​2010–2019
ພຣະຫັດ​ແຫ່ງ​ການ​ນຳພາ​ຂອງ​ພຣະອົງໃນ​ແຕ່​ລະ​ວັນ
ເດືອນ​ເມສາ 2017


10:45

ພຣະຫັດ​ແຫ່ງ​ການ​ນຳພາ​ຂອງ​ພຣະອົງໃນ​ແຕ່​ລະ​ວັນ

ພຣະບິດາ​ເທິງ​ສະຫວັນ​ຮູ້​ສິ່ງ​ທີ່​ທ່ານ ​ແລະ ຂ້າພະ​ເຈົ້າຕ້ອງການ ຫລາຍ​ກວ່າ​ຄົນ​ອື່ນ.

​ເຄື່ອງມື​ຢ່າງ​ໜຶ່ງທີ່​ພຣະບິດາ​ເທິງ​ສະຫວັນ​ມັກ​ໃຊ້ ​ໃນ​ການ​ນຳພາ​ລູກໆ​ຂອງ​ພຣະອົງ ຄື​ປູ່ຍ່າ​ຕາ​ຍາຍ​ທີ່​ຊອບ​ທຳ. ​ແມ່​ຂອງ​ພໍ່​ຂ້າພະ​ເຈົ້າກໍ​ເປັນ​ຜູ້ຍິງ​ເຊັ່ນ​ນັ້ນ. ມີ​ເທື່ອ​ໜຶ່ງ ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ​ເກີນ​ກວ່າ​ຈະ​ຈື່​ໄດ້, ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ລົງ​ໂທດ​ຂ້າພະ​ເຈົ້າ. ​ເມື່ອ​ເຫັນ​ການ​ລົງ​ໂທດ​ນັ້ນ, ​ແມ່ຕູ້​ຍ່າ​ໄດ້​ເວົ້າວ່າ, “ມອນ​ທີ, ​ແມ່​ເຊື່ອ​ວ່າ ລູກ​ລົງ​ໂທດ​ລູກ​ຊາຍ​ໜັກ​ເກີນ​ໄປ.”

ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຕອບ​ວ່າ, “ແມ່​ເອີຍ, ລູກ​ຊິ​ລົງ​ໂທດ​ ລູກ​ຂອງ​ລູກ​ເອງ ​ແບບ​ໃດ​ກໍ​ໄດ້.”

​ແລະ ​ແມ່ຕູ້​ຍ່າ​ທີ່​ສະຫລາດຂອງ​ຂ້າພະ​ເຈົ້າ ​ໄດ້​ເວົ້າດ້ວຍ​ຄວາມ​ອ່ອນ​ຫວານ​ວ່າ, “ແມ່​ກໍ​ຊິ​ເຮັດຄື​ກັນ.”

ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຍິນ​ຄຳ​ແນະນຳ​ທີ່​ສະຫລາດ ຂອງ​ແມ່​​ເພິ່ນໃນ​ມື້ນັ້ນ.

​ເມື່ອ​ຄິດ​ກ່ຽວ​ກັບ​ການ​ນຳພາ, ​ເຮົາ​ອາດ​ຄິດ​ກ່ຽວ​ກັບ​ເພງ​ສວດ​ເພງ​ໜຶ່ງ ທີ່​ເຮົາ​ທຸກ​ຄົນຮູ້ ​ແລະ ມັກ—“ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.” ​ເຮົາ​ອ່ານ​ເນື້ອ​ເພງ​ວ່າ “ພາ​ເຮົາ, ນຳ​ເຮົາ, ຍ່າງ​ຄຽງ​ຂ້າງ​ເຮົາ, ຊ່ວຍ​ເຮົາ​ໃຫ້​ພົບ​ທາງ.”1

ຈົນ​ເຖິງ​ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າພະ​ເຈົ້າຈຶ່ງ​ເຂົ້າ​ໃຈ​ວ່າ ​ເນື້ອ​ເພງ​ນັ້ນ ​ແມ່ນ​ຄຳ​ແນະນຳຈາກ​ສະຫວັນເຖິງ​ພໍ່​ແມ່​. ​ໃນ​ຂະນະ​ທີ່​ໄຕ່ຕອງ​ກ່ຽວ​ກັບ​ຖ້ອຍ​ຄຳ​ເຫລົ່າ​ນີ້, ຂ້າພະ​ເຈົ້າຮັບ​ຮູ້​ວ່າ ​ເຖິງ​​ແມ່ນ​ວ່າມັນ​ບັນຈຸຄຳ​ແນະນຳ, ​ແຕ່​ມັນ​ມີ​ຄວາມໝາຍ​ຫລາຍ​ກວ່າ​ນັ້ນ. ​ເຮົາ​ແຕ່ລະຄົນ​ໄດ້​ອ້ອນວອນ​ທຸກ​ວັນ ​ເພື່ອ​ຂໍ​ໃຫ້​ພຣະບິດາ​ເທິງສະຫວັນ​ ນຳ​ເຮົາ, ພາ​ເຮົາ, ​ແລະ ຍ່າງ​ຄຽງ​ຂ້າງ​ເຮົາ.

ປະທານດີ​ເດີ ແອັຟ ອຸກ​ດອບ ​ໄດ້​ອະທິບາຍວ່າ: “ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ ຮູ້​ເຖິງ​ຄວາມ​ຕ້ອງການ ຂອງ​ລູກໆ​ຂອງ​ພຣະອົງ ຫລາຍ​ກວ່າ​ຄົນ​ອື່ນ. ມັນ​ແມ່ນ​ວຽກ​ງານ ​ແລະ ລັດສະໝີ​ພາບ​ຂອງ​ພຣະອົງ ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ​ ​ໃນ​ທຸກ​ວິທີ​ທາງ, ມອບ​ແຫລ່ງຊ່ວຍ​ເຫລືອ​ທາງ​​ໂລກ ​ແລະ ທາງ​ວິນ​ຍານ​ທີ່​ດີ​ເລີດ​ໃຫ້​ແກ່​ເຮົາ ​ເພື່ອ​ຊ່ວຍ​ເຮົາ​ຢູ່​ໃນ​ເສັ້ນທາງ ​ເພື່ອ​ກັບ​ໄປ​ຫາ​ພຣະອົງ.”2

​ໃຫ້​ເຮົາ​ມາ​ຟັງ​ຖ້ອຍ​ຄຳ​ເຫລົ່າ​ນີ້: ພຣະບິດາ​ເທິງ​ສະຫວັນ​ຮູ້​ສິ່ງ​ທີ່​ທ່ານ ​ແລະ ຂ້າພະ​ເຈົ້າຕ້ອງ​ການ ຫລາຍ​ກວ່າ​ຄົນ​ອື່ນ. ​ເພາະ​ສະນັ້ນ, ພຣະອົງ​ຈຶ່ງ​ໄດ້​ຈັດ​ຫາ​ຫໍ່​ດູ​ແລ​ສ່ວນ​ຕົວ ທີ່​ເໝາະ​ສົມ​ໃຫ້​ເຮົາ​ແຕ່ລະຄົນ. ຫໍ່​ດັ່ງ​ກ່າວ​ມີ​ສ່ວນ​ປະກອບຫລາຍ​ຢ່າງ​. ມັນ​ຮ່ວມ​ດ້ວຍ ພຣະບຸດ​ຂອງ​ພຣະອົງ ​ແລະ ການ​ຊົດ​ໃຊ້, ພຣະວິນ​ຍານ​ບໍລິສຸດ, ພຣະບັນຍັດ, ພຣະຄຳ​ພີ, ການ​ອະທິຖານ, ສາດສະດາ, ອັກຄະ​ສາວົກ, ພໍ່​ແມ່, ປູ່ຍ່າ​ຕາ​ຍາຍ, ຜູ້​ນຳ​ຂອງ​ສາດສະໜາ​ຈັກ​ໃນ​ທ້ອງ​ຖິ່ນ, ​ແລະ ຄົນ​ອື່ນໆ​ອີກ—​ທັງ​ໝົດ​ນີ້ ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ກັບ​ໄປ​ຢູ່​ນຳພຣະອົງ ​ໃນ​ມື້ໜຶ່ງ.

ມື້​ນີ້ ຂ້າພະ​ເຈົ້າຂໍ​ກ່າວ​ກ່ຽວ​ກັບ​ສອງ​ສາມຢ່າງ ທີ່ຢູ່​ໃນ​ຫໍ່ດູ​ແລ ຊຶ່ງ​ເຮັດ​ໃຫ້​ຂ້າພະ​ເຈົ້າຮັບຮູ້​ວ່າ ພຣະບິດາ​ທີ່​ຊົງ​ຮັກ ​​ໄດ້​ພາ, ​ໄດ້​ນຳ, ​ແລະ ​ໄດ້​ເດີນ​ຄຽງ​ຂ້າງ​ຂ້າພະ​ເຈົ້າ ​ແລະ ຄອບຄົວ. ຂ້າພະ​ເຈົ້າຫວັງ​ວ່າ ທ່ານ​ແຕ່ລະຄົນ ຈະ​ຮັບຮູ້​ໃນ​ປະສົບ​ການ​ຂອງ​ທ່ານ​ວ່າ ພຣະບິດາ​ເທິງ​ສະຫວັນ​ໄດ້​ພາ, ​ໄດ້​ນຳ, ​ແລະ ​ໄດ້​ເດີນ​ຄຽງ​ຂ້າງ​ທ່ານ ​ແລະ ດ້ວຍ​ຄວາມ​ຮູ້​ນັ້ນ, ທ່ານ​ຈະ​ກ້າວ​ເດີນ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ, ​ໂດຍຮູ້ວ່າ ທ່ານ​ບໍ່​ໄດ້​ຢູ່​ຕາມ​ລຳພັງ.

ພຣະບັນຍັດ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ເປັນ​ສິ່ງ​ສຳຄັນ​ຫລາຍ​ຢູ່​ໃນ​ຫໍ່​ດູ​ແລ. ​ແອວ​ມາ​ໄດ້​ປະກາດ​ວ່າ “ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນຄວາມ​ສຸກ​ເລີຍ.”3 ການ​ຍອມຮັບ​ການ​ປະພຶດ​ທີ່​ບໍ່​ເໝາະ​ສົມ ​ໂດຍ​ທີ່​ບໍ່​ດັດ​ແປງ​ດ້ວຍ​ຄວາມ​ຮັກ ​ເປັນ​ການ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ສະໜັບ​ສະໜູນ​ທີ່​ຜິດ ​ຊຶ່ງເປັນ​ຄວາມຄິດ​ໂດຍ​ທົ່ວ​ໄປ​ວ່າ ຄວາມ​ຊົ່ວ​ຮ້າຍ​ອາດ​ເປັນຄວາມ​ສຸກ​ອີ່ຫລີ. ຊາ​ມູ​ເອນຄົນ​ເລ​ມັນ​ໄດ້​ໂຕ້​ຖຽງ​ກ່ຽວ​ກັບ​ຄວາມ​ຄິດ​ນີ້​ວ່າ: “ພວກ​ທ່ານ​ສະ​ແຫວງຫາ​ຄວາມສຸກ​ໃນ​ການ​ສ້າງ​ຄວາມ​ຊົ່ວ​ຮ້າຍ, ຊຶ່ງ​ສິ່ງ​ເຫລົ່າ​ນີ້​ກົງກັນຂ້າມ​ກັບ​ທຳ​ມະ​ຊາດ​ຂອງ​ຄວາມ​ຊອບ​ທຳ ຊຶ່ງ​ມີ​ຢູ່​ໃນ​ທັງ​ສາມ​ພຣະອົງ ຜູ້​ຍິ່ງ​ໃຫຍ່ ​ແລະ ​ເປັນ​ນິລັນດອນ​ຂອງ​ພວກ​ເຮົາ.”4

ຜ່ານ​ທາງ​ສາດສະດາ​ທັງຫລາຍ​ຂອງ​ພຣະອົງ, ພຣະບິດາ​ເທິງ​ສະຫວັນ ​ໄດ້​ເຕືອນ​ເຮົາ​ເລື້ອຍໆ​ວ່າ ຄວາມ​ຊອບ​ທຳ​ເປັນຄວາມ​ສຸກ. ຍົກ​ຕົວຢ່າງ, ກະສັດ​ເບັນ​ຢາ​ມິນ, ​ໄດ້​ສອນ​ວ່າ ພຣະບິດາ​ເທິງ​ສະຫວັນ “ຕ້ອງການ​ໃຫ້​ພວກ​ທ່ານ​ກະທຳ​ຕາມ​ທີ່​ພຣະອົງ​ບັນຊາ​ພວກ​ທ່ານ​ໄວ້; ຖ້າ​ຫາກ​ພວກ​ທ່ານ​ເຮັດ​ຕາມ​ນີ້, ພຣະອົງ​ຈະ​ປະທານ​ພອນ​ໃຫ້​ພວກ​ທ່ານ​ໂດຍ​ທັນທີ.”5 ຈາກ​ເພງ​ສວດ​ອີກ​ເພງ​ໜຶ່ງ ກໍ​ມີ​ຄຳ​ເຕືອນ​ທີ່​ຄ້າຍຄື​ກັນນັ້ນ:

ຮັກສາ​ພຣະບັນຍັດ, ຮັກສາ​ພຣະບັນຍັດ!

ນີ້​ມີ​ຄວາມ​ປອດ​ໄພ​; ​ໃນ​ນີ້​ມີ​ສັນຕິ.

ພຣະອົງ​ຈະ​ສົ່ງ​ພອນ.6

​ຕອນ​ຂ້າພະ​ເຈົ້າ​ມີ​ອາຍຸເກືອບ 14 ປີ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພອນ​ບາງ​ຢ່າງ​ເຫລົ່າ​ນີ້. ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ການ​ປະພຶດ​ທີ່​ແຕກ​ຕ່າງຂອງ​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ. ຕາມ​ທີ່​ຂ້າພະ​ເຈົ້າ​ໄດ້​ສັງ​ເກດ, ຂ້າພະ​ເຈົ້າ​ໄດ້​ຖາມ​ວ່າ, “ພວກ​ເຮົາ​ຊິ​ໄປ​ເຜີຍ​ແຜ່​ບໍ?” ​ໃ​ບໜ້າ​ຂອງ​ແມ່​ຂ້າພະ​ເຈົ້າ ​ໄດ້​ຢືນຢັນ​ຄວາມ​ສົງ​ໄສ​ຂອງ​ຂ້າພະ​ເຈົ້າ. ຕໍ່​ມາ, ​ໃນ​ສະພາ​ຄອບຄົວ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ ກໍ​ໄດ້​ຍິນ​ວ່າ ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ຄວບຄຸມ​ເຂດ​ເຜີຍ​ແຜ່​ແຫ່ງ​ໜຶ່ງ.

ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ບ້ານ​ສວນ​ທີ່​ສວຍ​ງາມ​ ​ໃນ​ລັດ ​​ໄວ​ໂອ​ມິງ. ຈາກ​ມຸມ​ມອງ​ຂອງ​ຂ້າພະ​ເຈົ້າ​ແລ້ວ, ຊີວິດ​ກໍ​ສົມບູນ​ແບບ​ທຸກ​ຢ່າງ. ຂ້າພະ​ເຈົ້າກັບ​ມາ​ບ້ານ, ​ເຮັດ​ວຽກບ້ານ, ​ແລ້ວ​ໄປ​ລ່າ​ສັດ, ຕຶກເບັດ, ຫລື ​ໄປ​ເລາະ​ຫລິ້ນ​​ໃນ​ປ່າ​ກັບ​ໝາ.

ບໍ່​ດົນ ຫລັງ​ຈາກ​ໄດ້​ຍິນ​ກ່ຽວ​ກັບ​ການ​ເອີ້ນ, ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າຕ້ອງ​ໄດ້​ປະ ​ເຈົ້າບະລູ, ໝາ​ຂອງ​ຂ້າພະ​ເຈົ້າ​ໄປ. ຂ້າພະ​ເຈົ້າ​ໄດ້​ລົມ​ກັບ​ພໍ່, ວ່າ​ຂ້າພະ​ເຈົ້າຄວນ​ເຮັດ​ແນວ​ໃດ​ກັບ ​ເຈົ້າບະລູ​. ຂ້າພະ​ເຈົ້າຢາກ​ເນັ້ນ​ເຖິງ​ຄວາມບໍ່​ເປັນ​ທຳ ທີ່​ພຣະ​ເຈົ້າ​ໄດ້​ຮຽກຮ້ອງ. ຂ້າພະ​ເຈົ້າບໍ່​ເຄີຍ​ລືມ​ຄຳ​ຕອບ​ຂອງ​ພໍ່. ​ເພິ່ນ​ໄດ້​ເວົ້າວ່າ, “ພໍ່​ກໍ​ບໍ່​ແນ່​ໃຈ. ລາວຄົງ​ໄປ​ນຳພວກ​ເຮົາ​ບໍ່​ໄດ້. ສະນັ້ນລູກ​ຕ້ອງ​ທູນ​ຖາມ​ພຣະບິດາ​ເທິງ​ສະຫວັນ.” ນັ້ນບໍ່​ແມ່ນ​ຄຳ​ຕອບ​ທີ່​ຂ້າພະ​ເຈົ້າຢາກ​ໄດ້​ຍິນ.

ຂ້າພະ​ເຈົ້າ​ໄດ້​ເລີ່ມອ່ານ​ພຣະຄຳ​ພີ​ມໍ​ມອນ. ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຢ່າງ​ພາກ​ພຽນ ​ເພື່ອ​ຈະ​ໄດ້​ຮູ້​ຖ້າວ່າ ຂ້າພະ​ເຈົ້າຕ້ອງ​ໄດ້​​ເອົາ​ໝາໃຫ້​ຄົນ​ອື່ນ​ໄປ​ລ້ຽງ. ຄຳ​ຕອບ​ບໍ່​ໄດ້​ມາ​ເຖິງ​ທັນທີ; ​ແຕ່ມີ​ແນວ​ຄິດ​ໜຶ່ງ​ທີ່​ວົນວຽນ​ຢູ່​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ. “ຢ່າ​ເຮັດ​ໃຫ້​ພໍ່​ແມ່​ໜັກ​ໃຈ, ຢ່າ​ເຮັດ​ໃຫ້​ພໍ່​ແມ່​ໜັກ​ໃຈ. ​ເຮົາ​ໄດ້​ເອີ້ນ​ພໍ່​ແມ່​ຂອງ​ເຈົ້າ.”

ຂ້າພະ​ເຈົ້າຮູ້​ວ່າ ພຣະບິດາ​ເທິງ​ສະຫວັນ​ຮຽກຮ້ອງ​ສິ່ງ​ໃດ. ຄວາມ​ຮູ້​ນັ້ນ ບໍ່​ໄດ້​ບັນ​ເທົາ​ຄວາມ​ເຈັບ​ປວດ ທີ່​ຂ້າພະ​ເຈົ້າຕ້ອງ​ເອົາ​ໝາ​ໃຫ້​ຄົນ​ອື່ນ​ໄປ​ລ້ຽງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈາກ​ການ​ເສຍ​ສະລະ​ອັນ​ເລັກ​ນ້ອຍ​ນັ້ນ, ​ໃຈ​ຂອງ​ຂ້າພະ​ເຈົ້າ​ໄດ້​ອ່ອນ​ໂຍນ​ລົງ ​ແລະ ຂ້າພະ​ເຈົ້າ​ໄດ້​ພົບ​ສັນຕິ ​ໃນ​ການສະ​ແຫວງຫາ​ທີ່​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະບິດາ.

ຂ້າພະ​ເຈົ້າ​ໄດ້​ຂອບ​ພຣະ​ໄທ​ພຣະບິດາ​ເທິງ​ສະຫວັນ​ສຳລັບ​ພອນ ​ແລະ ຄວາມສຸກ ທີ່​ຂ້າພະ​ເຈົ້າພົບ​ເຫັນ ຜ່ານ​ທາງ​ພຣະຄຳ​ພີ, ການ​ອະທິຖານ, ພຣະວິນ​ຍານ​ບໍລິສຸດ, ​ແລະ ພໍ່​ຢູ່​ໃນ​ໂລກ​ທີ່​ມີຄ່າ​ຄວນ ຜູ້​ໄດ້​ຮັບ​ເອົາ​ບົດບາດ​ຂອງ​ເພິ່ນ ​ໃນ​ການ​ເປັນ​ຄູ​ສອນ​ຫລັກ​ທຳ​ພຣະກິດ​ຕິ​ຄຸນ ​ໃຫ້​ແກ່​ລູກໆ​ຂອງ​ເພິ່ນ. ທັງ​ໝົດ​ໄດ້ພາ, ​ໄດ້​ນຳ, ​ແລະ ​​ໄດ້ເດີນ​ຄຽງ​ຂ້າງ​ຂ້າພະ​ເຈົ້າ ​ເພື່ອ​ຊ່ວຍ​ຂ້າພະ​ເຈົ້າ​ໃຫ້​ພົບ​ເສັ້ນທາງ—​ໂດຍສະ​ເພາະ ຕອນ​ທີ່​ຂ້າພະ​ເຈົ້າຕ້ອງ​ຕັດສິນ​ໃຈ​ເຮັດ​ບາງ​ສິ່ງ​ທີ່​ຍາກ.

ນອກ​ເໜືອ​ໄປ​ຈາກການ​ໄດ້​ຮັບ​ສິ່ງ​ຕ່າງ​ໆທີ່ຢູ່​ໃນຫໍ່​ດູ​ແລ​ແລ້ວ ຊຶ່ງ​ຂ້າພະ​ເຈົ້າ​​ກ່າວ​ຜ່ານ​ມານັ້ນ, ​ເຮົາ​ແຕ່ລະຄົນ ກໍ​ໄດ້​ຮັບ​ພອນ​ຫລາຍ ​ໂດຍ​ມີ​ຜູ້ນຳ​ຖານະ​ປະ​ໂລຫິດ ນຳພາ​ເຮົາ.

ປະທານ​ບອຍ ເຄ ​ແພ໊ກ​ເກີ ​ໄດ້​ກ່າວ​ວ່າ: “ອະທິການ​ໄດ້​ຮັບ​ການ​ດົນ​ໃຈ! ​ເຮົາ​ແຕ່ລະຄົນ​​ມີ​ສິດ​ທີ່​ຈະ​ຮັບ​ເອົາ ຫລື ປະຕິ​ເສດ ຄຳ​ແນະນຳ​ຈາກ​ຜູ້ນຳ​ຂອງ​ເຮົາ, ​ແຕ່​ຢ່າ​ເມີນ​ເສີຍ​ຈາກ​ຄຳ​ແນະນຳ​ຂອງ​ອະທິການ​ຂອງ​ທ່ານ, ບໍ່​ວ່າ​ຈະ​ເປັນຈາກ​ແທ່ນ​ປາ​ໄສ ຫລື ​ເປັນ​ສ່ວນ​ຕົວ​ກໍ​ຕາມ.”7

ຜູ້​ຊາຍ​ເຫລົ່ານັ້ນ​ພະຍາຍາມ​ເປັນ​ຜູ້ຕາງໜ້າ​ໃຫ້​ພຣະຜູ້​ເປັນ​ເຈົ້າ. ບໍ່​ວ່າ​ເຮົາ​ຈະ​​ແກ່ ຫລື ​​ໜຸ່ມກໍ​ຕາມ, ​ເມື່ອ​ຊາຕາ​ນຢາກ​​ໃຫ້​ເຮົາ​ຄິດ​ວ່າ ບໍ່​ມີ​ຄວາ​ມຫວັງ​ອີກ​ແລ້ວ, ອະທິການ​ຈະ​ຢູ່​ທີ່​ນັ້ນ ​ເພື່ອ​ນຳພາ​ເຮົາ. ​ເມື່ອ​ກ່າວ​ກັບ​ອະທິການ​, ຂ້າພະ​ເຈົ້າ​ກໍ​ໄດ້​ຍິນ​ເລື່ອງ​ທີ່​ຄ້າຍຄື​ກັນ ກ່ຽວ​ກັບ​ການ​ສາລະ​ພາບ​​ເລື່ອງຄວາມ​ເຊື່ອ​ຟັງ ຫລື ການ​ຮັບ​ທຸກທໍລະມານ​ ຈາກ​ຄວາມ​ຜິດ​ອັນຮ້າຍ​ແຮງ​ຂອງ​ຄົນ​ອື່ນ. ອະທິການ​ກໍ​ຢາກ​ສະ​ແດງ​ຄວາມ​ຮັກຂອງ​ພຣະບິດາ​ເທິງ​ສະຫວັນ​ທັນທີ ຕໍ່​ບຸກຄົນ ​ແລະ ຢາກ​ເດີນ​ຄຽງ​ຂ້າງ​ເຂົາ​ເຈົ້າ​ໄປ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຊອກ​ຫາ​ທາງ​ກັບ​ບ້ານ.

ບາງທີ ສິ່ງ​ສຳຄັນ​ທີ່​ສຸດ ທີ່ຢູ່​ໃນ​ຫໍ່​ດູ​ແລ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແມ່ນ​ຖືກ​ບັນຍາຍ​ໄວ້ ຢູ່​ໃນ​ຂໍ້ຄວາມ​ເຫລົ່າ​ນີ້: “ເພາະວ່າ​ພຣະ​ເຈົ້າຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ.”8

​ໃນ​ການສິດ​ສອນ​ເຮົາ​ທຸກ​ສິ່ງ ທີ່​ເຮົາ​ຕ້ອງ​​ເຮັດ, ພຣະ​ເຢຊູ​ຄຣິດ ​ຈຶ່ງ​ໄດ້​ເດີນ​ອອກ​ໜ້າ ​ໂດຍ​ການ​ເປັນ​ຕົວຢ່າງ​ທີ່​ດີ​ພ້ອມ​ທຸກ​ຢ່າງ ​ເພື່ອ​​ໃຫ້​ເຮົາ​ພະຍາຍາມ​ເຮັດ​ຕາມ. ພຣະອົງ​ອ້ອນວອນ​ເຮົາ ພ້ອມ​ດ້ວຍ​ແຂນ​ທີ່​ເດ່​ອອກ​ມາ ​ເພື່ອ​ໃຫ້ຕິດຕາມ​ພຣະອົງ.9 ​ແລະ ​ເມື່ອ​ເຮົາບໍ່​ເດີນ​ຕາມ, ຊຶ່ງ​ເຮົາ​ທຸກ​ຄົນກໍ​ເຄີຍ​ກະທຳ, ພຣະອົງ​​ເຕືອນ​ເຮົາ​ວ່າ ພຣະອົງ​ເປັນ​ພຣະ​ເຈົ້າ, ​ໄດ້​ທົນ​ທຸກ​ທໍລະມານ​ກັບ​ສິ່ງ​ເຫລົ່າ​ນີ້​ແທນ​ທຸກ​ຄົນ, ​ເພື່ອ​ວ່າ​​ເຮົາຈະ​ບໍ່​ໄດ້​ທົນ​ທຸກ​ທໍລະ​ມານ​ຖ້າ​ຫາກ​​ເຮົາຈະ​ກັບ​ໃຈ.10

ຊ່າງ​ເປັນ​ຂອງ​ປະທານ​ທີ່​ປະ​ເສີດ​​ແທ້ໆ! ການ​ກັບ​ໃ​ຈ ບໍ່​​ແມ່ນການ​ລົງ​ໂທດ; ມັນ​​ແມ່ນ​ສິດທິ​ພິ​ເສດ ທີ່​ນຳພາ​ເຮົາ. ສະນັ້ນ​ແລ້ວ ພຣະຄຳ​ພີ​ຈຶ່ງ​ປະກາດ​ວ່າ ​ເຮົາ​ບໍ່​ຄວນ​ສິດສອນ​ສິ່ງ​ໃດ ນອກຈາກ​ການ​ກັບ​ໃຈ.11

ພຣະບິດາ​ເທິງ​ສະຫວັນ​ມີ​ແຫລ່ງຊ່ວຍ​ເຫລືອ​ຢ່າງ​ຫລວງຫລາຍ, ​ແຕ່​ສ່ວນ​ຫລາຍ​ແລ້ວ ພຣະອົງ​ຈະ​ໃຊ້​ບາງ​ຄົນ​ໃຫ້​ຊ່ວຍ​ເຫລືອ​ພຣະອົງ. ພຣະອົງ​ໃຫ້​ໂອກາດ​ເຮົາ​ທຸກ​ວັນ ​ເພື່ອ​ພາ, ​ເພື່ອນຳ, ​ແລະ ​ເພື່ອຍ່າງ​ຄຽງ​ຂ້າງ​ບາງ​ຄົນ ທີ່​ຂັດ​ສົນ. ​ເຮົາ​ຕ້ອງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ​ເຮົາ​ກໍ​ຄວນ​​ເຮັດ​ວຽກງານ​ຂອງ​ພຣະບິດາ​ເທິງ​ສະຫວັນ​ຄື​ກັນ.

​ໃນ​ຖານະ​ທີ່​ເປັນ​ຝ່າຍປະທານ​ໂຄງການ​ຊາຍ​ໜຸ່ມ​ສາມັນ, ພວກ​ເຮົາ​ຮູ້​ວ່າ ຊາວ​ໜຸ່ມ​ໄດ້​ຮັບ​ພອນ​ຫລາຍ ​ເມື່ອ​ມີ​ພໍ່​ແມ່ ​ແລະ ຜູ້ນຳ ​ທີ່ເຮັດ​ແທນ​ພຣະບິດາ​ເທິງ​ສະຫວັນ ​ໃນ​ການ​ພາ, ​ໃນ​ການ​ນຳ, ​ແລະ ​ໃນ​ການ​ເດີນ​ຄຽງ​ຂ້າງ​ເຂົາ​ເຈົ້າ. ຫລັກ​ທຳ​ສາມ​ຢ່າງ12 ທີ່​ຈະ​ຊ່ວຍ​ເຮົາ ​ໃຫ້​ກາຍ​ເປັນ​ພາກສ່ວນ​ໃນ​ຫໍ່​ດູ​ແລ​ຂອງ​ພຣະບິດາ​ເທິງສະຫວັນ​ໄດ້ ສຳລັບ​ຄົນ​ອື່ນ ​ຄື:

ໜຶ່ງ, ​ໃຫ້​ຢູ່​ກັບ​ຊາວ​ໜຸ່ມ​. ປະທານ​ເຮັນຣີ ບີ ​ໄອຣິງ ​ໄດ້​ເນັ້ນໜັກ​ຈຸດ​ນີ້​ວ່າ: “ມີ​ບາງ​ອັນ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ໃຫ້​ບັນລຸ​ຜົນສຳເລັດ​ຢ່າງ​ເຕັມ​ປ່ຽມ. ສິ່ງ​ທີ່​ໜັກ​ແໜ້ນ​ຫລາຍ​ກວ່າ​ຄຳ​ເວົ້າ​ໃນ​ການ​ສິດສອນ​ຂອງ​ພວກ​ເຮົາ ແມ່ນ​ການ​ເປັນ​ຕົວຢ່າງ​ຂອງ​ພວກ​ເຮົາ​ຕາມ​ການ​ໃຊ້​ຊີວິດ​ຕາມ​ຄຳ​ສອນ.”13 ​ໃນ​ການ​ນຳພາ​ຊາວ​ໜຸ່ມ ມັນຮຽກຮ້ອງ​ການ​ຢູ່​ກັບ​ເຂົາ​ເຈົ້າ. ການ​ອຸທິດ​ເວລາ ​ແມ່ນ​ການສະ​ແດງ​ອອກ​ເຖິງ​ຄວາມ​ຮັກ ທີ່​ໃຫ້​ເຮົາ​ສິດສອນ ​ໂດຍ​ວາຈາ ​ແລະ ຕົວຢ່າງ.

ສອງ, ​​ເພື່ອນຳພາ​ຊາວ​ໜຸ່ມ​ແທ້ໆ, ​ເຮົາ​ຕ້ອງ​ຕິດ​ຕໍ່​ເຂົາ​ເຈົ້າ​ກັບ​ສະຫວັນ. ​ສ່ວນ​ຫລາຍເວລາ​​ຈະ​ມາ​ເຖິງ ​ຕອນ​ຢືນ​ຢູ່​ຄົນ​ດຽວ. ພຽງ​ແຕ່​ພຣະບິດາ​ເທິງ​ສະຫວັນ​ເທົ່າ​ນັ້ນ ທີ່​ສາມາດ​ຢູ່​ນຳ ​ເພື່ອ​ນຳພາ​ໃນ​ທຸກ​ເວລາ ​ແລະ ​ໃນ​ທຸກ​ບ່ອນ. ຊາວ​ໜຸ່ມ​ຕ້ອງ​ຮູ້​ວິທີ​ທີ່​ຈະ​ສະ​ແຫວງຫາ​ການ​ນຳພາ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ສາມ, ​ເຮົາ​ຕ້ອງ​ປ່ອຍ​ໃຫ້​ຊາວ​ໜຸ່ມ​ນຳພາ. ​ເຊັ່ນ​ດຽວ​ກັບ​ພໍ່​ແມ່​ທີ່​ຮັກລູກ ຈະ​ຈູງ​ມື​ລູກ​ທີ່ຮຽນ​ຍ່າງ, ​ເຮົາ​ຕ້ອງ​ປ່ອຍ​​ເຂົາ​ເຈົ້າ ​ເພື່ອ​ຊາວໜຸ່ມຈະ​ກ້າວໜ້າ. ​ໃນ​ການ​ອະນຸຍາດ​ໃຫ້​ຊາວ​ໜຸ່ມນຳພາ ມັນຮຽກຮ້ອງ​ຄວາມ​ອົດທົນ ​ແລະ ຄວາມ​ຮັກ. ມັນ​ຍາກ ​ແລະ ​ໃຊ້​ເວລາ​ຫລາຍ​ກວ່າ ​ທີ່ເຮົາ​ເຮັດ​ດ້ວຍ​ຕົວ​ເອງ. ​ເຂົາ​ເຈົ້າອາດ​ສະດຸດ​ລົ້ມຢູ່​ໃນ​ເສັ້ນທາງ, ​ແຕ່​ເຮົາ​ຍ່າງ​ຄຽງ​ຂ້າງ​ເຂົາ​ເຈົ້າ.

ອ້າຍ​ນ້ອງ​ທັງຫລາຍ, ຈະ​ມີ​ເວລາ​ໃນ​ຊີວິດ​ຂອງ​ເຮົາ ​ເມື່ອ​ພອນ​ແຫ່ງ​ການ​ນຳພາ ​ເບິ່ງ​ຄື​ວ່າ​ຢູ່​ໄກ ຫລື ຂາດ​ໄປ. ​ໃນ​ເວລາ​ທີ່​ເຈັບ​ປວດ​ນັ້ນ, ​ແອວ​ເດີ ດີ  ທອດ ຄຣິສ​ໂຕ​ເຟີ​ສັນ ​ໄດ້​ສັນຍາ​ວ່າ: “ຂໍ​ໃຫ້​ພັນທະ​ສັນຍາ​ຂອງ​ທ່ານ​ສຳຄັນ​ທີ່​ສຸດ ​ແລະ ຂໍ​ໃຫ້ການ​ເຊື່ອ​ຟັງ​ຂອງ​ທ່ານ​ຊື່​ຕົງ. ​ແລ້ວ​ທ່ານ​ຈະ​ສາມາດ​ທູນ​ຂໍ​ດ້ວຍ​ສັດທາ, ບໍ່​ຫວັ່ນ​ໄຫວ, ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ທ່ານ, ​ແລະ ພຣະ​ເຈົ້າຈະ​ຕອບ. ພຣະອົງ​ຈະ​ຄ້ຳຊູ​ທ່ານ​ເມື່ອ​ທ່ານ​ທຳ​ງານ ​ແລະ ​ເບິ່ງ. ​ໃນ​ເວລາ​ຂອງ​ພຣະ​ອົງ​ເອງ, ພຣະອົງ​ຈະ​ເດ່​ພຣະຫັດ​ອອກ​ມາ​ຫາ​ທ່ານ ກ່າວ​ວ່າ, ‘ເຮົາ​ຢູ່​ນີ້​ເດ້.’”14

​ໃນ​ເວລາ​ເຊັ່ນນັ້ນ, ຂ້າພະ​ເຈົ້າ​ໄດ້​ສະ​ແຫວງຫາ​ຄຳ​ແນະນຳ​ຈາກ​ພຣະບິດາ​ເທິງ​ສະຫວັນ ຜ່ານ​ການ​ອະທິຖານ​​ເລື້ອຍໆ ​ແລະ ຈິງ​ໃຈ ຫລາຍ​ກວ່າ​ໜຶ່ງ​ປີ ​ເພື່ອ​ຊອກ​ຫາ​ຄຳ​ຕອບ​​ໃຫ້​ແກ່​ສະພາບ​ການ​ທີ່​ຫຍຸ້ງຍາກ. ຂ້າພະ​ເຈົ້າຮູ້​ຢ່າງ​ມີ​ເຫດຜົນ​ວ່າ ພຣະບິດາ​ເທິງ​ສະຫວັນ​ຕອບ​ຄຳ​ອະທິຖານ​ທີ່​ຈິງ​ໃຈ​ທັງ​ໝົດ. ​ແຕ່ມື້ໜຶ່ງ ຂ້າພະ​ເຈົ້າຕ້ອງການ​ຄຳ​ຕອບ​ຫລາຍ​ທີ່​ສຸດ, ຂ້າພະ​ເຈົ້າຈຶ່ງ​ໄດ້​ໄປ​ພຣະວິຫານ ດ້ວຍ​ຄຳ​ຖາມ​ນີ້: “ພຣະບິດາ​​ເຈົ້າ​ເອີຍ, ພຣະອົງ​​ເປັນ​ຫ່ວງ​ເປັນ​​ໃຍ​ແທ້ໆ​ບໍ?”

ຂ້າພະ​ເຈົ້າ​ໄດ້​ນັ່ງ​ຢູ່​ໃກ້​ແຈ​ຫ້ອງ​ນັ່ງ​ລໍຖ້າ​ ຢູ່​ໃນ​ພຣະວິຫານ​ໂລ​ແກນ ຢູທາ ​ເມື່ອ, ດ້ວຍ​ຄວາມ​ປະຫລາດ​ໃຈ, ຜູ້​ທີ່​ເຂົ້າ​ໄປ​ໃນ​ຫ້ອງ​ໃນ​ມື້ນັ້ນ ​ແມ່ນ​ປະທານວອນ ເຈ ​​ແຟ​ເຕີ​ສະ​ໂຕນ, ​ຊຶ່ງເປັນເພື່ອນ​ທີ່​ໃກ້ຊິດ​ກັບ​ຄອບຄົວ. ​ເພິ່ນ​ໄດ້​ຢືນ​ຂຶ້ນຢູ່​ຕໍ່ໜ້າຜູ້​ມາ​ຮ່ວມ ​ແລະ ​ໄດ້​ຕ້ອນຮັບ​ທຸກ​ຄົນ. ​ເມື່ອ​ເພິ່ນ​ໄດ້​​ເຫັນ​ຂ້າພະ​ເຈົ້າຢູ່​ໃນ​ບັນດາ​ຜູ້​ມາກະທຳ​ພິທີ, ​ເພິ່ນ​ໄດ້​ຢຸດ​ເວົ້າ, ຈ້ອງ​ມອງ​ເບິ່ງ​ຂ້າພະ​ເຈົ້າ, ​ແລ້ວ​ເວົ້າວ່າ, “ບຣາເດີ ບຣັບ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ ທີ່​ເຫັນ​ທ່ານ​ມາ​ພຣະວິຫານ​ມື້​ນີ້.”

ຂ້າພະ​ເຈົ້າບໍ່​ເຄີຍ​ລືມ​ຄວາມ​ຮູ້ສຶກ​ ​ໃນ​ເວລາ​ທີ່​ລຽບ​ງ່າຍ​ນັ້ນ. ມັນ​ຄື​ກັນ​ກັບ​ວ່າ—​ໃນ​ການ​ທັກ​ທາຍ​ນັ້ນ—ພຣະບິດາ​ເທິງ​ສະຫວັນ ​ໄດ້​ເດ່​ພຣະຫັດ​ອອກ​ມາ ​ແລະ ກ່າວ​ວ່າ, “ເຮົາ​ຢູ່​ນີ້​ເດ້.”

ພຣະບິດາ​ເທິງ​ສະຫວັນ​ເປັນ​ຫ່ວງ​ເປັນ​​ໃຍ​ແທ້ໆ ​ແລະ ຟັງ ​ແລະ ຕອບ ຄຳ​ອະທິຖານ​ຂອງ​ລູກ​ແຕ່ລະຄົນ.15 ​ໃນ​ຖານະ​ທີ່​ເປັນ​ລູກ​ຄົນ​ໜຶ່ງ​ຂອງ​ພຣະອົງ, ຂ້າພະ​ເຈົ້າຮູ້​ວ່າ ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ມາ​ເຖິງ​ ​ໃນເວລາ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ແລະ ຜ່ານປະສົບ​ການ​ນັ້ນ, ຂ້າພະ​ເຈົ້າ​ເຂົ້າ​ໃຈ​ຫລາຍ​ກວ່າ ທີ່​ຜ່ານ​ມາ​ວ່າ ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ​ແລະ ວ່າ​ພຣະອົງ​ໄດ້​ສົ່ງ​ເຮົາ​ມາ​ນີ້ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຮູ້ສຶກ​ເຖິງ​ທີ່​ປະ​ທັບ​ຂອງ​ພຣະອົງ​ໃນ​ເວລາ​ນີ້ ​ແລະ ກັບ​ໄປ​ຢູ່​ນຳ​ພຣະອົງ ​ໃນ​ມື້ໜຶ່ງ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະບິດາ​ເທິງ​ສະຫວັນ ພາ​ເຮົາ, ນຳ​ເຮົາ, ​ແລະ ຍ່າງ​ຄຽງ​ຂ້າງ​ເຮົາ. ​ເມື່ອ​ເຮົາ​ຕິດຕາມ​ພຣະບຸດ​ຂອງ​ພຣະອົງ ​ແລະ ​ເຊື່ອ​ຟັງ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ, ອັກຄະ​ສາວົກ ​ແລະ ສາດສະດາ, ​ແລ້ວ​ເຮົາ​ຈະ​ພົບ​ທາງ​ໄປ​ສູ່​ຊີວິດ​ນິລັນດອນ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.