​2010–2019
​ໂອ້ ​ແຜນ​ຂອງ​ພຣະ​ເຈົ້າຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ!
​ເດືອນ​ຕຸລາ 2016


18:34

​ໂອ້ ​ແຜນ​ຂອງ​ພຣະ​ເຈົ້າຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ!

​ເຮົາ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​​ຄວາມ​ສະ​ຫວ່າງ ​ແລະ ຄວາມ​ຈິງທີ່​ໜ້າ​ອັດສະຈັນ​ໃຈ ຈົນ​ຂ້າພະ​ເຈົ້າສົງ​ໄສ​ວ່າ ​ເຮົາ​ມີ​ຄວາມ​ກະຕັນຍູ​ຕໍ່​ສິ່ງ​ທີ່​ເຮົາ​ມີ​ຢູ່​ບໍ.

ຊ່າງ​ເປັນ​ພອນ​ແທ້ໆ ທີ່​ພວກເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ ​ໃນ​ກອງ​ປະຊຸມ​​ໃຫຍ່​ທົ່ວ​ໂລກ​ນີ້ ພາຍ​ໃຕ້​ການຊີ້​ນຳ ​ແລະ ການ​ນຳພາ​ຂອງ​ສາດສະດາ​ທີ່​ຮັກ​ຂອງພວກ​​ເຮົາ ປະທານ ທອມ​ມັສ ​ແອັສ ມອນ​ສັນ. ປະທານ​ເອີຍ, ພວກ​ເຮົາ​ຮັກ​ທ່ານ ​ແລະ ພວກ​ເຮົາສະໜັບ​ສະ​ໜູນ​ທ່ານ ດ້ວຍ​ສຸດ​ໃຈ!

​ຕອນ​ຂ້າພະ​ເຈົ້າ​ເປັນ​ນັກ​ບິນ ຂ້າພະ​ເຈົ້າ​ໄດ້​ເພິ່ງ​ຄວາມ​ແນ່ຊັດ ​ແລະ ​ເພິ່ງ​ລະບົບຄອມ​ພິວ​ເຕີ ຫລາຍ​ທີ່​ສຸດ,​ແຕ່​ຂ້າພະ​ເຈົ້າບໍ່​ຄ່ອຍ​​ໄດ້​​ໃຊ້​ຄອມ​ພິວ​ເຕີ​ຂອງ​ຕົນ​ເອງ. ​ໃນ​ບ່ອນ​ທຳ​ງານຂອງ​ຂ້າພະ​ເຈົ້າ, ​ໃນ​ຖານະ​​ເປັນ​ຜູ້​ບໍລິຫານ, ຂ້າພະ​ເຈົ້າມີຜູ້​ຊ່ວຍ ​ແລະ ​ເລຂາ ​ຊ່ວຍ​ທຳ​ງານ.

​ທຸກສິ່ງ​​ໄດ້​ປ່ຽນ​ໄປ ​ໃນ​ປີ 1994, ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່. ການ​ເອີ້ນ​ຂອງ​ຂ້າພະ​ເຈົ້າ ​​ແມ່ນ​ຮ່ວມ​ດ້ວຍໂອກາດ​ທີ່​ດີຫລາຍ​ຢ່າງ​ ​ເພື່ອ​ປະຕິບັດ, ​ແຕ່​ມັນ​ຍັງ​ຮ່ວມ​ດ້ວຍ​ການ​ເຮັດ​ວຽກຫລາຍ​ສົມຄວນ​ຢູ່​ຫ້ອງການຂອງ​ສາດສະໜາ​ຈັກນຳ​ອີກ—ຫລາຍ​ກວ່າ​ທີ່​ຂ້າພະ​ເຈົ້າຄິດ​ວ່າ ​ຈະ​ເປັນ​ໄປ​ໄດ້.

​ຕໍ່​ຄວາມ​ປະຫລາດ​ໃຈ​ຂອງ​ຂ້າພະ​ເຈົ້າ, ເຄື່ອງມືທີ່​ຊ່ວຍ​ຂ້າພະ​ເຈົ້າ​​ໃຫ້​ຈັດວຽກ​ງານ​ຂອງ​ຂ້າພະ​ເຈົ້າ​ ໃຫ້​ຮຽບຮ້ອຍ​ດີ ​ແມ່ນ​ຄອມ​ພິວ​ເຕີ​ສ່ວນ​ຕົວ.

​ເປັນ​ເທື່ອ​ທຳ​ອິດ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ ທີ່​ຂ້າພະ​ເຈົ້າຕ້ອງ​ໄດ້​​ໃຊ້​ສິ່ງທີ່​ແປກ, ລຶກລັບ, ​ແລະ ບໍ່​ສາມາດ​ເຂົ້າ​ໃຈ​ໄດ້.

ຈາກ​ຕອນ​ຕົ້ນ, ຄອມ​ພິວ​ເຕີ ​ແລະ ຂ້າພະ​ເຈົ້າກໍ​ບໍ່​ລົງ​ເອີ່ຍ​ກັນ​ດີ.

ຜູ້​ຄົນ​ທີ່ຮູ້ຈັກ​ຄອມ​ພິວ​ເຕີດີ ​ໄດ້​ພະຍາຍາມ​ສອນ​ຂ້າພະ​ເຈົ້າ ​ເຖິງ​ການ​ໃຊ້​ມັນ. ​ເຂົາ​ເຈົ້າ​ໄດ້​ຢືນ​ຢູ່​ຂ້າງ​ຫລັງ​ຂອງຂ້າພະ​ເຈົ້າ, ເດ່​ມື​ຂ້າມ​ບ່າ​ຂອງ​ຂ້າພະ​ເຈົ້າມາ, ​ນິ້ວມື​ຂອງ​ເຂົາ​ເຈົ້າຕີ​ແປ້ນ​ອັກສອນ​ຢ່າງ​ວ່ອງ​ໄວ.

“ເຫັນ​ບໍ?” ​ເຂົາ​ເຈົ້າ​ເວົ້າດ້ວຍ​ຄວາມ​ພູມ​ໃຈ. “ຕ້ອງ​ເຮັດ​ແນວ​ນັ້ນ.”

ຂ້າພະ​ເຈົ້າບໍ່​ເຫັນ. ມັນ​ເປັນການ​ປ່ຽນ​ແປງ​ທີ່​ຍາກ​ຫລາຍ.

ການ​ຮຽນ​ໃຊ້​ຄອມ​ພິວ​ເຕີ​ຂອງ​ຂ້າພະ​ເຈົ້າ ​ແມ່ນ​ຊ້າ​ຫລາຍ.

ຂ້າພະ​ເຈົ້າຕ້ອງ​ໄດ້​ໃຊ້​ເວລາ​ດົນ​ເຕີບ, ​ເຮັດ​ລຶ້ມຄືນ​ເທື່ອ​ແລ້ວ​ເທື່ອ​ອີກ, ຕ້ອງ​ອົດທົນ, ຕ້ອງ​ມີ​ຄວາມ​ຫວັງ ​ແລະ ມີ​ສັດທາ​ຫລາຍ​ທີ່​ສຸດ; ​ໄດ້ຮັບຄວາມ​ໝັ້ນ​ໃຈຫລາຍ​ຈາກ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ​ແລະ ໝົດ​ນ້ຳ​ໂຊດາ ຫລາຍ​ລິດ ​ແຕ່​ຊິ​ບໍ່​ບອກ​ວ່າ ​ແມ່ນ​ຊະນິດ​ໃດ.

ບັດ​ນີ້, 22 ປີ ຜ່ານ​ໄປ, ຂ້າພະ​ເຈົ້າ​ໄດ້​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​​ເທັກ​ໂນ​ໂລ​ຈີ​ຂອງ​ເຄື່ອງ​ຄອມ​ພິວ​ເຕີ. ຂ້າພະ​ເຈົ້າມີ​​ອີ​ເມ​ວ, ມີ Twitter, ​ແລະ ມີ Facebook. ຂ້າພະ​ເຈົ້າມີ​ມື​ຖື​ທີ່​ສະຫລາດ, ມີ​ກະດານ​ອ່ານ​ປຶ້ມ, ມີ​​ ຄອມພິວ​ເຕີນ້ອຍ, ​ແລະ ມີ​ກ້ອງຖ່າຍຮູບດີ​ຈີ​ຕອນ. ​ເຖິງ​ແມ່ນ​ວ່າ ຄວາມ​ຮູ້​ຂອງ​ຂ້າພະ​ເຈົ້າ​ເລື່ອງ​ຄອມ​ພິວ​ເຕີ ບໍ່​ສາມາດ​ທຽບ​ເທົ່າ​ກັບ​ຄວາມ​ຮູ້ຂອງ​​ເດັກນ້ອຍ​ອາຍຸ​ເຈັດ​ປີ​ກໍ​ຕາມ, ສຳລັບ​ຄົນ​ອາຍຸ​ເກືອບ​ເຖິງ​ແປດ​ສິບ​ປີ​ແລ້ວ, ຂ້າພະ​ເຈົ້າກໍ​ເຮັດ​ໄດ້​ດີ​ຫລາຍ.

​ແຕ່​ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ບາງ​ສິ່ງ​ທີ່​ໜ້າ​ສົນ​ໃຈ. ​ເມື່ອ​ຂ້າພະ​ເຈົ້າຮູ້ຈັກ​ໃຊ້​ເທັກ​ໂນ​ໂລ​ຈີຫລາຍ​ຂຶ້ນ​ເທົ່າ​ໃດ, ຂ້າພະ​ເຈົ້າຍິ່ງ​ປະ​ເມີນ​ຄ່າ​ຂອງ​ມັນ​ໜ້ອຍ​ລົງ​ເທົ່າ​ນັ້ນ.

ໃນປະຫວັດສາດ​​ສ່ວນ​ໃຫຍ່ຂອງ​ມະນຸດ, ການ​ສື່ສານ​​ແມ່ນ​ໄວ​ເທົ່າ​ກັບ​ຄວາມ​ໄວ​ຂອງ​ມ້າ, ການ​ສົ່ງ​ຂ່າວ ​ແລະ ການ​ລໍຖ້າ​ຂ່າວ ​ຕ້ອງ​ໄດ້​ໃຊ້​ເວລາ​ຫລາຍ​ມື້ ຫລື ​ແມ່ນ​ແຕ່​ເປັນ​ເວລາ​ຫລາຍ​ເດືອນ. ທຸກ​ວັນ​ນີ້ ຂ່າວສານ​ຂອງ​ເຮົາ ​ໄດ້​ຖືກ​ສົ່ງ​ໄປ​ຢ່າງ​ໄວ ທາງ​ອາ​ວະ​ກາດ ຫລື ​​ເປັນ​ໄລຍະ​ຫລາຍ​ພັນ​​ແມັດ ​ໃຕ້​ນ້ຳທະ​ເລ ​ເພື່ອ​ສົ່ງ​ໄປ​ໃຫ້​ບາງ​ຄົນ ຢູ່ຊີກ​ໂລກອີກ​ເບື້ອງໜຶ່ງ, ​ແລະ ຖ້າ​ຫາກ​ຂ່າວສານ​ມາ​ຊ້າ ​ແມ່ນ​ແຕ່​ສອງ​ສາມ​ວິນາທີ, ​ເຮົາກໍ​ຈະງຸດງິດ​ໃຈ​ ​ແລະ ອົດທົນ​ລໍ​ບໍ່​ໄດ້​ອີກ​ແລ້ວ.

ມັນ​ເປັນ​ທຳ​ມະ​ຊາດ​ຂອງ​ມະນຸດ: ​ເມື່ອ​ເຮົາ​ລຶ້ງ​ເຄີຍ​ກັບ​ບາງ​ສິ່ງ​ຫລາຍ​ເທົ່າ​ໃດ, ​ແມ່ນ​ແຕ່​ສິ່ງ​ມະຫັດສະຈັນ ​ແລະ ການດົນ​ໃຈທີ່​ໜ້າ​ພິສະຫວົງ, ​ເຮົາ​ກໍ​ຈະໝົດ​ຄວາມ​ຮູ້ສຶກ​ຕື່ນ​ເຕັ້ນ ​ແລະ ປະພຶດ​ກັບ​ມັນ ​ແບບ​​ທຳ​ມະ​ດາ.

​ເຮົາ​ປະ​ເມີນ​ຄ່າ​ຂອງຄວາມ​ຈິງ​ທາງ​ວິນ​ຍານ​ໜ້ອຍ​ລົງ​ບໍ?

ການ​ປະ​ເມີນ​ຄ່າ​ເທັກ​ໂນ​ໂລ​ຈີ ​ແລະ ຄວາມ​ສະດວກ​ຂອງ​ເຮົາໃນ​ປະຈຸ​ບັນ​ໜ້ອຍ​ລົງ ອາດ​ບໍ່​ສຳຄັນ​ຫລາຍ​ປານ​ໃດ. ​ແຕ່, ໜ້າ​ເສຍ​ໃຈ, ​ບາງ​ເທື່ອ​ເຮົາ​ໄດ້ປະ​ພຶດ​ແບບ​ດຽວ​ກັນນັ້ນ ກັບ​ຄຳ​ສອນ​ແຫ່ງ​ນິລັນດອນ ທີ່​ຂະຫຍາຍ​ຈິດ​ວິນ​ຍານ​ຂອງ​ເຮົາ ​ເຖິງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ, ​ເຮົາ​ໄດ້​ຮັບ​ພອນ​ຫລາຍ. ​ເຮົາ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​​ຄວາມ​ສະ​ຫວ່າງ ​ແລະ ຄວາມ​ຈິງທີ່​ໜ້າ​ອັດສະຈັນ​ໃຈ ຈົນ​ຂ້າພະ​ເຈົ້າສົງ​ໄສ​ວ່າ ​ເຮົາ​ມີ​ຄວາມ​ກະຕັນຍູ​ຕໍ່​ສິ່ງ​ທີ່​ເຮົາ​ມີ​ຢູ່​ບໍ.

​ໃຫ້​ຄິດ​ກ່ຽວ​ກັບ​ສານຸສິດ​ລຸ້ນທຳ​ອິດ ທີ່​ໄດ້​ຍ່າງ​ ​ແລະ ​ເວົ້າລົມ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຕອນ​ພຣະອົງ​ໄດ້​ປະຕິບັດ​ສາດສະໜາ​ກິດ​ຂອ​ພຣະອົງ​ຢູ່​ໃນ​ໂລກ. ​​ໃຫ້​ວາດ​ພາບ​ເຫັນ​ ​ເຂົ​າ​ເຈົ້າມີຄວາມ​ກະຕັນຍູ ​ແລະ ມີຄວາມ​ຄາລະວະ​ຫລາຍ​ຂະໜາດ​ໃດ ​ເມື່ອ​ເຂົາ​ເຈົ້າ​ໄດ້​ເຫັນ​ພຣະອົງ​ລຸກຂຶ້ນມາ​ຈາກ​ອຸບ​ມຸງ, ຕອນ​ທີ່​ເຂົາ​ເຈົ້າ​ໄດ້​ແຕະຕ້ອງ​ຮອຍ​​ແຜ​ໃນ​ພຣະຫັດ​ຂອງ​ພຣະອົງ. ຊີວິດ​ຂອງ​ເຂົາ​ເຈົ້າຄົງ​ບໍ່​ເໝືອນ​ເດີມ​ອີກ​!

​ໃຫ້​ຄິດ​ກ່ຽວ​ກັບ​ໄພ່​ພົນ​ໃນ​ສະ​ໄໝ​ເລີ່ມຕົ້ນ ຜູ້​ໄດ້​ຮູ້ຈັກ​ສາດສະດາ​ໂຈ​ເຊັບ ສະ​ມິດ ​ແລະ ​ໄດ້​ຟັງ​ເພິ່ນ​ສັ່ງສອນ​ພຣະກິດ​ຕິ​ຄຸນ​ທີ່ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່. ​ໃຫ້​ວາດ​ພາບ​​ເຫັນ ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ ທີ່​ຮູ້​ວ່າ ຜ້າ​ມ່ານ​ລະຫວ່າງ​ສະຫວັນ ​ແລະ ​ແຜ່ນດິນ​ໂລກ ​ໄດ້​ຖືກ​ເປີດ​ອີກ, ​ໃຫ້​ຄວາມສະຫວ່າງ ​ແລະ ຄວາມ​ຮູ້ ​ແກ່​ໂລກ ຈາກ​ບ້ານ​ໃນ​ສະ​ຫວັນ​​ເບື້ອງ​ເທິງ.

​ແຕ່ຍິ່ງ​ໄປ​ກວ່າ​ນັ້ນ, ​ໃຫ້​ຄິດ​​ເຖິງ​ຕອນ​ທຳ​ອິດ​ທີ່​ທ່ານ​​ໄດ້​ເຊື່ອ ​ແລະ ​ເຂົ້າ​ໃຈ​ວ່າ ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ແທ້ໆ; ວ່າ​ພຣະ​ເຢຊູ​ຄຣິດ ​ໄດ້​ເຕັມ​ພຣະ​ໄທ​ຮັບ​ທຸກທໍລະມານ​ແທນ​ບາບ ຂອງທ່ານ ​ເພື່ອ​ວ່າທ່ານ​ຈະ​ສະອາດ​ຄືນ​ອີກ; ວ່າ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ນັ້ນເປັນຄວາມ​ຈິງ ​ແລະ ສາມາດ​ຜູກ​ມັດ​ທ່ານ​ເຂົ້າກັບຄົນ​ທີ່​ທ່ານ​ຮັກ ສຳລັບ​ການ​ເວລາ ​ແລະ ສຳລັບຊົ່ວ​ນິລັນດອນ​ໄດ້; ວ່າ​ມີ​ສາດສະດາ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ ທຸກ​ວັນ​ນີ້. ສິ່ງ​ນີ້​ປະ​ເສີດ ​ແລະ ໜ້າ​ອັດສະຈັນ​ໃຈ​ບໍ?

​ເມື່ອ​ພິຈາລະນາ​ທັງ​ໝົດ​ນີ້, ​​ເປັນ​ໄປ​ໄດ້​ແນວ​ໃດ ທີ່​ວ່າ ທຸກ​ຄົນ​ບໍ່​ກະຕືລືລົ້ນ ກັບ​ການ​ໄປ​ໂບດຂອງ​ເຮົາ ​​ເພື່ອ​ນະມັດສະການ? ຫລື ​ເມື່ອຍ​ກັບ​ການ​ອ່ານ​ພຣະຄຳ​ພີ​ທີ່​ສັກສິດ? ຂ້າພະ​ເຈົ້າຄິດ​ວ່າ ສິ່ງ​ນີ້​ເກີດ​ຂຶ້ນ​ໄດ້​​ ເພາະ​ໃຈ​ຂອງເຮົາ ບໍ່​ມີ​ຄວາມ​ຮູ້ສຶກ ​ກະຕັນຍູ ​ແລະ ພິສະຫວົງ ສຳລັບ​ຂອງ​ປະທານ​ທີ່​ສັກສິດ ​ແລະ ປະ​ເສີດ ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ເຮົາ. ຄວາມ​ຈິງ​ທີ່​ປ່ຽນ​ແປງ​ຊີວິດ ​ແມ່ນ​ຢູ່​ຕໍ່ໜ້າ​ເຮົາ ​ແລະ ຢູ່​ໄກພຽງ​ແຄ່​ເອື້ອມມື​ເທົ່າ​ນັ້ນ, ​ແຕ່​ບາງ​ເທື່ອ​ເຮົາບໍ່​ສົນ​ໃຈ​ກັບ​ການ​ຢູ່​ໃນ​ເສັ້ນທາງ​ຂອງ​ການ​ເປັນ​ສານຸສິດ. ສ່ວນ​ຫລາຍ​​ແລ້ວ ເຮົາ​ມັກ​ປ່ອຍ​ໃຫ້​ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ເພື່ອນ​ສະມາຊິກ​ມາ​ລົບ​ກວນເຮົາ ​ແທນ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອາຈານ. ​ເສັ້ນທາງ​ຊີວິດ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ໂອກາດທີ່​ຍອດ​ຍ້ຽມ, ​ແຕ່​ເຮົາ​ບໍ່​​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ມັນ​ເລີຍ.

ຂ່າວສານ​ທີ່​ຄຸ້ນ​ຫູ

​ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ, ໝູ່​ເພື່ອ​ນໄດ້​ຖາມ​ຂ້າພະ​ເຈົ້າ​ເລື່ອງ​ສາດສະໜາ​ຂອງ​ຂ້າພະ​ເຈົ້າ. ສ່ວນ​ຫລາຍ​ແລ້ວ ຂ້າພະ​ເຈົ້າ​ໄດ້​ເລີ່ມຕົ້ນ​ໂດຍ​ການ​ບອກ​ເຖິງ​ຄວາມ​ແຕກ​ຕ່າງ, ​ເຊັ່ນ​ພຣະວາຈາ​ແຫ່ງ​ປັນຍາ. ບາງ​ເທື່ອ​ຂ້າພະ​ເຈົ້າ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ຄ້າຍຄື​ກັນ​ຂອງ​ສາດສະໜາ​ຂອງ​ຊາວ​ຄຣິດ. ບໍ່​ມີ​ສິ່ງ​ໃດ​ປະ​ທັບ​ໃຈ​ເຂົາ​ເຈົ້າ​ຫລາຍ​ເທົ່າ​ໃດ. ​ແຕ່​ເມື່ອ​ຂ້າພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ທີ່​ມີ​ສຳລັບ​ເຮົາ ​ໃນ​ຖານະ​ທີ່​ເປັນ​ລູກໆ​ຂອງ​ພຣະອົງ, ​ເຂົາ​ເຈົ້າ​ເກີດ​ມີຄວາມ​ສົນ​ໃຈ.

ຂ້າພະ​ເຈົ້າຈື່​ໄດ້ຕອນຂ້າພະ​ເຈົ້າ​ພະຍາຍາມ​ແຕ້ມ​ຮູບ​ແຜນ​ແຫ່ງ​ຄວາມ​ລອດ​ໃສ່​ເທິງ​ກະດານດຳ ຢູ່​ຫ້ອງ​ຮຽນ​ຂອງ​​ໂບດ​ພວກ​ເຮົາ ຢູ່​ເມືອງ​ຟະ​ແຣງ​ເຝີດ, ປະ​ເທດ​ເຢຍລະ​ມັນ. ຂ້າພະ​ເຈົ້າ​ໄດ້​ແຕ້ມ​ຮູບ​ວົງມົນ ​ອັນ​ໜຶ່ງເປັນຕົວ​ແທນ​ໃຫ້​ຊີວິດ​ກ່ອນ​ເກີດ, ອັນ​ໜຶ່ງ​ແມ່ນ​ຊ່ວງມະຕະ, ​ແລະ ​ອັນ​ໜຶ່ງ​ແມ່ນ​ຕອນ​ເຮົາ​ກັບ​ໄປ​ຫາ​ພຣະບິດາ​ມານ​ດາ​ແຫ່ງ​ສະຫວັນ​ຂອງ​ເຮົາ ຫລັງ​ຈາກ​ຊີວິດ​ນີ້.

ຕອນ​ເປັນ​ໄວ​ລຸ້ນ ຂ້າພະ​ເຈົ້າກໍ​ມັກ​ແບ່ງປັນ​ຂ່າວສານ​ນີ້​ຂະໜາດ. ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ອະທິບາຍ​ກ່ຽວ​ກັບ​ຫລັກ​ທຳ​ເຫລົ່າ​ນີ້ ​ໃນ​ຖ້ອຍ​ຄຳ​ທີ່​ລຽບງ່າຍ​ຂອງ​ຂ້າພະ​ເຈົ້າ, ​ໃຈ​ຂອງ​ຂ້າພະ​ເຈົ້າ​ຈະເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູຕໍ່​ພຣະ​ເຈົ້າ ຜູ້ຮັກ​ລູກໆ​ຂອງ​ພຣະອົງ, ​ແລະ ພຣະຜູ້​ຊ່ວຍ​​ໃຫ້​ລອດ ຜູ້​ໄດ້​ໄຖ່​ເຮົາ​ທຸກຄົນ ຈາກ​ຄວາມ​ຕາຍ ​ແລະ ນະລົກ. ຂ້າພະ​ເຈົ້າ​ໄດ້ມີ​ຄວາມພາກ​ພູມ​ໃຈ​ຫລາຍ​ກັບ​ຂ່າວສານ​ນີ້ ​ເຖິງ​ຄວາມ​ຮັກ, ຄວາມສຸກ, ​ແລະ ຄວາມ​ຫວັງ.

ໝູ່​​ເພື່ອນບາງ​ຄົນ​ຂອງຂ້າພະ​ເຈົ້າ​ໄດ້​ເວົ້າວ່າ ​ເຂົາ​ເຈົ້າຮູ້ສຶກ​ຄຸ້ນ​ເຄີຍ​ກັບ​ຂ່າວສານ​ນີ້, ​ເຖິງ​ແມ່ນ​ວ່າ ​ເຂົາ​ເຈົ້າບໍ່​ເຄີຍ​ໄດ້​ຍິນ​ມັນ​ມາ​ກ່ອນ​ ໃນ​ສາດສະໜາ​ຂອງ​ເຂົາ​ເຈົ້າ. ​ເບິ່ງ​ຄື​ກັບ​ວ່າ ​ເຂົາ​ເຈົ້າຮູ້​ຕະຫລອດ​ເວລາ​ວ່າ ​ເລື່ອງ​ນີ້​​ເປັນຄວາມ​ຈິງ; ຄື​ກັບ​ວ່າ ຂ້າພະ​ເຈົ້າ​ໄດ້​ເວົ້າ​ເລື່ອງ​ທີ່​ເຂົາ​ເຈົ້າ​ເຄີຍຮູ້​ຈັກ ​ແລະ ຝັງ​ໃຈ​ຢູ່​ແລ້ວ.

​ເຮົາ​ມີ​ຄຳ​ຕອບ!

ຂ້າພະ​ເຈົ້າ​ເຊື່ອ​ວ່າ ມະນຸດ​ທຸກ​ຄົນ​ກໍ​ມີ​ຄຳ​ຖາມ​ຢູ່​ໃນ​ໃຈ​ກ່ຽວ​ກັບ​ຊີວິດ. ​ເຮົາ​ມາ​ຈາກ​ໃສ? ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ນີ້? ຈະມີ​ຫຍັງ​ເກີດ​ຂຶ້ນຫລັງ​ຈາກ​ເຮົາ​ຕາຍ​ໄປ?

ມະນຸດ​ໄດ້​ຖາມ​ຄຳ​ຖາມ​ນີ້ ນັບ​ຕັ້ງ​ແຕ່​ດຶກ​ດຳ​ບັນ​ເປັນຕົ້ນມາ. ນັກ​ທິດ​ສະ​ດີ, ນັກປາດ​ອາຈານ, ​ແລະ ຜູ້​ຊ່ຽວຊານ ​ໄດ້​ໃຊ້​​ເວລາ​ຕະຫລອດ​ຊີວິດ​ ​ແລະ ຊັບ​ສິນຂອງ​ເຂົາ​ເຈົ້າ ​ເພື່ອ​ຊອກ​ຫາ​ຄຳ​ຕອບ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ທີ່​ພຣະກິດ​ຕິ​ຄຸນທີ່​ຖືກຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະ​ເຢຊູ​ຄຣິດ ​ໄດ້​ຕອບ​ຄຳ​ຖາມ​ທີ່​ສັບ​ຊ້ອນ​ທີ່​ສຸດ ​ໃນ​ຊີວິດ. ຄຳຕອບ​ເຫລົ່າ​ນີ້​ແມ່ນ​ຖືກ​ສອນ​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນຍຸກ​ສຸດ​ທ້າຍ. ມັນ​​ເປັນຄວາມ​ຈິງ, ລຽບ​ງ່າຍ, ກົງ​ໄປ​ກົງ​ມາ, ​ແລະ ງ່າຍ​ທີ່​ຈະ​ເຂົ້າ​ໃຈ. ມັນ​ໃຫ້ການ​ດົນ​ໃຈ, ​ແລະ ​ເຮົາ​ສອນ​ມັນ​ໃຫ້​ແກ່​ເດັກນ້ອຍ​ອາຍຸ​ສາມ​ປີ ຢູ່​ໃນ​ຊັ້ນປະຖົມ​ໄວ.

​ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ເປັນ​ບຸກຄົນ​​ແຫ່ງ​ນິລັນດອນ, ບໍ່​ມີ​ການ​ເລີ່ມຕົ້ນ ຫລື ບ່ອນ​ຈົບ. ​ເຮົາ​​ໄດ້ເປັນ​ຢູ່​ຕະຫລອດ​ມາ.1 ​ເຮົາ​ເປັນ​ລູກທາງ​ວິນ​ຍານ​ແທ້ໆຂອງພຣະບິດາ​ມານ​ດາ​ແຫ່ງ​ສະຫວັນ, ທີ່​ເປັນ​ອະມະຕະ, ​ແລະ ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່!

​ເຮົາ​ມາ​ຈາກ​ສະຫວັນ​ຂອງ​ອົງ​ພຣະຜູ້​ເປັນ​ເຈົ້າຂອງ​ເຮົາ. ​ເຮົາ​​ເປັນສະມາຊິກ​ໃນ​ຄອບຄົວຂອງ​​ເອ​ໂລ​ຮິມທີ່​ຍິ່ງ​ໃຫຍ່​, ພຣະ​ເຈົ້າອົງ​ສູງ​ສຸດ. ​ເຮົາ​ໄດ້​ຍ່າງ​ກັບ​ພຣະອົງ ​ໃນ​ຊີວິດ​ກ່ອນ​ເກີດຂອງ​ເຮົາ. ​ເຮົາ​ໄດ້​ຟັງ​ພຣະອົງ​ກ່າວ, ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ສະຫງ່າ​ລາສີ​ຂອງ​ພຣະອົງ, ​ໄດ້​ຮຽນ​ຮູ້​ວິທີ​ທາງ​ຂອງ​ພຣະອົງ.

​ທ່ານ ​ແລະ ຂ້າພະ​ເຈົ້າ​ໄດ້​ຢູ່​ໃນ​ກອງ​ປະຊຸມ​ມະຫາສານ ບ່ອນ​ທີ່​ພຣະບິດາ​ທີ່​ຊົງ​ຮັກ​ຂອງ​ເຮົາ ​ໄດ້​ນຳ​ສະ​ເໜີ​ແຜນ​ຂອງ​ພຣະອົງ​ສຳລັບ​ເຮົາ—ວ່າ​ເຮົາ​ຈະ​ມາສູ່​ໂລກ, ຮັບ​ເອົາ​ຮ່າງກາຍ​ທີ່​ເປັນ​ມະຕະ, ຮຽນ​ທີ່​ຈະ​ເລືອກລະຫວ່າງ​ຄວາມ​ດີ​ ​ແລະ ​ຄວາມ​ຊົ່ວ, ​ແລະ ກ້າວໜ້າ​ໃນ​ວິທີ​ທາງ​ທີ່​ບໍ່​ສາມາດ​​ເປັນ​ໄປ​ໄດ້​ ​ໃນ​ວິທີ​ອື່ນ.

​​ເມື່ອ​ເຮົາ​ລົງ​ມາສູ່​ຊີວິດ​ມະຕະ, ​ເຮົາ​ໄດ້​ຮູ້​ວ່າ ​ເຮົາ​ຈະ​ບໍ່​ຈື່​ຈຳ​ຊີວິດ​ກ່ອນ​ອີກ. ມັນ​ຈະ​ມີ​ການ​ກົງກັນຂ້າມ ​ແລະ ຄວາມ​ຍາກ​ລຳບາກ ​ແລະ ການ​ລໍ້​ລວງ. ​ແຕ່​ເຮົາ​ກໍ​ຮູ້​ອີກ​ວ່າ ການ​ມີ​ຮ່າງກາຍ​ເປັນ​ສິ່ງ​ສຳຄັນ​ຫລາຍ​ທີ່​ສຸດຕໍ່​ເຮົາ. ​ໂອ້, ​ເຮົາ​​ໄດ້ຫວັງ​ວ່າ ​ເຮົາ​ຈະ​ຮຽນ​ຮູ້​​ໄວທີ່​ຈະ​ເລືອກ​ສິ່ງ​ທີ່​ຖືກຕ້ອງ, ​ເອົາ​ຊະນະ​ການ​ລໍ້​ລວງ​ຂອງ​ຊາຕານ, ​ແລະ ​ໃນ​ທີ່​ສຸດ ກັບ​ຄືນ​ໄປ​ຫາພຣະ​ບິດາ​ມານ​ດາ​ໃນ​ສະຫວັນ​ຂອງ​ເຮົາ.

ເຮົາ​ຮູ້​ວ່າ ​ເຮົາ​ຈະ​ເຮັດ​ບາບ ​ແລະ ​ເຮັດ​ຄວາມ​ຜິດ—ບາງທີ ​ແມ່ນ​ແຕ່​ບາບ​ທີ່​ຮ້າຍ​ແຮງ. ​ແຕ່​ເຮົາ​ກໍ​ຮູ້​ວ່າ ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ​ໄດ້​ຂໍ​ມາສູ່​ໂລກ, ​ໃຊ້​ຊີວິດ​ທີ່​ປາດ​ສະ​ຈາກ​ບາບ, ​ແລະ ອາສາ​ສະ​ໝັກຖວາຍ​ຊີວິດ​ຂອງ​ພຣະອົງ​ເອງ ​​ໃນ​ການ​ເສຍ​ສະລະ​ນິລັນດອນ. ​ເຮົາ​ຮູ້​ວ່າ ຖ້າຫາກ​ເຮົາ​ມອບ​ໃຈ​ໃຫ້​ແກ່​ພຣະອົງ, ​ໄວ້​ວາງ​ໃຈ​ໃນ​ພຣະອົງ, ​ແລະ ພະຍາຍາມ​ຈົນສຸດ​ພະລັງ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ເຮົາ ທີ່​ຈະ​ເດີນ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສານຸສິດ​, ​ແລ້ວ​ເຮົາ​ຈະ​ສາມາດ​ໄດ້​ຮັບ​ການຊຳລະ​ໃຫ້​ສະອາດ ​ແລະ ອີກ​ເທື່ອ​ໜຶ່ງ ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ.

​ສະນັ້ນ, ດ້ວຍ​ສັດທາ​ໃນ​ການ​​ເສຍ​ສະລະ​ຂອງ​ພຣະ​ເຢຊູ​ຄຣິດ, ທ່ານ ​ແລະ ຂ້າພະ​ເຈົ້າ ຈຶ່ງ​ໄດ້​ຮັບ​ເອົາ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ ດ້ວຍ​ຄວາມ​ສະໝັກ​ໃຈ.

ສະນັ້ນ​ເຮົາ​ຈຶ່ງ​ມາ​ສູ່ໂລກ​ທີ່​ສວຍ​ງາມ​ນີ້—​ເພາະ​ພຣະ​ເຈົ້າ​ໄດ້​ສະ​ເໜີ​ໂອກາດ​ຕໍ່ເຮົາ, ​ແລະ ​ເຮົາ​ໄດ້​ເລືອກ​ຮັບ​ເອົາ​ມັນ. ​ແຕ່ຊີວິດ​ມະຕະ​ຂອງ​ເຮົາ ​ເປັນ​ພຽງ​ຊົ່ວຄາວ​ເທົ່າ​ນັ້ນ ​ແລະ ຈະ​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ຕາຍ​ທາງ​ຮ່າງກາຍ. ​ແຕ່​​ແກ່ນສານຂອງ​ເຮົາ ຈະ​ບໍ່​ຖືກ​ທຳລາຍ. ວິ​ນຍານ​ຂອງ​ເຮົາ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ ​ແລະ ລໍຖ້າ​ການ​ຟື້ນ​ຄືນ​ຊີວິດ—​ເປັນ​ຂອງ​ປະທານ​ທີ່ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ ​ແລະ ພຣະບຸດ​ຂອງ​ພຣະອົງ ພຣະ​ເຢຊູຄຣິດ ​ໄ​ດ້​ປະທານ​​ໃຫ້​​ທຸກ​ຄົນ​ຢ່າງ​ຟຣີໆ.2 ​​ໃນ​ຕອນ​ຟື້ນ​ຄືນ​ຊີ​ວິດ, ວິນ​ຍານ ​ແລະ ຮ່າງກາຍ​ຂອງ​ເຮົາ ຈະກັບ​ຄືນ​ຫາ​ກັນ, ຫລຸດ​ພົ້ນຈາກ​ຄວາມ​ເຈັບ​ປວດ ​ແລະ ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຮ່າງກາຍ.

ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີວິດ, ມັນ​ຈະ​ມີ​ວັນ​ແຫ່ງ​ການພິພາກສາ. ​ໃນ​ທີ່​ສຸດ ຂະນະ​ທີ່​ທຸກ​ຄົນ​ໄດ້​ຮັບ​ຄວາມ​ລອດ ​ແລະ ອານາຈັກ​ແຫ່ງ​ລັດສະໝີ​ພາບ, ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ​ແລະ ສະ​ແຫວ​ງຫາ​ທີ່​ຈະ​ເຮັດ​ຕາມ​ກົດ ​ແລະ ພິທີການ​ຂອງ​ພຣະອົງ ຈະ​ໄດ້​ຮັບ​ຊີວິດ​ໃນ​ນິລັນດອນ ທີ່​​ເກີນ​ກວ່າ​ຈະ​ວາດ​ພາບ​ໄດ້ ​ໃນ​ລັດສະໝີ​ພາບ ​ແລະ ​ໃນ​ຄວາມ​ສະຫງ່າ​ລາ​ສີ ທີ່​ເກີນ​ກວ່າຈະພັນ​ລະ​ນາ​ໄດ້.

ມື້ນັ້ນ ​ມື້ແຫ່ງ​ການ​ພິພາກສາ ​ຈະ​ເປັນ​ມື້​ແຫ່ງ​ຄວາມ​ເມດ​ຕາ ​ແລະ ຄວາມ​ຮັກ—​ເປັນ​ມື້​ ເມື່ອຫົວ​ໃຈ​ທີ່​ຊອກ​ຊ້ຳ​ໄດ້​ຮັບ​ການ​ປິ່ນປົວ, ​ເມື່ອນ້ຳຕາ​ແຫ່ງ​ຄວາມ​ໂສກ​ເສົ້າ ປ່ຽນ​ເປັນນ້ຳຕາ​ແຫ່ງ​ຄວາມ​ກະຕັນຍູ, ​ເມື່ອ​ທຸກ​ຄົນ​ໄດ້​ຮັບ​ຄວາມ​ຍຸດຕິ​ທຳ.3

​ແມ່ນ​ແລ້ວ, ​ຈະຮູ້ສຶກ​ເສຍ​ໃຈ​ຫລາຍ ​ເພາະ​ບາບ​. ​ແມ່ນ​ແລ້ວ, ​​ຈະ​ມີ​ຄວາມກິນ​ແໜງ ​ແລະ ​ແມ່ນ​ແຕ່​ເຈັບ​ປວດ ​ເພາະ​ຄວາມ​ຜິດ​ຂອງ​ເຮົາ, ຄວາມ​ໂງ່​ຈ້າ​ຂອງ​ເຮົາ, ​ແລະ ​ຄວາມ​​ແຂງ​ກະດ້າງຂອງ​ໃຈ​ເຮົາ ທີ່​ເຮັດ​ໃຫ້​ເຮົາພາດ​ໂອກາດ​ສຳລັບ​ອະນາຄົດ​ທີ່​ຍິ່ງ​ໃຫຍ່​ກວ່າ.

​ແຕ່​ຂ້າພະ​ເຈົ້າ​ມີ​ຄວາມເຊື່ອໝັ້ນວ່າ ​ບໍ່​ພຽງ​ແຕ່​ເຮົາ​ຈະ​ພໍ​ໃຈ​ກັບ​ການ​ພິພາກສາ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ, ​ແຕ່​ເຮົາ​ຈະ​ປະຫລາດ​ໃຈ ​ແລະ ປາບ​ປື້ມ​ໃຈ​ຫລາຍນຳ​ອີກ ​ໂດຍ​ພຣະຄຸນ​ອັນ​ເປັນນິດ​, ຄວາມ​ເມດ​ຕາ, ຄວາມ​ເພື່ອ​​ແຜ່, ​ແລະ ຄວາມ​ຮັກ​ຂອງ​ພຣະອົງ ສຳລັບ​ເຮົາຜູ້​ເປັນລູກໆ​ຂອງ​ພຣະອົງ. ຖ້າ​ຫາກ​ຄວາມ​ປາດ​ຖະໜາ ​ແລະ ວຽກ​ງານ​ຂອງ​ເຮົາ ​ເປັນສິ່ງ​ທີ່​ດີ, ຖ້າ​ຫາກ​ເຮົາ​ມີ​ສັດທາ​ໃນພຣະ​ເຈົ້າທີ່​ມີ​ຊີວິ​ດຢູ່, ​​ແລ້ວ​ເຮົາ​ກໍ​ສາມາດມີ​ຄວາມ​ກະຕື​ລືລົ້ນ​ກັບສິ່ງ​ທີ່​ໂມ​ໂຣ​ໄນ ​ເອີ້ນ​ວ່າ “ບ່ອນ​ພິພາກສາ​ອັນ​ໜ້າ​ພໍພຣະ​ໄທ​ຂອງ​ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່, ຜູ້​ພິພາກສາ​ຜູ້​ສະຖິດນິລັນດອນ.”4

Pro Tanto Quid Retribuamus

ອ້າຍ​ເອື້ອຍ​ນ້ອງ​, ໝູ່​ເພື່ອນ, ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ມະຫັດ​ສະຈັນ ​ແລະ ຄວາມ​ພິສະຫວົງ​ໃນ​ຈິດ​ໃຈ​ຂອງ​ເຮົາ​ບໍ ​ເມື່ອ​​ເຮົາ​ຄິດ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມສຸກ ທີ່​ພຣະບິດາ​​ເທິງ​ສະຫວັນ​ຂອງ​ເຮົາ ​ໄດ້ຕຽມ​ໄວ້​ໃຫ້​ເຮົາ? ມັນ​ໄດ້​ເຮັດ​ໃຫ້​​ເຮົາ​ເຕັມ​ໄປ​ດ້ວຍຄວາມ​ສຸກ​ທີ່​ບໍ່​ອາດ​ຈະ​ພັນ​ລະ​ນາ​ໄດ້ບໍ ທີ່​ຮູ້​ເຖິງ​ອະນາຄົດ​ອັນ​ຮຸ່ງ​ເຫລື້ອມ ຊຶ່ງ​ຖືກ​ຕຽມ​ໄວ້​ໃຫ້ທຸກຄົນ​ທີ່ລໍຖ້າ​ພຣະຜູ້​ເປັນ​ເຈົ້າ?

ຖ້າ​ຫາກ​ທ່ານ​ບໍ່​ເຄີຍ​ຮູ້ສຶກ​​ເຖິງ​ຄວາມ​ມະຫັດສະຈັນ ​ແລະ ຄວາມສຸກ​ເຊັ່ນນັ້ນ, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ສະ​ແຫວງຫາ, ສຶກສາ, ​ແລະ ​ໄຕ່ຕອງ ພຣະກິດ​ຕິ​ຄຸນທີ່​ລຽບ​ງ່າຍ ​ແຕ່​ໜ້າປະ​ທັບ​ໃຈ​ຫລາຍ ຊຶ່ງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່. ຈົ່ງ​ສະ​ສົມເລື່ອງເຫລົ່າ​ນີ້​ໄວ້​ໃນໃຈ​ຂອງທ່ານ.5 ຂໍ​ໃຫ້​ມັນ​ຈົ່ງ​ສະ​ແດງ​ປະຈັກ​ພະຍານ​ແກ່​ທ່ານ ​ເຖິງ​ຄວາມ​ສູງ​ສົ່ງ​ຂອງ​ແຜ່ນ​ແຫ່ງ​ຄວາມ​ລອດ.

ຖ້າ​ຫາກ​ທ່ານ​ເຄີຍ​ໄດ້​ຮູ້ສຶກ​ເຖິງ​ສິ່ງ​ນີ້​ມາ​ກ່ອນ, ຂ້າພະ​ເຈົ້າຂໍ​ຖາມ​ທ່ານ​ໃນ​ມື້​ນີ້​ວ່າ, “[ທ່ານ] ຮູ້ສຶກ​ເຊັ່ນ​ນັ້ນບໍ​ໃນ​ເວລາ​ນີ້?”6

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ເດີນທາງ​ໄປ​ຫາ​ເມືອງ​ແບວ​ແຟສ໌, ​​ພາກ​ເໜືອ​ຂອງປະ​ເທດອຽກລັງ. ຂະນະ​ຢູ່​ທີ່​ນັ້ນ, ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ ສັນຍາ​ລັກ​ເປັນ​ເຄື່ອງ​ກຳ​ບັງ​ ຂອງ​ເມືອງແບວ​ແຟສ໌, ຊຶ່ງ​ຮ່ວມ​ດ້ວຍ​ຄຳ​ຂວັນ​ ທີ່​ວ່າ “Pro tanto quid retribuamus.” ​ແປ​ວ່າ, “ເຮົາ​ຄວນ​ມອບ​ສິ່ງ​ໃດເປັນ​ການ​ຕອບ​ແທນ ສຳລັບ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ຢ່າງ​ຫລວງຫລາຍ?”7

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ພິຈາລະນາ​ຄຳ​ຖາມ​ຂໍ້​ນີ້. ​ເຮົາ​ຄວນ​ມອບ​ສິ່ງ​ໃດ​ເປັນ​ການ​ຕອບ​ແທນ ສຳລັບ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ​ຢ່າງ​ຫລວງຫລາຍ ທີ່​ພຣະ​ເຈົ້າ​ໄດ້​ຖອກ​ເທ​ລົງ​ມາ​​ສູ່​ເຮົາ?

ພຣະບິດາ​ທີ່​ຊົງ​ຮັກ​ຂອງ​ເຮົາ ພຽງ​ແຕ່​ຂໍ​ໃຫ້​ເຮົາ​ດຳລົງ​ຊີວິດ​​ໃນ​ຄວາມ​ຈິງ ທີ່​ເຮົາ​ໄດ້​ຮັບ, ​​ແລະ ໃຫ້​ເຮົາ​ເດີນ​ຕາມ​ເສັ້ນທາງ ທີ່​ພຣະອົງ​ໄດ້​ຈັດຕຽມ​ໄວ້​. ດັ່ງນັ້ນ, ຂໍ​ໃຫ້​ເຮົາ​ຈົ່ງ​ກ້າຫານ, ​ແລະ ​ໄວ້​ວາງ​ໃຈ​ໃນ​ການ​ນຳພາ​ຂອງ​ພຣະວິນ​ຍານ. ຂໍ​ໃຫ້​ເຮົາ​ຈົ່ງ​ແບ່ງປັນ​ຂ່າວສານ​ທີ່​ໜ້າ​ອັດສະຈັນ​ໃຈ ​ແລະ ໜ້າ​ດົນ​ໃຈ​ນີ້ ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະ​ເຈົ້າ ກັບ​ເພື່ອນ​ມະນຸດ ດ້ວຍ​ຄຳ​ວາຈາ ​ແລະ ດ້ວຍ​ການ​ກະທຳ. ຂໍ​ໃຫ້​ຄວາມ​ປະສົງ​ຂອງ​ເຮົາ ຄື​ທີ່​ຈະ​ຮັກ​ພຣະ​ເຈົ້າ ​ແລະ ຮັກ​ລູກໆ​ຂອງ​ພຣະອົງ, ​ເພາະ​ເຂົາ​ເຈົ້າ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ. ນີ້​ຄື​ສິ່ງ​ທຳ​ອິດ​ທີ່​ເຮົາ​ສາມາດ​ເຮັດ​ໄດ້ ​ໃນ​ການຕອບ​ແທນສຳລັບ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ຢ່າງ​ຫລວງຫລາຍ.

ມື້ໜຶ່ງ, “ທຸກ​ຫົວ​ເຂົ່າ​ຈະ​ຄຸ​ລົງ, ​ແລະ ທຸກ​ລີ້ນ​ຈະ​ສາລະພາບ​” ວ່າ ວິທີ​ທາງ​ຂອງ​ພຣະ​ເຈົ້າ ​ແມ່ນ​ຍຸດຕິ​ທຳ ​ແລະ ​ແຜນ​ຂອງ​ພຣະອົງ​ແມ່ນ​ສົມບູນ​ແບບ.8 ສຳລັບ​ທ່ານ ​ແລະ ຂ້າພະ​ເຈົ້າ​ແລ້ວ, ຂໍ​ໃຫ້​ມື້ນັ້ນ ​ເປັນ​ມື້​ນີ້. ຂໍ​ໃຫ້​ເຮົາ​ຈົ່ງ​ປະກາດ ຮ່ວມ​ກັບ​ຢາ​ໂຄບ​ໃນ​ສະ​​ໄໝ​ບູຮານ​ວ່າ, “ໂອ້ ​ແຜນ​ຂອງ​ພຣະ​ເຈົ້າຂອງ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ!”9

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ດ້ວຍ​ຄວາມ​ກະຕັນຍູ​ຢ່າງ​ເລິກ​ຊຶ້ງ ຕໍ່​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ຂະນະ​ທີ່​ມອບ​ພອນ​ໃຫ້​ທ່ານ​, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.