​2016
ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ
ມິຖຸນາ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ມິຖຸນາ 2016

ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ ຜ່ານ​ການ​ຢ້ຽມ​ສອນ ໄດ້​ແນວ​ໃດ? ສຳລັບລາຍລະອຽດເພີ່ມເຕີມ, ໃຫ້ເປີດເບິ່ງທີ່ reliefsociety.lds.org.

ສັດທາ, ຄອບຄົວ, ສົງເຄາະ

ຮູບ​ພາບ
ກາ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ພິ​ທີ​ການ​ທີ່​ຈຳ​ເປັນ​ທັງ​ໝົດ ​ສຳ​ລັບ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ແມ່ນ​​ຄຽງ​ຄູ່​ໄປ​ກັບ​ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ. “ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ໝາຍ​ເຖິງ ການ​ເລືອກ​ທີ່​ຈະ​ຜູກ​ມັດ​ຕົວ​ເຮົາ​ເອງ​ເຂົ້າ​ກັບ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ເຢ​ຊູ​ຄ​ຣິດ,” ລິນ​ດາ ເຄ ເບີ​ຕັນ, ປະທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ ໄດ້​ກ່າວ.1

ແອວເດີ ນຽວ ແອວ ແອນເດີເ​ຊັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ‘ໃນ​ພິ​ທີ​ການ … ອຳ​ນາດ​ແຫ່ງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ ໄດ້​ຖືກ​ສະ​ແດງ​ໃຫ້​ປະ​ຈັກ.’

“ມີ​ພອນ​ພິ​ເສດ​ຈາກ​ພຣະ​ເຈົ້າ ສຳ​ລັບ​ທຸກ​ຄົນ​ທີ່​ມີ​ຄ່າ​ຄວນ ຜູ້​ໄດ້​ຮັບ​ບັບ​ຕິ​ສະ​ມາ, ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຮັບ​ສ່ວນ​ສິນ​ລະ​ລຶກ​ເປັນ​ປະ​ຈຳ.”2

“ເມື່ອ​ຊາຍ ແລະ ຍິງ ໄປ​ພຣະ​ວິ​ຫານ,” ແອວເດີ ເອັມ ຣະໂຊ ບາເລີດ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ, “ເຂົາເຈົ້າ​ທັງ​ສອງ​ໄດ້​ຮັບ​ອຳ​ນາດ​ຢ່າງ​ດຽວ​ກັນ​ນັ້ນ, ຊຶ່ງ​ເປັນ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ …

“… ຊາຍ ແລະ ຍິງ ທຸກ​ຄົນສາ​ມາດ​ໄດ້​ຮັບ​ອຳ​ນາດນີ້ ເພື່ອ​ຊ່ວຍ​ເຫລືອ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ທຸກ​ຄົນ​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ນຳ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ທີ່​ຮັກ​ສາພັນ​ທະ​ສັນ​ຍາ ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ​ຮັບ​ພອນ​ໂດຍ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ສື່​ສານ​ກັບ​ພຣະ​ເຈົ້າ, ຮັບ​ຄວາມ​ສົມ​ບູນ​ຂອງ​ພ​ຣະ​ກິດ​ຕິ​ຄຸນ, ແລະ ໃນ​ທີ່​ສຸດ, ກາຍ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບ​ມູນ​ມໍ​​ລະ​ດົກ​ຮ່ວມ​ກັບ​ພຣະ​ເຢ​ຊູ​ຄຣິດ ໃນ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ມີ.”3

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

1 ນີ​ໄຟ 14:14; Doctrine and Covenants 25:13; 97:8; 109:22

ເລື່ອງ​ຈິງ​ໃນ​ຊີ​ວິດ

ໃນ​ປີ 2007, ສີ່​ມື້​ຫລັງ​ຈາກ​ແຜ່ນ​ດິນ​ໄຫວ​ຢ່າງ​ຮ້າຍ​ແຮງ​ຢູ່​ປະ​ເທດ​ເປຣູ, ແອວເດີ ມາກັສ ບີ ແນຊ໌ ແຫ່ງ​ສາ​ວົກ​ເຈັດ​ສິບ ໄດ້​ໄປ​ພົບ​ກັບ​ປະທານ​ສາ​ຂາ ເວັນເຊສ໌ລາວ ຄອນເດ ແລະ ​ພາເມລາ ພັນ​ລະ​ຍາ​ຂອງ​ເພິ່ນ. “ແອວເດີ ແນຊ໌ ໄດ້​ຖາມ​ຊິດ​ສະ​ເຕີ ຄອນເດ ກ່ຽວ​ກັບ​ລູກ​ນ້ອຍໆ​ຂອງ​ນາງ. ດ້ວຍ​ຮອຍ​ຍິ້ມ, ນາງ​ໄດ້​ຕອບ​ວ່າ ຜ່ານ​ຄຸນ​ງາມ​ຄວາມ​ດີ​ຂອງ​ພຣະ​ເຈົ້າ ລູກ​ຂອງ​ນາງ​ທຸກ​ຄົນ​ໄດ້​ປອດ​ໄພ ແລະ ສະ​ບາຍ​ດີ. ເພິ່ນ​ໄດ້​ຖາມ​ກ່ຽວ​ກັບ​ເຮືອນ​ຂອງ​ຄອບ​ຄົວ​ຄອນເດ.

“‘ມັນ​ພັງ​ໝົດ​ແລ້ວ,’ ນາງ​ພຽງ​ຕອບ​ເທົ່າ​ນັ້ນ.

“… ‘ແຕ່,’ ແອວເດີ ແນຊ໌ ໄດ້​​ສັງ​ເກດ, ‘ເຈົ້າ​ຍັງ​ຍິ້ມ​ອອກ​ມາ​ໄດ້ ເວ​ລາ​ພວກ​ເຮົາ​ເວົ້າ​ລົມ​ນຳ​ກັນ.’

“‘ແມ່ນ​ແລ້ວ,’ ນາງ​ໄດ້​ເວົ້າ, ‘ຂ້າ​ນ້ອຍໄດ້​ອະ​ທິ​ຖານ ແລະ ຂ້າ​ນ້ອຍ​ມີ​ຄວາມ​ສັນ​ຕິ​ສຸກ. ພວກ​ຂ້າ​ນ້ອຍ​ມີ​ທຸກ​ສິ່ງ​ທີ່​ຕ້ອງ​ການ. ພວກ​ຂ້າ​ນ້ອຍ​ມີ​ກັນ​ແລະ​ກັນ, ພວກ​ຂ້າ​ນ້ອຍ​ມີ​ລູກ​ຢູ່​ນຳ, ພວກ​ຂ້າ​ນ້ອຍ​ໄດ້​ຜະ​ນຶກ​ເຂົ້າ​ນຳ​ກັນ​​ຢູ່​ໃນ​ພຣະ​ວິ​ຫານ, ພວກ​ຂ້າ​ນ້ອຍ​ມີ​ສາດ​ສະ​ໜາ​ຈັກ​ທີ່​​ດີ​ເລີດ​ນີ້, ແລະ ພວກ​ຂ້າ​ນ້ອຍ​ມີ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ຂ້າ​ນ້ອຍ​ສາ​ມາດ​ສ້າງ​ເຮືອນ​ໃໝ່​ໄດ້ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.’ …

“ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ ຊ່ວຍ​ເຮົາ​ໃຫ້​ມີ​ພະ​ລັງ​ທີ່​ຈະ​ຍິ້ມ​ອອກ​ມາ​ໄດ້ ໃນ​ເວ​ລາ​ທີ່​ມີ​ຄວາມ​ລຳ​ບາກ, ທີ່​ຈະ​ປ່ຽນ​ຄວາມ​ລຳ​ບາກ​ຍາກ​ແຄ້ນ ໃຫ້​ເປັນ ໄຊ​ຊະ​ນະ​ໄດ້​ແນວ​ໃດ … ?”

“ແຫລ່ງນັ້ນ​ຄື ພຣະ​ເຈົ້າ. ການ​ທີ່​ຈະ​ມີ​ອຳ​ນາດ​ນັ້ນ ແມ່ນ​ຜ່ານ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ນຳ​ພຣະ​ອົງ.”4

ແຫລ່ງ​ອ້າງ​ອີງ

  1. Linda K. Burton, “The Power, Joy, and Love of Covenant Keeping,” Liahona, Nov. 2013, 111.

  2. Neil L. Andersen, “Power in the Priesthood,” Liahona, Nov. 2013, 92.

  3. M. Russell Ballard, “Men and Women in the Work of the Lord,” Liahona, Apr. 2014, 48–49.

  4. See D. Todd Christofferson, “The Power of Covenants,” Liahona, May 2009, 19, 20–21.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ເປັນ​ພະ​ລັງ​ໃຫ້​ເຮົາ​ແນວ​ໃດ?

ພິມ