ຜູ້ລ້ຽງທີ່ດີຂອງເຮົາ
ພຣະເຢຊູຄຣິດ, ຜູ້ລ້ຽງທີ່ດີຂອງເຮົາ, ພົບເຫັນຄວາມປິຕິຍິນດີໃນການເຫັນແກະຂອງພຣະອົງ ທີ່ເປັນພະຍາດ ກ້າວໄປສູ່ການປິ່ນປົວໃຫ້ຫາຍດີ.
ເຮົາຈະເຂົ້າໃຈຄຸນລັກສະນະຂອງພຣະບິດາເທິງສະຫວັນຂອງເຮົາ ເມື່ອເຮົາຮັບຮູ້ເຖິງຄວາມເມດຕາອັນໃຫຍ່ຫລວງ ທີ່ພຣະອົງມີໃຫ້ແກ່ຄົນບາບ ແລະ ເຮົາຮູ້ສຶກບຸນຄຸນຂອງຄວາມແຕກຕ່າງທີ່ພຣະອົງອະທິບາຍໄວ້ລະຫວ່າງການບາບ ແລະ ຄົນທີ່ເຮັດບາບ. ຄວາມເຂົ້າໃຈນີ້ຊ່ວຍເຮົາໃຫ້ມີ “ຄວາມເຂົ້າໃຈ ທີ່ຖືກຕ້ອງເຖິງຄຸນລັກສະນະ, ຄວາມດີພ້ອມ, ແລະ ຄຸນສົມບັດຂອງພຣະອົງ”1 ແລະ ເປັນພື້ນຖານທີ່ຈະໃຊ້ສັດທາໃນພຣະອົງ ແລະ ໃນພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ຄວາມເຫັນອົກເຫັນໃຈຂອງພຣະຜູ້ຊ່ວຍໃຫ້ລອດ ບໍ່ວ່າຄວາມບົກພ່ອງຂອງເຮົາຈະເປັນແບບໃດກໍຕາມ ຈະດຶງເຮົາໄປຫາພຣະອົງ ແລະ ໃຫ້ກຳລັງໃຈເຮົາໃນການດີ້ນລົນຢ່າງຕໍ່ເນື່ອງຂອງເຮົາທີ່ຈະກັບໃຈ ແລະ ເຮັດຕາມຕົວຢ່າງຂອງພຣະອົງ. ເມື່ອເຮົາກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ, ເຮົາຮຽນຮູ້ທີ່ຈະປະຕິບັດຕໍ່ຄົນອື່ນດັ່ງທີ່ພຣະອົງຊົງກະທຳ, ບໍ່ວ່າຄຸນລັກສະນະ ຫລື ພຶດຕິກຳພາຍນອກຈະເປັນແນວໃດກໍຕາມ.
ຜົນກະທົບຂອງການແບ່ງແຍກລະຫວ່າງຄຸນລັກສະນະພາຍນອກຂອງບຸກຄົນໃດໜຶ່ງ ແລະ ບຸກຄົນໆນັ້ນຄືຈຸດໃຈກາງຂອງໜັງສືເລື່ອງ Les Misérables, (ແປວ່າ ຜູ້ຄົນທີ່ໜ້າສົມເພດເວດທະນາ), ທີ່ແຕ່ງໂດຍນັກປະພັນຊາວຝະຣັ່ງຊື່ ວິກເຕີ ຮິວໂກ.2 ໃນຕອນຕົ້ນຂອງເລື່ອງ, ຜູ້ເລົ່າເລື່ອງແນະນຳຕົວທ່ານ ບຽນເວິນູ ແມວໂຣ ເຈົ້າອະທິການຂອງ ເມືອງໃດ, ແລະ ສົນທະນາເຖິງຄວາມສັບສົນທີ່ເຈົ້າອະທິການປະເຊີນຢູ່. ເພິ່ນຄວນໄປຢ້ຽມຢາມຊາຍຄົນໜຶ່ງທີ່ໄດ້ປະກາດວ່າບໍ່ເຊື່ອວ່າມີພຣະເຈົ້າ ແລະ ຖືກກຽດຊັງໃນຊຸມຊົນ ເພາະພຶດຕິກຳຂອງລາວໃນອະດີດ ໃນການປະຕິວັດຂອງຊາວຝະຣັ່ງບໍ?3
ຜູ້ເລົ່າເລື່ອງກ່າວວ່າ ຕາມທຳມະຊາດແລ້ວເຈົ້າອະທິການ ສາມາດຮູ້ສຶກຄວາມກຽດຊັງອັນເລິກຊຶ້ງຕໍ່ຊາຍຄົນນັ້ນ. ແຕ່ແລ້ວ ຜູ້ເລົ່າເລື່ອງກໍຖາມຄຳຖາມງ່າຍໆຄຳໜຶ່ງວ່າ: “ບາບຂອງຄົນຄວນເຮັດໃຫ້ເຈົ້າອະທິການຫັນໜີໄປຈາກເຂົາບໍ?”4 ໃນຄຳຕອບທີ່ກ່າວແທນເຈົ້າອະທິການ, ຜູ້ເລົ່າເລື່ອງໃຫ້ຄຳຕອບທີ່ແນ່ນອນໃຈວ່າ: “ບໍ່ເລີຍ”— ແລະ ຈາກນັ້ນກໍຕື່ມຄວາມຄິດເຫັນຕະຫລົກວ່າ: “ແຕ່ຊ່າງໄດ້ເປັນຄົນທີ່ເຮັດບາບຢ່າງຮ້າຍແຮງຫລາຍແທ້ໆເນາະ!”5
ໃນບົດຄວາມນີ້ ທ່ານ ຮິວໂກ ປຽບທຽບ “ຄວາມອ່ອນແອ” ຂອງຊາຍຄົນໜຶ່ງໃສ່ກັບພະຍາດທາງຜິວໜັງໃນໂຕແກະ ແລະ ປຽບທຽບເຈົ້າອະທິການໃສ່ກັບຜູ້ລ້ຽງ ຜູ້ທີ່ບໍ່ຫັນໜີໄປເມື່ອໄດ້ປະເຊີນກັບແກະທີ່ເຈັບປ່ວຍ. ເຈົ້າອະທິການມີຄວາມເຫັນອົກເຫັນໃຈ ແລະ ຕໍ່ຈາກນັ້ນເລື່ອງກໍສະແດງຄວາມເຫັນອົກເຫັນໃຈທີ່ຄ້າຍຄືກັນນັ້ນຕໍ່ຜູ້ຊາຍອີກຄົນໜຶ່ງ, ຕົວລະຄອນເອກຂອງເລື່ອງ, ອະດີດນັກໂທດທີ່ເສື່ອມກຽດ ຊື່ ຈອງ ວາຈອງ. ຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈຂອງເຈົ້າອະທິການກະຕຸ້ນໃຫ້ ຈອງ ວາຈອງ ປ່ຽນທິດທາງໃນການດຳລົງຊີວິດຂອງລາວ.
ເພາະພຣະເຈົ້ານຳໃຊ້ພະຍາດໂລຄາເປັນເລື່ອງປຽບທຽບສຳລັບບາບຕະຫລອດທົ່ວຂໍ້ພຣະຄຳພີ, ມັນກໍສົມເຫດສົມຜົນທີ່ຈະຖາມວ່າ, “ພຣະເຢຊູຄຣິດມີປະຕິກິລິຍາແນວໃດເມື່ອພຣະອົງປະເຊີນກັບພະຍາດຂອງເຮົາຢ່າງປຽບທຽບ—ບາບຂອງເຮົາ?” ເພາະພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວແລ້ວວ່າ ພຣະອົງບໍ່ສາມາດເບິ່ງບາບດ້ວຍລະດັບການຍິນຍອມແມ່ນແຕ່ໜ້ອຍທີ່ສຸດ;6 ສະນັ້ນ ພຣະອົງຈະສາມາດເບິ່ງເຮົາ, ເຖິງແມ່ນວ່າເຮົາຈະມີຄວາມບົກພ່ອງຫລາຍປານໃດກໍຕາມ, ໂດຍບໍ່ໄດ້ຫົດຫູ່ດ້ວຍຄວາມຢ້ານກົວ ແລະ ຄວາມກຽດຊັງໄດ້ແນວໃດ?
ຄຳຕອບກໍລຽບງ່າຍ ແລະ ແຈ່ມແຈ້ງດີ. ໃນຖານະທີ່ເປັນຜູ້ລ້ຽງທີ່ດີ,7 ພຣະເຢຊູຄຣິດມອງເຫັນພະຍາດໂລຄາໃນຝູງແກະຂອງພຣະອົງວ່າເປັນອາການທີ່ຕ້ອງການການປິ່ນປົວ, ການດູແລ, ແລະ ຄວາມເຫັນອົກເຫັນໃຈ. ຜູ້ລ້ຽງອົງນີ້, ຜູ້ລ້ຽງທີ່ດີຂອງເຮົາ, ພົບເຫັນຄວາມປິຕິຍິນດີໃນການເຫັນແກະຂອງພຣະອົງ ທີ່ເປັນພະຍາດ ກ້າວໄປສູ່ການປິ່ນປົວໃຫ້ຫາຍດີ.
ພຣະຜູ້ຊ່ວຍໃຫ້ລອດໄດ້ບອກລ່ວງໜ້າວ່າພຣະອົງຈະ “ລ້ຽງແກະຂອງພຣະອົງດັ່ງຄົນລ້ຽງແກະຜູ້ໜຶ່ງ,”8 “ຊອກຫາແກະໂຕທີ່ຫລົງເສຍໄປ, … ຈະນຳແກະໂຕພະເນຈອນກັບຄືນມາ, … ພັນບາດແຜໂຕທີ່ໄດ້ຖືກທຳຮ້າຍ, ແລະ … ປິ່ນປົວໂຕທີ່ເຈັບໂຊ.”9 ເຖິງແມ່ນວ່າຊາວອິດສະຣາເອນທີ່ປະຖິ້ມຄວາມເຊື່ອຖືກບັນຍາຍວ່າຖືກມົກໝຸ້ນຢູ່ກັບ “ຮອຍຟົກຊ້ຳ, ທັງເປັນບາດແຜ ແລະ ເຈັບປວດ,”10 ພຣະຜູ້ຊ່ວຍໃຫ້ລອດໄດ້ໃຫ້ກຳລັງໃຈ, ແນະນຳ, ແລະ ໃຫ້ສັນຍາເຖິງການປິ່ນປົວ.11
ການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດຢູ່ເທິງໂລກ ແນ່ນອນວ່າໄດ້ເຕັມໄປດ້ວຍຄວາມຮັກ, ຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈ. ພຣະອົງບໍ່ໄດ້ຍ່າງໄປຢ່າງດູຖູກ ຕາມຫົນທາງທີ່ເຕັມໄປດ້ວຍຂີ້ຝຸ່ນຂອງຄາລີເລ ແລະ ຢູດາຍ ຫັນໜ້າໜີໄປເມື່ອເຫັນຄົນບາບ. ພຣະອົງບໍ່ໄດ້ຫລີກໜ້າເຂົາເຈົ້າດ້ວຍຄວາມຢ້ານກົວ. ບໍ່ເລີຍ, ພຣະອົງໄດ້ກິນເຂົ້າກັບຄົນບາບ.12 ພຣະອົງໄດ້ຊ່ວຍເຫລືອ ແລະ ໃຫ້ພອນ, ໄດ້ຍົກ ແລະ ໄດ້ໃຫ້ການຮຽນຮູ້, ແລະ ໄດ້ເອົາຄວາມຫວັງ ແລະ ຄວາມປິຕິຍິນດີເຂົ້າມາແທນຄວາມຢ້ານກົວ. ເໝືອນດັ່ງຜູ້ລ້ຽງທີ່ແທ້ຈິງ ທີ່ພຣະອົງເປັນຢູ່, ພຣະອົງຊອກຫາເຮົາ ແລະ ພົບເຫັນເຮົາ ເພື່ອຈະສະເໜີການບັນເທົາ ແລະ ຄວາມຫວັງ.13 ການເຂົ້າໃຈເຖິງຄວາມເຫັນອົກເຫັນໃຈ ແລະ ຄວາມຮັກຂອງພຣະອົງຊ່ວຍເຮົາໃຫ້ໃຊ້ສັດທາໃນພຣະອົງ—ທີ່ຈະກັບໃຈ ແລະ ຖືກປິ່ນປົວ.
ພຣະທຳຂອງໂຢຮັນ ບັນທຶກຜົນກະທົບຂອງຄວາມເຫັນອົກເຫັນໃຈຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ຄົນບາບ. ພວກທຳມະຈານ ແລະ ພວກຟາລີຊາຍໄດ້ນຳຍິງຄົນໜຶ່ງທີ່ຖືກຈັບໃນຖານຫລິ້ນຊູ້ມາຫາພຣະຜູ້ຊ່ວຍໃຫ້ລອດ. ຜູ້ທີ່ກ່າວຫາໄດ້ແນະນຳວ່ານາງຄວນຖືກແກວ່ງກ້ອນຫີນໃສ່ໃຫ້ຕາຍ, ຕາມກົດຂອງໂມເຊ. ພຣະເຢຊູ, ໃນຄຳຕອບຕໍ່ຄຳຖາມທີ່ຂຸ້ນຂ້ຽວ, ໃນທີ່ສຸດໄດ້ກ່າວຕໍ່ພວກເຂົາວ່າ, “ມີຄົນໃດແດ່ໃນພວກເຈົ້າທີ່ບໍ່ໄດ້ເຮັດບາບ, ໃຫ້ຜູ້ນັ້ນເປັນຜູ້ທຳອິດແກວ່ງກ້ອນຫີນໃສ່ຍິງຄົນນີ້.”
ຜູ້ກ່າວຫາກໍໄດ້ໜີອອກໄປ, “ແລະ ຍັງເຫລືອແຕ່ພຣະເຢຊູ ແລະ ແມ່ຍິງທີ່ຢືນຢູທີ່ນັ້ນ.
“ເມື່ອພຣະອົງ … ເງີຍໜ້າຂຶ້ນຈຶ່ງຖາມນາງວ່າ ພວກເນັ້ນໄປໃສກັນໝົດ ບໍ່ມີຜູ້ໃດລົງໂທດເຈົ້າບໍ?
“ນາງຕອບວ່າ, ພຣະອົງເຈົ້າເອີຍ ບໍ່ມີຜູ້ໃດແລ້ວ. ພຣະເຢຊູເຈົ້າເວົ້າວ່າ, ດີແລ້ວ, ເຮົາກໍບໍ່ລົງໂທດເຈົ້າເໝືອນກັນ, ຈົ່ງໄປສາ ຕໍ່ໄປຢ່າເຮັດບາບອີກ.”14
ແນ່ນອນວ່າ ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ຍົກໂທດໃຫ້ໃນການຫລິ້ນຊູ້. ແຕ່ພຣະອົງກໍບໍ່ໄດ້ປະນາມຜູ້ຍິງຄົນນັ້ນນຳອີກ. ພຣະອົງໄດ້ຊຸກຍູ້ໃຫ້ນາງປ່ຽນແປງຊີວິດຂອງນາງ. ນາງກໍໄດ້ຮັບການກະຕຸ້ນໃຫ້ປ່ຽນແປງເພາະຄວາມເຫັນອົກເຫັນໃຈ ແລະ ຄວາມເມດຕາຂອງພຣະອົງ. ການແປພຣະຄຣິສຕະທຳຄຳພີຂອງໂຈເຊັບ ສະມິດ ຢືນຢັນເຖິງຜົນຂອງການເປັນສານຸສິດຂອງນາງວ່າ: “ແລະ ຍິງຄົນນັ້ນໄດ້ສັນລະເສີນພຣະເຈົ້ານັບຕັ້ງແຕ່ຊົ່ວໂມງນັ້ນ, ແລະ ໄດ້ເຊື່ອໃນພຣະນາມຂອງພຣະອົງ.”15
ເຖິງແມ່ນວ່າພຣະເຈົ້າເຫັນອົກເຫັນໃຈ, ແຕ່ເຮົາບໍ່ຄວນເຊື່ອຢ່າງຜິດພາດວ່າພຣະອົງຍອມຮັບ ແລະ ປ່ຽນຄວາມຄິດກ່ຽວກັບບາບເລີຍ. ພຣະອົງບໍ່ຍອມຮັບ. ພຣະຜູ້ຊ່ວຍໃຫ້ລອດໄດ້ມາສູ່ໂລກເພື່ອຊ່ວຍເຮົາໃຫ້ລອດ ຈາກ ບາບຂອງເຮົາ ແລະ ສຳຄັນແທ້ໆກໍຄື, ພຣະອົງຈະບໍ່ຊ່ວຍເຮົາໃຫ້ລອດ ໃນ ບາບຂອງເຮົາ.16 ຄັ້ງໜຶ່ງຜູ້ສອບຖາມທີ່ຊຳນານຊື່ ຊີເອສຣອມ ໄດ້ພະຍາຍາມວາງກັບດັກຈັບຜິດແອມມິວເລັກ ໂດຍຖາມວ່າ: “[ອົງພຣະເມຊີອາທີ່ຈະສະເດັດມາ] ຈະຊ່ວຍຜູ້ຄົນຂອງພຣະອົງໃຫ້ລອດໃນບາບຂອງເຂົາບໍ? ແລະ ແອມມິວເລັກຕອບ ແລະ ກ່າວກັບລາວວ່າ: ຂ້າພະເຈົ້າກ່າວກັບເຈົ້າວ່າ ພຣະອົງຈະບໍ່ກະທຳເຊັ່ນນັ້ນ, ເພາະເປັນໄປບໍ່ໄດ້ທີ່ພຣະອົງຈະປະຕິເສດພຣະຄຳຂອງພຣະອົງ. ... ພຣະອົງບໍ່ສາມາດຊ່ວຍເຂົາໃຫ້ລອດໃນບາບຂອງພວກເຂົາໄດ້.”17 ແອມມິວເລັກໄດ້ກ່າວເຖິງຄວາມຈິງທີ່ສຳຄັນວ່າ ເພື່ອຈະຖືກຊ່ວຍໃຫ້ລອດໄດ້ຈາກບາບຂອງເຮົາ, ເຮົາຕ້ອງຍອມຮັບ “ເງື່ອນໄຂຂອງການກັບໃຈ,” ຊຶ່ງອະນຸຍາດໃຫ້ອຳນາດຂອງພຣະຜູ້ໄຖ່ຊ່ວຍຈິດວິນຍານຂອງເຮົາໃຫ້ລອດ.18
ຄວາມເຫັນອົກເຫັນໃຈ, ຄວາມຮັກ, ແລະ ຄວາມເມດຕາຂອງພຣະຜູ້ຊ່ວຍໃຫ້ລອດດຶງເອົາເຮົາໄປຫາພຣະອົງ.19 ຜ່ານການຊົດໃຊ້ຂອງພຣະອົງ, ເຮົາກໍບໍ່ເພິ່ງພໍໃຈນຳສະພາບທີ່ເປັນບາບຂອງເຮົາອີກຕໍ່ໄປ.20 ພຣະເຈົ້າກໍແຈ້ງຊັດດີກ່ຽວກັບສິ່ງທີ່ຖືກຕ້ອງ ແລະ ເປັນທີ່ຍອມຮັບຕໍ່ພຣະອົງ ແລະ ສິ່ງທີ່ຜິດ ແລະ ເຕັມໄປດ້ວຍບາບ. ສິ່ງນີ້ບໍ່ແມ່ນເພາະພຣະອົງປາດຖະໜາທີ່ຈະມີຜູ້ຕິດຕາມທີ່ເຊື່ອຟັງໂດຍບໍ່ມີຄວາມນຶກຄິດ. ບໍ່ເລີຍ, ພຣະບິດາເທິງສະຫວັນຂອງເຮົາປາດຖະໜາໃຫ້ລູກໆຂອງພຣະອົງເລືອກທີ່ຈະເປັນເໝືອນດັ່ງພຣະອົງຢ່າງມີຄວາມຮູ້21 ແລະ ຢ່າງເຕັມໃຈ ແລະ ໃຫ້ເໝາະສົມກັບຊີວິດທີ່ພຣະອົງມີຢູ່.22 ໂດຍຄວາມເຕັມໃຈ, ລູກໆຂອງພຣະອົງຈະບັນລຸຈຸດໝາຍປາຍທາງແຫ່ງສະຫວັນຂອງເຂົາເຈົ້າ ແລະ ກາຍເປັນທາຍາດທີ່ໄດ້ຮັບທຸກສິ່ງທີ່ພຣະອົງມີ.23 ເພາະເຫດນີ້ ຜູ້ນຳຂອງສາດສະໜາຈັກຈຶ່ງບໍ່ສາມາດປ່ຽນແປງພຣະບັນຍັດ ຫລື ຄຳສອນຂອງພຣະເຈົ້າທີ່ກົງກັນຂ້າມກັບພຣະປະສົງຂອງພຣະອົງ, ເພື່ອໃຫ້ມັນສະດວກ ຫລື ເປັນທີ່ນິຍົມ.
ເຖິງຢ່າງໃດກໍຕາມ, ໃນການສະແຫວງຫາຕະຫລອດຊີວິດຂອງເຮົາທີ່ຈະຕິດຕາມພຣະເຢຊູຄຣິດ, ຕົວຢ່າງແຫ່ງຄວາມເມດຕາຂອງພຣະອົງທີ່ມີຕໍ່ຜູ້ຄົນທີ່ເຮັດບາບກໍເປັນການສິດສອນໂດຍສະເພາະ. ເຮົາ, ຜູ້ທີ່ເປັນຄົນບາບ ເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ, ຕ້ອງເອື້ອມອອກໄປຫາຄົນອື່ນດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມຮັກ. ບົດບາດຂອງເຮົາກໍແມ່ນທີ່ຈະຊ່ວຍເຫລືອ ແລະ ເປັນພອນນຳອີກ, ເພື່ອຍົກ ແລະ ເຊີດຊູ, ແລະ ເອົາຄວາມຫວັງ ແລະ ຄວາມປິຕິຍິນດີເຂົ້າມາແທນຄວາມຢ້ານກົວ ແລະ ຄວາມສິ້ນຫວັງ.
ພຣະຜູ້ຊ່ວຍໃຫ້ລອດໄດ້ຕິຕຽນບຸກຄົນທີ່ຫັນໜີໄປຈາກຄົນອື່ນທີ່ເຂົາເຈົ້າຄິດວ່າບໍ່ສະອາດ ແລະ ຜູ້ທີ່ຖືວ່າຕົວເອງຊອບທຳ ແລະ ຕັດສິນຄົນອື່ນວ່າເຮັດບາບຫລາຍກວ່າຕົວເຂົາເຈົ້າເອງ.24 ນັ້ນຄືບົດຮຽນທີ່ຖືກເນັ້ນໜັກ ທີ່ພຣະຜູ້ຊ່ວຍໃຫ້ລອດເຈາະຈົງໄປຫາຄົນທີ່ “ໝັ້ນໃຈໃນຕົວເອງວ່າເປັນຄົນຊອບທຳ, ແລະ ໝິ່ນປະໝາດຄົນອື່ນ.” ພຣະອົງໄດ້ກ່າວຄຳອຸປະມານີ້ວ່າ:
“ມີຊາຍສອງຄົນຂຶ້ນໄປພຣະວິຫານ ເພື່ອອະທິຖານ; ຜູ້ໜຶ່ງເປັນຄົນຟາຣີຊາຍ, ສ່ວນອີກຜູ້ໜຶ່ງເປັນຄົນເກັບພາສີ.
“ຄົນຟາຣິຊາຍຢືນນຶກໃນໃຈ ແລະ ອະທິຖານວ່າ, ຂ້າແດ່ພຣະອົງເຈົ້າ, ຂ້ານ້ອຍຂອບພຣະຄຸນພຣະອົງ ທີ່ຂ້ານ້ອຍບໍ່ເປັນດັ່ງຄົນອື່ນໆ ທີ່ເປັນຄົນໂລບ, ຄົນບໍ່ສັດຊື່, ຫລື ຄົນຫລິ້ນຊູ້ສູ່ຜົວເມຍຜູ້ອື່ນ, ຂ້ານ້ອຍຂອບພຣະຄຸນພຣະອົງ ທີ່ບໍ່ເປັນດັ່ງຄົນເກັບພາສີຜູ້ນັ້ນ.
“ໃນອາທິດໜຶ່ງ ຂ້ານ້ອຍຖືສິນອົດເຂົ້າສອງວັນ ແລະ ຂ້ານ້ອຍໄດ້ຖວາຍໜຶ່ງສ່ວນສິບແກ່ພຣະອົງ ຈາກສິ່ງຂອງທັງໝົດທີ່ຂ້ານ້ອຍຫາມາໄດ້.
“ສ່ວນຄົນເກັບພາສີນັ້ນຢືນຢູ່ຫ່າງໄກ ແລະ ບໍ່ກ້າແມ່ນແຕ່ເງີຍໜ້າຂຶ້ນສູ່ຟ້າ, ແຕ່ລາວໄດ້ຕີເອິກຂອງຕົນ ແລະ ກ່າວວ່າ, ຂ້າແດ່ພຣະອົງເຈົ້າ ຂໍຊົງໂຜດເມດຕາຂ້ານ້ອຍ ຜູ້ເປັນຄົນບາບແດ່ທ້ອນ.”
ແລ້ວພຣະເຢຊູໄດ້ກ່າວຈົບລົງດ້ວຍວ່າ, “ເຮົາບອກພວກເຈົ້າວ່າ, ຄົນນີ້ແຫລະ ເມື່ອກັບລົງໄປຍັງເຮືອນຂອງຕົນກໍນັບວ່າ ລາວຊອບທຳຫລາຍກວ່າຄົນອື່ນນັ້ນ ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອຍລົງ ແຕ່ຜູ້ໃດທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ.”25
ຂ່າວສານສຳລັບເຮົາກໍແຈ່ມແຈ້ງດີວ່າ ຄົນບາບທີ່ກັບໃຈຈະເຂົ້າໃກ້ພຣະເຈົ້າຫລາຍກວ່າຄົນທີ່ນັບວ່າຕົວເອງຊອບທຳຫລາຍກວ່າຄົນອື່ນ ທີ່ກ່າວໂທດຄົນບາບ.
ແນວໂນ້ມຂອງມະນຸດທີ່ຈະນັບວ່າຕົວເອງຊອບທຳຫລາຍກວ່າຄົນອື່ນ ແລະ ມັກຕັດສິນກໍໄດ້ມີຢູ່ໃນວັນເວລາຂອງແອວມາຄືກັນ. ເມື່ອຜູ້ຄົນ “ໄດ້ເລີ່ມຕົ້ນສະຖາປະນາສາດສະໜາຈັກໃຫ້ສົມບູນຂຶ້ນ … ປະຊາຊົນເລີ່ມອວດດີຂຶ້ນ ... ຜູ້ຄົນຂອງສາດສະໜາຈັກເລີ່ມລະເມີເພີ້ຝັນດ້ວຍຄວາມທະນົງຕົວໃນສາຍຕາຂອງຕົນເອງ, … ພວກເຂົາໄດ້ໝິ່ນປະໝາດຊຶ່ງກັນແລະກັນ, ແລະ ພວກເຂົາເລີ່ມກົດຂີ່ຂົ່ມເຫັງຜູ້ທີ່ບໍ່ເຊື່ອໃນຄວາມປາດຖະໜາ ຫລື ຄວາມພໍໃຈຂອງພວກເຂົາ.”26
ການຂົ່ມເຫັງນີ້ໄດ້ຖືກຫ້າມໂດຍສະເພາະ ວ່າ: “ບັດນີ້ມັນມີກົດເຄັ່ງຄັດຂໍ້ໜຶ່ງໃນບັນດາຜູ້ຄົນຂອງສາດສະໜາຈັກ, ຄືຈະບໍ່ມີຜູ້ໃດທີ່ເປັນສະມາຊິກໃນສາດສະໜາຈັກ ອອກໄປຂົ່ມເຫັງຜູ້ທີ່ບໍ່ໄດ້ເຂົ້າຮ່ວມສາດສະໜາຈັກ, ແລະ ຈະບໍ່ມີການຂົ່ມເຫັງຊຶ່ງກັນແລະກັນ ໃນບັນດາພວກເຂົາເອງ.”27 ຫລັກທຳທີ່ນຳທາງໄພ່ພົນຍຸກສຸດທ້າຍກໍເໝືອນກັນ. ເຮົາບໍ່ຕ້ອງເປັນຄົນທີ່ເຮັດຜິດຂອງການຂົ່ມເຫັງຄົນໃດ ທັງພາຍໃນ ຫລື ນອກສາດສະໜາຈັກ.
ຜູ້ຄົນທີ່ຖືກຂົ່ມເຫັງບໍ່ວ່າເພາະເຫດຜົນໃດໆກໍຕາມຮູ້ວ່າຄວາມທີ່ບໍ່ຍຸດຕິທຳ ແລະ ຄວາມຄິດຜິດໆທີ່ບໍ່ຍອມປ່ຽນນັ້ນຮູ້ສຶກແບບໃດ. ຕອນເປັນໄວລຸ້ນອາໄສຢູ່ໃນເຂດເອີຣົບໃນປີ 1960, ຂ້າພະເຈົ້າໄດ້ຮູ້ສຶກວ່າຖືກວິຈານ ແລະ ຖືກຂົ່ມເຫັງຊ້ຳແລ້ວຊ້ຳອີກເພາະວ່າຂ້າພະເຈົ້າເປັນຄົນອະເມຣິກັນ ແລະ ເພາະວ່າຂ້າພະເຈົ້າເປັນສະມາຊິກຂອງສາດສະໜາຈັກ. ຄົນບາງຄົນໃນໂຮງຮຽນໄດ້ປະຕິບັດຕໍ່ຂ້າພະເຈົ້າຄືກັນກັບວ່າຂ້າພະເຈົ້າເປັນຜູ້ຮັບຜິດຊອບຕໍ່ນະໂຍບາຍຕ່າງປະເທດຂອງສະຫະລັດອະເມຣິກາທີ່ບໍ່ເປັນທີ່ນິຍົມ. ຂ້າພະເຈົ້າຍັງຖືກປະຕິບັດຕໍ່ຄືວ່າສາດສະໜາຂອງຂ້າພະເຈົ້າໄດ້ດູຖູກປະເທດຊາດ ບ່ອນທີ່ຂ້າພະເຈົ້າໄດ້ອາໄສຢູ່ເພາະວ່າມັນແຕກຕ່າງຈາກສາດສະໜາທີ່ລັດອຸບປະຖຳ. ຕໍ່ມາ, ໃນຫລາຍໆປະເທດຕະຫລອດທົ່ວໂລກ, ຂ້າພະເຈົ້າໄດ້ເຫັນຄວາມໂຫດຮ້າຍຂອງຄວາມອະຄະຕິ ແລະ ການຈຳແນກທີ່ຜູ້ຄົນໄດ້ທົນທຸກ ໂດຍຜູ້ທີ່ຖືກຖືເອົາເປັນເປົ້າໝາຍ ເພາະເຊື້ອຊາດ ຫລື ຊົນເຜົ່າຂອງເຂົາເຈົ້າ.
ການຂົ່ມເຫັງມີມາໃນຫລາຍໆຮູບແບບ ດັ່ງເຊັ່ນ: ການໝິ່ນປະໝາດ, ການເຮັດໃຫ້ລຳບາກໃຈ, ການຂົ່ມເຫັງ, ການກີດກັນ ແລະ ຄວາມໂດດດ່ຽວ, ຫລື ຄວາມກຽດຊັງທີ່ມີຕໍ່ຄົນອື່ນ. ເຮົາຕ້ອງປ້ອງກັນຕົວຕໍ່ຕ້ານຄວາມຄິດຜິດໆທີ່ບໍ່ຍອມປ່ຽນທີ່ຍົກທ່າທີ ຫລື ພຶດຕິກຳທີ່ໂຫດຮ້າຍຕໍ່ຕ້ານຜູ້ຄົນທີ່ມີຄວາມຄິດເຫັນທີ່ແຕກຕ່າງ. ຄວາມຄິດຜິດໆທີ່ບໍ່ຍອມປ່ຽນສະແດງຕົວມັນເອງ, ເປັນພາກສ່ວນ, ໃນຢ່າງນ້ອຍ, ໃນຄວາມບໍ່ເຕັມໃຈທີ່ຈະມອບເສລີພາບໃນການປາກເວົ້າທີ່ເທົ່າທຽມກັນ.28 ທຸກໆຄົນ, ຮ່ວມທັງຜູ້ຄົນທີ່ເຊື່ອໃນສາດສະໜາ, ມີສິດທີ່ຈະສະແດງຄວາມຄິດເຫັນໃນສະຖານທີ່ສາທາລະນະ. ແຕ່ບໍ່ມີໃຜມີສິດອຳນາດທີ່ຈະກຽດຊັງຄົນອື່ນເມື່ອຄວາມຄິດເຫັນເຫລົ່ານັ້ນຖືກສະແດງອອກ.
ປະຫວັດຂອງສາດສະໜາຈັກມີຫລັກຖານຫລາຍຢ່າງເຖິງສະມາຊິກທີ່ຖືກປະຕິບັດຕໍ່ດ້ວຍຄວາມກຽດຊັງ ແລະ ຄວາມຄິດຜິດໆທີ່ວ່າຕົວເອງດີກວ່າຄົນອື່ນ. ມັນຈະເປັນສິ່ງທີ່ໜ້າສົງສານຢ່າງກົງກັນຂ້າມແນວໃດຖ້າຫາກເຮົາໄດ້ປະຕິບັດກັບຄົນອື່ນດັ່ງທີ່ເຮົາຖືກປະຕິບັດຕໍ່. ພຣະຜູ້ຊ່ວຍໃຫ້ລອດໄດ້ສອນວ່າ, “ເຈົ້າຢາກໃຫ້ຄົນອື່ນເຮັດຕໍ່ເຈົ້າຢ່າງໃດ ກໍຈົ່ງເຮັດຕໍ່ເພິ່ນຢ່າງນັ້ນເໝືອນກັນ.”29 ເພື່ອວ່າເຮົາຈະຮຽກຮ້ອງຄວາມເຄົາລົບ ເຮົາຕ້ອງເປັນຄົນທີ່ເຄົາລົບ. ນອກເໜືອໄປຈາກນັ້ນ, ການປ່ຽນໃຈເຫລື້ອໃສທີ່ຈິງໃຈຈະນຳ “ຄວາມອ່ອນໂຍນ ແລະ ຄວາມຕ່ຳຕ້ອຍໃນໃຈ, ທີ່ເຊື້ອເຊີນ ພຣະວິນຍານບໍລິສຸດ,”30 ແລະ ເຮັດໃຫ້ເຮົາເຕັມໄປດ້ວຍ “ຄວາມຮັກທີ່ສົມບູນ,” “ຄວາມຮັກຢ່າງຈິງໃຈ”31 ໃຫ້ແກ່ຄົນອື່ນ.
ຜູ້ລ້ຽງທີ່ດີຂອງເຮົາບໍ່ປ່ຽນແປງ ແລະ ຮູ້ສຶກໃນທາງດຽວກັນໃນວັນເວລານີ້ກ່ຽວກັບບາບ ແລະ ຄົນເຮັດບາບ ດັ່ງທີ່ພຣະອົງໄດ້ຮູ້ສຶກ ເມື່ອພຣະອົງໄດ້ເດີນໄປມາຢູ່ເທິງໂລກ. ພຣະອົງບໍ່ໄດ້ຫັນໜີໄປຈາກເຮົາເພາະເຮົາເຮັດບາບ, ແມ່ນແຕ່ພຣະອົງ ໃນບາງໂອກາດ, ທີ່ຕ້ອງຄິດສາກ່ອນວ່າ, “ແຕ່ຄົນໆນີ້ຊ່າງໄດ້ເຮັດບາບຢ່າງຮ້າຍແຮງຫລາຍແທ້ໆເນາະ!” ພຣະອົງຮັກເຮົາຫລາຍຈົນວ່າພຣະອົງໄດ້ຈັດຫາເສັ້ນທາງສຳລັບເຮົາທີ່ຈະກັບໃຈ ແລະ ກາຍເປັນຄົນສະອາດ ເພື່ອວ່າເຮົາຈະສາມາດກັບໄປຫາພຣະອົງ ແລະ ພຣະບິດາເທິງສະຫວັນຂອງເຮົາ.32 ໃນການເຮັດແບບນີ້, ພຣະເຢຊູຄຣິດກໍໄດ້ເປັນຕົວຢ່າງສຳລັບເຮົາທີ່ຈະຕິດຕາມນຳອີກ, ທີ່ຈະສະແດງຄວາມເຄົາລົບຕໍ່ທຸກຄົນ ແລະ ບໍ່ສະແດງຄວາມກຽດຊັງຕໍ່ໃຜເລີຍ.
ໃນຖານະທີ່ເປັນສານຸສິດຂອງພຣະອົງ, ຂໍໃຫ້ເຮົາຈົ່ງເອົາແບບຢ່າງແຫ່ງຄວາມຮັກຂອງພຣະອົງ ແລະ ຮັກຊຶ່ງກັນແລະກັນຢ່າງເປີດເຜີຍ ແລະ ຢ່າງສົມບູນຄົບຖ້ວນ ເພື່ອວ່າຈະບໍ່ມີໃຜຮູ້ສຶກວ່າຖືກປະຖິ້ມ, ໂດດດ່ຽວ, ຫລື ໝົດຫວັງ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດຄືພຣະຜູ້ລ້ຽງທີ່ດີຂອງເຮົາ, ອົງທີ່ຮັກ ແລະ ດູແລເຮົາ. ພຣະອົງຮູ້ຈັກເຮົາ ແລະ ໄດ້ສະລະພຣະຊົນຊີບຂອງພຣະອົງເພື່ອຝູງແກະຂອງພຣະອົງ.33 ພຣະອົງຊົງພຣະຊົນຢູ່ເພື່ອເຮົານຳອີກ ແລະ ປະສົງໃຫ້ເຮົາມາຮູ້ຈັກພຣະອົງ ແລະ ໃຊ້ສັດທາໃນພຣະອົງ. ຂ້າພະເຈົ້າຮັກ ແລະ ບູຊາພຣະອົງ, ແລະ ຂ້າພະເຈົ້າມີຄວາມກະຕັນຍູຢ່າງເລິກຊຶ້ງຕໍ່ພຣະອົງ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.