ລຸ້ນທີ່ສາມາດຕ້ານທານກັບຄວາມບາບໄດ້
ເມື່ອທ່ານສອນ, ນຳພາ, ແລະ ຮັກລູກໆໃນວິທີທາງຂອງພຣະຜູ້ຊ່ວຍໃຫ້ລອດ, ທ່ານຈະສາມາດໄດ້ຮັບການເປີດເຜີຍສ່ວນຕົວ ທີ່ຈະຊ່ວຍທ່ານໄດ້ໃນການສ້າງ ແລະ ການໃຫ້ອາວຸດປ້ອງກັນແກ່ລູກໆຜູ້ກ້າຫານ ແລະ ຕ້ານທານກັບຄວາມບາບເຫລົ່ານັ້ນ.
ເມື່ອປີເຄິ່ງທີ່ຜ່ານມານີ້, ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວເຖິງຄວາມຈຳເປັນ “ທີ່ຈະສອນ ແລະ ສ້າງຄົນໃຫ້ເປັນລຸ້ນທີ່ສາມາດຕ້ານທານກັບຄວາມບາບໄດ້.”1 ສຳນວນນັ້ນ ທີ່ວ່າ—“ລຸ້ນທີ່ສາມາດຕ້ານທານກັບຄວາມບາບໄດ້”—ມີຄວາມໝາຍຫລາຍ ທາງວິນຍານສຳລັບຂ້າພະເຈົ້າ.
ເຮົາໃຫ້ກຽດເດັກນ້ອຍ ຜູ້ພະຍາຍາມທີ່ຈະດຳລົງຊີວິດທີ່ບໍລິສຸດ ແລະ ເຊື່ອຟັງ. ຂ້າພະເຈົ້າໄດ້ເຫັນຄວາມເຂັ້ມແຂງຂອງເດັກນ້ອຍທັງຫລາຍ ຕະຫລອດທົ່ວໂລກ. ພວກເຂົາຢືນຢູ່ຢ່າງທຸ່ນທ່ຽງ, “ແນ່ວແນ່ ແລະ ບໍ່ຫວັ່ນໄຫວ”2 ຢູ່ໃນສະຖານະການ ແລະ ສະພາບແວດລ້ອມອັນທ້າທາຍທີ່ແຕກຕ່າງກັນ. ເດັກນ້ອຍເຫລົ່ານີ້ເຂົ້າໃຈເອກະລັກແຫ່ງສະຫວັນຂອງພວກເຂົາ, ຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນທີ່ມີຕໍ່ພວກເຂົາ, ແລະ ສະແຫວງຫາທີ່ຈະເຊື່ອຟັງພຣະປະສົງຂອງພຣະອົງ.
ເຖິງຢ່າງໃດກໍຕາມ, ຍັງມີເດັກນ້ອຍທີ່ດີ້ນລົນທີ່ຈະຢືນຢູ່ຢ່າງ “ແນ່ວແນ່ ແລະ ບໍ່ຫວັ່ນໄຫວ” ແລະ ຜູ້ທີ່ມີຈິດໃຈທີ່ຮູ້ສຶກໄວ ແຕ່ກໍໄດ້ຮັບບາດເຈັບ.3 ພວກເຂົາຖືກໂຈມຕີຈາກທຸກໆດ້ານໂດຍ “ລູກສອນໄຟທັງໝົດຂອງມານຊົ່ວຮ້າຍ”4 ແລະ ຕ້ອງການ ການເສີມສ້າງກຳລັງ ແລະ ການຊ່ວຍເຫລືອ. ພວກເຂົາເປັນປັດໃຈທີ່ຊຸກຍູ້ເຮົາ ໃຫ້ຢືນຂຶ້ນເປັນພາກສ່ວນ ແລະ ຕໍ່ສູ້ໃນສົງຄາມເພື່ອຕ້ານທານຄວາມບາບ ໃນຄວາມພະຍາຍາມຂອງເຮົາທີ່ຈະນຳລູກໆຂອງເຮົາໃຫ້ມາສູ່ພຣະຄຣິດ.
ຂໍໃຫ້ຟັງຖ້ອຍຄຳຂອງ ແອວເດີ ບຣູສ໌ ອາ ມັກຄອງກີ ເກືອບ 43 ປີທີ່ຜ່ານມາ ທີ່ວ່າ:
“ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກ, ເຮົາມີພາກສ່ວນຢູ່ໃນການສູ້ຮົບທີ່ຍິ່ງໃຫຍ່. ເຮົາກຳລັງຢູ່ໃນສົງຄາມ. ເຮົາໄດ້ເຂົ້າຮ່ວມໃນອຸດົມການຂອງພຣະຄຣິດ ທີ່ຕໍ່ສູ້ກັບລູຊິເຟີ. …
“ເຮົາຢູ່ໃນສົງຄາມທີ່ດຳເນີນຕໍ່ໄປຢ່າງຮ້າຍແຮງໃນທຸກໆດ້ານ ແລະ ເປັນໂຊກຮ້າຍທີ່ກໍ່ໃຫ້ເກີດການບາດເຈັບຢ່າງຫລວງຫລາຍ, ບາງເທື່ອກໍອັນຕະລາຍຈົນເຖິງຕາຍ, ນີ້ບໍ່ໄດ້ເປັນເລື່ອງໃໝ່. ...
“ບັດນີ້ຈະບໍ່ມີຄົນກາງ ແລະ ຈະເປັນຄົນກາງບໍ່ໄດ້ອີກຕໍ່ໄປແລ້ວ ໃນສົງຄາມນີ້.”5
ໃນວັນເວລານີ້ ສົງຄາມນັ້ນກໍກ້າວໄປໜ້າດ້ວຍຄວາມຮຸນແຮງທີ່ມີຫລາຍຂຶ້ນ. ການສູ້ຮົບນີ້ກໍສຳພັດເຮົາທຸກຄົນ, ແລະ ລູກໆຂອງເຮົາກໍຢູ່ດ້ານໜ້າ ຮັບມືກັບກຳລັງທີ່ກົງກັນຂ້າມ. ສະນັ້ນ, ຄວາມຕ້ອງການນັ້ນກໍມີຫລາຍຂຶ້ນ ສຳລັບເຮົາທີ່ຈະເສີມກຳລັງໃຫ້ແກ່ຍຸດທະວິທີທາງວິນຍານຂອງເຮົາ.
ການເສີມກຳລັງໃຫ້ລູກໆຂອງເຮົາໃຫ້ກາຍເປັນລຸ້ນຄົນທີ່ສາມາດຕ້ານທານກັບຄວາມບາບໄດ້ ເປັນວຽກງານ ແລະ ເປັນພອນໃຫ້ແກ່ພໍ່ແມ່, ປູ່ຍ່າຕາຍາຍ, ສະມາຊິກໃນຄອບຄົວ, ຄູສອນ, ແລະ ຜູ້ນຳ. ເຮົາແຕ່ລະຄົນມີໜ້າທີ່ຮັບຜິດຊອບທີ່ຈະຊ່ວຍເຫລືອ. ເຖິງຢ່າງໃດກໍຕາມ, ພຣະຜູ້ເປັນເຈົ້າໄດ້ແນະນຳ ພໍ່ແມ່ ໂດຍສະເພາະ ໃຫ້ສິດສອນລູກໆຂອງເຂົາເຈົ້າ ໃຫ້ເຂົ້າໃຈຄຳສອນເລື່ອງການກັບໃຈ, ການມີສັດທາໃນພຣະຄຣິດ ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ແລະ ເລື່ອງການຮັບບັບຕິສະມາ ແລະ ຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ” ແລະ “ໃຫ້ອະທິຖານ, ແລະ ເດີນໄປຢ່າງພູມໃຈຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.”6
ການລ້ຽງດູລູກໆ [ຂອງເຮົາ] ໃນຄວາມສະຫວ່າງ ແລະ ຄວາມຈິງ7 ອາດເປັນຄຳຖາມທີ່ທ້າທາຍ ເພາະມັນຖືກຈັດຂຶ້ນໂດຍສະເພາະສຳລັບຄອບຄົວ ແລະ ເດັກນ້ອຍແຕ່ລະຄົນ, ແຕ່ພຣະບິດາເທິງສະຫວັນໄດ້ປະທານການຊີ້ນຳທີ່ກ່ຽວພັນກັບທຸກຄົນທີ່ຈະຊ່ວຍເຮົາ. ພຣະວິນຍານຈະດົນໃຈເຮົາ ໃນວິທີທາງທີ່ມີປະສິດທິພາບທີ່ສຸດ ເພື່ອເຮົາຈະສາມາດຕຽມລູກໆຂອງເຮົາໄດ້ທາງວິນຍານ.
ເພື່ອຈະເລີ່ມຕົ້ນ, ການມີຄວາມເຂົ້າໃຈເຖິງຄວາມສຳຄັນຂອງໜ້າທີ່ຮັບຜິດຊອບນັ້ນແມ່ນສຳຄັນຫລາຍ. ເຮົາຕ້ອງເຂົ້າໃຈເອກະລັກ ແລະ ຈຸດປະສົງແຫ່ງສະຫວັນຂອງເຮົາ—ແລະ ຂອງພວກເຂົາ—ກ່ອນທີ່ເຮົາຈະສາມາດຊ່ວຍລູກໆຂອງເຮົາໃຫ້ເຫັນວ່າພວກເຂົາເປັນ ໃຜ ແລະ ວ່າ ເປັນຫຍັງ ພວກເຂົາມາຢູ່ນີ້. ເຮົາຕ້ອງຊ່ວຍພວກເຂົາໃຫ້ຮູ້ ປາດສະຈາກຄວາມສົງໄສວ່າ ພວກເຂົາເປັນບຸດ ແລະ ທິດາຂອງພຣະບິດາເທິງສະຫວັນທີ່ຊົງຮັກ ແລະ ວ່າພຣະອົງມີຄວາມຄາດໝາຍແຫ່ງສະຫວັນຫຍັງແດ່ຈາກພວກເຂົາ.
ສອງ, ການເຂົ້າໃຈພຣະກິດຕິຄຸນຂອງການກັບໃຈກໍສຳຄັນຕໍ່ການຕ້ານທານກັບຄວາມບາບ. ການຕ້ານທານກັບຄວາມບາບ ບໍ່ໄດ້ໝາຍຄວາມວ່າເຮົາບໍ່ມີບາບ, ແຕ່ມັນກ່ຽວພັນກັບການກັບໃຈຢ່າງຕໍ່ເນື່ອງ, ເອົາໃຈໃສ່ ແລະ ມີຄ່າຄວນ. ບາງທີການຕ້ານທານກັບຄວາມບາບຈະມີມາ ດັ່ງພອນຈາກການຕ້ານທານກັບຄວາມບາບເທື່ອແລ້ວເທື່ອອີກ. ດັ່ງທີ່ຢາໂກໂບໄດ້ກ່າວວ່າ, “ຈົ່ງຕໍ່ສູ້ກັບມານ ແລ້ວມັນຈະໜີຈາກພວກເຈົ້າໄປ.”8
ກອງທະຫານໜຸ່ມ “ເປັນຄົນກ້າຫານທີ່ສຸດ … ; ແຕ່ຈົ່ງເບິ່ງ, ນີ້ຍັງບໍ່ໝົດ—ພວກເຂົາ ... ເປັນຄົນເອົາການເອົາງານຢູ່ຕະຫລອດເວລາ ບໍ່ວ່າອັນໃດກໍຕາມທີ່ພວກເຂົາໄດ້ຮັບມອບໝາຍ; ແທ້ຈິງແລ້ວ, ... ພວກເຂົາໄດ້ຮັບການສິດສອນໃຫ້ຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ໃຫ້ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະອົງ.”9 ຊາຍໜຸ່ມເຫລົ່ານີ້ໄດ້ອອກໄປຕໍ່ສູ້ໃນສົງຄາມ ໂດຍການຈັບເອົາຄຸນນະທຳເໝືອນດັ່ງພຣະຄຣິດ ໄປເປັນອາວຸດເພື່ອຕໍ່ຕ້ານສັດຕູຂອງພວກເຂົາ. ປະທານທອມມັສ ແອັສ ມອນສັນ ເຕືອນໃຈເຮົາວ່າ “ເຮົາຈະຖືກເອີ້ນໃຫ້ມີຄວາມກ້າຫານເລື້ອຍໆ. ທຸກມື້ເຮົາຕ້ອງມີຄວາມກ້າຫານ—ບໍ່ແມ່ນແຕ່ໃນໂອກາດທີ່ໃຫຍ່ໂຕເທົ່ານັ້ນ, ແຕ່ສ່ວນຫລາຍແມ່ນຕອນທີ່ເຮົາຕ້ອງຕັດສິນໃຈ ຫລື ປະເຊີນກັບສະພາບການທີ່ເກີດຂຶ້ນຢູ່ອ້ອມຮອບເຮົາ.”10
ລູກໆຂອງເຮົາສວມໃສ່ເຄື່ອງປ້ອງກັນຕົວທາງວິນຍານ ຂະນະທີ່ພວກເຂົາຈັດແບບແຜນຂອງການເປັນສານຸສິດທຸກໆມື້ຢ່າງເປັນສ່ວນຕົວ. ບາງທີເຮົາກໍຈະປະໝາດຄວາມສາມາດຂອງລູກໆຂອງເຮົາ ທີ່ຈະເຂົ້າໃຈຄຳສອນຂອງການເປັນສານຸສິດທຸກໆວັນ. ປະທານເຮັນຣີ ບີ ໄອຣິງ ໄດ້ແນະນຳເຮົາໃຫ້ “ເລີ່ມສອນລູກໆຕັ້ງແຕ່ຕົ້ນ ແລະ ສອນໄປຕະຫລອດຊີວິດຂອງພວກເຂົາ.”11 ສະນັ້ນ ຈຸດສຳຄັນທີສາມ ທີ່ຈະຊ່ວຍລູກໆໃຫ້ກາຍເປັນຄົນທີ່ຕ້ານທານກັບຄວາມບາບໄດ້ ແມ່ນທີ່ຈະເລີ່ມຕົ້ນຕັ້ງແຕ່ໄວອ່ອນໆ ເພື່ອຈະສັ່ງສອນຄຳສອນ ແລະ ຫລັກທຳຂັ້ນພື້ນຖານ—ຈາກພຣະຄຳພີ, ຫລັກແຫ່ງຄວາມເຊື່ອ, ປຶ້ມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ເພງປະຖົມໄວ, ເພງສວດ, ແລະ ປະຈັກພະຍານສ່ວນຕົວຂອງເຮົາເອງ—ທີ່ຈະນຳພາລູກໆໄປຫາພຣະຜູ້ຊ່ວຍໃຫ້ລອດ.
ການສ້າງນິໄສທີ່ສະໝ່ຳສະເໝີຂອງການອະທິຖານ, ການສຶກສາພຣະຄຳພີ, ການສັງສັນໃນຄອບຄົວ, ແລະ ການນະມັດສະການໃນວັນອາທິດຈະນຳໄປສູ່ຄວາມສົມບູນ, ຄວາມສະໝ່ຳສະເໝີພາຍໃນຕົວ, ແລະ ຄຸນນະທຳທາງສິນທຳ—ອີກຄວາມໝາຍໜຶ່ງກໍຄື, ຄຸນນະທຳທາງວິນຍານ. ໃນໂລກຍຸກສະໄໝໃໝ່ນີ້, ບ່ອນທີ່ຄຸນນະທຳໄດ້ສູນຫາຍໄປແລ້ວ, ລູກໆຂອງເຮົາສົມຄວນຈະເຂົ້າໃຈວ່າ ສິ່ງໃດຄືຄຸນນະທຳທີ່ແທ້ຈິງ ແລະ ວ່າເປັນຫຍັງມັນຈຶ່ງສຳຄັນຫລາຍ—ໂດຍສະເພາະໃນຂະນະທີ່ເຮົາຕຽມພວກເຂົາໃຫ້ເຮັດ ແລະ ຮັກສາພັນທະສັນຍາສັກສິດຕອນບັບຕິສະມາ ແລະ ໃນພຣະວິຫານ. ດັ່ງທີ່ປຶ້ມ, ຈົ່ງສອນພຣະກິດຕິຄຸນຂອງເຮົາ ສອນວ່າ, “ການຮັກສາຄຳໝັ້ນສັນຍາຕຽມຄົນ [ຮ່ວມທັງຜູ້ຄົນທີ່ຍັງນ້ອຍໆ] ໃຫ້ເຮັດ ແລະ ຮັກສາພັນທະສັນຍາອັນສັກສິດຕ່າງໆ.”12
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສອນວ່າ, “ເມື່ອເຮົາກ່າວເຖິງການຮັກສາພັນທະສັນຍາ, ເຮົາກໍກ່າວເຖິງຈຸດປະສົງທີ່ສຳຄັນທີ່ສຸດໃນຊີວິດມະຕະ.”13 ມັນມີພະລັງທີ່ບໍ່ທຳມະດາໃນການເຮັດ ແລະ ການຮັກສາພັນທະສັນຍາກັບພຣະບິດາເທິງສະຫວັນຂອງເຮົາ. ຜູ້ປໍລະປັກຮູ້ເລື່ອງນີ້, ສະນັ້ນມັນຈຶ່ງໄດ້ເຮັດໃຫ້ການເຮັດພັນທະສັນຍາສັບສົນໃນຄວາມຄິດຂອງຄົນ.14 ການຊ່ວຍໃຫ້ລູກໆເຂົ້າໃຈ, ເຮັດ, ແລະ ຮັກສາພັນທະສັນຍາສັກສິດກໍເປັນຈຸດສຳຄັນອີກຢ່າງໜຶ່ງໃນການສ້າງລຸ້ນທີ່ຕ້ານທານກັບຄວາມບາບໄດ້.
ເຮົາຈະຕຽມລູກໆຂອງເຮົາໃຫ້ເຮັດ ແລະ ຮັກສາພັນທະສັນຍາອັນສັກສິດໄດ້ແນວໃດ ຂະນະທີ່ພວກເຂົາເຂົ້າໄປ ແລະ ກ້າວໄປໜ້າໃນເສັ້ນທາງຂອງພັນທະສັນຍາ? ການສອນລູກໆໃຫ້ຮັກສາຄຳສັນຍາອັນງ່າຍໆ ເມື່ອພວກເຂົາຍັງນ້ອຍຈະຊ່ວຍໃຫ້ພວກເຂົາມີພະລັງທີ່ຈະຮັກສາພັນທະສັນຍາທີ່ສັກສິດຕໍ່ໄປເມື່ອພວກເຂົາໃຫຍ່ຂຶ້ນ.
ຂ້າພະເຈົ້າຂໍແບ່ງປັນຕົວຢ່າງງ່າຍໆຢ່າງໜຶ່ງ: ຢູ່ໃນການສັງສັນໃນຄອບຄົວ, ພໍ່ຄົນໜຶ່ງໄດ້ຖາມວ່າ, “ພວກເຮົາປອງດອງກັນແນວໃດໃນຄອບຄົວຂອງພວກເຮົາ?” ນາງລິຊີ ອາຍຸຫ້າປີໄດ້ຈົ່ມວ່າ ອ້າຍຂອງນາງ, ທ້າວແຄເວັນ, ໄດ້ຢອກນາງຫລາຍ ແລະ ເຮັດໃຫ້ນາງເສຍໃຈ. ທ້າວແຄເວັນຝືນໃຈຍອມຮັບວ່າ ນາງລິຊີ ເວົ້າຖືກແລ້ວ. ແມ່ຂອງທ້າວແຄເວັນ ໄດ້ຖາມລາວວ່າ ລາວຈະເຮັດຫຍັງໄດ້ແດ່ ເພື່ອຈະບໍ່ຜິດຖຽງກັບນ້ອງສາວຂອງລາວ. ທ້າວແຄເວັນ ໄດ້ຄິດ ແລະ ໄດ້ຕັດສິນໃຈວ່າ ລາວຈະສັນຍາກັບ ນາງລິຊີ ວ່າ ລາວຈະບໍ່ຢອກນ້ອງພາຍໃນໜຶ່ງມື້.
ໃນທ້າຍມື້ຕໍ່ມາ ເມື່ອທຸກຄົນໃນຄອບຄົວໄດ້ມາເຕົ້າໂຮມກັນສຳລັບການອະທິຖານ, ພໍ່ຂອງທ້າວແຄເວັນ ໄດ້ຖາມ ທ້າວແຄເວັນ ວ່າເລື່ອງລາວເປັນຈັ່ງໃດ. ທ້າວແຄເວັນ ໄດ້ຕອບພໍ່ວ່າ, “ພໍ່ເອີຍ, ລູກໄດ້ຮັກສາຄຳສັນຍານັ້ນ!” ນາງລິຊີ ກໍໄດ້ເຫັນພ້ອມດ້ວຍຄວາມສຸກໃຈ, ແລະ ຄອບຄົວກໍໄດ້ສະແດງຄວາມຍິນດີກັບ ທ້າວແຄເວັນ.
ແລ້ວແມ່ຂອງ ທ້າວແຄເວັນ ໄດ້ແນະນຳວ່າ ຖ້າຫາກລາວສາມາດຮັກສາຄຳສັນຍາໄດ້ໜຶ່ງມື້, ເປັນຫຍັງລາວຈຶ່ງບໍ່ລອງເຮັດເບິ່ງຈັກສອງມື້? ທ້າວແຄເວັນ ກໍໄດ້ຕົກລົງຈະພະຍາຍາມອີກ. ສອງມື້ໄດ້ຜ່ານໄປ, ແລະ ທ້າວແຄເວັນ ກໍຮັກສາຄຳສັນຍາຂອງລາວໄດ້ດີ, ແລະ ນາງລິຊີ ແຮ່ງດີໃຈຫລາຍ! ເມື່ອພໍ່ຂອງລາວໄດ້ຖາມວ່າ ເປັນຫຍັງລາວຈຶ່ງຮັກສາຄຳສັນຍາຂອງລາວໄດ້ດີແທ້, ທ້າວແຄເວັນ ໄດ້ຕອບພໍ່ວ່າ, “ລູກໄດ້ຮັກສາຄຳສັນຍາ ເພາະວ່າລູກເວົ້າວ່າລູກຈະເຮັດດັ່ງນັ້ນເດ້.”
ການຮັກສາຄຳສັນຍາເທື່ອລະເລັກເທື່ອລະນ້ອຍ ຢ່າງຕໍ່ເນື່ອງຈະນຳໄປສູ່ຄວາມຊື່ສັດ. ການປະຕິບັດຂອງການຮັກສາຄຳສັນຍາຢ່າງສະໝ່ຳສະເໝີ ເປັນການຕຽມພ້ອມທາງວິນຍານ ສຳລັບລູກໆທີ່ຈະໄດ້ຮັບພັນທະສັນຍາຄັ້ງທຳອິດຂອງການຮັບບັບຕິສະມາ ແລະ ຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ຕອນທີ່ພວກເຂົາເຮັດພັນທະສັນຍາວ່າຈະຮັບໃຊ້ພຣະເຈົ້າ ແລະ ຮັກສາພຣະບັນຍັດຂອງພຣະອົງ.15 ຄຳສັນຍາ ແລະ ພັນທະສັນຍາຄົງຢູ່ ຄຽງຄູ່ກັນໄປ.
ໃນພຣະທຳດານີເອນ ເຮົາຮຽນຮູ້ເຖິງ ຊັດຣາກ, ເມຊາກ, ແລະ ອາເບດເນໂກ ທີ່ບໍ່ຍອມນະມັດສະການຮູບປັ້ນຂອງກະສັດເນບູກາດເນັດຊາ.16 ກະສັດໄດ້ເຕືອນເຂົາເຈົ້າວ່າ ເຂົາເຈົ້າຈະຖືກໂຍນເຂົ້າເຕົາໄຟ ຖ້າຫາກເຂົາເຈົ້າບໍ່ເຮັດຕາມ. ເຂົາເຈົ້າບໍ່ຍອມ ແລະ ໄດ້ກ່າວວ່າ:
“ຖ້າພຣະເຈົ້າອົງທີ່ພວກຂ້ານ້ອຍຮັບໃຊ້ຢູ່ ພໍພຣະໄທຈະຊ່ວຍພວກຂ້ານ້ອຍ ພຣະອົງກໍຈະຊ່ວຍໃຫ້ພົ້ນຈາກເຕົາໄຟ. …
“ແຕ່ຖ້າພຣະອົງຊ່ວຍ ຫລື ບໍ່ຊ່ວຍກໍຕາມ, ຂໍພຣະອົງຈົ່ງຊາບວ່າ ພວກຂ້ານ້ອຍຈະບໍ່ນັບຖືພຣະຂອງພຣະລາຊາ.”17
“ແຕ່ຖ້າບໍ່ຊ່ວຍ.” ຂໍໃຫ້ເຮົາພິຈາລະນາຄວາມໝາຍຂອງສຳນວນນີ້ເບິ່ງ ແລະ ວ່າມັນກ່ຽວພັນແນວໃດກັບການຮັກສາພັນທະສັນຍາ. ຄວາມເຊື່ອຟັງຂອງຊາຍໜຸ່ມສາມຄົນນີ້ ບໍ່ໄດ້ຂຶ້ນຢູ່ກັບການປົດປ່ອຍ. ເຖິງແມ່ນວ່າເຂົາເຈົ້າບໍ່ໄດ້ຮັບການປົດປ່ອຍ, ເຂົາເຈົ້າຍັງຈະຮັກສາຄຳສັນຍາຂອງເຂົາເຈົ້າທີ່ມີຕໍ່ພຣະຜູ້ເປັນເຈົ້າ ເພາະວ່າເຂົາເຈົ້າໄດ້ເວົ້າວ່າ ເຂົາເຈົ້າຈະຮັກສາມັນ. ການຮັກສາພັນທະສັນຍາຂອງເຮົາ ຈະບໍ່ປ່ຽນແປງອີງຕາມສະພາບການຂອງເຮົາ. ຊາຍໜຸ່ມທັງສາມຄົນນີ້, ເໝືອນດັ່ງກອງທະຫານໜຸ່ມ ກໍເປັນຕົວຢ່າງທີ່ປະເສີດ ເຖິງການຕ້ານທານກັບຄວາມບາບ ສຳລັບລູກໆຂອງເຮົາ.
ຕົວຢ່າງເຫລົ່ານີ້ກ່ຽວພັນກັບບ້ານເຮືອນ ແລະ ຄອບຄົວຂອງເຮົາແນວໃດ? ເຮົາຊ່ວຍລູກໆຂອງເຮົາໃຫ້ປະສົບຄວາມສຳເລັດຜົນເທື່ອລະເລັກເທື່ອລະນ້ອຍ, “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ.”18 ເມື່ອພວກເຂົາຮັກສາຄຳສັນຍາຂອງພວກເຂົາ, ພວກເຂົາຈະຮູ້ສຶກເຖິງພຣະວິນຍານໃນຊີວິດຂອງພວກເຂົາ. ແອວເດີ ໂຈເຊັບ ບີ ເວີດລິນ ໄດ້ສອນວ່າ, “ລາງວັນທີ່ສູງສຸດຂອງຄວາມຊື່ສັດຄື ການມີພຣະວິນຍານບໍລິສຸດສະຖິດຢູ່ດ້ວຍເປັນເພື່ອນ.”19 ເມື່ອນັ້ນ “ຄວາມໝັ້ນໃຈ” ຂອງລູກໆຂອງເຮົາ “ຈະແຂງແກ່ນຂຶ້ນໃນທີ່ປະທັບຂອງພຣະເຈົ້າ.”20 ລຸ້ນທີ່ຕ້ານທານກັບຄວາມບາບໄດ້ນັ້ນ ຈະເກີດມາຈາກແຫລ່ງຂອງຄວາມຊື່ສັດ.
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ທ່ານໂອບກອດເອົາລູກນ້ອຍໆຂອງທ່ານໄວ້ໃຫ້ແໜ້ນ—ໄວ້ໃກ້ໆ ເພື່ອວ່າພວກເຂົາຈະໄດ້ເຫັນພຶດຕິກຳທາງເລື່ອງສາດສະໜາຂອງທ່ານ ທຸກໆວັນ ແລະ ເບິ່ງທ່ານຮັກສາຄຳສັນຍາ ແລະ ພັນທະສັນຍາຂອງທ່ານ. “ເດັກນ້ອຍເປັນຜູ້ທີ່ເຮັດຕາມໄດ້ດີທີ່ສຸດ, ສະນັ້ນຈົ່ງໃຫ້ພວກເຂົາມີຕົວຢ່າງທີ່ດີທີ່ສຸດ ທີ່ຈະເຮັດຕາມ.”21 ແນ່ນອນວ່າ ເຮົາກຳລັງພາກັນຊ່ວຍສອນ ແລະ ລ້ຽງດູລຸ້ນທີ່ຕ້ານທານກັບຄວາມບາບໄດ້ ໃຫ້ແກ່ພຣະຜູ້ເປັນເຈົ້າ ຕາມຄຳສັນຍາ ແລະ ຕາມພັນທະສັນຍາເທື່ອລະຂໍ້.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດນຳພາສາດສະໜາຈັກນີ້. ເມື່ອທ່ານສອນ, ນຳພາ, ແລະ ຮັກລູກໆໃນວິທີທາງຂອງພຣະຜູ້ຊ່ວຍໃຫ້ລອດ, ທ່ານຈະສາມາດໄດ້ຮັບການເປີດເຜີຍສ່ວນຕົວ ທີ່ຈະຊ່ວຍທ່ານໄດ້ໃນການສ້າງ ແລະ ການໃຫ້ອາວຸດປ້ອງກັນແກ່ລູກໆຜູ້ກ້າຫານ ແລະ ຕ້ານທານກັບຄວາມບາບເຫລົ່ານັ້ນ. ຂ້າພະເຈົ້າອະທິຖານວ່າ ລູກໆຂອງເຮົາກໍຈະກ່າວຊ້ຳຖ້ອຍຄຳຂອງ ນີໄຟ ທີ່ວ່າ: “ພຣະອົງຈະເຮັດໃຫ້ຕົວຂ້ານ້ອຍສັ່ນຕໍ່ສິ່ງທີ່ຫລຽວເຫັນເປັນບາບບໍ?”22 ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໄດ້ຊົດໃຊ້ແທນບາບຂອງໂລກ23—ເພາະວ່າພຣະອົງໄດ້ກ່າວວ່າພຣະອົງຈະເຮັດແບບນັ້ນ, ແລະ ວ່າພຣະອົງຮັກເຮົາຫລາຍກວ່າທີ່ເຮົາ ຜູ້ເປັນມະນຸດທຳມະດາຈະເຂົ້າໃຈໄດ້24—ເພາະວ່າພຣະອົງໄດ້ກ່າວວ່າພຣະອົງຈະເຮັດແບບນັ້ນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.