ເພື່ອວ່າເຂົາຈະກາຍເປັນຄົນເຂັ້ມແຂງຄືກັນ
ຂ້າພະເຈົ້າອະທິຖານວ່າ ເຮົາຈະບັນລຸການເອີ້ນຂອງເຮົາທີ່ຈະຍົກຄົນອື່ນຂຶ້ນ ເພື່ອຕຽນພວກເຂົາສຳລັບການຮັບໃຊ້ທີ່ຮຸ່ງໂລດ.
ຂ້າພະເຈົ້າຮູ້ສຶກວ່າໄດ້ຮັບພອນ ທີ່ໄດ້ມາຮ່ວມກັບຜູ້ຄົນທີ່ດຳລົງຖານະປະໂລຫິດຂອງພຣະເຈົ້າໃນກອງປະຊຸມນີ້. ການອຸທິດຕົນ, ສັດທາ, ແລະ ການຮັບໃຊ້ທີ່ບໍ່ເຫັນແກ່ຕົວທີ່ຜູ້ຊາຍກຸ່ມນີ້ ແລະ ຊາຍໜຸ່ມທັງຫລາຍ ໄດ້ປະຕິບັດລົງໄປນັ້ນກໍເປັນສິ່ງມະຫັດສະຈັນໃນຍຸກສະໄໝໃໝ່. ຂ້າພະເຈົ້າຂໍກ່າວກັບຜູ້ດຳລົງຖານະປະໂລຫິດ, ເຖົ້າ ແລະ ໜຸ່ມ, ທີ່ສາມັກຄີກັນ ໃນການຮັບໃຊ້ອົງພຣະເຢຊູຄຣິດເຈົ້າດ້ວຍສຸດຫົວໃຈ.
ພຣະຜູ້ເປັນເຈົ້າປະທານອຳນາດຂອງພຣະອົງໃຫ້ແກ່ທຸກຄົນທີ່ຢູ່ໃນຕຳແໜ່ງຖານະປະໂລຫິດ ຜູ້ທີ່ຮັບໃຊ້ຢ່າງມີຄຸນຄ່າໃນໜ້າທີ່ຂອງຖານະປະໂລຫິດຂອງເຂົາເຈົ້າ.
ທ່ານວິວເຝີດ ວູດຣັບ, ຕອນເພິ່ນໄດ້ເປັນປະທານຂອງສາດສະໜາຈັກ, ໄດ້ບັນຍາຍເຖິງປະສົບການຂອງເພິ່ນໃນຕຳແໜ່ງຂອງຖານະປະໂລຫິດວ່າ:
“ຂ້າພະເຈົ້າໄດ້ຍິນຄຳເທດສະໜາເປັນເທື່ອທຳອິດໃນສາດສະໜາຈັກນີ້. ມື້ຕໍ່ມາ ຂ້າພະເຈົ້າໄດ້ຮັບບັບຕິສະມາ. ... ຂ້າພະເຈົ້າຖືກແຕ່ງຕັ້ງໃຫ້ເປັນຄູສອນ. ການເຜີຍແຜ່ຂອງຂ້າພະເຈົ້າກໍໄດ້ເລີ່ມຕົ້ນທັນທີ. ... ຂ້າພະເຈົ້າໄດ້ຮັບໃຊ້ໃນການເຜີຍແຜ່ນັ້ນໃນຖານະຄູສອນ. ... ຢູ່ທີ່ກອງປະຊຸມຂ້າພະເຈົ້າໄດ້ຖືກແຕ່ງຕັ້ງໃຫ້ເປັນປະໂລຫິດ. ... ຫລັງຈາກຂ້າພະເຈົ້າຖືກແຕ່ງຕັ້ງໃຫ້ເປັນປະໂລຫິດແລ້ວ ຂ້າພະເຈົ້າຖືກສົ່ງ ... ໄປສອນສາດສະໜາທີ່ພາກໃຕ້ຂອງສະຫະລັດ. ນັ້ນໄດ້ເກີດຂຶ້ນໃນລະດູໃບໄມ້ຫລົ່ນຂອງປີ 1843. ຂ້າພະເຈົ້າໄດ້ມີຄູ່ຮ່ວມສອນສາດສະໜາໄປນຳ, ແລະ ພວກເຮົາໄດ້ເລີ່ມອອກໄປສອນໂດຍບໍ່ມີເງິນ ບໍ່ມີຖົງເຄື່ອງ. ຂ້າພະເຈົ້າໄດ້ເດີນທາງໄປຄົນດຽວຫລາຍໆກິໂລແມັດ ແລະ ໄດ້ສັ່ງສອນພຣະກິດຕິຄຸນ, ແລະ ຂ້າພະເຈົ້າໄດ້ໃຫ້ບັບຕິສະມາຫລາຍຄົນ ແຕ່ຂ້າພະເຈົ້າບໍ່ສາມາດຢືນຢັນເຂົາເຈົ້າ ເຂົ້າໃນສາດສະໜາຈັກ, ເພາະວ່າຂ້າພະເຈົ້າໄດ້ເປັນພຽງແຕ່ປະໂລຫິດ. ... ຂ້າພະເຈົ້າໄດ້ເດີນທາງໄປເປັນເວລາດົນນານ ສັ່ງສອນພຣະກິດຕິຄຸນກ່ອນຂ້າພະເຈົ້າຖືກແຕ່ງຕັ້ງໃຫ້ເປັນແອວເດີ. …
“[ບັດນີ້] ຂ້າພະເຈົ້າໄດ້ເປັນສະມາຊິກຂອງກຸ່ມອັກຄະສາວົກສິບສອງປະມານຫ້າສິບສີ່ປີ. ຂ້າພະເຈົ້າໄດ້ເດີນທາງໄປນຳກຸ່ມນັ້ນ ແລະ ກຸ່ມອື່ນໆອີກທີ່ບັດນີ້ເປັນເວລາຫົກສິບປີ; ແລະ ຂ້າພະເຈົ້າຢາກກ່າວຕໍ່ກຸ່ມທີ່ເຕົ້າໂຮມກັນຢູ່ນີ້ວ່າ ຂ້າພະເຈົ້າກໍຖືກສະໜັບສະໜູນໃນລະດັບດຽວກັນ ໂດຍອຳນາດຂອງພຣະເຈົ້າຕອນດຳລົງຕຳແໜ່ງຂອງຄູສອນ, ແລະ ໂດຍສະເພາະຕອນປະຕິບັດໜ້າທີ່ໃນສາດສະໜາຈັກໃນຖານະປະໂລຫິດ, ດັ່ງດຽວກັນກັບໃນຖານະອັກຄະສາວົກ. ມັນບໍ່ມີຄວາມແຕກຕ່າງໃດໆໃນເລື່ອງນີ້ຖ້າຫາກເຮົາປະຕິບັດຕາມໜ້າທີ່ຂອງເຮົາ.”1
ຄວາມເປັນໄປໄດ້ທາງວິນຍານທີ່ປະເສີດນັ້ນທີ່ບໍ່ມີຄວາມແຕກຕ່າງ ກໍຖືກແນະນຳໃນຄຳບັນຍາຍຂອງພຣະຜູ້ເປັນເຈົ້າເຖິງຖານະປະໂລຫິດແຫ່ງອາໂຣນ ວ່າເປັນ “ສ່ວນປະກອບ” ຂອງຖານະປະໂລຫິດແຫ່ງເມນຄີເສເດັກ.2 ຄຳວ່າ ສ່ວນປະກອບ ໝາຍຄວາມວ່າ ທັງສອງກ່ຽວພັນກັນ. ການກ່ຽວພັນກັນນີ້ກໍສຳຄັນຕໍ່ຖານະປະໂລຫິດທີ່ຈະກາຍເປັນພະລັງ ແລະ ພອນທີ່ມັນຈະເປັນໄດ້, ໃນໂລກນີ້ ແລະ ຕະຫລອດໄປ, ເພາະວ່າມັນບໍ່ມີການເລີ່ມຕົ້ນຂອງມື້ ຫລື ການສິ້ນສຸດຂອງປີ.3
ການກ່ຽວພັນກັນກໍເປັນສິ່ງງ່າຍ. ຖານະປະໂລຫິດແຫ່ງອາໂຣນ ຕຽມຊາຍໜຸ່ມສຳລັບຄວາມໄວ້ວາງໃຈທີ່ສັກສິດຫລາຍກວ່ານັ້ນ.
ຖານະປະໂລຫິດແຫ່ງເມນຄີເສເດັກດຳລົງຂໍກະແຈຂອງພອນທາງວິນຍານທັງໝົດຂອງສາດສະໜາຈັກ—
ພອນທາງວິນຍານທັງໝົດຂອງສາດສະໜາຈັກແມ່ນຮ່ວມດ້ວຍ ການມີສິດທິພິເສດທີ່ຈະຮັບເອົາຄວາມລຶກລັບຂອງອານາຈັກສະຫວັນ, ໃຫ້ສະຫວັນເປີດອອກແກ່ພວກເຮົາ, ເພື່ອຕິດຕໍ່ກັບການປະຊຸມໃຫຍ່ ແລະ ສາດສະໜາຈັກຂອງພຣະບຸດຫົວປີ, ແລະ ຊື່ນຊົມກັບການພົວພັນ ແລະ ການປະທັບຢູ່ຂອງອົງພຣະບິດາເຈົ້າ, ແລະ ພຣະເຢຊູ ຜູ້ເປັນກາງຂອງພັນທະສັນຍາໃໝ່.4
ຂໍກະແຈແຫ່ງຖານະປະໂລຫິດເຫລົ່ານັ້ນແມ່ນຖືກນຳໃຊ້ຢ່າງຄົບຖ້ວນໂດຍຜູ້ຊາຍພຽງຄົນດຽວເທົ່ານັ້ນ ໃນໄລຍະເວລາໃດເວລາໜຶ່ງ, ຊຶ່ງເປັນປະທານ ແລະ ມະຫາປະໂລຫິດທີ່ເປັນປະທານຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ. ແລ້ວ, ໂດຍການມອບໝາຍຂອງປະທານ, ຊາຍທຸກຄົນທີ່ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ສາມາດໄດ້ຮັບສິດອຳນາດ ແລະ ສິດທິພິເສດແຫ່ງການກ່າວ ແລະ ການກະທຳໃນພຣະນາມຂອງພຣະຜູ້ຊົງລິດທານຸພາບ. ອຳນາດນັ້ນບໍ່ມີຂອບເຂດ. ມັນກ່ຽວພັນກັບຊີວິດ ແລະ ຄວາມຕາຍ, ກັບຄອບຄົວ ແລະ ສາດສະໜາຈັກ, ກັບທຳມະຊາດທີ່ຍິ່ງໃຫຍ່ຂອງພຣະເຈົ້າເອງ ແລະ ວຽກງານນິລັນດອນຂອງພຣະອົງ.
ພຣະຜູ້ເປັນເຈົ້າກຳລັງຈັດຕຽມຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ໃຫ້ກາຍເປັນແອວເດີ ທີ່ຮັບໃຊ້ດ້ວຍສັດທາ, ອຳນາດ, ແລະ ຄວາມກະຕັນຍູໃນຖານະປະໂລຫິດແຫ່ງເມນຄີເສເດັກທີ່ຮຸ່ງໂລດນັ້ນ.
ສຳລັບບັນດາແອວເດີ, ຄວາມກະຕັນຍູທີ່ເລິກຊຶ້ງຈະເປັນພາກສ່ວນທີ່ສຳຄັນໃນການບັນລຸຄວາມສຳເລັດໃນບົດບາດຂອງທ່ານ ໃນການຮັບໃຊ້ຂອງຖານະປະໂລຫິດຢ່າງເຕັມປ່ຽມ. ທ່ານຈະຈື່ຈຳວັນເວລາຂອງທ່ານ ຕອນເປັນມັກຄະນາຍົກ, ຄູສອນ, ຫລື ປະໂລຫິດ ເມື່ອຜູ້ທີ່ດຳລົງຖານະປະໂລຫິດທີ່ສູງກວ່າ ໄດ້ເອື້ອມມາຍົກທ່ານຂຶ້ນ ແລະ ໃຫ້ກຳລັງໃຈທ່ານໃນການເດີນທາງຂອງຖານະປະໂລຫິດຂອງທ່ານ.
ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທຸກຄົນກໍມີຄວາມຊົງຈຳດັ່ງກ່າວ, ແຕ່ຄວາມຮູ້ສຶກເຖິງຄວາມກະຕັນຍູອາດລົດນ້ອຍຖອຍລົງເມື່ອເວລາໄດ້ຜ່ານໄປ. ຄວາມຫວັງຂອງຂ້າພະເຈົ້າແມ່ນຈະເຮັດໃຫ້ຄວາມຮູ້ສຶກນັ້ນກັບຄືນມາ ພ້ອມດ້ວຍຄວາມຕັ້ງໃຈທີ່ຈະມອບຄວາມຊ່ວຍເຫລືອໃຫ້ທຸກຄົນທີ່ທ່ານໃຫ້ໄດ້ ໃນທຳນອງດຽວກັນກັບທີ່ທ່ານເຄີຍໄດ້ຮັບ.
ຂ້າພະເຈົ້າຈຳອະທິການຄົນໜຶ່ງໄດ້ ຜູ້ທີ່ໄດ້ປະຕິບັດຕໍ່ຂ້າພະເຈົ້າເໝືອນກັບວ່າ ຂ້າພະເຈົ້າມີຄວາມສາມາດທີ່ຈະກາຍເປັນໄປໄດ້ ໃນອຳນາດຂອງຖານະປະໂລຫິດ. ເພິ່ນໄດ້ໂທຫາຂ້າພະເຈົ້າວັນອາທິດໜຶ່ງ ຕອນຂ້າພະເຈົ້າເປັນປະໂລຫິດ. ເພິ່ນໄດ້ເວົ້າວ່າ ເພິ່ນຕ້ອງການໃຫ້ຂ້າພະເຈົ້າເປັນຄູ່ໄປຢ້ຽມຢາມສະມາຊິກບາງຄົນໃນຫວອດຂອງເຮົາກັບເພິ່ນ. ເພິ່ນໄດ້ເຮັດຄືວ່າ ຂ້າພະເຈົ້າຄົນດຽວທີ່ເປັນຄວາມຫວັງສຳລັບຄວາມສຳເລັດນັ້ນ. ເພິ່ນບໍ່ໄດ້ຕ້ອງການຂ້າພະເຈົ້າດອກ. ເພິ່ນມີທີ່ປຶກສາທີ່ດີເລີດຢູ່ແລ້ວໃນຝ່າຍອະທິການຂອງເພິ່ນ.
ພວກເຮົາໄດ້ໄປຢາມແມ່ໝ້າຍທີ່ທຸກຍາກລຳບາກຄົນໜຶ່ງ. ເພິ່ນຢາກໃຫ້ຂ້າພະເຈົ້າຊ່ວຍສຳພັດຫົວໃຈຂອງນາງ, ທ້າທາຍນາງໃຫ້ຈັດ ແລະ ໃຊ້ການງົບປະມານ, ແລະ ໃຫ້ສັນຍາກັບນາງວ່າ ນາງບໍ່ພຽງສາມາດຈະເອົາຊະນະສະພາບການຂອງນາງໄດ້ເທົ່ານັ້ນ ແຕ່ຍັງຈະຊ່ວຍຄົນອື່ນໄດ້ນຳອີກ.
ຈາກນັ້ນ ພວກເຮົາໄດ້ໄປໃຫ້ການປອບໂຍນເດັກຍິງສອງຄົນທີ່ອາໄສຢູ່ໃນສະພາບການທີ່ຫຍຸ້ງຍາກ. ຕອນພວກເຮົາໄດ້ອອກຈາກບ້ານນັ້ນໄປ, ອະທິການໄດ້ເວົ້າກັບຂ້າພະເຈົ້າຢ່າງງຽບໆວ່າ, “ເດັກຍິງເຫລົ່ານັ້ນຈະບໍ່ມີວັນລືມວ່າ ພວກເຮົາໄດ້ມາຢ້ຽມຢາມພວກນາງ.”
ໃນບ້ານຕໍ່ໄປ, ຂ້າພະເຈົ້າໄດ້ເຫັນວິທີທີ່ຈະເຊື້ອເຊີນຊາຍຄົນໜຶ່ງທີ່ບໍ່ເຂັ້ມແຂງໃຫ້ກັບຄືນມາຫາພຣະຜູ້ເປັນເຈົ້າ ໂດຍການເຮັດໃຫ້ລາວໝັ້ນໃຈວ່າ ສະມາຊິກໃນຫວອດຕ້ອງການລາວ.
ອະທິການຄົນນັ້ນໄດ້ເປັນຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ຜູ້ທີ່ໄດ້ຊ່ວຍໃຫ້ຂ້າພະເຈົ້າຮັບຮູ້ຄວາມສາມາດຂອງຂ້າພະເຈົ້າ ແລະ ດົນໃຈຂ້າພະເຈົ້າໂດຍຕົວຢ່າງຂອງເພິ່ນ. ເພິ່ນໄດ້ສອນຂ້າພະເຈົ້າໃຫ້ມີພະລັງ ແລະ ມີຄວາມກ້າຫານ ທີ່ຈະໄປທຸກຫົນທຸກແຫ່ງໃນການຮັບໃຊ້ເພື່ອພຣະຜູ້ເປັນເຈົ້າ. ເພິ່ນໄດ້ເສຍຊີວິດໄປຮັບເອົາລາງວັນໃນສະຫວັນຂອງເພິ່ນແລ້ວ, ແຕ່ຂ້າພະເຈົ້າຍັງຈື່ຈຳເພິ່ນຢູ່ ເພາະເພິ່ນໄດ້ເອື້ອມລົງມາ ຍົກຂ້າພະເຈົ້າຂຶ້ນ ຕອນຂ້າພະເຈົ້າເປັນຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ທີ່ຂາດປະສົບການ. ຕໍ່ມາຂ້າພະເຈົ້າໄດ້ຮຽນຮູ້ວ່າ ເພິ່ນໄດ້ເຫັນຂ້າພະເຈົ້າຢູ່ໃນເສັ້ນທາງຂອງຖານະປະໂລຫິດທີ່ມີໜ້າທີ່ຮັບຜິດຊອບຫລາຍກວ່ານັ້ນໃນອະນາຄົດ, ທີ່ຂ້າພະເຈົ້າບໍ່ສາມາດເຂົ້າໃຈໄດ້ຢ່າງຄົບຖ້ວນໃນເວລານັ້ນ.
ພໍ່ຂອງຂ້າພະເຈົ້າກໍໄດ້ເຮັດແບບດຽວກັນສຳລັບຂ້າພະເຈົ້າ. ເພິ່ນໄດ້ເປັນຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທີ່ມີປະສົບການຫລາຍ ແລະ ສະຫລຽວສະຫລາດ. ຄັ້ງໜຶ່ງອັກຄະສາວົກຄົນໜຶ່ງໄດ້ຂໍຮ້ອງໃຫ້ເພິ່ນຂຽນບັນທຶກສັ້ນໆກ່ຽວກັບຫລັກຖານທາງວິທະຍາສາດວ່າໂລກນີ້ ໄດ້ເປັນຢູ່ມານານເທົ່າໃດແລ້ວ. ເພິ່ນໄດ້ຂຽນມັນຢ່າງລະມັດລະວັງ, ໂດຍທີ່ຮູ້ວ່າຄົນບາງຄົນທີ່ອາດຈະອ່ານມັນ ກໍໄດ້ມີຄວາມຮູ້ສຶກຢ່າງແຮງກ້າວ່າ ໂລກນີ້ບໍ່ໄດ້ເປັນມາດົນນານກວ່າຫລັກຖານທາງວິທະຍາສາດໄດ້ແນະນຳ.
ຂ້າພະເຈົ້າຍັງຈຳຕອນທີ່ພໍ່ໄດ້ຍື່ນສິ່ງທີ່ເພິ່ນໄດ້ຂຽນ ແລະ ກ່າວວ່າ, “ຮາວ, ລູກມີສະຕິປັນຍາທີ່ຈະຮູ້ວ່າພໍ່ຄວນສົ່ງບັນທຶກນີ້ໄປໃຫ້ບັນດາອັກຄະສາວົກ ແລະ ສາດສະດາຫລືບໍ່?” ຂ້າພະເຈົ້າຈຳຫຍັງບໍ່ໄດ້ຫລາຍເຖິງສິ່ງທີ່ບັນທຶກນັ້ນໄດ້ກ່າວ, ແຕ່ຂ້າພະເຈົ້າຈະເກັບຄວາມກະຕັນຍູທີ່ຂ້າພະເຈົ້າໄດ້ຮູ້ສຶກໄວ້ຕະຫລອດໄປ ສຳລັບຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທີ່ຍິ່ງໃຫຍ່ ຜູ້ທີ່ໄດ້ເຫັນສະຕິປັນຍາທາງວິນຍານໃນຕົວຂ້າພະເຈົ້າ ທີ່ຂ້າພະເຈົ້າບໍ່ສາມາດເຫັນໄດ້.
ຄືນໜຶ່ງ, ເມື່ອຫລາຍປີຕໍ່ຈາກນັ້ນ, ຫລັງຈາກຂ້າພະເຈົ້າໄດ້ຖືກແຕ່ງຕັ້ງໃຫ້ເປັນອັກຄະສາວົກຄົນໜຶ່ງ, ສາດສະດາໄດ້ໂທມາຫາ ແລະ ໄດ້ຂໍໃຫ້ຂ້າພະເຈົ້າອ່ານສິ່ງທີ່ຖືກຂຽນກ່ຽວກັບຄຳສອນຂອງສາດສະໜາຈັກ. ເພິ່ນໄດ້ໃຊ້ເວລາໃນຄືນນັ້ນເພື່ອອ່ານຫລາຍບົດໃນປຶ້ມນັ້ນ. ເພິ່ນທັງເວົ້າ ແລະ ທັງຫົວໄປນຳ ວ່າ, “ຂ້ອຍອ່ານທັງໝົດນີ້ບໍ່ໄດ້ດອກ. ເຈົ້າບໍ່ຄວນຈະພັກຜ່ອນ ຂະນະທີ່ຂ້ອຍຕ້ອງທຳງານ.” ແລະ ແລ້ວເພິ່ນກໍໄດ້ໃຊ້ເກືອບຄຳດຽວກັນນັ້ນ ທີ່ພໍ່ຂອງຂ້າພະເຈົ້າໄດ້ກ່າວໄປເມື່ອຫລາຍປີກ່ອນວ່າ: “ຮາວ, ເຈົ້າເປັນຄົນທີ່ຄວນອ່ານຄຳສອນນີ້. ເຈົ້າຈະຮູ້ຖ້າຫາກວ່າມັນຖືກຕ້ອງພໍທີ່ຈະຈັດພິມມັນຫລືບໍ່.”
ແບບແຜນຂອງຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກອັນດຽວກັນນັ້ນ ທີ່ຍົກລະດັບຄວາມເຫັນ ແລະ ໃຫ້ຄວາມໝັ້ນໃຈ ໄດ້ເກີດຂຶ້ນໃນຄືນໜຶ່ງ ຕອນຢູ່ງານກ່າວປາໄສ ທີ່ສາດສະໜາຈັກໄດ້ສະໜັບສະໜູນ. ຕອນຂ້າພະເຈົ້າມີອາຍຸ 17 ປີ, ຂ້າພະເຈົ້າຖືກຂໍໃຫ້ໄປກ່າວປາໄສຕໍ່ຄົນທີ່ຮັບຟັງເປັນຈຳນວນໃຫຍ່. ຂ້າພະເຈົ້າຄິດບໍ່ອອກເຖິງສິ່ງທີ່ຖືກຄາດຫວັງຈາກຂ້າພະເຈົ້າ. ຂ້າພະເຈົ້າບໍ່ໄດ້ຮັບຫົວຂໍ້ທີ່ຈະໃຫ້ກ່າວປາໄສ, ແລະ ສະນັ້ນຂ້າພະເຈົ້າຈຶ່ງໄດ້ຕຽມບົດປາໄສທີ່ເກີນກວ່າສິ່ງທີ່ຂ້າພະເຈົ້າໄດ້ຮູ້ກ່ຽວກັບພຣະກິດຕິຄຸນ. ຕອນຂ້າພະເຈົ້າໄດ້ກ່າວ, ຂ້າພະເຈົ້າກໍໄດ້ຮັບຮູ້ວ່າ ຂ້າພະເຈົ້າໄດ້ເຮັດຜິດພາດໄປ. ຂ້າພະເຈົ້າຍັງຈຳຄວາມຮູ້ສຶກຂອງຂ້າພະເຈົ້າ, ຫລັງຈາກຂ້າພະເຈົ້າໄດ້ກ່າວ, ຂ້າພະເຈົ້າຮູ້ສຶກເຖິງການລົ້ມເຫລວນັ້ນ.
ຜູ້ກ່າວປາໄສຄົນຕໍ່ໄປ ແລະ ຜູ້ກ່າວຄົນສຸດທ້າຍແມ່ນ ແອວເດີ ແມດທິວ ຄາວລີ ແຫ່ງກຸ່ມອັກຄະສາວົກສິບສອງ. ເພິ່ນໄດ້ເປັນຜູ້ກ່າວປາໄສທີ່ດີເດັ່ນ—ເປັນທີ່ຮັກຕະຫລອດທົ່ວສາດສະໜາຈັກ. ຂ້າພະເຈົ້າຍັງຈຳໄດ້ຕອນເງີຍໜ້າຂຶ້ນເບິ່ງເພິ່ນຈາກບ່ອນນັ່ງຂອງຂ້າພະເຈົ້າ ທີ່ຢູ່ຖັດໄປຈາກແທ່ນປາໄສ.
ເພິ່ນໄດ້ເລີ່ມດ້ວຍນ້ຳສຽງທີ່ມີພະລັງອຳນາດ. ເພິ່ນໄດ້ກ່າວວ່າ ຄຳປາໄສຂອງຂ້າພະເຈົ້າໄດ້ເຮັດໃຫ້ເພິ່ນຮູ້ສຶກວ່າເພິ່ນໄດ້ຢູ່ທີ່ກອງປະຊຸມທີ່ດີເລີດ. ເພິ່ນໄດ້ສະແດງຮອຍຍິ້ມເມື່ອເພິ່ນໄດ້ກ່າວ. ຄວາມຮູ້ສຶກທີ່ລົ້ມເຫລວຂອງຂ້າພະເຈົ້າກໍໄດ້ສູນຫາຍໄປ ແລະ ຄວາມໝັ້ນໃຈກໍໄດ້ຕິດຕາມມາ ເພື່ອວ່າວັນໃດວັນໜຶ່ງຂ້າພະເຈົ້າອາດກາຍເປັນຄົນທີ່ເພິ່ນໄດ້ຄິດວ່າ ຂ້າພະເຈົ້າໄດ້ເປັນຢູ່ແລ້ວ.
ຄວາມຊົງຈຳຂອງຄືນນັ້ນຍັງນຳພາຂ້າພະເຈົ້າໃຫ້ຮັບຟັງຢ່າງລະມັດລະວັງ ເມື່ອຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນກ່າວອອກໄປ. ເປັນເພາະສິ່ງທີ່ ແອວເດີ ຄາວລີ ໄດ້ເຮັດໃຫ້ແກ່ຂ້າພະເຈົ້າ, ຂ້າພະເຈົ້າຈະຄາດຫວັງສະເໝີ ວ່າຂ້າພະເຈົ້າຈະໄດ້ຍິນພຣະຄຳຂອງພຣະເຈົ້າ. ໜ້ອຍໜັກໜ້ອຍໜາ ທີ່ຂ້າພະເຈົ້າຈະຜິດຫວັງ ແລະ ສ່ວນຫລາຍແລ້ວມັກຈະປະຫລາດໃຈ, ແລະ ຂ້າພະເຈົ້າອົດບໍ່ໄດ້ ແຕ່ຕ້ອງຍິ້ມດັ່ງທີ່ ແອວເດີ ຄາວລີ ໄດ້ຍິ້ມ.
ຫລາຍສິ່ງຫລາຍຢ່າງອາດຊ່ວຍເຮັດໃຫ້ບັນດານ້ອງຊາຍໜຸ່ມຂອງເຮົາເຂັ້ມແຂງຂຶ້ນ ເພື່ອຈະກ້າວໜ້າຕໍ່ໄປໃນຖານະປະໂລຫິດ, ແຕ່ບໍ່ມີຫຍັງຈະມີພະລັງຫລາຍກວ່າການທີ່ເຮົາໄດ້ຊ່ວຍໃຫ້ພວກເຂົາພັດທະນາສັດທາ ແລະ ຄວາມໝັ້ນໃຈ ວ່າພວກເຂົາສາມາດເພິ່ງພາອຳນາດຂອງພຣະເຈົ້າ ໃນການຮັບໃຊ້ຂອງຖານະປະໂລຫິດຂອງພວກເຂົາ.
ສັດທາ ແລະ ຄວາມໝັ້ນໃຈນັ້ນຈະບໍ່ຄົງຢູ່ກັບພວກເຂົາ ຈາກປະສົບການຄັ້ງດຽວ ຈາກການຖືກຍົກຂຶ້ນ ແມ່ນແຕ່ໂດຍຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທີ່ມີພອນສະຫວັນ. ຄວາມສາມາດທີ່ຈະນຳໃຊ້ອຳນາດເຫລົ່ານັ້ນຕ້ອງຖືກພັດທະນາໂດຍການສະແດງອອກເຖິງຄວາມໝັ້ນໃຈຫລາຍໆເທື່ອ ຈາກຜູ້ທີ່ມີປະສົບການຫລາຍໃນຖານະປະໂລຫິດ.
ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ຈະຕ້ອງການກຳລັງໃຈ ແລະ ການແກ້ໄຂທຸກໆວັນ ແມ່ນແຕ່ທຸກໆຊົ່ວໂມງ ຈາກພຣະຜູ້ເປັນເຈົ້າພຣະອົງເອງ ຜ່ານທາງພຣະວິນຍານບໍລິສຸດ. ນັ້ນຈະມີໄວ້ໃຫ້ແກ່ພວກເຂົາ ຂະນະທີ່ພວກເຂົາ ເລືອກທີ່ຈະຄົງຢູ່ໃຫ້ມີຄຸນຄ່າທີ່ຈະໄດ້ຮັບມັນ. ມັນຈະຂຶ້ນຢູ່ກັບການເລືອກ ທີ່ພວກເຂົາຈະເລືອກ.
ນັ້ນແຫລະ ຈຶ່ງເປັນສາເຫດທີ່ເຮົາຕ້ອງສອນໂດຍການເປັນຕົວຢ່າງ ແລະ ໂດຍປະຈັກພະຍານ ວ່າຖ້ອຍຄຳຂອງ ກະສັດເບັນຢາມິນ ຜູ້ນຳແຫ່ງຖານະປະໂລຫິດແຫ່ງເມນຄີເສເດັກທີ່ຍິ່ງໃຫຍ່ນັ້ນຈິງ.5 ມັນເປັນຖ້ອຍຄຳແຫ່ງຄວາມຮັກ ທີ່ໄດ້ກ່າວອອກມາໃນພຣະນາມຂອງພຣະຜູ້ເປັນເຈົ້າ ຜູ້ຊຶ່ງເປັນເຈົ້າຂອງຖານະປະໂລຫິດນີ້. ກະສັດເບັນຢາມິນສອນສິ່ງທີ່ຖືກຮຽກຮ້ອງຈາກເຮົາ ທີ່ໃຫ້ຄົງຢູ່ຢ່າງບໍລິສຸດ ເພື່ອຈະໄດ້ຮັບກຳລັງໃຈ ແລະ ການແກ້ໄຂໃຫ້ຖືກຕ້ອງຈາກພຣະຜູ້ເປັນເຈົ້າວ່າ:
“ແລະ ສຸດທ້າຍນີ້, ຂ້າພະເຈົ້າບອກພວກທ່ານບໍ່ໄດ້ທຸກເລື່ອງ ໂດຍການທີ່ພວກທ່ານຈະກະທຳບາບ; ເພາະມີທາງ ແລະ ວິທີຕ່າງໆຊຶ່ງມີຫລາຍຈົນຂ້າພະເຈົ້ານັບບໍ່ໄດ້.
“ແຕ່ຂ້າພະເຈົ້າບອກພວກທ່ານໄດ້ເທົ່ານີ້ຄື ຖ້າຫາກພວກທ່ານບໍ່ລະວັງຕົວ ແລະ ຄວາມນຶກຄິດຂອງພວກທ່ານ, ແລະ ຄຳເວົ້າຂອງພວກທ່ານ, ແລະ ການກະທຳຂອງພວກທ່ານ, ແລະ ບໍ່ຍຶດຖືພຣະບັນຍັດຂອງພຣະເຈົ້າ, ແລະ ບໍ່ດຳເນີນໄປດ້ວຍສັດທາທີ່ພວກທ່ານໄດ້ຍິນກ່ຽວກັບການສະເດັດມາຂອງພຣະຜູ້ເປັນເຈົ້າຂອງພວກເຮົາ, ເຖິງແມ່ນຈົນເຖິງທີ່ສຸດແຫ່ງຊີວິດຂອງພວກທ່ານແລ້ວ, ພວກທ່ານຈະຕ້ອງຕາຍ. ແລະ ບັດນີ້, ໂອ້ ມະນຸດ, ຈົ່ງຈື່ຈຳຄຳເຫລົ່ານີ້ໄວ້ ແລະ ຢ່າຕາຍເລີຍ.”6
ເຮົາທຸກຄົນກໍຮັບຮູ້ເຖິງລູກສອນໄຟຂອງສັດຕູຂອງບັນດາຄວາມຊອບທຳ ທີ່ຖືກສົ່ງລົງມາເໝືອນດັ່ງລົມພະຍຸຮ້າຍ ທີ່ຕໍ່ສູ້ກັບບັນດາຜູ້ດຳລົງຖານະປະໂລຫິດໜຸ່ມທີ່ເຮົາຮັກຫລາຍທີ່ສຸດ. ຕໍ່ພວກເຮົາແລ້ວ, ພວກເຂົາເບິ່ງຄືວ່າເໝືອນທະຫານໜຸ່ມ, ຜູ້ທີ່ໄດ້ເອີ້ນຕົວພວກເຂົາເອງວ່າລູກຊາຍຂອງຮີລາມັນ. ພວກເຂົາສາມາດລອດຊີວິດໄດ້, ເໝືອນດັ່ງ ທະຫານໜຸ່ມເຫລົ່ານັ້ນ, ຖ້າຫາກພວກເຂົາຮັກສາຕົວພວກເຂົາເອງໃຫ້ປອດໄພ ດັ່ງທີ່ກະສັດເບັນຢາມິນໄດ້ຊຸກຍູ້ໃຫ້ພວກເຂົາເຮັດ.
ພວກລູກຊາຍຂອງຮີລາມັນບໍ່ໄດ້ສົງໃສຫຍັງເລີຍ. ພວກເຂົາໄດ້ຕໍ່ສູ້ຢ່າງກ້າຫານ ແລະ ເປັນຜູ້ໄດ້ຮັບໄຊຊະນະ ເພາະວ່າພວກເຂົາໄດ້ເຊື່ອໃນຖ້ອຍຄຳຂອງແມ່ຂອງພວກເຂົາ.7 ເຮົາເຂົ້າໃຈອຳນາດແຫ່ງສັດທາຂອງແມ່ທີ່ຊົງຮັກ. ແມ່ໃຫ້ການສົ່ງເສີມສຳຄັນແກ່ລູກຊາຍຂອງພວກນາງໃນທຸກວັນນີ້. ເຮົາ, ຜູ້ດຳລົງຖານະປະໂລຫິດ, ສາມາດ ແລະ ຕ້ອງໃຫ້ການສົ່ງເສີມນັ້ນເພີ່ມເຕີມ ດ້ວຍຄວາມຕັ້ງໃຈທີ່ຈະບັນລຸໜ້າທີ່ຮັບຜິດຊອບ ວ່າເມື່ອເຮົາໄດ້ເຫລື້ອມໃສແລ້ວ, ເຮົາກໍຈະເອື້ອມລົງໄປຊ່ວຍໃຫ້ຄວາມເຂັ້ມແຂງແກ່ນ້ອງຊາຍຂອງເຮົາ.8
ຂ້າພະເຈົ້າອະທິຖານວ່າ ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທຸກຄົນ ຈະຮັບເອົາໂອກາດທີ່ຖືກສະເໜີໃຫ້ ໂດຍພຣະຜູ້ເປັນເຈົ້າ.
ພຣະອົງກ່າວວ່າ ຖ້າຫາກຄົນໃດໃນບັນດາພວກເຈົ້າເຂັ້ມແຂງໃນພຣະວິນຍານ, ກໍໃຫ້ເຂົາເອົາຄົນທີ່ອ່ອນແອໄປກັບເຂົາ, ເພື່ອວ່າເຂົາຈະໄດ້ຮັບການເສີມສ້າງໃນຄວາມອ່ອນນ້ອມທຸກຢ່າງ, ເພື່ອວ່າເຂົາຈະກາຍເປັນຄົນເຂັ້ມແຂງຄືກັນ.
ພຣະອົງໄດ້ກ່າວວ່າ ເຮົາຄວນເອົາຄົນທີ່ໄດ້ຮັບການແຕ່ງຕັ້ງສູ່ຖານະປະໂລຫິດຕ່ຳກວ່າໄປກັບເຮົາ, ແລະ ສົ່ງພວກເຂົາໄປກ່ອນເຮົາເພື່ອນັດໝາຍ, ແລະ ເພື່ອຕຽມທາງ, ແລະ ເພື່ອໄປຕາມນັດໝາຍທີ່ຕົວພວກເຮົາເອງບໍ່ສາມາດບັນລຸຄວາມສຳເລັດໄດ້.
ພຣະອົງໄດ້ກ່າວວ່າ ນີ້ຄືວິທີທີ່ອັກຄະສາວົກຂອງພຣະອົງ, ໃນຍຸກສະໄໝບູຮານ, ໄດ້ສ້າງສາດສະໜາຈັກຂອງພຣະອົງ ໃຫ້ແກ່ພຣະອົງ.9
ທ່ານຜູ້ເປັນຜູ້ນຳຖານະປະໂລຫິດ ແລະ ບັນດາພໍ່ຂອງຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ສາມາດເຮັດສິ່ງມະຫັດສະຈັນໄດ້. ທ່ານສາມາດຊ່ວຍພຣະຜູ້ເປັນເຈົ້າ ໃນການມອບຕຳແໜ່ງຂອງແອວເດີທີ່ຊື່ສັດໃຫ້ແກ່ຊາຍໜຸ່ມ ຜູ້ທີ່ໄດ້ຮັບການເອີ້ນໃຫ້ໄປສັ່ງສອນພຣະກິດຕິຄຸນ ແລະ ຮັບໃຊ້ດ້ວຍຄວາມໝັ້ນໃຈ. ທ່ານຈະໄດ້ເຫັນຄົນທັງຫລາຍທີ່ທ່ານໄດ້ຍົກຂຶ້ນ ແລະ ໄດ້ຊຸກຍູ້ໃຫ້ຄົງຢູ່ຢ່າງຊື່ສັດ, ແຕ່ງງານຢ່າງມີຄຸນຄ່າດີພໍໃນພຣະວິຫານ, ແລະ ຫັນກັບມາ, ຍົກລະດັບ ແລະ ຈັດຕຽມຄົນອື່ນ.
ບໍ່ຈຳເປັນຕ້ອງຮຽກຮ້ອງໂຄງການກິດຈະກຳໃໝ່, ພັດທະນາອຸປະກອນການສອນ, ຫລື ການສື່ສານມວນຊົນ. ບໍ່ຈຳເປັນຕ້ອງຮຽກຮ້ອງການເອີ້ນທີ່ເກີນກວ່າທີ່ທ່ານມີຢູ່ດຽວນີ້. ຄຳສາບານ ແລະ ພັນທະສັນຍາຂອງຖານະປະໂລຫິດຈະປະທານອຳນາດ, ສິດອຳນາດ, ແລະ ການຊີ້ນຳ. ຂ້າພະເຈົ້າຫວັງວ່າທ່ານຈະກັບບ້ານ ແລະ ສຶກສາຄຳສາບານ ແລະ ພັນທະສັນຍາແຫ່ງຖານະປະໂລຫິດ ຢ່າງລະມັດລະວັງ, ຕາມທີ່ພົບເຫັນໃນພຣະຄຳພີ Doctrine and Covenants ພາກທີ 84.
ເຮົາທຸກຄົນຫວັງວ່າຊາຍໜຸ່ມຫລາຍກວ່ານີ້ ຈະມີປະສົບການເໝືອນດັ່ງ ທ່ານວິວເຝີດ ວູດຣັບ, ຜູ້ທີ່, ຕອນເປັນຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ, ໄດ້ສອນພຣະກິດຕິຄຸນຂອງພຣະເຢຊູຄຣິດດ້ວຍອຳນາດທີ່ຈະໃຫ້ການເຫລື້ອມໃສ.
ຂ້າພະເຈົ້າອະທິຖານວ່າ ເຮົາຈະບັນລຸການເອີ້ນຂອງເຮົາທີ່ຈະຍົກຄົນອື່ນຂຶ້ນ ເພື່ອຕຽນພວກເຂົາສຳລັບການຮັບໃຊ້ທີ່ຮຸ່ງໂລດ. ຂ້າພະເຈົ້າຂໍຂອບໃຈຜູ້ຄົນທີ່ປະເສີດສຸດຫົວໃຈ ຜູ້ທີ່ໄດ້ຍົກຂ້າພະເຈົ້າຂຶ້ນ ແລະ ໄດ້ສະແດງໃຫ້ຂ້າພະເຈົ້າເຫັນວິທີທີ່ຈະຮັກ ແລະ ຍົກຄົນອື່ນຂຶ້ນ.
ຂ້າພະເຈົ້າເປັນພະຍານວ່າ ປະທານທອມມັສ ແອັສ ມອນສັນ ດຳລົງຂໍກະແຈແຫ່ງຖານະປະໂລຫິດທັງໝົດຢູ່ເທິງໂລກ ໃນເວລານີ້. ຂ້າພະເຈົ້າເປັນພະຍານວ່າ, ຕະຫລອດຊີວິດແຫ່ງການຮັບໃຊ້, ເພິ່ນໄດ້ເປັນຕົວຢ່າງໃຫ້ແກ່ເຮົາທຸກຄົນ ເຖິງການເອື້ອມອອກໄປຍົກຄົນອື່ນຂຶ້ນ ໃນຖານະຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ. ຂ້າພະເຈົ້າກະຕັນຍູຫລາຍສຳລັບວິທີທີ່ເພິ່ນໄດ້ຍົກຂ້າພະເຈົ້າຂຶ້ນ ແລະ ໄດ້ສະແດງໃຫ້ຂ້າພະເຈົ້າເຫັນວິທີທີ່ຈະຍົກຄົນອື່ນຂຶ້ນ.
ພຣະບິດາເຈົ້າຊົງພຣະຊົນຢູ່. ພຣະເຢຊູຄື ພຣະຄຣິດ. ນີ້ແມ່ນສາດສະໜາຈັກ ແລະ ອານາຈັກຂອງພຣະອົງຢູ່ເທິງໂລກ. ນີ້ແມ່ນຖານະປະໂລຫິດຂອງພຣະອົງ. ຂ້າພະເຈົ້າຮູ້ເລື່ອງນີ້ດ້ວຍຕົວເອງ ໂດຍອຳນາດຂອງພຣະວິນຍານບໍລິສຸດ. ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.