ເພື່ອການພັດທະນາ ແລະ ການຮຽນທາງວິນຍານຂອງເຮົາ
ຄຳຂອງຢາໂຄບສອນວ່າ ເຮົາບໍ່ສາມາດ “ງັດແຜ່ນຈາລຶກ” ອອກໄດ້ ຫລື ບັງຄັບໃຫ້ຄວາມລຶກລັບຂອງພຣະເຈົ້າຖືກເປີດເຜີຍໃຫ້ເຮົາຮູ້. ແຕ່ຄວາມລຶກລັບຂອງພຣະເຈົ້າຈະຖືກເປີດເຜີຍໃຫ້ເຮົາຮູ້ ຕາມພຣະປະສົງຂອງພຣະອົງ ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດເທົ່ານັ້ນ.
ຕອນຂ້າພະເຈົ້າຍັງນ້ອຍ ພໍ່ແມ່ໄດ້ຮັບຂອງຂວັນທີ່ຕຶງໃຈນ້ອງຊາຍຊື່ ດາວິດ ແລະ ຂ້າພະເຈົ້າ. ຂອງຂວັນດັ່ງກ່າວເປັນແຜ່ນຈາລຶກນ້ອຍສີຄຳສຳລັບເອ້ເຮືອນ ຊຶ່ງເຮັດຄືແຜ່ນຈາລຶກຄຳທີ່ສາດສະດາໂຈເຊັບ ສະມິດ ໄດ້ຮັບຈາກໂມໂຣໄນ. ຕາມທີ່ຂ້າພະເຈົ້າຈື່ໄດ້ ແຜ່ນຈາລຶກນ້ອຍນັ້ນ ທີ່ເຮັດຈາກໂລຫະ ມີຢູ່ດ້ວຍກັນປະມານ 10 ແຜ່ນ ທີ່ມີຂໍ້ຄວາມຂຽນໄວ້. ແຕ່ແຜ່ນໂລຫະເຫລົ່ານັ້ນ ບໍ່ໄດ້ຈັບຕາຈັບໃຈຂອງພວກເຮົາ.
ພວກເຮົາເຕີບໂຕຂຶ້ນ ພ້ອມກັບການໄດ້ຍິນເລື່ອງກ່ຽວກັບການຟື້ນຟູເລື້ອຍໆ. ພວກເຮົາໄດ້ຮູ້ຈັກ ແລະ ໄດ້ຮ້ອງເພງຢູ່ໃນຫ້ອງປະຖົມ ກ່ຽວກັບແຜ່ນຈາລຶກຄຳທີ່ໄດ້ຝັງໄວ້ເລິກຢູ່ໃນພູດອຍ ແລະ ໂມໂຣໄນຜູ້ເປັນທູດສະຫວັນໄດ້ມອບໃຫ້ ໂຈເຊັບ ສະມິດ.1 ໂດຍທີ່ເປັນເດັກທີ່ຢາກຮູ້ຢາກເຫັນ ກໍມີສິ່ງໜຶ່ງທີ່ພວກເຮົາຢາກເຫັນອີ່ຫລີ: ມີຫຍັງແດ່ທີ່ຂຽນໄວ້ໃນພາກສ່ວນໜຶ່ງຂອງແຜ່ນຈາລຶກນັ້ນ ທີ່ມີສາຍໂລຫະນ້ອຍສອງເສັ້ນມັດໄວ້?
ແຜ່ນຈາລຶກໄດ້ຢອງຢູ່ທີ່ໂຕະນ້ອຍຫລາຍມື້ກ່ອນພວກເຮົາອົດຕໍ່ໄປບໍ່ໄດ້. ເຖິງແມ່ນພວກເຮົາຮູ້ວ່າ ນັ້ນບໍ່ແມ່ນແຜ່ນຈາລຶກຕົວແທ້ຈິງ ທີ່ໂມໂຣໄນໄດ້ມອບໃຫ້, ພວກເຮົາຍັງຢາກເຫັນສ່ວນທີ່ອັດໄວ້ນັ້ນ. ສະນັ້ນມີຫລາຍເທື່ອທີ່ນ້ອງຊາຍ ແລະ ຂ້າພະເຈົ້າໄດ້ເອົາມີດເອົາບ່ວງເອົາຫຍັງ ຕາມແຕ່ຈະຄິດອອກໄດ້ ເພື່ອພະຍາຍາມງັດແຍກສ່ວນທີ່ອັດໄວ້ ມີແຕ່ຢາກແຫວກໜ້ອຍດຽວ ເພື່ອຈະໄດ້ເຫັນວ່າມີຫຍັງຢູ່ໃນນັ້ນ—ແຕ່ບໍ່ສາມາດໃຫ້ສາຍນ້ອຍນັ້ນຂາດ. ພວກເຮົາເກັ່ງສົມຄວນ ທີ່ບໍ່ໄດ້ວາງຮອຍໃດທີ່ຈະບົ່ງບອກເຖິງຄວາມຢາກຮູ້ຢາກເຫັນຂອງພວກເຮົາ. ພວກເຮົາໄດ້ທໍ້ຖອຍໃຈ ແລະ ເຫລືອໃຈທີ່ຄວາມພະຍາຍາມທີ່ຈະ “ງັດແຜ່ນຈາລຶກ” ບໍ່ເຄີຍໄດ້ຜົນຈັກເທື່ອ.
ຂ້າພະເຈົ້າຍັງບໍ່ຮູ້ວ່າມີຫຍັງ—ຖ້າມີຫຍັງ—ຖືກເຊື່ອງຊ້ອນໄວ້ໃນສ່ວນທີ່ອັດນັ້ນ. ແຕ່ສິ່ງທີ່ໜ້າອາຍກ່ຽວກັບເລື່ອງນີ້ແມ່ນວ່າ ຕັ້ງແຕ່ມື້ນີ້ເອງຂ້າພະເຈົ້າຍັງບໍ່ຮູ້ຈັກເລີຍວ່າ ມີຫຍັງຂຽນໄວ້ໃນສ່ວນທີ່ມີໄວ້ເພື່ອໃຫ້ອ່ານໄດ້. ຂ້າພະເຈົ້າຄິດວ່າ ໜ້າເຫລົ່ານັ້ນມີເລື່ອງກ່ຽວກັບການຟື້ນຟູ ແລະ ປະຈັກພະຍານຂອງໂຈເຊັບ ສະມິດ ແລະ ຂອງພະຍານສາມຄົນ ແລະ ພະຍານແປດຄົນ ຜູ້ທີ່ໄດ້ເຫັນແຜ່ນຈາລຶກແທ້ໆ ທີ່ໂມໂຣໄນໄດ້ມອບໃຫ້.
ຕັ້ງແຕ່ການສ້າງໂລກນີ້ເປັນຕົ້ນມາ ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາໄດ້ມອບ ການນຳພາ, ການເປັນຜູ້ແນະນຳ, ແລະ ຄຳແນະນຳ ໃຫ້ແກ່ລູກໆຂອງພຣະອົງ ຜ່ານທາງສາດສະດາ. ສາດສະດາດັ່ງກ່າວນີ້ໄດ້ບັນທຶກຄຳຂອງພຣະອົງ ແລະ ເກັບໄວ້ເປັນພຣະຄຳພີ ເພື່ອການພັດທະນາ ແລະ ການຮຽນຮູ້ຂອງເຮົາ. ນີໄຟໄດ້ອະທິບາຍ ດັ່ງນີ້:
“ເພາະຈິດວິນຍານຂອງຂ້າພະເຈົ້າເບີກບານໃນພຣະຄຳພີ ແລະ ໃຈຂອງຂ້າພະເຈົ້າຄຳນຶງເຖິງຂໍ້ຄວາມເຫລົ່ານັ້ນ ແລະ ໄດ້ບັນທຶກມັນໄວ້ເພື່ອການຮຽນຮູ້ ແລະ ເພື່ອຜົນປະໂຫຍດຂອງລູກຫລານຂອງຂ້າພະເຈົ້າ.
“ຈົ່ງເບິ່ງ ຈິດວິນຍານຂອງຂ້າພະເຈົ້າເບີກບານໃນເລື່ອງຂອງພຣະຜູ້ເປັນເຈົ້າ, ແລະ ໃຈຂອງຂ້າພະເຈົ້າຄິດຄຳນຶງຢູ່ຕະຫລອດເວລາເຖິງເລື່ອງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນມາ.”2
ນອກເໜືອຈາກນີ້, ໃນສະໄໝກ່ອນ ແລະ ໃນສະໄໝຄວາມສົມບູນແຫ່ງເວລາອັນສຸດທ້າຍນີ້, ສະມາຊິກຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າຜູ້ທີ່ມີຄ່າຄວນ ໄດ້ຮັບພອນທີ່ມີພຣະວິນຍານບໍລິສຸດເປັນເພື່ອນ, ທີ່ຊ່ວຍໃນການພັດທະນາ ແລະ ການຮຽນຮູ້ທາງວິນຍານຂອງເຮົາ.
ໂດຍທີ່ຮູ້ວ່ານ້ອງຊາຍຂ້າພະເຈົ້າເປັນຄົນພາກພຽນ, ຂ້າພະເຈົ້າຄິດວ່າລາວຄົງຈະໄດ້ອ່ານຄຳທັງໝົດທີ່ຂຽນໄວ້ໃນຈາລຶກນ້ອຍຢູ່ບ້ານພໍ່ແມ່ພວກເຮົາ. ແຕ່ຂ້າພະເຈົ້າໄດ້ເມີນເສີຍຈາກຄວາມຈິງທີ່ແຈ່ມແຈ້ງ ແລະ ມີຄ່າທີ່ສຸດເຫລົ່ານັ້ນ ແລະ ໄດ້ໃຊ້ແຮງເພື່ອຊອກຫາສິ່ງທີ່ບໍ່ສົມຄວນຈະເປີດເຜີຍ.
ເປັນໜ້າເສຍດາຍທີ່ບາງເທື່ອການພັດທະນາ ແລະ ການຮຽນຮູ້ຂອງເຮົາຈະຖືກຕັນ ຫລື ຖືກກີດກັນໝົດ ເພາະເຮົາປາດຖະໜາທີ່ຈະ “ງັດແຜ່ນຈາລຶກ” ຢ່າງທີ່ບໍ່ສົມຄວນ. ການກະທຳຢ່າງນີ້ອາດຈະນຳເຮົາໃຫ້ໄປສະແຫວງຫາສິ່ງທີ່ບໍ່ສົມຄວນທີ່ຈະເຂົ້າໃຈໃນຕອນນີ້, ໃນເວລາອັນດຽວກັນ ເຮົາພັດເມີນເສີຍຈາກຄວາມຈິງທີ່ງົດງາມ ທີ່ໄດ້ຕັ້ງໄວ້ເພື່ອເຮົາ ແລະ ສຳລັບສະຖານະການຂອງເຮົາ—ຄວາມຈິງທີ່ນີໄຟ ໄດ້ອະທິບາຍໄວ້ໄດ້ຖືກຂຽນໄວ້ເພື່ອການຮຽນຮູ້ ແລະ ເພື່ອຜົນປະໂຫຍດຂອງເຮົາ.
ຢາໂຄບ ນ້ອງຊາຍຂອງນີໄຟ ໄດ້ສອນວ່າ, “ຈົ່ງເບິ່ງ ວຽກງານຂອງພຣະຜູ້ເປັນເຈົ້າຍິ່ງໃຫຍ່ ແລະ ໜ້າອັດສະຈັນ. ຄວາມລຶກລັບຂອງພຣະອົງບໍ່ສາມາດຢັ່ງເຖິງໄດ້; ແລະ ເປັນໄປບໍ່ໄດ້ທີ່ຄົນຈະພົບເຫັນເສັ້ນທາງຂອງພຣະອົງທັງໝົດ.”3
ຄຳຂອງຢາໂຄບສອນວ່າ ເຮົາບໍ່ສາມາດ “ງັດແຜ່ນຈາລຶກ” ອອກໄດ້ ຫລື ບັງຄັບໃຫ້ຄວາມລຶກລັບຂອງພຣະເຈົ້າຖືກເປີດເຜີຍໃຫ້ເຮົາຮູ້. ແຕ່ຄວາມລຶກລັບຂອງພຣະເຈົ້າຈະຖືກເປີດເຜີຍໃຫ້ເຮົາຮູ້ ຕາມພຣະປະສົງຂອງພຣະອົງ ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດເທົ່ານັ້ນ.4
ຢາໂຄບສອນຕໍ່ໄປວ່າ:
“ແລະບໍ່ມີຜູ້ໃດຈະຮູ້ຈັກເສັ້ນທາງຂອງພຣະອົງ ນອກຈາກພຣະອົງຈະເປີດເຜີຍໃຫ້ຮູ້; ສະນັ້ນ ພີ່ນ້ອງເອີຍ, ຢ່າໄດ້ໝິ່ນປະໝາດການເປີດເຜີຍຂອງພຣະເຈົ້າເລີຍ.
“ເພາະຈົ່ງເບິ່ງ, ໂດຍອຳນາດແຫ່ງພຣະຄຳຂອງພຣະອົງ ມະນຸດຈຶ່ງໄດ້ມາສູ່ແຜ່ນດິນໂລກນີ້. ... ໂອ້ ແລ້ວເປັນຫຍັງພຣະອົງຈະບໍ່ສາມາດບັນຊາແຜ່ນດິນໂລກ ຫລື ວຽກງານແຫ່ງພຣະຫັດຂອງພຣະອົງເໜືອຜືນແຜ່ນດິນນີ້ໄດ້ ຕາມພຣະປະສົງ ແລະ ຄວາມພໍພຣະໄທຂອງພຣະອົງ?
“ສະນັ້ນ ພີ່ນ້ອງເອີຍ, ຢ່າໄດ້ພະຍາຍາມແນະນຳພຣະຜູ້ເປັນເຈົ້າ, ແຕ່ໃຫ້ຮັບເອົາຄຳແນະນຳຈາກພຣະຫັດຂອງພຣະອົງ.”5
ເພື່ອຈະເຂົ້າໃຈຄວາມລຶກລັບຂອງພຣະເຈົ້າ ຫລື ສິ່ງທີ່ສາມາດເຂົ້າໃຈໄດ້ ແຕ່ໂດຍທາງການເປີດເຜີຍເທົ່ານັ້ນ, ເຮົາຕ້ອງເຮັດຕາມຕົວຢ່າງຂອງນີໄຟ ທີ່ໄດ້ກ່າວວ່າ, “ໂດຍທີ່ມີອາຍຸໜ້ອຍຢູ່, ແຕ່ວ່າມີຮ່າງກາຍສູງໃຫຍ່ ແລະ ມີຄວາມປາດຖະໜາອັນແຮງກ້າຢາກຮູ້ຈັກຄວາມລຶກລັບຂອງພຣະເຈົ້າ, ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ; ແລະ ຈົ່ງເບິ່ງ ພຣະອົງໄດ້ສະເດັດມາຫາຂ້າພະເຈົ້າ ແລະ ເຮັດໃຫ້ໃຈຂອງຂ້າພະເຈົ້າອ່ອນລົງຈົນວ່າ ຂ້າພະເຈົ້າເຊື່ອຄຳເວົ້າທີ່ບິດາຂອງຂ້າພະເຈົ້າເວົ້າມາທັງໝົດ.”6 ພຣະຜູ້ເປັນເຈົ້າເອງໄດ້ອະທິບາຍຕໍ່ໄປວ່າ ນີໄຟໄດ້ລອງໃຊ້ສັດທາ, ໄດ້ສະແຫວງຫາຢ່າງພາກພຽນ ດ້ວຍໃຈອັນຕ່ຳຕ້ອຍ ແລະ ໄດ້ຮັກສາພຣະບັນຍັດຂອງພຣະອົງ.7
ຕົວຢ່າງຂອງນີໄຟທີ່ສະແຫວງຫາຄວາມຮູ້ກໍມີ (1) ຄວາມປາດຖະນາທີ່ຈິງໃຈ, (2) ຄວາມຖ່ອມຕົວ, (3) ການອະທິຖານ, (4) ຄວາມໄວ້ວາງໃຈໃນສາດສະດາ, ແລະ ການນຳໃຊ້ (5) ສັດທາ, (6) ຄວາມພາກພຽນ, ແລະ (7) ການເຊື່ອຟັງ. ວິທີການສະແຫວງຫາແບບນີ້ ກົງກັນຂ້າມກັບການ “ງັດແຜ່ນຈາລຶກ” ຂອງຂ້າພະເຈົ້າ ຫລື ການພະຍາຍາມບັງຄັບ ເພື່ອຈະໄດ້ຄວາມເຂົ້າໃຈກ່ຽວກັບສິ່ງທີ່ຈະເປີດເຜີຍຕາມເວລາຂອງພຣະຜູ້ເປັນເຈົ້າ ແລະ ໂດຍທາງອຳນາດຂອງພຣະວິນຍານບໍລິສຸດ.
ໃນສະໄໝນີ້ ເຮົາມັກຈະຄິດວ່າ ເຮົາຄວນໄດ້ຮັບຄວາມຮູ້ໃນໄວໆນີ້ ແລະ ຄວນຈະໄດ້ຮັບໃນທັນທີ; ເມື່ອບໍ່ໄດ້ຂໍ້ມູນຢ່າງງ່າຍດາຍ ຫລາຍເທື່ອຄົນມັກປະຕິເສດ ຫລື ບໍ່ໄວ້ໃຈຂໍ້ມູນນັ້ນ. ເພາະມີຂໍ້ມູນຢ່າງລົ້ນເຫລືອ ມີບາງຄົນທີ່ໂດຍບໍ່ຕັ້ງໃຈ ມັກຈະໄວ້ໃຈກັບຂໍ້ມູນທີ່ຕົນສາມາດເຫັນໄດ້ ແຕ່ບໍ່ຮູ້ມັນມາແຕ່ໃສ ແທນທີ່ຈະເອົາໃຈໃສ່ຕາມແບບຢ່າງທີ່ພຣະຜູ້ເປັນເຈົ້າໄດ້ຈັດໄວ້ ເພື່ອຮັບການເປີດເຜີຍສ່ວນຕົວ. ຢາໂຄບອາດໄດ້ບັນລະຍາຍສະໄໝຂອງເຮົາເມື່ອ ເພິ່ນກ່າວວ່າ: “ແຕ່ຈົ່ງເບິ່ງ, [ພວກເຂົາ] ເປັນຄົນແຂງຄໍ ແລະ ພວກເຂົາດູໝິ່ນປະໝາດຄຳເວົ້າອັນແຈ່ມແຈ້ງ ... ແລະ ສະແຫວງຫາສິ່ງທີ່ພວກເຂົາບໍ່ອາດເຂົ້າໃຈໄດ້. ສະນັ້ນເພາະຄວາມຕາບອດຂອງພວກເຂົາ ຊຶ່ງຕາບອດນັ້ນມາຈາກການເບິ່ງຂ້າມເຄື່ອງໝາຍ, ພວກເຂົາຈຶ່ງຕ້ອງຕົກໄປ; ເພາະພຣະເຈົ້າໄດ້ເອົາຄວາມແຈ່ມແຈ້ງຂອງພຣະອົງໄປຈາກພວກເຂົາ, ແລະ ມອບຫລາຍສິ່ງຫລາຍຢ່າງໃຫ້ແກ່ພວກເຂົາ ຊຶ່ງພວກເຂົາເຂົ້າໃຈບໍ່ໄດ້, ເພາະພວກເຂົາປາດຖະໜາແນວນັ້ນ.”8
ກົງກັນຂ້າມກັບຄຳແນະນຳຂອງປະທານດີເດີ ແອັຟ. ອຸກດອບ. ເພິ່ນໄດ້ເວົ້າກ່ຽວກັບຜູ້ສອນສາດສະໜາ ແຕ່ຄຳຂອງເພິ່ນຈະໃຊ້ໄດ້ກັບທຸກຄົນທີ່ສະແຫວງຫາຄວາມຈິງທາງວິນຍານ. “ເມື່ອ ... ຜູ້ສອນສາດສະໜາມີສັດທາໃນພຣະເຢຊູຄຣິດ,” ເພິ່ນວ່າ, “ເຂົາເຈົ້າຈະວາງໃຈໄວ້ນຳພຣະຜູ້ເປັນເຈົ້າພໍທີ່ຈະເຮັດຕາມພຣະບັນຍັດຂອງພຣະອົງ—ເຖິງແມ່ນເຂົາເຈົ້າບໍ່ເຂົ້າໃຈຢ່າງສົມບູນເຖິງສາເຫດຂອງພຣະບັນຍັດນັ້ນ. ສັດທາຂອງເຂົາເຈົ້າຈະສະແດງອອກໂດຍທາງຄວາມພາກພຽນ ແລະ ທາງການເຮັດວຽກ.”9
ໃນກອງປະຊຸມໃຫຍ່ສາມັນເດືອນເມສາທີ່ຜ່ານມາ, ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ອະທິບາຍວ່າ: “ສາດສະໜາຈັກກຳລັງພະຍາຍາມຢ່າງຈິງຈັງທີ່ຈະເປີດບັນທຶກທີ່ເຮົາມີຢູ່, ແຕ່ຫລັງຈາກຈັດພິມທັງໝົດທີ່ພວກເຮົາສາມາດພິມໄດ້, ບາງເທື່ອສະມາຊິກເຮົາຍັງມີຄຳຖາມທີ່ບໍ່ສາມາດຕອບໄດ້ໂດຍການຮຽນເທົ່ານັ້ນ. ... ມີບາງສິ່ງທີ່ຈະຮຽນໄດ້ແຕ່ໂດຍທາງສັດທາ.”10
ສາດສະດາໃນສະໄໝບູຮານໄດ້ສອນຫລັກທຳອັນດຽວກັນນີ້, ຈຶ່ງສະແດງວ່ານິໄສມະນຸດບໍ່ໄດ້ປ່ຽນ ແລະ ວ່າແບບຢ່າງຂອງພຣະຜູ້ເປັນເຈົ້າ ເພື່ອການຮຽນກໍເໝືອນກັນຕະຫລອດເວລາ. ໃຫ້ພິຈາລະນາສຸພາສິດຈາກພຣະຄຳພີເດີມ ທີ່ວ່າ: “ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດຫົວໃຈເຈົ້າ, ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ.”11
ເອຊາຢາໄດ້ອະທິບາຍ, ໂດຍກ່າວແທນພຣະຜູ້ເປັນເຈົ້າວ່າ, “ສະຫວັນຊັ້ນຟ້າສູງກວ່າແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ.”12
ນີໄຟເປັນພະຍານອີກຄົນໜຶ່ງເມື່ອເພິ່ນໄດ້ປະກາດວ່າ, “ໂອ້ ພຣະອົງເຈົ້າເອີຍ, ຂ້ານ້ອຍໄວ້ວາງໃຈໃນພຣະອົງ, ແລະ ຂ້ານ້ອຍຈະໄວ້ວາງໃຈໃນພຣະອົງຕະຫລອດໄປ.”13
ສັດທາ ແລະ ການໄວ້ວາງໃຈໃນພຣະຜູ້ເປັນເຈົ້າຍ່ອມຕ້ອງການໃຫ້ເຮົາຮັບຮູ້ວ່າ ປັນຍາຂອງພຣະອົງກໍສູງກວ່າປັນຍາຂອງເຮົາ. ອີກຢ່າງໜຶ່ງ ເຮົາຕ້ອງຮັບຮູ້ວ່າ ແຜນຂອງພຣະອົງ ຈັດຫາຄວາມສາມາດສູງສຸດເພື່ອການພັດທະນາ ແລະ ການຮຽນທາງວິນຍານ.
ເຮົາບໍ່ຄວນຄາດຫວັງວ່າ “ຕ້ອງມີຄວາມຮູ້ອັນສົມບູນເຖິງເລື່ອງຕ່າງໆ” ໃນຊີວິດມະຕະນີ້. ແຕ່ເຮົາຄວນຄາດຫວັງ “ໃນສິ່ງທີ່ບໍ່ເຄີຍເຫັນ, ຊຶ່ງເປັນຄວາມຈິງ.”14
ເຖິງແມ່ນນີໄຟໄດ້ມີສັດທາອັນຍິ່ງໃຫຍ່, ເພິ່ນຍັງໄດ້ຮັບຮູ້ວ່າ ມີຄວາມເຂົ້າໃຈທີ່ຈຳກັດເມື່ອເພິ່ນໄດ້ຕອບທູດສະຫວັນທີ່ໄດ້ຖາມເພິ່ນວ່າ, “ເຈົ້າຮູ້ຈັກຄວາມເມດຕາກະລຸນາຂອງພຣະເຈົ້າບໍ?” ນີໄຟຕອບວ່າ, “ຂ້ານ້ອຍຮູ້ວ່າພຣະອົງຮັກລູກໆຂອງພຣະອົງ; ເຖິງຢ່າງໃດກໍຕາມ, ຂ້ານ້ອຍບໍ່ຮູ້ເຖິງຄວາມໝາຍໝົດທຸກຢ່າງ.”15
ຄ້າຍຄືກັນນັ້ນ, ແອວມາໄດ້ບອກຮີລາມັນ ລູກຊາຍຂອງເພິ່ນວ່າ, “ບັດນີ້ຄວາມລຶກລັບຍັງບໍ່ທັນເປັນທີ່ຮູ້ໂດຍສົມບູນແກ່ພໍ່; ດັ່ງນັ້ນ ພໍ່ຈຶ່ງຢຸດໄວ້ກ່ອນ.”16
ຂ້າພະເຈົ້າຂໍເປັນພະຍານວ່າ ພຣະບິດາເທິງສະຫວັນຂອງເຮົາ ຮັກລູກໆຂອງພຣະອົງ, ແຕ່ແລ້ວ, ຄືກັນກັບນີໄຟ ແລະ ແອວມາ, ຂ້າພະເຈົ້າບໍ່ຮູ້ເຖິງຄວາມໝາຍໝົດທຸກຢ່າງ. ແລະ ຂ້າພະເຈົ້າບໍ່ຕ້ອງການຈະຮູ້ເຖິງຄວາມໝາຍໝົດທຸກຢ່າງ; “ຂ້າພະເຈົ້າຈຶ່ງຢຸດໄວ້ກ່ອນ ຄືກັນ” ແລະ ລໍຖ້າພຣະຜູ້ເປັນເຈົ້າດ້ວຍຄວາມອົດທົນ, ໂດຍທີ່ຮູ້ວ່າ “ຂ້າພະເຈົ້າມີທຸກສິ່ງທຸກຢ່າງ ທີ່ເປັນປະຈັກພະຍານວ່າ ສິ່ງເຫລົ່ານີ້ເປັນຄວາມຈິງ. …
“… ພຣະຄຳພີວາງຢູ່ຕໍ່ໜ້າຂອງເຈົ້າ, ແທ້ຈິງແລ້ວ, ແລະ ທຸກສິ່ງທຸກຢ່າງຊີ້ໃຫ້ເຫັນວ່າ ມັນມີພຣະເຈົ້າ; ແທ້ຈິງແລ້ວ, ເຖິງແມ່ນແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງທີ່ມີໃນຜືນແຜ່ນດິນນີ້, ແທ້ຈິງແລ້ວ, ແລະ ພ້ອມທັງໂລກອື່ນໆນຳອີກ ຊຶ່ງເຄື່ອນໄຫວໃນລັກສະນະຂອງມັນ ຊຶ່ງເປັນປະຈັກພະຍານວ່າມີພຣະຜູ້ສ້າງສູງສຸດ.”17
ຂະນະທີ່ເຮົາຮັບຮູ້ວ່າ ເຮົາເປັນຂຶ້ນມາຈາກພຣະບິດເທິງສະຫວັນທີ່ສະຫລາດສະຫລຽວ ແລະ ຮັກເຮົາ, “ໂອ້ ແລ້ວ,” ເປັນຫຍັງຈະບໍ່ຍອມໃຫ້ພຣະອົງຊົງນຳການພັດທະນາ ແລະ ການຮຽນຮູ້ທາງວິນຍານຂອງເຮົາ “ຕາມພຣະປະສົງ ແລະ ຄວາມພໍພຣະໄທຂອງພຣະອົງ” ແທນຄວາມປະສົງຂອງເຮົາເອງ?18
ພຣະອົງຊົງພຣະຊົນຢູ່. ພຣະເຢຊູຄຣິດເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ ແລະ ເປັນພຣະຜູ້ໄຖ່ຂອງມະນຸດ. ຍ້ອນການຊົດໃຊ້ອັນບໍ່ມີຂອບເຂດຂອງພຣະຄຣິດ ພຣະອົງຈຶ່ງມີປັນຍາ ມີຄວາມຮູ້ ທີ່ຊົງນຳເຮົາໃນຍຸກສຸດທ້າຍນີ້. ໂຈເຊັບ ສະມິດ ເປັນສາດສະດາຂອງພຣະອົງ, ໄດ້ຖືກເລືອກໃຫ້ຟື້ນຟູອານາຈັກຂອງພຣະອົງຢູ່ໃນໂລກຢ່າງສົມບູນແບບ. ທ່ານທອມມັສ ແອັສ ມອນສັນ ເປັນສາດສະດາທີ່ມີຊີວິດຢູ່ແລະ ເປັນຜູ້ກ່າວແທນພຣະອົງ ໃນທຸກວັນນີ້. ຂ້າພະເຈົ້າຂໍເປັນພະຍານຢ່າງຈິງໃຈເຖິງສິ່ງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.