ເພື່ອວ່າຄວາມສະຫວ່າງຂອງເຮົາຈະເປັນທຸງສັນຍາລັກໃຫ້ປະຊາຊາດ
ພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ສາດສະໜາຈັກທີ່ຟື້ນຟູຂອງພຣະອົງໃຫ້ໂອກາດເຮົາຢ່າງຫລວງຫລາຍ ເພື່ອວ່າຄວາມສະຫວ່າງຂອງເຮົາ ຈະເປັນພາກສ່ວນຂອງທຸງສັນຍາລັກສຳຄັນສຳລັບປະເທດຊາດທັງປວງ.
ເມື່ອຫລາຍປີກ່ອນ, ຕອນຂ້າພະເຈົ້າໄດ້ຮັບໃຊ້ເປັນຄູສອນຫ້ອງຮຽນສາດສະໜາ, ຂ້າພະເຈົ້າໄດ້ຍິນເພື່ອນຮ່ວມງານຄົນໜຶ່ງ ຂໍໃຫ້ນັກຮຽນຂອງລາວໄຕ່ຕອງຄຳຖາມ ທີ່ຕໍ່ໄປນີ້ວ່າ: ຖ້າຫາກເຈົ້າໄດ້ມີຊີວິດຢູ່ໃນວັນເວລາຂອງພຣະຜູ້ຊ່ວຍໃຫ້ລອດ, ເປັນເພາະເຫດໃດເຈົ້າຈຶ່ງຄິດວ່າເຈົ້າຈະຕິດຕາມພຣະອົງ ໃນຖານະທີ່ເປັນສານຸສິດຄົນໜຶ່ງຂອງພຣະອົງ? ເຂົາເຈົ້າໄດ້ໃຫ້ຄວາມສະຫລຸບວ່າ ຜູ້ຄົນທີ່ຕິດຕາມພຣະຜູ້ຊ່ວຍໃຫ້ລອດໃນວັນເວລາປະຈຸບັນນີ້ ແລະ ພະຍາຍາມຈະເປັນສານຸສິດຂອງພຣະອົງ ອາດຄົງໄດ້ເຮັດແບບນັ້ນຄືກັນໃນວັນເວລານັ້ນ.
ຕັ້ງແຕ່ເວລານັ້ນມາ, ຂ້າພະເຈົ້າກໍໄດ້ໄຕ່ຕອງຄຳຖາມ ແລະ ຂໍ້ສະຫລຸບນັ້ນ. ສ່ວນຫລາຍແລ້ວ ຂ້າພະເຈົ້າຄິດວ່າຂ້າພະເຈົ້າຈະໄດ້ຮູ້ສຶກແນວໃດເມື່ອໄດ້ຍິນພຣະຜູ້ຊ່ວຍໃຫ້ລອດພຣະອົງເອງກ່າວ ເມື່ອພຣະອົງໄດ້ກ່າວຄຳເທດສະໜາຢູ່ເທິງໂນນພູດັ່ງຕໍ່ໄປນີ້ ວ່າ:
“ພວກເຈົ້າເປັນແສງສະຫວ່າງສຳລັບໂລກນີ້. ເມືອງຊຶ່ງຕັ້ງຢູ່ເທິງໂນນພູກໍເປັນທີ່ບັງບໍ່ໄດ້.
“ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມໄຟແລ້ວຈະເອົາເຂົ້າໄວ້ໃນກະບຸງ, ແຕ່ເຄີຍຕັ້ງໄວ້ເທິງທີ່ສູງ ເພື່ອໃຫ້ສ່ອງແຈ້ງໃສ່ທຸກໆຄົນທີ່ຢູ່ໃນເຮຶອນນັ້ນ.
“ຈົ່ງໃຫ້ແສງສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະໄດ້ເຫັນຄຸນງາມຄວາມດີທີ່ພວກເຈົ້າເຮັດ ແລະ ພວກເຈົ້າຈະສັນລະເສີນພຣະບິດາຂອງພວກເຈົ້າທີ່ສະຖິດຢູ່ໃນສະຫວັນ” (ມັດທາຍ 5:14–16).
ທ່ານວາດພາບເຫັນໄດ້ບໍ ວ່າທ່ານຈະຮູ້ສຶກແນວໃດ ທີ່ໄດ້ຍິນສຸລະສຽງຂອງພຣະຜູ້ຊ່ວຍໃຫ້ລອດ? ແທ້ຈິງແລ້ວ, ເຮົາບໍ່ຈຳເປັນຕ້ອງວາດພາບກໍໄດ້. ມັນໄດ້ກາຍເປັນປະສົບການທີ່ສະໝ່ຳສະເໝີສຳລັບເຮົາ ທີ່ຈະໄດ້ຍິນສຸລະສຽງຂອງພຣະຜູ້ຊ່ວຍໃຫ້ລອດ ເພາະວ່າເມື່ອເຮົາໄດ້ຍິນສຽງຂອງຜູ້ຮັບໃຊ້ຂອງພຣະອົງ, ມັນກໍເໝືອນກັນ.
ໃນປີ 1838, ຂ່າວສານທີ່ຄ້າຍຄືກັນກັບທີ່ຖືກມອບໃຫ້ຢູ່ເທິງໂນນພູ, ພຣະຜູ້ເປັນເຈົ້າກໍໄດ້ປະກາດພຣະຄຳດັ່ງຕໍ່ໄປນີ້ຕໍ່ ໂຈເຊັບ ສະມິດ ວ່າ:
ໃນຍຸກສຸດທ້າຍ ສາດສະໜາຈັກຂອງພຣະອົງຈະຖືກເອີ້ນວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ທຸກຄົນທັງຫລາຍວ່າ ຈົ່ງລຸກຂຶ້ນ ແລະ ສ່ອງແສງອອກໄປ, ເພື່ອວ່າຄວາມສະຫວ່າງຂອງພວກເຂົາຈະເປັນທຸງສັນຍາລັກໃຫ້ປະຊາຊາດ (ເບິ່ງ D&C 115:4–5).
ວັນເວລາຂອງເຮົານັ້ນປະເສີດແທ້ ຈົນວ່າມັນໄດ້ຖືກສະແດງໃຫ້ເຫັນໃນພາບນິມິດຕໍ່ສາດສະດາເອຊາຢາ; ເພິ່ນກໍໄດ້ເຫັນ ແລະ ໄດ້ພະຍາກອນຄືກັນ ເຖິງວັນຂອງການຟື້ນຟູນີ້ ຂອງສາດສະໜາຈັກຂອງພຣະເຢຊູຄຣິດ ແລະ ຈຸດປະສົງຂອງມັນ ໂດຍກ່າວວ່າ, “ພຣະອົງຈະຍົກທຸງຂຶ້ນເປັນສັນຍານ, ເພື່ອສະແດງໃຫ້ຊົນຊາດຕ່າງໆຮູ້ວ່າ ພຣະອົງກຳລັງເຕົ້າໂຮມປະຊາຊົນຂອງພຣະອົງເຂົ້າກັນ, ຄືປະຊາຊົນຂອງອິດສະຣາເອນ ແລະ ຢູດາຍທີ່ກະຈັດກະຈາຍຢູ່ຕາມສີ່ທິດຂອງໂລກນັ້ນໃຫ້ກັບຄືນມາ” (ເອຊາຢາ 11:12).
ໃນຄວາມໝາຍຂອງພຣະຄຳພີ, ທຸງສັນຍານ, ຫລື ທຸງສັນຍາລັກ, ຄືທຸງທີ່ຜູ້ຄົນຈະເຕົ້າໂຮມອ້ອມຮອບເພື່ອຈຸດປະສົງທີ່ເປັນອັນໜຶ່ງດຽວກັນ. ໃນສະໄໝບູຮານ, ທຸງສັນຍາລັກໄດ້ເປັນເຄື່ອງໝາຍສຳລັບທະຫານທີ່ຢູ່ໃນສະໜາມຮົບ. ເມື່ອກ່າວທາງດ້ານສັນຍາລັກແລ້ວ, ພຣະຄຳພີມໍມອນ ແລະ ສາດສະໜາຈັກທີ່ຟື້ນຟູຂອງພຣະເຢຊູຄຣິດກໍເປັນທຸງສັນຍາລັກໃຫ້ແກ່ປະຊາຊາດທັງປວງ. (ເບິ່ງ Guide to the Scriptures, “Ensign,” scriptures.lds.org.)
ປາດສະຈາກຄວາມສົງໄສໃດໆ, ທຸງສັນຍາລັກຂອງວັນເວລາສຸດທ້າຍກໍແມ່ນກອງປະຊຸມໃຫຍ່ສາມັນທີ່ປະເສີດນີ້, ບ່ອນທີ່ວຽກງານ ແລະ ແຜນທີ່ຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນຂອງເຮົາ ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ (ເບິ່ງ Moses 1:39) ກໍຍັງຖືກປະກາດຢູ່ຕໍ່ໄປ.
ການມີກອງປະຊຸມໃຫຍ່ສາມັນຢູ່ຢ່າງຕໍ່ເນື່ອງນີ້ກໍເປັນປະຈັກພະຍານທີ່ຍິ່ງໃຫຍ່ຕໍ່ຄວາມຈິງທີ່ວ່າ ເຮົາ ໃນຖານະທີ່ເປັນໄພ່ພົນຍຸກສຸດທ້າຍ “ເຊື່ອທັງໝົດທີ່ພຣະເຈົ້າໄດ້ເປີດເຜີຍມາ, ທັງໝົດທີ່ພຣະອົງເປີດເຜີຍຢູ່ໃນຂະນະນີ້ ແລະ ພວກເຮົາເຊື່ອວ່າ ພຣະອົງຈະເປີດເຜີຍເລື່ອງສຳຄັນ ແລະ ຍິ່ງໃຫຍ່ອີກຫລາຍເລື່ອງກ່ຽວກັບອານາຈັກຂອງພຣະເຈົ້າ” (ຫລັກແຫ່ງຄວາມເຊື່ອ 1:9).
ແລ້ວບັດນີ້, ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຫຍັງແດ່ຜ່ານ ປະທານທອມມັສ ແອັສ ມອນສັນ ທີ່ເຮົາຕ້ອງເຮັດຕາມຕໍ່ໄປ ເພື່ອວ່າຄວາມສະຫວ່າງຂອງເຮົາຈະເປັນທຸງສັນຍາລັກສຳລັບປະເທດຊາດທັງປວງໄດ້? ມີຫຍັງແດ່ທີ່ເປັນສິ່ງສຳຄັນທີ່ຕ້ອງເຮັດ ໃນວັນເວລາມະຫັດສະຈັນຂອງການສ້າງຊີໂອນຂຶ້ນ ແລະ ການເຕົ້າໂຮມຂອງຊາວອິດສະຣາເອນນີ້?
ພຣະຜູ້ເປັນເຈົ້າໄດ້ເປີດເຜີຍພຣະປະສົງຂອງພຣະອົງໃຫ້ແກ່ເຮົາສະເໝີ “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ” (2 ນີໄຟ 28:30). ສະນັ້ນ, ເຮົາບໍ່ຄວນຕົກໃຈໂດຍສິ່ງທີ່ອາດປະກົດວ່າ ເປັນສິ່ງເລັກໆໜ້ອຍໆ ເພາະທຳມະຊາດທີ່ລຽບງ່າຍ ແລະ ຊ້ຳຊາກຂອງມັນ, ເພາະພຣະຜູ້ເປັນເຈົ້າໄດ້ແນະນຳເຮົາມາແລ້ວ, ໂດຍບອກເຮົາວ່າ “ຜູ້ທີ່ເຊື່ອຟັງກົດເກນຂອງເຮົາ ແລະ ງ່ຽງຫູຟັງຄຳແນະນຳຂອງເຮົາ ຍ່ອມເປັນສຸກ, ເພາະວ່າເຂົາຈະຮຽນຮູ້ເຖິງປັນຍາ; ເມື່ອເຂົາຮັບໄວ້ ເຮົາຈະໃຫ້ເຂົາອີກ” (2 ນີໄຟ 28:30).
ຂ້າພະເຈົ້າເປັນພະຍານວ່າ ໂດຍ “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ” ແລະ ໂດຍການເຊື່ອຟັງຄຳແນະນຳຂອງຜູ້ນຳຂອງເຮົາ, ເຮົາຈະມີນ້ຳມັນໃສ່ຕະກຽງຂອງເຮົາ ທີ່ຈະຊ່ວຍເຮົາໃຫ້ມອບຄວາມສະຫວ່າງນັ້ນໃຫ້ແກ່ຄົນອື່ນ ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ບັນຊາເຮົາ.
ໃນຂະນະທີ່ມີຫລາຍສິ່ງຫລາຍຢ່າງທີ່ເຮົາສາມາດເຮັດໄດ້ ເພື່ອເປັນຄວາມສະຫວ່າງ ແລະ ເປັນທຸງສັນຍານໃຫ້ແກ່ ຄົນອື່ນ, ຂ້າພະເຈົ້າຢາກເຈາະຈົງໃສ່ກັບສາມຢ່າງນີ້ຄື: ການຮັກສາວັນຊະບາໂຕ; ການເລັ່ງວຽກງານແຫ່ງຄວາມລອດຢູ່ເທິງໂລກນີ້ ແລະ ໃນໂລກວິນຍານ; ແລະ ການສິດສອນໃນວິທີທາງຂອງພຣະຜູ້ຊ່ວຍໃຫ້ລອດ.
ຄວາມສະຫວ່າງທີ່ເຮົາກ່າວເຖິງນັ້ນ ມາຈາກການອຸທິດຕົນທີ່ເຮົາມີຕໍ່ການຮັກສາວັນຊະບາໂຕ, ທັງຢູ່ທີ່ໂບດ ແລະ ໃນບ້ານເຮືອນ; ມັນເປັນຄວາມສະຫວ່າງທີ່ສ່ອງແຈ້ງຂຶ້ນຂະນະທີ່ເຮົາຮັກສາຕົນເອງໃຫ້ປາດສະຈາກມົນທິນຂອງໂລກ; ມັນເປັນຄວາມສະຫວ່າງທີ່ມາຈາກການຖວາຍສິນລະລຶກຂອງເຮົາໃນວັນສັກສິດຂອງພຣະອົງ ແລະ ຈາກການສະແດງຄວາມຈົງຮັກພັກດີແດ່ພຣະຜູ້ສູງສຸດ, ຊຶ່ງທັງໝົດຈະເຮັດໃຫ້ເປັນໄປໄດ້ສຳລັບເຮົາ ທີ່ຈະມີພຣະວິນຍານຂອງພຣະອົງສະຖິດຢູ່ກັບເຮົາຕະຫລອດເວລາ. ມັນເປັນຄວາມສະຫວ່າງທີ່ແຈ້ງຂຶ້ນ ແລະ ເຫັນໄດ້ເມື່ອເຮົາກັບຄືນສູ່ບ້ານ ດ້ວຍຄວາມຮູ້ສຶກຂອງການໃຫ້ອະໄພ ທີ່ ປະທານເຮັນຣີ ບີ ໄອຣິງ ໄດ້ກ່າວເຖິງ ໃນກອງປະຊຸມໃຫຍ່ສາມັນເມື່ອເດືອນຕຸລາທີ່ຜ່ານມານີ້ ເມື່ອເພິ່ນໄດ້ກ່າວວ່າ: “ໃນບັນດາພອນທັງໝົດທີ່ເຮົາສາມາດນັບໄດ້, ພອນທີ່ຍິ່ງໃຫຍ່ທີ່ສຸດ ແມ່ນຄວາມຮູ້ສຶກເຖິງການໃຫ້ອະໄພ ທີ່ມາເຖິງ ເມື່ອເຮົາຮັບສ່ວນສິນລະລຶກ. ເຮົາຈະຮູ້ສຶກເຖິງພອນອັນຍິ່ງໃຫຍ່ ແລະ ຮູ້ບຸນຄຸນພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງການເສຍສະລະອັນເປັນນິດຂອງພຣະອົງ ໄດ້ເຮັດໃຫ້ເປັນໄປໄດ້ສຳລັບເຮົາ ທີ່ຈະຖືກຊຳລະໃຫ້ສະອາດຈາກບາບ” (“Gratitude on the Sabbath Day,” Liahona, Nov. 2016, 100).
ເມື່ອເຮົາຮັກສາວັນຊະບາໂຕໃຫ້ສັກສິດ ແລະ ຮັບສ່ວນສິນລະລຶກ, ເຮົາຈະບໍ່ພຽງຖືກຊຳລະໃຫ້ສະອາດເທົ່ານັ້ນ, ແຕ່ຄວາມສະຫວ່າງຂອງເຮົາກໍຈະແຈ້ງສະຫວ່າງຂຶ້ນໄປເລື້ອຍໆ.
ຄວາມສະຫວ່າງຂອງເຮົາຈະແຈ້ງສະຫວ່າງຂຶ້ນນຳອີກ ເມື່ອເຮົາອຸທິດຕົນ ແລະ ຖວາຍເວລາທີ່ຈະຄົ້ນຫາຊື່ຂອງບັນພະບຸລຸດຂອງເຮົາ, ເອົາຊື່ຂອງເຂົາເຈົ້າໄປພຣະວິຫານ, ແລະ ສອນຄອບຄົວຂອງເຮົາ ແລະ ຄົນອື່ນໃຫ້ເຮັດສິ່ງນັ້ນເໝືອນກັນ.
ວຽກງານຂອງພຣະວິຫານ ແລະ ການສືບປະຫວັດຄອບຄົວທີ່ສັກສິດນີ້ ທີ່ເຮົາແບ່ງປັນກັບໄພ່ພົນຂອງພຣະເຈົ້າທັງໃນໂລກນີ້ ແລະ ໂລກວິນຍານ ຈະກ້າວໄປໜ້າຫລາຍກວ່າແຕ່ກ່ອນ ຂະນະທີ່ພຣະວິຫານຂອງພຣະຜູ້ເປັນເຈົ້າຖືກສ້າງຂຶ້ນມາ. ເພາະວ່າພຣະວິຫານມີເວລາພິເສດສຳລັບກຸ່ມຂອງຄອບຄົວ ຜູ້ທີ່ໄປພຣະວິຫານດ້ວຍລາຍຊື່ຂອງສະມາຊິກໃນຄອບຄົວຂອງຕົນ, ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ມີປະສົບການທີ່ຊື່ນຊົມ ຂະນະທີ່ພວກຂ້າພະເຈົ້າຮັບໃຊ້ໃນພຣະວິຫານນຳກັນກັບລູກຫລານຂອງພວກຂ້າພະເຈົ້າ.
ເມື່ອເຮົາຄົ້ນຫາ ແລະ ນຳເອົາລາຍຊື່ໄປພຣະວິຫານ ແລະ ສອນຄົນອື່ນໃຫ້ເຮັດເໝືອນກັນ, ເຮົາກໍຊ່ວຍກັນເປັນແສງສ່ອງແຈ້ງ ຄືກັນກັບທຸງສັນຍານ ຫລື ທຸງສັນຍາລັກ.
ການຮຽນຮູ້ທີ່ຈະສອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສອນກໍເປັນອີກໜຶ່ງວິທີທີ່ເຮົາຈະລຸກຂຶ້ນ ແລະ ສ່ອງແສງອອກໄປ. ຂ້າພະເຈົ້າປິຕິຍິນດີນຳທຸກໆຄົນທີ່ຮຽນຮູ້ວິທີທີ່ຈະສອນຕາມວິທີທາງຂອງພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າຂໍອະນຸຍາດອ່ານຈາກໜ້າປົກຂອງປຶ້ມຄູ່ມືການສອນເຫລັ້ມໃໝ່ວ່າ: “ເປົ້າໝາຍຂອງຄູສອນພຣະກິດຕິຄຸນທຸກຄົນ ນັ້ນຄື—ພໍ່ແມ່ທຸກຄົນ, ຄູທີ່ຖືກເອີ້ນເປັນທາງການທຸກໆຄົນ, ຄຸສອນປະຈຳບ້ານ ແລະ ຄູຢ້ຽມສອນທຸກໆຄົນ, ແລະ ຜູ້ຕິດຕາມພຣະຄຣິດທຸກໆຄົນ—ຕ້ອງສອນຄຳສອນອັນບໍລິສຸດຂອງພຣະກິດຕິຄຸນ, ໂດຍພຣະວິນຍານ, ... ເພື່ອຊ່ວຍໃຫ້ລູກໆຂອງພຣະເຈົ້າສ້າງສັດທາໃນພຣະຜູ້ຊ່ວຍໃຫ້ລອດ ແລະ ກາຍເປັນເໝືອນດັ່ງພຣະອົງ” (Teaching in the Savior’s Way [2016]).
ໃນເວລານີ້, ຄູສອນທີ່ຊື່ສັດຫລາຍໆພັນຄົນກໍຍົກຄວາມສະຫວ່າງຂຶ້ນ ຂະນະທີ່ເຂົາເຈົ້າຮຽນຮູ້ວິທີທີ່ຈະສອນຕາມວິທີທາງຂອງພຣະຜູ້ຊ່ວຍໃຫ້ລອດ. ໃນຄວາມໝາຍນີ້, ການປະຊຸມສະພາສຳລັບຄູສອນຄົນໃໝ່ ເປັນວິທີທີ່ຈະລຸກຂຶ້ນ ແລະ ສ່ອງແຈ້ງອອກໄປ ຂະນະທີ່ນັກຮຽນເຕົ້າໂຮມກັນຢູ່ອ້ອມທຸງສັນຍາລັກ ຂອງຄຳສອນຂອງພຣະຄຣິດ, ເພາະ “ຈຸດສຳຄັນຂອງການສອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສອນ ຄືການດຳລົງຊີວິດເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ດຳລົງຊີວິດ” (Teaching in the Savior’s Way, 4).
ເມື່ອເຮົາສອນ ແລະ ຮຽນຮູ້ໃນວິທີທາງ ຂອງພຣະອົງ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ, ຄວາມສະຫວ່າງຂອງເຮົາຈະສ່ອງແສງແຈ້ງຂຶ້ນ ແລະ ຈະບໍ່ຖືກປິດປັງ ແລະ ຈະກາຍເປັນທຸງສັນຍາລັກໃຫ້ແກ່ຜູ້ທີ່ຊອກຫາຄວາມສະຫວ່າງຂອງພຣະຜູ້ຊ່ວຍໃຫ້ລອດ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເຮົາບໍ່ຄວນ ແລະ ບໍ່ຕ້ອງປິດບັງຄວາມສະຫວ່າງຂອງເຮົາ. ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ບັນຊາເຮົາ ໃຫ້ຄວາມສະຫວ່າງຂອງເຮົາສ່ອງແສງອອກໄປ ດັ່ງເຊັ່ນເມືອງທີ່ຕັ້ງຢູ່ເທິງພູ ຫລື ຄວາມສະຫວ່າງທີ່ມາຈາກແສງທຽນ. ເມື່ອເຮົາເຮັດດັ່ງນີ້, ເຮົາຈະຖວາຍລັດສະໝີພາບໃຫ້ແດ່ພຣະບິດາໃນສະຫວັນຂອງເຮົາ. ພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ສາດສະໜາຈັກທີ່ຟື້ນຟູຂອງພຣະອົງ ໃຫ້ໂອກາດເຮົາຢ່າງຫລວງຫລາຍ ເພື່ອວ່າຄວາມສະຫວ່າງຂອງເຮົາ ຈະເປັນພາກສ່ວນຂອງທຸງສັນຍາລັກສຳຄັນສຳລັບປະເທດຊາດທັງປວງ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດຄືຄວາມສະຫວ່າງທີ່ເຮົາຕ້ອງສະທ້ອນແສງ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.