ໄວ້ວາງໃຈໃນພຣະເຈົ້າຢ່າງບໍ່ຫວັ່ນໄຫວ
ຖ້າຫາກເຮົາໝັ້ນຄົງ ແລະ ບໍ່ຫວັ່ນໄຫວໃນສັດທາຂອງເຮົາ ແລ້ວພຣະຜູ້ເປັນເຈົ້າຈະເພີ່ມຄວາມສາມາດຂອງເຮົາ ທີ່ຈະເອົາຊະນະການທ້າທາຍໃນຊີວິດ.
ອ້າຍເອື້ອຍນ້ອງທີ່ຮັກແພງ ຂ້າພະເຈົ້າຢາກເລີ່ມຕົ້ນມື້ນີ້ໂດຍເປັນພະຍານວ່າ ຂ້າພະເຈົ້າຮູ້ວ່າປະທານທອມມັສ ແອັສ ມອນສັນ ເປັນສາດສະດາຂອງພຣະເຈົ້າໃນປະຈຸບັນ. ແລະ ທີ່ປຶກສາຂອງເພິ່ນໃນຝ່າຍປະທານສູງສຸດ ແລະ ອັກຄະສາວົກສິບສອງ ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ. ພວກເພິ່ນເປັນຕົວແທນຂອງພຣະເຢຊູຄຣິດເຈົ້າ ແລະ ມີສິດທິທີ່ຈະປະກາດພຣະດຳລິ ແລະ ພຣະປະສົງຂອງພຣະອົງ ຕາມທີ່ໄດ້ເປີດເຜີຍແກ່ພວກເພິ່ນ. ຂ້າພະເຈົ້າເປັນພະຍານວ່າ ມີຄວາມປອດໄພເມື່ອເຮັດຕາມຄຳແນະນຳຂອງພວກເພິ່ນ. ພຣະຜູ້ເປັນເຈົ້າດົນໃຈພວກເພິ່ນ ເພື່ອເນັ້ນການເສີມສັດທາຂອງເຮົາໃນພຣະບິດາເທິງສະຫວັນ ແລະ ໃນພຣະບຸດຂອງພຣະອົງ ພຣະເຢຊູຄຣິດ ແລະ ໃນການຊົດໃຊ້ຂອງພຣະອົງໃຫ້ເຂັ້ມແຂງຂຶ້ນ ເພື່ອເຮົາຈະບໍ່ຫວັ່ນໄຫວໃນຂະນະທີ່ເຮົາປະສົບກັບຄວາມຫຍຸ້ງຍາກໃນສະໄໝຂອງເຮົາ.
ໃນພຣະຄຳພີມໍມອນ ເຮົາອ່ານເລື່ອງລາວກ່ຽວກັບຊາຍຄົນໜຶ່ງຊື່ ອຳໂມນ ທີ່ໄດ້ຖືກສົ່ງໄປຈາກແຜ່ນດິນເຊຣາເຮັມລາ ໄປຫາແຜ່ນດິນລີໄຮ-ນີໄຟ ເພື່ອສືບຖາມກ່ຽວກັບພີ່ນ້ອງ ຂອງເພິ່ນ. ຢູ່ແຜ່ນດິນນັ້ນ ລາວໄດ້ພົບກະສັດລິມໄຮ ແລະ ຜູ້ຄົນຂອງເພິ່ນ ທີ່ພວກນັ້ນເປັນຂ້ອຍຂ້າຂອງຊາວເລມັນ. ກະສັດລິມໄຮໄດ້ຮັບກຳລັງໃຈຈາກສິ່ງທີ່ອຳໂມນໄດ້ບອກເພິ່ນ ກ່ຽວກັບຜູ້ຄົນຂອງລາວ ທີ່ຢູ່ເມືອງເຊຣາເຮັມລາ. ຫົວໃຈຂອງເພິ່ນເຕັມໄປດ້ວຍຄວາມຫວັງ ແລະ ຄວາມສຸກຢ່າງໃຫຍ່ຫລວງ ຈົນຂະໜາດທີ່ເພິ່ນໄດ້ຮ່ວມຜູ້ຄົນຂອງເພິ່ນຢູ່ທີ່ພຣະວິຫານ ແລະ ໄດ້ກ່າວວ່າ:
“ດັ່ງນັ້ນ, ຈົ່ງເງີຍໜ້າຂຶ້ນເຖີດ ແລະ ປິຕິຍິນດີ ແລະ ໝັ້ນໃຈໃນພຣະເຈົ້າ. …
“... ຖ້າຫາກພວກທ່ານຈະຫັນໜ້າມາຫາພຣະຜູ້ເປັນເຈົ້າດ້ວຍຄວາມມຸ້ງໝາຍເຕັມທີ່ແຫ່ງໃຈ, … ແລະ ຮັບໃຊ້ພຣະອົງດ້ວຍຄວາມພາກພຽນແຫ່ງຈິດໃຈ, … ແລ້ວພຣະອົງຈະປົດປ່ອຍພວກທ່ານໃຫ້ພົ້ນຈາກຄວາມເປັນທາດ ຕາມພຣະປະສົງ ແລະ ຄວາມພໍພຣະໄທຂອງພຣະອົງ.”1
ຄຳເວົ້າຂອງອຳໂມນໄດ້ມີຜົນສະທ້ອນ ກັບສັດທາຂອງຜູ້ຄົນຂອງກະສັດລິມໄຮຢ່າງເລິກຊຶ້ງ ຈົນພວກເຂົາໄດ້ເຮັດພັນທະສັນຍານຳພຣະເຈົ້າທີ່ຈະຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ ບໍ່ວ່າສະພາບການຂອງພວກເຂົາຈະຍາກກໍຕາມ. ຍ້ອນສັດທາຂອງຕົນ, ພວກເຂົາຈຶ່ງສາມາດສ້າງແຜນການ ເພື່ອ ໜີຈາກຊາວເລມັນໄດ້.2
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ພິຈາລະນາຄວາມສຳຄັນຂອງການເຊື້ອເຊີນທີ່ກະສັດລິມໄຮໄດ້ໃຫ້ແກ່ຜູ້ຄົນຂອງເພິ່ນ ພ້ອມດ້ວຍຄວາມໝາຍຂອງມັນຕໍ່ເຮົາ. ເພິ່ນໄດ້ເວົ້າວ່າ: “ຈົ່ງເງີຍໜ້າຂຶ້ນເຖີດ ແລະ ປິຕິຍິນດີ ແລະ ໝັ້ນໃຈໃນພຣະເຈົ້າ.” ໃນຄຳເວົ້າເຫລົ່ານີ້ ລິມໄຮໄດ້ເຊື້ອເຊີນຜູ້ຄົນຂອງເພິ່ນ ໃຫ້ມອງເບິ່ງເລື່ອງອະນາຄົດ ໂດຍການໃຊ້ສັດທາ; ເພື່ອລົບລ້າງຄວາມຢ້ານກົວຂອງຕົນ ໂດຍໃຊ້ຄວາມຫວັງດີທີ່ເກີດມາຈາກສັດທາ; ແລະ ບໍ່ຫວັ່ນໄຫວໃນການວາງສັດທາຂອງຕົນໃນພຣະເຈົ້າ ບໍ່ວ່າສະພາບການເປັນຢ່າງໃດກໍຕາມ.
ຊີວິດມະຕະແມ່ນຊ່ວງໄລຍະເພື່ອການທົດລອງ ທີ່ເຮົາສາມາດພິສູດວ່າ ເຮົາຈະເຮັດທຸກສິ່ງທີ່ອົງພຣະຜູ້ເປັນເຈົ້າຂອງເຮົາຈະບັນຊາ.3 ເພື່ອຈະເຮັດຈັ່ງຊີ້ ເຮົາຈະຕ້ອງມຸ້ງໜ້າໂດຍມີສັດທາຢ່າງໝັ້ນຄົງໃນພຣະຄຣິດ, ມີພຣະວິນຍານນຳທາງ, ແລະ ຕ້ອງໄວ້ວາງໃຈວ່າພຣະເຈົ້າຈະເອົາໃຈໃສ່ ຄວາມຕ້ອງການຂອງເຮົາ.4
ໃນຕອນທ້າຍຂອງການປະຕິບັດສາດສະໜາກິດໃນໂລກຂອງພຣະອົງ, ກ່ອນພຣະອົງຖືກຈັບເຂົ້າຄຸກ ພຣະຜູ້ຊ່ວຍໃຫ້ລອດໄດ້ສອນສານຸສິດຂອງພຣະອົງວ່າ: “ໂລກຈະເຮັດໃຫ້ພວກທ່ານທົນທຸກທໍລະມານ. ແຕ່ຈົ່ງມີໃຈກ້າເຖີດ! ເຮົາໄດ້ຊະນະໂລກແລ້ວ.”5
ໃຫ້ເຮົາມາພິຈາລະນາຈັກໜ້ອຍວ່າ—ພຣະເຢຊູຄຣິດ ພຣະບຸດອົງດຽວທີ່ຖືກຳເນີດຈາກພຣະບິດາ ໄດ້ຊົງພຣະຊົນໂດຍບໍ່ໄດ້ເຮັດບາບເລີຍ ແລະ ໄດ້ເອົາຊະນະການຫລອກລວງ, ຄວາມເຈັບປວດ, ອຸບປະສັກ, ແລະ ຄວາມທຸກທັງໝົດຂອງໂລກ. ພຣະອົງໄດ້ຫລັ່ງໂລຫິດຢູ່ສວນເຄັດເຊມາເນ; ພຣະອົງໄດ້ທົນທຸກທໍລະມານກັບຄວາມເຈັບປວດ ຫລາຍກວ່າທີ່ບັນຍາຍໄດ້. ພຣະອົງໄດ້ຍອມເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ທັງໝົດຂອງເຮົາ. ພຣະອົງພ້ອມແລ້ວທີ່ຈະຊ່ວຍ—ເພື່ອຊ່ວຍເຮົາແຕ່ລະຄົນ—ກັບບັນຫາທຸກຢ່າງ. ໂດຍທາງພຣະຊົນ, ການທຸກທໍລະມານ, ການສິ້ນພຣະຊົນ, ແລະ ການຟື້ນຄືນພຣະຊົນຂອງພຣະອົງ, ພຣະອົງໄດ້ເອົາອຸບປະສັກທຸກຊະນິດທີ່ກີດກັນເຮົາ ຈາກການມີຄວາມປິຕິຍິນດີ ແລະ ການພົບຄວາມສະຫງົບໃນໂລກນີ້ ອອກໄປ. ຜົນສະທ້ອນຂອງການເສຍສະລະຊົດໃຊ້ຂອງພຣະອົງ ກໍມີໃຫ້ທຸກຄົນ ທີ່ຍອມຮັບເອົາພຣະອົງ ແລະ ປະຕິເສດຕົວເອງ ແລະ ໃຫ້ຄົນທີ່ແບກເອົາໄມ້ກາງແຂນຂອງພຣະອົງ ແລະ ຕິດຕາມພຣະອົງໄປ ໃນຖານະທີ່ເປັນສານຸສິດແທ້ໆ ຂອງພຣະອົງ.6 ສະນັ້ນ ເມື່ອເຮົາໃຊ້ສັດທາໃນພຣະເຢຊູຄຣິດ ແລະ ໃນການຊົດໃຊ້ຂອງພຣະອົງ, ເຮົາຈະເຂັ້ມແຂງຫລາຍຂຶ້ນ, ພາລະຂອງເຮົາຈະເບົາບາງລົງ, ແລະ ໂດຍທາງພຣະອົງ ເຮົາຈະເອົາຊະນະໂລກໄດ້.
ອ້າຍເອື້ອຍນ້ອງທັງຫລາຍ, ເມື່ອເຮົາພິຈາລະນາເຖິງຄວາມເຂັ້ມແຂງ ແລະ ຄວາມຫວັງ ທີ່ເຮົາສາມາດຮັບໄດ້ຈາກພຣະຜູ້ຊ່ວຍໃຫ້ລອດ, ເຮົາຈຶ່ງມີເຫດຜົນ ທີ່ຈະເງີຍໜ້າຂຶ້ນ, ປິຕິຍິນດີ, ແລະ ມຸ້ງໜ້າດ້ວຍສັດທາ ໂດຍບໍ່ຫວັ່ນໄຫວ. “ເພາະຜູ້ໃດກໍຕາມທີ່ສົງໄສ ກໍເປັນດັ່ງຟອງນ້ຳທະເລທີ່ຖືກລົມພັດຊັດໄປມາ. ... ເພາະເປັນຄົນສອງໃຈ ແລະ ລັງເລໃຈໃນທຸກສິ່ງທີ່ຕົນກະທຳ.”7
ກະສັດລິມໄຮກໍໄດ້ຊຸກຍູ້ເໝືອນກັນວ່າ “ຈົ່ງຫັນຫາພຣະຜູ້ເປັນເຈົ້າ ດ້ວຍຈຸດປະສົງທັງໝົດແຫ່ງໃຈ, ... ຮັບໃຊ້ພຣະອົງດ້ວຍຄວາມພາກພຽນ ທັງໝົດ ແຫ່ງຈິດໃຈ, ຖ້າຫາກພວກທ່ານເຮັດສິ່ງເຫລົ່ານີ້, ແລ້ວພຣະອົງຈະປົດປ່ອຍພວກທ່ານໃຫ້ພົ້ນຈາກຄວາມເປັນທາດ ຕາມພຣະປະສົງ ແລະ ຄວາມພໍພຣະໄທຂອງພຣະອົງ.”8
ໃຫ້ເຮົາມາຟັງພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດເອງ ທີ່ບອກເຮົາວ່າ:
“ຢ່າເປັນທຸກ ແລະ ກັງວົນໃຈເລີຍ ຈົ່ງເຊື່ອໃນພຣະເຈົ້າ ແລະ ຈົ່ງເຊື່ອໃນເຮົາຄືກັນ. …
“ຖ້າພວກທ່ານຮັກເຮົາ, ພວກທ່ານກໍຈະເຊື່ອຟັງຂໍ້ຄຳສັ່ງຂອງເຮົາ. …
“ພວກທີ່ມີຂໍ້ບັນຍັດຂອງເຮົາ ແລະ ເຊື່ອຟັງຂໍ້ບັນຍັດນັ້ນ, ເປັນພວກທີ່ຮັກເຮົາ. ພຣະບິດາຂອງເຮົາຈະຮັກພວກທີ່ຮັກເຮົາ, ແລະ ເຮົາຈະຮັກເຂົາຄືກັນ ທັງຈະປະກົດຕົວແກ່ເຂົາ.”9
ພຣະເຈົ້າປະທານພອນໃຫ້ແກ່ເຮົາຕາມສັດທາຂອງເຮົາ.10 ສັດທາກໍແມ່ນແຫລ່ງກຳເນີດແຫ່ງການດຳລົງຊີວິດຢ່າງມີຈຸດປະສົງແຫ່ງສະຫວັນ ພ້ອມດ້ວຍທັດສະນະນິລັນດອນ. ສັດທາເປັນຫລັກທຳທາງພາກປະຕິບັດ ຊຶ່ງດົນໃຈໃຫ້ມີຄວາມພາກພຽນ. ມັນເປັນອຳນາດທີ່ຈຳເປັນ ແລະ ມີຊີວິດຢູ່ ທີ່ສະແດງໃຫ້ປະຈັກໃນທ່າທີທາງບວກຂອງເຮົາ ພ້ອມດ້ວຍຄວາມປາດຖະໜາທີ່ຈະເຮັດທຸກສິ່ງ ທີ່ພຣະເຈົ້າ ແລະ ພຣະເຢຊູຄຣິດ ຂໍຈາກເຮົາ ດ້ວຍຄວາມເຕັມໃຈ. ສັດທາເຮັດໃຫ້ເຮົາຄຸເຂົ່າລົງເພື່ອວິງວອນຫາພຣະຜູ້ເປັນເຈົ້າເພື່ອຊົງນຳທາງ ແລ້ວໃຫ້ຢືນຂຶ້ນ ແລະ ໄປເຮັດດ້ວຍຄວາມໝັ້ນໃຈ ເພື່ອສຳເລັດໃນເລື່ອງທີ່ສອດຄ່ອງກັບພຣະປະສົງຂອງພຣະອົງ.
ເມື່ອຫລາຍປີກ່ອນ ຕອນທີ່ເປັນປະທານເຜີຍແຜ່, ພໍ່ແມ່ຂອງຜູ້ສອນສາດສະໜາຄົນໜຶ່ງໄດ້ໂທຫາຂ້າພະເຈົ້າ ເພື່ອບອກວ່ານ້ອງສາວຂອງລາວໄດ້ເສຍຊີວິດ. ຂ້າພະເຈົ້າຈື່ວ່າ ໃນຊ່ວງທີ່ໜ້າເຫັນອົກເຫັນໃຈນັ້ນ ຜູ້ສອນສາດສະໜາ ແລະ ຂ້າພະເຈົ້າໄດ້ສົນທະນາເລື່ອງແຜນແຫ່ງຄວາມລອດ ທີ່ອັດສະຈັນຂອງພຣະເຈົ້າສຳລັບລູກໆຂອງພຣະອົງ ແລະ ວິທີທີ່ຄວາມຮູ້ນີ້ຈະປອບໂຍນລາວ.
ເຖິງແມ່ນຄວາມຫຍຸ້ງຍາກນັ້ນໄດ້ເຮັດໃຫ້ລາວຕົກໃຈ ແລະ ເສົ້າໃຈກໍຕາມ, ແຕ່ຜູ້ສອນສາດສະໜາຄົນນີ້—ພ້ອມກັບນ້ຳຕາ ມີສັດທາໃນພຣະເຈົ້າ—ໄດ້ປິຕິຍິນດີນຳຊີວິດຂອງນ້ອງສາວລາວ. ລາວໄດ້ສະແດງຄວາມໝັ້ນໃຈທີ່ບໍ່ຫວັ່ນໄຫວໃນຄວາມເມດຕາອັນລະອຽດອ່ອນຂອງພຣະຜູ້ເປັນເຈົ້າ. ໂດຍຄວາມຕັ້ງໃຈ ລາວບອກຂ້າພະເຈົ້າວ່າ ລາວຈະຍັງຮັບໃຊ້ເປັນຜູ້ສອນສາດສະໜາ ຢ່າງມີສັດທາ ແລະ ດ້ວຍຄວາມພາກພຽນທັງໝົດ ເພື່ອລາວຈະເໝາະສົມກັບສິ່ງທີ່ພຣະເຈົ້າສັນຍາໄວ້ສຳລັບລາວ ແລະ ຄອບຄົວຂອງລາວ. ໃນໄລຍະແຫ່ງຄວາມຕ້ອງການນີ້ ຜູ້ສອນສາດສະໜາທີ່ມີສັດທາຄົນນັ້ນ ໄດ້ຫັນໄປຫາພຣະເຈົ້າ, ໄດ້ໄວ້ວາງໃຈທັງໝົດໃນພຣະອົງ ແລະ ໄດ້ຕັ້ງໃຈໃໝ່ທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍສັດທາ ແລະ ດ້ວຍສຸດຄວາມພາກພຽນ.
ອ້າຍເອື້ອຍນ້ອງທັງຫລາຍ, ຖ້າຫາກເຮົາບໍ່ມີຄວາມໄວ້ວາງໃຈຢ່າງໝັ້ນຄົງໃນພຣະອົງ ແລະ ບໍ່ມີຄວາມປາດຖະໜາທີ່ຈະຮັບໃຊ້ພຣະອົງ, ປະສົບການຂອງຊີວິດທີ່ເຈັບປວດເຫລົ່ານັ້ນ ອາດຈະເຮັດໃຫ້ເຮົາຮູ້ສຶກເໝືອນມີແອກໜັກ, ແລ້ວເຮົາອາດຈະເສຍແຮງກະຕຸ້ນ ທີ່ຈະດຳລົງຕາມພຣະກິດຕິຄຸນຢ່າງເຕັມທີ່. ປາດສະຈາກສັດທາ, ເຮົາຈະສູນເສຍຄວາມສາມາດ ທີ່ຈະເຫັນຄຸນຄ່າຕໍ່ແບບແຜນເຫລົ່ານັ້ນຂອງພຣະເຈົ້າ ກ່ຽວກັບສິ່ງທີ່ຈະເກີດຂຶ້ນຕໍ່ໆໄປໃນຊີວິດຂອງເຮົາ.11
ໃນໄລຍະການທົດລອງດັ່ງກ່າວນີ້ ຜູ້ກົງກັນຂ້າມ—ຜູ້ທີ່ລໍໂອກາດຢູ່ຕະຫລອດ—ພະຍາຍາມໃຊ້ເຫດຜົນ ແລະ ຫາທາງທີ່ຈະຕ້ານເຮົາ. ມັນພະຍາຍາມໃຫ້ເຮົາເຊື່ອວ່າ ບໍ່ມີປະໂຫຍດໃນການດຳລົງຊີວິດຕາມຫລັກທຳຂອງພຣະກິດຕິຄຸນ. ຈົ່ງຈື່ຈຳວ່າ ເຫດຜົນຂອງມະນຸດທີ່ມີຈິດໃຈທຳມະດາ “ຮັບຂອງປະທານທີ່ມາຈາກພຣະວິນຍານຂອງພຣະເຈົ້າກໍບໍ່ໄດ້ ລາວເຫັນວ່າເປັນເລື່ອງໂງ່ສຳລັບຕົນ.”12 ຈົ່ງຈື່ຈຳວ່າ ຊາຕານ “ເປັນສັດຕູກັບພຣະເຈົ້າ ແລະ [ມັນ] ຕໍ່ສູ້ກັບພຣະອົງຢູ່ຕະຫລອດເວລາ ແລະ ຊັກຊວນ ແລະ ຊັກຈູງ [ເຮົາ] ໃຫ້ເຮັດບາບ ແລະ ເຮັດຄວາມຊົ່ວຢູ່ຕະຫລອດເວລາ.”13 ເຮົາຕ້ອງບໍ່ຍອມໃຫ້ມານຫລອກເຮົາໄດ້; ເພາະເມື່ອເຮົາຍອມ, ເຮົາກໍຫວັ່ນໄຫວໃນສັດທາຂອງເຮົາ ແລະ ສູນເສຍອຳນາດ ທີ່ຈະໄດ້ຮັບພອນຂອງພຣະເຈົ້າ.
ຖ້າຫາກເຮົາໝັ້ນຄົງ ແລະ ບໍ່ຫວັ່ນໄຫວໃນສັດທາຂອງເຮົາ ແລ້ວພຣະຜູ້ເປັນເຈົ້າຈະເພີ່ມຄວາມສາມາດຂອງເຮົາ ທີ່ຈະເອົາຊະນະການທ້າທາຍໃນຊີວິດ. ເຮົາຈະສາມາດປາບປາມແຮງກະຕຸ້ນທີ່ບໍ່ດີ ແລະ ເຮົາຈະພັດທະນາຄວາມສາມາດ ທີ່ຈະເອົາຊະນະອຸບປະສັກໄດ້ ແມ່ນແຕ່ ເບິ່ງຄືວ່າ ຫລາຍເກີນໄປກໍຕາມ. ນີ້ແມ່ນສິ່ງທີ່ເຮັດໃຫ້ຜູ້ຄົນຂອງກະສັດລິມໄຮ ສາມາດປົບໜີຢ່າງຕື່ນຕາຕື່ນໃຈ ໄປຈາກການເປັນຂ້າທາດຂອງຊາວເລມັນ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ໄວ້ວາງໃຈທັງໝົດໃນພຣະເຈົ້າ ແລະ ໃນການສິດສອນຂອງສາດສະດາຂອງພຣະອົງ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຕໍ່ພັນທະສັນຍາກັບພຣະເຈົ້າໃໝ່ ເພື່ອຮັບໃຊ້ພຣະອົງໂດຍສຸດຈິດສຸດໃຈ ບໍ່ວ່າຊີວິດຈະຫຍຸ້ງຍາກເທົ່າໃດກໍຕາມ. ຂ້າພະເຈົ້າຂໍເປັນພະຍານວ່າ ໂດຍທາງອຳນາດແຫ່ງສັດທາທີ່ບໍ່ຫວັ່ນໄຫວຂອງທ່ານໃນພຣະຄຣິດ, ທ່ານຈະເປັນອິດສະລະຈາກບາບ, ຈາກຄວາມສົງໄສ, ຈາກຄວາມບໍ່ເຊື່ອ, ຈາກຄວາມໝອງເສົ້າ, ຈາກການເປັນທຸກ; ແລະ ທ່ານຈະໄດ້ຮັບພອນທີ່ສັນຍາໄວ້ທຸກຢ່າງ ຈາກພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າມີຈິງ. ພຣະອົງຊົງພຣະຊົນຢູ່. ພຣະອົງຮັກເຮົາ. ພຣະອົງຮັບຟັງຄຳອະທິຖານຂອງເຮົາ ຕອນທີ່ເຮົາມີຄວາມສຸກ ແລະ ຕອນທີ່ເຮົາມີຄວາມສົງໄສ, ຄວາມເສົ້າໃຈ, ແລະ ຄວາມໝົດຫວັງ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ພຣະອົງເປັນພຣະຜູ້ໄຖ່.
ຂ້າພະເຈົ້າຂໍຈົບຄຳປາໄສມື້ນີ້ ໂດຍການອ່ານຂໍ້ຄວາມຈາກເພງສວດ “Not Now but in the Coming Years,” ທີ່ມີໃນປື້ມເພງສວດ ພາສາປອກຕຸຍການ ທີ່ວ່າ:
ຖ້າມີເມກລົງເຮັດເງົາ ປົກໃຈເຮົາ,
ຖ້າຄວາມເຈັບປວດທໍລະມານ, ຊ່າງມັນ; ອີກຈັກນ້ອຍເຮົາຈະຮູ້ຈັກພຣະອົງ.
ພຣະເຢຊູຊົງນຳເຮົາໂດຍພຣະຫັດ, ແລະ ພຣະອົງຈະອະທິບາຍ;
ຖ້າຫາກຈະຟັງພຣະສຸລະສຽງ, ພຣະອົງຈະເລົ່າໃຫ້ຮູ້ຕໍ່ໄປ.
ໄວ້ວາງໃຈນຳພຣະເຈົ້າຢ່າງບໍ່ຫວັ່ນໄຫວ, ໃຫ້ພຣະອົງລ້ຽງເຮົາໄວ້;
ຮ້ອງສັນລະເສີນລັດສະໝີຕະຫລອດ, ໃນທີ່ສຸດພຣະອົງຈະບັນຍາຍ.14
ຂ້າພະເຈົ້າກ່າວສິ່ງນີ້ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.