄດ້ສອນວ່າ “ຄວາມຈິງທີ່ສຳຄັນທີ່ສຸດຢ່າງທຳອິດ ທີ່ພຣະເຢຊູຄຣິດໄດ້ເປັນພະຍານ ແມ່ນພຣະເຈົ້າອົງເປັນພຣະບິດາເປັນຜູ້ຄວບຄຸມທຸກສິ່ງ, ພຣະອົງເປັນພຣະຜູ້ເປັນເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກ.”5
ສິ່ງທີ່ເຮົາຮູ້ກ່ຽວກັບຄຸນສົມບັດຂອງພຣະເຈົ້າອົງເປັນພຣະບິດາ ສ່ວນຫລາຍແລ້ວ ແມ່ນຈາກການປະຕິບັດສາດສະໜາກິດ ແລະ ການສິດສອນຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ພຣະເຢຊູຄຣິດ. ດັ່ງທີ່ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສອນ, ຈຸດປະສົງທີ່ສຳຄັນທີ່ສຸດຂອງການປະຕິບັດສາດສະໜາກິດຂອງພຣະເຢຊູ ແມ່ນການເປີດເຜີຍໃຫ້ມວນມະນຸດ ຮູ້ຈັກ “ວ່າພຣະເຈົ້າອົງເປັນພຣະບິດານິລັນດອນຂອງເຮົາ ເປັນຜູ້ຈັ່ງໃດແທ້, … ໄດ້ເປີດເຜີຍ ແລະ ເຮັດໃຫ້ເຮົາເຫັນຄຸນສົມບັດທີ່ແທ້ຈິງຂອງພຣະບິດາຂອງພຣະອົງ, ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ.”6 ພຣະຄຳພີບັນຈຸການເປັນພະຍານຂອງກຸ່ມອັກຄະສາວົກ ວ່າພຣະເຢຊູເປັນ “ແບບພິມດຽວກັນ” ຂອງພຣະບິດາຂອງພຣະອົງ (ເຮັບເຣີ 1:3), ຊຶ່ງໃຫ້ຄວາມຮູ້ເພີ່ມເຕີມ ຕື່ມໃສ່ກັບຄຳສອນຂອງພຣະເຢຊູ ທີ່ວ່າ “ຜູ້ທີ່ໄດ້ເຫັນເຮົາ ກໍໄດ້ເຫັນພຣະບິດາ” (ໂຢຮັນ 14:9).
ພຣະເຈົ້າອົງເປັນພຣະບິດາ ເປັນພຣະບິດາຂອງດວງວິນຍານຂອງເຮົາ. ເຮົາເປັນລູກຂອງພຣະອົງ. ພຣະອົງຮັກເຮົາ, ແລະ ທຸກສິ່ງທີ່ພຣະອົງມີ ແມ່ນສຳລັບຜົນປະໂຫຍດແຫ່ງນິລັນດອນຂອງເຮົາ. ພຣະອົງເປັນພຣະຜູ້ສ້າງແຜນແຫ່ງຄວາມລອດ, ແລະ ໂດຍທາງອຳນາດຂອງພຣະອົງ ແຜນຂອງພຣະອົງຈຶ່ງບັນລຸຈຸດປະສົງຂອງມັນ ສຳລັບລັດສະໝີພາບສູງສຸດຂອງລູກໆຂອງພຣະອົງ.
ພຣະບຸດ
ຕໍ່ມວນມະນຸດ, ສະມາຊິກຂອງຝ່າຍພຣະເຈົ້າ ທີ່ເຫັນໄດ້ ແມ່ນພຣະເຢຊູຄຣິດ. ຄຳສອນອັນຍິ່ງໃຫຍ່ ຊຶ່ງກ່າວໂດຍຝ່າຍປະທານສູງສຸດ ໃນປີ 1909 ປະກາດເຖິງພຣະອົງ ວ່າເປັນ “ບຸດຫົວປີ ຂອງບັນດາບຸດທັງປວງຂອງພຣະເຈົ້າ—ເປັນພຣະອົງດຽວທີ່ຖືກຳເນີດ ໃນວິນຍານ, ແລະ ເປັນພຣະອົງດຽວທີ່ຖືກຳເນີດ ໃນເນື້ອໜັງ.”7 ພຣະບຸດ, ຜູ້ຍິ່ງໃຫຍ່ກວ່າທຸກຄົນ, ໄດ້ຖືກເລືອກໂດຍພຣະບິດາ ໃຫ້ດຳເນີນແຜນຂອງພຣະບິດາ—ໃຫ້ໃຊ້ອຳນາດຂອງພຣະບິດາ ເພື່ອສ້າງໂລກ ຈົນນັບບໍ່ຖ້ວນ (ເບິ່ງ Moses 1:33) ແລະ ຊ່ວຍລູກໆຂອງພຣະອົງໃຫ້ລອດ ຈາກຄວາມຕາຍ ໂດຍການຟື້ນຄືນພຣະຊົນຂອງພຣະອົງ ແລະ ຊ່ວຍໃຫ້ລອດຈາກບາບ ໂດຍການຊົດໃຊ້ຂອງພຣະອົງ. ການເສຍສະລະອັນສູງສຸດ ນີ້ ເອີ້ນວ່າ “ການກະທຳທີ່ຍິ່ງໃຫຍ່ທີ່ສຸດ ໃນປະຫວັດສາດຂອງມວນມະນຸດທັງປວງ.”8
ໃນໂອກາດທີ່ພິເສດ ແລະ ສັກສິດເຫລົ່ານັ້ນ ຕອນທີ່ພຣະເຈົ້າອົງເປັນພຣະບິດາ ໄດ້ແນະນຳພຣະບຸດຂອງພຣະອົງ ດ້ວຍຕົວພຣະອົງເອງ, ພຣະອົງໄດ້ກ່າວວ່າ, “ນີ້ແຫລະ ບຸດທີ່ຮັກຂອງເຮົາ: ຈົ່ງເຊື່ອຟັງທ່ານ” (ມາຣະໂກ 9:7; ລູກາ 9:35; ເບິ່ງ 3 ນີໄຟ 11:7; Joseph Smith—History 1:17 ນຳອີກ). ດັ່ງນັ້ນ, ພຣະເຢຊູຈຶ່ງເປັນ ພຣະເຢໂຮວາ ເປັນອົງພຣະຜູ້ເປັນເຈົ້າຂອງອິດສະຣາເອນ, ຜູ້ກ່າວຕໍ່ ແລະ ກ່າວຜ່ານ ສາດສະດາ.9 ສະນັ້ນແລ້ວ, ເມື່ອພຣະເຢຊູໄດ້ມາປະກົດຕໍ່ຊາວນີໄຟ ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ, ພຣະອົງຈຶ່ງໄດ້ແນະນຳຕົວວ່າເປັນ “ພຣະເຈົ້າຂອງທັງແຜ່ນດິນໂລກ” (3 ນີໄຟ 11:14). ສະນັ້ນແລ້ວ ພຣະເຢຊູຈຶ່ງມັກຖືກກ່າວເຖິງເລື້ອຍໆ ໂດຍສາດສະດາຂອງພຣະຄຳພີມໍມອນ ແລະ ໂດຍໄພ່ພົນຍຸກສຸດທ້າຍ ວ່າເປັນ “ພຣະບິດາ ແລະ ພຣະບຸດ,” ຊຶ່ງຖືກອະທິບາຍເລັກນ້ອຍ ຢູ່ໃນຄຳສອນທີ່ດົນໃຈ ຂອງຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ເມື່ອ 100 ປີກ່ອນ ມານີ້.10
ພຣະວິນຍານບໍລິສຸດ
ສະມາຊິກອົງທີສາມ ຢູ່ໃນຝ່າຍພຣະເຈົ້າ ແມ່ນພຣະວິນຍານບໍລິສຸດ, ຊຶ່ງຖືກກ່າວເຖິງອີກວ່າເປັນ ພຣະວິນຍານສັກສິດ, ພຣະວິນຍານຂອງພຣະຜູ້ເປັນເຈົ້າ, ແລະ ພຣະຜູ້ປອບໂຍນ. ພຣະອົງເປັນສະມາຊິກໃນຝ່າຍພຣະເຈົ້າ ເປັນຕົວແທນຂອງການເປີດເຜີຍສ່ວນຕົວ. ໂດຍທີ່ເປັນພຣະວິນຍານ (ເບິ່ງ D&C 130:22), ພຣະອົງສາມາດສະຖິດຢູ່ໃນເຮົາ ແລະ ກະທຳບົດບາດອັນສຳຄັນ ເປັນຜູ້ສື່ສານລະຫວ່າງພຣະເຈົ້າ ແລະ ພຣະບຸດ ກັບລູກໆຂອງພຣະເຈົ້າ ຢູ່ເທິງແຜ່ນດິນໂລກ. ພຣະຄຳພີຫລາຍຂໍ້ ສອນເຮົາວ່າ ພາລະກິດຂອງພຣະອົງ ຄືການເປັນພະຍານເຖິງພຣະບິດາ ແລະ ພຣະບຸດ (ເບິ່ງ ໂຢຮັນ 15:26; 3 ນີໄຟ 28:11; D&C 42:17). ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາວ່າ ພຣະຜູ້ປອບໂຍນ ຈະສິດສອນທຸກຢ່າງ, ຈະນຳທຸກສິ່ງມາສູ່ຄວາມຊົງຈຳຂອງເຮົາ, ແລະ ນຳພາເຮົາໄປສູ່ຄວາມຈິງທັງໝົດ (ເບິ່ງ ໂຢຮັນ 14:26; 16:13). ດັ່ງນັ້ນ ພຣະວິນຍານບໍລິສຸດ ຈຶ່ງຊ່ວຍເຮົາໃຫ້ສາມາດຫລິງເຫັນ ລະຫວ່າງຄວາມຈິງ ແລະ ຄວາມຜິດ, ນຳພາເຮົາໃນການຕັດສິນໃຈທີ່ສຳຄັນທຸກຢ່າງ, ແລະ ຊ່ວຍເຮົາຜ່ານຜ່າການທ້າທາຍ ຂອງຄວາມເປັນມະຕະ.11 ພຣະອົງກໍຍັງເປັນຜູ້ຊ່ວຍຊຳລະລ້າງເຮົາໃຫ້ສະອາດ ແລະ ບໍລິສຸດຈາກບາບ ນຳອີກ (ເບິ່ງ 2 ນີໄຟ 31:17; 3 ນີໄຟ 27:20; ໂມໂຣໄນ 6:4).
IV.
ສະນັ້ນ, ການເຂົ້າໃຈຄຳສອນນີ້ ທີ່ເປີດເຜີຍກ່ຽວກັບຝ່າຍພຣະເຈົ້າ ແລະ ແຜນແຫ່ງຄວາມລອດ ຊ່ວຍເຮົາກັບການທ້າທາຍໃນທຸກວັນນີ້ ໄດ້ແນວໃດ?
ເພາະເຮົາມີຄວາມຈິງກ່ຽວກັບຝ່າຍພຣະເຈົ້າ ແລະ ມີຄວາມສຳພັນຕໍ່ພວກພຣະອົງ, ຈຸດປະສົງຂອງຊີວິດ, ແລະ ຄວາມຈິງຂອງຈຸດໝາຍປາຍທາງນິລັນດອນ, ເຮົາຈຶ່ງມີແຜນທີ່ບອກທາງ ທີ່ດີທີ່ສຸດ ແລະ ມີຄວາມແນ່ນອນໃຈໃນການເດີນທາງຂອງເຮົາ ຜ່ານກາຍຊ່ວງມະຕະນີ້ໄປ. ເຮົາຮູ້ວ່າເຮົານະມັດສະການຜູ້ໃດ ແລະ ເປັນຫຍັງຈຶ່ງນະມັດສະການ. ເຮົາຮູ້ວ່າ ເຮົາແມ່ນໃຜ ແລະ ສາມາດກາຍເປັນຄົນແບບໃດ, (ເບິ່ງ D&C 93:19). ເຮົາຮູ້ວ່າ ຜູ້ໃດທີ່ເຮັດໃຫ້ທຸກສິ່ງເປັນໄປໄດ້, ແລະ ເຮົາຮູ້ວ່າ ເຮົາຕ້ອງເຮັດສິ່ງໃດ ເພື່ອຈະໄດ້ຊື່ນຊົມກັບພອນອັນຍິ່ງໃຫຍ່ສຸດ ທີ່ມາເຖິງຜ່ານທາງແຜນແຫ່ງຄວາມລອດຂອງພຣະເຈົ້າ. ເຮົາຮູ້ທັງໝົດນີ້ຈາກໃສ? ເຮົາຮູ້ໂດຍການເປີດເຜີຍຂອງພຣະເຈົ້າ ຕໍ່ສາດສະດາຂອງພຣະອົງ ແລະ ຕໍ່ເຮົາແຕ່ລະຄົນເປັນສ່ວນຕົວ.
ການມີສິ່ງທີ່ອັກຄະສາວົກ ໂປໂລ ໄດ້ບັນຍາຍ ວ່າເປັນ “ເຖິງຂະໜາດຄວາມສົມບູນຂອງພຣະຄຣິດ” (ເອເຟໂຊ 4:13) ຮຽກຮ້ອງຫລາຍກວ່າ ການມີແຕ່ຄວາມຮູ້ເທົ່ານັ້ນ. ການທີ່ພຽງແຕ່ ຮັບເອົາ ພຣະກິດຕິຄຸນເທົ່ານັ້ນ ແມ່ນບໍ່ພຽງພໍສຳລັບເຮົາ; ເຮົາຕ້ອງປະຕິບັດ ແລະ ຄິດ ເພື່ອວ່າ ເຮົາຈະມີ ຄວາມເຫລື້ອມໃສ ກັບມັນ. ກົງກັນຂ້າມກັບລະບົບຂອງໂລກ, ຊຶ່ງສອນເຮົາໃຫ້ ຮູ້ຈັກ ບາງສິ່ງ, ແຕ່ແຜນແຫ່ງຄວາມລອດ ແລະ ພຣະກິດຕິຄຸນຂອງພຣະເຢຊູຄຣິດ ທ້າທາຍເຮົາໃຫ້ ກາຍເປັນ ບາງສິ່ງ.
ດັ່ງທີ່ປະທານທອມມັສ ແອັສ ມອນສັນ ໄດ້ສອນເຮົາ ຢູ່ໃນກອງປະຊຸມເທື່ອແລ້ວນີ້ວ່າ:
“ສິ່ງສຳຄັນຕໍ່ແຜນນີ້ [ແຜນແຫ່ງຄວາມລອດ] ແມ່ນພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ. ປາດສະຈາກການເສຍສະລະຊົດໃຊ້ຂອງພຣະອົງ, ເຮົາທຸກຄົນຈະບໍ່ສາມາດກັບບ້ານ. ເຖິງຢ່າງໃດຕາມ, ການພຽງແຕ່ເຊື່ອໃນພຣະອົງ ແລະ ເຊື່ອໃນພາລະກິດຂອງພຣະອົງເທົ່ານັ້ນ ແມ່ນບໍ່ພຽງພໍ. ເຮົາຕ້ອງໃຊ້ຄວາມພະຍາຍາມ ແລະ ຮຽນຮູ້, ສະແຫວງຫາ ແລະ ອະທິຖານ, ກັບໃຈ ແລະ ພັດທະນາຕົນ. ເຮົາຕ້ອງຮູ້ຈັກກົດຂອງພຣະເຈົ້າ ແລະ ດຳລົງຊີວິດຕາມນັ້ນ. ເຮົາຕ້ອງໄດ້ຮັບພິທີການຊ່ວຍໃຫ້ລອດຂອງພຣະອົງ. ພຽງແຕ່ໂດຍການເຮັດຕາມດັ່ງທີ່ກ່າວມານີ້ ເຮົາຈຶ່ງຈະໄດ້ຮັບຄວາມສຸກນິລັນດອນ ທີ່ແທ້ຈິງ. …
ປະທານມອນສັນ ໄດ້ປະກາດວ່າ, “ຈາກສ່ວນເລິກຂອງຈິດວິນຍານຂອງຂ້າພະເຈົ້າ ແລະ ດ້ວຍຄວາມຖ່ອມຕົວທີ່ສຸດ, ຂ້າພະເຈົ້າເປັນພະຍານເຖິງຂອງປະທານອັນຍິ່ງໃຫຍ່ ຊຶ່ງເປັນແຜນຂອງພຣະບິດາສຳລັບເຮົາ. ມັນເປັນເສັ້ນທາງທີ່ບໍລິບູນ ເສັ້ນດຽວທີ່ຈະພາໄປຫາຄວາມສະຫງົບ ແລະ ຄວາມສຸກ ຢູ່ໃນໂລກນີ້ ແລະ ໃນໂລກໜ້າ.”12
ຂ້າພະເຈົ້າຂໍຕື່ມປະຈັກພະຍານຂອງຂ້າພະເຈົ້າ ໃສ່ກັບປະຈັກພະຍານຂອງສາດສະດາ-ປະທານທີ່ຮັກແພງຂອງເຮົາ. ຂ້າພະເຈົ້າເປັນພະຍານວ່າ ເຮົາມີພຣະບິດາເທິງສະຫວັນ, ຜູ້ທີ່ຮັກເຮົາ. ຂ້າພະເຈົ້າເປັນພະຍານວ່າ ເຮົາມີພຣະວິນຍານບໍລິສຸດ, ຜູ້ນຳພາເຮົາ. ແລະ ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ຜູ້ເຮັດໃຫ້ທຸກສິ່ງເປັນໄປໄດ້, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.