“ຕັ້ງຢູ່ໃນຄວາມຮັກຂອງເຮົາ”
ຄວາມຮັກຂອງພຣະເຈົ້າບໍ່ມີຈຸດຈົບ ແລະ ຈະອົດທົນຕະຫລອດການ, ແຕ່ສິ່ງທີ່ມັນມີຄວາມໝາຍສຳລັບເຮົາແຕ່ລະຄົນ ແມ່ນຂຶ້ນຢູ່ກັບວິທີທີ່ເຮົາຕອບຮັບຕໍ່ຄວາມຮັກຂອງພຣະອົງ.
ພຣະຄຣິສຕະທຳຄຳພີ ບອກເຮົາວ່າ “ພຣະເຈົ້າເປັນຄວາມຮັກ.”1 ພຣະອົງເປັນຕົວຢ່າງທີ່ສົມບູນແບບ ເຖິງຄວາມຮັກ, ແລະ ເຮົາເພິ່ງອາໄສຄວາມຮັກທີ່ໝັ້ງຄົງ ແລະ ຄວາມຮັກສຳລັບທຸກຄົນນັ້ນຫລາຍທີ່ສຸດ. ດັ່ງທີ່ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ຄວາມຮັກຂອງພຣະເຈົ້າ ມີໄວ້ໃຫ້ທ່ານຢູ່ແລ້ວ ບໍ່ວ່າທ່ານຈະຮູ້ສຶກວ່າ ທ່ານມີຄ່າຄວນສຳລັບຄວາມຮັກນັ້ນຫລືບໍ່. ມັນຈະມີໄວ້ໃຫ້ທ່ານຢູ່ສະເໝີ.”2
ມີຫລາຍວິທີທີ່ຈະບັນຍາຍ ແລະ ກ່າວເຖິງຄວາມຮັກແຫ່ງສະຫວັນ. ຄຳໜຶ່ງ ທີ່ເຮົາໄດ້ຍິນເລື້ອຍໆ ໃນທຸກວັນນີ້ແມ່ນ ຄວາມຮັກຂອງພຣະເຈົ້າແມ່ນ “ບໍ່ມີເງື່ອນໄຂ.” ເຖິງແມ່ນມັນຖືກຕ້ອງໃນຄວາມໝາຍໜຶ່ງ, ແຕ່ຄຳວ່າ ບໍ່ມີເງື່ອນໄຂ ບໍ່ມີຢູ່ໃນພຣະຄຳພີເລີຍ. ແຕ່ຄວາມຮັກຂອງພຣະອົງຖືກບັນຍາຍຢູ່ໃນພຣະຄຳພີ ວ່າເປັນ “ຄວາມຮັກອັນຍິ່ງໃຫຍ່ ແລະ ປະເສີດ,”3 “ຄວາມຮັກອັນຄົບບໍລິບູນ,”4 “ຄວາມຮັກທີ່ໄຖ່,”5 ແລະ “ຄວາມຮັກອັນໝັ້ນຄົງ.”6 ຄຳເຫລົ່ານີ້ ເປັນຄຳທີ່ດີກວ່າ ເພາະຄຳທີ່ວ່າ ບໍ່ມີເງື່ອນໄຂ ສາມາດສື່ສານຄວາມຄິດທີ່ຜິດ ກ່ຽວກັບຄວາມຮັກແຫ່ງສະຫວັນ, ດັ່ງເຊັ່ນ, ພຣະເຈົ້າທົນກັບເຮົາ ແລະ ບໍ່ເອົາໂທດເຮົາ ເພາະຄວາມຮັກຂອງພຣະອົງ ບໍ່ມີເງື່ອນໄຂ, ຫລື ພຣະເຈົ້າບໍ່ບັນຊາເຮົາ ເພາະຄວາມຮັກຂອງພຣະອົງ ບໍ່ມີເງື່ອນໄຂ, ຫລື ທຸກຄົນ ຈະລອດ ໃນອານາຈັກສະຫວັນຂອງພຣະເຈົ້າ ເພາະຄວາມຮັກຂອງພຣະອົງ ບໍ່ມີເງື່ອນໄຂ. ຄວາມຮັກຂອງພຣະເຈົ້າບໍ່ມີຈຸດຈົບ ແລະ ຈະອົດທົນຕະຫລອດການ, ແຕ່ສິ່ງທີ່ມັນມີຄວາມໝາຍສຳລັບເຮົາແຕ່ລະຄົນ ແມ່ນຂຶ້ນຢູ່ກັບວິທີທີ່ເຮົາຕອບຮັບຕໍ່ຄວາມຮັກຂອງພຣະອົງ.
ພຣະເຢຊູໄດ້ກ່າວວ່າ:
“ພຣະບິດາຮັກເຮົາຢ່າງໃດ ເຮົາກໍຮັກພວກເຈົ້າຢ່າງນັ້ນ: ຈົ່ງຕັ້ງຢູ່ໃນຄວາມຮັກຂອງເຮົາ.
“ຖ້າພວກເຈົ້າເຊື່ອຟັງພຣະບັນຍັດຂອງເຮົາ, ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ; ເໝືອນດັ່ງເຮົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະບິດາ, ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງ.”7
ໃນການ “ຕັ້ງໃຈຢູ່ໃນ” ຫລື “ຕັ້ງຢູ່ໃນ” ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ໝາຍເຖິງທີ່ຈະຮັບເອົາພຣະຄຸນຂອງພຣະອົງ ແລະ ດີພ້ອມເພາະການນີ້.8 ໃນການຮັບເອົາພຣະຄຸນຂອງພຣະອົງ, ເຮົາຕ້ອງມີສັດທາໃນພຣະເຢຊູຄຣິດ ແລະ ຮັກສາພຣະບັນຍັດຂອງພຣະອົງ, ຮ່ວມທັງການກັບໃຈຈາກບາບຂອງເຮົາ, ການບັບຕິສະມາເພື່ອການປົດບາບ, ການຮັບເອົາພຣະວິນຍານບໍລິສຸດ, ແລະ ການດຳເນີນຕໍ່ໄປໃນເສັ້ນທາງແຫ່ງການເຊື່ອຟັງ.9
ພຣະເຈົ້າຈະຮັກເຮົາສະເໝີໄປ, ແຕ່ພຣະອົງບໍ່ສາມາດຊ່ວຍເຮົາໃຫ້ລອດຢູ່ໃນບາບຂອງເຮົາ.10 ເຮົາຈື່ຈຳຖ້ອຍຄຳຂອງແອວມິວເລັກ ຕໍ່ ຊີເອສຣອມ ໄດ້ບໍທີ່ວ່າ ພຣະຜູ້ຊ່ວຍໃຫ້ລອດ ຈະບໍ່ຊ່ວຍຜູ້ຄົນຂອງພຣະອົງ ໃນ ບາບ ແຕ່ ຈາກ ບາບຂອງພວກເຂົາ,11 ເຫດຜົນກໍຄື ເມື່ອມີບາບ ເຮົາກໍບໍ່ສະອາດ ແລະ “ສິ່ງທີ່ບໍ່ສະອາດ ຈະບໍ່ໄດ້ຮັບອານາຈັກສະຫວັນ”12 ຫລື ຢູ່ໃນທີ່ປະທັບຂອງພຣະເຈົ້າ. “ແລະ [ພຣະຄຣິດ] ມີອຳນາດ ຊຶ່ງໄດ້ຮັບຈາກພຣະບິດາ ເພື່ອໄຖ່ [ຜູ້ຄົນຂອງພຣະອົງ] ຈາກບາບຂອງພວກເຂົາ ຍ້ອນການກັບໃຈ; ຊຶ່ງຈະນຳໄປຫາອຳນາດຂອງພຣະຜູ້ໄຖ່, ໄປຫາຄວາມລອດຂອງຈິດວິນຍານຂອງພວກເຂົາ.”13
ຈາກພຣະຄຳພີມໍມອນ ເຮົາຮຽນຮູ້ວ່າ ເຈດຕະນາຂອງການຮັບທຸກທໍລະມານຂອງພຣະຄຣິດ, ການສະແດງໃຫ້ປະຈັກອັນສູງສົ່ງເຖິງຄວາມຮັກຂອງພຣະອົງ, ຄື “ເພື່ອຈະນຳອຸທອນແຫ່ງຄວາມເມດຕາມາ, ຊຶ່ງມີອຳນາດເໜືອກວ່າຄວາມຍຸດຕິທຳ, ແລະ ນຳຫົນທາງມາໃຫ້ມະນຸດ ເພື່ອພວກເຂົາຈະໄດ້ມີສັດທາຈົນເຖິງການກັບໃຈ.
“ແລະ ຄວາມເມດຕາສາມາດສະໜອງຂໍ້ຮຽກຮ້ອງແຫ່ງຄວາມຍຸດຕິທຳໄດ້, ແລະ ລ້ອມພວກເຂົາໄວ້ໃນອ້ອມແຂນແຫ່ງຄວາມປອດໄພ, ແຕ່ຜູ້ບໍ່ມີສັດທາຈົນເຖິງການກັບໃຈ ຈະຕ້ອງຊົດໃຊ້ດ້ວຍຕົນເອງຕາມກົດຂອງຂໍ້ຮຽກຮ້ອງແຫ່ງຄວາມຍຸດຕິທຳທັງໝົດ; ດັ່ງນັ້ນ ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ ແລະ ນິລັນດອນມາເຖິງພຽງຄົນທີ່ມີສັດທາຈົນເຖິງການກັບໃຈເທົ່ານັ້ນ.”14
ແລ້ວການກັບໃຈ ຄືຂອງປະທານທີ່ພຣະອົງໄດ້ມອບໃຫ້ແກ່ເຮົາ, ຊຶ່ງມີຄ່າຫລາຍທີ່ສຸດ.
ບາງຄົນຈະໂຕ້ຖຽງວ່າ ພຣະເຈົ້າປະທານພອນໃຫ້ແກ່ຄົນທຸກຄົນ ເທົ່າໆກັນ—ອ້າງເຖິງ, ເຊັ່ນຕົວຢ່າງ, ພຣະຄຳຂອງພຣະເຢຊູ ໃນຕອນທີ່ເທດສະໜາຢູ່ເທິງເນີນພູ ທີ່ວ່າ: “[ພຣະເຈົ້າ] ບັນດານໃຫ້ແສງຕາເວັນຂອງພຣະອົງສ່ອງໃສ່ທັງຄົນຊົ່ວ ແລະ ຄົນດີ.”15 ແນ່ນອນ, ພຣະເຈົ້າກໍສົ່ງຝົນໃຫ້ຕົກລົງມາໃສ່ລູກໆທຸກຄົນຂອງພຣະອົງ ແລະ ສົ່ງພອນທັງໝົດມາໃຫ້ທຸກຄົນ ຕາມທີ່ພຣະອົງສາມາດ—ພອນທຸກປະການທີ່ຄວາມຮັກ ແລະ ກົດ ແລະ ຄວາມຍຸດຕິທຳ ແລະ ຄວາມເມດຕາ ຈະອະນຸຍາດ. ແລະ ພຣະອົງບັນຊາເຮົາໃຫ້ມີຄວາມເພື່ອແຜ່ເຊັ່ນກັນ ທີ່ວ່າ:
“ເຮົາບອກເຈົ້າທັງຫລາຍວ່າ, ຈົ່ງຮັກສັດຕູຂອງເຈົ້າ, ຈົ່ງໃຫ້ພອນແກ່ຄົນທີ່ປ້ອຍດ່າເຈົ້າ, ຈົ່ງເຮັດດີຕໍ່ຜູ້ທີ່ກຽດຊັງເຈົ້າ, ແລະ ອະທິຖານເພື່ອຜູ້ທີ່ໃຊ້ເຈົ້າຢ່າງໝິ່ນປະໝາດ ແລະ ຂົ່ມເຫັງເຈົ້າ;
“ເພື່ອວ່າເຈົ້າຈະໄດ້ເປັນລູກຂອງພຣະບິດາ ຜູ້ປະທັບຢູ່ໃນສະຫວັນ.”16
ເຖິງຢ່າງໃດກໍຕາມ, ພອນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ ແມ່ນຂຶ້ນຢູ່ກັບການເຊື່ອຟັງ. ປະທານຣະໂຊ ເອັມ ແນວສັນ ໄດ້ອະທິບາຍວ່າ: “ຄວາມຮັກຂອງພຣະເຈົ້າອັນຍິ່ງໃຫຍ່—ແມ່ນຮ່ວມດ້ວຍຊີວິດນິລັນດອນ—ຮ່ວມດ້ວຍພອນທີ່ເຮົາຕ້ອງເໝາະສົມສຳລັບມັນ, ບໍ່ແມ່ນພອນທີ່ເຮົາຈະໄດ້ຮັບ ເຖິງແມ່ນເຮົາບໍ່ມີຄ່າຄວນສຳລັບມັນກໍຕາມ. ຄົນບາບບໍ່ສາມາດບັງຄັບພຣະອົງໃຫ້ເຮັດຕາມຄວາມປະສົງຂອງເຂົາ ແລະ ບໍ່ສາມາດຮຽກຮ້ອງໃຫ້ພຣະອົງປະທານພອນໃຫ້ເຂົາ ໃນຄວາມບາບຂອງເຂົາ [ເບິ່ງ ແອວມາ 11:37]. ຖ້າຫາກເຂົາຢາກຊື່ນຊົມກັບພອນທຸກປະການທີ່ພຣະອົງມີ, ເຂົາຕ້ອງກັບໃຈ.”17
ການເຮັດໃຫ້ຄົນໜຶ່ງກັບໃຈຈາກຄວາມຮູ້ສຶກຜິດ ແລະ ປາດສະຈາກຈຸດດ່າງພ້ອຍ ດ້ວຍຄຳສັນຍາ ທີ່ຈະ “ຖືກຍົກຂຶ້ນໃນວັນສຸດທ້າຍ,”18 ມັນມີພາກສ່ວນຈຳເປັນອັນທີສອງ ໃນຄວາມຮັກຂອງພຣະເຈົ້າ. ການຕັ້ງຢູ່ໃນຄວາມຮັກຂອງພຣະອົງ ຈະຊ່ວຍເຮົາໃຫ້ບັນລຸຄວາມສາມາດອັນເຕັມປ່ຽມຂອງເຮົາ, ເພື່ອກາຍເປັນເໝືອນດັ່ງທີ່ພຣະອົງເປັນ.19 ດັ່ງທີ່ປະທານດີເດີ ແອັຟ ອຸກດອບ ໄດ້ກ່າວວ່າ: “ພຣະຄຸນຂອງພຣະເຈົ້າ ບໍ່ໄດ້ຖືກມອບໃຫ້ເຮົາ ໃນຕອນທີ່ເຮົາຢູ່ໃນສະພາບບໍລິສຸດເທົ່ານັ້ນ. ... ພຣະອົງມີເປົ້າໝາຍທີ່ສູງກວ່ານັ້ນ. ພຣະອົງປະສົງໃຫ້ບຸດ ແລະ ທິດາຂອງພຣະອົງ ກາຍເປັນເໝືອນດັ່ງພຣະອົງ.”20
ທີ່ຈະຕັ້ງຢູ່່ໃນຄວາມຮັກຂອງພຣະເຈົ້າ ໃນຄວາມຮູ້ສຶກນີ້ ໝາຍເຖິງການຍອມເຮັດຕາມພຣະປະສົງຂອງພຣະອົງ. ມັນໝາຍເຖິງການຮັບເອົາຄຳຕັກເຕືອນຂອງພຣະອົງ ເມື່ອຈຳເປັນ, “ເພາະພຣະຜູ້ເປັນເຈົ້າຕີສອນຜູ້ທີ່ພຣະອົງຮັກ.”21 ມັນໝາຍຄວາມວ່າ ທີ່ຈະຮັກ ແລະ ຮັບໃຊ້ຊຶ່ງກັນແລະກັນ ດັ່ງທີ່ພຣະເຢຊູໄດ້ຮັກ ແລະ ຮັບໃຊ້ເຮົາ.22 ມັນໝາຍເຖິງການຮຽນ ທີ່ຈະປະຕິບັດຕາມກົດຂອງອານາຈັກຊັ້ນສູງ.”23 ກ່ອນພຣະອົງຈະສາມາດຊ່ວຍເຮົາໃຫ້ກາຍເປັນຄົນທີ່ເຮົາສາມາດກາຍເປັນ, ພຣະບິດາເທິງສະຫວັນຂອງເຮົາ ຮຽກຮ້ອງເຮົາໃຫ້ຍອມຕໍ່ “ການຊັກຈູງຂອງພຣະວິນຍານອັນສັກສິດ, ແລະ [ປະຖິ້ມ] ມະນຸດທີ່ມີຈິດໃຈທຳມະດາ ແລະ [ກາຍເປັນ] ໄພ່ພົນຂອງພຣະເຈົ້າ ໂດຍການຊົດໃຊ້ຂອງອົງພຣະຄຣິດ, ແລະ [ກາຍເປັນ] ຄືກັບກັບເດັກນ້ອຍ, ບອກລອນສອນງ່າຍ, ອ່ອນໂຍນ, ຖ່ອມຕົວ, ອົດທົນ, ເຕັມໄປດ້ວຍຄວາມຮັກ, ເຕັມໃຈໃນທຸກສິ່ງທີ່ພຣະຜູ້ເປັນເຈົ້າເຫັນສົມຄວນທີ່ຈະໃຫ້ເກີດກັບພວກເຂົາ, ເໝືອນດັ່ງເດັກນ້ອຍຍິນຍອມຕໍ່ບິດາຂອງຕົນ.”24
ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ສັງເກດວ່າ: “ການພິພາກສາຄັ້ງສຸດທ້າຍ ບໍ່ແມ່ນພຽງແຕ່ເພື່ອເປັນການປະເມີນຄວາມດີງາມ ແລະ ການກະທຳທີ່ຊົ່ວຮ້າຍ—ສິ່ງທີ່ເຮົາໄດ້ ເຮັດ ຜ່ານມາເທົ່ານັ້ນ. ມັນເປັນການຮັບຮູ້ເຖິງຜົນສະທ້ອນສຸດທ້າຍຂອງການກະທຳ ແລະ ຄວາມຄິດ—ສິ່ງທີ່ເຮົາໄດ້ ກາຍເປັນ.”25
ເລື່ອງລາວຂອງນາງເຮເລັນ ເຄວເລີ ຄືກັນກັບຄຳອຸປະມາ ບອກເຖິງວິທີທີ່ຄວາມຮັກແຫ່ງສະຫວັນ ສາມາດປ່ຽນແປງຄົນທີ່ເຕັມໃຈຈະປ່ຽນ. ນາງເຮເລັນ ໄດ້ເກີດຢູ່ໃນລັດອາລາບາມາ ຂອງສະຫະລັດອາເມຣິກາ ໃນປີ 1880. ຕອນນາງມີອາຍຸໄດ້ 19 ເດືອນ, ນາງໄດ້ລົ້ມປ່ວຍ ແລະ ໄດ້ກາຍເປັນຄົນຫູໜວກ ແລະ ຕາບອດ. ນາງເປັນຄົນສະຫລາດຫລາຍ ແລະ ນາງມີຄວາມງຸດງິດໃຈຫລາຍ ເມື່ອນາງພະຍາຍາມເຂົ້າໃຈ ແລະ ສັງເກດເບິ່ງ ສິ່ງທີ່ຢູ່ອ້ອມຮອບນາງ. ເມື່ອນາງເຮເລັນເອົາມືແປະປາກຄົນໃນຄອບຄົວ ແລະ ຮູ້ວ່າ ເຂົາເຈົ້າໃຊ້ປາກເວົ້າ, “ນາງໄດ້ໃຈຮ້າຍຂຶ້ນຢ່າງແຮງ [ເພາະ] ນາງບໍ່ສາມາດເວົ້າລົມກັບເຂົາເຈົ້າໄດ້.”26 ຕອນນາງເຮເລັນມີອາຍຸໄດ້ຫົກປີ, ນາງຢາກສື່ສານຫລາຍ ແລະ ຄວາມງຸດງິດໃຈຂອງນາງ ໄດ້ເພີ່ມທະວີຫລາຍຂຶ້ນ ຈົນວ່ານາງ “ລະເບີດທຸກມື້, ບາງເທື່ອທຸກໆຊົ່ວໂມງ.”27
ພໍ່ແມ່ຂອງນາງເຮເລັນ ໄດ້ຈ້າງນາຍຄູມາຊ່ວຍສອນລູກ, ເປັນຜູ້ຍິງ ຊື່ວ່າ ແອນ ຊາລີວັນ. ເຊັ່ນດຽວກັບເຮົາທີ່ມີໃນພຣະເຢຊູຄຣິດ, ພຣະອົງຜູ້ເຂົ້າໃຈຄວາມອ່ອນແອຂອງເຮົາ,28 ນາງແອນ ຊາລີວັນ ກໍເຄີຍມີບັນຫາທີ່ຮ້າຍແຮງ ແລະ ກໍເຂົ້າໃຈຄວາມອ່ອນແອຂອງນາງເຮເລັນ. ຕອນມີອາຍຸໄດ້ຫ້າປີ, ນາງເຮເລັນໄດ້ຕິດພະຍາດທີ່ເຮັດໃຫ້ແກ້ວຕາຂອງນາງເຈັບປວດທີ່ສຸດ ຈົນນາງກາຍເປັນຄົນຕາບອດ. ຕອນນາງ ແອນມີອາຍຸໄດ້ແປດປີ, ແມ່ຂອງນາງໄດ້ເສຍຊີວິດໄປ, ພໍ່ຂອງນາງໄດ້ປະຖິ້ມນາງ ແລະ ນ້ອງຊາຍຂອງນາງ, ທ້າວຈິມມີ. ທັງສອງຖືກສົ່ງໄປຢູ່ “ເຮືອນສຳລັບຄົນອະນາຖາ” ບ່ອນທີ່ສະພາບການເປັນຕາເວດທະນາຫລາຍທີ່ສຸດ ຈົນວ່າທ້າວຈິມມີໄດ້ຕາຍໄປ ຫລັງຈາກພຽງແຕ່ສາມເດືອນ. ຜ່ານຄວາມບໍ່ຍອມທໍ້ຖອຍ, ນາງແອນໄດ້ຖືກຮັບເຂົ້າໂຮງຮຽນ ເພີຄິນສ໌ ສຳລັບຄົນຕາບອດ ແລະ ສາຍຕາຖືກທຳລາຍ, ບ່ອນທີ່ນາງໄດ້ສຳເລັດຢ່າງສົດໃສ. ການຜ່ານຕັດຕາໄດ້ຊ່ວຍໃຫ້ນາງສາມາດອ່ານປຶ້ມໄດ້. ເມື່ອພໍ່ຂອງນາງເຮເລັນ ເຄວເລີ ໄດ້ຕິດຕໍ່ໂຮງຮຽນ ເພີຄິນສ໌ ຊອກຫາຄົນໄປສອນລູກຂອງລາວ, ນາງແອນ ຊາລີວັນ ກໍໄດ້ຖືກເລືອກ.29
ໃນຕອນຕົ້ນ ມັນກໍບໍ່ໄດ້ເປັນປະສົບການທີ່ໜ້າສະບາຍໃຈ. ນາງເຮເລັນ “ໄດ້ຕີ, ໄດ້ຢິກ, ແລະ ໄດ້ເຕະ ນາຍຄູຂອງນາງ ແລະ ໄດ້ຊັດນາງ ຈົນແຂ້ວເຫລັ້ມໜຶ່ງຫັກ. ໃນທີ່ສຸດ [ນາງແອນ] ສາມາດຄວບຄຸມສະຖານະການໄດ້ ໂດຍການຍ້າຍໄປຢູ່ເຮືອນຫລັງນ້ອຍກັບ [ນາງເຮເລັນ] ທີ່ຕັ້ງຢູ່ໃນທີ່ດິນຂອງຄອບຄົວ ເຄວເລີ. ຜ່ານຄວາມອົດທົນ ແລະ ຜ່ານການເຮັດຢ່າງສະໜ່ຳສະເໝີ, ໃນທີ່ສຸດ ນາງໄດ້ເອົາຊະນະໃຈ ແລະ ຄວາມໄວ້ວາງໃຈຂອງເດັກ.”30 ເຊັ່ນດຽວກັນນັ້ນ, ເມື່ອເຮົາໄວ້ວາງໃຈ ແທນທີ່ຈະຕໍ່ຕ້ານພຣະອາຈານແຫ່ງສະຫວັນຂອງເຮົາ, ພຣະອົງສາມາດທຳງານກັບເຮົາ ເພື່ອສອນເຮົາ ແລະ ຍົກເຮົາຂຶ້ນ ສູ່ຄວາມເປັນຈິງລະດັບໃໝ່.31
ເພື່ອຊ່ວຍນາງເຮເລັນໃຫ້ຮຽນຮູ້ຄຳສັບ, ນາງແອນໄດ້ໃຊ້ນິ້ວມືສະກົດຄຳສັບ ໃສ່ໃນຝາມືຂອງນາງເຮເລັນ. “[ນາງເຮເລັນ] ມັກການຫລິ້ນ ‘ດ້ວຍນິ້ວ ມື,’ ນີ້ຫລາຍ, ແຕ່ນາງບໍ່ເຂົ້າໃຈມັນ ຈົນກວ່ານາງແອນ ໄດ້ສະກົດຄຳວ່າ ‘ນ້ຳ’ ໃສ່ຝາມືຂອງນາງ ໃນຂະນະທີ່ນາງສູບນ້ຳໃສ່ມື [ຂອງນາງເຮເລັນ]. ຕໍ່ມາ [ນາງເຮເລັນ] ໄດ້ຂຽນວ່າ:
“‘ທັນໃດນັ້ນ, ຂ້າພະເຈົ້າຮູ້ສຶກຢູ່ໃນໃຈເຖິງບາງສິ່ງທີ່ຖືກລືມ ... ແລະ ເບິ່ງຄືວ່າ ຄວາມລຶກລັບຂອງພາສາ ໄດ້ຖືກເປີດເຜີຍແກ່ຂ້າພະເຈົ້າ. ໃນເວລານັ້ນ ຂ້າພະເຈົ້າຮູ້ວ່າ “ນ້ຳ” ໝາຍເຖິງບາງສິ່ງທີ່ເຢັນ ຊຶ່ງໄຫລລົງມາໃສ່ມືຂອງຂ້າພະເຈົ້າ. ຄຳສັບທີ່ມີພະລັງນັ້ນ ໄດ້ປຸກຈິດວິນຍານຂອງຂ້າພະເຈົ້າໃຫ້ຕື່ນຂຶ້ນ, ໄດ້ໃຫ້ຄວາມສະຫວ່າງ, ຄວາມຫວັງ, ຄວາມສຸກ, ແລະ ປ່ອຍຈິດວິນຍານຂອງຂ້າພະເຈົ້າໃຫ້ເປັນອິດສະລະ! … ທຸກສິ່ງມີຊື່, ແລະ ທຸກຊື່ ໄດ້ສ້າງແນວຄິດໃໝ່ໃຫ້ຂ້າພະເຈົ້າ. ເມື່ອພວກເຮົາກັບຄືນໄປເຮືອນ ສິ່ງຂອງທຸກຢ່າງ ... ທີ່ຂ້າພະເຈົ້າໄດ້ສຳພັດ ເບິ່ງຄືວ່າເຕັມໄປດ້ວຍຊີວິດ.’”32
ເມື່ອນາງເຮເລັນ ເຄວເລີ ໄດ້ເຕີບໂຕເປັນຜູ້ໃຫຍ່, ນາງໄດ້ເປັນທີ່ຮູ້ຈັກກັນດີ ເຖິງຄວາມຮັກຂອງນາງຕໍ່ພາສາ, ເຖິງຄວາມສາມາດຂອງນາງໃນການຂຽນປຶ້ມ, ແລະ ການປາໄສຂອງນາງໃນສາທະລະນະຊົນ.
ໃນໜັງເລື່ອງຕາມຊີວິດຈິງຂອງນາງເຮເລັນ ເຄວເລີ, ພໍ່ແມ່ຂອງນາງ ໄດ້ສະແດງເຖິງຄວາມພໍໃຈກັບການທຳງານຂອງນາງແອນ ຊາລີວັນ ທີ່ໄດ້ປ່ຽນລູກສາວທີ່ເຄີຍມີອາລົມຮ້າຍ ໃຫ້ນັ່ງຢູ່ຢ່າງຮຽບຮ້ອຍ ໃນເວລາກິນເຂົ້າ, ກິນຢ່າງມີມາລະຍາດ, ແລະ ພັບຜ້າເຊັດມື ຫລັງຈາກກິນເຂົ້າແລ້ວ. ແຕ່ນາງແອນຮູ້ວ່ານາງເຮເລັນມີຄວາມສາມາດຫລາຍກວ່ານັ້ນ, ຫລາຍກວ່ານັ້ນອີກ ແລະ ວ່ານາງມີສິ່ງສຳຄັນທີ່ຈະເຮັດ.33 ເຖິງແມ່ນວ່າ ເຮົາພໍໃຈກັບສິ່ງທີ່ເຮົາໄດ້ເຮັດ ໃນຊີວິດຂອງເຮົາ, ແລະ ວ່າເຮົາເປັນໄດ້ເທົ່ານັ້ນ, ແຕ່ພຣະຜູ້ຊ່ວຍໃຫ້ລອດ ເຫັນຄວາມສາມາດທີ່ຮຸ່ງເຫລື້ອມຂອງເຮົາ ຊຶ່ງເຮົາພຽງ “ເຫັນພໍມົວໆ ເໝືອນເບິ່ງໃນແວ່ນ.”34 ເຮົາແຕ່ລະຄົນສາມາດຊື່ນຊົມກັບຄວາມສາມາດແຫ່ງສະຫວັນ ຊຶ່ງເຮົາໄດ້ພັດທະນາຢູ່ໃນຕົວ ກໍຄືກັນກັບຄວາມສຸກຂອງນາງເຮເລັນ ເຄວເລີ ເມື່ອຄຳສັບ ກາຍເປັນສິ່ງທີ່ມີຊີວິດ, ໃຫ້ຄວາມສະຫວ່າງແກ່ຈິດວິນຍານຂອງນາງ ແລະ ປ່ອຍມັນໃຫ້ເປັນອິດສະລະ. ເຮົາແຕ່ລະຄົນສາມາດຮັກ ແລະ ຮັບໃຊ້ພຣະເຈົ້າ ແລະ ສາມາດເປັນພອນໃຫ້ແກ່ເພື່ອນມະນຸດໄດ້. “ເໝືອນດັ່ງທີ່ມີຄຳຂຽນໄວ້, ສິ່ງທີ່ຕາບໍ່ເຫັນ ຫູບໍ່ໄດ້ຍິນ ແລະ ສິ່ງທີ່ມະນຸດຄິດບໍ່ອອກ ແມ່ນສິ່ງນັ້ນແຫລະ ທີ່ພຣະເຈົ້າໄດ້ຈັດຕຽມໄວ້ ໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.”35
ຂໍໃຫ້ເຮົາຈົ່ງຄິດກ່ຽວກັບຄວາມຮັກທີ່ມີຄ່າປະເສີດລ້ຳຂອງພຣະເຈົ້າ. ພຣະເຢຊູໄດ້ເປີດເຜີຍສິ່ງນີ້ວ່າ ກ່ອນຈະຊົດໃຊ້ສຳລັບບາບຂອງເຮົາ ແລະ ໄຖ່ເຮົາ ຈາກຄວາມຕາຍ, ທັງທາງຮ່າງກາຍ ແລະ ທາງວິນຍານ, ຄວາມທຸກທໍລະມານຂອງພຣະອົງ ໄດ້ເຮັດໃຫ້ ແມ່ນແຕ່ພຣະເຈົ້າ, ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ເລືອດໄຫລອອກຈາກທຸກຂຸມຂົນ, ແລະ ທົນທຸກທໍລະມານທັງຮ່າງກາຍ ແລະ ວິນຍານ—ແລະ ປາດຖະໜາທີ່ [ພຣະອົງ] ຈະບໍ່ຕ້ອງດື່ມຈອກອັນຂົມຂື່ນນັ້ນ, ແລະ ຢຸດສະຫງັກຢູ່.36 ຄວາມທຸກທໍລະມານຂອງພຣະອົງໃນສວນເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນ ແມ່ນເຈັບປວດຫລາຍກວ່າມະນຸດຄົນໃດຈະທົນກັບມັນໄດ້.37 ເຖິງຢ່າງໃດກໍຕາມ, ເປັນເພາະຄວາມຮັກຂອງພຣະອົງ ສຳລັບພຣະບິດາຂອງພຣະອົງ ແລະ ສຳລັບເຮົາ, ພຣະອົງໄດ້ອົດທົນກັບມັນ, ແລະ ໃນທີ່ສຸດ, ພຣະອົງສາມາດມອບຊີວິດທີ່ເປັນອະມະຕະ ແລະ ນິລັນດອນໃຫ້ແກ່ເຮົາ.
ມັນເປັນເຄື່ອງໝາຍທີ່ຕື້ນຕັນໃຈຫລາຍ ທີ່ “ໂລຫິດ [ໄດ້ໄຫລ] ອອກມາຈາກທຸກຂຸມຂົນ”38 ໃນຂະນະທີ່ພຣະເຢຊູ ຮັບທຸກທໍລະມານຢູ່ໃນສວນເຄັດເຊມາເນ, ບ່ອນກັ່ນນ້ຳໝາກກອກ. ໃນການຜະລິດນ້ຳມັນໝາກກອກ ໃນວັນເວລາຂອງພຣະຜູ້ຊ່ວຍໃຫ້ລອດ, ກ່ອນອື່ນໝົດ ໝາກກອກຕ້ອງຖືກທຸບໃຫ້ແຕກ ໂດຍການໃຊ້ຫີນແທ່ງໃຫຍ່ເປັນເຄື່ອງລິ້ງທັບ. ເມື່ອ “ບົດ” ແລ້ວ, ໝາກກອກຈະຖືກເອົາໄປໃສ່ໄວ້ໃນກະຕ່າໄມ້ ທີ່ສານຫ່າງໆ ແລະ ຖືກຢອງກັນຂຶ້ນ. ນ້ຳໜັກຂອງມັນ ຈະບີບນ້ຳມັນທີ່ເຂັ້ມຂຸ້ນ ແລະ ດີທີ່ສຸດອອກມາ. ແລ້ວ ເຂົາເຈົ້າຈະເອົາຖ່ອນໄມ້ຍາວມາຢອງກະຕ່ານຳອີກ, ຊຶ່ງເຮັດໃຫ້ນ້ຳມັນ ໄຫລອອກມາຕື່ມ. ໃນທີ່ສຸດ, ໃນການຄັ້ນເອົານ້ຳມັນຢົດສຸດທ້າຍ, ເຂົາເຈົ້າໄດ້ຫ້ອຍກ້ອນຫີນໃສ່ສົ້ນຂອງຖ່ອນໄມ້ ເພື່ອໃຫ້ມີນ້ຳໜັກຫລາຍທີ່ສຸດ.39 ແລະ ແມ່ນແລ້ວ, ນ້ຳມັນຢົດທຳອິດ ທີ່ໄຫລອອກມາ ເປັນສີແດງ ຄືກັນກັບເລືອດ.
ຂ້າພະເຈົ້າຄິດເຖິງເລື່ອງລາວຂອງມັດທາຍ ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ຕອນພຣະອົງໄດ້ເຂົ້າໄປໃນສວນ ເຄັດເຊມາເນ ໃນຄ່ຳຄືນທີ່ໂຊກຊາຕາໄດ້ລິຂິດໄວ້ນັ້ນ—ວ່າພຣະອົງ “ຮູ້ສຶກໂສກເສົ້າ ແລະ ໜັກໜ່ວງຫລາຍ. …
“ພຣະອົງຍ່າງເລີຍໄປໄກໜ້ອຍໜຶ່ງ ໝູບໜ້າລົງກັບພື້ນ ແລະ ອະທິຖານວ່າ, ພຣະບິດາຂອງລູກເອີຍ ຖ້າເປັນໄປໄດ້ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ ແຕ່ເຖິງຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມໃຈປາດຖະໜາຂອງລູກ, ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”40
ແລ້ວ, ດັ່ງທີ່ຂ້າພະເຈົ້າວາດພາບ ຄວາມເຈັບປວດໄດ້ເພີ່ມທະວີຫລາຍຂຶ້ນ, ຈົນພຣະອົງໄດ້ອ້ອນວອນເປັນເທື່ອທີສອງ ຂໍຄວາມບັນເທົາ, ໃນທີ່ສຸດ, ບາງທີໃນຄວາມທຸກທໍລະມານຈົນສຸດຂີດຂອງພຣະອົງ, ພຣະອົງໄດ້ອ້ອນວອນເປັນເທື່ອທີສາມ. ພຣະອົງໄດ້ອົດທົນກັບຄວາມເຈັບປວດອັນແສນສາຫັດ ຈົນໄດ້ສະໜອງຄວາມຍຸດຕິທຳ ຈົນເຖິງຢົດສຸດທ້າຍ.41 ພຣະອົງໄດ້ເຮັດສິ່ງນີ້ ເພື່ອໄຖ່ທ່ານ ແລະ ຂ້າພະເຈົ້າ.
ຄວາມຮັກແຫ່ງສະຫວັນເປັນຂອງປະທານທີ່ປະເສີດແທ້ໆ! ໂດຍທີ່ເຕັມໄປດ້ວຍຄວາມຮັກນັ້ນ, ພຣະເຢຊູໄດ້ຖາມວ່າ: “ບັດນີ້ ພວກເຈົ້າຍັງຈະບໍ່ຫັນກັບມາຫາເຮົາບໍ, ແລະ ກັບໃຈຈາກບາບຂອງພວກເຈົ້າ ແລະ ປ່ຽນໃຈເຫລື້ອມໃສ, ເພື່ອເຮົາຈະໄດ້ປິ່ນປົວພວກເຈົ້າ?”42 ດ້ວຍຄວາມລະອຽດອ່ອນ ພຣະອົງໄດ້ໃຫ້ເຮົາແນ່ໃຈວ່າ, “ຈົ່ງເບິ່ງ, ແຂນແຫ່ງຄວາມເມດຕາສົງສານຂອງເຮົາໄດ້ເດ່ອອກມາຫາພວກເຈົ້າແລ້ວ, ແລະ ຜູ້ໃດກໍຕາມທີ່ຈະເຂົ້າມາຫາເຮົາ, ເຮົາຈະຮັບເອົາໄວ້; ແລະ ຄົນທີ່ມາຫາເຮົາຈະເປັນສຸກ.”43
ທ່ານຈະບໍ່ຮັກພຣະອົງບໍ ຜູ້ໄດ້ຮັກທ່ານກ່ອນ?44 ແລ້ວຈົ່ງຮັກສາພຣະບັນຍັດຂອງພຣະອົງ.45 ທ່ານຈະບໍ່ເປັນເພື່ອນຂອງພຣະອົງບໍ ຜູ້ໄດ້ສະລະພຣະຊົນເພື່ອເພື່ອນຂອງພຣະອົງ?46 ແລ້ວຈົ່ງຮັກສາພຣະບັນຍັດຂອງພຣະອົງ.47 ທ່ານຈະບໍ່ຕັ້ງຢູ່ໃນຄວາມຮັກຂອງພຣະອົງ ແລະ ຮັບເອົາທຸກສິ່ງທີ່ພຣະອົງມີໄວ້ໃຫ້ທ່ານບໍ? ແລ້ວຈົ່ງຮັກສາພຣະບັນຍັດຂອງພຣະອົງ.48 ຂ້າພະເຈົ້າອະທິຖານວ່າ ເຮົາຈະຮູ້ສຶກ ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງແທ້ໆ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.