​2016
ພຣະ​ບິ​ດາ​ຂອງ​ເຮົາ, ຄູ​ສອນ​ຂອງ​ເຮົາ
ມິຖຸນາ 2016


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ມິຖຸນາ 2016

ພຣະ​ບິ​ດາ​ຂອງ​ເຮົາ, ​ຄູ​ສອນ​ຂອງ​ເຮົາ

ທ່ານ​ເຄີຍ​ເປີດ​ແກັດ​ອັນ​ໃດ​ອັນ​ໜຶ່ງ​ບໍ​ ທີ່​ສິ່ງ​ຂອງ​ໃນ​ນັ້ນ​ຍັງ​ບໍ່​ຖືກ​ປະ​ກອບ​ເຂົ້າ​ກັນ​ເທື່ອ​, ເມື່ອ​ທ່ານ ດຶງ​ເຈ້ຍ ອອກ​ມາ​ອ່ານ ວິ​ທີ​ປະ​ກອບ​​ມັນ​ເຂົ້າ​ກັນ, ທ່ານ​ຄິດ​ວ່າ, “ມັນ​ສັບ​ສົນ​ຂະ​ໜາດ”?

ບາງ​ເທື່ອ, ເຖິງ​ແມ່ນ​ເຮົາ​ມີ​ເຈດ​ຕະ​ນາ​ດີ ແລະ ມີ​ຄວາມ​ໝັ້ນ​ໃຈ, ແຕ່​ເຮົາ​ໄດ້​ດຶງ​ສ່ວນ​ໃດ​ສ່ວນ​ໜຶ່ງ​ອອກ​ມາ, ແລ້ວ​ຖາມ​ວ່າ, “ອັນ​ນີ້​ແມ່ນ​ຫຍັງ?” ຫລື “ມັນ​ແມ່ນ​ສຳ​ລັບ​ບ່ອນ​ໃດ?”

ເຮົາ​ຈະ​ງຸດ​ງິດ​ໃຈ​ຫລາຍ​ຂຶ້ນ ເມື່ອ​ເຮົາ​ອ່ານ​ຂໍ້​ຄວາມ​ທີ່​ຕິດ​ຢູ່​ເທິງ​ແກັດ ເວົ້າ​ວ່າ, “ຕ້ອງ​ປະ​ກອບ​ເຂົ້າ​ກັນ—ອາ​ຍຸ 8 ​​ປີ ຂຶ້ນ​ໄປ.” ຍ້ອນ​ວ່າ​ເຮົາ​ບໍ່​ຮູ້​ຈັກ​ວິ​ທີ, ສິ່ງ​ນີ້​ບໍ່​ໄດ້​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ໝັ້ນ​ໃຈ ຫລື ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ຕົວ​​ເຮົາເອງ​ຫລາຍ​ຂຶ້ນ​ເລີຍ.

ບາງ​ເທື່ອ​ເຮົາ​ກໍ​ມີ​ປະ​ສົບ​ການ​ທີ່​ຄ້າຍ​ຄື​ກັນ​ນີ້​ກັບ​ເລື່ອງ​ພຣະ​ກິດ​ຕິ​ຄຸນ. ເມື່ອ​ເຮົາ​ຫລຽວ​ເບິ່ງ​ບາງ​ສ່ວນ, ເຮົາ​ອາດ​ເກົາ​ຫົວ ແລະ ບໍ່​ຮູ້​ວ່າ ​ພາກ​ສ່ວນ​ນັ້ນ​ແມ່ນ​ສຳ​ລັບ​ບ່ອນ​ໃດ. ຫລື ເມື່ອ​ເຮົາ​ກວດ​ກາ​ເບິ່ງ​ອີກ​ສ່ວນ​ໜຶ່ງ, ເຮົາ​ອາດ​ຮູ້​ວ່າ ຫລັງ​ຈາກ​ເຮົາ​ໄດ້​ພະ​ຍາ​ຍາມ​ຫລາຍ​ທີ່​ສຸດ ທີ່​ຈະ​ເຂົ້າ​ໃຈ​ມັນ, ແຕ່​ເຮົາ​ຍັງ​ບໍ່​ຮູ້​ວ່າ ເປັນ​ຫຍັງ​ພາກ​ສ່ວນ​ນັ້ນ ຈຶ່ງ​ມີ​ຢູ່​ນຳ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ເປັນ​ຄູ​ສອນ​ຂອງ​ເຮົາ

ໂຊກ​ດີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ຄຳ​ແນະ​ນຳ​ອັນ​ດີ​ເລີດ​ໃຫ້​ເຮົາ ເພື່ອ​ເປັນ​ການ​ກໍ່​ສ້າງ​ຊີ​ວິດ​ຂອງ​ເຮົາ ແລະ ຊ່ວຍ​ປະ​ກອບ​ຕົວ​ເຮົາ​ເອງ​ໃຫ້​ດີ​ທີ່​ສຸດ. ຄຳ​ແນະ​ນຳ​ເຫລົ່າ​ນັ້ນ ມີ​ຜົນ​ຕໍ່​ທຸກ​ຄົນ ໂດຍບໍ່​ຈຳ​ກັດ​ອາ​ຍຸ ຫລື ສະ​ພາບ​ການ. ພຣະ​ອົງ​ໄດ້​ປະ​ທານ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ເຮົາ. ພຣະ​ອົງ​ໄດ້​ປະ​ທານ​ແຜນ​ແຫ່ງ​ການ​ໄຖ່, ແຜນ​ແຫ່ງ​ຄວາມ​ລອດ, ແມ່ນ​ແຕ່​ແຜນ​ແຫ່ງ​ຄວາມ​ສຸກ​ໃຫ້​ເຮົາ. ພຣະ​ອົງ​ບໍ່​ໄດ້​ປະ​ເຮົາ​ໃຫ້​ຢູ່​ຕາມ​ລຳ​ພັງ ກັບ​ທຸກ​ສິ່ງ​ທີ່​ບໍ່​ແນ່​ນອນ ຫລື ກັບ​ການ​ທ້າ​ທາຍ​ຕ່າງໆ​ໃນ​ຊີ​ວິດ, ໂດຍ​ກ່າວ​ວ່າ, “​ຮັບ​ເອົາ​​ມັນ​ໄປ. ໂຊກ​ດີ​ເດີ. ໃຫ້​ຄິດ​ຫາ​ທາງ​ເອງ.”

ຖ້າ​ຫາກ​ເຮົາ​ພຽງ​ແຕ່​ມີ​ຄວາມ​ອົດ​ທົນ ແລະ ຫລຽວ​ເບິ່ງ​ດ້ວຍ​ໃຈ​ທີ່​ຖ່ອມ ແລະ ດ້ວຍ​ຄວາມ​ຄິດ​ທີ່​ເປີດ​ກວ້າງ, ​ແລ້ວ​ເຮົາ​ຈະ​ພົບ​ເຫັນ​ວ່າ ພຣະ​ເຈົ້າ​ໄດ້​ປະ​ທານ​ເຄື່ອງ​ມື​ຫລາຍ​ຢ່າງ​ໃຫ້​ເຮົາ ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກັບ​ຄຳ​ແນະ​ນຳ​ອັນ​ລະ​ອຽດ​ຂອງ​ພຣະ​ອົງ ສຳ​ລັບ​ຄວາມ​ສຸກ​ໃນ​ຊີ​ວິດ​ຂອງ​ເຮົາ:

  • ພຣະ​ອົງ​ໄດ້​ປະ​ທານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທີ່​ເປັນ​ຂອງ​ປະ​ທານ ທີ່​ມີ​ຄ່າ​ທີ່​ສຸດ ໃຫ້​ເຮົາ, ຊຶ່ງ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ເປັນ​ຄູ​ສອນ​ພິ​ເສດ​ສ່ວນ​ຕົວ ທີ່​ມາ​ຈາກ​ສະ​ຫວັນ​ສຳ​ລັບ​ເຮົາ ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ພະ​ຍາ​ຍາມ​ເຮັດ​ໃຫ້​ຄວາມ​ຄິດ ແລະ ການ​ກະ​ທຳ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ພຣະ​ຄຳ​ຂອງ​ພຣະ​ອົງ.

  • ພຣະ​ອົງ​ອະ​ນຸ​ຍາດ​ໃຫ້​ເຮົາ​ເຂົ້າ​ຫາ​ພຣະ​ອົງ​ໄດ້​ຕະ​ຫລອດ​ເວ​ລາ ຜ່ານ​ການ​ອະ​ທິ​ຖານ​ດ້ວຍ​ສັດ​ທາ ແລະ ຜ່ານ​ການ​ອ້ອນ​ວອນ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ.

  • ພຣະ​ອົງ​ໄດ້​ປະ​ທານ​ອັກ​ຄະ​ສາ​ວົກ​ ແລະ ສາດ​ສະ​ດາ​ໃນ​ປະ​ຈຸ​ບັນ​ໃຫ້​ເຮົາ, ຜູ້​ເປີດ​ເຜີຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໃນ​ສະ​ໄໝ​ຂອງ​ເຮົາ ແລະ ມີ​ສິດ​ອຳ​ນາດ​ທີ່​ຈະ​ຜູກ​ມັດ ຫລື ຜະ​ນຶກ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະ​ຫວັນ.

  • ພຣະ​ອົງ​ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຄືນ​ມາ​ໃໝ່—ເປັນ​ອົງ​ການ​ຂອງ​ຜູ້​ທີ່​ເຊື່ອ ​ຊຶ່ງ​ຮ່ວມ​ເຮັດ​ວຽກ​ງານ​ດ້ວຍ​ກັນ ເພື່ອ​ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ສະ​ແຫວງ​ຫາ​ຄວາມ​ລອດ ດ້ວຍ​ຄວາມ​ຢ້ານ​ກົວ, ຕົວ​ສັ່ນ, ແລະ ​ດ້ວຍ​ຄວາມ​ສຸກ​ທີ່​ບໍ່​ມີ​ສິ່ງ​ໃດ​ເທົ່າ​ທຽມ​ໄດ້.1

  • ພຣະ​ອົງ​ໄດ້​ປະ​ທານ​ພຣະ​ຄຳ​ພີ​ທີ່​ສັກ​ສິດ​ໃຫ້​ເຮົາ—​ເປັນ​ພຣະ​ຄຳ​ຂອງ​ພຣະ​ອົງ ທີ່​ຂຽນ​ໄວ້​ໃຫ້​ເຮົາ.

  • ພຣະ​ອົງ​ໄດ້​ປະ​ທານ​ເຄື່ອງ​ມື​​ຝ່າຍ​ເທັກ​ໂນ​ໂລ​ຈີ ທີ່​ທັນ​ສະ​ໄໝ​ຈົນ​ນັບ​ບໍ່​ຖ້ວນ​ໃຫ້​ເຮົາ ເພື່ອ​ຊ່ວຍ​ເຫລືອ​ເຮົາ​ໃນ​ເສັ້ນ​ທາງ​ເດີນ​ຂອງ​ການ​ເປັນ​ສາ​ນຸ​ສິດ. ເຄື່ອງ​ມື​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຫລາຍ​ຢ່າງ​ດັ່ງ​ກ່າວ​ນີ້ ມີ​ຢູ່​ທີ່ LDS.org.

ເປັນ​ຫຍັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ຈຶ່ງ​ໄດ້​ປະ​ທານ​ສິ່ງ​ຊ່ວຍ​ເຫລືອ​ໃຫ້​ເຮົາ​ຢ່າງ​ຫລວງ​ຫລາຍ? ເພາະ​ວ່າ​ພຣະ​ອົງ​ຮັກ​ເຮົາ. ແລະ ເພາະ​ວ່າ, ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ເຖິງ​ພຣະ​ອົງ​ເອງ​ວ່າ ມັນ​ແມ່ນ​ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ—ທີ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.2

ໃນ​ອີກ​ຄຳ​ໜຶ່ງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ, ແລະ ພຣະ​ເຈົ້າ​ເປັນ​ຄູ​ສອນ​ຂອງ​ເຮົາ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຮູ້​ຈັກ​ຫລາຍ​ກວ່າ​ຄົນ​ອື່ນໆ​ ເຖິງ​ຄວາມ​ຕ້ອງ​ການ​ຂອງ​ລູກໆ​ຂອງ​ພຣະ​ອົງ. ມັນ​ແມ່ນ​ວຽກ​ງານ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ​ໃນ​ທຸກ​ທິດ​ທຸກ​ທາງ, ໄດ້​ປະ​ທານ​ແຫລ່ງ​ຊ່ວຍ​ເຫລືອ​ທາງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ​ໃຫ້​ເຮົາ ເພື່ອ​ຊ່ວຍ​ເຮົາ​ໃນ​ເສັ້ນ​ທາງ​ທີ່​ພາ​ກັບ​ໄປ​ຫາ​ພຣະ​ອົງ.

ພໍ່​ທຸກ​ຄົນ​ເປັນ​ຄູ​ສອນ

ໃນ​ບາງ​ພາກ​ສ່ວນ​ຂອງ​ໂລກ, ພໍ່​ທັງ​ຫລາຍ​ໄດ້​ຮັບ​ກຽດ​ຈາກ​ຄອບ​ຄົວ ແລະ ສັງ​ຄົມ ໃນ​ເດືອນ​ມິ​ຖຸ​ນາ. ມັນ​ເປັນ​ສິ່ງ​ດີ​ສະ​ເໝີ​ທີ່​ຈະ​ໃຫ້​ກຽດ ແລະ ນັບ​ຖື​ພໍ່​ແມ່​ຂອງ​ເຮົາ. ພໍ່​ໄດ້​ເຮັດ​ຫລາຍ​ສິ່ງ​ທີ່​ດີ​ສຳ​ລັບ​ຄອບ​ຄົວ​ຂອງ​ຕົນ ແລະ ມີ​ຄຸນ​ສົມ​ບັດ​ທີ່​ໜ້າ​ນັບ​ຖື​ຫລາຍ​ຢ່າງ. ບົດ​ບາດ​ທີ່​ສຳ​ຄັນ​ທີ່​ສຸດ​ສອງ​ຢ່າງ​ຂອງ​ພໍ່ ​ໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ຕົນ ແມ່ນ​ການ​ເປັນ​ຕົວ​ຢ່າງ ແລະ ເປັນ​ຄູ​ສອນ​ທີ່​ດີ. ພໍ່​ເຮັດ​ຫລາຍ​ກວ່າ​ທີ່​ຈະ​ບອກ​ລູກໆ​ວ່າ ອັນ​ໃດ​ຖືກ ຫລື ອັນ​ໃດ​ຜິດ; ເຂົາ​ເຈົ້າ​ເຮັດ​ຫລາຍ​ກວ່າ​ທີ່​ຈະ​ໂຍນ​ຫລັກ​ສູດ​ໃຫ້​ລູກ ແລະ ຄາດ​ຫວັງ​ໃຫ້​ລູກ​ຝ່າ​ຟັນ​ກັບ​ຊີ​ວິດ​ດ້ວຍ​ຕົວ​ເອງ.

ພໍ່​ຈະ​ເປັນ​ຄູ​ສອນ​ໃຫ້​ລູກໆ​ທີ່​ລ້ຳ​ຄ່າ​ຂອງ​ຕົນ ແລະ ສະ​ແດງ​ວິ​ທີ​ດຳ​ລົງ​ຊີ​ວິດ​ຢ່າງ​ຊື່​ສັດ​ໃຫ້​ລູກ​ເຫັນ ດ້ວຍ​ຕົວ​ຢ່າງ​ທີ່​ດີ​ຂອງ​ຕົນ. ພໍ່​ຈະ​ບໍ່​ປ່ອຍ​ໃຫ້​ລູກໆ​ຢູ່​ຕາມ​ລຳ​ພັງ ແຕ່​ຈະ​ຟ້າວ​ໄປ​ຊ່ວຍ​ເຫລືອ, ຊ່ວຍ​ພະ​ຍຸງ​ເຂົາ​ຂຶ້ນ ເມື່ອ​ເຂົາ​ສະ​ດຸດ​ລົ້ມ. ແລະ ບາງ​ເທື່ອ ເມື່ອ​ເຖິງ​ເວ​ລາ​ທີ່​ລູກ​ຕ້ອງ​ຮຽນ​ຮູ້, ພໍ່​ຈະ​ປ່ອຍ​ໃຫ້​ລູກ​ດີ້ນ​ລົນ, ໂດຍ​ທີ່​ຮູ້​ວ່າ ສິ່ງ​ນີ້​ເປັນ​ວິ​ທີ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ເຂົາ ທີ່​ຈະ​ຮຽນ​ຮູ້.

ເຮົາ​ທຸກ​ຄົນ​ເປັນ​ຄູ​ສອນ

ເຖິງ​ແມ່ນ​ພໍ່​ຢູ່​ໃນ​ໂລກ​ເຮັດ​ສິ່ງ​ນີ້​ສຳ​ລັບ​ລູກໆ​ຂອງ​ຕົນ​ຢູ່​ແລ້ວ, ແຕ່​ຄວາມ​ຮູ້​ສຶກ​ຂອງ​ການ​ເປັນ​ຄູ​ສອນ ເປັນ​ບາງ​ສິ່ງ​ທີ່​ເຮົາ​ຕ້ອງ​ມອບ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ, ໂດຍ​ບໍ່​ຈຳ​ກັດ​ເລື່ອງ​ອາ​ຍຸ, ສະ​ຖານ​ທີ່, ຫລື ສະ​ພາບ​ການ. ຈົ່ງ​ຈື່​ຈຳ​ໄວ້​ວ່າ, ລູກໆ​ຂອງ​ພ​ຣະ​ເຈົ້າ ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ; ເຮົາ​ມາ​ຈາກ​ຄອບ​ຄົວ​ນິ​ລັນ​ດອນ ອັນ​ດຽວ​ກັນ.

ໃນ​ຄວາມ​ໝາຍ​ນີ້, ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ເປັນ​ຄູ​ສອນ—ຕື່ນ​ເຕັ້ນ​ທີ່​ຈະ​ເອື້ອມ​ອອກ​ໄປ ແລະ ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ ເພື່ອ​ຈະ​ໄດ້​ກາຍ​ເປັນ​ຕົວ​ເຮົາ​ເອງ​ໃຫ້​ດີ​ທີ່​ສຸດ. ເພາະ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ເຮົາ​ຈຶ່ງ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ໄດ້. ການ​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ມະ​ນຸດ​ຂອງ​ເຮົາ, ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ການ​ຕິດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ຄຣິດ ເປັນ​ທາງ​ທີ່​ຊື່, ແຄບ, ແລະ ປິ​ຕິ​ຍິນ​ດີ ​ຊຶ່ງ​ພາ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ມານ​ດາ ໃນ​ສະ​ຫວັນ​ຂອງ​ເຮົາ.

ຖ້າ​ຫາກ​ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ​ມີ​ຄວາມ​ເປັນ​ຫ່ວງ​ເປັ​ນ​ໃຍ​ຕໍ່​ເຮົາ​ຫລາຍ​ຂະ​ໜາດ​ນີ້ ຈົນ​ວ່າ​ພຣະ​ອົງ​ໄດ້​ເປັນ​ຄູ​ສອນ​ຂອງ​ເຮົາ, ບາງ​ທີ​ເຮົາ​ກໍ​ຄວນ​ເອື້ອມ​ອອກ​ໄປ​ຫາ​ເພື່ອນ​ມະ​ນຸດ​ຄື​ກັນ, ໂດຍ​ບໍ່​ຈຳ​ກັດ​ເລື່ອງ​ຜິວ​ພັນ, ເຊື້ອ​ຊາດ, ສະ​ພາບ​ການ​ທາງ​ສັງ​ຄົມ​ເສດ​ຖະ​ກິດ, ພາ​ສາ, ຫລື ສາດ​ສະ​ໜາ. ຂໍ​ໃຫ້​ເຮົາ​ຈົ່ງ​ກາຍ​ເປັນ​ຄູ​ສອນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ແລະ ​ເປັນ​ພອນ​ຕໍ່​ຊີ​ວິດ​ຂອງ​ຄົນ​ອື່ນ—ບໍ່​ພຽງ​ແຕ່​ຕໍ່​ລູກໆ​ຂອງ​ເຮົາ​ເອງ​ເທົ່າ​ນັ້ນ, ແຕ່​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ນຳ​ອີກ ​ຕະ​ຫລອດ​ທົ່ວ​ໂລກ.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ທ່ານ​ອາດ​ເລີ່ມ​ຕົ້ນ​ດ້ວຍ​ການ​ຂໍ​ໃຫ້​ຄົນ​ທີ່​ທ່ານ​ສອນ ຄິດ​ເຖິງ​ຕອນ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສິດ​ສອນ​ເຂົາ​ເຈົ້າ. ແລ້ວ ທ່ານ​ອາດ​ຂໍ​ໃຫ້​ເຂົາ​ເຈົ້າ​ຄິດ​ເຖິງ​ຕອນ​ທີ່​ຄ້າຍ​ຄື​ກັນ ເມື່ອ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ສິດ​ສອນ​ຈາກ​ພໍ່​ໃນ​ໂລກ​ຂອງ​ເຂົາ​ເຈົ້າ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຂຽນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮ່ຳ​ຮຽນ ທີ່​ຄ້າຍ​ຄື​ກັນ​ນັ້ນ. ທ່ານ​ອາດ​ທ້າ​ທາຍ​ເຂົາ​ເຈົ້າ​ໃຫ້​ພະ​ຍາ​ຍາມ​ເຮັດ​ຕາມ​ແບບ​ຢ່າງ ທີ່​ເຂົາ​ເຈົ້າ​ໄດ້​ຂຽນ​ໄວ້ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ຕົວ​ຢ່າງ​ທີ່​ດີ​ກວ່າ​ໃຫ້​ກັບ​ຄົນ​ອື່ນ.

ພິມ