“ຈົ່ງເດີນໄປກັບເຮົາ”
ການແຕ່ງຕັ້ງຂອງເຮົາສູ່ຖານະປະໂລຫິດ ເປັນການເຊື້ອເຊີນ ຈາກພຣະຜູ້ເປັນເຈົ້າ ໃຫ້ເດີນໄປກັບພຣະອົງ, ເຮັດສິ່ງທີ່ພຣະອົງເຮັດ, ຮັບໃຊ້ໃນວິທີທີ່ພຣະອົງຮັບໃຊ້.
ອ້າຍນ້ອງແຫ່ງຖານະປະໂລຫິດທີ່ຮັກແພງຂອງຂ້າພະເຈົ້າ, ຈຸດປະສົງຂອງຂ້າພະເຈົ້າໃນມື້ນີ້ ຄືການທີ່ຈະໃຫ້ທ່ານໝັ້ນໃຈໄດ້ ແລະ ລາບລື້ນ, ໃນການຮັບໃຊ້ແຫ່ງຖານະປະໂລຫິດຂອງທ່ານ. ໃນບາງວິທີ, ມັນກໍຄ້າຍຄືສິ່ງທີ່ຂ້າພະເຈົ້າວາດພາບໄວ້ກ່ຽວກັບພຣະອົງ ຕອນພຣະອົງໄດ້ພົບກັບເສດຖີໜຸ່ມຄົນໜຶ່ງ ຜູ້ໄດ້ຖາມພຣະອົງວ່າ, “ຂ້ານ້ອຍຄວນເຮັດຄວາມດີຢ່າງໃດແດ່ ຈຶ່ງຈະໄດ້ຮັບຊີວິດນິລັນດອນ?” (ມັດທາຍ 19:16). ບາງທີທ່ານກໍມີຄວາມຄິດແບບດຽວກັນນີ້, ດັ່ງທີ່ຊາຍໜຸ່ມຄົນນີ້ໄດ້ໄປຫາພຣະຜູ້ຊ່ວຍໃຫ້ລອດ, ສົງໄສວ່າການຮັບໃຊ້ຂອງທ່ານ ໄດ້ຖືກຮັບຮອງແລ້ວບໍ. ແລະ ໃນເວລາດຽວກັນ, ທ່ານອາດຮູ້ສຶກວ່າ ມີຫລາຍສິ່ງອື່ນອີກທີ່ທ່ານຈະຕ້ອງເຮັດ—ບາງທີ ມີຫລາຍກວ່ານັ້ນ! ຂ້າພະເຈົ້າອະທິຖານວ່າ ຈະສາມາດສື່ສານຄວາມເຫັນພ້ອມຂອງພຣະຜູ້ເປັນເຈົ້າທີ່ຊົງຮັກ ສຳລັບສິ່ງທີ່ທ່ານໄດ້ເຮັດຜ່ານມາ, ແລະ ໃຫ້ກຳລັງກັບສິ່ງທີ່ທ່ານຈະເຮັດ, ດ້ວຍຄວາມຊ່ວຍເຫລືອຂອງພຣະອົງ, ທ່ານຈະບັນລຸໃນຖານະເປັນຜູ້ດຳລົງຖານະປະໂລຫິດທີ່ສັກສິດຂອງພຣະອົງ.
ເສດຖີໜຸ່ມຄົນນັ້ນໄດ້ຖືກຂໍໃຫ້ ໄປຂາຍທຸກສິ່ງທີ່ລາວມີ ແລະ ແຈກທານໃຫ້ແກ່ຄົນຍາກຈົນ ແລະ ມາຕິດຕາມພຣະຜູ້ຊ່ວຍໃຫ້ລອດ; ຄວາມກ້າວໜ້າໃນອະນາຄົດຂອງທ່ານ ອາດບໍ່ຖືກຮຽກຮ້ອງໃຫ້ເຮັດເຊັ່ນນັ້ນ, ແຕ່ອາດຖືກຮຽກຮ້ອງໃຫ້ເສຍສະລະ ໃນທາງໃດ ຫລື ທາງໜຶ່ງ. ໃນທາງໃດກໍຕາມ, ຂ້າພະເຈົ້າຫວັງວ່າ ຂ່າວສານຂອງຂ້າພະເຈົ້າ ຈະບໍ່ເຮັດໃຫ້ທ່ານ “ອອກ [ໄປ] ດ້ວຍຄວາມໂສກເສົ້າ” ຄືກັນກັບຊາຍໜຸ່ມຄົນນັ້ນ. (ເບິ່ງ ມັດທາຍ 19:20–22.) ແຕ່, ຂ້າພະເຈົ້າຫວັງວ່າ ທ່ານຈະໄປຕາມທາງຂອງທ່ານດ້ວຍຄວາມປິຕິຍິນດີ (ເບິ່ງ D&C 84:105) ເພາະວ່າທ່ານຢາກພັດທະນາຕົນ ແລະ ທ່ານຄິດວ່າ ທ່ານສາມາດ.
ເຖິງແມ່ນຈະເປັນແນວນັ້ນ, ກໍເປັນເລື່ອງທຳມະດາ ທີ່ຮູ້ສຶກບໍ່ພຽບພ້ອມ ເມື່ອເຮົາຄິດເຖິງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເອີ້ນເຮົາໃຫ້ມາເຮັດ. ຕາມຈິງແລ້ວ, ຖ້າຫາກທ່ານໄດ້ບອກຂ້າພະເຈົ້າວ່າ ທ່ານຮູ້ສຶກວ່າ ທ່ານມີຄວາມສາມາດຫລາຍ ທີ່ຈະບັນລຸໜ້າທີ່ຂອງຖານະປະໂລຫິດຂອງທ່ານ, ແຕ່ຂ້າພະເຈົ້າອາດເປັນຫ່ວງວ່າທ່ານຍັງບໍ່ເຂົ້າໃຈມັນເທື່ອ. ກົງກັນຂ້າມ, ຖ້າຫາກທ່ານບອກຂ້າພະເຈົ້າວ່າ ທ່ານຮູ້ສຶກຢາກຍອມແພ້ ເພາະວ່າໜ້າທີ່ນັ້ນ ແມ່ນເກີນກວ່າຄວາມສາມາດຂອງທ່ານ, ແລ້ວ ຂ້າພະເຈົ້າກໍຢາກຈະຊ່ວຍໃຫ້ທ່ານເຂົ້າໃຈ ເຖິງວິທີທີ່ພຣະຜູ້ເປັນເຈົ້າຂະຫຍາຍ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຜູ້ດຳລົງຖານະປະໂລຫິດຂອງພຣະອົງ ໃຫ້ເຮັດສິ່ງທີ່ເຂົາເຈົ້າບໍ່ສາມາດເຮັດໄດ້ດ້ວຍຕົວເອງ.
ມັນກໍເປັນແບບນັ້ນໃນການເອີ້ນຂອງຂ້າພະເຈົ້າ ຄືກັນກັບໃນການເອີ້ນຂອງທ່ານ. ບໍ່ມີຜູ້ໃດໃນພວກເຮົາ ສາມາດເຮັດວຽກງານຂອງຖານະປະໂລຫິດໄດ້, ແລະ ເຮັດໄດ້ດີທີ່ສຸດ, ພຽງແຕ່ເພິ່ງພາສະຕິປັນຍາ ແລະ ພອນສະຫວັນຂອງຕົນເອງ. ເປັນເພາະວ່າ ວຽກງານນີ້ ບໍ່ແມ່ນຂອງເຮົາ—ມັນແມ່ນຂອງພຣະຜູ້ເປັນເຈົ້າ. ສະນັ້ນ ວິທີດຽວທີ່ຈະບັນລຸມັນໄດ້ ແມ່ນຕ້ອງເພິ່ງອາໄສພຣະອົງ, ບໍ່ວ່າທ່ານເປັນມັກຄະນາຍົກຄົນໃໝ່ ຊຶ່ງຖືກມອບໝາຍໃຫ້ນຳສ່ວນນ້ອຍໜຶ່ງຂອງອຳນາດທາງວິນຍານມາສູ່ພິທີການຂອງສິນລະລຶກກໍຕາມ; ຫລື ທ່ານເປັນຄູສອນປະຈຳບ້ານໜຸ່ມ ທີ່ຖືກມອບໝາຍໂດຍພຣະຜູ້ເປັນເຈົ້າ ໃຫ້ຮັກ ແລະ ປະຕິບັດຕໍ່ຄອບຄົວທີ່ທ່ານບໍ່ຮູ້ຈັກ ແລະ ຜູ້ທີ່ບໍ່ຢາກໄດ້ຄວາມຮັກຂອງທ່ານ ຫລື ການປະຕິບັດຈາກທ່ານ; ຫລື ເປັນພໍ່ຜູ້ຮູ້ວ່າ ທ່ານປົກຄອງຄອບຄົວຂອງທ່ານໄດ້ດ້ວຍຄວາມຊອບທຳ, ແຕ່ບາງທີ ທ່ານບໍ່ແນ່ໃຈວ່າຈະເຮັດໃນວິທີໃດ, ແລະ ເບິ່ງຄືວ່າ ເວລາກໍມີໜ້ອຍ, ເພາະລູກໆເຕີບໃຫຍ່ໄວ ແລະ ໂລກກໍເບິ່ງຄືວ່າ ຮຸນແຮງ ແລະ ບໍ່ເປັນມິດ.
ສະນັ້ນ ຖ້າຫາກທ່ານຮູ້ສຶກບໍ່ສະບາຍໃຈເລັກນ້ອຍ, ໃຫ້ຄິດວ່າມັນເປັນເຄື່ອງໝາຍທີ່ດີ. ມັນບອກທ່ານວ່າ ທ່ານສາມາດຮູ້ສຶກເຖິງຄວາມໄວ້ວາງໃຈຢ່າງໃຫຍ່ຫລວງ ທີ່ພຣະເຈົ້າມີໃນຕົວທ່ານ. ມັນໝາຍຄວາມວ່າ ທ່ານມີຄວາມເຂົ້າໃຈເລັກນ້ອຍວ່າ ຖານະປະໂລຫິດຄືຫຍັງ.
ມີຄົນຈຳນວນໜ້ອຍໜຶ່ງຢູ່ໃນໂລກນີ້ ທີ່ເຂົ້າໃຈ. ເຖິງແມ່ນບາງຄົນສາມາດທ່ອງຂຶ້ນໃຈຄວາມໝາຍ ອາດຍັງບໍ່ເຂົ້າໃຈມັນຄັກເທື່ອ. ມີບາງຂໍ້ໃນພຣະຄຳພີ, ຜ່ານທາງອຳນາດຂອງພຣະວິນຍານ ທີ່ເຂົາເຈົ້າມີ, ສາມາດຮູ້ສຶກຢ່າງເລິກຊຶ້ງ ກ່ຽວກັບຖານະປະໂລຫິດສັກສິດທີ່ໜ້າງຶດງໍ້. ຕໍ່ໄປນີ້ແມ່ນຂໍ້ພຣະຄຳພີບາງຈຳນວນນັ້ນ:
ອຳນາດ ແລະ ສິດອຳນາດ … ຂອງຖານະປະໂລຫິດແຫ່ງເມນຄີເສເດັກ, ຄືທີ່ຈະຖືຂໍກະແຈຂອງພອນທາງວິນຍານທັງໝົດຂອງສາດສະໜາຈັກ—
ການມີສິດທິພິເສດທີ່ຈະຮັບເອົາຄວາມລຶກລັບຂອງອານາຈັກສະຫວັນ, ໃຫ້ຟ້າສະຫວັນເປີດແກ່ພວກເຂົາ, ເພື່ອຕິດຕໍ່ກັບການຊຸມນຸມໃຫຍ່ ແລະ ສາດສະໜາຈັກຂອງພຣະບຸດຫົວປີ, ແລະ ຊື່ນຊົມກັບການພົວພັນ ແລະ ການປະທັບຢູ່ຂອງພຣະເຈົ້າອົງເປັນພຣະບິດາ, ແລະ ພຣະເຢຊູຄຣິດຜູ້ເປັນກາງຂອງພັນທະສັນຍາໃໝ່.
ອຳນາດ ແລະ ສິດອຳນາດ ... ຂອງຖານະປະໂລຫິດແຫ່ງອາໂຣນ, ຄືການຖືຂໍກະແຈແຫ່ງການປະຕິບັດຂອງເຫລົ່າທູດ (ເບິ່ງ D&C 107:18–20).
ໃນພິທີການຂອງຖານະປະໂລຫິດ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າ ສະແດງໃຫ້ປະຈັກ. …
ເພາະປາດສະຈາກສິ່ງນີ້ ບໍ່ມີມະນຸດຄົນໃດຈະໄດ້ເຫັນພຣະພັກຂອງພຣະເຈົ້າ, ແມ່ນແຕ່ພຣະບິດາ, ແລະ ມີຊີວິດຢູ່ (ເບິ່ງ D&C 84:20, 22).
“ຖານະປະໂລຫິດສູງນີ້ ເປັນໄປຕາມລະບຽບຂອງພຣະບຸດ [ຂອງພຣະເຈົ້າ], ຊຶ່ງລະບຽບນີ້ເປັນມານັບຕັ້ງແຕ່ການວາງຮາກຖານຂອງໂລກ; ຫລື ອີກຄຳໜຶ່ງ, ບໍ່ມີການເລີ່ມຕົ້ນຂອງມື້ ຫລື ບ່ອນຈົບຂອງປີເລີຍ, ໂດຍຖືກຕຽມໄວ້ຈາກຊົ່ວນິລັນດອນ ເຖິງຕະຫລອດຊົ່ວນິລັນດອນ ຕາມຄວາມຮູ້ລ່ວງໜ້າໃນທຸກສິ່ງທຸກຢ່າງຂອງພຣະອົງ” (ແອວມາ 13:7).
“ທຸກຄົນທີ່ໄດ້ຮັບການແຕ່ງຕັ້ງ ຕາມລະບຽບ ແລະ ການເອີ້ນຈະມີພະລັງ, ໂດຍສັດທາ, ເພື່ອທຳລາຍພູເຂົາ, ເພື່ອແຍກທະເລ, ເພື່ອເຮັດໃຫ້ນ້ຳແຫ້ງ, ເພື່ອປ່ຽນສາຍນ້ຳອອກຈາກເສັ້ນທາງເດີນຂອງມັນ;
“ເພື່ອຕໍ່ຕ້ານບັນດາກອງທັບຂອງປະຊາຊາດ, ເພື່ອແຍກແຜ່ນດິນໂລກ, ເພື່ອຕັດສາຍຮັດທຸກເສັ້ນ, ເພື່ອຢືນໃນທີ່ປະທັບຂອງພຣະເຈົ້າ; ເພື່ອເຮັດທຸກສິ່ງທັງປວງຕາມພຣະປະສົງຂອງພຣະອົງ, ຕາມພຣະບັນຊາຂອງພຣະອົງ, ປາບເຂດປົກຄອງ ແລະ ອຳນາດທັງຫລາຍ; ແລະ ສິ່ງນີ້ໂດຍພຣະປະສົງຂອງພຣະເຈົ້າ ຊຶ່ງດຳລົງຢູ່ກ່ອນການວາງຮາກຖານຂອງໂລກ” (Joseph Smith Translation, Genesis 14:30–31 [in the Bible appendix]).
ວິທີໜຶ່ງ ທີ່ຈະຕອບຮັບກັບຄຳບັນຍາຍອັນດົນໃຈທີ່ໜ້າງຶດງໍ້ນັ້ນ ຂອງອຳນາດຖານະປະໂລຫິດ ຄືການຄິດວ່າ ມັນບໍ່ກ່ຽວຂ້ອງກັບຕົວເຮົາ. ວິທີໜຶ່ງອີກທີ່ຈະຕອບຮັບແມ່ນ ການຄິດໄຕ່ຕອງກ່ຽວກັບຈິດວິນຍານຂອງເຮົາ, ທູນຖາມຢູ່ໃນໃຈ ເຊັ່ນວ່າ: ເຮົາເຄີຍຮູ້ສຶກບໍວ່າ ສະຫວັນໄດ້ເປີດໃຫ້ແກ່ເຮົາ? ມີຄົນໃຊ້ຄຳວ່າ “ການປະຕິບັດຂອງເຫລົ່າທູດ” ຢູ່ບໍ ເພື່ອບັນຍາຍເຖິງການຮັບໃຊ້ແຫ່ງຖານະປະໂລຫິດຂອງເຮົາ? ເຮົາໄດ້ນຳ “ອຳນາດຂອງຄວາມເປັນເໝືອນພຣະເຈົ້າ” ເຂົ້າໄປສູ່ຊີວິດຂອງຄົນທີ່ເຮົາຮັບໃຊ້ບໍ? ເຮົາເຄີຍທຳລາຍພູເຂົາບໍ, ຕໍ່ຕ້ານກອງທັບ, ຕັດສາຍຮັດຂອງບາງຄົນ, ຫລື ປາບອຳນາດຂອງໂລກບໍ—ເຖິງແມ່ນ ມັນເປັນຄຳປຽບທຽບກໍຕາມ—ໃນການບັນລຸພຣະປະສົງຂອງພຣະເຈົ້າ?
ການສຳຫລວດຕົນເອງເຊັ່ນນັ້ນ ຈະນຳຄວາມຮູ້ສຶກມາໃຫ້ສະເໝີວ່າ ເຮົາສາມາດເຮັດໄດ້ຫລາຍກວ່າເກົ່າ ໃນການຮັບໃຊ້ຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າຫວັງວ່າ ມັນຈະນຳຄວາມຮູ້ສຶກທີ່ທ່ານ ຢາກ ເຮັດຫລາຍກວ່າເກົ່າ ມາສູ່ທ່ານ—ຢາກມີພາກສ່ວນຫລາຍຂຶ້ນ ໃນວຽກງານທີ່ໜ້າອັດສະຈັນໃຈຂອງພຣະຜູ້ເປັນເຈົ້າ. ຄວາມຮູ້ສຶກເຊັ່ນນັ້ນ ເປັນຂັ້ນຕອນທຳອິດ ສຳລັບການກາຍເປັນຄົນທີ່ຄວນເປັນ ໃນການຮັບໃຊ້ແຫ່ງຖານະປະໂລຫິດ.
ຂັ້ນຕອນຕໍ່ໄປ ມີບັນຍາຍໃນການສົນທະນາລະຫວ່າງພຣະເຢໂຮວາ ກັບ ເອນົກ. ເຮົາຮູ້ວ່າ ເອນົກ ເປັນສາດສະດາທີ່ຍິ່ງໃຫຍ່ ຜູ້ໄດ້ສ້າງເມືອງຊີໂອນ ໃນໄລຍະມີຄວາມຊົ່ວຮ້າຍຫລາຍທີ່ສຸດ. ແຕ່ກ່ອນເພິ່ນໄດ້ມາເປັນສາດສະດາທີ່ຍິ່ງໃຫຍ່, ເອນົກໄດ້ເຫັນຕົວເອງວ່າເປັນພຽງຄົນໜຸ່ມ, … ເວົ້າຜ່ຳ, ແລະ ທຸກຄົນກຽດຊັງເພິ່ນ (ເບິ່ງ Moses 6:31). ໃຫ້ເຮົາມາຟັງພຣະຄຳຂອງພຣະເຈົ້າ ທີ່ກ່າວໃຫ້ກຳລັງໃຈເອນົກ. ພຣະຄຳຂອງພຣະອົງແມ່ນສຳລັບທ່ານນຳອີກ ຜູ້ໄດ້ຖືກເອີ້ນໃຫ້ປະຕິບັດຕໍ່ຄົນອື່ນ ໃນຖານະຜູ້ດຳລົງຖານະປະໂລຫິດ:
ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກວ່າ: ຈົ່ງອອກໄປ ແລະ ເຮັດດັ່ງທີ່ເຮົາບັນຊາເຈົ້າ, ແລະ ບໍ່ມີມະນຸດຄົນໃດຈະສຽບແທງເຈົ້າ. ຈົ່ງເປີດປາກຂອງເຈົ້າ, ແລະ ມັນຈະຖືກເຮັດໃຫ້ເຕັມ, ແລະ ເຮົາຈະໃຫ້ເຈົ້າເອີ່ຍປາກ, ເພາະວ່າເນື້ອໜັງທັງປວງຢູ່ໃນມືຂອງເຮົາ, ແລະ ເຮົາຈະເຮັດຕາມທີ່ເຮົາເຫັນວ່າດີ. ...
ຈົ່ງເບິ່ງ ພຣະວິນຍານຂອງເຮົາຢູ່ກັບເຈົ້າ, ດັ່ງນັ້ນ ຖ້ອຍຄຳຂອງເຈົ້າທັງໝົດເຮົາຈະຮັບຮອງ; ແລະ ພູເຂົາຈະຫລົບໜີໄປຕໍ່ໜ້າເຈົ້າ, ແລະ ແມ່ນ້ຳຈະໄຫລຫັນໜີຈາກເສັ້ນທາງຂອງມັນ; ແລະ ເຈົ້າຈະສະໜິດຢູ່ໃນເຮົາ, ແລະ ເຮົາຈະສະໜິດຢູ່ໃນເຈົ້າ; ສະນັ້ນຈົ່ງເດີນໄປກັບເຮົາ (ເບິ່ງ Moses 6:32, 34).
ອ້າຍນ້ອງທັງຫລາຍ, ການແຕ່ງຕັ້ງຂອງເຮົາສູ່ຖານະປະໂລຫິດ ເປັນການເຊື້ອເຊີນ ຈາກພຣະຜູ້ເປັນເຈົ້າ ໃຫ້ເດີນໄປກັບພຣະອົງ. ແລະ ການເດີນໄປກັບພຣະອົງ ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຮັດສິ່ງທີ່ພຣະອົງເຮັດ, ຮັບໃຊ້ໃນວິທີທີ່ພຣະອົງຮັບໃຊ້. ພຣະອົງໄດ້ເສຍສະລະຄວາມສຸກສະບາຍຂອງພຣະອົງເອງ ເພື່ອໃຫ້ພອນແກ່ຄົນທີ່ຂັດສົນ, ນັ້ນຄືສິ່ງທີ່ເຮົາພະຍາຍາມເຮັດ. ພຣະອົງມັກສັງເກດເຫັນຜູ້ຄົນທີ່ຖືກມອງຂ້າມ ແລະ ແມ່ນແຕ່ຖືກສັງຄົມລັງກຽດ, ນັ້ນຄືສິ່ງທີ່ເຮົາພະຍາຍາມເຮັດຄືກັນ. ພຣະອົງໄດ້ເປັນພະຍານຢ່າງກ້າຫານ ແຕ່ດ້ວຍຄວາມຮັກ ເຖິງຄຳສອນທີ່ເປັນຄວາມຈິງ ຊຶ່ງພຣະອົງໄດ້ຮັບມາຈາກພຣະບິດາຂອງພຣະອົງ, ເຖິງແມ່ນຈະບໍ່ຖືກນິຍົມກໍຕາມ, ແລະ ສິ່ງນັ້ນເຮົາກໍຕ້ອງເຮັດຄືກັນ. ພຣະອົງໄດ້ກ່າວກັບທຸກຄົນວ່າ, “ຈົ່ງມາຫາເຮົາ” (ມັດທາຍ 11:28), ແລະ ພວກເຮົາກ່າວກັບທຸກຄົນວ່າ, “ຈົ່ງມາຫາພຣະອົງ.” ໃນຖານະທີ່ເປັນຜູ້ດຳລົງຖານະປະໂລຫິດ, ເຮົາເປັນຕົວແທນຂອງພຣະອົງ. ເຮົາບໍ່ໄດ້ເຮັດເພື່ອຕົວເອງ ແຕ່ເພື່ອພຣະອົງ. ເຮົາບໍ່ໄດ້ກ່າວດ້ວຍຖ້ອຍຄຳຂອງເຮົາເອງ ແຕ່ດ້ວຍພຣະຄຳຂອງພຣະອົງ. ຜູ້ຄົນທີ່ເຮົາຮັບໃຊ້ ຈະມາຮູ້ຈັກພຣະອົງດີຂຶ້ນ ເພາະການຮັບໃຊ້ຂອງເຮົາ.
ເມື່ອເຮົາຮັບເອົາການເຊື້ອເຊີນຂອງພຣະຜູ້ເປັນເຈົ້າ ທີ່ຈະ “ເດີນໄປກັບພຣະອົງ,” ໄວຂຶ້ນເທົ່າໃດ, ສະພາບຂອງການຮັບໃຊ້ແຫ່ງຖານະປະໂລຫິດຂອງເຮົາ ຈະປ່ຽນແປງໄວຂຶ້ນເທົ່ານັ້ນ. ທຸກສິ່ງຈະມີລະດັບສູງກວ່າ ແລະ ມີກຽດກວ່າ ແລະ ປະສົບຄວາມສຳເລັດຫລາຍກວ່າ, ເພາະເຮົາຮູ້ວ່າ ເຮົາບໍ່ໄດ້ຢູ່ຕາມລຳພັງ. ຂ້າພະເຈົ້າໄດ້ຮູ້ສຶກເຖິງພະລັງທີ່ຍິ່ງໃຫຍ່ນີ້ ເມື່ອປະທານທອມມັສ ແອັສ ມອນສັນ ໄດ້ວາງມືຂອງເພິ່ນ ໃສ່ຫົວຂອງຂ້າພະເຈົ້າເມື່ອເກົ້າປີກ່ອນ ແລະ ມອບພອນໃຫ້ຂ້າພະເຈົ້າ ໃນຕອນຂ້າພະເຈົ້າເລີ່ມຕົ້ນການຮັບໃຊ້ ຂອງຂ້າພະເຈົ້າໃນການເອີ້ນປະຈຸບັນນີ້. ໃນພອນນັ້ນ, ເພິ່ນໄດ້ກ່າວພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດວ່າ: ຜູ້ໃດກໍຕາມທີ່ຮັບເອົາທ່ານ, ທີ່ນັ້ນພຣະອົງຈະຢູ່ນຳຄືກັນ, ເພາະພຣະອົງຈະອອກໜ້າທ່ານ. ພຣະອົງຈະຢູ່ທາງເບື້ອງຂວາມືທ່ານ ແລະ ທາງຊ້າຍທ່ານ, ແລະ ພຣະວິນຍານຂອງພຣະອົງຈະຢູ່ໃນໃຈຂອງທ່ານ, ແລະ ທູດຂອງພຣະອົງຈະອ້ອມຮອບທ່ານໄວ້, ເພື່ອຄ້ຳຊູທ່ານ (ເບິ່ງ D&C 84:88).
ຂ້າພະເຈົ້າໄດ້ເພິ່ງອາໄສຄຳສັນຍານັ້ນຫລາຍເທື່ອ, ແລະ ຂ້າພະເຈົ້າໄດ້ເຫັນມັນເປັນຄວາມຈິງ ໃນຫລາຍວິທີທາງ ຕະຫລອດ 72 ປີ ຂອງການຮັບໃຊ້ແຫ່ງຖານະປະໂລຫິດຂອງຂ້າພະເຈົ້າ. ມັນໄດ້ເກີດຂຶ້ນ ຕອນຂ້າພະເຈົ້າເປັນຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນຄົນໃໝ່ ໂດຍຖືກມອບໝາຍໃຫ້ຢາຍສິນລະລຶກ. ໂດຍທີ່ຢ້ານວ່າຂ້າພະເຈົ້າຈະເຮັດຜິດ, ຂ້າພະເຈົ້າຈຶ່ງໄດ້ອອກໄປນອກຕຶກໂບດ ກ່ອນກອງປະຊຸມ ເພື່ອອະທິຖານທູນຂໍໃຫ້ພຣະເຈົ້າຊ່ວຍເຫລືອຂ້າພະເຈົ້າ. ຄຳຕອບໄດ້ມາເຖິງ. ຂ້າພະເຈົ້າໄດ້ຮູ້ສຶກວ່າ ພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ກັບຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶກວ່າ ພຣະອົງໝັ້ນໃຈໃນຂ້າພະເຈົ້າ, ແລະ ສະນັ້ນ ຂ້າພະເຈົ້າຈຶ່ງໝັ້ນໃຈໃນພາກສ່ວນຂອງຂ້າພະເຈົ້າ ໃນວຽກງານຂອງພຣະອົງ.
ມັນໄດ້ເກີດຂຶ້ນອີກ ຕອນຂ້າພະເຈົ້າໄດ້ຮັບໃຊ້ເປັນອະທິການ. ຂ້າພະເຈົ້າໄດ້ຮັບໂທລະສັບຈາກເອື້ອຍນ້ອງຄົນໜຶ່ງ ຜູ້ໄດ້ເຮັດຄວາມຜິດທີ່ຮ້າຍແຮງ ແລະ ບັດນີ້ ຕ້ອງຕັດສິນໃຈເຮັດສິ່ງທີ່ຍາກ ແລະ ປ່ຽນແປງຊີວິດ. ໃນຂະນະທີ່ຂ້າພະເຈົ້າເວົ້າລົມກັບນາງ, ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າຮູ້ຈັກຄຳຕອບ ໃຫ້ກັບບັນຫາຂອງນາງ, ແຕ່ຂ້າພະເຈົ້າຍັງຮູ້ສຶກວ່າ ຂ້າພະເຈົ້າ ບໍ່ຄວນບອກນາງ—ນາງຕ້ອງໄດ້ຮັບຄຳຕອບດ້ວຍຕົວເອງ. ຂ້າພະເຈົ້າໄດ້ບອກນາງວ່າ “ຂ້າພະເຈົ້າເຊື່ອວ່າ ພຣະເຈົ້າຈະບອກເຈົ້າ ແຕ່ເຈົ້າຕ້ອງທູນຖາມພຣະອົງ.” ຕໍ່ມາ ນາງໄດ້ບອກວ່າ ນາງໄດ້ທູນຖາມພຣະອົງ, ແລະ ພຣະອົງກໍໄດ້ບອກນາງ.
ມີອີກເທື່ອໜຶ່ງ, ຂ້າພະເຈົ້າໄດ້ຮັບໂທລະສັບ ຕອນຂ້າພະເຈົ້າເປັນອະທິການ—ເທື່ອນີ້ແມ່ນຈາກຕຳຫລວດ. ລາວບອກວ່າ ມີຄົນໜຶ່ງເມົາເຫລົ້າ ແລະ ໄດ້ຂັບລົດທະລຸຝາແກ້ວ ພຸ່ງເຂົ້າໃສ່ຫ້ອງຮັບແຂກຂອງທະນາຄານ. ເມື່ອຜູ້ຂັບລົດທີ່ງົງງັນ ຫລຽວເຫັນເຈົ້າໜ້າທີ່ພ້ອມດ້ວຍອາວຸດ, ລາວຮ້ອງຂຶ້ນວ່າ, “ຢ່າຍິງ! ຂ້ອຍແມ່ນຄົນມໍມອນ!”
ຜູ້ຂັບລົດທີ່ເມົາເຫລົ້າຄົນນັ້ນ ຖືກພົບວ່າເປັນສະມາຊິກໃນຫວອດຂອງຂ້າພະເຈົ້າ, ຫາກໍໄດ້ຮັບບັບຕິສະມາ. ໃນຂະນະທີ່ຂ້າພະເຈົ້າກຳລັງລໍຖ້າ ເພື່ອເວົ້າລົມກັບລາວ ຢູ່ໃນຫ້ອງການຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ວາງແຜນວ່າ ຈະເວົ້າແນວໃດກັບລາວ ເພື່ອໃຫ້ລາວຮູ້ສຶກເສຍໃຈກັບການລະເມີດພັນທະສັນຍາຂອງລາວ ແລະ ນຳຄວາມອັບອາຍມາໃຫ້ສາດສະໜາຈັກ. ແຕ່ຂະນະທີ່ຂ້າພະເຈົ້າຫລຽວເບິ່ງໜ້າລາວ, ຂ້າພະເຈົ້າໄດ້ຍິນສຽງຢູ່ໃນໃຈ, ແຈ່ມແຈ້ງຄືມີຄົນເວົ້າກັບຂ້າພະເຈົ້າວ່າ, “ເຮົາຈະໃຫ້ເຈົ້າເຫັນລາວ ດັ່ງທີ່ເຮົາເຫັນລາວ.” ແລະ ແລ້ວ, ບຶດໜຶ່ງ, ລັກສະນະຂອງລາວໄດ້ປ່ຽນໄປຢູ່ຕໍ່ໜ້າຂ້າພະເຈົ້າ. ຂ້າພະເຈົ້າບໍ່ໄດ້ເຫັນຊາຍໜຸ່ມທີ່ສັບສົນ, ແຕ່ໄດ້ເຫັນລາວເປັນຄົນສະຫລາດ ແລະ ເປັນບຸດທີ່ມີກຽດຂອງພຣະເຈົ້າ. ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າ ທີ່ມີຕໍ່ລາວ. ພາບນັ້ນ ໄດ້ປ່ຽນການສົນທະນາຂອງພວກເຮົາ. ມັນໄດ້ປ່ຽນຂ້າພະເຈົ້ານຳອີກ.
ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນທີ່ສຳຄັນ ຈາກປະສົບການ ທີ່ໄດ້ເດີນໄປກັບພຣະຜູ້ເປັນເຈົ້າ ໃນການເຮັດວຽກງານຂອງພຣະອົງ. ຂ້າພະເຈົ້າຢາກແບ່ງປັນກັບທ່ານສາມຢ່າງ. ຢ່າງທີໜຶ່ງ ພຣະເຈົ້າຮູ້ ແລະ ຈະສະໜັບສະໜູນ ແມ່ນແຕ່ມັກຄະນາຍົກຄົນໃໝ່. ທ່ານບໍ່ຕ້ອງຮູ້ສຶກວ່າ ທ່ານຕ່ຳຕ້ອຍ ຫລື ບໍ່ສຳຄັນຕໍ່ພຣະອົງ ພໍທີ່ພຣະອົງຈະມາສົນໃຈກັບທ່ານ ແລະ ສົນໃຈກັບການຮັບໃຊ້ ທີ່ທ່ານໄດ້ເຮັດໃນພຣະນາມຂອງພຣະອົງ.
ຢ່າງທີສອງ ວຽກງານຂອງພຣະຜູ້ເປັນເຈົ້າ ບໍ່ແມ່ນພຽງແຕ່ເພື່ອແກ້ໄຂບັນຫາເທົ່ານັ້ນ; ມັນແມ່ນເພື່ອການເສີມສ້າງຜູ້ຄົນ. ສະນັ້ນ ໃນຂະນະທີ່ທ່ານເດີນໄປກັບພຣະອົງ ໃນການຮັບໃຊ້ແຫ່ງຖານະປະໂລຫິດ, ທ່ານອາດພົບວ່າ ບາງເທື່ອ ສິ່ງທີ່ເບິ່ງຄື່ວ່າ ເປັນການແກ້ໄຂທີ່ເໝາະສົມແລ້ວ ແຕ່ມັນບໍ່ໄດ້ເປັນສິ່ງທີ່ພຣະຜູ້ເປັນເຈົ້າ ເລືອກເຮັດ ເພາະມັນບໍ່ຊ່ວຍໃຫ້ຜູ້ຄົນເຕີບໂຕ. ຖ້າຫາກທ່ານເຊື່ອຟັງ, ພຣະອົງຈະສອນທ່ານເຖິງວິທີຂອງພຣະອົງ. ຈົ່ງຈື່ຈຳໄວ້ວ່າ ວຽກງານ ແລະ ລັດສະໝີພາບຂອງພຣະເຈົ້າ ບໍ່ແມ່ນພຽງແຕ່ບໍລິຫານໂຄງການໃຫ້ມີປະສິດທິພາບເທົ່ານັ້ນ; ມັນແມ່ນເພື່ອກໍ່ໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ (ເບິ່ງ Moses 1:39). ເພາະດ້ວຍເຫດນີ້ ພຣະອົງຈຶ່ງປະທານສິດອຳນາດຂອງຖານະປະໂລຫິດຂອງພຣະອົງ ໃຫ້ແກ່ມະນຸດທີ່ຂາດຕົກບົກພ່ອງດັ່ງທ່ານ ແລະ ຂ້າພະເຈົ້າ ແລະ ເຊື້ອເຊີນເຮົາໃຫ້ມີສ່ວນຮ່ວມໃນວຽກງານຂອງພຣະອົງ. ຄວາມກ້າວໜ້າຂອງເຮົາ ຄື ວຽກງານຂອງພຣະອົງ!
ບັດນີ້ ບົດຮຽນຢ່າງທີສາມ: ການເດີນໄປກັບພຣະຜູ້ຊ່ວຍໃຫ້ລອດ ໃນການຮັບໃຊ້ແຫ່ງຖານະປະໂລຫິດ ຈະປ່ຽນວິທີທີ່ທ່ານເບິ່ງຄົນອື່ນ. ພຣະອົງຈະສິດສອນທ່ານ ໃຫ້ເຫັນເຂົາເຈົ້າ ຜ່ານພຣະເນດຂອງພຣະອົງ, ຊຶ່ງໝາຍຄວາມວ່າ ການມອງຂ້າມລັກສະນະພາຍນອກ ແລະ ເບິ່ງເຂົ້າໄປໃນຫົວໃຈ (ເບິ່ງ 1 ຊາມູເອນ 16:7). ນີ້ຄືວິທີທີ່ພຣະຜູ້ຊ່ວຍໃຫ້ລອດ ສາມາດເຫັນຊີໂມນ ບໍ່ພຽງແຕ່ເປັນນັກປະມຸງເທົ່ານັ້ນ ແຕ່ເປັນເປໂຕ, ເປັນຜູ້ນຳທີ່ໝັ້ນຄົງໃນອະນາຄົດ ຂອງສາດສະໜາຈັກຂອງພຣະອົງ (ເບິ່ງ ລູກາ 5:1–11). ນີ້ຄືວິທີທີ່ພຣະອົງສາມາດເຫັນຊັກຂ່າຍ ບໍ່ພຽງແຕ່ເປັນນາຍດ່ານພາສີທີ່ສໍ້ໂກງ ດັ່ງທີ່ຄົນອື່ນຄິດເທົ່ານັ້ນ ແຕ່ເປັນຄົນຊື່ສັດ, ເປັນລູກຫລານທີ່ດີຂອງອັບຣາຮາມຄົນໜຶ່ງ (ເບິ່ງ ລູກາ 19:1–9). ຖ້າຫາກທ່ານເດີນໄປກັບພຣະຜູ້ຊ່ວຍໃຫ້ລອດ ດົນພໍ, ທ່ານຈະຮູ້ຈັກວິທີເບິ່ງຄົນອື່ນ ວ່າເປັນລູກຂອງພຣະເຈົ້າ ພ້ອມດ້ວຍສັກກະຍະພາບອັນບໍ່ມີຂອບເຂດ, ບໍ່ວ່າອະດີດຂອງເຂົາຈະເປັນແນວໃດກໍຕາມ. ແລະ ຖ້າຫາກທ່ານສືບຕໍ່ເດີນໄປກັບພຣະຜູ້ເປັນເຈົ້າ, ທ່ານຈະພັດທະນາຂອງປະທານອີກຢ່າງໜຶ່ງ ທີ່ພຣະອົງມີ—ຄືຄວາມສາມາດທີ່ຈະຊ່ວຍຜູ້ຄົນໃຫ້ເຫັນ ສັກກະຍະພາບທີ່ຢູ່ໃນຕົວຂອງເຂົາເອງ ແລະ ກັບໃຈ.
ອ້າຍນ້ອງທີ່ຮັກແພງແຫ່ງຖານະປະໂລຫິດຂອງຂ້າພະເຈົ້າ, ໃນຫລາຍວິທີທາງ, ເຮົາກໍເປັນເໝືອນດັ່ງສານຸສິດສອງຄົນ ທີ່ໄດ້ເດີນຕາມທາງໄປເມືອງເອມາອູດ ໃນວັນອາທິດຂອງວັນອິດສະເຕີ ເທື່ອທຳອິດນັ້ນ. ມັນເປັນມື້ແຫ່ງການຟື້ນຄືນພຣະຊົນ, ແຕ່ພວກເພິ່ນບໍ່ແນ່ໃຈວ່າ ມັນມີການຟື້ນຄືນພຣະຊົນ ຫລື ຮູ້ຈັກວ່າ ການຟື້ນຄືນພຣະຊົນຄືຫຍັງ. ພວກເພິ່ນ “ຫວັງວ່າ [ພຣະເຢຊູແຫ່ງນາຊາເຣັດ] ຈະປົດປ່ອຍຊາວອິດສະຣາເອນ,” ແຕ່ພວກເພິ່ນ “ມີໃຈເສີຍຊ້າ” ຕໍ່ທຸກສິ່ງທີ່ພຣະຄຳພີ ໄດ້ສອນກ່ຽວກັບການຟື້ນຄືນພຣະຊົນ. ໃນຂະນະທີ່ພວກເພິ່ນກຳລັງເດີນໄປ ແລະ ໃຫ້ເຫດຜົນກ່ຽວກັບເລື່ອງນີ້, “ພຣະເຢຊູກໍສະເດັດມາໃກ້, ແລະ ຮ່ວມເດີນທາງໄປກັບພວກເພິ່ນ. ແຕ່ມີສິ່ງປິດບັງບໍ່ໃຫ້ພວກເພິ່ນຈື່ພຣະອົງໄດ້.” (ເບິ່ງ ລູກາ 24:13–32.)
ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເດີນໄປໃນເສັ້ນທາງຂອງການຮັບໃຊ້ແຫ່ງຖານະປະໂລຫິດ, ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ຈະໄປກັບເຮົາ, ເພາະມັນເປັນເສັ້ນທາງຂອງພຣະອົງ, ເປັນວິທີຂອງພຣະອົງ. ຄວາມສະຫວ່າງຂອງພຣະອົງຈະອອກໜ້າເຮົາ, ແລະ ເຫລົ່າທູດຈະອ້ອມຮອບເຮົາ. ເຮົາອາດບໍ່ເຂົ້າໃຈທັງໝົດກ່ຽວກັບວ່າ ຖານະປະໂລຫິດຄືຫຍັງ ຫລື ຈະໃຊ້ມັນແນວໃດ ດັ່ງທີ່ພຣະອົງເຮັດ. ແຕ່ຖ້າຫາກເຮົາເອົາໃຈໃສ່ກັບເວລານັ້ນ ຕອນທີ່ໃຈຂອງເຮົາ “ຮ້ອນຮົນ” (ລູກາ 24:32), ແລ້ວຕາຂອງເຮົາຈະເປີດ, ແລະ ເຮົາຈະເຫັນພຣະຫັດຂອງພຣະອົງໃນຊີວິດ ແລະ ໃນການຮັບໃຊ້ຂອງເຮົາ. ຂ້າພະເຈົ້າເປັນພະຍານວ່າ ເຮົາຮູ້ຈັກພຣະອົງໄດ້ດີທີ່ສຸດ ໂດຍການເຮັດວຽກງານຮ່ວມກັບພຣະອົງ ແລະ ຮັບໃຊ້ພຣະອົງ ໃນວຽກງານອັນຍິ່ງໃຫຍ່ ໃນການນຳຄວາມລອດມາສູ່ລູກໆຂອງພຣະເຈົ້າ. “ເພາະແມ່ນໃຜຈະຮູ້ຈັກນາຍຜູ້ເຂົາບໍ່ເຄີຍຮັບໃຊ້ ແລະ ຊຶ່ງເປັນຄົນແປກໜ້າສຳລັບເຂົາ, ແລະ ຢູ່ໄກຈາກຄວາມນຶກຄິດ ແລະ ເຈດຕະນາຂອງໃຈເຂົາ?” (ໂມໄຊຢາ 5:13). ພຣະເຢຊູຄຣິດຄື ພຣະອາຈານຂອງເຮົາ. ນີ້ຄືສາດສະໜາຈັກຂອງພຣະອົງ. ມັນແມ່ນຖານະປະໂລຫິດຂອງພຣະອົງ ທີ່ເຮົາດຳລົງຢູ່. ຂໍໃຫ້ເຮົາແຕ່ລະຄົນ ຈົ່ງເລືອກທີ່ຈະເດີນໄປກັບພຣະອົງ ແລະ ຮັບຮູ້ວິທີທີ່ພຣະອົງເດີນໄປກັບເຮົາ.
ຂ້າພະເຈົ້າຂໍເປັນພະຍານຢ່າງໜັກແໜ້ນວ່າ ພຣະເຢຊູຄື ພຣະຄຣິດ, ຄືພຣະຜູ້ເປັນເຈົ້າທີ່ຟື້ນພຣະຊົນແລ້ວ ຂອງເຮົາ. ຂ້າພະເຈົ້າຂໍເປັນພະຍານວ່າ ຖານະປະໂລຫິດທີ່ພຣະອົງໄດ້ມອບໃຫ້ແກ່ເຮົາ ແມ່ນອຳນາດ ເພື່ອໃຫ້ກ່າວ ແລະ ກະທຳໃນພຣະນາມຂອງພຣະອົງ. ເຮົາເປັນລູກຂອງພຣະບິດາເທິງສະຫວັນ ທີ່ຊົງຮັກ, ຜູ້ຕອບຄຳອະທິຖານຂອງເຮົາ ແລະ ສົ່ງພຣະວິນຍານບໍລິສຸດໃຫ້ມາເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ ໃນໜ້າທີ່ຕ່າງໆຂອງຖານະປະໂລຫິດ ທີ່ເຮົາໄດ້ຮັບ. ໂຈເຊັບ ສະມິດ ໄດ້ເຫັນພຣະບິດາ ແລະ ພຣະບຸດ. ເພິ່ນໄດ້ຮັບຂໍກະແຈຂອງຖານະປະໂລຫິດ ຊຶ່ງໄດ້ຖືກສົ່ງຕໍ່ມາ ເຖິງປະທານທອມມັສ ແອັສ ມອນສັນ, ຜູ້ໃຊ້ມັນໃນທຸກວັນນີ້. ຂ້າພະເຈົ້າເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.